ອາຫານ ແລະ ເຄື່ອງດື່ມປະຈຳວັນທີ່ພຣະເຈົ້າຈັດກຽມໃຫ້ແກ່ມະນຸດຊາດ
ເມື່ອກີ້ນີ້, ພວກເຮົາຫາກໍເວົ້າກ່ຽວກັບສ່ວນໜຶ່ງຂອງສະພາບແວດລ້ອມໂດຍລວມ ໂດຍສະເພາະແມ່ນສະພາບການທີ່ຈຳເປັນຕໍ່ຄວາມຢູ່ລອດຂອງມະນຸດ ເຊິ່ງພຣະເຈົ້າໄດ້ຈັດກຽມ ເມື່ອພຣະອົງເນລະມິດສ້າງໂລກ. ພວກເຮົາເວົ້າກ່ຽວກັບຫ້າສິ່ງ ເຊິ່ງເປັນຫ້າອົງປະກອບຂອງສະພາບແວດລ້ອມດັ່ງກ່າວ. ຫົວຂໍ້ຕໍ່ໄປຂອງພວກເຮົາແມ່ນກ່ຽວຂ້ອງຢ່າງໃກ້ຊິດກັບຊີວິດຝ່າຍຮ່າງກາຍຂອງມະນຸດທຸກຄົນ ແລະ ມັນຍິ່ງກ່ຽວພັນກັບຊີວິດນັ້ນ ແລະ ການບັນລຸສະພາບການທີ່ຈຳເປັນຫຼາຍກວ່າຫ້າຢ່າງທີ່ຜ່ານມາ. ເປັນຕົ້ນແມ່ນອາຫານທີ່ຜູ້ຄົນກິນ. ພຣະເຈົ້າໄດ້ເນລະມິດສ້າງມະນຸດ ແລະ ວາງເຂົາໃນສະພາບແວດລ້ອມທີ່ເໝາະສົມສຳລັບຊີວິດ; ຫຼັງຈາກນັ້ນ ມະນຸດກໍຕ້ອງການອາຫານ ແລະ ນໍ້າ. ມະນຸດມີຄວາມຕ້ອງການນີ້, ສະນັ້ນ ພຣະເຈົ້າຈຶ່ງເຮັດການຈັດກຽມທີ່ກ່ຽວຂ້ອງສຳລັບເຂົາ. ສະນັ້ນ ແຕ່ລະບາດກ້າວໃນພາລະກິດຂອງພຣະເຈົ້າ ແລະ ແຕ່ລະສິ່ງທີ່ພຣະອົງເຮັດຈຶ່ງບໍ່ແມ່ນພຣະທຳວ່າງເປົ່າທີ່ກຳລັງຖືກກ່າວອອກມາ ແຕ່ເປັນການກະທຳທີ່ເປັນຈິງ ແລະ ແທ້ຈິງທີ່ກຳລັງເກີດຂຶ້ນ. ອາຫານບໍ່ໄດ້ຈຳເປັນຫຼາຍແທ້ໆໃນຊີວິດປະຈຳວັນຂອງຜູ້ຄົນບໍ? ອາຫານສຳຄັນກວ່າອາກາດບໍ? ພວກມັນສຳຄັນພໍໆກັນ. ທັງສອງຢ່າງແມ່ນສະພາບການທີ່ຈຳເປັນ ແລະ ວັດຖຸທາດສຳລັບຄວາມຢູ່ລອດຂອງມະນຸດຊາດ ແລະ ສຳລັບຮັກສາການສືບຕໍ່ຊີວິດຂອງມະນຸດ. ອັນໃດສຳຄັນກວ່າກັນ, ອາກາດ ຫຼື ນໍ້າ? ອຸນຫະພູມ ຫຼື ອາຫານ? ພວກມັນລ້ວນແລ້ວແຕ່ສຳຄັນພໍໆກັນ. ຜູ້ຄົນບໍ່ສາມາດເລືອກໄດ້ລະຫວ່າງສິ່ງເຫຼົ່ານັ້ນ ເພາະພວກເຂົາບໍ່ສາມາດປາສະຈາກສິ່ງໃດສິ່ງໜຶ່ງໃນບັນດາສິ່ງເຫຼົ່ານັ້ນໄດ້. ນີ້ຄືບັນຫາທີ່ເປັນຈິງ ແລະ ແທ້ຈິງ, ບໍ່ແມ່ນໜຶ່ງໃນການເລືອກສິ່ງຕ່າງໆຂອງເຈົ້າ. ເຈົ້າບໍ່ຮູ້, ແຕ່ພຣະເຈົ້າຮູ້. ເມື່ອເຈົ້າເຫັນອາຫານ, ເຈົ້າກໍຄິດວ່າ “ຂ້ານ້ອຍບໍ່ສາມາດປາສະຈາກອາຫານໄດ້!” ແຕ່ທັນທີຫຼັງຈາກທີ່ເຈົ້າຖືກສ້າງຂຶ້ນມາ, ເຈົ້າຮູ້ບໍວ່າເຈົ້າຕ້ອງການອາຫານ? ເຈົ້າບໍ່ຮູ້, ແຕ່ພຣະເຈົ້າຮູ້. ມີແຕ່ເມື່ອເຈົ້າຫິວເຂົ້າ ແລະ ເຫັນໝາກໄມ້ເທິງຕົ້ນໄມ້ ແລະ ເມັດເຂົ້າທີ່ຢູ່ເທິງດິນໃຫ້ເຈົ້າໄດ້ກິນ, ເຈົ້າຈຶ່ງຮູ້ວ່າເຈົ້າຕ້ອງການອາຫານ. ມີແຕ່ເມື່ອເຈົ້າຫິວນໍ້າ ແລະ ຫຼຽວເຫັນນໍ້າພຸ, ມີແຕ່ເມື່ອເຈົ້າດື່ມນໍ້າ ເຈົ້າຈຶ່ງຮູ້ວ່າເຈົ້າຕ້ອງການນໍ້າ. ນໍ້າແມ່ນຖືກຈັດກຽມໄວ້ລ່ວງໜ້າໂດຍພຣະເຈົ້າສຳລັບມະນຸດຊາດແລ້ວ. ບໍ່ວ່າຄົນເຮົາຈະກິນອາຫານສາມຄາບຕໍ່ມື້ ຫຼື ສອງຄາບ ຫຼື ແມ່ນແຕ່ຫຼາຍກວ່ານັ້ນ, ເວົ້າສັ້ນໆແລ້ວ ອາຫານກໍແມ່ນສິ່ງທີ່ຈຳເປັນຫຼາຍແທ້ໆສຳລັບມະນຸດໃນຊີວິດປະຈຳວັນຂອງພວກເຂົາ. ມັນແມ່ນໜຶ່ງໃນສິ່ງທີ່ຈຳເປັນເພື່ອຮັກສາຄວາມຢູ່ລອດທີ່ປົກກະຕິ ແລະ ຕໍ່ເນື່ອງຂອງຮ່າງກາຍມະນຸດ. ແລ້ວອາຫານສ່ວນໃຫຍ່ມາຈາກໃສ? ຢ່າງທຳອິດ, ມັນມາຈາກດິນ. ດິນແມ່ນຖືກຈັດກຽມໄວ້ລ່ວງໜ້າໂດຍພຣະເຈົ້າສຳລັບມະນຸດຊາດ ແລະ ມັນເໝາະສົມສຳລັບຄວາມຢູ່ລອດຂອງພືດຫຼາຍປະເພດ, ບໍ່ແມ່ນພຽງຕົ້ນໄມ້ ຫຼື ຫຍ້າ. ພຣະເຈົ້າຈັດກຽມເມັດພືດຂອງເຂົ້າທຸກປະເພດ ແລະ ເມັດພືດຂອງອາຫານອື່ນໆອີກຫຼາກຫຼາຍໃຫ້ແກ່ມະນຸດຊາດ ແລະ ພຣະອົງມອບດິນທີ່ເໝາະສົມ ແລະ ພື້ນດິນເພື່ອຫວ່ານພືດໃຫ້ແກ່ມະນຸດຊາດ ແລະ ດ້ວຍສິ່ງເຫຼົ່ານີ້ ມະນຸດຊາດຈຶ່ງໄດ້ຮັບອາຫານ. ແມ່ນຫຍັງຄືປະເພດຕ່າງໆຂອງອາຫານ? ພວກເຈົ້າກໍອາດຈະຮູ້ແລ້ວ. ຢ່າງທຳອິດແມ່ນມີເມັດເຂົ້າທີ່ຫຼາກຫຼາຍ. ມີເມັດເຂົ້າປະເພດໃດແດ່ທີ່ແຕກຕ່າງກັນ? ເຂົ້າສາລີ, ເຂົ້າເຟືອງຫາງໝາ, ເຂົ້າເດືອຍ, ເຂົ້າເຟືອງສີແດງ ແລະ ເມັດເຂົ້າເປືອກຊະນິດອື່ນໆ. ທັນຍະພືດກໍມາໃນທຸກຮູບແບບເຊັ່ນກັນ ດ້ວຍຄວາມຫຼາກຫຼາຍທີ່ແຕກຕ່າງກັນ ຈາກພາກໃຕ້ຈົນຮອດພາກເໜືອ: ເຂົ້າບາເລ້, ເຂົ້າສາລີ, ເຂົ້າໂອດ, ບັກວີດ ແລະ ອື່ນໆອີກ. ຊະນິດທີ່ແຕກຕ່າງກັນແມ່ນເໝາະແກ່ການປູກຝັງໃນເຂດທີ່ແຕກຕ່າງກັນ. ຍັງມີເຂົ້າອີກຫຼາກຫຼາຍປະເພດ. ພາກໃຕ້ແມ່ນມີເຂົ້າຊະນິດຕ່າງຂອງມັນເອງ ເຊິ່ງແມ່ນເມັດເຂົ້າທີ່ຍາວກວ່າ ແລະ ເໝາະສຳລັບຜູ້ຄົນທີ່ມາຈາກພາກໃຕ້ ຍ້ອນດິນຟ້າອາກາດແມ່ນຮ້ອນກວ່າໃນທີ່ນັ້ນ ເຊິ່ງໝາຍຄວາມວ່າ ປະຊາຊົນໃນທ້ອງຖິ່ນຕ້ອງກິນເຂົ້າຊະນິດຕ່າງໆ ເຊັ່ນ ເຂົ້າອິນດິກາ ເຊິ່ງບໍ່ໜຽວເກີນໄປ. ເຂົ້າຂອງພວກເຂົາບໍ່ສາມາດໜຽວເກີນໄປ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍຈະເຊົາຢາກອາຫານ ແລະ ບໍ່ສາມາດທົນຕໍ່ມັນໄດ້. ຄົນພາກເໜືອກິນເຂົ້າທີ່ໜຽວກວ່າ ຍ້ອນທິດເໜືອເຢັນຢູ່ສະເໝີ, ສະນັ້ນ ຜູ້ຄົນໃນທີ່ນັ້ນຈຶ່ງຕ້ອງກິນສິ່ງທີ່ໜຽວຫຼາຍກວ່າ. ຕໍ່ໄປແມ່ນມີຊະນິດຕ່າງໆຂອງໝາກຖົ່ວ ທີ່ເກີດຢູ່ເທິງພື້ນດິນ ແລະ ຜັກມີຮາກທີ່ເກີດຢູ່ໃຕ້ດິນ ເຊັ່ນ ມັນຝຣັ່ງ, ມັນດ້າງ, ເຜືອກ ແລະ ອື່ນໆອີກຫຼາຍ. ມັນຝຣັ່ງເກີດຢູ່ພາກເໜືອ ເຊິ່ງເປັນບ່ອນທີ່ຄຸນນະພາບຂອງພວກມັນສູງຫຼາຍ. ເມື່ອຜູ້ຄົນບໍ່ມີເມັດເຂົ້າໃຫ້ກິນ, ມັນຝຣັ່ງ ທີ່ເປັນອາຫານຫຼັກ ກໍສາມາດເຮັດໃຫ້ພວກເຂົາກິນອາຫານສາມຄາບຕໍ່ມື້ໄດ້. ມັນຝຣັ່ງສາມາດໃຊ້ເປັນອາຫານສຳຮອງອີກດ້ວຍ. ຄຸນນະພາບຂອງມັນດ້າງແມ່ນຂ້ອນຂ້າງບໍ່ດີສໍ່າມັນຝຣັ່ງ, ແຕ່ພວກມັນຍັງສາມາດຖືກໃຊ້ເປັນອາຫານຫຼັກເພື່ອເຮັດໃຫ້ຄົບສາມຄາບຕໍ່ມື້. ເມື່ອຫາເມັດເຂົ້າຍາກ, ຜູ້ຄົນກໍສາມາດກຳຈັດຄວາມຫິວໂຫຍດ້ວຍມັນດ້າງ. ເຜືອກທີ່ຜູ້ຄົນໃນພາກໃຕ້ກິນຢູ່ເລື້ອຍໆ ແມ່ນສາມາດໃຊ້ໃນລັກສະນະດຽວກັນ ແລະ ມັນຍັງສາມາດໃຊ້ເປັນອາຫານຫຼັກໄດ້. ສິ່ງດັ່ງກ່າວແມ່ນພືດຜົນທີ່ແຕກຕ່າງກັນຫຼາຍ ເຊິ່ງເປັນສ່ວນຈຳເປັນໃນອາຫານ ແລະ ເຄື່ອງດື່ມປະຈຳວັນຂອງຜູ້ຄົນ. ຜູ້ຄົນໃຊ້ເມັດເຂົ້າຕ່າງໆເພື່ອເຮັດເສັ້ນໝີ່, ສາລະເປົາ, ເຂົ້າ ແລະ ເສັ້ນເຂົ້າ. ພຣະເຈົ້າໄດ້ປະທານຫຼາກຫຼາຍເມັດເຂົ້າເຫຼົ່ານີ້ໃຫ້ແກ່ມະນຸດຊາດຢ່າງອຸດົມສົມບູນ. ເປັນຫຍັງການມີຫຼາກຫຼາຍຊະນິດຈຶ່ງເປັນຄວາມປະສົງຂອງພຣະເຈົ້າ: ພວກມັນເໝາະສົມທີ່ຈະເກີດໃນດິນ ແລະ ດິນຟ້າອາກາດທີ່ແຕກຕ່າງກັນຂອງພາກເໜືອ, ພາກໃຕ້, ພາກຕາເວັນອອກ ແລະ ພາກຕາເວັນຕົກ; ໃນຂະນະທີ່ສ່ວນປະກອບ ແລະ ສ່ວນປະສົມທີ່ຫຼາກຫຼາຍຂອງພວກມັນສອດຄ່ອງກັບສ່ວນປະກອບ ແລະ ສ່ວນປະສົມທີ່ຫຼາກຫຼາຍກັນຂອງຮ່າງກາຍມະນຸດ. ດ້ວຍການກິນເມັດເຂົ້າເຫຼົ່ານີ້ເທົ່ານັ້ນ ຜູ້ຄົນຈຶ່ງສາມາດຮັກສາສານອາຫານ ແລະ ວັດຖຸທາດຕ່າງໆທີ່ຮ່າງກາຍຂອງພວກເຂົາຕ້ອງການ. ອາຫານຂອງພາກເໜືອ ແລະ ອາຫານຂອງພາກໃຕ້ແມ່ນແຕກຕ່າງກັນ, ແຕ່ພວກມັນມີຄວາມຄ້າຍຄືກັນຫຼາຍກວ່າຄວາມແຕກຕ່າງ. ທັງສອງຢ່າງສາມາດຕອບສະໜອງຄວາມຕ້ອງການປົກກະຕິຂອງຮ່າງກາຍມະນຸດ ແລະ ສະໜັບສະໜູນຄວາມຢູ່ລອດໂດຍປົກກະຕິຂອງມັນ. ສະນັ້ນ ຈຶ່ງເກີດມີອາຫານຊະນິດຕ່າງໆຢ່າງອຸດົມສົມບູນໃນແຕ່ລະເຂດ ຍ້ອນຮ່າງກາຍຂອງມະນຸດຕ້ອງການສິ່ງທີ່ອາຫານທີ່ແຕກຕ່າງກັນເຫຼົ່ານັ້ນສະໜອງໃຫ້, ພວກມັນຈຳເປັນຕ້ອງຖືກສະໜອງໂດຍອາຫານຕ່າງໆເຫຼົ່ານີ້ທີ່ເກີດຈາກດິນເພື່ອບໍາລຸງລ້ຽງການເປັນຢູ່ປົກກະຕິຂອງຮ່າງກາຍ ເພື່ອພວກເຂົາຈະສາມາດມີຊີວິດມະນຸດທີ່ເປັນປົກກະຕິ. ສະຫຼຸບກໍຄື ພຣະເຈົ້າຄຳນຶງເຖິງມະນຸດຊາດຫຼາຍ. ອາຫານຕ່າງໆທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນກໍບໍ່ໄດ້ແຕກຕ່າງ ເຊິ່ງໃນທາງກົງກັນຂ້າມ ພວກມັນຂ້ອນຂ້າງຖືກຄັດສັນຈາກສິ່ງທີ່ດີທີ່ສຸດ. ຖ້າຜູ້ຄົນຕ້ອງການກິນທັນຍະພືດ, ພວກເຂົາກໍສາມາດກິນທັນຍະພືດ. ບາງຄົນມັກກິນເຂົ້າຫຼາຍກວ່າເຂົ້າສາລີ ແລະ ເມື່ອບໍ່ມັກເຂົ້າສາລີ ພວກເຂົາກໍສາມາດກິນເຂົ້າໄດ້. ມີເຂົ້າທຸກປະເພດ, ເມັດຍາວ, ເມັດສັ້ນ ແລະ ແຕ່ລະປະເພດກໍສາມາດສະໜອງໃຫ້ແກ່ຄວາມຢາກຂອງຜູ້ຄົນ. ສະນັ້ນ ຖ້າຜູ້ຄົນກິນເມັດເຂົ້າເຫຼົ່ານີ້ ຕາບເທົ່າທີ່ພວກເຂົາບໍ່ເລືອກອາຫານຂອງພວກເຂົາຫຼາຍ ພວກເຂົາກໍຈະບໍ່ຂາດສານອາຫານ ແລະ ຮັບປະກັນໄດ້ວ່າຈະດຳລົງຊີວິດຢ່າງມີສຸຂະພາບທີ່ແຂງແຮງຈົນພວກເຂົາຕາຍ. ນັ້ນແມ່ນແນວຄິດທີ່ພຣະເຈົ້າມີໃນຄວາມຄິດ ເມື່ອພຣະອົງປະທານອາຫານໃຫ້ແກ່ມະນຸດຊາດ. ຮ່າງກາຍມະນຸດບໍ່ສາມາດຢູ່ໄດ້ຫາກປາສະຈາກສິ່ງເຫຼົ່ານີ້, ນັ້ນບໍ່ແມ່ນຄວາມຈິງບໍ? ສິ່ງເຫຼົ່ານີ້ຄືບັນຫາແທ້ຈິງທີ່ມະນຸດບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ, ແຕ່ພຣະເຈົ້າໄດ້ຈັດກຽມສຳລັບພວກເຂົາແລ້ວ: ພຣະອົງຄິດເຖິງພວກເຂົາລ່ວງໜ້າ ແລະ ຈັດກຽມສຳລັບມະນຸດຊາດ.
ແຕ່ນີ້ບໍ່ແມ່ນທຸກສິ່ງທີ່ພຣະເຈົ້າໄດ້ມອບໃຫ້ແກ່ມະນຸດຊາດ, ພຣະອົງຍັງມອບຜັກໃຫ້ແກ່ມະນຸດຊາດນໍາ! ຖ້ານັ້ນແມ່ນທັງໝົດທີ່ເຈົ້າກິນ, ມີເຂົ້າໂດຍທີ່ບໍ່ມີສິ່ງອື່ນອີກ, ເຈົ້າກໍອາດຈະບໍ່ໄດ້ຮັບສານອາຫານຢ່າງພຽງພໍ. ໃນອີກດ້ານໜຶ່ງ, ຖ້າເຈົ້າທອດຜັກຈຳນວນໜຶ່ງ ຫຼື ປະສົມກັບສະຫຼັດເພື່ອກິນກັບອາຫານຂອງເຈົ້າ, ແລ້ວວິຕາມິນທີ່ຢູ່ໃນຜັກ ແລະ ທາດຕ່າງໆທີ່ເປັນສ່ວນສຳຄັນຂອງພວກມັນ ແລະ ສານອາຫານອື່ນໆກໍຈະສາມາດສະໜອງຄວາມຕ້ອງການຂອງຮ່າງກາຍຂອງເຈົ້າໂດຍທຳມະຊາດ. ແລ້ວຜູ້ຄົນຍັງສາມາດກິນໝາກໄມ້ໜ້ອຍໜຶ່ງລະຫວ່າງອາຫານ, ບໍ່ແມ່ນບໍ? ບາງເທື່ອ ຜູ້ຄົນຕ້ອງການຂອງແຫຼວຫຼາຍຂຶ້ນ ຫຼື ສານອາຫານອື່ນໆ ຫຼື ລົດຊາດທີ່ແຕກຕ່າງກັນ ແລ້ວມັນກໍມີໝາກໄມ້ ແລະ ຜັກເພື່ອຕອບສະໜອງຄວາມຕ້ອງການເຫຼົ່ານີ້. ຍ້ອນພາກເໜືອ, ພາກໃຕ້, ພາກຕາເວັນອອກ ແລະ ພາກຕາເວັນຕົກມີດິນ ແລະ ດິນຟ້າອາກາດທີ່ແຕກຕ່າງກັນ, ພວກມັນຈຶ່ງຜະລິດຜັກ ແລະ ໝາກໄມ້ຊະນິດທີ່ແຕກຕ່າງກັນ. ຍ້ອນດິນຟ້າອາກາດຢູ່ພາກໃຕ້ຮ້ອນຫຼາຍເກີນໄປ, ໝາກໄມ້ ແລະ ຜັກສ່ວນໃຫຍ່ທີ່ມີຢູ່ບ່ອນນັ້ນຈຶ່ງເປັນປະເພດທີ່ເຢັນ ເຊິ່ງຫຼັງຈາກທີ່ກິນ ພວກມັນແມ່ນສາມາດເຮັດໃຫ້ຄວາມເຢັນ ແລະ ຄວາມຮ້ອນໃນຮ່າງກາຍມະນຸດມີຄວາມສົມດຸນກັນ. ໃນທາງກົງກັນຂ້າມ, ມີຊະນິດຜັກ ແລະ ໝາກໄມ້ທີ່ໜ້ອຍກວ່າໃນພາກເໜືອ ແຕ່ກໍພຽງພໍໃຫ້ຜູ້ຄົນທ້ອງຖິ່ນໄດ້ກິນ. ເຖິງຢ່າງໃດກໍຕາມ, ເນື່ອງຈາກການພັດທະນາໃນສັງຄົມໃນບໍ່ຫຼາຍປີມານີ້ ແລະ ສິ່ງທີ່ເອີ້ນວ່າຄວາມກ້າວໜ້າທາງສັງຄົມ ພ້ອມທັງການປັບປຸງໃນການສື່ສານ ແລະ ການຂົ່ນສົ່ງທີ່ເຊື່ອມໂຍງພາກເໜືອ, ພາກໃຕ້, ພາກຕາເວັນອອກ ແລະ ພາກຕາເວັນຕົກ, ຜູ້ຄົນທີ່ຢູ່ໃນພາກເໜືອຈຶ່ງຍັງສາມາດກິນໝາກໄມ້ບາງປະເພດຈາກພາກໃຕ້ ແລະ ຜັກ ຫຼື ຜະລິດຕະພັນຂອງເຂດຈາກພາກໃຕ້ ແລະ ພວກເຂົາສາມາດກິນໝົດສີ່ລະດູໃນປີເລີຍ. ເຖິງແມ່ນສິ່ງນີ້ຈະສາມາດສະໜອງຄວາມຢາກຂອງຜູ້ຄົນ ແລະ ຄວາມປາຖະໜາທາງກາຍ ແຕ່ຮ່າງກາຍຂອງພວກເຂົາກໍຕົກຢູ່ໃນອັນຕະລາຍໃນຫຼາກຫຼາຍລະດັບໂດຍບໍ່ຮູ້ຕົວ. ນີ້ກໍຍ້ອນ ໃນບັນດາອາຫານທີ່ພຣະເຈົ້າໄດ້ຈັດກຽມໃຫ້ມະນຸດຊາດ, ມີອາຫານ ແລະ ໝາກໄມ້ ແລະ ຜັກທີ່ໃຫ້ສຳລັບຜູ້ຄົນໃນພາກໃຕ້ ພ້ອມທັງອາຫານ ແລະ ໝາກໄມ້ ແລະ ຜັກທີ່ໃຫ້ສຳລັບຜູ້ຄົນໃນພາກເໜືອ. ນັ້ນໝາຍຄວາມວ່າ ຖ້າເຈົ້າເກີດໃນພາກໃຕ້, ມັນກໍເໝາະສົມທີ່ເຈົ້າຈະກິນສິ່ງຕ່າງໆຈາກພາກໃຕ້. ພຣະເຈົ້າຈັດກຽມອາຫານ ແລະ ໝາກໄມ້ ແລະ ຜັກເຫຼົ່ານີ້ໂດຍສະເພາະ ຍ້ອນພາກໃຕ້ມີດິນຟ້າອາກາດທີ່ພິເສດ. ພາກເໜືອມີອາຫານທີ່ຈຳເປັນສຳລັບຮ່າງກາຍຂອງຜູ້ຄົນໃນພາກເໜືອ. ແຕ່ຍ້ອນຜູ້ຄົນມີຄວາມຢາກທີ່ໂລພາ, ພວກເຂົາຈຶ່ງປ່ອຍໃຫ້ຕົນເອງຖືກພັດພາໃນກະແສຄວາມນິຍົມແບບໃໝ່ໃນສັງຄົມໂດຍບໍ່ຮູ້ຕົວ ແລະ ພວກເຂົາກໍລະເມີດກົດເກນເຫຼົ່ານີ້ໂດຍບໍ່ຮູ້ສຶກຕົວ. ເຖິງວ່າຜູ້ຄົນຈະຮູ້ສຶກວ່າຊີວິດຂອງພວກເຂົາດີກວ່າໃນອະດີດ ແຕ່ຄວາມກ້າວໜ້າແບບນີ້ໃນສັງຄົນກໍກໍ່ໃຫ້ເກີດອັນຕະລາຍທີ່ແອບແຝງຕໍ່ຮ່າງກາຍຂອງຈຳນວນຄົນທີ່ເພີ່ມຂຶ້ນ. ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າຕ້ອງການເຫັນ ແລະ ມັນບໍ່ແມ່ນສິ່ງທີ່ພຣະອົງເຈດຕະນາ ເມື່ອພຣະອົງສະໜອງອາຫານ, ໝາກໄມ້ ແລະ ຜັກເຫຼົ່ານີ້ໃຫ້ແກ່ມະນຸດຊາດ. ມະນຸດເອງກໍໄດ້ເຮັດໃຫ້ເກີດສະຖານະການປັດຈຸບັນ ໂດຍລະເມີດກົດເກນຂອງພຣະເຈົ້າ.
ແມ່ນແຕ່ນອກຈາກທຸກສິ່ງເຫຼົ່ານັ້ນ, ລາງວັນທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດຊາດກໍອຸດົມສົມບູນຫຼາຍຢ່າງແທ້ຈິງ ແລະ ແຕ່ລະແຫ່ງກໍມີຜະລິດຕະພັນທ້ອງຖິ່ນຂອງມັນເອງ. ຕົວຢ່າງເຊັ່ນ ບາງບ່ອນອຸດົມສົມບູນໄປດ້ວຍໝາກອິນທະພາລຳແດງ (ຍັງເປັນທີ່ຮູ້ຈັກກັນວ່າ ໝາກກະທັນ), ບ່ອນອື່ນແມ່ນອຸດົມສົມບູນໄປດ້ວຍວໍນັດ ແລະ ບ່ອນອື່ນແມ່ນອຸດົມສົມບູນໄປດ້ວຍຖົ່ວດິນ ແລະ ໝາກຖົ່ວອື່ນໆອີກຫຼາກຫຼາຍ. ສິ່ງຂອງທາງກາຍເຫຼົ່ານີ້ລ້ວນແລ້ວແຕ່ສະໜອງສານອາຫານທີ່ຈຳເປັນສຳລັບຮ່າງກາຍມະນຸດ. ແຕ່ພຣະເຈົ້າສະໜອງໃຫ້ແກ່ມະນຸດຊາດດ້ວຍສິ່ງຕ່າງໆໃນປະລິມານທີ່ເໝາະສົມ ແລະ ໃນເວລາທີ່ເໝາະສົມ ຕາມລະດູການ ແລະ ເວລາຂອງປີ. ມະນຸດຊາດຢາກໄດ້ຄວາມສຸກທາງກາຍ ແລະ ຄວາມໂລພາ ເຊິ່ງເຮັດໃຫ້ມັນງ່າຍທີ່ຈະລະເມີດ ແລະ ທຳລາຍກົດເກນທຳມະຊາດຂອງການເຕີບໃຫຍ່ຂອງມະນຸດທີ່ພຣະອົງໄດ້ສ້າງຕັ້ງຂຶ້ນ ເມື່ອພຣະອົງໄດ້ເນລະມິດສ້າງມະນຸດຊາດ. ໃຫ້ພວກເຮົາຍົກໝາກແຊຣີເປັນຕົວຢ່າງ. ພວກມັນສຸກປະມານເດືອນມິຖຸນາ. ພາຍໃຕ້ສະຖານະການທີ່ປົກກະຕິ ໃນເດືອນສິງຫາແມ່ນບໍ່ມີໝາກແຊຣີເຫຼືອແລ້ວ. ພວກມັນສາມາດຖືກເກັບຮັກສາໃຫ້ສົດຢູ່ໄດ້ສອງເດືອນເທົ່ານັ້ນ ແຕ່ເມື່ອໃຊ້ເຕັກນິກທາງວິທະຍາສາດ, ບັດນີ້ ຜູ້ຄົນກໍສາມາດຂະຫຍາຍຊ່ວງເວລານັ້ນເປັນສິບສອງເດືອນ ແລະ ແມ່ນແຕ່ຕະຫຼອດລະດູໝາກແຊຣີຂອງປີຖັດໄປ. ນີ້ໝາຍຄວາມວ່າມີໝາກແຊຣີໝົດປີ. ປາກົດການນີ້ປົກກະຕິບໍ? (ບໍ່). ແລ້ວເມື່ອໃດແມ່ນລະດູການທີ່ດີທີ່ສຸດທີ່ຈະກິນໝາກແຊຣີ? ນັ້ນຈະເປັນຊ່ວງເວລາຕັ້ງແຕ່ເດືອນມິຖຸນາຈົນເຖິງເດືອນສິງຫາ. ເມື່ອກາຍເວລານີ້, ບໍ່ວ່າເຈົ້າຈະຮັກສາພວກມັນໃຫ້ສົດສໍ່າໃດກໍຕາມ, ພວກມັນກໍບໍ່ມີລົດຊາດຄືເກົ່າແລ້ວ ຫຼື ພວກມັນຈະບໍ່ສະໜອງສິ່ງທີ່ຮ່າງກາຍມະນຸດຕ້ອງການ. ຫຼັງຈາກກາຍວັນໝົດອາຍຸແລ້ວ, ບໍ່ວ່າເຈົ້າຈະໃຊ້ສານເຄມີຫຍັງກໍຕາມ, ເຈົ້າກໍຈະບໍ່ສາມາດເຮັດໃຫ້ພວກມັນເຕັມໄປດ້ວຍທຸກສິ່ງທີ່ພວກມັນມີເມື່ອເກີດຕາມທຳມະຊາດ. ອີກຢ່າງ ອັນຕະລາຍທີ່ສານເຄມີໄດ້ມີຕໍ່ມະນຸດກໍເປັນສິ່ງທີ່ບໍ່ມີຜູ້ໃດສາມາດແກ້ໄຂ ຫຼື ປ່ຽນແປງໄດ້, ບໍ່ວ່າພວກເຂົາຈະພະຍາຍາມເຮັດຫຍັງກໍຕາມ. ແລ້ວເສດຖະກິດຕະຫຼາດໃນປັດຈຸບັນນໍາຫຍັງມາໃຫ້ຜູ້ຄົນ? ຊີວິດຂອງຜູ້ຄົນເບິ່ງຄືດີຂຶ້ນ, ການຂົນສົ່ງລະຫວ່າງເຂດຕ່າງໆກໍຍິ່ງສະດວກສະບາຍຫຼາຍຂຶ້ນ ແລະ ຜູ້ຄົນສາມາດກິນໝາກໄມ້ທຸກປະເພດໃນລະດູໃດກໍຕາມໃນບັນດາສີ່ລະດູການ. ຜູ້ຄົນທີ່ຢູ່ພາກເໜືອສາມາດກິນໝາກກ້ວຍເປັນປະຈຳ ພ້ອມທັງອາຫານແຊບປະຈຳທ້ອງຖິ່ນ, ໝາກໄມ້ ຫຼື ອາຫານອື່ນໆຈາກພາກໃຕ້. ແຕ່ນີ້ບໍ່ແມ່ນຊີວິດທີ່ພຣະເຈົ້າຕ້ອງການມອບໃຫ້ແກ່ມະນຸດຊາດ. ເສດຖະກິດຕະຫຼາດປະເພດນີ້ອາດນໍາຜົນປະໂຫຍດບາງຢ່າງມາສູ່ຊີວິດຂອງຜູ້ຄົນ, ແຕ່ມັນກໍຍັງສາມາດນໍາອັນຕະລາຍມານໍາ. ຍ້ອນຄວາມອຸດົມສົມບູນໃນຕະຫຼາດ, ຫຼາຍຄົນກິນໂດຍບໍ່ຄິດເຖິງສິ່ງທີ່ພວກເຂົາເອົາໃສ່ປາກຂອງພວກເຂົາ. ພຶດຕິກຳນີ້ແມ່ນການລະເມີດຕໍ່ກົດເກນທຳມະຊາດ ແລະ ມັນເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ຄົນ. ສະນັ້ນ ເສດຖະກິດຕະຫຼາດບໍ່ສາມາດນໍາຄວາມສຸກທີ່ແທ້ຈິງມາເຖິງຜູ້ຄົນ. ຈົ່ງເບິ່ງດ້ວຍຕົວພວກເຈົ້າເອງ. ໝາກອະງຸ່ນບໍ່ໄດ້ຂາຍໃນຕະຫຼາດໝົດສີ່ລະດູການບໍ? ໃນຄວາມເປັນຈິງແລ້ວ ໝາກອະງຸ່ນຈະມີຄວາມສົດໄດ້ເປັນຊ່ວງເວລາສັ້ນໆເທົ່ານັ້ນ ຫຼັງຈາກທີ່ໄດ້ເດັດພວກມັນ. ຖ້າເຈົ້າເກັບຮັກສາພວກມັນຈົນຮອດເດືອນມິຖຸນາຂອງປີໜ້າ, ຈະຍັງສາມາດຖືກເອີ້ນພວກມັນວ່າ ໝາກອະງຸ່ນໄດ້ບໍ? ຫຼື ຄໍາວ່າ “ຂີ້ເຫຍື່ອ” ຈະເປັນຊື່ທີ່ດີກວ່າສຳລັບພວກມັນບໍ? ພວກມັນພຽງແຕ່ຂາດວັດຖຸທາດຂອງໝາກອະງຸ່ນສົດເທົ່ານັ້ນ, ພວກມັນມີຜະລິດຕະພັນທາງເຄມີຫຼາຍຂຶ້ນໃນຕົວພວກມັນ. ຫຼັງຈາກປີໜຶ່ງ, ພວກມັນກໍບໍ່ສົດອີກຕໍ່ໄປ ແລະ ສານອາຫານທີ່ພວກມັນມີກໍຫາຍໄປດົນແລ້ວ. ເມື່ອຜູ້ຄົນກິນໝາກອະງຸ່ນ, ພວກເຂົາກໍມີຄວາມຮູ້ສຶກນີ້: “ພວກເຮົາຊ່າງໂຊກດີ! ພວກເຮົາຈະສາມາດກິນໝາກອະງຸ່ນໃນລະດູການນີ້ໄດ້ບໍ ຖ້າເປັນສາມສິບປີກ່ອນ? ເຈົ້າບໍ່ສາມາດກິນໄດ້ ເຖິງແມ່ນວ່າເຈົ້າຈະຕ້ອງການກິນກໍຕາມ! ຊີວິດດີຫຼາຍໃນຕອນນີ້!” ນີ້ແມ່ນຄວາມສຸກທີ່ແທ້ຈິງບໍ? ຖ້າເຈົ້າສົນໃຈ, ເຈົ້າກໍສາມາດຄົ້ນຄວ້າດ້ວຍຕົນເອງກ່ຽວກັບໝາກອະງຸ່ນທີ່ຖືກເກັບຮັກສາໄວ້ດ້ວຍສານເຄມີ ແລະ ເບິ່ງວ່າພວກມັນເຮັດມາຈາກຫຍັງ ແລະ ເບິ່ງວ່າວັດຖຸທາດເຫຼົ່ານີ້ສາມາດເປັນປະໂຫຍດຕໍ່ມະນຸດ ຫຼື ບໍ່. ໃນຍຸກແຫ່ງພຣະບັນຍັດ, ເມື່ອຊາວອິດສະຣາເອນໄດ້ອອກຈາກອີຢີບ ແລະ ກຳລັງເດີນທາງ, ພຣະເຈົ້າໄດ້ມອບນົກຂຸ້ມ ແລະ ມານາໃຫ້ແກ່ພວກເຂົາ. ແຕ່ພຣະເຈົ້າອະນຸຍາດໃຫ້ຜູ້ຄົນເກັບຮັກສາອາຫານເຫຼົ່ານີ້ບໍ? ບາງຄົນສາຍຕາສັ້ນ ແລະ ຢ້ານວ່າຈະບໍ່ມີອາຫານອີກໃນມື້ຕໍ່ໄປ, ສະນັ້ນ ພວກເຂົາຈຶ່ງຈົ່ງບາງສ່ວນໄວ້ສຳລັບເວລາຕໍ່ມາ. ແລ້ວເກີດຫຍັງຂຶ້ນ? ມື້ຕໍ່ມາມັນກໍເໜົ່າເປື່ອຍ. ພຣະເຈົ້າບໍ່ໄດ້ອະນຸຍາດໃຫ້ເຈົ້າຈົ່ງບາງສ່ວນໄວ້ ຍ້ອນພຣະອົງໄດ້ເຮັດການຈັດກຽມທີ່ຈະຮັບປະກັນໄດ້ວ່າເຈົ້າຈະບໍ່ຫິວ. ແຕ່ມະນຸດຊາດບໍ່ມີຄວາມເຊື່ອໝັ້ນແບບນັ້ນ ຫຼື ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ພວກເຂົາຕ້ອງການໃຫ້ຕົນເອງມີພື້ນທີ່ເພື່ອຫຼົບຫຼີກຢູ່ສະເໝີ ແລະ ບໍ່ສາມາດເຫັນຄວາມຫ່ວງໃຍ ແລະ ຄວາມຄິດທຸກຢ່າງທີ່ຢູ່ເບື້ອງຫຼັງການຈັດກຽມຂອງພຣະເຈົ້າສຳລັບມະນຸດຊາດ. ພວກເຂົາບໍ່ສາມາດຮູ້ສຶກເຖິງມັນໄດ້, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດມອບຄວາມເຊື່ອຂອງພວກເຂົາໄວ້ໃນພຣະເຈົ້າໄດ້ຢ່າງສົມບູນ ໂດຍຄິດຢູ່ສະເໝີວ່າ: “ການກະທຳຂອງພຣະເຈົ້າເພິ່ງພາບໍ່ໄດ້! ຜູ້ໃດຈະຮູ້ວ່າພຣະເຈົ້າຈະມອບສິ່ງທີ່ພວກຂ້ານ້ອຍຕ້ອງການໃຫ້ແກ່ພວກຂ້ານ້ອຍ ຫຼື ບໍ່ ຫຼື ເມື່ອໃດພຣະອົງຈະມອບມັນໃຫ້ແກ່ພວກຂ້ານ້ອຍ! ຖ້າຂ້ານ້ອຍຫິວຫຼາຍ ແລະ ພຣະເຈົ້າກໍບໍ່ສະໜອງໃຫ້ ແລ້ວຂ້ານ້ອຍຈະບໍ່ຫິວຕາຍບໍ? ຂ້ານ້ອຍຈະບໍ່ຂາດໂພຊະນາການບໍ?” ຈົ່ງເບິ່ງວ່າຄວາມເຊື່ອໝັ້ນຂອງມະນຸດບອບບາງສໍ່າໃດ!
ເມັດພືດ, ໝາກໄມ້ ແລະ ຜັກ ແລະ ໝາກຖົ່ວທຸກປະເພດ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນອາຫານສຳລັບຜູ້ກິນເຈ. ພວກມັນປະກອບມີສານອາຫານທີ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍມະນຸດ ເຖິງແມ່ນພວກມັນເປັນອາຫານສຳລັບຜູ້ກິນເຈກໍຕາມ. ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ໄດ້ເວົ້າວ່າ: “ເຮົາພຽງແຕ່ຈະມອບອາຫານເຫຼົ່ານີ້ໃຫ້ແກ່ມະນຸດຊາດ. ໃຫ້ພວກເຂົາກິນພຽງແຕ່ສິ່ງເຫຼົ່ານີ້ເທົ່ານັ້ນ!” ພຣະເຈົ້າບໍ່ໄດ້ຢຸດແຕ່ສໍ່ານັ້ນ, ແຕ່ສືບຕໍ່ຈັດກຽມອາຫານອີກທີ່ຍິ່ງແຊບກວ່າເກົ່າໃຫ້ແກ່ມະນຸດຊາດ. ແມ່ນຫຍັງຄືອາຫານເຫຼົ່ານີ້? ພວກມັນແມ່ນຊີ້ນ ແລະ ປາປະເພດຕ່າງໆທີ່ພວກເຈົ້າສ່ວນໃຫຍ່ສາມາດເຫັນ ແລະ ກິນໄດ້. ພຣະອົງຈັດກຽມຊີ້ນ ແລະ ປາຫຼາຍປະເພດແທ້ໆໃຫ້ແກ່ມະນຸດ. ປາອາໄສຢູ່ໃນນໍ້າ ແລະ ຊີ້ນປາໃນນໍ້າກໍມີວັດຖຸທາດທີ່ແຕກຕ່າງກັນຈາກຊີ້ນຂອງສັດທີ່ອາໄສເທິງບົກ ແລະ ມັນສາມາດສະໜອງສານອາຫານທີ່ແຕກຕ່າງກັນໃຫ້ແກ່ມະນຸດ. ປາມີຄຸນສົມບັດທີ່ສາມາດຄວບຄຸມຄວາມເຢັນ ແລະ ຄວາມຮ້ອນໃນຮ່າງກາຍມະນຸດ ເຊິ່ງເປັນປະໂຫຍດຕໍ່ມະນຸດຫຼາຍ. ແຕ່ຕ້ອງບໍ່ກິນອາຫານທີ່ແຊບຫຼາຍຈົນເກີນໄປ. ດັ່ງທີ່ເຮົາໄດ້ເວົ້າແລ້ວ ພຣະເຈົ້າປະທານໃຫ້ແກ່ມະນຸດໃນປະລິມານທີ່ເໝາະສົມໃນເວລາທີ່ເໝາະສົມ ເພື່ອວ່າຜູ້ຄົນຈະສາມາດຮັບເອົາສິ່ງປະທານຂອງພຣະອົງຢ່າງຖືກຕ້ອງໃນລັກສະນະທີ່ປົກກະຕິ ແລະ ຕາມລະດູການ ແລະ ເວລາ. ຕອນນີ້ ອາຫານປະເພດໃດທີ່ຖືກລວມໄວ້ໃນຈຳພວກສັດປີກ? ໄກ່, ນົກຂຸ້ມ, ນົກກາງແກ ແລະ ອື່ນໆອີກຫຼາຍ. ຫຼາຍຄົນກໍກິນເປັດ ແລະ ຫ່ານອີກດ້ວຍ. ເຖິງແມ່ນວ່າພຣະເຈົ້າຈະສະໜອງຊີ້ນທຸກປະເພດເຫຼົ່ານີ້, ພຣະອົງກໍມີການຮຽກຮ້ອງບາງຢ່າງຈາກຜູ້ຄົນທີ່ຖືກເລືອກຂອງພຣະອົງ ແລະ ກຳນົດຂໍ້ຈຳກັດທີ່ສະເພາະໃນອາຫານຂອງພວກເຂົາໃນລະຫວ່າງຍຸກແຫ່ງພຣະບັນຍັດ. ທຸກມື້ນີ້, ຂໍ້ຈຳກັດເຫຼົ່ານີ້ແມ່ນອີງຕາມລົດຊາດສ່ວນບຸກຄົນ ແລະ ການຕີຄວາມໝາຍສ່ວນຕົວ. ຊີ້ນຕ່າງໆເຫຼົ່ານີ້ສະໜອງສານອາຫານທີ່ແຕກຕ່າງກັນໃຫ້ແກ່ຮ່າງກາຍມະນຸດ, ເຕີ່ມເຕັມໂປຣຕີນ ແລະ ທາດເຫຼັກ, ເພີ່ມພູນເລືອດ, ເພີ່ມກຳລັງໃຫ້ກັບກ້າມຊີ້ນ ແລະ ກະດູກ ແລະ ສ້າງພະລັງງານໃນຮ່າງກາຍ. ບໍ່ວ່າຜູ້ຄົນຈະຄົວກິນ ແລະ ກິນພວກມັນແນວໃດກໍຕາມ, ຊີ້ນເຫຼົ່ານີ້ສາມາດຊ່ວຍໃຫ້ຜູ້ຄົນປັບປຸງລົດຊາດອາຫານຂອງພວກເຂົາ ແລະ ເພີ່ມຄວາມຢາກຂອງພວກເຂົາ ໃນຂະນະທີ່ເຮັດໃຫ້ອີ່ມທ້ອງຂອງພວກເຂົາອີກດ້ວຍ. ສິ່ງທີ່ສຳຄັນທີ່ສຸດ, ອາຫານເຫຼົ່ານີ້ສາມາດສະໜອງຮ່າງກາຍມະນຸດດ້ວຍຄວາມຕ້ອງການດ້ານສານອາຫານໃນປະຈຳວັນຂອງຮ່າງກາຍ. ນີ້ແມ່ນການຄິດພິຈາລະນາຂອງພຣະເຈົ້າ ເມື່ອພຣະອົງເຮັດໃຫ້ອາຫານພ້ອມສຳລັບມະນຸດຊາດ. ມີຜັກ, ມີຊີ້ນ, ນີ້ບໍ່ແມ່ນຄວາມອຸດົມສົມບູນບໍ? ແຕ່ຜູ້ຄົນຄວນເຂົ້າໃຈວ່າແມ່ນຫຍັງຄືເຈດຕະນາຂອງພຣະເຈົ້າ ເມື່ອພຣະອົງຈັດກຽມອາຫານທັງໝົດສຳລັບມະນຸດຊາດ. ມັນແມ່ນເພື່ອເຮັດໃຫ້ມະນຸດຊາດໝົກມຸ້ນໃນອາຫານເຫຼົ່ານີ້ຈົນເກີນໄປບໍ? ເກີດຫຍັງຂຶ້ນເມື່ອມະນຸດຕິດກັບດັກໃນການພະຍາຍາມສະໜອງຄວາມປາຖະໜາທາງກາຍເຫຼົ່ານີ້? ເຂົາບໍ່ໄດ້ຮັບການບໍາລຸງລ້ຽງຫຼາຍເກີນໄປບໍ? ການບໍາລຸງລ້ຽງຫຼາຍເກີນໄປບໍ່ໄດ້ເຮັດໃຫ້ຮ່າງກາຍມະນຸດເຈັບປວດໃນຫຼາຍວິທີບໍ? (ແມ່ນແລ້ວ). ນັ້ນຄືເຫດຜົນທີ່ພຣະເຈົ້າຈັດແບ່ງປະລິມານທີ່ເໝາະສົມໃນເວລາທີ່ເໝາະສົມ ແລະ ໃຫ້ຜູ້ຄົນໄດ້ຮັບອາຫານທີ່ແຕກຕ່າງກັນຕາມຊ່ວງເວລາ ແລະ ລະດູການທີ່ແຕກຕ່າງກັນ. ຕົວຢ່າງເຊັ່ນ ຫຼັງຈາກລະດູຮ້ອນຫຼາຍ ຜູ້ຄົນກໍສະສົມຄວາມຮ້ອນໄວ້ໃນຮ່າງກາຍຂອງພວກເຂົາຫຼາຍ ພ້ອມທັງຄວາມແຫ້ງ ແລະ ຄວາມຊຸ່ມທີ່ພາໃຫ້ເກີດໂຣກ. ເມື່ອລະດູໃບໄມ້ລົ່ນມາເຖິງ, ໝາກໄມ້ຫຼາຍປະເພດກໍສຸກ ແລະ ເມື່ອຜູ້ຄົນກິນໝາກໄມ້ເຫຼົ່ານີ້, ຄວາມຊຸ່ມທີ່ຢູ່ໃນຮ່າງກາຍຂອງພວກເຂົາກໍຖືກຂັບໄລ່ອອກ. ໃນເວລານີ້, ຄວາຍງົວ ແລະ ແກະກໍເຂັ້ມແຂງຂຶ້ນເຊັ່ນກັນ, ສະນັ້ນ ນີ້ຈຶ່ງເປັນເວລາທີ່ຜູ້ຄົນຄວນກິນຊີ້ນຫຼາຍຂຶ້ນເພື່ອການບໍາລຸງລ້ຽງ. ໂດຍການກິນຊີ້ນຫຼາກຫຼາຍປະເພດ, ຮ່າງກາຍຂອງຜູ້ຄົນໄດ້ຮັບພະລັງງານ ແລະ ຄວາມອົບອຸ່ນເພື່ອຊ່ວຍໃຫ້ພວກເຂົາທົນຕໍ່ຄວາມເຢັນຂອງລະດູໜາວ ແລະ ຜົນຕາມມາກໍຄື ພວກເຂົາກໍສາມາດຜ່ານລະດູໜາວໄປໄດ້ຢ່າງປອດໄພ ແລະ ຢ່າງສຸຂະພາບດີ. ດ້ວຍການດູແລທີ່ດີທີ່ສຸດ ແລະ ຄວາມແນ່ນອນ, ພຣະເຈົ້າຄວບຄຸມ ແລະ ປະສານງານສິ່ງ ແລະ ເວລາທີ່ຈະສະໜອງໃຫ້ແກ່ມະນຸດຊາດ; ແລະ ເວລາທີ່ພຣະອົງຈະເຮັດໃຫ້ສິ່ງຕ່າງໆເຕີບໃຫຍ່, ອອກໝາກ ແລະ ສຸກ. ສິ່ງນີ້ແມ່ນກ່ຽວຂ້ອງກັບ “ວິທີທີ່ພຣະເຈົ້າຈັດກຽມອາຫານທີ່ມະນຸດຕ້ອງການໃນຊີວິດປະຈຳວັນຂອງເຂົາ”. ນອກຈາກອາຫານຫຼາຍປະເພດແລ້ວ, ພຣະເຈົ້າກໍຍັງສະໜອງແຫຼ່ງນໍ້າໃຫ້ແກ່ມະນຸດຊາດ. ຫຼັງຈາກທີ່ໄດ້ກິນ, ຜູ້ຄົນກໍຍັງຕ້ອງການດື່ມນໍ້າ. ໝາກໄມ້ພຽງຢ່າງດຽວຈະພຽງພໍບໍ? ຜູ້ຄົນບໍ່ສາມາດອາໄສໝາກໄມ້ແຕ່ຢ່າງດຽວ ແລະ ອີກຢ່າງ ບໍ່ມີໝາກໄມ້ໃນບາງລະດູການ. ແລ້ວບັນຫານໍ້າຂອງມະນຸດຊາດຈະສາມາດໄດ້ຮັບການແກ້ໄຂແນວໃດ? ພຣະເຈົ້າໄດ້ແກ້ໄຂມັນໂດຍຈັດກຽມແຫຼ່ງນໍ້າຫຼາຍແຫ່ງຢູ່ເທິງ ແລະ ຢູ່ລຸ່ມພື້ນດິນ ເຊິ່ງລວມເຖິງທະເລສາບ, ແມ່ນໍ້າ ແລະ ນໍ້າພຸ. ແຫຼ່ງນໍ້າເຫຼົ່ານີ້ແມ່ນເໝາະສຳລັບດື່ມ ຕາບໃດທີ່ບໍ່ມີສິ່ງເປິະເປື້ອນ ແລະ ຕາບໃດທີ່ຜູ້ຄົນບໍ່ໄດ້ປັບແປງ ຫຼື ທຳລາຍພວກມັນ. ເວົ້າອີກຢ່າງກໍຄື ໃນເລື່ອງຂອງແຫຼ່ງອາຫານທີ່ບໍາລຸງລ້ຽງຊີວິດດ້ານຮ່າງກາຍຂອງມະນຸດຊາດ, ພຣະເຈົ້າໄດ້ຈັດກຽມຢ່າງແນ່ນອນຫຼາຍ, ຖືກຕ້ອງຫຼາຍ ແລະ ເໝາະສົມຫຼາຍ ເພື່ອວ່າຊີວິດຂອງຜູ້ຄົນຈະຮັ່ງມີ ແລະ ອຸດົມສົມບູນ ແລະ ບໍ່ຂາດຫຍັງເລີຍ. ນີ້ແມ່ນສິ່ງທີ່ຜູ້ຄົນສາມາດຮູ້ສຶກ ແລະ ເຫັນໄດ້.
ອີກຢ່າງ, ພຣະເຈົ້າໄດ້ເນລະມິດສ້າງພືດບາງປະເພດ, ສັດ ແລະ ສະໝູນໄພຕ່າງໆໃນບັນດາສິ່ງທັງປວງ ເຊິ່ງມີຈຸດປະສົງເພື່ອຮັກສາບາດແຜ ຫຼື ປິ່ນປົວຄວາມເຈັບປ່ວຍທີ່ຢູ່ໃນຮ່າງກາຍມະນຸດໂດຍສະເພາະ. ຕົວຢ່າງ ຖ້າຜູ້ໃດຜູ້ໜຶ່ງຖືກໄຟໄໝ້ ຫຼື ລວກຕົນເອງໂດຍບັງເອີນພວກເຂົາຄວນເຮັດຫຍັງ? ເຈົ້າຈະສາມາດລ້າງແຜໄໝ້ດ້ວຍນໍ້າເທົ່ານັ້ນບໍ? ເຈົ້າຈະສາມາດຫໍ່ມັນດ້ວຍເສດຜ້າເກົ່າໆເທົ່ານັ້ນບໍ? ຖ້າເຈົ້າເຮັດແບບນັ້ນ, ບາດແຜອາດເຕັມໄປດ້ວຍໜອງ ຫຼື ຕິດເຊື້ອ. ຕົວຢ່າງ ຖ້າຜູ້ໃດຜູ້ໜຶ່ງເປັນໄຂ້ ຫຼື ເປັນຫວັດ; ໄດ້ຮັບບາດແຜໃນຂະນະທີ່ກຳລັງເຮັດວຽກ; ມີບາດແຜໃນກະເພາະອາຫານຈາກການກິນສິ່ງທີ່ບໍ່ຖືກຕ້ອງ; ຫຼື ມີໂຣກບາງຢ່າງທີ່ເກີດຈາກປັດໃຈການໃຊ້ຊີວິດ ຫຼື ບັນຫາເລື່ອງຄວາມຮູ້ສຶກ ລວມເຖິງໂຣກກ່ຽວກັບເສັ້ນເລືອດ, ອາການທາງຈິດ ຫຼື ໂຣກຕ່າງໆຂອງອະໄວຍະວະພາຍໃນ, ແລ້ວມີພືດຄູ່ກັນທີ່ຮັກສາອາການຂອງພວກເຂົາໄດ້. ມີພືດທີ່ປັບປຸງການໄຫຼວຽນຂອງເລືອດ ແລະ ກຳຈັດການຕົກຄ້າງ, ບັນເທົາຄວາມເຈັບປວດ, ຫ້າມເລືອດ, ເຮັດໃຫ້ຮູ້ສຶກຊາ, ຊ່ວຍຮັກສາຜິວໜັງ ແລະ ເຮັດໃຫ້ມັນກັບຄືນສູ່ສະພາບປົກກະຕິ ແລະ ສະຫຼາຍເລືອດທີ່ຕົກຄ້າງ ແລະ ກຳຈັດສານພິດອອກຈາກຮ່າງກາຍ, ເວົ້າສັ້ນໆກໍຄື ພືດເຫຼົ່ານີ້ມີປະໂຫຍດໃນຊີວິດປະຈຳວັນ. ຜູ້ຄົນສາມາດໃຊ້ພວກມັນ ແລະ ພວກມັນຖືກຈັດກຽມໂດຍພຣະເຈົ້າສຳລັບຮ່າງກາຍມະນຸດ ໃນກໍລະນີທີ່ຕ້ອງການ. ພຣະເຈົ້າຍອມໃຫ້ມະນຸດຄົ້ນພົບພວກມັນບາງສ່ວນໂດຍບັງເອີນ, ໃນຂະນະທີ່ສ່ວນອື່ນໆແມ່ນຖືກຄົ້ນພົບໂດຍຄົນທີ່ພຣະເຈົ້າເລືອກໃຫ້ຄົ້ນພົບ ຫຼື ເປັນຜົນຕາມມາຂອງປາກົດການພິເສດທີ່ພຣະເຈົ້າໄດ້ປັ້ນແຕ່ງ. ຫຼັງຈາກການຄົ້ນພົບພືດເຫຼົ່ານີ້ແລ້ວ, ມະນຸດຊາດກໍຈະສົ່ງຕໍ່ພວກມັນ ແລະ ຫຼາຍຄົນກໍຈະມາຮູ້ຈັກກ່ຽວກັບພວກມັນ. ການທີ່ພຣະເຈົ້າເນລະມິດສ້າງພືດເຫຼົ່ານີ້ໃນລັກສະນະນັ້ນກໍມີຄຸນຄ່າ ແລະ ຄວາມໝາຍ. ສະຫຼຸບກໍຄື ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ມາຈາກພຣະເຈົ້າ, ຖືກຈັດກຽມ ແລະ ປູກໄວ້ໂດຍພຣະອົງ ເມື່ອພຣະອົງໄດ້ເນລະມິດສ້າງສະພາບແວດລ້ອມການດຳລົງຊີວິດຂອງມະນຸດຊາດ. ພວກມັນມີຄວາມຈຳເປັນ. ຄວາມຄິດຂອງພຣະເຈົ້າດຳເນີນການຢ່າງທົ່ວເຖິງກວ່າຄວາມຄິດຂອງມະນຸດຊາດບໍ? ເມື່ອເຈົ້າເຫັນທຸກສິ່ງທີ່ພຣະເຈົ້າໄດ້ເຮັດ, ເຈົ້າມີຄວາມຮູ້ສຶກເຖິງດ້ານດີຂອງພຣະເຈົ້າບໍ? ພຣະເຈົ້າປະຕິບັດພາລະກິດຢ່າງລັບໆ. ພຣະເຈົ້າເນລະມິດສ້າງທຸກສິ່ງເຫຼົ່ານີ້ ເມື່ອມະນຸດຍັງບໍ່ທັນໄດ້ເຂົ້າມາຢູ່ໃນໂລກເທື່ອ ເຊິ່ງເປັນເວລາທີ່ພຣະອົງບໍ່ໄດ້ມີການພົວພັນກັບມະນຸດຊາດ. ທຸກສິ່ງແມ່ນຖືກເຮັດໃຫ້ສຳເລັດໂດຍມີການຄິດເຖິງມະນຸດຊາດ, ເພື່ອການເປັນຢູ່ຂອງມະນຸດ ແລະ ດ້ວຍຄວາມຄິດເພື່ອຄວາມຢູ່ລອດຂອງພວກເຂົາ, ເພື່ອວ່າມະນຸດຊາດຈະໄດ້ດຳລົງຊີວິດຢ່າງມີຄວາມສຸກໃນໂລກທາງກາຍທີ່ຮັ່ງມີ ແລະ ອຸດົມສົມບູນນີ້ ທີ່ພຣະເຈົ້າໄດ້ຈັດກຽມໄວ້ສຳລັບພວກເຂົາ ເຊິ່ງປາສະຈາກຄວາມກັງວົນກ່ຽວກັບອາຫານ ແລະ ເຄື່ອງນຸ່ງໂດຍທີ່ບໍ່ຂາດຫຍັງເລີຍ. ໃນສະພາບແວດລ້ອມດັ່ງກ່າວ, ມະນຸດຊາດສາມາດສືບຕໍ່ແຜ່ພັນ ແລະ ຢູ່ລອດໄດ້.
ໃນບັນດາການກະທຳທີ່ໃຫຍ່ ແລະ ນ້ອຍຂອງພຣະເຈົ້າ, ມີຫຍັງທີ່ບໍ່ມີຄຸນຄ່າ ຫຼື ຄວາມໝາຍບໍ? ທຸກສິ່ງທີ່ພຣະເຈົ້າເຮັດແມ່ນມີຄຸນຄ່າ ແລະ ຄວາມໝາຍ. ໃຫ້ພວກເຮົາເລີ່ມຕົ້ນການສົນທະນາຂອງພວກເຮົາດ້ວຍຫົວຂໍ້ທົ່ວໄປ. ຜູ້ຄົນຖາມຢູ່ເລື້ອຍໆວ່າ: ໄກ່ ຫຼື ໄຂ່, ອັນໃດມາກ່ອນ? (ໄກ່). ໄກ່ມາກ່ອນ ໂດຍບໍ່ຕ້ອງສົງໄສເລີຍ! ເປັນຫຍັງໄກ່ຈຶ່ງມາກ່ອນ? ເປັນຫຍັງໄຂ່ຈຶ່ງບໍ່ມາກ່ອນ? ໄກ່ບໍ່ໄດ້ອອກຈາກໄຂ່ບໍ? ຫຼັງຈາກຊາວເອັດມື້, ໄກ່ກໍອອກ ແລະ ຫຼັງຈາກນັ້ນ ໄກ່ໂຕນັ້ນກໍວາງໄຂ່ເພີ່ມອີກ ແລະ ໄກ່ກໍອອກຈາກໄຂ່ເຫຼົ່ານັ້ນເພີ່ມຂຶ້ນ. ແລ້ວໄກ່ ຫຼື ໄຂ່ມາກ່ອນ? ພວກເຈົ້າຕອບ “ໄກ່” ດ້ວຍຄວາມໝັ້ນໃຈທີ່ສຸດ. ແຕ່ເປັນຫຍັງນີ້ຈຶ່ງເປັນຄຳຕອບຂອງພວກເຈົ້າ? (ພຣະຄຳພີເວົ້າວ່າ ພຣະເຈົ້າໄດ້ເນລະມິດສ້າງນົກ ແລະ ສັດ). ແລ້ວຄຳຕອບຂອງເຈົ້າກໍອີງບົນພຣະຄຳພີ. ແຕ່ເຮົາຕ້ອງການໃຫ້ພວກເຈົ້າລົມກ່ຽວກັບຄວາມເຂົ້າໃຈຂອງພວກເຈົ້າເອງ, ເພື່ອວ່າເຮົາຈະສາມາດເບິ່ງວ່າພວກເຈົ້າມີຄວາມຮູ້ຫຍັງທີ່ເປັນຈິງກ່ຽວກັບການກະທຳຂອງພຣະເຈົ້າ ຫຼື ບໍ່. ບັດນີ້ ພວກເຈົ້າໝັ້ນໃຈໃນຄຳຕອບຂອງພວກເຈົ້າ ຫຼື ບໍ່? (ພຣະເຈົ້າໄດ້ເນລະມິດສ້າງໄກ່, ແລ້ວໃຫ້ຄວາມສາມາດແກ່ມັນໃນການຂະຫຍາຍພັນ ເຊິ່ງໝາຍເຖິງຄວາມສາມາດໃນການຟັກໄຂ່. ການຕີຄວາມໝາຍນີ້ແມ່ນຖືກຕ້ອງບໍ່ຫຼາຍກໍໜ້ອຍ. ໄກ່ມາກ່ອນ ແລະ ຫຼັງຈາກນັ້ນກໍໄຂ່. ນີ້ແມ່ນສິ່ງທີ່ແນ່ນອນ. ມັນບໍ່ແມ່ນຄວາມລຶກລັບທີ່ເລິກເຊິ່ງເປັນພິເສດ, ແຕ່ເຖິງຢ່າງໃດກໍຕາມ ຜູ້ຄົນເທິງແຜ່ນດິນໂລກກໍພິຈາລະນາວ່າເປັນແບບນັ້ນ ແລະ ພະຍາຍາມແກ້ໄຂມັນດ້ວຍທິດສະດີທາງປັດຊະຢາ ໂດຍບໍ່ໄປເຖິງຂໍ້ສະຫຼຸບຈັກເທື່ອ. ນີ້ເປັນຄືກັບຕອນທີ່ຜູ້ຄົນບໍ່ຮູ້ວ່າພຣະເຈົ້າໄດ້ເນລະມິດສ້າງພວກເຂົາເທົ່ານັ້ນ. ພວກເຂົາບໍ່ຮູ້ຈັກຫຼັກການພື້ນຖານນີ້ ຫຼື ພວກເຂົາບໍ່ມີແນວຄິດທີ່ຊັດເຈນກ່ຽວກັບວ່າໄຂ່ ຫຼື ໄກ່ທີ່ຄວນມາກ່ອນ. ພວກເຂົາບໍ່ຮູ້ວ່າອັນໃດຄວນມາກ່ອນ, ແລ້ວພວກເຂົາກໍບໍ່ສາມາດຄົ້ນພົບຄຳຕອບໄດ້ຈັກເທື່ອ. ມັນຂ້ອນຂ້າງເປັນເລື່ອງທຳມະຊາດທີ່ໄກ່ມາກ່ອນ. ຖ້າມີໄຂ່ກ່ອນໄກ່, ນັ້ນກໍຈະຜິດປົກກະຕິ! ມັນເປັນສິ່ງງ່າຍໆຫຼາຍ, ໄກ່ມາກ່ອນຢ່າງແນ່ນອນ. ນີ້ບໍ່ແມ່ນຄຳຖາມທີ່ຈະເປັນຕ້ອງມີຄວາມຮູ້ລະດັບສູງ. ພຣະເຈົ້າເນລະມິດສ້າງທຸກສິ່ງ ດ້ວຍເຈດຕະນາເພື່ອໃຫ້ມະນຸດໄດ້ເພີດເພີນກັບມັນ. ຫຼັງຈາກທີ່ໄກ່ມີຢູ່, ໄຂ່ກໍຕາມມາເປັນເລື່ອງປົກກະຕິ. ນີ້ບໍ່ແມ່ນຄໍາຕອບທີ່ພ້ອມແລ້ວບໍ? ຖ້າໄຂ່ຖືກເນລະມິດສ້າງກ່ອນ, ມັນຈະຍັງບໍ່ຕ້ອງການໃຫ້ໄກ່ຟັກມັນບໍ? ການເນລະມິດສ້າງໄກ່ໂດຍກົງກໍເປັນຄໍາຕອບທີ່ພ້ອມກວ່າຢູ່ແລ້ວ. ໃນລັກສະນະນີ້ ໄກ່ກໍສາມາດວາງໄຂ່ ແລະ ຟັກລູກໄກ່ທີ່ຢູ່ຂ້າງໃນ ແລະ ຜູ້ຄົນກໍສາມາດມີໄກ່ໃຫ້ກິນ. ຊ່າງສະດວກສະບາຍ! ວິທີທີ່ພຣະເຈົ້າເຮັດສິ່ງຕ່າງໆແມ່ນເປັນລະບຽບ ແລະ ສະອາດ, ບໍ່ສັບສົນເລີຍ. ໄຂ່ມາຈາກໃສ? ມັນມາຈາກໄກ່. ບໍ່ມີໄຂ່ທີ່ປາສະຈາກໄກ່. ສິ່ງທີ່ພຣະເຈົ້າເນລະມິດສ້າງແມ່ນສິ່ງມີຊີວິດ! ມະນຸດຊາດໄຮ້ເຫດຜົນ ແລະ ເປັນຕາໜ່າຍ, ຫຍຸ້ງຍາກກັບສິ່ງງ່າຍໆແບບນີ້ຢູ່ສະເໝີ ແລະ ລົງເອີຍດ້ວຍຄວາມເຊື່ອຜິດໆທີ່ໄຮ້ເຫດຜົນຈຳນວນໜຶ່ງ. ມະນຸດຊ່າງເປັນເດັກນ້ອຍ! ຄວາມສຳພັນລະຫວ່າງໄຂ່ ແລະ ໄກ່ແມ່ນຊັດເຈນ: ໄກ່ມາກ່ອນ. ນີ້ຄືຄຳອະທິບາຍທີ່ຖືກຕ້ອງທີ່ສຸດ, ວິທີທີ່ຖືກຕ້ອງທີ່ສຸດໃນການເຂົ້າໃຈມັນ ແລະ ຄຳຕອບທີ່ຖືກຕ້ອງທີ່ສຸດ. ມັນຖືກຕ້ອງ.
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VIII).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?