ການອວຍພອນຂອງພຣະເຈົ້າ
“ສຳລັບເຮົາແລ້ວ ເບິ່ງແມ ພັນທະສັນຍາຂອງເຮົາກໍຢູ່ກັບເຈົ້າ ແລະ ເຈົ້າຈະເປັນບິດາຂອງບັນດາປະຊາຊາດ. ແລ້ວຊື່ຂອງເຈົ້າກໍຈະບໍ່ແມ່ນອັບຣາມອີກຕໍ່ໄປ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!

ຕົວຕົນພິເສດຂອງຊາຕານໄດ້ເຮັດໃຫ້ຫຼາຍຄົນສະແດງອອກເຖິງຄວາມສົນໃຈຢ່າງແຮງກ້າໃນການສະແດງອອກຂອງມັນກ່ຽວກັບດ້ານຕ່າງໆ. ຍັງມີຄົນໂງ່ຫຼາຍຄົນເຖິງກັບເຊື່ອວ່າ ຊາຕານກໍມີສິດອຳນາດຄືກັນກັບພຣະເຈົ້າ, ຍ້ອນວ່າຊາຕານສາມາດສະແດງສິ່ງອັດສະຈັນ ແລະ ສາມາດເຮັດສິ່ງຕ່າງໆທີ່ມະນຸດຊາດບໍ່ສາມາດເຮັດໄດ້. ດ້ວຍເຫດນັ້ນ ນອກຈາກການນະມັດສະການພຣະເຈົ້າແລ້ວ, ມະນຸດຊາດກໍຍັງສະຫງວນພື້ນທີ່ໃນຫົວໃຈຂອງພວກເຂົາໄວ້ໃຫ້ກັບຊາຕານ ແລະ ເຖິງກັບນະມັດສະການຊາຕານດັ່ງພຣະເຈົ້າ. ຄົນເຫຼົ່ານີ້ທັງເປັນຕາສົມເພດ ແລະ ເປັນຕາລັງກຽດ. ພວກເຂົາເປັນຕາສົມເພດ ເພາະຄວາມບໍ່ຮູ້ຂອງພວກເຂົາ ແລະ ເປັນຕາລັງກຽດ ເພາະຄວາມນອກຮີດ ແລະ ທາດແທ້ທີ່ຊົ່ວຮ້າຍໂດຍທຳມະຊາດຂອງພວກເຂົາ. ໃນເວລານີ້, ເຮົາຮູ້ສຶກວ່າ ມັນເປັນສິ່ງຈຳເປັນທີ່ຈະບອກໃຫ້ພວກເຈົ້າຮູ້ວ່າ ສິດອຳນາດແມ່ນຫຍັງ, ມັນສັນຍາລັກເຖິງຫຍັງ ແລະ ມັນເປັນຕົວແທນໃຫ້ກັບຫຍັງ. ເວົ້າລວມແລ້ວກໍຄື ພຣະເຈົ້າເອງແມ່ນສິດອຳນາດ, ສິດອຳນາດຂອງພຣະອົງແມ່ນສັນຍາລັກແຫ່ງອຳນາດສູງສຸດ ແລະ ມັນຄືແກ່ນແທ້ຂອງພຣະເຈົ້າ ພ້ອມນັ້ນ ສິດອຳນາດຂອງພຣະເຈົ້າກໍຍັງເປັນຕົວແທນໃຫ້ກັບສະຖານະ ແລະ ຕົວຕົນຂອງພຣະເຈົ້າເອງ. ເມື່ອເປັນກໍລະນີແບບນີ້, ຊາຕານກ້າເວົ້າບໍວ່າ ມັນເອງເປັນພຣະເຈົ້າ? ຊາຕານກ້າເວົ້າບໍວ່າ ມັນສ້າງສິ່ງທັງປວງ ແລະ ປົກຄອງຢູ່ເໜືອສິ່ງທັງປວງ? ແນ່ນອນ ມັນບໍ່ກ້າ! ຍ້ອນມັນບໍ່ສາມາດສ້າງສິ່ງທັງປວງ; ຈົນເຖິງປັດຈຸບັນນີ້, ມັນບໍ່ເຄີຍສ້າງຫຍັງທີ່ພຣະເຈົ້າໄດ້ສ້າງຈັກເທື່ອ ແລະ ບໍ່ເຄີຍສ້າງຫຍັງທີ່ມີຊີວິດຈັກເທື່ອ. ເພາະວ່າມັນບໍ່ມີສິດອຳນາດຂອງພຣະເຈົ້າ, ມັນຈະບໍ່ສາມາດມີສະຖານະ ແລະ ຕົວຕົນຂອງພຣະເຈົ້າໄດ້ຈັກເທື່ອ ແລະ ສິ່ງນີ້ແມ່ນຖືກກຳນົດໂດຍແກ່ນແທ້ຂອງມັນ. ມັນມີລິດອຳນາດຄືກັບພຣະເຈົ້າບໍ? ແນ່ນອນ, ມັນບໍ່ມີ! ແລ້ວຈະໃຫ້ພວກເຮົາເອີ້ນການກະທຳຂອງຊາຕານ ແລະ ສິ່ງອັດສະຈັນທີ່ຊາຕານສະແດງອອກນັ້ນວ່າແມ່ນຫຍັງ? ມັນແມ່ນລິດອຳນາດບໍ? ມັນສາມາດຖືກເອີ້ນວ່າ ສິດອຳນາດບໍ? ແນ່ນອນ ບໍ່ແມ່ນ! ຊາຕານນໍາພາຫົນທາງແຫ່ງຄວາມຊົ່ວຮ້າຍ ແລະ ຄວາມເສົ້າເສຍໃຈ, ທຳລາຍ ແລະ ຂັດຂວາງພາລະກິດຂອງພຣະເຈົ້າທຸກດ້ານ. ໃນໄລຍະສອງສາມພັນປີຜ່ານມາ, ນອກຈາກເຮັດໃຫ້ມະນຸດຊາດເສື່ອມຊາມ ແລະ ຖືກຂົ່ມເຫັງແລ້ວ, ຍັງລໍ້ລວງ ແລະ ຫຼອກລວງມະນຸດໄປສູ່ຄວາມຊົ່ວຊ້າ ແລະ ການປະຕິເສດພຣະເຈົ້າ ເພື່ອວ່າ ມະນຸດຈຶ່ງຍ່າງໄປສູ່ຮ່ອມພູແຫ່ງເງົາຂອງຄວາມຕາຍ, ຊາຕານເຄີຍເຮັດຫຍັງແດ່ທີ່ສົມຄວນໄດ້ຮັບການລະລຶກເຖິງ, ການຍົກຍ້ອງ ຫຼື ການຖະນຸຖະໜອມຈາກມະນຸດແມ່ນແຕ່ໜ້ອຍດຽວ? ຖ້າຊາຕານມີສິດອຳນາດ ແລະ ລິດອຳນາດ, ມະນຸດຊາດຈະຖືກມັນເຮັດໃຫ້ເສື່ອມຊາມບໍ? ຖ້າຊາຕານມີສິດອຳນາດ ແລະ ລິດອຳນາດ, ມະນຸດຊາດຈະຖືກມັນທຳລາຍບໍ? ຖ້າຊາຕານມີລິດອຳນາດ ແລະ ສິດອຳນາດ, ມະນຸດຊາດຈະປະຖິ້ມພຣະເຈົ້າ ແລະ ຫັນໄປສູ່ຄວາມຕາຍບໍ? ໃນເມື່ອຊາຕານບໍ່ມີສິດອຳນາດ ຫຼື ລິດອຳນາດ, ພວກເຮົາຄວນສະຫຼຸບກ່ຽວກັບທາດແທ້ຂອງທຸກສິ່ງທີ່ມັນເຮັດນັ້ນວ່າແມ່ນຫຍັງ? ມີຄົນທີ່ໃຫ້ນິຍາມກັບທຸກສິ່ງທີ່ຊາຕານເຮັດນັ້ນວ່າ ເປັນກົນອຸບາຍເທົ່ານັ້ນ, ແຕ່ເຮົາເຊື່ອວ່ານິຍາມດັ່ງກ່າວບໍ່ເໝາະສົມປານໃດ. ການກະທຳຊົ່ວຮ້າຍທີ່ມັນເຮັດໃຫ້ມະນຸດຊາດເສື່ອມຊາມນັ້ນເປັນພຽງກົນອຸບາຍເທົ່ານັ້ນບໍ? ອຳນາດຊົ່ວຮ້າຍທີ່ຊາຕານໃຊ້ຂົ່ມເຫັງໂຢບ ແລະ ຄວາມປາຖະໜາຢ່າງແຮງຂອງມັນໃນການຂົ່ມເຫັງ ແລະ ກືນກິນໂຢບ ບໍ່ສາມາດເປັນໄປໄດ້ທີ່ຈະບັນລຸໂດຍກົນອຸບາຍເທົ່ານັ້ນ. ຈົ່ງທົບທວນເບິ່ງວ່າ ຝູງແກະ ແລະ ຝູງສັດຂອງໂຢບ ທີ່ກະຈັດກະຈາຍກັນທົ່ວເນີນພູ ແລະ ພູເຂົາທີ່ຫາຍໄປໃນທັນທີທັນໃດ; ຊັບສິນຢ່າງຫຼວງຫຼາຍຂອງໂຢບທີ່ຫາຍໄປໃນທັນທີນັ້ນແມ່ນບັນລຸໂດຍກົນອຸບາຍເທົ່ານັ້ນບໍ? ທຳມະຊາດຂອງທຸກສິ່ງທີ່ຊາຕານເຮັດແມ່ນສອດຄ່ອງ ແລະ ເໝາະສົມກັບຄຳເວົ້າທາງລົບ ເຊັ່ນ: ການເຮັດໃຫ້ອ່ອນແອ, ການຂັດຂວາງ, ການທຳລາຍ, ຄວາມອັນຕະລາຍ, ຄວາມຊົ່ວຮ້າຍ, ການປະສົງຮ້າຍ ແລະ ຄວາມມືດ, ສະນັ້ນ ການເກີດຂຶ້ນຂອງທຸກສິ່ງທີ່ບໍ່ຊອບທຳ ແລະ ທຸກສິ່ງທີ່ຊົ່ວຮ້າຍແມ່ນເຊື່ອມໂຍງກັບການກະທຳຂອງຊາຕານຢ່າງແໜ້ນແຟ້ນ ແລະ ບໍ່ສາມາດແຍກອອກຈາກທາດແທ້ທີ່ຊົ່ວຮ້າຍຂອງຊາຕານໄດ້. ບໍ່ວ່າຊາຕານຈະມີ “ລິດອຳນາດ” ຫຼາຍສໍ່າໃດກໍຕາມ, ບໍ່ວ່າມັນຈະເກັ່ງກາດ ແລະ ມັກໃຫຍ່ໃຝ່ສູງສໍ່າໃດກໍຕາມ, ບໍ່ວ່າມັນຈະສາມາດສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງສໍ່າໃດກໍຕາມ, ບໍ່ວ່າເຕັກນິກທີ່ມັນເສື່ອມຊາມ ແລະ ລໍ້ລວງມະນຸດມີຫຼາກຫຼາຍສໍ່າໃດກໍຕາມ, ບໍ່ວ່າອຸບາຍ ແລະ ແຜນການທີ່ມັນຂົ່ມຂູ່ມະນຸດຈະສະຫຼາດຫຼາຍສໍ່າໃດກໍຕາມ, ບໍ່ວ່າຮູບຮ່າງທີ່ມັນມີຢູ່ຈະສາມາດປ່ຽນແປງໄດ້ຫຼາຍສໍ່າໃດກໍຕາມ, ມັນບໍ່ເຄີຍສາມາດສ້າງສິ່ງທີ່ມີຊີວິດແມ່ນແຕ່ສິ່ງດຽວຈັກເທື່ອ, ບໍ່ເຄີຍສາມາດກຳນົດກົດໝາຍ ຫຼື ກົດລະບຽບສຳລັບການເປັນຢູ່ຂອງທຸກສິ່ງໄດ້ຈັກເທື່ອ ແລະ ບໍ່ເຄີຍສາມາດປົກຄອງ ແລະ ຄວບຄຸມສິ່ງໃດ ບໍ່ວ່າຈະເປັນສິ່ງທີ່ມີຊີວິດ ຫຼື ບໍ່ມີຊີວິດກໍຕາມ. ພາຍໃນຈັກກະວານ ແລະ ທ້ອງຟ້າ, ບໍ່ມີແມ່ນແຕ່ຄົນດຽວ ຫຼື ສິ່ງດຽວທີ່ເກີດຈາກມັນ ຫຼື ດໍາລົງຢູ່ຍ້ອນມັນ; ບໍ່ມີແມ່ນແຕ່ຄົນດຽວ ຫຼື ສິ່ງດຽວທີ່ຖືກມັນປົກຄອງ ຫຼື ຖືກມັນຄວບຄຸມ. ໃນທາງກົງກັນຂ້າມ, ມັນບໍ່ພຽງແຕ່ຕ້ອງອາໄສຢູ່ພາຍໃຕ້ອິດທິພົນຂອງພຣະເຈົ້າເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ມັນຕ້ອງເຊື່ອຟັງຄໍາສັ່ງ ແລະ ການບັງຄັບບັນຊາທຸກຢ່າງຈາກພຣະເຈົ້າ. ຫາກປາສະຈາກການອະນຸຍາດຈາກພຣະເຈົ້າ, ມັນກໍຍາກສຳລັບຊາຕານທີ່ຈະສຳຜັດແມ່ນແຕ່ຢົດນໍ້າ ຫຼື ເມັດດິນຊາຍທີ່ຢູ່ເທິງແຜ່ນດິນ; ຫາກປາສະຈາກການອະນຸຍາດຈາກພຣະເຈົ້າ, ຊາຕານຍິ່ງບໍ່ມີອິດສະຫຼະທີ່ຈະຍ້າຍມົດໄປມາເທິງແຜ່ນດິນໂລກ ຢ່າວ່າແຕ່ມະນຸດຊາດທີ່ຖືກພຣະເຈົ້າສ້າງຂຶ້ນເລີຍ. ໃນສາຍຕາຂອງພຣະເຈົ້າ, ຊາຕານຕໍ່າກວ່າດອກໄມ້ລິລີ່ຢູ່ເທິງພູເຂົາ, ຕໍ່າກວ່ານົກທີ່ບິນຢູ່ເທິງອາກາດ, ຕໍ່າກວ່າປາທີ່ຢູ່ໃນທະເລ ແລະ ຕໍ່າກວ່າໜອນທີ່ຢູ່ເທິງແຜ່ນດິນໂລກ. ບົດບາດຂອງມັນໃນທ່າມກາງທຸກສິ່ງແມ່ນເພື່ອຮັບໃຊ້ທຸກສິ່ງທັງປວງ ແລະ ເຮັດວຽກໃຫ້ກັບມະນຸດຊາດ ແລະ ຮັບໃຊ້ພາລະກິດຂອງພຣະເຈົ້າ ແລະ ແຜນການຄຸ້ມຄອງຂອງພຣະອົງ. ບໍ່ວ່າທຳມະຊາດຂອງມັນຈະມີຈຸດປະສົງຮ້າຍສໍ່າໃດ ແລະ ທາດແທ້ຂອງມັນຈະຊົ່ວຮ້າຍຫຼາຍສໍ່າໃດກໍຕາມ, ສິ່ງດຽວທີ່ມັນສາມາດເຮັດໄດ້ກໍຄືປະຕິບັດຕາມໜ້າທີ່ຂອງມັນຢ່າງເຊື່ອຟັງ ນັ້ນກໍຄື ການຮັບໃຊ້ພຣະເຈົ້າ ແລະ ການໃຫ້ຄວາມແຕກຕ່າງຕໍ່ກັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນທາດແທ້ ແລະ ຕໍາແໜ່ງຂອງຊາຕານ. ທາດແທ້ຂອງມັນບໍ່ໄດ້ກ່ຽວຂ້ອງກັບຊີວິດ, ບໍ່ໄດ້ກ່ຽວຂ້ອງກັບລິດອຳນາດ, ບໍ່ໄດ້ກ່ຽວຂ້ອງກັບສິດອຳນາດ; ມັນພຽງແຕ່ເປັນເຄື່ອງຫຼິ້ນໃນມືຂອງພຣະເຈົ້າ, ເປັນພຽງເຄື່ອງຈັກເພື່ອຮັບໃຊ້ພຣະເຈົ້າ!
ເມື່ອໄດ້ເຂົ້າໃຈໂສມໜ້າທີ່ແທ້ຈິງຂອງຊາຕານ, ຫຼາຍຄົນຍັງບໍ່ເຂົ້າໃຈວ່າ ສິດອຳນາດແມ່ນຫຍັງ, ສະນັ້ນ ເຮົາຈະບອກເຈົ້າ! ສິດອຳນາດສາມາດອະທິບາຍວ່າເປັນລິດອຳນາດຂອງພຣະເຈົ້າ. ກ່ອນອື່ນ, ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ທັງສິດອຳນາດ ແລະ ລິດອຳນາດແມ່ນດ້ານບວກ. ພວກມັນບໍ່ມີການພົວພັນກັບສິ່ງທີ່ເປັນດ້ານລົບ ແລະ ບໍ່ກ່ຽວຂ້ອງກັບສິ່ງທີ່ຖືກສ້າງ ຫຼື ສິ່ງທີ່ບໍ່ໄດ້ຖືກສ້າງໃດເລີຍ. ລິດອຳນາດຂອງພຣະເຈົ້າສາມາດສ້າງສິ່ງຕ່າງໆໃນຮູບຮ່າງໃດກໍຕາມທີ່ມິຊີວິດ ແລະ ພະລັງ ແລະ ສິ່ງນີ້ແມ່ນຖືກກຳນົດໂດຍຊີວິດຂອງພຣະເຈົ້າ. ພຣະເຈົ້າເປັນຊີວິດ, ສະນັ້ນ ພຣະອົງຈຶ່ງເປັນແຫຼ່ງກໍາເນີດຂອງທຸກສິ່ງທີ່ມີຊີວິດ. ຍິ່ງໄປກວ່ານັ້ນ, ສິດອຳນາດຂອງພຣະເຈົ້າສາມາດເຮັດໃຫ້ທຸກສິ່ງທີ່ມີຊີວິດເຊື່ອຟັງພຣະທຳທຸກຂໍ້ຂອງພຣະເຈົ້າໄດ້ ນັ້ນກໍຄື ເຮັດໃຫ້ເປັນໄປຕາມພຣະທຳທີ່ອອກມາຈາກປາກຂອງພຣະເຈົ້າ ແລະ ມີຊີວິດ ແລະ ຈະເລີນພັນຕາມຄຳສັ່ງຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ພຣະເຈົ້າປົກຄອງ ແລະ ບັງຄັບບັນຊາທຸກສິ່ງທີ່ມີຊີວິດ ແລະ ຈະບໍ່ມີການອອກນອກເສັ້ນທາງຈັກເທື່ອ ຕັ້ງແຕ່ນີ້ ແລະ ຕະຫຼອດໄປເປັນນິດ. ບໍ່ມີບຸກຄົນໃດ ຫຼື ສິ່ງໃດທີ່ມີສິ່ງເຫຼົ່ານີ້; ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ຄອບຄອງ ແລະ ມີລິດອຳນາດດັ່ງກ່າວ ແລະ ດ້ວຍເຫດນັ້ນ ມັນຈຶ່ງຖືກເອີ້ນວ່າ ສິດອຳນາດ. ນີ້ແມ່ນຄວາມເປັນໜຶ່ງດຽວຂອງພຣະຜູ້ສ້າງ. ເມື່ອເປັນດັ່ງນັ້ນ, ບໍ່ວ່າມັນຈະເປັນຄຳວ່າ “ສິດອຳນາດ” ຫຼື ທາດແທ້ຂອງສິດອຳນາດ, ທຸກສິ່ງແມ່ນກ່ຽວຂ້ອງກັບພຣະຜູ້ສ້າງທັງນັ້ນ, ເພາະມັນເປັນສັນຍາລັກຂອງຕົວຕົນ ແລະ ທາດແທ້ທີ່ເປັນເອກະລັກຂອງພຣະຜູ້ສ້າງ ແລະ ມັນເປັນຕົວແທນໃຫ້ກັບຕົວຕົນ ແລະ ສະຖານະຂອງພຣະຜູ້ສ້າງ; ນອກຈາກພຣະຜູ້ສ້າງແລ້ວ, ບໍ່ມີບຸກຄົນໃດ ຫຼື ສິ່ງໃດທີ່ສາມາດກ່ຽວຂ້ອງກັບຄຳວ່າ “ສິດອຳນາດ” ໄດ້. ນີ້ແມ່ນການຕີຄວາມໝາຍຂອງສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ.
ເຖິງແມ່ນຊາຕານເບິ່ງໂຢບດ້ວຍສາຍຕາທີ່ໂລບມາກ, ຫາກປາສະຈາກການອະນຸຍາດຂອງພຣະເຈົ້າ ມັນກໍບໍ່ກ້າທີ່ຈະແຕະຕ້ອງແມ່ນແຕ່ຜົມເສັ້ນດຽວເທິງຫົວຂອງໂຢບ. ເຖິງແມ່ນວ່າ ມັນຊົ່ວຮ້າຍ ແລະ ໂຫດຮ້າຍໂດຍທຳມະຊາດ, ຫຼັງຈາກທີ່ພຣະເຈົ້າໃຊ້ຄຳສັ່ງຂອງພຣະອົງກັບມັນ ມັນກໍບໍ່ມີທາງເລືອກ ນອກຈາກປະຕິບັດຕາມຄຳສັ່ງຂອງພຣະເຈົ້າ. ດ້ວຍເຫດນັ້ນ, ເຖິງແມ່ນ ຊາຕານໂວຍວາຍເໝືອນກັບໝາປ່າທ່າມກາງຝູງແກະໃນເວລາທີ່ມັນມາຫາໂຢບ, ມັນກໍບໍ່ກ້າທີ່ຈະລືມຂອບເຂດທີ່ພຣະເຈົ້າກຳນົດໃຫ້ກັບມັນ, ບໍ່ກ້າທີ່ຈະລະເມີດຄຳສັ່ງຂອງພຣະເຈົ້າ ແລະ ໃນທຸກສິ່ງທີ່ມັນໄດ້ເຮັດ ຊາຕານກໍບໍ່ກ້າທີ່ຈະອອກຈາກຫຼັກການ ແລະ ຂອບເຂດແຫ່ງພຣະທຳຂອງພຣະເຈົ້າ, ນີ້ບໍ່ແມ່ນຄວາມຈິງບໍ? ຈາກສິ່ງນີ້ ສາມາດເຫັນໄດ້ວ່າ ຊາຕານບໍ່ກ້າທີ່ຈະຝ່າຝືນພຣະທຳຂໍ້ໃດຂອງພຣະເຈົ້າເຢໂຮວາເລີຍ. ສຳລັບຊາຕານແລ້ວ, ພຣະທຳທຸກຂໍ້ຈາກປາກຂອງພຣະເຈົ້າແມ່ນຄຳສັ່ງ ແລະ ກົດບັນຍັດແຫ່ງສະຫວັນ, ເປັນການສະແດງອອກເຖິງສິດອຳນາດຂອງພຣະເຈົ້າ, ນັ້ນກໍຍ້ອນວ່າ ເບື້ອງຫຼັງພຣະທຳທຸກຂໍ້ຂອງພຣະເຈົ້າແມ່ນໝາຍເຖິງການລົງໂທດຂອງພຣະເຈົ້າສຳລັບຄົນທີ່ລະເມີດຄຳສັ່ງຂອງພຣະອົງ ແລະ ຄົນເຫຼົ່ານັ້ນທີ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານກົດບັນຍັດແຫ່ງສະຫວັນ. ຊາຕານຮູ້ຢ່າງຊັດເຈນແລ້ວວ່າ ຖ້າມັນລະເມີດຄຳສັ່ງຂອງພຣະເຈົ້າ, ມັນຕ້ອງໄດ້ຮັບຜົນຕາມມາທີ່ມັນຝ່າຝືນສິດອຳນາດຂອງພຣະເຈົ້າ ແລະ ຕໍ່ຕ້ານກົດບັນຍັດແຫ່ງສະຫວັນ. ແລ້ວແມ່ນຫຍັງຄືຜົນຕາມມາເຫຼົ່ານີ້? ບໍ່ຈຳເປັນຕ້ອງເວົ້າເຖິງເລີຍ ພວກມັນກໍຄືການລົງໂທດໂດຍພຣະເຈົ້າ. ການກະທຳຂອງຊາຕານຕໍ່ໂຢບເປັນພຽງພາບຫຍໍ້ທີ່ມັນເຮັດໃຫ້ມະນຸດເສື່ອມຊາມ ແລະ ເມື່ອຊາຕານດໍາເນີນການກະທຳເຫຼົ່ານີ້, ຂອບເຂດທີ່ພຣະເຈົ້າໄດ້ກຳນົດໄວ້ ແລະ ຄຳສັ່ງທີ່ພຣະອົງໄດ້ວາງໄວ້ໃຫ້ກັບຊາຕານເປັນພຽງພາບຫຍໍ້ຂອງຫຼັກການທີ່ຢູ່ເບື້ອງຫຼັງທຸກສິ່ງທີ່ມັນເຮັດ. ນອກຈາກນັ້ນ ບົດບາດ ແລະ ຕໍາແໜ່ງຂອງຊາຕານໃນເລື່ອງນີ້ກໍເປັນພຽງພາບຫຍໍ້ຂອງບົດບາດ ແລະ ຕໍາແໜ່ງຂອງມັນໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ການເຊື່ອຟັງທັງໝົດຂອງຊາຕານຕໍ່ພຣະເຈົ້າໃນການລໍ້ລວງໂຢບກໍເປັນພຽງພາບຫຍໍ້ຂອງວິທີທີ່ຊາຕານບໍ່ກ້າຕໍ່ຕ້ານພຣະເຈົ້າໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ແມ່ນຫຍັງທີ່ພາກສ່ວນເລັກນ້ອຍເຫຼົ່ານີ້ໄດ້ເຕືອນພວກເຈົ້າ? ທ່າມກາງສິ່ງຕ່າງໆ ລວມເຖິງຊາຕານ ບໍ່ມີບຸກຄົນໃດ ຫຼື ສິ່ງໃດທີ່ສາມາດຝ່າຝືນກົດບັນຍັດແຫ່ງສະຫວັນ ແລະ ຄຳສັ່ງທີ່ພຣະຜູ້ສ້າງວາງອອກ ແລະ ບໍ່ມີບຸກຄົນໃດ ຫຼື ສິ່ງໃດທີ່ກ້າລະເມີດກົດບັນຍັດແຫ່ງສະຫວັນ ແລະ ຄຳສັ່ງເຫຼົ່ານີ້, ຍ້ອນບໍ່ມີບຸກຄົນໃດ ຫຼື ສິ່ງໃດສາມາດປ່ຽນແປງ ຫຼື ຫຼົບໜີຈາກການລົງໂທດຂອງພຣະຜູ້ສ້າງຕໍ່ຜູ້ຄົນທີ່ບໍ່ເຊື່ອຟັງໃນສິ່ງເຫຼົ່ານີ້. ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສາມາດສ້າງຕັ້ງກົດບັນຍັດແຫ່ງສະຫວັນ ແລະ ຄຳສັ່ງ, ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ມີລິດອຳນາດໃນການເຮັດໃຫ້ສິ່ງເຫຼົ່ານີ້ເກີດຜົນ ແລະ ມີພຽງແຕ່ລິດອຳນາດຂອງພຣະຜູ້ສ້າງເທົ່ານັ້ນທີ່ບໍ່ມີບຸກຄົນໃດ ຫຼື ສິ່ງໃດສາມາດຝ່າຝືນໄດ້. ນີ້ແມ່ນສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ ແລະ ສິດອຳນາດນີ້ເປັນສິ່ງສູງສຸດທ່າມກາງສິ່ງທັງປວງ ແລະ ດ້ວຍເຫດນີ້ ມັນເປັນໄປບໍ່ໄດ້ທີ່ຈະເວົ້າວ່າ “ພຣະເຈົ້າຍິ່ງໃຫຍ່ທີ່ສຸດ ແລະ ຊາຕານເປັນຜູ້ທີ່ສອງ”. ເພາະວ່າ ນອກຈາກພຣະຜູ້ສ້າງທີ່ມີສິດອຳນາດໜຶ່ງດຽວແລ້ວ ຈະບໍ່ມີພຣະເຈົ້າອື່ນໃດອີກ!
ບັດນີ້ ພວກເຈົ້າມີຄວາມຮູ້ໃໝ່ກ່ຽວກັບສິດອຳນາດຂອງພຣະເຈົ້າແລ້ວບໍ? ກ່ອນອື່ນໝົດ, ໄດ້ມີຄວາມແຕກຕ່າງລະຫວ່າງສິດອຳນາດຂອງພຣະເຈົ້າທີ່ເຮົາກ່າວເຖິງ ແລະ ອຳນາດຂອງມະນຸດຫຼືບໍ? ແລ້ວແມ່ນຫຍັງຄືຄວາມແຕກຕ່າງ? ບາງຄົນເວົ້າວ່າ ສອງຢ່າງນັ້ນແມ່ນປຽບທຽບກັນບໍ່ໄດ້. ຖືກຕ້ອງແລ້ວ! ເຖິງແມ່ນວ່າ ຜູ້ຄົນເວົ້າວ່າສອງຢ່າງນັ້ນແມ່ນປຽບທຽບກັນບໍ່ໄດ້, ໃນຄວາມຄິດ ແລະ ແນວຄິດຂອງມະນຸດມັກຈະສັບສົນລະຫວ່າງອຳນາດຂອງມະນຸດກັບສິດອຳນາດ ໂດຍນໍາເອົາທັງສອງຢ່າງມາປຽບທຽບຄຽງຂ້າງກັນຕະຫຼອດ. ແມ່ນຫຍັງທີ່ກຳລັງເກີດຂຶ້ນໃນນີ້? ຜູ້ຄົນບໍ່ໄດ້ເຮັດຜິດບໍ ທີ່ນໍາເອົາສິ່ງໜຶ່ງມາແທນສິ່ງໜຶ່ງຢ່າງບໍ່ໄດ້ຕັ້ງໃຈ? ທັງສອງຢ່າງບໍ່ກ່ຽວຂ້ອງກັນ ແລະ ທັງສອງຢ່າງກໍປຽບທຽບກັນບໍ່ໄດ້, ແຕ່ຜູ້ຄົນກໍຍັງບໍ່ສາມາດຫ້າມຕົນເອງຈາກການປຽບທຽບ. ສິ່ງນີ້ຄວນໄດ້ຮັບການແກ້ໄຂແນວໃດ? ຖ້າເຈົ້າປາຖະໜາທີ່ຈະຄົ້ນຫາວິທີແກ້ໄຂຢ່າງແທ້ຈິງ, ຫົນທາງດຽວກໍຄື ຕ້ອງເຂົ້າໃຈ ແລະ ຮູ້ຈັກສິດອຳນາດໜຶ່ງດຽວຂອງພຣະເຈົ້າ. ຫຼັງຈາກທີ່ເຂົ້າໃຈ ແລະ ຮູ້ຈັກສິດອຳນາດຂອງພຣະຜູ້ສ້າງ, ເຈົ້າຈະບໍ່ເວົ້າເຖິງອຳນາດຂອງມະນຸດ ແລະ ສິດອຳນາດຂອງພຣະເຈົ້າໃນປະເດັນດຽວກັນອີກ.
ອຳນາດຂອງມະນຸດໝາຍເຖິງຫຍັງ? ເວົ້າງ່າຍໆກໍຄື ມັນແມ່ນຄວາມສາມາດ ຫຼື ທັກສະທີ່ເຮັດໃຫ້ອຸປະນິໄສ, ຄວາມປາຖະໜາ ແລະ ຄວາມທະເຍີທະຍານທີ່ເສື່ອມຊາມຂອງມະນຸດສາມາດຂະຫຍາຍ ຫຼື ເຮັດໃຫ້ສຳເລັດຈົນເຖິງຂອບເຂດສູງສຸດ. ສິ່ງນີ້ຖືວ່າເປັນສິດອຳນາດບໍ? ບໍວ່າຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງມະນຸດຈະໂອຫັງ ຫຼື ມີຜົນປະໂຫຍດຫຼາຍສໍ່າໃດກໍຕາມ, ບໍ່ສາມາດເວົ້າໄດ້ວ່າ ບຸກຄົນນັ້ນມີສິດອຳນາດ; ຢ່າງຫຼາຍທີ່ສຸດ, ຄວາມໂອຫັງ ແລະ ຄວາມສຳເລັດນີ້ກໍເປັນພຽງການສະແດງອອກເຖິງການຫຼິ້ນຕະຫຼົກຂອງຊາຕານທ່າມກາງມະນຸດ, ຢ່າງຫຼາຍທີ່ສຸດ ມັນກໍເປັນລະຄອນຕະຫຼົກທີ່ຊາຕານສະແດງເປັນບັນພະບຸລຸດຂອງມັນເອງເພື່ອສຳເລັດຄວາມທະເຍີທະຍານຂອງມັນໃນການເປັນພຣະເຈົ້າ.
ບັດນີ້ ເຈົ້າເບິ່ງສິດອຳນາດຂອງພຣະເຈົ້າແນວໃດແທ້? ໃນຕອນນີ້ເມື່ອພຣະທຳເຫຼົ່ານີ້ໄດ້ຖືກເຜີຍແຜ່, ເຈົ້າຄວນມີຄວາມຮູ້ໃໝ່ກ່ຽວກັບສິດອຳນາດຂອງພຣະເຈົ້າ. ສະນັ້ນ ເຮົາຈຶ່ງຖາມເຈົ້າວ່າ ສິດອຳນາດຂອງພຣະເຈົ້າເປັນສັນຍາລັກໃຫ້ກັບຫຍັງ? ມັນເປັນສັນຍາລັກໃຫ້ກັບຕົວຕົນຂອງພຣະເຈົ້າເອງບໍ? ມັນເປັນສັນຍາລັກໃຫ້ກັບລິດອຳນາດຂອງພຣະເຈົ້າເອງບໍ? ມັນເປັນສັນຍາລັກໃຫ້ກັບສະຖານະໜຶ່ງດຽວຂອງພຣະເຈົ້າເອງບໍ? ໃນທ່າມກາງສິ່ງທັງປວງ, ເຈົ້າເຫັນສິດອຳນາດຂອງພຣະເຈົ້າໃນສິ່ງໃດແດ່? ເຈົ້າເຫັນມັນໄດ້ແນວໃດ? ເມື່ອເວົ້າເຖິງສີ່ລະດູທີ່ມະນຸດປະສົບ, ມີໃຜທີ່ສາມາດປ່ຽນແປງກົດເກນຂອງການຜັນປ່ຽນຂອງລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວບໍ? ໃນລະດູໃບໄມ້ປົ່ງ, ຕົ້ນໄມ້ແຕກໜໍ່ ແລະ ອອກດອກ; ໃນລະດູຮ້ອນ ພວກມັນຖືກປົກຄຸມດ້ວຍໃບໄມ້; ໃນລະດູໃບໄມ້ຫຼົ່ນ ພວກມັນອອກໝາກ ແລະ ໃນລະດູໜາວ ໃບໄມ້ຫຼົ່ນ. ມີໃຜບໍທີ່ສາມາດປ່ຽນແປງກົດເກນນີ້ໄດ້? ສິ່ງນີ້ສະທ້ອນເຖິງດ້ານໃດໜຶ່ງຂອງສິດອຳນາດຂອງພຣະເຈົ້າບໍ? ພຣະເຈົ້າໄດ້ກ່າວວ່າ “ຈົ່ງມີແສງສະຫວ່າງ” ແລ້ວກໍມີແສງສະຫວ່າງ. ແສງສະຫວ່າງນີ້ຍັງຢູ່ບໍ? ເປັນຫຍັງມັນຈຶ່ງຍັງມີຢູ່? ແນ່ນອນ ມັນມີຢູ່ກໍເພາະພຣະທຳຂອງພຣະເຈົ້າ ແລະ ຍ້ອນສິດອຳນາດຂອງພຣະເຈົ້າ. ອາກາດທີ່ພຣະເຈົ້າສ້າງຂຶ້ນຍັງມີຢູ່ບໍ? ອາກາດທີ່ມະນຸດຫາຍໃຈແມ່ນມາຈາກພຣະເຈົ້າບໍ? ມີໃຜບໍທີ່ສາມາດນໍາເອົາສິ່ງທີ່ມາຈາກພຣະເຈົ້າອອກໄປໄດ້? ມີໃຜບໍທີ່ສາມາດປ່ຽນແປງແກ່ນແທ້ ແລະ ໜ້າທີ່ຂອງພວກມັນໄດ້? ມີໃຜບໍທີ່ສາມາດລົບກວນກາງຄືນ ແລະ ກາງເວັນທີ່ພຣະເຈົ້າຈັດສັນໄວ້ ແລະ ກົດເກນແຫ່ງກາງຄືນ ແລະ ກາງເວັນທີ່ພຣະເຈົ້າບັນຊາ? ຊາຕານສາມາດເຮັດສິ່ງດັ່ງກ່າວໄດ້ບໍ? ເຖິງແມ່ນເຈົ້າຈະບໍ່ນອນໃນຕອນກາງຄືນ ແລະ ຖືເອົາກາງຄືນເປັນກາງເວັນ, ແຕ່ມັນກໍຍັງຄົງເປັນກາງຄືນຄືເກົ່າ; ເຈົ້າອາດປ່ຽນແປງວຽກປະຈຳວັນຂອງເຈົ້າ, ແຕ່ເຈົ້າບໍ່ສາມາດປ່ຽນແປງກົດເກນຂອງການຜັນປ່ຽນລະຫວ່າງກາງຄືນ ແລະ ກາງເວັນ ແລະ ຄວາມຈິງນີ້ກໍບໍ່ມີບຸກຄົນໃດສາມາດປ່ຽນແປງໄດ້, ບໍ່ແມ່ນບໍ? ມີໃຜບໍທີ່ສາມາດເຮັດໃຫ້ສິງໂຕໄຖດິນຄືກັບງົວໄດ້? ມີໃຜບໍທີ່ສາມາດປ່ຽນຊ້າງໃຫ້ກາຍເປັນລາໄດ້? ມີໃຜບໍທີ່ສາມາດເຮັດໃຫ້ໄກ່ບິນຂຶ້ນໃນອາກາດຄືກັບນົກອິນຊີໄດ້? ມີໃຜບໍທີ່ສາມາດເຮັດໃຫ້ໝາປ່າກິນຫຍ້າຄືກັບແກະ? (ບໍ່ມີ.) ມີໃຜບໍທີ່ສາມາດເຮັດໃຫ້ປາໃນນໍ້າອາໄສຢູ່ເທິງບົກ? ມະນຸດບໍ່ສາມາດເຮັດສິ່ງນັ້ນໄດ້. ແລ້ວເປັນຫຍັງຈຶ່ງບໍ່ໄດ້? ເພາະວ່າ ພຣະເຈົ້າສັ່ງໃຫ້ປາອາໄສໃນນໍ້າ ດ້ວຍເຫດນັ້ນ ພວກມັນຈຶ່ງອາໄສໃນນໍ້າ. ເທິງບົກ ພວກມັນຈະບໍ່ສາມາດຢູ່ລອດໄດ້ ແລະ ຈະຕາຍ; ພວກມັນບໍ່ສາມາດຝ່າຝືນຂອບເຂດແຫ່ງຄຳສັ່ງຂອງພຣະເຈົ້າໄດ້. ທຸກສິ່ງມີກົດເກນ ແລະ ຂອບເຂດໃນການເປັນຢູ່ຂອງພວກມັນ ແລະ ພວກມັນແຕ່ລະຢ່າງກໍມີສັນຊາດຕະຍາດຂອງພວກມັນເອງ. ສິ່ງເຫຼົ່ານີ້ແມ່ນຖືກປັ້ນແຕ່ງໂດຍພຣະຜູ້ສ້າງ ແລະ ບໍ່ມີມະນຸດຄົນໃດສາມາດປ່ຽນແປງ ແລະ ເຮັດເກີນສິ່ງເຫຼົ່ານີ້ໄດ້. ຕົວຢ່າງເຊັ່ນ ສິງໂຕຈະອາໄສຢູ່ໃນປ່າສະເໝີ, ຢູ່ຫາງໄກຈາກຊຸມຊົນມະນຸດ ແລະ ບໍ່ສາມາດຟັງຄວາມ ແລະ ຊື່ສັດຄືກັບງົວທີ່ອາໄສຢູ່ຮ່ວມ ແລະ ເຮັດວຽກເພື່ອມະນຸດໄດ້ຈັກເທື່ອ. ເຖິງແມ່ນວ່າຊ້າງ ແລະ ລາເປັນສັດຄືກັນ ແລະ ທັງສອງມີສີ່ຂາ ແລະ ເປັນສິ່ງມີຊີວິດທີ່ຫາຍໃຈດ້ວຍອາກາດ, ພວກມັນກໍເປັນສາຍພັນທີ່ແຕກຕ່າງກັນ ຍ້ອນພວກມັນຖືກຈັດແບ່ງອອກເປັນປະເພດທີ່ແຕກຕ່າງກັນໂດຍພຣະເຈົ້າ, ພວກມັນແຕ່ລະຊະນິດມີສັນຊາດຕະຍານຂອງພວກມັນເອງ ແລະ ດ້ວຍເຫດນັ້ນ ພວກມັນກໍບໍ່ສາມາດສັບປ່ຽນກັນໄດ້ຈັກເທື່ອ. ເຖິງແມ່ນວ່າໄກ່ມີສອງຂາ ແລະ ມີປີກຄືກັບນົກອີນຊີ, ມັນຈະບໍ່ສາມາດບິນໃນອາກາດໄດ້ຈັກເທື່ອ; ຢ່າງຫຼາຍທີ່ສຸດ ມັນກໍພຽງແຕ່ສາມາດບິນຂຶ້ນຕົ້ນໄມ້ ແລະ ສິ່ງນີ້ກໍຖືກກຳນົດໂດຍສັນຊາດຕະຍານຂອງມັນ. ແນ່ນອນຢູ່ແລ້ວ ເປັນແບບນີ້ທັງໝົດກໍຍ້ອນຄຳສັ່ງແຫ່ງສິດອຳນາດຂອງພຣະເຈົ້າ.
ໃນການພັດທະນາຂອງມະນຸດຊາດໃນປັດຈຸບັນ, ສາມາດເວົ້າໄດ້ວ່າ ວິທະຍາສາດຂອງມະນຸດຊາດກຳລັງຈະເລີນຮຸ່ງເຮືອງ ແລະ ສາມາດອະທິບາຍໄດ້ວ່າ ຄວາມສຳເລັດໃນການຄົ້ນຄວ້າທາງວິທະຍາສາດຂອງມະນຸດເປັນສິ່ງທີ່ປະທັບໃຈ. ເວົ້າໄດ້ວ່າ ຄວາມສາມາດຂອງມະນຸດກຳລັງເຕີບໃຫຍ່ຂຶ້ນເລື້ອຍໆ, ແຕ່ມີການຄົ້ນພົບທາງວິທະຍາສາດຢ່າງໜຶ່ງທີ່ມະນຸດຊາດບໍ່ສາມາດຄົ້ນພົບໄດ້ ນັ້ນກໍຄືເຖິງແມ່ນວ່າ ມະນຸດຊາດສາມາດສ້າງເຮືອບິນ, ເຮືອບັນທຸກຍົນ ແລະ ລະເບີດປະລະມານູ, ມະນຸດຊາດໄດ້ໄປເທິງອາວາກາດ, ຍ່າງເທິງດວງເດືອນ, ສ້າງອິນເຕີເນັດ ແລະ ດຳລົງຊີວິດດ້ວຍເຕັກໂນໂລຊີທີ່ທັນສະໄໝ, ແຕ່ມະນຸດກໍບໍ່ສາມາດສ້າງສິ່ງທີ່ມີຊີວິດ ແລະ ຫາຍໃຈໄດ້. ສັນຊາດຕະຍານຂອງທຸກສິ່ງທີ່ມີຊີວິດ ແລະ ກົດເກນທີ່ພວກມັນດຳລົງຊີວິດຢູ່ ແລະ ວົງຈອນຂອງຊີວິດ ແລະ ຄວາມຕາຍຂອງສິ່ງທີ່ມີຊີວິດທຸກຊະນິດ, ທຸກສິ່ງເຫຼົ່ານີ້ແມ່ນນອກເໜືອອໍານາດຂອງວິທະຍາສາດຂອງມະນຸດ ແລະ ກໍບໍ່ສາມາດຄວບຄຸມໄດ້. ໃນຈຸດນີ້, ເວົ້າໄດ້ວ່າ ບໍ່ວ່າວິທະຍາສາດຂອງມະນຸດຈະບັນລຸຜົນສູງຫຼາຍສໍ່າໃດກໍຕາມ, ມັນກໍບໍ່ສາມາດປຽບທຽບໄດ້ກັບຄວາມຄິດຂອງພຣະຜູ້ສ້າງໄດ້ ແລະ ບໍ່ສາມາດເຂົ້າໃຈເຖິງຄວາມມະຫັດສະຈັນຂອງການສ້າງຂອງພຣະຜູ້ສ້າງ ແລະ ຄວາມຍິ່ງໃຫຍ່ຂອງສິດອຳນາດຂອງພຣະອົງໄດ້. ມີມະຫາສະໝຸດຫຼາຍແຫ່ງເທິງແຜ່ນດິນໂລກ, ແຕ່ພວກມັນກໍບໍ່ເຄີຍລະເມີດຂອບເຂດຂອງພວກມັນ ແລະ ຫຼັ່ງໄຫຼຖ້ວມແຜ່ນດິນຕາມໃຈມັກຈັກເທື່ອ ແລະ ນັ້ນກໍເພາະວ່າ ພຣະເຈົ້າກຳນົດຂອບເຂດສຳລັບພວກມັນ; ພວກມັນຢູ່ໃນບ່ອນທີ່ພຣະອົງສັ່ງພວກມັນ ແລະ ຫາກປາສະຈາກການອະນຸຍາດຈາກພຣະເຈົ້າ ພວກມັນກໍບໍ່ສາມາດເຄື່ອນຍ້າຍໄດ້ຢ່າງອິດສະຫຼະ. ຫາກປາສະຈາກການອະນຸຍາດຂອງພຣະເຈົ້າ, ພວກມັນບໍ່ອາດລ່ວງລໍ້າກັນ ແລະ ກັນ ແລະ ພຽງແຕ່ສາມາດເຄື່ອນຍ້າຍໄດ້ເມື່ອພຣະເຈົ້າສັ່ງ ແລະ ບ່ອນທີ່ພວກມັນໄປ ແລະ ຢູ່ກໍຖືກກຳນົດໂດຍສິດອຳນາດຂອງພຣະເຈົ້າ.
ເວົ້າໃຫ້ຊັດເຈນກໍຄື “ສິດອຳນາດຂອງພຣະເຈົ້າ” ໝາຍຄວາມວ່າ ມັນຂຶ້ນກັບພຣະເຈົ້າ. ພຣະເຈົ້າມີສິດທີ່ຈະຕັດສິນໃຈໃນການກະທໍາບາງສິ່ງ ແລະ ທຸກສິ່ງກໍດຳເນີນໄປຕາມວິທີທາງທີ່ພຣະອົງປາຖະໜາ. ກົດເກນຂອງທຸກສິ່ງແມ່ນຂຶ້ນກັບພຣະເຈົ້າ ແລະ ບໍ່ໄດ້ຂຶ້ນກັບມະນຸດ; ມະນຸດບໍ່ສາມາດປ່ຽນແປງມັນໄດ້. ຄວາມປະສົງຂອງມະນຸດບໍ່ສາມາດເຄື່ອນຍ້າຍມັນໄດ້, ແຕ່ກົງກັນຂ້າມ ຄວາມຄິດຂອງພຣະເຈົ້າ, ສະຕິປັນຍາຂອງພຣະເຈົ້າ ແລະ ຄຳສັ່ງຂອງພຣະເຈົ້າສາມາດປ່ຽນແປງມັນໄດ້ ແລະ ນີ້ແມ່ນຄວາມຈິງທີ່ມະນຸດຄົນໃດກໍບໍ່ສາມາດປະຕິເສດໄດ້. ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງຢ່າງ, ຈັກກະວານ, ທ້ອງຟ້າທີ່ເຕັມໄປດ້ວຍດວງດາວ, ລະດູການທັງສີ່ຂອງປີ ເຊິ່ງມະນຸດສາມາດເຫັນ ແລະ ບໍ່ສາມາດເຫັນ, ທຸກສິ່ງເຫຼົ່ານີ້ແມ່ນມີຢູ່, ເຮັດໜ້າທີ່ ແລະ ປ່ຽນແປງພາຍໃຕ້ສິດອຳນາດຂອງພຣະເຈົ້າ ໂດຍບໍ່ມີຄວາມຜິດພາດແມ່ນແຕ່ໜ້ອຍດຽວ, ອີງຕາມຄຳສັ່ງຂອງພຣະເຈົ້າ, ອີງຕາມພຣະບັນຍັດຂອງພຣະເຈົ້າ ແລະ ອີງຕາມກົດເກນແຫ່ງການເລີ່ມຕົ້ນຂອງການຊົງສ້າງ. ບໍ່ມີບຸກຄົນໃດ ຫຼື ສິ່ງໃດກໍຕາມທີ່ສາມາດປ່ຽນແປງກົດເກນຂອງພວກມັນໄດ້ ຫຼື ປ່ຽນແປງໜ້າທີ່ທາງທຳມະຊາດຂອງພວກມັນໄດ້; ພວກມັນເກີດຂຶ້ນກໍເພາະສິດອຳນາດຂອງພຣະເຈົ້າ ແລະ ສູນສິ້ນໄປກໍເພາະສິດອຳນາດຂອງພຣະເຈົ້າ. ນີ້ແມ່ນສິດອຳນາດແທ້ຈິງຂອງພຣະເຈົ້າ. ບັດນີ້ ຫຼາຍຢ່າງກໍໄດ້ເວົ້າໄປແລ້ວ, ເຈົ້າສາມາດຮູ້ສຶກໄດ້ບໍວ່າ ສິດອຳນາດຂອງພຣະເຈົ້າເປັນສັນຍາລັກໃຫ້ກັບຕົວຕົນ ແລະ ສະຖານະຂອງພຣະເຈົ້າ? ສິ່ງທີ່ຖືກສ້າງ ຫຼື ບໍ່ຖືກສ້າງກໍຕາມສາມາດມີສິດອຳນາດຂອງພຣະເຈົ້າໄດ້ບໍ? ບຸກຄົນໃດໜຶ່ງ, ສິ່ງໃດໜຶ່ງ ຫຼື ວັດຖຸໃດໜຶ່ງສາມາດລອກແບບ, ປອມແປງ ຫຼື ແທນສິດອຳນາດນັ້ນໄດ້ບໍ?
ຕົວຕົນຂອງພຣະຜູ້ສ້າງແມ່ນໜຶ່ງດຽວ ແລະ ເຈົ້າບໍ່ຄວນປະຕິບັດຕາມແນວຄວາມຄິດແຫ່ງລັດທິພະຫຸເທວະນິຍົມ
ເຖິງແມ່ນວ່າ ທັກສະ ແລະ ຄວາມສາມາດຂອງຊາຕານຈະຍິ່ງໃຫຍ່ຫຼາຍກວ່າມະນຸດ, ເຖິງແມ່ນວ່າ ມັນສາມາດເຮັດສິ່ງຕ່າງໆທີ່ມະນຸດບໍ່ສາມາດເຮັດໄດ້, ບໍ່ວ່າເຈົ້າຈະອິດສາ ຫຼື ຕ້ອງການສິ່ງທີ່ຊາຕານເຮັດ ຫຼື ບໍ່, ບໍ່ວ່າເຈົ້າຈະຊັງ ຫຼື ລັງກຽດສິ່ງເຫຼົ່ານີ້ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດເຫັນພວກມັນ ຫຼື ບໍ່ ແລະ ບໍ່ວ່າຊາຕານຈະບັນລຸຜົນຫຼາຍສໍ່າໃດກໍຕາມ ຫຼື ບໍ່ວ່າມັນຈະສາມາດຫຼອກລວງຄົນໃຫ້ນະມັດສະການ ແລະ ບູຊາມັນຫຼາຍສໍ່າໃດ ແລະ ບໍ່ວ່າເຈົ້າຈະໃຫ້ນິຍາມມັນວ່າແນວໃດກໍຕາມ, ເຈົ້າບໍ່ສາມາດເວົ້າໄດ້ວ່າ ມັນມີສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າພຣະເຈົ້າເປັນພຣະເຈົ້າ, ມີພຣະເຈົ້າແຕ່ອົງດຽວເທົ່ານັ້ນ ແລະ ຍິ່ງໄປກວ່ານັ້ນ ເຈົ້າຄວນຮູ້ຈັກວ່າ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີລິດອຳນາດຄວບຄຸມ ແລະ ປົກຄອງສັບພະສິ່ງທັງປວງ. ຍ້ອນພຽງຊາຕານມີຄວາມສາມາດໃນການຫຼອກລວງຜູ້ຄົນ ແລະ ສາມາດປອມຕົວເປັນພຣະເຈົ້າ, ສາມາດລອກແບບສ້າງໝາຍສຳຄັນ ແລະ ສິ່ງອັດສະຈັນທີ່ພຣະເຈົ້າສ້າງຂຶ້ນ ແລະ ມີສິ່ງຕ່າງໆທີ່ຄ້າຍຄືກັບພຣະເຈົ້າ, ເຈົ້າກໍເຂົ້າໃຈຜິດວ່າ ພຣະເຈົ້າບໍ່ແມ່ນໜຶ່ງດຽວ, ແລ້ວເຊື່ອວ່າ ມີພຣະເຈົ້າຫຼາຍອົງ ເຊິ່ງພຣະເຈົ້າທີ່ແຕກຕ່າງເຫຼົ່ານີ້ພຽງແຕ່ມີທັກສະຫຼາຍກວ່າ ຫຼື ໜ້ອຍກວ່າ ແລະ ມີຄວາມແຕກຕ່າງລະຫວ່າງລິດອຳນາດຂອງແຕ່ລະອົງ. ເຈົ້າຈັດຕໍາແໜ່ງຄວາມຍິ່ງໃຫຍ່ຂອງພຣະເຈົ້າເຫຼົ່ານັ້ນອີງຕາມລຳດັບຂອງການມາເຖິງຂອງພຣະອົງ ແລະ ອີງຕາມອາຍຸຂອງພຣະອົງ ແລະ ເຈົ້າເຊື່ອແບບຜິດໆວ່າ ມີເທບພຣະເຈົ້າອົງອື່ນໆນອກຈາກພຣະເຈົ້າ ແລະ ຄິດວ່າ ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າບໍ່ແມ່ນໜຶ່ງດຽວ. ຖ້າເຈົ້າມີແນວຄິດດັ່ງກ່າວ, ຖ້າເຈົ້າບໍ່ຮັບຮູ້ເຖິງຄວາມເປັນໜຶ່ງດຽວຂອງພຣະເຈົ້າ, ບໍ່ເຊື່ອວ່າພຣະເຈົ້າເທົ່ານັ້ນທີ່ມີສິດອຳນາດ ແລະ ຖ້າເຈົ້າພຽງແຕ່ປະຕິບັດຕາມລັດທິພະຫຸເທວະນິຍົມ, ເຮົາຂໍບອກເລີຍວ່າ ເຈົ້າເປັນພຽງເສດຂີ້ເຫຍື້ອຂອງສິ່ງທີ່ຖືກສ້າງທັງປວງ, ເຈົ້າເປັນຕົວຕົນທີ່ແທ້ຈິງຂອງຊາຕານ ແລະ ເຈົ້າເປັນບຸກຄົນຊົ່ວຊ້າທີ່ສຸດ! ພວກເຈົ້າເຂົ້າໃຈສິ່ງທີ່ເຮົາກຳລັງພະຍາຍາມສອນພວກເຈົ້າຜ່ານທາງການກ່າວພຣະທຳເຫຼົ່ານີ້ບໍ? ບໍ່ວ່າຈະເປັນເວລາໃດກໍຕາມ, ບ່ອນໃດກໍຕາມ ຫຼື ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ, ເຈົ້າຕ້ອງບໍ່ສັບສົນພຣະເຈົ້າກັບບຸກຄົນ, ສິ່ງຂອງ ຫຼື ວັດຖຸອື່ນໆ. ບໍ່ວ່າເຈົ້າຈະຮູ້ສຶກວ່າ ສິດອຳນາດຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າເອງແມ່ນບໍ່ສາມາດຮັບຮູ້ໄດ້ ຫຼື ບໍ່ສາມາດເຂົ້າເຖິງຫຼາຍສໍ່າໃດກໍຕາມ, ບໍ່ວ່າການກະທຳ ແລະ ຄຳເວົ້າຂອງຊາຕານຈະເຂົ້າກັນກັບແນວຄວາມຄິດ ແລະ ຈິນຕະນາການຂອງເຈົ້າຫຼາຍສໍ່າໃດກໍຕາມ, ບໍ່ວ່າສິ່ງເຫຼົ່ານັ້ນຈະເຮັດໃຫ້ເຈົ້າພໍໃຈຫຼາຍສໍ່າໃດກໍຕາມ, ຢ່າໂງ່ເລີຍ, ຢ່າສັບສົນກັບແນວຄິດເຫຼົ່ານີ້, ຢ່າປະຕິເສດການມີຢູ່ຂອງພຣະເຈົ້າ, ຢ່າປະຕິເສດຕົວຕົນ ແລະ ສະຖານະຂອງພຣະເຈົ້າ, ຢ່າຍູ້ພຣະເຈົ້າອອກນອກປະຕູ ແລະ ນໍາເອົາຊາຕານເຂົ້າມາແທນພຣະເຈົ້າທີ່ຢູ່ໃນຫົວໃຈຂອງເຈົ້າ ແລະ ເປັນພຣະເຈົ້າຂອງເຈົ້າ. ເຮົາໝັ້ນໃຈວ່າ ພວກເຈົ້າຈະສາມາດຈິນຕະນາການເຖິງຜົນຕາມມາຂອງການເຮັດແບບນັ້ນ!
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
“ສຳລັບເຮົາແລ້ວ ເບິ່ງແມ ພັນທະສັນຍາຂອງເຮົາກໍຢູ່ກັບເຈົ້າ ແລະ ເຈົ້າຈະເປັນບິດາຂອງບັນດາປະຊາຊາດ. ແລ້ວຊື່ຂອງເຈົ້າກໍຈະບໍ່ແມ່ນອັບຣາມອີກຕໍ່ໄປ...
ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເປັນເວລາຫຼາຍພັນປີ. ມັນໄດ້ສ້າງຄວາມຊົ່ວຮ້າຍຢ່າງນັບບໍ່ຖ້ວນ, ໄດ້ຫຼອກລວງຜູ້ຄົນຍຸກແລ້ວຍຸກເລົ່າ ແລະ...
“ແລະ ພຣະເຢໂຮວາເວົ້າກັບຊາຕານວ່າ ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ” (ໂຢບ 2:6). ຊາຕານບໍ່ເຄີຍກ້າຝ່າຝືນສິດອຳນາດຂອງພຣະຜູ້ສ້າງ...
ໃຫ້ພວກເຮົາມາເບິ່ງປະຖົມມະການ 22:17-18. ນີ້ແມ່ນອີກຂໍ້ຄວາມໜຶ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວໄວ້ ເຊິ່ງພຣະອົງກ່າວກັບອັບຣາຮາມວ່າ:...