ພຣະເຢຊູກິນເຂົ້າຈີ່ ແລະ ອະທິບາຍຂໍ້ພຣະຄຳພີຫຼັງຈາກການຟື້ນຄືນຊີບຂອງພຣະອົງ

12 ເດືອນທັນວາ 2022

13. ພຣະເຢຊູກິນເຂົ້າຈີ່ ແລະ ອະທິບາຍຂໍ້ພຣະຄຳພີຫຼັງຈາກການຟື້ນຄືນຊີບຂອງພຣະອົງ

“ແລະ ມີຄັ້ງໜຶ່ງ ໃນຂະນະທີ່ພຣະອົງກໍາລັງກິນອາຫານກັບພວກເຂົາ, ພຣະອົງເອົາເຂົ້າຈີ່ມາ ແລະ ອວຍພອນມັນ ແລະ ຫັກອອກ ແລະ ມອບໃຫ້ກັບພວກເຂົາ. ຕາຂອງພວກເຂົາກໍເປີດອອກ ແລະ ພວກເຂົາຮູ້ຈັກພຣະອົງ ແລະ ພຣະອົງກໍຫາຍໄປຈາກສາຍຕາຂອງພວກເຂົາ. ພວກເຂົາກໍເວົ້າຕໍ່ກັນວ່າ ຫົວໃຈຂອງພວກເຮົາບໍ່ໄດ້ລຸກໄໝ້ຢູ່ຂ້າງໃນບໍ ໃນຂະນະທີ່ພຣະອົງລົມກັບພວກເຮົາຕະຫຼອດໄລຍະທາງ ແລະ ໃນຂະນະທີ່ພຣະອົງໄຂຂໍ້ພຣະຄຳພີໃຫ້ກັບພວກເຮົາ?” (ລູກາ 24:30-32).

14. ສາວົກມອບປີ້ງປາໃຫ້ພຣະເຢຊູກິນ

“ແລະ ໃນຂະນະທີ່ພວກເຂົາເວົ້າແບບນັ້ນ ພຣະເຢຊູກໍຢືນຢູ່ທ່າມກາງພວກເຂົາ ແລະ ກ່າວກັບພວກເຂົາວ່າ ສັນຕິສຸກຈົ່ງມີແກ່ເຈົ້າ. ແຕ່ພວກເຂົາຢ້ານຫຼາຍ ແລະ ຕົກໃຈ ແລະ ຄິດວ່າພວກເຂົາໄດ້ເຫັນຜີ. ພຣະອົງກໍກ່າວກັບພວກເຂົາວ່າ ເປັນຫຍັງພວກເຈົ້າຈຶ່ງທຸກໃຈ? ແລະ ເປັນຫຍັງຈຶ່ງເກີດມີຄວາມຄິດໃນຫົວໃຈຂອງພວກເຈົ້າ? ເບິ່ງແມ ມືຂອງເຮົາ ແລະ ຕີນຂອງເຮົາ ນີ້ແມ່ນເຮົາເອງ, ຈົ່ງຈັບເຮົາ ແລະ ເບິ່ງແມ; ຍ້ອນວ່າ ຜີຈະບໍ່ມີເນື້ອໜັງ ແລະ ກະດູກ ຄືກັບເຮົາມີ. ເມື່ອພຣະອົງໄດ້ກ່າວແບບນັ້ນ ພຣະອົງກໍສະແດງມືຂອງພຣະອົງ ແລະ ຕີນຂອງພຣະອົງ. ແລະ ໃນຂະນະທີ່ພວກເຂົາຍັງບໍ່ທັນເຊື່ອຢ່າງເຕັມທີ່ ແລະ ຍັງສົງໄສຢູ່ນັ້ນ ພຣະອົງກໍກ່າວກັບພວກເຂົາວ່າ ເຈົ້າມີຊີ້ນໃນທີ່ນີ້ບໍ? ແລະ ພວກເຂົາກໍເອົາສ່ວນຂອງປາປີ້ງ ແລະ ຮັງເຜິ້ງໃຫ້ກັບພຣະອົງ. ແລ້ວພຣະອົງກໍເອົາມັນມາກິນຕໍ່ໜ້າພວກເຂົາ” (ລູກາ 24:36-43).

ຕໍ່ໄປ ພວກເຮົາຈະມາເບິ່ງຂໍ້ຄວາມຈາກຂໍ້ພຣະຄຳພີຂ້າງເທິງ. ຂໍ້ຄວາມທຳອິດແມ່ນການເລົ່າເຖິງພຣະເຢຊູເຈົ້າກຳລັງກິນເຂົ້າຈີ່ ແລະ ອະທິບາຍເຖິງຂໍ້ພຣະຄຳພີຫຼັງຈາກການຟື້ນຄືນຊີບຂອງພຣະອົງ ແລະ ຂໍ້ຄວາມທີສອງແມ່ນການເລົ່າເຖິງພຣະເຢຊູເຈົ້າກຳລັງກິນປີ້ງປາ. ຂໍ້ຄວາມສອງຂໍ້ນີ້ຈະຊ່ວຍໃຫ້ເຈົ້າຮູ້ຈັກອຸປະນິໄສຂອງພຣະເຈົ້າໄດ້ແນວໃດ? ພວກເຈົ້າສາມາດຈິນຕະນາການເຖິງພາບທີ່ພວກເຈົ້າເຫັນຈາກການບັນຍາຍເຫຼົ່ານີ້ທີ່ກ່ຽວກັບພຣະເຢຊູເຈົ້າກຳລັງກິນເຂົ້າຈີ່ ແລະ ຫຼັງຈາກນັ້ນກໍກິນປີ້ງປາບໍ? ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າ ຖ້າພຣະເຢຊູເຈົ້າຢືນກິນເຂົ້າຈີ່ຢູ່ຕໍ່ໜ້າພວກເຈົ້າ, ພວກເຈົ້າຈະຮູ້ສຶກແນວໃດ? ຫຼື ຖ້າພຣະອົງນັ່ງກິນຢູ່ໂຕະດຽວກັນກັບພວກເຈົ້າ, ນັ່ງກິນປາ ແລະ ເຂົ້າຈີ່ກັບຜູ້ຄົນ, ພວກເຈົ້າຈະມີຄວາມຮູ້ສຶກແນວໃດໃນເວລານັ້ນ? ຖ້າເຈົ້າຮູ້ສຶກໃກ້ຊິດກັບພຣະຜູ້ເປັນເຈົ້າຫຼາຍ ແລະ ພຣະອົງກໍສະໜິດສະໜົມກັບເຈົ້າຫຼາຍ, ຄວາມຮູ້ສຶກນີ້ແມ່ນຖືກຕ້ອງ. ນີ້ແມ່ນຜົນທີ່ພຣະເຢຊູເຈົ້າຕ້ອງການໃຫ້ເກີດ ໂດຍການກິນເຂົ້າຈີ່ ແລະ ປາຢູ່ຕໍ່ໜ້າກຸ່ມຄົນ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ. ຖ້າພຣະເຢຊູເຈົ້າພຽງແຕ່ເວົ້າກັບຜູ້ຄົນຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງເນື້ອໜັງ ແລະ ກະດູກຂອງພຣະອົງ, ແຕ່ກົງກັນຂ້າມ ພວກເຂົາຮູ້ສຶກວ່າພຣະອົງເປັນພຣະວິນຍານທີ່ບໍ່ສາມາດຈັບຕ້ອງໄດ້, ພວກເຂົາຈະຮູ້ສຶກແນວໃດ? ພວກເຂົາຈະບໍ່ຜິດຫວັງບໍ? ເມື່ອຮູ້ສຶກຜິດຫວັງ, ຜູ້ຄົນຈະບໍ່ຮູ້ສຶກວ່າຖືກປະຖິ້ມບໍ? ພວກເຂົາຈະບໍ່ຮູ້ສຶກເຖິງໄລຍະຫ່າງລະຫວ່າງພວກເຂົາເອງ ແລະ ພຣະເຢຊູຄຣິດເຈົ້າບໍ? ໄລຍະຫ່າງນີ້ຈະມີຜົນກະທົບທາງລົບຕໍ່ຄວາມສຳພັນລະຫວ່າງຜູ້ຄົນກັບພຣະເຈົ້າແນວໃດ? ຜູ້ຄົນຈະຮູ້ສຶກຢ້ານຢ່າງແນ່ນອນ, ພວກເຂົາບໍ່ກ້າເຂົ້າໃກ້ພຣະອົງ ແລະ ດ້ວຍເຫດນັ້ນ ພວກເຂົາກໍຈະມີທ່າທີເຄົາລົບພຣະອົງຢູ່ໄກໆ. ນັບຕັ້ງແຕ່ນັ້ນເປັນຕົ້ນໄປ, ພວກເຂົາກໍຈະໄດ້ທຳລາຍຄວາມສຳພັນອັນໃກ້ຊິດກັບພຣະເຢຊູຄຣິດເຈົ້າ ແລະ ກັບຄືນສູ່ຄວາມສຳພັນລະຫວ່າງມະນຸດຊາດ ແລະ ພຣະເຈົ້າໃນສະຫວັນ ດັ່ງທີ່ເຄີຍເປັນກ່ອນຍຸກແຫ່ງພຣະຄຸນ. ຮ່າງກາຍແຫ່ງວິນຍານທີ່ຜູ້ຄົນບໍ່ສາມາດສຳຜັດ ຫຼື ຮູ້ສຶກໄດ້ຈະທຳລາຍຄວາມໃກ້ຊິດຂອງພວກເຂົາກັບພຣະເຈົ້າ ແລະ ມັນຍັງຈະເຮັດໃຫ້ຄວາມສຳພັນທີ່ສະໜິດສະໜົມ ເຊິ່ງຖືກສ້າງຂຶ້ນລະຫວ່າງເວລາທີ່ພຣະເຢຊູຄຣິດເຈົ້າຢູ່ໃນເນື້ອໜັງ; ຄວາມໃກ້ຊິດລະຫວ່າງພຣະອົງ ແລະ ມະນຸດນັ້ນຂາດຫາຍໄປ. ສິ່ງດຽວທີ່ຖືກດົນໃຈໃນຜູ້ຄົນໂດຍຮ່າງກາຍແຫ່ງວິນຍານຄືຄວາມຮູ້ສຶກຢ້ານ, ຄວາມຫຼີກເວັ້ນ ແລະ ການຈ້ອງເບິ່ງຢ່າງເວົ້າບໍ່ອອກ. ພວກເຂົາຈະບໍ່ກ້າເຂົ້າໃກ້ ຫຼື ເຂົ້າຮ່ວມສົນທະນາກັບພຣະອົງ, ແຮງໄກທີ່ຈະຕິດຕາມ, ໄວ້ວາງໃຈ ຫຼື ເງີຍໜ້າເບິ່ງພຣະອົງ. ພຣະເຈົ້າບໍ່ປາຖະໜາທີ່ຈະເຫັນຄວາມຮູ້ສຶກແບບນີ້ທີ່ມະນຸດມີສຳລັບພຣະອົງ. ພຣະອົງບໍ່ຕ້ອງການເຫັນຜູ້ຄົນຫຼີກເວັ້ນພຣະອົງ ຫຼື ເອົາຕົນເອງອອກຈາກພຣະອົງ; ພຣະອົງພຽງແຕ່ຕ້ອງການໃຫ້ຜູ້ຄົນເຂົ້າໃຈພຣະອົງ, ເຂົ້າໃກ້ພຣະອົງ ແລະ ເປັນຄອບຄົວຂອງພຣະອົງ. ຖ້າຄອບຄົວຂອງເຈົ້າເອງ, ລູກຫຼານຂອງເຈົ້າ, ເຫັນເຈົ້າ ແຕ່ບໍ່ຈື່ເຈົ້າ ແລະ ບໍ່ກ້າເຂົ້າໃກ້ເຈົ້າ ແຕ່ຫຼີກເວັ້ນເຈົ້າຢູ່ຕະຫຼອດເວລາ, ຖ້າເຈົ້າບໍ່ສາມາດເຂົ້າໃຈພວກເຂົາສຳລັບທຸກສິ່ງທີ່ເຈົ້າໄດ້ເຮັດເພື່ອພວກເຂົາ, ນັ້ນຈະເຮັດໃຫ້ເຈົ້າຮູ້ສຶກແນວໃດ? ມັນຈະບໍ່ເຈັບປວດບໍ? ເຈົ້າຈະບໍ່ເສຍໃຈບໍ? ນັ້ນຄືສິ່ງທີ່ພຣະເຈົ້າຮູ້ສຶກເມື່ອຜູ້ຄົນຫຼີກເວັ້ນພຣະອົງ. ສະນັ້ນ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ພຣະເຢຊູເຈົ້າຍັງປາກົດຕໍ່ຜູ້ຄົນໃນຮູບຮ່າງເນື້ອໜັງ ແລະ ເລືອດຂອງພຣະອົງ ແລະ ຍັງກິນ ແລະ ດື່ມກັບພວກເຂົາ. ພຣະເຈົ້າເຫັນຜູ້ຄົນເປັນຄອບຄົວ ແລະ ພຣະເຈົ້າຍັງຕ້ອງການໃຫ້ມະນຸດຊາດເຫັນພຣະອົງດັ່ງຜູ້ເປັນທີ່ຮັກທີ່ສຸດສຳລັບພວກເຂົາ; ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະສາມາດຮັບເອົາຜູ້ຄົນຢ່າງແທ້ຈິງ ແລະ ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງສາມາດຮັກ ແລະ ນະມັດສະການພຣະເຈົ້າຢ່າງແທ້ຈິງ. ບັດນີ້ ພວກເຈົ້າສາມາດເຂົ້າໃຈເຖິງເຈດຕະນາຂອງເຮົາໃນການຖອດຖອນສອງຂໍ້ພຣະຄໍາພີນີ້ທີ່ກ່ຽວກັບພຣະເຢຊູເຈົ້າກິນເຂົ້າຈີ່ ແລະ ອະທິບາຍຂໍ້ພຣະຄຳຫຼັງຈາກການຟື້ນຄືນຊີບຂອງພຣະອົງ ແລະ ການທີ່ສາວົກໄດ້ມອບປີ້ງປາໃຫ້ພຣະອົງກິນບໍ?

ມັນສາມາດເວົ້າໄດ້ວ່າ ຄວາມຄິດທີ່ຈິງຈັງໄດ້ສະແດງອອກເຖິງສິ່ງທີ່ພຣະເຢຊູເຈົ້າເວົ້າ ແລະ ເຮັດຫຼັງຈາກການຟື້ນຄືນຊີບຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນເຕັມໄປດ້ວຍຄວາມກະລຸນາ ແລະ ຄວາມຮັກໄຄ່ທີ່ພຣະເຈົ້າມີຕໍ່ມະນຸດຊາດ ແລະ ຍັງເຕັມໄປດ້ວຍຄວາມຖະໜອມ ແລະ ຄວາມຫ່ວງໃຍທີ່ພຣະອົງມີສຳລັບຄວາມສຳພັນອັນໃກ້ຊິດທີ່ພຣະອົງໄດ້ສ້າງຂຶ້ນກັບມະນຸດຊາດໃນລະຫວ່າງເວລາທີ່ພຣະອົງຢູ່ໃນເນື້ອໜັງ. ຍິ່ງໄປກວ່ານັ້ນ ມັນເຕັມໄປດ້ວຍຄວາມອາໄລອາວອນ ແລະ ຄວາມປາຖະໜາທີ່ພຣະອົງຮູ້ສຶກເຖິງຊີວິດຂອງພຣະອົງທີ່ກິນ ແລະ ໃຊ້ຊີວິດຢູ່ຮ່ວມກັນກັບຜູ້ຕິດຕາມຂອງພຣະອົງໃນລະຫວ່າງເວລາທີ່ພຣະອົງຢູ່ໃນເນື້ອໜັງ. ສະນັ້ນ ພຣະເຈົ້າຈຶ່ງບໍ່ຕ້ອງການໃຫ້ຜູ້ຄົນຮູ້ສຶກວ່າມີຄວາມຫ່າງເຫີນລະຫວ່າງພຣະເຈົ້າ ແລະ ມະນຸດ ແລະ ພຣະອົງບໍ່ຕ້ອງການໃຫ້ມະນຸດຊາດຫ່າງເຫີນຈາກພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພຣະອົງບໍ່ຕ້ອງການໃຫ້ມະນຸດຊາດຮູ້ສຶກວ່າ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ ພຣະເຢຊູເຈົ້າບໍ່ແມ່ນພຣະຜູ້ເປັນເຈົ້າທີ່ສະໜິດສະໜົມກັບຜູ້ຄົນອີກຕໍ່ໄປ, ພຣະອົງບໍ່ຢູ່ຮ່ວມກັບມະນຸດຊາດອີກຕໍ່ໄປ ຍ້ອນພຣະອົງໄດ້ກັບຄືນສູ່ໂລກວິນຍານ, ກັບຄືນສູ່ພຣະບິດາທີ່ຜູ້ຄົນບໍ່ສາມາດເຫັນ ຫຼື ສໍາຜັດໄດ້. ພຣະອົງບໍ່ຕ້ອງການໃຫ້ຜູ້ຄົນຮູ້ສຶກເຖິງຄວາມແຕກຕ່າງໃນສະຖານະທີ່ເກີດຂຶ້ນລະຫວ່າງພຣະອົງ ແລະ ມະນຸດຊາດ. ເມື່ອພຣະເຈົ້າເຫັນຜູ້ຄົນທີ່ຕ້ອງການຕິດຕາມພຣະອົງ ແຕ່ເຄົາລົບພຣະອົງຢູ່ຫ່າງໆ, ຫົວໃຈຂອງພຣະອົງກໍເຈັບປວດ ຍ້ອນນັ້ນໝາຍຄວາມວ່າ ຫົວໃຈຂອງພວກເຂົາຫ່າງໄກຈາກພຣະອົງຫຼາຍ ແລະ ມັນຈະຫຍຸ້ງຍາກຫຼາຍສໍາລັບພຣະອົງທີ່ຈະຮັບເອົາຫົວໃຈຂອງພວກເຂົາ. ສະນັ້ນ ຖ້າພຣະອົງປາກົດຕໍ່ຜູ້ຄົນໃນຮ່າງກາຍແຫ່ງວິນຍານທີ່ພວກເຂົາບໍ່ສາມາດເຫັນ ແລະ ສຳຜັດໄດ້, ນີ້ກໍຈະເຮັດໃຫ້ມະນຸດຫ່າງໄກຈາກພຣະເຈົ້າອີກ ແລະ ມັນຈະພາໃຫ້ມະນຸດຊາດເຫັນຢ່າງຜິດໆວ່າພຣະຄຣິດສູງສົ່ງຫຼັງຈາກທີ່ຟື້ນຄືນຊີບ ແລະ ເປັນຜູ້ທີ່ບໍ່ສາມາດນັ່ງຮ່ວມໂຕະ ແລະ ກິນອາຫານກັບມະນຸດອີກຕໍ່ໄປ ຍ້ອນມະນຸດມີບາບ, ສົກກະປົກ ແລະ ບໍ່ສາມາດເຂົ້າໃກ້ພຣະເຈົ້າໄດ້. ເພື່ອກຳຈັດຄວາມເຂົ້າໃຈຜິດໆເຫຼົ່ານີ້ຂອງມະນຸດຊາດ, ພຣະເຢຊູເຈົ້າໄດ້ເຮັດຫຼາຍສິ່ງທີ່ພຣະອົງເຄີຍເຮັດໃນເນື້ອໜັງ ດັ່ງທີ່ຖືກບັນທຶກໄວ້ໃນພຣະຄຳພີວ່າ: “ພຣະອົງເອົາເຂົ້າຈີ່ມາ ແລະ ອວຍພອນມັນ ແລະ ຫັກອອກ ແລະ ມອບໃຫ້ກັບພວກເຂົາ”. ພຣະອົງຍັງອະທິບາຍຂໍ້ພຣະຄຳພີແກ່ພວກເຂົາ ດັ່ງທີ່ພຣະອົງເຄີຍເຮັດໃນອະດີດ. ທຸກສິ່ງເຫຼົ່ານີ້ທີ່ພຣະເຢຊູເຈົ້າເຮັດແມ່ນໄດ້ເຮັດໃຫ້ທຸກຄົນທີ່ເຫັນພຣະອົງ ຮູ້ສຶກວ່າພຣະຜູ້ເປັນເຈົ້າບໍ່ໄດ້ປ່ຽນໄປ, ພຣະອົງຍັງເປັນພຣະເຢຊູເຈົ້າອົງເດີມ. ເຖິງແມ່ນພຣະອົງຖືກຄຶງໃສ່ໄມ້ກາງແຂນ ແລະ ໄດ້ຜະເຊີນກັບຄວາມຕາຍ, ພຣະອົງກໍໄດ້ຟື້ນຄືນຊີບ ແລະ ບໍ່ໄດ້ປະຖິ້ມມະນຸດຊາດ. ພຣະອົງໄດ້ກັບຄືນມາຢູ່ທ່າມກາງມະນຸດ ແລະ ບໍ່ມີສິ່ງໃດທີ່ກ່ຽວກັບພຣະອົງຖືກປ່ຽນແປງ. ບຸດມະນຸດທີ່ຢືນຢູ່ຕໍ່ໜ້າຜູ້ຄົນຍັງເປັນພຣະເຢຊູເຈົ້າອົງເດີມ. ພຶດຕິກຳຂອງພຣະອົງ ແລະ ວິທີການສົນທະນາຂອງພຣະອົງກັບຜູ້ຄົນກໍຮູ້ສຶກຄຸ້ນເຄີຍຄືເກົ່າ. ພຣະອົງຍັງເຕັມໄປດ້ວຍຄວາມຮັກຄວາມເມດຕາ, ຄວາມກະລຸນາ ແລະ ຄວາມອົດທົນ, ພຣະອົງຍັງເປັນພຣະເຢຊູເຈົ້າອົງເດີມ ຜູ້ທີ່ຮັກຄົນອື່ນດັ່ງທີ່ພຣະອົງຮັກຕົນເອງ, ຜູ້ທີ່ສາມາດໃຫ້ອະໄພມະນຸດຊາດເຈັດສິບຄູນເຈັດຄັ້ງ. ດັ່ງທີ່ພຣະອົງເຄີຍເຮັດຜ່ານມາ, ພຣະອົງກິນກັບຜູ້ຄົນ, ສົນທະນາຂໍ້ພຣະຄຳພີກັບພວກເຂົາ ແລະ ສຳຄັນໄປກວ່ານັ້ນ ດັ່ງທີ່ຜ່ານມາ ພຣະອົງມີເນື້ອໜັງ ແລະ ເລືອດ ແລະ ສາມາດສຳຜັດ ແລະ ເຫັນໄດ້. ພຣະອົງເປັນບຸດມະນຸດທີ່ເຮັດໃຫ້ຜູ້ຄົນຮູ້ສຶກເຖິງຄວາມສະໜິດສະໜົມ, ຮູ້ສຶກເຖິງຄວາມສະບາຍໃຈ ແລະ ຮູ້ສຶກເຖິງຄວາມຍິນດີທີ່ໄດ້ຮັບບາງສິ່ງທີ່ສູນເສຍຄືນ. ດ້ວຍຄວາມສະບາຍໃຈຫຼາຍ, ພວກເຂົາເລີ່ມຕົ້ນເພິ່ງພາ ແລະ ເງີຍໜ້າເບິ່ງບຸດມະນຸດອົງນີ້ຢ່າງກ້າຫານ ແລະ ຢ່າງໝັ້ນໃຈ ຜູ້ທີ່ສາມາດອະໄພຄວາມຜິດບາບຂອງພວກເຂົາໄດ້. ພວກເຂົາຍັງເລີ່ມຕົ້ນອະທິຖານໃນນາມຂອງພຣະເຢຊູເຈົ້າຢ່າງບໍ່ລັງເລໃຈ, ອະທິຖານເພື່ອຮັບເອົາຄວາມກະລຸນາຂອງພຣະອົງ, ຮັບເອົາພອນຂອງພຣະອົງ ແລະ ເພື່ອຮັບເອົາຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີຈາກພຣະອົງ, ເພື່ອຮັບເອົາຄວາມຫ່ວງໃຍ ແລະ ການປົກປ້ອງຈາກພຣະອົງ ແລະ ພວກເຂົາຍັງໄດ້ເລີ່ມຕົ້ນຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ຜີຮ້າຍໃນນາມຂອງພຣະເຢຊູເຈົ້າອີກດ້ວຍ.

ໃນລະຫວ່າງທີ່ພຣະເຢຊູເຈົ້າປະຕິບັດພາລະກິດໃນເນື້ອໜັງນັ້ນ, ຜູ້ຕິດຕາມສ່ວນໃຫຍ່ຂອງພຣະອົງບໍ່ສາມາດຢືນຢັນຕົວຕົນຂອງພຣະອົງ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ກ່າວຢ່າງແທ້ຈິງ. ເມື່ອພຣະອົງເດີນເຂົ້າໃກ້ໄມ້ກາງແຂນ, ທ່າທີຂອງຜູ້ຕິດຕາມຂອງພຣະອົງຄືທ່າທີຂອງຜູ້ສັງເກດການ. ຫຼັງຈາກນັ້ນ ນັບຕັ້ງແຕ່ເວລາທີ່ພຣະອົງຖືກຄຶງໃສ່ກາງແຂນຈົນເຖິງຕອນທີ່ພຣະອົງຖືກວາງໄວ້ໃນຂຸມຝັງສົບ, ທ່າທີຂອງຜູ້ຄົນທີ່ມີຕໍ່ພຣະອົງຄືຄວາມຜິດຫວັງ. ໃນຊ່ວງເວລານີ້, ຜູ້ຄົນໄດ້ເລີ່ມມີການປ່ຽນແປງໃນຫົວໃຈຂອງພວກເຂົາ ຈາກການສົງໄສສິ່ງຕ່າງໆທີ່ພຣະເຢຊູເຈົ້າໄດ້ກ່າວໃນລະຫວ່າງເວລາທີ່ພຣະອົງຢູ່ໃນເນື້ອໜັງ ກາຍມາເປັນການປະຕິເສດສິ່ງທັງໝົດ. ຫຼັງຈາກນັ້ນ ເມື່ອພຣະອົງຍ່າງອອກຈາກຂຸມຝັງສົບ ແລະ ປາກົດຕົວຕໍ່ຜູ້ຄົນເທື່ອລະຄົນ, ຜູ້ຄົນສ່ວນໃຫຍ່ທີ່ເຫັນພຣະອົງດ້ວຍຕາຂອງພວກເຂົາເອງ ຫຼື ໄດ້ຍິນຂ່າວການຟື້ນຄືນຊີບຂອງພຣະອົງກໍປ່ຽນທ່າທີຂອງພວກເຂົາຈາກການປະຕິເສດກາຍມາເປັນການສົງໄສເທື່ອລະໜ້ອຍ. ມີພຽງຫຼັງຈາກພຣະເຢຊູເຈົ້າໄດ້ໃຫ້ໂທມາເອົາມືຂອງລາວໃສ່ຂ້າງຂອງພຣະອົງ ແລະ ເມື່ອພຣະອົງຫັກເຂົ້າຈີ່ ແລະ ກິນຕໍ່ໜ້າຝູງຊົງ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ ແລະ ສືບຕໍ່ກິນປີ້ງປາຕໍ່ໜ້າພວກເຂົາ, ພວກເຂົາຈຶ່ງຍອມຮັບຄວາມຈິງວ່າພຣະເຢຊູເຈົ້າເປັນພຣະຄຣິດໃນເນື້ອໜັງຢ່າງແທ້ຈິງ. ເຈົ້າສາມາດເວົ້າໄດ້ວ່າ ມັນຄືກັບວ່າຮ່າງກາຍວິຍານທີ່ເປັນເນື້ອໜັງ ແລະ ເລືອດທີ່ກຳລັງຢືນຢູ່ຕໍ່ໜ້າຜູ້ຄົນເຫຼົ່ານີ້ ໄດ້ປຸກພວກເຂົາແຕ່ລະຄົນຕື່ນຈາກຄວາມຝັນ: ບຸດມະນຸດຢືນຢູ່ຕໍ່ໜ້າພວກເຂົາແມ່ນຜູ້ທີ່ເປັນຢູ່ນັບຕັ້ງແຕ່ດຶກດໍາບັນ. ພຣະອົງມີຮູບຮ່າງ ແລະ ເນື້ອໜັງ ແລະ ກະດູກ ແລະ ພຣະອົງໄດ້ດຳລົງຊີວິດ ແລະ ກິນຄຽງຂ້າງມະນຸດຊາດເປັນເວລາດົນນານແລ້ວ... ໃນເວລານີ້, ຜູ້ຄົນຮູ້ສຶກວ່າ ການເປັນຢູ່ຂອງພຣະອົງເປັນຈິງຫຼາຍ ແລະ ອັດສະຈັນຫຼາຍ. ໃນເວລາດຽວກັນ, ພວກເຂົາກໍຍັງປິຕິຍິນດີ ແລະ ມີຄວາມສຸກ ແລະ ເຕັມໄປດ້ວຍຄວາມຮູ້ສຶກຕື່ນເຕັ້ນຕັນໃຈ. ການປາກົດຕົວອີກຄັ້ງຂອງພຣະອົງເຮັດໃຫ້ຜູ້ຄົນໄດ້ເຫັນເຖິງຄວາມຖ່ອມຕົນຂອງພຣະອົງຢ່າງແທ້ຈິງ, ຮູ້ສຶກເຖິງຄວາມໃກ້ຊິດ ແລະ ຄວາມຜູກພັນຂອງພຣະອົງກັບມະນຸດຊາດ ແລະ ຮູ້ສຶກວ່າພຣະອົງຄິດເຖິງພວກເຂົາຫຼາຍສໍ່າໃດ. ການກັບມາພົບປະກັນຊົ່ວຄາວນີ້ເຮັດໃຫ້ຜູ້ຄົນທີ່ເຫັນພຣະເຢຊູເຈົ້າຮູ້ສຶກຄືກັບວ່າຊົ່ວຊີວິດໄດ້ຜ່ານໄປ. ຫົວໃຈທີ່ມືດມົວ, ສັບສົນ, ຢ້ານກົວ, ກະວົນກະວາຍ, ປາຖະໜາ ແລະ ດ້ານຊາຂອງພວກເຂົາໄດ້ພົບກັບຄວາມສະບາຍໃຈ. ພວກເຂົາບໍ່ສົງໄສ ຫຼື ຜິດຫວັງອີກຕໍ່ໄປ, ຍ້ອນພວກເຂົາຮູ້ສຶກວ່າ ຕອນນີ້ພວກເຂົາໄດ້ມີຄວາມຫວັງ ແລະ ມີສິ່ງໃຫ້ເພິ່ງພາແລ້ວ. ບຸດມະນຸດທີ່ຢືນຢູ່ຕໍ່ໜ້າພວກເຂົາຈະເປັນຄົນໜຸນຫຼັງພວກເຂົາຕະຫຼອດເວລາ; ພຣະອົງຈະເປັນຫໍຄອຍທີ່ເຂັ້ມແຂງຂອງພວກເຂົາ, ບ່ອນຫຼົບໄພຂອງພວກເຂົາຕະຫຼອດໄປເປັນນິດ.

ເຖິງແມ່ນພຣະເຢຊູເຈົ້າໄດ້ຟື້ນຄືນມາ, ຫົວໃຈຂອງພຣະອົງ ແລະ ພາລະກິດຂອງພຣະອົງບໍ່ໄດ້ຈາກມະນຸດຊາດໄປໃສ. ການປາກົດຕໍ່ຜູ້ຄົນ, ພຣະອົງໄດ້ບອກພວກເຂົາວ່າ ບໍ່ວ່າພຣະອົງຈະຢູ່ໃນຮູບຮ່າງໃດກໍຕາມ, ພຣະອົງຈະຕິດຕາມຜູ້ຄົນ, ຍ່າງກັບພວກເຂົາ ແລະ ຢູ່ກັບພວກເຂົາຕະຫຼອດເວລາ ແລະ ທຸກຫົນແຫ່ງ. ພຣະອົງບອກພວກເຂົາວ່າ ພຣະອົງຈະສະໜອງໃຫ້ແກ່ມະນຸດຊາດ ແລະ ລ້ຽງດູພວກເຂົາຕະຫຼອດເວລາ ແລະ ທຸກຫົນແຫ່ງ, ເຮັດໃຫ້ພວກເຂົາໄດ້ເຫັນ ແລະ ສຳຜັດພຣະອົງ ແລະ ຮັບປະກັນບໍ່ໃຫ້ພວກເຂົາຮູ້ສຶກສິ້ນຫວັງອີກຕໍ່ໄປ. ພຣະເຢຊູເຈົ້າຍັງຕ້ອງການໃຫ້ຜູ້ຄົນຮູ້ຈັກວ່າພວກເຂົາບໍ່ໄດ້ດຳລົງຊີວິດຄົນດຽວຢູ່ໃນໂລກນີ້. ມະນຸດຊາດມີຄວາມຫ່ວງໃຍຂອງພຣະເຈົ້າ; ພຣະເຈົ້າຢູ່ກັບພວກເຂົາ. ພວກເຂົາສາມາດເພິ່ງພາພຣະເຈົ້າສະເໝີ ແລະ ພຣະອົງເປັນຄອບຄົວຂອງຜູ້ຕິດຕາມທຸກຄົນຂອງພຣະອົງ. ເມື່ອມີພຣະເຈົ້າໃຫ້ເພິ່ງພາ, ມະນຸດຊາດກໍຈະບໍ່ຕ້ອງໂດດດ່ຽວ ຫຼື ສິ້ນຫວັງອີກຕໍ່ໄປ ແລະ ຄົນທີ່ຍອມຮັບພຣະອົງໃຫ້ເປັນເຄື່ອງບູຊາແທນຄວາມຜິດບາບຂອງພວກເຂົາກໍຈະບໍ່ຖືກຜູກມັດໃນຄວາມຜິດບາບອີກຕໍ່ໄປ. ໃນສາຍຕາຂອງມະນຸດ, ພາລະກິດສ່ວນນີ້ຂອງພຣະອົງທີ່ພຣະເຢຊູເຈົ້າໄດ້ປະຕິບັດຫຼັງຈາກການຟື້ນຄືນຊີບຂອງພຣະອົງແມ່ນເປັນສິ່ງເລັກນ້ອຍຫຼາຍ, ແຕ່ຕາມທີ່ເຮົາເຫັນ, ທຸກສິ່ງທີ່ພຣະອົງເຮັດແມ່ນມີຄວາມໝາຍຫຼາຍ, ມີຄຸນຄ່າຫຼາຍ, ສຳຄັນຫຼາຍ ແລະ ເຕັມໄປດ້ວຍຄວາມໝາຍຢ່າງໃຫຍ່ຫຼວງ.

ເຖິງແມ່ນເວລາການປະຕິບັດພາລະກິດຂອງພຣະເຢຊູເຈົ້າທີ່ຢູ່ໃນເນື້ອໜັງແມ່ນເຕັມໄປດ້ວຍຄວາມລໍາບາກ ແລະ ການທົນທຸກກໍຕາມ, ໃນເວລານັ້ນພຣະອົງສາມາດສຳເລັດພາລະກິດຂອງພຣະອົງໃນເນື້ອໜັງຢ່າງຄົບຖ້ວນ ແລະ ສົມບູນເພື່ອໄຖ່ບາບມະນຸດຊາດຜ່ານການປາກົດຕົວຂອງພຣະອົງໃນຮ່າງກາຍຝ່າຍວິນຍານທີ່ເປັນເນື້ອໜັງ ແລະ ເລືອດຂອງພຣະອົງ. ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງໂດຍກາຍມາເປັນເນື້ອໜັງ ແລະ ພຣະອົງສຳເລັດພັນທະກິດຂອງພຣະອົງໂດຍປາກົດຕໍ່ມະນຸດຊາດໃນຮູບຮ່າງທີ່ເປັນເນື້ອໜັງຂອງພຣະອົງ. ພຣະອົງປະກາດຍຸກແຫ່ງພຣະຄຸນ, ເລີ່ມຕົ້ນຍຸກໃໝ່ຜ່ານທາງຕົວຕົນຂອງພຣະອົງດັ່ງພຣະຄຣິດ. ຜ່ານທາງຕົວຕົນຂອງພຣະຄຣິດ, ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະຄຸນ ແລະ ພຣະອົງເສີມສ້າງ ແລະ ນໍາພາຜູ້ຕິດຕາມທຸກຄົນຂອງພຣະອົງໃນຍຸກແຫ່ງພຣະຄຸນ. ມັນສາມາດເວົ້າໄດ້ວ່າ ກ່ຽວກັບພາລະກິດຂອງພຣະເຈົ້າ, ພຣະອົງໄດ້ສຳເລັດສິ່ງທີ່ພຣະອົງໄດ້ເລີ່ມຕົ້ນຢ່າງແທ້ຈິງ. ບາດກ້າວຕ່າງໆ, ແຜນການ ແລະ ພາລະກິດແມ່ນເຕັມໄປດ້ວຍສະຕິປັນຍາ, ອຳນາດທີ່ຍິ່ງໃຫຍ່, ການກະທຳທີ່ມະຫັດສະຈັນ, ຄວາມຮັກ ແລະ ຄວາມເມດຕາຂອງພຣະອົງ. ແນ່ນອນ ເສັ້ນດ້າຍຫຼັກທີ່ແລ່ນຜ່ານພາລະກິດທັງໝົດຂອງພຣະເຈົ້າຄືຄວາມຫ່ວງໃຍຂອງພຣະອົງສຳລັບມະນຸດຊາດ; ມັນຊຶມໄປດ້ວຍຄວາມຮູ້ສຶກກົງວົນໃຈຂອງພຣະອົງທີ່ພຣະອົງບໍ່ສາມາດປ່ອຍວາງໄດ້ຈັກເທື່ອ. ໃນຂໍ້ພຣະຄຳພີເຫຼົ່ານີ້, ໃນທຸກສິ່ງທີ່ພຣະເຢຊູເຈົ້າເຮັດຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ຄວາມຫວັງ ແລະ ຄວາມກັງວົນທີ່ບໍ່ປ່ຽນແປງຂອງພຣະເຈົ້າສຳລັບມະນຸດຊາດ ພ້ອມດ້ວຍຄວາມຫ່ວງໃຍຢ່າງພາກພຽນຂອງພຣະອົງ ແລະ ການຖະໜອມມະນຸດຊາດແມ່ນຖືກເປີດເຜີຍ. ບໍ່ມີຫຍັງໃນສິ່ງນີ້ເຄີຍປ່ຽນແປງ ຈົນເຖິງປັດຈຸບັນ, ພວກເຈົ້າສາມາດເຫັນມັນບໍ? ເມື່ອພວກເຈົ້າໄດ້ເຫັນສິ່ງນີ້, ຫົວໃຈຂອງພວກເຈົ້າບໍ່ໄດ້ຫຍັບເຂົ້າໃກ້ພຣະເຈົ້າໂດຍບໍ່ຮູ້ຕົວບໍ? ຖ້າພວກເຈົ້າດຳລົງຊີວິດຢູ່ໃນຍຸກນັ້ນ ແລະ ພຣະເຢຊູເຈົ້າປາກົດຕໍ່ພວກເຈົ້າຫຼັງຈາກການຟື້ນຄືນຊີບຂອງພຣະອົງໃນຮູບຮ່າງທີ່ຈັບຕ້ອງໄດ້ເພື່ອໃຫ້ພວກເຈົ້າໄດ້ເຫັນ ແລະ ຖ້າພຣະອົງນັ່ງຕໍ່ໜ້າພວກເຈົ້າ, ກິນເຂົ້າຈີ່ ແລະ ປາ ແລະ ອະທິບາຍຂໍ້ພຣະຄຳພີແກ່ພວກເຈົ້າ ແລະ ເວົ້າກັບພວກເຈົ້າ, ແລ້ວພວກເຈົ້າຈະຮູ້ສຶກແນວໃດ? ພວກເຈົ້າຈະຮູ້ສຶກມີຄວາມສຸກບໍ? ຫຼື ພວກເຈົ້າຈະຮູ້ສຶກຜິດບໍ? ຄວາມເຂົ້າໃຈຜິດ ແລະ ການຫຼີກເວັ້ນພຣະເຈົ້າກ່ອນໜ້ານີ້, ການຕໍ່ຕ້ານ ແລະ ການສົງໄສກ່ຽວກັບພຣະເຈົ້າ, ສິ່ງເຫຼົ່ານີ້ຈະບໍ່ຫາຍໄປທັງໝົດບໍ? ຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດຈະບໍ່ຍິ່ງທຳມະດາ ແລະ ຖືກຕ້ອງຂຶ້ນກວ່າເກົ່າບໍ?

ການຕີຄວາມໝາຍໃນບົດພຣະຄຳພີທີ່ຈຳກັດເຫຼົ່ານີ້, ພວກເຈົ້າຄົ້ນພົບຂໍ້ບົກຜ່ອງຫຍັງໃນອຸປະນິໄສຂອງພຣະເຈົ້າບໍ? ພວກເຈົ້າຄົ້ນພົບການເຈືອປົນໃດໆໃນຄວາມຮັກຂອງພຣະເຈົ້າບໍ? ພວກເຈົ້າເຫັນການລໍ້ລວງ ຫຼື ສິ່ງຊົ່ວຮ້າຍໃດໆໃນອຳນາດອັນຍິ່ງໃຫຍ່ ຫຼື ສະຕິປັນຍາຂອງພຣະເຈົ້າບໍ? ບໍ່ມີຢ່າງແນ່ນອນ! ບັດນີ້ ພວກເຈົ້າສາມາດເວົ້າໄດ້ຢ່າງໝັ້ນໃຈບໍວ່າພຣະເຈົ້າບໍລິສຸດ? ພວກເຈົ້າສາມາດເວົ້າໄດ້ຢ່າງໝັ້ນໃຈບໍວ່າ ທຸກຄວາມຮູ້ສຶກຂອງພຣະເຈົ້າຄືການເປີດເຜີຍເຖິງແກ່ນແທ້ ແລະ ອຸປະນິໄສຂອງພຣະອົງ? ເຮົາຫວັງວ່າ ຫຼັງຈາກທີ່ພວກເຈົ້າໄດ້ອ່ານພຣະທຳເຫຼົ່ານີ້, ຄວາມເຂົ້າໃຈທີ່ພວກເຈົ້າໄດ້ຮັບຈາກສິ່ງເຫຼົ່ານີ້ຈະຊ່ວຍພວກເຈົ້າ ແລະ ນໍາປະໂຫຍດມາສູ່ພວກເຈົ້າໃນການສະແຫວງຫາການປ່ຽນແປງອຸປະນິໄສ ແລະ ຄວາມຢຳເກງພຣະເຈົ້າ ແລະ ມັນຈະເກີດໝາກຜົນໃນພວກເຈົ້າ, ເປັນໝາກຜົນທີ່ເຕີບໃຫຍ່ໃນແຕ່ລະມື້ ເພື່ອວ່າໃນລະຫວ່າງການສະແຫວງຫາສິ່ງເຫຼົ່ານີ້ ພວກເຈົ້າຈະໄດ້ເຂົ້າໃກ້ຊິດພຣະເຈົ້າຫຼາຍຂຶ້ນ ແລະ ໃກ້ຊິດມາດຕະຖານທີ່ພຣະເຈົ້າຮຽກຮ້ອງຫຼາຍຂຶ້ນ. ພວກເຈົ້າຈະບໍ່ເບື່ອໜ່າຍການສະແຫວງຫາຄວາມຈິງ ແລະ ຈະບໍ່ຮູ້ສຶກວ່າ ການສະແຫວງຫາຄວາມຈິງ ແລະ ການປ່ຽນແປງໃນອຸປະນິໄສເປັນສິ່ງທີ່ຫຍຸ້ງຍາກ ຫຼື ບໍ່ຈຳເປັນ. ກົງກັນຂ້າມ ເມື່ອຖືກຈູງໃຈໂດຍການສະແດງອອກຂອງອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ ແລະ ແກ່ນແທ້ອັນບໍລິສຸດຂອງພຣະເຈົ້າ, ພວກເຈົ້າຈະປາຖະໜາຫາແສງສະຫວ່າງ, ປາຖະໜາຫາຄວາມຍຸຕິທຳ, ຕ້ອງການສະແຫວງຫາຄວາມຈິງ, ສະແຫວງຫາເພື່ອບັນລຸຄວາມປະສົງຂອງພຣະເຈົ້າ ແລະ ພວກເຈົ້າຈະກາຍເປັນຄົນທີ່ຖືກຮັບເອົາໂດຍພຣະເຈົ້າ ແລະ ກາຍເປັນບຸກຄົນທີ່ແທ້ຈິງ.

ມື້ນີ້ ພວກເຮົາໄດ້ລົມກ່ຽວກັບສິ່ງໃດໜຶ່ງທີ່ພຣະເຈົ້າໄດ້ເຮັດໃນຍຸກແຫ່ງພຣະຄຸນ ເມື່ອພຣະອົງໄດ້ບັງເກີດເປັນມະນຸດເປັນຄັ້ງທຳອິດ. ຈາກສິ່ງຕ່າງໆເຫຼົ່ານີ້, ພວກເຮົາໄດ້ເຫັນເຖິງອຸປະນິໄສທີ່ພຣະອົງສະແດງອອກ ແລະ ເປີດເຜີຍໃນເນື້ອໜັງ ພ້ອມທັງທຸກດ້ານຂອງສິ່ງທີ່ພຣະອົງມີ ແລະ ເປັນ. ທຸກດ້ານທີ່ພຣະອົງມີ ແລະ ເປັນນີ້ເບິ່ງຄືກັບວ່າມີຄວາມເປັນມະນຸດຫຼາຍ, ແຕ່ຄວາມເປັນຈິງກໍຄື ແກ່ນແທ້ຂອງທຸກສິ່ງທີ່ພຣະອົງໄດ້ເປີດເຜີຍ ແລະ ສະແດງອອກແມ່ນບໍ່ສາມາດຕັດຂາດຈາກອຸປະນິໄສຂອງພຣະອົງເອງ. ທຸກວິທີການ ແລະ ທຸກດ້ານຂອງພຣະເຈົ້າທີ່ບັງເກີດເປັນມະນຸດທີ່ສະແດງອຸປະນິໄສຂອງພຣະອົງໃນຄວາມເປັນມະນຸດແມ່ນເຊື່ອມໂຍງກັບແກ່ນແທ້ຂອງພຣະອົງເອງຢ່າງບໍ່ສາມາຕັດຂາດຈາກກັນໄດ້. ສະນັ້ນ ມັນສຳຄັນຫຼາຍທີ່ພຣະເຈົ້າມາເປັນມະນຸດຊາດໂດຍໃຊ້ວິທີການບັງເກີດເປັນມະນຸດ. ພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງກໍສຳຄັນເຊັ່ນກັນ, ແຕ່ສິ່ງທີ່ຍິ່ງສຳຄັນສຳລັບທຸກຄົນທີ່ດຳລົງຊີວິດໃນເນື້ອໜັງ ແລະ ສຳລັບທຸກຄົນທີ່ດຳລົງຊີວິດໃນຄວາມເສື່ອມຊາມ ກໍຄືອຸປະນິໄສທີ່ພຣະອົງເປີດເຜີຍ ແລະ ຄວາມປະສົງທີ່ພຣະອົງສະແດງອອກ. ນີ້ແມ່ນສິ່ງທີ່ພວກເຈົ້າສາມາດເຂົ້າໃຈບໍ? ຫຼັງຈາກທີ່ໄດ້ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ, ພວກເຈົ້າໄດ້ຂໍ້ສະຫຼຸບກ່ຽວກັບວິທີທີ່ພວກເຈົ້າຄວນປະຕິບັດຕໍ່ພຣະເຈົ້າບໍ? ສຸດທ້າຍ, ເພື່ອຕອບຄຳຖາມນີ້, ເຮົາຕ້ອງການໃຫ້ຄຳແນະນຳສາມປະການແກ່ພວກເຈົ້າ: ປະການທີ່ໜຶ່ງ ຢ່າທົດສອບພຣະເຈົ້າ. ບໍ່ວ່າເຈົ້າຈະເຂົ້າໃຈຫຼາຍສໍ່າໃດກ່ຽວກັບພຣະເຈົ້າ, ບໍ່ວ່າເຈົ້າຮູ້ຈັກກ່ຽວກັບອຸປະນິໄສຂອງພຣະອົງຫຼາຍສໍ່າໃດກໍຕາມ, ຢ່າທົດສອບພຣະອົງແທ້ໆ. ປະການສອງ ຢ່າຕໍ່ສູ້ເພື່ອສະຖານະກັບພຣະເຈົ້າ. ບໍ່ວ່າພຣະເຈົ້າຈະມອບສະຖານະປະເພດໃດໃຫ້ແກ່ເຈົ້າ ຫຼື ພຣະອົງຈະຝາກຝັງພາລະກິດປະເພດໃດໃຫ້ແກ່ເຈົ້າ, ບໍ່ວ່າພຣະອົງຈະຍົກເຈົ້າໃຫ້ປະຕິບັດໜ້າທີ່ແບບໃດ ແລະ ບໍ່ວ່າເຈົ້າໄດ້ເສຍສະຫຼະຕົນເອງ ແລະ ສະຫຼະໃຫ້ແກ່ພຣະເຈົ້າຫຼາຍສໍ່າໃດ, ຢ່າແຂ່ງຂັນເພື່ອສະຖານະກັບພຣະອົງ. ປະການສາມ ຢ່າຕໍ່ຕ້ານພຣະເຈົ້າ. ບໍ່ວ່າເຈົ້າເຂົ້າໃຈ ຫຼື ບໍ່ ຫຼື ເຈົ້າສາມາດຍອມຕໍ່ສິ່ງທີ່ພຣະອົງເຮັດກັບເຈົ້າ ຫຼື ບໍ່, ສິ່ງທີ່ພຣະອົງຈັດແຈງໃຫ້ແກ່ເຈົ້າ ແລະ ສິ່ງຕ່າງໆທີ່ພຣະອົງນໍາມາໃຫ້ແກ່ເຈົ້າ, ຢ່າຂັດຂືນພຣະເຈົ້າແທ້ໆ. ຖ້າເຈົ້າສາມາດປະຕິບັດຕາມຄຳແນະນໍາສາມປະການນີ້, ແລ້ວເຈົ້າກໍຈະຂ້ອນຂ້າງປອດໄພ ແລະ ເຈົ້າຈະບໍ່ມັກເຮັດໃຫ້ພຣະເຈົ້າໃຈຮ້າຍ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຢຊູສະແດງສິ່ງອັດສະຈັນ

1) ພຣະເຢຊູລ້ຽງຫ້າພັນຄົນ “ໜຶ່ງໃນສາວົກຂອງພຣະອົງ ນັ້ນກໍຄືອັນເດອາ ເຊິ່ງເປັນນ້ອງຊາຍຂອງຊີໂມນ ເປໂຕ ໄດ້ເວົ້າກັບພຣະອົງວ່າ ມີເດັກໜຸ່ມຢູ່ທີ່ນີ້...

ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ (ພາກທີໜຶ່ງ)

1. “ໃນເວລານັ້ນ ພຣະເຢຊູໄດ້ໄປທີ່ທົ່ງນາໃນວັນຊະບາໂຕ ແລະ ພວກສາວົກຂອງພຣະອົງກໍຫິວເຂົ້າ ແລ້ວພາກັນເລີ່ມເດັດເອົາຮວງເຂົ້າມາເກັດກິນກິນ” (ມັດທາຍ 12:1)....

ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ (ພາກທີສອງ)

ຕໍ່ໄປ, ໃຫ້ພວກເຮົາມາເບິ່ງປະໂຫຍກສຸດທ້າຍໃນຂໍ້ຄວາມນີ້: “ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ”. ມີການປະຕິບັດຕົວຈິງໃນປະໂຫຍກນີ້ບໍ?...

ຄຳອຸປະມາຂອງແກະທີ່ເສຍ

“ເຈົ້າຄິດແນວໃດ? ຖ້າຊາຍຄົນໜຶ່ງມີແກະໜຶ່ງຮ້ອຍໂຕ ແລະ ໜຶ່ງໃນຈຳນວນນັ້ນຫຼົງຫາຍໄປ ລາວຈະປະແກະເກົ້າສິບເກົ້າໂຕ ແລະ ຂຶ້ນໄປເທິງພູເຂົາ...