ການອວຍພອນຂອງພຣະເຈົ້າ

12 ທັນວາ 2022

“ສຳລັບເຮົາແລ້ວ ເບິ່ງແມ ພັນທະສັນຍາຂອງເຮົາກໍຢູ່ກັບເຈົ້າ ແລະ ເຈົ້າຈະເປັນບິດາຂອງບັນດາປະຊາຊາດ. ແລ້ວຊື່ຂອງເຈົ້າກໍຈະບໍ່ແມ່ນອັບຣາມອີກຕໍ່ໄປ ແຕ່ຊື່ຂອງເຈົ້າຈະເປັນອັບຣາຮາມ; ຍ້ອນເຮົາໄດ້ເຮັດໃຫ້ເຈົ້າເປັນບິດາຂອງບັນດາປະຊາຊາດ. ເຮົາຈະເຮັດໃຫ້ເຈົ້າມີລູກຫຼານຫຼາຍຄົນ ແລະ ເຮົາຈະສ້າງປະຊາຊາດທີ່ອອກຈາກເຊື້ອສາຍຂອງເຈົ້າ ແລະ ຈະມີກະສັດອອກມາຈາກເຊື້ອສາຍຂອງເຈົ້າ” (ປະຖົມມະການ 17:4-6).

“ເຊື້ອສາຍຂອງອັບຣາຮາມຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງຢ່າງແນ່ນອນ ແລະ ບັນດາປະຊາຊາດເທິງແຜ່ນດິນໂລກຈະໄດ້ຮັບການອວຍພອນຜ່ານລາວ. ຍ້ອນເຮົາຮູ້ຈັກລາວ, ລາວຈະສັ່ງລູກໆຂອງລາວ ແລະ ຄົວເຮືອນຂອງລາວຕາມແບບລາວ ແລະ ພວກເຂົາຈະຮັກສາວິທີທາງແຫ່ງພຣະເຢໂຮວາ, ເພື່ອເຮັດສິ່ງທີ່ຍຸຕິທຳ ແລະ ການພິພາກສາ; ເພື່ອພຣະເຢໂຮວາຈະນໍາສິ່ງທີ່ພຣະອົງໄດ້ກ່າວໄວ້ກັບອັບຣາຮາມນັ້ນມາໃຫ້ລາວ” (ປະຖົມມະການ 18:18-19).

“ເຮົາໄດ້ສາບານດ້ວຍຕົວເຮົາເອງ ພຣະເຢໂຮວາກ່າວ, ຍ້ອນເຈົ້າໄດ້ເຮັດສິ່ງນີ້ ແລະ ບໍ່ໄດ້ກັກລູກຊາຍຂອງເຈົ້າໄວ້ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ: ເຮົາຈະອວຍພອນເຈົ້າດ້ວຍການອວຍພອນນີ້, ໃນການເພີ່ມຄູນທະວີ ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ; ເຊື້ອສາຍຂອງເຈົ້າຈະຄອບຄອງປະຕູຂອງສັດຕູຂອງເຂົາ ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ ຍ້ອນເຈົ້າໄດ້ເຊື່ອຟັງເຮົາ” (ປະຖົມມະການ 22:16-18).

“ແລ້ວພຣະເຢໂຮວາໄດ້ອວຍພອນໂຢບໃນຕອນສຸດທ້າຍຂອງໂຢບຫຼາຍກວ່າຕອນເລີ່ມຕົ້ນຂອງລາວ ຍ້ອນລາວມີແກະສິບສີ່ພັນໂຕ ແລະ ອູດຫົກພັນໂຕ ແລະ ງົວຜູ້ໃສ່ແອກໜຶ່ງພັນໂຕ ແລະ ລາໂຕແມ່ໜຶ່ງພັນໂຕ” (ໂຢບ 42:12).

ວິທີການ ແລະ ລັກສະນະທີ່ເປັນເອກະລັກຂອງພຣະຄຳຂອງພຣະຜູ້ສ້າງເປັນສັນຍາລັກໃຫ້ກັບຕົວຕົນ ແລະ ສິດອຳນາດຂອງພຣະຜູ້ສ້າງ

ຫຼາຍຄົນປາຖະໜາທີ່ຈະສະແຫວງຫາ ແລະ ຮັບເອົາການອວຍພອນຂອງພຣະເຈົ້າ, ແຕ່ບໍ່ແມ່ນໝົດທຸກຄົນສາມາດຮັບເອົາການອວຍພອນເຫຼົ່ານີ້ໄດ້ ຍ້ອນພຣະເຈົ້າມີຫຼັກການຂອງພຣະອົງເອງ ແລະ ອວຍພອນມະນຸດດ້ວຍວິທີຂອງພຣະອົງເອງ. ຄຳສັນຍາທີ່ພຣະເຈົ້າເຮັດໄວ້ໃຫ້ມະນຸດ ແລະ ປະລິມານຂອງຄວາມເມດຕາທີ່ພຣະອົງປະທານໃຫ້ກັບມະນຸດ ແມ່ນຖືກຈັດສັນໂດຍອີງຕາມຄວາມຄິດ ແລະ ການກະທຳຂອງມະນຸດ. ແລ້ວການອວຍພອນຂອງພຣະເຈົ້າຖືກສະແດງອອກແນວໃດ? ຜູ້ຄົນສາມາດເຫັນຫຍັງພາຍໃນພວກມັນ? ໃນຕອນນີ້, ໃຫ້ເຮົາປະວາງການສົນທະນາກ່ຽວກັບປະເພດຂອງຜູ້ຄົນທີ່ພຣະເຈົ້າອວຍພອນ ແລະ ຫຼັກການຂອງການອວຍພອນມະນຸດຂອງພຣະເຈົ້າໄວ້ກ່ອນ. ກົງກັນຂ້າມ, ໃຫ້ພວກເຮົາມາເບິ່ງການອວຍພອນມະນຸດຂອງພຣະເຈົ້າດ້ວຍຈຸດປະສົງໃນການຮູ້ຈັກເຖິງສິດອຳນາດຂອງພຣະເຈົ້າ ແລະ ດ້ວຍທັດສະນະຂອງການຮູ້ຈັກສິດອຳນາດຂອງພຣະເຈົ້າ.

ຂໍ້ພຣະຄຳພີສີ່ຂໍ້ຂ້າງເທິງລ້ວນແລ້ວແຕ່ແມ່ນການບັນທຶກກ່ຽວກັບການທີ່ພຣະເຈົ້າອວຍພອນມະນຸດ. ຂໍ້ພຣະຄຳພີເຫຼົ່ານັ້ນໃຫ້ຄຳອະບາຍຢ່າງລະອຽດກ່ຽວກັບຜູ້ຮັບການອວຍພອນຂອງພຣະເຈົ້າ ເຊັ່ນອັບຣາຮາມ ແລະ ໂຢບ ພ້ອມທັງເຫດຜົນທີ່ວ່າ ເປັນຫຍັງພຣະເຈົ້າຈຶ່ງປະທານພອນຂອງພຣະອົງ ແລະ ແມ່ນຫຍັງທີ່ລວມຢູ່ໃນພອນເຫຼົ່ານີ້. ນໍ້າສຽງ ແລະ ລັກສະນະຂອງພຣະຄໍາຂອງພຣະເຈົ້າ ແລະ ທັດສະນະ ແລະ ລັກສະນະທີ່ພຣະອົງກ່າວ ເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ຜູ້ປະທານພອນ ແລະ ຜູ້ຮັບພອນດັ່ງກ່າວແມ່ນມີຕົວຕົນ, ສະຖານະ ແລະ ແກ່ນແທ້ທີ່ແຕກຕ່າງກັນຢ່າງຊັດເຈນ. ນໍ້າສຽງ ແລະ ລັກສະນະຂອງພຣະຄຳເຫຼົ່ານີ້ ແລະ ລັກສະນະໃນການກ່າວພຣະຄຳເຫຼົ່ານີ້ ແມ່ນເປັນເອກະລັກຕໍ່ພຣະເຈົ້າ ຜູ້ເຊິ່ງມີຕົວຕົນຂອງພຣະຜູ້ສ້າງ. ພຣະອົງມີສິດອຳນາດ ແລະ ຄວາມຍິ່ງໃຫຍ່ ພ້ອມທັງກຽດຕິຍົດຂອງພຣະຜູ້ສ້າງ ແລະ ຄວາມສະຫງ່າງາມທີ່ບໍ່ຍອມໃຫ້ມະນຸດຄົນໃດສົງໄສໄດ້.

ກ່ອນອື່ນ ໃຫ້ພວກເຮົາມາເບິ່ງປະຖົມມະການ 17:4-6: “ສຳລັບເຮົາແລ້ວ ເບິ່ງແມ ພັນທະສັນຍາຂອງເຮົາກໍຢູ່ກັບເຈົ້າ ແລະ ເຈົ້າຈະເປັນບິດາຂອງບັນດາປະຊາຊາດ. ແລ້ວຊື່ຂອງເຈົ້າກໍຈະບໍ່ແມ່ນອັບຣາມອີກຕໍ່ໄປ ແຕ່ຊື່ຂອງເຈົ້າຈະເປັນອັບຣາຮາມ; ຍ້ອນເຮົາໄດ້ເຮັດໃຫ້ເຈົ້າເປັນບິດາຂອງບັນດາປະຊາຊາດ. ເຮົາຈະເຮັດໃຫ້ເຈົ້າມີລູກຫຼານຫຼາຍຄົນ ແລະ ເຮົາຈະສ້າງປະຊາຊາດທີ່ອອກຈາກເຊື້ອສາຍຂອງເຈົ້າ ແລະ ຈະມີກະສັດອອກມາຈາກເຊື້ອສາຍຂອງເຈົ້າ”. ພຣະທຳເຫຼົ່ານີ້ແມ່ນພັນທະສັນຍາທີ່ພຣະເຈົ້າສ້າງໄວ້ກັບອັບຣາຮາມ ພ້ອມທັງການທີ່ພຣະເຈົ້າອວຍພອນອັບຣາຮາມ ນັ້ນກໍຄື ພຣະເຈົ້າຈະເຮັດໃຫ້ອັບຣາຮາມເປັນບິດາຂອງບັນດາປະຊາຊາດ, ຈະເຮັດໃຫ້ລາວມີລູກຫຼານຫຼາຍເປັນຢ່າງຍິ່ງ ແລະ ຈະສ້າງປະຊາຊາດຈາກລາວ ແລະ ສ້າງກະສັດຈາກລາວ. ເຈົ້າເຫັນເຖິງສິດອຳນາດຂອງພຣະເຈົ້າໃນພຣະທຳເຫຼົ່ານີ້ບໍ? ແລ້ວເຈົ້າເຫັນສິດອຳນາດດັ່ງກ່າວແນວໃດ? ເຈົ້າເຫັນລັກສະນະໃດຂອງແກ່ນແທ້ຂອງສິດອຳນາດຂອງພຣະເຈົ້າ? ຈາກການອ່ານພຣະທຳເຫຼົ່ານີ້ຢ່າງໃກ້ຊິດ, ມັນບໍ່ຍາກທີ່ຈະຄົ້ນພົບວ່າ ສິດອຳນາດ ແລະ ຕົວຕົນຂອງພຣະເຈົ້າຖືກເປີດເຜີຍໃນການຈັດລຽງພຣະຄຳຂອງພຣະເຈົ້າຢ່າງຊັດເຈນ. ຕົວຢ່າງເຊັ່ນ ເມື່ອພຣະເຈົ້າກ່າວວ່າ: “ພັນທະສັນຍາຂອງເຮົາກໍຢູ່ກັບເຈົ້າ ແລະ ເຈົ້າຈະ... ເຮົາໄດ້ເຮັດໃຫ້ເຈົ້າ... ເຮົາຈະເຮັດໃຫ້ເຈົ້າ...”, ວະລີເຊັ່ນ: “ເຈົ້າຈະ” ແລະ “ເຮົາຈະ” ເຊິ່ງມີການຈັດລຽງຖ້ອຍຄຳທີ່ເປັນການຢືນຢັນຕົວຕົນ ແລະ ສິດອຳນາດຂອງພຣະເຈົ້າ, ໃນດ້ານໜຶ່ງ ແມ່ນການບົ່ງບອກເຖິງຄວາມຊື່ສັດຂອງພຣະຜູ້ສ້າງ; ໃນອີກດ້ານ, ສິ່ງເຫຼົ່ານັ້ນກໍເປັນພຣະທຳພິເສດທີ່ຖືກໃຊ້ໂດຍພຣະເຈົ້າ ຜູ້ເຊິ່ງມີຕົວຕົນຂອງພຣະຜູ້ສ້າງ ພ້ອມທັງເປັນສ່ວນໜຶ່ງໃນຄຳສັບຕາມສະໄໝນິຍົມ. ຖ້າບາງຄົນເວົ້າວ່າ ພວກເຂົາຫວັງໃຫ້ຄົນອື່ນມີລູກຫຼານຫຼາຍເປັນຢ່າງຍິ່ງ, ໃຫ້ບັນດາປະຊາຊາດອອກມາຈາກພວກເຂົາ ແລະ ໃຫ້ກະສັດອອກມາຈາກພວກເຂົາ, ແລ້ວນັ້ນກໍເປັນຄວາມປາຖະໜາຊະນິດໜຶ່ງໂດຍບໍ່ຕ້ອງສົງໄສ ແລະ ບໍ່ແມ່ນຄຳສັນຍາ ຫຼື ການອວຍພອນ. ດ້ວຍເຫດນັ້ນ ຜູ້ຄົນບໍ່ກ້າເວົ້າວ່າ “ເຮົາຈະເຮັດໃຫ້ເຈົ້າເປັນແບບນັ້ນ ແລະ ແບບນີ້, ເຈົ້າຈະເປັນແບບນັ້ນ ແລະ ແບບນີ້...”, ຍ້ອນພວກເຂົາຮູ້ວ່າ ພວກເຂົາບໍ່ມີລິດອຳນາດດັ່ງກ່າວ; ມັນບໍ່ໄດ້ຂຶ້ນກັບພວກເຂົາ ແລະ ເຖິງແມ່ນພວກເຂົາເວົ້າສິ່ງດັ່ງກ່າວ, ຄຳເວົ້າຂອງພວກເຂົາກໍວ່າງເປົ່າ ແລະ ໄຮ້ສາລະ ເຊິ່ງເກີດຈາກຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ. ມີໃຜແດ່ທີ່ກ້າເວົ້າໃນນໍ້າສຽງທີ່ຍິ່ງໃຫຍ່ແບບນັ້ນ ຖ້າພວກເຂົາຮູ້ສຶກວ່າ ພວກເຂົາບໍ່ສາມາດເຮັດຄວາມປະສົງຂອງພວກເຂົາໃຫ້ສຳເລັດໄດ້? ທຸກຄົນປາຖະໜາດີກັບເຊື້ອສາຍຂອງພວກເຂົາ ແລະ ຫວັງວ່າ ພວກເຂົາຈະເກັ່ງ ແລະ ມີຄວາມສຸກກັບຄວາມສຳເລັດ. “ມັນຈະເປັນຄວາມໂຊກດີຢ່າງໃຫຍ່ຫຼວງຂະໜາດໃດ ຖ້າມີຄົນໜຶ່ງໃນພວກເຂົາກາຍມາເປັນຈັກກະພັດ! ຖ້າຄົນໜຶ່ງໄດ້ເປັນເຈົ້າແຂວງ ມັນກໍຈະເປັນສິ່ງທີ່ດີເຊັ່ນກັນ, ພຽງແຕ່ຂໍໃຫ້ພວກເຂົາເປັນຄົນທີ່ມີຄວາມສຳຄັນ!” ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມປາຖະໜາຂອງຜູ້ຄົນ, ແຕ່ຜູ້ຄົນພຽງແຕ່ສາມາດປາຖະໜາໃຫ້ພອນແກ່ເຊື້ອສາຍຂອງພວກເຂົາ ແລະ ບໍ່ສາມາດເຮັດໃຫ້ສຳເລັດໄດ້ ຫຼື ເຮັດໃຫ້ຄຳສັນຍາຂອງພວກເຂົາກາຍເປັນຈິງໄດ້. ໃນຫົວໃຈຂອງພວກເຂົາ, ທຸກຄົນຮູ້ຢ່າງຊັດເຈນວ່າ ພວກເຂົາບໍ່ມີລິດອຳນາດທີ່ຈະບັນລຸສິ່ງດັ່ງກ່າວ ຍ້ອນທຸກສິ່ງທີ່ກ່ຽວກັບພວກເຂົາແມ່ນຢູ່ນອກເໜືອການຄວບຄຸມຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈະມີອຳນາດເໜືອໂຊກຊະຕາຂອງຄົນອື່ນໄດ້ແນວໃດ? ເຫດຜົນທີ່ວ່າ ເປັນຫຍັງພຣະເຈົ້າຈຶ່ງສາມາດເວົ້າພຣະທຳເຫຼົ່ານີ້ກໍຍ້ອນວ່າພຣະເຈົ້າມີສິດອຳນາດດັ່ງກ່າວ ແລະ ສາມາດເຮັດໃຫ້ສຳເລັດ ແລະ ຮັບຮູ້ຄຳສັນຍາທັງໝົດທີ່ພຣະອົງສັນຍາຕໍ່ມະນຸດ ແລະ ສາມາດເຮັດພອນທີ່ພຣະອົງປະທານໃຫ້ກັບມະນຸດນັ້ນກາຍເປັນຈິງໄດ້. ມະນຸດຖືກພຣະເຈົ້າສ້າງ ແລະ ການທີ່ພຣະເຈົ້າຈະເຮັດໃຫ້ບາງຄົນມີລູກຫຼານຫຼາຍຄົນ ກໍເປັນເລື່ອງທີ່ງ່າຍຫຼາຍ; ການທີ່ເຮັດໃຫ້ເຊື້ອສາຍຂອງບາງຄົນຈະເລີນຮຸ່ງເຮືອງກໍບໍ່ຈຳເປັນຕ້ອງມີຫຍັງຫຼາຍນອກຈາກພຣະທຳໜຶ່ງຂໍ້ຂອງພຣະອົງ. ພຣະອົງບໍ່ຈໍາເປັນຕ້ອງປະຕິບັດພາລະກິດດ້ວຍຕົວພຣະອົງເອງຈົນເຫື່ອໄຫຼໄຄຍ້ອຍເພື່ອໃຫ້ເກີດສິ່ງດັ່ງກ່າວ ຫຼື ຄິດຢ່າງໜັກ ຫຼື ຫຍຸ້ງຍາກພຣະອົງເອງກ່ຽວກັບເລື່ອງນັ້ນ; ນີ້ແມ່ນລິດອຳນາດ ແລະ ສິດອຳນາດແທ້ຈິງຂອງພຣະເຈົ້າ.

ຫຼັງຈາກທີ່ໄດ້ອ່ານ “ອັບຣາຮາມຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງຢ່າງແນ່ນອນ ແລະ ບັນດາປະຊາຊາດເທິງແຜ່ນດິນໂລກຈະໄດ້ຮັບການອວຍພອນຜ່ານລາວ” ໃນປະຖົມມະການ 18:18, ພວກເຈົ້າຮູ້ສຶກເຖິງສິດອຳນາດຂອງພຣະເຈົ້າບໍ? ພວກເຈົ້າສາມາດຮູ້ສຶກເຖິງຄວາມພິເສດຂອງພຣະຜູ້ສ້າງບໍ? ພວກເຈົ້າສາມາດຮູ້ສຶກເຖິງຄວາມຍິ່ງໃຫຍ່ຂອງພຣະຜູ້ສ້າງບໍ? ພຣະທຳຂອງພຣະເຈົ້າແມ່ນສິ່ງທີ່ແນ່ນອນ. ພຣະເຈົ້າບໍ່ໄດ້ກ່າວພຣະທຳດັ່າງກ່າວ ຍ້ອນ ຫຼື ເພື່ອເປັນຕົວແທນໃຫ້ກັບຄວາມໝັ້ນໃຈຂອງພຣະອົງໃນຄວາມສຳເລັດ; ກົງກັນຂ້າມ, ພຣະທຳດັ່ງກ່າວເປັນເຄື່ອງພິສູດເຖິງສິດອຳນາດແຫ່ງພຣະຄຳຂອງພຣະເຈົ້າ ແລະ ເປັນພຣະບັນຍັດທີ່ເຮັດໃຫ້ພຣະທຳຂອງພຣະເຈົ້າສຳເລັດ. ມີສອງຂໍ້ທີ່ພວກເຈົ້າຄວນໃສ່ໃຈໃນນີ້. ເມື່ອພຣະເຈົ້າກ່າວວ່າ: “ອັບຣາຮາມຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງຢ່າງແນ່ນອນ ແລະ ບັນດາປະຊາຊາດເທິງແຜ່ນດິນໂລກຈະໄດ້ຮັບການອວຍພອນຜ່ານລາວ”, ມີອົງປະກອບຂອງຄວາມບໍ່ແຈ່ມແຈ້ງໃນພຣະທຳເຫຼົ່ານີ້ບໍ? ມີອົງປະກອບຂອງຄວາມກັງວົນໃຈບໍ? ມີອົງປະກອບຂອງຄວາມຢ້ານກົວບໍ? ຍ້ອນຄຳວ່າ “ຈະແນ່ນອນ” ແລະ “ຈະກາຍເປັນ” ໃນຖ້ອຍຄຳຂອງພຣະເຈົ້າ, ອົງປະກອບເຫຼົ່ານີ້ ເຊິ່ງພິເສດສຳລັບມະນຸດ ແລະ ມັກສະແດງອອກໃຫ້ເຫັນໃນເຂົາ ແມ່ນບໍ່ເຄີຍກ່ຽວຂ້ອງກັບພຣະຜູ້ສ້າງຈັກເທື່ອ. ບໍ່ມີໃຜກ້າໃຊ້ຄຳເວົ້າດັ່ງກ່າວ ເມື່ອອວຍພອນໃຫ້ກັບຄົນອື່ນ, ບໍ່ມີໃຜກ້າອວຍພອນຄົນອື່ນຢ່າງໝັ້ນໃຈໃຫ້ມີຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງ ຫຼື ຄຳສັນຍາທີ່ວ່າ ບັນດາປະຊາຊາດໃນແຜ່ນດິນໂລກຈາກໄດ້ຮັບການອວຍພອນຜ່ານລາວ. ຍິ່ງພຣະທຳຂອງພຣະເຈົ້າແນ່ນອນຫຼາຍສໍ່າໃດ, ພຣະທຳເຫຼົ່ານັ້ນຍິ່ງພິສູດບາງສິ່ງຫຼາຍສໍ່ານັ້ນ. ແລ້ວແມ່ນຫຍັງຄືບາງສິ່ງນັ້ນ? ພຣະທຳເຫຼົ່ານີ້ພິສູດວ່າ ພຣະເຈົ້າມີສິດອຳນາດດັ່ງກ່າວ, ວ່າສິດອຳນາດຂອງພຣະອົງສາມາດເຮັດສຳເລັດສິ່ງເຫຼົ່ານີ້ໄດ້ ແລະ ຄວາມສຳເລັດຂອງພຣະທຳເຫຼົ່ານີ້ແມ່ນຫຼີກເວັ້ນບໍ່ໄດ້. ພຣະເຈົ້າແນ່ນອນໃນຫົວໃຈຂອງພຣະອົງ ໂດຍບໍ່ລັງເລແມ່ນແຕ່ໜ້ອຍດຽວ ກ່ຽວກັບທຸກສິ່ງທີ່ພຣະອົງອວຍພອນໃຫ້ກັບອັບຣາຮາມ. ຍິ່ງໄປກວ່ານັ້ນ, ຄວາມສົມບູນຂອງສິ່ງນີ້ຈະຖືກເຮັດໃຫ້ສຳເລັດຕາມພຣະທຳຂອງພຣະອົງ ແລະ ບໍ່ມີອຳນາດໃດທີ່ສາມາດປ່ຽນແປງ, ຂັດຂວາງ, ທຳລາຍ ຫຼື ລົບກວນການປະຕິບັດໃຫ້ສຳເລັດດັ່ງກ່າວ. ບໍ່ວ່າແມ່ນຫຍັງເກີດຂຶ້ນກໍຕາມ, ບໍ່ມີຫຍັງທີ່ສາມາດລົບລ້າງ ຫຼື ມີອິດທິພົນຕໍ່ການປະຕິບັດໃຫ້ສຳເລັດ ແລະ ຄວາມສຳເລັດຂອງພຣະທຳຂອງພຣະເຈົ້າ. ນີ້ແມ່ນຄວາມຍິ່ງໃຫຍ່ທີ່ສຸດຂອງພຣະທຳທີ່ກ່າວອອກມາຈາກປາກຂອງພຣະຜູ້ສ້າງ ແລະ ສິດອຳນາດຂອງພຣະຜູ້ສ້າງທີ່ຍອມອົດກັ້ນຕໍ່ການປະຕິເສດຂອງມະນຸດ! ເມື່ອໄດ້ອ່ານພຣະທຳເຫຼົ່ານີ້, ເຈົ້າຍັງສົງໄສຢູ່ບໍ? ພຣະທຳເຫຼົ່ານີ້ຖືກກ່າວອອກຈາກປາກຂອງພຣະເຈົ້າ ແລະ ມີລິດອຳນາດ, ຄວາມສະຫງ່າງາມ ແລະ ສິດອຳນາດໃນພຣະທຳຂອງພຣະເຈົ້າ. ຄວາມຍິ່ງໃຫຍ່ ແລະ ສິດອຳນາດດັ່ງກ່າວ ແລະ ຄວາມສຳເລັດຂອງຄວາມຈິງທີ່ແນ່ນອນ ແມ່ນບໍ່ສາມາດບັນລຸໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ບໍ່ຖືກສ້າງໃດໆ ແລະ ບໍ່ມີສິ່ງທີ່ຖືກສ້າງ ຫຼື ບໍ່ຖືກສ້າງໃດກໍຕາມ ສາມາດລື່ນສິ່ງເຫຼົ່ານັ້ນໄດ້. ມີແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສາມາດສົນທະນາກັບມະນຸດຊາດດ້ວຍນໍ້າສຽງ ແລະ ສຳນຽງດັ່ງກ່າວ; ຄວາມຈິງໄດ້ພິສູດວ່າ ຄຳສັນຍາຂອງພຣະອົງບໍ່ແມ່ນພຣະທຳທີ່ວ່າງເປົ່າ ຫຼື ການເວົ້າໃຫຍ່ລ້າໆ, ແຕ່ເປັນພຣະຄຳແຫ່ງສິດອຳນາດໜຶ່ງດຽວທີ່ບໍ່ມີບຸກຄົນ, ເຫດການ ຫຼື ວັດຖຸໃດສາມາດຢູ່ເໜືອພຣະຄໍານັ້ນໄດ້.

ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພຣະທຳທີ່ພຣະເຈົ້າກ່າວ ແລະ ຄຳເວົ້າທີ່ມະນຸດກ່າວ? ເມື່ອເຈົ້າໄດ້ອ່ານພຣະທຳເຫຼົ່ານີ້ທີ່ພຣະເຈົ້າກ່າວ, ເຈົ້າຮູ້ສຶກເຖິງຄວາມຍິ່ງໃຫຍ່ຂອງພຣະທຳຂອງພຣະເຈົ້າ ແລະ ສິດອຳນາດຂອງພຣະເຈົ້າ. ເຈົ້າຮູ້ສຶກແນວໃດ ເມື່ອເຈົ້າໄດ້ຍິນຜູ້ຄົນກ່າວຄຳເວົ້າເຫຼົ່ານີ້? ເຈົ້າຄິດວ່າພວກເຂົາອວດດີ ແລະ ໂອ້ອວດຫຼາຍ ແລະ ເປັນຄົນທີ່ກຳລັງອວດກ່ຽວກັບຕົວພວກເຂົາເອງແມ່ນບໍ? ຍ້ອນພວກເຂົາບໍ່ມີລິດອຳນາດນີ້, ພວກເຂົາບໍ່ມີສິດອຳນາດດັ່ງກ່າວ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ສາມາດບັນລຸສິ່ງດັ່ງກ່າວໄດ້ຢ່າງຄົບຖ້ວນ. ການທີ່ພວກເຂົາໝັ້ນໃຈຫຼາຍກ່ຽວກັບຄຳສັນຍາຂອງພວກເຂົາກໍພຽງແຕ່ອວດເຖິງຄວາມປະໝາດໃນຄຳເວົ້າຂອງພວກເຂົາເທົ່ານັ້ນ. ຖ້າບາງຄົນກ່າວຄຳເວົ້າດັ່ງກ່າວ, ແລ້ວພວກເຂົາກໍອວດດີໂດຍບໍ່ຕ້ອງສົງໄສ ແລະ ໝັ້ນໃຈຫຼາຍເກີນໄປ ແລະ ພວກເຂົາກໍຈະເປີດເຜີຍຕົນເອງບໍ່ຕ່າງຫຍັງກັບອຸປະນິໄສຂອງອັກຄະເທວະດາ. ພຣະທຳເຫຼົ່ານີ້ມາຈາກປາກຂອງພຣະເຈົ້າ; ເຈົ້າຮູ້ສຶກເຖິງອົງປະກອບຂອງຄວາມອວດດີໃນນີ້ບໍ? ເຈົ້າຮູ້ສຶກວ່າ ພຣະທຳຂອງພຣະເຈົ້າເປັນພຽງເລື່ອງຕະຫຼົກບໍ? ພຣະທຳຂອງພຣະເຈົ້າແມ່ນສິດອຳນາດ, ພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ກ່ອນທີ່ພຣະທຳເຫຼົ່ານັ້ນຈະຖືກກ່າວອອກຈາກປາກຂອງພຣະອົງ ເຊິ່ງໝາຍຄວາມວ່າ ໃນຂະນະທີ່ພຣະອົງກໍາລັງຕັດສິນໃຈທີ່ຈະເຮັດບາງສິ່ງ, ແລ້ວສິ່ງນັ້ນກໍໄດ້ຖືກເຮັດໃຫ້ສຳເລັດແລ້ວ. ສາມາດເວົ້າໄດ້ວ່າ ທຸກສິ່ງທີ່ພຣະເຈົ້າກ່າວກັບອັບຣາຮາມເປັນພັນທະສັນຍາທີ່ພຣະເຈົ້າສ້າງໄວ້ກັບອັບຣາຮາມ ແລະ ເປັນຄຳສັນຍາທີ່ພຣະເຈົ້າມອບໃຫ້ກັບອັບຣາຮາມ. ຄຳສັນຍານີ້ເປັນຄວາມຈິງທີ່ຖືກເຮັດໃຫ້ສຳເລັດແລ້ວໃນຄວາມຄິດຂອງພຣະເຈົ້າອີງຕາມແຜນການຂອງພຣະເຈົ້າ. ດ້ວຍເຫດນັ້ນ ການທີ່ພຣະເຈົ້າກ່າວພຣະທຳດັ່ງກ່າວບໍ່ໄດ້ໝາຍຄວາມວ່າ ພຣະອົງມີອຸປະນິໄສທີ່ອວດດີ, ຍ້ອນພຣະເຈົ້າສາມາດບັນລຸສິ່ງດັ່ງກ່າວໄດ້. ພຣະອົງມີລິດອຳນາດນີ້ ແລະ ສິດອຳນາດນີ້ ແລະ ສາມາດບັນລຸການກະທຳເຫຼົ່ານີ້ໄດ້ແທ້ຈິງ ແລະ ຄວາມສຳເລັດຂອງການກະທຳເຫຼົ່ານີ້ກໍຢູ່ພາຍໃນຂອບເຂດຂອງຄວາມສາມາດຂອງພຣະອົງທັງໝົດ. ເມື່ອພຣະທຳແບບນີ້ຖືກກ່າວອອກຈາກປາກຂອງພຣະເຈົ້າ, ພຣະທຳເຫຼົ່ານັ້ນກໍເປັນການເປີດເຜີຍ ແລະ ການສະແດງອອກເຖິງອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ, ການເປີດເຜີຍ ແລະ ການເປີດເຜີຍທີ່ສົມບູນແບບກ່ຽວກັບແກ່ນແທ້ ແລະ ສິດອຳນາດຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ເໝາະສົມ ແລະ ສົມຄວນກວ່ານີ້ທີ່ຈະເປັນເຄື່ອງພິສູດກ່ຽວກັບຕົວຕົນຂອງພຣະຜູ້ສ້າງ. ວິທີການ, ນໍ້າສຽງ ແລະ ການຈັດລຽງຖ້ອຍຄຳດັ່ງກ່າວເປັນສັນຍາລັກຂອງຕົວຕົນຂອງພຣະຜູ້ສ້າງແທ້ຈິງ ແລະ ສອດຄ່ອງຢ່າງສົມບູນແບບກັບການສະແດງອອກຂອງຕົວຕົນຂອງພຣະເຈົ້າເອງ ແລະ ໃນສິ່ງເຫຼົ່ານັ້ນກໍບໍ່ມີການທໍາທ່າ ຫຼື ຄວາມບໍ່ບໍລິສຸດ; ສິ່ງເຫຼົ່ານັ້ນແມ່ນການສະແດງອອກທີ່ສົມບູນແບບເຖິງແກ່ນແທ້ ແລະ ສິດອຳນາດຂອງພຣະຜູ້ສ້າງຢ່າງຄົບຖ້ວນ ແລະ ຢ່າງທີ່ສຸດ. ແຕ່ສຳລັບສິ່ງຖືກສ້າງນັ້ນ, ພວກມັນບໍ່ມີສິດອຳນາດນີ້ ຫຼື ທາດແທ້ນີ້, ແຮງແລ້ວເລີຍທີ່ພວກມັນຈະມີລິດອຳນາດທີ່ພຣະເຈົ້າມອບໃຫ້. ຖ້າມະນຸດຫັກຫຼັງການປະພຶດດັ່ງກ່າວ, ແລ້ວມັນກໍຈະເປັນການສະແດງອອກຢ່າງຮຸນແຮງເຖິງອຸປະນິໄສທີ່ເສື່ອມຊາມຂອງເຂົາຢ່າງແນ່ນອນທີ່ສຸດ ແລະ ໃນຕົ້ນຕໍຂອງເລື່ອງນີ້ ມັນກໍຈະກາຍເປັນຜົນແຊກແຊງຕໍ່ຄວາມອວດດີ ແລະ ຄວາມທະເຍີທະຍານທີ່ບ້າປ່ວງຂອງມະນຸດ ແລະ ເປັນການເປີດໂປງເຈດຕະນາຮ້າຍຂອງຜີຮ້າຍ ແລະ ຊາຕານ ຜູ້ເຊິ່ງປາຖະໜາທີ່ຈະຫຼອກລວງ ແລະ ລໍ້ລວງໃຫ້ພວກເຂົາທໍລະຍົດພຣະເຈົ້າ. ພຣະເຈົ້າຈະເບິ່ງສິ່ງທີ່ຖືກເປີດເຜີຍໂດຍພາສາດັ່ງກ່າວແນວໃດ? ພຣະເຈົ້າຈະເວົ້າວ່າ ເຈົ້າປາຖະໜາທີ່ຈະຍຶດເອົາບ່ອນຂອງພຣະອົງ ແລະ ເຈົ້າປາຖະໜາທີ່ຈະປອມຕົວ ແລະ ແທນທີ່ພຣະອົງ. ເມື່ອເຈົ້າລອກແບບນໍ້າສຽງຂອງພຣະຄຳຂອງພຣະເຈົ້າ, ເຈດຕະນາຂອງເຈົ້າກໍຄືຫວັງເປັນຕົວແທນພຣະເຈົ້າໃນຫົວໃຈຂອງຜູ້ຄົນ, ເພື່ອລັກເອົາມະນຸດຊາດທີ່ເປັນຂອງພຣະເຈົ້າຢ່າງຖືກຕ້ອງ. ນີ້ແມ່ນຊາຕານແທ້ຈິງ; ສິ່ງເຫຼົ່ານີ້ແມ່ນການກະທຳຂອງເຊື້ອສາຍຂອງອັກຄະເທວະດາ ຜູ້ເຊິ່ງເຫຼືອທົນຕໍ່ສະຫວັນ! ໃນທ່າມກາງພວກເຈົ້າ, ມີຄົນທີ່ເຄີຍລອກແບບພຣະເຈົ້າ ດ້ວຍວິທີໃດໜຶ່ງໂດຍກ່າວຄຳເວົ້າສອງສາມຄຳເພື່ອເຈດຕະນາທີ່ຈະນໍາພາ ແລະ ຫຼອກລວງຜູ້ຄົນໃນທາງທີ່ຜິດ ແລະ ເຮັດໃຫ້ພວກເຂົາຮູ້ສຶກຄືກັບວ່າ ພຣະທຳ ແລະ ການກະທຳຂອງບຸກຄົນນີ້ມີສິດອຳນາດ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ຄືກັບວ່າແກ່ນແທ້ ແລະ ຕົວຕົນຂອງບຸກຄົນນີ້ເປັນເອກະລັກ ແລະ ເຖິງຂັ້ນຄືກັບວ່ານໍ້າສຽງຂອງຄຳເວົ້າຂອງບຸກຄົນນີ້ຄ້າຍຄືກັບພຣະເຈົ້າ? ພວກເຈົ້າເຄີຍເຮັດບາງສິ່ງແບບນີ້ບໍ? ພວກເຈົ້າເຄີຍລອກແບບນໍ້າສຽງຂອງພຣະເຈົ້າໃນການເວົ້າຂອງເຈົ້າບໍ ໂດຍສະແດງທ່າທາງທີ່ສື່ເຖິງອຸປະນິໄສຂອງພຣະເຈົ້າຢ່າງຕັ້ງໃຈ ພ້ອມກັບສິ່ງທີ່ຄິດວ່າຈະຍິ່ງໃຫຍ່ ແລະ ມີສິດອຳນາດ? ພວກເຈົ້າສ່ວນໃຫຍ່ມັກກະທຳ ຫຼື ວາງແຜນທີ່ຈະກະທຳແບບນັ້ນບໍ? ບັດນີ້, ເມື່ອເຈົ້າເຫັນ, ຮັບຮູ້ ແລະ ຮູ້ຈັກຢ່າງຊັດເຈນກ່ຽວກັບສິດອຳນາດຂອງພຣະຜູ້ສ້າງ ແລະ ຫຼຽວເບິ່ງຄືນໃນສິ່ງທີ່ພວກເຈົ້າເຄີຍເຮັດ ແລະ ສິ່ງທີ່ພວກເຈົ້າເຄີຍເປີດເຜີຍຕົນເອງ, ພວກເຈົ້າຮູ້ສຶກເບື່ອໜ່າຍບໍ? ພວກເຈົ້າຮູ້ຈັກຄວາມຕໍ່າຊ້າ ແລະ ຄວາມບໍ່ມີຢາງອາຍຂອງພວກເຈົ້າບໍ? ເມື່ອໄດ້ວິເຄາະເຖິງອຸປະນິໄສ ແລະ ແກ່ນແທ້ຂອງຄົນປະເພດດັ່ງກ່າວ, ສາມາດເວົ້າໄດ້ບໍວ່າ ພວກເຂົາເປັນລູກຫຼານອັບປີແຫ່ງນະຮົກ? ສາມາດເວົ້າໄດ້ບໍ່ວ່າ ທຸກຄົນທີ່ເຮັດແບບນັ້ນກຳລັງນໍາຄວາມອັບອາຍມາສູ່ພວກເຂົາເອງ? ພວກເຈົ້າຮູ້ຈັກຄວາມຮ້າຍແຮງຂອງທຳມະຊາດນີ້ບໍ? ມັນຮ້າຍແຮງສໍ່າໃດ? ເຈດຕະນາຂອງຜູ້ຄົນທີ່ກະທຳແບບນີ້ກໍເພື່ອລອກແບບພຣະເຈົ້າ. ພວກເຂົາຕ້ອງການເປັນພຣະເຈົ້າ ເພື່ອເຮັດໃຫ້ຜູ້ຄົນນະມັດສະການພວກເຂົາດັ່ງພຣະເຈົ້າ. ພວກເຂົາຕ້ອງການລົບລ້າງບ່ອນຂອງພຣະເຈົ້າໃນຫົວໃຈຂອງຜູ້ຄົນ ແລະ ກໍາຈັດພຣະເຈົ້າທີ່ປະຕິບັດພາລະກິດທ່າມກາງມະນຸດ ແລະ ພວກເຂົາເຮັດສິ່ງນີ້ກໍເພື່ອບັນລຸເປົ້າໝາຍໃນການຄວບຄຸມຜູ້ຄົນ, ກືນກິນຜູ້ຄົນ ແລະ ຄອບຄອງພວກເຂົາ. ທຸກຄົນມີຄວາມປາຖະໜາ ແລະ ຄວາມທະເຍີທະຍານໃຕ້ສຳນຶກດັ່ງກ່າວ ແລະ ທຸກຄົນດຳລົງຊີວິດໃນແກ່ນແທ້ທີ່ຊົ່ວຮ້າຍເສື່ອມຊາມແບບນີ້ ແລະ ໃນທຳມະຊາດທີ່ຊົ່ວຮ້າຍ ທີ່ພວກເຂົາເປັນສັດຕູກັບພຣະເຈົ້າ, ຫັກຫຼັງພຣະເຈົ້າ ແລະ ປາຖະໜາທີ່ຈະກາຍມາເປັນພຣະເຈົ້າ. ຫຼັງຈາກການສົນທະນາຂອງເຮົາກ່ຽວກັບຫົວຂໍ້ສິດອຳນາດຂອງພຣະເຈົ້າ, ພວກເຈົ້າຍັງປາຖະໜາ ຫຼື ຢາກປອມຕົວເປັນພຣະເຈົ້າ ຫຼື ລອກແບບພຣະເຈົ້າອີກບໍ? ພວກເຈົ້າຍັງປາຖະໜາທີ່ຈະເປັນພຣະເຈົ້າອີກບໍ? ພວກເຈົ້າຍັງປະສົງທີ່ຈະກາຍເປັນພຣະເຈົ້າອີກບໍ? ສິດອຳນາດຂອງພຣະເຈົ້າບໍ່ສາມາດຖືກລອກແບບໂດຍມະນຸດໄດ້ ແລະ ຕົວຕົນ ແລະ ສະຖານະຂອງພຣະເຈົ້າກໍບໍ່ສາມາດຖືກມະນຸດປອມຕົວເປັນ. ເຖິງວ່າເຈົ້າສາມາດລອກແບບນໍ້າສຽງທີ່ພຣະເຈົ້າກ່າວ, ເຈົ້າກໍບໍ່ສາມາດລອກແບບແກ່ນແທ້ຂອງພຣະເຈົ້າ. ເຖິງວ່າເຈົ້າສາມາດຢືນຢູ່ໃນບ່ອນຂອງພຣະເຈົ້າ ແລະ ປອມຕົວເປັນພຣະເຈົ້າ, ເຈົ້າກໍຈະບໍ່ສາມາດເຮັດໃນສິ່ງທີ່ພຣະເຈົ້າເຈດຕະນາທີ່ຈະເຮັດໄດ້ຈັກເທື່ອ ແລະ ຈະບໍ່ສາມາດປົກຄອງ ແລະ ມີອຳນາດເໜືອທຸກສິ່ງໄດ້ຈັກເທື່ອ. ໃນສາຍຕາຂອງພຣະເຈົ້າ, ເຈົ້າກໍຈະເປັນພຽງສິ່ງຖືກສ້າງທີ່ເລັກນ້ອຍຢູ່ຕະລອດໄປ ແລະ ບໍ່ວ່າທັກສະ ແລະ ຄວາມສາມາດຂອງເຈົ້າຈະມີຫຼາຍສໍ່າໃດກໍຕາມ, ບໍ່ວ່າເຈົ້າມີພອນສະຫວັນຫຼາຍສໍ່າໃດກໍຕາມ, ເຈົ້າກໍຄື ໃນຄວາມເປັນຕົວຕົນຂອງເຈົ້າທັງໝົດແມ່ນຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ. ເຖິງເຈົ້າສາມາດກ່າວຄຳເວົ້າອວດເກັ່ງບາງຄຳ, ນີ້ກໍບໍ່ສາມາດສະແດງໄດ້ວ່າ ເຈົ້າມີແກ່ນແທ້ຂອງພຣະຜູ້ສ້າງ ຫຼື ບໍ່ສາມາດສື່ໃຫ້ເຫັນວ່າ ເຈົ້າມີສິດອຳນາດຂອງພຣະຜູ້ສ້າງ. ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າແມ່ນແກ່ນແທ້ຂອງພຣະເຈົ້າເອງ. ສິ່ງເຫຼົ່ານັ້ນບໍ່ແມ່ນໄດ້ມາຈາກການຮຽນຮູ້ ຫຼື ເພີ່ມພູນຈາກພາຍນອກ, ແຕ່ເປັນແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າເອງ. ແລ້ວສະນັ້ນ ຄວາມສຳພັນລະຫວ່າງພຣະຜູ້ສ້າງ ແລະ ສິ່ງຖືກສ້າງຈຶ່ງບໍ່ສາມາດປ່ຽນແປງໄດ້. ໃນຖານະທີ່ເປັນໜຶ່ງໃນສິ່ງຖືກສ້າງ, ມະນຸດຕ້ອງຮັກສາຕໍາແໜ່ງຂອງເຂົາເອງ ແລະ ປະພຶດຢ່າງຕັ້ງໃຈ. ເຝົ້າຮັກສາສິ່ງທີ່ພຣະຜູ້ສ້າງມອບໝາຍໃຫ້ກັບເຈົ້າຢ່າງເຊື່ອຟັງ. ບໍ່ປະຕິບັດນອກເສັ້ນ ຫຼື ເຮັດສິ່ງຕ່າງໆທີ່ຢູ່ນອກເໜືອຂອບເຂດຄວາມສາມາດຂອງເຈົ້າ ຫຼື ເຮັດສິ່ງຕ່າງໆທີ່ເປັນຕາລັງກຽດຕໍ່ພຣະເຈົ້າ. ຢ່າພະຍາຍາມເປັນຄົນຍິ່ງໃຫຍ່ ຫຼື ກາຍເປັນຍອດມະນຸດ ຫຼື ຢູ່ເໜືອຄົນອື່ນ ຫຼື ສະແຫວງຫາທີ່ຈະກາຍເປັນພຣະເຈົ້າ. ນີ້ຄືສິ່ງທີ່ຜູ້ຄົນບໍ່ຄວນປາຖະໜາທີ່ຈະເປັນ. ການສະແຫວງຫາເພື່ອຄວາມຍິ່ງໃຫຍ່ ແລະ ເປັນຍອດມະນຸດແມ່ນສິ່ງທີ່ໂງ່ຈ້າ. ການສະແຫວງຫາເພື່ອກາຍເປັນພຣະເຈົ້າຍິ່ງເປັນສິ່ງທີ່ອັບອາຍທີ່ສຸດ; ມັນເປັນສິ່ງທີ່ເປັນຕາໜ່າຍ ແລະ ເປັນຕາລັງກຽດທີ່ສຸດ. ສິ່ງທີ່ເປັນຕາຍົກຍ້ອງ ແລະ ສິ່ງທີ່ສິ່ງຖືກສ້າງຄວນຍຶດຖືເໜືອສິ່ງໃດກໍຄື ການເປັນສິ່ງຖືກສ້າງທີ່ແທ້ຈິງ; ນີ້ແມ່ນເປົ້າໝາຍດຽວທີ່ທຸກຄົນຄວນສະແຫວງຫາ.

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄວາມຈິງແຫ່ງການຄວບຄຸມ ແລະ ອິດທິພົນຂອງພຣະຜູ້ສ້າງເໜືອສິ່ງທັງປວງ ແລະ ທຸກສິ່ງທີ່ມີຊີວິດບົ່ງບອກເຖິງການມີຢູ່ທີ່ແທ້ຈິງຂອງສິດອຳນາດຂອງພຣະຜູ້ສ້າງ

ໃນທຳນອງດຽວກັນ, ການອວຍພອນຂອງພຣະເຢໂຮວາໃຫ້ກັບໂຢບແມ່ນຖືກບັນທຶກໃນໜັງສືໂຢບ. ພຣະເຈົ້າປະທານຫຍັງໃຫ້ກັບໂຢບ?...

ພຣະເຈົ້າໃຊ້ພຣະທຳຂອງພຣະອົງເພື່ອສ້າງພັນທະສັນຍາກັບມະນຸດ

“ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ....

ເຖິງມະນຸດຊາດໄດ້ຖືກເຮັດໃຫ້ເສື່ອມຊາມ, ພວກເຂົາກໍຍັງດຳລົງຊີວິດຢູ່ພາຍໃຕ້ການປົກຄອງແຫ່ງອຳນາດຂອງພຣະຜູ້ສ້າງ

ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເປັນເວລາຫຼາຍພັນປີ. ມັນໄດ້ສ້າງຄວາມຊົ່ວຮ້າຍຢ່າງນັບບໍ່ຖ້ວນ, ໄດ້ຫຼອກລວງຜູ້ຄົນຍຸກແລ້ວຍຸກເລົ່າ ແລະ...

ຄຳສັ່ງຂອງພຣະເຈົ້າຕໍ່ຊາຕານ

“ແລະ ພຣະເຢໂຮວາເວົ້າກັບຊາຕານວ່າ ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ” (ໂຢບ 2:6). ຊາຕານບໍ່ເຄີຍກ້າຝ່າຝືນສິດອຳນາດຂອງພຣະຜູ້ສ້າງ...

Leave a Reply