ການປະນາມຂອງພຣະເຢຊູຕໍ່ພວກຟາຣີຊາຍ

12 ເດືອນທັນວາ 2022

10. ພວກຟາຣີຊາຍຕັດສິນພຣະເຢຊູ

“ແລະ ເມື່ອເພື່ອນຂອງພຣະອົງໄດ້ຍິນກ່ຽວກັບເລື່ອງນີ້ ພວກເຂົາກໍອອກໄປຈັບກຸມພຣະອົງ ຍ້ອນພວກເຂົາຄິດວ່າ ພຣະອົງເປັນບ້າໄປແລ້ວ. ແລະ ພວກທຳມະຈານ ເຊິ່ງມາຈາກເມືອງເຢລູຊາເລັມກໍເວົ້າວ່າ ພຣະອົງມີມານຮ້າຍເບເອນເຊບຸບ ແລະ ພຣະອົງໄດ້ຂັບໄລ່ມານຮ້າຍນັ້ນດ້ວຍເຈົ້າຊາຍຂອງມານຮ້າຍເອງ” (ມາລະໂກ 3:21-22).

11. ການປະນາມຂອງພຣະເຢຊູຕໍ່ພວກຟາຣີຊາຍ

“ເປັນຫຍັງເຮົາຈຶ່ງເວົ້າກັບເຈົ້າວ່າ ມະນຸດຈະໄດ້ຮັບການອະໄພຕໍ່ຄວາມບາບ ແລະ ການໝິ່ນປະໝາດທຸກປະເພດ: ແຕ່ມະນຸດຈະບໍ່ໄດ້ຮັບການອະໄພຕໍ່ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດ. ໃຜກໍຕາມທີ່ກ່າວຄຳເວົ້າຕໍ່ຕ້ານບຸດມະນຸດ, ເຂົາຈະໄດ້ຮັບການອະໄພ ແຕ່ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ” (ມັດທາຍ 12:31-32).

“ແຕ່ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າໄດ້ອັດອານາຈັກແຫ່ງສະຫວັນໃສ່ມະນຸດ, ຍ້ອນເຈົ້າບໍ່ເຂົ້າໄປເອງ ແລະ ເຈົ້າຍັງທໍລະມານຄົນທີ່ກຳລັງເຂົ້າໄປອີກ. ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າກືນກິນບ້ານຂອງຍິງໝ້າຍ ແລະ ແກ້ງອະທິຖານຍືດຍາວ, ດ້ວຍເຫດນັ້ນ ເຈົ້າຈະໄດ້ຮັບຄຳສາບແຊ່ງທີ່ຍິ່ງໃຫຍ່. ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າເດີນທາງຂ້າມທະເລ ແລະ ແຜ່ນດິນເພື່ອສ້າງຄົນຜູ້ໜຶ່ງໃຫ້ເຊື່ອສາສະໜາ ແລະ ເມື່ອເຂົາເຊື່ອແລ້ວ ເຈົ້າກໍເຮັດໃຫ້ເຂົາເປັນເດັກນະຮົກຫຼາຍກວ່າເຈົ້າຕັ້ງສອງເທົ່າ” (ມັດທາຍ 23:13-15).

ເນື້ອຫາຂອງຂໍ້ຄວາມສອງຂໍ້ຄວາມຂ້າງເທິງແມ່ນແຕກຕ່າງກັນ. ໃຫ້ພວກເຮົາມາເບິ່ງຂໍ້ຄວາມທຳອິດກ່ອນ: ພວກຟາຣີຊາຍຕັດສິນພຣະເຢຊູ.

ໃນພຣະຄຳພີ, ການທີ່ພວກຟາຣີຊາຍປະເມີນພຣະເຢຊູເອງ ແລະ ສິ່ງຕ່າງໆທີ່ພຣະອົງເຮັດແມ່ນ: “... ພວກເຂົາຄິດວ່າ ພຣະອົງເປັນບ້າໄປແລ້ວ... ພຣະອົງມີມານຮ້າຍເບເອນເຊບຸບ ແລະ ພຣະອົງໄດ້ຂັບໄລ່ມານຮ້າຍນັ້ນດ້ວຍເຈົ້າຊາຍຂອງມານຮ້າຍເອງ” (ມາລະໂກ 3:21-22). ການທີ່ພວກທຳມະຈານ ແລະ ພວກຟາຣີຊາຍຕັດສິນພຣະເຢຊູເຈົ້າບໍ່ແມ່ນວ່າພວກເຂົາພຽງແຕ່ລອກແບບຄຳເວົ້າຂອງຄົນອື່ນເທົ່ານັ້ນ ແລະ ມັນບໍ່ແມ່ນການຄາດເດົາທີ່ໄຮ້ມູນຄວາມຈິງ, ມັນຄືຂໍ້ສະຫຼຸບທີ່ພວກເຂົາຖອດຖອນກ່ຽວກັບພຣະເຢຊູເຈົ້າຈາກສິ່ງທີ່ພວກເຂົາເຫັນ ແລະ ໄດ້ຍິນກ່ຽວກັບການກະທຳຂອງພຣະອົງ. ເຖິງແມ່ນຂໍ້ສະຫຼຸບຂອງພວກເຂົາຖືກສ້າງຂຶ້ນໃນນາມຂອງຄວາມຍຸຕິທຳຢ່າງເຫັນໄດ້ຊັດເຈນ ແລະ ປາກົດຕໍ່ຜູ້ຄົນຄືກັບວ່າສົມເຫດສົມຜົນ, ຄວາມອວດດີທີ່ພວກເຂົາຕັດສິນພຣະເຢຊູເຈົ້າກໍຍາກທີ່ແມ່ນແຕ່ພວກເຂົາເອງຈະຢັບຢັ້ງໄດ້. ພະລັງອັນບ້າປ່ວງແຫ່ງຄວາມກຽດຊັງຂອງພວກເຂົາສຳລັບພຣະເຢຊູເຈົ້າໄດ້ເປີດໂປງຄວາມທະເຍີທະຍານຂອງພວກເຂົາເອງ ແລະ ໃບໜ້າແບບຊາຕານທີ່ຊົ່ວຮ້າຍຂອງພວກເຂົາ ພ້ອມທັງທຳມະຊາດທີ່ເປັນອັນຕະລາຍຂອງພວກເຂົາ ທີ່ພວກເຂົາຕໍ່ຕ້ານພຣະເຈົ້າ. ສິ່ງເຫຼົ່ານີ້ທີ່ພວກເຂົາກ່າວໃນການທີ່ພວກເຂົາຕັດສິນພຣະເຢຊູເຈົ້າແມ່ນຖືກຂັບເຄື່ອນໂດຍຄວາມທະເຍີທະຍານອັນປ່າເຖື່ອນຂອງພວກເຂົາ, ຄວາມອິດສາ ແລະ ທຳມະຊາດທີ່ຂີ້ຮ້າຍ ແລະ ເປັນອັນຕະລາຍຂອງຄວາມເປັນປໍລະປັກຂອງພວກເຂົາຕໍ່ພຣະເຈົ້າ ແລະ ຄວາມຈິງ. ພວກເຂົາບໍ່ໄດ້ສືບສວນແຫຼ່ງທີ່ມາຂອງການກະທຳຂອງພຣະເຢຊູເຈົ້າ ຫຼື ພວກເຂົາບໍ່ສືບສວນແກ່ນແທ້ຂອງສິ່ງທີ່ພຣະອົງກ່າວ ຫຼື ເຮັດ. ກົງກັນຂ້າມ ພວກເຂົາໂຈມຕີ ແລະ ຫຼຸດຄວາມໜ້າເຊື່ອຖືຂອງສິ່ງທີ່ພຣະອົງໄດ້ເຮັດ ຢ່າງຫຼັບຫູຫຼັບຕາ, ໃນສະພາວະທີ່ປັ່ນປ່ວນຢ່າງບ້າບໍ ແລະ ດ້ວຍເຈດຕະນາຫວັງທໍາຮ້າຍ. ພວກເຂົາເຖິງກັບຕັ້ງໃຈຫຼຸດຄວາມໜ້າເຊື່ອຖືຂອງພຣະວິນຍານຂອງພຣະອົງ ນັ້ນກໍຄື ພຣະວິນຍານບໍລິສຸດທີ່ເປັນພຣະວິນຍານຂອງພຣະເຈົ້າ. ນີ້ຄືສິ່ງທີ່ພວກເຂົາໝາຍເຖິງເມື່ອພວກເຂົາເວົ້າວ່າ: “ພຣະອົງເປັນບ້າໄປແລ້ວ”, “ມານຮ້າຍເບເອນເຊບຸບ” ແລະ “ເຈົ້າຊາຍຂອງມານຮ້າຍ”. ນັ້ນໝາຍຄວາມວ່າ ພວກເຂົາເວົ້າວ່າພຣະວິນຍານຂອງພຣະເຈົ້າແມ່ນເບເອນເຊບຸບ ແລະ ເຈົ້າຊາຍຂອງມານຮ້າຍ. ພວກເຂົາບອກລັກສະນະພາລະກິດຂອງພຣະວິນຍານທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງໄດ້ປົກຄຸມພຣະອົງເອງໃນເນື້ອໜັງ ວ່າເປັນຄວາມບ້າບໍ. ພວກເຂົາບໍ່ພຽງແຕ່ໝິ່ນປະໝາດພຣະວິນຍານຂອງພຣະເຈົ້າວ່າເປັນເບເອນເຊບຸບ ແລະ ເຈົ້າຊາຍຂອງມານຮ້າຍ, ແຕ່ຍັງກ່າວໂທດພາລະກິດຂອງພຣະເຈົ້າ ແລະ ກ່າວໂທດ ແລະ ໝິ່ນປະໝາດພຣະເຢຊູຄຣິດເຈົ້າ. ແກ່ນແທ້ຂອງການຕໍ່ຕ້ານຂອງພວກເຂົາ ແລະ ການໝິ່ນປະໝາດພຣະເຈົ້າແມ່ນເປັນແກ່ນແທ້ດຽວກັນກັບການຕໍ່ຕ້ານ ແລະ ການໝິ່ນປະໝາດພຣະເຈົ້າທີ່ຊາຕານ ແລະ ຜີຮ້າຍສະແດງອອກທັງສິ້ນ. ພວກເຂົາບໍ່ພຽງແຕ່ເປັນຕົວແທນຂອງມະນຸດທີ່ເສື່ອມຊາມເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພວກເຂົາເປັນຕົວຕົນຂອງຊາຕານ. ພວກເຂົາເປັນຊ່ອງທາງສຳລັບຊາຕານທີ່ຢູ່ທ່າມກາງມະນຸດຊາດ ແລະ ພວກເຂົາເປັນຜູ້ສົມຮູ້ຮ່ວມຄິດ ແລະ ຂີ້ຂ້າຂອງຊາຕານ. ແກ່ນແທ້ຂອງການໝິ່ນປະໝາດຂອງພວກເຂົາ ແລະ ການທີ່ພວກເຂົາໃສ່ຮ້າຍປ້າຍສີພຣະເຢຊູຄຣິດເຈົ້າແມ່ນການຕໍ່ສູ້ຂອງພວກເຂົາກັບພຣະເຈົ້າເພື່ອສະຖານະ, ການຕໍ່ຕ້ານຂອງພວກເຂົາກັບພຣະເຈົ້າ ແລະ ການທີ່ພວກເຂົາທົດສອບພຣະເຈົ້າຢ່າງບໍ່ສິ້ນສຸດ. ແກ່ນແທ້ຂອງການຕໍ່ຕ້ານຂອງພວກເຂົາຕໍ່ພຣະເຈົ້າ ແລະ ທ່າທີແຫ່ງຄວາມເປັນປໍລະປັກຂອງພວກເຂົາຕໍ່ພຣະອົງ ພ້ອມທັງຄຳເວົ້າຂອງພວກເຂົາ ແລະ ຄວາມຄິດຂອງພວກເຂົາ ໄດ້ໝິ່ນປະໝາດ ແລະ ເຮັດໃຫ້ພຣະວິນຍານຂອງພຣະເຈົ້າໃຈຮ້າຍໂດຍກົງ. ສະນັ້ນ ພຣະເຈົ້າຈຶ່ງກຳນົດການພິພາກສາທີ່ສົມເຫດສົມຜົນ ໂດຍອີງຕາມສິ່ງທີ່ພວກເຂົາກ່າວ ແລະ ເຮັດ ແລະ ພຣະເຈົ້າຕັດສິນການກະທຳຂອງພວກເຂົາວ່າເປັນຄວາມຜິດບາບທີ່ໝິ່ນປະໝາດພຣະວິນຍານບໍລິສຸດ. ຄວາມຜິດບາບນີ້ແມ່ນບໍ່ສາມາດໃຫ້ອະໄພໄດ້ທັງໃນໂລກນີ້ ແລະ ໂລກທີ່ກຳລັງຈະມາເຖິງ ເຊິ່ງເກີດອອກຈາກຂໍ້ຄວາມດັ່ງຕໍ່ໄປນີ້ໃນຂໍ້ພຣະຄຳພີ: “ແຕ່ມະນຸດຈະບໍ່ໄດ້ຮັບການອະໄພຕໍ່ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດ” ແລະ “ແຕ່ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”. ມື້ນີ້ ໃຫ້ພວກເຮົາມາລົມກັນກ່ຽວກັບຄວາມໝາຍທີ່ແທ້ຈິງຂອງພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”. ນັ້ນກໍຄື ໃຫ້ພວກເຮົາມາເຮັດໃຫ້ວິທີທີ່ພຣະເຈົ້າບັນລຸພຣະທຳເຫຼົ່ານີ້ກະຈ່າງແຈ້ງ: “ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”.

ທຸກສິ່ງທີ່ພວກເຮົາເວົ້າແມ່ນກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ ແລະ ທ່າທີຂອງພຣະອົງຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ໂດຍທຳມະຊາດແລ້ວ ຂໍ້ຄວາມສອງຂໍ້ຂ້າງເທິງແມ່ນບໍ່ໄດ້ຖືກຍົກເວັ້ນ. ພວກເຈົ້າໄດ້ສັງເກດຫຍັງບໍໃນຂໍ້ພຣະຄຳພີສອງຂໍ້ນີ້? ບາງຄົນເວົ້າວ່າ ພວກເຂົາເຫັນຄວາມໃຈຮ້າຍຂອງພຣະເຈົ້າໃນຂໍ້ພຣະຄຳເຫຼົ່ານີ້. ບາງຄົນເວົ້າວ່າ ພວກເຂົາໄດ້ເຫັນອີກດ້ານຂອງອຸປະນິໄສຂອງພຣະເຈົ້າທີ່ບໍ່ທົນຕໍ່ການທ້າທາຍຂອງມະນຸດຊາດ ແລະ ຖ້າຜູ້ຄົນເຮັດບາງສິ່ງທີ່ໝິ່ນປະໝາດຕໍ່ພຣະເຈົ້າ, ແລ້ວພວກເຂົາກໍຈະບໍ່ໄດ້ຮັບການອະໄພຂອງພຣະອົງ. ເຖິງແມ່ນຜູ້ຄົນຈະເຫັນ ແລະ ຮັບຮູ້ເຖິງຄວາມໃຈຮ້າຍຂອງພຣະເຈົ້າ ແລະ ຄວາມບໍ່ທົນຕໍ່ການທ້າທາຍຂອງມະນຸດຊາດໃນສອງຂໍ້ຄວາມນີ້, ພວກເຂົາກໍຍັງບໍ່ເຂົ້າໃຈທ່າທີຂອງພຣະອົງຢ່າງແທ້ຈິງ. ແຝງຢູ່ໃນຂໍ້ຄວາມສອງຂໍ້ນີ້ແມ່ນການອ້າງອີງຢ່າງລີ້ລັບເຖິງທັດສະນະຄະຕິທີ່ແທ້ຈິງຂອງພຣະເຈົ້າ ແລະ ວິທີການຂອງພຣະອົງຕໍ່ຄົນທີ່ໝິ່ນປະໝາດ ແລະ ເຮັດໃຫ້ພຣະອົງໃຈຮ້າຍ. ທັດສະນະຄະຕິ ແລະ ວິທີການຂອງພຣະອົງສະແດງເຖິງຄວາມໝາຍທີ່ແທ້ຈິງໃນຂໍ້ຄວາມດັ່ງຕໍ່ໄປນີ້: “ແຕ່ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”. ເມື່ອຜູ້ຄົນໝິ່ນປະໝາດພຣະເຈົ້າ ແລະ ເມື່ອພວກເຂົາເຮັດໃຫ້ພຣະອົງໃຈຮ້າຍ, ພຣະອົງກໍກຳນົດຄຳຕັດສິນ ແລະ ຄຳຕັດສິນນີ້ແມ່ນຜົນຮັບທີ່ພຣະອົງໄດ້ກຳນົດ. ມັນຖືກບັນຍາຍໄວ້ໃນພຣະຄຳພີດັ່ງນີ້: “ເປັນຫຍັງເຮົາຈຶ່ງເວົ້າກັບເຈົ້າວ່າ ມະນຸດຈະໄດ້ຮັບການອະໄພຕໍ່ຄວາມບາບ ແລະ ການໝິ່ນປະໝາດທຸກປະເພດ: ແຕ່ມະນຸດຈະບໍ່ໄດ້ຮັບການອະໄພຕໍ່ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດ” (ມັດທາຍ 12:31), ແລະ “ແຕ່ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ!” (ມັດທາຍ 23:13). ເຖິງຢ່າງໃດກໍຕາມ ມັນຖືກບັນທຶກໄວ້ໃນພຣະຄຳພີບໍວ່າ ແມ່ນຫຍັງຄືຜົນຕາມມາສຳລັບພວກທຳມະຈານ ແລະ ພວກຟາຣີຊາຍ ພ້ອມທັງຜົນຮັບສຳລັບຄົນທີ່ເວົ້າວ່າ ພຣະເຢຊູເຈົ້າເປັນບ້າ ຫຼັງຈາກທີ່ພຣະອົງໄດ້ກ່າວສິ່ງເຫຼົ່ານີ້? ມັນຖືກບັນທຶກໄວ້ບໍວ່າ ພວກເຂົາໄດ້ທົນທຸກກັບການລົງໂທດໃດໜຶ່ງ? ບໍ່, ສິ່ງນີ້ແມ່ນສາມາດເວົ້າໄດ້ຢ່າງແນ່ນອນ. ການເວົ້າວ່າ: “ບໍ່” ໃນນີ້ບໍ່ແມ່ນເພື່ອເວົ້າວ່າ ບໍ່ມີການບັນທຶກດັ່ງກ່າວ, ແຕ່ໃນຄວາມເປັນຈິງ ມີພຽງແຕ່ວ່າ ບໍ່ມີຜົນຕາມມາທີ່ສາມາດເຫັນໄດ້ດ້ວຍຕາມະນຸດ. ການເວົ້າວ່າ: “ມັນບໍ່ໄດ້ຖືກບັນທຶກ” ອະທິບາຍເລື່ອງທັດສະນະຄະຕິ ແລະ ຫຼັກການຂອງພຣະເຈົ້າສຳລັບການຈັດການສິ່ງໃດໜຶ່ງ. ພຣະເຈົ້າບໍ່ເຮັດຕາບອດ ຫຼື ຫູໜວກໃສ່ຜູ້ຄົນທີ່ໝິ່ນປະໝາດ ຫຼື ຕໍ່ຕ້ານພຣະອົງ ຫຼື ແມ່ນແຕ່ຄົນທີ່ກ່າວຮ້າຍພຣະອົງ, ຜູ້ຄົນທີ່ເຈດຕະນາໂຈມຕີ, ກ່າວຮ້າຍ ແລະ ສາບແຊ່ງພຣະອົງ, ແຕ່ກົງກັນຂ້າມ ພຣະອົງມີທັດສະນະຄະຕິຢ່າງຊັດເຈນຕໍ່ພວກເຂົາ. ພຣະອົງກຽດຊັງຄົນເຫຼົ່ານີ້ ແລະ ພຣະອົງກ່າວໂທດພວກເຂົາໃນຫົວໃຈຂອງພຣະອົງ. ພຣະອົງເຖິງກັບປະກາດຢ່າງເປີດເຜີຍວ່າ ຜົນຕາມມາຂອງພວກເຂົາຈະແມ່ນຫຍັງ, ເພື່ອຜູ້ຄົນຈະຮູ້ວ່າ ພຣະອົງມີທັດສະນະຄະຕິຢ່າງຊັດເຈນຕໍ່ຄົນທີ່ໝິ່ນປະໝາດພຣະອົງ ແລະ ເພື່ອວ່າພວກເຂົາຈະຮູ້ວ່າ ພຣະອົງຈະກຳນົດຜົນຕາມມາຂອງພວກເຂົາໄດ້ແນວໃດ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ພຣະເຈົ້າໄດ້ກ່າວສິ່ງເຫຼົ່ານີ້, ຜູ້ຄົນແມ່ນຍາກທີ່ຈະສາມາດເຫັນຄວາມຈິງໃນວິທີທີ່ພຣະເຈົ້າຈັດການກັບຜູ້ຄົນເຫຼົ່ານີ້ ແລະ ພວກເຂົາບໍ່ສາມາດເຂົ້າໃຈຫຼັກການທີ່ຢູ່ເບື້ອງຫຼັງຜົນຕາມມາ ແລະ ຄຳຕັດສິນທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຂົາ. ນັ້ນໝາຍຄວາມວ່າ ຜູ້ຄົນບໍ່ສາມາດເຫັນວິທີການ ແລະ ແບບແຜນສະເພາະທີ່ພຣະເຈົ້າມີສຳລັບການຈັດການພວກເຂົາ. ສິ່ງນີ້ແມ່ນກ່ຽວຂ້ອງກັບຫຼັກການຂອງພຣະເຈົ້າໃນການເຮັດສິ່ງຕ່າງໆ. ພຣະເຈົ້າໃຊ້ເຫດການເກີດຂຶ້ນຈິງເພື່ອຈັດການກັບພຶດຕິກຳທີ່ຊົ່ວຮ້າຍຂອງບາງຄົນ. ນັ້ນກໍຄື ພຣະອົງບໍ່ໄດ້ປະກາດຄວາມຜິດບາບຂອງພວກເຂົາ ແລະ ບໍ່ໄດ້ຕັດສິນຜົນຕາມມາຂອງພວກເຂົາ, ແຕ່ກົງກັນຂ້າມ ພຣະອົງໃຊ້ເຫດການເກີດຂຶ້ນແທ້ຈິງເພື່ອກໍານົດການລົງໂທດພວກເຂົາ ແລະ ຮັບຜົນກຳສະໜອງຢ່າງຍຸຕິທຳ. ເມື່ອຄວາມຈິງເຫຼົ່ານີ້ເກີດຂຶ້ນ, ມັນແມ່ນເນື້ອໜັງຂອງຜູ້ຄົນທີ່ທົນທຸກກັບການລົງໂທດ ໝາຍຄວາມວ່າ ການລົງໂທດແມ່ນສິ່ງທີ່ສາມາດເຫັນໄດ້ດ້ວຍສາຍຕາມະນຸດ. ເມື່ອຈັດການກັບພຶດຕິກຳທີ່ຊົ່ວຮ້າຍຂອງບາງຄົນ, ພຣະເຈົ້າພຽງແຕ່ສາບແຊ່ງພວກເຂົາດ້ວຍພຣະທຳ ແລະ ດ້ວຍຄວາມໂກດຮ້າຍຂອງພຣະອົງ, ແຕ່ການລົງໂທດທີ່ພວກເຂົາໄດ້ຮັບອາດເປັນສິ່ງທີ່ຜູ້ຄົນບໍ່ສາມາດເຫັນໄດ້. ເຖິງຢ່າງໃດກໍຕາມ ຜົນຕາມມາປະເພດນີ້ອາດຍິ່ງຮ້າຍແຮງຫຼາຍກວ່າຜົນຕາມມາທີ່ຜູ້ຄົນສາມາດເຫັນ ເຊັ່ນ: ການຖືກລົງໂທດ ຫຼື ຖືກຂ້າຕາຍ. ນີ້ກໍຍ້ອນພາຍໃຕ້ສະຖານະການດັ່ງກ່າວ ພຣະເຈົ້າໄດ້ຕັດສິນໃຈບໍ່ຊ່ວຍຄົນປະເພດນີ້ໃຫ້ລອດພົ້ນ, ພຣະອົງບໍ່ມີຄວາມເມດຕາ ຫຼື ມີຄວາມອົດທົນສຳລັບພວກເຂົາອີກຕໍ່ໄປ ແລະ ຈະບໍ່ສະໜອງໂອກາດໃຫ້ພວກເຂົາອີກ, ແລ້ວທັດສະນະຄະຕິທີ່ພຣະອົງມີຕໍ່ພວກເຂົາກໍເປັນທັດສະນະຄະຕິແບບປະຖິ້ມສິ່ງເຫຼົ່ານັ້ນ. ແມ່ນຫຍັງຄືຄວາມໝາຍຂອງ “ການປະຖິ້ມ” ໃນນີ້? ຄວາມໝາຍພື້ນຖານຂອງຄຳສັບນີ້ກໍຄື “ການປະວາງບາງສິ່ງໄວ້ຕ່າງຫາກ ແລະ ບໍ່ສົນໃຈກັບມັນອີກຕໍ່ໄປ”. ແຕ່ໃນນີ້, ເມື່ອພຣະເຈົ້າ “ປະຖິ້ມຜູ້ໃດຜູ້ໜຶ່ງ”, ມັນມີຄວາມໝາຍສອງຢ່າງຄື: ຄວາມໝາຍທຳອິດ ພຣະອົງໄດ້ມອບຊີວິດຂອງຄົນນັ້ນ ແລະ ທຸກສິ່ງກ່ຽວກັບບຸກຄົນນັ້ນໃຫ້ຊາຕານຈັດການ ແລະ ພຣະເຈົ້າຈະບໍ່ຮັບຜິດຊອບ ແລະ ຈະບໍ່ຄຸ້ມຄອງບຸກຄົນນັ້ນອີກຕໍ່ໄປ. ບໍ່ວ່າບຸກຄົນນັ້ນຈະເປັນບ້າ ຫຼື ໂງ່ຈ້າ ຫຼື ບໍ່ວ່າພວກເຂົາຈະຕາຍ ຫຼື ມີຊີວິດ ຫຼື ພວກເຂົາຖືກໂຍນລົງສູ່ໝໍ້ນະຮົກສໍາລັບການລົງໂທດຂອງພວກເຂົາ, ທຸກສິ່ງເຫຼົ່ານີ້ຈະບໍ່ກ່ຽວຂ້ອງຫຍັງກັບພຣະເຈົ້າ. ນັ້ນໝາຍຄວາມວ່າ ສິ່ງຖືກສ້າງດັ່ງກ່າວຈະບໍ່ກ່ຽວຂ້ອງກັບພຣະຜູ້ສ້າງ. ຄວາມໝາຍທີສອງກໍຄື ພຣະເຈົ້າໄດ້ກຳນົດວ່າ ພຣະອົງເອງຕ້ອງການເຮັດບາງສິ່ງກັບບຸກຄົນນີ້, ດ້ວຍມືຂອງພຣະອົງເອງ. ມັນເປັນໄປໄດ້ທີ່ພຣະອົງຈະໃຊ້ປະໂຫຍດຈາກການບໍລິການຂອງບຸກຄົນນີ້ ຫຼື ພຣະອົງຈະໃຊ້ພວກເຂົາໃຫ້ເປັນເຄື່ອງມືຮັບໃຊ້. ມັນເປັນໄປໄດ້ທີ່ພຣະອົງຈະມີວິທີການພິເສດເພື່ອຈັດການກັບຄົນປະເພດນີ້, ວິທີການພິເສດເພື່ອປະຕິບັດຕໍ່ພວກເຂົາດັ່ງທີ່ພຣະອົງໄດ້ປະຕິບັດກັບໂປໂລ. ນີ້ແມ່ນຫຼັກການ ແລະ ທ່າທີໃນຫົວໃຈຂອງພຣະເຈົ້າ ທີ່ພຣະອົງໄດ້ຕັດສິນໃຈທີ່ຈະຈັດການກັບຄົນປະເພດນີ້. ສະນັ້ນ ເມື່ອຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ກ່າວຮ້າຍ ແລະ ໝິ່ນປະໝາດພຣະອົງ, ຖ້າພວກເຂົາທ້າທາຍອຸປະນິໄສຂອງພຣະອົງ ຫຼື ຖ້າພວກເຂົາບັງຄັບພຣະເຈົ້າເກີນຂອບເຂດຄວາມອົດທົນຂອງພຣະອົງ, ແລ້ວຜົນຕາມມາກໍບໍ່ຕ້ອງຄິດເຖິງເລີຍ. ຜົນຕາມມາທີ່ຮຸນແຮງທີ່ສຸດກໍຄືພຣະເຈົ້າຈະມອບຊີວິດຂອງພວກເຂົາ ແລະ ທຸກສິ່ງກ່ຽວກັບພວກເຂົາໃຫ້ແກ່ຊາຕານເປັນຄັ້ງສຸດທ້າຍ. ພວກເຂົາຈະບໍ່ໄດ້ຮັບການອະໄພຊົ່ວນິດນິລັນ. ນີ້ໝາຍຄວາມວ່າ ບຸກຄົນນີ້ໄດ້ກາຍເປັນອາຫານໃນປາກຂອງຊາຕານ, ເປັນເຄື່ອງຫຼິ້ນໃນມືຂອງມັນ ແລະ ຈາກນັ້ນເປັນຕົ້ນໄປ ພຣະເຈົ້າກໍຈະບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາອີກ. ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າ ມັນທຸກທໍລະມານສໍ່າໃດເມື່ອຊາຕານລໍ້ລວງໂຢບ? ແມ່ນແຕ່ພາຍໃຕ້ສະພາບການທີ່ຊາຕານບໍ່ໄດ້ຮັບອະນຸຍາດໃຫ້ທຳຮ້າຍຊີວິດຂອງໂຢບ, ໂຢບກໍຍັງທົນທຸກຢ່າງໃຫຍ່ຫຼວງ. ແລ້ວລອງວາດພາບເບິ່ງວ່າມັນຈະໂຫດຮ້າຍສໍ່າໃດ ຖ້າບຸກຄົນໃດໜຶ່ງຖືກມອບໃຫ້ແກ່ຊາຕານຢ່າງສົມບູນ ຫຼື ຢູ່ພາຍໃນກຳມືຂອງຊາຕານຢ່າງສົມບູນ, ຜູ້ທີ່ໄດ້ສູນເສຍຄວາມຫ່ວງໃຍ ແລະ ຄວາມເມດຕາຂອງພຣະເຈົ້າຢ່າງສົມບູນ, ຜູ້ທີ່ບໍ່ໄດ້ຢູ່ພາຍໃຕ້ການປົກຄອງຂອງພຣະຜູ້ສ້າງອີກຕໍ່ໄປ, ຜູ້ທີ່ຖືກຖອນສິດທິໃນການນະມັດສະການພຣະອົງ ແລະ ສິດທິໃນການເປັນສິ່ງຖືກສ້າງພາຍໃຕ້ການປົກຄອງຂອງພຣະເຈົ້າ ແລະ ຜູ້ທີ່ມີຄວາມສຳພັນຕັດຂາດຈາກພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງຢ່າງສົມບູນ? ການທີ່ຊາຕານຂົ່ມເຫັງໂຢບແມ່ນສິ່ງທີ່ສາມາດເຫັນດ້ວຍຕາມະນຸດ, ແຕ່ຖ້າພຣະເຈົ້າມອບຊີວິດຂອງບຸກຄົນໃດໜຶ່ງໃຫ້ແກ່ຊາຕານ, ຜົນຕາມມາແມ່ນເໜືອຈິນຕະນາການຂອງມະນຸດ. ຕົວຢ່າງເຊັ່ນ: ບາງຄົນອາດເກີດມາໃໝ່ເປັນງົວ ຫຼື ລາ, ບາງຄົນອາດຖືກຄວບຄຸມ ແລະ ຄອບງຳໂດຍວິນຍານທີ່ສົກກະປົກ ແລະ ຊົ່ວຮ້າຍ ແລະ ອື່ນໆອີກ. ສິ່ງດັ່ງກ່າວແມ່ນຜົນຕາມມາຂອງບາງຄົນທີ່ຖືກພຣະເຈົ້າມອບໃຫ້ແກ່ຊາຕານ. ຈາກພາຍນອກ, ເບິ່ງຄືກັບວ່າ ຜູ້ຄົນເຫຼົ່ານັ້ນທີ່ເຍາະເຍີ້ຍ, ກ່າວຮ້າຍ, ປະນາມ ແລະ ໝິ່ນປະໝາດພຣະເຢຊູເຈົ້າບໍ່ໄດ້ທົນທຸກກັບຜົນຕາມມາໃດໆເລີຍ. ເຖິງຢ່າງໃດກໍຕາມ, ຄວາມຈິງກໍຄືພຣະເຈົ້າມີວິທີການເພື່ອຈັດການກັບທຸກສິ່ງ. ພຣະອົງອາດບໍ່ໃຊ້ພາສາທີ່ຊັດເຈນເພື່ອບອກແກ່ຜູ້ຄົນເຖິງຜົນຕາມມາຂອງວິທີທີ່ພຣະອົງຈັດການກັບຄົນທຸກປະເພດ. ບາງຄັ້ງ ພຣະອົງບໍ່ໄດ້ກ່າວໂດຍກົງ, ແຕ່ກົງກັນຂ້າມ ພຣະອົງປະຕິບັດໂດຍກົງ. ການທີ່ພຣະອົງບໍ່ໄດ້ກ່າວເຖິງສິ່ງນັ້ນບໍ່ໄດ້ໝາຍຄວາມວ່າບໍ່ມີຜົນຕາມມາ, ໃນຄວາມເປັນຈິງແລ້ວ ໃນກໍລະນີດັ່ງກ່າວ ມັນເປັນໄປໄດ້ທີ່ຜົນຕາມມາຈະຍິ່ງຮ້າຍແຮງຫຼາຍຂຶ້ນ. ຈາກພາຍນອກແລ້ວ, ມັນອາດເບິ່ງຄືວ່າມີບາງຄົນທີ່ພຣະເຈົ້າບໍ່ໄດ້ເວົ້ານໍາຢ່າງແຈ່ມແຈ້ງກ່ຽວກັບທ່າທີຂອງພຣະອົງ, ແຕ່ໃນຄວາມເປັນຈິງ ພຣະເຈົ້າບໍ່ຕ້ອງການທີ່ຈະໃສ່ໃຈຫຍັງກັບພວກເຂົາຕັ້ງແຕ່ດົນແລ້ວ. ພຣະອົງບໍ່ຕ້ອງການເຫັນພວກເຂົາອີກຕໍ່ໄປ. ຍ້ອນສິ່ງຕ່າງໆທີ່ພວກເຂົາໄດ້ເຮັດ ແລະ ພຶດຕິກຳຂອງພວກເຂົາ, ຍ້ອນທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ, ພຣະເຈົ້າພຽງແຕ່ຕ້ອງການໃຫ້ພວກເຂົາຫາຍໄປຈາກສາຍຕາຂອງພຣະອົງ, ຕ້ອງການທີ່ຈະມອບພວກເຂົາໃຫ້ແກ່ຊາຕານໂດຍກົງ, ມອບຈິດໃຈ, ວິນຍານ ແລະ ຮ່າງກາຍຂອງພວກເຂົາໃຫ້ແກ່ຊາຕານ ແລະ ປ່ອຍໃຫ້ຊາຕານເຮັດຫຍັງກໍຕາມທີ່ມັນຕ້ອງການເຮັດກັບພວກເຂົາ. ມັນຊັດເຈນແລ້ວວ່າ ພຣະເຈົ້າກຽດຊັງພວກເຂົາໃນລະດັບໃດ, ພຣະອົງເບື່ອໜ່າຍພວກເຂົາໃນລະດັບໃດ. ຖ້າບຸກຄົນໃດໜຶ່ງເຮັດໃຫ້ພຣະເຈົ້າໃຈຮ້າຍຈົນຮອດຈຸດທີ່ພຣະເຈົ້າບໍ່ຕ້ອງການແມ່ນແຕ່ຈະເຫັນພວກເຂົາອີກ ແລະ ກຽມຍອມສະຫຼະພວກເຂົາຢ່າງສິ້ນເຊີງ, ຈົນເຖິງຈຸດທີ່ພຣະອົງບໍ່ຕ້ອງການແມ່ນແຕ່ທີ່ຈະຈັດການກັບພວກເຂົາດ້ວຍຕົວພຣະອົງເອງ, ຖ້າມັນໄປເຖິງຈຸດທີ່ພຣະອົງຈະມອບພວກເຂົາໃຫ້ແກ່ຊາຕານເພື່ອໃຫ້ມັນເຮັດຕາມໃຈມັກ, ເພື່ອປ່ອຍໃຫ້ຊາຕານຄວບຄຸມ, ທຳລາຍ ແລະ ປະຕິບັດຕໍ່ພວກເຂົາໃນວິທີໃດກໍຕາມທີ່ມັນພໍໃຈ, ແລ້ວບຸກຄົນນັ້ນກໍຈະຈົບສິ້ນແທ້ໆ. ສິດທິທີ່ຈະເປັນມະນຸດຂອງພວກເຂົາໄດ້ຖືກຖອນຄືນຢ່າງຖາວອນ ແລະ ສິດທິຂອງພວກເຂົາທີ່ຈະເປັນສິ່ງຖືກສ້າງໃນການເນລະມິດສ້າງຂອງພຣະເຈົ້າກໍໄດ້ມາເຖິງຈຸດຈົບແລ້ວ. ນີ້ບໍ່ແມ່ນການລົງໂທດປະເພດທີ່ຮຸນແຮງທີ່ສຸດບໍ?

ທຸກສິ່ງທີ່ກ່າວມາຂ້າງເທິງຄືການອະທິບາຍທັງໝົດກ່ຽວກັບພຣະທຳທີ່ວ່າ: “ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ” ແລະ ມັນຍັງເປັນຄຳບັນຍາຍທີ່ທຳມະດາສຳລັບຂໍ້ຄວາມພຣະຄໍາພີເຫຼົ່ານີ້. ເຮົາເຊື່ອວ່າພວກເຈົ້າທຸກຄົນມີຄວາມເຂົ້າໃຈກ່ຽວກັບມັນໃນຕອນນີ້.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄຳອຸປະມາຂອງແກະທີ່ເສຍ

“ເຈົ້າຄິດແນວໃດ? ຖ້າຊາຍຄົນໜຶ່ງມີແກະໜຶ່ງຮ້ອຍໂຕ ແລະ ໜຶ່ງໃນຈຳນວນນັ້ນຫຼົງຫາຍໄປ ລາວຈະປະແກະເກົ້າສິບເກົ້າໂຕ ແລະ ຂຶ້ນໄປເທິງພູເຂົາ...

ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ (ພາກທີໜຶ່ງ)

1. “ໃນເວລານັ້ນ ພຣະເຢຊູໄດ້ໄປທີ່ທົ່ງນາໃນວັນຊະບາໂຕ ແລະ ພວກສາວົກຂອງພຣະອົງກໍຫິວເຂົ້າ ແລ້ວພາກັນເລີ່ມເດັດເອົາຮວງເຂົ້າມາເກັດກິນກິນ” (ມັດທາຍ 12:1)....

ພຣະເຢຊູສະແດງສິ່ງອັດສະຈັນ

1) ພຣະເຢຊູລ້ຽງຫ້າພັນຄົນ “ໜຶ່ງໃນສາວົກຂອງພຣະອົງ ນັ້ນກໍຄືອັນເດອາ ເຊິ່ງເປັນນ້ອງຊາຍຂອງຊີໂມນ ເປໂຕ ໄດ້ເວົ້າກັບພຣະອົງວ່າ ມີເດັກໜຸ່ມຢູ່ທີ່ນີ້...

Leave a Reply