ພຣະເຈົ້າໄດ້ຂີດເຂດແດນລະຫວ່າງຊົນຊາດຕ່າງໆ

28 ເດືອນມັງກອນ 2021

... ເປັນຫຍັງພຣະເຈົ້າຈຶ່ງກຳນົດເຂດແດນດ້ວຍວິທີນີ້? ນີ້ເປັນເລື່ອງທີ່ສຳຄັນຢ່າງຍິ່ງສຳລັບມວນມະນຸດທັງໝົດ, ເປັນຄວາມສຳຄັນທີ່ຍິ່ງໃຫຍ່ແທ້ຈິງ! ພຣະເຈົ້າໄດ້ກຳນົດຂອບເຂດສຳລັບສິ່ງມີຊີວິດແຕ່ລະຊະນິດ ແລະ ກຳນົດວິທີການເອົາຊີວິດລອດສຳລັບມະນຸດແຕ່ລະປະເພດ. ພຣະອົງຍັງໄດ້ແບ່ງຄົນປະເພດຕ່າງໆ ແລະ ຊົນຊາດຕ່າງໆເທິງແຜ່ນດິນໂລກ ແລະ ສ້າງຕັ້ງຂອບເຂດໃຫ້ພວກເຂົາ. ນີ້ແມ່ນສິ່ງທີ່ພວກເຮົາຈະສົນທະນາກັນຕໍ່ໄປ.

ຢ່າງທີສີ່, ພຣະເຈົ້າໄດ້ຂີດເຂດແດນລະຫວ່າງຊົນຊາດຕ່າງໆ. ຢູ່ເທິງແຜ່ນດິນໂລກມີທັງຄົນຜິວຂາວ, ຄົນຜິວດຳ, ຄົນຜິວສີນ້ຳຕານ ແລະ ຄົນຜິວເຫຼືອງ. ນີ້ແມ່ນຄົນປະເພດຕ່າງໆ. ພຣະເຈົ້າຍັງໄດ້ກຳນົດຂອບເຂດສຳລັບຊີວິດຂອງຄົນຕ່າງໆເຫຼົ່ານີ້ດ້ວຍ ແລະ ໂດຍບໍ່ຮູ້ຕົວ ຜູ້ຄົນດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ເໝາະສົມເພື່ອຄວາມຢູ່ລອດພາຍໃຕ້ການຄຸ້ມຄອງຂອງພຣະເຈົ້າ. ບໍ່ມີໃຜສາມາດກ້າວອອກຈາກສິ່ງນີ້ໄດ້. ຕົວຢ່າງ: ພວກເຮົາມາພິຈາລະນາຄົນຜິວຂາວເບິ່ງວ່າ ແມ່ນຫຍັງຄືຂອບເຂດທາງດ້ານພູມີສາດທີ່ພວກເຂົາສ່ວນໃຫຍ່ອາໄສຢູ່? ສ່ວນໃຫຍ່ແມ່ນອາໃສຢູ່ທະວີບເອີຣົບ ແລະ ອາເມຣິກາ. ຂອບເຂດທາງພູມີສາດທີ່ຄົນຜິວດຳອາໄສຢູ່ເປັນຫຼັກແມ່ນທະວີບອາຟຣິກາ. ແລ້ວແມ່ນຫຍັງຄືຂອບເຂດທາງພູມີສາດທີ່ຄົນຜິວສີນ້ຳຕານອາໄສຢູ່? ຄົນຜິວສີນໍ້າຕານສ່ວນຫຼາຍອາໄສຢູ່ໃນອາຊີຕາເວັນອອກສ້ຽງໃຕ້ ແລະ ອາຊີໃຕ້, ຢູ່ໃນບັນດາປະເທດເຊັ່ນ: ໄທ, ອິນເດຍ, ມຽນມາ, ຫວຽດນາມ ແລະ ລາວ. ຄົນຜິວເຫຼືອງສ່ວນຫຼາຍອາໄສຢູ່ໃນທະວີບອາຊີ, ນັ້ນກໍຄືບັນດາປະເທດຕ່າງໆເຊັ່ນ: ຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້. ພຣະເຈົ້າໄດ້ແຈກຢາຍເຊື້ອຊາດຕ່າງໆທັງໝົດເຫຼົ່ານີ້ຢ່າງເໝາະສົມເພື່ອວ່າເຊື່ອຊາດຕ່າງໆເຫຼົ່ານີ້ຈະໄດ້ກະຈາຍໄປທົ່ວພາກສ່ວນຕ່າງໆຂອງໂລກ. ຢູ່ໃນພາກສ່ວນຕ່າງໆເຫຼົ່ານີ້ຂອງໂລກ, ພຣະເຈົ້າໄດ້ກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເໝາະສົມສຳລັບແຕ່ລະຊົນຊາດທີ່ແຕກຕ່າງກັນຂອງມະນຸດມາເປັນເວລາດົນນານແລ້ວ. ພາຍໃນສະພາບແວດລ້ອມເພື່ອຄວາມຢູ່ລອດເຫຼົ່ານີ້ ພຣະເຈົ້າໄດ້ກະກຽມດິນຫຼາກຫຼາຍສີ ແລະ ໂຄງສ້າງດິນສໍາລັບພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ອົງປະກອບທີ່ສ້າງຮ່າງກາຍຂອງຄົນຜິວຂາວນັ້ນບໍ່ຄືກັນກັບອົງປະກອບທີ່ສ້າງຮ່າງກາຍຂອງຄົນຜິວດຳ ແລະ ພວກມັນກໍຍັງແຕກຕ່າງຈາກອົງປະກອບທີ່ສ້າງຮ່າງກາຍຂອງຄົນເຊື່ອຊາດອື່ນໆອີກດ້ວຍ. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງແມ່ນໄດ້ກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດໃຫ້ກັບຊົນຊາດນັ້ນຮຽບຮ້ອຍແລ້ວ. ວັດຖຸປະສົງຂອງພຣະອົງໃນການກະທໍາເຊັ່ນນັ້ນກໍເພື່ອວ່າ ເມື່ອຄົນປະເພດນັ້ນເລີ່ມອອກແມ່ແຜ່ລູກ ແລະ ເພີ່ມຈຳນວນ, ພວກເຂົາຈະໄດ້ຢູ່ໃນຂອບເຂດໃດໜຶ່ງຢ່າງຕາຍຕົວ. ກ່ອນທີ່ພຣະເຈົ້າໄດ້ສ້າງມະນຸດ, ພຣະອົງໄດ້ຄິດໄວ້ລ່ວງໜ້າໝົດແລ້ວ, ພຣະອົງສະຫງວນເອີຣົບ ແລະ ອາເມຣິກາໄວ້ສຳລັບຄົນຜິວຂາວເພື່ອໃຫ້ພວກເຂົາພັດທະນາ ແລະ ຢູ່ລອດ. ດັ່ງນັ້ນ, ເມື່ອພຣະເຈົ້າສ້າງແຜ່ນດິນໂລກ ພຣະອົງແມ່ນໄດ້ວາງແຜນໄວ້ແລ້ວ, ພຣະອົງມີເປົ້າໝາຍ ແລະ ຈຸດປະສົງໃນການວາງສິ່ງທີ່ພຣະອົງວາງລົງເທິງດິນຜືນນັ້ນ ແລະ ມີເປົ້າໝາຍ ແລະ ຈຸດປະສົງໃນການບຳລຸງລ້ຽງສິ່ງທີ່ພຣະອົງບຳລຸງລ້ຽງໃນດິນຜືນນັ້ນ. ຕົວຢ່າງ: ພູໃດ, ທົ່ງພຽງຈັກແຫ່ງ, ແຫຼ່ງນ້ຳຈັກແຫ່ງ, ນົກ ແລະ ສັດປະເພດໃດ, ປາຫຍັງ ແລະ ພືດຊະນິດໃດທີ່ຈະຢູ່ໃນຜືນດິນນັ້ນ, ພຣະເຈົ້າໄດ້ກະກຽມພວກມັນທັງໝົດໄວ້ດົນແລ້ວ. ເມື່ອກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດສຳລັບປະເພດມະນຸດທີ່ໄດ້ກຳນົດໄວ້, ສໍາລັບຊົນຊາດທີ່ໄດ້ກຳນົດໄວ້, ພຣະເຈົ້າຈຳເປັນຕ້ອງໄດ້ພິຈາລະນາຫຼາຍໆປະເດັນຈາກທຸກມຸມເຊັ່ນ: ສະພາບແວດລ້ອມທາງພູມີສາດ, ການສ້າງດິນ, ນົກ ແລະ ສັດປ່າສາຍພັນຕ່າງໆ, ຂະໜາດຂອງປາຊະນິດຕ່າງໆ, ອົງປະກອບໃນການສ້າງຮ່າງກາຍຂອງປາ, ຄວາມແຕກຕ່າງດ້ານຄຸນນະພາບນ້ຳ ແລະ ພືດພັນທຸກຊະນິດ... ທັງໝົດນີ້ແມ່ນພຣະເຈົ້າໄດ້ກະກຽມໄວ້ເປັນເວລາດົນນານແລ້ວ. ສະພາບແວດລ້ອມປະເພດນີ້ແມ່ນສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ສ້າງ ແລະ ກະກຽມໄວ້ສຳລັບຄົນຜິວຂາວ ແລະ ນັ້ນກໍເປັນຂອງພວກເຂົາໂດຍທຳມະຊາດ. ພວກເຈົ້າໄດ້ເຫັນບໍວ່າເມື່ອພຣະເຈົ້າສ້າງທຸກສິ່ງ ພຣະອົງໄດ້ໃຊ້ຄວາມຄິດຢ່າງຫຼວງຫຼາຍ ແລະ ປະຕິບັດຕາມແຜນ? (ແມ່ນແລ້ວ, ພວກຂ້ານ້ອຍໄດ້ເຫັນວ່າການພິຈາລະນາຂອງພຣະເຈົ້າສຳລັບຄົນຫຼາກຫຼາຍປະເພດນັ້ນຮອບຄອບຫຼາຍ. ເນື່ອງຈາກວ່າສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ສ້າງເພື່ອຄົນປະເພດຕ່າງໆ, ນົກ, ສັດປ່າ ແລະ ປາຊະນິດໃດ, ພູຈັກໜ່ວຍ ແລະ ທົ່ງພຽງຈັກແຫ່ງທີ່ພຣະອົງຈະກະກຽມໄວ້, ພຣະອົງໄດ້ພິຈາລະນາດ້ວຍຄວາມຮອບຄອບ ແລະ ຄວາມລະອຽດທີ່ສຸດ). ຍົກຄົນຜິວຂາວເປັນຕົວຢ່າງ. ຫຼັກໆແລ້ວຄົນຜິວຂາວກິນອາຫານຫຍັງ? ອາຫານທີ່ຄົນຜິວຂາວກິນນັ້ນແຕກຕ່າງກັນຫຼາຍກັບອາຫານທີ່ຄົນອາຊີກິນ. ອາຫານຫຼັກທີ່ຄົນຜິວຂາວກິນ ຫຼັກໆແລ້ວ ປະກອບດ້ວຍຊີ້ນ, ໄຂ່, ນ້ຳນົມ ແລະ ສັດປີກ. ເມັດພືດເຊັ່ນເຂົ້າຈີ່ ແລະ ເຂົ້າເປັນອາຫານເສີມທົ່ວໄປທີ່ວາງຢູ່ທ້າງຂ້າງອາຫານຈານຫຼັກ. ແມ່ນແຕ່ຕອນກິນສະຫຼັດຜັກ, ພວກເຂົາມັກຈະໃສ່ຊີ້ນງົວອົບ ຫຼື ໄກ່ສອງສາມຕ່ອນ ແລະ ແມ່ນແຕ່ຕອນກິນອາຫານທີ່ມີເຂົ້າໂພດເປັນຫຼັກ, ພວກເຂົາກໍມັກຈະເພີ່ມເນີຍ, ໄຂ່ ຫຼື ຊີ້ນ. ເວົ້າໄດ້ວ່າ ອາຫານຫຼັກຂອງພວກເຂົາບໍ່ໄດ້ປະກອບດ້ວຍອາຫານທີ່ມີເຂົ້າໂພດ ຫຼື ເຂົ້າເປັນຫຼັກ; ພວກເຂົາກິນຊີ້ນ ແລະ ເນີຍໃນປະລິມານຢ່າງຫຼວງຫຼາຍ. ພວກເຂົາມັກຈະດື່ມນ້ຳທີ່ມີນ້ຳແຂງເນື່ອງຈາກວ່າອາຫານທີ່ພວກເຂົາກິນມີແຄລໍຣີສູງຫຼາຍ. ດັ່ງນັ້ນ, ຄົນຜິວຂາວຈຶ່ງແຂງແຮງເປັນພິເສດ. ນັ້ນຄືແຫຼ່ງການດຳລົງຊີວິດຂອງພວກເຂົາ ແລະ ສະພາບແວດລ້ອມການດຳລົງຊີວິດທີ່ຖືກກະກຽມໄວ້ໃຫ້ພວກເຂົາໂດຍພຣະເຈົ້າ ເຊິ່ງເຮັດໃຫ້ພວກເຂົາມີວິຖີຊີວິດແບບນີ້ທີ່ແຕກຕ່າງຈາກວິຖີຊີວິດຂອງຄົນຊົນຊາດອື່ນໆ. ບໍ່ມີຖືກ ຫຼື ຜິດໃນວິຖີຊີວິດແບບນີ້, ມັນເປັນມາແຕ່ກຳເນີດ, ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ ແລະ ມັນເກີດຂຶ້ນຈາກການບົງການຂອງພຣະເຈົ້າ ແລະ ການຈັດແຈງຂອງພຣະອົງ. ທີ່ຊົນຊາດນີ້ມີວິຖີຊີວິດແບບນີ້ ແລະ ແຫຼ່ງທີ່ມາເຫຼົ່ານີ້ເພື່ອການດຳລົງຊີວິດຂອງພວກເຂົາກໍຍ້ອນຊົນຊາດຂອງພວກເຂົາ ແລະ ຍ້ອນສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ຖືກກະກຽມໄວ້ໃຫ້ພວກເຂົາໂດຍພຣະເຈົ້າ. ເຈົ້າອາດຈະເວົ້າວ່າ ສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ກະກຽມໄວ້ໃຫ້ຄົນຜິວຂາວ ແລະ ອາຫານຢັ່ງຊີບປະຈຳວັນທີ່ພວກເຂົາໄດ້ຮັບຈາກສະພາບແວດລ້ອມນັ້ນອຸດົມສົມບູນ ແລະ ເຫຼືອລົ້ນ.

ພຣະເຈົ້າຍັງໄດ້ກະກຽມສະພາບແວດລ້ອມທີ່ຈຳເປັນເພື່ອຄວາມຢູ່ລອດສຳລັບຊົນຊາດອື່ນໆອີກດ້ວຍ. ນອກນັ້ນຍັງມີຄົນຜິວດຳ. ຄົນຜິວດຳຕັ້ງຖິ່ນຖານຢູ່ໃສ? ສ່ວນໃຫຍ່ແລ້ວ ພວກເຂົາຕັ້ງຖິ່ນຖານຢູ່ອາຟຣິກາກາງ ແລະ ອາຟຣິກາໃຕ້. ພຣະເຈົ້າໄດ້ກະກຽມຫຍັງໃຫ້ພວກເຂົາໃນສະພາບແວດລ້ອມເພື່ອການດຳລົງຊີວິດແບບນັ້ນ? ປ່າຝົນເຂດຮ້ອນ, ນົກ ແລະ ສັດປ່າທຸກຊະນິດ ແລະ ຍັງມີທະເລຊາຍ ແລະ ພືດທຸກຊະນິດທີ່ມີຊີວິດຢູ່ຄຽງຂ້າງກັບຄົນ. ພວກເຂົາມີແຫຼ່ງນ້ຳ, ຊີວິດການເປັນຢູ່ຂອງພວກເຂົາ ແລະ ອາຫານ. ພຣະເຈົ້າບໍ່ໄດ້ລຳອຽງຕໍ່ພວກເຂົາ. ບໍ່ວ່າພວກເຂົາເຄີຍກະທຳສິ່ງໃດ, ການຢູ່ລອດຂອງພວກເຂົາກໍ່ບໍ່ເຄີຍເປັນບັນຫາ. ພວກເຂົາກໍ່ມີທີ່ຕັ້ງໃດໜຶ່ງ ແລະ ພື້ນທີ່ໃດໜຶ່ງທີ່ຢູ່ສ່ວນໃດສ່ວນໜຶ່ງຂອງໂລກເຊັ່ນດຽວກັນ.

ບັດນີ້, ພວກເຮົາມາເວົ້າກ່ຽວກັບຄົນຜິວເຫຼືອງກັນເບິ່ງ. ຄົນຜິວເຫຼືອງສ່ວນໃຫຍ່ຕັ້ງຖິ່ນຖານຢູ່ໃນພາກຕາເວັນອອກຂອງແຜ່ນດິນໂລກ. ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງສະພາບແວດລ້ອມ ແລະ ຕຳແໜ່ງພູມີສາດຂອງພາກຕາເວັນອອກ ແລະ ພາກຕາເວັນຕົກ? ຢູ່ພາກຕາເວັນອອກ, ແຜ່ນດິນສ່ວນໃຫຍ່ອຸດົມສົມບູນ ແລະ ອຸດົມໄປດ້ວຍແຫຼ່ງວັດຖຸ ແລະ ແຮ່ທາດຕ່າງໆ. ນັ້ນກໍຄືແຫຼ່ງຊັບພະຍາກອນທຸກຊະນິດທັງຢູ່ເທິງດິນ ແລະ ໃຕ້ດິນແມ່ນອຸດົມສົມບູນ. ສໍາລັບຄົນກຸ່ມນີ້, ຊົນຊາດນີ້, ພຣະເຈົ້າຍັງໄດ້ກະກຽມດິນທີ່ເໝາະສົມ, ພູມີອາກາດ ແລະ ສະພາບແວດລ້ອມທາງພູມີສາດທີ່ຫຼາກຫຼາຍຢ່າງແທດເໝາະໃຫ້ພວກເຂົາ. ເຖິງແມ່ນວ່າມີຄວາມແຕກຕ່າງຢ່າງໃຫຍ່ຫຼວງລະຫວ່າງສະພາບແວດລ້ອມທາງພູມີສາດນັ້ນ ແລະ ສະພາບແວດລ້ອມຈາກພາກຕາເວັນຕົກ, ແຕ່ອາຫານທີ່ຈຳເປັນຂອງຄົນ, ຊີວິດການເປັນຢູ່ ແລະ ແຫຼ່ງຄວາມຢູ່ລອດກໍຍັງຖືກກະກຽມໂດຍພຣະເຈົ້າເຊັ່ນກັນ. ມັນເປັນພຽງສະພາບແວດລ້ອມເພື່ອການດຳລົງຊີວິດທີ່ແຕກຕ່າງຈາກຄົນຜິວຂາວມີຢູ່ໃນພາກຕາເວັນຕົກເທົ່ານັ້ນ. ແຕ່ແມ່ນຫຍັງຄືສິ່ງດຽວທີ່ເຮົາຕ້ອງການບອກພວກເຈົ້າ? ຈຳນວນຄົນຂອງຊົນຊາດຕາເວັນອອກແມ່ນຂ້ອນຂ້າງຫຼາຍ, ດັ່ງນັ້ນພຣະເຈົ້າຈຶ່ງໄດ້ເພີ່ມອົງປະກອບຫຼາຍຢ່າງລົງໃນພາກສ່ວນນັ້ນຂອງແຜ່ນດິນໂລກທີ່ແຕກຕ່າງຈາກພາກຕາເວັນຕົກ. ພຣະອົງໄດ້ເພີ່ມຫຼາກຫຼາຍພູມີປະເທດທີ່ແຕກຕ່າງກັນ ແລະ ວັດຖຸທີ່ອຸດົມສົມບູນທຸກປະເພດຢູ່ທີ່ນັ້ນ. ແຫຼ່ງຊັບພະຍາກອນທຳມະຊາດຢູ່ທີ່ນັ້ນອຸດົມສົມບູນຫຼາຍ; ພູມສັນຖານຍັງມີຄວາມຫຼາກຫຼາຍ ແລະ ຫຼວງຫຼາຍ ເຊິ່ງພຽງພໍທີ່ຈະບຳລຸງລ້ຽງຄົນຈຳນວນຫຼວງຫຼາຍຂອງຊົນຊາດຕາເວັນອອກ. ສິ່ງທີ່ຈຳແນກພາກຕາເວັນອອກຈາກພາກຕາເວັນຕົກກໍຄື ໃນພາກຕາເວັນອອກ ຕັ້ງແຕ່ໃຕ້ຫາເໜືອ ແລະ ຕາເວັນອອກຫາຕາເວັນຕົກ ພູມີອາກາດແມ່ນດີກວ່າທາງທິດຕາເວັນຕົກ. ລະດູການທັງສີ່ມີຄວາມແຕກຕ່າງກັນຢ່າງຊັດເຈນ, ອຸນຫະພູມເໝາະສົມ, ແຫຼ່ງຊັບພະຍາກອນທຳມະຊາດອຸດົມສົມບູນ, ທິວທັດທຳມະຊາດ ແລະ ປະເພດພູມສັນຖານນັ້ນດີກວ່າຢູ່ພາກຕາເວັນຕົກຫຼາຍ. ເປັນຫຍັງພຣະເຈົ້າຈຶ່ງເຮັດແບບນັ້ນ? ພຣະເຈົ້າສ້າງຄວາມສົມດຸນຢ່າງສົມເຫດສົມຜົນລະຫວ່າງຄົນຜິວຂາວ ແລະ ຄົນຜິວເຫຼືອງ. ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າທຸກດ້ານຂອງອາຫານຂອງຄົນຜິວຂາວ, ສິ່ງຕ່າງໆທີ່ພວກເຂົາໃຊ້ ແລະ ສິ່ງທີ່ສະໜອງເພື່ອຄວາມສຸກຂອງພວກເຂົານັ້ນດີກວ່າສິ່ງທີ່ຄົນຜິວເຫຼືອງສາມາດຊື່ມຊົມໄດ້. ເຖິງແນວໃດກໍຕາມ, ພຣະເຈົ້າບໍ່ໄດ້ລຳອຽງຕໍ່ຊົນຊາດໃດໆ. ພຣະເຈົ້າໄດ້ມອບສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ງົດງາມກວ່າ ແລະ ດີກວ່າໃຫ້ແກ່ຄົນຜິວເຫຼືອງ. ນີ້ຄືຄວາມສົມດຸນ.

ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າແລ້ວວ່າຄົນແບບໃດຄວນດຳລົງຊີວິດຢູ່ພາກສ່ວນໃດຂອງໂລກ; ມະນຸດສາມາດຂ້າມຂີດຈຳກັດເຫຼົ່ານີ້ໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້.) ມັນເປັນສິ່ງທີ່ໜ້າອັດສະຈັນແທ້ໆ! ເຖິງແມ່ນວ່າມີສົງຄາມ ຫຼື ການບຸກລຸກໃນຊ່ວງຍຸກຕ່າງໆ ຫຼື ໃນເວລາພິເສດ, ສົງຄາມ ແລະ ການບຸກລຸກເຫຼົ່ານີ້ກໍບໍ່ສາມາດທຳລາຍສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າສຳລັບແຕ່ລະຊົນຊາດໄດ້ຢ່າງແນ່ນອນ. ນັ້ນກໍຄື ພຣະເຈົ້າໄດ້ກຳນົດປະເພດຄົນໃດໜຶ່ງໃນສ່ວນໃດໜຶ່ງຂອງໂລກ ແລະ ພວກເຂົາບໍ່ສາມາດຂ້າມຂີດຈຳກັດເຫຼົ່ານີ້ໄດ້. ເຖິງແມ່ນວ່າຄົນມີຄວາມທະເຍີທະຍານບາງຢ່າງເພື່ອທີ່ຈະປ່ຽນແປງ ຫຼື ຂະຫຍາຍອານາເຂດຂອງພວກເຂົາ, ໂດຍບໍ່ໄດ້ຮັບການອະນຸຍາດຈາກພຣະເຈົ້າ ສິ່ງນີ້ກໍຍາກທີ່ຈະບັນລຸ. ມັນຈະເປັນສິ່ງທີ່ຍາກຫຼາຍສຳລັບພວກເຂົາທີ່ຈະປະສົບຜົນສຳເລັດ. ຕົວຢ່າງ: ຄົນຜິວຂາວຕ້ອງການຂະຫຍາຍອານາເຂດຂອງພວກເຂົາ ແລະ ພວກເຂົາໄດ້ເອົາປະເທດອື່ນໆເປັນຫົວເມືອງຂຶ້ນ. ຊາວເຢຍລະມັນຮຸກຮານບາງປະເທດ ແລະ ຄັ້ງໜຶ່ງອັງກິດເຄີຍຄອບຄອງປະເທດອິນເດຍ. ຜົນໄດ້ຮັບແມ່ນຫຍັງ? ສຸດທ້າຍ ພວກເຂົາກໍ່ລົ້ມເຫຼວ. ພວກເຮົາເຫັນຫຍັງຈາກຄວາມລົ້ມເຫຼວຂອງພວກເຂົາ? ພວກເຂົາເຫັນສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າ ແມ່ນບໍ່ໄດ້ຮັບອະນຸຍາດໃຫ້ຖືກທຳລາຍໄດ້. ດັ່ງນັ້ນ, ບໍ່ວ່າເຈົ້າອາດໄດ້ເຫັນກອງກຳລັງທີ່ຍິ່ງໃຫຍ່ພຽງໃດໃນການຂະຫຍາຍອານາເຂດຂອງອັງກິດ, ທ້າຍທີ່ສຸດ ພວກເຂົາຍັງຕ້ອງໄດ້ຖອນກຳລັງ ແລະ ອອກຈາກດິນແດນທີ່ຍັງຄົງເປັນຂອງປະເທດອິນເດຍ. ບັນດາຜູ້ທີ່ອາໄສຢູ່ໃນດິນແດນນັ້ນກໍ່ຍັງເປັນຄົນອິນເດຍຄືເກົ່າ, ບໍ່ໄດ້ເປັນຄົນອັງກິດ ຍ້ອນວ່າພຣະເຈົ້າຈະບໍ່ອະນຸຍາດໃຫ້ເປັນເຊັ່ນນັ້ນ. ບາງຄົນທີ່ຄົ້ນຄວ້າປະຫວັດສາດ ຫຼື ການເມືອງໄດ້ໃຫ້ບົດຄວາມວິໄຈກ່ຽວກັບເລື່ອງນີ້. ພວກເຂົາໃຫ້ເຫດຜົນວ່າເປັນຫຍັງອັງກິດຈຶ່ງລົ້ມເຫຼວໂດຍເວົ້າວ່າ ມັນອາດຈະເປັນຍ້ອນຊົນເຜົ່າໃດໜຶ່ງທີ່ບໍ່ສາມາດເອົາຊະນະໄດ້ ຫຼື ອາດຈະເປັນຍ້ອນບາງເຫດຜົນອື່ນໆຂອງມະນຸດ... ສິ່ງເຫຼົ່ານີ້ບໍ່ແມ່ນເຫດຜົນທີ່ແທ້ຈິງ. ເຫດຜົນທີ່ແທ້ຈິງແມ່ນເປັນຍ້ອນພຣະເຈົ້າ, ພຣະອົງຈະບໍ່ອະນຸຍາດ! ພຣະເຈົ້າໃຫ້ຊົນເຜົ່າໃດໜຶ່ງອາໄສຢູ່ຜືນແຜ່ນດິນໃດໜຶ່ງ ແລະ ໃຫ້ພວກເຂົາຕັ້ງຖິ່ນຖານຢູ່ທີ່ນັ້ນ ແລະ ຖ້າພຣະເຈົ້າບໍ່ອະນຸຍາດໃຫ້ພວກເຂົາຍ້າຍອອກຈາກດິນແດນນັ້ນ, ພວກເຂົາກໍ່ຈະບໍ່ມີວັນສາມາດຍ້າຍອອກໄປໄດ້. ຖ້າພຣະເຈົ້າຈັດແຈງພື້ນທີ່ໆກຳນົດໃຫ້ກັບພວກເຂົາ, ພວກເຂົາກໍຈະອາໄສຢູ່ໃນພື້ນທີ່ນັ້ນ. ມະນຸດຊາດບໍ່ສາມາດເປັນອິດສະຫຼະ ຫຼື ເຮັດໃຫ້ຕົວເອງຫຼຸດພົ້ນຈາກພື້ນທີ່ໆໄດ້ກຳນົດໄວ້ເຫຼົ່ານີ້. ນີ້ແມ່ນແນ່ນອນ. ບໍ່ວ່າຜູ້ບຸກລຸກຈະມີກອງກຳລັງຍິ່ງໃຫຍ່ພຽງໃດ ຫຼື ບໍ່ວ່າຜູ້ຖືກບຸກລຸກຈະອ່ອນແອພຽງໃດ, ຄວາມສຳເລັດຂອງຜູ້ບຸກລຸກນັ້ນ ໃນທີ່ສຸດແລ້ວກໍ່ແມ່ນພຣະເຈົ້າທີ່ຈະຕ້ອງຕັດສິນ. ມັນໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະອົງແລ້ວ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້.

ຂ້າງເທິງແມ່ນວິທີການທີ່ພຣະເຈົ້າໄດ້ແຈກຢາຍຊົນຊາດຕ່າງໆ. ພາລະກິດຫຍັງທີ່ພຣະເຈົ້າໄດ້ເຮັດສຳເລັດໃນການແຈກຢາຍຊົດຊາດຕ່າງໆ? ພາລະກິດທີ່ໜຶ່ງ, ພຣະອົງໄດ້ກະກຽມສະພາບແວດລ້ອມທາງພູມີສາດຂະໜາດໃຫຍ່, ຈັດແຈງຕຳແໜ່ງທີ່ຕັ້ງທີ່ແຕກຕ່າງກັນສຳລັບຄົນຈາກຮຸ່ນສູ່ຮຸ່ນທີ່ຢູ່ລອດໃນສະຖານທີ່ເຫຼົ່ານັ້ນ. ນີ້ໄດ້ຖືກກຳນົດໄວ້, ພື້ນທີ່ໆຖືກກຳນົດເພື່ອຄວາມຢູ່ລອດຂອງພວກເຂົາໄດ້ຖືກກຳນົດໄວ້ແລ້ວ. ຊີວິດຂອງພວກເຂົາ, ສິ່ງທີ່ພວກເຂົາກິນ, ສິ່ງທີ່ພວກເຂົາດື່ມ ແລະ ຊີວິດການເປັນຢູ່ຂອງພວກເຂົາ; ພຣະເຈົ້າໄດ້ກຳນົດທັງໝົດມາເປັນເວລາດົນນານແລ້ວ. ເມື່ອພຣະເຈົ້າໄດ້ສ້າງທຸກສິ່ງ, ພຣະອົງກໍໄດ້ເຮັດການກະກຽມທີ່ແຕກຕ່າງກັນສຳລັບຄົນປະເພດຕ່າງໆ: ມີສ່ວນປະກອບຂອງດິນທີ່ແຕກຕ່າງກັນ, ພູມີອາກາດທີ່ແຕກຕ່າງກັນ, ພືດທີ່ແຕກຕ່າງກັນ ແລະ ສະພາບແວດລ້ອມທາງພູມີສາດທີ່ແຕກຕ່າງກັນ. ສະຖານທີ່ແຕກຕ່າງກັນກໍມີນົກ ແລະ ສັດປ່າທີ່ແຕກຕ່າງກັນ, ນ້ຳທີ່ແຕກຕ່າງກັນມີປາຊະນິດພິເສດ ແລະ ຜົນຜະລິດໃນນ້ຳຂອງພວກມັນເອງ. ແມ່ນແຕ່ປະເພດຂອງແມງໄມ້ກໍຖືກກຳນົດໄວ້ໂດຍພຣະເຈົ້າ. ຕົວຢ່າງ, ສິ່ງທີ່ເຕີບໃຫຍ່ຢູ່ທະວີບອາເມຣິກາລ້ວນແຕ່ມີຂະໜາດໃຫຍ່ຫຼາຍ, ສູງຫຼາຍ ແລະ ແຂງແຮງຫຼາຍ. ຮາກຂອງຕົ້ນໄມ້ໃນປ່າພູເຂົາທັງໝົດກໍຕື້ນຫຼາຍ ແຕ່ພວກມັນເຕີບໃຫຍ່ຂຶ້ນສູງຫຼາຍ. ພວກມັນສາມາດສູງເຖິງຮ້ອຍແມັດ ຫຼື ຫຼາຍກວ່ານັ້ນ, ແຕ່ຕົ້ນໄມ້ໃນປ່າຢູ່ທະວີບອາຊີສ່ວນຫຼາຍແມ່ນບໍ່ສູງປານໃດ. ໃຊ້ຫວ້ານຫາງແຂ້ສໍາລັບຕົວຢ່າງ. ຢູ່ຍີ່ປຸ່ນພວກມັນແປ ແລະ ບາງຫຼາຍ, ແຕ່ຫວ້ານຫາງແຂ້ຢູ່ສະຫະລັດອາເມຣິການັ້ນມີຂະໜາດໃຫຍ່ຫຼາຍ. ມີຄວາມແຕກຕ່າງກັນຢູ່ບ່ອນນີ້. ມັນແມ່ນພືດຊະນິດດຽວກັນທີ່ມີຊື່ອັນດຽວກັນ ແຕ່ຢູ່ທະວີບອາເມຣິກາ ມັນໃຫຍ່ຂຶ້ນເປັນພິເສດ. ຄວາມແຕກຕ່າງໃນດ້ານຕ່າງໆເຫຼົ່ານີ້ອາດຈະບໍ່ສາມາດເບິ່ງເຫັນໄດ້ ຫຼື ຮັບຮູ້ໄດ້ໂດຍຜູ້ຄົນ, ແຕ່ຕອນທີ່ພຣະເຈົ້າສ້າງທຸກສິ່ງ ພຣະອົງໄດ້ກຳນົດພວກມັນ ແລະ ກະກຽມສະພາບແວດລ້ອມທາງພູມີສາດທີ່ແຕກຕ່າງກັນ, ພູມສັນຖານທີ່ແຕກຕ່າງກັນ ແລະ ສິ່ງມີຊີວິດທີ່ແຕກຕ່າງກັນສຳລັບຊົນຊາດຕ່າງໆ. ນັ້ນກໍ່ຍ້ອນພຣະເຈົ້າໄດ້ສ້າງຄົນປະເພດຕ່າງໆ ແລະ ພຣະອົງຮູ້ສິ່ງທີ່ພວກເຂົາແຕ່ລະຄົນຕ້ອງການ ແລະ ແມ່ນຫຍັງຄືວິຖີຊີວິດຂອງພວກເຂົາ.

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ IX).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ນິທານເລື່ອງທີ 2. ພູເຂົາໃຫຍ່, ນໍ້າຫ້ວຍນ້ອຍ, ລົມແຮງ ແລະ ຄື້ນທະເລຍັກ

ມີນໍ້າຫ້ວຍນ້ອຍໆທີ່ໄຫຼກ້ຽວໄປກ້ຽວມາ ແລ້ວໃນທີ່ສຸດກໍມາຮອດຕີນພູເຂົາໃຫຍ່. ພູເຂົາໄດ້ຕັນເສັ້ນທາງຂອງນໍ້າຫ້ວຍນ້ອຍ ເຊິ່ງດ້ວຍເຫດນັ້ນ...

ອາຫານ ແລະ ເຄື່ອງດື່ມປະຈຳວັນທີ່ພຣະເຈົ້າຈັດກຽມໃຫ້ແກ່ມະນຸດຊາດ

ເມື່ອກີ້ນີ້, ພວກເຮົາຫາກໍເວົ້າກ່ຽວກັບສ່ວນໜຶ່ງຂອງສະພາບແວດລ້ອມໂດຍລວມ ໂດຍສະເພາະແມ່ນສະພາບການທີ່ຈຳເປັນຕໍ່ຄວາມຢູ່ລອດຂອງມະນຸດ...

ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງເພື່ອໃຫ້ມະນຸດມີສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ໝັ້ນຄົງ

ພຣະເຈົ້າເປີດເຜີຍການກະທຳຂອງພຣະອົງທ່າມກາງທຸກສິ່ງ, ທ່າມກາງທຸກສິ່ງທີ່ພຣະອົງປົກຄອງ ແລະ ຄວບຄຸມກົດເກນຕ່າງໆຂອງທຸກສິ່ງ....