ພາຍໃຕ້ສິດອຳນາດຂອງພຣະຜູ້ສ້າງ, ທຸກສິ່ງແມ່ນສົມບູນ
ທຸກສິ່ງທີ່ຖືກສ້າງໂດຍພຣະເຈົ້າ ລວມເຖິງສິ່ງທີ່ສາມາດເຄື່ອນໄຫວ ແລະ ສິ່ງທີ່ບໍ່ສາມາດເຄື່ອນໄຫວ ເຊັ່ນນົກ ແລະ ປາ, ເຊັ່ນຕົ້ນໄມ້ ແລະ ດອກໄມ້ ແລະ ລວມເຖິງງົວຄວາຍ, ແມງໄມ້ ແລະ ສັດປ່າທີ່ຖືກສ້າງໃນມື້ທີຫົກ, ໃນສາຍຕາຂອງພຣະເຈົ້າ ທຸກສິ່ງເປັນທີ່ພໍໃຈພຣະອົງ ແລະ ຍິ່ງໄປກວ່ານັ້ນ ໃນສາຍຕາຂອງພຣະເຈົ້າ, ອີງຕາມແຜນການຂອງພຣະອົງແລ້ວ ສິ່ງເຫຼົ່ານີ້ໄດ້ບັນລຸຈຸດສຸດຍອດຂອງຄວາມສົມບູນທັງໝົດ ແລະ ໄດ້ໄປເຖິງມາດຕະຖານທີ່ພຣະເຈົ້າປາຖະໜາທີ່ຈະບັນລຸ. ພຣະຜູ້ສ້າງປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດຕາມແຜນການຂອງພຣະອົງເທື່ອລະບາດກ້າວ. ສິ່ງຕ່າງໆທີ່ພຣະອົງເຈດຕະນາຈະສ້າງກໍປາກົດຂຶ້ນຕາມໆກັນມາ ແລະ ການປາກົດຂອງແຕ່ລະຢ່າງແມ່ນສະທ້ອນເຖິງສິດອຳນາດຂອງພຣະຜູ້ສ້າງ ແລະ ເປັນແກ້ວຜະລຶກແຫ່ງສິດອຳນາດຂອງພຣະອົງ ແລະ ຍ້ອນແກ້ວຜະລຶກເຫຼົ່ານີ້, ສິ່ງມີຊີວິດທັງປວງຈຶ່ງບໍ່ສາມາດເຮັດຫຍັງ ນອກຈາກຂອບໃຈຄວາມເມດຕາຂອງພຣະຜູ້ສ້າງ ແລະ ການຈັດຕຽມຂອງພຣະຜູ້ສ້າງ. ດັ່ງທີ່ການກະທຳຢ່າງອັດສະຈັນຂອງພຣະເຈົ້າໄດ້ສະແດງຕົວພວກມັນເອງ, ໂລກໃບນີ້ກໍເຕັມໄປດ້ວຍທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນເທື່ອລະຢ່າງ ແລະ ມັນໄດ້ປ່ຽນແປງຈາກຄວາມວຸ້ນວາຍ ແລະ ຄວາມມືດໃຫ້ກາຍເປັນຄວາມຊັດເຈນ ແລະ ຄວາມສະຫວ່າງ, ຈາກຄວາມມິດງຽບແຫ່ງຄວາມຕາຍກໍກາຍເປັນຄວາມມີຊີວິດຊີວາ ແລະ ພະລັງທີ່ບໍ່ມີຂອບເຂດ. ທ່າມກາງທຸກສິ່ງໃນການສ້າງ, ຕັ້ງແຕ່ສິ່ງທີ່ໃຫຍ່ຈົນເຖິງສິ່ງເລັກນ້ອຍ, ຈາກສິ່ງເລັກນ້ອຍຈົນເຖິງສິ່ງເລັກນ້ອຍທີ່ສຸດ, ບໍ່ມີຫຍັງທີ່ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງບໍ່ໄດ້ສ້າງຂຶ້ນ ແລະ ພວກມັນມີຄວາມຈຳເປັນ ແລະ ຄຸນຄ່າໜຶ່ງດຽວ ແລະ ຕາມທຳມະຊາດຕໍ່ການເປັນຢູ່ຂອງສິ່ງມີຊີວິດແຕ່ລະຢ່າງ.ບໍ່ວ່າຈະເປັນຄວາມແຕກຕ່າງໃນຮູບຮ່າງ ແລະ ໂຄງສ້າງຂອງພວກມັນ, ພວກມັນຕ້ອງຖືກສ້າງໂດຍພຣະຜູ້ສ້າງເພື່ອໃຫ້ຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ບາງເທື່ອ ຜູ້ຄົນເຫັນແມງໄມ້ທີ່ຂີ້ຮ້າຍຫຼາຍ ແລະ ພວກເຂົາຈະເວົ້າວ່າ “ແມງໄມ້ນັ້ນເປັນຕາຢ້ານຫຼາຍ, ບໍ່ມີທາງທີ່ສິ່ງຂີ້ຮ້າຍແບບນັ້ນຈະຖືກສ້າງໂດຍພຣະເຈົ້າ, ບໍ່ມີທາງທີ່ພຣະອົງຈະສ້າງບາງສິ່ງທີ່ຂີ້ຮ້າຍແບບນັ້ນ”. ຊ່າງເປັນມຸມມອງທີ່ໂງ່ຈ້າຫຼາຍ! ສິ່ງທີ່ພວກເຂົາຄວນເວົ້າກໍຄື “ເຖິງແມ່ນວ່າແມງໄມ້ຂີ້ຮ້າຍຫຼາຍ, ມັນກໍຖືກສ້າງໂດຍພຣະເຈົ້າ ແລະ ດ້ວຍເຫດນັ້ນ ມັນຕ້ອງມີຈຸດປະສົງທີ່ເປັນເອກະລັກຂອງມັນເອງ”. ໃນຄວາມຄິດຂອງພຣະເຈົ້າ, ພຣະອົງເຈດຕະນາທີ່ຈະມອບລັກສະນະທຸກຮູບແບບ ແລະ ໜ້າທີ່ ແລະ ການນໍາໃຊ້ທຸກຢ່າງໃຫ້ກັບສິ່ງມີຊີວິດຫຼາກຫຼາຍຊະນິດທີ່ພຣະອົງສ້າງຂຶ້ນ ແລະ ສະນັ້ນ ບໍ່ມີສິ່ງໃດທີ່ພຣະເຈົ້າສ້າງຂຶ້ນຖືກຕັດມາຈາກຜ້າຜືນດຽວກັນ. ຈາກສ່ວນປະກອບພາຍນອກຂອງພວກມັນຈົນເຖິງສ່ວນປະກອບພາຍໃນ, ຈາກພູມລຳເນົາຂອງພວກມັນຈົນເຖິງສະຖານທີ່ໆພວກມັນຢູ່ອາໄສ, ແຕ່ລະຢ່າງແມ່ນແຕກຕ່າງກັນ. ງົວມີລັກສະນະຂອງງົວ, ລາມີລັກສະນະຂອງລາ, ກວາງມີລັກສະນະຂອງກວາງ ແລະ ຊ້າງກໍມີລັກສະນະຂອງຊ້າງ. ເຈົ້າສາມາດເວົ້າໄດ້ບໍ່ວ່າ ລັກສະນະໃດງາມທີ່ສຸດ ແລະ ລັກສະນະໃດຂີ້ຮ້າຍທີ່ສຸດ? ເຈົ້າສາມາດເວົ້າໄດ້ບໍ່ວ່າ ລັກສະນະໃດມີປະໂຫຍດທີ່ສຸດ ແລະ ການມີຢູ່ຂອງລັກສະນະໃດທີ່ບໍ່ຈຳເປັນທີ່ສຸດ? ບາງຄົນມັກລັກສະນະຂອງຊ້າງ, ແຕ່ບໍ່ມີໃຜໃຊ້ຊ້າງເພື່ອປູກພືດໃນທົ່ງນາ; ບາງຄົນມັກລັກສະນະຂອງສິງໂຕ ແລະ ເສືອ ຍ້ອນວ່າ ລັກສະນະຂອງພວກມັນເປັນລັກສະນະທີ່ເປັນຕາປະທັບໃຈທີ່ສຸດທ່າມກາງສິ່ງທັງປວງ, ແຕ່ເຈົ້າສາມາດຮັກສາພວກມັນໃຫ້ເປັນສັດລ້ຽງໄດ້ບໍ? ສະຫຼຸບກໍຄື ເມື່ອເວົ້າເຖິງຫຼາຍໆສິ່ງຂອງການສ້າງ, ມະນຸດຄວນເຄົາລົບສິດອຳນາດຂອງພຣະຜູ້ສ້າງ ເຊິ່ງໝາຍຄວາມວ່າ ເຄົາລົບຕໍ່ລະບຽບທີ່ພຣະຜູ້ສ້າງໄດ້ກຳນົດຂຶ້ນໃຫ້ກັບທຸກສິ່ງ; ນີ້ແມ່ນທ່າທີທີ່ມີສະຕິປັນຍາທີ່ສຸດ. ມີພຽງແຕ່ທ່າທີໃນການສະແຫວງຫາ ແລະ ການເຊື່ອຟັງເຈດຕະນາເດີມຂອງພຣະຜູ້ສ້າງເທົ່ານັ້ນຈຶ່ງເປັນການຍອມຮັບ ແລະ ຄວາມແນ່ໃຈທີ່ແທ້ຈິງຂອງສິດອຳນາດຂອງພຣະຜູ້ສ້າງ. ມັນເປັນສິ່ງດີໃນສາຍຕາຂອງພຣະເຈົ້າ ແລ້ວແມ່ນຫຍັງຄືເຫດຜົນທີ່ມະນຸດຕ້ອງເຫັນວ່າຜິດ?
ສະນັ້ນ, ທຸກສິ່ງທີ່ຢູ່ພາຍໃຕ້ສິດອຳນາດຂອງພຣະຜູ້ສ້າງແມ່ນເພື່ອຫຼິ້ນເພງປະສານສຽງໃໝ່ໃຫ້ກັບການປົກຄອງຂອງພຣະຜູ້ສ້າງ, ເພື່ອຈັດຕຽມການເລີ່ມຕົ້ນພາລະກິດແຫ່ງມື້ໃໝ່ຢ່າງສະຫຼາດຫຼັກແຫຼມ ແລະ ໃນຊ່ວງເວລານີ້ ພຣະຜູ້ສ້າງຈະຍັງເປີດໜ້າໃໝ່ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງອີກດ້ວຍ! ອີງຕາມກົດເກນທີ່ສ້າງຂຶ້ນໂດຍພຣະຜູ້ສ້າງໃນການແຕກໜໍ່ຂອງລະດູໃບໄມ້ປົ່ງ, ຄວາມເຕີບໃຫຍ່ໃນລະດູຮ້ອນ, ການເກັບກ່ຽວໃນລະດູໃບໄມ້ລົ່ນ ແລະ ການເກັບຮັກສາໄວ້ໃນລະດູໜາວ, ທຸກສິ່ງຈະສະທ້ອນເຖິງແຜນການຄຸ້ມຄອງຂອງພຣະຜູ້ສ້າງ ແລະ ພວກມັນຈະຕ້ອນຮັບມື້ໃໝ່, ການເລີ່ມຕົ້ນໃໝ່ ແລະ ວິທີທາງໃນຊີວິດໃໝ່ຂອງພວກມັນເອງ. ພວກມັນຈະດໍາລົງຢູ່ຕໍ່ໄປ ແລະ ແຜ່ພັນຕໍ່ເນື່ອງໂດຍບໍ່ສິ້ນສຸດເພື່ອຕ້ອນຮັບແຕ່ລະມື້ທີ່ຢູ່ພາຍໃຕ້ການປົກຄອງແຫ່ງສິດອຳນາດຂອງພຣະຜູ້ສ້າງ...
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?