ໃນມື້ທີຫ້າ, ຊີວິດທີ່ມີຮູບຮ່າງຫຼາກຫຼາຍ ແລະ ແຕກຕ່າງ ສະແດງເຖິງສິດອຳນາດຂອງພຣະຜູ້ສ້າງໃນລັກສະນະທີ່ແຕກຕ່າງກັນ

28 ເດືອນມັງກອນ 2021

ພຣະຄຳພີກ່າວວ່າ: “ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ນໍ້າເກີດສິ່ງມີຊີວິດທີ່ເໜັງຕີງ ແລະ ມີຊີວິດຢ່າງອຸດົມສົມບູນ ແລະ ສັດມີປີກທີ່ສາມາດບິນຢູ່ເທິງແຜ່ນດິນໂລກໃນທ້ອງຟ້າແຫ່ງສະຫວັນທີ່ໂລ່ງ. ພຣະເຈົ້າໄດ້ສ້າງປາວານໃຫຍ່ ແລະ ທຸກສິ່ງທີ່ມີຊີວິດທີ່ເໜັງຕີງຢູ່ໃນນໍ້າຢ່າງອຸດົມສົມບູນຕາມແບບຂອງພວກມັນ ແລະ ສັດມີປີກທຸກໂຕຕາມແບບຂອງມັນ ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” (ປະຖົມມະການ 1:20-21). ພຣະຄຳພີບອກພວກເຮົາຢ່າງຊັດເຈນວ່າ ໃນມື້ນີ້ ພຣະເຈົ້າໄດ້ສ້າງສັດມີຊີວິດຢູ່ໃນນໍ້າ ແລະ ນົກຢູ່ເທິງອາກາດ ເຊິ່ງໝາຍຄວາມວ່າ ພຣະອົງສ້າງປາ ແລະ ນົກຫຼາກຫຼາຍຊະນິດ ແລະ ຈັດປະເພດໃຫ້ພວກມັນໂດຍອີງຕາມແບບຂອງພວກມັນ. ໃນວິທີນີ້, ແຜ່ນດິນໂລກ, ທ້ອງຟ້າ ແລະ ນໍ້າຖືກເຮັດໃຫ້ອຸດົມສົມບູນຈາກການສ້າງຂອງພຣະເຈົ້າ...

ເມື່ອພຣະທຳຂອງພຣະເຈົ້າໄດ້ຖືກກ່າວ, ຊີວິດໃໝ່ແຕ່ລະຢ່າງພ້ອມດ້ວຍຮູບຮ່າງທີ່ແຕກຕ່າງກັນໄດ້ມີຊີວິດຂຶ້ນໃນທັນທີທ່າມກາງພຣະທຳຂອງພຣະຜູ້ສ້າງ. ພວກມັນໄດ້ເຂົ້າມາໃນໂລກ ໂດຍຍາດກັນເອົາພື້ນທີ່, ໂດດເຕັ້ນ, ຫຼິ້ນສະໜຸກສະໜານຢ່າງປິຕິຍິນດີ... ປາທຸກຊະນິດ ແລະ ທຸກຂະໜາດພາກັນລອຍຢູ່ໃນນໍ້າ; ສັດມີກາບທຸກຊະນິດໄດ້ເຕີບໃຫຍ່ຂື້ນຈາກດິນຊາຍ; ສິ່ງມີຊີວິດທີ່ມີເກັດ, ມີເປືອກ ແລະ ບໍ່ມີກະດູກສັນຫຼັງກໍພາກັນຮີບເຕີບໂຕໃນຮູບຮ່າງທີ່ແຕກຕ່າງກັນ, ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ຍາວ ຫຼື ສັ້ນ. ເຊັ່ນກັນ ເທົາຫຼາກຫຼາຍປະເພດກໍເລີ່ມເຕີບໂຕຢ່າງໄວວາ, ແກວ່ງໄປມາຕາມການເຄື່ອນໄຫວຂອງສັດນໍ້າຫຼາກຫຼາຍຊະນິດ, ຂຶ້ນໆລົງໆ, ຕົບຕີນໍ້າທີ່ບໍ່ເໜັງຕີງ ຄືກັບເວົ້າກັບພວກມັນວ່າ: “ດີ້ນແມະ! ນໍາໝູ່ຂອງເຈົ້າມາ! ຍ້ອນເຈົ້າຈະບໍ່ຢູ່ຄົນດຽວອີກຕໍ່ໄປ!” ຈາກຊ່ວງເວລາທີ່ສິ່ງມີຊີວິດຕ່າງໆທີ່ພຣະເຈົ້າສ້າງຂື້ນໄດ້ປາກົດຕົວໃນນໍ້າ, ຊີວິດທີ່ເກີດໃໝ່ແຕ່ລະຢ່າງກໍນຳເອົາຊີວິດຊີວາມາສູ່ນໍ້າທີ່ງຽບສະຫງົບເປັນເວລາດົນນານ ແລະ ນໍາພາໄປສູ່ຍຸກໃໝ່... ຈາກຈຸດນັ້ນເປັນຕົ້ນໄປ, ພວກມັນຢູ່ໃກ້ກັນ ແລະ ຢູ່ນໍາກັນເປັນຝູງ ແລະ ບໍ່ມີຄວາມຫ່າງລະຫວ່າງພວກເຂົາ. ນໍ້າມີຢູ່ສຳລັບສິ່ງມີຊີວິດທີ່ຢູ່ພາຍໃນນໍ້າ, ບຳລຸງລ້ຽງແຕ່ລະຊີວິດທີ່ອາໄສຢູ່ພາຍໃນຂອບເຂດຂອງນໍ້າ ແລະ ທຸກຊີວິດທີ່ມີຢູ່ແມ່ນເພື່ອນໍ້າ ນັ້ນກໍຍ້ອນການບຳລຸງລ້ຽງຂອງນໍ້າ. ແຕ່ລະຢ່າງມອບຊີວິດໃຫ້ກັນ ແລະ ກັນ ແລະ ໃນເວລາດຽວກັນນັ້ນ, ແຕ່ລະຢ່າງກໍເປັນພະຍານເຖິງຄວາມອັດສະຈັນ ແລະ ຄວາມຍິ່ງໃຫຍ່ແຫ່ງການສ້າງຂອງພຣະຜູ້ສ້າງໃນລັກສະນະດຽວກັນ ແລະ ເຖິງລິດອຳນາດທີ່ບໍ່ມີສິ່ງໃດເທົ່າທຽມໄດ້ແຫ່ງສິດອຳນາດຂອງພຣະຜູ້ສ້າງ...

ເມື່ອທະເລບໍ່ໄດ້ມິດງຽບອີກຕໍ່ໄປ, ຊີວິດກໍເລີ່ມເຕັມທ້ອງຟ້າເຊັ່ນກັນ. ນົກທັງໃຫຍ່ ແລະ ນ້ອຍໄດ້ບິນຈາກພື້ນດິນຂຶ້ນສູ່ທ້ອງຟ້າເທື່ອລະໂຕ. ຕ່າງຈາກສິ່ງມີຊີວິດໃນທະເລ, ພວກມັນມີປີກ ແລະ ຂົນທີ່ປົກຫຸ້ມຮ່າງກາຍທີ່ຈ່ອຍບາງ ແລະ ຮູບຮ່າງງາມຂອງພວກມັນ. ພວກມັນໄດ້ຕົບປີກຂອງພວກມັນ, ສະແດງໃຫ້ເຫັນຂົນປົກຄຸມທີ່ງົດງາມຂອງພວກມັນຢ່າງພາກພູມໃຈ ແລະ ຢ່າງຖືຕົວ ແລະ ໃຫ້ເຫັນເຖິງໜ້າທີ່ພິເສດ ແລະ ທັກສະຂອງພວກມັນທີ່ພຣະຜູ້ສ້າງໄດ້ປະທານໃຫ້ກັບພວກມັນ. ພວກມັນບິນຂຶ້ນຢ່າງມີອິດສະຫຼະ ແລະ ຂຶ້ນລົງລະຫວ່າງສະຫວັນ ແລະ ແຜ່ນດິນໂລກຢ່າງຊໍານານ, ບິນໄປທົ່ວທົ່ງຫຍ້າ ແລະ ປ່າໄມ້... ພວກມັນເປັນທີ່ຮັກຂອງອາກາດ, ພວກມັນເປັນທີ່ຮັກຂອງທຸກສິ່ງ. ອີກບໍ່ດົນ ພວກມັນກໍຈະກາຍເປັນຜູ້ສົ່ງຂ່າວລະຫວ່າງສະຫວັນ ແລະ ແຜ່ນດິນໂລກ ແລະ ຈະສົ່ງຂໍ້ຄວາມໄປເຖິງທຸກໆສິ່ງ... ພວກມັນຮ້ອງ, ພວກມັນບິນຂຶ້ນລົງຢ່າງມ່ວນຊື່ນ, ພວກມັນນຳສຽງຮ້ອງໂຫ່, ສຽງຫົວ ແລະ ຄວາມມີຊິວິດຊີວາມາສູ່ໂລກແຫ່ງນີ້ທີ່ເຄີຍວ່າງເປົ່າ... ພວກມັນໃຊ້ສຽງຮ້ອງທີ່ສົດໃສ ແລະ ມ່ວນຊື່ນຂອງພວກມັນ, ໃຊ້ຄໍາເວົ້າທີ່ຢູ່ໃນຫົວໃຈຂອງພວກມັນເພື່ອສັນລະເສີນພຣະຜູ້ສ້າງສຳລັບຊີວິດທີ່ໄດ້ປະທານໃຫ້ກັບພວກມັນ. ພວກມັນເຕັ້ນໄປມາຢ່າງເບີກບານມ່ວນຊື່ນເພື່ອສະແດງເຖິງຄວາມສົມບູນແບບ ແລະ ຄວາມອັດສະຈັນແຫ່ງການສ້າງຂອງພຣະຜູ້ສ້າງ ແລະ ຈະອຸທິດຊີວິດທັງໝົດຂອງພວກມັນເພື່ອເປັນພະຍານເຖິງສິດອຳນາດຂອງພຣະຜູ້ສ້າງຜ່ານຊີວິດອັນພິເສດທີ່ພຣະອົງໄດ້ປະທານໃຫ້ແກ່ພວກມັນ...

ບໍ່ວ່າພວກມັນຈະຢູ່ໃນນໍ້າ ຫຼື ຢູ່ໃນທ້ອງຟ້າ, ດ້ວຍຄໍາສັ່ງຂອງພຣະຜູ້ສ້າງ ສິ່ງມີຊີວິດທີ່ອຸດົມສົມບູນນີ້ດໍາລົງຢູ່ໃນໂຄງຮ່າງຊີວິດທີ່ແຕກຕ່າງກັນ, ດ້ວຍຄຳສັ່ງຂອງພຣະຜູ້ສ້າງ, ພວກມັນໂຮມກັນຕາມສາຍພັນຂອງໃຜມັນ; ກົດເກນນີ້ ແລະ ກົດລະບຽບນີ້ແມ່ນບໍ່ສາມາດຖືກປ່ຽນແປງໄດ້ໂດຍສິ່ງມີຊີວິດໃດກໍຕາມ. ພວກມັນບໍ່ກ້າທີ່ຈະອອກນອກຂອບເຂດທີ່ພຣະຜູ້ສ້າງກຳນົດໄວ້ ຫຼື ພວກມັນບໍ່ສາມາດເຮັດໄດ້. ພວກມັນດຳລົງຊີວິດ ແລະ ເພີ່ມທະວີຄູນຕາມທີ່ພຣະຜູ້ສ້າງໄດ້ກຳນົດໄວ້ ແລະ ຍຶດໝັ້ນກັບວິທີທາງຂອງຊີວິດ ແລະ ກົດເກນທີ່ພຣະຜູ້ສ້າງກຳນົດຂຶ້ນຢ່າງເຄັ່ງຄັດ ແລະ ປະຕິບັດຕາມຄຳສັ່ງລຶກລັບຂອງພຣະອົງ ແລະ ຄຳສັ່ງແຫ່ງສະຫວັນ ແລະ ຄຳສັ່ງສອນທີ່ພຣະອົງມອບໃຫ້ກັບພວກມັນຢ່າງມີສະຕິຕະລອດຈົນເຖິງປັດຈຸບັນ. ພວກມັນສົນທະນາກັບພຣະຜູ້ສ້າງໃນວິທີທີ່ພິເສດຂອງພວກມັນເອງ ແລະ ມາຮູ້ຈັກຄຸນຄ່າຄວາມໝາຍຂອງພຣະຜູ້ສ້າງ ແລະ ເຊື່ອຟັງຄຳສັ່ງຂອງພຣະອົງ. ບໍ່ມີສິ່ງໃດເຄີຍຝ່າຝືນສິດອຳນາດຂອງພຣະຜູ້ສ້າງ. ພຣະອົງໃຊ້ການປົກຄອງ ແລະ ຄຳສັ່ງພາຍໃນຄວາມຄິດຂອງພຣະອົງເພື່ອປົກຄອງພວກມັນ; ບໍ່ມີພຣະທຳຂໍ້ໃດໄດ້ກ່າວອອກ, ແຕ່ສິດອຳນາດໜຶ່ງດຽວຂອງພຣະເຈົ້າໄດ້ຄວບຄຸມທຸກສິ່ງຢ່າງງຽບໆໂດຍບໍ່ມີການໃຊ້ພາສາ ເຊິ່ງແຕກຕ່າງຈາກມະນຸດຊາດ. ການໃຊ້ສິດອຳນາດຂອງພຣະອົງໃນລັກສະນະທີ່ພິເສດນີ້ ບັງຄັບໃຫ້ມະນຸດຮັບເອົາຄວາມຮູ້ໃໝ່ ແລະ ຕີຄວາມໝາຍໃໝ່ກ່ຽວກັບສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ. ໃນນີ້, ເຮົາຕ້ອງບອກພວກເຈົ້າວ່າ ໃນມື້ນີ້ ການໃຊ້ສິດອຳນາດຂອງພຣະຜູ້ສ້າງໄດ້ສະແດງເຖິງຄວາມເປັນໜຶ່ງດຽວຂອງພຣະຜູ້ສ້າງອີກຄັ້ງ.

ຕໍ່ໄປ, ໃຫ້ພວກເຮົາມາເບິ່ງປະໂຫຍກສຸດທ້າຍຂອງຂໍ້ຄວາມໃນພຣະຄຳພີນີ້: “ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ”. ພວກເຈົ້າຄິດວ່າສິ່ງນີ້ໝາຍເຖິງຫຍັງ? ຄວາມຮູ້ສຶກຂອງພຣະເຈົ້າແມ່ນລວມຢູ່ໃນພຣະທຳເຫຼົ່ານີ້. ພຣະເຈົ້າເບິ່ງທຸກສິ່ງທີ່ພຣະອົງສ້າງຂຶ້ນ ແລະ ຍຶດໝັ້ນຍ້ອນພຣະທຳຂອງພຣະອົງ ແລະ ເລີ່ມປ່ຽນແປງເທື່ອລະໜ້ອຍ. ໃນເວລານີ້ ພຣະເຈົ້າພໍໃຈກັບສິ່ງຕ່າງໆທີ່ພຣະອົງໄດ້ສ້າງຂຶ້ນດ້ວຍພຣະທຳຂອງພຣະອົງ ແລະ ການກະທຳຕ່າງໆທີ່ພຣະອົງໄດ້ບັນລຸບໍ? ຄຳຕອບກໍຄື: “ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ”. ພວກເຈົ້າເຫັນຫຍັງໃນນີ້? ປະໂຫຍກທີ່ວ່າ “ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” ສື່ເຖິງຫຍັງ? ມັນເປັນສັນຍາລັກໃຫ້ກັບຫຍັງ? ມັນໝາຍຄວາມວ່າພຣະເຈົ້າມີລິດອຳນາດ ແລະ ສະຕິປັນຍາທີ່ຈະສຳເລັດສິ່ງທີ່ພຣະອົງວາງແຜນ ແລະ ກໍານົດໄວ້ ເພື່ອບັນລຸເປົ້າໝາຍທີ່ພຣະອົງຕັ້ງໄວ້. ເມື່ອພຣະເຈົ້າໄດ້ເຮັດໃຫ້ໜ້າທີ່ແຕ່ລະຢ່າງສຳເລັດລົງ, ພຣະອົງຮູ້ສຶກເສຍໃຈບໍ? ຄຳຕອບກໍຍັງເປັນ: “ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ”. ເວົ້າອີກຢ່າງກໍຄື ພຣະອົງບໍ່ພຽງແຕ່ບໍ່ໄດ້ຮູ້ສຶກເສຍໃຈ ແຕ່ກົງກັນຂ້າມ ພຣະອົງແມ່ນພໍໃຈ. ການທີ່ພຣະອົງບໍ່ໄດ້ຮູ້ສຶກເສຍໃຈໝາຍເຖິງຫຍັງ? ມັນໝາຍຄວາມວ່າ ແຜນການຂອງພຣະເຈົ້າສົມບູນແບບ, ລິດອຳນາດ ແລະ ສະຕິປັນຍາຂອງພຣະອົງສົມບູນແບບ ແລະ ໂດຍສິດອຳນາດຂອງພຣະອົງເທົ່ານັ້ນ ຄວາມສົມບູນແບບດັ່ງກ່າວຈຶ່ງສາມາດເຮັດໃຫ້ສຳເລັດໄດ້. ເມື່ອມະນຸດປະຕິບັດໜ້າທີ່, ເຂົາສາມາດເຫັນວ່າ ມັນເປັນສິ່ງທີ່ດີ ຄືກັບພຣະເຈົ້າໄດ້ເຫັນບໍ? ທຸກສິ່ງທີ່ມະນຸດເຮັດສາມາດສຳເລັດຢ່າງສົມບູນແບບໄດ້ບໍ? ມະນຸດສາມາດເຮັດຫຍັງໃຫ້ສຳເລັດຄັ້ງດຽວ ແລະ ຕະຫຼອດໄປບໍ? ຄືດັ່ງມະນຸດເວົ້າວ່າ: “ບໍ່ມີຫຍັງສົມບູນແບບ ມີແຕ່ດີຂຶ້ນ” ບໍ່ມີສິ່ງໃດທີ່ມະນຸດເຮັດສາມາດບັນລຸໄດ້ຢ່າງສົມບູນແບບໄດ້. ເມື່ອພຣະເຈົ້າເຫັນວ່າ ທຸກສິ່ງທີ່ພຣະອົງເຮັດ ແລະ ບັນລຸເປັນສິ່ງທີ່ດີ, ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນກໍຖືກກຳນົດໂດຍພຣະທຳຂອງພຣະອົງ ເຊິ່ງໝາຍຄວາມວ່າເມື່ອ “ພຣະເຈົ້າເຫັນວ່າ ມັນເປັນສິ່ງທີ່ດີ” ທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນກໍເລີ່ມເປັນຮູບປະທໍາຢ່າງຖາວອນ, ຖືກຈັດແບ່ງຕາມປະເພດຂອງພວກມັນ ແລະ ຖືກມອບຕໍາແໜ່ງ, ຈຸດປະສົງ ແລະ ໜ້າທີ່ຢ່າງໝັ້ນຄົງ ຄັ້ງດຽວ ແລະ ຕະລອດໄປ. ຍິ່ງໄປກວ່ານັ້ນ, ບົດບາດຂອງພວກມັນທ່າມກາງສິ່ງທັງປວງ ແລະ ການເດີນທາງທີ່ພວກມັນຕ້ອງເດີນໃນລະຫວ່າງການຄຸ້ມຄອງສິ່ງທັງປວງຂອງພຣະເຈົ້າໄດ້ຖືກກຳນົດໂດຍພຣະເຈົ້າແລ້ວ ແລະ ບໍ່ສາມາດປ່ຽນແປງໄດ້. ນີ້ແມ່ນກົດເກນແຫ່ງສະຫວັນທີ່ພຣະຜູ້ສ້າງມອບໃຫ້ກັບທຸກສິ່ງ.

“ພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” ຄຳເວົ້າທີ່ທຳມະດາ ແລະ ບໍ່ໃຫ້ຄຸນຄ່າຢ່າງພໍຄວນ ເຊິ່ງມັກຖືກເມີນເສີຍ ແມ່ນພຣະທຳແຫ່ງກົດເກນສະຫວັນ ແລະ ຄຳສັ່ງແຫ່ງສະຫວັນທີ່ພຣະເຈົ້າມອບໃຫ້ກັບສິ່ງມີຊີວິດທັງປວງ. ພວກມັນແມ່ນອີກໜຶ່ງຕົວຢ່າງແຫ່ງສິດອຳນາດຂອງພຣະຜູ້ສ້າງທີ່ເປັນຈິງ ແລະ ເລິກເຊິ່ງຍິ່ງຂຶ້ນ. ຜ່ານທາງພຣະທຳຂອງພຣະອົງ, ພຣະຜູ້ສ້າງບໍ່ພຽງແຕ່ສາມາດໄດ້ຮັບສິ່ງທີ່ພຣະອົງຕັ້ງໃຈທີ່ຈະຮັບເອົາ ແລະ ບັນລຸທຸກສິ່ງທີ່ພຣະເຈົ້າຕັ້ງໃຈທີ່ຈະບັນລຸ, ແຕ່ຍັງສາມາດຄວບຄຸມທຸກສິ່ງທີ່ພຣະອົງສ້າງຂຶ້ນໄວ້ໃນກໍາມືຂອງພຣະອົງ ແລະ ປົກຄອງສິ່ງທັງປວງໃຫ້ຢູ່ພາຍໃຕ້ສິດອຳນາດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ທຸກສິ່ງແມ່ນເປັນລະບົບລະບຽບ ແລະ ປົກກະຕິ. ທຸກສິ່ງຍັງທະວີຄູນ, ດຳລົງຢູ່ ແລະ ຕາຍໂດຍພຣະທຳຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ໂດຍສິດອຳນາດຂອງພຣະອົງແລ້ວ ພວກມັນມີຢູ່ທ່າມກາງກົດເກນທີ່ພຣະອົງໄດ້ກຳນົດຂຶ້ນ ແລະ ບໍ່ມີສິ່ງໃດທີ່ຖືກຍົກເວັ້ນ! ກົດເກນນີ້ເລີ່ມຕົ້ນຂຶ້ນທັນທີໃດທີ່ “ພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” ແລະ ມັນຈະເປັນຢູ່,​ສືບຕໍ່ ແລະ ເຮັດໜ້າທີ່ເພື່ອແຜນການຄຸ້ມຄອງຂອງພຣະເຈົ້າມາຈົນເຖິງມື້ທີ່ພຣະຜູ້ສ້າງລົບລ້າງມັນ! ສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງຖືກສຳແດງອອກບໍ່ພຽງແຕ່ໃນຄວາມສາມາດຂອງພຣະອົງໃນການສ້າງສິ່ງທັງປວງ ແລະ ບັນຊາທຸກສິ່ງໃຫ້ເກີດຂຶ້ນ, ແຕ່ໃນຄວາມສາມາດຂອງພຣະອົງໃນການປົກຄອງ ແລະ ຖືອຳນາດສູງສຸດໃນການປົກຄອງເໜືອສິ່ງທັງປວງ ແລະ ປະທານຊີວິດ ແລະ ຄວາມມີຊີວິດຊີວາໃຫ້ກັບສິ່ງຕ່າງໆອີກດ້ວຍ ແລະ ຍິ່ງໄປກວ່ານັ້ນໃນຄວາມສາມາດຂອງພຣະອົງໃນການເຮັດໃຫ້ທຸກສິ່ງທີ່ພຣະອົງສ້າງໃນແຜນການຂອງພຣະອົງປາກົດຂຶ້ນ ແລະ ເປັນຢູ່ໃນແຜ່ນດິນໂລກທີ່ພຣະອົງສ້າງຄັ້ງດຽວ ແລະ ຕະຫຼອດໄປ ໃນຮູບຮ່າງທີ່ສົມບູນແບບ ແລະ ໂຄງສ້າງຊີວິດທີ່ສົມບູນແບບ ແລະ ບົດບາດທີ່ສົມບູນແບບ. ພ້ອມນັ້ນມັນຍັງຖືກສະແດງອອກໃນລັກສະນະທີ່ວ່າ ຄວາມຄິດຂອງພຣະຜູ້ສ້າງບໍ່ໄດ້ຂຶ້ນກັບຂໍ້ຈຳກັດໃດໆອີກດ້ວຍ, ບໍ່ຖືກຈຳກັດໂດຍເວລາ, ອາວະກາດ ຫຼື ພູມສາດ. ຄືກັບສິດອຳນາດຂອງພຣະອົງ, ຕົວຕົນໜຶ່ງດຽວຂອງພຣະຜູ້ສ້າງຈະຄົງຢູ່ບໍ່ປ່ຽນແປງຊົ່ວນິດນິລັນ. ສິດອຳນາດຂອງພຣະອົງຈະເປັນຕົວແທນ ແລະ ເປັນສັນຍາລັກໃຫ້ກັບຕົວຕົນໜຶ່ງດຽວຂອງພຣະອົງຢູ່ສະເໝີ ແລະ ສິດອຳນາດຂອງພຣະອົງຈະເປັນຢູ່ຕະລອດໄປຄຽງຂ້າງກັບຕົວຕົນຂອງພຣະອົງ!

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພາຍໃຕ້ສິດອຳນາດຂອງພຣະຜູ້ສ້າງ, ທຸກສິ່ງແມ່ນສົມບູນ

ທຸກສິ່ງທີ່ຖືກສ້າງໂດຍພຣະເຈົ້າ ລວມເຖິງສິ່ງທີ່ສາມາດເຄື່ອນໄຫວ ແລະ ສິ່ງທີ່ບໍ່ສາມາດເຄື່ອນໄຫວ ເຊັ່ນນົກ ແລະ ປາ, ເຊັ່ນຕົ້ນໄມ້ ແລະ ດອກໄມ້ ແລະ...

ໃນມື້ທີສາມ, ພຣະທຳຂອງພຣະເຈົ້າໃຫ້ກຳເນີດແຜ່ນດິນໂລກ ແລະ ທະເລ ແລະ ສິດອຳນາດຂອງພຣະເຈົ້າເຮັດໃຫ້ແຜ່ນດິນໂລກເຕັມໄປດ້ວຍຊີວິດ

ຕໍ່ໄປ ໃຫ້ພວກເຮົາອ່ານປະໂຫຍກທຳອິດຂອງ ປະຖົມມະການ 1:9-11 “ແລະ ພຣະເຈົ້າໄດ້ກ່າວວ່າ ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າໂຮມກັນໃນບ່ອນດຽວ ແລະ...

ໃນມື້ທຳອິດ, ກາງເວັນ ແລະ ກາງຄືນຂອງມະນຸດຊາດໄດ້ເກີດຂຶ້ນ ແລະ ໝັ້ນຄົງເນື່ອງຈາກສິດອຳນາດຂອງພຣະເຈົ້າ

ໃຫ້ພວກເຮົາມາເບິ່ງຂໍ້ຄວາມທຳອິດ: “ແລະ ພຣະເຈົ້າໄດ້ກ່າວວ່າ ຈົ່ງມີແສງສະຫວ່າງ ແລ້ວກໍມີແສງສະຫວ່າງ. ພຣະອົງເຫັນແສງສະຫວ່າງ ແລະ...

ໃນມື້ທີຫົກ, ພຣະຜູ້ສ້າງກ່າວ ແລະ ສິ່ງທີ່ມີຊີວິດແຕ່ລະຊະນິດທີ່ຢູ່ໃນຄວາມຄິດຂອງພຣະອົງກໍປາກົດຂຶ້ນຕາມໆກັນ

ເທື່ອລະເລັກເທື່ອລະໜ້ອຍ, ພາລະກິດຂອງພຣະຜູ້ສ້າງໃນການສ້າງສິ່ງທັງປວງໄດ້ສືບຕໍ່ເປັນເວລາຫ້າມື້, ທັນທີຫຼັງຈາກທີ່...

Leave a Reply