ໃນມື້ທີຫົກ, ພຣະຜູ້ສ້າງກ່າວ ແລະ ສິ່ງທີ່ມີຊີວິດແຕ່ລະຊະນິດທີ່ຢູ່ໃນຄວາມຄິດຂອງພຣະອົງກໍປາກົດຂຶ້ນຕາມໆກັນ

28 ເດືອນມັງກອນ 2021

ເທື່ອລະເລັກເທື່ອລະໜ້ອຍ, ພາລະກິດຂອງພຣະຜູ້ສ້າງໃນການສ້າງສິ່ງທັງປວງໄດ້ສືບຕໍ່ເປັນເວລາຫ້າມື້, ທັນທີຫຼັງຈາກທີ່ ພຣະຜູ້ສ້າງໄດ້ຕ້ອນຮັບມື້ທີຫົກຂອງການທີ່ພຣະອົງສ້າງສິ່ງທັງປວງ. ມື້ນີ້ແມ່ນການເລີ່ມຕົ້ນໃໝ່ອີກມື້ ແລະ ເປັນມື້ທີ່ພິເສດອີກມື້. ແລ້ວແມ່ນຫຍັງຄືແຜນການຂອງພຣະຜູ້ສ້າງກ່ອນມື້ໃໝ່ນີ້? ແມ່ນຫຍັງຄືສິ່ງໃໝ່ທີ່ພຣະອົງຈະກໍ່ໃຫ້ເກີດ, ທີ່ພຣະອົງຈະສ້າງຂຶ້ນ? ຈົ່ງຟັງ ນີ້ແມ່ນສຽງຂອງພຣະຜູ້ສ້າງ...

“ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ແຜ່ນດິນໂລກເກີດສິ່ງທີ່ມີຊີວິດຕາມແບບຂອງມັນ, ງົວຄວາຍ ແລະ ສິ່ງເລືອຄານ ແລະ ສັດເທິງແຜ່ນດິນໂລກຕາມແບບຂອງມັນ ແລ້ວມັນກໍເປັນດັ່ງນັ້ນ. ພຣະເຈົ້າໄດ້ສ້າງສັດເທິງແຜ່ນດິນໂລກຕາມແບບຂອງມັນ ແລະ ງົວຄວາຍຕາມແບບຂອງມັນ ແລະ ທຸກສິ່ງທີ່ເລືອຄານເທິງແຜ່ນດິນໂລກຕາມແບບຂອງມັນ ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” (ປະຖົມມະການ 1:24-25). ແມ່ນຫຍັງຄືສິ່ງມີຊີວິດທີ່ຖືກລະບຸໄວ້ໃນພຣະທຳຂໍ້ນີ້? ຂໍ້ພຣະຄຳກ່າວວ່າ ງົວຄວາຍ ແລະ ສິ່ງເລືອຄານ ແລະ ສັດເທິງແຜ່ນດິນໂລກຕາມແບບຂອງມັນ. ໝາຍຄວາມວ່າ ໃນມື້ນີ້ ບໍ່ມີພຽງແຕ່ສິ່ງມີຊີວິດທຸກຊະນິດເທິງແຜ່ນດິນໂລກເທົ່ານັ້ນ, ແຕ່ພວກມັນລ້ວນແລ້ວແຕ່ຖືກຈັດອອກຕາມປະເພດ ແລະ ເຊັ່ນດຽວກັນ “ພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ.”

ຄືກັບຫ້າມື້ທີ່ຜ່ານມາ ພຣະຜູ້ສ້າງກ່າວດ້ວຍນໍ້າສຽງແບບດຽວກັນ ແລະ ສັ່ງໃຫ້ເກີດມີສິ່ງມີຊີວິດທີ່ພຣະອົງປາຖະໜາ ແລະ ພວກມັນກໍປາກົດຂຶ້ນເທິງແຜ່ນດິນໂລກຕາມປະເພດຂອງພວກມັນ. ເມື່ອພຣະຜູ້ສ້າງໃຊ້ສິດອຳນາດຂອງພຣະອົງ, ບໍ່ມີພຣະທຳຂໍ້ໃດເລີຍທີ່ຖືກກ່າວຢ່າງສູນເປົ່າ ແລະ ດ້ວຍເຫດນັ້ນ ໃນມື້ທີຫົກ ສິ່ງມີຊີວິດແຕ່ລະຢ່າງທີ່ພຣະອົງເຈດຕະນາທີ່ຈະສ້າງກໍໄດ້ປາກົດຂຶ້ນຕາມເວລາທີ່ກຳນົດໄວ້. ເມື່ອພຣະຜູ້ສ້າງກ່າວວ່າ: “ໃຫ້ແຜ່ນດິນໂລກເກີດສິ່ງທີ່ມີຊິວິດຕາມແບບຂອງມັນ”, ແຜ່ນດິນໂລກກໍເຕັມໄປດ້ວຍຊີວິດອີກຄັ້ງ ແລະ ທັນທີທັນໃດ ເທິງແຜ່ນດິນກໍເກີດມີລົມຫາຍໃຈຂອງສິ່ງມີຊີວິດທຸກຊະນິດ... ໃນຖິ່ນແຫ້ງແລ້ງທີ່ມີຫຍ້າສີຂຽວ, ງົວທີ່ອ້ວນພີຟາດຫາງຂອງພວກມັນໄປມາ, ປາກົດຂຶ້ນເທື່ອລະໂຕ,​ ແກະທີ່ກຳລັງຮ້ອງກໍໂຮມກັນເປັນຝູງ ແລະ ມ້າທີ່ກຳລັງຮ້ອງກໍເລີ່ມແລ່ນໄປມາ... ທັນທີໃດ ທົ່ງຫຍ້າອັນກວ້ງໃຫຍ່ໄພສານທີ່ມິດງຽບກໍເຕັມໄປດ້ວຍຊີວິດ... ການປາກົດຂຶ້ນຂອງສັດທີ່ຫຼາກຫຼາຍເຫຼົ່ານີ້ເປັນພາບສວຍງາມເທິງທົ່ງຫຍ້າທີ່ງຽບສະຫງົບ ແລະ ເກີດມີຊີວິດຊີວາຢ່າງຫຼວງຫຼາຍ... ພວກມັນຈະເປັນເພື່ອນຂອງທົ່ງຫຍ້າ ແລະ ເຈົ້ານາຍຂອງທົ່ງຫຍ້າ, ແຕ່ລະໂຕຈະເພິ່ງພາກັນ ແລະ ກັນ; ສະນັ້ນ ພວກມັນກໍຈະກາຍເປັນຜູ້ປົກປັກ ແລະ ຜູ້ຮັກສາແຜ່ນດິນເຫຼົ່ານີ້ ເຊິ່ງຈະກາຍເປັນພູມລຳເນົາອັນຖາວອນຂອງພວກມັນ ແລະ ຈະສະໜອງທຸກສິ່ງທີ່ພວກມັນຕ້ອງການ, ເປັນແຫຼ່ງກຳເນີດຂອງການບໍາລຸງລ້ຽງຊົ່ວນິດນິລັນໃຫ້ກັບການເປັນຢູ່ຂອງພວກມັນ...

ໃນມື້ດຽວກັນກັບສັດຫຼາກຫຼາຍຊະນິດເຫຼົ່ານີ້ເກີດຂຶ້ນ, ໂດຍພຣະທຳຂອງພຣະຜູ້ສ້າງ, ແມງໄມ້ຈຳນວນຫຼວງຫຼາຍກໍປາກົດຂຶ້ນຕາມໆກັນມາ. ເຖິງແມ່ນວ່າ ພວກມັນເປັນສິ່ງມີຊີວິດເລັກນ້ອຍທີ່ສຸດທ່າມກາງສິ່ງມີຊີວິດທັງປວງ, ພະລັງຊີວິດຂອງພວກມັນກໍຍັງເປັນການສ້າງທີ່ອັດສະຈັນຂອງພຣະຜູ້ສ້າງ ແລະ ພວກມັນບໍ່ໄດ້ມາຊ້າເກີນໄປ... ແມງໄມ້ບາງໂຕຕີປີກນ້ອຍໆຂອງມັນ ໃນຂະນະທີ່ໂຕອື່ນຄານຢ່າງຊ້າໆ; ບາງໂຕກໍໂດດ ແລະ ເຕັ້ນ, ບາງໂຕກໍຍ່າງໂຊເຊ; ບາງໂຕໂດດແລ່ນຢ່າງໄວໄປຂ້າງໜ້າ, ໃນຂະນະທີ່ໂຕອື່ນຖອຍຫຼັງຢ່າງຊ້າໆ; ບາງໂຕໄຕ່ໄປທາງຂ້າງ, ບາງໂຕກະໂດດຂຶ້ນລົງ... ທຸກໂຕຫຍຸ້ງກັບການຄົ້ນຫາເຮືອນຮັງສຳລັບພວກມັນເອງ: ບາງໂຕຊອກຫາໃນຫຍ້າ, ບາງໂຕຄວັດຮູໃນດິນ, ບາງໂຕບິນຂຶ້ນເທິງຕົ້ນໄມ້, ລີ້ຢູ່ໃນປ່າໄມ້... ເຖິງແມ່ນຈະເປັນໂຕນ້ອຍໆ, ພວກມັນກໍບໍ່ພໍໃຈທີ່ຈະອົດທົນຕໍ່ຄວາມທໍລະມານຈາກການບໍ່ມີຫຍັງຕົກທ້ອງ ແລະ ຫຼັງຈາກທີ່ພົບຮັງຂອງພວກມັນເອງແລ້ວ, ພວກເຮົາກໍຟ້າວຊອກຫາອາຫານເພື່ອລ້ຽງຕົວພວກມັນເອງ. ບາງໂຕປີນຂຶ້ນຕົ້ນຫຍ້າເພື່ອກິນໃບຫຍ້າອ່ອນ, ບາງໂຕຄວ້າຂີ້ຕົມໄດ້ເຕັມປາກ ແລະ ກືນລົງທ້ອງຂອງພວກມັນ, ກິນດ້ວຍຄວາມມ່ວນຊື່ນຢ່າງສົມໃຈ ແລະ ດ້ວຍຄວາມເບີກບານໃຈ (ສຳລັບພວກມັນແລ້ວ, ແມ່ນແຕ່ຂີ້ຕົມກໍເປັນອາຫານທີ່ແຊບ); ບາງໂຕລີ້ຢູ່ໃນປ່າໄມ້, ແຕ່ພວກມັນບໍ່ໄດ້ຢຸດພັກຜ່ອນ ຍ້ອນຢາງໄມ້ພາຍໃນໃບໄມ້ສີຂຽວໄດ້ໃຫ້ອາຫານທີ່ຫວານນົວຫຼາຍ... ຫຼັງຈາກທີ່ພວກມັນກິນຈົນອີ່ມ, ແມງໄມ້ກໍບໍ່ໄດ້ຢຸດກິດຈະກຳຂອງພວກມັນ; ເຖິງແມ່ນຈະມີຮູບຮ່າງນ້ອຍ, ພວກມັນກໍມີພະລັງຢ່າງຫຼວງຫຼາຍ ແລະ ຄວາມອຸດົມສົມບູນຢ່າງບໍ່ມີຈຳກັດ ແລະ ດ້ວຍເຫດນັ້ນ ຈາກສິ່ງມີຊີວິດທັງໝົດ, ພວກມັນກະຕືລືລົ້ນທີ່ສຸດ ແລະ ດຸໝັ່ນທີ່ສຸດ. ພວກມັນບໍ່ເຄີຍຂີ້ຄ້ານຈັກເທື່ອ ແລະ ບໍ່ເຄີຍພັກຜ່ອນ. ເມື່ອອີ່ມທ້ອງຂອງພວກມັນແລ້ວ, ພວກມັນກໍຍັງເຮັດວຽກໜັກເພື່ອເຫັນແກ່ອະນາຄົດຂອງພວກມັນ, ຫຍຸ້ງກັບຕົວພວກມັນເອງ ແລະ ຟ້າວເຮັດຫຼາຍສິ່ງເພື່ອມື້ຕໍ່ໄປຂອງພວກມັນ, ເພື່ອການເອົາຕົວລອດຂອງພວກມັນ... ພວກມັນຮ້ອງເປັນສຽງຫຼາກຫຼາຍທຳນອງ ແລະ ຫຼາຍຈັງຫວະເປັນສຽງວື່ໆເພື່ອໃຫ້ກຳລັງໃຈ ແລະ ສົ່ງເສີມໃຫ້ພວກມັນຢູ່ຕໍ່. ພວກມັນຍັງເພີ່ມຄວາມເບີກບານໃຫ້ກັບຫຍ້າ, ຕົ້ນໄມ້ ແລະ ດິນທຸກນິ້ວ, ເຮັດໃຫ້ແຕ່ລະມື້ ແລະ ແຕ່ລະປີມີເອກະລັກ... ດ້ວຍພາສາຂອງພວກມັນເອງ ແລະ ວິທີທາງຂອງພວກມັນເອງ, ພວກມັນສົ່ງຕໍ່ຂໍ້ມູນໃຫ້ກັບສິ່ງມີຊິວິດຕ່າງໆເທິງແຜ່ນດິນໂລກ. ໂດຍໃຊ້ວິທີທາງຊີວິດທີ່ພິເສດຂອງພວກມັນເອງ, ພວກມັນໝາຍທຸກສິ່ງທີ່ພວກມັນປະຖິ້ມຮອຍຮ່ອງໄວ້... ພວກມັນມີຄວາມສຳພັນທີ່ໃກ້ຊິດກັບດິນ, ຫຍ້າ ແລະ ປ່າໄມ້ ແລະ ພວກມັນນໍາຄວາມສົມບູນ ແລະ ຄວາມມີຊີວິດຊີວາມາສູ່ດິນ, ຫຍ້າ ແລະ ປ່າໄມ້. ພວກມັນນໍາຄຳຕັກເຕືອນ ແລະ ຄຳທັກທາຍຂອງພຣະຜູ້ສ້າງມາສູ່ສິ່ງມີຊີວິດທຸກຊະນິດ...

ພຣະຜູ້ສ້າງໄດ້ກວາດສາຍຕາເບິ່ງທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນ ແລະ ໃນຊ່ວງເວລານີ້ ສາຍຕາຂອງພຣະອົງກໍໄດ້ຢຸດທີ່ປ່າໄມ້ ແລະ ພູເຂົາດ້ວຍຄວາມຄິດຂອງພຣະອົງແປຜັນ. ເມື່ອພຣະທຳຂອງພຣະອົງຖືກກ່າວອອກມາ, ໃນປ່າໄມ້ທີ່ໜາແໜ້ນ ແລະ ເທີງພູເຂົາກໍເກີດມີສິ່ງມີຊີວິດຊະນິດໜຶ່ງທີ່ບໍ່ຄືກັບສິ່ງມີຊີວິດໃດໆທີ່ເກີດຂຶ້ນກ່ອນໜ້ານີ້, ພວກມັນເປັນສັດປ່າທີ່ກ່າວຂຶ້ນໂດຍປາກຂອງພຣະເຈົ້າ. ລໍຖ້າມາເປັນເວລາດົນນານ, ພວກມັນແກວ່ງຫົວຂອງພວກມັນ ແລະ ຟາດຫາງຂອງພວກມັນ, ແຕ່ລະໂຕກໍມີໃບໜ້າທີ່ເປັນເອກະລັກຂອງພວກມັນເອງ. ບາງໂຕມີເນື້ອໜັງທີ່ມີຂົນ, ບາງໂຕມີອອງ, ບາງໂຕມີແຂ້ວຈົກ, ບາງໂຕປາກກວ້າງ, ບາງໂຕຄໍຍາວ, ບາງໂຕຫາງສັ້ນ, ບາງໂຕຕາໃຫຍ່, ບາງໂຕມີສາຍຕາເປັນຕາຢ້ານ, ບາງໂຕກົ່ງໂຕເພື່ອກິນຫຍ້າ, ບາງໂຕມີເລືອດໃນບໍລິເວນປາກຂອງມັນ, ບາງໂຕໂດດເຕັ້ນດ້ວຍສອງຂາ, ບາງໂຕຢ່ອງໄປມາດ້ວຍກີບຕີນສີ່ຕີນ, ບາງໂຕຈ້ອງເບິ່ງຢູ່ເທິງຍອດຕົ້ນໄມ້, ບາງໂຕນອນລໍຖ້າຢູ່ໃນປ່າໄມ້, ບາງໂຕຊອກຫາຖໍ້າເພື່ອພັກຜ່ອນ, ບາງໂຕແລ່ນໄປມາຫຼິ້ນສະໜຸກສະໜານເທິງທົ່ງພຽງ, ບາງໂຕອອກຫາເຫຍື່ອໃນປ່າໄມ້... ບາງໂຕແຜດສຽງ, ບາງໂຕຫອນ, ບາງໂຕເຫົ່າ...; ບາງໂຕມີສຽງສູງ, ບາງໂຕມີສຽງທຸ້ມ, ບາງໂຕມີສຽງເຕັມຮູຄໍ, ບາງໂຕມີສຽງແຈ່ມແຈ້ງ ແລະ ເປັນຕາຟັງ...; ບາງໂຕເປັນຕາຢ້ານ, ບາງໂຕເປັນຕາຮັກ, ບາງໂຕເປັນຕາຂີ້ດຽດ, ບາງໂຕເປັນຕາຮັກຫຼາຍ, ບາງໂຕເປັນຕາຢ້ານຫຼາຍ, ບາງໂຕໄຮ້ດຽງສາຢ່າງມີສະເໜ່... ພວກມັນທຸກໂຕເກີດມາເທື່ອລະໂຕ. ສັງເກດເບິ່ງພວກມັນສູງ ແລະ ໃຫຍ່ສໍ່າໃດ, ມີວິນຍານທີ່ເປັນອິດສະຫຼະ, ຢູ່ຊື່ໆບໍ່ສົນໃຈກັນ, ບໍ່ສົນໃຈທີ່ຈະເສຍເວລາຫຼຽວເບິ່ງກັນ... ແຕ່ລະໂຕມີຊີວິດພິເສດທີ່ພຣະຜູ້ສ້າງປະທານໃຫ້ກັບພວກມັນ ແລະ ມີຄວາມດຸຮ້າຍ ແລະ ຄວາມປ່າເຖື່ອນ, ພວກມັນປາກົດໃນປ່າໄມ້ ແລະ ເທິງພູເຂົາ. ໂອ້ອວດທີ່ສຸດ, ຖະນົງຕົວທີ່ສຸດ ແລ້ວແມ່ນໃຜທີ່ສ້າງພວກມັນໃຫ້ເປັນເຈົ້ານາຍທີ່ແທ້ຈິງຂອງພູເຂົາ ແລະ ປ່າໄມ້? ຕັ້ງແຕ່ຊ່ວງເວລາທີ່ການປາກົດຕົວຂອງພວກມັນຖືກກຳນົດໂດຍພຣະຜູ້ສ້າງ, ພວກມັນ “ອ້າງສິດ” ໃນປ່າໄມ້ ແລະ ໃນພູເຂົາ, ຍ້ອນພຣະຜູ້ສ້າງໄດ້ກຳນົດເຂດແດນຂອງພວກມັນ ແລະ ກຳນົດຂອບເຂດຂອງການເປັນຢູ່ຂອງພວກມັນ. ມີພຽງແຕ່ພວກມັນເທົ່ານັ້ນທີ່ເປັນເຈົ້າຖິ່ນທີ່ແທ້ຈິງຂອງພູເຂົາ ແລະ ປ່າໄມ້ ແລະ ນັ້ນຈຶ່ງເປັນເຫດຜົນທີ່ວ່າ ເປັນຫຍັງພວກມັນຈຶ່ງດຸຮ້າຍ ແລະ ສະແດງຄວາມໂອ້ອວດຢ່າງຍິ່ງ. ພວກມັນຖືກເອີ້ນວ່າ “ສັດປ່າ” ກໍຍ້ອນວ່າ ຈາກສິ່ງມີຊີວິດທັງໝົດ, ພວກມັນເປັນສັດທີ່ດຸຮ້າຍ, ປ່າເຖື່ອນ ແລະ ຄວບຄຸມບໍ່ໄດ້. ພວກມັນບໍ່ສາມາດຖືກຄວບຄຸມ, ສະນັ້ນ ພວກມັນບໍ່ສາມາດຖືກລ້ຽງ ແລະ ບໍ່ສາມາດດຳລົງຊີວິດຢູ່ຮ່ວມກັບມະນຸດຊາດ ຫຼື ເຮັດວຽກແທນມະນຸດຊາດໄດ້. ຍ້ອນວ່າ ພວກມັນບໍ່ສາມາດຖືກລ້ຽງ, ບໍ່ສາມາດເຮັດວຽກໃຫ້ກັບມະນຸດຊາດ, ພວກມັນຈຶ່ງອາໄສຢູ່ຫ່າງຈາກມະນຸດຊາດ ແລະ ມະນຸດກໍບໍ່ສາມາດເຂົ້າຫາພວກມັນໄດ້. ໃນທາງກັບກັນ ຍ້ອນພວກມັນອາໄສຢູ່ຫ່າງໄກຈາກມະນຸດຊາດ ແລະ ມະນຸດບໍ່ສາມາດເຂົ້າຫາພວກມັນໄດ້, ພວກມັນຈຶ່ງສາມາດປະຕິບັດຄວາມຮັບຜິດຊອບທີ່ພຣະຜູ້ສ້າງມອບໝາຍໃຫ້ກັບພວກມັນ ນັ້ນກໍຄື ເຝົ້າຮັກສາພູເຂົາ ແລະ ປ່າໄມ້. ຄວາມດຸຮ້າຍຂອງພວກມັນປົກປ້ອງພູເຂົາ ແລະ ເຝົ້າຮັກສາປ່າໄມ້ ແລະ ເປັນການປົກປ້ອງ ແລະ ການຮັບປະກັນທີ່ດີສຸດຂອງການເປັນຢູ່ ແລະ ການແຜ່ພັນຂອງພວກມັນ. ໃນເວລາດຽວກັນ, ຄວາມດຸຮ້າຍຂອງພວກມັນຮັກສາ ແລະ ຮັບປະກັນຄວາມສົມດຸນທ່າມກາງສິ່ງທັງປວງ. ການມາເຖິງຂອງພວກມັນໄດ້ນໍາການລ້ຽງດູ ແລະ ການຄໍ້າຈຸນໃຫ້ກັບພູເຂົາ ແລະ ປ່າໄມ້; ການມາເຖິງຂອງພວກມັນໄດ້ຕື່ມຄວາມອຸດົມສົມບູນຢ່າງມະຫາສານ ແລະ ຄວາມມີຊີວິດຊີວາໃຫ້ກັບພູເຂົາ ແລະ ປ່າໄມ້ທີ່ສະຫງົບ ແລະ ວ່າງເປົ່າ. ຈາກຈຸດນີ້ເປັນຕົ້ນໄປ, ພູເຂົາ ແລະ ປ່າໄມ້ກາຍມາເປັນພູມລຳເນົາຖາວອນຂອງພວກມັນ ແລະ ພວກມັນຈະບໍ່ສູນເສຍບ່ອນຢູ່ອາໄສຂອງພວກມັນຈັກເທື່ອ, ຍ້ອນພວກເຂົາທີ່ພູເຂົາ ແລະ ປ່າໄມ່ຈຶ່ງປາກົດຂຶ້ນ ແລະ ມີຢູ່; ສັດປ່າຈະປະຕິບັດໜ້າທີ່ຂອງພວກມັນ ແລະ ເຮັດທຸກສິ່ງທີ່ພວກມັນສາມາດເຮັດໄດ້ເພື່ອເຝົ້າປົກປັກຮັກສາພູເຂົາ ແລະ ປ່າໄມ້. ສະນັ້ນ ສັດປ່າຈະປະຕິບັດຕາມການຕັກເຕືອນຂອງພຣະຜູ້ສ້າງຢ່າງເຄັ່ງຄັດເພື່ອຮັກສາອານາເຂດຂອງພວກມັນ ແລະ ສືບຕໍ່ໃຊ້ທຳມະຊາດສັດຮ້າຍຂອງພວກມັນເພື່ອຮັກສາຄວາມສົມດຸນຂອງສິ່ງຕ່າງໆທີ່ພຣະຜູ້ສ້າງກຳນົດຂຶ້ນ ແລະ ສະແດງເຖິງສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງ!

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ບໍ່ມີສິ່ງຖືກສ້າງ ແລະ ບໍ່ຖືກສ້າງໃດສາມາດແທນຕົວຕົນຂອງພຣະຜູ້ສ້າງໄດ້

ຈາກເວລາທີ່ພຣະອົງເລີ່ມສ້າງສິ່ງທັງປວງ, ລິດອຳນາດຂອງພຣະເຈົ້າກໍເລີ່ມສະແດງອອກ ແລະ ເລີ່ມເປີດເຜີຍອອກ ຍ້ອນພຣະເຈົ້າໃຊ້ພຣະທຳເພື່ອສ້າງທຸກສິ່ງ....

ພາຍໃຕ້ສິດອຳນາດຂອງພຣະຜູ້ສ້າງ, ທຸກສິ່ງແມ່ນສົມບູນ

ທຸກສິ່ງທີ່ຖືກສ້າງໂດຍພຣະເຈົ້າ ລວມເຖິງສິ່ງທີ່ສາມາດເຄື່ອນໄຫວ ແລະ ສິ່ງທີ່ບໍ່ສາມາດເຄື່ອນໄຫວ ເຊັ່ນນົກ ແລະ ປາ, ເຊັ່ນຕົ້ນໄມ້ ແລະ ດອກໄມ້ ແລະ...

ໃນມື້ທີສີ່, ລະດູການ, ມື້ ແລະ ປີຂອງມະນຸດຊາດໄດ້ກຳເນີດຂຶ້ນເມື່ອພຣະເຈົ້າໃຊ້ສິດອຳນາດຂອງພຣະອົງອີກຄັ້ງ

ພຣະຜູ້ສ້າງໃຊ້ພຣະທຳຂອງພຣະອົງເພື່ອເຮັດໃຫ້ແຜນການຂອງພຣະອົງສຳເລັດ ແລະ ໃນວິທີນີ້ ພຣະອົງໄດ້ຜ່ານພົ້ນແຜນການສາມມື້ທຳອິດຂອງພຣະອົງ....

ໃນມື້ທີຫ້າ, ຊີວິດທີ່ມີຮູບຮ່າງຫຼາກຫຼາຍ ແລະ ແຕກຕ່າງ ສະແດງເຖິງສິດອຳນາດຂອງພຣະຜູ້ສ້າງໃນລັກສະນະທີ່ແຕກຕ່າງກັນ

ພຣະຄຳພີກ່າວວ່າ: “ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ນໍ້າເກີດສິ່ງມີຊີວິດທີ່ເໜັງຕີງ ແລະ ມີຊີວິດຢ່າງອຸດົມສົມບູນ ແລະ...