ພຣະເຈົ້າເຫັນການກັບໃຈຢ່າງຈິງໃຈໃນສ່ວນເລິກຂອງຫົວໃຈຂອງຊາວນີນາເວ

28 ມັງກອນ 2021

ຄວາມແຕກຕ່າງໂດຍສິ້ນເຊີງລະຫວ່າງປະຕິກິລິຍາຂອງເມືອງນີນາເວ ແລະ ເມືອງໂຊໂດມຕໍ່ການຕັກເຕືອນຂອງພຣະເຈົ້າ

ການຖືກໂຄ່ນລົ້ມໝາຍຄວາມວ່າແນວໃດ? ໃນຄວາມໝາຍຂອງພາສາເວົ້າ, ມັນໝາຍເຖິງບໍ່ມີຢູ່ອີກຕໍ່ໄປ. ແຕ່ໃນລັກສະນະໃດ? ຜູ້ໃດສາມາດໂຄ່ນລົ້ມເມືອງທັງໝົດບໍ່? ແນ່ນອນ ມັນເປັນໄປບໍ່ໄດ້ທີ່ຈະໃຫ້ມະນຸດປະຕິບັດກິດຈະການດັ່ງກ່າວ. ປະຊາຊົນເມືອງນີນາເວບໍ່ໄດ້ເປັນຄົນໂງ່; ທັນທີທີ່ພວກເຂົາໄດ້ຍິນການຕັກເຕືອນນີ້ ພວກເຂົາກໍຄິດອອກແລ້ວ. ພວກເຂົາຮູ້ຈັກວ່າ ການຕັກເຕືອນດັ່ງກ່າວແມ່ນມາຈາກພຣະເຈົ້າ, ພວກເຂົາຮູ້ວ່າ ພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງເອງ ແລະ ພວກເຂົາຮູ້ວ່າຄວາມຊົ່ວຮ້າຍຂອງພວກເຂົາໄດ້ເຮັດໃຫ້ພຣະເຈົ້າເຢໂຮວາໃຈຮ້າຍ ແລະ ນໍາຄວາມໃຈຮ້າຍຂອງພຣະອົງມາສູ່ພວກເຂົາ ເພື່ອວ່າ ພວກເຂົາຈະຖືກທຳລາຍໃນອີກບໍ່ດົນພ້ອມກັບເມືອງຂອງພວກເຂົາ. ປະຊາຊົນໃນເມືອງຈະປະພຶດແນວໃດຫຼັງຈາກທີ່ໄດ້ຍິນການຕັກເຕືອນຂອງພຣະເຈົ້າເຢໂຮວາ? ພຣະຄຳພີອະທິບາຍຢ່າງລາຍລະອຽດວ່າ ປະຊາຊົນມີປະຕິກິລິຍາແນວໃດ, ນັບຕັ້ງແຕ່ກະສັດລົງມາຈົນເຖິງສາມັນຊົນ. ຂໍ້ຄວາມພຣະທຳດັ່ງຕໍ່ໄປນີ້ແມ່ນບັນທຶກໄວ້ໃນພຣະຄຳພີ: “ແລ້ວປະຊາຊົນໃນນີນາເວກໍເຊື່ອພຣະເຈົ້າ ແລະ ປະກາດໃຫ້ຜູ້ຄົນບໍ່ວ່າໃຫຍ່ ແລະ ນ້ອຍອົດອາຫານ ແລະ ນຸ່ງຜ້າກະສອບ. ເມື່ອຖ້ອຍຄໍາໄດ້ມາເຖິງກະສັດແຫ່ງນີນາເວ ແລ້ວເພິ່ນກໍລຸກຂຶ້ນຈາກບັນລັງຂອງເພິ່ນ ແລະ ເພິ່ນແກ້ເຄື່ອງນຸ່ງອອກຈາກໂຕເພິ່ນ ແລະ ນຸ່ງຜ້າກະຊອບ ແລະ ໄດ້ນັ່ງໃນກອງຂີ້ເຖົ່າ. ແລ້ວເພິ່ນກໍສັ່ງໃຫ້ປະກາດ ແລະ ຕີແຜ່ທົ່ວທັງນີນາເວດ້ວຍກົດບັນຍັດຂອງກະສັດ ແລະ ຜູ້ຄົນຊັ້ນສູງ ໂດຍກ່າວວ່າ ບໍ່ໃຫ້ຄົນໃດ ຫຼື ສັດ, ບໍ່ວ່າຈະເປັນຝູງມ້າ ຫຼື ຝູງລໍ, ກິນຫຍັງກໍຕາມ ນັ້ນກໍຄືບໍ່ໃຫ້ພວກມັນກິນ ຫຼື ດື່ມນໍ້າ, ແຕ່ໃຫ້ທັງຄົນ ແລະ ສັດນຸ່ງຜ້າກະສອບ ແລະ ຮ້ອງໄຫ້ຫາພຣະເຈົ້າຢ່າງກຶກກ້ອງ, ແມ່ນແລ້ວ ໃຫ້ພວກເຂົາທຸກຄົນກັບໃຈຈາກຫົນທາງທີ່ຊົ່ວຮ້າຍຂອງເຂົາ ແລະ ຈາກຄວາມວຸ້ນວາຍທີ່ເກີດຂຶ້ນດ້ວຍມືຂອງພວກເຂົາ”.

ຫຼັງຈາກທີ່ໄດ້ຍິນການປະກາດຂອງພຣະເຈົ້າເຢໂຮວາ, ປະຊາຊົນແຫ່ງເມືອງນີນາເວກໍສະແດງເຖິງທ່າທີທີ່ກົງກັນຂ້າມກັບທ່າທີຂອງປະຊາຊົນແຫ່ງເມືອງໂຊໂດມຢ່າງສິ້ນເຊີງ, ໃນຂະນະທີ່ປະຊາຊົນແຫ່ງເມືອງໂຊໂດມຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ, ເຮັດຊົ່ວຄັ້ງແລ້ວຄັ້ງເລົ່າ, ແຕ່ກົງກັນຂ້າມຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານີ້ ຊາວນີນາເວບໍ່ໄດ້ເມີນເສີຍຕໍ່ເລື່ອງດັ່ງກ່າວ ແລະ ພວກເຂົາກໍບໍ່ໄດ້ຕໍ່ຕ້ານ. ພວກເຂົາເຊື່ອພຣະເຈົ້າ ແລະ ປະກາດການອົດອາຫານ. ຄຳວ່າ “ເຊື່ອ” ໃນນີ້ໝາຍຄວາມວ່າແນວໃດ? ຄວາມໝາຍຂອງຄຳດັ່ງກ່າວໝາຍເຖິງຄວາມເຊື່ອ ແລະ ຄວາມອ່ອນນ້ອມ. ຖ້າພວກເຮົາໃຊ້ພຶດຕິກຳຕົວຈິງຂອງຊາວນີນາເວເພື່ອອະທິບາຍຄຳສັບນີ້, ມັນໝາຍຄວາມວ່າ ພວກເຂົາເຊື່ອວ່າ ພຣະເຈົ້າສາມາດເຮັດໄດ້ ແລະ ຈະເຮັດດັ່ງທີ່ພຣະອົງໄດ້ກ່າວໄວ້ ດັ່ງນັ້ນ ພວກເຂົາຈຶ່ງເຕັມໃຈທີ່ຈະກັບໃຈ. ແລ້ວປະຊາຊົນແຫ່ງເມືອງນີນາເວຮູ້ສຶກຢ້ານເມື່ອຢູ່ຕໍ່ໜ້າໄພພິບັດທີ່ກຳລັງຈະເກີດຂຶ້ນບໍ່? ມັນຄືຄວາມເຊື່ອຂອງພວກເຂົາທີ່ສ້າງຄວາມຢໍາເກງໃນຫົວໃຈຂອງພວກເຂົາ. ສະນັ້ນ ພວກເຮົາສາມາດໃຊ້ຫຍັງເພື່ອພິສູດຄວາມເຊື່ອ ແລະ ຄວາມຢຳເກງຂອງຊາວນີນາເວ? ມັນເປັນດັ່ງທີ່ພຣະຄຳພີໄດ້ກ່າວໄວ້ວ່າ: “ແລ້ວປະຊາຊົນໃນນີນາເວກໍເຊື່ອພຣະເຈົ້າ ແລະ ປະກາດໃຫ້ຜູ້ຄົນບໍ່ວ່າໃຫຍ່ ແລະ ນ້ອຍອົດອາຫານ ແລະ ນຸ່ງຜ້າກະສອບ”. ນີ້ໝາຍຄວາມວ່າ ຊາວນີນາເວເຊື່ອຢ່າງແທ້ຈິງ ແລະ ຈາກຄວາມເຊື່ອນີ້ກໍເກີດມີຄວາມຢຳເກງ ເຊິ່ງເຮັດໃຫ້ພວກເຂົາອົດອາຫານ ແລະ ນຸ່ງຜ້າກະສອບຕໍ່ມາ. ນີ້ແມ່ນວິທີທີ່ພວກເຂົາສະແດງໃຫ້ເຫັນວ່າ ພວກເຂົາເລີ່ມກັບໃຈ. ກົງກັນຂ້າມກັບປະຊາຊົນແຫ່ງເມືອງໂຊໂດມໂດຍສິ້ນເຊີງ, ບໍ່ພຽງແຕ່ຊາວນີນາເວບໍ່ໄດ້ຕໍ່ຕ້ານພຣະເຈົ້າ, ແຕ່ພວກເຂົາຍັງສະແດງເຖິງການກັບໃຈຂອງພວກເຂົາຢ່າງຊັດເຈນໂດຍຜ່ານພຶດຕິກຳ ແລະ ການກະທຳຂອງພວກເຂົາ. ແນ່ນອນ ນີ້ແມ່ນສິ່ງທີ່ປະຊາຊົນທຸກຄົນໃນເມືອງນີນາເວເຮັດ, ບໍ່ແມ່ນພຽງສາມັນຊົນເທົ່ານັ້ນ, ກະສັດກໍບໍ່ຖືກຍົກເວັ້ນ.

ການກັບໃຈຂອງກະສັດແຫ່ງເມືອງນີນາເວໄດ້ຮັບການຍົກຍ້ອງຈາກພຣະເຈົ້າເຢໂຮວາ

ເມື່ອກະສັດນີນາເວໄດ້ຍິນເຖິງຂ່າວນີ້, ເພິ່ນຈຶ່ງລຸກຂຶ້ນຈາກບັນລັງຂອງເພິ່ນ, ແກ້ເສື້ອຄຸມຂອງເພິ່ນອອກ, ນຸ່ງຜ້າກະສອບ ແລະ ນັ່ງເທິງຂີ້ເຖົ້າ. ແລ້ວເພິ່ນກໍປະກາດວ່າ ບໍ່ມີຜູ້ໃດໃນເມືອງຈະໄດ້ຮັບອະນຸຍາດໃຫ້ຊີມຫຍັງກໍຕາມ ແລະ ບໍ່ໃຫ້ແກະ, ງົວ ຫຼື ສັດລ້ຽງອື່ນໆໄດ້ກິນຫຍ້າ ຫຼື ດື່ມນໍ້າ. ມະນຸດ ແລະ ສັດລ້ຽງຕ້ອງນຸ່ງຜ້າກະສອບເຊັ່ນກັນ ແລະ ຜູ້ຄົນຕ້ອງອ້ອນວອນຫາພຣະເຈົ້າຢ່າງຈິງຈັງ. ກະສັດຍັງປະກາດວ່າ ພວກເຂົາທຸກຄົນຈະຫັນຈາກວິທີທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ເມື່ອຕັດສິນຈາກການກະທຳເຫຼົ່ານີ້, ກະສັດແຫ່ງເມືອງນີນາເວໄດ້ກັບໃຈຢ່າງແທ້ຈິງໃນຫົວໃຈຂອງເພິ່ນ. ການກະທຳເຫຼົ່ານີ້ທີ່ເພິ່ນໄດ້ເຮັດ ເຊັ່ນ: ການລຸກຂຶ້ນຈາກບັນລັງຂອງເພິ່ນ, ການແກ້ເຄື່ອງກະສັດຂອງເພິ່ນອອກ, ການນຸ່ງຜ້າກະສອບ ແລະ ການນັ່ງເທິງຂີ້ເຖົ່າ, ໄດ້ບອກຜູ້ຄົນວ່າ ກະສັດແຫ່ງເມືອງນີນາເວກຳລັງປະວາງສະຖານະກະສັດຂອງເພິ່ນ ແລະ ນຸ່ງຜ້າກະສອບຄຽງຂ້າງປະຊາຊົນສາມັນ. ນີ້ໝາຍຄວາມວ່າ ກະສັດແຫ່ງເມືອງນີນາເວບໍ່ໄດ້ດຳລົງຕໍາແໜ່ງກະສັດຂອງເພິ່ນເພື່ອສືບຕໍ່ເຮັດສິ່ງຊົ່ວຮ້າຍ ຫຼື ສ້າງຄວາມວຸ້ນວາຍໃນມືຂອງເພິ່ນອີກຕໍ່ໄປ ເມື່ອໄດ້ຍິນການຕັກເຕືອນຈາກພຣະເຈົ້າເຢໂຮວາ; ກົງກັນຂ້າມ, ເພິ່ນປະວາງສິດອຳນາດທີ່ເພິ່ນມີ ແລະ ກັບໃຈຢູ່ຕໍ່ໜ້າພຣະເຈົ້າເຢໂຮວາ. ໃນຊ່ວງເວລານີ້ ກະສັດແຫ່ງເມືອງນີນາເວບໍ່ໄດ້ກັບໃຈໃນຖານະກະສັດ; ເພິ່ນໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອກັບໃຈ ແລະ ສາລະພາບຄວາມບາບຂອງເພິ່ນໃນຖານະເປັນປະຊາຊົນທໍາມະດາຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ເພິ່ນຍັງບອກເມືອງທັງໝົດໃຫ້ກັບໃຈ ແລະ ສາລະພາບຄວາມບາບຂອງພວກເຂົາຕໍ່ໜ້າພຣະເຈົ້າເຢໂຮວາໃນລັກສະນະດຽວກັນກັບເພິ່ນໄດ້ເຮັດ; ອີກຢ່າງ, ເພິ່ນຍັງມີແຜນການໂດຍສະເພາະໃນການເຮັດແບບນັ້ນ, ດັ່ງທີ່ເຫັນໃນພຣະຄຳພີວ່າ: “ບໍ່ໃຫ້ຄົນໃດ ຫຼື ສັດ, ບໍ່ວ່າຈະເປັນຝູງມ້າ ຫຼື ຝູງລໍ, ກິນຫຍັງກໍຕາມ ນັ້ນກໍຄືບໍ່ໃຫ້ພວກມັນກິນ ຫຼື ດື່ມນໍ້າ... ແລະ ຮ້ອງໄຫ້ຫາພຣະເຈົ້າຢ່າງກຶກກ້ອງ, ແມ່ນແລ້ວ ໃຫ້ພວກເຂົາທຸກຄົນກັບໃຈຈາກຫົນທາງທີ່ຊົ່ວຮ້າຍຂອງເຂົາ ແລະ ຈາກຄວາມວຸ້ນວາຍທີ່ເກີດຂຶ້ນດ້ວຍມືຂອງພວກເຂົາ”. ໃນຖານະຜູ້ປົກຄອງຂອງເມືອງ, ກະສັດແຫ່ງເມືອງນີນາເວມີສະຖານະ ແລະ ລິດອຳນາດສູງສຸດ ແລະ ສາມາດເຮັດຫຍັງກໍຕາມທີ່ເພິ່ນປາຖະໜາ. ເມື່ອພົບກັບການຕັກເຕືອນຂອງພຣະເຈົ້າເຢໂຮວາ, ເພິ່ນສາມາດເມີນເສີຍຕໍ່ເລື່ອງດັ່ງກ່າວ ຫຼື ພຽງແຕ່ກັບໃຈ ແລະ ສາລະພາບຄວາມບາບຂອງເພິ່ນພຽງຄົນດຽວ; ແຕ່ສຳລັບເລື່ອງທີ່ປະຊາຊົນໃນເມືອງເລືອກທີ່ຈະກັບໃຈ ຫຼື ບໍ່ນັ້ນ, ເພິ່ນສາມາດເມີນເສີຍຕໍ່ເລື່ອງດັ່ງກ່າວທັງໝົດ. ເຖິງຢ່າງນັ້ນກໍຕາມ, ກະສັດແຫ່ງເມືອງນີນາເວແມ່ນບໍ່ໄດ້ເຮັດແບບນີ້ເລີຍ. ບໍ່ພຽງແຕ່ເພິ່ນລຸກຂຶ້ນຈາກບັນລັງຂອງເພິ່ນ, ນຸ່ງຜ້າກະສອບ ແລະ ຂີ້ເຖົ່າ ແລະ ກັບໃຈ ແລະ ສາລະພາບຄວາມບາບຂອງເພິ່ນຕໍ່ໜ້າພຣະເຈົ້າເຢໂຮວາເທົ່ານັ້ນ, ແຕ່ເພິ່ນຍັງສັ່ງໃຫ້ທຸກຄົນ ແລະ ສັດລ້ຽງທີ່ຢູ່ພາຍໃນເມືອງເຮັດແບບດຽວກັນ. ເພິ່ນເຖິງກັບສັ່ງປະຊາຊົນໃຫ້ “ຮ້ອງໄຫ້ຫາພຣະເຈົ້າຢ່າງກຶກກ້ອງ”. ຜ່ານການກະທຳເຫຼົ່ານີ້, ກະສັດແຫ່ງເມືອງນີນາເວໄດ້ສຳເລັດຕາມສິ່ງທີ່ຜູ້ປົກຄອງຄວນເຮັດຢ່າງແທ້ຈິງ. ການກະທຳຂອງເພິ່ນແມ່ນສິ່ງທີ່ຍາກທີ່ຈະໃຫ້ກະສັດຄົນໃດໜຶ່ງໃນປະຫວັດສາດມະນຸດບັນລຸໄດ້ ແລະ ແນ່ນອນ ບໍ່ມີກະສັດຄົນໃດທີ່ບັນລຸສິ່ງເຫຼົ່ານີ້ໄດ້. ການກະທຳເຫຼົ່ານີ້ສາມາດເອີ້ນໄດ້ວ່າ ບໍ່ເຄີຍມີມາກ່ອນໃນປະຫວັດສາດມະນຸດ ແລະ ພວກມັນກໍສົມຄວນຈາລຶກເປັນທັງອະນຸສອນ ແລະ ເປັນແບບຢ່າງແກ່ມະນຸດຊາດ. ຕັ້ງແຕ່ຈຸດເລີ່ມຕົ້ນຂອງມະນຸດ, ກະສັດທຸກຄົນໄດ້ນໍາພາລາຊະດອນຂອງເພິ່ນເພື່ອຕໍ່ຕ້ານ ແລະ ຄັດຄ້ານພຣະເຈົ້າ. ບໍ່ມີຜູ້ໃດເຄີຍນໍາລາຊະດອນຂອງເພິ່ນອ້ອນວອນຫາພຣະເຈົ້າເພື່ອສະແຫວງຫາການໄຖ່ບາບກັບຄວາມຊົ່ວຮ້າຍຂອງພວກເຂົາ, ເພື່ອຮັບເອົາການອະໄພຂອງພຣະເຈົ້າເຢໂຮວາ ແລະ ຫຼີກເວັ້ນການລົງໂທດທີ່ກຳລັງຈະເກີດຂຶ້ນ. ເຖິງຢ່າງໃດກໍຕາມ, ກະສັດແຫ່ງເມືອງນີນາເວສາມາດນໍາພາລາຊະດອນຂອງເພິ່ນຫັນມາຫາພຣະເຈົ້າ, ປະຖິ້ມວິທີການຊົ່ວຮ້າຍຂອງພວກເຂົາໄວ້ເບື້ອງຫຼັງ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ເພິ່ນຍັງສາມາດປະຖິ້ມບັນລັງຂອງເພິ່ນ ແລະ ເພື່ອຕອບແທນການກະທໍາຂອງເພິ່ນ ພຣະເຈົ້າເຢໂຮວາຈຶ່ງໄດ້ປ່ຽນໃຈ ແລະ ຮູ້ສຶກເສຍໃຈ, ພຣະອົງຖອນຄວາມໂກດຮ້າຍຂອງພຣະອົງ ແລະ ອະນຸຍາດໃຫ້ປະຊາຊົນໃນເມືອງມີຊີວິດຢູ່ ແລະ ຮັກສາພວກເຂົາຈາກການຖືກທຳລາຍ. ການກະທຳຂອງກະສັດສາມາດເອີ້ນໄດ້ວ່າເປັນສິ່ງມະຫັດສະຈັນທີ່ຫາໄດ້ຍາກໃນປະຫວັດສາດຂອງມະນຸດ ແລະ ເຖິງກັບເປັນແບບຢ່າງຂອງມະນຸດຊາດທີ່ເສື່ອມຊາມທີ່ກັບໃຈ ແລະ ສາລະພາບຄວາມບາບຂອງພວກເຂົາຕໍ່ໜ້າພຣະເຈົ້າ.

ພຣະເຈົ້າເຫັນການກັບໃຈຢ່າງຈິງໃຈໃນສ່ວນເລິກຂອງຫົວໃຈຂອງຊາວນີນາເວ

ຫຼັງຈາກທີ່ໄດ້ຍິນການປະກາດຂອງພຣະເຈົ້າ, ກະສັດແຫ່ງເມືອງນີນາເວ ແລະ ລາຊະດອນຂອງເພິ່ນກໍດຳເນີນການປະຕິບັດຫຼາຍຢ່າງ. ແມ່ນຫຍັງຄືທຳມະຊາດຂອງການກະທຳເຫຼົ່ານີ້ ແລະ ທໍາມະຊາດຂອງພຶດຕິກຳຂອງພວກເຂົາ? ເວົ້າອີກຢ່າງກໍຄື ແມ່ນຫຍັງຄືແກ່ນແທ້ຂອງການປະພຶດຂອງພວກເຂົາທັງໝົດ? ເປັນຫຍັງພວກເຂົາຈຶ່ງເຮັດໃນສິ່ງທີ່ພວກເຂົາເຮັດ? ໃນສາຍຕາຂອງພຣະເຈົ້າ, ພວກເຂົາໄດ້ກັບໃຈຢ່າງຈິງໃຈ, ບໍ່ແມ່ນພຽງແຕ່ຍ້ອນພວກເຂົາອ້ອນວອນຢ່າງຈິງຈັງຫາພຣະເຈົ້າ ແລະ ສາລະພາບຄວາມບາບຂອງພວກເຂົາຕໍ່ໜ້າພຣະອົງ, ແຕ່ຍັງເປັນຍ້ອນພວກເຂົາໄດ້ປະຖິ້ມຄວາມປະພຶດທີ່ຊົ່ວຮ້າຍຂອງພວກເຂົາອີກດ້ວຍ. ພວກເຂົາປະພຶດໃນລັກສະນະນີ້ກໍຍ້ອນ ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ, ພວກເຂົາພາກັນຕົກໃຈຢ້ານຢ່າງບໍ່ເປັນຕາເຊື່ອ ແລະ ເຊື່ອວ່າ ພຣະອົງຈະເຮັດໃນສິ່ງທີ່ພຣະອົງເວົ້າ. ການອົດອາຫານ, ການນຸ່ງຜ້າກະສອບ ແລະ ນັ່ງເທິງຂີ້ເຖົ່າ, ພວກເຂົາປາຖະໜາທີ່ຈະສະແດງຄວາມເຕັມໃຈຂອງພວກເຂົາເພື່ອປະຕິຮູບວິທີທາງຂອງພວກເຂົາ ແລະ ເພື່ອລະເວັ້ນຈາກຄວາມຊົ່ວຮ້າຍ; ພວກເຂົາອະທິຖານຫາພຣະເຈົ້າເຢໂຮວາເພື່ອລົບຫຼິກຄວາມໂກດຮ້າຍຂອງພຣະອົງ, ອ້ອນວອນພຣະອົງໃຫ້ຖອນການຕັດສິນໃຈຂອງພຣະອົງ ແລະ ເພື່ອລະເວັ້ນໄພພິບັດທີ່ຈະເກີດກັບພວກເຂົາ. ຖ້າພວກເຮົາກວດສອບຄວາມປະພຶດຂອງພວກເຂົາທັງໝົດ, ພວກເຮົາກໍຈະສາມາດເຫັນໄດ້ວ່າ ພວກເຂົາເຂົ້າໃຈແລ້ວວ່າການກະທຳຊົ່ວຮ້າຍຜ່ານມາຂອງພວກເຂົາເປັນທີ່ລັງກຽດຕໍ່ພຣະເຈົ້າເຢໂຮວາ ແລະ ພວກເຮົາຍັງສາມາດເຫັນໄດ້ ເຊັ່ນກັນວ່າ ພວກເຂົາເຂົ້າໃຈເຫດຜົນວ່າເປັນຫຍັງພຣະອົງຈຶ່ງຈະທຳລາຍພວກເຂົາໃນອີກບໍ່ດົນ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງພວກເຂົາທຸກຄົນຈຶ່ງປາຖະໜາທີ່ຈະກັບໃຈທັງໝົດ, ຫັນຈາກວິທີທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ເວົ້າອີກຢ່າງກໍຄື ຫຼັງຈາກທີ່ພວກເຂົາຮູ້ຈັກເຖິງການຕັກເຕືອນຂອງພຣະເຈົ້າເຢໂຮວາ, ພວກເຂົາແຕ່ລະຄົນກໍຮູ້ສຶກຢ້ານໃນຫົວໃຈຂອງພວກເຂົາ; ພວກເຂົາບໍ່ສືບຕໍ່ກັບຄວາມປະພຶດທີ່ຊົ່ວຮ້າຍຂອງພວກເຂົາ ແລະ ບໍ່ເຮັດການກະທຳເຫຼົ່ານັ້ນທີ່ເປັນຕາລັງກຽດຕໍ່ພຣະເຈົ້າເຢໂຮວາອີກຕໍ່ໄປ. ນອກຈາກນັ້ນ ພວກເຂົາຍັງໄດ້ອ້ອນວອນພຣະເຈົ້າເຢໂຮວາໃຫ້ອະໄພບາບໃນອະດີດຂອງພວກເຂົາ ແລະ ບໍ່ປະຕິບັດຕໍ່ພວກເຂົາຕາມການກະທຳທີ່ຢູ່ໃນອະດີດຂອງພວກເຂົາ. ພວກເຂົາເຕັມໃຈທີ່ຈະບໍ່ເຮັດໃນສິ່ງຊົ່ວຮ້າຍອີກຕໍ່ໄປ ແລະ ພ້ອມທີ່ຈະປະຕິບັດຕາມຄຳສັ່ງຂອງພຣະເຈົ້າເຢໂຮວາ, ເພື່ອວ່າ ມັນອາດຈະບໍ່ເຮັດໃຫ້ພຣະເຈົ້າເຢໂຮວາໂກດຮ້າຍອີກ. ການກັບໃຈຂອງພວກເຂົາແມ່ນຈິງໃຈ ແລະ ສົມບູນ. ມັນມາຈາກສ່ວນເລິກທີ່ຢູ່ພາຍໃນຫົວໃຈຂອງພວກເຂົາ ທີ່ຈິງໃຈ ແລະ ຖາວອນ.

ຫຼັງຈາກທີ່ປະຊາຊົນແຫ່ງເມືອງນີນາເວ, ນັບຕັ້ງແຕ່ກະສັດຈົນເຖິງສາມັນຊົນ ຮຽນຮູ້ວ່າພຣະເຈົ້າເຢໂຮວາໃຈຮ້າຍກັບພວກເຂົາ, ພຣະເຈົ້າສາມາດເຫັນໄດ້ຢ່າງຊັດເຈນ ແລະ ຢ່າງແຈ່ມແຈ້ງເຖິງການກະທຳຂອງພວກເຂົາ ແລະ ຄວາມປະພຶດຂອງພວກເຂົາທັງໝົດ, ພ້ອມກັບການຕັດສິນໃຈ ແລະ ທາງເລືອກທຸກຢ່າງທີ່ພວກເຂົາໄດ້ເລືອກ. ຫົວໃຈຂອງພຣະເຈົ້າປ່ຽນແປບຕາມພຶດຕິກຳຂອງພວກເຂົາ. ແມ່ນຫຍັງຄືສະພາບຈິດໃຈຂອງພຣະເຈົ້າໃນຊ່ວງເວລານັ້ນ? ພຣະຄຳພີສາມາດຕອບຄຳຖາມນີ້ໃຫ້ກັບເຈົ້າ. ຂໍ້ພຣະທຳດັ່ງຕໍ່ໄປນີ້ໄດ້ຖືກບັນທຶກໄວ້ໃນພຣະຄຳພີ: “ພຣະເຈົ້າໄດ້ເຫັນການກະທໍາຂອງພວກເຂົາ ກໍເຫັນວ່າພວກເຂົາໄດ້ປະຖິ້ມຫົນທາງທີ່ຊົ່ວຮ້າຍແລ້ວ ແລະ ພຣະເຈົ້າກໍປ່ຽນໃຈຈາກການທໍາຮ້າຍທີ່ພຣະອົງໄດ້ກ່າວໄວ້ວ່າ ພຣະອົງຈະກະທໍາຕໍ່ພວກເຂົາ, ພຣະອົງບໍ່ໄດ້ເຮັດໃຫ້ສິ່ງເຫຼົ່ານັ້ນເກີດຂຶ້ນເລີຍ”. ເຖິງແມ່ນພຣະເຈົ້າໄດ້ປ່ຽນຄວາມຄິດຂອງພຣະອົງແລ້ວ, ບໍ່ມີຫຍັງທີ່ຊັບຊ້ອນກ່ຽວກັບສະພາບຈິດໃຈຂອງພຣະອົງ. ພຣະອົງພຽງແຕ່ປ່ຽນຈາກການສະແດງຄວາມໃຈຮ້າຍຂອງພຣະອົງມາເປັນການສະຫງົບຄວາມໃຈຮ້າຍຂອງພຣະອົງ ແລະ ຫຼັງຈາກນັ້ນກໍຕັດສິນໃຈທີ່ຈະບໍ່ນໍາໄພພິບັດມາສູ່ເມືອງນີນາເວອີກ. ເຫດຜົນທີ່ວ່າເປັນຫຍັງການຕັດສິນໃຈຂອງພຣະເຈົ້າ ທີ່ລະເວັ້ນຊາວນີນາເວຈາກໄພພິບັດຢ່າງໄວວ່າ ກໍຄື ພຣະເຈົ້າໄດ້ສັງເກດເຫັນຫົວໃຈຂອງແຕ່ລະຄົນໃນເມືອງນີນາເວ. ພຣະອົງເຫັນວ່າ ພວກເຂົາມີສິ່ງທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ເຊັ່ນ: ການກັບໃຈທີ່ຈິງໃຈຂອງພວກເຂົາ, ການສາລະພາບຄວາມບາບຂອງພວກເຂົາ, ຄວາມເຊື່ອຢ່າງຈິງໃຈທີ່ພວກເຂົາມີໃນພຣະອົງ, ຄວາມຮູ້ສຶກຢ່າງເລິກເຊິ່ງຂອງພວກເຂົາກ່ຽວກັບວິທີກະທຳຊົ່ວຮ້າຍຂອງພວກເຂົາໄດ້ເຮັດໃຫ້ອຸປະນິໄສຂອງພຣະອົງນັ້ນໂກດຮ້າຍ ແລະ ຄວາມຢຳເກງເຊິ່ງເປັນຜົນມາຈາກການລົງໂທດທີ່ກຳລັງຈະມາຮອດຂອງພຣະເຈົ້າເຢໂຮວາ. ໃນເວລາດຽວກັນ, ພຣະເຈົ້າເຢໂຮວາຍັງໄດ້ຍິນຄຳອະທິຖານຂອງພວກເຂົາ, ເຊິ່ງມາຈາກສ່ວນເລິກພາຍໃນຫົວໃຈຂອງພວກເຂົາ, ອ້ອນວອນພຣະອົງບໍ່ໃຫ້ໃຈຮ້າຍກັບພວກເຂົາອີກຕໍ່ໄປ, ເພື່ອວ່າພວກເຂົາອາດຫຼີກເວັ້ນຈາກໄພພິບັດນີ້. ເມື່ອພຣະເຈົ້າສັງເກດຄວາມຈິງທັງໝົດເຫຼົ່ານີ້, ຄວາມໃຈຮ້າຍຂອງພຣະອົງກໍຫາຍໄປເທື່ອລະໜ້ອຍ. ໂດຍບໍ່ຄຳນຶງເຖິງວ່າ ກ່ອນໜ້ານີ້ ຄວາມໃຈຮ້າຍຂອງພຣະອົງມີຫຼາຍສໍ່າໃດ, ຫົວໃຈຂອງພຣະອົງຖືກສຳຜັດ ເມື່ອພຣະອົງເຫັນການກັບໃຈຢ່າງຈິງໃຈ ທີ່ມາຈາກສ່ວນເລິກຂອງຫົວໃຈຂອງຜູ້ຄົນເຫຼົ່ານີ້ ແລະ ສະນັ້ນ ພຣະອົງຈຶ່ງບໍ່ສາມາດທົນໄດ້ທີ່ຈະນໍາໄພພິບັດມາສູ່ພວກເຂົາ ແລະ ໃນທີ່ສຸດ ພຣະອົງກໍເຊົາໃຈຮ້າຍໃສ່ພວກເຂົາ. ກົງກັນຂ້າມ ພຣະອົງສືບຕໍ່ຂະຫຍາຍຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງທີ່ມີຕໍ່ພວກເຂົາ ແລະ ສືບຕໍ່ນໍາພາ ແລະ ສະໜອງໃຫ້ກັບພວກເຂົາ.

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຖ້າຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າເປັນຄວາມຈິງ, ເຈົ້າກໍຈະໄດ້ຮັບການດູແລຂອງພຣະອົງເລື້ອຍໆ

ການທີ່ພຣະເຈົ້າປ່ຽນແປງເຈດຕະນາຂອງພຣະອົງຕໍ່ປະຊາຊົນແຫ່ງເມືອງນີນາເວນັ້ນບໍ່ໄດ້ມີຄວາມລັງເລໃຈ ຫຼື ສິ່ງໃດໜຶ່ງທີ່ຄຸມເຄືອ ຫຼື ບໍ່ຊັດເຈນ. ກົງກັນຂ້າມ...

ອຸປະນິໄສທີ່ຊອບທຳຂອງພຣະຜູ້ສ້າງເປັນຈິງ ແລະ ແຈ່ມແຈ້ງ

ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າແມ່ນບໍ່ແປກ, ແຕ່ການກັບໃຈທີ່ແທ້ຈິງຂອງມະນຸດແມ່ນແປກ ບໍ່ວ່າພຣະເຈົ້າຈະໃຈຮ້າຍຫຼາຍສໍ່າໃດກັບຊາວນີນາເວກໍຕາມ,...

Leave a Reply