ຫຼັງຈາກເມືອງໂຊໂດມຂັດຂືນ ແລະ ຕໍ່ຕ້ານພຣະອົງຊໍ້າແລ້ວຊໍ້າອີກ, ພຣະເຈົ້າກໍກຳຈັດມັນຢ່າງສົມບູນ
ບັດນີ້ ພວກເຮົາໄດ້ມີຄວາມເຂົ້າໃຈທົ່ວໄປກ່ຽວກັບ ອຸປະນິໄສອັນຊອບທຳຂອງພຣະເຈົ້າ, ພວກເຮົາອາດຫັນຄວາມສົນໃຈຂອງພວກເຮົາໄປຍັງເມືອງໂຊໂດມອີກຄັ້ງ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ປະຖົມມະການ 18:26 ແລະ ພຣະເຢໂຮວາກ່າວວ່າ ຖ້າເຮົາພົບຄົນຊອບທຳຫ້າສິບຄົນພາຍໃນເມືອງໂຊໂດມ ເພື່ອເຫັນແກ່ພວກເຂົາ ເຮົາຈະບໍ່ທໍາລາຍເມືອງນັ້ນ.
ປະຖົມມະການ 18:29 ແລະ ລາວກໍກ່າວກັບພຣະອົງອີກຄັ້ງ ວ່າ ບາງເທື່ອອາດຈະມີສີ່ສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ.
ປະຖົມມະການ 18:30 ແລະ ລາວກໍເວົ້າກັບພຣະອົງວ່າ ບາງເທື່ອອາດມີສາມສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ.
ປະຖົມມະການ 18:31 ແລະ ລາວກໍເວົ້າວ່າ ບາງເທື່ອອາດມີຊາວຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ.
ປະຖົມມະການ 18:32 ແລະ ລາວກໍເວົ້າວ່າ ບາງເທື່ອອາດມີສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ.
ພຣະທຳເຫຼົ່ານີ້ແມ່ນບົດຄັດຕອນຈຳນວນເລັກນ້ອຍທີ່ເຮົາໄດ້ເລືອກຈາກພຣະຄຳພີ. ພວກມັນບໍ່ແມ່ນຕົ້ນສະບັບທີ່ສົມບູນ. ຖ້າພວກເຈົ້າປາຖະໜາທີ່ຈະເຫັນພຣະທຳເຫຼົ່ານັ້ນ, ພວກເຈົ້າສາມາດຄົ້ນຫາໄດ້ໃນພຣະຄຳພີດ້ວຍຕົວພວກເຈົ້າເອງ; ເພື່ອຮັກສາເວລາ ເຮົາໄດ້ຕັດບາງສ່ວນຂອງເນື້ອຫາຕົ້ນສະບັບອອກ. ໃນນີ້ ເຮົາພຽງແຕ່ຄັດເລືອກເອົາສອງສາມຂໍ້ຄວາມ ແລະ ປະໂຫຍກທີ່ສຳຄັນ, ຕັດສອງສາມປະໂຫຍກທີ່ບໍ່ກ່ຽວຂ້ອງກັບການສົນທະນາຂອງພວກເຮົາໃນມື້ນີ້ອອກ. ໃນທຸກຂໍ້ຄວາມ ແລະ ເນື້ອຫາທີ່ພວກເຮົາສົນທະນາ, ຈຸດສຸມຂອງພວກເຮົາຈະບໍ່ເນັ້ນລາຍລະອຽດຕ່າງໆຂອງເລື່ອງລາວ ແລະ ຄວາມປະພຶດຂອງມະນຸດທີ່ຢູ່ໃນບົດເລື່ອງຕ່າງໆ; ກົງກັນຂ້າມ ພວກເຮົາຈະເວົ້າເຖິງສະເພາະແຕ່ຄວາມຄິດ ແລະ ແນວຄິດຂອງພຣະເຈົ້າໃນເວລານັ້ນ. ໃນຄວາມຄິດ ແລະ ແນວຄິດຂອງພຣະເຈົ້າ, ພວກເຮົາຈະເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ຈາກທຸກສິ່ງທີ່ພຣະເຈົ້າໄດ້ເຮັດ, ພວກເຮົາຈະເຫັນເຖິງພຣະເຈົ້າທີ່ແທ້ຈິງ, ໃນນີ້ ພວກເຮົາຈະບັນລຸຈຸດປະສົງຂອງພວກເຮົາ.
ພຣະເຈົ້າພຽງແຕ່ສົນໃຈຄົນທີ່ສາມາດເຊື່ອຟັງພຣະທຳຂອງພຣະອົງ ແລະ ປະຕິບັດຕາມຄຳສັ່ງຂອງພຣະອົງ

ຂໍ້ຄວາມຂ້າງເທິງປະກອບມີຄຳເວົ້າສອງສາມຄຳທີ່ສຳຄັນ: ຈຳນວນຄົນ. ກ່ອນອື່ນ, ພຣະເຢໂຮວາເວົ້າວ່າ ຖ້າພຣະອົງພົບຫ້າສິບຄົນທີ່ຊອບທຳພາຍໃນເມືອງແຫ່ງນັ້ນ, ແລ້ວພຣະອົງກໍຈະປ່ອຍເມືອງໄວ້ທັງໝົດ ເຊິ່ງໝາຍຄວາມວ່າ ພຣະອົງຈະບໍ່ທຳລາຍເມືອງແຫ່ງນັ້ນ. ແລ້ວໃນຄວາມເປັນຈິງ ມີຜູ້ຊອບທຳຫ້າສິບຄົນຢູ່ພາຍໃນເມືອງໂຊໂດມບໍ? ບໍ່ມີ. ຫຼັງຈາກນັ້ນບໍ່ດົນ, ອັບຣາຮາມເວົ້າຫຍັງກັບພຣະເຈົ້າ? ເພິ່ນເວົ້າ ບາງເທື່ອອາດມີສີ່ສິບຄົນຢູ່ທີ່ນັ້ນເດ? ແລ້ວພຣະເຈົ້າເວົ້າວ່າ ເຮົາກໍຈະບໍ່ທຳລາຍມັນ. ຕໍ່ມາ, ອັບຣາຮາມເວົ້າວ່າ ບາງເທື່ອອາດມີສາມສິບຄົນຢູ່ທີ່ນັ້ນເດ? ແລ້ວພຣະເຈົ້າເວົ້າວ່າ ເຮົາກໍຈະບໍ່ທຳລາຍມັນ. ແລ້ວບາງເທື່ອມີຊາວຄົນເດ? ເຮົາກໍຈະບໍ່ທຳລາຍມັນ. ສິບຄົນເດ? ເຮົາກໍຈະບໍ່ທຳລາຍມັນ. ໃນຄວາມເປັນຈິງ ມີຄົນຊອບທຳສິບຄົນພາຍໃນເມືອງແຫ່ງນັ້ນບໍ? ບໍ່ມີສິບຄົນ, ແຕ່ມີໜຶ່ງຄົນ. ແລ້ວຜູ້ໃດແມ່ນໜຶ່ງຄົນນີ້? ນັ້ນຄືໂລດ. ໃນເວລານັ້ນ ມີພຽງຄົນຊອບທຳໜຶ່ງຄົນທີ່ຢູ່ໃນເມືອງໂຊໂດມ, ແຕ່ພຣະເຈົ້າໄດ້ເຂັ້ມງວດ ຫຼື ເຄັ່ງຄັດຫຼາຍບໍ ເມື່ອເວົ້າເຖິງຈຳນວນຕົວເລກນີ້? ບໍ່, ພຣະອົງບໍ່ໄດ້ເຂັ້ມງວດ! ແລ້ວສະນັ້ນ ເມື່ອມະນຸດສືບຕໍ່ຖາມວ່າ “ສີ່ສິບຄົນເດ?” “ສາມສິບຄົນເດ?”ຈົນໄປເຖິງ “ສິບຄົນ?” ພຣະເຈົ້າເວົ້າວ່າ “ເຖິງແມ່ນມີພຽງແຕ່ສິບຄົນເທົ່ານັ້ນ, ເຮົາກໍຈະບໍ່ທຳລາຍເມືອງດັ່ງກ່າວ; ເຮົາຈະປ່ອຍມັນໄວ້ ແລະ ໃຫ້ອະໄພຄົນອື່ນໆ ນອກຈາກສິບຄົນເຫຼົ່ານີ້”. ຖ້າມີພຽງແຕ່ສິບຄົນ, ກໍພຽງພໍທີ່ຈະໄດ້ຮັບຄວາມເມດຕາ, ແຕ່ມັນກັບກາຍເປັນວ່າ ໃນຄວາມເປັນຈິງແລ້ວ ບໍ່ມີຄົນຊອບທຳໃນເມືອງໂຊໂດມໃນຈຳນວນນັ້ນເລີຍ. ເຈົ້າເຫັນໄດ້ວ່າ ໃນສາຍຕາຂອງພຣະເຈົ້າ, ຄວາມບາບ ແລະ ຄວາມຊົ່ວຮ້າຍຂອງຜູ້ຄົນໃນເມືອງແຫ່ງນັ້ນແມ່ນເຮັດໃຫ້ພຣະເຈົ້າບໍ່ມີທາງເລືອກອື່ນ ນອກຈາກຈະທຳລາຍພວກເຂົາ. ພຣະເຈົ້າໝາຍຄວາມວ່າແນວໃດເມື່ອພຣະອົງເວົ້າວ່າພຣະອົງຈະບໍ່ທຳລາຍເມືອງດັ່ງກ່າວ ຖ້າມີຄົນຊອບທຳຫ້າສິບຄົນ? ຈຳນວນເຫຼົ່ານີ້ບໍ່ໄດ້ສຳຄັນສຳລັບພຣະເຈົ້າ. ສິ່ງທີ່ສຳຄັນກໍຄືເມືອງດັ່ງກ່າວຈະມີຄົນຊອບທຳທີ່ພຣະອົງຕ້ອງການ ຫຼື ບໍ່. ຖ້າເມືອງດັ່ງກ່າວມີພຽງຄົນຊອບທຳແຕ່ຄົນດຽວ, ພຣະເຈົ້າກໍຈະບໍ່ຍອມໃຫ້ພວກເຂົາຮັບບາດເຈັບ ຍ້ອນພຣະອົງທຳລາຍເມືອງແຫ່ງນັ້ນ. ຄວາມໝາຍຂອງສິ່ງນີ້ກໍຄື ບໍ່ວ່າພຣະເຈົ້າຈະທຳລາຍເມືອງ ຫຼື ບໍ່ ແລະ ບໍ່ວ່າຈະມີຄົນຊອບທຳເທົ່າໃດຄົນພາຍໃນເມືອງແຫ່ງນັ້ນ, ສຳລັບພຣະເຈົ້າແລ້ວ ເມືອງທີ່ເຕັມໄປດ້ວຍຄວາມບາບແຫ່ງນີ້ແມ່ນຖືກສາບແຊ່ງ ແລະ ຊົ່ວຊ້າ ແລະ ຄວນຖືກທຳລາຍ, ຄວນຫາຍໄປຈາກສາຍຕາຂອງພຣະເຈົ້າ, ໃນຂະນະທີ່ຄົນຊອບທຳຄວນຍັງຢູ່. ບໍ່ວ່າຈະຍຸກໃດກໍຕາມ, ບໍ່ວ່າຈະເປັນຂັ້ນຕອນໃດກໍຕາມໃນການພັດທະນາຂອງມະນຸດຊາດ, ທ່າທີຂອງພຣະເຈົ້າບໍ່ໄດ້ປ່ຽນແປງ: ພຣະອົງກຽດຊັງຄວາມຊົ່ວຮ້າຍ ແລະ ຫ່ວງໃຍຄົນທີ່ຊອບທຳໃນສາຍຕາຂອງພຣະອົງ. ທັດສະນະຄະຕິທີ່ຊັດເຈນນີ້ຂອງພຣະເຈົ້າຍັງເປັນການເປີດເຜີຍແທ້ຈິງເຖິງທາດແທ້ຂອງພຣະເຈົ້າ. ຍ້ອນມີຄົນຊອບທຳພຽງຄົນດຽວຢູ່ພາຍໃນເມືອງແຫ່ງນັ້ນ, ພຣະເຈົ້າຈຶ່ງບໍ່ລັງເລອີກຕໍ່ໄປ. ຜົນຕາມມາໃນທີ່ສຸດກໍຄືເມືອງໂຊໂດມກໍຈະຖືກທຳລາຍຢ່າງຫຼີກເວັ້ນບໍ່ໄດ້. ພວກເຈົ້າໄດ້ເຫັນຫຍັງໃນນີ້? ໃນຍຸກນັ້ນ ພຣະເຈົ້າຈະບໍ່ທຳລາຍເມືອງໃດໜຶ່ງ ບໍ່ວ່າຈະມີຄົນຊອບທຳຫ້າສິບຄົນ ຫຼື ສິບຄົນໃນເມືອງນັ້ນ ເຊິ່ງໝາຍຄວາມວ່າພຣະເຈົ້າຈະຕັດສິນໃຈໃຫ້ອະໄພ ແລະ ອົດກັ້ນຕໍ່ມະນຸດຊາດ ຫຼື ຈະປະຕິບັດພາລະກິດແຫ່ງການນໍາພາ, ຍ້ອນມີຜູ້ຄົນຈຳນວນໜ້ອຍທີ່ສາມາດເຄົາລົບ ແລະ ນະມັດສະການພຣະອົງໄດ້. ພຣະເຈົ້າໃສ່ໃຈໃນການກະທຳທີ່ຊອບທຳຂອງມະນຸດ, ພຣະອົງໃສ່ໃຈໃນຄົນທີ່ສາມາດນະມັດສະການພຣະອົງ ແລະ ພຣະອົງໃສ່ໃຈໃນຄົນທີ່ສາມາດເຮັດການກະທຳດີຕໍ່ໜ້າພຣະອົງ.
ນັບຕັ້ງແຕ່ເວລາເລີ່ມຕົ້ນຈົນເຖິງປັດຈຸບັນ, ພວກເຈົ້າເຄີຍໄດ້ອ່ານໃນພຣະຄຳພີຂອງພຣະເຈົ້າທີ່ສື່ສານເຖິງຄວາມຈິງ ຫຼື ເວົ້າກ່ຽວກັບວິທີທາງຂອງພຣະເຈົ້າຕໍ່ບຸກຄົນໃດໜຶ່ງບໍ? ບໍ່, ບໍ່ເຄີຍ. ຂໍ້ພຣະທຳຂອງພຣະເຈົ້າຕໍ່ມະນຸດທີ່ພວກເຮົາໄດ້ອ່ານແມ່ນພຽງແຕ່ບອກຜູ້ຄົນໃຫ້ເຮັດສິ່ງຕ່າງໆ. ບາງຄົນໄປ ແລະ ເຮັດສິ່ງນັ້ນ, ບາງຄົນກໍບໍ່ໄດ້ເຮັດ; ບາງຄົນເຊື່ອ ແລະ ບາງຄົນກໍບໍ່ເຊື່ອ. ນັ້ນແມ່ນທັງໝົດທີ່ມີຢູ່. ສະນັ້ນ ຄົນຊອບທຳໃນຍຸກນັ້ນ, ຄົນທີ່ຊອບທຳໃນສາຍຕາຂອງພຣະເຈົ້າ ຈຶ່ງເປັນພຽງຄົນທີ່ສາມາດໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ປະຕິບັດຕາມຄຳສັ່ງຂອງພຣະເຈົ້າ. ພວກເຂົາເປັນຜູ້ຮັບໃຊ້ທີ່ປະຕິບັດຕາມພຣະທຳຂອງພຣະເຈົ້າໃນທ່າມກາງມະນຸດ. ຜູ້ຄົນດັ່ງກ່າວສາມາດຖືກເອີ້ນວ່າ ເປັນຄົນທີ່ຮູ້ຈັກພຣະເຈົ້າໄດ້ບໍ? ພວກເຂົາສາມາດຖືກເອີ້ນວ່າເປັນຄົນທີ່ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໄດ້ບໍ? ບໍ່, ພວກເຂົາບໍ່ສາມາດຖືກເອີ້ນແບບນັ້ນໄດ້. ສະນັ້ນ ບໍ່ວ່າຈຳນວນຈະມີໜ້ອຍຫຼາຍສໍ່າໃດກໍຕາມ, ໃນສາຍຕາຂອງພຣະເຈົ້າແລ້ວ ຄົນຊອບທຳເຫຼົ່ານີ້ສົມຄວນໃຫ້ຖືກເອີ້ນວ່າເປັນເພື່ອນສະໜິດຂອງພຣະເຈົ້າບໍ? ພວກເຂົາສາມາດຖືກເອີ້ນວ່າເປັນພະຍານຂອງພຣະເຈົ້າໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ! ພວກເຂົາບໍ່ສົມຄວນຖືກເອີ້ນວ່າເປັນເພື່ອນສະໜິດ ແລະ ເປັນພະຍານຂອງພຣະເຈົ້າຢ່າງແນ່ນອນ. ແລ້ວພຣະເຈົ້າເອີ້ນຜູ້ຄົນດັ່ງກ່າວວ່າແນວໃດ? ທຸກຂໍ້ຄວາມໃນພຣະຄຳພີ, ພ້ອມທັງຂໍ້ຄວາມທີ່ພວກເຮົາຫາກໍອ່ານຢູ່ຂ້າງເທິງ ແມ່ນມີຫຼາຍກໍລະນີທີ່ພຣະເຈົ້າເອີ້ນພວກເຂົາວ່າ “ຜູ້ຮັບໃຊ້ຂອງເຮົາ”. ນັ້ນໝາຍຄວາມວ່າ ໃນເວລານັ້ນ ໃນສາຍຕາຂອງພຣະເຈົ້າແລ້ວ ຜູ້ຄົນທີ່ຊອບທຳເຫຼົ່ານີ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າ, ພວກເຂົາເປັນຄົນທີ່ຮັບໃຊ້ພຣະອົງເທິງແຜ່ນດິນໂລກ. ແລ້ວພຣະເຈົ້າຄິດແນວໃດກ່ຽວກັບຕໍາແໜ່ງນີ້? ເປັນຫຍັງພຣະອົງຈຶ່ງເອີ້ນພວກເຂົາວ່າແນວນັ້ນ? ພຣະເຈົ້າມີມາດຕະຖານໃນຫົວໃຈຂອງພຣະອົງສຳລັບຕໍາແໜ່ງທີ່ພຣະອົງເອີ້ນຜູ້ຄົນບໍ? ພຣະອົງມີຢ່າງແນ່ນອນ. ພຣະເຈົ້າມີມາດຕະຖານ ບໍ່ວ່າພຣະອົງຈະເອີ້ນຜູ້ຄົນວ່າຊອບທຳ, ສົມບູນ, ຊື່ສັດ ຫຼື ເປັນຜູ້ຮັບໃຊ້ກໍຕາມ. ເມື່ອພຣະອົງເອີ້ນຜູ້ໃດຜູ້ໜຶ່ງວ່າຜູ້ຮັບໃຊ້ຂອງພຣະອົງ, ພຣະອົງມີຄວາມເຊື່ອຢ່າງໜັກແໜ້ນວ່າ ບຸກຄົນນີ້ສາມາດຍອມຮັບເອົາຜູ້ສົ່ງຂ່າວຂອງພຣະອົງ, ສາມາດປະຕິບັດຕາມຄຳສັ່ງຂອງພຣະອົງ ແລະ ສາມາດປະຕິບັດຕາມຄໍາສັ່ງຂອງຜູ້ສົ່ງຂ່າວ. ບຸກຄົນນີ້ປະຕິບັດຫຍັງ? ພວກເຂົາປະຕິບັດສິ່ງທີ່ພຣະເຈົ້າໄດ້ສັ່ງໃຫ້ມະນຸດເຮັດ ແລະ ປະຕິບັດເທິງແຜ່ນດິນໂລກ. ໃນເວລານັ້ນ ສິ່ງທີ່ພຣະເຈົ້າຮຽກຮ້ອງໃຫ້ມະນຸດເຮັດ ແລະ ປະຕິບັດເທິງແຜ່ນດິນໂລກສາມາດຖືກເອີ້ນວ່າ ຫົນທາງຂອງພຣະເຈົ້າບໍ? ບໍ່, ມັນບໍ່ສາມາດຖືກເອີ້ນໄດ້. ຍ້ອນໃນເວລານັ້ນ, ພຣະເຈົ້າພຽງແຕ່ຮຽກຮ້ອງໃຫ້ມະນຸດເຮັດບາງສິ່ງເລັກນ້ອຍເທົ່ານັ້ນ; ພຣະອົງກ່າວຄຳສັ່ງເລັກນ້ອຍ, ບອກໃຫ້ມະນຸດພຽງແຕ່ເຮັດສິ່ງນີ້ ຫຼື ເຮັດສິ່ງນັ້ນ ແລະ ບໍ່ມີຫຍັງຫຼາຍກວ່ານັ້ນ. ພຣະເຈົ້າກຳລັງປະຕິບັດພາລະກິດຕາມແຜນການຂອງພຣະອົງ. ຍ້ອນໃນເວລານັ້ນ ມີຫຼາຍສະພາບການທີ່ຍັງບໍ່ທັນໄດ້ປາກົດຂຶ້ນ, ເວລາກໍຍັງບໍ່ທັນເຖິງກຳນົດເທື່ອ ແລະ ມັນຍາກສຳລັບມະນຸດຊາດທີ່ຈະແບກຮັບເອົາຫົນທາງຂອງພຣະເຈົ້າ, ສະນັ້ນ ຫົນທາງຂອງພຣະເຈົ້າຈຶ່ງຍັງບໍ່ທັນໄດ້ເລີ່ມຕົ້ນປາກົດອອກມາຈາກຫົວໃຈຂອງພຣະເຈົ້າເທື່ອ. ພຣະເຈົ້າເຫັນຄົນຊອບທຳທີ່ພຣະອົງໄດ້ກ່າວເຖິງ ຜູ້ທີ່ພວກເຮົາໄດ້ເຫັນໃນນີ້ວ່າເປັນຜູ້ຮັບໃຊ້ຂອງພຣະອົງ ບໍ່ວ່າຈະມີສາມສິບ ຫຼື ຊາວຄົນກໍຕາມ. ເມື່ອຜູ້ສົ່ງຂ່າວຂອງພຣະເຈົ້າມາເຖິງຜູ້ຮັບໃຊ້ເຫຼົ່ານີ້, ພວກເຂົາກໍຈະສາມາດຮັບເອົາຜູ້ສົ່ງຂ່າວເຫຼົ່ານັ້ນ ແລະ ເຮັດຕາມຄຳສັ່ງຂອງພວກເຂົາ ແລະ ປະຕິບັດຕາມຄຳເວົ້າຂອງພວກເຂົາ. ນີ້ແມ່ນສິ່ງທີ່ຄວນຖືກປະຕິບັດຢ່າງແທ້ຈິງ ແລະ ຖືກບັນລຸໂດຍຄົນທີ່ເປັນຜູ້ຮັບໃຊ້ໃນສາຍຕາຂອງພຣະເຈົ້າ. ພຣະເຈົ້າຮອບຄອບໃນການທີ່ພຣະອົງກຳນົດຕໍາແໜ່ງໃຫ້ແກ່ຜູ້ຄົນ. ພຣະອົງເອີ້ນພວກເຂົາວ່າຜູ້ຮັບໃຊ້ຂອງພຣະອົງ ບໍ່ແມ່ນຍ້ອນພວກເຂົາເປັນຄືກັບທີ່ພວກເຈົ້າເປັນໃນຕອນນີ້, ບໍ່ແມ່ນຍ້ອນພວກເຂົາໄດ້ຍິນການເທດສະໜາຢ່າງຫຼວງຫຼາຍ, ຮູ້ຈັກສິ່ງທີ່ພຣະເຈົ້າຈະເຮັດ, ເຂົ້າໃຈຫຼາຍຢ່າງໃນຄວາມປະສົງຂອງພຣະເຈົ້າ ແລະ ຢັ່ງເຖິງແຜນການຄຸ້ມຄອງຂອງພຣະອົງ, ແຕ່ຍ້ອນພວກເຂົາຊື່ສັດໃນຄວາມເປັນມະນຸດຂອງພວກເຂົາ ແລະ ພວກເຂົາສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າ; ເມື່ອພຣະເຈົ້າສັ່ງພວກເຂົາ, ພວກເຂົາກໍສາມາດປະວາງສິ່ງທີ່ພວກເຂົາກຳລັງເຮັດ ແລະ ປະຕິບັດສິ່ງທີ່ພຣະເຈົ້າໄດ້ສັ່ງໄວ້. ສະນັ້ນສຳລັບພຣະເຈົ້າແລ້ວ, ຄວາມໝາຍອີກດ້ານໜຶ່ງໃນຕໍາແໜ່ງຂອງຜູ້ຮັບໃຊ້ກໍຄື ພວກເຂົາຮ່ວມມືກັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ເຖິງແມ່ນພວກເຂົາບໍ່ແມ່ນຜູ້ສົ່ງຂ່າວຂອງພຣະເຈົ້າ, ພວກເຂົາກໍເປັນຜູ້ດຳເນີນການ ແລະ ຜູ້ປະຕິບັດພຣະທຳຂອງພຣະເຈົ້າເທິງແຜ່ນດິນໂລກ. ພວກເຈົ້າໄດ້ເຫັນແລ້ວວ່າ ຜູ້ຮັບໃຊ້ ຫຼື ຄົນຊອບທຳເຫຼົ່ານີ້ມີຄວາມສຳຄັນຫຼາຍໃນຫົວໃຈຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າໄດ້ເລີ່ມຕົ້ນເທິງແຜ່ນດິນໂລກແມ່ນບໍ່ສາມາດປາສະຈາກການຮ່ວມມືຂອງຜູ້ຄົນ ແລະ ບົດບາດທີ່ຜູ້ຮັບໃຊ້ຂອງພຣະເຈົ້າຮັບຜິດຊອບກໍບໍ່ສາມາດແທນທີ່ໂດຍຜູ້ສົ່ງຂ່າວຂອງພຣະເຈົ້າໄດ້. ໜ້າທີ່ແຕ່ລະຢ່າງທີ່ພຣະເຈົ້າສັ່ງຕໍ່ຜູ້ຮັບໃຊ້ເຫຼົ່ານີ້ແມ່ນມີຄວາມສຳຄັນສຳລັບພຣະອົງຫຼາຍ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງບໍ່ສາມາດສູນເສຍພວກເຂົາ. ຫາກປາສະຈາກການຮ່ວມມືຂອງຜູ້ຮັບໃຊ້ເຫຼົ່ານີ້ກັບພຣະເຈົ້າ, ພາລະກິດຂອງພຣະອົງທ່າມກາງມະນຸດຊາດກໍຈະບໍ່ສາມາດດໍາເນີນຕໍ່ໄປໄດ້, ຜົນຕາມມາກໍຄື ແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ຄວາມຫວັງຂອງພຣະເຈົ້າກໍຈະສູນເປົ່າ.
ພຣະເຈົ້າເມດຕາຢ່າງຫຼວງຫຼາຍຕໍ່ຄົນທີ່ພຣະອົງຫ່ວງໃຍ ແລະ ໂກດຮ້າຍຢ່າງຮຸນແຮງຕໍ່ຄົນທີ່ພຣະອົງກຽດຊັງ ແລະ ປະຕິເສດ
ໃນການບັນທຶກຂອງພຣະຄຳພີ, ມີຜູ້ຮັບໃຊ້ທີ່ຢູ່ໃນເມືອງໂຊໂດມຮອດສິບຄົນບໍ? ບໍ່, ບໍ່ມີ! ເມືອງດັ່ງກ່າວສົມຄວນແກ່ການຖືກລະເວັ້ນໂດຍພຣະເຈົ້າບໍ? ມີພຽງແຕ່ຄົນດຽວຢູ່ໃນເມືອງ ນັ້ນກໍຄືໂລດ ທີ່ຍອມຮັບເອົາຜູ້ສົ່ງຂ່າວຂອງພຣະເຈົ້າ. ຄວາມໝາຍຂອງສິ່ງນີ້ກໍຄື ມີພຽງແຕ່ຜູ້ຮັບໃຊ້ຂອງພຣະເຈົ້າຄົນດຽວທີ່ຢູ່ໃນເມືອງແຫ່ງນັ້ນ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງບໍ່ມີທາງເລືອກອື່ນ ນອກຈາກຈະຊ່ວຍໂລດໃຫ້ລອດພົ້ນ ແລະ ທຳລາຍເມືອງໂຊໂດມ. ການສົນທະນາລະຫວ່າງອັບຣາຮາມ ແລະ ພຣະເຈົ້າທີ່ຍົກຂຶ້ນມາເວົ້າຂ້າງເທິງນັ້ນອາດເບິ່ງຄືທຳມະດາ, ແຕ່ພວກມັນສະແດງໃຫ້ເຫັນບາງສິ່ງທີ່ເລິກເຊິ່ງຫຼາຍ: ມັນສະແດງໃຫ້ເຫັນຫຼັກການໃນການກະທຳຂອງພຣະເຈົ້າ ແລະ ກ່ອນທີ່ຈະຕັດສິນໃຈ ພຣະອົງໄດ້ໃຊ້ເວລາຍາວນານເພື່ອສັງເກດ ແລະ ພິຈາລະນາຢ່າງຮອບຄອບ; ພຣະອົງຈະບໍ່ຕັດສິນໃຈຫຍັງ ຫຼື ດ່ວນສະຫຼຸບກ່ອນເວລາທີ່ເໝາະສົມຢ່າງແນ່ນອນ. ການສົນທະນາລະຫວ່າງອັບຣາຮາມ ແລະ ພຣະເຈົ້າສະແດງໃຫ້ພວກເຮົາເຫັນວ່າ ການຕັດສິນໃຈທໍາລາຍເມືອງໂຊໂດມຂອງພຣະເຈົ້າແມ່ນບໍ່ຜິດພາດແມ່ນແຕ່ໜ້ອຍດຽວ, ຍ້ອນພຣະເຈົ້າຮູ້ແລ້ວວ່າ ໃນເມືອງດັ່ງກ່າວແມ່ນບໍ່ມີຄົນຊອບທຳຮອດສີ່ສິບຄົນ ຫຼື ຄົນຊອບທຳຮອດສາມສິບຄົນ ຫຼື ຮອດຊາວຄົນ. ບໍ່ມີແມ່ນແຕ່ສິບຄົນ. ຄົນຊອບທຳພຽງຄົນດຽວຢູ່ໃນເມືອງນັ້ນກໍຄືໂລດ. ທຸກສິ່ງທີ່ເກີດຂຶ້ນໃນເມືອງໂຊໂດມ ແລະ ສະຖານະການຂອງມັນແມ່ນຖືກສັງເກດການໂດຍພຣະເຈົ້າ ແລະ ພຣະເຈົ້າຄຸ້ນເຄີຍກັບມັນຄືກັບຫຼັງມືຂອງພຣະອົງເອງ. ສະນັ້ນ ການຕັດສິນໃຈຂອງພຣະອົງຈຶ່ງບໍ່ສາມາດຜິດພາດໄດ້. ໃນທາງກົງກັນຂ້າມ, ເມື່ອປຽບທຽບກັບຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າແລ້ວ, ມະນຸດແມ່ນດ້ານຊາ, ໂງ່ຈ້າ, ຂາດຄວາມຮູ້ ແລະ ສາຍຕາສັ້ນຫຼາຍ. ນີ້ແມ່ນສິ່ງທີ່ພວກເຮົາໄດ້ເຫັນໃນການສົນທະນາລະຫວ່າງອັບຣາຮາມ ແລະ ພຣະເຈົ້າ. ພຣະເຈົ້າໄດ້ເປີດເຜີຍອຸປະນິໄສຂອງພຣະອົງຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ. ໃນທຳນອງດຽວກັນ ໃນນີ້ ພວກເຮົາກໍໄດ້ເຫັນອຸປະນິໄສຂອງພຣະເຈົ້າເຊັ່ນກັນ. ຈຳນວນແມ່ນບໍ່ສໍາຄັນ, ພວກມັນບໍ່ໄດ້ສະແດງເຖິງຫຍັງເລີຍ, ແຕ່ໃນນີ້ ມີການສະແດງອອກທີ່ສຳຄັນຫຼາຍເຖິງອຸປະນິໄສຂອງພຣະເຈົ້າ. ພຣະເຈົ້າຈະບໍ່ທຳລາຍເມືອງ ຍ້ອນມີຄົນຊອບທຳຫ້າສິບຄົນ. ນີ້ແມ່ນເນື່ອງຈາກຄວາມເມດຕາຂອງພຣະເຈົ້າບໍ? ມັນແມ່ນຍ້ອນຄວາມຮັກ ແລະ ຄວາມອົດກັ້ນຂອງພຣະອົງບໍ? ພວກເຈົ້າໄດ້ເຫັນດ້ານນີ້ຂອງອຸປະນິໄສຂອງພຣະເຈົ້າບໍ? ເຖິງແມ່ນມີພຽງແຕ່ຄົນຊອບທຳສິບຄົນເທົ່ານັ້ນ, ພຣະເຈົ້າກໍຈະບໍ່ທຳລາຍເມືອງນັ້ນ ຍ້ອນຄົນຊອບທຳສິບຄົນເຫຼົ່ານີ້. ນີ້ແມ່ນຄວາມອົດທົນ ແລະ ຄວາມຮັກຂອງພຣະເຈົ້າ ຫຼື ບໍ່? ຍ້ອນຄວາມເມດຕາ, ຄວາມອົດກັ້ນ ແລະ ຄວາມຫ່ວງໃຍຂອງພຣະເຈົ້າຕໍ່ຄົນຊອບທຳເຫຼົ່ານັ້ນ, ພຣະອົງຈຶ່ງບໍ່ທຳລາຍເມືອງ. ນີ້ແມ່ນຄວາມອົດກັ້ນຂອງພຣະເຈົ້າ. ແລ້ວໃນທີ່ສຸດ ແມ່ນຫຍັງຄືຜົນຕາມມາທີ່ພວກເຮົາໄດ້ເຫັນ? ເມື່ອອັບຣາຮາມເວົ້າວ່າ: “ບາງເທື່ອອາດມີສິບຄົນຢູ່ທີ່ນັ້ນ” ພຣະເຈົ້າກໍກ່າວວ່າ: “ເຮົາກໍຈະບໍ່ທຳລາຍມັນ”. ຫຼັງຈາກນັ້ນ ອັບຣາຮາມຈຶ່ງບໍ່ເວົ້າຕໍ່, ຍ້ອນຢູ່ພາຍໃນເມືອງໂຊໂດມ ບໍ່ມີຄົນຊອບທຳຮອດສິບຄົນທີ່ເພິ່ນກ່າວເຖິງ ແລະ ເພິ່ນບໍ່ມີຫຍັງຈະເວົ້າອີກ ແລະ ໃນເວລານັ້ນ ເພິ່ນກໍເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງຕັ້ງໃຈທີ່ຈະທຳລາຍເມືອງໂຊໂດມ. ໃນນີ້, ເຈົ້າໄດ້ເຫັນອຸປະນິໄສຫຍັງຂອງພຣະເຈົ້າບໍ່? ພຣະເຈົ້າມີຄວາມຕັ້ງໃຈແບບໃດ? ພຣະເຈົ້າຕັ້ງໃຈວ່າ ຖ້າເມືອງນີ້ບໍ່ມີຄົນຊອບທຳຮອດສິບຄົນ, ພຣະອົງກໍຈະບໍ່ປ່ອຍເມືອງດັ່ງກ່າວໃຫ້ຢູ່ລອດ ແລະ ຈະທຳລາຍມັນຢ່າງບໍ່ມີການຫຼີກເວັ້ນ. ນີ້ບໍ່ແມ່ນຄວາມໂກດຮ້າຍຂອງພຣະເຈົ້າບໍ? ຄວາມໂກດຮ້າຍນີ້ເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າບໍ? ອຸປະນິໄສນີ້ຄືການເປີດເຜີຍທາດແທ້ອັນບໍລິສຸດຂອງພຣະເຈົ້າບໍ? ມັນຄືການເປີດເຜີຍທາດແທ້ອັນຊອບທຳຂອງພຣະເຈົ້າທີ່ມະນຸດຕ້ອງບໍ່ທ້າທາຍບໍ? ເມື່ອໄດ້ຮັບການຢືນຢັນວ່າບໍ່ມີຄົນຊອບທຳຮອດສິບຄົນໃນເມືອງໂຊໂດມ, ພຣະເຈົ້າກໍແນ່ໃຈທີ່ຈະທຳລາຍເມືອງແຫ່ງນັ້ນ ແລະ ຈະລົງໂທດຜູ້ຄົນທີ່ຢູ່ພາຍໃນເມືອງນັ້ນຢ່າງຮຸນແຮງ, ຍ້ອນພວກເຂົາຕໍ່ຕ້ານພຣະເຈົ້າ ແລະ ຍ້ອນພວກເຂົາສົກກະປົກ ແລະ ເສື່ອມຊາມຫຼາຍ.
ເປັນຫຍັງພວກເຮົາຈຶ່ງວິເຄາະຂໍ້ຄວາມເຫຼົ່ານີ້ໃນລັກສະນະນີ້? ນັ້ນກໍຍ້ອນວ່າ ສອງສາມປະໂຫຍກທຳມະດາເຫຼົ່ານີ້ໄດ້ສະແດງອອກຢ່າງສົມບູນກ່ຽວກັບອຸປະນິໄສຂອງພຣະເຈົ້າທີ່ມີຄວາມເມດຕາຢ່າງຫຼວງຫຼາຍ ແລະ ຄວາມໂກດຮ້າຍຢ່າງຮຸນແຮງ. ໃນຂະນະທີ່ພຣະເຈົ້າເຊີດຊູຄົນຊອບທຳ ແລະ ມີຄວາມເມດຕາ, ຄວາມອົດກັ້ນ ແລະ ຄວາມຫ່ວງໃຍສຳລັບພວກເຂົາ, ໃນຫົວໃຈຂອງພຣະອົງກໍ ມີຄວາມກຽດຊັງຢ່າງເລິກໆສຳລັບທຸກຄົນທີ່ຢູ່ໃນເມືອງໂຊໂດມ ຜູ້ທີ່ຖືກເຮັດໃຫ້ເສື່ອມຊາມ. ນີ້ແມ່ນຄວາມເມດຕາຢ່າງຫຼວງຫຼາຍ ແລະ ຄວາມໂກດຮ້າຍຢ່າງຮຸນແຮງ ຫຼື ບໍ່? ພຣະເຈົ້າທຳລາຍເມືອງດ້ວຍວິທີໃດ? ດ້ວຍໄຟ. ແລ້ວເປັນຫຍັງພຣະອົງຈຶ່ງທຳລາຍມັນດ້ວຍໄຟ? ເມື່ອເຈົ້າເຫັນບາງສິ່ງກຳລັງຖືກເຜົາໄໝ້ດ້ວຍໄຟ ຫຼື ເມື່ອເຈົ້າກຳລັງຈະເຜົາບາງສິ່ງ, ເຈົ້າມີຄວາມຮູ້ສຶກແນວໃດຕໍ່ສິ່ງນັ້ນ? ເປັນຫຍັງເຈົ້າຈຶ່ງຕ້ອງການເຜົາມັນຖິ້ມ? ເຈົ້າຮູ້ສຶກບໍວ່າ ເຈົ້າບໍ່ຕ້ອງການມັນອີກຕໍ່ໄປ, ເຈົ້າບໍ່ປາຖະໜາທີ່ຈະຫຼຽວເບິ່ງມັນອີກຕໍ່ໄປ? ເຈົ້າຕ້ອງການປະຖິ້ມມັນບໍ? ການທີ່ພຣະເຈົ້າໃຊ້ໄຟກໍໝາຍເຖິງການປະຖິ້ມ ແລະ ຄວາມກຽດຊັງ ແລະ ພຣະອົງບໍ່ປາຖະໜາທີ່ຈະເຫັນເມືອງໂຊໂດມນັ້ນອີກຕໍ່ໄປ. ນີ້ຄືຄວາມຮູ້ສຶກທີ່ເຮັດໃຫ້ພຣະເຈົ້າເຜົາເມືອງໂຊໂດມດ້ວຍໄຟ. ການໃຊ້ໄຟແມ່ນສະແດງໃຫ້ເຫັນວ່າພຣະເຈົ້າໄດ້ໃຈຮ້າຍສໍ່າໃດກັນແທ້. ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້ານັ້ນແມ່ນມີຢູ່ຈິງແນ່ນອນ, ແຕ່ຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າ ເມື່ອເວລາພຣະອົງປ່ອຍຄວາມໂກດຮ້າຍຂອງພຣະອົງ ມັນກໍຍັງສະແດງໃຫ້ມະນຸດເຫັນອີກດ້ານຂອງພຣະເຈົ້າທີ່ພຣະອົງບໍ່ຍອມອົດທົນຕໍ່ການທ້າທາຍຂອງມະນຸດ. ເມື່ອມະນຸດສາມາດເຊື່ອຟັງຄຳສັ່ງຂອງພຣະເຈົ້າຢ່າງສົມບູນ ແລະ ປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ, ພຣະເຈົ້າກໍມີຄວາມເມດຕາຢ່າງຫຼວງຫຼາຍໃຫ້ແກ່ມະນຸດ; ເມື່ອມະນຸດເຕັມໄປດ້ວຍຄວາມເສື່ອມຊາມ, ຄວາມກຽດຊັງ ແລະ ເປັນສັດຕູກັບພຣະອົງ, ພຣະເຈົ້າກໍໃຈຮ້າຍຢ່າງຮຸນແຮງ. ພຣະອົງໃຈຮ້າຍຢ່າງຮຸນແຮງຈົນຮອດລະດັບໃດ? ຄວາມໂກດຮ້າຍຂອງພຣະອົງຈະຄົງຢູ່ຈົນພຣະເຈົ້າບໍ່ເຫັນການຕໍ່ຕ້ານ ແລະ ການກະທຳທີ່ຊົ່ວຮ້າຍຂອງມະນຸດອີກຕໍ່ໄປ, ຈົນກວ່າສິ່ງເຫຼົ່ານັ້ນຈະບໍ່ຢູ່ຕໍ່ຕາພຣະອົງອີກຕໍ່ໄປ. ມີແຕ່ເມື່ອນັ້ນ ຄວາມໃຈຮ້າຍຂອງພຣະເຈົ້າຈຶ່ງຈະຫາຍໄປ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າບຸກຄົນນັ້ນຈະແມ່ນຜູ້ໃດກໍຕາມ, ຖ້າຫົວໃຈຂອງພວກເຂົາຫ່າງໄກອອກຈາກພຣະເຈົ້າ ແລະ ຫັນໜີຈາກພຣະເຈົ້າ, ບໍ່ຫັນກັບຄືນມາຈັກເທື່ອ, ບໍ່ວ່າໃນລັກສະນະໃດ ຫຼື ໃນເລື່ອງຄວາມປາຖະໜາສ່ວນຕົວຂອງພວກເຂົາກໍຕາມ, ບໍ່ວ່າພວກເຂົາປາຖະໜາທີ່ຈະນະມັດສະການ ແລະ ຕິດຕາມ ແລະ ເຊື່ອຟັງພຣະເຈົ້າທີ່ຢູ່ໃນຮ່າງກາຍຂອງພວກເຂົາ ຫຼື ໃນຄວາມຄິດຂອງພວກເຂົາແນວໃດກໍຕາມ, ຄວາມໂກດຮ້າຍຂອງພຣະເຈົ້າຈະຖືກປ່ອຍອອກຢ່າງບໍ່ຢຸດຍັ້ງ. ມັນຈະເປັນຄືກັບ ເມື່ອພຣະເຈົ້າປ່ອຍຄວາມໃຈຮ້າຍຂອງພຣະອົງຢ່າງຮຸນແຮງ, ໄດ້ມອບໂອກາດຢ່າງຫຼວງຫຼາຍໃຫ້ແກ່ມະນຸດ, ຫຼັງຈາກທີ່ໄດ້ປ່ອຍມັນອອກມາ ມັນກໍບໍ່ມີທາງທີ່ຈະເອົາມັນກັບຄືນມາ ແລະ ພຣະອົງຈະບໍ່ເມດຕາ ແລະ ອົດກັ້ນຕໍ່ມະນຸດຊາດດັ່ງກ່າວອີກ. ນີ້ແມ່ນໜຶ່ງດ້ານໃນອຸປະນິໄສຂອງພຣະເຈົ້າທີ່ບໍ່ອົດກັ້ນຕໍ່ການທ້າທາຍ. ໃນນີ້, ມັນເບິ່ງຄືປົກກະຕິທີ່ພຣະເຈົ້າຈະທຳລາຍເມືອງໃດໜຶ່ງ, ຍ້ອນໃນສາຍຕາຂອງພຣະເຈົ້າແລ້ວ ເມືອງໃດທີ່ເຕັມໄປດ້ວຍຄວາມຜິດບາບແມ່ນບໍ່ສາມາດມີຢູ່ໄດ້ ແລະ ສືບຕໍ່ຄົງຢູ່ ແລະ ມັນກໍເໝາະສົມທີ່ຈະຖືກທຳລາຍໂດຍພຣະເຈົ້າ. ແຕ່ໃນເຫດການທີ່ເກີດຂຶ້ນກ່ອນ ແລະ ຫຼັງ ທີ່ພຣະອົງທຳລາຍເມືອງໂຊໂດມ, ພວກເຮົາກໍໄດ້ເຫັນເຖິງອຸປະນິໄສທັງໝົດຂອງພຣະເຈົ້າ. ພຣະອົງອົດກັ້ນ ແລະ ເມດຕາຕໍ່ສິ່ງຕ່າງໆທີ່ມີຄວາມກະລຸນາ, ສວຍງາມ ແລະ ດີ; ຕໍ່ສິ່ງຕ່າງໆທີ່ຊົ່ວຮ້າຍ, ຜິດບາບ ແລະ ຊົ່ວຊ້າ, ພຣະອົງໂກດຮ້າຍຢ່າງແຮງ ຈົນພຣະອົງບໍ່ສາມາດຢຸດຢັ້ງຄວາມໂກດຮ້າຍຂອງພຣະອົງໄດ້. ສິ່ງເຫຼົ່ານີ້ແມ່ນລັກສະນະສອງຢ່າງທີ່ສຳຄັນ ແລະ ໂດດເດັ່ນທີ່ສຸດໃນອຸປະນິໄສຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະເຈົ້າໄດ້ເປີດເຜີຍພວກມັນຕັ້ງແຕ່ຕົ້ນຈົນເຖິງຈຸດຈົບ: ຄວາມເມດຕາທີ່ອຸດົມສົມບູນ ແລະ ຄວາມໂກດຮ້າຍຢ່າງຮຸນແຮງ. ພວກເຈົ້າສ່ວນໃຫຍ່ໄດ້ຜະເຊີນກັບຄວາມເມດຕາຂອງພຣະເຈົ້າ, ແຕ່ມີໜ້ອຍຄົນຫຼາຍທີ່ໄດ້ເຫັນຄຸນຄ່າຄວາມໂກດຮ້າຍຂອງພຣະເຈົ້າ. ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະເຈົ້າແມ່ນສາມາດເຫັນໄດ້ໃນທຸກຄົນ; ນັ້ນກໍຄື ພຣະເຈົ້າມີຄວາມເມດຕາຕໍ່ທຸກຄົນຢ່າງຫຼາຍ. ແຕ່ຫາຍາກ ຫຼື ສາມາດເວົ້າໄດ້ວ່າ ບໍ່ມີເລີຍ ທີ່ພຣະເຈົ້າຈະໃຈຮ້າຍຢ່າງຮຸນແຮງຕໍ່ບຸກຄົນໃດໜຶ່ງ ຫຼື ກຸ່ມຄົນໃດໜຶ່ງທີ່ຢູ່ທ່າມກາງພວກເຈົ້າ. ສະບາຍໃຈໄດ້ເລີຍ! ອີກບໍ່ດົນ ທຸກຄົນກໍຈະໄດ້ເຫັນ ແລະ ຜະເຊີນກັບຄວາມໂກດຮ້າຍຂອງພຣະເຈົ້າ, ແຕ່ໃນຕອນນີ້ ມັນບໍ່ແມ່ນເວລາເທື່ອ. ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນຍ້ອນເມື່ອພຣະເຈົ້າໃຈຮ້າຍຕໍ່ຜູ້ໃດຜູ້ໜຶ່ງຢ່າງຕໍ່ເນື່ອງ ນັ້ນກໍຄື ເມື່ອພຣະອົງປ່ອຍຄວາມໂກດຮ້າຍຢ່າງຮຸນແຮງຂອງພຣະອົງໃສ່ພວກເຂົາ, ນັ້ນໝາຍຄວາມວ່າ ພຣະອົງໄດ້ລັງກຽດ ແລະ ປະຕິເສດບຸກຄົນດັ່ງກ່າວຕັ້ງແຕ່ດົນແລ້ວ, ພຣະອົງກຽດຊັງການເປັນຢູ່ຂອງພວກເຂົາ ແລະ ພຣະອົງບໍ່ສາມາດອົດທົນຕໍ່ການເປັນຢູ່ຂອງພວກເຂົາໄດ້; ທັນທີທີ່ຄວາມໃຈຮ້າຍຂອງພຣະອົງມາເຖິງພວກເຂົາ, ພວກເຂົາກໍຈະຫາຍໄປ. ໃນປັດຈຸບັນ, ພາລະກິດຂອງພຣະເຈົ້າຍັງບໍ່ໄດ້ໄປເຖິງຈຸດນັ້ນເທື່ອ. ບໍ່ມີຜູ້ໃດທ່າມກາງພວກເຈົ້າທີ່ຈະສາມາດແບກຮັບມັນໄດ້ ເມື່ອພຣະເຈົ້າໃຈຮ້າຍຢ່າງຮຸນແຮງ. ພວກເຈົ້າໄດ້ເຫັນແລ້ວວ່າ ໃນເວລານີ້ ພຣະເຈົ້າມີພຽງແຕ່ຄວາມກະລຸນາຕໍ່ພວກເຈົ້າທຸກຄົນຢ່າງຫຼວງຫຼາຍ ແລະ ພວກເຈົ້າຍັງບໍ່ໄດ້ເຫັນເຖິງຄວາມໃຈຮ້າຍຢ່າງຮຸນແຮງຂອງພຣະອົງເທື່ອ. ຖ້າໃຜທີ່ຍັງບໍ່ເຊື່ອ, ພວກເຈົ້າກໍສາມາດຂໍໃຫ້ພຣະເຈົ້າປ່ອຍຄວາມໂກດຮ້າຍໃສ່ພວກເຈົ້າລອງເບິ່ງ, ເພື່ອວ່າ ພວກເຈົ້າຈະໄດ້ຜະເຊີນກັບຂໍ້ແທ້ຈິງທີ່ວ່າ ຄວາມໃຈຮ້າຍຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າທີ່ບໍ່ຍອມທົນຕໍ່ການທ້າທາຍໂດຍມະນຸດນັ້ນມີຢູ່ຈິງ ຫຼື ບໍ່. ພວກເຈົ້າກ້າບໍ?
ຜູ້ຄົນໃນຍຸກສຸດທ້າຍພຽງແຕ່ເຫັນຄວາມໂກດຮ້າຍຂອງພຣະເຈົ້າໃນພຣະທຳຂອງພຣະອົງ ແລະ ບໍ່ໄດ້ຜະເຊີນກັບຄວາມໂກດຮ້າຍຂອງພຣະເຈົ້າຢ່າງແທ້ຈິງ
ສອງດ້ານຂອງອຸປະນິໄສຂອງພຣະເຈົ້າທີ່ເຫັນໃນຂໍ້ຄວາມຂອງຂໍ້ພຣະຄຳພີເຫຼົ່ານີ້ສົມຄວນແກ່ການສົນທະນາບໍ? ເມື່ອໄດ້ຍິນເລື່ອງລາວນີ້ແລ້ວ, ພວກເຈົ້າມີຄວາມເຂົ້າໃຈຄືນໃໝ່ກ່ຽວກັບພຣະເຈົ້າບໍ? ພວກເຈົ້າມີຄວາມເຂົ້າໃຈແບບໃດ? ມັນສາມາດເວົ້າໄດ້ວ່າ ນັບຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ, ບໍ່ມີກຸ່ມໃດໄດ້ຮັບຄວາມກະລຸນາ ຫຼື ຄວາມເມດ ແລະ ຄວາມຮັກຄວາມເມດຕາຂອງພຣະເຈົ້າໄດ້ຫຼາຍສໍ່າກຸ່ມສຸດທ້າຍນີ້. ເຖິງແມ່ນໃນຂັ້ນຕອນສຸດທ້າຍ ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ ແລະ ໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍຄວາມສະຫງ່າຜາເຜີຍ ແລະ ຄວາມໂກດຮ້າຍ, ສ່ວນໃຫຍ່ແລ້ວ ພຣະເຈົ້າພຽງແຕ່ໃຊ້ພຣະທຳເພື່ອສຳເລັດພາລະກິດຂອງພຣະອົງ; ພຣະອົງໃຊ້ພຣະທຳເພື່ອສັ່ງສອນ ແລະ ຫົດນໍ້າ, ເພື່ອສະໜອງ ແລະ ລ້ຽງດູ. ໃນຂະນະດຽວກັນ, ຄວາມໂກດຮ້າຍຂອງພຣະເຈົ້າແມ່ນຖືກເກັບເຊື່ອງໄວ້ຢູ່ສະເໝີ ແລະ ນອກຈາກຈະຜະເຊີນກັບອຸປະນິໄສອັນໂກດຮ້າຍຂອງພຣະເຈົ້າໃນພຣະທຳຂອງພຣະອົງແລ້ວ, ມີໜ້ອຍຄົນຫຼາຍທີ່ໄດ້ຜະເຊີນກັບຄວາມໃຈຮ້າຍຂອງພຣະອົງເປັນການສ່ວນຕົວ. ນີ້ໝາຍຄວາມວ່າ ໃນລະຫວ່າງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ເຖິງແມ່ນຄວາມໂກດຮ້າຍທີ່ຖືກເປີດເຜີຍໃນພຣະທຳຂອງພຣະເຈົ້າໄດ້ເຮັດໃຫ້ຜູ້ຄົນຜະເຊີນກັບຄວາມສະຫງ່າຜາເຜີຍຂອງພຣະເຈົ້າ ແລະ ຄວາມບໍ່ອົດກັ້ນຕໍ່ການທ້າທາຍຂອງພຣະອົງ, ຄວາມໂກດຮ້າຍນີ້ບໍ່ໄດ້ຢູ່ເໜືອພຣະທຳຂອງພຣະອົງ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າໃຊ້ພຣະທຳເພື່ອຕໍາໜິມະນຸດ, ເປີດໂປງມະນຸດ, ພິພາກສາມະນຸດ, ຂ້ຽນຕີມະນຸດ ແລະ ແມ່ນແຕ່ປະນາມມະນຸດ, ແຕ່ພຣະເຈົ້າຍັງບໍ່ໄດ້ໃຈຮ້າຍຕໍ່ມະນຸດຢ່າງຮຸນແຮງເທື່ອ ແລະ ຍັງບໍ່ທັນໄດ້ປ່ອຍຄວາມໂກດຮ້າຍຂອງພຣະອົງໃສ່ມະນຸດເລີຍ ນອກຈາກໃນພຣະທຳຂອງພຣະອົງ. ສະນັ້ນ ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະເຈົ້າທີ່ມະນຸດໄດ້ຜະເຊີນໃນຍຸກນີ້ຈຶ່ງເປັນການສະແດງເຖິງອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ, ໃນຂະນະທີ່ຄວາມໂກດຮ້າຍຂອງພຣະເຈົ້າທີ່ມະນຸດໄດ້ຜະເຊີນນັ້ນເປັນພຽງຜົນສະທ້ອນຈາກນໍ້າສຽງ ແລະ ຄວາມຮູ້ສຶກເຖິງຖ້ອຍຄຳຂອງພຣະອົງ. ຫຼາຍຄົນຮັບເອົາຜົນສະທ້ອນນີ້ເປັນການຜະເຊີນທີ່ແທ້ຈິງ ແລະ ຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມໂກດຮ້າຍຂອງພຣະເຈົ້າຢ່າງຜິດໆ. ສະນັ້ນ ຄົນສ່ວນໃຫຍ່ຈຶ່ງເຊື່ອວ່າພວກເຂົາໄດ້ເຫັນຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະເຈົ້າໃນພຣະທຳຂອງພຣະອົງ, ພວກເຂົາຍັງໄດ້ເຫັນຄວາມບໍ່ອົດກັ້ນຂອງພຣະເຈົ້າຕໍ່ການທ້າທາຍຂອງມະນຸດ ແລະ ພວກເຂົາສ່ວນໃຫຍ່ໄດ້ເຫັນຄຸນຄ່າຄວາມກະລຸນາ ແລະ ຄວາມອົດກັ້ນຂອງພຣະເຈົ້າທີ່ມີຕໍ່ມະນຸດ. ແຕ່ບໍ່ວ່າພຶດຕິກຳຂອງມະນຸດຈະຊົ່ວສໍ່າໃດກໍຕາມ ຫຼື ອຸປະນິໄສຂອງເຂົາຈະເສື່ອມຊາມສໍ່າໃດກໍຕາມ, ພຣະເຈົ້າກໍອົດທົນຢູ່ສະເໝີ. ໃນການອົດທົນນັ້ນ, ຈຸດປະສົງຂອງພຣະອົງກໍຄືລໍຖ້າໃຫ້ພຣະທຳທີ່ພຣະອົງໄດ້ກ່າວ, ຄວາມພະຍາຍາມທີ່ພຣະອົງໄດ້ເຮັດ ແລະ ລາຄາທີ່ພຣະອົງໄດ້ຈ່າຍນັ້ນບັນລຸຜົນໃນຄົນທີ່ພຣະອົງປາຖະໜາຈະຮັບເອົາ. ການລໍຖ້າຜົນຕາມມາເຊັ່ນນີ້ແມ່ນໃຊ້ເວລາ ແລະ ຈຳເປັນຕ້ອງສ້າງສະພາບແວດລ້ອມທີ່ແຕກຕ່າງກັນສຳລັບມະນຸດ, ໃນລັກສະນະດຽວກັນກັບຜູ້ຄົນທີ່ບໍ່ໄດ້ເປັນຜູ້ໃຫຍ່ໃນທັນທີໃດທີ່ພວກເຂົາເກີດມາ; ມັນໃຊ້ເວລາສິບແປດ ຫຼື ສິບເກົ້າປີ ແລະ ບາງຄົນເຖິງກັບຕ້ອງໃຊ້ເວລາຊາວ ຫຼື ສາມສິບປີກ່ອນທີ່ພວກເຂົາຈະກາຍເປັນຜູ້ໃຫຍ່ທີ່ແທ້ຈິງ. ພຣະເຈົ້າລໍຖ້າໃຫ້ສຳເລັດຂະບວນການນີ້, ພຣະອົງລໍຖ້າການມາເຖິງຂອງເວລາດັ່ງກ່າວ ແລະ ພຣະອົງລໍຖ້າການມາເຖິງຂອງຜົນຕາມມານີ້. ຕະຫຼອດເວລາທີ່ພຣະອົງລໍຖ້າ, ພຣະເຈົ້າມີຄວາມເມດຕາຢ່າງຫຼວງຫຼາຍ. ເຖິງຢ່າງໃດກໍຕາມ ໃນລະຫວ່າງຊ່ວງເວລາພາລະກິດຂອງພຣະເຈົ້າ, ມີຄົນຈຳນວນໜ້ອຍຫຼາຍທີ່ຖືກໂຈມຕີ ແລະ ບາງຄົນຖືກລົງໂທດຍ້ອນພວກເຂົາຕໍ່ຕ້ານພຣະເຈົ້າຢ່າງຮ້າຍແຮງ. ຕົວຢ່າງດັ່ງກ່າວຍິ່ງເປັນເຄື່ອງພິສູດເຖິງອຸປະນິໄສຂອງພຣະເຈົ້າທີ່ບໍ່ທົນຕໍ່ການທ້າທາຍຂອງມະນຸດ ແລະ ເປັນສິ່ງທີ່ຢືນຢັນຢ່າງແທ້ຈິງເຖິງການມີຢູ່ຂອງຄວາມອົດກັ້ນ ແລະ ຄວາມອົດທົນຂອງພຣະເຈົ້າຕໍ່ຜູ້ຄົນທີ່ຖືກເລືອກ. ແນ່ນອນ ໃນຕົວຢ່າງປົກກະຕິເຫຼົ່ານີ້, ການເປີດເຜີຍພາກສ່ວນໃດໜຶ່ງຂອງອຸປະນິໄສຂອງພຣະເຈົ້າໃນຜູ້ຄົນເຫຼົ່ານີ້ບໍ່ໄດ້ກະທົບຕໍ່ແຜນການຄຸ້ມຄອງໂດຍລວມຂອງພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ໃນຂັ້ນຕອນສຸດທ້າຍນີ້ຂອງພາລະກິດຂອງພຣະເຈົ້າ, ພຣະເຈົ້າໄດ້ອົດທົນຕະຫຼອດໄລຍະເວລາທີ່ພຣະອົງໄດ້ລໍຖ້າ ແລະ ພຣະອົງໄດ້ແລກປ່ຽນຄວາມອົດທົນຂອງພຣະອົງ ແລະ ຊີວິດຂອງພຣະອົງກັບຄວາມລອດພົ້ນຂອງຄົນທີ່ຕິດຕາມພຣະອົງ. ພວກເຈົ້າເຂົ້າໃຈສິ່ງນີ້ບໍ? ພຣະເຈົ້າບໍ່ໄດ້ໂກດຮ້າຍຕໍ່ແຜນການຂອງພຣະອົງໂດຍບໍ່ມີເຫດຜົນ. ພຣະອົງສາມາດປ່ອຍຄວາມໂກດຮ້າຍຂອງພຣະອົງ ແລະ ພຣະອົງຍັງສາມາດມີຄວາມເມດຕາ; ນີ້ແມ່ນການເປີດເຜີຍສອງດ້ານທີ່ສຳຄັນຂອງອຸປະນິໄສຂອງພຣະເຈົ້າ. ສິ່ງນີ້ຊັດເຈນຫຼາຍ ຫຼື ບໍ່? ເວົ້າອີກຢ່າງໜຶ່ງກໍຄື ສໍາລັບກ່ຽວກັບພຣະເຈົ້າແລ້ວ, ຄວາມຖືກຕ້ອງ ແລະ ຄວາມຜິດພາດ, ຄວາມຍຸຕິທຳ ແລະ ອະຍຸຕິທຳ, ການຄິດບວກ ແລະ ການຄິດລົບ, ທຸກສິ່ງເຫຼົ່ານີ້ແມ່ນຖືກສະແດງຕໍ່ມະນຸດຢ່າງຊັດເຈນ. ສິ່ງທີ່ພຣະອົງຈະເຮັດ, ສິ່ງທີ່ພຣະອົງມັກ, ສິ່ງທີ່ພຣະອົງກຽດຊັງ, ທຸກສິ່ງເຫຼົ່ານີ້ສາມາດສະທ້ອນເຖິງອຸປະນິໄສຂອງພຣະເຈົ້າໂດຍກົງ. ສິ່ງດັ່ງກ່າວຍັງສາມາດເຫັນໄດ້ໃນພາລະກິດຂອງພຣະເຈົ້າຢ່າງຊັດເຈນ ແລະ ແຈ່ມແຈ້ງ ແລະ ພວກມັນບໍ່ໄດ້ເລື່ອນລອຍ ຫຼື ທົ່ວໄປ; ກົງກັນຂ້າມ ພວກມັນເຮັດໃຫ້ທຸກຄົນເບິ່ງເຫັນອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ໃນລັກສະນະທີ່ມີຕົວຕົນ, ແທ້ຈິງ ແລະ ເປັນຈິງໂດຍພິເສດ. ນີ້ແມ່ນພຣະເຈົ້າທີ່ແທ້ຈິງ.
ອຸປະນິໄສຂອງພຣະເຈົ້າບໍ່ເຄີຍຖືກລີ້ລັບຈາກມະນຸດ, ຫົວໃຈຂອງມະນຸດໄດ້ຫັນເຫຈາກພຣະເຈົ້າ
ຖ້າເຮົາບໍ່ໄດ້ສົນທະນາກ່ຽວກັບສິ່ງເຫຼົ່ານີ້ ຈະບໍ່ມີຜູ້ໃດທ່າມກາງພວກເຈົ້າຈະສາມາດເບິ່ງເຫັນອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າໃນເລື່ອງລາວໃນພຣະຄຳພີ. ນີ້ຄືຄວາມຈິງ. ນັ້ນກໍຍ້ອນວ່າ ເຖິງແມ່ນເລື່ອງລາວໃນພຣະຄຳພີເຫຼົ່ານີ້ໄດ້ບັນທຶກສິ່ງຕ່າງໆທີ່ພຣະເຈົ້າໄດ້ເຮັດ, ພຣະເຈົ້າພຽງກ່າວພຣະທຳເລັກນ້ອຍ ແລະ ບໍ່ໄດ້ແນະນຳອຸປະນິໄສຂອງພຣະອົງໂດຍກົງ ຫຼື ເປີດເຜີຍຄວາມປະສົງຂອງພຣະອົງຕໍ່ມະນຸດຢ່າງເປີດເຜີຍ. ຄົນຮຸ່ນຕໍ່ມາຖືວ່າການບັນທຶກເຫຼົ່ານີ້ເປັນເລື່ອງເລົ່າຂານ ແລະ ສະນັ້ນ ມັນຈຶ່ງປາກົດຕໍ່ຜູ້ຄົນວ່າ ພຣະເຈົ້າເຊື່ອງຊ້ອນພຣະອົງເອງຈາກມະນຸດ, ມັນບໍ່ແມ່ນຕົວຕົນຂອງພຣະເຈົ້າທີ່ລີ້ລັບຈາກມະນຸດ, ແຕ່ເປັນອຸປະນິໄສ ແລະ ຄວາມປະສົງຂອງພຣະອົງ. ຫຼັງຈາກການສົນທະນາຂອງເຮົາໃນມື້ນີ້, ພວກເຈົ້າຍັງຮູ້ສຶກວ່າພຣະເຈົ້າລີ້ລັບຈາກມະນຸດຢູ່ບໍ? ພວກເຈົ້າຍັງເຊື່ອວ່າອຸປະນິໄສຂອງພຣະເຈົ້າລີ້ລັບຈາກມະນຸດບໍ?
ຕັ້ງແຕ່ເວລາແຫ່ງການເນລະມິດສ້າງ, ອຸປະນິໄສຂອງພຣະເຈົ້າກໍສອດຄ່ອງກັບພາລະກິດຂອງພຣະອົງ. ມັນບໍ່ເຄີຍລິ້ລັບຈາກມະນຸດຈັກເທື່ອ, ແຕ່ຖືກເປີດເຜີຍຢ່າງສົມບູນ ແລະ ຖືກເຮັດໃຫ້ເປັນທີ່ປະຈັກຕໍ່ມະນຸດ. ເຖິງຢ່າງໃດກໍຕາມ ເມື່ອເວລາທີ່ຜ່ານໄປ ຫົວໃຈຂອງມະນຸດກໍເລີ່ມອອກຫ່າງຈາກພຣະເຈົ້າຫຼາຍຂຶ້ນ ແລະ ໃນຂະນະທີ່ຄວາມເສື່ອມຊາມຂອງມະນຸດກໍຮຸນແຮງຍິ່ງຂຶ້ນ, ມະນຸດ ແລະ ພຣະເຈົ້າກໍຍິ່ງຫ່າງໄກກັນໄປເລື້ອຍໆ. ມະນຸດຄ່ອຍໆຫາຍໄປຈາກສາຍຕາຂອງພຣະເຈົ້າ. ມະນຸດບໍ່ສາມາດ “ເຫັນ” ພຣະເຈົ້າ ເຊິ່ງເຮັດໃຫ້ເຂົາປາສະຈາກ “ຂ່າວສານ” ກ່ຽວກັບພຣະເຈົ້າ; ສະນັ້ນ ເຂົາຈຶ່ງບໍ່ຮູ້ວ່າພຣະເຈົ້າເປັນຈິງ ຫຼື ບໍ່ ແລະ ເຖິງກັບປະຕິເສດການເປັນຢູ່ຂອງພຣະເຈົ້າໂດຍສິ້ນເຊີງ. ສະນັ້ນ ການທີ່ມະນຸດບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ກໍບໍ່ແມ່ນຍ້ອນພຣະເຈົ້າລີ້ລັບຈາກມະນຸດ, ແຕ່ຍ້ອນຫົວໃຈຂອງເຂົາໄດ້ຫັນໜີຈາກພຣະເຈົ້າ. ເຖິງແມ່ນມະນຸດເຊື່ອໃນພຣະເຈົ້າ, ຫົວໃຈຂອງມະນຸດກໍປາສະຈາກພຣະເຈົ້າ ແລະ ເຂົາບໍ່ຮູ້ກ່ຽວກັບການຮັກພຣະເຈົ້າ ຫຼື ເຂົາບໍ່ຕ້ອງການທີ່ຈະຮັກພຣະເຈົ້າ, ຍ້ອນຫົວໃຈຂອງເຂົາບໍ່ເຄີຍຍັບເຂົ້າໃກ້ພຣະເຈົ້າ ແລະ ເຂົາຫຼີກເວັ້ນພຣະເຈົ້າຢູ່ສະເໝີ. ຜົນຕາມມາກໍຄື ຫົວໃຈຂອງມະນຸດຫ່າງໄກຈາກພຣະເຈົ້າ. ແລ້ວຫົວໃຈຂອງເຂົາຢູ່ໃສ? ໃນຄວາມເປັນຈິງແລ້ວ ຫົວໃຈຂອງມະນຸດບໍ່ໄດ້ໄປໃສເລີຍ: ແທນທີ່ຈະມອບມັນໃຫ້ກັບພຣະເຈົ້າ ຫຼື ເປີດເຜີຍມັນໃຫ້ພຣະເຈົ້າເຫັນ, ເຂົາເກັບມັນໄວ້ສຳລັບຕົນເອງ. ເຖິງແມ່ນວ່າບາງຄົນມັກອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ: “ໂອ ພຣະເຈົ້າ, ຫຼຽວເບິ່ງຫົວໃຈຂອງຂ້ານ້ອຍດ້ວຍເທີ້ນ, ພຣະອົງຮູ້ທຸກສິ່ງທີ່ຂ້ານ້ອຍຄິດ” ແລະ ບາງຄົນເຖິງກັບສາບານຂໍໃຫ້ພຣະເຈົ້າຫຼຽວເບິ່ງຫົວໃຈຂອງພວກເຂົາ ແລ້ວຂໍໃຫ້ພວກເຂົາຖືກລົງໂທດ ຖ້າພວກເຂົາເຮັດຜິດຄຳສາບານຂອງພວກເຂົາ. ເຖິງແມ່ນມະນຸດຍອມໃຫ້ພຣະເຈົ້າຫຼຽວເບິ່ງຫົວໃຈຂອງເຂົາ, ນີ້ກໍບໍ່ໄດ້ໝາຍຄວາມວ່າ ມະນຸດຈະສາມາດເຊື່ອຟັງການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ຫຼື ເຂົາຍອມໃຫ້ໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ ແລະ ທຸກສິ່ງທຸກຢ່າງຂອງເຂົາຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າ. ສະນັ້ນ ຄຳສາບານທີ່ເຈົ້າໃຫ້ກັບພຣະເຈົ້າ ຫຼື ສິ່ງທີ່ເຈົ້າປະກາດຕໍ່ພຣະອົງແມ່ນບໍ່ມີປະໂຫຍດຫຍັງ, ໃນສາຍຕາຂອງພຣະເຈົ້າແລ້ວ ຫົວໃຈຂອງເຈົ້າກໍຍັງປິດຕໍ່ພຣະອົງຢູ່, ຍ້ອນເຈົ້າພຽງແຕ່ຍອມໃຫ້ພຣະເຈົ້າຫຼຽວເບິ່ງຫົວໃຈຂອງເຈົ້າ ແຕ່ບໍ່ໄດ້ອະນຸຍາດໃຫ້ພຣະອົງຄວບຄຸມມັນ. ເວົ້າອີກຢ່າງໜຶ່ງກໍຄື ເຈົ້າບໍ່ໄດ້ມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າເລີຍ ແລະ ພຽງແຕ່ເວົ້າຄຳເວົ້າທີ່ອ່ອນຫວານໃຫ້ພຣະເຈົ້າໄດ້ຍິນ; ໃນຂະນະດຽວກັນ, ເຈົ້າກໍເຊື່ອງເຈດຕະນາຫຼອກລວງຕ່າງໆຈາກພຣະເຈົ້າ, ພ້ອມກັບເລ່ຫຼ່ຽມ, ກົນອຸບາຍ ແລະ ແຜນການຂອງເຈົ້າ ແລະ ເຈົ້າກຳຄວາມຄາດຫວັງ ແລະ ໂຊກຊະຕາຂອງເຈົ້າໄວ້ໃນມືຂອງເຈົ້າຢ່າງແໜ້ນ ໂດຍຢ້ານຢູ່ເລິກໆວ່າ ພວກມັນຈະຖືກພຣະເຈົ້າເອົາໄປ. ສະນັ້ນ ພຣະເຈົ້າຈຶ່ງບໍ່ເຄີຍຫຼຽວເຫັນຄວາມຈິງໃຈຂອງມະນຸດທີ່ມີຕໍ່ພຣະອົງເລີຍ. ເຖິງແມ່ນວ່າ ພຣະເຈົ້າສັງເກດເຫັນຄວາມເລິກຂອງຫົວໃຈມະນຸດ ແລະ ສາມາດເຫັນວ່າມະນຸດກຳລັງຄິດຫຍັງ ແລະ ຫົວໃຈຂອງເຂົາຕ້ອງການເຮັດຫຍັງ ແລະ ສາມາດເຫັນສິ່ງຕ່າງໆທີ່ເກັບໄວ້ພາຍໃນຫົວໃຈຂອງເຂົາ, ຫົວໃຈຂອງມະນຸດກໍບໍ່ໄດ້ເປັນຂອງພຣະເຈົ້າ ແລະ ເຂົາກໍບໍ່ໄດ້ມອບມັນໃຫ້ຢູ່ໃນການຄວບຄຸມຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ພຣະເຈົ້າມີສິດສັງເກດ, ແຕ່ພຣະອົງບໍ່ມີສິດຄວບຄຸມ. ໃນຄວາມຮູ້ສຶກສ່ວນຕົວຂອງມະນຸດ, ມະນຸດບໍ່ຕ້ອງການ ຫຼື ມີເຈດຕະນາທີ່ຈະຍອມໃຫ້ຕົນເອງຢູ່ໃນການຈັດແຈງຂອງພຣະເຈົ້າ. ບໍ່ພຽງແຕ່ມະນຸດປິດກັ້ນຕົນເອງຈາກພຣະເຈົ້າ, ແຕ່ເຖິງກັບມີຄົນທີ່ຄິດຫາວິທີຕ່າງໆເພື່ອຫຸ້ມຫໍ່ຫົວໃຈຂອງພວກເຂົາ, ໂດຍໃຊ້ການເວົ້າແບບນິ້ມນວນ ແລະ ການປະຈົບປະແຈງເພື່ອສ້າງຄວາມປະທັບໃຈທີ່ຜິດ ແລະ ຮັບເອົາຄວາມໄວ້ວາງໃຈຈາກພຣະເຈົ້າ ແລະ ປິດບັງໃບໜ້າທີ່ແທ້ຈິງຂອງພວກເຂົາໃຫ້ອອກຈາກສາຍຕາຂອງພຣະເຈົ້າ. ເປົ້າໝາຍຂອງພວກເຂົາໃນການບໍ່ຍອມໃຫ້ພຣະເຈົ້າເຫັນ ກໍຄືການບໍ່ຍອມໃຫ້ພຣະເຈົ້າຮັບຮູ້ສິ່ງທີ່ພວກເຂົາເປັນ. ພວກເຂົາບໍ່ຕ້ອງການມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າ, ແຕ່ເກັບຮັກສາມັນໄວ້ສໍາລັບຕົວພວກເຂົາເອງ. ຄວາມໃນຂອງເລື່ອງນີ້ກໍຄື ສິ່ງທີ່ມະນຸດເຮັດ ແລະ ສິ່ງທີ່ເຂົາຕ້ອງການແມ່ນຖືກວາງແຜນ, ຄຳນວນ ແລະ ກຳນົດໂດຍມະນຸດເອງທັງໝົດ; ເຂົາບໍ່ຕ້ອງການການມີສ່ວນຮ່ວມ ຫຼື ການແຊກແຊງຂອງພຣະເຈົ້າ, ແຮງໄກທີ່ເຂົາຈະຕ້ອງການໆປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ສະນັ້ນ ບໍ່ວ່າຈະກ່ຽວຂ້ອງກັບຄຳສັ່ງຂອງພຣະເຈົ້າ, ການຝາກຝັງຂອງພຣະອົງ ຫຼື ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ການຕັດສິນໃຈຂອງມະນຸດກໍອີງຕາມເຈດຕະນາ ແລະ ຜົນປະໂຫຍດຂອງເຂົາເອງ, ອີງຕາມສະພາວະ ແລະ ສະຖານະການຂອງເຂົາເອງໃນເວລານັ້ນ. ມະນຸດໃຊ້ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ເຂົາຄຸ້ນເຄີຍສະເໝີ ແລະ ຄວາມສະຫຼາດຂອງເຂົາເອງເພື່ອຕັດສິນ ແລະ ເລືອກເອົາເສັ້ນທາງທີ່ເຂົາຄວນຍ່າງ ແລະ ບໍ່ຍອມໃຫ້ມີການແຊກແຊງ ຫຼື ການຄວບຄຸມຂອງພຣະເຈົ້າ. ນີ້ແມ່ນຫົວໃຈຂອງມະນຸດທີ່ພຣະເຈົ້າເບິ່ງເຫັນ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ບັດນີ້ ພວກເຮົາໄດ້ມີຄວາມເຂົ້າໃຈທົ່ວໄປກ່ຽວກັບ ອຸປະນິໄສອັນຊອບທຳຂອງພຣະເຈົ້າ, ພວກເຮົາອາດຫັນຄວາມສົນໃຈຂອງພວກເຮົາໄປຍັງເມືອງໂຊໂດມອີກຄັ້ງ...
ກ່ອນອື່ນ, ໃຫ້ພວກເຮົາເບິ່ງພຣະທໍາສອງສາມຂໍ້ທີ່ບັນລະຍາຍເຖິງການທຳລາຍເມືອງໂຊໂດມຂອງພຣະເຈົ້າ. ປະຖົມມະການ 19:1-11 ແລະ...
ການເຂົ້າໃຈຕົວຢ່າງເຫຼົ່ານີ້ຂອງຖ້ອຍຄຳ, ຄວາມຄິດ ແລະ ການກະທຳຂອງພຣະເຈົ້າ, ເຈົ້າສາມາດເຂົ້າໃຈເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ,...
ເມື່ອປະຊາຊົນໃນເມືອງໂຊໂດມໄດ້ເຫັນຜູ້ຮັບໃຊ້ສອງຄົນນີ້, ພວກເຂົາກໍບໍ່ໄດ້ຖາມເຫດຜົນສຳລັບການມາ ຫຼື...