ການຕິດຕາມຜູ້ນໍາສາສະໜາຄືການຕິດຕາມພຣະເຈົ້າບໍ?

03 ເດືອນມັງກອນ 2022

ເມື່ອ 2.000 ປີກ່ອນ, ອົງພຣະເຢຊູເຈົ້າທີ່ເປັນພຣະຜູ້ໄຖ່ຂອງພວກເຮົາໄດ້ມາເພື່ອເຮັດພາລະກິດແຫ່ງການໄຖ່ບາບ ແລະ ຖືກປະນາມຢ່າງບ້າປ່ວງໂດຍຫົວໜ້າປະໂລຫິດ, ພວກທຳມະຈານ ແລະ ພວກຟາຣີຊາຍ ໃນຄວາມເຊື່ອຂອງຄົນຢິວ. ເພາະຜູ້ສັດທາສ່ວນໃຫຍ່ໃນລັດທິຢູດາໄດ້ເຄົາລົບຜູ້ນໍາສາສະໜາຂອງພວກເຂົາ, ພວກເຂົາຈຶ່ງເຫັນດີກັບຜູ້ຕໍ່ຕ້ານພຣະຄຣິດເຫຼົ່ານັ້ນໃນການປະນາມ ແລະ ການປະຕິເສດອົງພຣະເຢຊູເຈົ້າ, ມີສ່ວນໃນການຄຶງພຣະອົງເທິງໄມ້ກາງແຂນໃນທີ່ສຸດ. ນີ້ຄືຄວາມຜິດບາບທີ່ໃຫຍ່ຫຼວງ ແລະ ເຮັດໃຫ້ພວກເຂົາໄດ້ຮັບການສາບແຊ່ງ ແລະ ການລົງໂທດຈາກພຣະເຈົ້າ, ເຮັດໃຫ້ຊົນຊາດອິດສະຣາເອນຕົກຢູ່ໃນເຄາະກໍາເປັນເວລາ 2.000 ປີ. ອົງພຣະເຢຊູເຈົ້າໄດ້ກັບຄືນມາໃນຍຸກສຸດທ້າຍໂດຍເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ, ກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ພຣະອົງຍັງປະສົບກັບການປະນາມ ແລະ ການຕໍ່ຕ້ານທີ່ບ້າປ່ວງຂອງຜູ້ນໍາສາສະໜາ. ພວກເຂົາປິດຄຣິດຕະຈັກຂອງພວກເຂົາ, ຂວາງທາງຜູ້ທີ່ມີຄວາມເຊື່ອໃນການພິຈາລະນາເບິ່ງຫົນທາງທີ່ແທ້ຈິງ, ເຮັດໃຫ້ຫຼາຍຄົນຢ້ານທີ່ຈະສືບຄົ້ນ ແລະ ຍອມຮັບມັນ ເຖິງແມ່ນວ່າພວກເຂົາໄດ້ເຫັນຢ່າງຊັດເຈນວ່າ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືຄວາມຈິງ, ພວກມັນມີລິດອຳນາດ, ມີສິດອຳນາດ ແລະ ມາຈາກພຣະເຈົ້າ. ຜົນຕາມມາກໍຄື ຫຼາຍຄົນກຳລັງສູນເສຍໂອກາດຂອງພວກເຂົາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ກຳລັງຕົກລົງສູ່ໄພພິບັດ. ພວກເຂົາຜິດພາດໃນບ່ອນໃດໃນການຕ້ອນຮັບພຣະຜູ້ເປັນເຈົ້າ? ມັນເປັນເພາະພວກເຂົາປະຈົບປະແຈງຜູ້ນໍາສາສະໜາຂອງພວກເຂົາ! ພວກເຂົາເຊື່ອວ່າ ຜູ້ນໍາສາສະໜາຖືກຈັດວາງໂດຍພຣະເຈົ້າ ແລະ ຖືກໃຊ້ໂດຍພຣະເຈົ້າ, ການເຊື່ອຟັງພວກເຂົາຄືການເຊື່ອຟັງພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງເຫັນດີເຫັນພ້ອມກັບຄົນເຫຼົ່ານັ້ນຢ່າງສົມບູນ, ຍອມຟັງຄຳເວົ້າຂອງພວກເຂົາຄືກັບວ່າພວກມັນມາຈາກພຣະເຈົ້າ. ຫຼາຍຄົນຍັງຄິດວ່າ ອົງພຣະເຢຊູເຈົ້າຈະບອກນັກບວດກ່ອນຢ່າງແນ່ນອນເມື່ອພຣະອົງກັບຄືນມາ, ສະນັ້ນ ການບໍ່ໄດ້ຍິນຈາກພວກເຂົາກໍພິສູດວ່າພຣະອົງບໍ່ໄດ້ກັບຄືນມາ. ແລ້ວພວກເຂົາເຖິງກັບບໍ່ພະຍາຍາມສືບຄົ້ນພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແຕ່ຕິດຕາມຜູ້ນໍາສາສະໜາໃນການປະນາມພຣະອົງ. ແລ້ວພວກເຂົາກໍຕົກລົງສູ່ໄພພິບັດ, ສູນເສຍໂອກາດຂອງພວກເຂົາທີ່ຈະຖືກຍົກຂຶ້ນເມືອ. ນີ້ແມ່ນຄວາມຜິດຂອງຜູ້ໃດ? ບໍ່ມີຄຳຕອບທີ່ງ່າຍ. ພວກຟາຣີຊາຍທີ່ຕໍ່ຕ້ານ ແລະ ປະນາມອົງພຣະເຢຊູເຈົ້າຕັ້ງແຕ່ດົນນານມາແລ້ວກໍຖືກປະນາມໂດຍພຣະເຈົ້າ ແລະ ຫຼາຍຄົນໃນໂລກສາສະໜາໃນປັດຈຸບັນກໍໄດ້ຮຽນຮູ້ບົດຮຽນທີ່ເຈັບປວດຈາກພວກເຂົາ. ເພາະພວກເຂົານະມັດສະການນັກບວດຂອງພວກເຂົາຢ່າງຫຼັບຫູຫຼັບຕາ, ພວກເຂົາເຫັນດີກັບຄົນເຫຼົ່ານັ້ນໃນການປະນາມອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ, ຄຶງພຣະອົງເທິງໄມ້ກາງແຂນອີກຄັ້ງ. ນີ້ຄືສິ່ງທີ່ໜ້າເສຍດາຍແທ້ໆ! ແລ້ວດ້ວຍເຫດນັ້ນ ຜູ້ນໍາສາສະໜາຖືກຈັດວາງໂດຍພຣະເຈົ້າແທ້ໆບໍ? ການຍອມຟັງພວກເຂົາເປັນສິ່ງດຽວກັນກັບການຕິດຕາມພຣະເຈົ້າບໍ? ການຮັບຄວາມຊັດເຈນໃນສິ່ງນີ້ເປັນເລື່ອງທີ່ຮີບດ່ວນ.

ການຕິດຕາມຜູ້ນໍາສາສະໜາຄືການຕິດຕາມພຣະເຈົ້າບໍ?

ຜູ້ເຊື່ອຫຼາຍຄົນຄິດວ່າຜູ້ນໍາສາສະໜາ, ນັກບວດ ເຊັ່ນ: ພະສັນຕະປະປາ, ສັງຄະລາດ, ສິດຍາພິບານ ແລະ ຜູ້ອາວຸໂສ ແມ່ນຖືກແຕ່ງຕັ້ງ ແລະ ຖືກໃຊ້ໂດຍອົງພຣະເຢຊູເຈົ້າ ແລະ ມີສິດອຳນາດທີ່ຈະນໍາພາຜູ້ທີ່ມີຄວາມເຊື່ອ, ສະນັ້ນ ການເຊື່ອຟັງພວກເຂົາຈຶ່ງເປັນການເຊື່ອຟັງພຣະເຈົ້າ. ແມ່ນຫຍັງຄືພື້ນຖານຂອງຄວາມເຊື່ອນີ້? ອົງພຣະເຢຊູເຈົ້າເຄີຍເວົ້າວ່າ ຜູ້ນໍາສາສະໜາທຸກຄົນຖືກຈັດວາງໂດຍພຣະເຈົ້າບໍ? ພຣະອົງບໍ່ເຄີຍເວົ້າ. ພວກເຂົາມີຄຳພະຍານຂອງພຣະວິນຍານບໍລິສຸດ ຫຼື ຫຼັກຖານກ່ຽວກັບພາລະກິດຂອງພຣະວິນຍານບໍ? ບໍ່. ນີ້ໝາຍຄວາມວ່າແນວຄິດນີ້ເປັນແນວຄິດຂອງມະນຸດແທ້ໆ. ໃຫ້ພວກເຮົາຄິດກ່ຽວກັບສິ່ງນີ້. ຕາມແນວຄິດແບບນີ້ຂອງມະນຸດທີ່ວ່າຜູ້ນໍາສາສະໜາລ້ວນແລ້ວແຕ່ຖືກຈັດວາງໂດຍພຣະເຈົ້າ, ແລ້ວສິ່ງນີ້ຍັງສາມາດເປັນຈິງ ກັບຫົວໜ້າປະໂລຫິດທີ່ເປັນຄົນຢິວ, ພວກທຳມະຈານ ແລະ ພວກຟາຣີຊາຍ ທີ່ຕໍ່ຕ້ານ ແລະ ປະນາມອົງພຣະເຢຊູເຈົ້າບໍ? ການເຮັດຕາມພວກເຂົາໃນການຄຶງອົງພຣະເຢຊູເຈົ້າເປັນການຍອມອ່ອນນ້ອມຕໍ່ພຣະເຈົ້າເຊັ່ນກັນບໍ? ນີ້ເປັນວິທີທີ່ແປກປະຫຼາດຢ່າງຊັດເຈນໃນການປະຕິບັດຕໍ່ນັກບວດ! ພວກເຮົາຍັງສາມາດເຫັນໄດ້ຈາກພຣະຄຳພີໄບເບິນວ່າ ໃນພາລະກິດຂອງພຣະເຈົ້າໃນທຸກຍຸກ, ພຣະອົງໄດ້ແຕ່ງຕັ້ງໃຫ້ຜູ້ຄົນຊ່ວຍພາລະກິດຂອງພຣະອົງ. ທຸກຄົນເຫຼົ່ານັ້ນຖືກຮຽກຮ້ອງ ແລະ ຖືກເຮັດໃຫ້ເປັນພະຍານໂດຍຕົວພຣະເຈົ້າເອງ ແລະ ພຣະທຳຂອງພຣະເຈົ້າໄດ້ສະແດງໃຫ້ເຫັນສິ່ງນີ້. ພວກເຂົາບໍ່ເຄີຍຖືກແຕ່ງຕັ້ງໂດຍມະນຸດຄົນອື່ນ ແລະ ພວກເຂົາບໍ່ໄດ້ຮັບການຝຶກອົບຮົມຈາກມະນຸດ. ໃຫ້ຄິດຫາຍຸກແຫ່ງພຣະບັນຍັດ, ເມື່ອພຣະເຈົ້າໃຊ້ໂມເຊເພື່ອນໍາພາຄົນອິດສະຣາເອນອອກຈາກອີຢິບ. ພຣະທຳຂອງພຣະເຈົ້າເຢໂຮວາເອງໄດ້ເປັນພະຍານເຖິງສິ່ງນີ້. ພຣະເຈົ້າເຢໂຮວາໄດ້ເວົ້າຕໍ່ໂມເຊວ່າ “ສະນັ້ນ ບັດນີ້, ເບິ່ງແມະ ສຽງຮ້ອງໄຫ້ຂອງເດັກນ້ອຍໃນອິດສະຣາເອນໄດ້ມາເຖິງເຮົາ: ແລະ ເຮົາກໍ່ຍັງໄດ້ເຫັນການຂົ່ມເຫັງທີ່ຄົນອີຢິບໄດ້ກົດຂີ່ພວກເຂົາ. ສະນັ້ນ ບັດນີ້, ໃຫ້ອອກມາ ແລະ ເຮົາຈະສົ່ງເຈົ້າໄປຫາຟາຣາໂອ, ເພື່ອວ່າເຈົ້າອາດນໍາປະຊາຊົນຂອງເຮົາທີ່ເປັນລູກຫຼານຂອງອິດສະຣາເອນອອກຈາກອີຢິບ(ອົບພະຍົບ 3:9-10). ໃນຍຸກແຫ່ງພຣະຄຸນ, ອົງພຣະເຢຊູເຈົ້າໄດ້ໃຊ້ເປໂຕເພື່ອລ້ຽງດູຄຣິດຕະຈັກ ແລະ ພຣະອົງເປັນພະຍານໃຫ້ແກ່ເປໂຕເຊັ່ນກັນ. ອົງພຣະເຢຊູເຈົ້າໄດ້ກ່າວກັບເປໂຕວ່າ “ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ? ... ຈົ່ງລ້ຽງແກະຂອງເຮົາ(ໂຢຮັນ 21:17). “ແລ້ວເຮົາຍັງເວົ້າກັບເຈົ້າວ່າ ເຈົ້າຄືເປໂຕ ແລະ ໃນສິລາກ້ອນນີ້ ເຮົາຈະສ້າງຄຣິດຕະຈັກຂອງເຮົາ; ແລະ ປະຕູນະຮົກຈະບໍ່ມີໄຊຊະນະເໜືອມັນ. ແລ້ວເຮົາຈະມອບກະແຈແຫ່ງອານາຈັກສະຫວັນແກ່ເຈົ້າ: ແລະ ແມ່ນຫຍັງກໍ່ຕາມທີ່ເຈົ້າຜູກມັດເທິງໂລກກໍ່ຈະຖືກຜູກມັດໃນສະຫວັນ: ແລະ ແມ່ນຫຍັງກໍ່ຕາມທີ່ເຈົ້າແກ້ອອກເທິງໂລກກໍ່ຈະຖືກແກ້ອອກໃນສະຫວັນ(ມັດທາຍ 16:18-19). ພຣະເຈົ້າໄດ້ຈັດວາງ ແລະ ເປັນພະຍານດ້ວຍຕົວເອງໃຫ້ແກ່ ຄົນທີ່ພຣະອົງໃຊ້ໃນແຕ່ລະຍຸກ ແລະ ສິ່ງນີ້ກໍໄດ້ຮັບການຢືນຢັນໂດຍພາລະກິດຂອງພຣະວິນຍານບໍລິສຸດ. ໃນຍຸກແຫ່ງພຣະບັນຍັດ ແລະ ພຣະຄຸນ, ບາງຄັ້ງ ຄົນເຫຼົ່ານັ້ນທີ່ຖືກພຣະເຈົ້າໃຊ້ກໍຖືກສະຖາປະນາ ແລະ ເປັນພະຍານດ້ວຍຕົວພຣະເຈົ້າເອງ. ບາງຄັ້ງ ພຣະອົງໄດ້ໃຊ້ວິທີອື່ນ. ຖ້າບໍ່ມີການແຕ່ງຕັ້ງໂດຍກົງຂອງພຣະອົງ, ພຣະອົງຈະເປີດເຜີຍສິ່ງນີ້ຜ່ານຜູ້ປະກາດພຣະທຳ ຫຼື ມີຫຼັກຖານກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ. ສິ່ງນີ້ແມ່ນບໍ່ສາມາດປະຕິເສດໄດ້. ໃນໂລກສາສະໜາໃນປັດຈຸບັນ, ຜູ້ໃດມອບຕໍາແໜ່ງທີ່ພະສັນຕະປະປາ, ພຣະສັງຄະລາດ, ປະໂລຫິດ, ສິດຍາພິບານ ແລະ ຜູ້ອາວຸໂສດຳລົງ ໃຫ້ແກ່ພວກເຂົາ? ມີຫຼັກຖານກ່ຽວກັບພຣະທຳຂອງພຣະເຈົ້າ ຫຼື ພາລະກິດຂອງພຣະວິນຍານບໍລິສຸດບໍ? ພຣະວິນຍານໄດ້ເປັນພະຍານໃຫ້ກັບພວກເຂົາບໍ? ເກືອບບໍ່ມີເລີຍ! ໃນຄວາມເປັນຈິງ, ຜູ້ນໍາສາສະໜາທຸກຄົນທີ່ຢູ່ພາຍໃນຄຣິດຕະຈັກ ໄດ້ຈົບການສຶກສາມາຈາກໂຮງຮຽນສອນສາສະໜາ ແລະ ໂຮງຮຽນເທວະວິທະຍາ ແລະ ມອບປະລິຍາດ້ານເທວະສາດ. ເມື່ອມີໃບປະກາດຢູ່ໃນມື, ພວກເຂົາກໍໄດ້ຮັບມອບໝາຍໃນຄຣິດຕະຈັກເພື່ອນໍາພາຜູ້ທີ່ມີຄວາມເຊື່ອ. ບາງຄົນມີພອນສະຫວັນ ແລະ ເວົ້າຢ່າງຄ່ອງແຄ່ວ ແລະ ຮຽນຮູ້ວຽກຂອງພວກເຂົາເປັນຢ່າງດີ, ສະນັ້ນ ພວກເຂົາຈຶ່ງຖືກແຕ່ງຕັ້ງ ແລະ ຖືກແນະນໍາໂດຍການນໍາຂັ້ນເທິງ ແລະ ເລື່ອນຕໍາແໜ່ງ. ນັກບວດໃນໂລກສາສະໜາເກືອບທຸກຄົນໄດ້ຮັບຕໍາແໜ່ງຂອງພວກເຂົາໃນລັກສະນະນີ້, ແຕ່ສ່ວນໃຫຍ່ກໍຂາດພາລະກິດຂອງພຣະວິນຍານບໍລິສຸດ. ເປີເຊັນເລັກນ້ອຍຂອງພວກເຂົາອາດມີພາລະກິດບາງຢ່າງຂອງພຣະວິນຍານ, ແຕ່ພວກເຂົາບໍ່ມີຄຳພະຍານຂອງພຣະອົງ. ສະນັ້ນ ພວກເຮົາສາມາດໝັ້ນໃຈວ່າ ພວກເຂົາບໍ່ແມ່ນຄົນທີ່ພຣະເຈົ້າເປັນພະຍານໃຫ້ ຫຼື ໃຊ້. ພວກເຂົາໄດ້ຮັບການອຸປະຖຳ ແລະ ຖືກເລືອກໂດຍຄົນອື່ນຢ່າງຊັດເຈນຫຼາຍ, ສະນັ້ນ ເປັນຫຍັງພວກເຂົາຈຶ່ງຢືນຢັນວ່າພວກເຂົາຖືກຈັດວາງໂດຍພຣະເຈົ້າ? ສິ່ງນັ້ນບໍ່ໄດ້ຂັດກັບຂໍ້ແທ້ຈິງບໍ? ສິ່ງນັ້ນບໍ່ແມ່ນການເວົ້າຕົວະຢ່າງໜ້າດ້ານ ແລະ ການເປັນພະຍານໃຫ້ກັບຕົນເອງບໍ? ແມ່ນຫຍັງຄືຜົນຕາມມາຂອງສິ່ງນີ້? ສິ່ງນັ້ນບໍ່ແມ່ນການຫຼອກລວງ ແລະ ການທຳຮ້າຍຜູ້ທີ່ມີຄວາມເຊື່ອບໍ? ຜູ້ນໍາສາສະໜາບາງຄົນເຖິງກັບກ່າວອ້າງພຣະທຳຂອງອົງພຣະເຢຊູເຈົ້າທີ່ເອີ້ນເປໂຕ ເພື່ອອ້າງຢ່າງໜ້າດ້ານວ່າ ສິດອຳນາດທີ່ອົງພຣະເຢຊູເຈົ້າໄດ້ປະທານໃຫ້ແກ່ເປໂຕກໍຖືກສົ່ງຕໍ່ໃຫ້ກັບພະສັນຕະປະປາ, ສະນັ້ນ ພະສັນຕະປະປາຈຶ່ງໄດ້ຮັບອຳນາດຈາກພຣະເຈົ້າ ແລະ ສາມາດເປັນຕົວແທນໃຫ້ກັບອົງພຣະເຢຊູເຈົ້າ ແລະ ຍ້ອນພວກປະໂລຫິດຕິດຕາມພະສັນຕະປະປາ, ພວກເຂົາຍັງໄດ້ຮັບອຳນາດຈາກພຣະເຈົ້າ, ສະນັ້ນ ພວກເຂົາສາມາດໃຫ້ອະໄພຄວາມຜິດບາບ. ນັ້ນບໍ່ແມ່ນສິ່ງທີ່ເປັນຕາຫົວບໍ? ອົງພຣະເຢຊູເຈົ້າເຄີຍບອກກັບເປໂຕ ໃຫ້ສົ່ງຕໍ່ສິດອຳນາດທີ່ຖືກປະທານໃຫ້ກັບລາວ ໃຫ້ແກ່ຮຸ່ນຕ່າງໆຂອງນັກບວດບໍ? ອົງພຣະເຢຊູເຈົ້າບໍ່ເຄີຍເວົ້າແບບນັ້ນ! ເປໂຕເຄີຍສື່ສານແບບນັ້ນບໍ? ບໍ່ເຄີຍຢ່າງແນ່ນອນ! ບໍ່ມີສິ່ງນັ້ນທີ່ຖືກຂຽນໄວ້ໃນພຣະຄຳພີ. ມັນຍັງເປັນຂໍ້ແທ້ຈິງທີ່ວ່າບໍ່ມີພະສັນຕະປະປາ, ບໍ່ມີປະໂລຫິດໃນເວລານັ້ນ. ສະນັ້ນ ຜູ້ນໍາສາສະໜາເຫຼົ່ານັ້ນທີ່ປະກາດວ່າພວກເຂົາໄດ້ຮັບອຳນາດຈາກພຣະເຈົ້າ ແລະ ສາມາດເປັນຕົວແທນໃຫ້ກັບອົງພຣະເຢຊູເຈົ້າ ກຳລັງທຳທ່າເປັນພຣະເຈົ້າ ແລະ ຊີ້ນໍາຜູ້ຄົນຢ່າງຜິດໆ, ແມ່ນບໍ? ບໍ່ແມ່ນຄົນທີ່ເຊື່ອຟັງ ແລະ ກົ້ມລົງຕໍ່ພວກເຂົາ ກຳລັງນະມັດສະການພະທຽມບໍ? ນັ້ນບໍ່ແມ່ນການເຮັດວຽກເພື່ອຕໍ່ຕ້ານພຣະເຈົ້າບໍ? ຫຼາຍຄົນບໍ່ເຂົ້າໃຈສິ່ງນີ້ ແລະ ພວກເຂົາສືບຕໍ່ນະມັດສະການຜູ້ນໍາຂອງພວກເຂົາຢ່າງຫຼັບຫູຫຼັບຕາ, ຄິດວ່າພວກເຂົາຖືກຈັດວາງໂດຍພຣະເຈົ້າ. ເຈົ້າສາມາດເຫັນບໍວ່ານີ້ຄືສິ່ງທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ຫຼາຍສໍ່າໃດ? ສິ່ງນີ້ແຕກຕ່າງແນວໃດຈາກການທີ່ຜູ້ທີ່ບໍ່ມີຄວາມເຊື່ອນະມັດສະການພະທຽມ? ຖ້າເຈົ້າເປັນຜູ້ເຊື່ອ ແຕ່ບໍ່ປະຕິບັດຕາມພຣະທຳຂອງພຣະເຈົ້າ, ຖ້າເຈົ້ານະມັດສະການ ແລະ ຄູ້ເຂົ່າລົງຕໍ່ໜ້າມະນຸດຄົນອື່ນເພື່ອສາລະພາບຄວາມຜິດບາບຂອງເຈົ້າຄືກັບວ່າພວກເຂົາເປັນພຣະເຈົ້າ, ບໍ່ແມ່ນເຈົ້າກຳລັງບໍ່ເຄົາລົບ ແລະ ໝິ່ນປະໝາດພຣະເຈົ້າບໍ? ຄົນທີ່ເຮັດແບບນີ້ຢ່າງໂງ່ຈ້າຈະສາມາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າບໍ? ອາດບໍ່ໄດ້. ຄົນທີ່ເຮັດແບບນີ້ຢ່າງໂງ່ຈ້າບໍ່ສາມາດຮັບເອົາການຮອງຮັບຂອງພຣະເຈົ້າ.

ພວກເຮົາຈຳເປັນຕ້ອງຊັດເຈນວ່າ ການທີ່ພຣະເຈົ້າແຕ່ງຕັ້ງຄົນໃດໜຶ່ງບໍ່ແມ່ນສິ່ງທີ່ເຮັດຕາມອາລົມ ຫຼື ຕາມອຳເພີໃຈ. ຕ້ອງມີຫຼັກຖານຢ່າງແນ່ນອນ. ມີຫຼັກຖານທີ່ພຣະເຈົ້າແຕ່ງຕັ້ງໂມເຊ ແລະ ຢ່າງໜ້ອຍ ຄົນອິດສະຣາເອນກໍຮູ້ຈັກສິ່ງນັ້ນ. ການທີ່ອົງພຣະເຢຊູເຈົ້າແຕ່ງຕັ້ງເປໂຕຍັງເປັນຈິງ ເຊິ່ງກໍເປັນທີ່ຮູ້ຈັກໂດຍພວກອັກຄະສາວົກ. ສະນັ້ນ ຂໍ້ອ້າງທີ່ວ່າພຣະເຈົ້າໄດ້ຈັດວາງຄົນໃດໜຶ່ງຈຳເປັນຕ້ອງມີພື້ນຖານຕາມຂໍ້ແທ້ຈິງ. ບໍ່ມີມະນຸດຄົນໃດສາມາດກ່າວອ້າງສິ່ງນີ້ໄດ້ຕາມອຳເພີໃຈ. ພວກເຮົາຍັງສາມາດເຫັນວ່າ ຄົນໃດໜຶ່ງທີ່ພຣະເຈົ້າຈັດວາງໄວ້ ຈະມີການຊີ້ນໍາຂອງພຣະວິນຍານບໍລິສຸດ ແລະ ການຢືນຢັນຈາກພຣະວິນຍານບໍລິສຸດ. ພາລະກິດຂອງພວກເຂົາສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ມັນຈະບັນລຸຜົນຮັບທີ່ຊັດເຈນຫຼາຍ. ພວກເຂົາສາມາດປະຕິບັດຕາມການຝາກຝັງຂອງພຣະເຈົ້າ. ໃຫ້ພວກເຮົາເບິ່ງວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວໄວ້ວ່າແນວໃດ. “ໃນດ້ານຂອງແກ່ນແທ້ຂອງພາລະກິດຂອງເຂົາ ແລະ ເບື້ອງຫຼັງຂອງການນໍາໃຊ້ເຂົາ, ບຸກຄົນທີ່ຖືກໃຊ້ໂດຍພຣະເຈົ້າແມ່ນຖືກຫຼໍ່ລ້ຽງໂດຍພຣະອົງ, ເຂົາໄດ້ຮັບການຈັດແຈງໂດຍພຣະເຈົ້າສຳລັບພາລະກິດຂອງພຣະເຈົ້າ ແລະ ເຂົາໄດ້ປະກອບຮ່ວມເຂົ້າໃນພາລະກິດຂອງພຣະເຈົ້າເອງ. ບໍ່ມີໃຜສາມາດເຮັດພາລະກິດຂອງເຂົາແທນເຂົາໄດ້, ນີ້ເປັນການຮ່ວມມືຂອງມະນຸດທີ່ບໍ່ສາມາດຂາດໄດ້ ເຊິ່ງຄຽງຄູ່ກັບພາລະກິດອັນສັກສິດ. ໃນຂະນະດຽວກັນ, ພາລະກິດທີ່ປະຕິບັດໂດຍຜູ້ເຮັດວຽກ ຫຼື ອັກຄະສາວົກຄົນອື່ນໆນັ້ນ ແມ່ນເປັນພຽງການຖ່າຍທອດ ແລະ ການຈັດຕັ້ງປະຕິບັດການຈັດແຈງຫຼາຍລັກສະນະຄຣິດຕະຈັກໃນແຕ່ລະໄລຍະ ຫຼື ບໍ່ກໍເປັນວຽກງານທຳມະດາທີ່ສະໜອງແກ່ຊີວິດແບບງ່າຍໆເພື່ອດູແລຮັກສາຄຣິດຕະຈັກເທົ່ານັ້ນ. ຜູ້ເຮັດວຽກ ແລະ ອັກຄະສາວົກເຫຼົ່ານີ້ ບໍ່ໄດ້ຮັບການແຕ່ງຕັ້ງໂດຍພຣະເຈົ້າ, ແຮງໄກທີ່ພວກເຂົາຈະສາມາດຖືກເອີ້ນວ່າ ຜູ້ທີ່ຖືກນໍາໃຊ້ໂດຍພຣະວິນຍານບໍລິສຸດ. ພວກເຂົາຖືກຄັດເລືອກມາຈາກບັນດາຄຣິສຕະຈັກ ແລະ ຫຼັງຈາກພວກເຂົາໄດ້ຮັບການຝຶກອົບຮົມ ແລະ ປູກຝັງເປັນໄລຍະເວລາໃດໜຶ່ງ, ຜູ້ທີ່ມີຄວາມເໝາະສົມຈະຖືກເກັບຮັກສາໄວ້ ໃນຂະນະດຽວກັນຜູ້ທີ່ບໍ່ເໝາະສົມກໍຈະຖືກສົ່ງຄືນໄປບ່ອນທີ່ເດີມຂອງພວກເຂົາ. ເນື່ອງຈາກວ່າຜູ້ຄົນເຫຼົ່ານີ້ຖືກຄັດເລືອກມາຈາກບັນດາຄຣິດຕະຈັກ, ບາງຄົນສະແດງໃຫ້ເຫັນທາດແທ້ຂອງພວກເຂົາ ຫຼັງຈາກທີ່ໄດ້ກາຍມາເປັນຜູ້ນໍາ ແລະ ບາງຄົນເຖິງກັບເຮັດຫຼາຍສິ່ງທີ່ບໍ່ດີ ແລະ ໃນທີ່ສຸດກໍຖືກກຳຈັດອອກ. ກົງກັນຂ້າມ, ຜູ້ທີ່ຖືກນໍາໃຊ້ໂດຍພຣະເຈົ້າແມ່ນຜູ້ທີ່ຖືກຈັດກຽມໂດຍພຣະເຈົ້າ ແລະ ຜູ້ທີ່ມີຄວາມສາມາດໃນລະດັບໃດໜຶ່ງ ແລະ ມີຄວາມເປັນມະນຸດ. ເຂົາໄດ້ຮັບການຈັດກຽມ ແລະ ເຮັດໃຫ້ສົມບູນລ່ວງໜ້າໂດຍພຣະວິນຍານບໍລິສຸດ ແລະ ໄດ້ຮັບການນໍາພາຢ່າງສົມບູນໂດຍພຣະວິນຍານບໍລິສຸດ ແລະ ໂດຍສະເພາະເມື່ອເວົ້າເຖິງວຽກງານຂອງເຂົາ, ເຂົາໄດ້ຮັບການຊີ້ນໍາ ແລະ ບັນຊາໂດຍພຣະວິນຍານບໍລິສຸດ, ດ້ວຍເຫດນັ້ນ, ຈຶ່ງບໍ່ມີຄວາມຫັນເຫໃນເສັ້ນທາງແຫ່ງການນໍາພາຜູ້ຄົນທີ່ພຣະເຈົ້າເລືອກ, ເພາະວ່າພຣະເຈົ້າຮັບຜິດຊອບພາລະກິດຂອງພຣະອົງເອງຢ່າງແນ່ນອນ ແລະ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງຕະຫຼອດເວລາ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບການນຳໃຊ້ມະນຸດຂອງພຣະເຈົ້າ).

ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງໃຫ້ພວກເຮົາເຫັນວ່າ ພຣະເຈົ້າກະກຽມຄົນທີ່ພຣະອົງແຕ່ງຕັ້ງ ແລະ ໃຊ້ສຳລັບພາລະກິດຂອງພຣະອົງໄວ້ລ່ວງໜ້າຫຼາຍ, ພວກເຂົາເປັນຄົນທີ່ພຣະເຈົ້າຍົກຂຶ້ນເພື່ອນໍາພາຜູ້ຄົນທີ່ຖືກເລືອກຂອງພຣະອົງ. ພາລະກິດ ແລະ ຄຳເທດສະໜາຂອງພວກເຂົາກໍຜ່ານການຈັດກຽມ ແລະ ການຊີ້ນໍາຂອງພຣະວິນຍານບໍລິສຸດທັງສິ້ນ ແລະ ຄົນໃດໜຶ່ງທີ່ບໍ່ໄດ້ຖືກແຕ່ງຕັ້ງດ້ວຍຕົວພຣະເຈົ້າເອງ ກໍບໍ່ສາມາດທົດແທນພວກເຂົາໄດ້ຈັກເທື່ອ. ໂມເຊໃນຍຸກແຫ່ງພຣະບັນຍັດ ແລະ ເປໂຕໃນຍຸກແຫ່ງພຣະຄຸນ ຍຶດຕິດກັບພຣະທຳ ແລະ ຄວາມຕ້ອງການຂອງພຣະເຈົ້າຢ່າງເຄັ່ງຄັດເພື່ອນຳພາຜູ້ຄົນທີ່ຖືກເລືອກຂອງພຣະອົງ ແລະ ພຣະເຈົ້າຢູ່ກັບພວກເຂົາຢູ່ສະເໝີ, ຊີ້ນໍາພວກເຂົາໃນທຸກໆຊ່ວງ. ພຣະເຈົ້າບໍ່ເຄີຍໃຊ້ຄົນຜິດ ຫຼື ຄົນທີ່ເຮັດວຽກເພື່ອຕໍ່ຕ້ານພຣະອົງ. ພຣະອົງຮັບຜິດຊອບພາລະກິດຂອງພຣະອົງເອງຢູ່ສະເໝີ. ຄົນທີ່ພຣະເຈົ້າໃຊ້ກໍໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໃນພາລະກິດ ແລະ ຄຳເວົ້າຂອງພວກເຂົາຢ່າງສະໝໍ່າສະເໝີ ແລະ ສາມາດແບ່ງປັນຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບພຣະທຳຂອງພຣະເຈົ້າ ເພື່ອຊ່ວຍໃຫ້ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າໄດ້ເຂົ້າໃຈຖ້ອຍຄຳຂອງພຣະອົງ, ຄວາມປະສົງຂອງພຣະອົງ ແລະ ຄວາມຕ້ອງການຂອງພຣະອົງ. ພວກເຂົາສາມາດໃຊ້ຄວາມຈິງເພື່ອຊ່ວຍໃຫ້ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າໃນການດີ້ນຮົນຕົວຈິງຂອງພວກເຂົາ ກັບການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອຂອງພວກເຂົາຢູ່ສະເໝີ. ເມື່ອຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າຍອມຮັບ ແລະ ຍອມຟັງການລ້ຽງດູຂອງຄົນທີ່ຖືກພຣະເຈົ້າໃຊ້ ພວກເຂົາກໍສາມາດຮັບເອົາການບຳລຸງລ້ຽງທີ່ແທ້ຈິງສຳລັບຊີວິດຂອງພວກເຂົາ, ໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມຈິງເພີ່ມຂຶ້ນເທື່ອລະໜ້ອຍ, ຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າໄດ້ດີຂຶ້ນ ແລະ ຂະຫຍາຍຄວາມເຊື່ອ ແລະ ຄວາມຮັກຂອງພວກເຂົາສຳລັບພຣະເຈົ້າ. ນັ້ນຄືເຫດຜົນທີ່ພວກເຂົາໄດ້ຮັບການສະໜັບສະໜູນຈາກຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ ທີ່ຮູ້ຈັກໃນຫົວໃຈຂອງພວກເຂົາວ່າ ຄົນເຫຼົ່ານັ້ນຖືກຈັດວາງໂດຍພຣະເຈົ້າ ແລະ ສະແຫວງຫາໃຈພຣະເຈົ້າ. ເມື່ອພວກເຮົາຍອມຮັບ ແລະ ຍອມອ່ອນນ້ອມຕໍ່ການນໍາພາຂອງພວກເຂົາ, ນີ້ຄືການຕິດຕາມ ແລະ ການຍອມຟັງພຣະເຈົ້າ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ຄົນທີ່ຖືກພຣະເຈົ້າໃຊ້ແມ່ນຖືກຈັດວາງ ເພື່ອນໍາພາຜູ້ຄົນທີ່ຖືກເລືອກຂອງພຣະອົງໃຫ້ຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ຕິດຕາມພຣະອົງ ແລະ ພາລະກິດ ແລະ ຄຳເທດສະໜາຂອງພວກເຂົາກໍລ້ວນແລ້ວແຕ່ມາຈາກການນຳພາ ແລະ ການສ່ອງແສງສະຫວ່າງຂອງພຣະວິນຍານບໍລິສຸດ. ການຍອມຮັບ ແລະ ການຍອມຟັງການນຳພາຂອງພວກເຂົາ ຄືການຍອມຟັງພຣະເຈົ້າແທ້ໆ. ການຕໍ່ຕ້ານພວກເຂົາຄືການຕໍ່ຕ້ານພຣະເຈົ້າ ແລະ ຈະສົ່ງຜົນໃຫ້ຖືກເປີດໂປງ ແລະ ຖືກກຳຈັດໂດຍພຣະເຈົ້າ ຫຼື ອາດຈະເຖິງກັບຖືກປະນາມ ແລະ ຖືກລົງໂທດ. ເຊັ່ນດຽວກັນໃນເວລາທີ່ໂມເຊນໍາພາຄົນອິດສະຣາເອນອອກຈາກອີຢິບ, ກຸ່ມຂອງໂຄຣາ ແລະ ດາທານທີ່ຕໍ່ຕ້ານລາວ ແມ່ນຖືກລົງໂທດໂດຍພຣະເຈົ້າ. ນັ້ນຄືຂໍ້ແທ້ຈິງທີ່ຊັດເຈນ.

ໃຫ້ພວກເຮົາເບິ່ງທີ່ຜູ້ນໍາສາສະໜາໃນປັດຈຸບັນ, ພະສັນຕະປະປາ, ພະສັງຄະລາດ ແລະ ພະສົງໃນນິກາຍກາໂທລິກ ແລະ ສິດຍາພິບານ, ຜູ້ອາວຸໂສ ແລະ ນັກບວດຄົນອື່ນໆໃນສາສະໜາຄຣິດ. ພວກເຂົາຖືກຈັດວາງໂດຍພຣະເຈົ້າບໍ? ພຣະເຈົ້າໄດ້ເວົ້າສະໜັບສະໜູນພວກເຂົາບໍ? ພວກເຂົາມີຫຼັກຖານຈາກພາລະກິດຂອງພຣະວິນຍານບໍລິສຸດບໍ? ພວກເຂົາມີຫຼັກຖານຈາກໝາກຜົນແຫ່ງພາລະກິດຂອງພວກເຂົາບໍ? ພວກເຂົາບໍ່ມີຫຍັງໃນສິ່ງນີ້. ສິ່ງນີ້ໄດ້ພິສູດວ່າພວກເຂົາຖືກເລືອກໂດຍມະນຸດ, ບໍ່ແມ່ນຖືກແຕ່ງຕັ້ງໂດຍພຣະເຈົ້າ. ເມື່ອພວກເຮົາໄດ້ເຫັນວ່າ ພວກເຂົາຖືກເສີມສ້າງພາຍໃນໂຮງຮຽນສອນສາສະໜາ ແລະ ຖືກແຕ່ງຕັ້ງໂດຍສະຖາບັນສາສະໜາທີ່ເປັນທາງການ, ພວກເຮົາຈຶ່ງຮູ້ທີ່ຈະລະມັດລະວັງຫຼາຍ. ພວກເຂົາສ່ວນໃຫຍ່ບໍ່ເຊື່ອໃນຄວາມຈິງ ຫຼື ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ພວກເຂົາເຊື່ອໃນເທວະສາດ, ໃນຕໍາແໜ່ງ ແລະ ຍົດສັກຂອງພວກເຂົາ, ໃນການຫາລ້ຽງຊີບທີ່ພວກເຂົາໄດ້ຮັບຈາກສິ່ງນັ້ນ. ບໍ່ວ່າຄວາມຮູ້ໃນພຣະຄຳພີໄບເບິນຂອງພວກເຂົາຈະສູງສົ່ງສໍ່າໃດ ຫຼື ຄຳເທດສະໜາຂອງພວກເຂົາຈະດີສໍ່າໃດກໍຕາມ, ພວກເຂົາບໍ່ມີພາລະກິດ ແລະ ການຊີ້ນໍາຂອງພຣະວິນຍານບໍລິສຸດ ຫຼື ແສງສະຫວ່າງຂອງພຣະວິນຍານ. ສິ່ງນີ້ໄດ້ສະແດງວ່າພວກເຂົາເປັນຜູ້ລ້ຽງແກະປອມ, ເປັນຄົນທີ່ບໍ່ມີຄວາມເຊື່ອ ແລະ ພຣະເຈົ້າບໍ່ຮັບຮູ້ພວກເຂົາ. ສະນັ້ນ ການນະມັດສະການ ແລະ ການຕິດຕາມພວກເຂົາບໍ່ແມ່ນສິ່ງທີ່ໂງ່ຈ້າແທ້ໆບໍ? ນອກຈາກການທີ່ພວກເຂົາຂາດຄຳພະຍານກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຫຼັກຖານຈາກພຣະວິນຍານບໍລິສຸດ, ມີຫຼັກຖານທີ່ສຳຄັນໜຶ່ງຢ່າງທີ່ສາມາດຊ່ວຍໃຫ້ພວກເຮົາເຫັນພວກເຂົາສຳລັບສິ່ງທີ່ພວກເຂົາເປັນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ, ເປີດໂປງທາດແທ້ຂອງຜູ້ຄົນຢ່າງເປີດເຜີຍວ່າ ພວກເຂົາຮັກຄວາມຈິງ ຫຼື ບໍ່, ພວກເຂົາຮັບຮູ້ຄວາມຈິງ ຫຼື ບໍ່, ພວກເຂົາຍອມຮັບຄວາມຈິງ ຫຼື ບໍ່ ແລະ ພວກເຂົາກຽດຊັງ ແລະ ປະຕິເສດຄວາມຈິງ ຫຼື ບໍ່. ມັນຖືກເປີດເຜີຍທັງໝົດ. ຄົນທີ່ຮັບຮູ້ວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ, ວ່າພຣະອົງເປັນພຣະເຈົ້າທີ່ຢູ່ໃນເນື້ອໜັງ, ແມ່ນຄົນທີ່ຮັກຄວາມຈິງ ແລະ ໄດ້ຮັບການຮອງຮັບຈາກພຣະເຈົ້າ. ພວກເຂົາເປັນຍິງສາວບໍລິສຸດທີ່ສະຫຼາດທີ່ໄດ້ຍິນສຽງຂອງພຣະເຈົ້າ ແລະ ຖືກຍົກຂຶ້ນເມືອຕໍ່ໜ້າບັນລັງຂອງພຣະອົງ. ຖ້າຄົນໃດໜຶ່ງເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ແຕ່ຕໍ່ຕ້ານ, ປະນາມ ແລະ ປະຕິເສດການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າຢ່າງຕໍ່ເນື່ອງ, ນີ້ໝາຍຄວາມວ່າພວກເຂົາລັງກຽດຄວາມຈິງ ແລະ ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິດທີ່ຕໍ່ຕ້ານ ແລະ ປະນາມພຣະເຈົ້າ. ພວກເຂົາໄດ້ຕົກລົງສູ່ໄພພິບັດ ແລະ ຖືກຜູກມັດໃຫ້ໄດ້ຮັບການລົງໂທດຈາກພຣະເຈົ້າແລ້ວ. ມັນບໍ່ແມ່ນພຽງຜູ້ນໍາໃນນິກາຍກາໂທລິກ ແລະ ໃນສາສະໜາຄຣິດ, ແຕ່ຜູ້ນໍາ ແລະ ບຸກຄົນຈາກທຸກນິກາຍ ທີ່ກຳລັງເຮັດວຽກເພື່ອຕໍ່ຕ້ານພຣະເຈົ້າອົງຊົງລິດທານຸພາບສູງສຸດ ໂດຍບໍ່ມີຂໍ້ຍົກເວັ້ນ. ໂລກສາສະໜາຢູ່ໃນກຳມືຂອງກຸ່ມພວກຜູ້ຕໍ່ຕ້ານພຣະຄຣິດນີ້. ນີ້ແມ່ນຂໍ້ແທ້ຈິງທີ່ຮູ້ຈັກກັນດີເຊິ່ງບໍ່ມີຄົນໃດສາມາດປະຕິເສດໄດ້. ສະນັ້ນ ຖ້າພວກເຮົາຮູ້ວ່າສັງຄະລາດ, ນັກບວດ, ສິດຍາພິບານ ແລະ ຜູ້ອາວຸໂສເຫຼົ່ານີ້ ເປັນສ່ວນໜຶ່ງຂອງກຸ່ມພວກຜູ້ຕໍ່ຕ້ານພຣະຄຣິດທີ່ກຳລັງຕໍ່ຕ້ານ ແລະ ປະນາມພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຮົາຈະຈັດການກັບເລື່ອງນັ້ນແນວໃດ? ພວກເຮົາຄວນປະຕິເສດ ແລະ ສາບແຊ່ງພວກເຂົາ ແລະ ປົດປ່ອຍຕົນເອງຈາກຂໍ້ຈຳກັດຂອງພວກເຂົາ. ນັ້ນຄືການເປັນຄົນທີ່ມີສະຕິປັນຍາ. ຖ້າພວກເຮົາສືບຕໍ່ເຄົາລົບພວກເຂົາສຳລັບຫົນທາງທີ່ແທ້ຈິງ, ສືບຕໍ່ຄາດຫວັງໃຫ້ພວກເຂົາບອກສິ່ງທີ່ຖືກ ຫຼື ຜິດໃຫ້ກັບພວກເຮົາ, ນັ້ນຄືສິ່ງທີ່ໂງ່ຈ້າແທ້ໆ ແລະ ມັນຄືການຫຼັບຫູຫຼັບຕາ ແລະ ບໍ່ມີຄວາມຮູ້! ຄົນຕາບອດທີ່ນໍາທາງຄົນຕາບອດຈະຈົບລົງໃນຄວາມພິນາດ. ສິ່ງນີ້ສຳເລັດຕາມຂໍ້ພຣະຄຳພີ: “ຄົນໂງ່ຕາຍຍ້ອນຂາດການຕັດສິນ” (ສຸພາສິດ 10:21). “ປະຊາຊົນຂອງເຮົາຖືກທຳລາຍ ຍ້ອນຂາດຄວາມຮູ້(ໂຮເຊອາ 4:6).

ມັນຊັດເຈນຢ່າງສົມບູນວ່າ ຜູ້ນໍາໃນນິກາຍກາໂທລິກ ແລະ ສາສະໜາຄຣິດ, ພ້ອມກັບຜູ້ນໍາຈາກນິກາຍອື່ນໆອີກທັງໝົດ ກຳລັງປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງເປີດເຜີຍ. ເພື່ອຮັກສາສະຖານະ ແລະ ເງິນເດືອນຂອງພວກເຂົາ, ພວກເຂົາຮັກສາໃຫ້ຜູ້ທີ່ມີຄວາມເຊື່ອຢູ່ພາຍໃນກຳມືຂອງພວກເຂົາຢ່າງໝັ້ນຄົງ, ເອົາເງິນຂອງພວກເຂົາ, ລ້ຽງຊີບຈາກຜູ້ທີ່ມີຄວາມເຊື່ອຄືກັບເປັນເຊື້ອກາຝາກ, ຄືກັບມານຮ້າຍທີ່ກິນຈາກຊາກສົບຂອງພວກເຂົາ. ຜູ້ຕໍ່ຕ້ານພຣະຄຣິດເຫຼົ່ານີ້ເຜີຍແຜ່ຄຳເວົ້າຕົວະທີ່ຊົ່ວຮ້າຍທຸກຮູບແບບ ເພື່ອຮັກສາຕຳແໜ່ງ ແລະ ຊີວິດການເປັນຢູ່ຂອງພວກເຂົາ, ເວົ້າວ່າຂ່າວໃດໜຶ່ງກ່ຽວກັບການມາເຖິງຂອງພຣະຜູ້ເປັນເຈົ້າແມ່ນບໍ່ເປັນຈິງ, ອົງພຣະເຢຊູເຈົ້າຕ້ອງລົງມາເທິງກ້ອນເມກຢ່າງແນ່ນອນ, ການຍອມຮັບການບັງເກີດເປັນມະນຸດຄັ້ງທີສອງຂອງພຣະຜູ້ເປັນເຈົ້າຄືການຍອມຮັບພຣະຄຣິດປອມ. ພວກເຂົາເວົ້າຕົວະເພື່ອນຳພາຜູ້ຄົນຢ່າງຜິດໆ, ເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອຮັກສາບໍ່ໃຫ້ຜູ້ເຊື່ອສືບຄົ້ນຫາຫົນທາງທີ່ແທ້ຈິງ. ພວກເຂົາເຖິງກັບຮ່ວມມືກັບພັກກອມມູນິດຈີນເພື່ອຈັບກຸມ ແລະ ຂົ່ມເຫັງຄົນທີ່ກຳລັງແບ່ງປັນຂ່າວປະເສີດແຫ່ງອານາຈັກ. ຜູ້ນໍາສາສະໜາເຫຼົ່ານີ້ ແຕກຕ່າງແນວໃດຈາກພວກຟາຣີຊາຍທີ່ຕໍ່ຕ້ານອົງພຣະເຢຊູເຈົ້າໃນຍຸກຂອງພຣະອົງ? ບໍ່ແມ່ນພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຄຶງພຣະເຈົ້າເທິງໄມ້ກາງແຂນບໍ? ບໍ່ແມ່ນພວກເຂົາລ້ວນແລ້ວແຕ່ເປັນຄົນລ້ຽງແກະປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ນຳພາຜູ້ຄົນໃຫ້ຫຼົງທາງ ແລະ ທຳລາຍພວກເຂົາບໍ? ໃຫ້ຄິດຫາພຣະທຳຂອງອົງພຣະເຢຊູເຈົ້າທີ່ກຳລັງປະນາມພວກຟາຣີຊາຍ: “ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາລິຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າໄດ້ອັດອານາຈັກແຫ່ງສະຫວັນໃສ່ມະນຸດ, ຍ້ອນເຈົ້າບໍ່ເຂົ້າໄປເອງ ແລະ ເຈົ້າຍັງທໍລະມານຄົນທີ່ກຳລັງເຂົ້າໄປອີກ(ມັດທາຍ 23:13). “ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາລິຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າເດີນທາງຂ້າມທະເລ ແລະ ແຜ່ນດິນເພື່ອສ້າງຄົນຜູ້ໜຶ່ງໃຫ້ເຊື່ອສາສະໜາ ແລະ ເມື່ອເຂົາເຊື່ອແລ້ວ ເຈົ້າກໍເຮັດໃຫ້ເຂົາເປັນເດັກນະລົກຫຼາຍກວ່າເຈົ້າຕັ້ງສອງເທົ່າ(ມັດທາຍ 23:15). ພວກເຮົາສາມາດເຫັນໄດ້ວ່າຜູ້ນໍາສາສະໜາສ່ວນໃຫຍ່ໃນມື້ນີ້ ບໍ່ໄດ້ແຕກຕ່າງຫຍັງຈາກພວກຟາຣີຊາຍທີ່ຕໍ່ຕ້ານອົງພຣະເຢຊູເຈົ້າຢ່າງບ້າປ່ວງ ແລະ ຂວາງທາງຜູ້ທີ່ມີຄວາມເຊື່ອ. ພວກເຂົາທຸກຄົນກຽດຊັງພຣະເຈົ້າ ແລະ ເຮັດວຽກເພື່ອຕໍ່ຕ້ານພຣະອົງ ແລະ ພວກເຂົາເປັນມານຮ້າຍທີ່ຕໍ່ຕ້ານພຣະຄຣິດໃນຍຸກສຸດທ້າຍ.

ນີ້ແມ່ນຂໍ້ຄວາມເພີ່ມອີກບາງຂໍ້ກ່ຽວກັບພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ຈົ່ງເບິ່ງຜູ້ນຳຂອງແຕ່ລະນິກາຍ, ພວກເຂົາທັງໝົດລ້ວນຈອງຫອງ ແລະ ຖືວ່າຕົນເອງຊອບທຳ, ການຕີຄວາມໝາຍພຣະຄຳພີຂອງພວກເຂົາຂາດເນືອຫາ ແລະ ຖືກນຳພາໂດຍຈິນຕະນາການຂອງພວກເຂົາເອງ. ພວກເຂົາລ້ວນເພິ່ງພາພອນສະຫວັນ ແລະ ການມີຄວາມຮູ້ສູງໃນການເຮັດວຽກຂອງພວກເຂົາ. ຖ້າພວກເຂົາບໍ່ສາມາດເທດສອນໄດ້ເລີຍ, ຜູ້ຄົນຈະຕິດຕາມພວກເຂົາບໍ? ສະຫຼຸບແລ້ວ, ພວກເຂົາມີຄວາມຮູ້ບາງຢ່າງ ແລະ ສາມາດເທດສອນບາງຫຼັກຄຳສອນໄດ້ ຫຼື ພວກເຂົາຮູ້ວິທີເອົາຊະນະໃຈຄົນອື່ນ ແລະ ໃຊ້ກົນອຸບາຍບາງຢ່າງ. ພວກເຂົາໃຊ້ສິ່ງເຫຼົ່ານີ້ເພື່ອນຳຜູ້ຄົນໃຫ້ມາຢູ່ຕໍ່ໜ້າຕົນເອງ ແລະ ຫຼອກລວງພວກເຂົາ. ຜູ້ຄົນເຫຼົ່ານັ້ນເຊື່ອໃນພຣະເຈົ້າພຽງໃນນາມເທົ່ານັ້ນ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາຕິດຕາມຜູ້ນຳຂອງພວກເຂົາ. ເມື່ອພວກເຂົາຜະເຊີນກັບບາງຄົນທີ່ເທດສອນເສັ້ນທາງທີ່ແທ້ຈິງ, ບາງຄົນໃນພວກເຂົາເວົ້າວ່າ ‘ພວກເຮົາຕ້ອງປຶກສາຜູ້ນຳຂອງພວກເຮົາກ່ຽວກັບຄວາມເຊື່ອຂອງພວກເຮົາ’. ມະນຸດເປັນສື່ກາງແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ; ນັ້ນບໍ່ແມ່ນບັນຫາບໍ? ແລ້ວບັນດາຜູ້ນຳເຫຼົ່ານັ້ນກາຍເປັນຫຍັງ? ບໍ່ແມ່ນພວກເຂົາກາຍເປັນພວກຟາຣີຊາຍ, ເປັນຜູ້ລຽງແກະຈອມປອມ, ເປັນຜູ້ຕໍ່ຕ້ານພຣະຄຣິດ ແລະ ເປັນທີ່ສະດຸດແກ່ການຍອມຮັບເສັ້ນທາງທີ່ແທ້ຈິງຂອງຜູ້ຄົນບໍ?(ຄັດຈາກບົດ “ການສະແຫວງຫາຄວາມຈິງເທົ່ານັ້ນຄືການເຊື່ອໃນພຣະເຈົ້າຢ່າງແທ້ຈິງ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ).

ບຸກຄົນໃດທີ່ອ່ານພຣະຄຳພີໄບເບີ້ນ ຢູ່ໃນໂບດໃຫຍ່ໆ ແມ່ນທ່ອງພຣະຄຳພີໄບເບີ້ນທຸກມື້, ແຕ່ກໍຍັງບໍ່ເຂົ້າໃຈຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ບໍ່ມີມະນຸດຄົນໃດທີ່ສາມາດຮູ້ຈັກພຣະເຈົ້າໄດ້; ຍິ່ງກວ່ານັ້ນ, ບໍ່ມີໃຜທີ່ຈະປະຕິບັດຕາມໃຈຂອງພຣະເຈົ້າໄດ້. ພວກເຂົາລ້ວນແຕ່ເປັນຄົນໄຮ້ຄ່າ, ມະນຸດຜູ້ຊົ່ວຊ້າ ເຊິ່ງແຕ່ລະຄົນແມ່ນຢືນຢູ່ບ່ອນສູງ ເພື່ອສອນພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະເທີດທູນ ພຣະນາມຂອງພຣະເຈົ້າ, ພວກເຂົາແມ່ນຕັ້ງໃຈທີ່ຈະຕໍ່ຕ້ານພຣະອົງ. ເຖິງແມ່ນວ່າ ພວກເຂົາຈະຈັດພວກເຂົາເອງວ່າ ເປັນຜູ້ສັດທາຕໍ່ພຣະເຈົ້າ, ພວກເຂົາກໍແມ່ນຜູ້ທີ່ກິນເນື້ອໜັງ ແລະ ດື່ມເລືອດຂອງມະນຸດ. ຜູ້ຄົນດັ່ງກ່າວລ້ວນແຕ່ແມ່ນຜີສາດທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຜີສາດທີ່ຕັ້ງໃຈຂັດຂວາງຜູ້ທີ່ພະຍາຍາມກ້າວໄປຕາມເສັ້ນທາງທີ່ຖືກຕ້ອງ ແລະ ເປັນສິ່ງກີດຂວາງ ທີ່ຂັດຂວາງເສັ້ນທາງຂອງຜູ້ທີ່ສະແຫວງຫາພຣະເຈົ້າ. ເຖິງແມ່ນວ່າ ພວກເຂົາຈະເປັນ ‘ເນື້ອໜັງທີ່ແຂງແຮງ’ ກໍຕາມ, ບັນດາສາວົກຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ທີ່ນຳພາມະນຸດຕໍ່ຕ້ານພຣະເຈົ້າ? ພວກເຂົາຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜິສາດທີ່ມີຊີວິດ ທີ່ສະແຫວງຫາວິນຍານໂດຍສະເພາະ ເພື່ອກືນກິນ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ).

ຜູ້ທີ່ກະບົດທີ່ສຸດຄືຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ຕໍ່ຕ້ານສາສະໜາຄຣິດ. ທັດສະນະຂອງພວກເຂົາແມ່ນທັດສະນະທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ; ພວກເຂົາບໍ່ເຄີຍມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວໃນການອ່ອນນ້ອມ ແລະ ພວກເຂົາບໍ່ເຄີຍອ່ອນນ້ອມ ຫຼື ຖ່ອມຕົນຢ່າງເຕັມໃຈ. ພວກເຂົາຍົກຍ້ອງຕົວເອງຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍອ່ອນນ້ອມຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານທີ່ສຸດໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມ ‘ຊັບສົມບັດ’ ທີ່ພວກເຂົາຄອບຄອງ ແຕ່ພັດຖືເອົາສິ່ງເຫຼົ່ານັ້ນເປັນມໍລະດົກຕົກທອດຈາກວົງຕະກູນເພື່ອນະມັດສະການ, ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສຕະຈັກ. ອາດເວົ້າໄດ້ວ່າ ‘ວິລະບູລຸດທີ່ບໍ່ເຄີຍພ່າຍແພ້’ ຮຸ້ນຕໍ່ຮຸ້ນອາໃສຢູ່ໃນເຮືອນຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ (ຫຼັກຄຳສອນ) ເປັນໜ້າທີ່ສູງສຸດຂອງພວກເຂົາ. ທຸກປີ ແລະ ທຸກລຸ້ນ, ພວກເຂົາດຳເນີນການຢ່າງຈິງຈັງໃນການບັງຄັບໃຊ້ໜ້າທີ່ ‘ສັກສິດ ແລະ ຂັດຂືນບໍ່ໄດ້’ ຂອງພວກເຂົາ. ບໍ່ມີໃຜກ້າແຕະຕ້ອງພວກເຂົາ; ບໍ່ມີແມ່ນແຕ່ຄົນດຽວທີ່ກ້າຕິຕຽນພວກເຂົາຢ່າງເປີດເຜີຍ. ພວກເຂົາກາຍເປັນ ‘ກະສັດ’ ໃນເຮືອນຂອງພຣະເຈົ້າ, ອາລະວາດໄປທົ່ວ ໃນຂະນະທີ່ພວກເຂົາກົດຂີ່ຂົ່ມເຫັງຄົນອື່ນໃນທຸກກຸ່ມອາຍຸ. ຜີສາດຮ້າຍຝູງນີ້ຊອກຫາການຮ່ວມມື ແລະ ທຳລາຍພາລະກິດຂອງເຮົາ; ແລ້ວເຮົາຈະອະນຸຍາດໃຫ້ຜີສາດຮ້າຍທີ່ມີຊີວິດເຫຼົ່ານີ້ມີຢູ່ຕໍ່ໜ້າຕໍ່ຕາເຮົາໄດ້ແນວໃດ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ).

ຕອນນີ້ ຂ້ອຍແນ່ໃຈວ່າພວກເຮົາທຸກຄົນເຂົ້າໃຈຊັດເຈນແລ້ວວ່າ ຜູ້ນໍາສາສະໜາສ່ວນໃຫຍ່ເປັນຜູ້ຕໍ່ຕ້ານພຣະຄຣິດທີ່ກຽດຊັງຄວາມຈິງ, ກຽດຊັງພຣະເຈົ້າ, ຜູ້ຮັບໃຊ້ທີ່ຊົ່ວຮ້າຍ ແລະ ຄົນລ້ຽງແກະປອມທີ່ນໍາພາຜູ້ຄົນໃຫ້ຫຼົງທາງ. ການຮັບຟັງພວກເຂົາ ແລະ ການຍອມຟັງພວກເຂົາກໍບໍ່ແມ່ນການອ່ອນນ້ອມຕໍ່ພຣະເຈົ້າ ແລະ ມັນບໍ່ແມ່ນການຕິດຕາມພຣະເຈົ້າ. ມັນຄືການຕິດຕາມຊາຕານ ແລະ ການຕໍ່ຕ້ານພຣະເຈົ້າ, ການກາຍມາເປັນຜູ້ສົມຮູ້ຮ່ວມຄິດຂອງຊາຕານ ເຊິ່ງກໍຄືຄົນທີ່ພຣະເຈົ້າກຽດຊັງ ແລະ ປະນາມ. ສະນັ້ນ ໃນຖານະຜູ້ທີ່ມີຄວາມເຊື່ອ, ພວກເຮົາຈຳເປັນຕ້ອງຮູ້ວ່າ ພວກເຮົາຕ້ອງສັນລະເສີນພຣະເຈົ້າ, ຢຳເກງພຣະອົງ, ຍອມຟັງພຣະອົງ ແລະ ຄວາມຈິງ. ພວກເຮົາບໍ່ສາມາດນະມັດສະການ ຫຼື ຕິດຕາມມະນຸດໄດ້. ດັ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວວ່າ “ເຈົ້າຄວນນະມັດສະການພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າ ແລະ ເຈົ້າຄວນຮັບໃຊ້ພຣະອົງພຽງແຕ່ຜູ້ດຽວ(ມັດທາຍ 4:10). ຖ້າຜູ້ນໍາສາສະໜາເປັນຄົນທີ່ຮັກຄວາມຈິງ, ຖ້າຄຳເວົ້າຂອງພວກເຂົາສອດຄ່ອງກັບພຣະທຳຂອງພຣະເຈົ້າ ແລະ ພວກເຂົານຳພາພວກເຮົາໃຫ້ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ແລ້ວການຕິດຕາມ ແລະ ການຍອມຟັງຄຳເວົ້າເຫຼົ່ານັ້ນທີ່ສອດຄ່ອງກັບຄວາມຈິງກໍຄືການຍອມຟັງພຣະເຈົ້າ. ຖ້າຄຳເວົ້າຂອງພວກເຂົາບໍ່ສອດຄ່ອງກັບຄວາມຈິງ, ຖ້າພວກເຂົາຕໍ່ຕ້ານພຣະທຳຂອງພຣະຜູ້ເປັນເຈົ້າ, ພວກເຮົາຈຳເປັນຕ້ອງປະຕິເສດພວກເຂົາ. ຖ້າພວກເຮົາສືບຕໍ່ຕິດຕາມພວກເຂົາ, ນັ້ນກໍຄືການຕິດຕາມບຸກຄົນ, ການຕິດຕາມຊາຕານ. ຖ້າຜູ້ນໍາສາສະໜາປະຕິເສດ ແລະ ລັງກຽດຄວາມຈິງ ແລະ ຮັກສາບໍ່ໃຫ້ຄົນອື່ນສືບຄົ້ນຫົນທາງທີ່ແທ້ຈິງ, ພວກເຂົາຄືຜູ້ຕໍ່ຕ້ານພຣະຄຣິດ ແລະ ພວກເຮົາຄວນຢືນຢູ່ຂ້າງພຣະເຈົ້າ, ເປີດໂປງ ແລະ ປະຕິເສດພວກເຂົາ ແລະ ກ້າທີ່ຈະເວົ້າວ່າ “ບໍ່”, ອອກຈາກການຄວບຄຸມຂອງພວກເຂົາ, ສະແຫວງຫາ ແລະ ຍອມຮັບຫົນທາງທີ່ແທ້ຈິງ ແລະ ຕາມບາດກ້າວຂອງພຣະເຈົ້າໃຫ້ທັນ. ນັ້ນຄືຄວາມເຊື່ອທີ່ແທ້ຈິງ, ເປັນການຕິດຕາມພຣະເຈົ້າຢ່າງແທ້ຈິງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະອົງ. ດັ່ງທີ່ເປໂຕໄດ້ເວົ້າວ່າ ເມື່ອລາວຖືກພາໄປໂດຍຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍ: “ພວກຂ້ານ້ອຍຄວນເຊື່ອຟັງພຣະເຈົ້າຫຼາຍກວ່າມະນຸດ” (ກິດຈະການ 5:29).

ໃຫ້ພວກເຮົາອ່ານຂໍ້ຄວາມອີກຂໍ້ຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ. “ຄວາມສຳຄັນຫຼັກໃນການປະຕິບັດຕາມພຣະເຈົ້າກໍຄື ທຸກສິ່ງຄວນເປັນໄປຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນ: ບໍ່ວ່າເຈົ້າສະແຫວງຫາເພື່ອເຂົ້າສູ່ຊີວິດ ຫຼື ການບັນລຸເຮັດສໍາເລັດຄວາມປະສົງຂອງພຣະເຈົ້າ, ທຸກສິ່ງຄວນຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າສິ່ງທີ່ເຈົ້າພົວພັນ ແລະ ສະແຫວງຫາບໍ່ໄດ້ຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລ້ວເຈົ້າກໍເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າ ແລະ ຈະຖືກປ່ອຍປະໂດຍພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ພຣະເຈົ້າຕ້ອງການແມ່ນຄົນທີ່ປະຕິບັດຕາມບາດກ້າວຂອງພຣະອົງ. ບໍ່ວ່າສິ່ງທີ່ເຈົ້າເຂົ້າໃຈກ່ອນໜ້ານີ້ຈະອັດສະຈັນ ແລະ ບໍລິສຸດພຽງໃດກໍຕາມ, ພຣະເຈົ້າກໍບໍ່ຕ້ອງການມັນ ແລະ ຖ້າເຈົ້າບໍ່ສາມາດຮັກສາສິ່ງເຫຼົ່ານັ້ນໄວ້ໄດ້ ແລ້ວພວກມັນກໍຈະເປັນອຸປະສັກທີ່ໃຫຍ່ຫຼວງໃນການເຂົ້າຫາຂອງເຈົ້າໃນອະນາຄົດ. ທຸກຄົນທີ່ສາມາດປະຕິບັດຕາມແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນໄດ້ຮັບການອວຍພອນ. ປະຊາຊົນໃນຍຸກຜ່ານມາກໍປະຕິບັດຕາມບາດກ້າວຂອງພຣະເຈົ້າເຊັ່ນດຽວກັນ ແຕ່ພວກເຂົາບໍ່ສາມາດປະຕິບັດຕາມພຣະອົງຈົນຮອດປັດຈຸບັນ; ນີ້ຄືການໄດ້ຮັບພອນຂອງປະຊາຊົນແຫ່ງຍຸກສຸດທ້າຍ. ຄົນທີ່ສາມາດປະຕິບັດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ສາມາດປະຕິບັດຕາມບາດກ້າວຂອງພຣະເຈົ້າ ທີ່ພວກເຂົາຍອມປະຕິບັດຕາມພຣະເຈົ້າບໍ່ວ່າພຣະອົງຈະນໍາພາພວກເຂົາໄປທາງໃດກໍຕາມ ແມ່ນຄົນທີ່ໄດ້ຮັບພອນຈາກພຣະເຈົ້າ. ຄົນທີ່ບໍ່ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແມ່ນບໍ່ໄດ້ເຂົ້າສູ່ພາລະກິດຂອງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະປະຕິບັດພາລະກິດໜັກພຽງໃດກໍຕາມ ຫຼື ພວກເຂົາທົນທຸກທໍລະມານຫຼາຍພຽງໃດ ຫຼື ພວກເຂົາດີ້ນຮົນຫຼາຍພຽງໃດກໍຕາມ ບໍ່ມີສິ່ງໃດທີ່ມີຄວາມໝາຍຕໍ່ພຣະເຈົ້າເລີຍ ແລະ ພຣະອົງຈະບໍ່ຍົກຍ້ອງພວກເຂົາ... ‘ການປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ’ ໝາຍເຖິງການເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນປັດຈຸບັນ, ຄວາມສາມາດປະຕິບັດໃຫ້ສອດຄ່ອງກັບຄວາມຕ້ອງການຂອງພຣະເຈົ້າໃນປັດຈຸບັນ, ມີຄວາມສາມາດໃນການເຊື່ອຟັງ ແລະ ປະຕິບັດຕາມພຣະເຈົ້າແຫ່ງປັດຈຸບັນ ແລະ ເຂົ້າສູ່ໃຫ້ສອດຄ່ອງກັບຖ້ອຍຄຳໃໝ່ສຸດຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຖືວ່າຄົນນັ້ນໄດ້ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ ແລະ ຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວບໍ່ພຽງແຕ່ສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າ ແລະ ການເຫັນພຣະເຈົ້າ, ແຕ່ສາມາດຮູ້ຈັກຈິດໃຈຂອງພຣະເຈົ້າໂດຍຜ່ານພາລະກິດລ້າສຸດຂອງພຣະອົງໄດ້ເຊັ່ນກັນ ແລະ ສາມາດຮູ້ຈັກແນວຄວາມຄິດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ທຳມະຊາດ ແລະ ທາດແທ້ຂອງມະນຸດຈາກພາລະກິດລ້າສຸດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພວກເຂົາສາມາດຮັບການປ່ຽນແປງອຸປະນິໄສເທື່ອລະໜ້ອຍໃນລະຫວ່າງການຮັບໃຊ້ຂອງພວກເຂົາ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ສາມາດຮັບພຣະເຈົ້າ ແລະ ຄົນທີ່ພົບຫົນທາງທີ່ແທ້ຈິງຢ່າງຖືກຕ້ອງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ).

ຕອນນີ້ ຂ້ອຍແນ່ໃຈວ່າພວກເຮົາເຂົ້າໃຈໄດ້ຢ່າງຊັດເຈນຂຶ້ນວ່າ ການມີຄວາມເຊື່ອ ແລະ ການຕິດຕາມພຣະເຈົ້າແມ່ນກ່ຽວກັບການຍອມຟັງ ແລະ ການຍອມຮັບຄວາມຈິງ, ການຍອມຮັບພາລະກິດ ແລະ ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ການຕາມບາດກ້າວຂອງພຣະອົງໃຫ້ທັນ. ບໍ່ວ່າພາລະກິດຂອງພຣະເຈົ້າຈະຢູ່ຫ່າງໄກຈາກແນວຄິດຂອງຜູ້ຄົນສໍ່າໃດ ຫຼື ມີເທົ່າໃດຄົນທີ່ຕໍ່ຕ້ານ ແລະ ປະນາມມັນ, ຕາບໃດທີ່ມັນເປັນຄວາມຈິງ ແລະ ພາລະກິດຂອງພຣະເຈົ້າ, ພວກເຮົາຈຳເປັນຕ້ອງຍອມຮັບ ແລະ ຍອມຟັງມັນ. ມີພຽງແຕ່ສິ່ງນັ້ນຈຶ່ງເປັນການມີຄວາມເຊື່ອ ແລະ ການຕິດຕາມພຣະເຈົ້າ. ດ່ັງທີ່ໄດ້ມີການກ່າວໄວ້ໃນພຣະນິມິດ: “ຄົນເຫຼົ່ານີ້ແມ່ນຄົນທີ່ຕິດຕາມພຣະເມສານ້ອຍໄປທຸກບ່ອນທີ່ພຣະອົງສະເດັດໄປ(ພຣະນິມິດ 14:4). ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດຢູ່ທີ່ນີ້ເພື່ອເຮັດພາລະກິດ ແລະ ໄດ້ກ່າວຄວາມຈິງຫຼາຍຢ່າງ. ພຣະອົງເຮັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ, ຊ່ວຍພວກເຮົາໃຫ້ລອດພົ້ນຈາກຄວາມຊົ່ວຮ້າຍ ແລະ ກອງກຳລັງຂອງຊາຕານ. ນີ້ແມ່ນໂອກາດທີ່ພາດບໍ່ໄດ້ ແລະ ເສັ້ນທາງດຽວຂອງພວກເຮົາທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ. ຕອນນີ້ ອີກຫຼາຍຄົນທົ່ວໂລກທີ່ປາຖະໜາຫາການປາກົດຕົວຂອງພຣະເຈົ້າ ໄດ້ພິຈາລະນາເບິ່ງພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນອອນລາຍ. ພວກເຂົາໄດ້ເຫັນວ່າພຣະທຳຂອງພຣະອົງລ້ວນແລ້ວແຕ່ເປັນຄວາມຈິງ, ພວກມັນຄືສຽງຂອງພຣະເຈົ້າ. ພວກເຂົາກຳລັງປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກພັນທະນາການຂອງຜູ້ນໍາສາສະໜາ, ອອກມາຈາກການຄວບຄຸມຂອງຄຣິດຕະຈັກຂອງພວກເຂົາ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າເພື່ອເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ. ແຕ່ຍັງມີຫຼາຍຄົນໃນໂລກສາສະໜາທີ່ຕິດຕາມ ແລະ ນະມັດສະການນັກບວດຢ່າງຫຼັບຫູຫຼັບຕາ, ຄົນທີ່ຖືກຈຳກັດ ແລະ ຖືກເຮັດໃຫ້ຫຼົງເຊື່ອໂດຍກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິດ. ພວກເຂົາຖືກຄວບຄຸມຢ່າງແໜ້ນພາຍໃນດິນວ່າງເປົ່າ, ລໍຖ້າຢ່າງໄຮ້ປະໂຫຍດເພື່ອໃຫ້ພຣະຜູ້ເປັນເຈົ້າມາເທິງກ້ອນເມກ, ຖືກປະຕິເສດ ແລະ ຖືກຈຳກັດໂດຍພຣະເຈົ້າຕັ້ງແຕ່ດົນນານມາແລ້ວ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາໃນໄພພິບັດ. ສິ່ງນີ້ເປັນການສຳເລັດຕາມພຣະທຳຂອງອົງພຣະເຢຊູເຈົ້າ “ແລ້ວຖ້າຄົນຕາບອດນໍາພາຄົນຕາບອດ, ທັງສອງກໍຈະຕົກລົງສູ່ຮ່ອງນໍ້າ(ມັດທາຍ 15:14). ພວກເຂົາອ້າງວ່າພວກເຂົາເຊື່ອໃນພຣະເຈົ້າ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາຕໍ່ຕ້ານພຣະເຈົ້າ ແລະ ຕິດຕາມຜູ້ຄົນ. ພຣະເຈົ້າເຫັນວ່າພວກເຂົາເປັນຜູ້ທີ່ບໍ່ມີຄວາມເຊື່ອ. ພຣະເຈົ້າເປັນພຣະເຈົ້າທີ່ບໍລິສຸດທີ່ກຽດຊັງຄວາມຊົ່ວຮ້າຍ ແລະ ຄວາມຊອບທຳຂອງພຣະອົງກໍບໍ່ສາມາດລ່ວງເກີນໄດ້. ພຣະອົງຈະບໍ່ຊ່ວຍຄົນເຫຼົ່ານັ້ນໃຫ້ລອດພົ້ນຈັກເທື່ອ ເຊິ່ງເປັນຄົນທີ່ປະຈົບປະແຈງມະນຸດ, ຄົນທີ່ຕິດຕາມຜູ້ຕໍ່ຕ້ານພຣະຄຣິດໃນການຕໍ່ຕ້ານ ແລະ ການໝິ່ນປະໝາດພຣະເຈົ້າ. ພຣະເຈົ້າຈະບໍ່ຊ່ວຍຄົນໃດໜຶ່ງທີ່ບໍ່ຮັກ ຫຼື ຍອມຮັບຄວາມຈິງ, ແຕ່ຍຶດຕິດກັບພຣະຄຳພີໄບເບິນຢ່າງຫຼັບຫູຫຼັບຕາ. ຄວາມປະສົງຂອງພຣະເຈົ້າຄືການປົດປ່ອຍໃຫ້ຜູ້ຄົນເປັນອິດສະຫຼະຈາກເມືອງບາບີໂລນທີ່ເຄັ່ງສາສະໜາ ເພື່ອວ່າພວກເຮົາຈະບໍ່ຖືກຄວບຄຸມໂດຍຂໍ້ຈຳກັດຂອງກອງກຳລັງຜູ້ຕໍ່ຕ້ານພຣະຄຣິດໃນໂລກສາສະໜາອີກຕໍ່ໄປ ແລະ ພວກເຮົາຈະສາມາດອອກມາຈາກສາສະໜາເພື່ອສະແຫວງຫາຄວາມຈິງ ແລະ ສະແຫວງຫາພາລະກິດຂອງພຣະເຈົ້າ ເພື່ອວ່າພວກເຮົາຈະມີຄວາມຫວັງໃນການຕ້ອນຮັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ.

ໃຫ້ພວກເຮົາເບິ່ງທີ່ພຣະທຳຂໍ້ອື່ນໆຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. “ສິ່ງທີ່ເຈົ້າເຊີດຊູນັ້ນບໍ່ແມ່ນຄວາມຖ່ອມຕົນຂອງພຣະຄຣິດ, ແຕ່ແມ່ນຜູ້ລ້ຽງແກະຈອມປອມທີ່ມີສະຖານະໂດດເດັ່ນ. ເຈົ້າບໍ່ໄດ້ບູຊາຄວາມໜ້າຮັກ ຫຼື ສະຕິປັນຍາຂອງພຣະຄຣິດ, ແຕ່ບູຊາພວກຄົນໄຮ້ສິນທຳເຫຼົ່ານັ້ນທີ່ກິ້ງເກືອກໃນຄວາມສົກກະປົກຂອງໂລກ. ເຈົ້າຫົວຂວັນຄວາມເຈັບປວດຂອງພຣະຄຣິດຜູ້ທີ່ບໍ່ມີແມ່ນແຕ່ບ່ອນຈະວາງຫົວຂອງພຣະອົງ, ແຕ່ເຈົ້າເຊີດຊູຊາກສົບເຫຼົ່ານັ້ນທີ່ລ່າເອົາເຄື່ອງຖວາຍບູຊາ ແລະ ໃຊ້ຊີວິດຢູ່ກັບການມືນເມົາ. ເຈົ້າບໍ່ເຕັມໃຈທີ່ຈະທົນທຸກຄຽງຂ້າງກັບພຣະຄຣິດ, ແຕ່ເຈົ້າຍິນດີເຂົ້າໄປໃນອ້ອມແຂນຂອງພວກຕໍ່ຕ້ານພຣະຄຣິດທີ່ບໍ່ຮອບຄອບເຫຼົ່ານັ້ນ ເຖິງແມ່ນວ່າພວກເຂົາພຽງແຕ່ສະໜອງໃຫ້ເຈົ້າດ້ວຍເນື້ອໜັງ, ຄຳເວົ້າ ແລະ ການຄວບຄຸມ. ແມ່ນແຕ່ດຽວນີ້ຫົວໃຈຂອງເຈົ້າກໍຍັງຫັນໄປຫາພວກເຂົາຢູ່, ໄປຫາຊື່ສຽງຂອງພວກເຂົາ, ໄປຫາສະຖານະຂອງພວກເຂົາ ແລະ ໄປຫາອິດທິພົນພວກເຂົາ. ແລ້ວເຈົ້າສືບຕໍ່ມີທ່າທີ່ເຈົ້າພົບວ່າພາລະກິດຂອງພຣະຄຣິດຍາກທີ່ຈະກືນ ແລະ ເຈົ້າບໍ່ເຕັມໃຈທີ່ຈະຍອມຮັບມັນ. ນີ້ຄືເຫດຜົນທີ່ເຮົາບອກເຈົ້າວ່າ ເຈົ້າຂາດຄວາມເຊື່ອທີ່ຈະຍອມຮັບພຣະຄຣິດ. ເຫດຜົນທີ່ເຈົ້າໄດ້ຕິດຕາມພຣະອົງຈົນຮອດທຸກວັນນີ້ກໍພຽງແຕ່ຍ້ອນວ່າເຈົ້າບໍ່ມີທາງເລືອກອື່ນ. ກຸ່ມບຸກຄົນທີ່ສູງສົ່ງຢືນຢູ່ໃນຫົວໃຈຂອງເຈົ້າຕະຫຼອດໄປ; ເຈົ້າບໍ່ສາມາດຫຼົງລືມທຸກໆຄຳເວົ້າ ແລະ ການກະທຳຂອງພວກເຂົາ ຫຼື ຄໍາເວົ້າ ແລະ ມື້ທີ່ມີອິດທິພົນຂອງພວກເຂົາ. ຢູ່ພາຍໃນຫົວໃຈພວກເຈົ້າ, ພວກເຂົາສູງສຸດ ແລະ ເປັນວິລະບຸລຸດຕະຫຼອດການ. ແຕ່ບໍ່ເປັນເຊັ່ນນັ້ນສຳລັບພຣະຄຣິດໃນທຸກວັນນີ້. ພຣະອົງບໍ່ມີຄວາມສຳຄັນໃນຫົວໃຈຂອງເຈົ້າຕະຫຼອດໄປ ແລະ ບໍ່ສົມຄວນໄດ້ຮັບຄວາມເຄົາລົບນັບຖືຕະຫຼອດໄປ. ເພາະວ່າພຣະອົງທຳມະດາເກີນໄປ, ມີອິດທິພົນໜ້ອຍເກີນໄປ ແລະ ບໍ່ມີຄວາມສູງສົ່ງຫຍັງທັງສິ້ນ.

ໃນກໍລະນີໃດກໍຕາມ, ເຮົາຂໍບອກວ່າທຸກຄົນທີ່ບໍ່ຊື່ນຊົມຄວາມຈິງແມ່ນຜູ້ທີ່ບໍ່ເຊື່ອ ແລະ ເປັນຜູ້ທໍລະຍົດຕໍ່ຄວາມຈິງ. ຄົນເຊັ່ນນັ້ນຈະບໍ່ມີວັນໄດ້ຮັບການຍອມຮັບຈາກພຣະຄຣິດ. ຕອນນີ້ເຈົ້າໄດ້ຮູ້ແລ້ວບໍວ່າຄວາມບໍ່ເຊື່ອຢູ່ພາຍໃນຕົວເຈົ້ານັ້ນມີຫຼາຍສໍ່າໃດ ແລະ ມີເຈົ້າມີຄວາມທໍລະຍົດຕໍ່ພຣະຄຣິດຫຼາຍສໍ່າໃດ? ເຮົາຂໍເຕືອນເຈົ້າດັ່ງນີ້: ຍ້ອນເຈົ້າໄດ້ເລືອກເສັ້ນທາງແຫ່ງຄວາມຈິງແລ້ວ, ເຈົ້າກໍ່ຄວນອຸທິດຕົນເອງ ຢ່າງສຸດໃຈ; ຢ່າສອງຈິດສອງໃຈ ແລະ ລັງເລໃຈ. ເຈົ້າຄວນເຂົ້າໃຈວ່າພຣະເຈົ້າບໍ່ໄດ້ເປັນຂອງໂລກ ຫຼື ຂອງບຸກຄົນໃດໜຶ່ງ, ແຕ່ເປັນຂອງທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງ, ເປັນຂອງທຸກຄົນທີ່ນະມັດສະການພຣະອົງ ແລະ ທຸກຄົນທີ່ໄດ້ອຸທິດຕົນ ແລະ ຊື່ສັດຕໍ່ພຣະອົງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເປັນຫຍັງພວກເຮົາຈຶ່ງພຽງແຕ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າໂດຍການຟັງສຽງຂອງພຣະເຈົ້າເທົ່ານັ້ນ?

ຕອນນີ້, ຜູ້ທີ່ມີຄວາມເຊື່ອທຸກຄົນປາຖະໜາ ໃຫ້ພຣະເຢຊູເຈົ້າລົງມາເທິງກ້ອນເມກ, ເພາະໄພພິບັດກຳລັງຮ້າຍແຮງຂຶ້ນ ແລະ ໂຣກລະບາດທຸກປະເພດກໍກໍາລັງຮຸນແຮງຂຶ້ນ...

ຄວາມຜິດບາບຂອງພວກເຮົາໄດ້ຮັບອະໄພ, ພຣະຜູ້ເປັນເຈົ້າຈະພາພວກເຮົາເຂົ້າສູ່ອານາຈັກຂອງພຣະອົງ ເມື່ອພຣະອົງກັບຄືນມາບໍ?

ໄພພິບັດພຽງແຕ່ຂະຫຍາຍໃຫຍ່ຂຶ້ນຢ່າງຕໍ່ເນື່ອງ ແລະ ຜູ້ທີ່ມີຄວາມເຊື່ອທຸກຄົນກຳລັງລໍຖ້າຢ່າງກະຕືລືລົ້ນເຖິງການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ,...

ຜູ້ໃດສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ປະຕິວັດໂຊກຊະຕາຂອງພວກເຮົາ?

ເມື່ອເວົ້າເຖິງໂຊກຊະຕາ, ຄົນສ່ວນໃຫຍ່ກໍທຽບມັນໃສ່ ການມີເງິນ ແລະ ສະຖານະ ແລະ ການປະສົບຄວາມສຳເລັດໂດຍມີຈຸດໝາຍປາຍທາງທີ່ດີ ແລະ ຄິດວ່າຄົນທຸກຍາກ,...