“ຄົນທີ່ເຊື່ອໃນພຣະບຸດກໍມີຊີວິດນິລັນດອນ” ໝາຍຄວາມວ່າແນວໃດແທ້?
ໃນຍຸກສຸດທ້າຍ, ອົງພຣະເຢຊູເຈົ້າໄດ້ກັບຄືນມາໃນເນື້ອໜັງ ແລະ ສະແດງຄວາມຈິງຫຼາຍລ້ານຄຳ, ປະຕິບັດພາລະກິດແຫ່ງການພິພາກສາ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດສຳລັບຜູ້ເຊື່ອໃນພຣະຜູ້ເປັນເຈົ້າ ແມ່ນການຕ້ອນຮັບການກັບຄືນມາຂອງພຣະອົງ ແລະ ຖືກຍົກຂຶ້ນສູ່ອານາຈັກສະຫວັນ. ຕອນນີ້ເມື່ອຄວາມຫາຍະນະໃຫຍ່ໄດ້ເລີ່ມຕົ້ນຂຶ້ນ, ການຕ້ອນຮັບພຣະຜູ້ເປັນເຈົ້າຈຶ່ງເປັນເລື່ອງທີ່ຮີບດ່ວນທີ່ສຸດ. ວົງການສາສະໜາ, ໂດຍອີງໃສ່ພຣະທຳໃນພຣະຄຳພີ, “ພວກເຈົ້າທີ່ເປັນຜູ້ຊາຍໃນກາລີລີ, ເປັນຫຍັງພວກເຈົ້າຈຶ່ງຈ້ອງເບິ່ງສະຫວັນ? ພຣະເຢຊູອົງດຽວກັນນີ້ ທີ່ຖືກຮັບຂຶ້ນສູ່ສະຫວັນຈາກພວກເຈົ້າ ຈະມາໃນລັກສະນະດຽວກັນກັບທີ່ພວກເຈົ້າເຫັນ ເມື່ອພຣະອົງຂຶ້ນສູ່ສະຫວັນ” (ກິດຈະການ 1:11), ເຊື່ອວ່າ ຍ້ອນອົງພຣະເຢຊູເຈົ້າໄດ້ສະເດັດຂຶ້ນສູ່ສະຫວັນດ້ວຍຮ່າງກາຍຝ່າຍວິນຍານເທິງກ້ອນເມກຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ພຣະອົງກໍຈະກັບຄືນມາດ້ວຍຮ່າງກາຍຝ່າຍວິນຍານ ແລະ ລົງມາເທິງກ້ອນເມກເຊັ່ນກັນ. ພວກເຂົາລ້ວນແຕ່ລໍຖ້າທີ່ຈະເຫັນຮ່າງກາຍຝ່າຍວິນຍານຂອງອົງພຣະເຢຊູເຈົ້າ ລົງມາຈາກສະຫວັນເທິງກ້ອນເມກ ເພື່ອຮັບພວກເຂົາເຂົ້າສູ່ອານາຈັກສະຫວັນ. ແຕ່ພວກເຂົາຈະປະສົບຜົນສຳເລັດໃນການຕ້ອນຮັບພຣະຜູ້ເປັນເຈົ້າດ້ວຍວິທີນີ້ແທ້ໆບໍ? ເປັນຫຍັງຜູ້ເຊື່ອຈຶ່ງອີງຄວາມເຊື່ອຂອງພວກເຂົາ ແລະ ການຕ້ອນຮັບພຣະຜູ້ເປັນເຈົ້າໃສ່ຄຳເວົ້າຂອງທູດສະຫວັນ ແທນທີ່ຈະອີງໃສ່ພຣະທຳຂອງອົງພຣະເຢຊູເຈົ້າ? ໃຜກັນແທ້ ຄືພຣະຜູ້ເປັນເຈົ້າ ແລະ ໃຜຄືພຣະເຈົ້າ? ເມື່ອເວົ້າເຖິງເລື່ອງທີ່ສຳຄັນໃນການຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ, ພວກເຮົາຄວນເຊື່ອພຣະທຳຂອງພຣະຜູ້ເປັນເຈົ້າ ຫຼື ຄຳເວົ້າຂອງທູດສະຫວັນ? ຄຳເວົ້າທີ່ຂ້ອຍຫາກໍຍົກຂຶ້ນມາເວົ້ານັ້ນ ຊັດເຈນວ່າແມ່ນທູດສະຫວັນເປັນຜູ້ເວົ້າ. ພວກເຂົາພຽງແຕ່ເວົ້າວ່າ ອົງພຣະເຢຊູເຈົ້າຈະກັບຄືນມາໃນແບບດຽວກັນກັບທີ່ພຣະອົງຈາກໄປ, ແຕ່ພວກເຂົາບໍ່ໄດ້ເວົ້າຢ່າງອື່ນເລີຍ. ຈາກສິ່ງນີ້ ພວກເຮົາສາມາດໝັ້ນໃຈໄດ້ບໍວ່າ ພຣະຜູ້ເປັນເຈົ້າຈະກັບຄືນມາດ້ວຍຮ່າງກາຍຝ່າຍວິນຍານ? ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ແຕ່ສຳລັບມື້ນັ້ນ ແລະ ຊົ່ວໂມງນັ້ນ, ບໍ່ມີຜູ້ໃດຮູ້, ແມ່ນແຕ່ທູດສະຫວັນທີ່ຢູ່ໃນສະຫວັນກໍບໍ່ຮູ້, ພຣະບຸດກໍບໍ່ຮູ້, ມີແຕ່ພຣະບິດາທີ່ຮູ້” (ມາຣະໂກ 13:32). ແລ້ວທູດສະຫວັນຈະຮູ້ໄດ້ແນວໃດວ່າ ພຣະຜູ້ເປັນເຈົ້າຈະກັບຄືນມາແນວໃດ? ເມື່ອເປັນແບບນີ້, ຄຳທຳນາຍຂອງທູດສະຫວັນຈະຖືກຕ້ອງໄດ້ບໍ? ອົງພຣະເຢຊູເຈົ້າບໍ່ເຄີຍກ່າວວ່າ ພຣະອົງຈະກັບຄືນມາ ແລະ ປາກົດຕໍ່ມະນຸດດ້ວຍຮ່າງກາຍຝ່າຍວິນຍານ. ແຕ່ພຣະອົງກ່າວຊໍ້າແລ້ວຊໍ້າອີກວ່າ ພຣະອົງຈະມາໃນນາມ “ບຸດມະນຸດ” ແລະ “ເຈົ້າບ່າວ”. ຕົວຢ່າງ: “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27). “ຍ້ອນຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງໃຕ້ສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້” (ລູກາ 17:24-25). “ໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ພວກເຈົ້າຈົ່ງອອກໄປພົບກັບເພິ່ນ” (ມັດທາຍ 25:6). ອີງຕາມຄຳທຳນາຍຂອງອົງພຣະເຢຊູເຈົ້າ, ພວກເຮົາສາມາດໝັ້ນໃຈໄດ້ວ່າ ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພຣະອົງຈະບັງເກີດເປັນເນື້ອໜັງເປັນບຸດມະນຸດ, ປາກົດຕົວ ແລະ ສະແດງຄວາມຈິງເພື່ອເຮັດພາລະກິດຂອງພຣະອົງ ແລະ ດຳເນີນພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ ເພື່ອຊ່ວຍກຸ່ມຄົນໃຫ້ລອດພົ້ນ ແລະ ເຮັດໃຫ້ພວກເຂົາກາຍເປັນຜູ້ມີໄຊຊະນະ. ພຣະອົງຈະເຜີຍແຜ່ພຣະກິດຕິຄຸນແຫ່ງອານາຈັກໄປສູ່ທຸກຊົນຊາດທົ່ວໂລກ, ເພື່ອວ່າອານາຈັກຂອງພຣະເຈົ້າຈະປາກົດເປັນຈິງຢູ່ເທິງແຜ່ນດິນໂລກ. ພຣະເຈົ້າ, ຜູ້ທີ່ປາກົດຕົວໃນເນື້ອໜັງເພື່ອດຳເນີນພາລະກິດຂອງພຣະອົງ, ໄດ້ເອົາຊະນະຊາຕານ ແລະ ກອງກຳລັງສັດຕູທັງໝົດ, ໂດຍສ້າງຕັ້ງອານາຈັກຂອງພຣະອົງຂຶ້ນເທິງແຜ່ນດິນໂລກ. ສິ່ງນີ້ເປີດເຜີຍໃຫ້ເຫັນເຖິງລິດອຳນາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາຂອງພຣະເຈົ້າຢ່າງສົມບູນ ແລະ ນີ້ຄືວິທີທີ່ພຣະເຈົ້າໄດ້ຮັບສະຫງ່າລາສີ.
ເຖິງຢ່າງໃດກໍຕາມ, ຜູ້ຄົນບໍ່ມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າເລີຍ. ພວກເຂົາພຽງແຕ່ອາໄສແນວຄິດ ແລະ ຈິນຕະນາການຂອງຕົນເອງມາກຳນົດວ່າ ອົງພຣະເຢຊູເຈົ້າຈະກັບຄືນມາແບບໃດ, ໂດຍຄິດວ່າພຣະອົງຈະມາດ້ວຍຮ່າງກາຍຝ່າຍວິນຍານ. ພວກເຂົາຈະຍອມຮັບພຣະອົງກໍຕໍ່ເມື່ອພວກເຂົາເຫັນຮ່າງກາຍຝ່າຍວິນຍານຂອງພຣະອົງລົງມາເທິງກ້ອນເມກເທົ່ານັ້ນ. ນີ້ຄືຄວາມຜິດພາດທີ່ຮ້າຍແຮງເຖິງຊີວິດ. ເມື່ອຜູ້ຄົນເຫັນຮ່າງກາຍຝ່າຍວິນຍານຂອງພຣະອົງມາເຖິງ, ພວກເຂົາຈະຄິດວ່າພວກເຂົາໄດ້ຕ້ອນຮັບພຣະຜູ້ເປັນເຈົ້າແລ້ວ, ແຕ່ຄວາມຈິງແລ້ວ ພວກເຂົາຈະພົບກັບຄວາມຫາຍະນະ. ມັນເປັນຄືກັບຕອນທີ່ໂທມາເຫັນຮ່າງກາຍຝ່າຍວິນຍານຂອງພຣະຜູ້ເປັນເຈົ້າປາກົດຕໍ່ໜ້າລາວ; ເມື່ອນັ້ນລາວຈຶ່ງເຊື່ອ ແລະ ເວົ້າວ່າ, “ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ແລະ ພຣະເຈົ້າຂອງຂ້ານ້ອຍ”. ອົງພຣະເຢຊູເຈົ້າບໍ່ໄດ້ຮັບຮອງລາວ, ແຕ່ກົງກັນຂ້າມພຣະອົງກ່າວວ່າ: “ຍ້ອນເຈົ້າໄດ້ເຫັນເຮົາ ເຈົ້າຈຶ່ງເຊື່ອ: ພອນຈົ່ງມີແກ່ພວກເຂົາທີ່ບໍ່ໄດ້ເຫັນ ແຕ່ໄດ້ເຊື່ອ” (ໂຢຮັນ 20:29). ໃນຍຸກສຸດທ້າຍ, ພຣະຜູ້ເປັນເຈົ້າໄດ້ບັງເກີດເປັນເນື້ອໜັງເປັນບຸດມະນຸດ, ສະແດງຄວາມຈິງເພື່ອເຮັດພາລະກິດແຫ່ງການພິພາກສາ. ຖ້າເຈົ້າບໍ່ເຊື່ອ ຫຼື ບໍ່ຍອມຮັບສິ່ງນີ້, ແຕ່ຢືນຢັນທີ່ຈະລໍຖ້າຈົນກວ່າເຈົ້າຈະເຫັນຮ່າງກາຍຝ່າຍວິນຍານຂອງພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກຈຶ່ງຄ່ອຍເຊື່ອ, ເຈົ້າກໍຈະພາດໂອກາດທີ່ຈະຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນໃນຍຸກສຸດທ້າຍ. ເມື່ອຮ່າງກາຍຝ່າຍວິນຍານຂອງພຣະຜູ້ເປັນເຈົ້າລົງມາ, ມັນຈະເປັນເວລາທີ່ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໄດ້ສິ້ນສຸດລົງ ແລະ ເປັນເວລາທີ່ພຣະອົງໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ. ນັ້ນຈະເຮັດໃຫ້ຄຳທຳນາຍໃນໜັງສືພຣະນິມິດສຳເລັດເປັນຈິງ: “ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ, ຕາທຸກໜ່ວຍຈະເຫັນພຣະອົງ ແລະ ພວກເຂົາທີ່ໄດ້ແທງພຣະອົງກໍຈະເຫັນເຊັ່ນກັນ ແລະ ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ” (ພຣະນິມິດ 1:7). ເມື່ອຮອດເວລານັ້ນ, ມັນກໍຈະຊ້າເກີນໄປແລ້ວ. ນັ້ນຈະເປັນເວລາທີ່ຜູ້ຄົນຈະຮ້ອງໄຫ້ ແລະ ຂົບແຂ້ວ, ຕີເອິກຕົນເອງດ້ວຍຄວາມສິ້ນຫວັງ. ໃຫ້ພວກເຮົາອ່ານຂໍ້ຄວາມໜຶ່ງ: “ຄົນຈຳນວນຫຼາຍອາດຈະບໍ່ສົນໃຈສິ່ງທີ່ເຮົາເວົ້າ ແຕ່ເຮົາຍັງຢາກບອກທຸກຄົນທີ່ອ້າງຕົນວ່າເປັນໄພ່ພົນ ຜູ້ທີ່ຕິດຕາມພຣະເຢຊູວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນເວລາທີ່ດວງອາທິດແຫ່ງຄວາມຊອບທຳປາກົດຕົວຢ່າງເປີດເຜີຍ. ບາງທີນັ້ນອາດຈະເປັນເວລາທີ່ຕື່ນເຕັ້ນຫຼາຍແຮງສຳລັບເຈົ້າ. ເຖິງຢ່າງໃດກໍຕາມ ເຈົ້າຄວນຮູ້ວ່າເວລາທີ່ເຈົ້າເຫັນພຣະເຢຊູລົງມາຈາກສະຫວັນດ້ວຍຕາຂອງເຈົ້າ ນັ້ນກໍຈະເປັນເວລາທີ່ເຈົ້າລົງໄປນະຮົກເພື່ອຮັບການລົງໂທດ ເຊິ່ງເປັນເວລາທີ່ການສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າຖືກປະກາດອອກໄປ ແລະ ເມື່ອພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຊ້າ. ເພາະວ່າການພິພາກສາຂອງພຣະເຈົ້າຈະໄດ້ສິ້ນສຸດລົງແລ້ວກ່ອນທີ່ມະນຸດຈະເຫັນໝາຍສຳຄັນ ເມື່ອມີພຽງແຕ່ການສະແດງອອກເຖິງຄວາມຈິງເທົ່ານັ້ນ. ຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນ ແລະ ດ້ວຍເຫດນີ້ຈຶ່ງໄດ້ຮັບການຊຳລະໃຫ້ບໍລິສຸດ ຈະຖືກນຳມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າສູ່ອ້ອມກອດຂອງພຣະຜູ້ສ້າງ. ມີພຽງຜູ້ທີ່ຍຶດໝັ້ນໃນຄວາມເຊື່ອທີ່ວ່າ ‘ພຣະເຢຊູຜູ້ທີ່ບໍ່ໄດ້ຂີ່ເມກສີຂາວແມ່ນພຣະຄຣິສປອມ’ ເທົ່ານັ້ນທີ່ຈະຕ້ອງຮັບການລົງໂທດຊົ່ວນິລັນດອນ ເພາະພວກເຂົາເຊື່ອພຽງແຕ່ໃນພຣະເຢຊູຜູ້ທີ່ສະແດງໝາຍສຳຄັນ ແຕ່ບໍ່ຍອມຮັບຮູ້ພຣະເຢຊູຜູ້ທີ່ສະແດງອອກເຖິງການພິພາກສາທີ່ຮຸນແຮງ ແລະ ປົດປ່ອຍຊີວິດ ແລະ ຫົນທາງທີ່ແທ້ຈິງ. ດ້ວຍເຫດນີ້ ມັນຈຶ່ງເປັນໄດ້ພຽງແຕ່ວ່າພຣະເຢຊູຈັດການກັບພວກເຂົາ ເມື່ອພຣະອົງກັບມາຢ່າງເປີດເຜີຍເທິງເມກສີຂາວ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າຈະໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ). ຈາກຂໍ້ຄວາມນີ້, ພວກເຮົາສາມາດເຫັນໄດ້ວ່າ ຄວາມຫາຍະນະຈະເກີດຂຶ້ນກັບທຸກຄົນທີ່ພຽງແຕ່ລໍຖ້າໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ ແທນທີ່ຈະຍອມຮັບການປາກົດຕົວ ແລະ ພາລະກິດຂອງພຣະຜູ້ເປັນເຈົ້າໃນເນື້ອໜັງ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ໃນຍຸກສຸດທ້າຍ, ອົງພຣະເຢຊູເຈົ້າໄດ້ກັບຄືນມາໃນເນື້ອໜັງ ແລະ ສະແດງຄວາມຈິງຫຼາຍລ້ານຄຳ, ປະຕິບັດພາລະກິດແຫ່ງການພິພາກສາ...
ສະບາຍດີ ອ້າຍເອື້ອຍນ້ອງ, ພວກເຮົາໂຊກດີຫຼາຍທີ່ໄດ້ເຕົ້າໂຮມຮ່ວມກັນ, ຂອບໃຈພຣະຜູ້ເປັນເຈົ້າ! ພວກເຮົາທຸກຄົນເປັນຄົນທີ່ມັກຟັງພຣະທຳຂອງພຣະເຈົ້າ ແລະ...
ເມື່ອພວກເຮົາເວົ້າກ່ຽວກັບພຣະຜູ້ຊ່ວຍໃຫ້ລອດພົ້ນ, ຜູ້ທີ່ມີຄວາມເຊື່ອທຸກຄົນກໍເຫັນດີວ່າ ໃນຍຸກສຸດທ້າຍ...
ເມື່ອ 2.000 ປີກ່ອນ, ອົງພຣະເຢຊູເຈົ້າທີ່ເປັນພຣະຜູ້ໄຖ່ຂອງພວກເຮົາໄດ້ມາເພື່ອເຮັດພາລະກິດແຫ່ງການໄຖ່ບາບ ແລະ ຖືກປະນາມຢ່າງບ້າປ່ວງໂດຍຫົວໜ້າປະໂລຫິດ,...