ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ (ພາກທີສອງ)
ຕໍ່ໄປ, ໃຫ້ພວກເຮົາມາເບິ່ງປະໂຫຍກສຸດທ້າຍໃນຂໍ້ຄວາມນີ້: “ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ”. ມີການປະຕິບັດຕົວຈິງໃນປະໂຫຍກນີ້ບໍ? ພວກເຈົ້າສາມາດເຫັນການປະຕິບັດຕົວຈິງບໍ? ທຸກສິ່ງທີ່ພຣະເຈົ້າເວົ້າແມ່ນມາຈາກຫົວໃຈຂອງພຣະອົງ, ແລ້ວເປັນຫຍັງພຣະອົງຈຶ່ງເວົ້າເຊັ່ນນີ້? ພວກເຈົ້າເຂົ້າໃຈແນວໃດກ່ຽວກັບມັນ? ພວກເຈົ້າອາດເຂົ້າໃຈຄວາມໝາຍຂອງປະໂຫຍກນີ້ໃນຕອນນີ້, ແຕ່ໃນເວລານັ້ນ ເມື່ອມັນຖືກກ່າວອອກມາ ຄົນສ່ວນໃຫຍ່ແມ່ນບໍ່ເຂົ້າໃຈ ຍ້ອນມະນຸດຊາດຫາກໍອອກມາຈາກຍຸກແຫ່ງພຣະບັນຍັດ. ສຳລັບພວກເຂົາແລ້ວ, ການອອກຈາກວັນຊະບາໂຕແມ່ນສິ່ງທີ່ຫຍຸ້ງຍາກຫຼາຍທີ່ຈະເຮັດ, ແຮງໄກທີ່ພວກເຂົາຈະເຂົ້າໃຈວ່າ ວັນຊະບາໂຕທີ່ແທ້ຈິງແມ່ນຫຍັງ.
ປະໂຫຍກທີ່ວ່າ: “ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” ບົ່ງບອກແກ່ຜູ້ຄົນວ່າ ທຸກສິ່ງທີ່ກ່ຽວກັບພຣະເຈົ້າບໍ່ແມ່ນມາຈາກທຳມະຊາດທີ່ເປັນວັດຖຸ ແລະ ເຖິງແມ່ນພຣະເຈົ້າສາມາດສະໜອງແກ່ທຸກຄວາມຕ້ອງການດ້ານວັດຖຸຂອງເຈົ້າ ແລະ ຫຼັງຈາກທີ່ເຈົ້າໄດ້ບັນລຸທຸກຄວາມຕ້ອງການດ້ານວັດຖຸນີ້ແລ້ວ, ຄວາມພໍໃຈຈາກສິ່ງເຫຼົ່ານີ້ຈະສາມາດແທນທີ່ການສະແຫວງຫາຄວາມຈິງຂອງເຈົ້າໄດ້ບໍ? ສິ່ງນັ້ນເປັນໄປບໍ່ໄດ້ຢ່າງແນ່ນອນ! ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນ ທີ່ພວກເຮົາໄດ້ສົນທະນາກັນ ລ້ວນແລ້ວແຕ່ແມ່ນຄວາມຈິງທັງນັ້ນ. ຄຸນຄ່າຂອງມັນບໍ່ສາມາດວັດແທກໄດ້ໂດຍວັດຖຸສິ່ງຂອງໃດໜຶ່ງ, ບໍ່ວ່າມັນຈະມີຄຸນຄ່າສໍ່າໃດ ຫຼື ຄຸນຄ່າຂອງມັນບໍ່ສາມາດສະແດງປະລິມານເປັນເງິນໄດ້, ຍ້ອນມັນບໍ່ແມ່ນວັດຖຸສິ່ງຂອງ ແລະ ມັນສະໜອງໃຫ້ແກ່ຄວາມຕ້ອງການຂອງຫົວໃຈຂອງແຕ່ລະຄົນ. ສຳລັບແຕ່ລະຄົນແລ້ວ, ຄຸນຄ່າຂອງຄວາມຈິງທີ່ບໍ່ສາມາດຈັບຕ້ອງໄດ້ເຫຼົ່ານີ້ຄວນຍິ່ງໃຫຍ່ກວ່າຄຸນຄ່າຂອງວັດຖຸສິ່ງຂອງໃດໆທີ່ເຈົ້າອາດເຊີດຊູ, ບໍ່ແມ່ນບໍ? ຄຳຢືນຢັນນີ້ແມ່ນສິ່ງທີ່ພວກເຈົ້າຈໍາເປັນຕ້ອງຮໍ່າໄຮ. ປະເດັນຫຼັກຂອງສິ່ງທີ່ເຮົາເວົ້າກໍຄື ສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ທຸກສິ່ງກ່ຽວກັບພຣະເຈົ້າແມ່ນສິ່ງສຳຄັນທີ່ສຸດສຳລັບແຕ່ລະຄົນ ແລະ ບໍ່ສາມາດແທນທີ່ໄດ້ໂດຍວັດຖຸສິ່ງຂອງໃດໆ. ເຮົາຈະຍົກຕົວຢ່າງໃຫ້ແກ່ເຈົ້າ: ເມື່ອເຈົ້າຫິວເຂົ້າ, ເຈົ້າຕ້ອງການອາຫານ. ອາຫານນີ້ອາດເປັນອາຫານທີ່ດີ ຫຼື ບໍ່ດີ ຫຼື ເປັນທີ່ພໍໃຈ ຫຼື ບໍ່ພໍໃຈ, ແຕ່ຕາບໃດທີ່ເຈົ້າກິນອີ່ມ, ເຈົ້າກໍຈະບໍ່ມີຄວາມຮູ້ສຶກຫິວອີກຕໍ່ໄປ, ຄວາມຫິວກໍຈະຫາຍໄປທັນທີ. ເຈົ້າສາມາດນັ່ງຢ່າງງຽບສະຫງົບ ແລະ ຮ່າງກາຍຂອງເຈົ້າກໍຈະສະຫງົບສຸກ. ຄວາມຫິວໂຫຍຂອງຜູ້ຄົນສາມາດແກ້ໄຂໄດ້ດ້ວຍອາຫານ, ແຕ່ເມື່ອເຈົ້າກຳລັງຕິດຕາມພຣະເຈົ້າ ແລະ ຮູ້ສຶກວ່າເຈົ້າບໍ່ເຂົ້າໃຈພຣະອົງ, ເຈົ້າຈະແກ້ໄຂຄວາມວ່າງເປົ່າທີ່ຢູ່ໃນຫົວໃຈຂອງເຈົ້າໄດ້ແນວໃດ? ມັນສາມາດແກ້ໄຂດ້ວຍອາຫານໄດ້ບໍ? ຫຼື ເມື່ອເຈົ້າກຳລັງຕິດຕາມພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ, ເຈົ້າສາມາດໃຊ້ຫຍັງເພື່ອທົດແທນຄວາມຫິວໂຫຍທີ່ຢູ່ໃນຫົວໃຈຂອງເຈົ້າໄດ້? ໃນລະຫວ່າງທີ່ເຈົ້າຜະເຊີນກັບຄວາມລອດພົ້ນຜ່ານທາງພຣະເຈົ້າ, ໃນຂະນະທີ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ ຫຼື ບໍ່ຮູ້ຈັກວ່າຄວາມຈິງແມ່ນຫຍັງ, ຖ້າເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ, ແລ້ວເຈົ້າຈະບໍ່ຮູ້ສຶກອຶດອັດໃຈຫຼາຍບໍ? ເຈົ້າຈະບໍ່ຮູ້ສຶກເຖິງຄວາມຫິວໂຫຍ ແລະ ຄວາມກະຫາຍອັນແຮງກ້າໃນຫົວໃຈຂອງເຈົ້າບໍ? ຄວາມຮູ້ສຶກເຫຼົ່ານີ້ຈະບໍ່ຫ້າມເຈົ້າບໍ່ໃຫ້ມີຄວາມສະຫງົບໃນຫົວໃຈຂອງເຈົ້າບໍ? ແລ້ວເຈົ້າຈະສາມາດທົດແທນຄວາມຫິວໂຫຍໃນຫົວໃຈຂອງເຈົ້າໄດ້ແນວໃດ, ມີວິທີທີ່ຈະແກ້ໄຂມັນບໍ? ບາງຄົນໄປເລາະຊື້ເຄື່ອງ, ບາງຄົນຊອກຫາໝູ່ຂອງພວກເຂົາເພື່ອຈົ່ມທຸກນໍາ, ບາງຄົນມົກໝຸ້ນຢູ່ກັບການນອນ, ບາງຄົນອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ຫຼື ພວກເຂົາເຮັດວຽກໜັກຂຶ້ນ ແລະ ເສຍສະຫຼະຄວາມພະຍາຍາມຫຼາຍຂຶ້ນເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ສິ່ງຕ່າງໆເຫຼົ່ານີ້ສາມາດແກ້ໄຂຄວາມຫຍຸ້ງຍາກແທ້ຈິງຂອງເຈົ້າໄດ້ບໍ? ພວກເຈົ້າທຸກຄົນເຂົ້າໃຈການປະຕິບັດປະເພດເຫຼົ່ານີ້ຢ່າງສົມບູນ. ເມື່ອເຈົ້າຮູ້ສຶກບໍ່ມີພະລັງ, ເມື່ອເຈົ້າຮູ້ສຶກເຖິງຄວາມປາຖະໜາອັນແຮງກ້າທີ່ຈະຮັບເອົາແສງສະຫວ່າງຈາກພຣະເຈົ້າເພື່ອເຮັດໃຫ້ເຈົ້າໄດ້ຮູ້ຈັກເຖິງຄວາມເປັນຈິງແຫ່ງຄວາມຈິງ ແລະ ຄວາມປະສົງຂອງພຣະອົງ, ເຈົ້າຕ້ອງການຫຍັງຫຼາຍທີ່ສຸດ? ສິ່ງທີ່ເຈົ້າຕ້ອງການບໍ່ແມ່ນອາຫານຄົບຊຸດ ແລະ ມັນບໍ່ແມ່ນຄຳເວົ້າທີ່ດີສອງສາມຄຳ, ແຮງໄກທີ່ຈະເປັນຄວາມສະບາຍ ແລະ ຄວາມພໍໃຈຊົ່ວຄາວຂອງເນື້ອໜັງ, ສິ່ງທີ່ເຈົ້າຕ້ອງການແມ່ນໃຫ້ພຣະເຈົ້າບອກເຈົ້າໂດຍກົງ ແລະ ຢ່າງຊັດເຈນເຖິງສິ່ງທີ່ເຈົ້າຄວນເຮັດ ແລະ ວິທີທີ່ເຈົ້າຄວນເຮັດສິ່ງນັ້ນ, ບອກເຈົ້າຢ່າງຊັດເຈນວ່າແມ່ນຫຍັງຄືຄວາມຈິງ. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈສິ່ງນີ້ແລ້ວ, ເຖິງແມ່ນເຈົ້າໄດ້ຮັບພຽງສ່ວນເລັກນ້ອຍຂອງຄວາມເຂົ້າໃຈ, ເຈົ້າຈະບໍ່ຮູ້ສຶກພໍໃຈໃນຫົວໃຈຂອງເຈົ້າຫຼາຍກວ່າອາຫານແຊບໆທີ່ເຈົ້າໄດ້ກິນບໍ? ເມື່ອຫົວໃຈຂອງເຈົ້າພໍໃຈ, ຫົວໃຈຂອງເຈົ້າ ແລະ ການເປັນຢູ່ທັງໝົດຂອງເຈົ້າຈະບໍ່ມີຄວາມສະຫງົບຢ່າງແທ້ຈິງບໍ? ຜ່ານການປຽບທຽບ ແລະ ການວິເຄາະນີ້, ພວກເຈົ້າເຂົ້າໃຈແລ້ວບໍໃນຕອນນີ້ວ່າ ເປັນຫຍັງເຮົາຈຶ່ງຕ້ອງການທີ່ຈະແບ່ງປັນປະໂຫຍກນີ້: “ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” ກັບພວກເຈົ້າ? ຄວາມໝາຍຂອງມັນກໍຄື ສິ່ງທີ່ມາຈາກພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ທຸກສິ່ງກ່ຽວກັບພຣະອົງ ແມ່ນຍິ່ງໃຫຍ່ກວ່າສິ່ງອື່ນໃດ ລວມເຖິງສິ່ງຂອງ ຫຼື ບຸກຄົນທີ່ເຈົ້າເຄີຍເຊື່ອວ່າເຈົ້າເຊີດຊູທີ່ສຸດ. ນັ້ນໝາຍຄວາມວ່າ ຖ້າບຸກຄົນໃດໜຶ່ງບໍ່ສາມາດຮັບເອົາພຣະທຳຈາກປາກຂອງພຣະເຈົ້າ ຫຼື ພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ, ພວກເຂົາກໍບໍ່ສາມາດຮັບເອົາຄວາມສະຫງົບໄດ້. ໃນປະສົບການອະນາຄົດຂອງພວກເຈົ້າ, ພວກເຈົ້າຈະເຂົ້າໃຈວ່າ ເປັນຫຍັງເຮົາຈຶ່ງຕ້ອງການໃຫ້ພວກເຈົ້າເຫັນຂໍ້ຄວາມນີ້ໃນມື້ນີ້, ສິ່ງນີ້ສຳຄັນຫຼາຍ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຄວາມຈິງ ແລະ ຊີວິດ. ຄວາມຈິງແມ່ນສິ່ງທີ່ຜູ້ຄົນບໍ່ສາມາດປາສະຈາກໄດ້ໃນຊີວິດຂອງພວກເຂົາ ແລະ ມັນແມ່ນສິ່ງທີ່ພວກເຂົາບໍ່ສາມາດເຮັດຫຍັງໄດ້ຫາກປາສະຈາກມັນ; ເຈົ້າຍັງສາມາດເວົ້າວ່າ ມັນແມ່ນສິ່ງທີ່ຍິ່ງໃຫຍ່ທີ່ສຸດ. ເຖິງແມ່ນເຈົ້າບໍ່ສາມາດຫຼຽວເບິ່ງມັນ ຫຼື ສຳຜັດມັນໄດ້, ຄວາມສຳຄັນຂອງມັນຕໍ່ເຈົ້າກໍບໍ່ສາມາດຖືກເມີນເສີຍ; ມັນແມ່ນສິ່ງດຽວທີ່ສາມາດນໍາຄວາມສະຫງົບມາສູ່ຫົວໃຈຂອງເຈົ້າ.
ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມຈິງແມ່ນກ່ຽວຂ້ອງກັບສະພາວະຂອງພວກເຈົ້າເອງບໍ? ໃນຊີວິດທີ່ເປັນຈິງ, ເຈົ້າຕ້ອງຄິດກ່ອນວ່າ ຄວາມຈິງອັນໃດກ່ຽວພັນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຈົ້າໄດ້ຜະເຊີນ; ທ່າມກາງຄວາມຈິງເຫຼົ່ານີ້ ເຈົ້າຈະຄົ້ນພົບຄວາມປະສົງຂອງພຣະເຈົ້າ ແລະ ເຊື່ອມໂຍງສິ່ງທີ່ເຈົ້າໄດ້ຜະເຊີນກັບຄວາມປະສົງຂອງພຣະອົງ. ຖ້າເຈົ້າບໍ່ຮູ້ຈັກວ່າ ດ້ານໃດຂອງຄວາມຈິງທີ່ກ່ຽວພັນກັບສິ່ງຕ່າງໆທີ່ເຈົ້າໄດ້ຜະເຊີນ ແຕ່ກົງກັນຂ້າມ ເຈົ້າໄປສະແຫວງຫາຄວາມປະສົງຂອງພຣະເຈົ້າໂດຍກົງ, ນີ້ຄືວິທີສະແຫວງແບບຫຼັບຫູຫຼັບຕາ ທີ່ບໍ່ສາມາດບັນລຸຜົນໄດ້. ຖ້າເຈົ້າຕ້ອງການສະແຫວງຫາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ກ່ອນອື່ນ ເຈົ້າຈຳເປັນຕ້ອງເບິ່ງວ່າສິ່ງໃດເກີດຂຶ້ນກັບເຈົ້າ, ເບິ່ງດ້ານຄວາມຈິງທີ່ກ່ຽວຂ້ອງ ແລະ ຊອກຫາຄວາມຈິງໃນພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງກັບສິ່ງທີ່ເຈົ້າໄດ້ຜະເຊີນ. ແລ້ວເຈົ້າກໍຈະຄົ້ນພົບເສັ້ນທາງແຫ່ງການປະຕິບັດທີ່ເໝາະສົມສຳລັບເຈົ້າໃນຄວາມຈິງນັ້ນ; ໃນລັກສະນະນີ້ ເຈົ້າຈະສາມາດຮັບເອົາຄວາມເຂົ້າໃຈທາງອ້ອມກ່ຽວກັບຄວາມປະສົງຂອງພຣະເຈົ້າ. ການຄົ້ນຫາ ແລະ ການປະຕິບັດຄວາມຈິງບໍ່ແມ່ນການນໍາໃຊ້ທິດສະດີຄືກັບເຄື່ອງຈັກ ຫຼື ການປະຕິບັດຕາມສູດຕໍາລາ. ຄວາມຈິງບໍ່ໄດ້ເປັນສູດຕໍາລາ ຫຼື ມັນບໍ່ແມ່ນກົດເກນ. ມັນບໍ່ໄດ້ຕາຍ, ມັນຄືຊີວິດ, ມັນຄືສິ່ງທີ່ມີຊີວິດ ແລະ ມັນຄືກົດລະບຽບທີ່ສິ່ງຖືກສ້າງຕ້ອງປະຕິບັດຕາມໃນຊີວິດ ແລະ ກົດລະບຽບທີ່ມະນຸດຕ້ອງມີໃນຊີວິດ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈຜ່ານທາງປະສົບການໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ບໍ່ວ່າເຈົ້າມາເຖິງຂັ້ນຕອນໃດໃນປະສົບການຂອງເຈົ້າ, ເຈົ້າກໍບໍ່ສາມາດຕັດຂາດຈາກພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງໄດ້ ແລະ ສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ເຈົ້າຮູ້ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນກໍລ້ວນແລ້ວແຕ່ຖືກສະແດງອອກໃນພຣະທຳຂອງພຣະເຈົ້າ; ພວກມັນເຊື່ອມໂຍງກັບຄວາມຈິງໂດຍແຍກອອກຈາກກັນບໍ່ໄດ້. ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນແມ່ນຄວາມຈິງໃນຕົວຂອງມັນເອງ; ຄວາມຈິງເປັນການສະແດງອອກຢ່າງແທ້ຈິງເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ມັນເຮັດໃຫ້ສິ່ງທີ່ພຣະເຈົ້າມີ ແລະ ເປັນນັ້ນເປັນຮູບປະທຳ ແລະ ມັນສ້າງການຢືນຢັນຢ່າງຊັດເຈນກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ; ມັນບອກເຈົ້າໂດຍກົງກ່ຽວກັບສິ່ງທີ່ພຣະເຈົ້າມັກ, ສິ່ງທີ່ພຣະອົງບໍ່ມັກ, ສິ່ງທີ່ພຣະອົງຕ້ອງການໃຫ້ເຈົ້າເຮັດ ແລະ ສິ່ງທີ່ພຣະອົງບໍ່ອະນຸຍາດໃຫ້ເຈົ້າເຮັດ, ຄົນໃດທີ່ພຣະອົງລັງກຽດ ແລະ ຄົນໃດທີ່ພຣະອົງຊື່ນຊົມ. ເບື້ອງຫຼັງຄວາມຈິງທີ່ພຣະເຈົ້າສະແດງອອກ, ຜູ້ຄົນສາມາດເຫັນເຖິງຄວາມພໍໃຈ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ ພ້ອມທັງແກ່ນແທ້ຂອງພຣະອົງ, ນີ້ຄືການເປີດເຜີຍເຖິງອຸປະນິໄສຂອງພຣະອົງ. ນອກຈາກການຮູ້ຈັກສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ການເຂົ້າໃຈອຸປະນິໄສຂອງພຣະອົງຈາກພຣະທຳຂອງພຣະອົງ, ສິ່ງທີ່ສຳຄັນທີ່ສຸດກໍຄືຄວາມຕ້ອງການເພື່ອບັນລຸຄວາມເຂົ້າໃຈນີ້ຜ່ານທາງປະສົບການຕົວຈິງ. ຖ້າບຸກຄົນໃດໜຶ່ງເອົາຕົນເອງອອກຈາກຊີວິດທີ່ເປັນຈິງເພື່ອຮູ້ຈັກພຣະເຈົ້າ, ພວກເຂົາກໍຈະບໍ່ສາມາດບັນລຸສິ່ງນັ້ນໄດ້. ເຖິງແມ່ນວ່າມີຜູ້ຄົນທີ່ສາມາດຮັບເອົາຄວາມເຂົ້າໃຈບາງຢ່າງຈາກພຣະທຳຂອງພຣະເຈົ້າໄດ້, ຄວາມເຂົ້າໃຈຂອງພວກເຂົາກໍຖືກຈຳກັດໃນທິດສະດີ ແລະ ຄຳເວົ້າ ແລະ ເກີດມີຄວາມບໍ່ສອດຄ່ອງກັນຢ່າງໃຫຍ່ຫຼວງກັບສິ່ງທີ່ພຣະເຈົ້າເປັນ.
ສິ່ງທີ່ພວກເຮົາກຳລັງສົນທະນາກັນໃນຕອນນີ້ກໍລ້ວນແລ້ວແຕ່ຢູ່ພາຍໃນຂອບເຂດຂອງເລື່ອງລາວທີ່ຖືກບັນທຶກໄວ້ໃນພຣະຄຳພີ. ຜ່ານທາງເລື່ອງລາວເຫຼົ່ານີ້ ແລະ ຜ່ານທາງການວິເຄາະສິ່ງເຫຼົ່ານີ້ທີ່ເກີດຂຶ້ນ, ຜູ້ຄົນສາມາດເຂົ້າໃຈອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ທີ່ພຣະອົງໄດ້ສະແດງອອກ, ເຮັດໃຫ້ພວກເຂົາຮູ້ຈັກທຸກດ້ານຂອງພຣະເຈົ້າໄດ້ຢ່າງກວ້າງຂວາງຍິ່ງຂຶ້ນ, ເລິກເຊິ່ງຍິ່ງຂຶ້ນ, ລະອຽດຍິ່ງຂຶ້ນ ແລະ ທົ່ວເຖິງຍິ່ງຂຶ້ນ. ສະນັ້ນ ວິທີດຽວທີ່ຈະຮູ້ຈັກທຸກດ້ານຂອງພຣະເຈົ້າແມ່ນຜ່ານເລື່ອງລາວເຫຼົ່ານີ້ບໍ? ບໍ່, ມັນບໍ່ແມ່ນພຽງວິທີດຽວເທົ່ານັ້ນ! ຍ້ອນສິ່ງທີ່ພຣະເຈົ້າກ່າວ ແລະ ພາລະກິດທີ່ພຣະອົງປະຕິບັດໃນຍຸກແຫ່ງອານາຈັກສາມາດຊ່ວຍໃຫ້ຜູ້ຄົນຮູ້ຈັກອຸປະນິໄສຂອງພຣະອົງໄດ້ດີຍິ່ງຂຶ້ນ ແລະ ຮູ້ຈັກມັນໄດ້ຢ່າງສົມບູນຍິ່ງຂຶ້ນ. ເຖິງຢ່າງໃດກໍຕາມ, ເຮົາຄິດວ່າມັນງ່າຍກວ່າທີ່ຈະຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ເຂົ້າໃຈສິ່ງທີ່ພຣະອົງມີ ແລະ ເປັນຜ່ານຕົວຢ່າງ ຫຼື ເລື່ອງລາວບາງຢ່າງທີ່ຖືກບັນທຶກໄວ້ໃນພຣະຄຳພີທີ່ຜູ້ຄົນຄຸ້ນເຄີຍ. ຖ້າເຮົາເອົາພຣະທຳແຫ່ງການພິພາກສາ ແລະ ການຂ້ຽນຕີ ແລະ ຄວາມຈິງທີ່ພຣະເຈົ້າສະແດງອອກໃນປັດຈຸບັນມາເທື່ອລະຂໍ້ເພື່ອເຮັດໃຫ້ເຈົ້າສາມາດຮູ້ຈັກພຣະອົງດ້ວຍວິທີນີ້, ເຈົ້າກໍຈະຮູ້ສຶກວ່າມັນເປັນຕາເບື່ອເກີນໄປ ແລະ ເປັນຕາໜ່າຍເກີນໄປ ແລະ ບາງຄົນຈະຍິ່ງຮູ້ສຶກວ່າພຣະທຳຂອງພຣະເຈົ້າເບິ່ງຄືເປັນສູດຕໍາລາ. ແຕ່ຖ້າເຮົາເອົາເລື່ອງລາວໃນພຣະຄຳພີເຫຼົ່ານີ້ເປັນຕົວຢ່າງເພື່ອຊ່ວຍໃຫ້ຜູ້ຄົນຮູ້ຈັກອຸປະນິໄສຂອງພຣະເຈົ້າ, ພວກເຂົາກໍຈະບໍ່ພົບວ່າມັນເປັນຕາເບື່ອ. ເຈົ້າສາມາດເວົ້າວ່າ ໃນເວລາອະທິບາຍຕົວຢ່າງເຫຼົ່ານີ້, ລາຍລະອຽດຂອງສິ່ງທີ່ຢູ່ໃນຫົວໃຈຂອງພຣະເຈົ້າໃນເວລານັ້ນ, ອາລົມ ຫຼື ຄວາມຮູ້ສຶກຂອງພຣະອົງ ຫຼື ຄວາມຄິດ ແລະ ແນວຄິດຂອງພຣະອົງ ແມ່ນຖືກເປີດເຜີຍໃຫ້ແກ່ຜູ້ຄົນດ້ວຍພາສາມະນຸດ ແລະ ເປົ້າໝາຍຂອງທຸກສິ່ງນີ້ກໍແມ່ນເພື່ອເຮັດໃຫ້ພວກເຂົາໄດ້ເຂົ້າໃຈ, ໄດ້ຮູ້ສຶກວ່າສິ່ງທີ່ພຣະເຈົ້າມີ ແລະ ເປັນບໍ່ແມ່ນສູດຕໍາລາ. ມັນບໍ່ແມ່ນເລື່ອງເລົ່າລື ຫຼື ບາງສິ່ງທີ່ຜູ້ຄົນບໍ່ສາມາດເຫັນ ຫຼື ສຳຜັດໄດ້. ມັນແມ່ນສິ່ງທີ່ມີຢູ່ຢ່າງແທ້ຈິງ, ທີ່ຜູ້ຄົນສາມາດຮູ້ສຶກ ແລະ ເຂົ້າໃຈໄດ້. ນີ້ແມ່ນເປົ້າໝາຍສູງສຸດ. ເຈົ້າສາມາດເວົ້າໄດ້ວ່າ ຜູ້ຄົນທີ່ດຳລົງຊີວິດຢູ່ໃນຍຸກນີ້ແມ່ນໄດ້ຮັບພອນຫຼາຍ. ພວກເຂົາສາມາດຖອດຖອນຈາກເລື່ອງລາວໃນພຣະຄຳພີເພື່ອຮັບເອົາຄວາມເຂົ້າໃຈຢ່າງກວ້າງຂວາງຂຶ້ນກ່ຽວກັບພາລະກິດຜ່ານມາຂອງພຣະເຈົ້າ; ພວກເຂົາສາມາດເຫັນເຖິງອຸປະນິໄສຂອງພຣະອົງຜ່ານພາລະກິດທີ່ພຣະອົງໄດ້ປະຕິບັດ; ພວກເຂົາສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດຜ່ານອຸປະນິໄສເຫຼົ່ານີ້ທີ່ພຣະອົງໄດ້ສະແດງອອກ ແລະ ເຂົ້າໃຈເຖິງການສະແດງອອກທີ່ເປັນຮູບປະທຳຂອງຄວາມບໍລິສຸດຂອງພຣະອົງ ແລະ ຄວາມຫ່ວງໃຍຂອງພຣະອົງທີ່ມີຕໍ່ມະນຸດ ແລະ ດ້ວຍວິທີນີ້ ພວກເຂົາກໍຈະສາມາດບັນລຸຄວາມຮູ້ຢ່າງລະອຽດຍິ່ງຂຶ້ນ ແລະ ເລິກເຊິ່ງຍິ່ງຂຶ້ນກ່ຽວກັບອຸປະນິໄສຂອງພຣະເຈົ້າ. ເຮົາເຊື່ອວ່າ ບັດນີ້ ພວກເຈົ້າທຸກຄົນສາມາດຮູ້ສຶກເຖິງສິ່ງນີ້ໄດ້!
ພາຍໃນຂອບເຂດຂອງພາລະກິດທີ່ພຣະເຢຊູເຈົ້າໄດ້ສຳເລັດໃນຍຸກແຫ່ງພຣະຄຸນ, ເຈົ້າສາມາດເຫັນອີກດ້ານທີ່ພຣະເຈົ້າມີ ແລະ ເປັນ. ດ້ານນີ້ແມ່ນຖືກສະແດງອອກຜ່ານທາງເນື້ອໜັງຂອງພຣະອົງ ແລະ ຜູ້ຄົນສາມາດເຫັນ ແລະ ເຂົ້າໃຈມັນໄດ້ ຍ້ອນຄວາມເປັນມະນຸດຂອງພຣະອົງ. ໃນບຸດມະນຸດ, ຜູ້ຄົນໄດ້ເຫັນເຖິງວິທີທີ່ພຣະເຈົ້າທີ່ຢູ່ໃນເນື້ອໜັງດຳລົງຊີວິດຕາມຄວາມເປັນມະນຸດຂອງພຣະອົງ ແລະ ພວກເຂົາໄດ້ເຫັນເຖິງຄວາມເປັນພຣະເຈົ້າທີ່ຖືກສະແດງອອກຜ່ານທາງເນື້ອໜັງ. ການສະແດງອອກສອງປະເພດນີ້ເຮັດໃຫ້ຜູ້ຄົນໄດ້ເຫັນເຖິງພຣະເຈົ້າທີ່ເປັນຈິງຫຼາຍ ແລະ ມັນເຮັດໃຫ້ຜູ້ຄົນມີແນວຄິດທີ່ແຕກຕ່າງກ່ຽວກັບພຣະເຈົ້າ. ເຖິງຢ່າງໃດກໍຕາມ, ໃນລະຫວ່າງການເນລະມິດສ້າງແຜ່ນດິນໂລກ ແລະ ການສິ້ນສຸດຂອງຍຸກແຫ່ງພຣະບັນຍັດ, ນັ້ນກໍຄື ກ່ອນຍຸກແຫ່ງພຣະຄຸນ, ລັກສະນະດຽວຂອງພຣະເຈົ້າທີ່ຜູ້ຄົນສາມາດເຫັນ, ສາມາດໄດ້ຍິນ ແລະ ຜະເຊີນກໍຄືຄວາມເປັນພຣະເຈົ້າຂອງພຣະເຈົ້າ, ສິ່ງຕ່າງໆທີ່ພຣະເຈົ້າເຮັດ ແລະ ກ່າວໃນຂອບເຂດທີ່ຈັບຕ້ອງບໍ່ໄດ້ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ສະແດງອອກຈາກຕົວຕົນທີ່ແທ້ຈິງຂອງພຣະອົງ ເຊິ່ງບໍ່ສາມາດເຫັນ ຫຼື ສຳຜັດໄດ້. ສິ່ງເຫຼົ່ານີ້ເຮັດໃຫ້ຜູ້ຄົນຮູ້ສຶກຢູ່ເລື້ອຍໆວ່າ ພຣະເຈົ້າສູງສົ່ງຫຼາຍໃນຄວາມຍິ່ງໃຫຍ່ຂອງພຣະອົງ ຈົນພວກເຂົາບໍ່ສາມາດຫຍັບເຂົ້າໃກ້ພຣະອົງໄດ້. ຄວາມຮູ້ສຶກທີ່ພຣະເຈົ້າມັກມອບໃຫ້ແກ່ຜູ້ຄົນກໍຄືພຣະອົງລິບເຂົ້າ ແລະ ລິບອອກຈາກຄວາມສາມາດຂອງພວກເຂົາທີ່ຈະຮັບຮູ້ພຣະອົງ ແລະ ຜູ້ຄົນເຖິງກັບຮູ້ສຶກວ່າແຕ່ລະຄວາມຄິດ ແລະ ແນວຄິດຂອງພຣະອົງແມ່ນລຶກລັບ ແລະ ລີ້ລັບຫຼາຍຈົນບໍ່ມີທາງທີ່ຈະໄປເຖິງສິ່ງເຫຼົ່ານັ້ນໄດ້, ແຮງໄກທີ່ຈະແມ່ນແຕ່ພະຍາຍາມເຂົ້າໃຈ ແລະ ເຫັນຄຸນຄ່າສິ່ງເຫຼົ່ານັ້ນ. ສຳລັບຜູ້ຄົນແລ້ວ, ທຸກສິ່ງກ່ຽວກັບພຣະເຈົ້າແມ່ນຫ່າງໄກຫຼາຍ, ຫ່າງໄກຫຼາຍຈົນຜູ້ຄົນບໍ່ສາມາດເຫັນສິ່ງນັ້ນໄດ້, ບໍ່ສາມາດສຳຜັດໄດ້. ພຣະອົງເບິ່ງຄືຢູ່ສູງໃນທ້ອງຟ້າ ແລະ ເບິ່ງຄືບໍ່ມີຢູ່ເລີຍ. ສະນັ້ນສຳລັບຜູ້ຄົນແລ້ວ, ການເຂົ້າໃຈເຖິງຫົວໃຈ ແລະ ຄວາມຄິດຂອງພຣະເຈົ້າ ຫຼື ແນວຄິດໃດກໍຕາມຂອງພຣະອົງແມ່ນບໍ່ສາມາດບັນລຸໄດ້ ແລະ ເຖິງກັບຢູ່ເໜືອເອື້ອມມືຂອງພວກເຂົາ. ເຖິງແມ່ນພຣະເຈົ້າປະຕິບັດພາລະກິດບາງຢ່າງທີ່ເປັນຮູບປະທຳໃນຍຸກແຫ່ງພຣະບັນຍັດ ແລະ ພຣະອົງຍັງກ່າວພຣະທຳບາງຂໍ້ທີ່ສະເພາະເຈາະຈົງ ແລະ ສະແດງອຸປະນິໄສບາງຢ່າງໂດຍສະເພາະເພື່ອເຮັດໃຫ້ຜູ້ຄົນເຫັນຄຸນຄ່າ ແລະ ຮັບຄວາມຮູ້ທີ່ແທ້ຈິງບາງຢ່າງກ່ຽວກັບພຣະອົງ, ແຕ່ໃນທີ່ສຸດແລ້ວ ການສະແດງອອກເຫຼົ່ານີ້ທີ່ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ ແມ່ນມາຈາກໂລກທີ່ຈັບຕ້ອງບໍ່ໄດ້ ແລະ ສິ່ງທີ່ຜູ້ຄົນເຂົ້າໃຈ, ສິ່ງທີ່ພວກເຂົາຮູ້ກໍຍັງກ່ຽວກັບດ້ານຄວາມເປັນພຣະເຈົ້າໃນສິ່ງທີ່ພຣະອົງມີ ແລະ ເປັນ. ມະນຸດບໍ່ສາມາດຮັບເອົາແນວຄິດທີ່ເປັນຮູບປະທຳຈາກການສະແດງອອກກ່ຽວກັບສິ່ງທີ່ພຣະອົງມີ ແລະ ເປັນ ແລະ ຄວາມຮູ້ສຶກຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງຄ້າງຄາຢູ່ພາຍໃນຂອບເຂດຂອງ “ຮ່າງກາຍຝ່າຍວິນຍານທີ່ເຂົ້າໃກ້ໄດ້ຍາກ, ທີ່ເລື່ອນລອຍຢູ່ໃນແນວຄວາມຄິດ”. ຍ້ອນພຣະເຈົ້າບໍ່ໄດ້ໃຊ້ວັດຖຸສິ່ງຂອງສະເພາະໃດໜຶ່ງ ຫຼື ພາບລັກສະນະໃດໜຶ່ງທີ່ເປັນຂອງໂລກທີ່ຈັບຕ້ອງໄດ້ເພື່ອປາກົດຕໍ່ໜ້າຜູ້ຄົນ, ພວກເຂົາຈຶ່ງຍັງບໍ່ສາມາດນິຍາມພຣະອົງໂດຍໃຊ້ພາສາມະນຸດ. ໃນຫົວໃຈ ແລະ ຄວາມຄິດຂອງຜູ້ຄົນ, ພວກເຂົາຕ້ອງການໃຊ້ພາສາຂອງພວກເຂົາເອງເພື່ອສ້າງມາດຕະຖານສຳລັບພຣະເຈົ້າຢູ່ສະເໝີ, ເພື່ອເຮັດໃຫ້ພຣະອົງສາມາດຈັບຕ້ອງໄດ້ ແລະ ເພື່ອເຮັດໃຫ້ພຣະອົງເປັນມະນຸດ ເຊັ່ນ: ພຣະອົງສູງສໍ່າໃດ, ພຣະອົງໃຫຍ່ສໍ່າໃດ, ພຣະອົງມີລັກສະນະແນວໃດ, ພຣະອົງມັກຫຍັງກັນແທ້ ແລະ ບຸກຄະລິກຂອງພຣະອົງເປັນແນວໃດ. ຕາມຄວາມຈິງແລ້ວ, ໃນຫົວໃຈຂອງພຣະອົງ ພຣະເຈົ້າຮູ້ວ່າຜູ້ຄົນກຳລັງຄິດເຊັ່ນນີ້. ພຣະອົງຊັດເຈນຫຼາຍໃນຄວາມຕ້ອງການຂອງຜູ້ຄົນ ແລະ ແນ່ນອນ ພຣະອົງຍັງຮູ້ວ່າພຣະອົງຄວນເຮັດຫຍັງ, ສະນັ້ນ ພຣະອົງຈຶ່ງປະຕິບັດພາລະກິດຂອງພຣະອົງໃນວິທີທີ່ແຕກຕ່າງໃນຍຸກແຫ່ງພຣະຄຸນ. ວິທີໃໝ່ນີ້ມີທັງຄວາມເປັນພຣະເຈົ້າ ແລະ ຄວາມເປັນມະນຸດ. ໃນຊ່ວງເວລາທີ່ພຣະເຢຊູເຈົ້າປະຕິບັດພາລະກິດ, ຜູ້ຄົນສາມາດເຫັນວ່າພຣະເຈົ້າມີການສະແດງອອກແບບມະນຸດຫຼາຍຢ່າງ. ຕົວຢ່າງເຊັ່ນ: ພຣະອົງສາມາດເຕັ້ນລໍາ, ພຣະອົງສາມາດເຂົ້າຮ່ວມງານດອງ, ພຣະອົງສາມາດລົມກັບຜູ້ຄົນ, ເວົ້າກັບພວກເຂົາ ແລະ ສົນທະນາກ່ຽວກັບສິ່ງຕ່າງໆກັບພວກເຂົາ. ນອກຈາກນັ້ນ, ພຣະເຢຊູເຈົ້າຍັງສຳເລັດພາລະກິດຫຼາຍຢ່າງທີ່ເປັນຕົວແທນໃຫ້ແກ່ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ແນ່ນອນ ພາລະກິດທັງໝົດນີ້ແມ່ນການສະແດງອອກ ແລະ ການເປີດເຜີຍເຖິງອຸປະນິໄສຂອງພຣະເຈົ້າ. ໃນໄລຍະນີ້, ເມື່ອຄວາມເປັນພຣະເຈົ້າຂອງພຣະເຈົ້າຖືກເຮັດໃຫ້ເປັນຈິງໃນເນື້ອໜັງທຳມະດາທີ່ຜູ້ຄົນສາມາດເຫັນ ແລະ ສຳຜັດໄດ້, ພວກເຂົາຈຶ່ງບໍ່ຮູ້ສຶກວ່າ ພຣະອົງເລື່ອນລອຍຢູ່ໃນຄວາມຄິດອີກຕໍ່ໄປ ແລະ ບໍ່ຮູ້ສຶກວ່າພວກເຂົາບໍ່ສາມາດເຂົ້າໃກ້ພຣະອົງ. ໃນທາງກົງກັນຂ້າມ ພວກເຂົາສາມາດທີ່ຈະພະຍາຍາມເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງຄວາມເປັນພຣະເຈົ້າຂອງພຣະອົງຜ່ານທຸກການເຄື່ອນໄຫວ, ຜ່ານທາງພຣະທຳ ແລະ ຜ່ານທາງພາລະກິດຂອງບຸດມະນຸດ. ບຸດມະນຸດທີ່ບັງເກີດເປັນມະນຸດໄດ້ສະແດງອອກເຖິງຄວາມເປັນພຣະເຈົ້າຜ່ານຄວາມເປັນມະນຸດຂອງພຣະອົງ ແລະ ຖ່າຍທອດຄວາມປະສົງຂອງພຣະເຈົ້າໃຫ້ແກ່ມະນຸດຊາດ. ຜ່ານການສະແດງອອກຂອງພຣະອົງກ່ຽວກັບຄວາມປະສົງ ແລະ ອຸປະນິໄສຂອງພຣະເຈົ້າ, ພຣະອົງຍັງໄດ້ເປີດເຜີຍໃຫ້ຜູ້ຄົນເຫັນເຖິງພຣະເຈົ້າທີ່ບໍ່ສາມາດເຫັນ ຫຼື ສຳຜັດໄດ້ ຜູ້ເຊິ່ງອາໄສຢູ່ໃນໂລກຝ່າຍວິນຍານ. ສິ່ງທີ່ຜູ້ຄົນເຫັນແມ່ນພຣະເຈົ້າເອງໃນຮູບຮ່າງທີ່ຈັບຕ້ອງໄດ້, ເກີດຈາກເນື້ອໜັງ ແລະ ເລືອດ. ສະນັ້ນ ບຸດມະນຸດທີ່ບັງເກີດເປັນມະນຸດຈຶ່ງເຮັດສິ່ງຕ່າງໆເປັນຮູບປະທຳ ແລະ ມີຄວາມເປັນມະນຸດ ເຊັ່ນ: ຕົວຕົນຂອງພຣະເຈົ້າເອງ, ສະຖານະ, ລັກສະນະ, ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ເຖິງແມ່ນລັກສະນະພາຍນອກຂອງບຸດມະນຸດມີຂໍ້ຈຳກັດບາງຢ່າງກ່ຽວກັບພາບລັກສະນະຂອງພຣະເຈົ້າ, ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນສາມາດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງໄດ້ຢ່າງຄົບຖ້ວນ, ມີພຽງຄວາມແຕກຕ່າງບາງຢ່າງໃນລັກສະນະຂອງການສະແດງອອກເທົ່ານັ້ນ. ພວກເຮົາບໍ່ສາມາດປະຕິເສດວ່າ ບຸດມະນຸດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງ, ທັງໃນລັກສະນະຄວາມເປັນມະນຸດຂອງພຣະອົງ ແລະ ໃນຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງຢ່າງໃດກໍຕາມ, ໃນລະຫວ່າງເວລານີ້ ພຣະເຈົ້າໄດ້ປະຕິບັດພາລະກິດຜ່ານທາງເນື້ອໜັງ, ກ່າວຈາກທັດສະນະຂອງເນື້ອໜັງ ແລະ ຢືນຢູ່ຕໍ່ໜ້າມະນຸດຊາດດ້ວຍຕົວຕົນ ແລະ ສະຖານະຂອງບຸດມະນຸດ ແລະ ສິ່ງນີ້ໄດ້ໃຫ້ໂອກາດແກ່ຜູ້ຄົນໄດ້ຜະເຊີນ ແລະ ພົບກັບພຣະທຳ ແລະ ພາລະກິດທີ່ແທ້ຈິງຂອງພຣະເຈົ້າໃນທ່າມກາງມະນຸດຊາດ. ມັນຍັງເຮັດໃຫ້ຜູ້ຄົນມີຄວາມເຂົ້າໃຈໃນຄວາມເປັນພຣະເຈົ້າຂອງພຣະອົງ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງທີ່ຢູ່ທ່າມກາງຄວາມຖ່ອມຕົນ ພ້ອມທັງຮັບເອົາຄວາມເຂົ້າໃຈ ແລະ ນິຍາມເບື້ອງຕົ້ນກ່ຽວກັບຄວາມແທ້ຈິງ ແລະ ຄວາມເປັນຈິງຂອງພຣະເຈົ້າ. ເຖິງແມ່ນວ່າ ພາລະກິຖືກເຮັດສໍາເລັດໂດຍພຣະເຢຊູເຈົ້າ, ວິທີການປະຕິບັດພາລະກິດຂອງພຣະອົງ ແລະ ທັດສະນະທີ່ພຣະອົງກ່າວນັ້ນແຕກຕ່າງຈາກຕົວຕົນທີ່ແທ້ຈິງຂອງພຣະເຈົ້າໃນໂລກຝ່າຍວິນຍານ, ທຸກສິ່ງທີ່ກ່ຽວກັບພຣະອົງກໍເປັນຕົວແທນໃຫ້ແກ່ພຣະເຈົ້າເອງຢ່າງແທ້ຈິງ ຜູ້ທີ່ມະນຸດຊາດບໍ່ເຄີຍເຫັນມາກ່ອນ, ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້! ນັ້ນໝາຍຄວາມວ່າ ບໍ່ວ່າພຣະເຈົ້າຈະປາກົດໃນຮູບຮ່າງຫຍັງກໍຕາມ, ພຣະອົງຈະກ່າວຈາກທັດສະນະໃດກໍຕາມ ຫຼື ພຣະອົງຈະຜະເຊີນກັບມະນຸດໃນລັກສະນະໃດກໍຕາມ, ພຣະເຈົ້າກໍບໍ່ໄດ້ເປັນຕົວແທນໃຫ້ແກ່ສິ່ງໃດ ນອກຈາກພຣະອົງ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ແກ່ມະນຸດຄົນໃດໜຶ່ງ ຫຼື ມະນຸດຊາດຄົນໃດທີ່ເສື່ອມຊາມ. ພຣະເຈົ້າເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?