ໃຫ້ອະໄພເຈັດສິບຄູນເຈັດຄັ້ງ ຄວາມຮັກຂອງພຣະຜູ້ເປັນເຈົ້າ
4. ໃຫ້ອະໄພເຈັດສິບຄູນເຈັດຄັ້ງ
“ແລ້ວເປໂຕກໍມາຫາພຣະອົງ ແລະ ເວົ້າວ່າ ພຣະຜູ້ເປັນເຈົ້າ ຂ້ານ້ອຍຄວນໃຫ້ອະໄພນ້ອງຊາຍຂອງຂ້ານ້ອຍທີ່ເຮັດບາບຕໍ່ຂ້ານ້ອຍຫຼາຍສໍ່າໃດ? ຈົນຮອດເຈັດຄັ້ງບໍ? ພຣະເຢຊູເວົ້າກັບລາວວ່າ ເຮົາບໍ່ໄດ້ເວົ້າກັບເຈົ້າວ່າ ຈົນຮອດເຈັດຄັ້ງ, ແຕ່ຈົນຮອດເຈັດສິບຄູນເຈັດຄັ້ງ” (ມັດທາຍ 18:21-22).
5. ຄວາມຮັກຂອງພຣະຜູ້ເປັນເຈົ້າ
“ພຣະເຢຊູກ່າວກັບລາວວ່າ ເຈົ້າຄວນຮັກພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າ ດ້ວຍທັງໝົດຂອງຫົວໃຈຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດວິນຍານຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດໃຈຂອງເຈົ້າ. ສິ່ງນີ້ຄືພຣະບັນຍັດຂໍ້ທຳອິດ ແລະ ຂໍ້ຍິ່ງໃຫຍ່. ແລະ ຂໍ້ທີສອງກໍມີຄືກັນ ນັ້ນຄື ເຈົ້າຄວນຮັກເພື່ອນບ້ານຄືກັບຕົວເຈົ້າເອງ” (ມັດທາຍ 22:37-39).
ໃນບັນດາສອງຂໍ້ຄວາມເຫຼົ່ານີ້, ຂໍ້ໜຶ່ງເວົ້າເຖິງການໃຫ້ອະໄພ ແລະ ອີກຂໍ້ເວົ້າເຖິງຄວາມຮັກ. ສອງຫົວຂໍ້ເຫຼົ່ານີ້ເນັ້ນເຖິງຈຸດເດັ່ນຂອງພາລະກິດທີ່ພຣະເຢຊູເຈົ້າຕ້ອງການປະຕິບັດໃນຍຸກແຫ່ງພຣະຄຸນຢ່າງແທ້ຈິງ.
ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງໄດ້ນໍາຂັ້ນຕອນໃນພາລະກິດຂອງພຣະອົງມາພ້ອມກັບພຣະອົງ ເຊິ່ງເປັນໜ້າທີ່ຂອງພາລະກິດໂດຍສະເພາະ ແລະ ອຸປະນິໄສທີ່ພຣະອົງຕ້ອງການສະແດງອອກໃນຍຸກນີ້. ໃນຊ່ວງເວລານັ້ນ, ທຸກສິ່ງທີ່ບຸດມະນຸດໄດ້ເຮັດແມ່ນກ່ຽວພັນກັບພາລະກິດທີ່ພຣະເຈົ້າຕ້ອງການປະຕິບັດໃນຍຸກນີ້. ພຣະອົງຈະບໍ່ເຮັດເກີນ ແລະ ເຮັດໜ້ອຍກວ່າ. ທຸກສິ່ງທີ່ພຣະອົງກ່າວ ແລະ ທຸກປະເພດຂອງພາລະກິດທີ່ພຣະອົງປະຕິບັດແມ່ນລ້ວນແລ້ວແຕ່ກ່ຽວຂ້ອງກັບຍຸກນີ້. ບໍ່ວ່າພຣະອົງຈະສະແດງມັນອອກໃນທາງຂອງມະນຸດ ດ້ວຍພາສາມະນຸດ ຫຼື ຜ່ານພາສາອັນສັກສິດ ແລະ ບໍ່ວ່າພຣະອົງໄດ້ເຮັດໃນວິທີໃດ ຫຼື ຈາກທັດສະນະໃດກໍຕາມ, ເປົ້າໝາຍຂອງພຣະອົງແມ່ນເພື່ອຊ່ວຍຜູ້ຄົນໃຫ້ເຂົ້າໃຈສິ່ງທີ່ພຣະອົງຕ້ອງການເຮັດ, ເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກຜູ້ຄົນ. ພຣະອົງອາດໃຊ້ຫຼາກຫຼາຍວິທີ ແລະ ທັດສະນະທີ່ແຕກຕ່າງກັນເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈ ແລະ ຮູ້ຈັກຄວາມປະສົງຂອງພຣະອົງ ແລະ ເຂົ້າໃຈພາລະກິດຂອງພຣະອົງໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ສະນັ້ນ ໃນຍຸກແຫ່ງພຣະຄຸນ ພວກເຮົາໄດ້ເຫັນວ່າ ພຣະເຢຊູເຈົ້າໄດ້ໃຊ້ພາສາມະນຸດເປັນເວລາສ່ວນໃຫຍ່ ເພື່ອກ່າວສິ່ງທີ່ພຣະອົງຕ້ອງການສື່ສານກັບມະນຸດຊາດ. ຍິ່ງໄປກວ່ານັ້ນ, ພວກເຮົາໄດ້ເຫັນພຣະອົງຈາກທັດສະນະຂອງຜູ້ຊີ້ນໍາທຳມະດາທີ່ເວົ້າກັບຜູ້ຄົນ, ສະໜອງໃຫ້ແກ່ຄວາມຕ້ອງການຂອງພວກເຂົາ ແລະ ຊ່ວຍເຫຼືອພວກເຂົາດ້ວຍສິ່ງທີ່ພວກເຂົາຮຽກຮ້ອງ. ວິທີການປະຕິບັດພາລະກິດແບບນີ້ແມ່ນບໍ່ໄດ້ເຫັນໃນຍຸກແຫ່ງພຣະບັນຍັດ ທີ່ມາກ່ອນຍຸກແຫ່ງພຣະຄຸນ. ພຣະອົງຍິ່ງສະໜິດສະໜົມ ແລະ ເຫັນອົກເຫັນໃຈມະນຸດຊາດຫຼາຍຂຶ້ນ ພ້ອມທັງສາມາດບັນລຸຜົນຕົວຈິງຫຼາຍຂຶ້ນ ທັງໃນຮູບຮ່າງ ແລະ ລັກສະນະ. ການປຽບທຽບກ່ຽວກັບການໃຫ້ອະໄພຜູ້ຄົນເຈັດສິບຄູນເຈັດຄັ້ງໄດ້ຊີ້ແຈງຂໍ້ນີ້ຢ່າງແທ້ຈິງ. ເປົ້າໝາຍຂອງການປຽບທຽບນີ້ແມ່ນເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈເຈດຕະນາຂອງພຣະເຢຊູເຈົ້າໃນເວລານັ້ນ, ສະນັ້ນ ພຣະອົງຈຶ່ງເວົ້າເຊັ່ນນີ້. ເຈດຕະນາຂອງພຣະອົງກໍຄືຜູ້ຄົນຄວນໃຫ້ອະໄພຄົນອື່ນ, ບໍ່ແມ່ນຄັ້ງດຽວ ຫຼື ສອງຄັ້ງ ແລະ ບໍ່ແມ່ນແຕ່ເຈັດສິບຄັ້ງ ແຕ່ເປັນເຈັດສິບຄູນເຈັດຄັ້ງ. ແມ່ນຫຍັງຄືແນວຄິດພາຍໃນຄວາມຄິດທີ່ວ່າ: “ເຈັດສິບຄູນເຈັດຄັ້ງ”? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນໃຫ້ອະໄພຕໍ່ຄວາມຮັບຜິດຊອບຂອງພວກເຂົາເອງ, ເປັນສິ່ງທີ່ພວກເຂົາຕ້ອງຮຽນຮູ້ ແລະ “ວິທີ” ທີ່ພວກເຂົາຕ້ອງປະຕິບັດຕາມ. ເຖິງແມ່ນນີ້ເປັນພຽງການປຽບທຽບ, ແຕ່ ມັນກໍໄດ້ເນັ້ນໃຫ້ເຫັນເຖິງຈຸດສຳຄັນ. ມັນຊ່ວຍໃຫ້ຜູ້ຄົນເຂົ້າໃຈສິ່ງທີ່ພຣະອົງໝາຍເຖິງຢ່າງເລິກເຊິ່ງ ແລະ ຄົ້ນພົບວິທີການທີ່ເໝາະສົມໃນການປະຕິບັດ ແລະ ຫຼັກການ ແລະ ມາດຕະຖານຂອງການປະຕິບັດ. ການປຽບທຽບນີ້ຊ່ວຍໃຫ້ຜູ້ຄົນເຂົ້າໃຈຢ່າງຊັດເຈນ ແລະ ມອບແນວຄິດທີ່ຖືກຕ້ອງໃຫ້ແກ່ພວກເຂົາ, ພວກເຂົາຄວນຮຽນຮູ້ການໃຫ້ອະໄພ ແລະ ໃຫ້ອະໄພເປັນຈຳນວນເທົ່າໃດກໍໄດ້ໂດຍບໍ່ມີເງື່ອນໄຂ ແຕ່ຕ້ອງມີທັດສະນະທີ່ອົດກັ້ນ ແລະ ເຂົ້າໃຈຄົນອື່ນ. ເມື່ອພຣະເຢຊູເຈົ້າເວົ້າສິ່ງນີ້, ແມ່ນຫຍັງຄືສິ່ງທີ່ຢູ່ໃນຫົວໃຈຂອງພຣະອົງ? ພຣະອົງຄິດເຖິງຈຳນວນ “ເຈັດສິບຄູນເຈັດຄັ້ງ” ແທ້ບໍ? ບໍ່, ພຣະອົງບໍ່ໄດ້ຄິດ. ແລ້ວມີຈຳນວນຈັກຄັ້ງທີ່ພຣະເຈົ້າຈະໃຫ້ອະໄພມະນຸດ? ມີຫຼາຍຄົນທີ່ສົນໃຈຫຼາຍໃນ “ຈຳນວນຈັກຄັ້ງ” ທີ່ໄດ້ກ່າວເຖິງໃນທີ່ນີ້, ຜູ້ທີ່ຕ້ອງການເຂົ້າໃຈຈຸດກຳເນີດ ແລະ ຄວາມໝາຍຂອງຈຳນວນນີ້ຢ່າງແທ້ຈິງ. ພວກເຂົາຕ້ອງການເຂົ້າໃຈວ່າເປັນຫຍັງຕົວເລກນີ້ຈຶ່ງມາຈາກປາກຂອງພຣະເຢຊູເຈົ້າ; ພວກເຂົາເຊື່ອວ່າ ມີຄວາມໝາຍແອບແຝງທີ່ເລິກເຊິ່ງກວ່າສຳລັບຕົວເລກນີ້. ແຕ່ໃນຄວາມເປັນຈິງແລ້ວ, ນີ້ເປັນພຽງສຳນວນຄຳເວົ້າຂອງມະນຸດທີ່ພຣະເຈົ້າໃຊ້. ຄວາມໃນ ຫຼື ຄວາມໝາຍໃດກໍຕາມແມ່ນຕ້ອງປະກອບດ້ວຍເງື່ອນໄຂທີ່ພຣະເຢຊູເຈົ້າຈັດວາງສຳລັບມະນຸດຊາດ. ເມື່ອພຣະເຈົ້າຍັງບໍ່ໄດ້ກາຍມາເປັນເນື້ອໜັງ, ຜູ້ຄົນບໍ່ເຂົ້າໃຈຫຼາຍສິ່ງທີ່ພຣະເຈົ້າເວົ້າ, ເພາະພຣະທຳຂອງພຣະອົງແມ່ນອອກຈາກຄວາມເປັນພຣະເຈົ້າທັງໝົດ. ທັດສະນະ ແລະ ບໍລິບົດຂອງສິ່ງທີ່ພຣະອົງກ່າວແມ່ນມະນຸດຊາດບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດເຂົ້າໃຈໄດ້; ມັນຖືກກ່າວອອກຈາກໂລກແຫ່ງວິນຍານທີ່ຜູ້ຄົນບໍ່ສາມາດເຫັນ. ສຳລັບຜູ້ຄົນທີ່ດຳລົງຊີວິດໃນເນື້ອໜັງ, ພວກເຂົາບໍ່ສາມາດຜ່ານໂລກແຫ່ງວິນຍານໄປໄດ້. ແຕ່ຫຼັງຈາກທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງກໍກ່າວຕໍ່ມະນຸດຊາດຈາກທັດສະນະຂອງຄວາມເປັນມະນຸດ ແລະ ພຣະອົງໄດ້ອອກມາຈາກ ແລະ ຢູ່ເໜືອຂອບເຂດຂອງໂລກແຫ່ງວິນຍານ. ພຣະອົງສາມາດສະແດງອຸປະນິໄສ, ຄວາມປະສົງ ແລະ ທ່າທີຄວາມເປັນພຣະເຈົ້າຂອງພຣະອົງຜ່ານສິ່ງຕ່າງໆທີ່ມະນຸດສາມາດຈິນຕະນາການໄດ້, ສິ່ງຕ່າງໆທີ່ພວກເຂົາເຫັນ ແລະ ໄດ້ພົບພໍ້ໃນຊີວິດຂອງພວກເຂົາ ແລະ ໃຊ້ວິທີການທີ່ມະນຸດສາມາດຍອມຮັບໄດ້, ໃນພາສາທີ່ພວກເຂົາສາມາດເຂົ້າໃຈ ແລະ ດ້ວຍຄວາມຮູ້ທີ່ພວກເຂົາສາມາດຢັ່ງເຖິງ, ເພື່ອເຮັດໃຫ້ມະນຸດຊາດເຂົ້າໃຈ ແລະ ຮູ້ຈັກພຣະເຈົ້າ, ເພື່ອຢັ່ງເຖິງເຈດຕະນາຂອງພຣະອົງ ແລະ ມາດຕະຖານທີ່ຕ້ອງການຂອງພຣະອົງ ເຊິ່ງຢູ່ພາຍໃນຂອບເຂດຄວາມສາມາດຂອງພວກເຂົາ ແລະ ໃນລະດັບທີ່ພວກເຂົາສາມາດຢັ່ງເຖິງໄດ້. ນີ້ແມ່ນວິທີການ ແລະ ຫຼັກການແຫ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນຄວາມເປັນມະນຸດ. ເຖິງແມ່ນວິທີຂອງພຣະເຈົ້າ ແລະ ຫຼັກການແຫ່ງການປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງສ່ວນໃຫຍ່ແມ່ນຖືກບັນລຸໂດຍວິທີການຂອງຄວາມເປັນມະນຸດ ຫຼື ຜ່ານທາງຄວາມເປັນມະນຸດ, ມັນກໍໄດ້ບັນລຸຜົນຢ່າງແທ້ຈິງ ເຊິ່ງບໍ່ສາມາດບັນລຸໄດ້ໂດຍການປະຕິບັດພາລະກິດໃນຄວາມເປັນພຣະເຈົ້າໂດຍກົງ. ພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດແມ່ນຍິ່ງເປັນຮູບປະທຳ, ແທ້ຈິງ ແລະ ມີເປົ້າໝາຍຫຼາຍຂຶ້ນ, ວິທີການແມ່ນສາມາດປັບປ່ຽນໄດ້ດີກວ່າ ແລະ ໃນຮູບຮ່າງທີ່ຢູ່ເໜືອພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະບັນຍັດ.
ຕໍ່ໄປ, ໃຫ້ພວກເຮົາລົມກັນກ່ຽວກັບການຮັກພຣະຜູ້ເປັນເຈົ້າ ແລະ ການຮັກເພື່ອນບ້ານຂອງເຈົ້າຄືກັບຮັກຕົນເອງ. ນີ້ແມ່ນສິ່ງທີ່ຖືກສະແດງອອກໃນຄວາມເປັນພຣະເຈົ້າໂດຍກົງບໍ? ບໍ່, ບໍ່ແມ່ນຢ່າງຊັດເຈນ! ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ບຸດມະນຸດກ່າວອອກໃນຄວາມເປັນມະນຸດ; ມີພຽງມະນຸດທີ່ຈະເວົ້າໃນສິ່ງ ເຊັ່ນ: “ຮັກເພື່ອນບ້ານຄືກັບຮັກຕົວເຈົ້າເອງ. ຮັກຄົນອື່ນຄືກັບເຈົ້າຮັກຊີວິດຂອງເຈົ້າເອງ”. ວິທີການເວົ້າແບບນີ້ແມ່ນມາຈາກມະນຸດໂດຍສະເພາະ. ພຣະເຈົ້າບໍ່ເຄີຍເວົ້າໃນລັກສະນະນີ້ຈັກເທື່ອ. ຢ່າງໜ້ອຍທີ່ສຸດ, ພຣະເຈົ້າບໍ່ມີພາສາປະເພດນີ້ໃນຄວາມເປັນພຣະເຈົ້າຂອງພຣະອົງ ຍ້ອນພຣະອົງບໍ່ຕ້ອງການຫຼັກການປະເພດນີ້ “ຮັກເພື່ອນບ້ານຄືກັບຮັກຕົວເຈົ້າເອງ” ເພື່ອຄວບຄຸມຄວາມຮັກຂອງພຣະອົງສຳລັບມະນຸດຊາດ, ຍ້ອນຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດຄືການເປີດເຜີຍຢ່າງທຳມະຊາດຂອງສິ່ງທີ່ພຣະອົງມີ ແລະ ເປັນ. ມີເມື່ອໃດແດ່ທີ່ພວກເຈົ້າເຄີຍໄດ້ຍິນພຣະເຈົ້າເວົ້າສິ່ງໃດໜຶ່ງ ເຊັ່ນ: “ເຮົາຮັກມະນຸດຊາດສໍ່າທີ່ເຮົາຮັກຕົນເອງ”? ພວກເຈົ້າບໍ່ເຄີຍ ຍ້ອນຄວາມຮັກແມ່ນຢູ່ໃນແກ່ນແທ້ຂອງພຣະເຈົ້າ ແລະ ໃນສິ່ງທີ່ພຣະອົງມີ ແລະ ເປັນ. ຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດ ແລະ ທ່າທີຂອງພຣະອົງ ແລະ ວິທີການທີ່ພຣະອົງປະຕິບັດຕໍ່ຜູ້ຄົນແມ່ນການສະແດງອອກ ແລະ ການເປີດເຜີຍຢ່າງທຳມະຊາດຂອງອຸປະນິໄສຂອງພຣະອົງ. ພຣະອົງບໍ່ຈຳເປັນຕ້ອງຕັ້ງໃຈເຮັດສິ່ງນີ້ໃນລັກສະນະໃດໜຶ່ງ ຫຼື ຕັ້ງໃຈປະຕິບັດຕາມວິທີການໃດໜຶ່ງ ຫຼື ຕາມຫຼັກສິນທຳເພື່ອບັນລຸການຮັກເພື່ອນບ້ານຂອງພຣະອົງຄືກັບຮັກພຣະອົງເອງ, ພຣະອົງມີແກ່ນແທ້ປະເພດນີ້ແລ້ວ. ເຈົ້າເຫັນຫຍັງໃນສິ່ງນີ້ບໍ່? ເມື່ອພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ, ວິທີການຫຼາຍຢ່າງຂອງພຣະອົງ, ພຣະທຳ ແລະ ຄວາມຈິງແມ່ນຖືກສະແດງອອກດ້ວຍວິທີຂອງມະນຸດ. ແຕ່ໃນເວລາດຽວກັນ, ອຸປະນິໄສຂອງພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ຄວາມປະສົງຂອງພຣະອົງແມ່ນຖືກສະແດງອອກໃຫ້ຜູ້ຄົນໄດ້ຮູ້ຈັກ ແລະ ເຂົ້າໃຈ. ສິ່ງທີ່ພວກເຂົາມາຮູ້ຈັກ ແລະ ເຂົ້າໃຈຄືແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຢ່າງແທ້ຈິງ ເຊິ່ງເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະໂດຍທຳມະຊາດຂອງພຣະເຈົ້າເອງ. ນັ້ນໝາຍຄວາມວ່າ ບຸດມະນຸດທີ່ຢູ່ໃນເນື້ອໜັງໄດ້ສະແດງອອກເຖິງອຸປະນິໄສ ແລະ ແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າເອງ ຈົນເຖິງລະດັບທີ່ສູງທີ່ສຸດເທົ່າທີ່ເປັນໄປໄດ້ ແລະ ຢ່າງຖືກຕ້ອງເທົ່າທີ່ເປັນໄປໄດ້. ບໍ່ພຽງແຕ່ວ່າຄວາມເປັນມະນຸດຂອງບຸດມະນຸດບໍ່ໄດ້ເປັນສິ່ງຂັດຂວາງ ຫຼື ອຸປະສັກຕໍ່ການສື່ສານ ແລະ ການຕິດຕໍ່ພົວພັນຂອງມະນຸດກັບພຣະເຈົ້າທີ່ຢູ່ໃນສະຫວັນ, ແຕ່ໂດຍຄວາມຈິງແລ້ວ ມັນເປັນຊ່ອງທາງດຽວ ແລະ ເປັນຂົວອັນດຽວເພື່ອໃຫ້ມະນຸດຊາດໄດ້ເຊື່ອມຕໍ່ກັບພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ. ບັດນີ້ ໃນຕອນນີ້ ພວກເຈົ້າບໍ່ຮູ້ສຶກວ່າມີຄວາມຄ້າຍຄືກັນຫຼາຍຢ່າງລະຫວ່າງທຳມະຊາດ ແລະ ວິທີການແຫ່ງພາລະກິດທີ່ພຣະເຢຊູເຈົ້າປະຕິບັດໃນຍຸກແຫ່ງພຣະຄຸນ ແລະ ຂັ້ນຕອນໃນປັດຈຸບັນຂອງພາລະກິດບໍ? ຂັ້ນຕອນປັດຈຸບັນຂອງພາລະກິດນີ້ຍັງໄດ້ໃຊ້ພາສາມະນຸດຫຼາຍຢ່າງເພື່ອກ່າວເຖິງອຸປະນິໄສຂອງພຣະເຈົ້າ ແລະ ພາສາ ແລະ ວິທີການຫຼາຍຢ່າງຈາກຊີວິດປະຈຳວັນຂອງມະນຸດຊາດ ແລະ ຄວາມຮູ້ຂອງມະນຸດເພື່ອກ່າວເຖິງຄວາມປະສົງຂອງພຣະເຈົ້າເອງ. ຫຼັງຈາກທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ບໍ່ວ່າພຣະອົງຈະກ່າວຈາກທັດສະນະຂອງມະນຸດ ຫຼື ທັດສະນະຂອງພຣະເຈົ້າ, ພາສາ ແລະ ວິທີການກ່າວຫຼາຍຢ່າງຂອງພຣະອົງແມ່ນເກີດຂຶ້ນຜ່ານທາງພາສາ ແລະ ວິທີການຂອງມະນຸດ. ນັ້ນກໍຄື ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ນີ້ແມ່ນໂອກາດດີທີ່ສຸດທີ່ເຈົ້າຈະໄດ້ເຫັນອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະອົງ ແລະ ຈະຮູ້ຈັກທຸກດ້ານຂອງພຣະເຈົ້າ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ໃນຂະນະທີ່ພຣະອົງເຕີບໃຫຍ່, ພຣະອົງໄດ້ເຂົ້າໃຈ, ຮຽນຮູ້ ແລະ ຢັ່ງເຖິງຄວາມຮູ້, ສາມັນສຳນຶກ, ພາສາ ແລະ ວິທີການກ່າວບາງຢ່າງຂອງມະນຸດຊາດຜ່ານຄວາມເປັນມະນຸດຂອງພຣະອົງ. ພຣະເຈົ້າທີ່ບັງເກີດເປັນມະນຸດມີສິ່ງເຫຼົ່ານີ້ ເຊິ່ງມາຈາກມະນຸດທີ່ພຣະອົງໄດ້ເນລະມິດສ້າງ. ພວກມັນກາຍມາເປັນເຄື່ອງມືຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງເພື່ອສະແດງອອກເຖິງອຸປະນິໄສຂອງພຣະອົງ ແລະ ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ອະນຸຍາດໃຫ້ພຣະອົງເຮັດໃຫ້ພາລະກິດຂອງພຣະອົງກ່ຽວພັນກັນຫຼາຍຂຶ້ນ, ເປັນຈິງຫຼາຍຂຶ້ນ ແລະ ຖືກຕ້ອງຫຼາຍຂຶ້ນໃນເວລາທີ່ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດ, ຈາກທັດສະນະຂອງມະນຸດ ແລະ ໃຊ້ພາສາຂອງມະນຸດ. ສິ່ງນີ້ເຮັດໃຫ້ພາລະກິດຂອງພຣະອົງເຂົ້າເຖິງໄດ້ຍິ່ງຂຶ້ນ ແລະ ເຂົ້າໃຈງ່າຍຂຶ້ນສຳລັບຜູ້ຄົນເພື່ອບັນລຸຜົນທີ່ພຣະເຈົ້າຕ້ອງການ. ມັນຍິ່ງຈະບໍ່ມີເຫດຜົນລັບພຣະເຈົ້າບໍ ທີ່ຈະປະຕິບັດພາລະກິດໃນເນື້ອໜັງໃນລັກສະນະນີ້? ນີ້ບໍ່ແມ່ນສະຕິປັນຍາຂອງພຣະເຈົ້າບໍ? ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ເມື່ອເນື້ອໜັງຂອງພຣະເຈົ້າສາມາດປະຕິບັດພາລະກິດທີ່ພຣະອົງຕ້ອງການປະຕິບັດ, ນັ້ນກໍຄືເວລາທີ່ພຣະອົງຈະສະແດງອຸປະນິໄສຂອງພຣະອົງ ແລະ ພາລະກິດຂອງພຣະອົງຢ່າງແທ້ຈິງ ແລະ ນັ້ນຍັງເປັນເວລາທີ່ພຣະອົງສາມາດເລີ່ມຕົ້ນພັນທະກິດຂອງພຣະອົງຢ່າງເປັນທາງການໃນຖານະບຸດມະນຸດ. ນີ້ໝາຍຄວາມວ່າ ບໍ່ມີ “ໄລຍະຫ່າງແຫ່ງຍຸກສະໄໝ” ລະຫວ່າງພຣະເຈົ້າ ແລະ ມະນຸດອີກຕໍ່ໄປ, ອີກບໍ່ດົນ ພຣະເຈົ້າກໍຈະເຊົາພາລະກິດຂອງພຣະອົງໃນການສື່ສານຜ່ານຜູ້ສົ່ງຂ່າວ ແລະ ພຣະເຈົ້າເອງກໍຈະສະແດງພຣະທຳ ແລະ ພາລະກິດທັງໝົດທີ່ຢູ່ໃນເນື້ອໜັງ ທີ່ພຣະອົງຕ້ອງການເຮັດນັ້ນດ້ວຍພຣະອົງເອງ. ມັນຍັງໝາຍຄວາມວ່າ ຜູ້ຄົນທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນແມ່ນໃກ້ຊິດກັບພຣະອົງຫຼາຍຂຶ້ນ, ພາລະກິດການຄຸ້ມຄອງຂອງພຣະອົງແມ່ນໄດ້ເຂົ້າສູ່ອານາເຂດໃໝ່ ແລະ ມະນຸດຊາດທັງປວງກຳລັງຈະໄດ້ພົບພໍ້ກັບຍຸກໃໝ່.
ທຸກຄົນທີ່ໄດ້ອ່ານພຣະຄຳພີກໍຈະຮູ້ວ່າມີ ຫຼາຍເຫດການທີ່ເກີດຂຶ້ນໃນເວລາທີ່ພຣະເຢຊູເຈົ້າກຳເນີດ. ເຫດການທີ່ຍິ່ງໃຫຍ່ທີ່ສຸດກໍຄືພຣະອົງຖືກຕາມລ່າໂດຍກະສັດຂອງພວກມານຮ້າຍ ເຊິ່ງເປັນເຫດການທີ່ຮຸນແຮງຫຼາຍ ຈົນເດັກນ້ອຍທຸກຄົນໃນເມືອງທີ່ມີອາຍຸສອງປີ ແລະ ອ່ອນກວ່ານັ້ນຖືກຂ້າຖິ້ມໝົດ. ມັນຊັດເຈນແລ້ວວ່າ ພຣະເຈົ້າໄດ້ຮັບຄວາມສ່ຽງຢ່າງໃຫຍ່ຫຼວງໂດຍການມາເປັນເນື້ອໜັງທ່າມກາງມະນຸດ; ລາຄາອັນຍິ່ງໃຫຍ່ທີ່ພຣະອົງຈ່າຍເພື່ອສຳເລັດການຄຸ້ມຄອງຂອງພຣະອົງໃນການຊ່ວຍມະນຸດຊາດໃຫ້ລອດພົ້ນກໍຊັດເຈນເຊັ່ນກັນ. ຄວາມຫວັງອັນຍິ່ງໃຫຍ່ທີ່ພຣະເຈົ້າມີສຳລັບພາລະກິດຂອງພຣະອົງທ່າມກາງມະນຸດຊາດໃນເນື້ອໜັງກໍຊັດເຈນເຊັ່ນກັນ. ເມື່ອເນື້ອໜັງຂອງພຣະເຈົ້າສາມາດປະຕິບັດພາລະກິດທ່າມກາງມະນຸດຊາດ, ພຣະອົງໄດ້ຮູ້ສຶກແນວໃດ? ຜູ້ຄົນຄວນສາມາດເຂົ້າໃຈສິ່ງນັ້ນໃນລະດັບໃດໜຶ່ງ, ບໍ່ແມ່ນບໍ? ຢ່າງໜ້ອຍທີ່ສຸດ, ພຣະເຈົ້າມີຄວາມສຸກ ຍ້ອນພຣະອົງສາມາດເລີ່ມຕົ້ນປະຕິບັດພາລະກິດໃໝ່ຂອງພຣະອົງທ່າມກາງມະນຸດຊາດ. ເມື່ອພຣະເຢຊູເຈົ້າໄດ້ຮັບບັບຕິດສະມາ ແລະ ເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງການເພື່ອປະຕິບັດພັນທະກິດຂອງພຣະອົງ, ຫົວໃຈຂອງພຣະເຈົ້າກໍເຕັມໄປດ້ວຍຄວາມປິຕິຍິນດິ ຍ້ອນເປັນເວລາຫຼາຍປີແຫ່ງການລໍຖ້າ ແລະ ການກະກຽມ, ໃນທີ່ສຸດ ພຣະອົງກໍສາມາດສວມໃສ່ເນື້ອໜັງຂອງມະນຸດທີ່ທຳມະດາ ແລະ ເລີ່ມຕົ້ນພາລະກິດໃໝ່ຂອງພຣະອົງໃນຮູບຮ່າງຂອງມະນຸດທີ່ມີເນື້ອໜັງ ແລະ ເລືອດ ຜູ້ທີ່ຜູ້ຄົນສາມາດເຫັນ ແລະ ສຳຜັດໄດ້. ໃນທີ່ສຸດ ພຣະອົງກໍສາມາດກ່າວເຊິ່ງໜ້າ ແລະ ຢ່າງຈິງໃຈກັບຜູ້ຄົນຜ່ານຕົວຕົນຂອງມະນຸດ. ໃນທີ່ສຸດ ພຣະເຈົ້າກໍສາມາດມາຢູ່ເຊິ່ງໜ້າມະນຸດຊາດຜ່ານວິທີທາງຂອງມະນຸດ ແລະ ພາສາຂອງມະນຸດ; ພຣະອົງສາມາດສະໜອງໃຫ້ແກ່ມະນຸດຊາດ, ສ່ອງແສງສະຫວ່າງໃຫ້ແກ່ພວກເຂົາ ແລະ ຊ່ວຍພວກເຂົາໂດຍໃຊ້ພາສາມະນຸດ; ພຣະອົງສາມາດກິນຢູ່ໂຕະດຽວກັນ ແລະ ດຳລົງຊີວິດຢູ່ໃນພື້ນທີ່ດຽວກັນກັບພວກເຂົາ. ພຣະອົງຍັງສາມາດເຫັນມະນຸດ, ເຫັນສິ່ງຕ່າງໆ ແລະ ເຫັນທຸກສິ່ງດ້ວຍວິທີດຽວກັນທີ່ມະນຸດເຫັນ ແລະ ແມ່ນແຕ່ເຫັນຜ່ານສາຍຕາຂອງພວກເຂົາ. ສຳລັບພຣະເຈົ້າແລ້ວ, ສິ່ງນີ້ຄືການໄດ້ຮັບໄຊຊະນະຄັ້ງທຳອິດຂອງພຣະອົງໃນການປະຕິບັດພາລະກິດຂອງພຣະອົງຜ່ານເນື້ອໜັງແລ້ວ. ມັນຍັງສາມາດເວົ້າໄດ້ວ່າ ນີ້ຄືຄວາມສຳເລັດຂອງພາລະກິດອັນຍິ່ງໃຫຍ່, ແລ້ວແນ່ນອນ ນີ້ຄືສິ່ງທີ່ພຣະເຈົ້າມີຄວາມສຸກທີ່ສຸດ. ນັບຕັ້ງແຕ່ນັ້ນມາ, ເປັນຄັ້ງທໍາອິດທີ່ພຣະເຈົ້າໄດ້ຮູ້ສຶກສະບາຍໃຈໃນການປະຕິບັດພາລະກິດຂອງພຣະອົງໃນທ່າມກາງມະນຸດຊາດ. ເຫດການທັງໝົດທີ່ເກີດຂຶ້ນຜ່ານມາແມ່ນເປັນຈິງ ແລະ ເປັນທຳມະຊາດຫຼາຍ ແລະ ຄວາມສະບາຍໃຈທີ່ພຣະເຈົ້າຮູ້ສຶກກໍເປັນຈິງເຊັ່ນກັນ. ສຳລັບມະນຸດຊາດແລ້ວ, ແຕ່ລະຄັ້ງທີ່ຂັ້ນຕອນໃໝ່ໃນພາລະກິດຂອງພຣະເຈົ້າໄດ້ສຳເລັດ ແລະ ແຕ່ລະຄັ້ງທີ່ພຣະເຈົ້າຮູ້ສຶກພໍໃຈ, ນັ້ນກໍຄືເມື່ອມະນຸດຊາດສາມາດຫຍັບເຂົ້າໃກ້ພຣະເຈົ້າ ແລະ ຄວາມລອດພົ້ນຫຼາຍຂຶ້ນ. ສຳລັບພຣະເຈົ້າແລ້ວ, ນີ້ຍັງເປັນການເລີ່ມຕົ້ນຂອງພາລະກິດໃໝ່ຂອງພຣະອົງ, ເປັນການ ກ້າວໄປຂ້າງໜ້າຢ່າງໝັ້ນຄົງໃນແຜນການຄຸ້ມຄອງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ນີ້ແມ່ນເວລາທີ່ເຈດຕະນາຂອງພຣະອົງຫຍັບເຂົ້າໃກ້ຄວາມສຳເລັດຢ່າງສົມບູນ. ສຳລັບມະນຸດຊາດແລ້ວ, ການມາເຖິງຂອງໂອກາດດັ່ງກ່າວແມ່ນໂຊກດີ ແລະ ດີຫຼາຍ; ສຳລັບທຸກຄົນທີ່ລໍຖ້າຄວາມລອດພົ້ນຂອງພຣະເຈົ້າ, ມັນຄືຂ່າວປະເສີດ ແລະ ໜ້າປິຕິຍິນດີຫຼາຍ. ເມື່ອພຣະເຈົ້າປະຕິບັດຂັ້ນຕອນໃໝ່ຂອງພາລະກິດ, ພຣະອົງກໍມີການເລີ່ມຕົ້ນໃໝ່ ແລະ ເມື່ອພາລະກິດໃໝ່ ແລະ ການເລີ່ມຕົ້ນໃໝ່ນີ້ໄດ້ລິເລີ່ມຂຶ້ນ ແລະ ຖືກແນະນໍາໃນທ່າມກາງມະນຸດຊາດ, ມັນກໍເປັນເວລາທີ່ຜົນຮັບຂອງຂັ້ນຕອນພາລະກິດດັ່ງກ່າວໄດ້ຖືກກຳນົດ ແລະ ສຳເລັດແລ້ວ ແລະ ພຣະເຈົ້າກໍໄດ້ເຫັນໝາກຜົນສຸດທ້າຍແລ້ວ. ນີ້ຍັງເປັນເວລາທີ່ຜົນເຫຼົ່ານີ້ເຮັດໃຫ້ພຣະເຈົ້າຮູ້ສຶກພໍໃຈ ແລະ ແນ່ນອນວ່າ ນີ້ແມ່ນເວລາທີ່ຫົວໃຈຂອງພຣະອົງມີຄວາມສຸກທີ່ສຸດ. ພຣະເຈົ້າຮູ້ສຶກໝັ້ນໃຈອີກຄັ້ງ ເພາະໃນສາຍຕາຂອງພຣະອົງ ພຣະອົງໄດ້ເຫັນ ແລະ ກຳນົດຜູ້ຄົນທີ່ພຣະອົງຊອກຫາແລ້ວ ແລະ ໄດ້ຮັບເອົາຄົນກຸ່ມນີ້ແລ້ວ ເຊິ່ງເປັນກຸ່ມທີ່ສາມາດເຮັດໃຫ້ພາລະກິດຂອງພຣະອົງສຳເລັດ ແລະ ນໍາຄວາມພໍໃຈມາໃຫ້ພຣະອົງ. ສະນັ້ນ ພຣະອົງຈຶ່ງປະວາງຄວາມກັງວົນຂອງພຣະອົງ ແລະ ພຣະອົງຮູ້ສຶກມີຄວາມສຸກ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອເນື້ອໜັງຂອງພຣະເຈົ້າສາມາດເລີ່ມຕົ້ນພາລະກິດໃໝ່ທ່າມກາງມະນຸດ ແລະ ພຣະອົງໄດ້ເລີ່ມຕົ້ນປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ໂດຍບໍ່ມີການຂັດຂວາງ ແລະ ເມື່ອພຣະອົງຮູ້ສຶກວ່າ ທຸກສິ່ງແມ່ນຖືກສຳເລັດ, ແລ້ວສຳລັບພຣະອົງ ຈຸດຈົບແມ່ນໃກ້ຈະມາຮອດແລ້ວ. ຍ້ອນສິ່ງນີ້ ພຣະອົງຈຶ່ງພໍໃຈ ແລະ ຫົວໃຈຂອງພຣະອົງກໍມີຄວາມສຸກ. ຄວາມສຸກຂອງພຣະອົງຖືກສະແດງອອກແນວໃດ? ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າຄຳຕອບແມ່ນຫຍັງ? ພຣະເຈົ້າອາດຮ້ອງໄຫ້ບໍ? ພຣະເຈົ້າສາມາດຮ້ອງໄຫ້ໄດ້ບໍ? ພຣະເຈົ້າສາມາດຕົບມືຂອງພຣະອົງໄດ້ບໍ? ພຣະເຈົ້າເຕັ້ນລຳໄດ້ບໍ? ພຣະເຈົ້າຮ້ອງເພງໄດ້ບໍ? ຖ້າໄດ້, ພຣະອົງຈະຮ້ອງເພງຫຍັງ? ແນ່ນອນ ພຣະເຈົ້າສາມາດຮ້ອງເພງທີ່ສວຍງາມ ແລະ ຊາບຊຶ້ງ, ເພງທີ່ສາມາດສະແດງເຖິງຄວາມປິຕິຍິນດີ ແລະ ຄວາມສຸກທີ່ຢູ່ໃນຫົວໃຈຂອງພຣະອົງ. ພຣະອົງສາມາດຮ້ອງເພງເພື່ອມະນຸດຊາດ, ເພື່ອພຣະອົງເອງ ແລະ ເພື່ອສິ່ງທັງປວງ. ຄວາມສຸກຂອງພຣະເຈົ້າສາມາດສະແດງອອກໄດ້ໃນທຸກວິທີທາງ, ທຸກສິ່ງນີ້ແມ່ນເລື່ອງປົກກະຕິ ເພາະພຣະເຈົ້າມີຄວາມຍິນດີ ແລະ ຄວາມໂສກເສົ້າ ແລະ ຫຼາກຫຼາຍຄວາມຮູ້ສຶກຂອງພຣະອົງແມ່ນສາມາດສະແດງອອກໄດ້ໃນຫຼາກຫຼາຍວິທີທາງ. ນີ້ຄືສິດທິຂອງພຣະອົງ ແລະ ບໍ່ມີສິ່ງໃດທີ່ສາມາດເປັນທຳມະດາ ແລະ ເໝາະສົມໄປຫຼາຍກວ່ານີ້ອີກ. ຜູ້ຄົນບໍ່ຄວນຄິດແນວອື່ນກ່ຽວກັບສິ່ງນີ້. ພວກເຈົ້າບໍ່ຄວນພະຍາຍາມໃຊ້ “ຄາຖາບ້ວງຮັດຫົວກ”[ກ] ໃສ່ພຣະເຈົ້າ ໂດຍບອກພຣະອົງວ່າ ພຣະອົງບໍ່ຄວນເຮັດສິ່ງນີ້ ຫຼື ສິ່ງນັ້ນ, ພຣະອົງບໍ່ຄວນປະພຶດແບບນີ້ ຫຼື ແບບນັ້ນ ເພາະວ່າ ດ້ວຍວິທີນີ້ ມັນໄດ້ຈຳກັດຄວາມສຸກຂອງພຣະອົງ ຫຼື ຄວາມຮູ້ສຶກຕ່າງໆທີ່ພຣະອົງອາດມີ. ໃນຫົວໃຈຂອງຜູ້ຄົນ, ພຣະເຈົ້າບໍ່ສາມາດມີຄວາມສຸກໄດ້, ບໍ່ສາມາດຫຼັ່ງນໍ້າຕາໄດ້, ບໍ່ສາມາດຮ້ອງໄຫ້ໄດ້, ພຣະອົງບໍ່ສາມາດສະແດງຄວາມຮູ້ສຶກໃດໆໄດ້. ຜ່ານສິ່ງທີ່ພວກເຮົາໄດ້ໂອ້ລົມກັນໃນລະຫວ່າງການສົນທະນາສອງຄັ້ງນີ້, ເຮົາເຊື່ອວ່າພວກເຈົ້າຈະບໍ່ເຫັນພຣະເຈົ້າໃນລັກສະນະນີ້ອີກຕໍ່ໄປ, ແຕ່ຈະຍອມໃຫ້ພຣະເຈົ້າມີອິດສະຫຼະ ແລະ ເສລີພາບ. ນີ້ແມ່ນສິ່ງທີ່ດີຫຼາຍ. ໃນອະນາຄົດ ຖ້າພວກເຈົ້າສາມາດຮູ້ສຶກເຖິງຄວາມໂສກເສົ້າຂອງພຣະເຈົ້າຢ່າງແທ້ຈິງ ເມື່ອພວກເຈົ້າໄດ້ຍິນວ່າພຣະອົງໂສກເສົ້າ ແລະ ພວກເຈົ້າສາມາດຮູ້ສຶກເຖິງຄວາມສຸກຂອງພຣະອົງຢ່າງແທ້ຈິງ ເມື່ອພວກເຈົ້າໄດ້ຍິນວ່າພຣະອົງມີຄວາມສຸກ, ແລ້ວຢ່າງໜ້ອຍທີ່ສຸດ ພວກເຈົ້າຈະສາມາດຮູ້ຈັກ ແລະ ເຂົ້າໃຈຢ່າງຊັດເຈນເຖິງສິ່ງທີ່ເຮັດໃຫ້ພຣະເຈົ້າມີຄວາມສຸກ ແລະ ສິ່ງທີ່ເຮັດໃຫ້ພຣະອົງໂສກເສົ້າ. ເມື່ອເຈົ້າສາມາດຮູ້ສຶກໂສກເສົ້າ ເພາະພຣະເຈົ້າໂສກເສົ້າ ແລະ ຮູ້ສຶກມີຄວາມສຸກ ເພາະພຣະເຈົ້າມີຄວາມສຸກ, ພຣະອົງກໍຈະໄດ້ຮັບເອົາຫົວໃຈຂອງເຈົ້າຢ່າງສົມບູນ ແລະ ຈະບໍ່ມີສິ່ງກີດຂວາງລະຫວ່າງເຈົ້າເອງ ແລະ ພຣະອົງອີກຕໍ່ໄປ. ເຈົ້າຈະບໍ່ພະຍາຍາມຈຳກັດພຣະເຈົ້າດ້ວຍຈິນຕະນາການ, ແນວຄິດ ແລະ ຄວາມຮູ້ຂອງມະນຸດອີກຕໍ່ໄປ. ໃນເວລານັ້ນ, ພຣະເຈົ້າຈະມີຊີວິດ ແລະ ມີຊີວາໃນຫົວໃຈຂອງເຈົ້າ. ພຣະອົງຈະເປັນພຣະເຈົ້າໃນຊີວິດຂອງເຈົ້າ ແລະ ເປັນເຈົ້ານາຍຂອງທຸກສິ່ງທີ່ກ່ຽວກັບເຈົ້າ. ພວກເຈົ້າມີຄວາມປາຖະໜາແບບນີ້ບໍ? ພວກເຈົ້າໝັ້ນໃຈບໍ່ວ່າພວກເຈົ້າຈະສາມາດບັນລຸສິ່ງນີ້ໄດ້?
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III
ໝາຍເຫດ:
ກ. “ຄາຖາບ້ວງຮັດຫົວກ” ແມ່ນຄາຖາໃຊ້ໂດຍພະສົງຊື່ວ່າ ຕັງສານຊາງໃນນະວະນິຍາຍຈີນ “ການເດີນທາງສູ່ທິດຕາເວັນຕົກ”. ເພິ່ນໃຊ້ຄາຖາເພື່ອຄວບຄຸມສັນວູກົງໂດຍຫັດບ້ວງເຫຼັກໃສ່ຫົວຂອງສັນວູກົງເຮັດໃຫ້ລາວເຈັບຫົວຢ່າງໜັກ ແລະ ເຮັດໃຫ້ລາວຍອມຢູ່ພາຍໃຕ້ການຄວບຄຸມ. ມັນໄດ້ກາຍມາເປັນຄຳອຸປະມາເພື່ອອະທິບາຍສິ່ງທີ່ຜູກມັດບຸກຄົນໜຶ່ງ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?