ຫຼັງຈາກເມືອງໂຊໂດມຂັດຂືນ ແລະ ຕໍ່ຕ້ານພຣະອົງຊໍ້າແລ້ວຊໍ້າອີກ, ພຣະເຈົ້າກໍກຳຈັດມັນຢ່າງສົມບູນ
ບັດນີ້ ພວກເຮົາໄດ້ມີຄວາມເຂົ້າໃຈທົ່ວໄປກ່ຽວກັບ ອຸປະນິໄສອັນຊອບທຳຂອງພຣະເຈົ້າ, ພວກເຮົາອາດຫັນຄວາມສົນໃຈຂອງພວກເຮົາໄປຍັງເມືອງໂຊໂດມອີກຄັ້ງ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ການເຂົ້າໃຈຕົວຢ່າງເຫຼົ່ານີ້ຂອງຖ້ອຍຄຳ, ຄວາມຄິດ ແລະ ການກະທຳຂອງພຣະເຈົ້າ, ເຈົ້າສາມາດເຂົ້າໃຈເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ອຸປະນິໄສທີ່ຈະບໍ່ອົດກັ້ນຕໍ່ການຖືກລ່ວງເກີນໂດຍມະນຸດບໍ? ເວົ້າສັ້ນໆກໍຄື ບໍ່ວ່າມະນຸດຈະສາມາດເຂົ້າໃຈມັນໄດ້ຫຼາຍສໍ່າໃດ, ນີ້ແມ່ນລັກສະນະຂອງອຸປະນິໄສຂອງພຣະເຈົ້າເອງ ແລະ ມັນເປັນເອກະລັກຂອງພຣະອົງ. ການທີ່ພຣະເຈົ້າບໍ່ອົດກັ້ນຕໍ່ການກະທໍາຜິດຄືທາດແທ້ທີ່ເປັນເອກະລັກຂອງພຣະອົງ; ຄວາມໂກດຮ້າຍຂອງພຣະເຈົ້າແມ່ນອຸປະນິໄສທີ່ເປັນເອກະລັກຂອງພຣະອົງ; ລິດອໍານາດຂອງພຣະເຈົ້າແມ່ນທາດແທ້ທີ່ເປັນເອກະລັກຂອງພຣະອົງ. ຫຼັກການທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະເຈົ້າສະແດງອອກເຖິງຕົວຕົນ ແລະ ສະຖານະຂອງພຣະອົງ ເຊິ່ງມີພຽງແຕ່ພຣະອົງເທົ່ານັ້ນທີ່ມີ. ເຫັນໄດ້ຢ່າງຊັດເຈນແລ້ວວ່າ ຫຼັກການນີ້ຍັງເປັນສັນຍາລັກແຫ່ງທາດແທ້ຂອງພຣະເຈົ້າເອງທີ່ເປັນເອກະລັກ. ອຸປະນິໄສຂອງພຣະເຈົ້າແມ່ນທາດແທ້ຂອງພຣະອົງເອງ ເຊິ່ງບໍ່ໄດ້ປ່ຽນແປງຕາມການເວລາ ແລະ ບໍ່ໄດ້ປັບປ່ຽນຈາກການປ່ຽນແປງຂອງສະຖານທີ່ທາງພູມສາດ. ອຸປະນິໄສຕາມທຳມະຊາດຂອງພຣະອົງແມ່ນທາດແທ້ທີ່ເປັນເນື້ອແທ້ຂອງພຣະອົງ. ບໍ່ວ່າພຣະອົງຈະປະຕິບັດພາລະກິດຂອງພຣະອົງໃນຜູ້ໃດ, ທາດແທ້ຂອງພຣະອົງກໍບໍ່ປ່ຽນແປງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງກໍເຊັ່ນກັນ. ເມື່ອຜູ້ຄົນເຮັດໃຫ້ພຣະເຈົ້າໃຈຮ້າຍ ເຊິ່ງເຮັດໃຫ້ພຣະເຈົ້າປ່ອຍອຸປະນິໄສໂດຍທຳມະຊາດຂອງພຣະອົງອອກມາ; ໃນກໍລະນີນີ້ ຫຼັກການທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະອົງແມ່ນບໍ່ໄດ້ປ່ຽນແປງ ຫຼື ຕົວຕົນ ແລະ ສະຖານະຂອງພຣະອົງກໍບໍ່ໄດ້ປ່ຽນແປງເຊັ່ນກັນ. ພຣະອົງບໍ່ໄດ້ໃຈຮ້າຍ ຍ້ອນການປ່ຽນແປງໃນທາດແທ້ຂອງພຣະອົງ ຫຼື ຍ້ອນອົງປະກອບແຕກຕ່າງກັນທີ່ເກີດຂຶ້ນຈາກອຸປະນິໄສຂອງພຣະອົງ, ແຕ່ຍ້ອນການຕໍ່ຕ້ານຂອງມະນຸດຕໍ່ພຣະອົງໄດ້ລ່ວງເກີນອຸປະນິໄສຂອງພຣະອົງ. ການທີ່ມະນຸດກະທໍາຜິດຕໍ່ພຣະເຈົ້າຢ່າງເປີດເຜີຍແມ່ນການກະທໍາຜິດຢ່າງຮຸນແຮງຕໍ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າ. ໃນມຸມມອງຂອງພຣະເຈົ້າ, ເມື່ອມະນຸດລ່ວງເກີນພຣະອົງ, ມະນຸດກຳລັງຕໍ່ສູ້ກັບພຣະອົງ ແລະ ທົດສອບຄວາມໃຈຮ້າຍຂອງພຣະອົງ. ເມື່ອມະນຸດຕໍ່ຕ້ານພຣະເຈົ້າ, ເມື່ອມະນຸດຕໍ່ສູ້ພຣະເຈົ້າ, ເມື່ອມະນຸດທົບສອບຄວາມໃຈຮ້າຍຂອງພຣະເຈົ້າຢ່າງຕໍ່ເນື່ອງ ແລະ ນັ້ນຄືເວລາແຫ່ງການແຜ່ຂະຫຍາຍຂອງຄວາມບາບ, ຄວາມໂກດຮ້າຍຂອງພຣະເຈົ້າກໍຈະເປີດເຜີຍໂດຍທຳມະຊາດ ແລະ ສະແດງຕົວຕົນຂອງມັນເອງ. ສະນັ້ນ ການສະແດງອອກເຖິງຄວາມໂກດຮ້າຍຂອງພຣະເຈົ້າ ຄືສັນຍາລັກບົ່ງບອກວ່າ ກອງກຳລັງທີ່ຊົ່ວຮ້າຍທັງໝົດຈະບໍ່ມີຢູ່ອີກຕໍ່ໄປ ແລະ ມັນເປັນສັນຍາລັກບອກວ່າ ກອງກຳລັງທີ່ຕໍ່ຕ້ານທັງໝົດຈະຖືກທຳລາຍ. ນີ້ແມ່ນຄວາມເປັນເອກະລັກຂອງອຸປະນິໄສທີ່ຊອບທຳ ແລະ ຄວາມໂກດຮ້າຍຂອງພຣະເຈົ້າ. ເມື່ອສັກສີ ແລະ ຄວາມບໍລິສຸດຂອງພຣະເຈົ້າຖືກທ້າທາຍ, ເມື່ອກຳລັງແຫ່ງຄວາມຍຸຕິທຳຖືກຂັດຂວາງ ແລະ ບໍ່ເບິ່ງເຫັນໂດຍມະນຸດ, ແລ້ວພຣະເຈົ້າກໍຈະປ່ອຍຄວາມໂກດຮ້າຍຂອງພຣະອົງ. ຍ້ອນທາດແທ້ຂອງພຣະເຈົ້າ, ບັນດາກອງກຳລັງເຫຼົ່ານີ້ທີ່ຢູ່ເທິງແຜ່ນດິນໂລກທີ່ຕໍ່ສູ້ພຣະເຈົ້າ, ຕໍ່ຕ້ານພຣະອົງ ແລະ ຂັດຂືນພຣະອົງ ຈຶ່ງຊົ່ວຮ້າຍ, ເສື່ອມຊາມ ແລະ ບໍ່ຍຸຕິທຳ; ພວກມັນມາຈາກຊາຕານ ແລະ ເປັນຂອງຊາຕານ. ຍ້ອນພຣະເຈົ້າຍຸຕິທຳ ແລະ ມີແສງສະຫວ່າງ ແລະ ບໍລິສຸດຢ່າງໄຮ້ມົນທິນ, ສະນັ້ນ ທຸກສິ່ງທີ່ຊົ່ວຮ້າຍ, ເສື່ອມຊາມ ແລະ ເປັນຂອງຊາຕານກໍຈະຫາຍໄປ ເມື່ອຄວາມໂກດຮ້າຍຂອງພຣະເຈົ້າຖືກປ່ອຍອອກ.

ເຖິງແມ່ນ ການຖອກເທຄວາມໂກດຮ້າຍຂອງພຣະເຈົ້າແມ່ນດ້ານໜຶ່ງຂອງການສະແດງອອກເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ຄວາມໃຈຮ້າຍຂອງພຣະເຈົ້າບໍ່ມີທາງທີ່ຈະບໍ່ຍຸຕິທໍາຕໍ່ເປົ້າໝາຍຂອງພຣະອົງ ແລະ ພຣະອົງແມ່ນບໍ່ໄດ້ຂາດຫຼັກການ. ໃນທາງກົງກັນຂ້າມ, ພຣະເຈົ້າບໍ່ໄດ້ໃຈຮ້າຍໄວປານນັ້ນເລີຍ ແລະ ພຣະອົງກໍບໍ່ໄດ້ເປີດເຜີຍຄວາມໂກດຮ້າຍ ແລະ ລິດອໍານາດຂອງພຣະອົງຢ່າງງ່າຍດາຍ. ຍິ່ງໄປກວ່ານັ້ນ ຄວາມໂກດຮ້າຍຂອງພຣະເຈົ້າແມ່ນຂ້ອນຂ້າງຖືກຄວບຄຸມ ແລະ ກຳນົດໄວ້ຢ່າງດີ; ມັນບໍ່ສາມາດປຽບທຽບກັບວິທີທີ່ມະນຸດໃຈຮ້າຍ ຫຼື ລະບາຍຄວາມໃຈຮ້າຍຂອງພວກເຂົາ. ການສົນທະນາຫຼາຍບົດລະຫວ່າງມະນຸດ ແລະ ພຣະເຈົ້າແມ່ນຖືກບັນທຶກໄວ້ໃນພຣະຄຳພີ. ຄຳເວົ້າຂອງບາງຄົນທີ່ກ່ຽວຂ້ອງກັບບົດສົນທະນາແມ່ນຕື້ນຫຼາຍ, ບໍ່ມີຄວາມຮູ້ ແລະ ຄືເດັກນ້ອຍ, ແຕ່ພຣະເຈົ້າກໍບໍ່ໄດ້ໂຈມຕີພວກເຂົາ ແລະ ພຣະອົງບໍ່ໄດ້ກ່າວໂທດພວກເຂົາ. ໂດຍສະເພາະແລ້ວ, ໃນລະຫວ່າງການທົດລອງຂອງໂຢບ, ພຣະເຈົ້າເຢໂຮວາປະຕິບັດຕໍ່ໝູ່ທັງສາມຄົນຂອງໂຢບ ແລະ ຄົນອື່ນໆແນວໃດ ຫຼັງຈາກທີ່ພຣະອົງໄດ້ຍິນຄຳເວົ້າທີ່ພວກເຂົາເວົ້າຕໍ່ໂຢບ? ພຣະອົງກ່າວໂທດພວກເຂົາບໍ? ພຣະອົງໃຈຮ້າຍໃສ່ພວກເຂົາບໍ? ພຣະອົງບໍ່ໄດ້ເຮັດໃນສິ່ງນັ້ນເລີຍ! ກົງກັນຂ້າມ ພຣະອົງບອກໃຫ້ໂຢບອ້ອນວອນເພື່ອພວກເຂົາ ແລະ ອະທິຖານສຳລັບພວກເຂົາ ແລະ ພຣະເຈົ້າເອງກໍບໍ່ໄດ້ໃສ່ໃຈກັບຂໍ້ຜິດພາດຂອງພວກເຂົາ. ກໍລະນີເຫຼົ່ານີ້ລ້ວນແລ້ວແຕ່ສະແດງໃຫ້ເຫັນເຖິງທັດສະນະຄະຕິຫຼັກໆທີ່ພຣະເຈົ້າປະຕິບັດຕໍ່ມະນຸດຊາດ ເຖິງແມ່ນພວກເຂົາຈະເສື່ອມຊາມ ແລະ ຂາດຄວາມຮູ້ພຽງໃດກໍຕາມ. ສະນັ້ນ ການປ່ອຍຄວາມໂກດຮ້າຍຂອງພຣະເຈົ້າບໍ່ແມ່ນການສະແດງອອກເຖິງອາລົມຂອງພຣະອົງ ຫຼື ເປັນວິທີທີ່ພຣະອົງລະບາຍຄວາມຮູ້ສຶກຂອງພຣະອົງອອກມາ. ກົງກັນຂ້າມກັບຄວາມເຂົ້າໃຈຜິດຂອງມະນຸດ, ຄວາມໂກດຮ້າຍຂອງພຣະເຈົ້າບໍ່ແມ່ນການປ່ອຍຄວາມໃຈຮ້າຍຢ່າງຂາດສະຕິ. ພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ ບໍ່ແມ່ນຍ້ອນພຣະອົງບໍ່ສາມາດຄວບຄຸມອາລົມຂອງພຣະອົງເອງໄດ້ ຫຼື ຍ້ອນຄວາມໃຈຮ້າຍຂອງພຣະອົງໄດ້ເຖິງຈຸດຮ້ອນຮົນ ແລະ ຕ້ອງຖືກລະບາຍອອກ. ໃນທາງກົງກັນຂ້າມ, ຄວາມໂກດຮ້າຍຂອງພຣະອົງແມ່ນການສະແດງ ແລະ ການສະແດງອອກທີ່ແທ້ຈິງກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ມັນຄືການເປີດເຜີຍສັນຍາລັກແຫ່ງທາດແທ້ທີ່ບໍລິສຸດຂອງພຣະອົງ. ພຣະເຈົ້າແມ່ນຄວາມໂກດຮ້າຍ ແລະ ພຣະອົງບໍ່ອົດກັ້ນຕໍ່ການຖືກລ່ວງເກີນ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ຄວາມໃຈຮ້າຍຂອງພຣະເຈົ້າບໍ່ຈຳແນກສາຍເຫດ ຫຼື ບໍ່ມີຫຼັກການ; ມັນແມ່ນມະນຸດຊາດເສື່ອມຊາມທີ່ມີສິດພິເສດໃນການໃຈຮ້າຍຢ່າງບໍ່ມີຫຼັກການ, ໃຈຮ້າຍແບບບໍ່ມີເຫດຜົນ ແລະ ຄວາມໃຈຮ້າຍແບບບໍ່ຈຳແນກສາຍເຫດ. ຫຼັງຈາກທີ່ມະນຸດມີສະຖານະ, ເຂົາມັກຈະພົບວ່າມັນຍາກທີ່ຈະຄວບຄຸມອາລົມຂອງເຂົາ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງມັກສວຍເອົາໂອກາດຕ່າງໆເພື່ອສະແດງຄວາມບໍ່ພໍໃຈຂອງເຂົາ ແລະ ລະບາຍຄວາມຮູ້ສຶກຂອງເຂົາ; ເຂົາຈະໃຈຮ້າຍຂຶ້ນແບບບໍ່ມີເຫດຜົນ ເພື່ອເປີດເຜີຍຄວາມສາມາດຂອງເຂົາ ແລະ ໃຫ້ຄົນອື່ນຮູ້ວ່າສະຖານະ ແລະ ຕົວຕົນຂອງເຂົາແຕກຕ່າງຈາກຂອງຄົນປົກກະຕິ. ແນ່ນອນ, ຜູ້ຄົນເສື່ອມຊາມທີ່ປາສະຈາກສະຖານະຍັງມັກຈະເສຍສະຕິຢູ່ເລື້ອຍໆ. ຄວາມໃຈຮ້າຍຂອງພວກເຂົາແມ່ນເກີດຂຶ້ນຍ້ອນຄວາມເສຍຫາຍຕໍ່ຜົນປະໂຫຍດສ່ວນຕົວຂອງພວກເຂົາຢູ່ສະເໝີ. ເພື່ອທີ່ຈະປົກປ້ອງສະຖານະ ແລະ ສັກສີຂອງພວກເຂົາເອງ, ມະນຸດຊາດທີ່ເສື່ອມຊາມຈະລະບາຍຄວາມຮູ້ສຶກຂອງພວກເຂົາອອກມາສະເໝີ ແລະ ເປີດເຜີຍທຳມະຊາດແຫ່ງການອວດດີຂອງພວກເຂົາ. ມະນຸດຈະໃຈຮ້າຍຂຶ້ນ ແລະ ລະບາຍຄວາມຮູ້ສຶກຂອງເຂົາເພື່ອປ້ອງກັນ ແລະ ສົ່ງເສີມການມີຢູ່ຂອງຄວາມບາບ ແລະ ການກະທຳເຫຼົ່ານີ້ກໍເປັນວິທີໜຶ່ງທີ່ມະນຸດສະແດງຄວາມບໍ່ພໍໃຈຂອງເຂົາ; ພວກເຂົາເຕັມໄປດ້ວຍຄວາມບໍ່ບໍລິສຸດ, ດ້ວຍກົນອຸບາຍ ແລະ ການລໍ້ລວງ, ດ້ວຍຄວາມເສື່ອມຊາມ ແລະ ຄວາມຊົ່ວຮ້າຍຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາເຕັມໄປດ້ວຍຄວາມທະເຍີທະຍານ ແລະ ຄວາມປາຖະໜາຢ່າງປ່າເຖື່ອນຂອງມະນຸດ. ເມື່ອຄວາມຍຸຕິທຳປະທະກັບຄວາມຊົ່ວຮ້າຍ, ຄວາມໃຈຮ້າຍຂອງມະນຸດຈະບໍ່ລຸກໄໝ້ຂຶ້ນເພື່ອປ້ອງກັນການມີຢູ່ຂອງຄວາມຍຸຕິທຳ ຫຼື ເພື່ອສົ່ງເສີມມັນ; ໃນທາງກົງກັນຂ້າມ, ເມື່ອກຳລັງແຫ່ງຄວາມຍຸຕິທຳຖືກຂົ່ມຂູ່, ຂົ່ມເຫັງ ແລະ ໂຈມຕີ, ທ່າທີຂອງມະນຸດຕໍ່ສິ່ງນີ້ຄືການເບິ່ງຂ້າມ, ການຫຼົບຫຼີກ ຫຼື ການຖອຍໜີ. ເຖິງຢ່າງໃດກໍຕາມ ເມື່ອຜະເຊີນກັບກຳລັງແຫ່ງຄວາມຊົ່ວຮ້າຍ, ທ່າທີຂອງມະນຸດຄືການຕອບສະໜອງ, ການກົ້ມຫົວລົງສະແດງຄວາມຄາລາວະ. ສະນັ້ນ ການລະບາຍຂອງມະນຸດຈຶ່ງເປັນການຫຼົບໜີຈາກກຳລັງທີ່ຊົ່ວຮ້າຍ, ເປັນການສະແດງອອກເຖິງຄວາມປະພຶດຢ່າງຮຸນແຮງທີ່ບໍ່ອາດຈະຄວບຄຸມໄດ້ ແລະ ຄວາມຊົ່ວຮ້າຍທີ່ມະນຸດບໍ່ສາມາດຢັບຢັ້ງໄດ້. ເຖິງຢ່າງໃດກໍຕາມ ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ, ກຳລັງທີ່ຊົ່ວຮ້າຍທັງໝົດກໍຈະຢຸດ, ຄວາມບາບທັງໝົດທີ່ທຳຮ້າຍມະນຸດກໍຈະຖືກຢັບຢັ້ງ, ກຳລັງທີ່ໂຫດຮ້າຍທັງໝົດທີ່ຂັດຂວາງພາລະກິດຂອງພຣະເຈົ້າກໍຈະຖືກເປີດເຜີຍ, ແບ່ງອອກ ແລະ ສາບແຊ່ງ, ພ້ອມດຽວກັນນັ້ນ ຜູ້ສົມຮູ້ຮ່ວມຄິດທັງໝົດຂອງຊາຕານທີ່ຕໍ່ຕ້ານພຣະເຈົ້າກໍຈະຖືກລົງໂທດ ແລະ ກວດລ້າງໃຫ້ໝົດສິ້ນ. ໃນພື້ນທີ່ຂອງພວກເຂົາ, ພາລະກິດຂອງພຣະເຈົ້າຈະດຳເນີນຕໍ່ໄປໂດຍປາສະຈາກສິ່ງຂັດຂວາງ, ແຜນການຄຸ້ມຄອງຂອງພຣະເຈົ້າກໍຈະສືບຕໍ່ພັດທະນາເທື່ອລະກ້າວຕາມຕາຕະລາງ ແລະ ຄົນທີ່ພຣະເຈົ້າເລືອກໄວ້ກໍຈະປາສະຈາກການລົບກວນ ແລະ ການຫຼອກລວງຂອງຊາຕານ ແລະ ຄົນທີ່ຕິດຕາມພຣະເຈົ້າກໍຈະໄດ້ຮັບການນໍາພາ ແລະ ການເບິ່ງແຍງຂອງພຣະເຈົ້າໃນທ່າມກາງສະພາບແວດລ້ອມທີ່ເຕັມໄປດ້ວຍຄວາມສັນຕິສຸກ ແລະ ສະຫງົບສຸກ. ຄວາມໂກດຮ້າຍຂອງພຣະເຈົ້າເປັນສິ່ງຄຸ້ມກັນ ທີ່ປ້ອງກັນກຳລັງຊົ່ວຮ້າຍທັງໝົດບໍ່ໃຫ້ແຜ່ຂະຫຍາຍ ແລະ ຮ້າຍແຮງຈົນບໍ່ສາມາດຄວບຄຸມໄດ້ ແລະ ມັນຍັງເປັນສິ່ງຄຸ້ມກັນທີ່ປົກປ້ອງການມີຢູ່ ແລະ ການແຜ່ກະຈາຍຂອງທຸກສິ່ງທີ່ຍຸຕິທຳ ແລະ ດີ ແລະ ປົກປ້ອງພວກເຂົາຈາກການຂົ່ມເຫັງ ແລະ ການໂຄ່ນລົ້ມຊົ່ວນິດນິລັນ.
ພວກເຈົ້າສາມາດເຫັນທາດແທ້ແຫ່ງຄວາມໂກດຮ້າຍຂອງພຣະເຈົ້າທີ່ຢູ່ໃນການທຳລາຍເມືອງໂຊໂດມຂອງພຣະອົງບໍ? ມີຫຍັງອີກທີ່ປະກອບເຂົ້າໃນຄວາມໂກດຮ້າຍຂອງພຣະອົງບໍ? ຄວາມໂກດຮ້າຍຂອງພຣະເຈົ້າບໍລິສຸດບໍ? ຂໍໃຊ້ຄຳເວົ້າຂອງມະນຸດ, ຄວາມໂກດຮ້າຍຂອງພຣະເຈົ້າສົກກະປົກບໍ? ມີການຫຼອກລວງຫຍັງຢູ່ເບື້ອງຫຼັງຄວາມໂກດຮ້າຍຂອງພຣະອົງບໍ? ມີແຜນລັບຫຍັງບໍ? ມີຄວາມລັບທີ່ບໍ່ສາມາດກ່າວເຖິງໄດ້ບໍ? ເຮົາສາມາດບອກພວກເຈົ້າຢ່າງແນ່ນອນ ແລະ ຢ່າງຈິງຈັງວ່າ: ບໍ່ມີສ່ວນໃດໃນຄວາມໂກດຮ້າຍຂອງພຣະເຈົ້າທີ່ເຮັດໃຫ້ຄົນໃດໜຶ່ງມີຄວາມສົງໄສ. ຄວາມໃຈຮ້າຍຂອງພຣະອົງບໍລິສຸດ, ເປັນຄວາມໃຈຮ້າຍທີ່ບໍ່ມີມົນທິນ ເຊິ່ງບໍ່ໄດ້ເຊື່ອງຊ້ອນເຈດຕະນາ ຫຼື ເປົ້າໝາຍອື່ນ. ເຫດຜົນທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະອົງແມ່ນບໍລິສຸດ, ບໍ່ມີຄວາມຜິດ ແລະ ຢູ່ເໜືອການວິຈານ. ມັນເປັນການເປີດເຜີຍຢ່າງທຳມະຊາດ ແລະ ການສະແດງອອກເຖິງທາດແທ້ທີ່ບໍລິສຸດຂອງພຣະອົງ; ມັນແມ່ນສິ່ງທີ່ບໍ່ມີສິ່ງໃດໃນການສ້າງທັງໝົດມີ. ນີ້ແມ່ນສ່ວນໜຶ່ງຂອງອຸປະນິໄສອັນຊອບທຳທີ່ເປັນເອກະລັກຂອງພຣະເຈົ້າ ແລະ ມັນຍັງເປັນຄວາມແຕກຕ່າງທີ່ເດັ່ນຊັດລະຫວ່າງທາດແທ້ຂອງພຣະຜູ້ສ້າງ ແລະ ການເນລະມິດສ້າງຂອງພຣະອົງ.
ບໍ່ວ່າຜູ້ຄົນຈະໃຈຮ້າຍໃນສາຍຕາຂອງຄົນອື່ນ ຫຼື ຢູ່ລັບຫຼັງພວກເຂົາກໍຕາມ, ທຸກຄົນມີເຈດຕະນາ ແລະ ເປົ້າໝາຍທີ່ແຕກຕ່າງກັນໃນຄວາມໃຈຮ້າຍຂອງພວກເຂົາ. ບາງເທື່ອ ພວກເຂົາກຳລັງສ້າງກຽດຊື່ສຽງຂອງພວກເຂົາ ຫຼື ບາງເທື່ອ ພວກເຂົາກຳລັງປົກປ້ອງຜົນປະໂຫຍດຂອງພວກເຂົາເອງ, ຮັກສາພາບລັກຂອງພວກເຂົາ ຫຼື ຮັກສາໜ້າ. ບາງຄົນຄວບຄຸມຄວາມໃຈຮ້າຍຂອງພວກເຂົາ, ໃນຂະນະທີ່ຄົນອື່ນໃຈຮ້ອນກວ່າ ແລະ ຍອມໃຫ້ຄວາມໃຈຮ້າຍຂອງພວກເຂົາລຸກໄໝ້ຂຶ້ນ ຍາມໃດກໍຕາມທີ່ພວກເຂົາຕ້ອງການ ໂດຍບໍ່ມີການຄວບຄຸມແມ່ນແຕ່ໜ້ອຍດຽວ. ເວົ້າສັ້ນໆກໍຄື ຄວາມໃຈຮ້າຍຂອງມະນຸດສືບມາຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາ. ບໍ່ວ່າຈຸດປະສົງຂອງມັນຈະແມ່ນຫຍັງກໍຕາມ, ມັນກໍມາຈາກເນື້ອໜັງ ແລະ ມາຈາກທຳມະຊາດ; ມັນບໍ່ກ່ຽວຫຍັງກັບຄວາມຍຸຕິທຳ ຫຼື ຄວາມບໍ່ຍຸຕິທຳ ຍ້ອນບໍ່ມີຫຍັງໃນທຳມະຊາດ ແລະ ທາດແທ້ຂອງມະນຸດທີ່ສອດຄ່ອງກັບຄວາມຈິງ. ສະນັ້ນ ອາລົມຮ້າຍມະນຸດຊາດທີ່ເສື່ອມຊາມ ແລະ ຄວາມໂກດຮ້າຍຂອງພຣະເຈົ້າຈຶ່ງບໍ່ຄວນຖືກກ່າວເຖິງໃນລັກສະນະດຽວກັນ. ໂດຍບໍ່ມີການລະເວັ້ນ, ພຶດຕິກຳຂອງມະນຸດທີ່ຊາຕານໄດ້ເຮັດໃຫ້ເສື່ອມຊາມເລີ່ມຕົ້ນດ້ວຍຄວາມປາຖະໜາທີ່ຈະປົກປ້ອງຄວາມເສື່ອມຊາມ ແລະ ແນ່ນອນ ມັນແມ່ນອີງໃສ່ຄວາມເສື່ອມຊາມ; ນີ້ຄືເຫດຜົນທີ່ວ່າເປັນຫຍັງຄວາມໃຈຮ້າຍຂອງມະນຸດຈຶ່ງບໍ່ສາມາດຖືກກ່າວເຖິງໃນລັກສະນະດຽວກັນກັບຄວາມໂກດຮ້າຍຂອງພຣະເຈົ້າໄດ້, ບໍ່ວ່າຄວາມໃຈຮ້າຍຂອງມະນຸດອາດເບິ່ງຄືເໝາະສົມສໍ່າໃດກໍຕາມໃນທາງທິດສະດີ. ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ, ກຳລັງທີ່ຊົ່ວຮ້າຍກໍຖືກກວດສອບ ແລະ ສິ່ງຕ່າງໆທີ່ຊົ່ວຮ້າຍກໍຖືກທຳລາຍ, ໃນຂະນະທີ່ສິ່ງທີ່ຍຸຕິທຳ ແລະ ສິ່ງດີໆແມ່ນຈະໄດ້ຮັບການດູແລ ແລະ ການປົກປ້ອງຂອງພຣະເຈົ້າ ແລະ ຖືກອະນຸຍາດໃຫ້ຢູ່ສືບຕໍ່ໄປ. ພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ ຍ້ອນສິ່ງທີ່ບໍ່ຍຸຕິທຳ, ບໍ່ດີ ແລະ ຊົ່ວຮ້າຍທີ່ໄດ້ຂັດຂວາງ, ລົບກວນ ຫຼື ທຳລາຍກິດຈະກຳ ແລະ ການພັດທະນາປົກກະຕິຂອງສິ່ງທີ່ຍຸຕິທຳ ແລະ ດີ. ເປົ້າໝາຍຂອງຄວາມໃຈຮ້າຍຂອງພຣະເຈົ້າບໍ່ແມ່ນເພື່ອປົກປ້ອງສະຖານະ ແລະ ຕົວຕົນຂອງພຣະອົງເອງ, ແຕ່ເພື່ອປົກປ້ອງການເປັນຢູ່ຂອງສິ່ງທີ່ຍຸຕິທຳ, ເປັນບວກ, ສວຍງາມ ແລະ ດີ, ເພື່ອປົກປ້ອງກົດເກນ ແລະ ລະບຽບຂອງການຢູ່ລອດປົກກະຕິຂອງມະນຸດຊາດ. ນີ້ແມ່ນສາຍເຫດຕົ້ນຕໍຂອງຄວາມໂກດຮ້າຍຂອງພຣະເຈົ້າ. ຄວາມໂກດຮ້າຍຂອງພຣະເຈົ້າຄືການເປີດເຜີຍອຸປະໄສຂອງພຣະອົງຢ່າງເໝາະສົມ, ເປັນທຳມະຊາດ ແລະ ແທ້ຈິງຫຼາຍ. ບໍ່ມີແຮງຈູງໃຈທີ່ແຝງຢູ່ໃນຄວາມໂກດຮ້າຍຂອງພຣະອົງ ແລະ ບໍ່ມີການຫຼອກລວງ ຫຼື ການວາງແຜນຮ້າຍ, ແລ້ວແຮງໄກທີ່ຈະມີຄວາມປາຖະໜາ, ຄວາມມີເລ່ຫຼ່ຽມ, ຄວາມຄິດຮ້າຍ, ຄວາມຮຸນແຮງ, ຄວາມຊົ່ວຮ້າຍ ຫຼື ຮູບແບບອື່ນໆຂອງມະນຸດຊາດທີ່ເສື່ອມຊາມ. ກ່ອນພຣະເຈົ້າຈະປ່ອຍຄວາມໂກດຮ້າຍຂອງພຣະອົງ, ພຣະອົງໄດ້ຮັບຮູ້ເຖິງທາດແທ້ຂອງທຸກເລື່ອງຢ່າງຊັດເຈນ ແລະ ຄົບຖ້ວນແລ້ວ ແລະ ພຣະອົງໄດ້ກຳນົດນິຍາມ ແລະ ຂໍ້ສະຫຼຸບທີ່ຖືກຕ້ອງ ແລະ ຊັດເຈນແລ້ວ. ສະນັ້ນ, ຈຸດປະສົງຂອງພຣະເຈົ້າໃນທຸກສິ່ງທີ່ພຣະອົງເຮັດຈຶ່ງຊັດເຈນຫຼາຍ, ເຊັ່ນດຽວກັນກັບທັດສະນະຄະຕິຂອງພຣະອົງ. ພຣະອົງບໍ່ໄດ້ໂງ່, ຕາບອດ, ໃຈຮ້ອນ ຫຼື ປະໝາດ ແລະ ພຣະອົງບໍ່ແມ່ນວ່າ ບໍ່ມີຫຼັກການຢ່າງແນ່ນອນ. ນີ້ແມ່ນລັກສະນະຕົວຈິງກ່ຽວກັບຄວາມໂກດຮ້າຍຂອງພຣະເຈົ້າ ແລະ ມັນເປັນຍ້ອນລັກສະນະຕົວຈິງທີ່ກ່ຽວກັບຄວາມໂກດຮ້າຍຂອງພຣະເຈົ້ານີ້, ມະນຸດຈຶ່ງບັນລຸການເປັນຢູ່ທີ່ປົກກະຕິ. ຫາກປາສະຈາກຄວາມໂກດຮ້າຍຂອງພຮະເຈົ້າ, ມະນຸດຊາດກໍຈະລົງສູ່ສະພາບການດຳລົງຊີວິດຢູ່ແບບບໍ່ປົກກະຕິ ແລະ ທຸກສິ່ງທີ່ຍຸຕິທຳ, ສວຍງາມ ແລະ ດີກໍຈະຖືກທຳລາຍ ແລະ ບໍ່ມີອີກຕໍ່ໄປ. ຫາກປາສະຈາກຄວາມໂກດຮ້າຍຂອງພຣະເຈົ້າ, ກົດເກນ ແລະ ລະບຽບຂອງການເປັນຢູ່ສຳລັບສິ່ງຖືກສ້າງກໍຈະຖືກທຳລາຍ ຫຼື ແມ່ນແຕ່ຖືກລົບລ້າງໂດຍສິ້ນເຊີງ. ຕັ້ງແຕ່ການເນລະມິດສ້າງມະນຸດ, ພຣະເຈົ້າໄດ້ໃຊ້ອຸປະນິໄສທີ່ຊອບທຳຂອງພຣະອົງຢ່າງຕໍ່ເນື່ອງເພື່ອປົກປ້ອງ ແລະ ສະໜັບສະໜູນການເປັນຢູ່ປົກກະຕິຂອງມະນຸດຊາດ. ຍ້ອນອຸປະນິໄສທີ່ຊອບທຳຂອງພຣະອົງມີຄວາມໂກດຮ້າຍ ແລະ ລິດອໍານາດ, ບັນດາຄົນ, ສິ່ງຕ່າງໆ ແລະ ວັດຖຸສິ່ງຂອງ ແລະ ທຸກສິ່ງທີ່ລົບກວນ ແລະ ທຳລາຍການເປັນຢູ່ທີ່ປົກກະຕິຂອງມະນຸດຊາດ ແມ່ນຈະຖືກລົງໂທດ, ຄວບຄຸມ ແລະ ທຳລາຍຕາມຜົນຂອງຄວາມໂກດຮ້າຍຂອງພຣະອົງ. ຕະຫຼອດເວລາສອງສາມພັນປີຜ່ານມາ, ພຣະເຈົ້າໄດ້ໃຊ້ອຸປະນິໄສທີ່ຊອບທຳຂອງພຣະອົງຢ່າງຕໍ່ເນື່ອງເພື່ອໂຈມຕີ ແລະ ທຳລາຍວິນຍານທີ່ບໍ່ສະອາດ ແລະ ຊົ່ວຮ້າຍທຸກຮູບແບບ ທີ່ຕໍ່ຕ້ານພຣະເຈົ້າ ແລະ ເຮັດໜ້າທີ່ເປັນຜູ້ສົມຮູ້ຮ່ວມຄິດ ແລະ ລູກສະໝຸນຂອງຊາຕານ ໃນພາລະກິດແຫ່ງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ. ສະນັ້ນ ພາລະກິດຂອງພຣະເຈົ້າກ່ຽວກັບຄວາມລອດພົ້ນຂອງມະນຸດຈຶ່ງໄດ້ຄືບໜ້າໄປຕາມແຜນການຂອງພຣະອົງຢູ່ສະເໝີ. ນີ້ໝາຍຄວາມວ່າ ຍ້ອນມີຄວາມໂກດຮ້າຍຂອງພຣະເຈົ້າ, ເຫດຜົນອັນຊອບທຳທີ່ສຸດຂອງມະນຸດຈຶ່ງບໍ່ຖືກທຳລາຍຈັກເທື່ອ.
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ບັດນີ້ ພວກເຮົາໄດ້ມີຄວາມເຂົ້າໃຈທົ່ວໄປກ່ຽວກັບ ອຸປະນິໄສອັນຊອບທຳຂອງພຣະເຈົ້າ, ພວກເຮົາອາດຫັນຄວາມສົນໃຈຂອງພວກເຮົາໄປຍັງເມືອງໂຊໂດມອີກຄັ້ງ...
ເມື່ອປະຊາຊົນໃນເມືອງໂຊໂດມໄດ້ເຫັນຜູ້ຮັບໃຊ້ສອງຄົນນີ້, ພວກເຂົາກໍບໍ່ໄດ້ຖາມເຫດຜົນສຳລັບການມາ ຫຼື...
ຍ້ອນມະນຸດໂງ່ ແລະ ບໍ່ຮູ້, ການປະຕິບັດຂອງພຣະເຈົ້າຕໍ່ມະນຸດຊາດທັງໝົດຈຶ່ງອີງຕາມຄວາມເມດຕາ ແລະ ຄວາມອົດທົນເປັນຫຼັກ. ໃນທາງກົງກັນຂ້າມ ຄວາມໂກດຮ້າຍ ແລະ...
ປະຖົມມະການ 18:26 ແລະ ພຣະເຢໂຮວາກ່າວວ່າ ຖ້າເຮົາພົບຄົນຊອບທຳຫ້າສິບຄົນພາຍໃນເມືອງໂຊໂດມ ເພື່ອເຫັນແກ່ພວກເຂົາ ເຮົາຈະບໍ່ທໍາລາຍເມືອງນັ້ນ. ປະຖົມມະການ...