ໃນມື້ທີສາມ, ພຣະທຳຂອງພຣະເຈົ້າໃຫ້ກຳເນີດແຜ່ນດິນໂລກ ແລະ ທະເລ ແລະ ສິດອຳນາດຂອງພຣະເຈົ້າເຮັດໃຫ້ແຜ່ນດິນໂລກເຕັມໄປດ້ວຍຊີວິດ

28 ເດືອນມັງກອນ 2021

ຕໍ່ໄປ ໃຫ້ພວກເຮົາອ່ານປະໂຫຍກທຳອິດຂອງ ປະຖົມມະການ 1:9-11 “ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າໂຮມກັນໃນບ່ອນດຽວ ແລະ ໃຫ້ແຜ່ນດິນປາກົດຂຶ້ນ”. ແມ່ນຫຍັງຄືການປ່ຽນແປງທີ່ເກີດຂຶ້ນຫຼັງຈາກທີ່ພຣະເຈົ້າພຽງແຕ່ກ່າວວ່າ: “ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າໂຮມກັນໃນບ່ອນດຽວ ແລະ ໃຫ້ແຜ່ນດິນປາກົດຂຶ້ນ?“ ແລ້ວແມ່ນຫຍັງຄືສິ່ງທີ່ຢູ່ໃນພື້ນທີ່ນີ້ ນອກຈາກແສງສະຫວ່າງ ແລະ ທ້ອງຟ້າ? ໃນຂໍ້ພຣະຄໍາພີໄດ້ຂຽນໄວ້ວ່າ: “ແລ້ວພຣະເຈົ້າເອີ້ນແຜ່ນດິນແຫ່ງນັ້ນວ່າ ແຜ່ນດິນໂລກ; ແລະ ພຣະອົງເອີ້ນການໂຮມຕົວຂອງນໍ້າວ່າ ທະເລ ແລະ ພຣະເຈົ້າເຫັນວ່າມັນເປັນສິ່ງທີ່ດີ”. ນີ້ໝາຍຄວາມວ່າ ບັດນີ້ໄດ້ມີແຜ່ນດິນ ແລະ ທະເລໃນພື້ນທີ່ນີ້ ແລະ ແຜ່ນດິນ ແລະ ທະເລກໍຖືກແຍກອອກຈາກກັນ. ການປາກົດຕົວຂອງສອງສິ່ງໃໝ່ເຫຼົ່ານີ້ແມ່ນເປັນໄປຕາມຄໍາບັນຊາທີ່ອອກຈາກປາກຂອງພຣະເຈົ້າ: “ແລ້ວມັນກໍເປັນດັ່ງນັ້ນ”. ຂໍ້ພຣະຄຳພີນີ້ໄດ້ບັນລະຍາຍເຖິງຄວາມຟ້າວຟັ່ງຂອງພຣະເຈົ້າໃນຂະນະທີ່ພຣະອົງກຳລັງເຮັດສິ່ງນີ້ບໍ? ມັນໄດ້ບັນລະຍາຍເຖິງການທີ່ພຣະອົງໃຊ້ແຮງງານທາງຮ່າງກາຍບໍ? ແລ້ວພຣະເຈົ້າເຮັດສິ່ງນີ້ແນວໃດ? ພຣະເຈົ້າເຮັດໃຫ້ສອງສິ່ງໃໝ່ເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ເຫັນໄດ້ຢ່າງຊັດເຈນໃນຕົວມັນເອງແລ້ວວ່າ ພຣະເຈົ້າໃຊ້ພຣະທຳເພື່ອບັນລຸທຸກສິ່ງເຫຼົ່ານີ້, ເພື່ອສ້າງສິ່ງນີ້ທັງໝົດ.

ໃນຂໍ້ຄວາມສາມຂໍ້ຂ້າງເທິງ, ພວກເຮົາໄດ້ຮຽນຮູ້ເຖິງການເກີດຂຶ້ນຂອງສາມເຫດການທີ່ຍິ່ງໃຫຍ່. ສາມເຫດການຍິ່ງໃຫຍ່ນີ້ເກີດຂຶ້ນ ແລະ ຖືກເຮັດໃຫ້ເກີດຂຶ້ນຜ່ານທາງພຣະທຳຂອງພຣະເຈົ້າ ແລະ ມັນເປັນຍ້ອນພຣະທຳຂອງພຣະອົງທີ່ເຮັດໃຫ້ເຫດການເຫຼົ່ານີ້ປາກົດຂຶ້ນຕໍ່ໜ້າຕໍ່ຕາພຣະເຈົ້າຕາມລໍາດັບ. ສະນັັ້ນ ສາມາດເຫັນໄດ້ຈາກຄຳເວົ້າທີ່ວ່າ: “ພຣະເຈົ້າກ່າວ ແລະ ມັນຈະຖືກເຮັດໃຫ້ສຳເລັດ; ພຣະອົງສັ່ງ ແລະ ມັນກໍຈະເກີດຂຶ້ນ”, ນີ້ບໍ່ແມ່ນຄຳເວົ້າທີ່ບໍ່ມີຄວາມໝາຍ. ທາດແທ້ແບບນີ້ຂອງພຣະເຈົ້າໄດ້ຢືນຢັນວ່າ ທັນທີທີ່ພຣະອົງເກີດມີຄວາມຄິດ ແລະ ເມື່ອພຣະເຈົ້າເປີດປາກຂອງພຣະອົງເພື່ອກ່າວ, ທາດແທ້ຂອງພຣະອົງກໍຈະຖືກສະທ້ອນຢ່າງສົມບູນ.

ໃຫ້ພວກເຮົາສືບຕໍ່ອ່ານຈົນເຖິງປະໂຫຍກສຸດທ້າຍຂອງຂໍ້ຄວາມນີ້: “ແລ້ວພຣະເຈົ້າໄດ້ກ່າວວ່າ ໃຫ້ແຜ່ນດິນໂລກເກີດຫຍ້າ, ພືດຜັກທີ່ມີເມັດ ແລະ ຕົ້ນໄມ້ທີ່ເກີດໝາກ ແລະ ມີເມັດຕາມປະເພດຂອງມັນຢູ່ເທິງແຜ່ນດິນໂລກ ແລ້ວມັນກໍເປັນດັ່ງນັ້ນ”. ໃນຂະນະທີ່ພຣະເຈົ້າກຳລັງກ່າວ, ທຸກສິ່ງເຫຼົ່ານີ້ກໍເກີດຂຶ້ນຕາມຄວາມຄິດຂອງພຣະເຈົ້າ ແລະ ໃນທັນໃດນັ້ນ ຮູບຮ່າງເລັກນ້ອຍຂອງຊີວິດທີ່ສັບຊ້ອນໄດ້ແຍ່ຫົວຂອງພວກມັນອອກຈາກດິນຢ່າງສັ່ນເຊັນ ແລະ ກ່ອນທີ່ພວກມັນຈະສັ່ນໃຫ້ດິນເລັກນ້ອຍອອກຈາກຮ່າງກາຍຂອງພວກມັນ, ພວກມັນກໍໂບກມືໃສ່ກັນເພື່ອທັກທາຍຢ່າງຕື່ນເຕັ້ນ, ງຶກຫົວ ແລະ ຍິ້ມໃຫ້ກັບໂລກ. ພວກມັນຂອບໃຈພຣະຜູ້ສ້າງສຳລັບຊີວິດທີ່ພຣະອົງໄດ້ປະທານໃຫ້ກັບພວກມັນ ແລະ ປະກາດກັບໂລກວ່າ ພວກມັນເປັນສ່ວນໜຶ່ງຂອງສິ່ງທັງປວງ ແລະ ພວກມັນແຕ່ລະຢ່າງຈະອຸທິດຊີວິດຂອງພວກມັນເພື່ອສະແດງເຖິງສິດອຳນາດຂອງພຣະຜູ້ສ້າງ. ເມື່ອພຣະທຳຂອງພຣະເຈົ້າຖືກກ່າວອອກ, ແຜ່ນດິນກໍປົກຄຸມໄປດ້ວຍພືດພັນ ແລະ ກາຍເປັນສີຂຽວ, ພືດພັນທຸກຊະນິດທີ່ມະນຸດສາມາດກິນໄດ້ກໍງອກຂຶ້ນ ແລະ ແຕກອອກຈາກດິນ ແລະ ພູເຂົາ ແລະ ທົ່ງພຽງກໍຖືກປົກຄຸມໄປດ້ວຍຕົ້ນໄມ້ ແລະ ປ່າໄມ້ຢ່າງໜາແໜ້ນ... ໂລກທີ່ແຫ້ງແລ້ງນີ້ ເຊິ່ງຍັງບໍ່ມີຮ່ອງຮອຍຂອງຊີວິດເລີຍ ໄດ້ຖືກປົກຄຸມໂດຍຄວາມອຸດົມສົມບູນຂອງຫຍ້າ, ພືດພັນ ແລະ ຕົ້ນໄມ້ຢ່າງໄວວາ ແລະ ເຕັມລົ້ນໄປດ້ວຍຄວາມຂຽວງາມ... ກິ່ນຫອມຂອງຫຍ້າ ແລະ ກິ່ນຫອມຫວນຂອງດິນແຜ່ທົ່ວອາກາດ ແລະ ພືດຈຳນວນຫຼວງຫຼາຍກໍເລີ່ມຫາຍໃຈຕາມລໍາດັບດ້ວຍການໝູນວຽນຂອງອາກາດ ແລະ ເລີ່ມຂະບວນການຂອງການເຕີບໂຕ. ໃນເວລາດຽວກັນ, ເນື່ອງຈາກພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກຄວາມຄິດຂອງພຣະເຈົ້າ, ພືດທຸກຊະນິດກໍເລີ່ມວົງຈອນຊີວິດຕະຫຼອດການໂດຍການເຕີບໂຕ, ອອກດອກ, ອອກໝາກ ແລະ ເພີ່ມທະວີຄູນ. ພວກມັນເລີ່ມຍຶດຖືວິທີທາງຊີວິດຂອງໃຜມັນຢ່າງເຄັ່ງຄັດ ແລະ ເລີ່ມປະຕິບັດບົດບາດໃຜມັນທ່າມກາງສິ່ງທັງປວງ... ພວກມັນລ້ວນແລ້ວແຕ່ເກີດ ແລະ ມີຊີວິດ ຍ້ອນພຣະທຳຂອງພຣະຜູ້ສ້າງ. ພວກມັນໄດ້ຮັບອາຫານ ແລະ ການບໍາລຸງລ້ຽງຢ່າງບໍ່ຢຸດຢັ້ງຈາກພຣະຜູ້ສ້າງ ແລະ ຈະເອົາຕົວລອດຢ່າງດີ້ນຮົນໃນທຸກມຸມຂອງແຜ່ນດິນເພື່ອສະແດງເຖິງສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງຕະຫຼອດໄປ ແລະ ພວກມັນຈະສະແດງເຖິງພະລັງຊີວິດທີ່ພຣະຜູ້ສ້າງປະທານໃຫ້ຕະຫຼອດໄປ...

ຊີວິດຂອງພຣະຜູ້ສ້າງພິເສດ, ຄວາມຄິດຂອງພຣະອົງກໍພິເສດ ແລະ ສິດອຳນາດຂອງພຣະອົງພິເສດ ແລະ ດ້ວຍເຫດນັ້ນ ເມື່ອພຣະທຳຂອງພຣະອົງຖືກກ່າວອອກ, ຜົນສຸດທ້າຍກໍຄື: “ແລ້ວມັນກໍເປັນດັ່ງນັ້ນ”. ຊັດເຈນແລ້ວວ່າ ພຣະເຈົ້າບໍ່ຈຳເປັນຕ້ອງປະຕິບັດພາລະກິດຂອງພຣະອົງດ້ວຍມືຂອງພຣະອົງ, ເມື່ອພຣະອົງກະທຳ ພຣະອົງພຽງແຕ່ໃຊ້ຄວາມຄິດຂອງພຣະອົງເພື່ອບັນຊາການ ແລະ ພຣະທຳຂອງພຣະອົງເພື່ອສັ່ງ ແລະ ດ້ວຍວິທີນີ້ ສິ່ງຕ່າງໆກໍຖືກເຮັດໃຫ້ສໍາເລັດ. ໃນມື້ນີ້, ພຣະເຈົ້າໂຮບໂຮມນໍ້າໄວ້ຮ່ວມກັນໃນແຫ່ງດຽວ ແລະ ເຮັດໃຫ້ແຜ່ນດິນແຫ້ງປາກົດຂຶ້ນ, ຫຼັງຈາກນັ້ນ ພຣະເຈົ້າກໍເຮັດໃຫ້ຫຍ້າແຕກໜໍ່ຈາກດິນ ແລະ ເກີດມີພືດພັນທີ່ມີເມັດ ແລະ ຕົ້ນໄມ້ທີ່ເກີດໝາກ ແລະ ພຣະເຈົ້າໄດ້ຈັດແບ່ງພວກມັນແຕ່ລະຢ່າງຕາມປະເພດຂອງພວກມັນ ແລະ ເຮັດໃຫ້ແຕ່ລະຢ່າງມີເມັດຂອງມັນເອງ. ທຸກສິ່ງເຫຼົ່ານີ້ຖືກເຮັດໃຫ້ເກີດເປັນຈິງຕາມຄວາມຄິດຂອງພຣະເຈົ້າ ແລະ ຄຳສັ່ງແຫ່ງພຣະທຳຂອງພຣະເຈົ້າ ແລະ ແຕ່ລະຢ່າງກໍປາກົດຂຶ້ນຕາມໆກັນມາໃນໂລກໃໝ່ແຫ່ງນີ້.

ໃນຕອນທີ່ພຣະອົງຍັງບໍ່ໄດ້ເລີ່ມພາລະກິດຂອງພຣະອົງ, ພຣະເຈົ້າໄດ້ວາດພາບກ່ຽວກັບສິ່ງທີ່ພຣະອົງເຈດຕະນາຈະບັນລຸໄວ້ໃນຄວາມຄິດຂອງພຣະອົງແລ້ວ ແລະ ເມື່ອພຣະອົງເລີ່ມຕົ້ນບັນລຸສິ່ງເຫຼົ່ານີ້ ເຊິ່ງກໍເປັນຕອນທີ່ພຣະອົງເປີດປາກຂອງພຣະອົງເພື່ອກ່າວເນື້ອຫາຈາກພາບທີ່ພຣະອົງໄດ້ວາດໄວ້, ການປ່ຽນແປງໃນທຸກສິ່ງກໍເລີ່ມເກີດຂຶ້ນຍ້ອນສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະເຮັດມັນແນວໃດກໍຕາມ ຫຼື ພຣະອົງຈະໃຊ້ສິດອຳນາດຂອງພຣະອົງດ້ວຍວິທີໃດກໍຕາມ, ທຸກສິ່ງຖືກບັນລຸເທື່ອລະບາດກ້າວຕາມແຜນການຂອງພຣະເຈົ້າ ແລະ ຍ້ອນພຣະທຳ ແລະ ສິດອໍານາດຂອງພຣະເຈົ້າ ການປ່ຽນແປງແຕ່ລະບາດກ້າວກໍເກີດຂຶ້ນລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ທຸກການປ່ຽນແປງ ແລະ ເຫດການທີ່ເກີດຂຶ້ນແມ່ນສະແດງເຖິງສິດອຳນາດ, ຄວາມພິເສດ ແລະ ຄວາມຍິ່ງໃຫຍ່ແຫ່ງອຳນາດແຫ່ງຊີວິດຂອງພຣະຜູ້ສ້າງ. ຄວາມຄິດຂອງພຣະອົງບໍ່ແມ່ນແນວຄິດທີ່ທຳມະດາ ຫຼື ພາບວ່າງເປົ່າ, ແຕ່ເປັນສິດອຳນາດທີ່ມີຊີວິດຊີວາ ແລະ ພະລັງທີ່ພິເສດ ແລະ ພວກມັນແມ່ນລິດອຳນາດທີ່ຈະເຮັດໃຫ້ທຸກສິ່ງປ່ຽນແປງ, ຟື້ນຄືນ, ເລີ່ມໃໝ່ ແລະ ດັບສະຫຼາຍໄປ. ຍ້ອນສິ່ງນີ້, ທຸກສິ່ງຈຶ່ງເຮັດໜ້າທີ່ຍ້ອນຄວາມຄິດຂອງພຣະອົງ ແລະ ໃນເວລາດຽວກັນ ກໍຖືກບັນລຸຍ້ອນພຣະທຳຈາກປາກຂອງພຣະອົງ...

ກ່ອນທຸກສິ່ງຈະປາກົດຂຶ້ນ, ພຣະເຈົ້າໄດ້ມີແຜນການຢ່າງສົມບູນໃນຄວາມຄິດຂອງພຣະອົງແຕ່ດົນແລ້ວ ແລະ ໂລກໃໝ່ກໍໄດ້ຖືກເຮັດໃຫ້ສຳເລັດໃນຄວາມຄິດຂອງພຣະອົງແຕ່ດົນແລ້ວ. ເຖິງແມ່ນວ່າໃນມື້ທີສາມ ຈະມີພືດຫຼາຍຊະນິດປາກົດຂຶ້ນໃນແຜ່ນດິນ, ພຣະເຈົ້າກໍບໍ່ມີເຫດຜົນທີ່ຈະຢຸດບາດກ້າວໃນການສ້າງແຜ່ນດິນໂລກນີ້ຂອງພຣະອົງ; ພຣະອົງເຈດຕະນາທີ່ຈະສືບຕໍ່ກ່າວພຣະທຳຂອງພຣະອົງ, ສືບຕໍ່ທີ່ຈະບັນລຸການສ້າງສິ່ງໃໝ່ໆທຸກຢ່າງ. ພຣະອົງຈະກ່າວ, ຈະອອກຄຳສັ່ງຂອງພຣະອົງ ແລະ ຈະໃຊ້ສິດອຳນາດຂອງພຣະອົງ ແລະ ສະແດງອອກເຖິງລິດອຳນາດຂອງພຣະອົງ ແລະ ພຣະອົງຈັດຕຽມທຸກສິ່ງທີ່ພຣະອົງໄດ້ວາງແຜນໄວ້ເພື່ອຈັດແຈງກັບທຸກໆສິ່ງ ພ້ອມທັງມະນຸດຊາດທີ່ພຣະອົງເຈດຕະນາຈະສ້າງ...

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ໃນມື້ທີຫ້າ, ຊີວິດທີ່ມີຮູບຮ່າງຫຼາກຫຼາຍ ແລະ ແຕກຕ່າງ ສະແດງເຖິງສິດອຳນາດຂອງພຣະຜູ້ສ້າງໃນລັກສະນະທີ່ແຕກຕ່າງກັນ

ພຣະຄຳພີກ່າວວ່າ: “ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ນໍ້າເກີດສິ່ງມີຊີວິດທີ່ເໜັງຕີງ ແລະ ມີຊີວິດຢ່າງອຸດົມສົມບູນ ແລະ...

ໃນມື້ທຳອິດ, ກາງເວັນ ແລະ ກາງຄືນຂອງມະນຸດຊາດໄດ້ເກີດຂຶ້ນ ແລະ ໝັ້ນຄົງເນື່ອງຈາກສິດອຳນາດຂອງພຣະເຈົ້າ

ໃຫ້ພວກເຮົາມາເບິ່ງຂໍ້ຄວາມທຳອິດ: “ແລະ ພຣະເຈົ້າໄດ້ກ່າວວ່າ ຈົ່ງມີແສງສະຫວ່າງ ແລ້ວກໍມີແສງສະຫວ່າງ. ພຣະອົງເຫັນແສງສະຫວ່າງ ແລະ...

ພາຍໃຕ້ສິດອຳນາດຂອງພຣະຜູ້ສ້າງ, ທຸກສິ່ງແມ່ນສົມບູນ

ທຸກສິ່ງທີ່ຖືກສ້າງໂດຍພຣະເຈົ້າ ລວມເຖິງສິ່ງທີ່ສາມາດເຄື່ອນໄຫວ ແລະ ສິ່ງທີ່ບໍ່ສາມາດເຄື່ອນໄຫວ ເຊັ່ນນົກ ແລະ ປາ, ເຊັ່ນຕົ້ນໄມ້ ແລະ ດອກໄມ້ ແລະ...

ໃນມື້ທີຫົກ, ພຣະຜູ້ສ້າງກ່າວ ແລະ ສິ່ງທີ່ມີຊີວິດແຕ່ລະຊະນິດທີ່ຢູ່ໃນຄວາມຄິດຂອງພຣະອົງກໍປາກົດຂຶ້ນຕາມໆກັນ

ເທື່ອລະເລັກເທື່ອລະໜ້ອຍ, ພາລະກິດຂອງພຣະຜູ້ສ້າງໃນການສ້າງສິ່ງທັງປວງໄດ້ສືບຕໍ່ເປັນເວລາຫ້າມື້, ທັນທີຫຼັງຈາກທີ່...

Leave a Reply