ສິດອຳນາດຂອງພຣະຜູ້ສ້າງບໍ່ໄດ້ຖືກຈຳກັດໂດຍເວລາ, ອາວະກາດ ຫຼື ພູມສາດ ແລະ ສິດອຳນາດຂອງພຣະຜູ້ສ້າງແມ່ນເໜືອການຄໍານວນ

12 ທັນວາ 2022

ໃຫ້ພວກເຮົາມາເບິ່ງປະຖົມມະການ 22:17-18. ນີ້ແມ່ນອີກຂໍ້ຄວາມໜຶ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວໄວ້ ເຊິ່ງພຣະອົງກ່າວກັບອັບຣາຮາມວ່າ: “ເຮົາຈະອວຍພອນເຈົ້າດ້ວຍການອວຍພອນນີ້, ໃນການເພີ່ມຄູນທະວີ ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ; ເຊື້ອສາຍຂອງເຈົ້າຈະຄອບຄອງປະຕູຂອງສັດຕູຂອງເຂົາ ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ ຍ້ອນເຈົ້າໄດ້ເຊື່ອຟັງເຮົາ”. ພຣະຜູ້ເປັນເຈົ້າໄດ້ອວຍພອນອັບຣາຮາມຫຼາຍຄັ້ງວ່າ ເຊື້ອສາຍຂອງລາວຈະເພີ່ມທະວີ, ແຕ່ພວກເຂົາຈະເພີ່ມທະວີຮອດຈຸດໃດ? ຮອດຈຸດທີ່ກ່າວໄວ້ໃນຂໍ້ພຣະຄຳພີວ່າ: “ດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ”. ນີ້ເວົ້າໄດ້ວ່າ ພຣະເຈົ້າປາຖະໜາທີ່ຈະປະທານລູກຫຼານໃຫ້ກັບອັບຣາຮາມເຊິ່ງມີຫຼາຍສໍ່າດວງດາວທີ່ຢູ່ທ້ອງຟ້າ ແລະ ຫຼາຍສໍ່າເມັດຊາຍທີ່ຢູ່ແຄມທະເລ. ພຣະເຈົ້າກ່າວໂດຍໃຊ້ຄຳບັນຍາຍທີ່ເປັນພາບ ແລະ ຈາກຄຳບັນຍາຍທີ່ເປັນພາບນີ້ ມັນກໍບໍ່ແມ່ນເລື່ອງຍາກທີ່ຈະເຫັນວ່າ ພຣະເຈົ້າຈະບໍ່ພຽງແຕ່ປະທານເຊື້ອສາຍໜຶ່ງຄົນ, ສອງຄົນ ຫຼື ແມ່ນແຕ່ພັນໆຄົນໃຫ້ກັບອັບຣາຮາມ, ແຕ່ໃນຈຳນວນທີ່ບໍ່ສາມາດນັບໄດ້, ພຽງພໍຈົນພວກເຂົາຈະກາຍມາເປັນຝູງຊົນຂອງຊົນຊາດຕ່າງ ຍ້ອນພຣະເຈົ້າສັນຍາກັບອັບຣາຮາມວ່າ ລາວຈະເປັນພໍ່ຂອງຫຼາຍຊົນຊາດ. ບັດນີ້ ຈຳນວນນັ້ນແມ່ນຖືກຕັດສິນໂດຍມະນຸດ ຫຼື ມັນຖືກຕັດສິນໂດຍພຣະເຈົ້າບໍ? ມະນຸດສາມາດຄວບຄຸມຈຳນວນຂອງເຊື້ອສາຍທີ່ເຂົາມີບໍ? ມັນຂຶ້ນກັບເຂົາບໍ? ມັນບໍ່ໄດ້ຂຶ້ນກັບມະນຸດເລີຍວ່າ ເຂົາຈະມີຫຼາຍ ຫຼື ບໍ່, ແຮງໄກທີ່ຈະມີຫຼາຍສໍ່າກັບ “ດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ”. ໃຜທີ່ບໍ່ປາຖະໜາຢາກໃຫ້ເຊື້ອສາຍຂອງພວກເຂົາມີຫຼາຍສໍ່າກັບດວງດາວ? ໂຊກບໍ່ດີ, ສິ່ງຕ່າງໆບໍ່ໄດ້ເປັນໄປຕາມທີ່ເຈົ້າຕ້ອງການສະເໝີ. ບໍ່ວ່າມະນຸດຈະມີທັກສະ ຫຼື ມີຄວາມສາມາດຫຼາຍສໍ່າໃດກໍຕາມ, ມັນກໍບໍ່ໄດ້ຂຶ້ນກັບເຂົາ; ບໍ່ມີໃຜທີ່ສາມາດຢືນຢູ່ນອກສິ່ງທີ່ພຣະເຈົ້າກໍານົດໄວ້. ບໍ່ວ່າພຣະອົງຈະຍອມໃຫ້ເຈົ້າມີຫຼາຍສໍ່າໃດກໍຕາມ ນັ້ນກໍຄື ເຈົ້າຈະມີຫຼາຍສໍ່າໃດກໍຕາມ, ຖ້າພຣະເຈົ້າມອບຈຳນວນເລັກນ້ອຍໃຫ້ກັບເຈົ້າ, ແລ້ວເຈົ້າກໍຈະບໍ່ມີຫຼາຍ ແລະ ຖ້າພຣະເຈົ້າມອບໃຫ້ກັບເຈົ້າຫຼາຍ, ມັນກໍຈະບໍ່ມີຜົນຫຍັງທີ່ຈະຕໍ່ຕ້ານໃນຈຳນວນທີ່ເຈົ້າມີ. ມັນບໍ່ໄດ້ເປັນແບບນີ້ບໍ? ທຸກສິ່ງເຫຼົ່ານີ້ແມ່ນຂຶ້ນກັບພຣະເຈົ້າ, ບໍ່ແມ່ນມະນຸດ! ມະນຸດຖືກປົກຄອງໂດຍພຣະເຈົ້າ ແລະ ບໍ່ມີໃຜທີ່ຖືກຍົກເວັ້ນ!

ເມື່ອພຣະເຈົ້າເວົ້າວ່າ: “ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າ” ນີ້ແມ່ນພັນທະສັນຍາທີ່ພຣະເຈົ້າສ້າງຕັ້ງຂຶ້ນກັບອັບຣາຮາມ ແລະ ເໝືອນກັບພັນທະສັນຍາຂອງສາຍຮຸ້ງ ມັນຈະສຳເລັດຕະຫຼອດນິລັນ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າເຮັດໄວ້ໃຫ້ກັບອັບຣາຮາມ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ສາມາດເຮັດໃຫ້ຄຳສັນຍານີ້ກາຍເປັນຈິງ. ບໍ່ວ່າມະນຸດຈະເຊື່ອມັນ ຫຼື ບໍ່ກໍຕາມ, ບໍ່ວ່າມະນຸດຈະຍອມຮັບມັນ ຫຼື ບໍ່ກໍຕາມ ແລະ ບໍ່ວ່າມະນຸດຈະພິຈາລະນາແນວໃດກໍຕາມ ແລະ ເບິ່ງມັນແນວໃດກໍຕາມ, ທຸກສິ່ງເຫຼົ່ານີ້ແມ່ນຈະສຳເລັດລົງຕາມຕົວອັກສອນ, ຕາມພຣະທຳທີ່ພຣະເຈົ້າກ່າວໄວ້. ພຣະທຳຂອງພຣະເຈົ້າຈະບໍ່ປ່ຽນແປງ ຍ້ອນການປ່ຽນແປງໃນຄວາມປະສົງ ຫຼື ແນວຄວາມຄິດຂອງມະນຸດ ແລະ ມັນຈະບໍ່ປ່ຽນແປງຍ້ອນການປ່ຽນແປງໃນບຸກຄົນ, ເຫດການ ຫຼື ສິ່ງໃດໜຶ່ງ. ທຸກໆສິ່ງອາດຫາຍໄປ, ແຕ່ພຣະທຳຂອງພຣະເຈົ້າຈະຄົງຢູ່ຕະຫຼອດໄປ. ໃນຄວາມຈິງແລ້ວ, ມື້ທີ່ທຸກສິ່ງຫາຍໄປກໍເປັນມື້ທີ່ພຣະທຳຂອງພຣະເຈົ້າຖືກເຮັດໃຫ້ສຳເລັດລົງຢ່າງຄົບຖ້ວນ, ຍ້ອນພຣະອົງເປັນພຣະຜູ້ສ້າງ, ພຣະອົງມີສິດອຳນາດຂອງພຣະຜູ້ສ້າງ, ມີລິດອຳນາດຂອງພຣະຜູ້ສ້າງ ແລະ ພຣະອົງຄວບຄຸມທຸກໆສິ່ງ ແລະ ທຸກແຮງຜັກດັນໃນຊີວິດ; ພຣະອົງສາມາດເຮັດໃຫ້ບາງສິ່ງເກີດຂຶ້ນຈາກສິ່ງວ່າງເປົ່າ ຫຼື ເຮັດໃຫ້ບາງສິ່ງກາຍເປັນສິ່ງວ່າງເປົ່າ ແລະ ພຣະອົງຄວບຄຸມການປ່ຽນແປງຂອງທຸກສິ່ງຈາກສິ່ງທີ່ມີຊີວິດຈົນເຖິງສິ່ງທີ່ຕາຍແລ້ວ; ຍ້ອນພຣະເຈົ້າ, ບໍ່ມີຫຍັງທີ່ງ່າຍດາຍກວ່າການເພີ່ມທະວີເຊື້ອສາຍຂອງຄົນບາງຄົນ. ນີ້ຟັງຄືກັບເປັນເລື່ອງເພີ້ຝັນຕໍ່ມະນຸດ ເໝືອນເທບນິຍາຍ, ແຕ່ສຳລັບພຣະເຈົ້າ ສິ່ງທີ່ພຣະອົງຕັດສິນໃຈ ແລະ ສັນຍາທີ່ຈະເຮັດ ບໍ່ແມ່ນເລື່ອງເພີ້ຝັນ ຫຼື ມັນເປັນເທບນິຍາຍ. ກົງກັນຂ້າມ ມັນແມ່ນຄວາມຈິງທີ່ພຣະເຈົ້າໄດ້ເຫັນແລ້ວ ແລະ ຈະຖືກເຮັດໃຫ້ສຳເລັດຢ່າງແນ່ນອນ. ພວກເຈົ້າບໍ່ເຫັນຄຸນຄ່າໃນສິ່ງນີ້ບໍ? ຄວາມຈິງດັ່ງກ່າວບໍ່ໄດ້ພິສູດວ່າເຊື້ອສາຍຂອງອັບຣາຮາມມີຈຳນວນຢ່າງຫຼວງຫຼາຍບໍ? ຫຼາຍສໍ່າໃດ? ຫຼາຍສໍ່າກັບ “ດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ” ຕາມທີ່ພຣະເຈົ້າກ່າວໄວ້ບໍ? ພວກເຂົາແຜ່ຂະຫຍາຍທົ່ວທຸກຊົນຊາດ ແລະ ທຸກບ່ອນ, ໄປທຸກສະຖານທີ່ໃນແຜ່ນດິນໂລກບໍ? ແມ່ນຫຍັງທີ່ເຮັດໃຫ້ຄວາມຈິງນີ້ສຳເລັດ? ມັນສຳເລັດລົງຍ້ອນສິດອຳນາດແຫ່ງພຣະທຳຂອງພຣະເຈົ້າບໍ? ເປັນເວລາສອງສາມຮ້ອຍ ຫຼື ຫຼາຍພັນປີຫຼັງຈາກທີ່ພຣະທຳຂອງພຣະເຈົ້າຖືກກ່າວໄວ້, ພຣະທຳຂອງພຣະເຈົ້າກໍສືບຕໍ່ຖືກເຮັດໃຫ້ສຳເລັດ ແລະ ກາຍມາເປັນຄວາມຈິງຢ່າງຕໍ່ເນື່ອງ; ນີ້ແມ່ນຄວາມຍິ່ງໃຫຍ່ແຫ່ງພຣະທຳຂອງພຣະເຈົ້າ ແລະ ເປັນເຄື່ອງພິສູດແຫ່ງສິດອຳນາດຂອງພຣະເຈົ້າ. ເມື່ອພຣະເຈົ້າສ້າງທຸກສິ່ງໃນຕອນເລີ່ມຕົ້ນ, ພຣະເຈົ້າກ່າວວ່າ: “ໃຫ້ມີແສງສະຫວ່າງ” ແລ້ວກໍມີແສງສະຫວ່າງ. ສິ່ງນີ້ເກີດຂຶ້ນຢ່າງໄວວາຫຼາຍ, ຖືກເຮັດໃຫ້ສຳເລັດໃນເວລາສັ້ນໆ ແລະ ບໍ່ມີການຊັກຊ້າ. ໃນການສຳເລັດ ແລະ ການບັນລຸຂອງມັນ; ຜົນຂອງພຣະທຳຂອງພຣະເຈົ້າແມ່ນທັນທີເລີຍ. ທັງສອງຢ່າງສະແດງໃຫ້ເຫັນເຖິງສິດອຳນາດຂອງພຣະເຈົ້າ, ແຕ່ເມື່ອພຣະເຈົ້າອວຍພອນອັບຣາຮາມ, ພຣະອົງເຮັດໃຫ້ມະນຸດເຫັນອີກດ້ານຂອງແກ່ນແທ້ຂອງສິດອຳນາດຂອງພຣະເຈົ້າ ພ້ອມທັງຄວາມຈິງທີ່ສິດອຳນາດຂອງພຣະຜູ້ສ້າງເໜືອການຄໍານວນ ແລະ ຍິ່ງໄປກວ່ານັ້ນກໍຄື ພຣະອົງຍອມໃຫ້ມະນຸດເຫັນດ້ານທີ່ເປັນຈິງຫຼາຍຍິ່ງຂຶ້ນ ແລະ ພິເສດຫຼາຍຂຶ້ນຂອງສິດອຳນາດຂອງພຣະຜູ້ສ້າງ.

ຫຼັງຈາກທີ່ພຣະທຳຂອງພຣະເຈົ້າຖືກກ່າວອອກ, ສິດອຳນາດຂອງພຣະເຈົ້າກໍຄວບຄຸມພາລະກິດນີ້ ແລະ ຄວາມຈິງທີ່ຖືກສັນຍາຈາກປາກຂອງພຣະເຈົ້າກໍເລີ່ມກາຍເປັນຄວາມຈິງເທື່ອລະໜ້ອຍ. ດ້ວຍເຫດນັ້ນ ການປ່ຽນແປງກໍເລີ່ມປາກົດຂຶ້ນທ່າມກາງທຸກສິ່ງ ຄືກັນກັບວ່າ ການມາເຖິງຂອງລະດູໃບໄມ້ປົ່ງ, ຫຍ້າຈະກາຍເປັນສີຂຽວແນວໃດ, ດອກໄມ້ຈະອອກດອກແນວໃດ, ຕາຈະແຕກໜໍ່ອອກຈາກຕົ້ນໄມ້ແນວໃດ, ນົກຈະເລີ່ມຮ້ອງແນວໃດ, ຫ່ານຈະກັບຄືນຖິ່ນແນວໃດ ແລະ ທົ່ງຫຍ້າຈະເຕັມໄປດ້ວຍຜູ້ຄົນແນວໃດ... ດ້ວຍການມາເຖິງຂອງລະດູໃບໄມ້ປົ່ງ, ທຸກສິ່ງຖືກເຮັດໃຫ້ຟື້ນຄືນ ແລະ ສິ່ງນີ້ກໍເປັນການກະທຳທີ່ອັດສະຈັນຂອງພຣະຜູ້ສ້າງ. ເມື່ອພຣະເຈົ້າເຮັດໃຫ້ຄຳສັນຍາຂອງພຣະອົງສຳເລັດ, ທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກກໍເລີ່ມຕົ້ນໃໝ່ ແລະ ປ່ຽນແປງຕາມຄວາມຄິດຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ຖືກຍົກເວັ້ນເລີຍ. ເມື່ອຄຳໝັ້ນສັນຍາ ຫຼື ຄຳສັນຍາຖືກກ່າວອອກຈາກປາກຂອງພຣະເຈົ້າ, ທຸກສິ່ງກໍຖືກເຮັດໃຫ້ສໍາເລັດ ແລະ ຖືກກຳນົດທິດທາງເພື່ອຄວາມສຳເລັດຂອງມັນ; ສິ່ງຖືກສ້າງທຸກຢ່າງກໍຖືກປັ້ນແຕ່ງ ແລະ ຈັດແຈງຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ, ເຮັດຕາມບົດບາດໃຜມັນ ແລະ ຮັບໃຊ້ໜ້າທີ່ຂອງໃຜມັນ. ນີ້ແມ່ນການສະແດງອອກຂອງສິດອຳນາດຂອງພຣະຜູ້ສ້າງ. ເຈົ້າເຫັນຫຍັງໃນສິ່ງນີ້ບໍ? ເຈົ້າຮູ້ຈັກສິດອຳນາດຂອງພຣະເຈົ້າແນວໃດ? ມີຂອບເຂດໃນສິດອຳນາດຂອງພຣະເຈົ້າບໍ? ມີເວລາຈຳກັດບໍ? ສາມາດເວົ້າໄດ້ບໍວ່າ ມັນມີຄວາມສູງສະເພາະ ຫຼື ຄວາມຍາວສະເພາະ? ສາມາດເວົ້າໄດ້ບໍວ່າ ມັນມີຂະໜາດ ຫຼື ກຳລັງສຳເພາະ? ສາມາດວັດແທກມັນດ້ວຍຂະໜາດຂອງມະນຸດບໍ? ສິດອຳນາດຂອງພຣະເຈົ້າບໍ່ເປີດ ແລະ ປິດ, ບໍ່ໄດ້ມາ ແລະ ໄປ ແລະ ບໍ່ມີໃຜທີ່ສາມາດວັດແທກໄດ້ວ່າ ສິດອຳນາດຂອງພຣະອົງຍິ່ງໃຫຍ່ສໍ່າໃດ. ບໍ່ວ່າເວລາຈະຜ່ານໄປຫຼາຍສໍ່າໃດກໍຕາມ, ເມື່ອພຣະເຈົ້າອວຍພອນຄົນໆໜຶ່ງ, ການອວຍພອນນີ້ຈະສືບຕໍ່ໄປເລື້ອຍໆ ແລະ ການຕໍ່ເນື່ອງຂອງການອວຍພອນຈະເປັນຄຳພະຍານໃຫ້ກັບສິດອຳນາດທີ່ບໍ່ສາມາດປະເມີນຄ່າໄດ້ຂອງພຣະເຈົ້າ ແລະ ຈະຍອມໃຫ້ມະນຸດຊາດເຫັນແລ້ວເຫັນອີກເຖິງການປາກົດອີກຄັ້ງຂອງພະລັງຊີວິດທີ່ບໍ່ສາມາດດັບມອດໄດ້ຂອງພຣະຜູ້ສ້າງ. ການສະແດງອອກແຕ່ລະຢ່າງຂອງສິດອຳນາດຂອງພຣະອົງແມ່ນການສະແດງຢ່າງສົມບູນເຖິງພຣະທຳທີ່ມາຈາກປາກຂອງພຣະອົງ ເຊິ່ງຖືກສະແດງໃຫ້ກັບທຸກສິ່ງ ແລະ ໃຫ້ກັບມະນຸດຊາດທັງປວງ. ຍິ່ງໄປກວ່ານັ້ນ ທຸກສິ່ງທີ່ສິດອຳນາດຂອງພຣະອົງເຮັດໃຫ້ສຳເລັດກໍພິເສດເໜືອການປຽບທຽບ ແລະ ບໍ່ມີຂໍ້ບົກຜ່ອງໃດເລີຍ. ສາມາດເວົ້າໄດ້ວ່າ ຄວາມຄິດຂອງພຣະອົງ, ພຣະທຳຂອງພຣະອົງ, ສິດອຳນາດຂອງພຣະອົງ ແລະ ພາລະກິດທຸກຢ່າງທີ່ພຣະອົງເຮັດໃຫ້ສຳເລັດລ້ວນແລ້ວແຕ່ເປັນພາບສວຍງາມທີ່ບໍ່ສາມາດທຽບໄດ້ ແລະ ສຳລັບສິ່ງຖືກສ້າງແລ້ວ, ພາສາຂອງມະນຸດຊາດບໍ່ສາມາດກ່າວເຖິງຄວາມສຳຄັນ ແລະ ຄຸນຄ່າຂອງມັນໄດ້. ເມື່ອພຣະເຈົ້າເຮັດສັນຍາກັບບຸກຄົນໃດໜຶ່ງ, ທຸກສິ່ງທີ່ກ່ຽວກັບພວກເຂົາພຣະເຈົ້າແມ່ນຮູ້ຈັກດີຄືກັບຫຼັງມືຂອງພຣະອົງເອງ ບໍ່ວ່າພວກເຂົາຈະດຳລົງຊີວິດຢູ່ໃສ ຫຼື ພວກເຂົາຈະເຮັດຫຍັງ, ເບື້ອງຫຼັງຂອງພວກເຂົາກ່ອນ ຫຼື ຫຼັງຈາກທີ່ພວກເຂົາຮັບຄຳສັນຍາເປັນແນວໃດ ຫຼື ຄວາມວຸ້ນວາຍໃນສະພາບແວດລ້ອມແຫ່ງການດຳລົງຊີວິດຂອງພວກເຂົາຈະຮ້າຍແຮງຫຼາຍສໍ່າໃດ. ບໍ່ວ່າເວລາຈະຜ່ານໄປຫຼາຍສໍ່າໃດຫຼັງຈາກທີ່ພຣະທຳຂອງພຣະເຈົ້າຖືກກ່າວອອກ, ສຳລັບພຣະອົງແລ້ວ ມັນກໍຄືກັບວ່າພຣະທຳເຫຼົ່ານັ້ນຫາກໍຖືກກ່າວອອກໄປ. ນີ້ໝາຍຄວາມວ່າ ພຣະເຈົ້າມີລິດອຳນາດ ແລະ ມີສິດອຳນາດດັ່ງກ່າວທີ່ພຣະອົງສາມາດຕິດຕາມ, ຄວບຄຸມ ແລະ ສໍາເລັດຄຳສັນຍາທຸກຢ່າງທີ່ພຣະອົງສ້າງໄວ້ກັບມະນຸດຊາດ ແລະ ບໍ່ວ່າຄຳສັນຍາຈະເປັນຫຍັງກໍຕາມ, ບໍ່ວ່າມັນຈະດົນສໍ່າໃດທີ່ຈະເຮັດໃຫ້ຄຳສັນຍານັ້ນສຳເລັດຢ່າງຄົບຖ້ວນ ແລະ ຍິ່ງໄປກວ່ານັ້ນກໍຄື ບໍ່ວ່າຂອບເຂດຂອງຄວາມສຳເລັດຂອງຄຳສັນຍານັ້ນກວ້າງຂວາງຫຼາຍສໍ່າໃດ ຕົວຢ່າງເຊັ່ນ: ເວລາ, ພູມສາດ, ຊົນເຜົ່າ ແລະ ອື່ນໆ, ຄຳສັນຍານີ້ກໍຈະຖືກເຮັດໃຫ້ສຳເລັດ, ເກີດເປັນຈິງ ແລະ ຍິ່ງໄປກວ່ານັ້ນກໍຄື ຄວາມສຳເລັດ ແລະ ການເຮັດໃຫ້ເປັນຈິງຂອງມັນຈະບໍ່ຮຽກຮ້ອງຄວາມພະຍາຍາມແມ່ນແຕ່ໜ້ອຍດຽວຈາກພຣະອົງ. ແລ້ວສິ່ງນີ້ພິສູດຫຍັງ? ມັນພິສູດວ່າຂອບເຂດຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າແມ່ນພຽງພໍທີ່ຈະຄວບຄຸມຈັກກະວານທັງປວງ ແລະ ມະນຸດຊາດທັງໝົດ. ພຣະເຈົ້າສ້າງແສງສະຫວ່າງ, ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າພຽງແຕ່ຄຸ້ມຄອງແສງສະຫວ່າງ ຫຼື ພຣະອົງພຽງແຕ່ຄຸ້ມຄອງນໍ້າ ເພາະພຣະອົງສ້າງນໍ້າ ແລະ ສິ່ງອື່ນໆແມ່ນບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ນີ້ຈະບໍ່ແມ່ນເປັນການເຂົ້າໃຈຜິດບໍ? ເຖິງແມ່ນການທີ່ພຣະເຈົ້າອວຍພອນອັບຣາຮາມໄດ້ຫາຍຈາກຄວາມຊົງຈຳຂອງມະນຸດເທື່ອລະໜ້ອຍຫຼັງຈາກເວລາຫຼາຍຮ້ອຍປີ, ສຳລັບພຣະເຈົ້າແລ້ວ ຄຳສັນຍານີ້ຍັງຄົງຢູ່ຄືເກົ່າ. ມັນຍັງຢູ່ໃນຂະບວນການເຮັດໃຫ້ສຳເລັດ ແລະ ບໍ່ເຄີຍຢຸດຈັກເທື່ອ. ມະນຸດບໍ່ເຄີຍຮູ້ ຫຼື ໄດ້ຍິນເຖິງວິທີທີ່ພຣະເຈົ້າໃຊ້ສິດອຳນາດຂອງພຣະອົງຈັກເທື່ອ, ວິທີທີ່ທຸກສິ່ງຖືກປັ້ນແຕ່ງ ແລະ ຈັດແຈງ ແລະ ເລື່ອງລາວຫຼາຍຢ່າງທີ່ເກີດຂຶ້ນທ່າມກາງທຸກສິ່ງໃນການສ້າງຂອງພຣະເຈົ້າໃນລະຫວ່າງເວລານີ້, ແຕ່ທຸກຊິ້ນສ່ວນຢ່າງມະຫັດສະຈັນຂອງການສະແດງອອກເຖິງສິດອຳນາດຂອງພຣະເຈົ້າ ແລະ ການເປີດເຜີຍເຖິງການກະທຳຂອງພຣະອົງແມ່ນຖືກບອກຕໍ່ ແລະ ຍົກຍ້ອງທ່າມກາງທຸກສິ່ງ, ທຸກສິ່ງໄດ້ສະແດງອອກ ແລະ ກ່າວເຖິງການກະທຳທີ່ອັດສະຈັນຂອງພຣະຜູ້ສ້າງ ແລະ ທຸກເລື່ອງລາວທີ່ຖືກເລົ່າເຖິງໃນການປົກຄອງຂອງພຣະເຈົ້າເໜືອທຸກສິ່ງ ແມ່ນຈະຖືກປະກາດໂດຍທຸກສິ່ງສືບໄປຕະຫຼອດ. ສິດອຳນາດທີ່ພຣະເຈົ້າປົກຄອງທຸກສິ່ງ ແລະ ລິດອຳນາດຂອງພຣະເຈົ້າສະແດງກັບທຸກສິ່ງວ່າ ພຣະເຈົ້າສະຖິດຢູ່ທຸກແຫ່ງ ແລະ ທຸກເວລາ. ເມື່ອເຈົ້າໄດ້ເຫັນເຖິງການຢູ່ທົ່ວທຸກຫົນທຸກແຫ່ງຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ, ເຈົ້າຈະເຫັນວ່າ ພຣະເຈົ້າສະຖິດຢູ່ທຸກແຫ່ງ ແລະ ທຸກເວລາ. ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າບໍ່ໄດ້ຖືກຈຳກັດດ້ວຍເວລາ, ພູມສາດ, ອາວະກາດ ຫຼື ບຸກຄົນໃດໜຶ່ງ, ເຫດການ ຫຼື ສິ່ງຂອງ. ຂອບເຂດແຫ່ງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າເໜືອຈິນຕະນາການຂອງມະນຸດ; ມະນຸດບໍ່ສາມາດຢັ່ງເຖິງມັນໄດ້, ມະນຸດບໍ່ສາມາດຈິນຕະນາການໄດ້ ແລະ ມະນຸດຈະບໍ່ສາມາດຮູ້ຢ່າງຄົບຖ້ວນໄດ້ຈັກເທື່ອ.

ບາງຄົນມັກຄາດຄະເນ ແລະ ຈິນຕະນາການ, ແຕ່ການຈິນຕະນາການຂອງມະນຸດສາມາດໄປໄກສໍ່າໃດ? ມັນສາມາດໄປກາຍແຜ່ນດິນໂລກນີ້ບໍ? ມະນຸດສາມາດຄາດຄະເນ ແລະ ຈິນຕະນາການເຖິງຄວາມແທ້ຈິງ ແລະ ຄວາມຖືກຕ້ອງແຫ່ງສິດອຳນາດຂອງພຣະເຈົ້າໄດ້ບໍ? ການຄາດຄະເນ ແລະ ການຈິນຕະນາການຂອງມະນຸດສາມາດເຮັດໃຫ້ເຂົາບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າໄດ້ບໍ? ພວກມັນສາມາດເຮັດໃຫ້ມະນຸດເຂົ້າໃຈ ແລະ ຍອມຢູ່ພາຍໃຕ້ສິດອຳນາດຂອງພຣະເຈົ້າຢ່າງແທ້ຈິງໄດ້ບໍ? ຄວາມຈິງພິສູດວ່າ ການຄາດຄະເນ ແລະ ການຈິນຕະນາການຂອງມະນຸດເປັນພຽງແຕ່ຜົນຜະລິດຂອງສະຕິປັນຍາຂອງມະນຸດ ແລະ ບໍ່ໄດ້ໃຫ້ການຊ່ວຍເຫຼືອ ຫຼື ຜົນປະໂຫຍດແມ່ນແຕ່ໜ້ອຍດຽວສໍາລັບຄວາມຮູ້ຂອງມະນຸດກ່ຽວກັບສິດອຳນາດຂອງພຣະເຈົ້າ. ຫຼັງຈາກທີ່ໄດ້ອ່ານນິຍາຍວິທະຍາສາດ, ບາງຄົນສາມາດຈິນຕະນາການເຖິງດວງເດືອນ ແລະ ດວງດາວເປັນແນວໃດ. ແຕ່ນີ້ກໍບໍ່ໄດ້ໝາຍຄວາມວ່າ ມະນຸດມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບສິດອຳນາດຂອງພຣະເຈົ້າ. ການຈິນຕະນາການຂອງມະນຸດກໍເປັນພຽງແຕ່ການຈິນຕະນາການເທົ່ານັ້ນ. ຈາກຄວາມຈິງກ່ຽວກັບສິ່ງເຫຼົ່ານີ້ ເຊິ່ງໝາຍຄວາມວ່າ ຈາກຄວາມກ່ຽວຂ້ອງຂອງພວກເຂົາກັບສິດອຳນາດຂອງພຣະເຈົ້າ, ພວກເຂົາບໍ່ມີຄວາມເຂົ້າໃຈຫຍັງເລີຍ. ມັນຈະມີປະໂຫຍດຫຍັງເຖິງວ່າເຈົ້າໄດ້ໄປດວງເດືອນ? ມັນສະແດງວ່າເຈົ້າມີຄວາມເຂົ້າໃຈໃນຫຼາຍມິຕິກ່ຽວກັບສິດອຳນາດຂອງພຣະເຈົ້າບໍ? ມັນສະແດງວ່າເຈົ້າສາມາດຈິນຕະນາການເຖິງຂອບເຂດແຫ່ງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າບໍ? ຍ້ອນການຄາດຄະເນ ແລະ ການຈິນຕະນາການຂອງມະນຸດບໍ່ສາມາດເຮັດໃຫ້ມະນຸດຮູ້ຈັກສິດອຳນາດຂອງພຣະເຈົ້າໄດ້, ມະນຸດຄວນເຮັດຫຍັງ? ທາງເລືອກທີ່ສະຫຼາດສຸດກໍຄືບໍ່ຄາດຄະເນ ຫຼື ຈິນຕະນາການ ເຊິ່ງໝາຍຄວາມວ່າ ມະນຸດຕ້ອງບໍ່ເພິ່ງພາຈິນຕະນາການ ແລະ ເຊື່ອຖືການຄາດຄະເນ ເມື່ອເວົ້າເຖິງການຮູ້ຈັກສິດອຳນາດຂອງພຣະເຈົ້າ. ສິ່ງທີ່ເຮົາປາຖະໜາທີ່ຈະເວົ້າກັບພວກເຈົ້າໃນນີ້ແມ່ນຫຍັງ? ຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ລິດອຳນາດຂອງພຣະເຈົ້າ, ຕົວຕົນຂອງພຣະເຈົ້າເອງ ແລະ ແກ່ນແທ້ຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍເພິ່ງພາຈິນຕະນາການຂອງເຈົ້າ. ຍ້ອນເຈົ້າບໍ່ສາມາດເພິ່ງພາຈິນຕະນາການເພື່ອຮູ້ຈັກສິດອຳນາດຂອງພຣະເຈົ້າ, ແລ້ວເຈົ້າສາມາດບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າດ້ວຍວິທີໃດ? ວິທີທີ່ຈະສາມາດບັນລຸສິ່ງນີ້ແມ່ນຜ່ານທາງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານທາງການສົນທະນາ ແລະ ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າ. ດ້ວຍເຫດນັ້ນ, ເຈົ້າຈະມີປະສົບການ ແລະ ການພິສູດເທື່ອລະໜ້ອຍກ່ຽວກັບສິດອຳນາດຂອງພຣະເຈົ້າ ແລະ ເຈົ້າຈະຮັບເອົາຄວາມເຂົ້າໃຈເທື່ອລະໜ້ອຍ ແລະ ຄວາມຮູ້ກ່ຽວກັບສິດອຳນາດເພີ່ມຂຶ້ນ. ນີ້ແມ່ນວິທີດຽວເທົ່ານັ້ນທີ່ຈະບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ; ບໍ່ມີທາງລັດ. ການຂໍໃຫ້ພວກເຈົ້າບໍ່ຈິນຕະນາການ ບໍ່ຄືກັນກັບການເຮັດໃຫ້ພວກເຈົ້ານັ່ງຢູ່ລ້າໆເພື່ອລໍຖ້າຄວາມພິນາດ ຫຼື ການຫ້າມພວກເຈົ້າບໍ່ໃຫ້ເຮັດຫຍັງເລີຍ. ການບໍ່ໃຊ້ສະໝອງຂອງເຈົ້າເພື່ອຄິດ ແລະ ຈິນຕະນາການໝາຍເຖິງການບໍ່ໃຊ້ເຫດຜົນເພື່ອຄາດຄະເນ, ບໍ່ໃຊ້ຄວາມຮູ້ເພື່ອວິເຄາະ, ບໍ່ໃຊ້ວິທະຍາສາດເປັນພື້ນຖານ, ແຕ່ກົງກັນຂ້າມກໍຄືການເຫັນຄຸນຄ່າ, ການພິສູດ ແລະ ການຢືນຢັນວ່າພຣະເຈົ້າທີ່ເຈົ້າເຊື່ອແມ່ນມີສິດອຳນາດ, ຢືນຢັນວ່າພຣະອົງປົກຄອງເໜືອໂຊກຊະຕາຂອງເຈົ້າ ແລະ ລິດອຳນາດຂອງພຣະອົງກໍພິສູດໃຫ້ພຣະອົງເປັນພຣະເຈົ້າທີ່ແທ້ຈິງຢູ່ຕະຫຼອດເວລາ, ຜ່ານທາງພຣະທຳຂອງພຣະເຈົ້າ, ຜ່ານຄວາມຈິງ, ຜ່ານທຸກສິ່ງທີ່ປະສົບໃນຊີວິດ. ນີ້ແມ່ນວິທີດຽວທີ່ຜູ້ຄົນຈະສາມາດບັນລຸຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້. ບາງຄົນເວົ້າວ່າ ພວກເຂົາປາຖະໜາທີ່ຈະຄົ້ນຫາວິທີງ່າຍໆໃນການບັນລຸຄວາມຕັ້ງໃຈນີ້, ແຕ່ພວກເຈົ້າສາມາດຄິດເຖິງວິທີດັ່ງກ່າວໄດ້ບໍ? ເຮົາຈະບອກກັບເຈົ້າ ບໍ່ຈຳເປັນຕ້ອງຄິດ ເພາະບໍ່ມີວິທີອື່ນໆອີກແລ້ວ! ວິທີດຽວກໍຄືຮູ້ຈັກ ແລະ ພິສູດສິ່ງທີ່ພຣະເຈົ້າມີ ແລະ ເປັນຢ່າງຕັ້ງໃຈ ແລະ ຢ່າງແນວແນ່ ຜ່ານພຣະທຳທຸກຂໍ້ທີ່ພຣະອົງກ່າວອອກ ແລະ ທຸກສິ່ງທີ່ພຣະອົງເຮັດ. ນີ້ແມ່ນວິທີດຽວທີ່ຈະຮູ້ຈັກພຣະເຈົ້າ. ຍ້ອນສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ທຸກສິ່ງກ່ຽວກັບພຣະເຈົ້າບໍ່ແມ່ນສິ່ງທີ່ບໍ່ມີຄວາມໝາຍ ແລະ ວ່າງເປົ່າ, ແຕ່ເປັນຄວາມຈິງ.

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ມີພຽງແຕ່ພຣະເຈົ້າເທົ່ານັ້ນ ຜູ້ເຊິ່ງມີຕົວຕົນຂອງພຣະຜູ້ສ້າງ ຈຶ່ງມີສິດອຳນາດໜຶ່ງດຽວ

ຕົວຕົນພິເສດຂອງຊາຕານໄດ້ເຮັດໃຫ້ຫຼາຍຄົນສະແດງອອກເຖິງຄວາມສົນໃຈຢ່າງແຮງກ້າໃນການສະແດງອອກຂອງມັນກ່ຽວກັບດ້ານຕ່າງໆ. ຍັງມີຄົນໂງ່ຫຼາຍຄົນເຖິງກັບເຊື່ອວ່າ...

ການອວຍພອນຂອງພຣະເຈົ້າ

“ສຳລັບເຮົາແລ້ວ ເບິ່ງແມ ພັນທະສັນຍາຂອງເຮົາກໍຢູ່ກັບເຈົ້າ ແລະ ເຈົ້າຈະເປັນບິດາຂອງບັນດາປະຊາຊາດ. ແລ້ວຊື່ຂອງເຈົ້າກໍຈະບໍ່ແມ່ນອັບຣາມອີກຕໍ່ໄປ...

ເຖິງມະນຸດຊາດໄດ້ຖືກເຮັດໃຫ້ເສື່ອມຊາມ, ພວກເຂົາກໍຍັງດຳລົງຊີວິດຢູ່ພາຍໃຕ້ການປົກຄອງແຫ່ງອຳນາດຂອງພຣະຜູ້ສ້າງ

ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເປັນເວລາຫຼາຍພັນປີ. ມັນໄດ້ສ້າງຄວາມຊົ່ວຮ້າຍຢ່າງນັບບໍ່ຖ້ວນ, ໄດ້ຫຼອກລວງຜູ້ຄົນຍຸກແລ້ວຍຸກເລົ່າ ແລະ...

ຄວາມຈິງແຫ່ງການຄວບຄຸມ ແລະ ອິດທິພົນຂອງພຣະຜູ້ສ້າງເໜືອສິ່ງທັງປວງ ແລະ ທຸກສິ່ງທີ່ມີຊີວິດບົ່ງບອກເຖິງການມີຢູ່ທີ່ແທ້ຈິງຂອງສິດອຳນາດຂອງພຣະຜູ້ສ້າງ

ໃນທຳນອງດຽວກັນ, ການອວຍພອນຂອງພຣະເຢໂຮວາໃຫ້ກັບໂຢບແມ່ນຖືກບັນທຶກໃນໜັງສືໂຢບ. ພຣະເຈົ້າປະທານຫຍັງໃຫ້ກັບໂຢບ?...

Leave a Reply