ໃນມື້ທີສີ່, ລະດູການ, ມື້ ແລະ ປີຂອງມະນຸດຊາດໄດ້ກຳເນີດຂຶ້ນເມື່ອພຣະເຈົ້າໃຊ້ສິດອຳນາດຂອງພຣະອົງອີກຄັ້ງ
ພຣະຜູ້ສ້າງໃຊ້ພຣະທຳຂອງພຣະອົງເພື່ອເຮັດໃຫ້ແຜນການຂອງພຣະອົງສຳເລັດ ແລະ ໃນວິທີນີ້ ພຣະອົງໄດ້ຜ່ານພົ້ນແຜນການສາມມື້ທຳອິດຂອງພຣະອົງ. ໃນລະຫວ່າງສາມມື້ເຫຼົ່ານີ້, ພຣະເຈົ້າບໍ່ໄດ້ເຫັນວ່າຈະຫຍຸ້ງ ຫຼື ເມື່ອຍຕົນເອງ; ໃນທາງກົງກັນຂ້າມ, ພຣະອົງສໍາເລັດແຜນການສາມມື້ທຳອິດຂອງພຣະອົງຢ່າງມະຫັດສະຈັນ ແລະ ບັນລຸກິດຈະການທີ່ຍິ່ງໃຫຍ່ແຫ່ງການປ່ຽນແປງພື້ນຖານຂອງໂລກ. ໂລກໃໝ່ປາກົດຂຶ້ນຕໍ່ໜ້າຕໍ່ຕາພຣະອົງ ແລະ ໃນທີ່ສຸດ ພາບສວຍງາມທີ່ຖືກຕີຕາໄວ້ໃນຄວາມຄິດຂອງພຣະອົງກໍຖືກເປີດເຜີຍໃນພຣະທຳຂອງພຣະເຈົ້າເທື່ອລະຊິ້ນສ່ວນ. ການປາກົດຂອງສິ່ງໃໝ່ໆແຕ່ລະຢ່າງແມ່ນຄືກັບເດັກນ້ອຍເກີດໃໝ່ ແລະ ພຣະຜູ້ສ້າງກໍມີຄວາມສຸກກັບພາບທີ່ເຄີຍຢູ່ໃນຄວາມຄິດຂອງພຣະອົງ, ແຕ່ບັດນີ້ໄດ້ເປັນສິ່ງທີ່ຖືກເຮັດໃຫ້ມີຊີວິດແລ້ວ. ໃນເວລານີ້, ຫົວໃຈຂອງພຣະອົງໄດ້ຮັບຄວາມພໍໃຈຢ່າງຍິ່ງ ແຕ່ແຜນການຂອງພຣະອົງພຽງແຕ່ຫາກໍເລີ່ມຕົ້ນ. ພາຍໃນພິບຕາດຽວ, ມື້ໃໝ່ກໍມາເຖິງ ແລະ ແມ່ນຫຍັງຄືໜ້າຕໍ່ໄປໃນແຜນການຂອງພຣະຜູ້ສ້າງ? ພຣະອົງເວົ້າຫຍັງ? ພຣະອົງໃຊ້ສິດອຳນາດຂອງພຣະອົງແນວໃດ? ໃນຂະນະດຽວກັນ ແມ່ນຫຍັງຄືສິ່ງໃໝ່ໆທີ່ເຂົ້າມາໃນໂລກໃໝ່ແຫ່ງນີ້? ຫຼັງຈາກການນໍາພາຂອງພຣະຜູ້ສ້າງ, ສາຍຕາຂອງພວກເຮົາກໍຈ້ອງເບິ່ງມື້ທີສີ່ຂອງການສ້າງສິ່ງທັງປວງ, ເປັນມື້ທີ່ຍັງເປັນການເລີ່ມຕົ້ນໃໝ່ອີກຄັ້ງ. ແນ່ນອນ ສຳລັບພຣະຜູ້ສ້າງ, ມັນເປັນມື້ມະຫັດສະຈັນອີກມື້ຢ່າງບໍ່ຕ້ອງສົງໄສ ແລະ ມັນແມ່ນອີກມື້ທີ່ມີຄວາມສຳຄັນຢ່າງຍິ່ງສຳລັບມະນຸດຊາດໃນປັດຈຸບັນ. ແນ່ນອນ ມັນເປັນມື້ທີ່ມີຄຸນຄ່າທີ່ບໍ່ສາມາດປະເມີນໄດ້. ມັນມະຫັດສະຈັນແນວໃດ, ມັນສຳຄັນຫຼາຍແນວໃດ ແລະ ມັນມີຄຸນຄ່າທີ່ບໍ່ສາມາດປະເມີນໄດ້ແນວໃດ? ກ່ອນອື່ນ ໃຫ້ພວກເຮົາມາຟັງພຣະທຳທີ່ພຣະຜູ້ສ້າງກ່າວ...
“ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ມີແສງສະຫວ່າງໃນທ້ອງຟ້າແຫ່ງສະຫວັນເພື່ອແຍກກາງເວັນອອກຈາກກາງຄືນ ແລະ ໃຫ້ສິ່ງເຫຼົ່ານັ້ນເປັນສັນຍາລັກ ແລະ ເປັນລະດູການຕ່າງໆ ແລະ ສຳລັບມື້ ແລະ ປີ, ແລ້ວໃຫ້ມັນເປັນແສງສະຫວ່າງໃນທ້ອງຟ້າແຫ່ງສະຫວັນເພື່ອມອບແສງສະຫວ່າງໃຫ້ກັບແຜ່ນດິນໂລກ ແລ້ວມັນກໍເປັນດັ່ງນັ້ນ” (ປະຖົມມະການ 1:14-15). ນີ້ແມ່ນໜຶ່ງໃນການໃຊ້ສິດອຳນາດຂອງພຣະເຈົ້າທີ່ຖືກສະແດງໂດຍສິ່ງຖືກສ້າງ ຫຼັງຈາກທີ່ພຣະອົງສ້າງແຜ່ນດິນ ແລະ ພືດທີ່ຢູ່ໃນແຜ່ນດິນນັ້ນ. ສຳລັບພຣະເຈົ້າແລ້ວ, ການກະທຳດັ່ງກ່າວແມ່ນງ່າຍຄືກັບສິ່ງທີ່ພຣະອົງໄດ້ເຮັດມາແລ້ວ, ເພາະວ່າ ພຣະເຈົ້າມີລິດອຳນາດ; ພຣະເຈົ້າຮັກສາຄໍາເວົ້າຂອງພຣະອົງ ແລະ ຄໍາເວົ້າຂອງພຣະອົງຈະຖືກເຮັດໃຫ້ສຳເລັດ. ພຣະເຈົ້າສັ່ງໃຫ້ແສງສະຫວ່າງປາກົດໃນສະຫວັນ ແລະ ແສງສະຫວ່າງເຫຼົ່ານີ້ບໍ່ພຽງແຕ່ສ່ອງແສງໃນທ້ອງຟ້າ ແລະ ສູ່ແຜ່ນດິນໂລກ, ແຕ່ຍັງຮັບໜ້າທີ່ເປັນສັນຍາລັກສໍາລັບກາງເວັນ ແລະ ກາງຄືນ, ສຳລັບລະດູການ, ມື້ ແລະ ປີ. ດ້ວຍວິທີນີ້, ເມື່ອພຣະເຈົ້າກ່າວພຣະທຳຂອງພຣະອົງ, ການກະທຳທຸກຢ່າງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸແມ່ນຖືກເຮັດໃຫ້ສຳເລັດຕາມຄວາມໝາຍຂອງພຣະເຈົ້າ ແລະ ໃນລັກສະນະທີ່ພຣະເຈົ້າກຳນົດ.
ແສງສະຫວ່າງໃນສະຫວັນແມ່ນແສງໃນທ້ອງຟ້າທີ່ສາມາດສ່ອງແສງສະຫວ່າງ; ມັນສາມາດສ່ອງແສງໃຫ້ກັບທ້ອງຟ້າ, ແຜ່ນດິນ ແລະ ທະເລ. ມັນໝູນຮອບຕາມຈັງຫວະ ແລະ ຄວາມຖີ່ທີ່ພຣະເຈົ້າສັ່ງໄວ້ ແລະ ສ່ອງແສງໃນຊ່ວງເວລາທີ່ແຕກຕ່າງກັນເທິງແຜ່ນດິນໂລກ ແລະ ໃນລັກນະນະນີ້ ວົງຈອນການໝູນວຽນຂອງແສງສະຫວ່າງເຮັດໃຫ້ເກີດກາງເວັນ ແລະ ກາງຄືນຂຶ້ນໃນພາກຕະເວັນອອກ ແລະ ຕະເວັນຕົກຂອງແຜ່ນດິນ ແລະ ພວກມັນບໍ່ແມ່ນພຽງແຕ່ເປັນສັນຍາລັກສຳລັບກາງຄືນ ແລະ ກາງເວັນເທົ່ານັ້ນ, ແຕ່ຜ່ານວົງຈອນທີ່ແຕກຕ່າງກັນເຫຼົ່ານີ້ ພວກມັນຍັງບົ່ງບອກເຖິງງານບຸນສະຫຼອງ ແລະ ມື້ພິເສດຫຼາກຫຼາຍມື້ຂອງມະນຸດຊາດ. ພວກມັນແມ່ນເຄື່ອງປະກອບທີ່ສົມບູນ ແລະ ສິ່ງປະກອບໃຫ້ກັບລະດູການທັງສີ່ ນັ້ນກໍຄື ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ລົ່ນ ແລະ ລະດູໜາວ ເຊິ່ງຖືກບັນຍັດໂດຍພຣະເຈົ້າ ພ້ອມກັນນັ້ນແສງສະຫວ່າງກໍເຮັດໜ້າທີ່ຢ່າງສອດຄ່ອງ ເປັນເຄື່ອງໝາຍປະຈຳ ແລະ ຖືກຕ້ອງສຳລັບໄລຍະເວລາຂອງເດືອນ, ມື້ ແລະ ປີຂອງມະນຸດຊາດ. ເຖິງແມ່ນວ່າ ມັນເປັນພຽງແຕ່ຫຼັງຈາກການມາເຖິງຂອງການເຮັດນາເທົ່ານັ້ນ ມະນຸດຊາດຈຶ່ງເລີ່ມເຂົ້າໃຈ ແລະ ພົບພໍ້ກັບການແບ່ງແຍກໄລຍະເວລາຂອງເດືອນ, ມື້ ແລະ ປີ ທີ່ເກີດຈາກແສງສະຫວ່າງທີ່ພຣະເຈົ້າສ້າງຂຶ້ນ, ຕາມຄວາມຈິງແລ້ວ ໄລຍະເວລາຂອງເດືອນ, ມື້ ແລະ ປີທີ່ມະນຸດເຂົ້າໃຈໃນປັດຈຸບັນແມ່ນເລີ່ມເກີດຂຶ້ນເປັນເວລາດົນນານມາແລ້ວ ໃນມື້ທີສີ່ຂອງການສ້າງສິ່ງທັງປວງຂອງພຣະເຈົ້າ ແລະ ວົງຈອນການສັບປ່ຽນຂອງລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ລົ່ນ ແລະ ລະດູໜາວທີ່ມະນຸດຜະເຊີນແມ່ນໄດ້ມີໃນມື້ທີສີ່ຂອງການສ້າງສິ່ງທັງປວງຂອງພຣະເຈົ້າເຊັ່ນກັນ. ແສງສະຫວ່າງທີ່ພຣະເຈົ້າສ້າງເຮັດໃຫ້ມະນຸດແຍກແຍະລະຫວ່າງກາງຄືນ ແລະ ກາງເວັນໄດ້ຢ່າງເປັນປະຈໍາ, ຢ່າງແນ່ນອນ ແລະ ຊັດເຈນ, ສາມາດນັບມື້ ແລະ ຕິດຕາມໄລຍະເວລາຂອງເດືອນ ແລະ ປີຢ່າງຊັດເຈນ. (ມື້ເດືອນເພັງແມ່ນການຄົບຮອບຂອງເດືອນໜຶ່ງ ແລະ ຈາກນີ້ ມະນຸດຮູ້ຈັກວ່າ ການສ່ອງແສງສະຫວ່າງຈະເລີ່ມຕົ້ນວົງຈອນໃໝ່; ມື້ຂອງເດືອນເຄິ່ງດວງແມ່ນການຄົບຖ້ວນຂອງເຄິ່ງເດືອນ ເຊິ່ງບອກກັບມະນຸດວ່າ ໄລຍະເວລາຂອງເດືອນໄດ້ເລີ່ມຕົ້ນຂຶ້ນ, ເຊິ່ງເປັນສິ່ງທີ່ສະຫຼູບໄດ້ວ່າ ມີກາງເວັນ ແລະ ກາງຄືນເທົ່າໃດມື້ໃນເດືອນໜຶ່ງ, ມີຈັກເດືອນໃນລະດູການໜຶ່ງ ແລະ ມີຈັກລະດູການໃນປີໜຶ່ງ ແລະ ທຸກສິ່ງນີ້ກໍຖືກເປີດເຜີຍອອກຢ່າງປົກກະຕິ). ດ້ວຍເຫດນັ້ນ ມະນຸດຈຶ່ງສາມາດຕິດຕາມໄລຍະເວລາຂອງເດືອນ, ມື້ ແລະ ປີທີ່ຖືກໝາຍໂດຍການໝຸນວຽນຂອງແສງສະຫວ່າງຢ່າງງ່າຍດາຍ. ຈາກຈຸດນີ້ເປັນຕົ້ນມາ, ມະນຸດຊາດ ແລະ ສິ່ງທັງປວງດຳລົງຊີວິດຢ່າງບໍ່ຮູ້ຕົວທ່າມກາງການສັບປ່ຽນທີ່ເປັນລະບົບຂອງກາງຄືນ ແລະ ກາງເວັນ ແລະ ການປ່ຽນແປງຂອງລະດູການທີ່ເກີດຂຶ້ນໂດຍການໝຸນວຽນຂອງແສງສະຫວ່າງ. ນີ້ແມ່ນຄວາມສຳຄັນໃນການທີ່ພຣະເຈົ້າສ້າງແສງສະຫວ່າງໃນມື້ທີສີ່. ໃນທຳນອງດຽວກັນ, ເປົ້າໝາຍ ແລະ ຄວາມສຳຄັນຂອງການກະທຳແບບນີ້ຂອງພຣະຜູ້ສ້າງຍັງບໍ່ສາມາດແຍກອອກຈາກສິດອຳນາດ ແລະ ລິດອຳນາດຂອງພຣະອົງໄດ້. ດ້ວຍເຫດນັ້ນ ແສງສະຫວ່າງທີ່ພຣະເຈົ້າສ້າງຂຶ້ນ ແລະ ຄຸນຄ່າທີ່ມັນຈະນໍາມາສູ່ມະນຸດໃນອີກບໍ່ດົນກໍເປັນໜຶ່ງໃນການກະທຳທີ່ຊຳນານຂອງການໃຊ້ສິດອຳນາດຂອງພຣະຜູ້ສ້າງ.
ໃນໂລກໃບໃໝ່ນີ້ ເຊິ່ງມະນຸດຍັງບໍ່ໄດ້ປາກົດຂຶ້ນເທື່ອ, ພຣະຜູ້ສ້າງໄດ້ຈັດຕຽມຕອນແລງ ແລະ ຕອນເຊົ້າ, ທ້ອງຟ້າ, ດິນແດນ ແລະ ທະເລ, ຫຍ້າ, ພືດພັນ ແລະ ຕົ້ນໄມ້ຫຼາກຫຼາຍປະເພດ ແລະ ແສງສະຫວ່າງ, ລະດູການ, ມື້ ແລະ ປີສຳລັບຊີວິດໃໝ່ທີ່ພຣະເຈົ້າຈະສ້າງໃນໄວໆນີ້. ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງຖືກສະແດງອອກໃນສິ່ງໃໝ່ແຕ່ລະຢ່າງທີ່ພຣະອົງສ້າງ ແລະ ພຣະທຳ ແລະ ຄວາມສຳເລັດຂອງພຣະອົງເກີດຂຶ້ນພ້ອມໆກັນ ໂດຍບໍ່ມີຄວາມຜິດປົກກະຕິແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຊ່ວງເວລາພັກແມ່ນແຕ່ໜ້ອຍດຽວ. ການປາກົດຂຶ້ນ ແລະ ການເກີດຂຶ້ນຂອງສິ່ງໃໝ່ທຸກສິ່ງເປັນເຄື່ອງພິສູດເຖິງສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງ ນັ້ນກໍຄື ພຣະອົງຮັກສາຄໍາເວົ້າຂອງພຣະອົງ ແລະ ຄໍາເວົ້າຂອງພຣະອົງຈະຖືກເຮັດໃຫ້ສຳເລັດ ແລະ ສິ່ງທີ່ພຣະອົງເຮັດໃຫ້ສຳເລັດຈະຄົງຢູ່ຕະລອດໄປ. ຄວາມຈິງນີ້ບໍ່ເຄີຍປ່ຽນແປງຈັກເທື່ອ, ມັນເປັນເຊັ່ນນັ້ນໃນອະດີດ, ມັນເປັນເຊັ່ນນັ້ນໃນປັດຈຸບັນ ແລະ ມັນກໍຈະເປັນເຊັ່ນນັ້ນຕະຫຼອດໄປເປັນນິດ. ເມື່ອພວກເຈົ້າເບິ່ງພຣະທຳຈາກຂໍ້ພຣະຄຳພີເຫຼົ່ານີ້ອີກຄັ້ງ, ພຣະທຳເຫຼົ່ານັ້ນຮູ້ສຶກວ່າສົດໃສສຳລັບພວກເຈົ້າບໍ? ພວກເຈົ້າໄດ້ເຫັນເນື້ອຫາໃໝ່ ແລະ ໄດ້ຄົ້ນພົບສິ່ງໃໝ່ແລ້ວບໍ? ນັ້ນກໍຍ້ອນວ່າ ການກະທຳຂອງພຣະຜູ້ສ້າງໄດ້ປຸກໃຈຂອງພວກເຈົ້າ ແລະ ຊີ້ນໍາທິດທາງຂອງຄວາມຮູ້ຂອງພວກເຈົ້າກ່ຽວກັບສິດອຳນາດ ແລະ ລິດອຳນາດຂອງພຣະອົງ ແລະ ເປີດປະຕູໃຫ້ກັບຄວາມເຂົ້າໃຈທີ່ພວກເຈົ້າມີກ່ຽວກັບພຣະຜູ້ສ້າງ ແລະ ການກະທຳ ແລະ ສິດອຳນາດຂອງພຣະອົງທີ່ໄດ້ປະທານຊີວິດໂດຍພຣະທຳເຫຼົ່ານີ້. ດ້ວຍເຫດນັ້ນ ໃນພຣະທຳເຫຼົ່ານີ້ ມະນຸດໄດ້ເຫັນເຖິງການສະແດງອອກທີ່ເປັນຈິງ ແລະ ມີຊີວິດຊີວາແຫ່ງສິດອຳນາດຂອງພຣະຜູ້ສ້າງ ແລະ ໄດ້ເປັນພະຍານເຖິງຄວາມລໍ້າເລີດຂອງພຣະຜູ້ສ້າງຢ່າງແທ້ຈິງ ແລະ ເຫັນເຖິງຄວາມພິເສດແຫ່ງສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງ.
ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງກໍ່ໃຫ້ເກີດສິ່ງອັດສະຈັນຊໍ້າແລ້ວຊໍ້າອີກ; ພຣະອົງດຶງດູດຄວາມສົນໃຈຂອງມະນຸດ ແລະ ມະນຸດບໍ່ສາມາດເຮັດຫຍັງໄດ້ເລີຍ ນອກຈາກຈ້ອງເບິ່ງການກະທໍາຢ່າງຕົກຕະລຶງທີ່ເກີດຈາກການໃຊ້ສິດອຳນາດຂອງພຣະອົງ. ລິດອຳນາດທີ່ເປັນຕາອັດສະຈັນຂອງພຣະອົງເຮັດໃຫ້ເກີດຄວາມຍິນດີຊໍ້າແລ້ວຊໍ້າອີກ. ມະນຸດກໍເຫຼື້ອມໃສ ແລະ ດີໃຈຫຼາຍ, ພາກັນອ້າປາກຊົມເຊີຍ, ຕົກສະເງີ້ ແລະ ຮ້ອງໂຮດີໃຈ; ນອກຈາກນັ້ນແລ້ວ ມະນຸດກໍຖືກດົນໃຈຢ່າງເຫັນໄດ້ຊັດເຈນ ແລະ ເກີດມີຄວາມເຄົາລົບ, ຄວາມຢຳເກງ ແລະ ຄວາມຕິດພັນໃນຕົວເຂົາ. ສິດອຳນາດ ແລະ ການກະທຳຂອງພຣະຜູ້ສ້າງມີຜົນກະທົບ ແລະ ການຊໍາລະລ້າງທີ່ຍິ່ງໃຫຍ່ກັບວິນຍານຂອງມະນຸດ. ຍິ່ງໄປກວ່ານັ້ນ ມັນເຮັດໃຫ້ວິນຍານຂອງມະນຸດພໍໃຈຢ່າງເຕັມທີ່. ຄວາມຄິດທຸກຢ່າງຂອງພຣະອົງ, ຖ້ອຍຄຳທຸກຄໍາຂອງພຣະອົງ ແລະ ການເປີດເຜີຍເຖິງສິດອຳນາດທຸກຢ່າງຂອງພຣະອົງ ແມ່ນຜົນງານສຸດຍອດທ່າມກາງສິ່ງທັງປວງ ແລະ ເປັນກິດຈະການອັນຍິ່ງໃຫຍ່ທີ່ສົມຄວນທີ່ສຸດແກ່ຄວາມເຂົ້າໃຈ ແລະ ຄວາມຮູ້ຢ່າງເລິກເຊິ່ງຂອງມະນຸດຊາດທີ່ຖືກສ້າງ. ເມື່ອພວກເຮົານັບສິ່ງມີຊີວິດທຸກສິ່ງທີ່ເກີດຈາກພຣະທຳຂອງພຣະຜູ້ສ້າງ, ວິນຍານຂອງພວກເຮົາກໍຖືກດຶງດູດສູ່ຄວາມມະຫັດສະຈັນແຫ່ງລິດອຳນາດຂອງພຣະເຈົ້າ ແລະ ພວກເຮົາກໍຄົ້ນພົບວ່າຕົນເອງຕິດຕາມຮອຍພຣະບາດຂອງພຣະຜູ້ສ້າງຈົນໄປເຖິງມື້ຕໍ່ໄປ ນັ້ນກໍຄື ມື້ທີຫ້າແຫ່ງການສ້າງສິ່ງທັງປວງຂອງພຣະເຈົ້າ.
ໃຫ້ພວກເຮົາສືບຕໍ່ອ່ານຂໍ້ພຣະຄຳພີທຸກຂໍ້ ໃນຂະນະທີ່ພວກເຮົາເບິ່ງການກະທຳຂອງພຣະຜູ້ສ້າງເພີ່ມເຕີມ.
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?