ຄວາມຈິງແຫ່ງການຄວບຄຸມ ແລະ ອິດທິພົນຂອງພຣະຜູ້ສ້າງເໜືອສິ່ງທັງປວງ ແລະ ທຸກສິ່ງທີ່ມີຊີວິດບົ່ງບອກເຖິງການມີຢູ່ທີ່ແທ້ຈິງຂອງສິດອຳນາດຂອງພຣະຜູ້ສ້າງ

12 ທັນວາ 2022

ໃນທຳນອງດຽວກັນ, ການອວຍພອນຂອງພຣະເຢໂຮວາໃຫ້ກັບໂຢບແມ່ນຖືກບັນທຶກໃນໜັງສືໂຢບ. ພຣະເຈົ້າປະທານຫຍັງໃຫ້ກັບໂຢບ? “ແລ້ວພຣະເຢໂຮວາໄດ້ອວຍພອນໂຢບໃນຕອນສຸດທ້າຍຂອງໂຢບຫຼາຍກວ່າຕອນເລີ່ມຕົ້ນຂອງລາວ ຍ້ອນລາວມີແກະສິບສີ່ພັນໂຕ ແລະ ອູດຫົກພັນໂຕ ແລະ ງົວຜູ້ໃສ່ແອກໜຶ່ງພັນໂຕ ແລະ ລາໂຕແມ່ໜຶ່ງພັນໂຕ” (ໂຢບ 42:12). ຈາກທັດສະນະຂອງມະນຸດ, ແມ່ນຫຍັງຄືສິ່ງເຫຼົ່ານີ້ທີ່ຖືກມອບໃຫ້ກັບໂຢບ? ສິ່ງເຫຼົ່ານັ້ນແມ່ນຊັບສິນຂອງມະນຸດຊາດບໍ? ດ້ວຍຊັບສິນເຫຼົ່ານີ້, ໂຢບຈະບໍ່ໄດ້ເປັນຄົນຮັ່ງມີຫຼາຍໃນລະຫວ່າງຍຸກນັ້ນບໍ? ແລ້ວລາວໄດ້ຮັບຊັບສິນເຫຼົ່ານີ້ແນວໃດ? ແມ່ນຫຍັງກໍ່ໃຫ້ເກີດຄວາມຮັ່ງມີຂອງລາວ? ມັນຊັດເຈນໂດຍບໍ່ຕ້ອງອະທິບາຍຢູ່ແລ້ວວ່າ ມັນແມ່ນຍ້ອນການອວຍພອນຂອງພຣະເຈົ້າທີ່ເຮັດໃຫ້ໂຢບຄອບຄອງສິ່ງເຫຼົ່ານີ້. ໂຢບພິຈາລະນາເບິ່ງຊັບສິນເຫຼົ່ານີ້ແນວໃດ ແລະ ລາວເບິ່ງແນວໃດກ່ຽວກັບການອວຍພອນຂອງພຣະເຈົ້າ, ນັ້ນບໍ່ແມ່ນສິ່ງທີ່ພວກເຮົາຈະສົນທະນາໃນທີ່ນີ້. ເມື່ອເວົ້າເຖິງການອວຍພອນຂອງພຣະເຈົ້າ, ທຸກຄົນປາຖະໜາຫາ ກາງເວັນ ແລະ ກາງຄືນ ເພື່ອທີ່ຈະຖືກພຣະເຈົ້າອວຍພອນ, ແຕ່ມະນຸດບໍ່ສາມາດຄວບຄຸມໄດ້ວ່າ ເຂົາສາມາດຮັບເອົາຊັບສິນຫຼາຍສໍ່າໃດໃນລະຫວ່າງຊີວິດຂອງເຂົາ ຫຼື ວ່າເຂົາຈະສາມາດໄດ້ຮັບການອວຍພອນຈາກພຣະເຈົ້າ ຫຼື ບໍ່ນັ້ນ, ນີ້ແມ່ນຄວາມຈິງທີ່ບໍ່ຕ້ອງສົງໄສ! ພຣະເຈົ້າມີສິດອຳນາດ ແລະ ລິດອຳນາດທີ່ຈະປະທານຊັບສິນໃດກໍຕາມໃຫ້ກັບມະນຸດ, ຍອມໃຫ້ມະນຸດຮັບເອົາພອນໃດກໍຕາມ, ແຕ່ກໍມີຫຼັກການໃນການອວຍພອນຂອງພຣະເຈົ້າ. ພຣະເຈົ້າອວຍພອນຄົນປະເພດໃດ? ແນ່ນອນ ພຣະອົງປະທານພອນໃຫ້ຄົນທີ່ພຣະອົງມັກ! ອັບຣາຮາມ ແລະ ໂຢບຖືກພຣະເຈົ້າອວຍພອນທັງສອງ, ແຕ່ການອວຍພອນທີ່ພວກເຂົາໄດ້ຮັບແມ່ນບໍ່ຄືກັນ. ພຣະເຈົ້າອວຍພອນອັບຣາຮາມດ້ວຍເຊື້ອສາຍທີ່ມີຫຼາຍເທົ່າກັບເມັດຊາຍ ແລະ ດວງດາວ. ເມື່ອພຣະເຈົ້າອວຍພອນອັບຣາຮາມ, ພຣະອົງເຮັດໃຫ້ເຊື້ອສາຍຂອງຄົນໜຶ່ງ ແລະ ຊົນຊາດໜຶ່ງກາຍມາເປັນຊົນຊາດມະຫາອຳນາດ ແລະ ຈະເລີນຮຸ່ງເຮືອງ. ໃນນີ້, ສິດອຳນາດຂອງພຣະເຈົ້າປົກຄອງເໜືອມະນຸດຊາດ ຜູ້ເຊິ່ງຫາຍໃຈຈາກລົມຫາຍໃຈຂອງພຣະເຈົ້າທ່າມກາງສິ່ງທັງປວງ ແລະ ສິ່ງທີ່ມີຊີວິດ. ພາຍໃຕ້ການປົກຄອງແຫ່ງສິດອຳນາດຂອງພຣະເຈົ້າ, ມະນຸດຊາດນີ້ເພີ່ມທະວີ ແລະ ເປັນຢູ່ຢ່າງໄວໂດຍການຕັດສິນຂອງພຣະເຈົ້າ ແລະ ພາຍໃນຂອບເຂດທີ່ພຣະເຈົ້າກຳນົດໄວ້. ໂດຍສະເພາະແລ້ວ, ການຢູ່ລອດຂອງຊົນຊາດນີ້, ອັດຕາການຂະຫຍາຍຕົວ ແລະ ກໍານົດອາຍຸຍືນລ້ວນແລ້ວແຕ່ເປັນສ່ວນຂອງການຈັດແຈງຂອງພຣະເຈົ້າ ແລະ ຫຼັກການຂອງທຸກສິ່ງເຫຼົ່ານີ້ແມ່ນອີງຕາມຄຳສັນຍາທີ່ພຣະເຈົ້າໄດ້ສ້າງໄວ້ໃຫ້ອັບຣາຮາມທັງໝົດ. ນີ້ໝາຍຄວາມວ່າ ບໍ່ວ່າຈະເປັນສະຖານະການໃດກໍຕາມ, ຄຳສັນຍາຂອງພຣະເຈົ້າຈະດຳເນີນການຕໍ່ໄປໂດຍບໍ່ມີອຸປະສັກ ແລະ ຖືກເຮັດໃຫ້ເກີດເປັນຈິງພາຍໃຕ້ການຄຸ້ມຄອງແຫ່ງສິດອຳນາດຂອງພຣະເຈົ້າ. ໃນຄຳສັນຍາທີ່ພຣະເຈົ້າໄດ້ສ້າງໄວ້ໃຫ້ກັບອັບຣາຮາມນັ້ນ ບໍ່ວ່າຈະມີກາລີຍຸກເທິງແຜ່ນດິນໂລກ, ບໍ່ວ່າຈະໃນຍຸກໃດ, ບໍ່ວ່າຈະມີໄພພິບັດທີ່ມະນຸດຊາດຕ້ອງອົດກັ້ນ, ເຊື້ອສາຍຂອງອັບຣາຮາມຈະບໍ່ປະສົບກັບຄວາມສ່ຽງໃນການຖືກທຳລາຍລ້າງ ແລະ ຊົນຊາດຂອງພວກເຂົາກໍຈະບໍ່ຫາຍສາບສູນໄປ. ເຖິງຢ່າງໃດກໍຕາມ ການທີ່ພຣະເຈົ້າອວຍພອນໂຢບເຮັດໃຫ້ລາວຮັ່ງມີຢ່າງມະຫາສານ. ສິ່ງທີ່ພຣະເຈົ້າມອບໃຫ້ກັບລາວກໍຄືສິ່ງທີ່ມີຊີວິດ ແລະ ມີລົມຫາຍໃຈຈຳນວນຫຼວງຫຼາຍ ເຊິ່ງມີລັກສະນະເຈາະຈົງ ລວມເຖິງຈຳນວນຂອງພວກມັນ, ອັດຕາຄວາມໄວໃນການແຜ່ພັນຂອງພວກມັນ, ອັດຕາການຢູ່ລອດ, ຈຳນວນໄຂມັນທີ່ຢູ່ໃນຮ່າງກາຍຂອງພວກມັນ ແລະ ອື່ນໆອີກ ແມ່ນຖືກຄວບຄຸມໂດຍພຣະເຈົ້າ. ເຖິງແມ່ນວ່າ ສິ່ງທີ່ມີຊີວິດເຫຼົ່ານີ້ບໍ່ມີຄວາມສາມາດໃນການເວົ້າ, ພວກເຂົາກໍຍັງເປັນສ່ວນໜຶ່ງໃນການປັ້ນແຕ່ງຂອງພຣະຜູ້ສ້າງເຊັ່ນດຽວກັນ ແລະ ຫຼັກການແຫ່ງການປັ້ນແຕ່ງຂອງພຣະເຈົ້າສໍາລັບພວກມັນກໍເປັນໄປຕາມພື້ນຖານຂອງການອວຍພອນທີ່ພຣະເຈົ້າສັນຍາໄວ້ກັບໂຢບ. ໃນການອວຍພອນທີ່ພຣະເຈົ້າມອບໃຫ້ກັບອັບຣາຮາມ ແລະ ໂຢບ, ເຖິງແມ່ນວ່າ ສິ່ງທີ່ສັນຍານັ້ນແຕກຕ່າງກັນ, ສິດອຳນາດທີ່ພຣະເຈົ້າໃຊ້ປົກຄອງສິ່ງທັງປວງ ແລະ ສິ່ງທີ່ມີຊີວິດຕ່າງໆກໍເປັນອັນດຽວກັນ. ທຸກລາຍລະອຽດຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າແມ່ນຖືກສະແດງອອກໃນຄຳສັນຍາທີ່ແຕກຕ່າງກັນຂອງພຣະອົງ ແລະ ການອວຍພອນທີ່ໃຫ້ກັບອັບຣາຮາມ ແລະ ໂຢບ ໄດ້ສະແດງໃຫ້ມະນຸດຊາດເຫັນອີກຄັ້ງວ່າ ສິດອຳນາດຂອງພຣະເຈົ້າຢູ່ນອກເໜືອຈິນຕະນາການຂອງມະນຸດຫຼາຍ. ລາຍລະອຽດເຫຼົ່ານີ້ບອກມະນຸດຊາດອີກຄັ້ງວ່າ ຖ້າເຂົາປາຖະໜາທີ່ຈະຮູ້ຈັກສິດອຳນາດຂອງພຣະເຈົ້າ, ແລ້ວມັນກໍພຽງແຕ່ສາມາດບັນລຸຜ່ານພຣະທຳຂອງພຣະເຈົ້າ ແລະ ຜ່ານທາງການຜະເຊີນກັບພາລະກິດຂອງພຣະເຈົ້າເທົ່ານັ້ນ.

ສິດອຳນາດແຫ່ງການປົກຄອງຂອງພຣະເຈົ້າເໜືອສິ່ງທັງປວງຍອມໃຫ້ມະນຸດເຫັນຄວາມຈິງຢ່າງໜຶ່ງ ນັ້ນກໍຄື ສິດອຳນາດຂອງພຣະເຈົ້າບໍ່ພຽງແຕ່ສະແດງອອກໃນພຣະທຳທີ່ວ່າ “ແລະ ພຣະເຈົ້າໄດ້ກ່າວວ່າ ຈົ່ງມີແສງສະຫວ່າງ ແລ້ວກໍມີແສງສະຫວ່າງ, ຈົ່ງມີທ້ອງຟ້າ ແລ້ວກໍມີທ້ອງຟ້າ ແລະ ຈົ່ງມີແຜ່ນດິນ ແລ້ວກໍມີແຜ່ນດິນ”, ແຕ່ຍິ່ງໄປກວ່ານັ້ນກໍຄື ສິດອໍານາດຂອງພຣະອົງຍັງສະແດງອອກຢູ່ໃນວິທີທີ່ພຣະອົງເຮັດໃຫ້ແສງສະຫວ່າງສືບຕໍ່, ຮັກສາທ້ອງຟ້າບໍ່ໃຫ້ຫາຍໄປ ແລະ ເຮັດໃຫ້ແຜ່ນດິນແຍກອອກຈາກນໍ້າຕະຫຼອດໄປ ພ້ອມທັງຢູ່ໃນລາຍລະອຽດຂອງວິທີທີ່ພຣະອົງປົກຄອງ ແລະ ຄຸ້ມຄອງສິ່ງທີ່ພຣະອົງສ້າງຂຶ້ນ ນັ້ນກໍຄື ແສງສະຫວ່າງ, ທ້ອງຟ້າ ແລະ ແຜ່ນດິນ. ພວກເຈົ້າເຫັນຫຍັງອີກແດ່ໃນການທີ່ພຣະເຈົ້າອວຍພອນມະນຸດຊາດ? ເຫັນໄດ້ຢ່າງຊັດເຈນກໍຄື ຫຼັງຈາກທີ່ພຣະເຈົ້າໄດ້ອວຍພອນອັບຣາຮາມ ແລະ ໂຢບ, ບາດກ້າວຂອງພຣະເຈົ້າກໍບໍ່ໄດ້ຢຸດ ຍ້ອນພຣະອົງຫາກໍເລີ່ມຕົ້ນໃຊ້ສິດອຳນາດຂອງພຣະອົງ ແລະ ພຣະອົງເຈດຕະນາທີ່ຈະເຮັດໃຫ້ພຣະທຳທຸກຂໍ້ຂອງພຣະອົງເປັນຄວາມຈິງ ແລະ ເຮັດໃຫ້ລາຍລະອຽດທຸກປະການທີ່ພຣະອົງໄດ້ກ່າວໄວ້ເກີດຂຶ້ນຈິງ ແລະ ສະນັ້ນ ໃນຫຼາຍປີທີ່ຈະມາເຖິງນີ້ ພຣະອົງສືບຕໍ່ເຮັດທຸກສິ່ງທີ່ພຣະອົງເຈດຕະນາໄວ້. ເພາະພຣະເຈົ້າມີສິດອຳນາດ, ບາງເທື່ອ ສຳລັບມະນຸດແລ້ວ ມັນເບິ່ງຄືກັບວ່າ ພຣະເຈົ້າຕ້ອງການພຽງແຕ່ກ່າວ ແລະ ບໍ່ຈຳເປັນຕ້ອງຍົກນິ້ວມືຂຶ້ນເພື່ອໃຫ້ທຸກບັນຫາ ແລະ ທຸກສິ່ງສຳເລັດລົງ. ການຈິນຕະນາການດັ່ງກ່າວແມ່ນຂ້ອນຂ້າງເປັນຕາຫົວຂວັນ! ຖ້າເຈົ້າພຽງແຕ່ມີມຸມມອງດ້ານດຽວກ່ຽວກັບການທີ່ພຣະເຈົ້າຈັດຕັ້ງພັນທະສັນຍາກັບມະນຸດໂດຍໃຊ້ພຣະທຳ ແລະ ກ່ຽວກັບພຣະເຈົ້າສຳເລັດທຸກສິ່ງໂດຍໃຊ້ພຣະທຳ ແລະ ເຈົ້າບໍ່ສາມາດເຫັນເຖິງຫຼາກຫຼາຍໝາຍສຳຄັນ ແລະ ຄວາມຈິງທີ່ສິດອຳນາດຂອງພຣະເຈົ້າມີອິດທິພົນຢູ່ເໜືອການເປັນຢູ່ຂອງສິ່ງທັງປວງ, ແລ້ວຄວາມເຂົ້າໃຈຂອງເຈົ້າກ່ຽວກັບສິດອຳນາດກໍບໍ່ມີຄວາມໝາຍ ແລະ ເປັນຕາຢາກຫົວຫຼາຍ! ຖ້າມະນຸດຈິນຕະນາການໃຫ້ພຣະເຈົ້າເປັນແບບນັ້ນ, ຕ້ອງເວົ້າໄດ້ວ່າ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າໄດ້ຖືກຂັບໄລ່ຈົນເຖິງດ່ານສຸດທ້າຍ ແລະ ໄດ້ເຖິງທາງຕັນແລ້ວ ຍ້ອນພຣະເຈົ້າທີ່ມະນຸດຈິນຕະນາການແມ່ນເປັນພຽງແຕ່ເຄື່ອງຈັກທີ່ບັນຊາຄຳສັ່ງ ແລະ ບໍ່ແມ່ນພຣະເຈົ້າຜູ້ເຊິ່ງມີສິດອຳນາດ. ເຈົ້າໄດ້ເຫັນຫຍັງແດ່ຜ່ານຕົວຢ່າງຂອງອັບຣາຮາມ ແລະ ໂຢບ? ເຈົ້າໄດ້ເຫັນເຖິງດ້ານທີ່ເປັນຈິງຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າບໍ? ຫຼັງຈາກທີ່ພຣະເຈົ້າອວຍພອນອັບຣາຮາມ ແລະ ໂຢບ, ພຣະເຈົ້າໄດ້ຢຸດຢູ່ບ່ອນນັ້ນ ຫຼື ພຣະອົງສົ່ງຜູ້ສົ່ງຂ່າວຂອງພຣະອົງໃຫ້ປະຕິບັດພາລະກິດ ໃນຂະນະທີ່ລໍຖ້າເພື່ອເຫັນສິ່ງທີ່ຈະເປັນຜົນຕາມມາ. ໃນທາງກົງກັນຂ້າມ, ທັນທີທີ່ພຣະເຈົ້າກ່າວພຣະທຳຂອງພຣະອົງ, ພາຍໃຕ້ການນໍາພາຂອງສິດອຳນາດຂອງພຣະເຈົ້າ, ທຸກສິ່ງເລີ່ມເຮັດຕາມພາລະກິດທີ່ພຣະເຈົ້າເຈດຕະນາທີ່ຈະປະຕິບັດ ແລະ ມີການຈັດແຈງຜູ້ຄົນ, ສິ່ງຂອງ ແລະ ວັດຖຸທີ່ພຣະເຈົ້າຕ້ອງການ. ນີ້ໝາຍຄວາມວ່າ ທັນທີທີ່ພຣະທຳຖືກກ່າວອອກຈາກປາກຂອງພຣະເຈົ້າ, ສິດອຳນາດຂອງພຣະເຈົ້າເລີ່ມຖືກໃຊ້ທົ່ວແຜ່ນດິນທັງໝົດ ແລະ ພຣະອົງກຳນົດວິທີທາງເພື່ອເຮັດສຳລັບ ແລະ ປະຕິບັດຕາມຄຳສັນຍາທີ່ພຣະອົງໄດ້ເຮັດໄວ້ໃຫ້ອັບຣາຮາມ ແລະ ໂຢບ, ໃນຂະນະທີ່ກຳລັງວາງແຜນ ແລະ ຈັດຕຽມໃຫ້ເໝາະສົມທຸກຢ່າງສຳລັບທຸກສິ່ງທີ່ຈຳເປັນໃນແຕ່ລະບາດກ້າວ ແລະ ແຕ່ລະຂັ້ນຕອນສຳຄັນທີ່ພຣະອົງວາງແຜນຈະປະຕິບັດ. ໃນລະຫວ່າງເວລານີ້, ພຣະເຈົ້າບໍ່ພຽງແຕ່ກຳນົດທິດທາງຂອງຜູ້ສົ່ງຂ່າວຂອງພຣະອົງ, ແຕ່ຍັງກຳນົດທິດທາງຂອງທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນ. ນີ້ໝາຍຄວາມວ່າ ຂອບເຂດທີ່ສິດອຳນາດຂອງພຣະເຈົ້າຖືກໃຊ້ບໍ່ພຽງແຕ່ລວມເຖິງຜູ້ສົ່ງຂ່າວ ແຕ່ລວມເຖິງທຸກສິ່ງໃນການສ້າງທີ່ຖືກກຳນົດທິດທາງເພື່ອໃຫ້ສອດຄ່ອງກັບພາລະກິດທີ່ພຣະອົງເຈດຕະນາທີ່ຈະເຮັດໃຫ້ສຳເລັດ; ສິ່ງເຫຼົ່ານີ້ແມ່ນລັກສະນະສະເພາະໃນການໃຊ້ສິດອຳນາດຂອງພຣະເຈົ້າ. ໃນຈິນຕະນາການຂອງພວກເຈົ້າ, ບາງຄົນອາດມີຄວາມເຂົ້າໃຈດັ່ງຕໍ່ໄປນີ້ກ່ຽວກັບສິດອຳນາດຂອງພຣະເຈົ້າ ນັ້ນກໍຄື ພຣະເຈົ້າມີສິດອຳນາດ ແລະ ພຣະເຈົ້າມີລິດອຳນາດ ແລະ ດ້ວຍເຫດນັ້ນ ພຣະເຈົ້າພຽງແຕ່ຢູ່ໃນສະຫວັນຊັ້ນສາມ ຫຼື ຢູ່ໃນບ່ອນຄົງທີ່ ແລະ ບໍ່ຈຳເປັນຕ້ອງປະຕິບັດພາລະກິດສະເພາະໃດເລີຍ ແລະ ພາລະກິດທັງໝົດຂອງພຣະອົງແມ່ນຖືກເຮັດໃຫ້ສົມບູນພາຍໃນຄວາມຄິດຂອງພຣະອົງ. ບາງຄົນອາດຍັງເຊື່ອວ່າ ເຖິງແມ່ນພຣະເຈົ້າອວຍພອນອັບຣາຮາມ, ພຣະເຈົ້າກໍບໍ່ຈຳເປັນຕ້ອງເຮັດຫຍັງເລີຍ ແລະ ພຣະອົງພຽງຕ້ອງການກ່າວພຣະທຳຂອງພຣະອົງເທົ່ານັ້ນ. ນີ້ແມ່ນສິ່ງທີ່ເກີດຂຶ້ນແທ້ບໍ? ເຫັນໄດ້ຊັດເຈນເລີຍວ່າ ບໍ່ແມ່ນ! ເຖິງແມ່ນພຣະເຈົ້າມີສິດອຳນາດ ແລະ ລິດອຳນາດ, ສິດອຳນາດຂອງພຣະອົງເປັນຈິງ ແລະ ແທ້ຈິງ, ບໍ່ໄດ້ວ່າງເປົ່າ. ຄວາມແທ້ຈິງ ແລະ ຄວາມເປັນຈິງຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າໄດ້ຖືກເປີດເຜີຍ ແລະ ສະແດງອອກເທື່ອລະໜ້ອຍໃນການທີ່ພຣະອົງສ້າງທຸກສິ່ງ ແລະ ຄວບຄຸມຢູ່ເໜືອສິ່ງຕ່າງໆ ແລະ ໃນຂະບວນການທີ່ພຣະອົງນໍາພາ ແລະ ຄຸ້ມຄອງມະນຸດຊາດ. ທຸກວິທີການ, ທຸກທັດສະນະ ແລະ ທຸກລາຍລະອຽດຂອງການປົກຄອງຂອງພຣະເຈົ້າເໜືອມະນຸດຊາດ ແລະ ສິ່ງທັງປວງ ແລະ ທຸກພາລະກິດທີ່ພຣະອົງໄດ້ເຮັດໃຫ້ສຳເລັດ ພ້ອມທັງຄວາມເຂົ້າໃຈຂອງພຣະອົງກ່ຽວກັບທຸກສິ່ງ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ພິສູດແທ້ຈິງວ່າ ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າບໍ່ແມ່ນພຣະທຳທີ່ວ່າງເປົ່າ. ສິດອຳນາດ ແລະ ລິດອຳນາດຂອງພຣະອົງຖືກສະແດງອອກ ແລະ ເປີດເຜີຍຢ່າງຕໍ່ເນື່ອງ ແລະ ໃນທຸກໆສິ່ງ. ການສະແດງອອກ ແລະ ການເປີດເຜີຍເຫຼົ່ານີ້ບົ່ງບອກເຖິງການມີຢູ່ທີ່ເປັນຈິງແຫ່ງສິດອຳນາດຂອງພຣະເຈົ້າ ຍ້ອນພຣະອົງໃຊ້ສິດອຳນາດ ແລະ ລິດອຳນາດຂອງພຣະອົງເພື່ອສືບຕໍ່ພາລະກິດຂອງພຣະອົງ ແລະ ເພື່ອບັນຊາການທຸກໆສິ່ງ ແລະ ເພື່ອປົກຄອງທຸກໆສິ່ງໃນທຸກຊ່ວງເວລາ; ທູດສະຫວັນ ແລະ ຜູ້ສົ່ງຂ່າວຂອງພຣະເຈົ້າກໍບໍ່ສາມາດແທນລິດອຳນາດ ແລະ ສິດອຳນາດຂອງພຣະອົງໄດ້. ພຣະເຈົ້າຕັດສິນໃຈວ່າ ພຣະອົງຈະປະທານການອວຍພອນໃດໃຫ້ກັບອັບຣາຮາມ ແລະ ໂຢບ, ແລ້ວມັນກໍຂຶ້ນກັບການຕັດສິນໃຈຂອງພຣະເຈົ້າ. ເຖິງແມ່ນຜູ້ສົ່ງຂ່າວຂອງພຣະເຈົ້າມາຫາອັບຣາຮາມ ແລະ ໂຢບເປັນການສ່ວນຕົວ, ການກະທຳຂອງພວກເຂົາກໍເປັນໄປຕາມພຣະບັນຍັດຂອງພຣະເຈົ້າ ແລະ ການກະທໍາຂອງພວກເຂົາແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະເຈົ້າ ແລະ ເຊັ່ນດຽວກັນ ຜູ້ສົ່ງຂ່າວກໍຍັງຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າອີກດ້ວຍ. ເຖິງແມ່ນມະນຸດເຫັນຜູ້ສົ່ງຂ່າວຂອງພຣະເຈົ້າມາຫາອັບຣາຮາມ ແລະ ບໍ່ໄດ້ເຫັນພຣະເຈົ້າເຢໂຮວາເຮັດຫຍັງດ້ວຍຕົວພຣະອົງເອງທີ່ບັນທຶກໄວ້ໃນພຣະຄຳພີ, ຕາມຄວາມຈິງແລ້ວ ຜູ້ດຽວທີ່ໃຊ້ລິດອຳນາດ ແລະ ສິດອຳນາດແທ້ຈິງກໍແມ່ນພຣະເຈົ້າເອງ ແລະ ສິ່ງນີ້ຈະບໍ່ທົນຕໍ່ຂໍ້ສົງໄສຈາກມະນຸດຄົນໃດ! ເຖິງແມ່ນເຈົ້າໄດ້ເຫັນທູດສະຫວັນ ແລະ ຜູ້ສົ່ງຂ່າວມີລິດອຳນາດທີ່ຍິ່ງໃຫຍ່ ແລະ ປະຕິບັດສິ່ງອັດສະຈັນຕ່າງໆ ຫຼື ພວກເຂົາໄດ້ເຮັດບາງສິ່ງທີ່ພຣະເຈົ້າມອບໝາຍໃຫ້, ການກະທຳຂອງພວກເຂົາກໍພຽງແຕ່ເພື່ອເຮັດສຳເລັດການມອບໝາຍຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ໄດ້ສະແດງເຖິງສິດອຳນາດຂອງພຣະເຈົ້າດ້ວຍວິທີໃດເລີຍ, ຍ້ອນບໍ່ມີມະນຸດ ຫຼື ສິ່ງໃດທີ່ມີ ຫຼື ຄອບຄອງສິດອຳນາດຂອງພຣະຜູ້ສ້າງໃນການສ້າງສິ່ງທັງປວງ ແລະ ປົກຄອງທຸກສິ່ງ. ດ້ວຍເຫດນັ້ນຈຶ່ງບໍ່ມີມະນຸດ ຫຼື ສິ່ງໃດທີ່ສາມາດໃຊ້ ຫຼື ສະແດງສິດອຳນາດຂອງພຣະຜູ້ສ້າງໄດ້.

ສິດອຳນາດຂອງພຣະຜູ້ສ້າງບໍ່ສາມາດປ່ຽນແປງໄດ້ ແລະ ບໍ່ສາມາດລ່ວງເກີນໄດ້

ພວກເຈົ້າໄດ້ເຫັນຫຍັງໃນສາມພາກສ່ວນຂອງຂໍ້ພຣະຄຳເຫຼົ່ານີ້? ພວກເຈົ້າໄດ້ເຫັນບໍ່ວ່າມີຫຼັກການທີ່ພຣະເຈົ້າໃຊ້ສິດອຳນາດຂອງພຣະອົງ? ຕົວຢ່າງເຊັ່ນ: ພຣະເຈົ້າໃຊ້ສາຍຮຸ້ງເພື່ອສ້າງພັນທະສັນຍາກັບມະນຸດ ເຊິ່ງພຣະອົງວາງສາຍຮຸ້ງໃນກ້ອນເມກເພື່ອບອກກັບມະນຸດວ່າ ພຣະອົງຈະບໍ່ໃຊ້ນໍ້າຖ້ວມເພື່ອທຳລາຍແຜ່ນດິນໂລກອີກຕໍ່ໄປ. ສາຍຮຸ້ງທີ່ຜູ້ຄົນເຫັນໃນປັດຈຸບັນຍັງເປັນສາຍຮຸ້ງດຽວທີ່ກ່າວອອກຈາກປາກຂອງພຣະເຈົ້າບໍ? ທຳມະຊາດ ແລະ ຄວາມໝາຍຂອງມັນໄດ້ປ່ຽນແປງແລ້ວບໍ? ແນ່ນອນ ມັນບໍ່ໄດ້ປ່ຽນແປງ. ພຣະເຈົ້າໃຊ້ສິດອຳນາດຂອງພຣະອົງເພື່ອດໍາເນີນການນີ້ ແລະ ພັນທະສັນຍາທີ່ພຣະອົງສ້າງກັບມະນຸດກໍສືບຕໍ່ຈົນເຖິງປັດຈຸບັນ ແລະ ແນ່ນອນ ເວລາທີ່ພັນທະສັນຍານີ້ຈະປ່ຽນແປງແມ່ນຂຶ້ນຢູ່ກັບການຕັດສິນໃຈຂອງພຣະເຈົ້າ. ຫຼັງຈາກທີ່ພຣະເຈົ້າກ່າວວ່າ: “ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ” ພຣະເຈົ້າກໍປະຕິບັດຕາມພັນທະສັນຍານີ້ຢູ່ສະເໝີ ມາຈົນເຖິງປັດຈຸບັນ. ເຈົ້າເຫັນຫຍັງແດ່ໃນສິ່ງນີ້? ເຖິງແມ່ນວ່າ ພຣະເຈົ້າມີສິດອຳນາດ ແລະ ລິດອຳນາດ, ພຣະອົງກໍເຂັ້ມງວດ ແລະ ມີຫຼັກການໃນການກະທຳຂອງພຣະອົງ ແລະ ຄົງຮັກສາຄວາມເປັນຈິງໃນພຣະທຳຂອງພຣະອົງ. ຄວາມເຂັ້ມງວດຂອງພຣະອົງ ແລະ ຫຼັກການໃນການປະຕິບັດຂອງພຣະອົງ ສະແດງເຖິງຄວາມບໍ່ສາມາດລ່ວງເກີນໄດ້ຂອງພຣະຜູ້ສ້າງ ແລະ ຄວາມບໍ່ສາມາດຢູ່ເໜືອສິດອຳນາດຂອງພຣະຜູ້ສ້າງໄດ້. ເຖິງວ່າພຣະອົງມີສິດອຳນາດສູງສຸດ ແລະ ທຸກໆສິ່ງກໍຢູ່ພາຍໃຕ້ອຳນາດຂອງພຣະອົງ ແລະ ເຖິງແມ່ນວ່າພຣະອົງມີລິດອຳນາດປົກຄອງທຸກສິ່ງ, ພຣະເຈົ້າກໍບໍ່ເຄີຍທຳລາຍ ຫຼື ລົບກວນແຜນການຂອງພຣະອົງເອງ ແລະ ໃນແຕ່ລະຄັ້ງທີ່ພຣະອົງໃຊ້ສິດອຳນາດ, ມັນກໍສອດຄ່ອງກັບຫຼັກການຂອງພຣະອົງເອງຢ່າງເຄັ່ງຄັດ ແລະ ປະຕິບັດຕາມສິ່ງທີ່ຖືກກ່າວອອກຈາກປາກຂອງພຣະອົງຢ່າງແນ່ນອນ ແລະ ປະຕິບັດຕາມບາດກ້າວ ແລະ ຈຸດປະສົງຂອງແຜນການຂອງພຣະອົງ. ແນ່ນອນ ທຸກສິ່ງທີ່ພຣະເຈົ້າປົກຄອງຍັງເຊື່ອຟັງຫຼັກການໃນການໃຊ້ສິດອຳນາດຂອງພຣະອົງ ແລະ ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດທີ່ຖືກຍົກເວັ້ນຈາກການຈັດແຈງຂອງສິດອຳນາດຂອງພຣະອົງ ຫຼື ພວກເຂົາບໍ່ສາມາດປ່ຽນແປງຫຼັກການທີ່ສິດອຳນາດຂອງພຣະອົງນໍາໃຊ້. ໃນສາຍຕາຂອງພຣະເຈົ້າ, ຄົນທີ່ໄດ້ຮັບການອວຍພອນກໍໄດ້ຮັບຊັບສິນທີ່ສົມບູນ ເຊິ່ງເກີດຈາກສິດອຳນາດຂອງພຣະອົງ ແລະ ຄົນທີ່ຖືກສາບແຊ່ງກໍໄດ້ຮັບການລົງໂທດຂອງພວກເຂົາ ຍ້ອນສິດອຳນາດຂອງພຣະເຈົ້າ. ພາຍໃຕ້ການປົກຄອງຈາກສິດອຳນາດຂອງພຣະເຈົ້າ, ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດໄດ້ຮັບການຍົກເວັ້ນຈາກການໃຊ້ສິດອຳນາດຂອງພຣະອົງ ຫຼື ພວກເຂົາບໍ່ສາມາດປ່ຽນແປງຫຼັກການໃນການໃຊ້ສິດອຳນາດຂອງພຣະອົງ. ສິດອຳນາດຂອງພຣະຜູ້ສ້າງບໍ່ໄດ້ຖືກດັດປ່ຽນໂດຍການປ່ຽນແປງໃນປັດໄຈໃດກໍຕາມ ແລະ ໃນທຳນອງດຽວກັນ ຫຼັກການໃນການໃຊ້ສິດອຳນາດຂອງພຣະອົງກໍບໍ່ປ່ຽນແປງຍ້ອນເຫດຜົນໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດປະສົບກັບກາລີຍຸກທີ່ຍິ່ງໃຫຍ່, ແຕ່ສິດອຳນາດຂອງພຣະຜູ້ສ້າງຈະບໍ່ປ່ຽນແປງ; ທຸກໆສິ່ງອາດຫາຍໄປ, ແຕ່ສິດອຳນາດຂອງພຣະຜູ້ສ້າງຈະບໍ່ຫາຍໄປຈັກເທື່ອ. ນີ້ແມ່ນແກ່ນແທ້ຂອງສິດອຳນາດທີ່ບໍ່ສາມາດປ່ຽນແປງ ແລະ ບໍ່ສາມາດລ່ວງເກີນໄດ້ຂອງພຣະຜູ້ສ້າງ ແລະ ນີ້ແມ່ນຄວາມເປັນໜຶ່ງດຽວທີ່ສຸດຂອງພຣະຜູ້ສ້າງ!

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເຖິງມະນຸດຊາດໄດ້ຖືກເຮັດໃຫ້ເສື່ອມຊາມ, ພວກເຂົາກໍຍັງດຳລົງຊີວິດຢູ່ພາຍໃຕ້ການປົກຄອງແຫ່ງອຳນາດຂອງພຣະຜູ້ສ້າງ

ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເປັນເວລາຫຼາຍພັນປີ. ມັນໄດ້ສ້າງຄວາມຊົ່ວຮ້າຍຢ່າງນັບບໍ່ຖ້ວນ, ໄດ້ຫຼອກລວງຜູ້ຄົນຍຸກແລ້ວຍຸກເລົ່າ ແລະ...

ຄຳສັ່ງຂອງພຣະເຈົ້າຕໍ່ຊາຕານ

“ແລະ ພຣະເຢໂຮວາເວົ້າກັບຊາຕານວ່າ ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ” (ໂຢບ 2:6). ຊາຕານບໍ່ເຄີຍກ້າຝ່າຝືນສິດອຳນາດຂອງພຣະຜູ້ສ້າງ...

ມີພຽງແຕ່ພຣະເຈົ້າເທົ່ານັ້ນ ຜູ້ເຊິ່ງມີຕົວຕົນຂອງພຣະຜູ້ສ້າງ ຈຶ່ງມີສິດອຳນາດໜຶ່ງດຽວ

ຕົວຕົນພິເສດຂອງຊາຕານໄດ້ເຮັດໃຫ້ຫຼາຍຄົນສະແດງອອກເຖິງຄວາມສົນໃຈຢ່າງແຮງກ້າໃນການສະແດງອອກຂອງມັນກ່ຽວກັບດ້ານຕ່າງໆ. ຍັງມີຄົນໂງ່ຫຼາຍຄົນເຖິງກັບເຊື່ອວ່າ...

ພຣະເຈົ້າໃຊ້ພຣະທຳຂອງພຣະອົງເພື່ອສ້າງພັນທະສັນຍາກັບມະນຸດ

“ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ....

Leave a Reply