ຖ້າຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າເປັນຄວາມຈິງ, ເຈົ້າກໍຈະໄດ້ຮັບການດູແລຂອງພຣະອົງເລື້ອຍໆ

28 ມັງກອນ 2021

ການທີ່ພຣະເຈົ້າປ່ຽນແປງເຈດຕະນາຂອງພຣະອົງຕໍ່ປະຊາຊົນແຫ່ງເມືອງນີນາເວນັ້ນບໍ່ໄດ້ມີຄວາມລັງເລໃຈ ຫຼື ສິ່ງໃດໜຶ່ງທີ່ຄຸມເຄືອ ຫຼື ບໍ່ຊັດເຈນ. ກົງກັນຂ້າມ ມັນຄືການປ່ຽນແປງຈາກຄວາມໃຈຮ້າຍທີ່ບໍລິສຸດມາເປັນຄວາມອົດກັ້ນທີ່ບໍລິສຸດ. ນີ້ແມ່ນການເປີດເຜີຍທີ່ແທ້ຈິງກ່ຽວກັບທາດແທ້ຂອງພຣະເຈົ້າ. ພຣະເຈົ້າບໍ່ເຄີຍລັງເລ ຫຼື ບໍ່ແນ່ໃຈໃນການກະທຳຂອງພຣະອົງ; ຫຼັກການ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງການກະທຳຂອງພຣະອົງລ້ວນແລ້ວແຕ່ຊັດເຈນ ແລະ ໂປ່ງໃສ, ບໍລິສຸດ ແລະ ບໍ່ມີຂໍ້ບົກຜ່ອງ, ບໍ່ມີກົນອຸບາຍ ຫຼື ເລ່ກົນປະສົມຢູ່ຂ້າງໃນຢ່າງແນ່ນອນ. ເວົ້າອີກຢ່າງໜຶ່ງກໍຄື ທາດແທ້ຂອງພຣະເຈົ້າບໍ່ມີຄວາມມືດມົນ ຫຼື ຄວາມຊົ່ວຮ້າຍ. ພຣະເຈົ້າໃຈຮ້າຍກັບຊາວນີນາເວກໍຍ້ອນວ່າ ການກະທຳທີ່ຊົ່ວຮ້າຍຂອງພວກເຂົາໄດ້ມາຢູ່ຕໍ່ໜ້າຂອງພຣະອົງ; ໃນເວລານັ້ນ ຄວາມໃຈຮ້າຍຂອງພຣະອົງແມ່ນສືບມາຈາກທາດແທ້ຂອງພຣະອົງ. ເຖິງຢ່າງໃດກໍຕາມ ເມື່ອຄວາມໃຈຮ້າຍຂອງພຣະອົງໄດ້ສະຫຼາຍໄປ ແລະ ພຣະອົງປະທານຄວາມອົດກັ້ນຂອງພຣະອົງໃຫ້ກັບປະຊາຊົນແຫ່ງເມືອງນີນາເວອີກຄັ້ງ, ທຸກສິ່ງທີ່ພຣະອົງເປີດເຜີຍກໍຍັງເປັນທາດແທ້ຂອງພຣະອົງເອງ. ການປ່ຽນແປງທັງໝົດນີ້ກໍເນື່ອງຈາກການປ່ຽນແປງໃນທັດສະນະຄະຕິຂອງມະນຸດຕໍ່ພຣະເຈົ້າ. ໃນລະຫວ່າງໄລຍະເວລານີ້, ອຸປະນິໄສທີ່ບໍ່ສາມາດຖືກທ້າທາຍໄດ້ຂອງພຣະເຈົ້າກໍບໍ່ໄດ້ປ່ຽນ, ທາດແທ້ທີ່ອົດກັ້ນຂອງພຣະເຈົ້າກໍບໍ່ໄດ້ປ່ຽນ ແລະ ທາດແທ້ແຫ່ງຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າກໍບໍ່ໄດ້ປ່ຽນ. ເມື່ອຜູ້ຄົນເຮັດສິ່ງຊົ່ວຮ້າຍ ແລະ ທ້າທາຍພຣະເຈົ້າ, ພຣະອົງກໍຈະນໍາຄວາມໃຈຮ້າຍມາສູ່ພວກເຂົາ. ເມື່ອຜູ້ຄົນກັບໃຈຢ່າງແທ້ຈິງ, ຫົວໃຈຂອງພຣະເຈົ້າກໍຈະປ່ຽນແປງ ແລະ ຄວາມໃຈຮ້າຍຂອງພຣະອົງກໍຈະເຊົາ. ເມື່ອຜູ້ຄົນສືບຕໍ່ໆຕ້ານພຣະເຈົ້າຢ່າງດື້ດ້ານ, ຄວາມໂກດຮ້າຍຂອງພຣະອົງກໍຈະບໍ່ເຊົາ ແລະ ຄວາມໂກດຮ້າຍຂອງພຣະອົງກໍຈະບີບພວກເຂົາເທື່ອລະໜ້ອຍຈົນພວກເຂົາຖືກທຳລາຍ. ນີ້ແມ່ນທາດແທ້ຂອງອຸປະນິໄສຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະສະແດງຄວາມໂກດຮ້າຍ ຫຼື ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາແບບໃດກໍຕາມ, ມັນຄືຄວາມປະພຶດຂອງມະນຸດ, ພຶດຕິກຳ ແລະ ທັດສະນະຄະຕິທີ່ຢູ່ໃນສ່ວນເລິກຂອງຫົວໃຈມະນຸດທີ່ພວກເຂົາມີຕໍ່ພຣະເຈົ້າທີ່ເຮັດໃຫ້ພຣະອົງເປີດເຜີຍອຸປະນິໄສຂອງພຣະອົງ. ຖ້າພຣະເຈົ້ານໍາບຸກຄົນໃດໜຶ່ງມາຢູ່ພາຍໃຕ້ຄວາມໃຈຮ້າຍຂອງພຣະອົງຢ່າງຕໍ່ເນື່ອງ, ຫົວໃຈຂອງບຸກຄົນນັ້ນກໍຈະຕໍ່ຕ້ານພຣະເຈົ້າໂດຍບໍ່ຕ້ອງສົງໄສ. ຍ້ອນບຸກຄົນດັ່ງກ່າວບໍ່ເຄີຍກັບໃຈຢ່າງແທ້ຈິງ, ບໍ່ເຄີຍກົ້ມຫົວຂອງພວກເຂົາລົງຕໍ່ໜ້າພຣະເຈົ້າ ຫຼື ມີຄວາມເຊື່ອແທ້ຈິງໃນພຣະເຈົ້າຈັກເທື່ອ, ພວກເຂົາບໍ່ເຄີຍໄດ້ຮັບເອົາຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າຈັກເທື່ອ. ຖ້າບາງຄົນຮັບເອົາການດູແລຂອງພຣະເຈົ້າ, ຄວາມເມດຕາຂອງພຣະອົງ ແລະ ຄວາມອົດກັ້ນຂອງພຣະອົງຢູ່ເລື້ອຍໆ, ແລ້ວແນ່ນອນ ບຸກຄົນນັ້ນກໍຈະມີຄວາມເຊື່ອຢ່າງແທ້ຈິງໃນພຣະເຈົ້າ ແລະ ຫົວໃຈຂອງພວກເຂົາກໍຈະບໍ່ຕໍ່ຕ້ານພຣະເຈົ້າ. ບຸກຄົນດັ່ງກ່າວກໍຈະກັບໃຈຢ່າງແທ້ຈິງຢູ່ຕໍ່ໜ້າພຣະເຈົ້າຕະຫຼອດໄປ; ສະນັ້ນ ເຖິງແມ່ນວ່າ ພຣະເຈົ້າຈະລົງວິໄນຕໍ່ບຸກຄົນນີ້, ຄວາມໂກດຮ້າຍຂອງພຣະອົງແມ່ນບໍ່ມີຕໍ່ດັ່ງກ່າວ.

ເລື່ອງລາວສັ້ນໆນີ້ເຮັດໃຫ້ຜູ້ຄົນເຫັນຫົວໃຈຂອງພຣະເຈົ້າ, ເຫັນເຖິງຄວາມເປັນຈິງແຫ່ງທາດແທ້ຂອງພຣະອົງ, ເຫັນວ່າຄວາມໃຈຮ້າຍຂອງພຣະເຈົ້າ ແລະ ການປ່ຽນແປງທີ່ຢູ່ໃນຫົວໃຈຂອງພຣະອົງບໍ່ແມ່ນບໍ່ມີເຫດຜົນ. ນອກຈາກຄວາມແຕກຕ່າງໂດຍສິ້ນເຊີງທີ່ພຣະເຈົ້າສະແດງອອກເມື່ອພຣະອົງໂກດຮ້າຍ ແລະ ເມື່ອພຣະອົງປ່ຽນແປງຫົວໃຈຂອງພຣະອົງ, ເຊິ່ງເຮັດໃຫ້ຜູ້ຄົນເຊື່ອວ່າ ມີການບໍ່ເຊື່ອມໂຍງ ຫຼື ຄວາມແຕກຕ່າງຢ່າງຫຼາຍລະຫວ່າງສອງດ້ານນີ້ຂອງທາດແທ້ຂອງພຣະເຈົ້າ, ຄວາມໃຈຮ້າຍຂອງພຣະອົງ ແລະ ຄວາມອົດກັ້ນຂອງພຣະອົງ, ທ່າທີຂອງພຣະເຈົ້າຕໍ່ການກັບໃຈຂອງຊາວນີນາເວແມ່ນເຮັດໃຫ້ຜູ້ຄົນເຫັນອີກດ້ານໜຶ່ງຂອງອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າອີກຄັ້ງ. ການທີ່ພຣະເຈົ້າປ່ຽນແປງຫົວໃຈກໍເພື່ອເຮັດໃຫ້ມະນຸດຊາດໄດ້ເຫັນຢ່າງແທ້ຈິງເຖິງຄວາມຈິງແຫ່ງຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະເຈົ້າອີກຄັ້ງ ແລະ ເຫັນເຖິງການເປີດເຜີຍທີ່ແທ້ຈິງກ່ຽວກັບທາດແທ້ຂອງພຣະເຈົ້າ. ມະນຸດຊາດມີພຽງແຕ່ຕ້ອງຮັບຮູ້ວ່າ ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະເຈົ້າບໍ່ແມ່ນເລື່ອງເລົ່າຂານທີ່ບໍ່ມີຄວາມຈິງ ຫຼື ພວກມັນບໍ່ແມ່ນເລື່ອງລາວທີ່ຖືກປັ້ນແຕ່ງຂຶ້ນມາ. ນີ້ກໍຍ້ອນວ່າ ຄວາມຮູ້ສຶກຂອງພຣະເຈົ້າໃນຊ່ວງເວລານັ້ນເປັນຄວາມຈິງ ແລະ ການທີ່ພຣະເຈົ້າປ່ຽນແປງຫົວໃຈກໍເປັນຈິງ, ແນ່ນອນ ພຣະເຈົ້າໄດ້ປະທານຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງມາສູ່ມະນຸດຊາດອີກຄັ້ງ.

ການກັບໃຈທີ່ແທ້ຈິງໃນຫົວໃຈຂອງຊາວນີນາເວທີ່ເຮັດໃຫ້ພວກເຂົາໄດ້ຮັບຄວາມເມດຕາຂອງພຣະເຈົ້າ ແລະ ປ່ຽນຜົນຮັບຂອງພວກເຂົາເອງ

ມີຂໍ້ຂັດແຍ້ງໃດບໍລະຫວ່າງການປ່ຽນໃຈ ແລະ ຄວາມໂກດຮ້າຍຂອງພຣະອົງ? ແນ່ນອນວ່າບໍ່ມີ! ນີ້ກໍຍ້ອນວ່າຄວາມອົດກັ້ນຂອງພຣະເຈົ້າໃນເວລານັ້ນແມ່ນມີເຫດຜົນຂອງມັນ. ແມ່ນຫຍັງຄືເຫດຜົນດັ່ງກ່າວ? ມັນຄືເຫດຜົນທີ່ກ່າວໄວ້ໃນພຣະຄຳພີ: “ທຸກຄົນກັບໃຈຈາກຫົນທາງທີ່ຊົ່ວຊ້າ” ແລະ “ຈາກຄວາມວຸ້ນວາຍທີ່ເກີດຂຶ້ນດ້ວຍມືຂອງພວກເຂົາ”.

“ຫົນທາງທີ່ຊົ່ວຊ້າ” ນີ້ບໍ່ໄດ້ໝາຍເຖິງການກະທຳຊົ່ວຮ້າຍເລັກນ້ອຍ, ແຕ່ໝາຍເຖິງແຫຼ່ງທີ່ມາຂອງພຶດຕິກຳຊົ່ວຮ້າຍຂອງຜູ້ຄົນ. “ກັບໃຈຈາກຫົນທາງທີ່ຊົ່ວຊ້າ” ໝາຍຄວາມວ່າ ບຸກຄົນດັ່ງກ່າວຈະບໍ່ເຮັດການກະທຳເຫຼົ່ານີ້ອີກ. ເວົ້າອີກຢ່າງກໍຄື ພວກເຂົາຈະບໍ່ປະພຶດໃນວິທີທີ່ຊົ່ວຮ້າຍແບບນີ້ອີກຕໍ່ໄປ; ວິທີການ, ແຫຼ່ງທີ່ມາ, ຈຸດປະສົງ, ເຈດຕະນາ ແລະ ຫຼັກການແຫ່ງການກະທຳຂອງພວກເຂົາໄດ້ປ່ຽນແປງໝົດແລ້ວ; ພວກເຂົາຈະບໍ່ໃຊ້ວິທີການ ແລະ ຫຼັກການເຫຼົ່ານັ້ນເພື່ອນໍາຄວາມປິຕິຍິນດີ ແລະ ຄວາມສຸກມາສູ່ຫົວໃຈຂອງພວກເຂົາອີກຕໍ່ໄປ. “ການປະຖິ້ມ” ໃນ “ການປະຖິ້ມຄວາມວຸ້ນວາຍທີ່ເກີດຂຶ້ນດ້ວຍມືຂອງພວກເຂົາ” ໝາຍຄວາມວ່າ ການປ່ອຍວາງ ຫຼື ການປ່ອຍປະ ເພື່ອໜີອອກຈາກອະດີດຢ່າງສົມບູນ ແລະ ບໍ່ຫັນຫຼັງກັບຄືນຕະຫຼອດໄປ. ເມື່ອປະຊາຊົນແຫ່ງເມືອງນີນາເວປະຖິ້ມຄວາມວຸ້ນວາຍໃນມືຂອງພວກເຂົາ, ສິ່ງນີ້ໄດ້ພິສູດ ແລະ ເປັນຕົວແທນໃຫ້ກັບການກັບໃຈທີ່ແທ້ຈິງຂອງພວກເຂົາ. ພຣະເຈົ້າສັງເກດລັກສະນະພາຍນອກຂອງຜູ້ຄົນ ພ້ອມທັງຫົວໃຈຂອງພວກເຂົາ. ເມື່ອພຣະເຈົ້າສັງເກດເຫັນການກັບໃຈຢ່າງແທ້ຈິງໃນຫົວໃຈຂອງຊາວນີນາເວໂດຍບໍ່ມີການຕັ້ງຄຳຖາມ ແລະ ຍັງສັງເກດເຫັນວ່າ ພວກເຂົາໄດ້ປະຖິ້ມຫົນທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ, ພຣະອົງກໍປ່ຽນໃຈຂອງພຣະອົງ. ນີ້ໝາຍຄວາມວ່າ ຄວາມປະພຶດ ແລະ ພຶດຕິກຳຂອງຜູ້ຄົນ ແລະ ຫຼາກຫຼາຍວິທີໃນການເຮັດສິ່ງຕ່າງໆ ພ້ອມທັງການສາລະພາບບາບທີ່ແທ້ຈິງຂອງພວກເຂົາ ແລະ ການກັບໃຈຈາກຄວາມຜິດບາບທີ່ຢູ່ໃນຫົວໃຈຂອງພວກເຂົາເຮັດໃຫ້ພຣະເຈົ້າປ່ຽນໃຈ, ປ່ຽນເຈດຕະນາ, ປ່ຽນແປງການຕັດສິນໃຈຂອງພຣະອົງ ແລະ ບໍ່ລົງໂທດ ຫຼື ທຳລາຍພວກເຂົາອີກ. ສະນັ້ນ ປະຊາຊົນແຫ່ງເມືອງນີນາເວຈຶ່ງໄດ້ຮັບຜົນຕາມມາທີ່ແຕກຕ່າງສຳລັບພວກເຂົາເອງ. ພວກເຂົາໄຖ່ຊີວິດຂອງພວກເຂົາເອງ ແລະ ໃນເວລາດຽວກັນກໍໄດ້ຮັບຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າ, ເຊິ່ງຍັງເປັນຈຸດທີ່ພຣະເຈົ້າຖອນຄວາມໂກດຮ້າຍຂອງພຣະອົງ.

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະຜູ້ສ້າງສະແດງຄວາມຮູ້ສຶກທີ່ແທ້ຈິງຂອງພຣະອົງສຳລັບມະນຸດຊາດ

ແນ່ນອນ ການສົນທະນານີ້ລະຫວ່າງພຣະເຈົ້າເຢໂຮວາ ແລະ ໂຢນາແມ່ນການສະແດງເຖິງຄວາມຮູ້ສຶກທີ່ແທ້ຈິງຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ. ໃນດ້ານໜຶ່ງ,...

ພຣະເຈົ້າເຫັນການກັບໃຈຢ່າງຈິງໃຈໃນສ່ວນເລິກຂອງຫົວໃຈຂອງຊາວນີນາເວ

ຄວາມແຕກຕ່າງໂດຍສິ້ນເຊີງລະຫວ່າງປະຕິກິລິຍາຂອງເມືອງນີນາເວ ແລະ ເມືອງໂຊໂດມຕໍ່ການຕັກເຕືອນຂອງພຣະເຈົ້າ ການຖືກໂຄ່ນລົ້ມໝາຍຄວາມວ່າແນວໃດ?...

ອຸປະນິໄສທີ່ຊອບທຳຂອງພຣະຜູ້ສ້າງເປັນຈິງ ແລະ ແຈ່ມແຈ້ງ

ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າແມ່ນບໍ່ແປກ, ແຕ່ການກັບໃຈທີ່ແທ້ຈິງຂອງມະນຸດແມ່ນແປກ ບໍ່ວ່າພຣະເຈົ້າຈະໃຈຮ້າຍຫຼາຍສໍ່າໃດກັບຊາວນີນາເວກໍຕາມ,...

Leave a Reply