ມີພຽງແຕ່ພຣະເຈົ້າເທົ່ານັ້ນ ຜູ້ເຊິ່ງມີຕົວຕົນຂອງພຣະຜູ້ສ້າງ ຈຶ່ງມີສິດອຳນາດໜຶ່ງດຽວ
ຕົວຕົນພິເສດຂອງຊາຕານໄດ້ເຮັດໃຫ້ຫຼາຍຄົນສະແດງອອກເຖິງຄວາມສົນໃຈຢ່າງແຮງກ້າໃນການສະແດງອອກຂອງມັນກ່ຽວກັບດ້ານຕ່າງໆ. ຍັງມີຄົນໂງ່ຫຼາຍຄົນເຖິງກັບເຊື່ອວ່າ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
“ແລະ ພຣະເຢໂຮວາເວົ້າກັບຊາຕານວ່າ ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ” (ໂຢບ 2:6).
ຊາຕານບໍ່ເຄີຍກ້າຝ່າຝືນສິດອຳນາດຂອງພຣະຜູ້ສ້າງ ແລະ ຍ້ອນສິ່ງນີ້, ທຸກສິ່ງຈຶ່ງດຳລົງຊີວິດໃນຄວາມເປັນລະບຽບ
ນີ້ແມ່ນບົດຄັດຕອນຈາກໜັງສືແຫ່ງພຣະທໍາໂຢບ ແລະ ຄຳວ່າ “ລາວ” ໃນພຣະທຳເຫຼົ່ານີ້ໝາຍເຖິງໂຢບ. ເຖິງວ່າຈະສັ້ນ, ປະໂຫຍກນີ້ກໍຊີ້ແຈງຫຼາຍບັນຫາ. ມັນອະທິບາຍເຖິງບົດສົນທະນາໂດຍສະເພາະລະຫວ່າງພຣະເຈົ້າ ແລະ ຊາຕານໃນໂລກແຫ່ງວິນຍານ ແລະ ບອກພວກເຮົາວ່າ ເປົ້າໝາຍຂອງພຣະທຳຂອງພຣະເຈົ້າແມ່ນຊາຕານ. ມັນຍັງບັນທຶກສິ່ງທີ່ພຣະເຈົ້າກ່າວໂດຍສະເພາະ. ພຣະທຳຂອງພຣະເຈົ້າເປັນຄຳສັ່ງ ແລະ ຄຳບັນຊາໃຫ້ກັບຊາຕານ. ລາຍລະອຽດໂດຍສະເພາະຂອງຄຳສັ່ງນີ້ແມ່ນກ່ຽວຂ້ອງກັບການໄວ້ຊີວິດຂອງໂຢບ ແລະ ຂອບເຂດທີ່ພຣະເຈົ້າກຳນົດໃຫ້ຊາຕານປະຕິບັດຕໍ່ໂຢບ ນັ້ນກໍຄື ຊາຕານຕ້ອງໄວ້ຊີວິດຂອງໂຢບ. ສິ່ງທຳອິດທີ່ພວກເຮົາຮຽນຮູ້ຈາກປະໂຫຍກນີ້ກໍຄື ສິ່ງເຫຼົ່ານີ້ແມ່ນພຣະທຳທີ່ພຣະເຈົ້າກ່າວກັບຊາຕານ. ອີງຕາມຂໍ້ຄວາມຕົ້ນສະບັບໃນໜັງສືແຫ່ງພຣະທຳໂຢບ, ມັນໄດ້ບອກພວກເຮົາກ່ຽວກັບເບື້ອງຫຼັງຂອງພຣະທໍາດັ່ງນີ້: ຊາຕານປາຖະໜາທີ່ຈະກ່າວຫາໂຢບ ແລະ ດ້ວຍເຫດນັ້ນ ມັນຈຶ່ງຕ້ອງໄດ້ຮັບການເຫັນດີຈາກພຣະເຈົ້າກ່ອນທີ່ມັນຈະສາມາດລໍ້ລວງລາວ, ເມື່ອເຫັນດີຕໍ່ການຮຽກຮ້ອງຂອງຊາຕານໃນການລໍ້ລວງໂຢບ, ພຣະເຈົ້າໄດ້ກຳນົດເງື່ອນໄຂດັ່ງຕໍ່ໄປນີ້ໃຫ້ກັບຊາຕານ: “ໂຢບຢູ່ໃນມືຂອງເຈົ້າແລ້ວ; ແຕ່ໃຫ້ໄວ້ຊີວິດຂອງລາວ”. ແມ່ນຫຍັງຄືແກ່ນແທ້ຂອງພຣະທຳເຫຼົ່ານີ້? ພວກມັນເປັນຄຳສັ່ງຢ່າງຊັດເຈນ, ເປັນຄຳບັນຊາ. ເມື່ອເຂົ້າໃຈເຖິງແກ່ນແທ້ຂອງພຣະທຳເຫຼົ່ານີ້, ແນ່ນອນ ເຈົ້າຄວນເຂົ້າໃຈເຊັ່ນກັນວ່າ ຜູ້ທີ່ອອກຄຳສັ່ງນີ້ແມ່ນພຣະເຈົ້າ ແລະ ຜູ້ທີ່ຮັບຄຳສັ່ງນີ້ ແລະ ເຊື່ອຟັງແມ່ນຊາຕານ. ແນ່ນອນຢູ່ແລ້ວ ໃນຄຳສັ່ງນີ້ ຄວາມສຳພັນລະຫວ່າງພຣະເຈົ້າ ແລະ ຊາຕານແມ່ນປາຈັກຕໍ່ຜູ້ທີ່ໄດ້ອ່ານພຣະທຳເຫຼົ່ານີ້. ແນ່ນອນ, ນີ້ຍັງເປັນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ຊາຕານໃນໂລກຝ່າຍວິນຍານ ແລະ ຄວາມແຕກຕ່າງລະຫວ່າງຕົວຕົນ ແລະ ສະຖານະຂອງພຣະເຈົ້າ ແລະ ຊາຕານ ເຊິ່ງລະບຸໄວ້ໃນບົດບັນທຶກຂອງການສົນທະນາລະຫວ່າງພຣະເຈົ້າ ແລະ ຊາຕານໃນຂໍ້ພຣະຄຳພີ ແລະ ມັນຄືຄວາມແຕກຕ່າງທີ່ຊັດເຈນລະຫວ່າງຕົວຕົນ ແລະ ສະຖານະຂອງພຣະເຈົ້າ ແລະ ຊາຕານທີ່ທຸກມື້ນີ້ມະນຸດຍັງສາມາດຮຽນຮູ້ໃນຕົວຢ່າງສະເພາະ ແລະ ການບັນທຶກໃນຕົ້ນສະບັບນີ້. ໃນຈຸດນີ້, ເຮົາຕ້ອງເວົ້າວ່າ ການບັນທຶກພຣະທຳເຫຼົ່ານີ້ເປັນເອກະສານທີ່ສຳຄັນໃນຄວາມຮູ້ຂອງມະນຸດກ່ຽວກັບຕົວຕົນ ແລະ ສະຖານະຂອງພຣະເຈົ້າ ແລະ ມັນຍັງສະໜອງຂໍ້ມູນທີ່ສຳຄັນໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າ. ຜ່ານບົດສົນທະນານີ້ລະຫວ່າງພຣະຜູ້ສ້າງ ແລະ ຊາຕານໃນໂລກຝ່າຍວິນຍານ, ມະນຸດສາມາດເຂົ້າໃຈລັກສະນະສະເພາະອີກຢ່າງໜຶ່ງໃນສິດອຳນາດຂອງພຣະຜູ້ສ້າງ. ພຣະທຳເຫຼົ່ານີ້ເປັນຄຳພະຍານອີກຢ່າງໜຶ່ງຕໍ່ສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ.

ດ້ານພາຍນອກແລ້ວ ພຣະເຈົ້າເຢໂຮວາກໍາລັງສົນທະນາກັບຊາຕານ. ໃນດ້ານແກ່ນແທ້ແລ້ວ, ທ່າທີທີ່ພຣະເຈົ້າເຢໂຮວາກ່າວ ແລະ ຕໍາແໜ່ງທີ່ພຣະອົງຢືນ ແມ່ນສູງສົ່ງກວ່າຊາຕານ. ນີ້ໝາຍຄວາມວ່າ ພຣະເຈົ້າເຢໂຮວາກຳລັງສັ່ງຊາຕານດ້ວຍນໍ້າສຽງຂອງຄຳສັ່ງ ແລະ ກຳລັງບອກຊາຕານເຖິງສິ່ງທີ່ມັນຄວນ ແລະ ບໍ່ຄວນເຮັດ, ໂຢບຢູ່ໃນມືຂອງມັນແລ້ວ ແລະ ມັນມີສິດທີ່ຈະປະຕິບັດຕໍ່ໂຢບຢ່າງໃດກໍຕາມທີ່ມັນປາຖະໜາ, ແຕ່ມັນຈະບໍ່ເອົາຊີວິດຂອງໂຢບ. ໃຈຄວາມທີ່ເຊື່ອງຊ້ອນກໍຄື ເຖິງແມ່ນວ່າໂຢບຖືກມອບໄວ້ຢູ່ໃນມືຂອງຊາຕານ, ຊີວິດຂອງລາວບໍ່ໄດ້ຖືກມອບໃຫ້ກັບຊາຕານ; ບໍ່ມີໃຜສາມາດເອົາຊີວິດຂອງໂຢບໄປຈາກມືຂອງພຣະເຈົ້າໄດ້ ນອກຈາກພຣະເຈົ້າຈະອະນຸຍາດ. ທ່າທີຂອງພຣະເຈົ້າແມ່ນຖືກສະແດງອອກຢ່າງຊັດເຈນໃນຄຳສັ່ງນີ້ທີ່ມີຕໍ່ຊາຕານ ແລະ ຄຳສັ່ງນີ້ຍັງສະແດງ ແລະ ເປີດເຜີຍເຖິງຕໍາແໜ່ງທີ່ພຣະເຈົ້າເຢໂຮວາສົນທະນາກັບຊາຕານ. ໃນນີ້, ພຣະເຈົ້າເຢໂຮວາບໍ່ພຽງແຕ່ຖືສະຖານະຂອງພຣະເຈົ້າ ຜູ້ທີ່ສ້າງແສງສະຫວ່າງ, ອາກາດ, ທຸກສິ່ງ ແລະ ສິ່ງທີ່ມີຊີວິດຕ່າງໆ, ເປັນພຣະເຈົ້າຜູ້ປົກຄອງຢູ່ເໜືອທຸກສິ່ງ ແລະ ສິ່ງທີ່ມີຊີວິດຕ່າງ, ແຕ່ຍັງເປັນພຣະເຈົ້າຜູ້ທີ່ບັນຊາການມະນຸດຊາດ ແລະ ບັນຊາການແດນມໍລະນາ, ພຣະເຈົ້າຜູ້ທີ່ຄວບຄຸມຊີວິດ ແລະ ຄວາມຕາຍຂອງທຸກສິ່ງທີ່ມີຊີວິດ. ໃນໂລກຝ່າຍວິນຍານ, ແມ່ນໃຜນອກຈາກພຣະເຈົ້າທີ່ກ້າຈະອອກຄຳສັ່ງດັ່ງກ່າວໃຫ້ກັບຊາຕານ? ແລ້ວເປັນຫຍັງພຣະເຈົ້າຈຶ່ງອອກຄຳສັ່ງຂອງພຣະອົງໃຫ້ກັບຊາຕານດ້ວຍຕົວພຣະອົງເອງ? ຍ້ອນຊີວິດຂອງມະນຸດ ລວມເຖິງຊີວິດຂອງໂຢບ ຖືກຄວບຄຸມໂດຍພຣະເຈົ້າ. ພຣະເຈົ້າບໍ່ອະນຸຍາດໃຫ້ຊາຕານທຳຮ້າຍ ຫຼື ເອົາຊີວິດຂອງໂຢບ ແລະ ແມ່ນແຕ່ເມື່ອພຣະເຈົ້າອະນຸຍາດໃຫ້ຊາຕານລໍ້ລວງໂຢບ, ພຣະເຈົ້າກໍຍັງຈື່ທີ່ຈະອອກຄຳສັ່ງດັ່ງກ່າວໂດຍສະເພາະ ແລະ ອີກຄັ້ງໄດ້ສັ່ງໃຫ້ຊາຕານບໍ່ເອົາຊີວິດຂອງໂຢບ. ຊາຕານບໍ່ເຄີຍກ້າທີ່ຈະຝ່າຝືນສິດອຳນາດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ກໍຟັງຢ່າງລະມັດລະວັງ ແລະ ເຊື່ອຟັງຄຳສັ່ງ ແລະ ຄຳບັນຊາສະເພາະຂອງພຣະເຈົ້າ, ບໍ່ກ້າທີ່ຈະຂັດຂືນສິ່ງເຫຼົ່ານັ້ນຈັກເທື່ອ ແລະ ແນ່ນອນ ບໍ່ກ້າທີ່ຈະປ່ຽນແປງຄຳສັ່ງໃດໆຂອງພຣະເຈົ້າຢ່າງອິດສະຫຼະ. ສິ່ງດັ່ງກ່າວແມ່ນຂອບເຂດທີ່ພຣະເຈົ້າກຳນົດໄວ້ໃຫ້ກັບຊາຕານ ແລະ ດ້ວຍເຫດນັ້ນ ຊາຕານຈຶ່ງບໍ່ກ້າທີ່ຈະຂ້າມຂອບເຂດເຫຼົ່ານີ້. ນີ້ບໍ່ແມ່ນຄວາມຍິ່ງໃຫຍ່ແຫ່ງສິດອຳນາດຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຄຳພະຍານຕໍ່ສິດອຳນາດຂອງພຣະເຈົ້າບໍ? ຊາຕານມີຄວາມເຂົ້າໃຈທີ່ຊັດເຈນຫຼາຍກວ່າມະນຸດຊາດກ່ຽວກັບວິທີການປະພຶດຕໍ່ພຣະເຈົ້າ ແລະ ວິທີການເບິ່ງພຣະເຈົ້າ ແລະ ດ້ວຍເຫດນັ້ນ ໃນໂລກຝ່າຍວິນຍານ ຊາຕານຈຶ່ງເຫັນສະຖານະ ແລະ ສິດອຳນາດຂອງພຣະເຈົ້າຢ່າງຊັດເຈນຫຼາຍ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຍິ່ງໃຫຍ່ແຫ່ງສິດອຳນາດຂອງພຣະເຈົ້າ ແລະ ຫຼັກການທີ່ຢູ່ເບື້ອງຫຼັງການໃຊ້ສິດອຳນາດຂອງພຣະອົງ. ມັນບໍ່ກ້າທີ່ຈະເບິ່ງຂ້າມສິ່ງເຫຼົ່ານັ້ນເລີຍ ຫຼື ມັນບໍ່ກ້າທີ່ຈະລະເມີດສິ່ງເຫຼົ່ານີ້ໃນລັກສະນະໃດກໍຕາມ ຫຼື ເຮັດຫຍັງທີ່ຝ່າຝືນສິດອຳນາດຂອງພຣະເຈົ້າ ແລະ ມັນບໍ່ກ້າທ້າທາຍຄວາມໂກດຮ້າຍຂອງພຣະເຈົ້າໃນລັກສະນະໃດກໍຕາມ. ເຖິງແມ່ນວ່າ ມັນຊົ່ວຮ້າຍ ແລະ ອວດດີໂດຍທຳມະຊາດ, ຊາຕານບໍ່ເຄີຍຂ້າມຂອບເຂດ ແລະ ເຂດຈຳກັດທີ່ພຣະເຈົ້າກຳນົດໃຫ້ມັນຈັກເທື່ອ. ເປັນເວລາຫຼາຍລ້ານປີ, ມັນປະຕິບັດຕາມຂອບເຂດເຫຼົ່ານີ້ຢ່າງເຂັ້ມງວດ, ປະຕິບັດຕາມຄຳບັນຊາ ແລະ ຄຳສັ່ງທຸກຂໍ້ທີ່ພຣະເຈົ້າມອບໃຫ້ກັບມັນ ແລະ ບໍ່ເຄີຍກ້າທີ່ຈະລະເມີດຄໍາສັ່ງເຫຼົ່ານັ້ນ. ເຖິງມັນປະສົງຮ້າຍ, ຊາຕານກໍມີສະຕິປັນຍາຫຼາຍກວ່າມະນຸດຊາດທີ່ເສື່ອມຊາມ; ມັນຮູ້ຈັກຕົວຕົນຂອງພຣະຜູ້ສ້າງ ແລະ ຮູ້ຈັກຂອບເຂດຂອງມັນເອງ. ຈາກການກະທຳທີ່ “ຍອມອ່ອນນ້ອມ” ຂອງຊາຕານ, ສາມາດເຫັນໄດ້ວ່າ ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າແມ່ນຄຳສັ່ງແຫ່ງສະຫວັນ ເຊິ່ງຊາຕານບໍ່ສາມາດຝ່າຝືນໄດ້ ແລະ ມັນເປັນຍ້ອນຄວາມເປັນໜຶ່ງດຽວ ແລະ ສິດອຳນາດຂອງພຣະເຈົ້າທີ່ທຸກສິ່ງປ່ຽນແປງ ແລະ ແຜ່ຂະຫຍາຍໄປໃນລັກສະນະທີ່ເປັນລະບົບລະບຽບ, ທີ່ມະນຸດຊາດສາມາດດຳລົງຊີວິດ ແລະ ເພີ່ມທະວີພາຍໃນວິທີທາງທີ່ພຣະເຈົ້າຈັດຕັ້ງຂຶ້ນ ໂດຍບໍ່ມີບຸກຄົນໃດ ຫຼື ສິ່ງໃດສາມາດລົບກວນຄວາມເປັນລະບຽບນີ້ ແລະ ບໍ່ມີບຸກຄົນໃດ ຫຼື ສິ່ງໃດສາມາດປ່ຽນແປງກົດເກນນີ້, ຍ້ອນພວກມັນທັງໝົດມາຈາກມືຂອງພຣະຜູ້ສ້າງ ແລະ ຈາກຄຳສັ່ງ ແລະ ສິດອຳນາດຂອງພຣະຜູ້ສ້າງ.
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຕົວຕົນພິເສດຂອງຊາຕານໄດ້ເຮັດໃຫ້ຫຼາຍຄົນສະແດງອອກເຖິງຄວາມສົນໃຈຢ່າງແຮງກ້າໃນການສະແດງອອກຂອງມັນກ່ຽວກັບດ້ານຕ່າງໆ. ຍັງມີຄົນໂງ່ຫຼາຍຄົນເຖິງກັບເຊື່ອວ່າ...
ໃຫ້ພວກເຮົາມາເບິ່ງປະຖົມມະການ 22:17-18. ນີ້ແມ່ນອີກຂໍ້ຄວາມໜຶ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວໄວ້ ເຊິ່ງພຣະອົງກ່າວກັບອັບຣາຮາມວ່າ:...
ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເປັນເວລາຫຼາຍພັນປີ. ມັນໄດ້ສ້າງຄວາມຊົ່ວຮ້າຍຢ່າງນັບບໍ່ຖ້ວນ, ໄດ້ຫຼອກລວງຜູ້ຄົນຍຸກແລ້ວຍຸກເລົ່າ ແລະ...
“ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ....