ຄວາມເສື່ອມຊາມຂອງເມືອງໂຊໂດມ: ເຮັດໃຫ້ມະນຸດໃຈຮ້າຍ, ເຮັດໃຫ້ພຣະເຈົ້າໂກດຮ້າຍ
ກ່ອນອື່ນ, ໃຫ້ພວກເຮົາເບິ່ງພຣະທໍາສອງສາມຂໍ້ທີ່ບັນລະຍາຍເຖິງການທຳລາຍເມືອງໂຊໂດມຂອງພຣະເຈົ້າ. ປະຖົມມະການ 19:1-11 ແລະ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ເມື່ອປະຊາຊົນໃນເມືອງໂຊໂດມໄດ້ເຫັນຜູ້ຮັບໃຊ້ສອງຄົນນີ້, ພວກເຂົາກໍບໍ່ໄດ້ຖາມເຫດຜົນສຳລັບການມາ ຫຼື ບໍ່ມີຜູ້ໃດຖາມວ່າພວກເຂົາໄດ້ມາເພື່ອເຜີຍແຜ່ຄວາມປະສົງຂອງພຣະເຈົ້າ ຫຼື ບໍ່. ໃນທາງກົງກັນຂ້າມ ພວກເຂົາກໍ່ການຈະລາຈົນ ແລະ ຫຸ້ມໃສ່ດັ່ງກັບໝາຮ້າຍ ຫຼື ໝາປ່າທີ່ຊົ່ວຊ້າເພື່ອຈັບກຸມເອົາຜູ້ຮັບໃຊ້ສອງຄົນນີ້ ໂດຍບໍ່ລໍຖ້າຄຳອະທິບາຍຫຍັງເລີຍ. ພຣະເຈົ້າເຝົ້າເບິ່ງສິ່ງເຫຼົ່ານີ້ໃນຂະນະທີ່ມັນເກີດຂຶ້ນຢູ່ບໍ? ພຣະເຈົ້າຄິດຫຍັງໃນຫົວໃຈຂອງພຣະອົງ ກ່ຽວກັບພຶດຕິກຳແບບນີ້ຂອງມະນຸດ ແລະ ກ່ຽວກັບເຫດການແບບນີ້? ພຣະເຈົ້າຕັດສິນໃຈທຳລາຍເມືອງນີ້; ພຣະອົງຈະບໍ່ຊັກຊ້າ ຫຼື ລໍຖ້າ ຫຼື ພຣະອົງຈະບໍ່ສະແດງຄວາມອົດທົນອີກຕໍ່ໄປ. ມື້ຂອງພຣະອົງໄດ້ມາເຖິງແລ້ວ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເລີ່ມພາລະກິດທີ່ພຣະອົງປາຖະໜາຈະເຮັດ. ສະນັ້ນ ປະຖົມມະການ 19:24-25 ຈຶ່ງກ່າວໄວ້ວ່າ “ແລ້ວພຣະເຢໂຮວາກໍທໍາລາຍເມືອງໂຊໂດມ ແລະ ເມືອງໂກໂມລາດ້ວຍມາດ ແລະ ໄຟຈາກພຣະເຢໂຮວາຄືດັ່ງຫ່າຝົນຈາກສະຫວັນ. ພຣະອົງທຳລາຍເມືອງເຫຼົ່ານັ້ນ ແລະ ບັນດາທົ່ງນາ ແລະ ບັນດາຜູ້ທີ່ອາໄສຢູ່ໃນເມືອງເຫຼົ່ານັ້ນທັງໝົດ ແລະ ທຸກສິ່ງທີ່ເຕີບໃຫຍ່ເທິງແຜ່ນດິນນັ້ນ”. ພຣະທຳສອງຂໍ້ນີ້ບົ່ງບອກເຖິງວິທີການທີ່ພຣະເຈົ້າທຳລາຍເມືອງນີ້ ພ້ອມກັບສິ່ງຕ່າງໆ ທີ່ພຣະເຈົ້າໄດ້ທຳລາຍ. ກ່ອນອື່ນ ພຣະຄຳພີບັນລະຍາຍວ່າ ພຣະເຈົ້າໄດ້ເຜົາໄໝ້ເມືອງດັ່ງກ່າວດ້ວຍໄຟ ແລະ ຂະໜາດຂອງໄຟນີ້ແມ່ນພຽງພໍທີ່ຈະທຳລາຍປະຊາຊົນທຸກຄົນ ແລະ ທຸກສິ່ງທີ່ເກີດຂຶ້ນໃນພື້ນດິນນັ້ນ. ນັ້ນໝາຍຄວາມວ່າ ໄຟທີ່ຕົກລົງຈາກສະຫວັນ ບໍ່ພຽງແຕ່ທຳລາຍເມືອງ, ມັນຍັງທຳລາຍທຸກຄົນ ແລະ ທຸກສິ່ງທີ່ມີຊີວິດຢູ່ໃນນັ້ນ ຈົນວ່າບໍ່ມີຮ່ອງຮອຍຫຍັງຫຼົງເຫຼືອເລີຍ. ຫຼັງຈາກທີ່ເມືອງຖືກທຳລາຍ, ແຜ່ນດິນກໍປາສະຈາກສິ່ງມີຊີວິດ; ບໍ່ມີຊີວິດອີກຕໍ່ໄປ ຫຼື ບໍ່ມີຮ່ອງຮອຍຂອງຊີວິດເລີຍ. ເມືອງໄດ້ກາຍເປັນດິນແດນວ່າງເປົ່າ, ເຊິ່ງເປັນບ່ອນວ່າງເປົ່າທີ່ເຕັມໄປດ້ວຍຄວາມງຽບສະງັດ. ມັນຈະບໍ່ມີການກະທຳຊົ່ວຮ້າຍຕໍ່ພຣະເຈົ້າໃນສະຖານທີ່ນີ້ອີກຕໍ່ໄປ ຫຼື ບໍ່ມີການສັງຫານ ຫຼື ລັ່ງເລືອດອີກຕໍ່ໄປ.

ເປັນຫຍັງພຣະເຈົ້າຈຶ່ງຕ້ອງການເຜົາເມືອງນີ້ຢ່າງສົມບູນ? ຜູ້ຄົນສາມາດເຫັນຫຍັງໃນນີ້? ພຣະເຈົ້າສາມາດທົນເຝົ້າເບິ່ງມະນຸດຊາດ ແລະ ທຳມະຊາດ, ການເນລະມິດສ້າງຂອງພຣະອົງເອງຖືກທຳລາຍແບບນີ້ໄດ້ແທ້ບໍ? ຖ້າເຈົ້າສາມາດແຍກແຍະຄວາມໂກດຮ້າຍຂອງພຣະເຢໂຮວາອອກຈາກໄຟທີ່ຖືກໂຍນລົງມາຈາກສະຫວັນ ແລະ ຖ້າຕັດສິນຈາກເປົ້າໝາຍຂອງການທຳລາຍຂອງພຣະອົງ ແລະ ລະດັບທີ່ເມືອງນີ້ຖືກທຳລາຍ ແລ້ວມັນກໍບໍ່ຍາກທີ່ຈະເຂົ້າໃຈວ່າ ຄວາມໂກດຮ້າຍຂອງພຣະອົງມີຫຼາຍສໍ່າໃດ. ເມື່ອພຣະເຈົ້າລັງກຽດເມືອງໃດໜຶ່ງ, ພຣະອົງກໍຈະລົງໂທດເມືອງນັ້ນ. ເມື່ອພຣະເຈົ້າເບື່ອໜ່າຍເມືອງໃດໜຶ່ງ ພຣະອົງກໍຈະແຈ້ງເຕືອນຊໍ້າແລ້ວຊໍ້າອີກເພື່ອແຈ້ງໃຫ້ຜູ້ຄົນຮູ້ເຖິງຄວາມໂກດຮ້າຍຂອງພຣະອົງ. ເຖິງຢ່າງໃດກໍຕາມ ເມື່ອພຣະເຈົ້າຕັດສິນໃຈຈະນໍາຈຸດຈົບມາໃຫ້ ແລະ ທຳລາຍເມືອງໃດໜຶ່ງ, ນັ້ນກໍຄື ເມື່ອຄວາມໂກດຮ້າຍ ແລະ ຄວາມສະຫງ່າຜາເຜີຍຂອງພຣະອົງຖືກທ້າທາຍ, ພຣະອົງກໍຈະບໍ່ລົງໂທດ ຫຼື ແຈ້ງເຕືອນເພີ່ມເຕີມອີກ. ກົງກັນຂ້າມ ພຣະອົງຈະທຳລາຍມັນໂດຍກົງ. ພຣະອົງຈະເຮັດໃຫ້ມັນຫາຍໄປທັງສິ້ນ. ນີ້ຄືອຸປະນິໄສທີ່ຊອບທຳຂອງພຣະເຈົ້າ.
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ກ່ອນອື່ນ, ໃຫ້ພວກເຮົາເບິ່ງພຣະທໍາສອງສາມຂໍ້ທີ່ບັນລະຍາຍເຖິງການທຳລາຍເມືອງໂຊໂດມຂອງພຣະເຈົ້າ. ປະຖົມມະການ 19:1-11 ແລະ...
ຍ້ອນມະນຸດໂງ່ ແລະ ບໍ່ຮູ້, ການປະຕິບັດຂອງພຣະເຈົ້າຕໍ່ມະນຸດຊາດທັງໝົດຈຶ່ງອີງຕາມຄວາມເມດຕາ ແລະ ຄວາມອົດທົນເປັນຫຼັກ. ໃນທາງກົງກັນຂ້າມ ຄວາມໂກດຮ້າຍ ແລະ...
ປະຖົມມະການ 18:26 ແລະ ພຣະເຢໂຮວາກ່າວວ່າ ຖ້າເຮົາພົບຄົນຊອບທຳຫ້າສິບຄົນພາຍໃນເມືອງໂຊໂດມ ເພື່ອເຫັນແກ່ພວກເຂົາ ເຮົາຈະບໍ່ທໍາລາຍເມືອງນັ້ນ. ປະຖົມມະການ...
ການເຂົ້າໃຈຕົວຢ່າງເຫຼົ່ານີ້ຂອງຖ້ອຍຄຳ, ຄວາມຄິດ ແລະ ການກະທຳຂອງພຣະເຈົ້າ, ເຈົ້າສາມາດເຂົ້າໃຈເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ,...