ພຣະທຳຂອງພຣະເຢຊູຕໍ່ສາວົກຂອງພຣະອົງຫຼັງຈາກການຟື້ນຄືນຊີບຂອງພຣະອົງ

12 ເດືອນທັນວາ 2022

“ແລະ ຫຼັງຈາກມື້ທີແປດ ສາວົກຂອງພຣະອົງກໍມາຢູ່ຮ່ວມກັນອີກຄັ້ງ ແລະ ໂທມາກໍຢູ່ກັບພວກເຂົາ ແລ້ວພຣະເຢຊູກໍມາ ຫລັງຈາກອັດປະຕູ ພຣະອົງກໍຢືນຂຶ້ນຢູ່ທາງກາງ ແລະ ເວົ້າວ່າ ສັນຕິສຸກຈົ່ງມີແກ່ເຈົ້າ. ແລ້ວພຣະອົງກໍກ່າວກັບໂທມາວ່າ ຈົ່ງເດນິ້ວມືຂອງເຈົ້າອອກມາແລ້ວຄໍາເບິ່ງມືຂອງເຮົາ ແລະ ເອົາມືຂອງເຈົ້າແປະໃສ່ຂ້າງຂອງເຮົາ, ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ. ແລ້ວໂທມາກໍຕອບ ແລະ ເວົ້າກັບພຣະອົງວ່າ ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ແລະ ພຣະເຈົ້າຂອງຂ້ານ້ອຍ. ພຣະເຢຊູກ່າວກັບລາວວ່າ ໂທມາເອີຍ ຍ້ອນເຈົ້າໄດ້ເຫັນເຮົາ ເຈົ້າຈຶ່ງເຊື່ອ: ສັນຕິສຸກຈົ່ງມີແກ່ພວກເຂົາທີ່ບໍ່ໄດ້ເຫັນ ແຕ່ໄດ້ເຊື່ອ” (ໂຢຮັນ 20:26-29).

“ພຣະອົງເວົ້າກັບລາວເປັນຄັ້ງທີສອງ ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ? ລາວກໍເວົ້າກັບພຣະອົງວ່າ ແມ່ນແລ້ວ ພຣະຜູ້ເປັນເຈົ້າ; ພຣະອົງຮູ້ວ່າ ຂ້ານ້ອຍຮັກພຣະອົງ. ພຣະອົງກໍກ່າວກັບລາວວ່າ ຈົ່ງລ້ຽງແກະຂອງເຮົາ. ພຣະອົງກ່າວກັບລາວເປັນຄັ້ງທີສາມ ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ? ເປໂຕໂສກເສົ້າເສຍໃຈ ຍ້ອນພຣະອົງກ່າວກັບລາວເປັນຄັ້ງທີສາມ ເຈົ້າຮັກເຮົາບໍ? ແລະ ລາວກໍຕອບພຣະອົງວ່າ ພຣະຜູ້ເປັນເຈົ້າ ພຣະອົງຮູ້ແຈ້ງທຸກສິ່ງຢ່າງ; ພຣະອົງຮູ້ວ່າ ຂ້ານ້ອຍຮັກພຣະອົງ. ພຣະເຢຊູກໍກ່າວກັບລາວວ່າ ຈົ່ງລ້ຽງແກະຂອງເຮົາ” (ໂຢຮັນ 21:16-17).

ສິ່ງທີ່ຂໍ້ຄວາມເຫຼົ່ານີ້ກ່າວເຖິງຄືສິ່ງທີ່ພຣະເຢຊູເຈົ້າໄດ້ເຮັດ ແລະ ກ່າວຕໍ່ສາວົກຂອງພຣະອົງຫຼັງຈາກການຟື້ນຄືນຊີບຂອງພຣະອົງ. ກ່ອນອື່ນ ໃຫ້ພວກເຮົາມາເບິ່ງຄວາມແຕກຕ່າງທີ່ອາດມີຢູ່ໃນພຣະເຢຊູເຈົ້າ ກ່ອນ ແລະ ຫຼັງຈາກການຟື້ນຄືນຊີບ. ພຣະອົງຍັງເປັນພຣະເຢຊູເຈົ້າຄືກັບທີ່ຜ່ານມາບໍ? ພຣະຄຳພີໄດ້ລະບຸຂໍ້ຄວາມດັ່ງຕໍ່ໄປນີ້ ເຊິ່ງບັນຍາຍເຖິງພຣະເຢຊູເຈົ້າຫຼັງຈາກການຟື້ນຄືນຊີບ: “ແລ້ວພຣະເຢຊູກໍມາ ຫລັງຈາກອັດປະຕູ ພຣະອົງກໍຢືນຂຶ້ນຢູ່ທາງກາງ ແລະ ເວົ້າວ່າ ສັນຕິສຸກຈົ່ງມີແກ່ເຈົ້າ”. ມັນຊັດເຈນຫຼາຍ ໃນເວລານັ້ນພຣະເຢຊູເຈົ້າບໍ່ໄດ້ອາໄສຢູ່ໃນຮ່າງກາຍທີ່ເປັນເນື້ອໜັງອີກຕໍ່ໄປ, ແຕ່ຕອນນີ້ ພຣະອົງຢູ່ໃນຮ່າງກາຍທີ່ເປັນວິນຍານ. ນີ້ແມ່ນຍ້ອນພຣະອົງໄດ້ຢູ່ເໜືອຂໍ້ຈຳກັດຂອງເນື້ອໜັງແລ້ວ; ເຖິງແມ່ນປະຕູອັດຢູ່, ພຣະອົງກໍຍັງມາຢູ່ທ່າມກາງຜູ້ຄົນ ແລະ ປ່ອຍໃຫ້ພວກເຂົາເຫັນພຣະອົງໄດ້. ນີ້ຄືຄວາມແຕກຕ່າງທີ່ໃຫຍ່ທີ່ສຸດລະຫວ່າງພຣະເຢຊູເຈົ້າຫຼັງຈາກການຟື້ນຄືນຊີບ ແລະ ພຣະເຢຊູເຈົ້າທີ່ດຳລົງຊີວິດໃນເນື້ອໜັງກ່ອນການຟື້ນຄືນຊີບ. ເຖິງແມ່ນບໍ່ມີຄວາມແຕກຕ່າງກັນລະຫວ່າງການປາກົດຕົວຂອງຮ່າງກາຍທີ່ເປັນວິນຍານໃນຊ່ວງເວລານັ້ນ ແລະ ການປາກົດຕົວຂອງພຣະເຢຊູເຈົ້າກ່ອນໜ້ານັ້ນ, ພຣະເຢຊູເຈົ້າໃນຊ່ວງເວລານັ້ນຮູ້ສຶກວ່າໄດ້ກາຍມາເປັນຄົນແປກໜ້າສຳລັບຜູ້ຄົນ, ຍ້ອນພຣະອົງໄດ້ກາຍມາເປັນຮ່າງກາຍທີ່ເປັນວິນຍານຫຼັງຈາກທີ່ໄດ້ຟື້ນຄືນມາຈາກຄວາມຕາຍ ແລະ ເມື່ອປຽບທຽບກັບເນື້ອໜັງກ່ອນໜ້ານັ້ນຂອງພຣະອົງ, ຮ່າງກາຍທີ່ເປັນວິນຍານນີ້ແມ່ນຍິ່ງເຂົ້າໃຈຍາກ ແລະ ສັບສົນຕໍ່ຜູ້ຄົນຫຼາຍຂຶ້ນ. ມັນຍັງສ້າງໄລຍະຫ່າງຫຼາຍຂຶ້ນລະຫວ່າງພຣະເຢຊູເຈົ້າ ແລະ ຜູ້ຄົນ ແລະ ຜູ້ຄົນຮູ້ສຶກໃນຫົວໃຈຂອງພວກເຂົາວ່າ ພຣະເຢຊູເຈົ້າໃນຊ່ວງເວລານັ້ນໄດ້ກາຍມາເປັນສິ່ງທີ່ລຶກລັບຫຼາຍຂຶ້ນ. ການຮັບຮູ້ ແລະ ຄວາມຮູ້ສຶກເຫຼົ່ານີ້ໃນສ່ວນຂອງຜູ້ຄົນ ທັນທີໃດ ໄດ້ນໍາພວກເຂົາກັບຄືນສູ່ຍຸກແຫ່ງການເຊື່ອໃນພຣະເຈົ້າທີ່ບໍ່ສາມາດເຫັນ ຫຼື ສຳຜັດໄດ້. ສະນັ້ນ ສິ່ງທຳອິດທີ່ພຣະເຢຊູເຈົ້າເຮັດຫຼັງຈາກການຟື້ນຄືນຊີບຂອງພຣະອົງກໍຄືເຮັດໃຫ້ທຸກຄົນໄດ້ເຫັນພຣະອົງ, ຢືນຢັນວ່າພຣະອົງມີຢູ່ຈິງ ແລະ ຢືນຢັນເຖິງຂໍ້ແທ້ຈິງໃນການຟື້ນຄືນຊີບຂອງພຣະອົງ. ນອກຈາກນັ້ນ ການກະທຳນີ້ໄດ້ຟື້ນຟູຄວາມສຳພັນຂອງພຣະອົງກັບຜູ້ຄົນຄືນສູ່ສະພາບທີ່ເຄີຍເປັນໃນຕອນທີ່ພຣະອົງປະຕິບັດພາລະກິດໃນເນື້ອໜັງ ນັ້ນກໍຄື ໃນຕອນທີ່ພຣະອົງເປັນພຣະຄຣິດຜູ້ທີ່ພວກເຂົາສາມາດເຫັນ ແລະ ສຳຜັດໄດ້. ຜົນຕາມມາໜຶ່ງຢ່າງຂອງສິ່ງນີ້ກໍຄື ຜູ້ຄົນບໍ່ສົງໄສວ່າພຣະເຢຊູເຈົ້າໄດ້ຟື້ນຄືນຈາກຄວາມຕາຍ ຫຼັງຈາກທີ່ຖືກຄຶງເທິງໄມ້ກາງແຂນ ຫຼື ບໍ່ ແລະ ພວກເຂົາຍັງບໍ່ສົງໄສໃນພາລະກິດຂອງພຣະເຢຊູເຈົ້າທີ່ຈະໄຖ່ບາບມະນຸດຊາດ. ຜົນຕາມມາອີກຢ່າງໜຶ່ງກໍຄືຂໍ້ແທ້ຈິງຂອງການປາກົດຕໍ່ຜູ້ຄົນຫຼັງຈາກການຟື້ນຄືນຊີບຂອງພຣະອົງ ແລະ ເຮັດໃຫ້ຜູ້ຄົນໄດ້ເຫັນ ແລະ ສຳຜັດພຣະອົງ ແມ່ນໄດ້ຮັກສາມະນຸດຊາດໃນຍຸກແຫ່ງພຣະຄຸນໄວ້ຢ່າງໝັ້ນຄົງ, ຮັບປະກັນວ່ານັບຕັ້ງແຕ່ເວລານີ້ເປັນຕົ້ນໄປ ຜູ້ຄົນຈະບໍ່ກັບຄືນສູ່ຍຸກແຫ່ງພຣະບັນຍັດໃນອະດີດອີກ ບົນພື້ນຖານທີ່ວ່າ ພຣະເຢຊູເຈົ້າໄດ້ “ຫາຍໄປ” ຫຼື ພຣະອົງໄດ້ “ຈາກໄປໂດຍບໍ່ເວົ້າຫຍັງ”. ສະນັ້ນ ພຣະອົງຈຶ່ງຮັບປະກັນວ່າ ພວກເຂົາຈະສືບຕໍ່ກ້າວໄປຂ້າງໜ້າ, ປະຕິບັດຕາມຄຳສັ່ງສອນຂອງພຣະເຢຊູເຈົ້າ ແລະ ພາລະກິດທີ່ພຣະອົງໄດ້ເຮັດ. ດ້ວຍເຫດນັ້ນ ໄລຍະໃໝ່ແຫ່ງພາລະກິດໃນຍຸກແຫ່ງພຣະຄຸນຈຶ່ງຖືກເປີດອອກຢ່າງເປັນທາງການ ແລະ ນັບຕັ້ງແຕ່ຊ່ວງເວລານັ້ນເປັນຕົ້ນມາ ຜູ້ຄົນທີ່ໄດ້ດຳລົງຊີວິດຢູ່ພາຍໃຕ້ກົດບັດຍັດກໍປາກົດອອກຈາກພຣະບັນຍັດຢ່າງເປັນທາງການ ແລະ ເຂົ້າສູ່ຍຸກໃໝ່, ການເລີ່ມຕົ້ນໃໝ່. ສິ່ງເຫຼົ່ານີ້ມີຄວາມໝາຍຫຼາຍດ້ານກ່ຽວກັບການປາກົດຕົວຂອງພຣະເຢຊູເຈົ້າຕໍ່ມະນຸດຊາດຫຼັງຈາກການຟື້ນຄືນຊີບຂອງພຣະອົງ.

ໃນເມື່ອຕອນນີ້ ພຣະເຢຊູເຈົ້າໄດ້ອາໄສຢູ່ໃນຮ່າງກາຍທີ່ເປັນວິນຍານ, ຜູ້ຄົນຈະສາມາດສຳຜັດພຣະອົງ ແລະ ເຫັນພຣະອົງໄດ້ແນວໃດ? ຄຳຖາມນີ້ບົ່ງຊີ້ເຖິງຄວາມໝາຍຂອງການປາກົດຕົວຂອງພຣະເຢຊູເຈົ້າຕໍ່ໜ້າມະນຸດຊາດ. ພວກເຈົ້າສັງເກດເຫັນຫຍັງໃນຂໍ້ພຣະຄຳພີທີ່ພວກເຮົາຫາກໍອ່ານບໍ? ໂດຍທົ່ວໄປແລ້ວ, ຮ່າງກາຍທີ່ເປັນວິນຍານແມ່ນບໍ່ສາມາດເຫັນໄດ້ ຫຼື ສຳຜັດໄດ້ ແລະ ຫຼັງຈາກການຟື້ນຄືນຊີບ ພາລະກິດທີ່ພຣະເຢຊູເຈົ້າໄດ້ປະຕິບັດແມ່ນສຳເລັດລົງແລ້ວ. ສະນັ້ນໃນທາງທິດສະດີແລ້ວ, ພຣະອົງບໍ່ຈຳເປັນຕ້ອງກັບຄືນມາຢູ່ທ່າມກາງຜູ້ຄົນໃນລັກສະນະເດີມຂອງພຣະອົງເພື່ອພົບປະກັບພວກເຂົາອີກ, ແຕ່ການປາກົດຕົວຂອງຮ່າງກາຍທີ່ເປັນວິນຍານຂອງພຣະເຢຊູເຈົ້າຕໍ່ຄົນຄືໂທມາ ແມ່ນໄດ້ເຮັດໃຫ້ຄວາມໝາຍການປາກົດຕົວຂອງພຣະອົງເປັນຮູບປະທຳຍິ່ງຂຶ້ນ, ເພື່ອວ່າມັນຈະແຊກຊຶມເຂົ້າສູ່ຫົວໃຈຂອງຜູ້ຄົນໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ. ເມື່ອພຣະອົງມາຫາໂທມາ, ພຣະອົງກໍອະນຸຍາດໃຫ້ໂທມາທີ່ເປັນຄົນຂີ້ສົງໄສນັ້ນສຳຜັດມືຂອງພຣະອົງ ແລະ ບອກລາວວ່າ: “ເອົາມືຂອງເຈົ້າແປະໃສ່ຂ້າງຂອງເຮົາ, ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ”. ພຣະທຳ ແລະ ການກະທຳເຫຼົ່ານີ້ບໍ່ແມ່ນສິ່ງທີ່ພຣະເຢຊູເຈົ້າຕ້ອງການເວົ້າ ແລະ ເຮັດ ຫຼັງຈາກທີ່ພຣະອົງຫາກໍຟື້ນຄືນຊີບ; ໃນຄວາມເປັນຈິງແລ້ວ, ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ພຣະອົງຕ້ອງການເຮັດກ່ອນທີ່ພຣະອົງຈະຖືກຄຶງເທິງໄມ້ກາງແຂນ. ມັນຊັດເຈນແລ້ວວ່າ ກ່ອນທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນ, ພຣະເຢຊູເຈົ້າໄດ້ມີຄວາມເຂົ້າໃຈກ່ຽວກັບຜູ້ຄົນແບບໂທມາແລ້ວ. ແລ້ວພວກເຮົາສາມາດເຫັນຫຍັງຈາກສິ່ງນີ້? ຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ພຣະອົງກໍຍັງເປັນພຣະເຢຊູເຈົ້າອົງເດີມ. ແກ່ນແທ້ຂອງພຣະອົງບໍ່ໄດ້ປ່ຽນແປງ. ຄວາມສົງໄສຂອງໂທມາບໍ່ໄດ້ເລີ່ມຕົ້ນແຕ່ຕອນນັ້ນ ແຕ່ມັນຝັງຢູ່ກັບລາວຕະຫຼອດເວລາທີ່ລາວຕິດຕາມພຣະເຢຊູເຈົ້າ. ເຖິງຢ່າງໃດກໍຕາມ, ໃນນີ້ ພຣະເຢຊູເຈົ້າ ຜູ້ທີ່ໄດ້ຟື້ນຄືນຈາກຄວາມຕາຍ ແລະ ກັບຄືນຈາກໂລກວິນຍານດ້ວຍລັກສະນະເດີມຂອງພຣະອົງ, ດ້ວຍອຸປະນິໄສເດີມຂອງພຣະອົງ ແລະ ດ້ວຍຄວາມເຂົ້າໃຈກ່ຽວກັບມະນຸດຊາດນັບຕັ້ງແຕ່ເວລາທີ່ພຣະອົງຢູ່ໃນເນື້ອໜັງ, ສະນັ້ນ ພຣະອົງຈຶ່ງໄປຫາໂທມາກ່ອນ ແລະ ອະນຸຍາດໃຫ້ໂທມາສຳຜັດກະດູກຂ້າງຂອງພຣະອົງ, ບໍ່ພຽງແຕ່ອະນຸຍາດໃຫ້ໂທມາເຫັນຮ່າງກາຍທີ່ເປັນວິນຍານຂອງພຣະອົງຫຼັງຈາກການຟື້ນຄືນຊີບເທົ່ານັ້ນ, ແຕ່ອະນຸຍາດໃຫ້ໂທມາໄດ້ສຳຜັດ ແລະ ຮູ້ສຶກເຖິງການມີຕົວຕົນຂອງຮ່າງກາຍທີ່ເປັນວິນຍານຂອງພຣະອົງ ແລະ ລົບລ້າງຂໍ້ສົງໄສຂອງລາວທັງສິ້ນ. ກ່ອນທີ່ພຣະເຢຊູເຈົ້າຖືກຄຶງໃສ່ໄມ້ກາງແຂນ, ໂທມາສົງໄສຢູ່ສະເໝີວ່າ ພຣະອົງເປັນພຣະຄຣິດ ແລະ ບໍ່ສາມາດເຊື່ອໄດ້. ຄວາມເຊື່ອຂອງລາວໃນພຣະເຈົ້າແມ່ນຖືກສ້າງຂຶ້ນບົນພື້ນຖານຂອງສິ່ງທີ່ລາວສາມາດເຫັນດ້ວຍຕາຂອງລາວເອງ, ສິ່ງທີ່ລາວສາມາດສຳຜັດດ້ວຍມືຂອງລາວເອງເທົ່ານັ້ນ. ພຣະເຢຊູເຈົ້າມີຄວາມເຂົ້າໃຈດີກ່ຽວກັບຄວາມເຊື່ອຂອງຄົນປະເພດນີ້. ພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າທີ່ຢູ່ໃນສະຫວັນ ແລະ ບໍ່ເຊື່ອໃນຜູ້ທີ່ພຣະເຈົ້າໄດ້ສົ່ງມາເລີຍ ຫຼື ໃນພຣະຄຣິດທີ່ຢູ່ໃນເນື້ອໜັງ ແລະ ພວກເຂົາຈະບໍ່ຍອມຮັບພຣະອົງ. ເພື່ອເຮັດໃຫ້ໂທມາຮັບຮູ້ ແລະ ເຊື່ອໃນການເປັນຢູ່ຂອງພຣະເຢຊູເຈົ້າ ແລະ ເຊື່ອວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຢ່າງແທ້ຈິງ, ພຣະອົງອະນຸຍາດໃຫ້ໂທມາເດ່ມືຂອງລາວອອກ ແລະ ສຳຜັດກະດູກຂ້າງຂອງພຣະອົງ. ຄວາມສົງໄສຂອງໂທມາກ່ອນໜ້າ ແລະ ຫຼັງຈາກການຟື້ນຄືນຊີບຂອງພຣະເຢຊູເຈົ້າແຕກຕ່າງກັນບໍ? ລາວສົງໄສຢູ່ສະເໝີ ແລະ ນອກຈາກວ່າ ຮ່າງກາຍທີ່ເປັນວິນຍານຂອງພຣະເຢຊູເຈົ້າຈະປາກົດຕໍ່ລາວເປັນການສ່ວນຕົວ ແລະ ໃຫ້ລາວໄດ້ສຳຜັດຮອຍຕະປູທີ່ຢູ່ໃນຮ່າງກາຍຂອງພຣະອົງ, ບໍ່ມີທາງທີ່ຜູ້ຄົນຈະສາມາດປ່ຽນແປງຄວາມສົງໄສຂອງລາວໄດ້ ແລະ ເຮັດໃຫ້ລາວປະຖິ້ມຄວາມສົງໄສນັ້ນ. ສະນັ້ນ ນັບຕັ້ງແຕ່ເວລາທີ່ພຣະເຢຊູເຈົ້າອະນຸຍາດໃຫ້ໂທມາໄດ້ສຳຜັດກະດູກຂ້າງຂອງພຣະອົງ ແລະ ໃຫ້ລາວໄດ້ຮູ້ສຶກເຖິງຮອຍຕະປູໃນຮ່າງກາຍຂອງພຣະອົງຢ່າງແທ້ຈິງ, ຄວາມສົງໄສຂອງໂທມາກໍຫາຍໄປ ແລະ ລາວກໍຮູ້ຢ່າງແທ້ຈິງວ່າ ພຣະເຢຊູເຈົ້າໄດ້ຟື້ນຄືນຊີບແລ້ວ ແລະ ລາວກໍຮັບຮູ້ ແລະ ເຊື່ອວ່າພຣະເຢຊູເຈົ້າເປັນພຣະຄຣິດທີ່ແທ້ຈິງ ແລະ ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ເຖິງແມ່ນໃນເວລານີ້ ໂທມາບໍ່ສົງໄສອີກຕໍ່ໄປ, ແຕ່ລາວກໍສູນເສຍໂອກາດທີ່ຈະໄດ້ພົບກັບພຣະຄຣິດຕະຫຼອດໄປ. ລາວໄດ້ສູນເສຍໂອກາດທີ່ຈະຢູ່ຮ່ວມກັບພຣະອົງ, ຕິດຕາມພຣະອົງ, ຮູ້ຈັກພຣະອົງຕະຫຼອດໄປ. ລາວສູນເສຍໂອກາດທີ່ພຣະຄຣິດຈະເຮັດໃຫ້ລາວສົມບູນ. ການປາກົດຕົວຂອງພຣະເຢຊູເຈົ້າ ແລະ ພຣະທຳຂອງພຣະອົງໄດ້ໃຫ້ຂໍ້ສະຫຼຸບ ແລະ ຄຳຕັດສິນແກ່ຄວາມເຊື່ອຂອງຄົນທີ່ເຕັມໄປດ້ວຍຄວາມສົງໄສ. ພຣະອົງໃຊ້ພຣະທຳ ແລະ ການກະທຳຕົວຈິງຂອງພຣະອົງເພື່ອບອກຜູ້ທີ່ສົງໄສ, ເພື່ອບອກຄົນທີ່ພຽງແຕ່ເຊື່ອໃນພຣະເຈົ້າທີ່ຢູ່ໃນສະຫວັນ ແຕ່ບໍ່ເຊື່ອໃນພຣະຄຣິດວ່າ: ພຣະເຈົ້າບໍ່ຍົກຍ້ອງຄວາມເຊື່ອຂອງພວກເຂົາ ຫຼື ພຣະອົງບໍ່ຍົກຍ້ອງພວກເຂົາທີ່ຕິດຕາມພຣະອົງ ໃນຂະນະທີ່ສົງໄສພຣະອົງ. ມື້ທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ພຣະຄຣິດຢ່າງສົມບູນສາມາດເປັນມື້ທີ່ພຣະເຈົ້າໄດ້ສຳເລັດພາລະກິດອັນຍິ່ງໃຫຍ່ຂອງພຣະອົງເທົ່ານັ້ນ. ແນ່ນອນ ມື້ນັ້ນຍັງເປັນມື້ແຫ່ງການຕັດສິນຄວາມສົງໄສຂອງພວກເຂົາອີກດ້ວຍ. ທ່າທີຂອງພວກເຂົາຕໍ່ພຣະຄຣິດໄດ້ກຳນົດໂຊກຊະຕາຂອງພວກເຂົາ ແລະ ຄວາມສົງໄສແບບດື້ດ້ານຂອງພວກເຂົາກໍໝາຍຄວາມວ່າ ຄວາມເຊື່ອຂອງພວກເຂົາບໍ່ໄດ້ອອກໝາກຫຍັງ ແລະ ຄວາມລໍາບາກຂອງພວກເຂົາກໍໝາຍຄວາມວ່າ ຄວາມຫວັງຂອງພວກເຂົາສູນເປົ່າ. ຍ້ອນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າທີ່ຢູ່ໃນສະຫວັນແມ່ນໄດ້ຮັບມາຈາກພາບລວງຕາ ແລະ ຄວາມສົງໄສຂອງພວກເຂົາຕໍ່ພຣະຄຣິດກໍເປັນທັດສະນະຄະຕິທີ່ແທ້ຈິງຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ເຖິງແມ່ນພວກເຂົາໄດ້ສຳຜັດຮອຍຕະປູໃນຮ່າງກາຍຂອງພຣະເຢຊູເຈົ້າ, ຄວາມເຊື່ອຂອງພວກເຂົາກໍຍັງໄຮ້ປະໂຫຍດ ແລະ ຜົນຕາມມາຂອງພວກເຂົາສາມາດອະທິບາຍໄດ້ວ່າເປັນການຕັກນໍ້າດ້ວຍກະຕ່າໄມ້ໄຜ່ ນັ້ນກໍຄື ທຸກສິ່ງສູນເປົ່າ. ສິ່ງທີ່ພຣະເຢຊູເຈົ້າກ່າວຕໍ່ໂທມາກໍຄືວິທີທີ່ພຣະອົງບອກທຸກຄົນຢ່າງຊັດເຈນວ່າ: ພຣະເຢຊູເຈົ້າທີ່ຟື້ນຄືນຊີບແມ່ນພຣະເຢຊູເຈົ້າ ຜູ້ທີ່ໄດ້ໃຊ້ເວລາສາມສິບສາມປີເຄິ່ງເພື່ອປະຕິບັດພາລະກິດທ່າມກາງມະນຸດຊາດ. ເຖິງແມ່ນພຣະອົງຖືກຄຶງໃສ່ໄມ້ກາງແຂນ ແລະ ໄດ້ຜະເຊີນກັບຮ່ອມພູຂອງເງົາແຫ່ງຄວາມຕາຍ ແລະ ເຖິງແມ່ນພຣະອົງໄດ້ຜະເຊີນກັບການຟື້ນຄືນຊີບ, ພຣະອົງບໍ່ໄດ້ຜ່ານການປ່ຽນແປງໃນດ້ານໃດເລີຍ. ເຖິງແມ່ນໃນຕອນນີ້ ພຣະອົງມີຮອຍຕະປູຢູ່ໃນຮ່າງກາຍຂອງພຣະອົງ ແລະ ເຖິງແມ່ນພຣະອົງໄດ້ຟື້ນຄືນຊີບ ແລະ ຍ່າງອອກຈາກຂຸມຝັງສົບ, ອຸປະນິໄສຂອງພຣະອົງ, ຄວາມເຂົ້າໃຈກ່ຽວກັບມະນຸດຊາດຂອງພຣະອົງ ແລະ ເຈດຕະນາຂອງພຣະອົງຕໍ່ມະນຸດຊາດກໍບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ. ອີກຢ່າງ ພຣະອົງກໍາລັງບອກຜູ້ຄົນວ່າ ພຣະອົງໄດ້ລົງມາຈາກໄມ້ກາງແຂນ, ໄດ້ຮັບໄຊຊະນະເໜືອຄວາມຜິດບາບ, ເອົາຊະນະຄວາມລໍາບາກ ແລະ ເອົາຊະນະເໜືອຄວາມຕາຍ. ຮອຍຕະປູເປັນພຽງຫຼັກຖານເຖິງໄຊຊະນະຂອງພຣະອົງເໜືອຊາຕານ, ຫຼັກຖານຂອງການເປັນເຄື່ອງຖວາຍບູຊາແທນຄວາມຜິດບາບເພື່ອໄຖ່ມະນຸດຊາດທັງປວງຢ່າງສຳເລັດ. ພຣະອົງກຳລັງບອກຜູ້ຄົນວ່າ ພຣະອົງໄດ້ຮັບເອົາຄວາມຜິດບາບຂອງມະນຸດຊາດແລ້ວ ແລະ ພຣະອົງໄດ້ສຳເລັດພາລະກິດແຫ່ງການໄຖ່ບາບຂອງພຣະອົງແລ້ວ. ເມື່ອພຣະອົງກັບມາເພື່ອເບິ່ງສາວົກຂອງພຣະອົງ, ພຣະອົງກໍບອກຂໍ້ຄວາມນີ້ແກ່ພວກເຂົາ ດ້ວຍວິທີການປາກົດຕົວຂອງພຣະອົງ: “ເຮົາຍັງມີຊີວິດ, ເຮົາຍັງເປັນຢູ່; ມື້ນີ້ ເຮົາກຳລັງຢືນຢູ່ຕໍ່ໜ້າພວກເຈົ້າຢ່າງແທ້ຈິງ ເພື່ອວ່າພວກເຈົ້າຈະສາມາດເຫັນ ແລະ ສຳຜັດເຮົາໄດ້. ເຮົາຈະຢູ່ກັບພວກເຈົ້າຢູ່ສະເໝີ”. ພຣະເຢຊູເຈົ້າຍັງຕ້ອງການໃຊ້ກໍລະນີຂອງໂທມາເປັນສິ່ງເຕືອນສຳລັບຜູ້ຄົນໃນອະນາຄົດ: ເຖິງແມ່ນເຈົ້າບໍ່ສາມາດເຫັນ ຫຼື ສຳຜັດພຣະເຢຊູເຈົ້າໃນຄວາມເຊື່ອຂອງເຈົ້າທີ່ຢູ່ໃນພຣະອົງ, ເຈົ້າກໍໄດ້ຮັບພອນ ຍ້ອນຄວາມເຊື່ອທີ່ແທ້ຈິງຂອງເຈົ້າ ແລະ ເຈົ້າສາມາດເຫັນພຣະເຢຊູເຈົ້າເພາະຄວາມເຊື່ອທີ່ແທ້ຈິງຂອງເຈົ້າ ແລະ ບຸກຄົນປະເພດນີ້ແມ່ນໄດ້ຮັບພອນ.

ພຣະທຳເຫຼົ່ານີ້ທີ່ຖືກບັນທຶກໄວ້ໃນພຣະຄຳພີທີ່ພຣະເຢຊູເຈົ້າໄດ້ກ່າວເມື່ອພຣະອົງປາກົດຕໍ່ໂທມາ ແມ່ນຊ່ວຍທຸກຄົນທີ່ຢູ່ໃນຍຸກແຫ່ງພຣະຄຸນໄດ້ຫຼາຍ. ການປາກົດຕົວຂອງພຣະອົງຕໍ່ໂທມາ ແລະ ພຣະທຳທີ່ພຣະອົງກ່າວຕໍ່ລາວກໍມີຜົນກະທົບຢ່າງເລິກເຊິ່ງຕໍ່ຮຸ່ນຄົນທີ່ຕາມມາ; ພວກມັນມີຄວາມສຳຄັນຊົ່ວນິດນິລັນ. ໂທມາເປັນຕົວແທນໃຫ້ແກ່ຄົນປະເພດທີ່ເຊື່ອໃນພຣະເຈົ້າ ແຕ່ສົງໄສໃນພຣະເຈົ້າ. ພວກເຂົາມີທຳມະຊາດຂີ້ສົງໄສ, ມີຫົວໃຈທີ່ຫວັງຮ້າຍ, ທໍລະຍົດ ແລະ ບໍ່ເຊື່ອໃນສິ່ງທີ່ພຣະເຈົ້າສາມາດເຮັດສຳເລັດໄດ້. ພວກເຂົາບໍ່ເຊື່ອໃນອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ອຳນາດອະທິປະໄຕຂອງພຣະອົງ ແລະ ພວກເຂົາບໍ່ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດ. ເຖິງຢ່າງໃດກໍຕາມ ການຟື້ນຄືນຊີບຂອງພຣະເຢຊູເຈົ້າຂັດກັບບຸກຄະລິກເຫຼົ່ານີ້ທີ່ພວກເຂົາມີຢ່າງສິ້ນເຊີງ ແລະ ມັນຍັງໃຫ້ໂອກາດແກ່ພວກເຂົາໄດ້ຄົ້ນພົບຄວາມສົງໄສຂອງພວກເຂົາເອງ, ເຂົ້າໃຈຄວາມສົງໄສຂອງພວກເຂົາເອງ ແລະ ຮັບຮູ້ຄວາມທໍລະຍົດຂອງພວກເຂົາເອງ, ເພື່ອມາເຊື່ອໃນການເປັນຢູ່ ແລະ ການຟື້ນຄືນຊີບຂອງພຣະເຢຊູເຈົ້າຢ່າງແທ້ຈິງ. ສິ່ງທີ່ເກີດຂຶ້ນກັບໂທມາແມ່ນຄຳເຕືອນ ແລະ ຂໍ້ຫ້າມສຳລັບຮຸ່ນຕໍ່ມາ ເພື່ອວ່າຈະມີອີກຫຼາຍຄົນທີ່ສາມາດເຕືອນພວກເຂົາເອງບໍ່ໃຫ້ເປັນຄົນສົງໄສຄືກັບໂທມາ ແລະ ຖ້າພວກເຂົາເຮັດໃຫ້ຕົນເອງເຕັມໄປດ້ວຍຄວາມສົງໄສ, ແລ້ວພວກເຂົາກໍຈະຈົມລົງສູ່ຄວາມມືດມົວ. ຖ້າເຈົ້າຕິດຕາມພຣະເຈົ້າ, ແຕ່ເປັນຄືກັບໂທມາ, ຕ້ອງການທີ່ຈະສຳຜັດກະດູກຂ້າງຂອງພຣະຜູ້ເປັນເຈົ້າຢູ່ສະເໝີ ແລະ ຮູ້ສຶກເຖິງຮອຍຕະປູເພື່ອຢືນຢັນ, ເພື່ອຢັ້ງຢືນ, ເພື່ອພິຈາລະນາວ່າພຣະເຈົ້າມີຢູ່ ຫຼື ບໍ່, ແລ້ວພຣະເຈົ້າກໍຈະປະຖິ້ມເຈົ້າ. ສະນັ້ນ ພຣະເຢຊູເຈົ້າຈຶ່ງຮຽກຮ້ອງໃຫ້ຜູ້ຄົນບໍ່ເປັນຄືໂທມາ, ພຽງແຕ່ເຊື່ອສິ່ງທີ່ພວກເຂົາສາມາດເຫັນດ້ວຍຕາຂອງພວກເຂົາເອງ, ແຕ່ໃຫ້ເປັນຜູ້ຄົນທີ່ບໍລິສຸດ, ຊື່ສັດ, ບໍ່ມີຄວາມສົງໄສຕໍ່ພຣະເຈົ້າ, ພຽງແຕ່ເຊື່ອ ແລະ ຕິດຕາມພຣະອົງເທົ່ານັ້ນ. ຜູ້ຄົນແບບນີ້ແມ່ນໄດ້ຮັບພອນ. ນີ້ແມ່ນເງື່ອນໄຂເລັກນ້ອຍຫຼາຍທີ່ພຣະເຢຊູເຈົ້າຮຽກຮ້ອງຈາກຜູ້ຄົນ ແລະ ມັນເປັນຄຳເຕືອນສຳລັບຜູ້ຕິດຕາມຂອງພຣະອົງ.

ຂ້າງເທິງແມ່ນທ່າທີຂອງພຣະເຢຊູເຈົ້າຕໍ່ຜູ້ທີ່ເຕັມໄປດ້ວຍຄວາມສົງໄສ. ແລ້ວພຣະເຢຊູເຈົ້າເວົ້າຫຍັງ ແລະ ເຮັດຫຍັງສຳລັບຄົນທີ່ສາມາດເຊື່ອ ແລະ ຕິດຕາມພຣະອົງຢ່າງຊື່ສັດ? ນີ້ແມ່ນສິ່ງທີ່ພວກເຮົາຈະເບິ່ງຕໍ່ໄປ ໂດຍ ຜ່ານທາງການສົນທະນາລະຫວ່າງພຣະເຢຊູເຈົ້າ ແລະ ເປໂຕ.

ໃນບົດສົນທະນານີ້, ພຣະເຢຊູເຈົ້າຖາມເປໂຕສິ່ງໜຶ່ງຊໍ້າແລ້ວຊໍ້າອີກວ່າ: “ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ?” ນີ້ແມ່ນມາດຕະຖານສູງຂຶ້ນທີ່ພຣະເຢຊູເຈົ້າຮຽກຮ້ອງຈາກຜູ້ຄົນແບບເປໂຕ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ຜູ້ຄົນທີ່ເຊື່ອໃນພຣະຄຣິດຢ່າງແທ້ຈິງ ແລະ ພະຍາຍາມຮັກພຣະຜູ້ເປັນເຈົ້າ. ຄຳຖາມນີ້ຂ້ອນຂ້າງເປັນການສືບສວນ ແລະ ການສອບຖາມ, ແຕ່ຍິ່ງໄປກວ່ານັ້ນ ມັນເປັນການຮຽກຮ້ອງ ແລະ ການຄາດຫວັງຈາກຄົນແບບເປໂຕ. ພຣະເຢຊູເຈົ້າໃຊ້ການຖາມແບບນີ້ ເພື່ອວ່າຜູ້ຄົນຈະໄຕ່ຕອງຕົນເອງ ແລະ ຫຼຽວເບິ່ງຕົນເອງ ແລະ ຖາມວ່າ: ແມ່ນຫຍັງຄືສິ່ງທີ່ພຣະເຢຊູເຈົ້າຮຽກຮ້ອງຈາກຜູ້ຄົນ? ຂ້ານ້ອຍຮັກພຣະຜູ້ເປັນເຈົ້າບໍ? ຂ້ານ້ອຍເປັນຄົນທີ່ຮັກພຣະເຈົ້າບໍ? ຂ້ານ້ອຍຄວນຮັກພຣະເຈົ້າແນວໃດ? ເຖິງແມ່ນພຣະຜູ້ເປັນເຈົ້າພຽງແຕ່ຖາມຄຳຖາມນີ້ກັບເປໂຕ, ຄວາມຈິງແລ້ວ ໃນຫົວໃຈຂອງພຣະອົງ ການຖາມຄຳຖາມເຫຼົ່ານີ້ກັບເປໂຕ ພຣະອົງແມ່ນຕ້ອງການໃຊ້ໂອກາດນີ້ເພື່ອຖາມຄຳຖາມປະເພດດຽວກັນນີ້ກັບຫຼາຍຄົນ ຜູ້ທີ່ສະແຫວງຫາເພື່ອຮັກພຣະເຈົ້າ. ມັນພຽງແຕ່ຍ້ອນເປໂຕໄດ້ຮັບພອນເພື່ອເຮັດໜ້າທີ່ເປັນຕົວແທນຂອງຄົນປະເພດນີ້, ເປໂຕຈຶ່ງເປັນຜູ້ ຮັບເອົາຄຳຖາມນີ້ຈາກປາກຂອງພຣະເຢຊູເຈົ້າເອງ.

ປຽບທຽບກັບພຣະທຳດັ່ງຕໍ່ໄປນີ້ ເຊິ່ງພຣະເຢຊູເຈົ້າໄດ້ກ່າວຕໍ່ໂທມາຫຼັງຈາກການຟື້ນຄືນຊີບຂອງພຣະອົງ: “ເອົາມືຂອງເຈົ້າແປະໃສ່ຂ້າງຂອງເຮົາ, ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ”, ການຖາມເປໂຕຊໍ້າແລ້ວຊໍ້າອີກສາມຄັ້ງຂອງພຣະອົງ ທີ່ວ່າ: “ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ?” ເຮັດໃຫ້ຜູ້ຄົນຮູ້ສຶກເຖິງຄວາມເຂັ້ມງວດໃນທ່າທີຂອງພຣະເຢຊູເຈົ້າ ແລະ ຄວາມຮີບດ່ວນທີ່ພຣະອົງຮູ້ສຶກໃນລະຫວ່າງການຖາມຂອງພຣະອົງ. ແຕ່ສຳລັບໂທມາຜູ້ຂີ້ສົງໄສ, ດ້ວຍທຳມະຊາດທີ່ຫຼອກລວງຂອງລາວ, ພຣະເຢຊູເຈົ້າຍອມໃຫ້ລາວເດ່ມືຂອງລາວອອກ ແລະ ສຳຜັດຮອຍຕະປູທີ່ຢູ່ໃນຮ່າງກາຍຂອງພຣະອົງ ເຊິ່ງພາໃຫ້ລາວເຊື່ອວ່າ ພຣະເຢຊູເຈົ້າເປັນບຸດມະນຸດທີ່ຟື້ນຄືນຊີບ ແລະ ຮັບຮູ້ຕົວຕົນຂອງພຣະເຢຊູເຈົ້າວ່າເປັນພຣະຄຣິດ. ເຖິງແມ່ນພຣະເຢຊູເຈົ້າບໍ່ໄດ້ປະນາມໂທມາຢ່າງຮ້າຍແຮງ ແລະ ພຣະອົງບໍ່ໄດ້ກ່າວເຖິງການພິພາກສາໃດໆຢ່າງຊັດເຈນຕໍ່ລາວ, ເຖິງຢ່າງໃດກໍຕາມ ພຣະອົງໄດ້ໃຊ້ການກະທຳຕົວຈິງເພື່ອເຮັດໃຫ້ໂທມາຮູ້ວ່າ ພຣະອົງເຂົ້າໃຈລາວ, ພ້ອມນັ້ນກໍຍັງສະແດງທ່າທີ ແລະ ຄວາມຕັ້ງໃຈຂອງພຣະອົງຕໍ່ບຸກຄົນປະເພດນີ້. ການຮຽກຮ້ອງ ແລະ ຄວາມຄາດຫວັງຂອງພຣະເຢຊູເຈົ້າຈາກບຸກຄົນປະເພດນີ້ແມ່ນບໍ່ສາມາດເຫັນໄດ້ຈາກສິ່ງທີ່ພຣະອົງກ່າວ, ຍ້ອນຜູ້ຄົນແບບໂທມາບໍ່ມີຄວາມເຊື່ອທີ່ແທ້ຈິງແມ່ນແຕ່ໜ້ອຍດຽວ. ສິ່ງທີ່ພຣະເຢຊູເຈົ້າຮຽກຮ້ອງຈາກພວກເຂົາແມ່ນມີຈຳກັດ, ແຕ່ທັດສະນະຄະຕິທີ່ພຣະອົງເປີດເຜີຍຕໍ່ຜູ້ຄົນແບບເປໂຕແມ່ນແຕກຕ່າງກັນຢ່າງສິ້ນເຊີງ. ພຣະອົງບໍ່ໄດ້ຮຽກຮ້ອງໃຫ້ເປໂຕເດ່ມືຂອງລາວອອກ ແລະ ສຳຜັດຮອຍຕະປູຂອງພຣະອົງ ຫຼື ພຣະອົງບໍ່ໄດ້ເວົ້າກັບເປໂຕວ່າ: “ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ”. ກົງກັນຂ້າມ ພຣະອົງຖາມເປໂຕດ້ວຍຄຳຖາມເກົ່າຊໍ້າແລ້ວຊໍ້າອີກ. ຄຳຖາມທີ່ເຮັດໃຫ້ຄິດ ແລະ ມີຄວາມໝາຍ, ເປັນຄຳຖາມທີ່ບໍ່ສາມາດເຮັດຫຍັງໄດ້ ນອກຈາກເຮັດໃຫ້ຜູ້ຕິດຕາມທຸກຄົນຂອງພຣະຄຣິດຮູ້ສຶກເຖິງຄວາມເສຍໃຈ ແລະ ຄວາມຢຳເກງ, ພ້ອມນັ້ນກໍຍັງຮູ້ສຶກເຖິງຄວາມກັງວົນໃຈ ແລະ ຄວາມໂສກເສົ້າຂອງພຣະເຢຊູເຈົ້າອີກດ້ວຍ. ເມື່ອພວກເຂົາເຈັບປວດ ແລະ ທົນທຸກຢ່າງຮຸນແຮງ, ພວກເຂົາກໍຍິ່ງສາມາດເຂົ້າໃຈຄວາມກັງວົນໃຈຂອງພຣະເຢຊູຄຣິດເຈົ້າ ແລະ ຄວາມຫ່ວງໃຍຂອງພຣະອົງ; ພວກເຂົາຮັບຮູຄຳສັ່ງສອນທີ່ຈິງຈັງຂອງພຣະອົງ ແລະ ເງື່ອນໄຂທີ່ເຄັ່ງຄັດສຳລັບຜູ້ຄົນທີ່ບໍລິສຸດ ແລະ ຊື່ສັດ. ຄຳຖາມຂອງພຣະເຢຊູເຈົ້າເຮັດໃຫ້ຜູ້ຄົນຮູ້ສຶກວ່າ ຄວາມຄາດຫວັງຂອງພຣະຜູ້ເປັນເຈົ້າສຳລັບຜູ້ຄົນທີ່ຖືກເປີດເຜີຍໃນພຣະທຳທີ່ທຳມະດາເຫຼົ່ານີ້ບໍ່ພຽງແຕ່ເປັນການເຊື່ອ ແລະ ຕິດຕາມພຣະອົງເທົ່ານັ້ນ, ແຕ່ເປັນການບັນລຸຄວາມຮັກ, ຮັກພຣະຜູ້ເປັນເຈົ້າຂອງເຈົ້າ ແລະ ຮັກພຣະເຈົ້າຂອງເຈົ້າ. ຄວາມຮັກແບບນີ້ຄືຄວາມຫ່ວງໃຍ ແລະ ການເຊື່ອຟັງ. ມັນຄືມະນຸດທີ່ດຳລົງຊີວິດເພື່ອພຣະເຈົ້າ, ຕາຍເພື່ອພຣະເຈົ້າ, ອຸທິດທຸກສິ່ງໃຫ້ແກ່ພຣະເຈົ້າ ແລະ ເສຍສະຫຼະ ແລະ ມອບທຸກສິ່ງສຳລັບພຣະເຈົ້າ. ຄວາມຮັກປະເພດນີ້ຍັງມອບຄວາມສະບາຍໃຈໃຫ້ແກ່ພຣະເຈົ້າ, ເຮັດໃຫ້ພຣະອົງໄດ້ຮັບຄຳພະຍານ ແລະ ໄດ້ພັກຜ່ອນ. ມັນຄືການຕອບແທນຂອງມະນຸດຊາດຕໍ່ພຣະເຈົ້າ, ຄວາມຮັບຜິດຊອບ, ພັນທະ ແລະ ໜ້າທີ່ຂອງມະນຸດ ແລະ ມັນຄຶວິທີທີ່ຜູ້ຄົນຕ້ອງປະຕິບັດຕະຫຼອດຊີວິດຂອງພວກເຂົາ. ຄຳຖາມເຫຼົ່ານີ້ເປັນເງື່ອນໄຂ ແລະ ການຕັກເຕື່ອນທີ່ພຣະເຢຊູເຈົ້າໄດ້ຮຽກຮ້ອງຈາກເປໂຕ ແລະ ທຸກຄົນທີ່ຈະຖືກເຮັດໃຫ້ສົມບູນ. ມັນແມ່ນຄຳຖາມສາມຂໍ້ນີ້ທີ່ນໍາພາ ແລະ ດົນບັນດານໃຫ້ເປໂຕຕິດຕາມເສັ້ນທາງຂອງລາວໃນຊີວິດຈົນເຖິງທີ່ສຸດ ແລະ ມັນແມ່ນຄຳຖາມສາມຂໍ້ນີ້ໃນການຈາກລາຂອງພຣະເຢຊູເຈົ້າທີ່ພາໃຫ້ເປໂຕເລີ່ມເສັ້ນທາງຂອງລາວສູ່ການຖືກເຮັດໃຫ້ສົມບູນ, ຍ້ອນຄວາມຮັກຂອງລາວສຳລັບພຣະຜູ້ເປັນເຈົ້າ, ມັນໄດ້ພາໃຫ້ລາວດູແລຫົວໃຈຂອງພຣະຜູ້ເປັນເຈົ້າ, ເຊື່ອຟັງພຣະຜູ້ເປັນເຈົ້າ, ມອບຄວາມສະບາຍໃຈໃຫ້ແກ່ພຣະຜູ້ເປັນເຈົ້າ ແລະ ຖວາຍຊີວິດທັງໝົດຂອງລາວ ແລະ ການເປັນຢູ່ທັງໝົດຂອງລາວຍ້ອນຄວາມຮັກນີ້.

ໃນລະຫວ່າງຍຸກແຫ່ງພຣະຄຸນ, ພາລະກິດຂອງພຣະເຈົ້າແມ່ນສຳລັບຄົນສອງປະເພດເປັນຫຼັກ. ປະເພດທຳອິດຄືຄົນປະເພດທີ່ເຊື່ອ ແລະ ຕິດຕາມພຣະອົງ ຜູ້ທີ່ສາມາດຮັກສາພຣະບັນຍັດຂອງພຣະອົງ, ຜູ້ທີ່ສາມາດແບກໄມ້ກາງແຂນ ແລະ ຍຶດຖືຫົນທາງໃນຍຸກແຫ່ງພຣະຄຸນ. ຄົນປະເພດນີ້ຈະໄດ້ຮັບພອນຈາກພຣະເຈົ້າ ແລະ ໄດ້ຮັບຄວາມກະລຸນາຈາກພຣະເຈົ້າ. ຄົນປະເພດທີສອງແມ່ນຄືກັບເປໂຕ, ເປັນຄົນທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຟື້ນຄືນຊີບ, ພຣະອົງຈຶ່ງໄດ້ເຮັດສອງສິ່ງທີ່ມີຄວາມໝາຍທີ່ສຸດເຫຼົ່ານີ້. ສິ່ງທີ່ໜຶ່ງແມ່ນເຮັດກັບໂທມາ, ອີກສິ່ງແມ່ນກັບເປໂຕ. ສອງສິ່ງນີ້ເປັນຕົວແທນໃຫ້ແກ່ຫຍັງ? ພວກມັນເປັນຕົວແທນໃຫ້ແກ່ເຈດຕະນາເດີມຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນບໍ? ພວກມັນເປັນຕົວແທນໃຫ້ແກ່ຄວາມຈິງໃຈຂອງພຣະເຈົ້າຕໍ່ມະນຸດຊາດບໍ? ພາລະກິດທີ່ພຣະອົງໄດ້ເຮັດກັບໂທມາແມ່ນເພື່ອເຕືອນຜູ້ຄົນບໍ່ໃຫ້ເປັນຄົນຂີ້ສົງໄສ, ແຕ່ໃຫ້ເຊື່ອເທົ່ານັ້ນ. ພາລະກິດທີ່ພຣະອົງປະຕິບັດກັບເປໂຕແມ່ນເພື່ອເສີມສ້າງຄວາມເຊື່ອຂອງຜູ້ຄົນແບບເປໂຕ ແລະ ເພື່ອເຮັດໃຫ້ສິ່ງທີ່ພຣະອົງຮຽກຮ້ອງຊັດເຈນຂຶ້ນສໍາລັບຄົນປະເພດນີ້, ເພື່ອສະແດງເຖິງເປົ້າໝາຍທີ່ພວກເຂົາຄວນສະແຫວງຫາ.

ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຟື້ນຄືນຊີບ, ພຣະອົງກໍປາກົດຕໍ່ຜູ້ຄົນທີ່ພຣະອົງຄິດວ່າຈຳເປັນ, ເວົ້າກັບພວກເຂົາ ແລະ ຮຽກຮ້ອງຈາກພວກເຂົາ, ປະເຈດຕະນາຂອງພຣະອົງ ແລະ ຄວາມຄາດຫວັງສຳລັບຜູ້ຄົນໄວ້ເບື້ອງຫຼັງ. ນັ້ນໝາຍຄວາມວ່າ ໃນຖານະພຣະເຈົ້າທີ່ບັງເກີດເປັນມະນຸດ, ຄວາມກັງວົນຂອງພຣະອົງສຳລັບມະນຸດຊາດ ແລະ ເງື່ອນໄຂສຳລັບຜູ້ຄົນແມ່ນບໍ່ເຄີຍປ່ຽນແປງ; ສິ່ງເຫຼົ່ານີ້ຍັງເປັນຄືເກົ່າເມື່ອພຣະອົງຢູ່ໃນເນື້ອໜັງ ແລະ ເມື່ອພຣະອົງຢູ່ໃນຮ່າງກາຍຝ່າຍວິນຍານຂອງພຣະອົງ ຫຼັງຈາກທີ່ຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນຊີບ. ພຣະອົງກັງວົນກ່ຽວກັບສາວົກເຫຼົ່ານີ້ກ່ອນທີ່ພຣະອົງຈະຖືກຄຶງຢູ່ເທິງໄມ້ກາງແຂນ ແລະ ໃນຫົວໃຈຂອງພຣະອົງ, ພຣະອົງກໍເຫັນແຈ້ງກ່ຽວກັບສະພາວະຂອງທຸກຄົນ ແລະ ພຣະອົງເຂົ້າໃຈຂໍ້ບົກຜ່ອງຂອງທຸກຄົນ ແລະ ແນ່ນອນ ຄວາມເຂົ້າໃຈຂອງພຣະອົງກ່ຽວກັບທຸກຄົນຫຼັງຈາກທີ່ພຣະອົງໄດ້ສິ້ນພະຊົນ, ຟື້ນຄືນຊີບ ແລະ ກາຍມາເປັນຮ່າງກາຍແຫ່ງວິນຍານກໍຍັງຄືເກົ່າ ດັ່ງທີ່ເຄີຍເປັນເມື່ອພຣະອົງຢູ່ໃນເນື້ອໜັງ. ພຣະອົງຮູ້ວ່າຜູ້ຄົນບໍ່ໝັ້ນໃຈໃນຕົວຕົນຂອງພຣະອົງວ່າເປັນພຣະຄຣິດແທ້, ແຕ່ໃນລະຫວ່າງທີ່ພຣະອົງຢູ່ໃນເນື້ອໜັງ ພຣະອົງບໍ່ໄດ້ຮຽກຮ້ອງຈາກຜູ້ຄົນຢ່າງເຄັ່ງຄັດ. ເຖິງຢ່າງໃດກໍຕາມ ຫຼັງຈາກທີພຣະອົງໄດ້ຟື້ນຄືນຊີບ, ພຣະອົງກໍປາກົດຕໍ່ພວກເຂົາ ແລະ ພຣະອົງໄດ້ເຮັດໃຫ້ພວກເຂົາໝັ້ນໃຈວ່າ ພຣະເຢຊູເຈົ້າໄດ້ມາຈາກພຣະເຈົ້າ ແລະ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພຣະອົງໃຊ້ຂໍ້ແທ້ຈິງຂອງການປາກົດຕົວຂອງພຣະອົງ ແລະ ການຟື້ນຄືນຊີບຂອງພຣະອົງໃຫ້ເປັນນິມິດ ແລະ ແຮງບັນດານໃຈອັນຍິ່ງໃຫຍ່ທີ່ສຸດສຳລັບການສະແຫວງຫາຕະຫຼອດຊີວິດຂອງມະນຸດຊາດ. ການຟື້ນຄືນຊີບຂອງພຣະອົງຈາກຄວາມຕາຍບໍ່ພຽງແຕ່ເສີມສ້າງທຸກຄົນທີ່ຕິດຕາມພຣະອົງ, ແຕ່ມັນຍັງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດຊາດຢ່າງທົ່ວເຖິງໃນຍຸກແຫ່ງພຣະຄຸນ ແລະ ສະນັ້ນ ຂ່າວປະເສີດແຫ່ງຄວາມລອດພົ້ນຂອງພຣະເຢຊູເຈົ້າໃນຍຸກແຫ່ງພຣະຄຸນຈຶ່ງໄດ້ຂະຫຍາຍໄປທົ່ວທຸກມຸມໂລກຂອງມະນຸດເທື່ອລະໜ້ອຍ. ເຈົ້າຈະເວົ້າໄດ້ບໍວ່າການປາກົດຕົວຂອງພຣະເຢຊູເຈົ້າຫຼັງຈາກການຟື້ນຄືນຊີບຂອງພຣະອົງນັ້ນມີຄວາມໝາຍ? ຖ້າເຈົ້າເປັນໂທມາ ຫຼື ເປໂຕໃນເວລານັ້ນ ແລະ ເຈົ້າຜະເຊີນກັບສິ່ງໃດໜຶ່ງໃນຊີວິດຂອງເຈົ້າທີ່ມີຄວາມໝາຍຫຼາຍ, ມັນຈະມີຜົນກະທົບແບບໃດຕໍ່ເຈົ້າ? ເຈົ້າຈະເຫັນວ່າສິ່ງນີ້ເປັນນິມິດທີ່ດີທີ່ສຸດ ແລະ ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງເຈົ້າທີ່ເຊື່ອໃນພຣະເຈົ້າບໍ? ເຈົ້າຈະເຫັນວ່າສິ່ງນີ້ເປັນພະລັງທີ່ຂັບເຄື່ອນເຈົ້າ ໃນຂະນະທີ່ເຈົ້າຕິດຕາມພຣະເຈົ້າ, ພະຍາຍາມເຮັດໃຫ້ພຣະອົງພໍໃຈ ແລະ ສະແຫວງຫາເພື່ອຮັກພຣະເຈົ້າຊົ່ວຊີວິດຂອງເຈົ້າບໍ? ເຈົ້າຈະເສຍສະຫຼະຄວາມພະຍາຍາມຕະຫຼອດຊີວິດເພື່ອຂະຫຍາຍນິມິດທີ່ຍິ່ງໃຫຍ່ທີ່ສຸດນີ້ບໍ? ເຈົ້າຈະຍອມຮັບການແຜ່ຂະຫຍາຍຂອງຄວາມລອດພົ້ນຂອງພຣະເຈົ້າວ່າເປັນການມອບໝາຍຈາກພຣະເຈົ້າບໍ? ເຖິງແມ່ນພວກເຈົ້າບໍ່ໄດ້ຜະເຊີນສິ່ງນີ້, ສອງຕົວຢ່າງຂອງໂທມາ ແລະ ເປໂຕກໍພຽງພໍແລ້ວສຳລັບຄົນສະໄໝໃໝ່ທີ່ຈະຮັບເອົາຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບພຣະເຈົ້າ ແລະ ຄວາມປະສົງຂອງພຣະອົງ. ມັນສາມາດເວົ້າໄດ້ວ່າ ຫຼັງຈາກທີ່ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ, ຫຼັງຈາກທີ່ພຣະອົງໄດ້ຜະເຊີນກັບຊີວິດທ່າມກາງມະນຸດຊາດ ແລະ ຜະເຊີນກັບຊີວິດມະນຸດຢ່າງເປັນການສ່ວນຕົວ ແລະ ຫຼັງຈາກທີ່ພຣະອົງໄດ້ເຫັນເຖິງຄວາມຊົ່ວຊ້າຂອງມະນຸດຊາດ ແລະ ສະຖານະການຂອງຊີວິດມະນຸດໃນເວລານັ້ນ, ພຣະເຈົ້າທີ່ຢູ່ໃນເນື້ອໜັງກໍຍິ່ງຮູ້ສຶກຢ່າງເລິກເຊິ່ງຂຶ້ນວ່າ ມະນຸດຊາດໄຮ້ຄວາມຫວັງ, ໜ້າເສົ້າໃຈ ແລະ ເປັນຕາເວດທະນາສໍ່າໃດ. ພຣະເຈົ້າມີຄວາມເມດຕາຫຼາຍຂຶ້ນສຳລັບສະພາວະຂອງມະນຸດ ຍ້ອນຄວາມເປັນມະນຸດຂອງພຣະອົງທີ່ພຣະອົງມີ ໃນຂະນະທີ່ດຳລົງຊີວິດໃນເນື້ອໜັງ, ຍ້ອນສັນຊາດຕະຍານທີ່ເປັນເນື້ອໜັງຂອງພຣະອົງ. ສິ່ງນີ້ພາໃຫ້ພຣະອົງຮູ້ສຶກເຖິງຄວາມກັງວົນໃຈຕໍ່ຜູ້ຕິດຕາມຂອງພຣະອົງຫຼາຍຍິ່ງຂຶ້ນ. ສິ່ງເຫຼົ່ານີ້ອາດຈະເປັນສິ່ງທີ່ພວກເຈົ້າບໍ່ສາມາດເຂົ້າໃຈໄດ້, ແຕ່ເຮົາສາມາດບັນຍາຍຄວາມກັງວົນໃຈ ແລະ ຄວາມຫ່ວງໃຍໃນນີ້ທີ່ພຣະເຈົ້າໃນເນື້ອໜັງຮູ້ສຶກຕໍ່ຜູ້ຕິດຕາມທຸກຄົນຂອງພຣະອົງ ໂດຍໃຊ້ພຽງສາມຄຳ: “ຄວາມກັງວົນອັນແຮງກ້າ”. ເຖິງແມ່ນຄຳສັບນີ້ມາຈາກພາສາມະນຸດ ແລະ ເຖິງແມ່ນມັນເປັນພາສາມະນຸດແທ້ໆ, ແຕ່ມັນກໍສະແດງ ແລະ ບັນຍາຍເຖິງຄວາມຮູ້ສຶກຂອງພຣະເຈົ້າທີ່ມີຕໍ່ຜູ້ຕິດຕາມຂອງພຣະອົງໄດ້ຢ່າງແທ້ຈິງ. ແຕ່ສຳລັບຄວາມກັງວົນອັນແຮງກ້າຂອງພຣະອົງສຳລັບມະນຸດ, ຕະຫຼອດຊ່ວງເວລາແຫ່ງປະສົບການຂອງພວກເຈົ້າ, ພວກເຈົ້າຈະຮູ້ສຶກເຖິງສິ່ງນີ້ ແລະ ໄດ້ຊີມລົດຊາດມັນເທື່ອລະໜ້ອຍ. ເຖິງຢ່າງໃດກໍຕາມ, ສິ່ງນີ້ພຽງສາມາດບັນລຸໄດ້ໂດຍການເຂົ້າໃຈອຸປະນິໄສຂອງພຣະເຈົ້າເທື່ອລະໜ້ອຍ ບົນພື້ນຖານຂອງການສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຈົ້າເອງເທົ່ານັ້ນ. ເມື່ອພຣະເຢຊູເຈົ້າປາກົດຕົວເທື່ອນີ້, ມັນເຮັດໃຫ້ຄວາມກັງວົນອັນແຮງກ້າຂອງພຣະອົງຕໍ່ຜູ້ຕິດຕາມຂອງພຣະອົງທີ່ຢູ່ໃນຄວາມເປັນມະນຸດ ກາຍເປັນຈິງ ແລະ ຖືກສືບທອດເຂົ້າສູ່ຮ່າງກາຍແຫ່ງວິນຍານຂອງພຣະອົງ ຫຼື ເຈົ້າສາມາດເວົ້າໄດ້ວ່າ ສືບທອດເຂົ້າສູ່ຄວາມເປັນພຣະເຈົ້າຂອງພຣະອົງ. ການປາກົດຕົວຂອງພຣະອົງເຮັດໃຫ້ຜູ້ຄົນໄດ້ຜະເຊີນ ແລະ ຮູ້ສຶກເຖິງຄວາມກັງວົນ ແລະ ຄວາມຫ່ວງໃຍຂອງພຣະເຈົ້າອີກເທື່ອໜຶ່ງ ພ້ອມນັ້ນກໍຍັງໄດ້ພິສູດຢ່າງລິດທານຸພາບວ່າ ພຣະເຈົ້າເປັນຜູ້ທີ່ເລີ່ມຕົ້ນຍຸກ, ຜູ້ທີ່ຂະຫຍາຍຍຸກ ແລະ ຜູ້ທີ່ສິ້ນສຸດຍຸກອີກດ້ວຍ. ຜ່ານການປາກົດຕົວຂອງພຣະອົງ, ພຣະອົງເສີມສ້າງຄວາມເຊື່ອຂອງທຸກຄົນ ແລະ ພິສູດຕໍ່ໂລກເຖິງຂໍ້ແທ້ຈິງທີ່ວ່າ ພຣະອົງເປັນພຣະເຈົ້າເອງ. ສິ່ງນີ້ໄດ້ມອບການຢືນຢັນຕະຫຼອດໄປໃຫ້ແກ່ຜູ້ຕິດຕາມຂອງພຣະອົງ ແລະ ຜ່ານການປາກົດຕົວຂອງພຣະອົງ, ພຣະອົງຍັງໄດ້ເລີ່ມຕົ້ນຂັ້ນຕອນພາລະກິດຂອງພຣະອົງໃນຍຸກໃໝ່.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ (ພາກທີສອງ)

ຕໍ່ໄປ, ໃຫ້ພວກເຮົາມາເບິ່ງປະໂຫຍກສຸດທ້າຍໃນຂໍ້ຄວາມນີ້: “ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ”. ມີການປະຕິບັດຕົວຈິງໃນປະໂຫຍກນີ້ບໍ?...

ພຣະເຢຊູສະແດງສິ່ງອັດສະຈັນ

1) ພຣະເຢຊູລ້ຽງຫ້າພັນຄົນ “ໜຶ່ງໃນສາວົກຂອງພຣະອົງ ນັ້ນກໍຄືອັນເດອາ ເຊິ່ງເປັນນ້ອງຊາຍຂອງຊີໂມນ ເປໂຕ ໄດ້ເວົ້າກັບພຣະອົງວ່າ ມີເດັກໜຸ່ມຢູ່ທີ່ນີ້...