ພຽງແຕ່ຍຶດຖືພຣະຄຳພີ ເຈົ້າກໍສາມາດເຂົ້າສູ່ອານາຈັກສະຫວັນໄດ້ແທ້ບໍ?

31 ມີນາ 2026

ຜູ້ເຊື່ອຫຼາຍຄົນອ່ານຄຳເວົ້າຂອງໂປໂລໃນ 2 ຕີໂມທຽວ: “ພຣະຄຳທຸກຂໍ້ແມ່ນດົນບັນດານຈາກພຣະເຈົ້າ” (2 ຕີໂມທຽວ 3:16) ແລະ ພວກເຂົາສະຫຼຸບວ່າ ພຣະທຳທຸກຂໍ້ໃນພຣະຄຳພີລ້ວນແລ້ວແຕ່ໄດ້ຮັບການດົນໃຈຈາກພຣະເຈົ້າ ແລະ ມາຈາກພຣະອົງ. ພວກເຂົາເຊື່ອວ່າ ພຣະທຳໃດກໍຕາມໃນພຣະຄຳພີ, ບໍ່ວ່າຈະແມ່ນໃຜເປັນຜູ້ເວົ້າ, ກໍລ້ວນແລ້ວແຕ່ເປັນພຣະທຳຂອງພຣະເຈົ້າ. ພວກເຂົາເຖິງກັບຄິດວ່າ ພຣະຄຳພີເປັນຕົວແທນຂອງພຣະຜູ້ເປັນເຈົ້າ ແລະ ໂດຍການຍຶດຖືພຣະຄຳພີເທົ່ານັ້ນ, ພວກເຂົາຈຶ່ງສາມາດເຂົ້າສູ່ອານາຈັກສະຫວັນໄດ້. ແຕ່ຄວາມເຂົ້າໃຈນີ້ຖືກຕ້ອງບໍ?

ຄຳເວົ້າທີ່ວ່າ “ພຣະຄຳທຸກຂໍ້ແມ່ນດົນບັນດານຈາກພຣະເຈົ້າ”, ແມ່ນໂປໂລເປັນຜູ້ເວົ້າ. ເມື່ອລາວເວົ້າຄຳນີ້, ຍັງບໍ່ທັນມີພຣະຄຳພີພາກພຣະສັນຍາໃໝ່, ເນື່ອງຈາກບົດຂຽນຕ່າງໆຍັງບໍ່ທັນໄດ້ຖືກຮວບຮວມເປັນປຶ້ມ ຈົນກະທັ້ງ 300 ກວ່າປີຫຼັງຈາກພຣະຄຣິສສິ້ນພຣະຊົນ. ສະນັ້ນ, ໂປໂລຈຶ່ງໝາຍເຖິງພຣະສັນຍາເດີມຢ່າງຊັດເຈນ. ດັ່ງນັ້ນ ຄຳເວົ້າຂອງໂປໂລຖືກຕ້ອງແທ້ໆບໍ? ພວກເຮົາບໍ່ຮູ້ຢ່າງແນ່ນອນ, ແຕ່ພວກເຮົາບໍ່ເຄີຍເຫັນອົງພຣະເຢຊູເຈົ້າກ່າວແບບນັ້ນ ແລະ ພວກເຮົາກໍບໍ່ເຄີຍເຫັນພຣະວິນຍານບໍລິສຸດກ່າວແບບນັ້ນ ແລະ ແນ່ນອນວ່າ ພວກເຮົາບໍ່ເຫັນຜູ້ປະກາດພຣະທຳຄົນໃດຖ່າຍທອດຂໍ້ຄວາມນັ້ນ. ພວກເຮົາທຸກຄົນຮູ້ວ່າ ພຣະສັນຍາໃໝ່ປະກອບດ້ວຍຄຳເວົ້າຂອງຫຼາຍຄົນທີ່ແຕກຕ່າງກັນ, ລວມທັງຄຳເວົ້າຂອງພວກອັກຄະສາວົກ, ພວກຟາຣີຊາຍ ແລະ ຢູດາ ແລະ ຍັງມີຄຳເວົ້າຂອງຊາຕານຢູ່ໃນນັ້ນອີກດ້ວຍ. ແນ່ນອນວ່າ ຄຳເວົ້າຂອງພວກເຂົາບໍ່ໄດ້ຮັບການດົນໃຈຈາກພຣະເຈົ້າ. ບໍ່ວ່າຄຳເວົ້ານີ້ຂອງໂປໂລຈະຖືກຕ້ອງ ຫຼື ບໍ່, ມີສິ່ງໜຶ່ງທີ່ແນ່ນອນຄື: ຖ້າຄົນທີ່ເຊື່ອໃນພຣະເຈົ້າຍຶດຖືພຽງແຕ່ພຣະຄຳພີ ແລະ ປະຕິບັດຕໍ່ມັນຄືກັບວ່າມັນເປັນພຣະເຈົ້າ, ພວກເຂົາກໍຜິດຢ່າງມະຫັນ. ອົງພຣະເຢຊູເຈົ້າເຄີຍກ່າວວ່າ: “ພວກເຈົ້າຄົ້ນຫາໃນພຣະຄຳພີ; ເພາະພວກເຈົ້າຄິດວ່າ ໃນພຣະຄຳເຫຼົ່ານັ້ນ ພວກເຈົ້າມີຊີວິດນິລັນດອນ: ແລະ ພວກມັນແມ່ນພຣະຄຳທີ່ເປັນພະຍານໃຫ້ແກ່ເຮົາ. ແຕ່ພວກເຈົ້າບໍ່ເຕັມໃຈທີ່ຈະມາຫາເຮົາ ເພື່ອທີ່ພວກເຈົ້າຈະມີຊີວິດ(ໂຢຮັນ 5:39-40). ພຣະທຳຂອງພຣະຜູ້ເປັນເຈົ້າຊັດເຈນຫຼາຍ: ພຣະຄຳພີເປັນພຽງບົດບັນທຶກພາລະກິດໃນອະດີດຂອງພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ. ພຣະຄຳພີເອງບໍ່ໄດ້ມີຊີວິດນິລັນດອນ. ມີພຽງພຣະເຈົ້າເທົ່ານັ້ນທີ່ມີຫົນທາງແຫ່ງຊີວິດນິລັນດອນ; ມີພຽງພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ, ຫົນທາງ ແລະ ຊີວິດ. ພຣະເຈົ້າຄືພຣະຜູ້ສ້າງ ແລະ ເປັນແຫຼ່ງກຳເນີດຂອງຊີວິດສຳລັບສັບພະສິ່ງທັງປວງ. ພຣະອົງມີອຳນາດສູງສຸດເໜືອສະຫວັນ, ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ ແລະ ການສະໜອງຊີວິດຂອງພຣະອົງສຳລັບມະນຸດຊາດແມ່ນບໍ່ມີທີ່ສິ້ນສຸດ ແລະ ບໍ່ມີວັນໝົດ. ແຕ່ເຖິງຢ່າງໃດກໍຕາມ, ພຣະຄຳພີເປັນພຽງປຶ້ມປະຫວັດສາດທີ່ບັນທຶກພາລະກິດກ່ອນໜ້ານີ້ຂອງພຣະເຈົ້າ. ມັນຈະຖືກເອົາໄປທຽບເທົ່າກັບພຣະເຈົ້າໄດ້ແນວໃດ? ດ້ວຍເຫດຜົນນີ້, ພຣະທຳຈຳນວນໜ້ອຍຂອງພຣະເຈົ້າທີ່ພົບໃນພຣະຄຳພີ, ເມື່ອທຽບກັບພຣະເຈົ້າເອງແລ້ວ, ກໍເປັນພຽງນໍ້າຢົດດຽວໃນມະຫາສະໝຸດ. ການອ້າງວ່າຄົນໃດຄົນໜຶ່ງສາມາດເຂົ້າສູ່ອານາຈັກສະຫວັນ ໂດຍພຽງແຕ່ຍຶດຖືພຣະຄຳພີ ກໍເປັນພຽງຄວາມຄິດທີ່ເພີ້ຝັນເທົ່ານັ້ນ. ພຣະເຈົ້າດຳເນີນພາລະກິດສາມຂັ້ນຕອນໃນການຄຸ້ມຄອງມະນຸດຊາດຂອງພຣະອົງ ແລະ ພຣະອົງກຳລັງກ່າວພຣະທຳຫຼາຍຂຶ້ນເລື້ອຍໆ. ສິ່ງນີ້ເປັນຄວາມຈິງໂດຍສະເພາະກັບພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ, ເຊິ່ງໃນລະຫວ່າງນັ້ນ ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງຄວາມຈິງຢ່າງຫຼວງຫຼາຍ. ພຣະທຳທີ່ຖືກບັນທຶກໄວ້ໃນ ໜັງສື ພຣະທຳປາກົດໃນເນື້ອໜັງ ກໍມີເຕັມເຖິງເຈັດເຫຼັ້ມແລ້ວ ເຊິ່ງຫຼາຍກວ່າພຣະທຳໃນພຣະຄຳພີຫຼາຍເທົ່າ. ສິ່ງນີ້ສຳເລັດຕາມພຣະທຳຂອງອົງພຣະເຢຊູເຈົ້າຢ່າງສົມບູນ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງພຣະອົງເອງ ແຕ່ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ພຣະອົງຈະສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12-13). “ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຍອມຮັບພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:48). ຍັງມີຄຳທຳນາຍໃນໜັງສືພຣະນິມິດ: “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ(ພຣະນິມິດ 2:7). ຄຳທຳນາຍເຫຼົ່ານີ້ຊັດເຈນຢ່າງສົມບູນ: ເມື່ອພຣະຜູ້ເປັນເຈົ້າກັບຄືນມາໃນຍຸກສຸດທ້າຍ, ພຣະອົງຈະກ່າວຕໍ່ຄຣິສຕະຈັກຕ່າງໆອີກຄັ້ງ ໂດຍສະແດງຄວາມຈິງທັງໝົດເພື່ອພິພາກສາມະນຸດຊາດ. ນັ້ນກໍຄື, ພຣະອົງຈະໃຊ້ຄວາມຈິງເພື່ອພິພາກສາ ແລະ ເຮັດໃຫ້ຜູ້ຄົນບໍລິສຸດ, ຊ່ວຍພວກເຂົາໃຫ້ລອດພົ້ນຈາກຄວາມເສື່ອມຊາມຂອງຊາຕານ ແລະ ປົດປ່ອຍພວກເຂົາຈາກພັນທະນາການຂອງຄວາມບາບ. ນີ້ຄືຂັ້ນຕອນຂອງພາລະກິດທີ່ບໍ່ເຄີຍມີມາກ່ອນ ແລະ ມັນເປັນຂັ້ນຕອນສຸດທ້າຍໃນພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າ. ຈາກສິ່ງນີ້, ພວກເຮົາສາມາດເຫັນໄດ້ວ່າ ພຣະເຈົ້າບໍ່ເຄີຍກ່າວຕາມພຣະຄຳພີ. ພຣະເຈົ້າມີຫຼາຍສິ່ງທີ່ພຣະອົງຕ້ອງການກ່າວຕໍ່ມະນຸດຊາດ; ພຣະທຳຂອງພຣະເຈົ້າໃນພຣະຄຳພີເປັນພຽງນໍ້າຢົດດຽວໃນມະຫາສະໝຸດ. ໃນຍຸກສຸດທ້າຍ, ພຣະເຈົ້າສະແດງຄວາມຈິງທີ່ສູງສົ່ງກວ່າ ແລະ ຄວາມຈິງໃນຈຳນວນທີ່ຫຼາຍກວ່າ. ໂດຍສະເພາະແລ້ວ, ພຣະທຳທີ່ພິພາກສາຜູ້ຄົນ, ເຮັດໃຫ້ພວກເຂົາບໍລິສຸດ ແລະ ເຮັດໃຫ້ພວກເຂົາສົມບູນ ລ້ວນແລ້ວແຕ່ແມ່ນພຣະເຈົ້າສະແດງອອກ ໃນລະຫວ່າງພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ. ຖ້າພຣະທຳເຫຼົ່ານີ້ຖືກສະແດງອອກໃນລະຫວ່າງຍຸກແຫ່ງພຣະຄຸນ, ຜູ້ຄົນກໍຄົງຈະບໍ່ສາມາດຮັບເອົາ ຫຼື ເຂົ້າເຖິງພຣະທຳເຫຼົ່ານັ້ນໄດ້. ສະນັ້ນ, ສຳລັບຄົນທີ່ຄິດວ່າພວກເຂົາສາມາດໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ອານາຈັກສະຫວັນ ໂດຍພຽງແຕ່ຍຶດຖືພຣະຄຳພີ ຈຶ່ງເປັນຄວາມຄິດທີ່ເພີ້ຝັນທັງນັ້ນ. ຜູ້ຄົນຈິນຕະນາການວ່າການເຂົ້າສູ່ອານາຈັກສະຫວັນນັ້ນງ່າຍດາຍກວ່າຄວາມເປັນຈິງຫຼາຍ. ພວກເຂົາເຕັມໄປດ້ວຍຄວາມສົກກະປົກ ແລະ ຄວາມເສື່ອມຊາມ, ດຳລົງຊີວິດຢູ່ໃນຄວາມບາບ ແລະ ບໍ່ສາມາດຫຼຸດພົ້ນອອກມາໄດ້. ພວກເຂົາບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າເລີຍ, ບໍ່ຕ້ອງເວົ້າເຖິງອຸປະນິໄສຂອງພຣະເຈົ້າ. ເຖິງແມ່ນວ່າຫຼັງຈາກທີ່ເຊື່ອໃນພຣະຜູ້ເປັນເຈົ້າເປັນເວລາຫຼາຍປີ, ພວກເຂົາກໍຍັງເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າເລື້ອຍໆ. ພວກເຂົາບໍ່ມີຄວາມຢຳເກງ ຫຼື ການອ່ອນນ້ອມຕໍ່ພຣະເຈົ້າ, ແຕ່ພວກເຂົາຄາດຫວັງທີ່ຈະເຂົ້າສູ່ອານາຈັກສະຫວັນ ໂດຍພຽງແຕ່ຍຶດຖືພຣະຄຳພີ ແລະ ພຣະນາມຂອງອົງພຣະເຢຊູເຈົ້າ. ນັ້ນບໍ່ແມ່ນເລື່ອງຕະຫຼົກບໍ? ປັດຈຸບັນນີ້, ອົງພຣະເຢຊູເຈົ້າໄດ້ກັບຄືນມາຕັ້ງແຕ່ດົນນານມາແລ້ວ. ພຣະອົງໄດ້ປາກົດຕົວ ແລະ ກຳລັງສະແດງຄວາມຈິງເພື່ອດຳເນີນພາລະກິດຂອງພຣະອົງ. ຍິງພົມມະຈາລີທີ່ສະຫຼາດທຸກຄົນ ຜູ້ທີ່ໄດ້ຍິນສຽງຂອງພຣະເຈົ້າ ໄດ້ຖືກຍົກຂຶ້ນມາຢູ່ຕໍ່ໜ້າບັນລັງຂອງພຣະອົງ. ພວກເຂົາທຸກຄົນຍອມຮັບວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມຈິງ ແລະ ເປັນພຣະຄຳຂອງພຣະວິນຍານບໍລິສຸດ. ພວກເຂົາໄດ້ເຂົ້າຮ່ວມງານລ້ຽງຂອງອານາຈັກສະຫວັນ ແລະ ໄດ້ເປັນພະຍານທີ່ສວຍງາມ ແລະ ດັງກ້ອງກັງວານໃຫ້ແກ່ພຣະເຈົ້າ. ພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ສັນລະເສີນພຣະອົງທຸກມື້ ໂດຍຮູ້ສຶກເພີດເພີນຢ່າງມະຫາສານ. ນີ້ແມ່ນຄວາມຈິງທີ່ທຸກຄົນສາມາດເບິ່ງເຫັນໄດ້. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພຣະຄຣິສແຫ່ງຍຸກສຸດທ້າຍນໍາມາເຊິ່ງຊີວິດ ແລະ ນໍາມາເຊິ່ງເສັ້ນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ຖືກຮັບຮອງເອົາໂດຍພຣະເຈົ້າ. ຖ້າເຈົ້າບໍ່ສະແຫວງຫາເສັ້ນທາງແຫ່ງຊີວິດທີ່ພຣະຄຣິສແຫ່ງຍຸກສຸດທ້າຍມອບໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການຮັບຮອງຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍລະບຽບ, ໂດຍຄໍາສັບ ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບເສັ້ນທາງທີ່ຕໍ່ເນື່ອງແຫ່ງຊີວິດ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຍຶດຖືມາເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັ່ງໄຫຼມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການສະໜອງນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ເຈົ້າພຽງແຕ່ສະແຫວງຫາທີ່ຈະຍຶດຕິດກັບອະດີດ, ຢືນຢູ່ຊື່ໆ ແລະ ຮັກສາສິ່ງຕ່າງໆຕາມທີ່ພວກມັນເປັນ ແລະ ບໍ່ສະແຫວງຫາທີ່ຈະປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ເຈົ້າຈຶ່ງຈະບໍ່ເປັນສັດຕູຕໍ່ພຣະເຈົ້າຢູ່ຕະຫຼອດເວລາບໍ? ບາດກ້າວໃນພາລະກິດຂອງພຣະເຈົ້າມີອໍານາດຫຼາຍ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລທີ່ຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນກັບສິ່ງທີ່ເກົ່າ ແລະ ລໍຖ້າໃຫ້ສິ່ງຕ່າງໆຕົກມາທີ່ຕັກຂອງເຈົ້າ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດກ້າວຂອງພຣະເມສານ້ອຍໄດ້ແນວໃດ? ສິ່ງນີ້ຈະສາມາດສະແດງໃຫ້ເຫັນວ່າພຣະເຈົ້າທີ່ເຈົ້າຍຶດໝັ້ນແມ່ນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍ? ພຣະທຳຂອງປຶ້ມທີ່ເກົ່າເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາບາດກ້າວໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນພຽງຄໍາເວົ້າທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ, ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດແກ່ເຈົ້າໄດ້. ຂໍ້ພຣະທຳທີ່ເຈົ້າອ່ານສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນຄໍາເວົ້າຂອງເຈົ້າ; ພວກມັນບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ, ແລ້ວແຮງໄກທີ່ພວກມັນຈະແມ່ນເສັ້ນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ມອບຄວາມຮູ້ເຊີງເລິກແກ່ເຈົ້າກ່ຽວກັບຄວາມລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ຖ້າປາສະຈາກການມາຂອງພຣະເຈົ້າ, ເຈົ້າຈະສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກໃນຄອບຄົວດຽວກັນກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາຂໍຕັກເຕືອນເຈົ້າໃຫ້ຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ເບິ່ງວ່າໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍໃຫ້ລອດພົ້ນ. ຖ້າເຈົ້າບໍ່ເຮັດເຊັ່ນນັ້ນ, ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດປະທານຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເປັນຫຍັງພຣະເຈົ້າຈຶ່ງມາບັງເກີດເປັນມະນຸດໃນຍຸກສຸດທ້າຍ, ບໍ່ແມ່ນໃນຮູບຮ່າງພຣະວິນຍານ?

ຍ້ອນພຣະເຈົ້າອົງຊົງລິດທານຸພາບສູງສຸດ ເຊິ່ງເປັນພຣະຜູ້ໄຖ່ ໄດ້ກ່າວຄວາມຈິງສຳລັບພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ, ຫຼາຍຄົນຈຶ່ງໄດ້ສະແຫວງຫາ...

ຄວາມວິບັດຈົ່ງມີແກ່ຜູ້ທີ່ລໍຖ້າພຽງແຕ່ໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ

ຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດສຳລັບຜູ້ເຊື່ອໃນພຣະຜູ້ເປັນເຈົ້າ ແມ່ນການຕ້ອນຮັບການກັບຄືນມາຂອງພຣະອົງ ແລະ ຖືກຍົກຂຶ້ນສູ່ອານາຈັກສະຫວັນ....

Leave a Reply