ໃນມື້ທີສອງ, ສິດອຳນາດຂອງພຣະເຈົ້າໄດ້ຈັດແຈງນໍ້າ ແລະ ສ້າງທ້ອງຟ້າ ແລະ ພື້ນທີ່ສຳລັບການຢູ່ລອດຂັ້ນພື້ນຖານສຸດຂອງມະນຸດກໍປະກົດຂຶ້ນ

28 ເດືອນມັງກອນ 2021

ໃຫ້ພວກເຮົາອ່ານຂໍ້ຄວາມທີສອງຂອງພຣະຄຳພີ: “ແລະ ພຣະເຈົ້າໄດ້ກ່າວວ່າ ຈົ່ງມີທ້ອງຟ້າຢູ່ທາງກາງຂອງນໍ້າ ແລະ ໃຫ້ມັນແຍກນໍ້າອອກຈາກກັນ. ແລ້ວພຣະເຈົ້າກໍສ້າງທ້ອງຟ້າ ແລະ ແຍກນໍ້າທີ່ລຸ່ມທ້ອງຟ້າອອກຈາກນໍ້າທີ່ຢູ່ເທິງທ້ອງຟ້າ ແລ້ວມັນກໍເປັນດັ່ງນັ້ນ” (ປະຖົມມະການ 1:6-7). ແມ່ນຫຍັງຄືການປ່ຽນແປງທີ່ເກີດຂຶ້ນຫຼັງຈາກທີ່ພຣະເຈົ້າກ່າວວ່າ: “ຈົ່ງມີທ້ອງຟ້າຢູ່ທາງກາງຂອງນໍ້າ ແລະ ໃຫ້ມັນແຍກນໍ້າອອກຈາກກັນ”? ໃນຂໍ້ພຣະຄຳໄດ້ກ່າວວ່າ: “ແລ້ວພຣະເຈົ້າກໍສ້າງທ້ອງຟ້າ ແລະ ແຍກນໍ້າທີ່ຢູ່ລຸ່ມທ້ອງຟ້າອອກຈາກນໍ້າທີ່ຢູ່ເທິງທ້ອງຟ້າ”. ແມ່ນຫຍັງຄືຜົນຕາມມາຫຼັງຈາກທີ່ພຣະເຈົ້າໄດ້ກ່າວ ແລະ ເຮັດສິ່ງນີ້? ຄຳຕອບແມ່ນນອນຢູ່ໃນຂໍ້ຄວາມສຸດທ້າຍທີ່ວ່າ: “ແລ້ວມັນກໍເປັນດັ່ງນັ້ນ.

ປະໂຫຍກສັ້ນໆສອງປະໂຫຍກນີ້ບັນທຶກເຫດການທີ່ດີເລີດ ແລະ ບັນລະຍາຍເຖິງສາກພາບທີ່ມະຫັດສະຈັນ ນັ້ນກໍຄື ພາລະໜ້າທີ່ອັນໃຫຍ່ຫຼວງທີ່ພຣະເຈົ້າປົກຄອງນໍ້າ ແລະ ສ້າງພື້ນທີ່ໆມະນຸດສາມາດດຳລົງຊີວິດຢູ່...

ໃນພາບນີ້, ນໍ້າ ແລະ ທ້ອງຟ້າປາກົດຕໍ່ຕາພຣະເຈົ້າທັນທີ ແລະ ພວກມັນຖືກແບ່ງອອກໂດຍສິດອຳນາດແຫ່ງພຣະທຳຂອງພຣະເຈົ້າ ແລະ ແຍກໃຫ້ຢູ່ “ເທິງ” ແລະ ຢູ່ “ລຸ່ມ” ຕາມລັກສະນະທີ່ພຣະເຈົ້າໄດ້ກຳນົດໃຫ້. ນີ້ໝາຍຄວາມວ່າ ທ້ອງຟ້າທີ່ພຣະເຈົ້າສ້າງບໍ່ພຽງແຕ່ປົກຄຸມນໍ້າທີ່ຢູ່ລຸ່ມ ແຕ່ຄໍ້າຊູນໍ້າທີ່ຢູ່ຂ້າງເທິງ... ໃນນີ້, ມະນຸດບໍ່ສາມາດເຮັດຫຍັງໄດ້ ນອກຈາກຈ້ອງຕາເບິ່ງ, ຕົກສະເງີ້ ແລະ ອ້າປາກຊົມເຊີຍໃນຄວາມຍິ່ງໃຫຍ່ຂອງສິດອໍານາດຂອງພຣະອົງ ແລະ ໃນຄວາມງົດງາມຂອງພາບທີ່ພຣະຜູ້ສ້າງເຄື່ອນຍ້າຍນໍ້າ, ບັນຊານໍ້າ ແລະ ສ້າງທ້ອງຟ້າ. ຜ່ານພຣະທຳຂອງພຣະເຈົ້າ, ລິດອຳນາດຂອງພຣະເຈົ້າ ແລະ ສິດອຳນາດຂອງພຣະເຈົ້າ, ພຣະເຈົ້າໄດ້ບັນລຸຄວາມສຳເລັດທີ່ໃຫຍ່ຍິ່ງອີກຄັ້ງ. ນີ້ບໍ່ແມ່ນຄວາມຍິ່ງໃຫຍ່ແຫ່ງສິດອຳນາດຂອງພຣະຜູ້ສ້າງບໍ? ໃຫ້ພວກເຮົາໃຊ້ຂໍ້ພຣະຄຳພີເພື່ອອະທິບາຍເຖິງການກະທຳຂອງພຣະເຈົ້າ ນັ້ນກໍຄື: ພຣະເຈົ້າກ່າວພຣະທຳຂອງພຣະອົງ ແລະ ຍ້ອນພຣະທຳເຫຼົ່ານີ້ຂອງພຣະອົງຈຶ່ງມີທ້ອງຟ້າໃນທ່າມກາງນໍ້າ. ໃນເວລາດຽວກັນ, ການປ່ຽນແປງຢ່າງໃຫຍ່ຫຼວງເກີດຂຶ້ນໃນພື້ນທີ່ນີ້ຍ້ອນພຣະທຳຂອງພຣະເຈົ້າ ແລະ ມັນບໍ່ແມ່ນການປ່ຽນແປງໃນລັກສະນະທຳມະດາ, ແຕ່ເປັນຮູບແບບການປ່ຽນແປງທີ່ມີບາງສິ່ງເກີດຈາກສິ່ງວ່າງເປົ່າ. ມັນເກີດຈາກຄວາມຄິດຂອງພຣະຜູ້ສ້າງ ແລະ ກາຍເປັນບາງສິ່ງທີ່ເກີດຈາກສິ່ງວ່າງເປົ່າຍ້ອນພຣະທຳທີ່ພຣະຜູ້ສ້າງກ່າວ ແລະ ຍິ່ງໄປກວ່ານັ້ນ ຈາກຈຸດນີ້ເປັນຕົ້ນໄປ ມັນຈະເປັນຢູ່ ແລະ ໝັ້ນຄົງເພື່ອເຫັນແກ່ພຣະຜູ້ສ້າງ ແລະ ມັນຈະປ່ຽນ, ປ່ຽນແປງ ແລະ ເລີ່ມໃໝ່ຕາມຄວາມຄິດຂອງພຣະຜູ້ສ້າງ. ຂໍ້ຄວາມນີ້ບັນລະຍາຍເຖິງການກະທຳຄັ້ງທີສອງຂອງພຣະຜູ້ສ້າງໃນການທີ່ພຣະອົງສ້າງແຜ່ນດິນໂລກທັງໝົດ. ມັນເປັນການສະແດງອອກເຖິງສິດອຳນາດ ແລະ ລິດອຳນາດອີກຢ່າງໜຶ່ງຂອງພຣະຜູ້ສ້າງ ແລະ ເປັນກິດຈະການໃໝ່ອີກຢ່າງໜຶ່ງຂອງພຣະຜູ້ສ້າງ. ມື້ນີ້ແມ່ນມື້ທີສອງທີ່ພຣະຜູ້ສ້າງໄດ້ຜ່ານພົ້ນໄປຕັ້ງແຕ່ການກໍ່ສ້າງແຜ່ນດິນໂລກ ແລະ ມັນເປັນມື້ທີ່ມະຫັດສະຈັນອີກມື້ໜຶ່ງສຳລັບພຣະອົງ, ພຣະອົງຍ່າງທ່າມກາງແສງສະຫວ່າງ, ພຣະອົງເຮັດໃຫ້ເກີດທ້ອງຟ້າ, ພຣະອົງຈັດແຈງ ແລະ ປົກຄອງນໍ້າ ແລະ ການກະທຳຂອງພຣະອົງ, ສິດອຳນາດຂອງພຣະອົງ ແລະ ລິດອຳນາດຂອງພຣະອົງຖືກນໍາເຂົ້າສູ່ການເຮັດວຽກໃນມື້ໃໝ່...

ມີທ້ອງຟ້າໃນທ່າມກາງນໍ້າກ່ອນທີ່ພຣະເຈົ້າກ່າວພຣະທຳຂອງພຣະອົງບໍ? ແນ່ນອນວ່າ ບໍ່ມີ! ແລ້ວຫຼັງຈາກທີ່ພຣະເຈົ້າເວົ້າວ່າ: “ຈົ່ງມີທ້ອງຟ້າຢູ່ທ່າມກາງຂອງນໍ້າ” ເດ? ສິ່ງທີ່ພຣະເຈົ້າເຈດຕະນາໄວ້ກໍປາກົດຂຶ້ນ; ມີທ້ອງຟ້າຢູ່ທ່າມກາງນໍ້າ ແລະ ນໍ້າໄດ້ຖືກແຍກອອກຈາກກັນ ຍ້ອນພຣະເຈົ້າເວົ້າວ່າ: “ໃຫ້ມັນແຍກນໍ້າອອກຈາກກັນ”. ໃນວິທີນີ້, ຫຼັງຈາກພຣະທຳຂອງພຮະເຈົ້າ, ສອງສິ່ງໃໝ່ ເຊິ່ງເປັນສອງສິ່ງທີ່ຫາກໍເກີດຂຶ້ນໃໝ່ ໄດ້ປາກົດຂຶ້ນທ່າມກາງສິ່ງທັງປວງ ເຊິ່ງເປັນຜົນຕາມມາຈາກສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ພວກເຈົ້າຮູ້ສຶກແນວໃດກ່ຽວກັບການປາກົດຂຶ້ນຂອງສອງສິ່ງໃໝ່ເຫຼົ່ານີ້? ພວກເຈົ້າຮູ້ສຶກເຖິງຄວາມຍິ່ງໃຫຍ່ແຫ່ງລິດອຳນາດຂອງພຣະຜູ້ສ້າງບໍ? ພວກເຈົ້າຮູ້ສຶກເຖິງອຳນາດໜຶ່ງດຽວ ແລະ ພິເສດຂອງພຣະຜູ້ສ້າງບໍ? ຄວາມຍິ່ງໃຫຍ່ແຫ່ງອຳນາດ ແລະ ລິດອຳນາດດັ່ງກ່າວແມ່ນເປັນຍ້ອນສິດອຳນາດຂອງພຣະເຈົ້າ ແລະ ສິດອຳນາດນີ້ກໍເປັນຕົວແທນໃຫ້ກັບພຣະເຈົ້າ ແລະ ລັກສະນະໜຶ່ງດຽວຂອງພຣະອົງເອງ.

ຂໍ້ຄວາມນີ້ໄດ້ມອບຄວາມຮູ້ສຶກຢ່າງເລິກເຊິ່ງກ່ຽວກັບຄວາມເປັນໜຶ່ງດຽວຂອງພຣະເຈົ້າໃຫ້ກັບພວກເຈົ້າອີກບໍ? ໃນຄວາມເປັນຈິງແລ້ວ ສິ່ງນີ້ແມ່ນຍັງບໍ່ພໍ; ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງສາມາດຂະຫຍາຍໄປໄກກວ່ານີ້. ຄວາມເປັນໜຶ່ງດຽວຂອງພຣະອົງບໍ່ພຽງແຕ່ເປັນຍ້ອນວ່າ ພຣະອົງມີທາດແທ້ທີ່ບໍ່ຄືກັບສິ່ງຖືກສ້າງໃດໆ, ແຕ່ຍັງເປັນຍ້ອນສິດອຳນາດ ແລະ ລິດອຳນາດຂອງພຣະອົງພິເສດ, ບໍ່ມີຂີດຈຳກັດ, ປະເສີດເໜືອທຸກສິ່ງ ແລະ ຢືນຢູ່ເໜືອທຸກສິ່ງ ແລະ ຍິ່ງໄປກວ່ານັ້ນ ກໍເປັນຍ້ອນສິດອຳນາດຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນທີ່ສາມາດສ້າງຊີວິດ ແລະ ກໍ່ໃຫ້ເກີດສິ່ງອັດສະຈັນ ແລະ ສ້າງແຕ່ລະນາທີ ແລະ ວິນາທີໃຫ້ເປັນທີ່ປະທັບໃຈ ແລະ ພິເສດ. ໃນເວລາດຽວກັນ, ພຣະອົງກໍສາມາດປົກຄອງຊີວິດທີ່ພຣະອົງສ້າງຂຶ້ນ ແລະ ປົກຄອງເໜືອສິ່ງອັດສະຈັນຕ່າງໆ ແລະ ທຸກນາທີ ແລະ ວິນາທີທີ່ພຣະອົງໄດ້ສ້າງຂຶ້ນ.

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ໃນມື້ທຳອິດ, ກາງເວັນ ແລະ ກາງຄືນຂອງມະນຸດຊາດໄດ້ເກີດຂຶ້ນ ແລະ ໝັ້ນຄົງເນື່ອງຈາກສິດອຳນາດຂອງພຣະເຈົ້າ

ໃຫ້ພວກເຮົາມາເບິ່ງຂໍ້ຄວາມທຳອິດ: “ແລະ ພຣະເຈົ້າໄດ້ກ່າວວ່າ ຈົ່ງມີແສງສະຫວ່າງ ແລ້ວກໍມີແສງສະຫວ່າງ. ພຣະອົງເຫັນແສງສະຫວ່າງ ແລະ...

ໃນມື້ທີສາມ, ພຣະທຳຂອງພຣະເຈົ້າໃຫ້ກຳເນີດແຜ່ນດິນໂລກ ແລະ ທະເລ ແລະ ສິດອຳນາດຂອງພຣະເຈົ້າເຮັດໃຫ້ແຜ່ນດິນໂລກເຕັມໄປດ້ວຍຊີວິດ

ຕໍ່ໄປ ໃຫ້ພວກເຮົາອ່ານປະໂຫຍກທຳອິດຂອງ ປະຖົມມະການ 1:9-11 “ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າໂຮມກັນໃນບ່ອນດຽວ ແລະ...

ພາຍໃຕ້ສິດອຳນາດຂອງພຣະຜູ້ສ້າງ, ທຸກສິ່ງແມ່ນສົມບູນ

ທຸກສິ່ງທີ່ຖືກສ້າງໂດຍພຣະເຈົ້າ ລວມເຖິງສິ່ງທີ່ສາມາດເຄື່ອນໄຫວ ແລະ ສິ່ງທີ່ບໍ່ສາມາດເຄື່ອນໄຫວ ເຊັ່ນນົກ ແລະ ປາ, ເຊັ່ນຕົ້ນໄມ້ ແລະ ດອກໄມ້ ແລະ...

ໃນມື້ທີສີ່, ລະດູການ, ມື້ ແລະ ປີຂອງມະນຸດຊາດໄດ້ກຳເນີດຂຶ້ນເມື່ອພຣະເຈົ້າໃຊ້ສິດອຳນາດຂອງພຣະອົງອີກຄັ້ງ

ພຣະຜູ້ສ້າງໃຊ້ພຣະທຳຂອງພຣະອົງເພື່ອເຮັດໃຫ້ແຜນການຂອງພຣະອົງສຳເລັດ ແລະ ໃນວິທີນີ້ ພຣະອົງໄດ້ຜ່ານພົ້ນແຜນການສາມມື້ທຳອິດຂອງພຣະອົງ....