ຊ່ວງເວລາທີຫ້າ: ລູກຫຼານ

28 ເດືອນມັງກອນ 2021

ຫຼັງຈາກແຕ່ງດອງແລ້ວ, ຜູ້ຄົນກໍເລີ່ມໃຫ້ກຳເນີດຮຸ່ນຕໍ່ໄປ. ຄົນໃດໜຶ່ງບໍ່ສາມາດເວົ້າໄດ້ວ່າເຂົາຈະມີລູກຈັກຄົນ ແລະ ມີລູກປະເພດໃດ; ສິ່ງນີ້ແມ່ນຖືກກຳນົດໂດຍໂຊກຊະຕາຂອງເຂົາເຊັ່ນກັນ, ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ. ນີ້ແມ່ນຊ່ວງເວລາທີຫ້າເຊິ່ງຜູ້ຄົນຕ້ອງຜ່ານ.

ຖ້າຄົນໜຶ່ງເກີດມາເພື່ອປະຕິບັດໜ້າທີ່ເປັນລຸກຂອງບາງຄົນ, ແລ້ວກໍຈະມີຄົນໃດໜຶ່ງລ້ຽງດູຮຸ່ນຕໍ່ໄປເພື່ອເຮັດໜ້າທີ່ເປັນພໍ່ແມ່ຂອງບາງຄົນ. ການປ່ຽນແປງໃນບົດບາດນີ້ເຮັດໃຫ້ຄົນໆໜຶ່ງປະສົບກັບໄລຍະທີ່ແຕກຕ່າງຂອງຊີວິດ ຈາກມຸມມອງທີ່ແຕກຕ່າງກັນ. ມັນຍັງໃຫ້ປະສົບການຊີວິດທີ່ແຕກຕ່າງກັນໂດຍຜ່ານການມາຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ເຊິ່ງຖືກນຳໃຊ້ໃນທາງດຽວກັນສະເໝີ ແລະ ຜ່ານປະສົບການຄວາມຈິງທີ່ວ່າ ບໍ່ມີໃຜສາມາດລ່ວງເກີນ ຫຼື ປ່ຽນແປງຊະຕາກຳຂອງພຣະຜູ້ຊົງສ້າງໄດ້.

1. ຄົນໃດໜຶ່ງບໍ່ສາມາດຄວບຄຸມເໜືອສິ່ງທີ່ເປັນລູກຫຼານຂອງເຂົາໄດ້

ການເກີດ, ການເຕີບໃຫຍ່ ແລະ ການແຕ່ງດອງ ລ້ວນແລ້ວແຕ່ນຳມາເຊິ່ງຄວາມຜິດຫວັງໃນຫຼາຍຮູບແບບ ແລະ ໃນລະດັບທີ່ແຕກຕ່າງກັນ. ບາງຄົນບໍ່ພໍໃຈກັບຄອບຄົວຂອງຕົນ ຫຼື ຮູບລັກສະນະຂອງພວກເຂົາເອງ; ບາງຄົນບໍ່ມັກພໍ່ແມ່ຂອງເຂົາ. ບາງຄົນບໍ່ພໍໃຈ ຫຼື ມີການຈົ່ມວ່າກ່ຽວກັບສະພາບແວດລ້ອມທີ່ພວກເຂົາເຕີບໃຫຍ່ຂຶ້ນ. ສໍາລັບຄົນສ່ວນໃຫຍ່, ທ່າມກາງຄວາມຜິດຫວັງເຫຼົ່ານີ້, ການແຕ່ງດອງເປັນສິ່ງທີ່ບໍ່ໜ້າພໍໃຈຫຼາຍທີ່ສຸດ. ບໍ່ວ່າຄົນຈະບໍ່ພໍໃຈແນວໃດກັບການເກີດຂອງເຂົາ, ການເປັນຜູ້ໃຫຍ່ ຫຼື ການແຕ່ງດອງ, ທຸກຄົນທີ່ໄດ້ກ້າວຜ່ານສິ່ງເຫຼົ່ານີ້ຮູ້ວ່າ ຜູ້ຄົນບໍ່ສາມາດເລືອກໄດ້ວ່າ ພວກເຂົາຕ້ອງເກີດຢູ່ໃສ ຫຼື ເມື່ອໃດ, ພວກເຂົາຈະມີຮູບລັກສະນະແບບໃດ, ໃຜເປັນພໍ່ແມ່ຂອງພວກເຂົາ ແລະ ຄູ່ສົມລົດຂອງພວກເຂົາແມ່ນໃຜ ແຕ່ຕ້ອງຍອມຮັບຄວາມປະສົງຂອງສະຫວັນເທົ່ານັ້ນ. ເຖິງຢ່າງໃດກໍຕາມ ເມື່ອເຖິງເວລາທີ່ຄົນໃຫ້ກຳເນີດຄົນຮຸ່ນຕໍ່ໄປ, ພວກເຂົາກໍຈະຖ່າຍທອດຄວາມປາດຖະໜາທັງໝົດທີ່ພວກເຂົາບໍ່ໄດ້ເຮັດໃຫ້ເປັນຈິງໃນເຄິງຊີວິດທຳອິດຂອງພວກເຂົາໃຫ້ກັບລູກຫຼານຂອງພວກເຂົາ ໂດຍຫວັງວ່າລູກຫຼານຂອງພວກເຂົາຈະຊົດເຊີຍຄວາມຜິດຫວັງໃນຊ່ວງເຄິງຊີວິດຂອງຕົນໄດ້. ດັ່ງນັ້ນ ຄົນຈິ່ງໝົກມຸ້ນຢູ່ກັບຈິນຕະນາການໃນທຸກຮູບແບບກ່ຽວກັບລູກໆຂອງພວກເຂົາ: ວ່າລູກສາວຂອງພວກເຂົາຈະເຕີບໃຫຍ່ຂຶ້ນມາພ້ອມກັບຄວາມສວຍງາມຫຼືບໍ່, ວ່າລູກຊາຍຂອງພວກເຂົາຈະເປັນສຸພາບບຸລຸດບໍ່; ວ່າລູກສາວຂອງພວກເຂົາຈະໄດ້ຮັບການສັ່ງສອນ ແລະ ມີພອນສະຫວັນ ແລະ ລູກຊາຍຂອງພວກເຂົາເປັນນັກຮຽນດີເດັ່ນ ແລະ ເປັນນັກກິລາຍອດຍ້ຽມຫຼືບໍ່; ວ່າລູກສາວຂອງພວກເຂົາຈະເປັນຄົນສຸພາບອ່ອນໂຍນ, ມີຄຸນນະທຳ ແລະ ມີເຫດຜົນ ສ່ວນລູກຊາຍຂອງພວກເຂົາກໍ່ເປັນຄົນສະຫຼາດ, ມີຄວາມສາມາດ ແລະ ລະອຽດອ່ອນ. ພວກເຂົາຫວັງວ່າລູກຫຼານຂອງພວກເຂົາ ບໍ່ວ່າພວກເຂົາຈະເປັນລູກສາວ ຫຼື ລູກຊາຍກໍ່ຕາມ, ຈະໃຫ້ຄວາມເຄົາລົບຕໍ່ຜູ້ອາວຸໂສຂອງພວກເຂົາ, ມີນ້ຳໃຈຕໍ່ພໍ່ແມ່ຂອງພວກເຂົາ, ໄດ້ຮັບຄວາມຮັກ ແລະ ການຍົກຍ້ອງຈາກທຸກຄົນ... ໃນຈູດນີ້, ຫວັງວ່າ ຊີວິດຈະເບັ່ງບານອີກຄັ້ງ ແລະ ຈະມີສິ່ງບັນດານໃຈໃໝ່ເກີດຂຶ້ນໃນໃຈຂອງຄົນ. ຄົນຮູ້ວ່າພວກເຂົາບໍ່ມີອຳນາດ ແລະ ໝົດຫວັງໃນຊີວິດນີ້, ພວກເຂົາຈະບໍ່ມີໂອກາດ ຫຼື ຄວາມຫວັງອື່ນອີກທີ່ຈະໂດດເດັ່ນຈາກຝູງຊົນ ແລະ ພວກເຂົາບໍ່ມີທາງເລືອກ ແຕ່ຕ້ອງຍອມຮັບໂຊກຊະຕາຂອງຕົນ. ດັ່ງນັ້ນ ພວກເຂົາຈິ່ງມອບຄວາມຫວັງທັງໝົດຂອງພວກເຂົາ, ຄວາມປາດຖະໜາ ແລະ ຄວາມຄິດທີ່ບໍ່ເປັນຈິງຂອງພວກເຂົາສູ່ຄົນຮຸ່ນໃໝ່ ໂດຍຫວັງວ່າລູກຫຼານຂອງພວກເຂົາຈະສາມາດຊ່ວຍພວກເຂົາໃຫ້ບັນລຸຕາມຄວາມຝັນ ແລະ ເຮັດໃຫ້ຄວາມປາດຖະໜາຂອງພວກເຂົາເປັນຈິງໄດ້; ລູກສາວ ແລະ ລຸກຊາຍຂອງພວກເຂົາຈະນຳເອົາຄວມຮຸ່ງເຮືອງມາສູ່ຄອບຄົວ, ກາຍເປັນບຸກຄົນສຳຄັນ, ຮັ່ງມີ ແລະ ມີຊື່ສຽງ. ສະຫຼຸບກໍຄື, ພວກເຂົາຢາກເຫັນຄວາມຮັ່ງມີຂອງລູກໆພວກເຂົາເພີ່ມພູນ. ແຜນການ ແລະ ຈິນຕະນາການຂອງຄົນນັ້ນແມ່ນສົມບູນແບບ; ແຕ່ພວກເຂົາຮູ້ບໍ່ວ່າ ຈຳນວນລູກທີ່ພວກເຂົາມີ, ຮູບລັກສະນະຂອງລູກພວກເຂົາ, ຄວາມສາມາດ ແລະ ອື່ນໆນັ້ນບໍ່ແມ່ນພວກເຂົາເປັນຜູ້ຕັດສິນໃຈ, ໂຊກສະຕາຂອງລູກພວກເຂົາບໍ່ໄດ້ຢູ່ໃນກໍາມືຂອງພວກເຂົາແຕ່ຢ່າງໃດເລີຍ? ມະນຸດບໍ່ແມ່ນເຈົ້ານາຍແຫ່ງໂຊກຊະຕາຂອງຕົວເອງ, ແຕ່ພວກເຂົາກໍຍັງຫວັງທີ່ຈະປ່ຽນແປງໂຊກຊະຕາຂອງຄົນຮຸ່ນໃໝ່; ພວກເຂົາບໍ່ມີອຳນາດທີ່ຈະຫຼົບໜີຈາກໂຊກຊະຕາຂອງຕົວເອງໄດ້, ແຕ່ພວກເຂົາກໍ່ຍັງພະຍາຍາມທີ່ຈະຄວບຄຸມໂຊກຊະຕາຂອງລູກຊາຍ ແລະ ລູກສາວຂອງພວກເຂົາ. ບໍ່ແມ່ນພວກເຂົາປະເມີນຄ່າຕົວເອງສູງເກີນໄປບໍ? ນີ້ບໍ່ແມ່ນຄວາມໂງ່ ແລະ ຄວາມບໍ່ຮູ້ຈັກຂອງມະນຸດບໍ? ຄົນຈະພະຍາຍາມສຸດຄວາມສາມາດເພື່ອລູກຫຼານຂອງຕົນ, ແຕ່ທ້າຍທີ່ສຸດແລ້ວ ແຜນການ ແລະ ຄວາມປາດຖະໜາຂອງພວກເຂົາບໍ່ສາມາດບອກໄດ້ວ່າພວກເຂົາຈະມີລູກຈັກຄົນ ແລະ ລູກຫຼານເຫຼົ່ານັ້ນຈະມີຮູບລັກສະນະແບວໃດ. ບາງຄົນບໍ່ມີເງິນ ແຕ່ໃຫ້ກຳເນີດລູກໄດ້ຫຼາຍຄົນ; ບາງຄົນຮັ່ງມີ ແຕ່ບໍ່ມີລູກແມ່ນແຕ່ຄົນດຽວ. ບາງຄົນຢາກໄດ້ລູກສາວ ແຕ່ຄວາມປາດຖະໜານັ້ນຖືກປະຕິເສດ; ບາງຄົນຢາກໄດ້ລູກຊາຍ ແຕ່ບໍ່ສາມາດໃຫ້ກຳເນີດລູກຊາຍໄດ້. ສຳລັບບາງຄົນ ການມີລູກຄືພອນປະເສີດ, ສ່ວນຄົນອື່ນໆ ການມີລູກຄືການສາບແຊ່ງ. ບາງຄູ່ເປັນຄົນສະຫຼາດ ແຕ່ລູກເກີດມາເປັນຄົນໂງ່ຈ້າ; ພໍ່ແມ່ບາງຄົນເປັນຄົນດຸໝັ່ນ ແລະ ຊື່ສັດ ແຕ່ລູກທີ່ພວກເຂົາລ້ຽງດູກັບກາຍເປັນຄົນກຽດຄ້ານ. ພໍ່ແມ່ບາງຄົນເປັນຄົນໃຈດີ ແລະ ບໍລິສຸດ ແຕ່ມີລູກເປັນຄົນຂີ້ໂກງ ແລະ ຊົ່ວຊ້າ. ພໍ່ແມ່ບາງຄົນມີຈິດໃຈ ແລະ ຮ່າງກາຍທີ່ດີ ແຕ່ກັບມີລູກເປັນຄົນພິການ. ພໍ່ແມ່ບາງຄົນເປັນຄົນທຳມະດາ ແລະ ບໍ່ປະສົບຜົນສຳເລັດຫຍັງ ແຕ່ມີລູກທີ່ປະສົບຜົນສໍາເລັດຢ່າງໃຫຍ່ຫຼວງ. ພໍ່ແມ່ບາງຄົນມີສະຖານະຕ່ຳ ແຕ່ມີລູກທີ່ກາຍເປັນຜູ້ສູງສົ່ງ...

2. ຫຼັງຈາກລ້ຽງດູຄົນຮຸ່ນຕໍ່ໄປ, ຄົນໄດ້ຮັບຄວາມເຂົ້າໃຈໃໝ່ກ່ຽວກັບໂຊກຊະຕາ

ຄົນສ່ວນໃຫຍ່ທີ່ເຂົ້າສູ່ການສົມລົດ ມີອາຍຸປະມານສາມສິບປີ, ເປັນຊ່ວງເວລາໃນຊີວິດທີ່ຜູ້ຄົນຍັງບໍ່ທັນມີຄວາມເຂົ້າໃຈໃດໆກ່ຽວກັບໂຊກຊະຕາມະນຸດ. ແຕ່ເມື່ອຄົນເລີ່ມລ້ຽງລູກ ແລະ ເມື່ອລູກຫຼານຂອງພວກເຂົາເຕີບໃຫຍ່ຂຶ້ນ, ພວກເຂົາກໍເບິ່ງຄົນຮຸ່ນໃໝ່ພາກັນເຮັດຊ້ຳຮອຍຊີວິດ ແລະ ປະສົບການທັງໝົດຂອງຄົນຮຸ່ນກ່ອນ ແລະ ເຫັນອະດີດຂອງຕົວເອງສະທ້ອນໃນຄົນຮຸ່ນໃຫມ່, ພວກເຂົາຮັບຮູ້ວ່າເສັ້ນທາງທີ່ຄົນຮຸ່ນໃໝ່ຍ່າງໄປນັ້ນຄືກັນກັບຂອງຕົວເອງ ເຊິ່ງບໍ່ສາມາດວາງແຜນ ຫຼື ເລືອກໄດ້. ເມື່ອຜະເຊີນກັບຄວາມຈິງນີ້ ພວກເຂົາບໍ່ມີທາງເລືອກ ແຕ່ຕ້ອງຍອມຮັບວ່າ ໂຊກຊະຕາຂອງແຕ່ລະຄົນແມ່ນໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວ ແລະ ໂດຍບໍ່ຮູ້ຕົວ, ພວກເຂົາກໍຄ່ອຍໆປ່ອຍວາງຄວາມປາດຖະໜາຂອງພວກເຂົາ ແລະ ຄວາມຫຼົງໄຫຼໃນໃຈຂອງພວກເຂົາກໍຈາງຫາຍ ແລະ ຕາຍຈາກໄປ... ຄົນໃນໄລຍະນີ້ ສຸດທ້າຍກໍໄດ້ຜ່ານເຄື່ອງໝາຍບອກທາງທີ່ສຳຄັນໃນຊີວິດ, ໄດ້ຮັບຄວາມເຂົ້າໃຈໃໝ່ກ່ຽວກັບຊີວິດ ແລະ ຮັບເອົາທັດສະນະຄະຕິໃໝ່. ຄົນໃນໄວນີ້ສາມາດຄາດຫວັງຈາກອະນາຄົດໄດ້ຫຼາຍປານໃດ ແລະ ຄວາມຄາດຫວັງຫຍັງທີ່ພວກເຂົາລໍຄອຍ? ຜູ້ຍິງອາຍຸຫ້າສິບປີຍັງຈະຝັນເຖິງເຈົ້າຊາຍຮູບງາມຢູ່ບໍ? ຜູ້ຊາຍອາຍຸຫ້າສິບປີຍັງຈະຊອກຫາເຈົ້າຍິງສະໂນໄວ້ຂອງເຂົາຢູ່ບໍ? ຜູ້ຍິງໄວກາງຄົນຍັງຫວັງຈະປ່ຽນຈາກລູກເປັດຂີ້ເຮິໄປເປັນຫົງຢູ່ບໍ? ຜູ້ຊາຍທີ່ສູງອາຍຸສ່ວນໃຫຍ່ຈະມີຄວາມມຸ່ງໝັ້ນໃນອາຊີບຄ້າຍຄືກັນກັບຊາຍໜຸ່ມບໍ? ໂດຍລວມແລ້ວ ບໍ່ວ່າຈະເປັນຜູ້ຊາຍ ຫຼື ຜູ້ຍິ່ງກໍ່ຕາມ, ທຸກຄົນທີ່ມີຊີວິດຢູ່ມາຮອດໄວນີ້ມັກຈະມີທັດສະນະຄະຕິທີ່ມີເຫດຜົນ ແລະ ມີຄວາມເປັນຈິງກ່ຽວກັບການແຕ່ງດອງ, ຄອບຄົວ ແລະ ລູກໆ. ຄົນດັ່ງກ່າວນີ້ບໍ່ມີທາງເລືອກເຫຼືອຢູ່ອີກແລ້ວ, ພວກເຂົາບໍ່ມີຄວາມກະຕືລືລົ້ນຢາກທ້າທາຍໂຊກຊະຕາອີກຕໍ່ໄປ. ສໍາລັບປະສົບການຂອງມະນຸດແລ້ວ ເມື່ອຜູ້ຄົນມາຮອດໄວນີ້, ໂດຍທໍາມະຊາດແລ້ວ ພວກເຂົາຈະສ້າງທັດສະນະຄະຕິໃດໜຶ່ງ ເຊັ່ນ: “ຜູ້ຄົນຕ້ອງຍອມຮັບຊະຕາກຳ; ລູກໆແຕ່ລະຄົນກໍມີໂຊກຊະຕາເປັນຂອງຕົວເອງ; ຊະຕາກຳມະນຸດໄດ້ຖືກແຕ່ງຕັ້ງໂດຍສະຫວັນ”. ຄົນສ່ວນໃຫຍ່ທີ່ບໍ່ເຂົ້າໃຈຄວາມຈິງ, ຫຼັງຈາກໄດ້ຜ່ານວິກິດການຕ່າງໆ, ຄວາມຜິດຫວັງ ແລະ ຄວາມຍາກລຳບາກຂອງໂລກນີ້ແລ້ວ ກໍຈະສະຫຼຸບຄວາມເຂົ້າໃຈຂອງເຂົາເຂົ້າໃນຊີວິດດ້ວຍຫ້າຄຳຄື: “ນັ້ນຄືໂຊກຊະຕາ!” ເຖິງແມ່ນວ່າປະໂຫຍກນີ້ສະຫຼຸບຫຍໍ້ໆເຖິງການຮັບຮູ້ຂອງຜູ້ຄົນທີ່ມີຕໍ່ໂຊກຊະຕາມະນຸດ ແລະ ເປັນບົດສະຫຼຸບທີ່ພວກເຂົາສ້າງຂຶ້ນ ແລະ ເຖິງແມ່ນວ່າມັນສະແດງເຖິງຄວາມໄຮ້ປະໂຫຍດຂອງມະນຸດຊາດ ແລະ ສາມາດອະທິບາຍໄດ້ວ່າ ມັນຊັດເຈນ ແລະ ຖືກຕ້ອງ, ມັນບໍ່ແມ່ນຄວາມເຂົ້າໃຈກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ບໍ່ແມ່ນການທົດແທນຄວາມຮູ້ກ່ຽວກັບສິດອຳນາດຂອງພຣະຜູ້ຊົງສ້າງ.

3. ການເຊື່ອໃນໂຊກຊະຕາບໍ່ແມ່ນການທົດແທນຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ

ການໄດ້ຕິດຕາມພຣະເຈົ້າມາເປັນເວລາຫຼາຍປີ, ມີຄວາມແຕກຕ່າງທີ່ສຳຄັນຫຍັງແດ່ລະຫວ່າງຄວາມຮູ້ຂອງພວກເຈົ້າກ່ຽວກັບໂຊກຊະຕາ ແລະ ຂອງຄົນໃນໂລກ? ເຈົ້າໄດ້ເຂົ້າໃຈການກຳນົດໄວ້ລ່ວງໜ້າຂອງພຣະຜູ້ຊົງສ້າງ ແລະ ໄດ້ຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຢ່າງແທ້ຈິງບໍ? ບາງຄົນມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະໂຫຍກ ທີວ່າ “ນັ້ນຄືໂຊກຊະຕາ”. ແຕ່ພວກເຂົາບໍ່ເຊື່ອໃນອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງແມ່ນແຕ່ໜ້ອຍດຽວ; ພວກເຂົາບໍ່ເຊື່ອວ່າ ໂຊກຊະຕາມະນຸດໄດ້ຖືກຈັດແຈງ ແລະ ປັ້ນແຕ່ງໂດຍພຣະເຈົ້າ ແລະ ບໍ່ເຕັມໃຈຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ. ຄົນດັ່ງກ່າວນີ້ຄືກັບວ່າລ່ອງລອຍຢູ່ໃນມະຫາສະໝຸດ, ຖືກຄື້ນຟັດໄປມາ, ລ່ອງລອຍໄປກັບກະແສນ້ຳໂດຍບໍ່ມີທາງເລືອກ ໄດ້ແຕ່ລໍຖ້າຢ່າງສິ້ນຫວັງ ແລະ ປ່ອຍໃຫ້ເປັນໄປຕາມໂຊກຊະຕາ. ແຕ່ພວກເຂົາບໍ່ຮູ້ວ່າໂຊກຊະຕາມະນຸດຢູ່ໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ; ພວກເຂົາບໍ່ສາມາດຮູ້ຈັກອຳນາດອະທິປະໄຕຂອງພຣະເຈົ້າດ້ວຍການກະທໍາຂອງພວກເຂົາເອງ ແລະ ໄດ້ຮັບຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ຍອມຮັບເອົາການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ, ເຊົາຕໍ່ຕ້ານໂຊກຊະຕາ ແລະ ໃຊ້ຊີວິດຢູ່ພາຍໃຕ້ການດູແລ, ການປົກປ້ອງ ແລະ ການຊີ້ນຳຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ການຍອມຮັບໂຊກຊະຕາບໍ່ຄືກັນກັບການຍອມຮັບອໍານາດອະທິປະໄຕຂອງພຣະຜູ້ຊົງສ້າງ; ການເຊື່ອໃນໂຊກຊະຕາບໍ່ໄດ້ໝາຍຄວາມວ່າຄົນໃດໜຶ່ງຍອມຮັບ, ຮັບຮູ້ ແລະ ຮູ້ຈັກອຳນາດອະທິປະໄຕຂອງພຣະເຈົ້າ; ການເຊື່ອໃນໂຊກຊະຕາເປັນພຽງການຍອມຮັບຄວມຈິງຂອງມັນ ແລະ ການປະຈັກພຽງຜິວເຜີນຂອງມັນ. ນີ້ແມ່ນແຕກຕ່າງຈາກການຮູ້ຈັກເຖິງວິທີທີ່ພຣະຜູ້ຊົງສ້າງຄວບຄຸມໂຊກຊະຕາມະນຸດຊາດ, ແຕກຕ່າງຈາກການຮັບຮູ້ເຖິງພຣະຜູ້ຊົງສ້າງຄືບໍ່ເກີດແຫ່ງການປົກຄອງເໜືອໂຊກຊະຕາຂອງທຸກສິ່ງ ແລະ ແນ່ນອນ ແຮງໄກທີ່ຈະມາຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງສຳລັບໂຊກຊະຕາຂອງມວນມະນຸດ. ຖ້າຜູ້ຄົນພຽງເຊື່ອແຕ່ໃນໂຊກຊະຕາເທົ່ານັ້ນ, ເຖິງແມ່ນວ່າພວກເຂົາຈະຮູ້ສຶກໄດ້ຢ່າງເລິກເຊິ່ງກ່ຽວກັບມັນ ແຕ່ບໍ່ສາມາດຮູ້ຈັກ ແລະ ຮັບຮູ້ເຖິງອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງເໜືອໂຊກຊະຕາຂອງມະນຸດຊາດ, ອ່ອນນ້ອມຕໍ່ມັນ ແລະ ຍອມຮັບເອົາມັນ, ແລ້ວຊີວິດຂອງເຂົາກໍຈະໂສກເສົ້າໃນທີ່ສຸດ, ເປັນຊີວິດຢ່າງໄຮ້ຄ່າ, ເປັນຊີວິດທີ່ວ່າງເປົ່າ; ນອກຈາກນັ້ນ ພວກເຂົາກໍຍັງຈະບໍ່ສາມາດເຂົ້າມາຢູ່ພາຍໃຕ້ການປົກຄອງຂອງພຣະຜູ້ຊົງສ້າງ, ກາຍມາເປັນມະນຸດທີ່ຖືກສ້າງຂຶ້ນໃນຄວາມໝາຍທີ່ແທ້ຈິງຂອງຄໍາສັບ ແລະ ມີຄວາມສຸກກັບຄວາມພໍໃຈຂອງພຣະຜູ້ຊົງສ້າງ. ຄົນທີ່ຮູ້ຈັກ ແລະ ປະສົບກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຢ່າງແທ້ຈິງ ຄວນຢູ່ໃນສະຖານະທີ່ຫ້າວຫັນ, ບໍ່ແມ່ນໃນສະຖານະທີ່ກຽດຄ້ານ ແລະ ໄຮ້ປະໂຫຍດ. ໃນຂະນະທີ່ບຸກຄົນດັ່ງກ່າວອາດຍອມຮັບວ່າທຸກສິ່ງໄດ້ຖືກລິຂິດໄວ້ແລ້ວ, ພວກເຂົາຄວນຈະເຂົ້າໃຈຄວາມໝາຍຢ່າງຖືກຕ້ອງກ່ຽວກັບຊີວິດ ແລະ ໂຊກຊະຕາ: ທຸກຊີວິດຢູ່ໃຕ້ອໍານາດອະທິປະໄຕຂອງພຣະເຈົ້າ. ເມື່ອຄົນໃດໜຶ່ງຫວນຄືນເບິ່ງເສັ້ນທາງທີ່ເຂົ້າໄດ້ຍ່າງ, ເມື່ອຄົນໃດໜຶ່ງຈື່ຈໍາທຸກໄລຍະແຫ່ງການເດີນທາງຂອງຕົນເອງ, ເຂົາຈະເຫັນໄດ້ວ່າ ໃນທຸກບາດກ້າວ ບໍ່ວ່າຈະເປັນການເດີນທາງທີ່ຍາກລຳບາກ ຫຼື ລາບລື້ນ, ພຣະເຈົ້າໄດ້ຊີ້ນຳຫົນທາງດັ່ງກ່າວ ແລະ ວາງແຜນໄວ້ທຸກສິ່ງແລ້ວ. ມັນແມ່ນການຈັດແຈງຢ່າງລະອຽດທີ່ສຸດຂອງພຣະເຈົ້າ, ມັນແມ່ນການວາງແຜນຢ່າງຮອບຄອບຂອງພຣະອົງ ທີ່ນຳພາຜູ້ຄົນຈົນມາຮອດທຸກມື້ນີ້ໂດຍບໍ່ຮູ້ຕົວ. ການສາມາດຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຮັບເອົາຄວາມລອດພົ້ນຂອງພຣະອົງ, ນັ້ນແມ່ນໂຊກລາບອັນໃຫຍ່ຫຼວງແທ້ໆ! ຖ້າຄົນໃດໜຶ່ງມີທັດສະນະຄະຕິດ້ານລົບຕໍ່ໂຊກຊະຕາ ນັ້ນກໍພິສູດວ່າ ພວກເຂົາກຳລັງຕໍ່ຕ້ານທຸກສິ່ງທຸກຢ່າງທີ່ພຣະເຈົ້າໄດ້ຈັດແຈງໄວ້ໃຫ້ພວກເຂົາ, ພວກເຂົາບໍ່ມີທັດສະນະຄະຕິທີ່ອ່ອນນ້ອມ. ຖ້າຄົນໃດໜຶ່ງມີທັດສະນະຄະຕິດ້ານບວກຕໍ່ອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ, ແລ້ວເມື່ອເຂົາຫວນຄືນເບິ່ງການເດີນທາງຂອງເຂົາ, ເມື່ອເຂົາຜະເຊີນກັບອຳນາດອະທິປະໄຕຂອງພຣະເຈົ້າຢ່າງແທ້ຈິງ, ເຂົາກໍຈະປາດຖະໜາຢ່າງຈິງໃຈທີ່ຈະຍອມຮັບເອົາທຸກສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້, ຈະມີຄວາມຕັ້ງໃຈ ແລະ ຄວາມໝັ້ນໃຈຫຼາຍຂຶ້ນທີ່ຈະປ່ອຍໃຫ້ພຣະເຈົ້າລິຂິດໂຊກຊະຕາຂອງເຂົາ ແລະ ຢຸດກະບົດຕໍ່ພຣະເຈົ້າ. ຍ້ອນຜູ້ຄົນເຫັນວ່າ ພວກເຂົາບໍ່ເຂົ້າໃຈໂຊກຊະຕາ, ເມື່ອພວກເຂົາບໍ່ເຂົ້າໃຈອຳນາດອະທິປະໄຕຂອງພຣະເຈົ້າ, ເມື່ອພວກເຂົາງົມທາງໄປຂ້າງໜ້າຢ່າງເຕັມໃຈ, ຍ່າງໂຊເຊ ແລະ ໂດກເດກຜ່ານໝອກ, ການເດີນທາງແມ່ນຍາກລຳບາກ, ເຮັດໃຫ້ເຈັບປວດໃຈຫຼາຍເກີນໄປ. ດັ່ງນັ້ນ ເມື່ອຜູ້ຄົນຮັບຮູ້ອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ, ຜູ້ທີ່ສະຫຼາດກໍຈະເລືອກທີ່ຈະຮູ້ຈັກ ແລະ ຍອມຮັບມັນ, ໂຍນຖິ້ມວັນທີ່ເຈັບປວດໃນຕອນທີ່ພວກເຂົາພະຍາຍາມສ້າງຊີວິດທີ່ດີດ້ວຍສອງມືຂອງຕົວເອງ ແລະ ຢຸດເຊົາການຝືນຕໍ່ໂຊກຊະຕາ ແລະ ຢຸດການສະແຫວງຫາຂອງພວກເຂົາທີ່ເອີ້ນວ່າ “ເປົ້າໝາຍຊີວິດ” ໃນແບບຂອງພວກເຂົາເອົງ. ເມື່ອຜູ້ຄົນບໍ່ມີພຣະເຈົ້າ, ເມື່ອຜູ້ຄົນບໍ່ສາມາດເຫັນພຣະອົງໄດ້, ເມື່ອຜູ້ຄົນບໍ່ສາມາດຮັບຮູ້ອຳນາດອະທິປະໄຕຂອງພຣະເຈົ້າໄດ້ຢ່າງຊັດເຈນ, ທຸກມື້ກໍຈະບໍ່ມີຄວາມໝາຍ, ໄຮ້ຄ່າ ແລະ ມົວໝອງ. ບໍ່ວ່າຜູ້ຄົນຈະຢູ່ໃສ່, ມີອາຊີບຫຍັງ, ວິທີການດຳລົງຊີວິດຂອງພວກເຂົາ ແລະ ການສະແຫວງຫາເປົ້າໝາຍຂອງພວກເຂົາບໍ່ໄດ້ຊ່ວຍຫຍັງເລີຍ ແຕ່ກັບນຳເອົາຄວາມປວດໃຈອັນບໍ່ຮູ້ຈົບ ແລະ ຄວາມທຸກທໍລະມານທີ່ບໍ່ລົດລະ ເຊິ່ງພວກເຂົາບໍ່ສາມາດທົນທີ່ຈະຫວນຄືນເບິ່ງອາດີດຂອງຕົນເອງໄດ້. ເມື່ອຜູ້ຄົນຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ ແລະ ສະແຫວງຫາຊີວິດມະນຸດທີ່ແທ້ຈິງເທົ່ານັ້ນ ພວກເຂົາຈິ່ງຈະຄ່ອຍໆເລີ່ມຫຼຸດພົ້ນອອກຈາກຄວາມທຸກໃຈ ແລະ ຄວາມທຸກທໍລະມານທັງໝົດ ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ.

4. ມີພຽງບັນດາຜູ້ທີ່ຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າເທົ່ານັ້ນທີ່ສາມາດໄດ້ຮັບອິດສະຫຼະທີ່ແທ້ຈິງ.

ຍ້ອນຄົນບໍ່ຮູ້ຈັກການປັ້ນແຕ່ງ ແລະ ອຳນາດອະທິປະໄຕຂອງພຣະເຈົ້າ, ພວກເຂົາຈິ່ງຜະເຊີນກັບໂຊກຊະຕາດ້ວຍຄວາມຄັດຄ້ານ ແລະ ມີທັດສະນະຄະຕິກະບົດຢູ່ສະເໝີ ແລະ ພວກເຂົາຢາກປະຖິ້ມສິດອຳນາດ ແລະ ອຳນາດອະທິປະໄຕຂອງພຣະເຈົ້າ ແລະ ສິ່ງຕ່າງໆທີ່ໂຊກຊະຕາກໍານົດຢູ່ສະເໝີ, ຫວັງລົມໆແລ້ງໆເພື່ອປ່ຽນແປງສະຖານະການປັດຈຸບັນຂອງພວກເຂົາ ແລະ ປ່ຽນແປງໂຊກຊະຕາຂອງຕົນ. ແຕ່ພວກເຂົາບໍ່ສາມາດເຮັດສຳເລັດໄດ້ ແລະ ຖືກຂັດຂວາງທຸກດ້ານ. ການດີ້ນຮົນນີ້ ເຊິ່ງຝັງເລິກຢູ່ໃນຈິດວິນຍານຂອງພວກເຂົາ ນຳເອົາຄວາມເຈັບປວດຢ່າງຮ້າຍແຮງ ທີ່ຕັດເຂົ້າໃນກະດູກຂອງພວກເຂົາ ໃນຂະນະທີ່ພວກເຂົາປະຖິ້ມຊີວິດຂອງພວກເຂົາຕະຫຼອດເວລາ. ແມ່ນຫຍັງຄືສາເຫດຂອງຄວາມເຈັບປວດນີ້? ມັນແມ່ນຍ້ອນອຳນາດອະທິປະໄຕຂອງພຣະເຈົ້າບໍ ຫຼື ຍ້ອນຄົນເກີດມາຢ່າງໂຊກຮ້າຍ? ເຫັນໄດ້ຢ່າງຊັດເຈນວ່າ ບໍ່ແມ່ນຈັກຢ່າງ. ໂດຍພື້ນຖານແລ້ວ ມັນເກີດຈາກເສັ້ນທາງທີ່ຜູ້ຄົນຍ່າງ, ວິທີທີ່ພວກເຂົາເລືອກດຳເນີນຊີວິດຂອງພວກເຂົາ. ບາງຄົນອາດຈະບໍ່ໄດ້ຄຳນຶງເຖິງສິ່ງເຫຼົ່ານີ້. ແຕ່ເມື່ອເຈົ້າຮູ້ຈັກຢ່າງແທ້ຈິງ, ເມື່ອເຈົ້າຮັບຮູ້ຢ່າງແທ້ຈິງວ່າພຣະເຈົ້າມີອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ, ເມື່ອເຈົ້າເຂົ້າໃຈຢ່າງແທ້ຈິງວ່າ ທຸກສິ່ງທຸກຢ່າງທີ່ພຣະເຈົ້າໄດ້ວາງແຜນໄວ້ໃຫ້ເຈົ້າ ແລະ ຕັດສິນສໍາລັບເຈົ້າແມ່ນຜົນປະໂຫຍດທີ່ຫຍິ່ງໃຫຍ່ ແລະ ການປົກປ້ອງເຈົ້າ, ເມື່ອນັ້ນເຈົ້າຈະຮູ້ສຶກວ່າຄວາມເຈັບປວດຂອງເຈົ້າເລີ່ມເບົາບາງລົງ ແລະ ເຈົ້າຈະຮູ້ສືກຜ່ອນຄາຍ, ເປັນອີດສະຫຼະ ແລະ ມີສິດເສລີພາບ. ຕັດສິນຈາກສະຖານະຄວາມເປັນຜູ້ໃຫຍ່ຂອງຄົນ, ແທ້ຈິງແລ້ວພວກເຂົາບໍ່ສາມາດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມໝາຍທີ່ແທ້ຈິງແຫ່ງອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ, ເຖິງແມ່ນວ່າ ໃນລະດັບສ່ວນຕົວ ພວກເຂົາແມ່ນບໍ່ຢາກມີຊີວິດຢູ່ຕໍ່ໄປຄືກັບເມື່ອກ່ອນ ແລະ ຕ້ອງການຕັດຂາດຈາກຄວາມເຈັບປວດຂອງພວກເຂົາ; ແທ້ຈິງແລ້ວ ພວກເຂົາບໍ່ສາມາດຮັບຮູ້ໄດ້ຢ່າງແທ້ຈິງ ແລະ ຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ແຮງໄກທີ່ພວກເຂົາຈະຮູ້ເຖິງວິທີການສະແຫວງຫາ ແລະ ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງ. ດັ່ງນັ້ນ, ຖ້າຄົນບໍ່ສາມາດຮັບຮູ້ຄວາມຈິງທີ່ວ່າພຣະຜູ້ຊົງສ້າງມີອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ ແລະ ເໜືອທຸກເລື່ອງຂອງມະນຸດໄດ້ຢ່າງແທ້ຈິງ, ຖ້າພວກເຂົາບໍ່ສາມາດຍອມຮັບການປົກຄອງຂອງພຣະຜູ້ຊົງສ້າງຢ່າງແທ້ຈິງ, ແລ້ວມັນກໍຍາກສຳລັບພວກເຂົາທີ່ຈະບໍ່ໃຫ້ຖືກຊັກຈູງ ແລະ ຖືກລ່າມໂສ້ດ້ວຍຄວາມຄິດທີ່ວ່າ “ໂຊກຊະຕາຂອງຄົນຢູ່ໃນກໍາມືຂອງເຂົາເອງ”. ມັນຍາກສຳລັບພວກເຂົາທີ່ຈະຫຼຸດພົ້ນອອກຈາກຄວາມເຈັບປວດໃນການພະຍາຍາມຝືນໂຊກຊະຕາ ແລະ ສິດອຳນາດຂອງພຣະຜູ້ຊົງສ້າງ ແລະ ແນ່ນອນ ມັນຍັງຈະຍາກສຳລັບພວກເຂົາທີ່ຈະໄດ້ຮັບເສລີພາບ ແລະ ອິດສະຫຼະຢ່າງແທ້ຈິງ ເພື່ອກາຍເປັນຄົນທີ່ຍອມນະມັດສະການພຣະເຈົ້າ. ເຖິງຢ່າງໃດກໍຕາມ ມັນຍັງມີວິທີທີ່ງ່າຍທີ່ສຸດທີ່ຈະປົດປ່ອຍຕົວເອງອອກຈາກສະຖານະພາບນີ້ ເຊິ່ງນັ້ນກໍຄືປະຖິ້ມວິຖີຊີວິດດັ່ງເດີມຂອງຕົນ; ປະຖິ້ມເປົ້າໝາຍຊີວິດທີ່ຜ່ານມາຂອງຕົນ; ສະຫຼຸບຄວາມ ແລະ ວິເຄາະວິຖີຊີວິດຜ່ານມາ, ທັດສະນະຄະຕິຊີວິດ, ການສະແຫວງຫາ, ຄວາມປາດຖະໜາ ແລະ ອຸດົມຄະຕິ; ແລະ ຈາກນັ້ນ ຈົ່ງປຽບທຽບພວກມັນກັບຄວາມປະສົງ ແລະ ຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດ ແລະ ເບິ່ງວ່າມີອັນໃດສອດຄ່ອງກັບຄວາມປະສົງ ແລະ ຄວາມຕ້ອງການຂອງພຣະເຈົ້າແດ່, ມີອັນໃດແດ່ທີ່ສະໜອງຄຸນຄ່າທີ່ຖືກຕ້ອງຂອງຊີວິດ, ນຳພາຜູ້ຄົນໃຫ້ມີຄວາມເຂົ້າໃຈກ່ຽວກັບຄວາມຈິງຫຼາຍຂຶ້ນ ແລະ ເຮັດໃຫ້ຜູ້ຄົນມີຊີວິດຢູ່ກັບຄວາມເປັນມະນຸດ ແລະ ຢູ່ໃນຮູບລັກສະນະຂອງມະນຸດ. ເມື່ອເຈົ້າກວດສອບຢູ່ຕະຫຼອດ ແລະ ຈໍາແນກເປົ້າໝາຍຕ່າງໆທີ່ຄົນສະແຫວງຫາໃນຊີວິດ ແລະ ວິຖີຊີວິດອັນນັບບໍ່ຖ້ວນຂອງພວກເຂົາຢ່າງຮອບຄອບ ເຈົ້າຈະພົບວ່າບໍ່ມີອັນໃດສອດຄ່ອງກັບຄວາມປະສົງເດີມຂອງພຣະຜູ້ຊົງສ້າງ ເຊິ່ງພຣະອົງໄດ້ຊົງສ້າງມະນຸດ. ສິ່ງທັງໝົດເຫຼົ່ານັ້ນດຶງຜູ້ຄົນອອກຈາກອຳນາດອະທິປະໄຕ ແລະ ການດູແລຂອງພຣະຜູ້ຊົງສ້າງ; ພວກມັນທັງໝົດເປັນກັບດັກທີ່ເຮັດໃຫ້ຜູ້ຄົນຊົ່ວຊ້າ ແລະ ເປັນສິ່ງທີ່ນຳພາພວກເຂົາໄປສູ່ນາຮົກ. ຫຼັງຈາກທີ່ເຈົ້າຮັບຮູ້ເລື່ອງນີ້, ໜ້າທີ່ຂອງເຈົ້າກໍ່ຄືໃຫ້ປະຖິ້ມທັດສະນະຊີວິດດັ່ງເດີມຂອງເຈົ້າ, ຈົ່ງຢູ່ຫ່າງຈາກກັບດັກຕ່າງໆ, ປ່ອຍໃຫ້ພຣະເຈົ້າຮັບຜິດຊອບຊີວິດຂອງເຈົ້າ ແລະ ຈັດແຈງໃຫ້ກັບເຈົ້າ; ຈົ່ງພະຍາຍາມອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຊີ້ນຳຂອງພຣະເຈົ້າເທົ່ານັ້ນ, ຈົ່ງດຳລົງຊີວິດໂດຍບໍ່ມີການເລືອກ ແລະ ຈົ່ງເປັນຄົນທີ່ນະມັດສະການພຣະເຈົ້າ. ນີ້ຟັງເບິ່ງຄືວ່າງ່າຍ, ແຕ່ເປັນສິ່ງທີ່ເຮັດໄດ້ຍາກ. ບາງຄົນສາມາດທົນກັບຄວາມເຈັບປວດຂອງມັນໄດ້, ແຕ່ບ່າງຄົນທົນບໍ່ໄດ້. ບາງຄົນເຕັມໃຈທີ່ຈະປະຕິບັດຕາມ, ແຕ່ບາງຄົນບໍ່ເຕັມໃຈ. ບັນດາຜູ້ທີ່ບໍ່ເຕັມໃຈຂາດຄວາມປາດຖະໜາ ແລະ ຄວາມຕັ້ງໃຈ; ພວກເຂົາຮູ້ແຈ້ງເຖິງອຳນາດອະທິປະໄຕຂອງພຣະເຈົ້າ, ຮູ້ດີວ່າແມ່ນພຣະເຈົ້າເປັນຜູ້ວາງແຜນ ແລະ ຈັດແຈງໂຊກຊະຕາມະນຸດ, ແຕ່ພວກເຂົາກໍຍັງເຕະ, ດີ້ນຮົນ ແລະ ຍັງຄົງບໍ່ຍອມວາງໂຊກຊະຕາຂອງພວກເຂົາໄວ້ໃນກໍາມືຂອງພຣະເຈົ້າ ແລະ ຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ, ພວກເຂົາຄຽດແຄ້ນການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ດັ່ງນັ້ນ ຈະມີບາງຄົນທີ່ຢາກເຫັນສິ່ງທີ່ພວກເຂົາສາມາດເຮັດໄດ້ດ້ວຍຕົວເອງສະເໝີ; ພວກເຂົາຢາກປ່ຽນແປງໂຊກຊະຕາຂອງພວກເຂົາດ້ວຍສອງມືຂອງພວກເຂົາເອງ ຫຼື ສ້າງຄວາມສຸກດ້ວຍກຳລັງຂອງຕົນເອງ, ເບິ່ງວ່າພວກເຂົາຈະສາມາດລ່ວງຂອບເຂດສິດອຳນາດຂອງພຣະເຈົ້າໄດ້ບໍ່ ແລະ ຢູ່ເໜືອອຳນາດອະທິປະໄຕຂອງພຣະເຈົ້າໄດ້ບໍ່. ໂສກອະນາດຕະກໍາຂອງມະນຸດບໍ່ແມ່ນຍ້ອນວ່າເຂົາສະແຫວງຫາຊີວິດທີ່ມີຄວາມສຸກ, ບໍ່ແມ່ນວ່າເຂົາສະແຫວງຫາຊື່ສຽງ ແລະ ໂຊກລາບ ຫຼື ການຕໍ່ສູ້ກັບໂຊກຊະຕາຕົວເອງຜ່ານໝອກ, ແຕ່ຍ້ອນ ຫຼັງຈາກທີ່ເຂົາໄດ້ເຫັນການດຳລົງຢູ່ຂອງພຣະເຈົ້າ, ຫຼັງຈາກທີ່ເຂົາໄດ້ຮຽນຮູ້ຄວາມຈິງທີ່ວ່າພຣະຜູ້ຊົງສ້າງມີອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ ແລ້ວເຂົາກໍຍັງບໍ່ສາມາດແກ້ໄຂວິທີການຂອງເຂົາ, ບໍ່ສາມາດດຶງຕີນຂອງເຂົາອອກຈາກຕົມ, ແຕ່ເຮັດຫົວໃຈແຂງກະດ້າງ ແລະ ຢູ່ກັບຄວາມຜິດຂອງເຂົາຕໍ່ໄປ. ເຂົາເຕັມໃຈທີ່ຈະຟາດຂີ້ຕົມຢ່າງຕໍ່ເນື່ອງເພື່ອຕໍ່ສູ້ກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຢ່າງດື້ດ້ານ, ຕໍ່ຕ້ານມັນຈົນເຖິງທີ່ສຸດ, ທັງໝົດແມ່ນບໍ່ມີເສດສ່ວນຂອງການສຳນຶກຜິດແມ່ນແຕ່ໜ້ອຍດຽວ. ຈົນວ່າເມື່ອເຂົານອນເຈັບ ແລະ ມີເລືອດອອກເທົ່ານັ້ນ ເຂົາຈິ່ງຕັດສິນໃຈຍອມຈໍານົນ ແລະ ກັບໃຈໃນທີ່ສຸດ. ນີ້ແມ່ນຄວາມໂສກເສົ້າທີ່ແທ້ຈິງຂອງມະນຸດ. ດັ່ງນັ້ນເຮົາຈິ່ງເວົ້າວ່າ ບັນດາຜູ້ເລືອກທີ່ຈະຍອມຮັບແມ່ນຄົນສະຫຼາດ ແລະ ສ່ວນບັນດາຜູ້ທີ່ເລືອກຕໍ່ສູ້ ແລະ ຫຼົບໜີໄປນັ້ນ ແນ່ນອນ ຄືຄົນໂງ່ຈ້າ.

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການຍອມຮັບພຣະເຈົ້າເປັນນາຍທີ່ເປັນເອກະລັກຂອງເຈົ້າແມ່ນບາດກ້າວທຳອິດໃນການໄດ້ຮັບຄວາມລອດພົ້ນ

ຄວາມຈິງກ່ຽວກັບສິດອຳນາດຂອງພຣະເຈົ້າແມ່ນຄວາມຈິງທີ່ທຸກຄົນຕ້ອງຄຳນຶງເຖິງຢ່າງຈິງຈັງ, ຕ້ອງປະສົບ ແລະ ເຂົ້າໃຈດ້ວຍໃຈຂອງພວກເຂົາ ຍ້ອນວ່າ...

ໂຊກຊະຕາຂອງມະນຸດຊາດ ແລະ ໂຊກຊະຕາຂອງຈັກກະວານບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໄດ້

ພວກເຈົ້າທຸກຄົນເປັນຜູ້ໃຫຍ່ແລ້ວ. ພວກເຈົ້າບາງຄົນຢູ່ໃນໄວກາງຄົນ; ບາງຄົນເຂົ້າສູ່ໄວຊະລາແລ້ວ....

ຊ່ວງເວລາທີຫົກ: ຄວາມຕາຍ

ຫຼັງຈາກຄວາມສັບສົນ ແລະ ຄວາມວຸ້ນວາຍ, ຄວາມອຸກອັ່ງ ແລະ ຄວາມຜິດຫວັງຢ່າງໜັກ, ຫຼັງຈາກຄວາມເບີກບານ ແລະ ຄວາມໂສກເສົ້າ ແລະ ການຂຶ້ນໆລົງໆ,...