ພຣະຜູ້ສ້າງສະແດງຄວາມຮູ້ສຶກທີ່ແທ້ຈິງຂອງພຣະອົງສຳລັບມະນຸດຊາດ
ແນ່ນອນ ການສົນທະນານີ້ລະຫວ່າງພຣະເຈົ້າເຢໂຮວາ ແລະ ໂຢນາແມ່ນການສະແດງເຖິງຄວາມຮູ້ສຶກທີ່ແທ້ຈິງຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ. ໃນດ້ານໜຶ່ງ,...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ໂຢນາ 1:1-2 ບັດນີ້ ຖ້ອຍຄໍາຂອງພຣະເຢໂຮວາໄດ້ມາເຖິງໂຢນາ ເຊິ່ງເປັນລູກຊາຍຂອງອາມິດຕາຍ ໂດຍກ່າວວ່າ ຈົ່ງລຸກຂຶ້ນ, ໄປທີ່ເມືອງນີນາເວ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ນັ້ນ ແລະ ຮ້ອງໄຫ້ເພື່ອພວກເຂົາ; ເພາະວ່າຄວາມຊົ່ວຮ້າຍຂອງພວກເຂົາໄດ້ມາຢູ່ຕໍ່ໜ້າເຮົາແລ້ວ.
ໂຢນາ 3 ແລະ ຖ້ອຍຄໍາຂອງພຣະເຢໂຮວາໄດ້ມາເຖິງໂຢນາເປັນຄັ້ງທີສອງ ໂດຍກ່າວວ່າ ຈົ່ງລຸກຂຶ້ນ, ຈົ່ງໄປເມືອງນີນາເວ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ນັ້ນ ແລະ ຈົ່ງເທດສະໜາຕາມຄໍາເທດສະໜາທີ່ເຮົາໄດ້ບອກໃຫ້ກັບເຈົ້າ. ແລ້ວໂຢນາກໍລຸກຂຶ້ນ ແລະ ໄປເມືອງນີນາເວຕາມຖ້ອຍຄໍາຂອງພຣະເຢໂຮວາ. ບັດນີ້ ນີນາເວເປັນເມືອງທີ່ຍິ່ງໃຫຍ່ຫຼາຍ ເຊິ່ງຕ້ອງໃຊ້ເວລາເດີນທາງສາມມື້ ແລະ ໂຢນາກໍເລີ່ມເຂົ້າໄປໃນເມືອງນັ້ນໂດຍເດີນທາງມື້ດຽວ ແລະ ລາວຮ້ອງໄຫ້ຂຶ້ນ ແລະ ເວົ້າວ່າ ໃນເວລາສີ່ສິບມື້ນີນາເວຈະຖືກໂຄ່ນລົ້ມ. ແລ້ວປະຊາຊົນໃນນີນາເວກໍເຊື່ອພຣະເຈົ້າ ແລະ ປະກາດໃຫ້ຜູ້ຄົນບໍ່ວ່າໃຫຍ່ ແລະ ນ້ອຍອົດອາຫານ ແລະ ນຸ່ງຜ້າກະສອບ. ເມື່ອຖ້ອຍຄໍາໄດ້ມາເຖິງກະສັດແຫ່ງນີນາເວ ແລ້ວເພິ່ນກໍລຸກຂຶ້ນຈາກບັນລັງຂອງເພິ່ນ ແລະ ເພິ່ນແກ້ເຄື່ອງນຸ່ງອອກຈາກໂຕເພິ່ນ ແລະ ນຸ່ງຜ້າກະຊອບ ແລະ ໄດ້ນັ່ງໃນກອງຂີ້ເຖົ່າ. ແລ້ວເພິ່ນກໍສັ່ງໃຫ້ປະກາດ ແລະ ຕີແຜ່ທົ່ວທັງນີນາເວດ້ວຍກົດບັນຍັດຂອງກະສັດ ແລະ ຜູ້ຄົນຊັ້ນສູງ ໂດຍກ່າວວ່າ ບໍ່ໃຫ້ຄົນໃດ ຫຼື ສັດ, ບໍ່ວ່າຈະເປັນຝູງມ້າ ຫຼື ຝູງລໍ, ກິນຫຍັງກໍຕາມ ນັ້ນກໍຄືບໍ່ໃຫ້ພວກມັນກິນ ຫຼື ດື່ມນໍ້າ, ແຕ່ໃຫ້ທັງຄົນ ແລະ ສັດນຸ່ງຜ້າກະສອບ ແລະ ຮ້ອງໄຫ້ຫາພຣະເຈົ້າຢ່າງກຶກກ້ອງ, ແມ່ນແລ້ວ ໃຫ້ພວກເຂົາທຸກຄົນກັບໃຈຈາກຫົນທາງທີ່ຊົ່ວຮ້າຍຂອງເຂົາ ແລະ ຈາກຄວາມວຸ້ນວາຍທີ່ເກີດຂຶ້ນດ້ວຍມືຂອງພວກເຂົາ. ມີໃຜແດ່ທີ່ສາມາດຮູ້ໄດ້ວ່າ ບາງເທື່ອພຣະເຈົ້າອາດຈະປ່ຽນໃຈ ແລະ ຫັນໜີຈາກຄວາມໂກດຮ້າຍທີ່ຮຸນແຮງຂອງພຣະອົງເພື່ອພວກເຂົາຈະບໍ່ຈິບຫາຍ? ພຣະເຈົ້າໄດ້ເຫັນການກະທໍາຂອງພວກເຂົາ ກໍເຫັນວ່າພວກເຂົາໄດ້ປະຖິ້ມຫົນທາງທີ່ຊົ່ວຮ້າຍແລ້ວ ແລະ ພຣະເຈົ້າກໍປ່ຽນໃຈຈາກການທໍາຮ້າຍທີ່ພຣະອົງໄດ້ກ່າວໄວ້ວ່າ ພຣະອົງຈະກະທໍາຕໍ່ພວກເຂົາ, ພຣະອົງບໍ່ໄດ້ເຮັດໃຫ້ສິ່ງເຫຼົ່ານັ້ນເກີດຂຶ້ນເລີຍ.
ໂຢນາ 4 ແຕ່ສິ່ງນີ້ເຮັດໃຫ້ໂຢນາບໍ່ພໍໃຈເປັນຢ່າງຍິ່ງ ແລະ ເພິ່ນກໍໃຈຮ້າຍຫຼາຍ. ເພິ່ນອະທິຖານຫາພຣະເຢໂຮວາ ແລະ ເວົ້າວ່າ ຂ້ານ້ອຍອະທິຖານຫາພຣະອົງ ໂອ ພຣະເຢໂຮວາ ສິ່ງນີ້ບໍ່ແມ່ນສິ່ງທີ່ຂ້ານ້ອຍໄດ້ກ່າວໄວ້ໃນຕອນທີ່ຂ້ານ້ອຍຢູ່ໃນປະເທດຂອງຂ້ານ້ອຍນັ້ນບໍ? ສະນັ້ນ ຂ້ານ້ອຍຈຶ່ງໜີໄປເມືອງຕາຊິດ ຍ້ອນຂ້ານ້ອຍຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ມີເມດຕາ ແລະ ກະລຸນາ, ລັງເລທີ່ຈະໃຈຮ້າຍ ແລະ ມີຄວາມເມດຕາທີ່ຍິ່ງໃຫຍ່ ແລະ ພຣະອົງປ່ຽນໃຈຈາກການລົງໂທດຄົນທີ່ຊົ່ວຮ້າຍ. ດ້ວຍເຫດນັ້ນ ບັດນີ້ ໂອ ພຣະເຢໂຮວາເອີຍ ຂ້ານ້ອຍອ້ອນວອນໃຫ້ພຣະອົງເອົາຊີວິດຂອງຂ້ານ້ອຍໄປຈາກຂ້ານ້ອຍດ້ວຍເທີ້ນ; ຍ້ອນມັນຈະດີກວ່າຖ້າຂ້ານ້ອຍຕາຍໄປແທນທີ່ຈະມີຊີວິດຢູ່. ແລ້ວພຣະເຢໂຮວາກໍກ່າວວ່າ ສິ່ງທີ່ເຈົ້າໃຈຮ້າຍນັ້ນຖືກຕ້ອງແລ້ວບໍ? ສະນັ້ນ ໂຢນາຈຶ່ງອອກໄປຈາກເມືອງ ແລະ ນັ່ງຢູ່ທາງທິດຕະເວັນອອກຂອງເມືອງ ແລະ ຢູ່ທີ່ນັ້ນເພິ່ນໄດ້ປຸກຕູບນ້ອຍໆຂຶ້ນ ແລະ ນັ່ງຢູ່ໃນກ້ອງຮົ່ມຂອງຕູບນັ້ນ ຈົນກວ່າເພິ່ນຈະເຫັນໃນສິ່ງທີ່ຈະເກີດຂຶ້ນກັບເມືອງນັ້ນ. ພຣະເຈົ້າເຢໂຮວາກໍບັນດານຕົ້ນໝາກນໍ້າເຕົ້າ ແລະ ເຮັດໃຫ້ມັນເກີດຂຶ້ນຢູ່ໃກ້ກັບໂຢນາເພື່ອມັນຈະເປັນຮົ່ມຢູ່ເທິງຫົວຂອງເພິ່ນ, ເພື່ອຊ່ວຍເພີ່ມໃຫ້ເຊົາຈາກຄວາມໂສກເສົ້າຂອງເພິ່ນ. ແລ້ວໂຢນາກໍຍິນດີເປັນຢ່າງຍິ່ງກັບຕົ້ນໝາກນໍ້າເຕົ້ານັ້ນ. ແຕ່ເມື່ອຮອດຕອນເຊົ້າຂອງມື້ຕໍ່ມາ ພຣະເຈົ້າກໍໄດ້ບັນດານໃຫ້ມີໜອນໃນຕົ້ນໝາກນໍ້າເຕົ້ານັ້ນ ແລະ ມັນກໍກັດກິນຕົ້ນໝາກນໍ້າເຕົ້າຈົນຫ່ຽວແຫ້ງ. ເວລາຜ່ານໄປເມື່ອຕາເວັນຂຶ້ນ ພຣະອົງກໍໄດ້ບັນດານລົມແຮງກ້າຈາກທິດຕາເວັນອອກ ແລະ ແສງຕາເວັນກໍເຜົາໄໝ້ຫົວຂອງໂຢນາຈົນເພິ່ນເປັນລົມໄປ ແລະ ປາຖະໜາຢາກຕາຍ ແລະ ກ່າວວ່າ ມັນຄືຈະດີກວ່າຖ້າຂ້ານ້ອຍຕາຍໄປແທນທີ່ຈະມີຊີວິດຢູ່. ແລ້ວພຣະເຈົ້າກໍກ່າວກັບໂຢນາວ່າ ສິ່ງທີ່ເຈົ້າໃຈຮ້າຍຍ້ອນຕົ້ນໝກນໍ້າເຕົ້ານັ້ນຖືກຕ້ອງແລ້ວບໍ? ແລະ ໂຢນາກ່າວວ່າ ຂ້ານ້ອຍໃຈຮ້າຍນັ້ນຖືກແລ້ວ ແມ່ນແຕ່ເຖິງຕາຍກໍຕາມ. ແລ້ວພຣະເຢໂຮວາກໍກ່າວວ່າ ເຈົ້າສົງສານຕົ້ນໝາກນໍ້າເຕົ້າ ເຊິ່ງເຈົ້າບໍ່ໄດ້ເສຍແຮງ ຫຼື ເຮັດໃຫ້ມັນເຕີບໃຫຍ່ເລີຍ; ເຊິ່ງມັນກໍເກີດຂຶ້ນໃນຄືນດຽວ ແລະ ຕາຍໄປໃນຄືນດຽວ ແລ້ວເຮົາບໍ່ຄວນຍົກໂທດໃຫ້ເມືອງນີນາເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ ໂດຍມີປະຊາກອນຫຼາຍກວ່າໜຶ່ງແສນສອງໝື່ນຄົນທີ່ບໍ່ສາມາດຈໍາແນກລະຫວ່າງມືເບື້ອງຂວາຂອງພວກເຂົາ ແລະ ມືເບື້ອງຊ້າຍຂອງພວກເຂົາ; ແລ້ວກໍຍັງມີງົວຄວາຍອີກຫຼາຍໂຕ?
ບົດຫຍໍ້ກ່ຽວກັບເລື່ອງລາວຂອງເມືອງນີນາເວ
ເຖິງແມ່ນເລື່ອງລາວກ່ຽວກັບ “ພຣະເຈົ້າຊ່ວຍເຫຼືອເມືອງນີນາເວໃຫ້ລອດພົ້ນ” ເປັນບົດຄວາມສັ້ນ, ແຕ່ມັນກໍເຮັດໃຫ້ຜູ້ຄົນໄດ້ເຫັນເຖິງອີກດ້ານໜຶ່ງຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ. ເພື່ອໃຫ້ເຂົ້າໃຈວ່າ ອີກດ້ານໜຶ່ງປະກອບດ້ວຍຫຍັງກັນແທ້, ພວກເຮົາຕ້ອງກັບໄປເບິ່ງພຣະຄຳພີ ແລະ ທົບທວນການກະທຳຂອງພຣະເຈົ້າທີ່ພຣະອົງປະຕິບັດໃນຂະບວນການພາລະກິດຂອງພຣະອົງ.

ກ່ອນອື່ນໝົດ ໃຫ້ພວກເຮົາເບິ່ງການເລີ່ມຕົ້ນຂອງ ເລື່ອງນີ້: “ບັດນີ້ ຖ້ອຍຄໍາຂອງພຣະເຢໂຮວາໄດ້ມາເຖິງໂຢນາ ເຊິ່ງເປັນລູກຊາຍຂອງອາມິດຕາຍ ໂດຍກ່າວວ່າ ຈົ່ງລຸກຂຶ້ນ, ໄປທີ່ເມືອງນີນາເວ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ນັ້ນ ແລະ ຮ້ອງໄຫ້ເພື່ອພວກເຂົາ; ເພາະວ່າຄວາມຊົ່ວຮ້າຍຂອງພວກເຂົາໄດ້ມາຢູ່ຕໍ່ໜ້າເຮົາແລ້ວ” (ໂຢນາ 1:1-2). ໃນຂໍ້ຄວາມນີ້ຈາກພຣະຄຳພີ ພວກເຮົາຮູ້ວ່າ ພຣະເຈົ້າເຢໂຮວາໄດ້ສັ່ງໃຫ້ໂຢນາໄປເມືອງນີນາເວ. ເປັນຫຍັງພຣະອົງຈຶ່ງສັ່ງໃຫ້ໂຢນາໄປເມືອງນີ້? ພຣະຄຳພີໄດ້ບັນທຶກໄວ້ຢ່າງຊັດເຈນກ່ຽວກັບເລື່ອງນີ້ຫຼາຍ: ຄວາມຊົ່ວຮ້າຍຂອງປະຊາຊົນທີ່ຢູ່ໃນເມືອງນີ້ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເຢໂຮວາ ແລະ ສະນັ້ນ ພຣະອົງຈຶ່ງສົ່ງໂຢນາໃຫ້ໄປແຈ້ງເຕືອນພວກເຂົາໃນສິ່ງທີ່ພຣະອົງເຈດຕະນາຈະເຮັດ. ໃນຂະນະທີ່ບໍ່ມີຫຍັງບັນທຶກໄວ້ທີ່ບົ່ງບອກພວກເຮົາວ່າ ໂຢນາແມ່ນໃຜ, ແນ່ນອນ ສິ່ງນີ້ບໍ່ໄດ້ກ່ຽວຂ້ອງກັບການຮູ້ຈັກພຣະເຈົ້າ ແລະ ສະນັ້ນ ພວກເຈົ້າບໍ່ຈຳເປັນຕ້ອງເຂົ້າໃຈຜູ້ຊາຍຄົນນີ້ ນັ້ນກໍຄື ໂຢນາ. ພວກເຈົ້າພຽງແຕ່ຕ້ອງຮູ້ສິ່ງທີ່ພຣະເຈົ້າສັ້ງໃຫ້ໂຢນາເຮັດ ແລະ ແມ່ນຫຍັງຄືເຫດຜົນຂອງພຣະເຈົ້າໃນການເຮັດສິ່ງດັ່ງກ່າວ.
ການຕັກເຕືອນຂອງພຣະເຈົ້າເຢໂຮວາໄດ້ໄປເຖິງຊາວນີນາເວ
ໃຫ້ພວກເຮົາອ່ານຕໍ່ຂໍ້ຄວາມທີສອງ, ບົດທີສາມຂອງໜັງສືໂຢນາລະບຸວ່າ: “ແລະ ໂຢນາກໍເລີ່ມເຂົ້າໄປໃນເມືອງນັ້ນໂດຍເດີນທາງມື້ດຽວ ແລະ ລາວຮ້ອງໄຫ້ຂຶ້ນ ແລະ ເວົ້າວ່າ ໃນເວລາສີ່ສິບມື້ນີນາເວຈະຖືກໂຄ່ນລົ້ມ”. ນີ້ແມ່ນຂໍ້ຄວາມທີ່ພຣະເຈົ້າສົ່ງໃຫ້ກັບໂຢນາໂດຍກົງເພື່ອບອກຊາວນີນາເວ, ສະນັ້ນ ແນ່ນອນ ພຣະທໍາເຫຼົ່ານີ້ຈຶ່ງເປັນພຣະທໍາທີ່ພຣະເຈົ້າປາຖະໜາຢາກຈະກ່າວຕໍ່ຊາວນີນາເວ. ພຣະທໍາເຫຼົ່ານີ້ບອກຜູ້ຄົນວ່າ ພຣະເຈົ້າເລີ່ມກຽດຊັງ ແລະ ຊັງປະຊາຊົນໃນເມືອງນິນາເວ ຍ້ອນຄວາມຊົ່ວຮ້າຍຂອງພວກເຂົາໄດ້ມາຢູ່ຕໍ່ໜ້າຂອງພຣະອົງແລ້ວ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງປາຖະໜາທີ່ຈະທຳລາຍເມືອງນີ້. ເຖິງຢ່າງໃດກໍຕາມ, ກ່ອນພຣະເຈົ້າຈະທຳລາຍເມືອງດັ່ງກ່າວ, ພຣະອົງຈະຕັກເຕືອນຕໍ່ຊາວນີນາເວກ່ອນ ແລະ ໃນເວລາດຽວກັນ ພຣະອົງກໍໃຫ້ໂອກາດພວກເຂົາໄດ້ກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາ ແລະ ເລີ່ມຕົ້ນໃໝ່. ພຣະອົງໄດ້ໃຫ້ໂອກາດນີ້ແກ່ພວກເຂົາເປັນເວລາສີ່ສິບມື້ ແລະ ບໍ່ມີອີກຕໍ່ໄປ. ເວົ້າອີກຢ່າງກໍຄື ຖ້າຜູ້ຄົນທີ່ຢູ່ໃນເມືອງບໍ່ກັບໃຈ, ຍອມຮັບຄວາມຜິດບາບຂອງພວກເຂົາ ແລະ ກົ້ມລົງຂາບຕໍ່ໜ້າພຣະເຈົ້າເຢໂຮວາພາຍໃນເວລາສີ່ສິບມື້, ພຣະເຈົ້າຈະທຳລາຍເມືອງນັ້ນດັ່ງທີ່ພຣະອົງໄດ້ທຳລາຍເມືອງໂຊໂດມ. ນີ້ແມ່ນສິ່ງທີ່ພຣະເຈົ້າເຢໂຮວາປາຖະໜາທີ່ຈະບອກປະຊາຊົນໃນເມືອງນີນາເວ. ແນ່ນອນ ນີ້ບໍ່ແມ່ນການປະກາດທີ່ງ່າຍດາຍ. ມັນບໍ່ພຽງແຕ່ສື່ເຖິງຄວາມໃຈຮ້າຍຂອງພຣະເຈົ້າເຢໂຮວາເທົ່ານັ້ນ, ແຕ່ມັນຍັງສື່ໃຫ້ເຫັນທ່າທີຂອງພຣະອົງຕໍ່ຊາວນີນາເວ ແລະ ໃນຂະນະດຽວກັນ ມັນກໍຍັງເຮັດໜ້າທີ່ຕັກເຕືອນຕໍ່ປະຊາຊົນທີ່ດຳລົງຊີວິດຢູ່ໃນເມືອງອີກດ້ວຍ. ການຕັກເຕືອນນີ້ບອກໃຫ້ພວກເຂົາຮູ້ວ່າ ການກະທຳທີ່ຊົ່ວຮ້າຍຂອງພວກເຂົາໄດ້ເຮັດໃຫ້ພຣະເຈົ້າເຢໂຮວາກຽດຊັງພວກເຂົາ ແລະ ໃນທີ່ສຸດກໍຈະນໍາພວກເຂົາເຂົ້າໄປໃກ້ກັບການທຳລາຍລ້າງພວກເຂົາເອງໃນອີກບໍ່ດົນ. ສະນັ້ນ ຊີວິດຂອງຜູ້ຄົນທີ່ອາໄສຢູ່ໃນເມືອງນີນາເວຈຶ່ງໃກ້ເຖິງອັນຕະລາຍທີ່ສຸດ.
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ແນ່ນອນ ການສົນທະນານີ້ລະຫວ່າງພຣະເຈົ້າເຢໂຮວາ ແລະ ໂຢນາແມ່ນການສະແດງເຖິງຄວາມຮູ້ສຶກທີ່ແທ້ຈິງຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ. ໃນດ້ານໜຶ່ງ,...
ຜູ້ຄົນມັກເວົ້າວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ. ແຕ່, ເຮົາເວົ້າວ່າ ການຮູ້ຈັກພຣະເຈົ້າບໍ່ແມ່ນເລື່ອງຍາກເລີຍ ເພາະວ່າ...
ຄວາມແຕກຕ່າງໂດຍສິ້ນເຊີງລະຫວ່າງປະຕິກິລິຍາຂອງເມືອງນີນາເວ ແລະ ເມືອງໂຊໂດມຕໍ່ການຕັກເຕືອນຂອງພຣະເຈົ້າ ການຖືກໂຄ່ນລົ້ມໝາຍຄວາມວ່າແນວໃດ?...
ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າແມ່ນບໍ່ແປກ, ແຕ່ການກັບໃຈທີ່ແທ້ຈິງຂອງມະນຸດແມ່ນແປກ ບໍ່ວ່າພຣະເຈົ້າຈະໃຈຮ້າຍຫຼາຍສໍ່າໃດກັບຊາວນີນາເວກໍຕາມ,...