“ຄົນທີ່ເຊື່ອໃນພຣະບຸດກໍມີຊີວິດນິລັນດອນ” ໝາຍຄວາມວ່າແນວໃດແທ້?

31 ມີນາ 2026

ໃນຍຸກສຸດທ້າຍ, ອົງພຣະເຢຊູເຈົ້າໄດ້ກັບຄືນມາໃນເນື້ອໜັງ ແລະ ສະແດງຄວາມຈິງຫຼາຍລ້ານຄຳ, ປະຕິບັດພາລະກິດແຫ່ງການພິພາກສາ ໂດຍເລີ່ມຕົ້ນຈາກຄົວເຮືອນຂອງພຣະເຈົ້າ. ຜູ້ຄົນຈາກຫຼາຍປະເທດທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາໝັ້ນໃຈວ່າ ນີ້ຄືສຽງຂອງພຣະເຈົ້າ ແລະ ພວກເຂົາກໍໄດ້ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໂດຍການປະສົບກັບການພິພາກສາຕໍ່ໜ້າບັນລັງຂອງພຣະຄຣິສ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍເລີ່ມຖືກເຮັດໃຫ້ບໍລິສຸດ. ເຖິງຢ່າງໃດກໍຕາມ, ບາງຄົນໃນໂລກສາສະໜາເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງຄວາມຈິງຫຼາຍຢ່າງ, ແຕ່ພວກເຂົາກໍຍັງປະຕິເສດທີ່ຈະຍອມຮັບພຣະອົງ. ພວກເຂົາຄິດວ່າ: “ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: ‘ຄົນທີ່ເຊື່ອໃນພຣະບຸດກໍ່ມີີຊີວິດຕະຫຼອດໄປເປັນນິດ(ໂຢຮັນ 3:36). ອົງພຣະເຢຊູເຈົ້າຄືບຸດມະນຸດ, ພຣະອົງແມ່ນພຣະຄຣິສ ແລະ ຫົນທາງຂອງອົງພຣະເຢຊູເຈົ້າກໍແມ່ນຫົນທາງແຫ່ງຊີວິດນິລັນດອນ. ພວກເຮົາເຊື່ອວ່າ ຕາບໃດທີ່ພວກເຮົາເຊື່ອໃນອົງພຣະເຢຊູເຈົ້າ ພວກເຮົາກໍຈະໄດ້ຮັບຊີວິດນິລັນດອນ. ເປັນຫຍັງພວກເຮົາຈຶ່ງຄວນເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ? ເຈົ້າກຳລັງເວົ້າວ່າ ເຖິງແມ່ນວ່າພວກເຮົາເຊື່ອໃນອົງພຣະເຢຊູເຈົ້າ ພວກເຮົາກໍບໍ່ສາມາດເຂົ້າສູ່ອານາຈັກສະຫວັນໄດ້ບໍ? ເປັນໄປບໍ່ໄດ້. ພຣະຜູ້ເປັນເຈົ້າຈະບໍ່ປະຖິ້ມພວກເຮົາ”. ມຸມມອງແບບນີ້ຖືກຕ້ອງບໍ?

ແມ່ນຄວາມຈິງທີ່ວ່າ ອົງພຣະເຢຊູເຈົ້າຊົງກ່າວວ່າ: “ຄົນທີ່ເຊື່ອໃນພຣະບຸດກໍ່ມີີຊີວິດຕະຫຼອດໄປເປັນນິດ”, ແຕ່ພຣະອົງຍັງກ່າວອີກວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ(ໂຢຮັນ 16:12-13). ພຣະທຳຂອງອົງພຣະເຢຊູເຈົ້າໝາຍຄວາມວ່າແນວໃດ? ກໍໝາຍຄວາມວ່າ ການເຊື່ອພຽງແຕ່ພຣະເຢຊູແຫ່ງຍຸກແຫ່ງພຣະຄຸນນັ້ນຍັງບໍ່ພຽງພໍ. ສິ່ງສຳຄັນທີ່ສຸດແມ່ນ ເຈົ້າຕ້ອງເຊື່ອໃນການກັບຄືນມາຂອງພຣະເຢຊູ, ເຊື່ອໃນການກັບຄືນມາຄັ້ງທີສອງຂອງອົງພຣະເຢຊູເຈົ້າ ແລະ ເຊື່ອວ່າພຣະວິນຍານແຫ່ງຄວາມຈິງໄດ້ມາແລ້ວ ເພື່ອນຳພາມະນຸດເຂົ້າສູ່ຄວາມຈິງທັງໝົດ. ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ສະນັ້ນ, ພວກເຮົາສາມາດແນ່ໃຈໄດ້ວ່າ ພຣະທຳຂອງອົງພຣະເຢຊູເຈົ້າທີ່ວ່າ “ຄົນທີ່ເຊື່ອໃນພຣະບຸດກໍ່ມີີຊີວິດຕະຫຼອດໄປເປັນນິດ” ສາມາດເຂົ້າໃຈໄດ້ດັ່ງນີ້: “ການເຊື່ອໃນພຣະບຸດ” ໝາຍເຖິງບໍ່ພຽງແຕ່ເຊື່ອໃນອົງພຣະເຢຊູເຈົ້າເທົ່ານັ້ນ, ແຕ່ຍັງຕ້ອງເຊື່ອໃນບຸດມະນຸດທີ່ກັບຄືນມາໃນຍຸກສຸດທ້າຍອີກດ້ວຍ. ນັ້ນກໍຄື ການເຊື່ອໃນຄວາມຈິງທັງໝົດທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງອອກໃນຍຸກສຸດທ້າຍ. ເມື່ອນັ້ນເອງ ເຈົ້າຈຶ່ງຈະໄດ້ຮັບຊີວິດນິລັນດອນ. ຖ້າພວກເຮົາເຊື່ອພຽງແຕ່ພຣະນາມຂອງອົງພຣະເຢຊູເຈົ້າໃນຍຸກແຫ່ງພຣະຄຸນ, ມັນຄົງຈະເປັນໄປບໍ່ໄດ້ທີ່ພວກເຮົາຈະໄດ້ຮັບຊີວິດນິລັນດອນ. ເພາະວ່າໃນຍຸກແຫ່ງພຣະຄຸນ, ອົງພຣະເຢຊູເຈົ້າພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບ; ພຣະອົງບໍ່ໄດ້ປະຕິບັດພາລະກິດແຫ່ງການພິພາກສາ. ດັ່ງນັ້ນ, ສິ່ງທີ່ຜູ້ຄົນໄດ້ຮັບຈາກການເຊື່ອໃນອົງພຣະເຢຊູເຈົ້າໃນຍຸກແຫ່ງພຣະຄຸນຈຶ່ງມີຈຳກັດຫຼາຍ. ພວກເຮົາທຸກຄົນຮູ້ວ່າ ຕະຫຼອດ 2,000 ກວ່າປີທີ່ຜ່ານມາຂອງຍຸກແຫ່ງພຣະຄຸນ, ເຖິງແມ່ນວ່າຜູ້ເຊື່ອໃນພຣະຜູ້ເປັນເຈົ້າທຸກຄົນຈະໄດ້ຮັບການອະໄພບາບ, ແຕ່ພວກເຂົາຍັງຄົງດຳລົງຊີວິດຢູ່ໃນວົງຈອນທີ່ບໍ່ສິ້ນສຸດຂອງການເຮັດບາບໃນຕອນກາງເວັນ ແລະ ສາລະພາບໃນຕອນກາງຄືນ. ບໍ່ວ່າພວກເຂົາຈະພະຍາຍາມເອົາຊະນະຕົນເອງໜັກສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຫຼຸດພົ້ນຈາກພັນທະນາການຂອງຄວາມບາບໄດ້. ນີ້ບໍ່ແມ່ນຄວາມຈິງບໍ? ບໍ່ມີໃຜສາມາດເຂົ້າໃຈໄດ້ວ່າເປັນຫຍັງຈຶ່ງເປັນແນວນີ້, ແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເຮັດໃຫ້ເລື່ອງນີ້ກະຈ່າງແຈ້ງຢ່າງສົມບູນ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເຖິງແມ່ນວ່າ ພຣະເຢຊູໄດ້ມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດຫຼາຍຢ່າງ, ພຣະອົງພຽງສໍາເລັດພາລະກິດໃນການໄຖ່ບາບຂອງມະນຸດຊາດທັງໝົດ ແລະ ກາຍເປັນເຄື່ອງຖວາຍບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ພຽງແຕ່ຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສທີ່ຊາຕານເຮັດໃຫ້ເສື່ອມຊາມໃຫ້ອອກຈາກມະນຸດຢ່າງສິ້ນເຊີງ. ດັ່ງນັ້ນ, ພາຍຫຼັງມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການລົງໂທດ ແລະ ການພິພາກສາ. ພາລະກິດນີ້ໄດ້ນຳພາມະນຸດໄປສູ່ໂລກທີ່ສູງຂຶ້ນ. ທຸກຄົນທີ່ອ່ອນນ້ອມຢູ່ພາຍໃຕ້ອຳນາດປົກຄອງຂອງພຣະເຈົ້າຈະຊົມໃຊ້ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ເສັ້ນທາງ ແລະ ຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ). “ເຈົ້າຮູ້ພຽງແຕ່ວ່າ ພຣະເຢຊູຈະລົງມາໃນຍຸກສຸດທ້າຍ, ແຕ່ພຣະອົງຈະລົງມາແນວໃດແທ້? ຄົນບາບແບບພວກເຈົ້າ ຜູ້ທີ່ຫາກໍຖືກໄຖ່ບາບ ແລະ ບໍ່ໄດ້ຜ່ານການປ່ຽນແປງ ຫຼື ການທີ່ພຣະເຈົ້າເຮັດໃຫ້ສົມບູນ. ເຈົ້າຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າໄດ້ບໍ? ສຳລັບເຈົ້າທີ່ຍັງມີຕົວຕົນເກົ່າຂອງເຈົ້າ, ມັນຄືຄວາມຈິງທີ່ເຈົ້າຖືກພຣະເຢຊູຊ່ວຍໃຫ້ລອດພົ້ນ ແລະ ເຈົ້າບໍ່ເປັນຂອງຄວາມບາບ ຍ້ອນຄວາມລອດພົ້ນຂອງພຣະເຈົ້າ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າເຈົ້າປາດສະຈາກຄວາມບາບ ຫຼື ປາດສະຈາກຄວາມບໍ່ບໍລິສຸດ. ເຈົ້າຈະຖືກເຮັດໃຫ້ບໍລິສຸດໄດ້ແນວໃດ ຖ້າເຈົ້າຍັງບໍ່ໄດ້ຜ່ານການປ່ຽນແປງ? ຢູ່ພາຍໃນຕົວເຈົ້າ, ເຈົ້າເຕັມໄປດ້ວຍຄວາມບໍ່ບໍລິສຸດຕ່າງໆ ແລະ ເຈົ້າເຫັນແກ່ຕົວ ແລະ ຕ່ຳຊ້າ, ແຕ່ເຈົ້າກໍຍັງປາຖະໜາທີ່ຈະລົງມາພ້ອມກັບພຣະເຢຊູ, ຈະມີເລື່ອງທີ່ງົດງາມແບບນັ້ນໄດ້ແນວໃດ? ເຈົ້າພາດຂັ້ນຕອນໜຶ່ງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ; ເຈົ້າພຽງແຕ່ຖືກໄຖ່ບາບ, ແຕ່ເຈົ້າຍັງບໍ່ໄດ້ຜ່ານການປ່ຽນແປງ. ເພື່ອຈະໃຫ້ເຈົ້າສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ພຣະເຈົ້າຕ້ອງປະຕິບັດພາລະກິດເພື່ອປ່ຽນແປງ ແລະ ຊໍາລະລ້າງເຈົ້າດ້ວຍຕົວພຣະອົງເອງ; ບໍ່ສະນັ້ນ, ເຈົ້າກໍພຽງແຕ່ຖືກໄຖ່ບາບເທົ່ານັ້ນ ແລະ ຈະບໍ່ສາມາດຖືກເຮັດໃຫ້ບໍລິສຸດໄດ້. ໃນກໍລະນີນັ້ນ ເຈົ້າບໍ່ມີຄຸນສົມບັດທີ່ຈະໄດ້ເພີດເພີນພອນອັນປະເສີດຮ່ວມກັບພຣະເຈົ້າ, ຍ້ອນເຈົ້າຕາມບໍ່ທັນຂັ້ນຕອນໜຶ່ງໃນພາລະກິດແຫ່ງການຄຸ້ມຄອງມະນຸດຂອງພຣະເຈົ້າ ເຊິ່ງເປັນຂັ້ນຕອນສຳຄັນໃນການປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນ. ດ້ວຍເຫດນັ້ນເຈົ້າເຊິ່ງເປັນຄົນບາບທີ່ຫາກໍຖືກໄຖ່ບາບມາ ແມ່ນບໍ່ສາມາດໄດ້ຮັບມໍລະດົກຂອງພຣະເຈົ້າໄດ້ໂດຍກົງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງນາມ ແລະ ຕົວຕົນ). ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຊັດເຈນຫຼາຍ. ຄົນທີ່ຍອມຮັບພຽງແຕ່ພາລະກິດແຫ່ງການໄຖ່ບາບຂອງອົງພຣະເຢຊູເຈົ້າ ກໍພຽງແຕ່ໄດ້ຮັບການອະໄພບາບເທົ່ານັ້ນ, ພວກເຂົາບໍ່ໄດ້ຮັບການຊໍາລະລ້າງຄວາມບາບຂອງຕົນ ແລະ ບໍ່ໄດ້ຖືກເຮັດໃຫ້ບໍລິສຸດ. ພວກເຂົາບໍ່ສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ແນ່ນອນວ່າ ພວກເຂົາບໍ່ມີຄຸນສົມບັດທີ່ຈະໄດ້ຮັບຊີວິດນິລັນດອນ. ເພື່ອຈະໄດ້ຮັບຊີວິດນິລັນດອນຈາກຄວາມເຊື່ອຂອງພວກເຮົາ, ພວກເຮົາຕ້ອງຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ. ໂດຍການທີ່ຊຳລະລ້າງຄວາມຜິດບາບ, ການເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ໄດ້ຮັບຄວາມຈິງທີ່ສູງສົ່ງກວ່າເທົ່ານັ້ນ ພວກເຮົາຈຶ່ງສາມາດດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ມີຄຸນສົມບັດທີ່ຈະສືບທອດຄຳສັນຍາຂອງພຣະເຈົ້າໄດ້. ສະນັ້ນ, ຜູ້ຄົນເຮົາບໍ່ສາມາດໄດ້ຮັບຊີວິດນິລັນດອນໄດ້ໂດຍການເຊື່ອພຽງແຕ່ໃນອົງພຣະເຢຊູເຈົ້າເທົ່ານັ້ນ. ພວກເຂົາຕ້ອງຕ້ອນຮັບການກັບຄືນມາຂອງອົງພຣະເຢຊູເຈົ້າ, ຍອມຮັບຄວາມຈິງທັງໝົດທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແກ້ໄຂທຳມະຊາດທີ່ເປັນບາບຂອງຕົນ ແລະ ໄດ້ຮັບການຊຳລະລ້າງຄວາມບາບຂອງຕົນເພື່ອບັນລຸການປ່ຽນແປງໃນອຸປະນິໄສ. ເມື່ອນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດໄດ້ຮັບຊີວິດນິລັນດອນ. ຄົນທີ່ເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດສະແດງຄວາມຈິງຫຼາຍຢ່າງ ແຕ່ປະຕິເສດທີ່ຈະຍອມຮັບຄວາມຈິງເຫຼົ່ານັ້ນ, ແນ່ນອນວ່າເປັນຄົນທີ່ເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ. ຄົນເຫຼົ່ານີ້ຈະຖືກພຣະເຈົ້າປະຖິ້ມ ແລະ ກຳຈັດ ແລະ ຕົກຢູ່ໃນໄພພິບັດ. ນັ້ນແມ່ນເຫດຜົນທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຍອມຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດແມ່ນຜູ້ທີ່ໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ຈະຖືກທຳລາຍຢ່າງແນ່ນອນ. ພວກເຈົ້າພຽງແຕ່ຕ້ອງການພຣະຄຸນຂອງພຣະເຢຊູ ແລະ ພຽງແຕ່ຕ້ອງການເພີດເພີນກັບອານາຈັກສະຫວັນທີ່ມີແຕ່ຄວາມສຸກ, ແຕ່ພວກເຈົ້າບໍ່ເຄີຍເຊື່ອຟັງພຣະທຳທີ່ພຣະເຢຊູກ່າວ ແລະ ບໍ່ເຄີຍຍອມຮັບເອົາຄວາມຈິງທີ່ພຣະເຢຊູສະແດງອອກໃນເວລາທີ່ພຣະອົງບັງເກີດເປັນມະນຸດ. ພວກເຈົ້າຈະນໍາເອົາສິ່ງໃດມາແລກປ່ຽນກັບຄວາມຈິງທີ່ພຣະເຢຊູກັບມາເທິງເມກສີຂາວ? ມັນແມ່ນຄວາມຈິງໃຈທີ່ພວກເຈົ້າເຮັດບາບຢູ່ຕະຫຼອດ ແລະ ຫຼັງຈາກນັ້ນກໍ່ກ່າວຄຳສາລະພາບຂອງພວກເຈົ້າຊໍ້າແລ້ວຊໍ້າອີກນັ້ນບໍ? ພວກເຈົ້າຈະຖວາຍເຄື່ອງບູຊາຫຍັງໃຫ້ແກ່ພຣະເຢຊູ ຜູ້ທີ່ຈະກັບມາເທິງເມກສີຂາວ? ມັນເປັນຕົ້ນທຶນທີ່ພວກເຈົ້າເຮັດວຽກຫຼາຍປີ ເພື່ອຍົກຕົນເອງໃຫ້ສູງຂຶ້ນບໍ? ພວກເຈົ້າຈະນໍາເອົາສິ່ງໃດມາເຮັດໃຫ້ພຣະເຢຊູ ຜູ້ທີ່ຈະກັບມາ ເຊື່ອໃນຕົວພວກເຈົ້າ? ມັນເປັນທຳມະຊາດຄວາມອວດດີຂອງພວກເຈົ້າບໍທີ່ບໍ່ອ່ອນນ້ອມຕໍ່ຄວາມຈິງໃດໆ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າຈະໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ). “ພຣະຄຣິສແຫ່ງຍຸກສຸດທ້າຍນໍາມາເຊິ່ງຊີວິດ ແລະ ນໍາມາເຊິ່ງເສັ້ນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ຖືກຮັບຮອງເອົາໂດຍພຣະເຈົ້າ. ຖ້າເຈົ້າບໍ່ສະແຫວງຫາເສັ້ນທາງແຫ່ງຊີວິດທີ່ພຣະຄຣິສແຫ່ງຍຸກສຸດທ້າຍມອບໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການຮັບຮອງຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍລະບຽບ, ໂດຍຄໍາສັບ ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບເສັ້ນທາງທີ່ຕໍ່ເນື່ອງແຫ່ງຊີວິດ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຍຶດຖືມາເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັ່ງໄຫຼມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການສະໜອງນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ເຈົ້າພຽງແຕ່ສະແຫວງຫາທີ່ຈະຍຶດຕິດກັບອະດີດ, ຢືນຢູ່ຊື່ໆ ແລະ ຮັກສາສິ່ງຕ່າງໆຕາມທີ່ພວກມັນເປັນ ແລະ ບໍ່ສະແຫວງຫາທີ່ຈະປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ເຈົ້າຈຶ່ງຈະບໍ່ເປັນສັດຕູຕໍ່ພຣະເຈົ້າຢູ່ຕະຫຼອດເວລາບໍ? ... ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ເບິ່ງວ່າໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍໃຫ້ລອດພົ້ນ. ຖ້າເຈົ້າບໍ່ເຮັດເຊັ່ນນັ້ນ, ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດປະທານຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າບໍ?

ສະບາຍດີ ອ້າຍເອື້ອຍນ້ອງ, ພວກເຮົາໂຊກດີຫຼາຍທີ່ໄດ້ເຕົ້າໂຮມຮ່ວມກັນ, ຂອບໃຈພຣະຜູ້ເປັນເຈົ້າ! ພວກເຮົາທຸກຄົນເປັນຄົນທີ່ມັກຟັງພຣະທຳຂອງພຣະເຈົ້າ ແລະ...

Leave a Reply