ການອວຍພອນຂອງພຣະເຈົ້າ
“ສຳລັບເຮົາແລ້ວ ເບິ່ງແມ ພັນທະສັນຍາຂອງເຮົາກໍຢູ່ກັບເຈົ້າ ແລະ ເຈົ້າຈະເປັນບິດາຂອງບັນດາປະຊາຊາດ. ແລ້ວຊື່ຂອງເຈົ້າກໍຈະບໍ່ແມ່ນອັບຣາມອີກຕໍ່ໄປ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!

ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເປັນເວລາຫຼາຍພັນປີ. ມັນໄດ້ສ້າງຄວາມຊົ່ວຮ້າຍຢ່າງນັບບໍ່ຖ້ວນ, ໄດ້ຫຼອກລວງຜູ້ຄົນຍຸກແລ້ວຍຸກເລົ່າ ແລະ ໄດ້ເຮັດຜິດຢ່າງຊົ່ວຮ້າຍໃນແຜ່ນດິນໂລກ. ມັນຂົ່ມເຫັງມະນຸດ, ຫຼອກລວງມະນຸດ, ລໍ້ລວງໃຫ້ມະນຸດຕໍ່ຕ້ານພຣະເຈົ້າ ແລະ ໄດ້ເຮັດການກະທຳຊົ່ວຮ້າຍຕ່າງໆທີ່ໄດ້ສັບສົນ ແລະ ທຳລາຍແຜນການຄຸ້ມຄອງຂອງພຣະເຈົ້າຄັ້ງແລ້ວຄັ້ງເລົ່າ. ເຖິງຢ່າງໃດກໍຕາມ ພາຍໃຕ້ສິດອຳນາດຂອງພຣະເຈົ້າ, ທຸກສິ່ງ ແລະ ສັດມີຊີວິດທີ່ມີຊີວິດທັງປວງກໍຍັງສືບຕໍ່ປະຕິບັດຕາມກົດລະບຽບ ແລະ ກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້. ເມື່ອປຽບທຽບກັບສິດອຳນາດຂອງພຣະເຈົ້າແລ້ວ, ທຳມະຊາດທີ່ຊົ່ວຮ້າຍ ແລະ ຄວາມປ່າເຖື່ອນຂອງຊາຕານເປັນສິ່ງທີ່ໜ້າລັງກຽດ, ກຽດຊັງ, ຕໍ່າຊາມ, ເລັກນ້ອຍ ແລະ ອ່ອນແອຫຼາຍ. ເຖິງແມ່ນວ່າຊາຕານຍ່າງທ່າມກາງທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນ, ມັນກໍບໍ່ສາມາດເຮັດໃຫ້ເກີດການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຜູ້ຄົນ, ສິ່ງຂອງ ແລະ ວັດຖຸທີ່ພຣະເຈົ້າບັນຊາການ. ຫຼາຍພັນປີໄດ້ຜ່ານໄປ ແລະ ມະນຸດຊາດກໍຍັງໄດ້ຮັບແສງສະຫວ່າງ ແລະ ອາກາດທີ່ພຣະເຈົ້າປະທານໃຫ້, ຍັງຫາຍໃຈຈາກລົມຫາຍໃຈຂອງພຣະເຈົ້າ, ຍັງຊື່ນຊົມກັບດອກໄມ້, ນົກ, ປາ ແລະ ແມງໄມ້ທີ່ພຣະເຈົ້າສ້າງຂຶ້ນ ແລະ ມີຄວາມສຸກກັບສິ່ງຕ່າງໆທີ່ພຣະເຈົ້າປະທານໃຫ້; ກາງເວັນ ແລະ ກາງຄືນຍັງຄົງຜັນປ່ຽນໄປມາຢ່າງຕໍ່ເນື່ອງ; ສີ່ລະດູການກໍຜັນປ່ຽນໄປມາຕາມປົກກະຕິ; ຫ່ານກໍບິນຢູ່ເທິງທ້ອງຟ້າໂຍກຍ້າຍຖິ່ນໃນລະດູໜາວ ແລະ ບິນກັບຄືນໃນລະດູໃບໄມ້ຫຼົ່ນທີ່ຈະມາເຖິງ; ປາໃນນໍ້າບໍ່ເຄີຍອອກຈາກແມ່ນໍ້າ ແລະ ທະເລສາບ ເຊິ່ງເປັນບ່ອນອາໄສຂອງພວກເຂົາ; ຈັກກະຈັນເທິງແຜ່ນດິນໂລກຮ້ອງສຸດຫົວໃຈຂອງພວກມັນໃນຍາມລະດູຮ້ອນ; ຈິນາຍໃນກໍຫຍ້າຮ້ອງສຽງຄ່ອຍໆກັບສາຍລົມໃນລະດູໃບໄມ້ຫຼົ່ນ; ຫ່ານເຕົ້າໂຮມກັບເປັນຝູງ ໃນຂະນະທີ່ນົກອິນຊີຍັງຄົງຢູ່ຢ່າງໂດດດ່ຽວ; ຝູງສິງໂຕລ້ຽງດູພວກມັນເອງໂດຍການອອກລ່າ; ກວາງໃຫຍ່ບໍ່ອອກຫ່າງຈາກຫຍ້າ ແລະ ດອກໄມ້... ສິ່ງມີຊີວິດທຸກຊະນິດທ່າມກາງສິ່ງທັງປວງຈາກໄປ ແລະ ກັບຄືນ ແລະ ກໍຈາກໄປອີກ, ການປ່ຽນແປງຫຼາຍລ້ານຄັ້ງໄດ້ເກີດຂຶ້ນໃນພິບຕາດຽວ, ແຕ່ສິ່ງທີ່ບໍ່ປ່ຽນແປງກໍຄືສັນຊາດຕະຍານ ແລະ ກົດເກນຂອງການເອົາຕົວລອດ. ພວກເຂົາດຳລົງຊີວິດຢູ່ພາຍໃຕ້ການຈັດກຽມ ແລະ ການບໍາລຸງລ້ຽງຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດປ່ຽນແປງສັນຊາດຕະຍານຂອງພວກເຂົາໄດ້ ແລະ ບໍ່ມີໃຜສາມາດທຳລາຍກົດເກນແຫ່ງການເອົາຕົວລອດຂອງພວກເຂົາໄດ້. ເຖິງແມ່ນ ມະນຸດຊາດ ຜູ້ທີ່ດຳລົງຊີວິດທ່າມກາງສິ່ງທັງປວງ ໄດ້ຖືກເຮັດໃຫ້ເສື່ອມຊາມ ແລະ ຫຼອກລວງໂດຍຊາຕານ, ມະນຸດກໍຍັງບໍ່ສາມາດປະຖິ້ມນໍ້າທີ່ພຣະເຈົ້າສ້າງຂຶ້ນ ແລະ ອາກາດທີ່ພຣະເຈົ້າສ້າງຂຶ້ນ ແລະ ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນ ແລະ ມະນຸດຍັງດຳລົງຊີວິດ ແລະ ແຜ່ຂະຫຍາຍໃນພື້ນທີ່ນີ້ທີ່ພຣະເຈົ້າສ້າງຂຶ້ນ. ສັນຊາດຕະຍານຂອງມະນຸດຊາດບໍ່ໄດ້ປ່ຽນໄປ. ມະນຸດຍັງອາໄສດວງຕາຂອງພວກເຂົາເພື່ອທີ່ຈະເຫັນ, ຫູຂອງພວກເຂົາເພື່ອໄດ້ຍິນ, ສະໝອງຂອງພວກເຂົາເພື່ອຄິດ, ຫົວໃຈຂອງພວກເຂົາເພື່ອເຂົ້າໃຈ, ແຄ່ງຂາ ແລະ ຕີນຂອງພວກເຂົາເພື່ອຍ່າງ, ມືຂອງພວກເຂົາເພື່ອໃຊ້ເຮັດວຽກ ແລະ ອື່ນໆ; ສັນຊາດຕະຍານທັງໝົດນີ້ທີ່ພຣະເຈົ້າປະທານໃຫ້ກັບມະນຸດເພື່ອວ່າພວກເຂົາຈະຍອມຮັບເອົາການຈັດກຽມຂອງພຣະເຈົ້າ ກໍຍັງຄົງບໍ່ປ່ຽນແປງ, ຄວາມສາມາດທີ່ມະນຸດຮ່ວມມືກັບພຣະເຈົ້າ ກໍບໍ່ໄດ້ປ່ຽນແປງ, ຄວາມສາມາດຂອງມະນຸດຊາດໃນການປະຕິບັດໜ້າທີ່ຂອງສິ່ງຖືກສ້າງກໍບໍ່ໄດ້ປ່ຽນແປງ, ຄວາມຕ້ອງການຝ່າຍວິນຍານຂອງມະນຸດຊາດກໍບໍ່ໄດ້ປ່ຽນແປງ, ຄວາມຕ້ອງການຂອງມະນຸດຊາດທີ່ຈະຄົ້ນຫາແຫຼ່ງກຳເນີດຂອງພວກເຂົາກໍບໍ່ໄດ້ປ່ຽນແປງ, ຄວາມປາຖະໜາຂອງມະນຸດຊາດທີ່ຈະຖືກພຣະຜູ້ສ້າງຊ່ວຍໃຫ້ພົ້ນກໍບໍ່ໄດ້ປ່ຽນແປງ. ສິ່ງດັ່ງກ່າວແມ່ນສະພາບການຂອງມະນຸດຊາດໃນປັດຈຸບັນ ຜູ້ທີ່ດຳລົງຊີວິດຢູ່ພາຍໃຕ້ສິດອຳນາດຂອງພຣະເຈົ້າ ແລະ ຜູ້ທີ່ໄດ້ອົດທົນກັບຄວາມພິນາດຢ່າງໂຫດຮ້າຍຂອງຊາຕານ. ເຖິງແມ່ນມະນຸດຊາດຕົກຢູ່ໃນການຂົ່ມເຫັງຂອງຊາຕານ ແລະ ບໍ່ໄດ້ເປັນອາດາມ ແລະ ເອວາຕັ້ງແຕ່ການເລີ່ມຕົ້ນສ້າງອີກຕໍ່ໄປ, ແຕ່ກົງກັນຂ້າມ ກັບເຕັມໄປດ້ວຍສິ່ງຕ່າງໆທີ່ຕໍ່ຕ້ານພຣະເຈົ້າ ເຊັ່ນ: ຄວາມຮູ້, ການຈິນຕະນາການ, ແນວຄວາມຄິດ ແລະ ອື່ນໆ ແລະ ເຕັມໄປດ້ວຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມ, ແຕ່ໃນສາຍຕາຂອງພຣະເຈົ້າແລ້ວ ມະນຸດຊາດກໍຍັງເປັນມະນຸດຊາດທີ່ພຣະອົງສ້າງຂຶ້ນ. ມະນຸດຊາດຍັງຄົງຖືກປົກຄອງ ແລະ ປັ້ນແຕ່ງໂດຍພຣະເຈົ້າ ແລະ ຍັງດຳລົງຊີວິດຢູ່ພາຍໃນທິດທາງທີ່ພຣະເຈົ້າກຳນົດ ແລະ ດ້ວຍເຫດນັ້ນ ໃນສາຍຕາຂອງພຣະເຈົ້າແລ້ວ ມະນຸດຊາດ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ ແມ່ນພຽງແຕ່ຖືກປົກຄຸມດ້ວຍສິ່ງເປິເປື້ອນ, ດ້ວຍຄວາມຫີວກະຫາຍ, ດ້ວຍປະຕິກິລິຍາທີ່ຊ້າໄປໜ້ອຍໜຶ່ງ, ຄວາມຊົງຈຳທີ່ບໍ່ດີຄືແຕ່ກ່ອນ ແລະ ອາຍຸກໍເຖົ້າຂຶ້ນເລັກນ້ອຍ, ແຕ່ໜ້າທີ່ ແລະ ສັນຊາດຕະຍານທັງໝົດຂອງມະນຸດຍັງບໍ່ໄດ້ຖືກທຳລາຍ. ນີ້ແມ່ນມະນຸດຊາດທີ່ພຣະເຈົ້າເຈດຕະນາທີ່ຈະຊ່ວຍໃຫ້ພົ້ນ. ມະນຸດຊາດນີ້ຕ້ອງໄດ້ຍິນການຮຽກເອີ້ນຂອງພຣະຜູ້ສ້າງເທົ່ານັ້ນ ແລະ ໄດ້ຍິນສຽງຂອງພຣະຜູ້ສ້າງ ແລະ ພວກເຂົາຕ້ອງລຸກຂຶ້ນ ແລະ ຟ້າວໄປຫາແຫຼ່ງກໍາເນີດຂອງສຽງນີ້. ມະນຸດຊາດດັ່ງກ່າວນີ້ຕ້ອງເຫັນແຕ່ຮູບລັກສະນະຂອງພຣະຜູ້ສ້າງເທົ່ານັ້ນ ແລະ ພວກເຂົາຈະເປັນຄົນທີ່ບໍ່ສົນໃຈກັບສິ່ງອື່ນໆ ແລະ ປະຖິ້ມທຸກສິ່ງເພື່ອອຸທິດຕົນເອງໃຫ້ກັບພຣະເຈົ້າ ແລະ ເຖິງກັບຈະຍອມສະຫຼະຊີວິດຂອງພວກເຂົາເພື່ອພຣະອົງ. ເມື່ອຫົວໃຈຂອງມະນຸດຊາດເຂົ້າໃຈພຣະທຳທີ່ຈິງໃຈຂອງພຣະຜູ້ສ້າງ, ມະນຸດຊາດຈະປະຕິເສດຊາຕານ ແລະ ມາຢູ່ຄຽງຂ້າງພຣະຜູ້ສ້າງ; ເມື່ອມະນຸດຊາດໄດ້ລ້າງຄວາມສົກກະປົກອອກຈາກຮ່າງກາຍຂອງພວກເຂົາ ແລະ ໄດ້ຮັບເອົາການຈັດກຽມ ແລະ ການບໍາລຸງລ້ຽງຂອງພຣະຜູ້ສ້າງອີກຄັ້ງ, ຄວາມຊົງຈຳຂອງມະນຸດຊາດຈະຖືກຮື້ຟື້ນ ແລະ ໃນເວລານັ້ນ ມະນຸດຊາດຈະໄດ້ກັບຄືນສູ່ການປົກຄອງຂອງພຣະຜູ້ສ້າງຢ່າງແທ້ຈິງ.
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
“ສຳລັບເຮົາແລ້ວ ເບິ່ງແມ ພັນທະສັນຍາຂອງເຮົາກໍຢູ່ກັບເຈົ້າ ແລະ ເຈົ້າຈະເປັນບິດາຂອງບັນດາປະຊາຊາດ. ແລ້ວຊື່ຂອງເຈົ້າກໍຈະບໍ່ແມ່ນອັບຣາມອີກຕໍ່ໄປ...
ຕົວຕົນພິເສດຂອງຊາຕານໄດ້ເຮັດໃຫ້ຫຼາຍຄົນສະແດງອອກເຖິງຄວາມສົນໃຈຢ່າງແຮງກ້າໃນການສະແດງອອກຂອງມັນກ່ຽວກັບດ້ານຕ່າງໆ. ຍັງມີຄົນໂງ່ຫຼາຍຄົນເຖິງກັບເຊື່ອວ່າ...
ໃນທຳນອງດຽວກັນ, ການອວຍພອນຂອງພຣະເຢໂຮວາໃຫ້ກັບໂຢບແມ່ນຖືກບັນທຶກໃນໜັງສືໂຢບ. ພຣະເຈົ້າປະທານຫຍັງໃຫ້ກັບໂຢບ?...
“ແລະ ພຣະເຢໂຮວາເວົ້າກັບຊາຕານວ່າ ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ” (ໂຢບ 2:6). ຊາຕານບໍ່ເຄີຍກ້າຝ່າຝືນສິດອຳນາດຂອງພຣະຜູ້ສ້າງ...