ຄວາມລອດພົ້ນຜ່ານຄວາມເຊື່ອອະນຸຍາດໃຫ້ເຂົ້າສູ່ອານາຈັກຂອງພຣະເຈົ້າບໍ?
ໂຣກລະບາດແຜ່ກະຈາຍຢ່າງບໍ່ຢຸດຢ່ອນ ແລະ ແຜ່ນດິນໄຫວ, ນໍ້າຖ້ວມ, ແມງໄມ້ລະບາດ, ໄພອຶດຢາກກໍເລີ່ມປາກົດຂຶ້ນ. ຫຼາຍຄົນຢູ່ໃນສະພາວະວິຕົກກັງວົນຢູ່ສະເໝີ ແລະ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພວກເຮົາກຳລັງພົບກັບໄພພິບັດຄັ້ງແລ້ວຄັ້ງເລົ່າ ແລະ ໂຣກລະບາດກຳລັງແຜ່ກະຈາຍໄປທົ່ວໂລກ. ຜູ້ເຊື່ອໄດ້ລໍຖ້າໃຫ້ພຣະຜູ້ເປັນເຈົ້າກັບຄືນມາເທິງກ້ອນເມກຢ່າງຮີບດ່ວນ ແລະ ພາພວກເຂົາຂຶ້ນສູ່ທ້ອງຟ້າ, ເພື່ອຊ່ວຍໃຫ້ພວກເຂົາລອດພົ້ນຈາກໂລກທີ່ມືດມົວນີ້ ແລະ ຈາກໄພພິບັດ ແລະ ເພື່ອພາເຂົາເຂົ້າສູ່ອານາຈັກສະຫວັນ. ພວກເຂົາຈ້ອງເບິ່ງທ້ອງຟ້າ ແລະ ອະທິຖານໂດຍບໍ່ຢຸດ, ລໍຖ້າເພື່ອເຫັນພຣະຜູ້ເປັນເຈົ້າຢູ່ເທິງກ້ອນເມກ, ບໍ່ກ້າທີ່ຫຼຽວໜີ, ຢ້ານວ່າພຣະຜູ້ເປັນເຈົ້າຈະມາ ແລະ ພວກເຂົາຈະຖືກໂຍນຖິ້ມສູ່ໄພພິບັດ. ແຕ່ມັນໂຫດຮ້າຍແຮງທີ່ພວກເຂົາໄດ້ເຫັນວ່າ ໄພພິບັດໄດ້ມາເຖິງ, ແຕ່ພວກເຂົາຍັງບໍ່ໄດ້ຕ້ອນຮັບອົງພຣະເຢຊູເຈົ້າລົງຈາກທ້ອງຟ້າ. ຫຼາຍຄົນກຳລັງສົງໄສວ່າ ອົງພຣະເຢຊູເຈົ້າມາແທ້ໆ ຫຼື ບໍ່. ບາງຄົນຮູ້ສຶກບໍ່ສະບາຍໃຈ, ຄິດວ່າ ບາງທີ ພວກເຂົາໄດ້ຖືກໂຍນຖິ້ມສູ່ໄພພິບັດໂດຍພຣະຜູ້ເປັນເຈົ້າ. ດ້ວຍຄວາມຮູ້ສຶກສິ້ນຫວັງ, ສິດຍາພິບານຫຼາຍຄົນກຳລັງປ່ຽນແປງເລື່ອງລາວຂອງພວກເຂົາ, ເວົ້າວ່າພຣະຜູ້ເປັນເຈົ້າ ຈະມາໃນລະຫວ່າງ ຫຼື ຫຼັງຈາກໄພພິບັດ. ບາງຄົນເຖິງກັບກ້າກ່າວອ້າງວ່າ ພຣະຜູ້ເປັນເຈົ້າຈະມາໃນປີ 2028 ຫຼື ປີ 2030. ການຕີຄວາມໝາຍຂໍ້ພຣະທຳແບບນີ້ ສາມາດຈົບລົງໂດຍເຮັດໃຫ້ຜູ້ເຊື່ອເຂົ້າສູ່ໄພພິບັດ, ແຕ່ດ້ວຍຄວາມຮູ້ສຶກໝັ້ນໃຈວ່າທຸກສິ່ງປົກກະຕິດີ. ແຕ່ບໍ່ວ່າຫຍັງກໍ່ຕາມ ບໍ່ວ່າພວກເຂົາຈະມີຄວາມເຊື່ອດົນສໍ່າໃດ ຫຼື ພວກເຂົາໄດ້ເຮັດວຽກໜັກສໍ່າໃດ, ພວກເຂົາບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ. ພວກເຮົາສາມາດຈິນຕະນາການໄດ້ວ່າແບບນີ້ຕ້ອງລຳບາກສໍ່າໃດ. ຄົນທີ່ມີຄວາມເຊື່ອທຸກຄົນກໍ່ຮູ້ວ່າພຣະຄຳພີກ່າວວ່າແນວໃດ ແລະ ການຕົກລົງສູ່ໄພພິບັດແລ້ວຮ້ອງໄຫ້ ແລະ ກັດແຂ້ວຂອງເຈົ້າຄືເຄື່ອງໝາຍຂອງຄວາມອັບອາຍ, ໃນຂະນະທີ່ຄວາມສຳເລັດ ຫຼື ຄວາມລົ້ມເຫຼວໃນຄວາມເຊື່ອຂອງເຈົ້າໄດ້ຖືກກຳນົດໄວ້ໂດຍການຕ້ອນຮັບພຣະຜູ້ເປັນເຈົ້າກ່ອນໄພພິບັດ. ແລ້ວເປັນຫຍັງຄົນທີ່ຢູ່ໃນໂລກສາສະໜາຈຶ່ງບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ, ແຕ່ຕົກລົງສູ່ໄພພິບັດ? ມັນເປັນໄປໄດ້ບໍວ່າພຣະຜູ້ເປັນເຈົ້າບໍ່ຊື່ສັດ ເຊິ່ງເປັນເຫດຜົນທີ່ພຣະອົງຍັງບໍ່ໄດ້ປາກົດຕົວ? ບໍ່ແມ່ນຢ່າງແນ່ນອນ. ການທີ່ໂລກສາສະໜາບໍ່ສາມາດຕ້ອນຮັບພຣະຜູ້ເປັນເຈົ້າບໍ່ໄດ້ໝາຍຄວາມວ່າພຣະອົງບໍ່ໄດ້ກັບຄືນມາ. ໃນຄວາມເປັນຈິງແລ້ວ, ພຣະອົງໄດ້ກັບຄືນມາໃນເນື້ອໜັງຕັ້ງແຕ່ດົນແລ້ວ, ປາກົດ ແລະ ເຮັດພາລະກິດດັ່ງບຸດມະນຸດ. ຫຼາຍຄົນຈາກທຸກນິກາຍໄດ້ຍິນສຽງຂອງພຣະເຈົ້າ ແລະ ຕ້ອນຮັບພຣະຜູ້ເປັນເຈົ້າ. ແຕ່ຄົນເຫຼົ່ານັ້ນທີ່ຢູ່ໃນສາສະໜາຜູ້ທີ່ຍຶດຕິດກັບແນວຄິດທີ່ວ່າພຣະອົງລົງມາເທິງກ້ອນເມກ ຍັງບໍ່ທັນໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ. ຍ້ອນກັບໄປໃນປີ 1991, ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເລີ່ມເປັນພະຍານ ໃຫ້ກັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັ້ນຄືຄຳພະຍານຂອງພວກເຂົາສຳລັບທັງສາມທົດສະວັດເຕັມ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວພຣະທຳຫຼາຍລ້ານຂໍ້ ແລະ ຜູ້ຄົນຈາກທຸກນິກາຍທີ່ຮັກຄວາມຈິງ ໄດ້ອ່ານພຣະທຳຂອງພຣະອົງ, ຮັບຮູ້ວ່າພຣະທຳເຫຼົ່ານັ້ນເປັນຄວາມຈິງທີ່ບໍລິສຸດ, ຮູ້ວ່າພວກເຂົາກຳລັງໄດ້ຍິນສຽງຂອງພຣະເຈົ້າ ແລະ ມາຢູ່ຕໍ່ໜ້າພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຕ້ອນຮັບພຣະຜູ້ເປັນເຈົ້າ. ຄວາມຈິງທີ່ຖືກກ່າວອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກເຜີຍແຜ່ອອນລາຍເປັນເວລາດົນນານ, ສ່ອງແສ່ງຈາກທິດຕາເວັນອອກສູ່ທິດຕາເວັນຕົກຄືກັບແສງສະຫວ່າງທີ່ຍິ່ງໃຫຍ່, ສ່ອງໄປທົ່ວໂລກ, ເຊິ່ງສຳເລັດຕາມພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງສິ້ນເຊີງ: “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27). ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສັ່ນສະເທືອນໂລກທັງໃບ, ໃນຂະນະທີ່ກອງກຳລັງຜູ້ຕໍ່ຕ້ານພຣະຄຣິດໃນໂລກສາສະໜາ ກຳລັງຕັດສິນ, ປະນາມ ແລະ ຕໍ່ຕ້ານສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກ ໂດຍບໍ່ໄດ້ແມ່ນແຕ່ພິຈາລະນາເບິ່ງການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພື້ນຖານດຽວຂອງພວກເຂົາ ກໍ່ຄືອົງພຣະເຢຊູເຈົ້າທີ່ບໍ່ໄດ້ມາເທິງກ້ອນເມກແມ່ນບໍ່ຈິງ ແລະ ພຣະຜູ້ເປັນເຈົ້າທີ່ມາບັງເກີດເປັນມະນຸດຈະເປັນພຣະຄຣິດປອມ. ພວກເຮົາທຸກຄົນສາມາດເຫັນວ່າ ໂລກສາສະໜາບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ, ແຕ່ຕົກລົງສູ່ໄພພິບັດ ພຽງແຕ່ເພາະພວກເຂົາບໍ່ໄດ້ປະຕິບັດຕາມຄຳທຳນາຍຂອງອົງພຣະເຢຊູເຈົ້າທີ່ຈະຕ້ອນຮັບພຣະອົງ, ແຕ່ໄດ້ດຳເນີນໄປຕາມແນວຄິດຂອງພວກເຂົາເອງ, ຕັດສິນຕາມອຳເພີໃຈວ່າພຣະຜູ້ເປັນເຈົ້າຕ້ອງກັບຄືນມາເທິງກ້ອນເມກ. ພວກເຂົາປາຖະໜາໃຫ້ພຣະຜູ້ເປັນເຈົ້າມາ ແລະ ຮັບພວກເຂົາຂຶ້ນສູ່ອານາຈັກສະຫວັນໂດຍກົງ ໂດຍບໍ່ນໍາພຣະທຳຂອງພຣະຜູ້ເປັນເຈົ້າເອງເຂົ້າສູ່ການປະຕິບັດ. ການເຮັດຜິດຢ່າງຮ້າຍແຮງແບບນັ້ນໃນເລື່ອງທີ່ສຳຄັນສໍ່າການຕ້ອນຮັບພຣະຜູ້ເປັນເຈົ້າ ໝາຍເຖິງການສູນເສຍໂອກາດທີ່ຈະຖືກຮັບຂຶ້ນເມືອ ແລະ ພວກເຂົາຈະຈົບລົງໂດຍການຕົກລົງສູ່ໄພພິບັດ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ສິ່ງນີ້ສຳເລັດຕາມພຣະທຳຂອງພຣະເຈົ້າ: “ປະຊາຊົນຂອງເຮົາຖືກທຳລາຍ ຍ້ອນຂາດຄວາມຮູ້” (ໂຮເຊອາ 4:6).

ເພື່ອທີ່ຈະຮູ້ວ່າອົງພຣະເຢຊູເຈົ້າມາເທິງກ້ອນເມກ ຫຼື ບໍ່ ຫຼື ພຣະອົງປາກົດຕົວດັ່ງບຸດມະນຸດທີ່ບັງເກີດເປັນມະນຸດ ຫຼື ບໍ່, ຢ່າງທຳອິດ ພວກເຮົາຕ້ອງສູບຫາຍໃຈເຂົ້າເລິກໆ ແລະ ຄິດຢ່າງຈິງຈັງກ່ຽວກັບຄຳທຳນາຍບາງຢ່າງຂອງອົງພຣະເຢຊູເຈົ້າກ່ຽວກັບການມາຄັ້ງທີສອງຂອງພຣະອົງ ແລະ ພວກເຮົາອາດພົບວ່າຕົນເອງໄດ້ຮັບແສງສະຫວ່າງຢ່າງຫຼວງຫຼາຍ. ໃຫ້ພວກເຮົາເບິ່ງຂໍ້ພຣະຄຳບາງຂໍ້. “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27). “ຍ້ອນຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງໃຕ້ສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້” (ລູກາ 17:24-25). “ສະນັ້ນ ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ” (ມັດທາຍ 24:44). “ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ” (ມັດທາຍ 24:37). “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ” (ມັດທາຍ 25:6). “ດັ່ງນັ້ນ ຖ້າເຈົ້າບໍ່ເຝົ້າລະວັງ, ເຮົາຈະມາຫາເຈົ້າດັ່ງຄົນຂີ້ລັກ ແລະ ເຈົ້າຈະບໍ່ຮູ້ວ່າເຮົາຈະມາຫາເຈົ້າຍາມໃດ” (ພຣະນິມິດ 3:3). “ເບິ່ງແມ, ເຮົາມາເໝືອນກັບຄົນຂີ້ລັກ” (ພຣະນິມິດ 16:15). “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ” (ພຣະນິມິດ 3:20). ຖ້າພວກເຮົາພິຈາລະນາສິ່ງເຫຼົ່ານີ້ຢ່າງຈິງຈັງ, ມັນກໍ່ງ່າຍທີ່ຈະເຫັນວ່າການທຳນາຍຂອງພຣະຜູ້ເປັນເຈົ້າ ກ່ຽວກັບການກັບຄືນມາຂອງພຣະອົງກ່າວເຖິງ “ບຸດມະນຸດ” ຢູ່ສະເໝີ “ການສະເດັດມາຂອງບຸດມະນຸດ”, “ບຸດມະນຸດຈະມາ”, “ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ”, “ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ”. ອົງພຣະເຢຊູເຈົ້າໄດ້ກ່າວວ່າ “ການສະເດັດມາຂອງບຸດມະນຸດ” ຫຼາຍຄັ້ງ, ເຊິ່ງສຳຄັນຫຼາຍສຳລັບພວກເຮົາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າໃນຍຸກສຸດທ້າຍ. ແລ້ວ “ບຸດມະນຸດ” ໝາຍເຖິງຫຍັງ? ໂດຍບໍ່ຕ້ອງສົງໄສ, ສິ່ງນີ້ໝາຍເຖິງພຣະວິນຍານຂອງພຣະເຈົ້າທີ່ສວມໃສ່ເນື້ອໜັງເປັນບຸດມະນຸດ. ສິ່ງນີ້ສາມາດກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ. ພຣະຜູ້ເປັນເຈົ້າຍັງກ່າວຫຼາຍຄັ້ງວ່າພຣະອົງຈະກັບຄືນມາ “ເໝືອນກັບຄົນຂີ້ລັກ”. ແລ້ວ “ເໝືອນກັບຄົນຂີ້ລັກ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະຜູ້ເປັນເຈົ້າຈະມາຢ່າງງຽບໆ, ຢ່າງລັບໆ, ເມື່ອຜູ້ຄົນບໍ່ຮູ້, ພຣະເຈົ້າກາຍມາເປັນເນື້ອໜັງເປັນບຸດມະນຸດ, ລົງມາຢ່າງລັບໆເພື່ອເວົ້າ ແລະ ເຮັດພາລະກິດ. ພວກເຮົາສາມາດແນ່ໃຈໄດ້ວ່າການກັບຄືນມາຂອງພຣະຜູ້ເປັນເຈົ້າໃນຍຸກສຸດທ້າຍແມ່ນດັ່ງບຸດມະນຸດ ແລະ ມັນເກີດຂຶ້ນກ່ອນໄພພິບັດ ນັ້ນກໍ່ຄື ເມື່ອໂລກຢູ່ໃນຈຸດທີ່ມືດມົວທີ່ສຸດຂອງມັນ. “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ” (ມັດທາຍ 25:6). ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເລີ່ມເປັນພະຍານໃຫ້ກັບພຣະເຈົ້າອົງຊົງລິດທານຸພາບສູງສຸດນັບຕັ້ງແຕ່ປີ 1991 ຈົນເຖິງປັດຈຸບັນໃນ ປີ 2021 ແລະ ຕະຫຼອດເວລາ 30 ປີເຫຼົ່ານີ້, ພວກເຂົາໄດ້ຜ່ານການຂົ່ມເຫັງ, ການຈັບກຸມ ແລະ ການທຳຮ້າຍຢ່າງບ້າປ່ວງຂອງພັກກອມມູນິດຈີນ. ພັກກອມມູນິດຈີນເຖິງກັບໃຊ້ເຄື່ອງຈັກລົນນະລົງຊວນເຊື່ອທົ່ວປະເທດຂອງມັນ, ເຜີຍແຜ່ນາມຂອງ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ” ທີ່ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກເປັນພະຍານທົ່ວໂລກ, ເຮັດໃຫ້ມັນກາຍເປັນຊື່ຂອງຄົວເຮືອນທີ່ທຸກຄົນຄຸ້ນເຄີຍ. ສິ່ງນີ້ສຳເລັດຕາມຄຳທຳນາຍຂອງອົງພຣະເຢຊູເຈົ້າ: “ຍ້ອນຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງໃຕ້ສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້” (ລູກາ 17:24-25). ຫຼັງຈາກສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກໄດ້ເປັນພະຍານໃຫ້ກັບພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນເວລາຫຼາຍປີ, ຜູ້ຄົນຈາກທຸກນິກາຍທີ່ຮັກຄວາມຈິງ ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮັບຮູ້ວ່າພຣະທຳເຫຼົ່ານັ້ນຄືຄວາມຈິງ, ເປັນພຣະທຳຂອງພຣະວິນຍານບໍລິສຸດຕໍ່ຄຣິດຕະຈັກ. ພວກເຂົາໄດ້ຍິນສຽງຂອງພຣະເຈົ້າ ແລະ ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງປິຕິຍິນດີ. ພວກເຂົາເປັນຍິງສາວບໍລິສຸດທີ່ສະຫຼາດ ທີ່ຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ກຳລັງເຂົ້າຮ່ວມງານລ້ຽງຂອງພຣະຜູ້ເປັນເຈົ້າ. ເຖິງກັບມີຫຼາຍຄົນທີ່ເຄີຍຕັດສິນ ແລະ ປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດ, ທີ່ໄດ້ອ່ານພຣະທຳຂອງພຣະອົງໃນພາຍຫຼັງ ແລະ ຈົບລົງດ້ວຍການໄດ້ຍິນສຽງຂອງພຣະເຈົ້າ ແລະ ມາຢູ່ຕໍ່ໜ້າພຣະເຈົ້າ. ພວກເຂົາເຖິງກັບເຕັມລົ້ນດ້ວຍຄວາມເສຍດາຍທີ່ໄດ້ຕໍ່ຕ້ານ ແລະ ປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຍິງສາວບໍລິສຸດທີ່ສະຫຼາດເຫຼົ່ານີ້ທີ່ກຳລັງເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ ກຳລັງເປັນພະຍານວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການປາກົດຕົວ, ເຊື້ອສາຍຂອງບຸດມະນຸດໃນຍຸກສຸດທ້າຍ. ແຕ່ຄົນທີ່ຍຶດຕິດກັບຂໍ້ພຣະທຳຕາມຕົວອັກສອນ, ປະຕິເສດທີ່ຈະຍອມຮັບສິ່ງໃດໜຶ່ງນອກຈາກພຣະຜູ້ເປັນເຈົ້າທີ່ລົງມາເທິງກ້ອນເມກ ກໍ່ເປັນຍິງສາວບໍລິສຸດທີ່ໂງ່ຈ້າ ທີ່ກຳລົງຕົກລົງສູ່ໄພພິບັດ. ພວກເຂົາພຽງແຕ່ສາມາດລໍຖ້າທີ່ຈະເຫັນອົງພຣະເຢຊູເຈົ້າປາກົດເທິງກ້ອນເມກຫຼັງຈາກໄພພິບັດທີ່ຍິ່ງໃຫຍ່. ເຫດຜົນຫຼັກທີ່ຜູ້ຄົນເຫຼົ່ານີ້ຈະບໍ່ຕ້ອນຮັບພຣະຜູ້ເປັນເຈົ້າ ກໍ່ຄືພວກເຂົາພຽງແຕ່ເຊື່ອໃນຄຳທຳນາຍໃນພຣະຄຳພີຈາກມະນຸດ, ບໍ່ແມ່ນຄຳທຳນາຍຈາກປາກຂອງອົງພຣະເຢຊູເຈົ້າເອງ. ພວກເຂົາຈະພຽງແຕ່ຍອມຮັບພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ, ແຕ່ພວກເຂົາປະຕິເສດຂໍ້ແທ້ຈິງຂອງພຣະເຈົ້າໃນເນື້ອໜັງທີ່ກຳລັງປາກົດຕົວ ແລະ ເຮັດວຽກດັ່ງບຸດມະນຸດ. ພວກເຂົາຖືກນໍາພາຢ່າງຜິດໆ ແລະ ໂງ່ຈ້າແທ້ໆ! ພຣະຜູ້ເປັນເຈົ້າກ່າວເຖິງ “ບຸດມະນຸດ” ຫຼາຍຄັ້ງ ເມື່ອກຳລັງກ່າວເຖິງການກັບຄືນມາຂອງພຣະອົງ, ແຕ່ສິດຍາພິບານທີ່ “ສະຫຼາດ” ແລະ “ມີສະຕິປັນຍາ” ຫຼາຍຄົນ ແລະ ຜູ້ຊ່ຽວຊານດ້ານພຣະຄຳພີ ໄດ້ເຮັດໃຫ້ແນວຄິດກ່ຽວກັບບຸດມະນຸດສັບສົນ, ເຮັດຜິດພາດຢ່າງຮ້າຍແຮງ. ພວກເຂົາເປັນເຫຍື່ອຂອງຄວາມສະຫຼາດຂອງພວກເຂົາເອງ! ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ, ແຕ່ພວກເຂົາຍັງປະຕິເສດທີ່ຈະເຫັນວ່າພຣະອົງເປັນບຸດມະນຸດ. ນັ້ນບໍ່ແມ່ນຄວາມຕາບອດແທ້ໆບໍ? ຖ້າພຣະອົງບໍ່ໄດ້ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຈະສາມາດກ່າວຄວາມຈິງຫຼາຍຢ່າງແບບນັ້ນໄດ້ແນວໃດ? ພວກເຂົາຍັງຍຶດຕິດກັບແນວຄິດທີ່ວ່າ ພວກເຂົາພຽງແຕ່ສາມາດຍອມຮັບອົງພຣະເຢຊູເຈົ້າທີ່ລົງມາເທິງກ້ອນເມກ ແລະ ນັ້ນຄືເຫດຜົນທີ່ພວກເຂົາກຳລັງສູນເສຍໂອກາດຂອງພວກເຂົາໃນການທີ່ຈະຖືກຮັບຂຶ້ນເມືອ, ແຕ່ຕົກລົງສູ່ໄພພິບັດ. ມັນຈະເປັນຄວາມເສຍໃຈຕະຫຼອດໄປເປັນນິດ.
ພວກເຮົາທຸກຄົນສາມາດເຫັນວ່າ ພຣະຜູ້ເປັນເຈົ້າໄດ້ກັບຄືນມາດັ່ງບຸດມະນຸດທີ່ບັງເກີດເປັນມະນຸດເພື່ອເຮັດພາລະກິດ. ນີ້ຄືຂໍ້ແທ້ຈິງທີ່ບໍ່ສາມາດໂຕ້ຖຽງໄດ້ ເຊິ່ງບໍ່ມີຜູ້ໃດສາມາດປະຕິເສດໄດ້ແທ້ໆ. ແຕ່ຫຼາຍຄົນຖາມ ກ່ຽວກັບ “ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ” ໃນພຣະນິມິດ 1:7, ຄິດວ່າມັນໝາຍຄວາມວ່າພຣະຜູ້ເປັນເຈົ້າຈະລົງມາເທິງກ້ອນເມກ. ແລ້ວການເວົ້າວ່າພຣະອົງຈະມາເທິງກ້ອນເມກ ແລະ ການເວົ້າວ່າພຣະອົງຈະມາດັ່ງບຸດມະນຸດບໍ່ແມ່ນຄຳເວົ້າທີ່ຂັດແຍ່ງກັນບໍ? ມັນອາດເບິ່ງຄືວ່າເປັນແບບນັ້ນ, ແຕ່ໃນຄວາມເປັນຈິງແມ່ນບໍ່ມີຂໍ້ຂັດແຍ່ງໃນທີ່ນີ້. ມັນເປັນພຽງແຕ່ຄວາມທ້າທາຍສຳລັບຄວາມເຂົ້າໃຈຂອງມະນຸດ. ຄຳທຳນາຍໃດໜຶ່ງໃນພຣະຄຳພີຈະຖືກສຳເລັດຢ່າງແນ່ນອນ, ແຕ່ມີຂະບວນການທີ່ແນ່ນອນ ແລະ ມີຂັ້ນຕອນ. ຍັງມີຄຳສັ່ງສຳລັບການປາກົດຕົວຂອງບຸດມະນຸດ ແລະ ການມາເຖິງຂອງພຣະຜູ້ເປັນເຈົ້າເທິງກ້ອນເມກ. ພຣະຜູ້ເປັນເຈົ້າໄດ້ບັງເກີດເປັນມະນຸດກ່ອນ ແລະ ມາເພື່ອເຮັດພາລະກິດຢ່າງລັບໆ ແລະ ຫຼັງຈາກນັ້ນ ພຣະອົງກໍ່ປາກົດຕົວເທິງກ້ອນເມກຢ່າງເປີດເຜີຍ. ເປັນຫຍັງສິ່ງນັ້ນຈຶ່ງເກີດຂຶ້ນໃນສອງບາດກ້າວ? ເປັນຫຍັງຈຶ່ງເກີດຂຶ້ນໃນເວລາດຽວກັນ? ມີຄວາມເລິກລັບພາຍໃນສິ່ງນີ້. ກ່ອນອື່ນ, ໃຫ້ພວກເຮົາເຫັນວ່າອົງພຣະເຢຊູເຈົ້າທຳນາຍເຖິງຫຍັງ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ” (ໂຢຮັນ 16:12-13). “ໃຫ້ຊໍາລະລ້າງພວກເຂົາໃຫ້ບໍລິສຸດຜ່ານຄວາມຈິງຂອງພຣະອົງ: ພຣະທຳຂອງພຣະອົງເປັນຄວາມຈິງ” (ໂຢຮັນ 17:17). “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ” (ໂຢຮັນ 12:47-48). “ເພາະວ່າ ພຣະບິດາບໍ່ພິພາກສາຄົນໃດຄົນໜຶ່ງ, ແຕ່ມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ... ແລະ ຍັງໄດ້ມອບສິດອຳນາດໃຫ້ພຣະອົງໃນການຕັດສິນລົງໂທດອີກດ້ວຍ, ເພາະວ່າພຣະອົງເປັນບຸດມະນຸດ” (ໂຢຮັນ 5:22, 27). ແລະ “ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ” (1 ເປໂຕ 4:17). ຄຳທຳນາຍຂອງອົງພຣະເຢຊູເຈົ້າໄດ້ຖືກສຳເລັດຢ່າງສິ້ນເຊີງ. ບຸດມະນຸດໄດ້ມາຢ່າງລັບໆ ເມື່ອມະນຸດຊາດບໍ່ໄດ້ຄາດຫວັງມັນແມ່ນແຕ່ໜ້ອຍດຽວ ແລະ ໄດ້ກ່າວຄວາມຈິງຫຼາຍຢ່າງ, ເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ພຣະອົງເປັນພຣະວິນຍານແຫ່ງຄວາມຈິງ ທີ່ກຳລັງຊີ້ນໍາຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າສູ່ຄວາມຈິງທັງໝົດ ແລະ ໄດ້ສຳເລັດການສ້າງກຸ່ມຂອງຜູ້ເອົາຊະນະກ່ອນໄພພິບັດ. ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງໄດ້ເຜີຍແຜ່ໄປທຸກປະເທດໃນໂລກ. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເອົາຊະນະຊາຕານ ແລະ ໄດ້ຮັບສະຫງ່າລາສີທັງໝົດ. ຕອນນີ້ເມື່ອໄພພິບັດທີ່ຍິ່ງໃຫຍ່ໄດ້ເລີ່ມຕົ້ນຂຶ້ນ, ພຣະເຈົ້າໄດ້ສຳເລັດການສ້າງກຸ່ມຂອງຜູ້ເອົາຊະນະ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງກໍ່ສຳເລັດ. ຫຼັງຈາກໄພພິບັດ, ພຣະເຈົ້າຈະປາກົດຕົວເທິງກ້ອນເມກຢ່າງເປີດເຜີຍໃຫ້ກັບທຸກຄົນ ແລະ ທຸກຊົນຊາດ. ໃນຈຸດນັ້ນ, ຄຳທຳນາຍຂອງບຸດມະນຸດທີ່ປາກົດຕົວ ແລະ ການມາເຖິງຂອງພຣະຜູ້ເປັນເຈົ້າເທິງກ້ອນເມກກໍ່ຈະສຳເລັດຢ່າງສິ້ນເຊີງ. ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດ ແລະ ເລີ່ມການພິພາກສາຂອງພຣະອົງ ໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ, ຄົນທີ່ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດກໍ່ກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າທຸກມື້ ແລະ ໂດຍການຍອມຮັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າ, ພວກເຂົາກໍ່ຫຼົບໜີຈາກຄວາມຜິດບາບ ແລະ ກອງກຳລັງຂອງຊາຕານເທື່ອລະໜ້ອຍ. ພຣະເຈົ້າໄດ້ເຮັດໃຫ້ພວກເຮົາເປັນຜູ້ເອົາຊະນະກ່ອນໄພພິບັດ ແລະ ພວກເຂົາກໍ່ເປັນໝາກຜົນທຳອິດ. ສິ່ງນີ້ໄດ້ສຳເລັດຕາມຄຳທຳນາຍໃນພຣະນິມິດຢ່າງສົມບູນ: “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ” (ພຣະນິມິດ 3:20). “ຜູ້ຄົນເຫຼົ່ານີ້ແມ່ນຖືກໄຖ່ຈາກກຸ່ມມະນຸດ ໃຫ້ເປັນຜົນທໍາອິດແກ່ພຣະເຈົ້າ ແລະ ພຣະເມສານ້ອຍ” (ພຣະນິມິດ 14:4). ມັນເປັນເວລາສາມທົດສະວັດເຕັມນັບຕັ້ງແຕ່ທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາຢ່າງລັບໆເພື່ອເຮັດພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ. ພຣະອົງໄດ້ກ່າວຄວາມຈິງຫຼາຍຢ່າງ, ເປີດເຜີຍຄວາມເລິກລັບທຸກຢ່າງໃນພຣະຄຳພີ ແລະ ແຜນການຄຸ້ມຄອງ 6.000 ປີຂອງພຣະເຈົ້າ. ພຣະອົງເວົ້າຫຼາຍຢ່າງເພື່ອພິພາກສາ ແລະ ເປີດໂປງແກ່ນແທ້ທີ່ເສື່ອມຊາມຂອງມະນຸດ ແລະ ພຣະທຳເຫຼົ່ານີ້ກໍ່ເປັນຫົນທາງແຫ່ງຄວາມຈິງທີ່ເຮັດໃຫ້ພວກເຮົາປະຖິ້ມຄວາມຜິດບາບ ແລະ ກອງກຳລັງຂອງຊາຕານ ແລະ ໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າຖືກພິພາກສາ, ຖືກຂ້ຽນຕີ, ຖືກລິຮານ, ຖືກຈັດການ, ຖືກທົດສອບ ແລະ ຖືກຫຼໍ່ຫຼອມໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຫັນຢ່າງຊັດເຈນເຖິງຄວາມເສື່ອມຊາມຂອງພວກເຂົາເອງ, ຮູ້ສຶກອັບອາຍໂດຍບໍ່ມີບ່ອນໃຫ້ລີ້ ແລະ ກົ້ມລົງຕໍ່ໜ້າພຣະເຈົ້າ, ເຕັມໄປດ້ວຍຄວາມເສຍໃຈ, ກຽດຊັງ ແລະ ລັງກຽດຕົນເອງ. ພວກເຂົາຍັງເຫັນວ່າອຸປະນິໄສທີ່ຊອບທຳຂອງພຣະເຈົ້າຈະບໍ່ອົດກັ້ນຕໍ່ການເຮັດຜິດໃດໆ ແລະ ເລີ່ມມີຄວາມເຄົາລົບສຳລັບພຣະເຈົ້າ, ເລີ່ມຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍເທື່ອລະໜ້ອຍ, ກັບໃຈ ແລະ ປ່ຽນແປງຢ່າງແທ້ຈິງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສຳເລັດການສ້າງກຸ່ມຂອງຜູ້ເອົາຊະນະກ່ອນໄພພິບັດ, ຮັບເອົາໝາກຜົນທຳອິດ. ຄຳພະຍານຂອງຜູ້ເອົາຊະນະເຫຼົ່ານີ້ໄດ້ຖືກເຮັດໃຫ້ກາຍເປັນວິດີໂອ ແລະ ຮູບເງົາທີ່ມີໃຫ້ຮັບຊົມໃນອອນລາຍ, ເຮັດໃຫ້ທຸກຄົນທີ່ເຫັນພວກມັນເຊື່ອໝັ້ນຢ່າງທີ່ສຸດ. ມັນບໍ່ສາມາດມີຄວາມຊັດເຈນຫຼາຍກວ່ານີ້ຄືການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ! ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ເຮັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວ, ບໍ່ພຽງແຕ່ສັ່ນສະເທືອນໂລກທັງໃບ, ແຕ່ຍັງສັ່ນສະເທືອນຈັກກະວານອີກດ້ວຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປ່ຽນໂລກ, ນໍາຈຸດຈົບມາສູ່ຍຸກເກົ່າ ໂດຍເລີ່ມຕົ້ນຍຸກໃໝ່. ຍຸກແຫ່ງລາຊະອານາຈັກໄດ້ເລີ່ມຕົ້ນຂຶ້. ສິ່ງນີ້ໄດ້ພິສູດວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການປາກົດຕົວຂອງບຸດມະນຸດ, ອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ. ພຣະຜູ້ໄຖ່ຂອງພວກເຮົາໄດ້ປາກົດຕົວ ແລະ ກຳລັງເຮັດພາລະກິດ! ພາລະກິດແຫ່ງການພິພາກສາໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າເກືອບສຳເລັດແລ້ວ ແລະ ດ້ວຍສິ່ງນັ້ນ ໄພພິບັດທີ່ຍິ່ງໃຫຍ່ຈຶ່ງໄດ້ເກີດຂຶ້ນ. ພວກເຮົາສາມາດເວົ້າໄດ້ວ່າໄພພິບັດກຳລັງເລີ່ມຕົ້ນຂຶ້ນແລ້ວ ແລະ ພວກເຂົາຈະຂະຫຍາຍໃຫຍ່ຂຶ້ນເທົ່ານັ້ນ. ຜູ້ເຮັດການຊົ່ວທຸກຄົນ ແລະ ກອງກຳລັງທີ່ຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ຈະຖືກລົງໂທດ ແລະ ຖືກທຳລາຍໃນໄພພິບັດ, ໃນຂະນະທີ່ຄົນທີ່ໄດ້ຮັບການຊໍາລະລ້າງຜ່ານການພິພາກສາ ແລະ ການຂ້ຽນຕີແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ຈະໄດ້ຮັບການປົກປ້ອງ ແລະ ຖືກຮັກສາໄວ້ໂດຍພຣະເຈົ້າຜ່ານໄພພິບັດ. ເມື່ອໄພພິບັດສິ້ນສຸດລົງ, ໂລກທີ່ຊົ່ວຮ້າຍນີ້ຂອງຊາຕານກໍ່ຈະຖືກທຳລາຍລ້າງ ແລະ ຫຼັງຈາກນັ້ນ ພຣະເຈົ້າກໍ່ຈະປາກົດຕົວໃຫ້ທຸກຄົນໄດ້ເຫັນຢ່າງເປີດເຜີຍເທິງກ້ອນເມກ. ສິ່ງນີ້ຈະສຳເລັດຕາມຄຳທຳນາຍໃນພຣະນິມິດ 1:7: “ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ, ຕາທຸກໜ່ວຍຈະເຫັນພຣະອົງ ແລະ ພວກເຂົາທີ່ໄດ້ແທງພຣະອົງກໍຈະເຫັນເຊັ່ນກັນ ແລະ ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ”. ເປັນຫຍັງຍາດພີ່ນ້ອງທັງໝົດຈຶ່ງຈະຮ້ອງໄຫ້? ເພາະພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ເຮັດພາລະກິດທີ່ຍິ່ງໃຫຍ່ແບບນັ້ນ ແລະ ພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະພິຈາລະນາເບິ່ງມັນ, ແຕ່ພວກເຂົາປະນາມ, ຕັດສິນ ແລະ ໝິ່ນປະໝາດພຣະອົງພ້ອມກັບກອງກຳລັງຂອງຜູ້ຕໍ່ຕ້ານພຣະຄຣິດໃນໂລກສາສະໜາ. ພວກເຂົາໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ ແລະ ຕົກລົງສູ່ໄພພິບັດ. ພວກເຂົາຈະພຽງແຕ່ຈົບລົງໂດຍການຕີໜ້າເອິກຂອງພວກເຂົາ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ ເຊິ່ງຈະສຳເລັດຕາມຄຳທຳນາຍ ທີ່ເສົ້າໃຈໃນພຣະນິມິດວ່າ “ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ”. ຄົນທີ່ຖືກຊໍາລະລ້າງ ແລະ ຖືກເຮັດໃຫ້ສົມບູນໂດຍການຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ກໍ່ຈະເຫັນພຣະເຈົ້າປາກົດຢ່າງເປີດເຜີຍ ແລະ ຈະຟ້ອນລຳດ້ວຍຄວາມປິຕິຍິນດີທີ່ບໍ່ສາມາດຫັກຫ້າມໄດ້, ສັນລະເສີນລິດທານຸພາບສູງສຸດ, ສະຕິປັນຍາ ແລະ ຄວາມຊອບທຳຂອງພຣະເຈົ້າ. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ່າ: “ຄວາມເມດຕາຂອງເຮົາຊົງສໍາແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ເອົາຊະນະຕົວເອງ ແລະ ການລົງໂທດທີ່ຄົນຜິດບາບທີ່ໄດ້ຮັບກໍເປັນການພິສູດອຸປະນິໄສອັນຊອບທໍາຂອງເຮົາແລ້ວ ແລະ ຍິ່ງກວ່ານັ້ນ ກໍຍັງເປັນພະຍານຄວາມຮ້າຍກາດຂອງເຮົາ. ເມື່ອໄພພິບັດມາເຖິງ, ຄວາມອຶດຫິວອາຫານ ແລະ ໂລກລະບາດຈະຕົກຖືກທຸກຄົນທີ່ຕໍ່ຕ້ານເຮົາ ແລະ ພວກເຂົາຈະຮ້ອງໄຫ້ນໍ້າຕາໄຫຼ. ບັນດາຜູ້ທີ່ເຮັດບາບທຸກຮູບແບບ ເຖິງວ່າຈະຕິດຕາມເຮົາໄດ້ຫຼາຍປີກໍຕາມ ຈະບໍ່ພົ້ນຈາກການຈ່າຍຄ່າບາບຂອງພວກເຂົາ; ພ້ອມນັ້ນ ພວກເຂົາກໍຍັງຈະຖືກຕົກສູ່ໄພພິບັດທີ່ຮ້າຍແຮງກວ່າເຄີຍປະກົດໃຫ້ເຫັນໃນຫຼາຍລ້ານປີຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດຢູ່ກັບຄວາມຕື່ນຕົກໃຈ ແລະ ຢ້ານກົວ. ມີແຕ່ບັນດາຜູ້ທີ່ຕິດຕາມ ແລະ ຈົງຮັກພັກດີຕໍ່ເຮົາເທົ່ານັ້ນທີ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະໄດ້ພົບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ໄດ້ຮັບຄວາມເບີກບານໃຈທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າ ເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດ ຈິດໃຈເຮົາຈົດຈໍ່ສະແຫວງຫາຄົນທີ່ເປັນຈິດໜຶ່ງໃຈດຽວກັນກັບເຮົາ. ເຮົາບໍ່ເຄີຍລືມຜູ້ທີ່ບໍ່ເປັນຈິດໜຶ່ງໃຈດຽວກັນກັບເຮົາ, ຈິດໃຈຂອງເຮົາກຽດຊັງຄົນເຫຼົ່ານັ້ນ ລໍຄອຍໃຫ້ຮອດເວລາລົງໂທດພວກເຂົາ ເຮົາຈິ່ງຈະເພິ່ງພໍໃຈ. ເວລາຂອງເຮົາມາຮອດມື້ນີ້ແລ້ວ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ!” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ).
ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຄວາມຈິງສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ ເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ນີ້ແມ່ນໂອກາດດຽວເທົ່ານັ້ນຂອງມະນຸດຊາດທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ ແລະ ໂອກາດຕະຫຼອດຊີວິດ. ໄພພິບັດທີ່ຍິ່ງໃຫຍ່ກຳລັງເລີ່ມຕົ້ນຂຶ້ນ. ຄົນທີ່ຕື່ນຂຶ້ນ ແລະ ພິຈາລະນາເບິ່ງພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໂດຍບໍ່ຊັກຊ້າກໍ່ຈະທັນເວລາ, ເພາະພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວວ່າ “ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26). ພວກເຮົາສາມາດເຫັນວ່າ ບາງຄົນຈະໄດ້ຍິນສຽງຂອງພຣະເຈົ້າ ແລະ ເຫັນການກະທຳຂອງພຣະອົງ, ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຮັບຄວາມລອດພົ້ນຂອງພຣະອົງໃນທ່າມກາງໄພພິບັດ. ນີ້ຄືການຖືກຮັບຂຶ້ນເມືອໃນໄພພິບັດ ແລະ ມັນເປັນໂອກາດສຸດທ້າຍຂອງພວກເຂົາແທ້ໆ ພ້ອມທັງຄວາມກະລຸນາທີ່ຍິ່ງໃຫຍ່ຂອງພຣະເຈົ້າສຳລັບມະນຸດຊາດ. ຄົນທີ່ສະຫຼາດກໍ່ຈະຮູ້ວ່າຈະຕັດສິນໃຈເລືອກທາງໃດ. ຄົນທີ່ລໍຖ້າໃຫ້ພຣະຜູ້ເປັນເຈົ້າມາເທິງກ້ອນເມກຢ່າງມີຄວາມປາຖະໜາ ກໍ່ຈະມີຈຸດຈົບທີ່ຊັດແຈ້ງໃນຕົວມັນເອງ. ໃຫ້ພວກເຮົາພິຈາລະນາເບິ່ງຂໍ້ຄວາມໜຶ່ງຂໍ້ສຸດທ້າຍໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນມື້ນີ້. “ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງພຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ. ສະນັ້ນ ມີພຽງຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນຈະໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ຈະກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນອ້ອມກອດຂອງພຣະຜູ້ສ້າງ. ຜູ້ຄົນທີ່ຍຶດຖືໃນຄວາມເຊື່ອທີ່ວ່າ ‘ພຣະເຢຊູ ຜູ້ທີ່ບໍ່ໄດ້ຂີ່ເມກສີຂາວ ແມ່ນພຣະເຢຊູຕົວປອມ’ ຈະໄດ້ຮັບການລົງໂທດຕະຫຼອດໄປເປັນນິດ ຍ້ອນພວກເຂົາເຊື່ອພຽງພຣະເຢຊູທີ່ກະທຳໝາຍສຳຄັນ ແຕ່ບໍ່ຮັບຮູ້ພຣະເຢຊູທີ່ປະກາດການພິພາກສາທີ່ຮ້າຍແຮງ ແລະ ສ້າງຫົນທາງທີ່ແທ້ຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ເມື່ອພຣະເຢຊູກັບມາເທິງເມກສີຂາວຢ່າງເປີດເຜີຍ ພຣະອົງອາດຈັດການກັບພວກເຂົາ ເພາະພວກເຂົາດື້ດ້ານເກີນໄປ, ໝັ້ນໃຈໃນຕົວເອງເກີນໄປ ແລະ ອວດດີຫຼາຍເກີນໄປ. ຄົນເສື່ອມຊາມແບບນີ້ຈະໄດ້ຮັບລາງວັນຈາກພຣະເຈົ້າໄດ້ແນວໃດ? ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນຈະຖືກຕັດສິນລົງໂທດ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ເຊື່ອຟັງການນໍາຂອງພຣະວິນຍານບໍລິສຸດ ແລະ ຈົ່ງປາດຖະໜາ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ໂຣກລະບາດແຜ່ກະຈາຍຢ່າງບໍ່ຢຸດຢ່ອນ ແລະ ແຜ່ນດິນໄຫວ, ນໍ້າຖ້ວມ, ແມງໄມ້ລະບາດ, ໄພອຶດຢາກກໍເລີ່ມປາກົດຂຶ້ນ. ຫຼາຍຄົນຢູ່ໃນສະພາວະວິຕົກກັງວົນຢູ່ສະເໝີ ແລະ...
ມື້ນີ້, ໂຣກພະຍາດກຳລັງແຜ່ລະບາດໄປທົ່ວໂລກ ແລະ ໄພພິບັດກຳລັງຮ້າຍແຮງຂຶ້ນ. ພວກເຮົາໄດ້ເຫັນແຜ່ນດິນໄຫວ, ໄພອຶດຫິວຢາກ ແລະ ສົງຄາມ ແລະ...
ທຸກມື້ນີ້ ຄົນສ່ວນໃຫຍ່ມີຄວາມເຊື່ອ ແລະ ເຊື່ອວ່າມີພຣະເຈົ້າ. ພວກເຂົາເຊື່ອໃນພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຂົາ. ສະນັ້ນ ເມື່ອເວລາຜ່ານໄປ...
ມັນເປັນເວລາ 30 ປີຖ້ວນ ນັບຕັ້ງແຕ່ທີ່ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ປາກົດຕົວ ແລະ ເລີ່ມເຮັດພາລະກິດ ແລະ...