ຄວາມເສື່ອມຊາມຂອງເມືອງໂຊໂດມ: ເຮັດໃຫ້ມະນຸດໃຈຮ້າຍ, ເຮັດໃຫ້ພຣະເຈົ້າໂກດຮ້າຍ

28 ມັງກອນ 2021

ກ່ອນອື່ນ, ໃຫ້ພວກເຮົາເບິ່ງພຣະທໍາສອງສາມຂໍ້ທີ່ບັນລະຍາຍເຖິງການທຳລາຍເມືອງໂຊໂດມຂອງພຣະເຈົ້າ.

ປະຖົມມະການ 19:1-11 ແລະ ມີທຸດສະຫວັນສອງຕົນມາເຖິງເມືອງໂຊໂດມໃນເວລາຄໍ່າ ແລະ ໂລດກໍນັ່ງທີ່ປະຕູເມືອງໂຊໂດມ ແລະ ໂລດກໍເຫັນພວກເຂົາ ຈຶ່ງລຸກຂຶ້ນເພື່ອທັກທາຍພວກເຂົາ; ແລະ ລາວໄດ້ກົ້ມໜ້າຂອງລາວລົງກັບພື້ນ; ແລະ ລາວກ່າວວ່າ ເບິ່ງແມ ບັດນີ້ ທ່ານຜູ້ສູງສົ່ງຂອງຂ້ານ້ອຍເອີຍ ຂ້ານ້ອຍອ້ອນວອນໃຫ້ທ່ານເຂົ້ານອນໃນເຮືອນຂອງຄົນຮັບໃຊ້ຂອງທ່ານດ້ວຍເທີ້ນ ແລະ ພັກແຮມໝົດຄືນ ແລະ ລ້າງຕີນຂອງທ່ານ ແລ້ວທ່ານຈຶ່ງລຸກຂຶ້ນແຕ່ເຊົ້າ ແລະ ໄປຕາມທາງຂອງທ່ານ. ແລ້ວພວກເຂົາກ່າວວ່າ ບໍ່; ແຕ່ພວກເຮົາຈະພັກອາໄສໃນຖະໜົນໝົດຄືນ. ລາວກໍອ້ອນວອນພວກເຂົາຫຼາຍຄັ້ງ; ແລະ ພວກເຂົາກໍໄປກັບລາວ ແລະ ເຂົ້າໄປໃນເຮືອນຂອງລາວ; ແລະ ລາວກໍເຮັດອາຫານ ອົບເຂົ້າຈີ່ໃຫ້ພວກເຂົາກິນ ແລະ ພວກເຂົາກໍກິນ. ແຕ່ກ່ອນທີ່ພວກເຂົາຈະນອນ ຜູ້ຊາຍພາຍໃນເມືອງ ແມ່ນແຕ່ຜູ້ຊາຍໃນເມືອງໂຊໂດມກໍມາ ພວກເຂົາພາກັນອ້ອມເຮືອນຫຼັງນັ້ນ ທັງຄົນເຖົ້າ ແລະ ຄົນໜຸ່ມ ທຸກຄົນຈາກທຸກບ່ອນ, ແລ້ວພວກເຂົາກໍເອີ້ນໃສ່ໂລດ ແລະ ເວົ້າກັບລາວວ່າ ພວກຜູ້ຊາຍທີ່ມາຢູ່ກັບເຈົ້າຄືນນີ້ແມ່ນຢູ່ໃສ? ຈົ່ງນໍາພວກເຂົາອອກມາໃຫ້ເຮົາ ເພື່ອພວກເຮົາຈະຮູ້ຈັກກັບພວກເຂົາ. ໂລດກໍອອກໄປຫາພວກເຂົາຢູ່ຂ້າງນອກ ແລະ ຫຼັງຈາກທີ່ອອກໄປແລ້ວກໍອັດປະຕູ ແລະ ເວົ້າວ່າ ເຮົາຂໍຮ້ອງພວກທ່ານແຫຼະ ອ້າຍນ້ອງເອີຍ ຈົ່ງຢ່າເຮັດສິ່ງທີ່ຊົ່ວຮ້າຍເລີຍ. ເບິ່ງແມ ຕອນນີ້ ເຮົາມີລູກສາວສອງຄົນເຊິ່ງບໍ່ເຄີຍຜ່ານຜູ້ຊາຍມາກ່ອນ; ເຮົາຂໍຮ້ອງພວກທ່ານແຫຼະ ໃຫ້ເຮົານໍາພວກເຂົາອອກມາໃຫ້ກັບພວກທ່ານ ແລະ ເພື່ອພວກທ່ານຈະໄດ້ເຮັດກັບພວກເຂົາຕາມທີ່ພວກທ່ານເຫັນດີ, ຈົ່ງຢ່າເຮັດຫຍັງກັບຊາຍເຫຼົ່ານີ້ເລີຍ; ຍ້ອນພວກເຂົາໄດ້ມາຢູ່ພາຍໃຕ້ການຄຸ້ມຄອງຂອງເຮົາ. ແລ້ວພວກເຂົາກໍເວົ້າວ່າ ຍັບອອກໄປ ແລະ ພວກເຂົາກໍເວົ້າອີກວ່າ ເຈົ້ານີ້ມາເພື່ອພັກເຊົາຊົ່ວຄາວຊື່ໆ ແລ້ວຍັງຕ້ອງການຢາກເປັນຜູ້ຕັດສິນອີກ ບັດນີ້ ພວກເຮົາຈະຈັດການກັບເຈົ້າໃຫ້ໜັກກວ່າພວກເຂົາ. ພວກເຂົາກໍຍູ້ໂລດອອກ ແລ້ວບຸກເຂົ້າໄປທຸບປະຕູ ແລະ ຈົນເກືອບຈະພັງປະຕູໄດ້ ແຕ່ຊາຍທັງສອງໄດ້ເດ່ມືຂອງພວກເຂົາອອກມາ ແລະ ດຶງເອົາໂລດເຂົ້າໄປໃນເຮືອນກັບພວກເຂົາ ແລະ ອັດປະຕູໄວ້ ແລະ ພວກເຂົາກໍໂຈມຕີພວກຜູ້ຊາຍທີ່ຢູ່ໜ້າປະຕູເຮືອນນັ້ນໂດຍເຮັດໃຫ້ພວກເຂົາຕາບອດ ທັງຜູ້ນ້ອຍ ແລະ ຜູ້ໃຫຍ່ ຈົນພວກເຂົາເມື່ອຍເພຍຊອກຫາປະຕູບໍ່ເຫັນ.

ປະຖົມມະການ 19:24-25 ແລ້ວພຣະເຢໂຮວາກໍທໍາລາຍເມືອງໂຊໂດມ ແລະ ເມືອງໂກໂມລາດ້ວຍມາດ ແລະ ໄຟຈາກພຣະເຢໂຮວາຄືດັ່ງຫ່າຝົນຈາກສະຫວັນ. ພຣະອົງທຳລາຍເມືອງເຫຼົ່ານັ້ນ ແລະ ບັນດາທົ່ງນາ ແລະ ບັນດາຜູ້ທີ່ອາໄສຢູ່ໃນເມືອງເຫຼົ່ານັ້ນທັງໝົດ ແລະ ທຸກສິ່ງທີ່ເຕີບໃຫຍ່ເທິງແຜ່ນດິນນັ້ນ.

ຈາກຂໍ້ຄວາມເຫຼົ່ານີ້, ມັນບໍ່ໄດ້ຍາກທີ່ຈະເຫັນວ່າ ຄວາມຊົ່ວຮ້າຍ ແລະ ຄວາມເສື່ອມຊາມຂອງເມືອງໂຊໂດມແມ່ນໄດ້ເຖິງຂັ້ນທີ່ມະນຸດ ແລະ ພຣະເຈົ້າກຽດຊັງ, ສະນັ້ນ ໃນສາຍຕາຂອງພຣະເຈົ້າແລ້ວ ເມືອງດັ່ງກ່າວແມ່ນສົມຄວນທີ່ຈະຖືກທຳລາຍ. ແຕ່ແມ່ນຫຍັງໄດ້ເກີດຂຶ້ນໃນເມືອງນັ້ນກ່ອນທີ່ມັນຈະຖືກທຳລາຍ? ແມ່ນຫຍັງຄືແຮງບັນດານໃຈທີ່ເຮັດໃຫ້ຜູ້ຄົນສາມາດຖອດຖອນໄດ້ຈາກເຫດການເຫຼົ່ານີ້? ທັດສະນະຄະຕິຂອງພຣະເຈົ້າຕໍ່ເຫດການເຫຼົ່ານີ້ສະແດງໃຫ້ຜູ້ຄົນເຫັນຫຍັງກ່ຽວກັບອຸປະນິໄສຂອງພຣະອົງ? ເພື່ອການເຂົ້າໃຈເລື່ອງລາວທັງໝົດ, ໃຫ້ພວກເຮົາອ່ານສິ່ງທີ່ຖືກບັນທຶກໄວ້ໃນພຣະທໍາດັ່ງກ່າວຢ່າງລະອຽດຖີ່ຖ້ວນ...

ຄວາມເສື່ອມຊາມຂອງເມືອງໂຊໂດມ: ເຮັດໃຫ້ມະນຸດໃຈຮ້າຍ, ເຮັດໃຫ້ພຣະເຈົ້າໂກດຮ້າຍ

ໃນຄືນນັ້ນ, ໂລດໄດ້ຮັບຜູ້ສົ່ງຂ່າວຈາກພຣະເຈົ້າສອງຄົນ ແລະ ຈັດກຽມງານລ້ຽງສຳລັບພວກເຂົາ. ຫຼັງຈາກທີ່ກິນເຂົ້າ, ກ່ອນທີ່ພວກເຂົາຈະລົ້ມຫົວລົງນອນ, ຜູ້ຄົນທົ່ວເມືອງກໍອ້ອມລ້ອມເຮືອນຂອງໂລດ ແລະ ຮ້ອງເອີ້ນຫາລາວ. ພຣະຄໍາພີບັນທຶກຄໍາເວົ້າຂອງພວກເຂົາວ່າ “ພວກຜູ້ຊາຍທີ່ມາຢູ່ກັບເຈົ້າຄືນນີ້ແມ່ນຢູ່ໃສ? ຈົ່ງນໍາພວກເຂົາອອກມາໃຫ້ເຮົາ ເພື່ອພວກເຮົາຈະຮູ້ຈັກກັບພວກເຂົາ”. ຜູ້ໃດກ່າວຄຳເວົ້າເຫຼົ່ານີ້? ພວກເຂົາກ່າວກັບຜູ້ໃດ? ຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າຂອງປະຊາຊົນເມືອງໂຊໂດມທີ່ເອີ້ນຢູ່ນອກເຮືອນຂອງໂລດ ແລະ ຕັ້ງໃຈໃຫ້ໂລດໄດ້ຍິນ. ແລ້ວມັນຈະຮູ້ສຶກແນວໃດທີ່ໄດ້ຍິນຄຳເວົ້າເຫຼົ່ານີ້? ເຈົ້າຈະໃຈຮ້າຍບໍ່? ຄຳເວົ້າເຫຼົ່ານີ້ເຮັດໃຫ້ເຈົ້າເບື່ອໜ່າຍບໍ? ເຈົ້າຈະຮ້ອນຮົນດ້ວຍຄວາມໂກດຮ້າຍບໍ? ຄຳເວົ້າເຫຼົ່ານີ້ບໍ່ໄດ້ເໝັນຄາວໄປດ້ວຍຊາຕານບໍ? ຜ່ານຄຳເວົ້າເຫຼົ່ານີ້, ເຈົ້າສາມາດຮູ້ສຶກເຖິງຄວາມຊົ່ວຮ້າຍ ແລະ ຄວາມມືດມົນທີ່ຢູ່ໃນເມືອງນີ້ບໍ່? ເຈົ້າສາມາດຮູ້ສຶກເຖິງຄວາມໂຫດຮ້າຍ ແລະ ຄວາມປ່າເຖື່ອນຂອງພຶດຕິກຳຂອງຜູ້ຄົນເຫຼົ່ານີ້ຜ່ານຄຳເວົ້າຂອງພວກເຂົາບໍ່? ເຈົ້າສາມາດຮູ້ສຶກເຖິງຄວາມຮຸນແຮງຂອງຄວາມເສື່ອມຊາມຂອງພວກເຂົາຜ່ານທາງພຶດຕິກຳຂອງພວກເຂົາບໍ? ຜ່ານເນື້ອຫາຂອງການເວົ້າຂອງພວກເຂົາ, ມັນບໍ່ໄດ້ຍາກທີ່ຈະເຂົ້າໃຈວ່າ ທຳມະຊາດທີ່ຊົ່ວຮ້າຍ ແລະ ອຸປະນິໄສທີ່ປ່າເຖື່ອນຂອງພວກເຂົາແມ່ນໄດ້ເຖິງຂັ້ນທີ່ຢູ່ເໜືອການຄວບຄຸມຂອງພວກເຂົາເອງແລ້ວ. ນອກຈາກໂລດ, ທຸກຄົນທີ່ຢູ່ໃນເມືອງນີ້ແມ່ນບໍ່ໄດ້ແຕກຕ່າງຫຍັງຈາກຊາຕານ; ການເຫັນຄົນອື່ນພຽງເທົ່ານັ້ນກໍເຮັດໃຫ້ຄົນເຫຼົ່ານີ້ຕ້ອງການທຳຮ້າຍ ແລະ ກືນກິນພວກເຂົາ... ສິ່ງເຫຼົ່ານີ້ບໍ່ພຽງແຕ່ເຮັດໃຫ້ຄົນໜຶ່ງຮູ້ສຶກເຖິງທຳມະຊາດທີ່ໂຫດຮ້າຍ ແລະ ເປັນຕາຢ້ານຂອງເມືອງດັ່ງກ່າວ, ພ້ອມທັງກິ່ນອາຍແຫ່ງຄວາມຕາຍທີ່ອ້ອມລ້ອມມັນ, ແຕ່ພວກເຂົາຍັງໃຫ້ຄວາມຮູ້ສຶກເຖິງຄວາມຊົ່ວຮ້າຍ ແລະ ຄວາມກະຫາຍເລືອດຂອງມັນ.

ເມື່ອລາວພົບວ່າຕົນເອງກໍາລັງຜະເຊີນກັບນັກເລງອັນຕະພານທີ່ໄຮ້ມະນຸດສະທຳ, ເຊິ່ງເປັນຄົນທີ່ເຕັມໄປດ້ວຍຄວາມປາຖະໜາທີ່ຈະກືນກິນວິນຍານຂອງມະນຸດຢ່າງປ່າເຖື່ອນ, ໂລດຕອບໂຕ້ພວກເຂົາແນວໃດ? ອີງຕາມພຣະທຳທີ່ວ່າ “ເຮົາຂໍຮ້ອງພວກທ່ານແຫຼະ ອ້າຍນ້ອງເອີຍ ຈົ່ງຢ່າເຮັດສິ່ງທີ່ຊົ່ວຮ້າຍເລີຍ. ເບິ່ງແມ ຕອນນີ້ ເຮົາມີລູກສາວສອງຄົນເຊິ່ງບໍ່ເຄີຍຜ່ານຜູ້ຊາຍມາກ່ອນ; ເຮົາຂໍຮ້ອງພວກທ່ານແຫຼະ ໃຫ້ເຮົານໍາພວກເຂົາອອກມາໃຫ້ກັບພວກທ່ານ ແລະ ເພື່ອພວກທ່ານຈະໄດ້ເຮັດກັບພວກເຂົາຕາມທີ່ພວກທ່ານເຫັນດີ, ຈົ່ງຢ່າເຮັດຫຍັງກັບຊາຍເຫຼົ່ານີ້ເລີຍ; ຍ້ອນພວກເຂົາໄດ້ມາຢູ່ພາຍໃຕ້ການຄຸ້ມຄອງຂອງເຮົາ”. ສິ່ງທີ່ໂລດໝາຍເຖິງໃນຄຳເວົ້າເຫຼົ່ານີ້ກໍຄື: ລາວກຳລັງສະຫຼະລູກສາວຂອງລາວສອງຄົນເພື່ອປົກປ້ອງຜູ້ສົ່ງຂ່າວ. ເມື່ອຄຳນວນຢ່າງສົມເຫດສົມຜົນແລ້ວ, ຄົນເຫຼົ່ານີ້ກໍຄວນຕົກລົງເອົາເງື່ອນໄຂຂອງໂລດ ແລະ ປ່ອຍຜູ້ສົ່ງຂ່າວສອງຄົນນັ້ນໄປ; ຄວາມຈິງແລ້ວ, ຜູ້ສົ່ງຂ່າວເຫຼົ່ານັ້ນກໍເປັນຄົນແປກໜ້າສຳລັບພວກເຂົາ ເຊິ່ງເປັນຄົນທີ່ບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ ແລະ ບໍ່ເຄີຍທຳຮ້າຍຜົນປະໂຫຍດຂອງພວກເຂົາ. ເຖິງຢ່າງນັ້ນກໍຕາມ, ຍ້ອນຖືກຊັກຈູງດ້ວຍທຳມະຊາດທີ່ຊົ່ວຮ້າຍຂອງພວກເຂົາ, ພວກເຂົາກໍບໍ່ຍອມປ່ອຍໃຫ້ເລື່ອງນີ້ຈົບລົງ, ແຕ່ກົງກັນຂ້າມ ພວກເຂົາພະຍາຍາມຢ່າງຮ້າຍແຮງກວ່າເກົ່າ. ນີ້ຄືອີກການກະທໍາຢ່າງໜຶ່ງຂອງພວກເຂົາທີ່ ແນ່ນອນ ໄດ້ເຮັດໃຫ້ຜູ້ຄົນເຂົ້າໃຈເພີ່ມເຕີມກ່ຽວກັບທຳມະຊາດອັນເສື່ອມຊາມຢ່າງແທ້ຈິງຂອງພວກເຂົາ, ໃນຂະນະດຽວກັນ ມັນຍັງເຮັດໃຫ້ຜູ້ຄົນສາມາດຢັ່ງເຖິງ ແລະ ເຂົ້າໃຈເຖິງເຫດຜົນທີ່ວ່າ ເປັນຫຍັງພຣະເຈົ້າຈຶ່ງປາຖະໜາທີ່ຈະທຳລາຍເມືອງນີ້.

ແລ້ວພວກເຂົາໄດ້ເວົ້າແນວໃດຕໍ່ໄປ? ຕາມທີ່ພຣະຄຳພີໄດ້ກ່າວໄວ້ແມ່ນດັ່ງນີ້ “ຍັບອອກໄປ ແລະ ພວກເຂົາກໍເວົ້າອີກວ່າ ເຈົ້ານີ້ມາເພື່ອພັກເຊົາຊົ່ວຄາວຊື່ໆ ແລ້ວຍັງຕ້ອງການຢາກເປັນຜູ້ຕັດສິນອີກ ບັດນີ້ ພວກເຮົາຈະຈັດການກັບເຈົ້າໃຫ້ໜັກກວ່າພວກເຂົາ. ພວກເຂົາກໍຍູ້ໂລດອອກ ແລ້ວບຸກເຂົ້າໄປທຸບປະຕູ ແລະ ຈົນເກືອບຈະພັງປະຕູໄດ້”. ເປັນຫຍັງພວກເຂົາຈຶ່ງຕ້ອງການພັງປະຕູຂອງໂລດ? ເຫດຜົນກໍຄື ພວກເຂົາຕ້ອງການທໍາຮ້າຍຜູ້ສົ່ງຂ່າວສອງຄົນເຫຼົ່ານັ້ນ. ແມ່ນຫຍັງທີ່ນໍາຜູ້ສົ່ງຂ່າວສອງຄົນນີ້ມາເມືອງໂຊໂດມ? ຈຸດປະສົງຂອງພວກເຂົາໃນການມາເມືອງນັ້ນກໍເພື່ອຊ່ວຍໂລດ ແລະ ຄອບຄົວຂອງລາວໃຫ້ລອດພົ້ນ, ແຕ່ປະຊາຊົນໃນເມືອງນັ້ນຄິດຜິດ ແລະ ເຂົ້າໃຈວ່າພວກເຂົາໄດ້ມາເພື່ອຮັບຕໍາແໜ່ງທາງການ. ປະຊາຊົນໃນເມືອງໂຊໂດມບໍ່ຖາມເຖິງຈຸດປະສົງຂອງຜູ້ສົ່ງຂ່າວ ແຕ່ຕ້ອງການທຳຮ້າຍຜູ້ສົ່ງຂ່າວສອງຄົນນີ້ຢ່າງປ່າເຖື່ອນໂດຍອີງໃສ່ການຄາດເດົາທັງສິ້ນ; ພວກເຂົາປາຖະໜາທີ່ຈະທຳຮ້າຍສອງຄົນທີ່ບໍ່ກ່ຽວຂ້ອງຫຍັງກັບພວກເຂົາເລີຍ. ມັນຊັດເຈນແລ້ວວ່າ ປະຊາຊົນໃນເມືອງນີ້ໄດ້ສູນເສຍຄວາມເປັນມະນຸດ ແລະ ເຫດຜົນຂອງພວກເຂົາທັງສິ້ນ. ລະດັບຂອງຄວາມບ້າ ແລະ ຄວາມປ່າເຖື່ອນຂອງພວກເຂົາບໍ່ໄດ້ແຕກຕ່າງໄປຈາກທຳມະຊາດທີ່ຊົ່ວຊ້າຂອງຊາຕານ ທີ່ມັນທຳຮ້າຍ ແລະ ກືນກິນມະນຸດ.

ເມື່ອພວກເຂົາຮຽກຮ້ອງໃຫ້ໂລດມອບຄົນເຫຼົ່ານີ້, ໂລດເຮັດຫຍັງ? ຈາກຂໍ້ຄວາມໃນພຣະຄໍາພີ ພວກເຮົາຮູ້ວ່າ ໂລດບໍ່ໄດ້ມອບພວກເຂົາ. ໂລດເຄີຍຮູ້ຈັກຜູ້ສົ່ງຂ່າວສອງຄົນນີ້ຂອງພຣະເຈົ້າບໍ່? ແນ່ນອນວ່າ ບໍ່ຮູ້! ແຕ່ເປັນຫຍັງລາວຈຶ່ງຍອມຊ່ວຍສອງຄົນນີ້? ລາວຮູ້ບໍວ່າ ພວກເຂົາໄດ້ມາເພື່ອເຮັດຫຍັງ? ເຖິງແມ່ນວ່າລາວບໍ່ຮູ້ຈັກເຫດຜົນໃນການມາຂອງພວກເຂົາ, ແຕ່ລາວຮູ້ວ່າພວກເຂົາເປັນຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ລາວຈຶ່ງນໍາພວກເຂົາໄປທີ່ເຮືອນຂອງລາວ. ການທີ່ລາວສາມາດເອີ້ນຜູ້ຮັບໃຊ້ເຫຼົ່ານີ້ຂອງພຣະເຈົ້າດ້ວຍຕໍາແໜ່ງທີ່ວ່າ “ເຈົ້ານາຍ” ສະແດງໃຫ້ເຫັນວ່າໂລດເປັນຜູ້ຕິດຕາມພຣະເຈົ້າຢ່າງໃກ້ຊິດ, ບໍ່ຄືກັບຄົນອື່ນໃນເມືອງໂຊໂດມ. ສະນັ້ນ ເມື່ອຜູ້ສົ່ງຂ່າວຂອງພຣະເຈົ້າມາຫາລາວ, ລາວຈຶ່ງສ່ຽງຊີວິດຂອງລາວເອງເພື່ອນໍາເອົາຜູ້ຮັບໃຊ້ສອງຄົນນັ້ນເຂົ້າໄປໃນເຮືອນຂອງລາວ; ຍິ່ງໄປກວ່ານັ້ນ ລາວຍັງຍອມສະຫຼະລູກສາວສອງຄົນຂອງລາວເພື່ອແລກປ່ຽນກັບຄວາມປອດໄພຂອງຜູ້ຮັບໃຊ້ສອງຄົນນີ້. ນີ້ແມ່ນການກະທຳທີ່ຊອບທຳຂອງໂລດ; ມັນແມ່ນການສະແດງອອກຢ່າງຊັດແຈ້ງກ່ຽວກັບທຳມະຊາດ ແລະ ທາດແທ້ຂອງໂລດ ແລະ ມັນຍັງເປັນເຫດຜົນທີ່ພຣະເຈົ້າສົ່ງຜູ້ຮັບໃຊ້ຂອງພຣະອົງເພື່ອໄປຊ່ວຍໂລດໃຫ້ລອດພົ້ນ. ເມື່ອພົບກັບໄພອັນຕະລາຍ, ໂລດປົກປ້ອງຜູ້ຮັບໃຊ້ສອງຄົນນີ້ໂດຍບໍ່ຄຳນຶງເຖິງສິ່ງອື່ນເລີຍ; ລາວເຖິງກັບພະຍາຍາມແລກປ່ຽນລູກສາວສອງຄົນຂອງລາວກັບຄວາມປອດໄພຂອງຜູ້ຮັບໃຊ້. ນອກຈາກໂລດແລ້ວ, ມີຜູ້ໃດອີກບໍ່ທີ່ຢູ່ໃນເມືອງທີ່ຈະເຮັດແບບນີ້? ດັ່ງທີ່ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ ບໍ່ມີ, ບໍ່ມີເລີຍ! ສະນັ້ນ ມັນຈຶ່ງຊັດເຈນແລ້ວວ່າ ທຸກຄົນຢູ່ໃນເມືອງໂຊໂດມ, ນອກຈາກໂລດ, ແມ່ນເປັນເປົ້າໝາຍໃນການທຳລາຍລ້າງ ແລະ ມັນຍຸຕິທຳແລ້ວ, ເພາະພວກເຂົາສົມຄວນໄດ້ຮັບມັນ.

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າຕ້ອງທຳລາຍເມືອງໂຊໂດມ

ປະຖົມມະການ 18:26 ແລະ ພຣະເຢໂຮວາກ່າວວ່າ ຖ້າເຮົາພົບຄົນຊອບທຳຫ້າສິບຄົນພາຍໃນເມືອງໂຊໂດມ ເພື່ອເຫັນແກ່ພວກເຂົາ ເຮົາຈະບໍ່ທໍາລາຍເມືອງນັ້ນ. ປະຖົມມະການ...

ຫຼັງຈາກເມືອງໂຊໂດມຂັດຂືນ ແລະ ຕໍ່ຕ້ານພຣະອົງຊໍ້າແລ້ວຊໍ້າອີກ, ພຣະເຈົ້າກໍກຳຈັດມັນຢ່າງສົມບູນ

ບັດນີ້ ພວກເຮົາໄດ້ມີຄວາມເຂົ້າໃຈທົ່ວໄປກ່ຽວກັບ ອຸປະນິໄສອັນຊອບທຳຂອງພຣະເຈົ້າ, ພວກເຮົາອາດຫັນຄວາມສົນໃຈຂອງພວກເຮົາໄປຍັງເມືອງໂຊໂດມອີກຄັ້ງ...

ຄວາມໂກດຮ້າຍຂອງພຣະເຈົ້າແມ່ນສິ່ງຄຸ້ມກັນສຳລັບທຸກກອງກຳລັງແຫ່ງຄວາມຍຸຕິທຳ ແລະ ທຸກສິ່ງທີ່ດີ

ການເຂົ້າໃຈຕົວຢ່າງເຫຼົ່ານີ້ຂອງຖ້ອຍຄຳ, ຄວາມຄິດ ແລະ ການກະທຳຂອງພຣະເຈົ້າ, ເຈົ້າສາມາດເຂົ້າໃຈເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ,...

ເຖິງແມ່ນຄວາມໂກດຮ້າຍຂອງພຣະເຈົ້າຖືກເຊື່ອງຊ້ອນ ແລະ ບໍ່ເປັນທີ່ຮູ້ຈັກຕໍ່ມະນຸດ, ມັນກໍບໍ່ອົດທົນຕໍ່ການກະທໍາຜິດ

ຍ້ອນມະນຸດໂງ່ ແລະ ບໍ່ຮູ້, ການປະຕິບັດຂອງພຣະເຈົ້າຕໍ່ມະນຸດຊາດທັງໝົດຈຶ່ງອີງຕາມຄວາມເມດຕາ ແລະ ຄວາມອົດທົນເປັນຫຼັກ. ໃນທາງກົງກັນຂ້າມ ຄວາມໂກດຮ້າຍ ແລະ...

Leave a Reply