ພຣະເຈົ້າຕ້ອງທຳລາຍເມືອງໂຊໂດມ
ປະຖົມມະການ 18:26 ແລະ ພຣະເຢໂຮວາກ່າວວ່າ ຖ້າເຮົາພົບຄົນຊອບທຳຫ້າສິບຄົນພາຍໃນເມືອງໂຊໂດມ ເພື່ອເຫັນແກ່ພວກເຂົາ ເຮົາຈະບໍ່ທໍາລາຍເມືອງນັ້ນ. ປະຖົມມະການ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ບັດນີ້ ພວກເຮົາໄດ້ມີຄວາມເຂົ້າໃຈທົ່ວໄປກ່ຽວກັບ ອຸປະນິໄສອັນຊອບທຳຂອງພຣະເຈົ້າ, ພວກເຮົາອາດຫັນຄວາມສົນໃຈຂອງພວກເຮົາໄປຍັງເມືອງໂຊໂດມອີກຄັ້ງ ເຊິ່ງເປັນສະຖານທີ່ໆພຣະເຈົ້າເຫັນວ່າເປັນເມືອງແຫ່ງຄວາມບາບ. ຖ້າພວກເຮົາເຂົ້າໃຈທາດແທ້ຂອງເມືອງນີ້, ພວກເຮົາກໍຈະສາມາດເຂົ້າໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງຕ້ອງການທຳລາຍມັນ ແລະ ເປັນຫຍັງພຣະເຈົ້າຈຶ່ງທຳລາຍມັນຢ່າງສິ້ນຊາກແບບນັ້ນ. ຈາກສິ່ງນີ້, ພວກເຮົາສາມາດມາຮູ້ຈັກອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ.
ຈາກທັດສະນະຂອງມະນຸດ, ໂຊໂດມເປັນເມືອງທີ່ສາມາດສະໜອງຄວາມປາຖະໜາຂອງມະນຸດ ແລະ ຄວາມຊົ່ວຮ້າຍຂອງມະນຸດໄດ້ຢ່າງສົມບູນ. ການລໍ້ໃຈ ແລະ ການໃຊ້ເວດມົນສະກົດ, ພ້ອມກັບດົນຕີ ແລະ ການເຕັ້ນລຳຄືນແລ້ວຄືນເລົ່າ, ຄວາມຈະເລີນຂອງມັນເຮັດໃຫ້ມະນຸດຫຼົງໄຫຼ ແລະ ເປັນບ້າ. ຄວາມຊົ່ວຮ້າຍຂອງມັນກັດເຊາະຫົວໃຈຂອງມະນຸດ ແລະ ເຮັດໃຫ້ພວກເຂົາຫຼົງໄຫຼຈົນເສື່ອມໂຊມ. ນີ້ແມ່ນເມືອງຂອງວິນຍານເປິເປື້ອນ ແລະ ຊົ່ວຮ້າຍແລ່ນອາລະວາດ; ມັນເຕັມໄປດ້ວຍຄວາມບາບ ແລະ ການຄາດຕະກໍາ ແລະ ອາກາດກໍແອອັດໄປດ້ວຍກິ່ນເໝັນຄາວເລືອດ ແລະ ສິ່ງເນົ່າເໝັນ. ມັນເປັນເມືອງທີ່ເຮັດໃຫ້ຜູ້ຄົນເລືອດເຢັນ, ເປັນເມືອງທີ່ຜູ້ຄົນສູນຫາຍໄປຢ່າງໜ້າຢ້ານກົວ. ບໍ່ມີຜູ້ໃດໃນເມືອງນີ້, ບໍ່ວ່າຈະເປັນຜູ້ຊາຍ ຫຼື ແມ່ຍິງ, ໜຸ່ມ ຫຼື ເຖົ້າ ຕ້ອງການສະແຫວງຫາຫົນທາງທີ່ແທ້ຈິງ; ບໍ່ມີຜູ້ໃດສະແຫວງຫາແສງສະຫວ່າງ ຫຼື ປາຖະໜາທີ່ຈະຍ່າງອອກຈາກຄວາມບາບ. ພວກເຂົາດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ, ພາຍໃຕ້ຄວາມເສື່ອມຊາມ ແລະ ການລໍ້ລວງຂອງຊາຕານ. ພວກເຂົາໄດ້ສູນເສຍຄວາມເປັນມະນຸດຂອງພວກເຂົາ, ພວກເຂົາໄດ້ສູນເສຍຄວາມຮູ້ສຶກຂອງພວກເຂົາ ແລະ ພວກເຂົາໄດ້ສູນເສຍເປົ້າໝາຍເດີມແຫ່ງການເປັນຢູ່ຂອງມະນຸດ. ພວກເຂົາໄດ້ເຮັດການກະທຳທີ່ຊົ່ວຮ້າຍຈົນນັບບໍ່ຖ້ວນໃນການຕໍ່ຕ້ານພຣະເຈົ້າ; ພວກເຂົາປະຕິເສດການນໍາພາຂອງພຣະອົງ ແລະ ຕໍ່ຕ້ານຄວາມປະສົງຂອງພຣະອົງ. ມັນຄືການກະທຳທີ່ຊົ່ວຮ້າຍຂອງພວກເຂົາທີ່ແບກຫາບເອົາຄົນເຫຼົ່ານີ້, ເມືອງ ແລະ ທຸກສິ່ງທີ່ມີຊີວິດຢູ່ໃນນັ້ນ ລົງສູ່ເສັ້ນທາງແຫ່ງຄວາມພິນາດ ເທື່ອລະບາດກ້າວ.

ເຖິງແມ່ນວ່າ ພຣະຄຳສອງຂໍ້ນີ້ບໍ່ໄດ້ບັນທຶກທຸກລາຍລະອຽດທີ່ກ່ຽວຂ້ອງກັບຂອບເຂດຂອງຄວາມເສື່ອມຊາມຂອງປະຊາຊົນໃນເມືອງໂຊໂດມ, ກົງກັນຂ້າມແມ່ນບັນທຶກຄວາມປະພຶດຂອງພວກເຂົາຕໍ່ຜູ້ຮັບໃຊ້ສອງຄົນຂອງພຣະເຈົ້າ ຫຼັງຈາກການມາເຖິງໃນເມືອງຂອງພວກເຂົາ, ແຕ່ມັນກໍເປັນຄວາມຈິງທີ່ເປີດເຜີຍໃຫ້ເຫັນເຖິງຂອບເຂດທີ່ປະຊາຊົນໃນເມືອງໂຊໂດມເສື່ອມຊາມ, ຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ດ້ວຍສິ່ງນີ້, ໃບໜ້າ ແລະ ທາດແທ້ທີ່ແທ້ຈິງຂອງປະຊາຊົນໃນເມືອງຈຶ່ງຖືກເປີດໂປງເຊັ່ນກັນ. ຄົນເຫຼົ່ານີ້ບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບເອົາການແຈ້ງເຕືອນຂອງພຣະເຈົ້າ, ແຕ່ພວກເຂົາຍັງບໍ່ຢ້ານການລົງໂທດຂອງພຣະອົງ. ໃນທາງກົງກັນຂ້າມ, ພວກເຂົາດູຖູກຄວາມໂກດຮ້າຍຂອງພຣະເຈົ້າ. ພວກເຂົາຕໍ່ຕ້ານພຣະເຈົ້າຢ່າງລັບຫູລັບຕາ. ບໍ່ວ່າພຣະອົງຈະເຮັດຫຍັງ ຫຼື ພຣະອົງເຮັດແນວໃດກໍຕາມ, ທຳມະຊາດທີ່ຊົ່ວຊ້າຂອງພວກເຂົາກໍໄດ້ແຕ່ເພີ່ມທະວີຂຶ້ນເລື້ອຍໆ ແລະ ພວກເຂົາກໍຕໍ່ຕ້ານພຣະເຈົ້າຊໍ້າແລ້ວຊໍ້າອີກ. ປະຊາຊົນໃນເມືອງໂຊໂດມບໍ່ເປັນມິດຕໍ່ການເປັນຢູ່ຂອງພຣະເຈົ້າ, ການມາເຖິງຂອງພຣະອົງ, ການລົງໂທດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນກໍຄືການແຈ້ງເຕືອນຂອງພຣະອົງ. ພວກເຂົາອວດດີເຫຼືອເກີນ. ພວກເຂົາກືນກິນ ແລະ ທຳຮ້າຍທຸກຄົນທີ່ສາມາດຖືກກືນກິນ ແລະ ທຳຮ້າຍໄດ້ ແລະ ພວກເຂົາປະຕິບັດຕໍ່ຄົນຮັບໃຊ້ຂອງພຣະເຈົ້າແບບນັ້ນເຊັ່ນກັນ. ເມື່ອເວົ້າເຖິງການກະທຳທີ່ຊົ່ວຮ້າຍທຸກຢ່າງທີ່ເຮັດໂດຍປະຊາຊົນໃນເມືອງໂຊໂດມ, ການທຳຮ້າຍຄົນຮັບໃຊ້ຂອງພຣະເຈົ້າເປັນພຽງເສດສ່ວນເລັກນ້ອຍຂອງບັນຫາເທົ່ານັ້ນ ແລະ ທຳມະຊາດທີ່ຊົ່ວຮ້າຍຂອງພວກເຂົາທີ່ຖືກເປີດເຜີຍຕໍ່ມາ ແທ້ຈິງແລ້ວ ກໍບໍ່ໄດ້ຍິ່ງໃຫຍ່ໄປກວ່າຢົດນໍ້າໃນທະເລອັນກວ້າງໃຫຍ່. ສະນັ້ນ ພຣະເຈົ້າຈຶ່ງເລືອກທີ່ຈະທຳລາຍພວກເຂົາດ້ວຍໄຟ. ພຣະເຈົ້າບໍ່ໄດ້ໃຊ້ນໍ້າຖ້ວມ ຫຼື ພຣະອົງບໍ່ໄດ້ໃຊ້ພາຍຸ, ແຜ່ນດິນໄຫວ, ຄື້ນສຶນາມິ ຫຼື ວິທີການອື່ນໆເພື່ອທຳລາຍເມືອງດັ່ງກ່າວ. ການທີ່ພຣະເຈົ້າໃຊ້ໄຟເພື່ອທຳລາຍເມືອງນີ້ຄວາມໝາຍເຖິງຫຍັງ? ມັນໝາຍເຖິງຄວາມພິນາດທັງໝົດຂອງເມືອງ; ມັນໝາຍຄວາມວ່າ ເມືອງດັ່ງກ່າວໄດ້ຫາຍໄປຈາກໂລກທັງສິ້ນ ແລະ ຈາກການມີຢູ່. “ຄວາມພິນາດ” ໃນນີ້ ບໍ່ພຽງແຕ່ໝາຍເຖິງການຫາຍໄປຂອງຮູບຮ່າງ ແລະ ໂຄງສ້າງຂອງເມືອງ ຫຼື ລັກສະນະພາຍນອກ; ມັນຍັງໝາຍຄວາມວ່າ ວິນຍານຂອງຜູ້ຄົນທີ່ຢູ່ໃນເມືອງກໍຖືກທໍາລາຍໝົດສິ້ນ, ຖືກກຳຈັດທັງໝົດ. ສະຫຼຸບງ່າຍໆກໍຄື ທຸກຄົນ, ທຸກເຫດການ ແລະ ທຸກສິ່ງທີ່ກ່ຽວພັນກັບເມືອງດັ່ງກ່າວແມ່ນຖືກທຳລາຍ. ຈະບໍ່ມີຊາດໜ້າ ຫຼື ການເກີດໃໝ່ສຳລັບປະຊາຊົນໃນເມືອງນັ້ນ; ພຣະເຈົ້າໄດ້ກຳຈັດພວກເຂົາອອກຈາກມະນຸດຊາດຂອງການເນລະມິດສ້າງຂອງພຣະອົງ ຕະຫຼອດໄປຊົ່ວນິດລັນດອນ. ການໃຊ້ໄຟບົ່ງບອກເຖິງຈຸດຈົບຂອງຄວາມບາບໃນສະຖານທີ່ນີ້ ແລະ ຄວາມບາບນັ້ນກໍຖືກດັບສູນໃນທີ່ນັ້ນ; ຄວາມບາບນີ້ຈະບໍ່ມີ ແລະ ຂະຫຍາຍຕົວອີກຕໍ່ໄປ. ມັນໝາຍຄວາມວ່າ ຄວາມຊົ່ວຮ້າຍຂອງຊາຕານໄດ້ສູນເສຍດິນຫຼໍ່ລ້ຽງຂອງມັນ ພ້ອມກັບຂຸມຝັງສົບທີ່ເຮັດໃຫ້ມັນໄດ້ມີບ່ອນອາໄສ ແລະ ດຳລົງຊີວິດຢູ່. ໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ, ການທີ່ພຣະເຈົ້າໃຊ້ໄຟແມ່ນເຄື່ອງໝາຍແຫ່ງການເອົາຊະນະຂອງພຣະອົງຕໍ່ຊາຕານ. ຄວາມພິນາດຂອງເມືອງໂຊໂດມແມ່ນຄວາມຜິດພາດອັນໃຫຍ່ຫຼວງຂອງຊາຕານໃນການພະຍາຍາມຕໍ່ຕ້ານພຣະເຈົ້າໂດຍການເຮັດໃຫ້ມະນຸດເສື່ອມຊາມ ແລະ ກືນກິນມະນຸດ. ໃນທຳນອງດຽວກັນ ມັນເປັນເຄື່ອງໝາຍແຫ່ງການອັບອາຍໃນຊ່ວງເວລາພັດທະນາຂອງມະນຸດຊາດ ເມື່ອມະນຸດປະຕິເສດການນໍາພາຂອງພຣະເຈົ້າ ແລະ ປະຖິ້ມຕົນເອງໃຫ້ກັບຄວາມຊົ່ວຮ້າຍ. ຍິ່ງໄປກວ່ານັ້ນ ມັນເປັນການບັນທຶກການເປີດເຜີຍທີ່ແທ້ຈິງຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ.
ເມື່ອໄຟທີ່ພຣະເຈົ້າສົ່ງມາຈາກສະຫວັນໄດ້ເຜົາໄໝ້ເມືອງໂຊໂດມລົງຈົນບໍ່ເຫຼືອຫຍັງນອກຈາກຂີ້ເທົາ, ມັນໝາຍຄວາມວ່າ ຕັ້ງແຕ່ນີ້ຕໍ່ໄປ ເມືອງທີ່ຊື່ “ໂຊໂດມ” ແລະ ພ້ອມກັບທຸກສິ່ງທີ່ຢູ່ພາຍໃນຕົວເມືອງແມ່ນບໍ່ມີອີກຕໍ່ໄປ. ມັນຖືກທຳລາຍໂດຍຄວາມໂກດຮ້າຍຂອງພຣະເຈົ້າ, ຫາຍໄປກັບຄວາມໂກດຮ້າຍ ແລະ ຄວາມສະຫງ່າຜາເຜີຍຂອງພຣະເຈົ້າ. ຍ້ອນອຸປະນິໄສອັນຊອບທຳຂອງພຣະເຈົ້າ, ໂຊໂດມຈຶ່ງໄດ້ຮັບການລົງໂທດຢ່າງຍຸຕິທຳຂອງມັນ ແລະ ຈຸດຈົບທີ່ຊອບທຳຂອງມັນ. ການເປັນຢູ່ຂອງເມືອງໂຊໂດມສິ້ນສຸດລົງກໍຍ້ອນຄວາມຊົ່ວຮ້າຍຂອງມັນ ແລະ ມັນຍັງເປັນຍ້ອນວ່າ ພຣະເຈົ້າບໍ່ປາຖະໜາທີ່ຈະຫຼຽວເບິ່ງເມືອງນີ້ ຫຼື ຜູ້ຄົນທີ່ດຳລົງຊີວິດຢູ່ໃນເມືອງນີ້ ຫຼື ຊີວິດທີ່ເຕີບໂຕພາຍໃນເມືອງນີ້ອີກ. “ຄວາມປາຖະໜາຂອງພຣະເຈົ້າທີ່ຈະບໍ່ຫຽວເບິ່ງເມືອງນີ້” ແມ່ນຄວາມໂກດຮ້າຍຂອງພຣະອົງ ພ້ອມທັງຄວາມສະຫງ່າຜ່າເຜີຍຂອງພຣະອົງ. ພຣະເຈົ້າເຜົາເມືອງດັ່ງກ່າວ ຍ້ອນຄວາມຊົ່ວຮ້າຍ ແລະ ຄວາມຜິດບາບຂອງມັນທີ່ເຮັດໃຫ້ພຣະອົງຮູ້ສຶກໃຈຮ້າຍ, ເບື່ອໜ່າຍ ແລະ ກຽດຊັງມັນ ແລະ ປາຖະໜາທີ່ຈະບໍ່ຫຼຽວເບິ່ງມັນ ຫຼື ຜູ້ຄົນ ຫຼື ສິ່ງທີ່ມີຊີວິດຢູ່ໃນເມືອງນັ້ນອີກຕໍ່ໄປ. ຫຼັງຈາກທີ່ເມືອງດັ່ງກ່າວໄດ້ຖືກເຜົາສຳເລັດລົງ, ປ່ອຍໃຫ້ເຫຼືອພຽງແຕ່ຂີ້ເທົ່າ, ມັນຈຶ່ງບໍ່ມີອີກໃນສາຍຕາຂອງພຣະເຈົ້າຢ່າງແທ້ຈິງ; ແມ່ນແຕ່ຄວາມຊົງຈຳຂອງພຣະອົງກ່ຽວກັບມັນກໍຫາຍໄປ, ຖືກລຶບລ້າງອອກໝົດ. ນີ້ໝາຍຄວາມວ່າ ໄຟທີ່ສົ່ງມາຈາກສະຫວັນບໍ່ພຽງແຕ່ທຳລາຍເມືອງໂຊໂດມທັງໝົດ ຫຼື ມັນບໍ່ພຽງແຕ່ທຳລາຍຜູ້ຄົນທີ່ຢູ່ໃນເມືອງ ເຊິ່ງເຕັມໄປດ້ວຍຄວາມບາບ ຫຼື ມັນບໍ່ພຽງແຕ່ທຳລາຍທຸກສິ່ງທີ່ຢູ່ພາຍໃນເມືອງອັນເປິເປື້ອນນີ້ຍ້ອນຄວາມຜິດບາບ; ແຕ່ນອກເໜືອໄປກວ່ານີ້ ມັນຍັງທຳລາຍຄວາມຊົງຈຳແຫ່ງຄວາມຊົ່ວຮ້າຍ ແລະ ການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າ. ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການເຜົາເມືອງດັ່ງກ່າວລົງ.

ມະນຸດຊາດໄດ້ເລີ່ມເສື່ອມຊາມຢ່າງຮາຍແຮງທີ່ສຸດ. ຜູ້ຄົນເຫຼົ່ານີ້ບໍ່ຮູ້ຈັກວ່າພຣະເຈົ້າແມ່ນໃຜ ຫຼື ພວກເຂົາເອງມາຈາກໃສ. ຖ້າເຈົ້າກ່າວເຖິງພຣະເຈົ້າໃຫ້ພວກເຂົາຟັງ, ພວກເຂົາກໍຈະໂຈມຕີ, ກ່າວຮ້າຍ ແລະ ໝິ່ນປະໝາດເຈົ້າ. ແມ່ນແຕ່ໃນເວລາຜູ້ທີ່ຮັບໃຊ້ພຣະເຈົ້າມາເພື່ອປະກາດການແຈ້ງເຕືອນຂອງພຣະອົງ, ຜູ້ຄົນທີ່ເສື່ອມຊາມເຫຼົ່ານີ້ບໍ່ພຽງແຕ່ບໍ່ໄດ້ສະແດງເຖິງຄວາມກັບໃຈ ແລະ ບໍ່ໄດ້ປະຖິ້ມຄວາມປະພຶດທີ່ຊົ່ວຮ້າຍຂອງພວກເຂົາ, ແຕ່ໃນທາງກົງກັນຂ້າມ ພວກເຂົາຍັງທຳຮ້າຍຜູ້ຮັບໃຊ້ຂອງພຣະເຈົ້າຢ່າງໜ້າດ້ານ. ສິ່ງທີ່ພວກເຂົາສະແດງອອກ ແລະ ເປີດເຜີຍແມ່ນທຳມະຊາດຂອງພວກເຂົາ ແລະ ທາດແທ້ຂອງພວກເຂົາໃນການຕໍ່ຕ້ານພຣະເຈົ້າຢ່າງຮ້າຍແຮງ. ພວກເຮົາສາມາດເຫັນໄດ້ວ່າ ການຕໍ່ຕ້ານຂອງຜູ້ຄົນທີ່ເສື່ອມຊາມເຫຼົ່ານີ້ຕໍ່ພຣະເຈົ້າແມ່ນເປັນຫຼາຍກວ່າການເປີດເຜີຍເຖິງອຸປະນິໄສອັນເສື່ອມຊາມຂອງພວກເຂົາ, ມັນບໍ່ຕ່າງຫຍັງກັບກໍລະນີຂອງການກ່າວຮ້າຍ ຫຼື ເຍາະເຍີ້ຍ ທີ່ເກີດຈາກການຂາດຄວາມເຂົ້າໃຈກ່ຽວກັບຄວາມຈິງ. ບໍ່ແມ່ນຄວາມໂງ່ຈ້າ ຫຼື ຄວາມບໍ່ຮູ້ທີ່ກໍ່ໃຫ້ເກີດຄວາມປະພຶດທີ່ຊົ່ວຮ້າຍຂອງພວກເຂົາ; ພວກເຂົາປະພຶດໃນລັກສະນະນີ້ບໍ່ແມ່ນຍ້ອນພວກເຂົາຖືກລໍ້ລວງ ແລະ ມັນບໍ່ແມ່ນຍ້ອນພວກເຂົາຖືກນໍາພາຢ່າງຜິດໆແນ່ນອນ. ຄວາມປະພຶດຂອງພວກເຂົາແມ່ນເຖິງຂັ້ນທີ່ເປັນປໍລະປັກຢ່າງເປີດເຜີຍແບບໜ້າດ້ານໆ, ຕໍ່ຕ້ານ ແລະ ປະນາມພຣະເຈົ້າ. ແນ່ນອນ ພຶດຕິກຳແບບນີ້ຂອງມະນຸດຈະເຮັດໃຫ້ພຣະເຈົ້າໃຈຮ້າຍ ແລະ ມັນຈະເຮັດໃຫ້ອຸປະນິໄສຂອງພຣະອົງໂກດຮ້າຍ ເຊິ່ງເປັນອຸປະນິໄສທີ່ບໍ່ຄວນທ້າທາຍ. ສະນັ້ນ ພຣະເຈົ້າຈຶ່ງປ່ອຍຄວາມໂກດຮ້າຍຂອງພຣະອົງ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງ; ນີ້ແມ່ນການເປີດເຜີຍທີ່ແທ້ຈິງກ່ຽວກັບອຸປະນິໄສອັນຊອບທຳຂອງພຣະອົງ. ເມື່ອພົບກັບເມືອງທີ່ເຕັມລົ້ນໄປດ້ວຍຄວາມບາບ, ພຣະເຈົ້າຈຶ່ງຕ້ອງການທຳລາຍມັນດ້ວຍວິທີທີ່ໄວທີ່ສຸດເທົ່າທີ່ຈະໄວ້ໄດ້, ເພື່ອກຳຈັດຜູ້ຄົນທີ່ຢູ່ພາຍໃນເມືອງ ແລະ ຄວາມບາບທັງໝົດຂອງພວກເຂົາດ້ວຍວິທີທີ່ສົມບູນທີ່ສຸດ, ເພື່ອເຮັດໃຫ້ປະຊາຊົນໃນເມືອງນີ້ໝົດສິ້ນໄປ ແລະ ເພື່ອຢຸດບໍ່ໃຫ້ຄວາມບາບທີ່ຢູ່ພາຍໃນພື້ນທີ່ແຫ່ງນີ້ເພີ່ມທະວີຂຶ້ນ. ວິທີທີ່ໄວທີ່ສຸດ ແລະ ສົມບູນທີ່ສຸດໃນການເຮັດແບບນີ້ກໍຄືການເຜົາມັນດ້ວຍໄຟ. ທັດສະນະຄະຕິຂອງພຣະເຈົ້າຕໍ່ປະຊາຊົນໃນເມືອງໂຊໂດມ ບໍ່ແມ່ນທັດສະນະແຫ່ງການປະຖິ້ມ ຫຼື ການບໍ່ສົນໃຈ. ກົງກັນຂ້າມ, ພຣະອົງໃຊ້ຄວາມໂກດຮ້າຍ, ຄວາມຍິ່ງໃຫຍ່ ແລະ ສິດອຳນາດຂອງພຣະອົງເພື່ອລົງໂທດ, ໂຈມຕີ ແລະ ທຳລາຍຜູ້ຄົນເຫຼົ່ານີ້ທັງສິ້ນ. ທັດສະນະຄະຕິຂອງພຣະອົງຕໍ່ພວກເຂົາບໍ່ແມ່ນທັດສະນະແຫ່ງການທຳລາຍທາງກາຍະພາບເທົ່ານັ້ນ, ແຕ່ຍັງເປັນການທຳລາຍຈິດວິນຍານ, ເປັນການກຳຈັດຕະຫຼອດໄປຊົ່ວນິດນິລັນ. ນີ້ແມ່ນຄວາມໝາຍທີ່ແທ້ຈິງເມື່ອພຣະເຈົ້າກ່າວວ່າ “ບໍ່ມີອີກ”.
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ປະຖົມມະການ 18:26 ແລະ ພຣະເຢໂຮວາກ່າວວ່າ ຖ້າເຮົາພົບຄົນຊອບທຳຫ້າສິບຄົນພາຍໃນເມືອງໂຊໂດມ ເພື່ອເຫັນແກ່ພວກເຂົາ ເຮົາຈະບໍ່ທໍາລາຍເມືອງນັ້ນ. ປະຖົມມະການ...
ການເຂົ້າໃຈຕົວຢ່າງເຫຼົ່ານີ້ຂອງຖ້ອຍຄຳ, ຄວາມຄິດ ແລະ ການກະທຳຂອງພຣະເຈົ້າ, ເຈົ້າສາມາດເຂົ້າໃຈເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ,...
ເມື່ອປະຊາຊົນໃນເມືອງໂຊໂດມໄດ້ເຫັນຜູ້ຮັບໃຊ້ສອງຄົນນີ້, ພວກເຂົາກໍບໍ່ໄດ້ຖາມເຫດຜົນສຳລັບການມາ ຫຼື...
ຍ້ອນມະນຸດໂງ່ ແລະ ບໍ່ຮູ້, ການປະຕິບັດຂອງພຣະເຈົ້າຕໍ່ມະນຸດຊາດທັງໝົດຈຶ່ງອີງຕາມຄວາມເມດຕາ ແລະ ຄວາມອົດທົນເປັນຫຼັກ. ໃນທາງກົງກັນຂ້າມ ຄວາມໂກດຮ້າຍ ແລະ...