ອຸປະນິໄສທີ່ຊອບທຳຂອງພຣະຜູ້ສ້າງເປັນຈິງ ແລະ ແຈ່ມແຈ້ງ
ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າແມ່ນບໍ່ແປກ, ແຕ່ການກັບໃຈທີ່ແທ້ຈິງຂອງມະນຸດແມ່ນແປກ ບໍ່ວ່າພຣະເຈົ້າຈະໃຈຮ້າຍຫຼາຍສໍ່າໃດກັບຊາວນີນາເວກໍຕາມ,...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ແນ່ນອນ ການສົນທະນານີ້ລະຫວ່າງພຣະເຈົ້າເຢໂຮວາ ແລະ ໂຢນາແມ່ນການສະແດງເຖິງຄວາມຮູ້ສຶກທີ່ແທ້ຈິງຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ. ໃນດ້ານໜຶ່ງ, ມັນແຈ້ງໃຫ້ຜູ້ຄົນຮູ້ກ່ຽວກັບການເຂົ້າໃຈຂອງພຣະຜູ້ສ້າງກ່ຽວກັບການເນລະມິດສ້າງທັງປວງພາຍໃຕ້ການປົກຄອງຂອງພຣະອົງ; ດັ່ງທີ່ພຣະເຈົ້າເຢໂຮວາກ່າວວ່າ, “ແລ້ວເຮົາບໍ່ຄວນຍົກໂທດໃຫ້ເມືອງນີນາເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ ໂດຍມີປະຊາຊົນຫຼາຍກວ່າໜຶ່ງແສນສອງໝື່ນຄົນທີ່ບໍ່ສາມາດຈໍາແນກລະຫວ່າງມືເບື້ອງຂວາຂອງພວກເຂົາ ແລະ ມືເບື້ອງຊ້າຍຂອງພວກເຂົາ; ແລ້ວກໍຍັງມີງົວຄວາຍອີກຫຼາຍໂຕ?” ເວົ້າອີກຢ່າງໜຶ່ງກໍຄື ຄວາມເຂົ້າໃຈຂອງພຣະເຈົ້າກ່ຽວກັບເມືອງນີນາເວບໍ່ແມ່ນແບບຜີວເຜີນ. ພຣະອົງບໍ່ພຽງແຕ່ຮູ້ຈັກຈຳນວນສິ່ງມີຊີວິດທີ່ຢູ່ພາຍໃນເມືອງເທົ່ານັ້ນ (ລວມເຖິງຜູ້ຄົນ ແລະ ສັດລ້ຽງ), ແຕ່ພຣະອົງຍັງຮູ້ຈັກວ່າ ມີເທົ່າໃດຄົນທີ່ບໍ່ສາມາດແຍກແຍະລະຫວ່າງມືຂວາ ແລະ ມືຊ້າຍຂອງພວກເຂົາ, ນັ້ນກໍຄື ມີເດັກນ້ອຍ ແລະ ຊາວໜຸ່ມເທົ່າໃດຄົນຢູ່ທີ່ນັ້ນ. ນີ້ແມ່ນຫຼັກຖານຢ່າງຊັດເຈນສຳລັບຄວາມເຂົ້າໃຈຢ່າງກວ້າງຂວາງຂອງພຣະເຈົ້າກ່ຽວກັບມະນຸດຊາດ. ໃນອີກດ້ານໜຶ່ງ, ການສົນທະນານີ້ໄດ້ແຈ້ງໃຫ້ຜູ້ຄົນຮູ້ຈັກກ່ຽວກັບທັດສະນະຄະຕິຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ ເຊິ່ງໝາຍຄວາມວ່າ ຄວາມສຳຄັນຂອງມະນຸດຊາດແມ່ນຢູ່ໃນຫົວໃຈຂອງພຣະຜູ້ສ້າງສະເໝີ. ດັ່ງທີ່ພຣະເຈົ້າເຢໂຮວາກ່າວວ່າ: “ເຈົ້າສົງສານຕົ້ນໝາກນໍ້າເຕົ້າ ເຊິ່ງເຈົ້າບໍ່ໄດ້ເສຍແຮງ ຫຼື ເຮັດໃຫ້ມັນເຕີບໃຫຍ່ເລີຍ; ເຊິ່ງມັນກໍເກີດຂຶ້ນໃນຄືນດຽວ ແລະ ຕາຍໄປໃນຄືນດຽວ ແລ້ວເຮົາບໍ່ຄວນຍົກໂທດໃຫ້ເມືອງນີນາເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່...?” ຖ້ອຍຄຳເຫຼົ່ານີ້ແມ່ນພຣະທຳແຫ່ງການຕໍານິຕິເຕືອນຂອງພຣະເຈົ້າຕໍ່ໂຢນາ ແລະ ພຣະທຳທຸກຂໍ້ເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຈິງ.

ເຖິງແມ່ນໂຢນາຖືກມອບໝາຍໃຫ້ປະກາດພຣະທຳຂອງພຣະເຈົ້າເຢໂຮວາຕໍ່ປະຊາຊົນແຫ່ງເມືອງນີນາເວ, ເພິ່ນກໍບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າເຢໂຮວາ ຫຼື ເຂົ້າໃຈເຖິງຄວາມເປັນຫ່ວງ ແລະ ຄວາມຄາດຫວັງຂອງພຣະອົງສຳລັບປະຊາຊົນຂອງເມືອງດັ່ງກ່າວ. ດ້ວຍຄໍາຕັກເຕືອນນີ້, ພຣະເຈົ້າຕັ້ງໃຈທີ່ຈະບອກແກ່ເພິ່ນວ່າ ມະນຸດຊາດເປັນຜົນຜະລິດຈາກມືຂອງພຣະເຈົ້າເອງ ແລະ ພຣະອົງໄດ້ໃຊ້ຄວາມພະຍາຍາມຢ່າງເຈັບປວດກັບແຕ່ລະຄົນ, ແຕ່ລະຄົນແບກຄວາມຄາດຫວັງຂອງພຣະເຈົ້າເທິງບ່າໄຫຼ່ຂອງພວກເຂົາ ແລະ ແຕ່ລະຄົນໄດ້ຮັບການສະໜອງແຫ່ງຊີວິດຈາກພຣະເຈົ້າ; ສຳລັບແຕ່ລະຄົນ ພຣະເຈົ້າໄດ້ຈ່າຍລາຄາແຫ່ງຄວາມພະຍາຍາມຢ່າງເຈັບປວດ. ການຕັກເຕືອນນີ້ຍັງບອກແກ່ໂຢນາວ່າ ພຣະເຈົ້າຖະນຸຖະໜອມມະນຸດຊາດ ເຊິ່ງເປັນຜົນງານທີ່ເຮັດດ້ວຍມືຂອງພຣະອົງເອງ, ດັ່ງກັບໂຢນາເອງທີ່ໄດ້ຖະນຸຖະໜອມໝາກນໍ້າເຕົ້າ. ພຣະເຈົ້າຈະບໍ່ມີທາງປະຖິ້ມມະນຸດຊາດຢ່າງງ່າຍດາຍ ຫຼື ຈົນກວ່າຊ່ວງເວລາສຸດທ້າຍ, ເພາະຍ້ອນວ່າ ມີລູກຫຼານ ແລະ ສັດລ້ຽງທີ່ໄຮ້ດຽງສາຢ່າງຫຼວງຫຼາຍໃນເມືອງນັ້ນ. ເມື່ອຈັດການກັບຄົນໜຸ່ມ ແລະ ໄຮ້ດຽງສາ ທີ່ເປັນຜົນຜະລິດໃນການເນລະມິດສ້າງຂອງພຣະເຈົ້າ ຜູ້ເຊິ່ງບໍ່ສາມາດແມ່ນແຕ່ແຍກແຍະມືຂວາຂອງພວກເຂົາຈາກມືຊ້າຍຂອງພວກເຂົາ, ມັນແຮງເປັນໄປໄດ້ຍາກທີ່ພຣະເຈົ້າຈະສິ້ນສຸດຊີວິດຂອງພວກເຂົາ ແລະ ກຳນົດຜົນຕາມມາຂອງພວກເຂົາໃນລັກສະນະທີ່ຮີບດ່ວນແບບນັ້ນ. ພຣະເຈົ້າຫວັງທີ່ຈະໄດ້ເຫັນພວກເຂົາເຕີບໃຫຍ່; ພຣະອົງຫວັງວ່າ ພວກເຂົາຈະບໍ່ຍ່າງໃນເສັ້ນທາງດຽວກັນກັບບັນພະບູລຸດຂອງພວກເຂົາ, ພວກເຂົາຈະບໍ່ຈໍາເປັນຕ້ອງໄດ້ຍິນການຕັກເຕືອນຂອງພຣະເຈົ້າເຢໂຮວາອີກ ແລະ ພວກເຂົາຈະເປັນພະຍານເຖິງອະດີດຂອງເມືອງນີນາເວ. ຍິ່ງໄປກວ່ານັ້ນ ພຣະເຈົ້າຫວັງທີ່ຈະເຫັນເມືອງນີນາເວຫຼັງຈາກທີ່ມັນໄດ້ກັບໃຈ, ເຫັນອະນາຄົດຂອງເມືອງນີນາເວຫຼັງຈາກການກັບໃຈຂອງມັນ ແລະ ສຳຄັນໄປກວ່ານັ້ນກໍຄື ໄດ້ເຫັນເມືອງນີນາເວດຳລົງຊີວິດຢູ່ພາຍໃຕ້ຄວາມເມດຕາຂອງພຣະເຈົ້າອີກຄັ້ງ. ສະນັ້ນ ໃນສາຍຕາຂອງພຣະເຈົ້າແລ້ວ, ສິ່ງຕ່າງໆແຫ່ງການເນລະມິດສ້າງເຫຼົ່ານັ້ນທີ່ບໍ່ສາມາດແຍກແຍະລະຫວ່າງມືຂວາ ແລະ ມືຊ້າຂອງພວກເຂົາ ຄືອະນາຄົດຂອງເມືອງນີນາເວ. ພວກເຂົາຈະແບກຫາບອະດີດທີ່ໜ້າລັງກຽດຂອງເມືອງນີນາເວ ດັ່ງທີ່ພວກເຂົາຈະແບກໜ້າທີ່ໆສຳຄັນໃນການເປັນພະຍານໃຫ້ກັບອະດີດຂອງເມືອງນີນາເວ ແລະ ອະນາຄົດຂອງມັນພາຍໃຕ້ການນໍາພາຂອງພຣະເຈົ້າເຢໂຮວາ. ການປະກາດກ່ຽວກັບຄວາມຮູ້ສຶກທີ່ແທ້ຈິງຂອງພຣະອົງນີ້, ພຣະເຈົ້າເຢໂຮວາສະແດງຄວາມເມດຕາຂອງພຣະຜູ້ສ້າງໃຫ້ກັບມະນຸດຊາດທັງປວງ. ມັນສະແດງໃຫ້ມະນຸດຊາດເຫັນວ່າ “ຄວາມເມດຕາຂອງພຣະຜູ້ເປັນເຈົ້າ” ບໍ່ແມ່ນວະລີທີ່ວ່າງເປົ່າ ຫຼື ມັນບໍ່ແມ່ນຄຳສັນຍາທີ່ວ່າງເປົ່າ; ມັນມີຫຼັກການ, ວິທີການ ແລະ ຈຸດປະສົງທີ່ເປັນຮູບປະທໍາ. ພຣະເຈົ້າແທ້ ແລະ ເປັນຈິງ ແລະ ພຣະອົງບໍ່ໄດ້ໃຊ້ຄວາມບໍ່ເປັນຈິງ ຫຼື ການປິດບັງ ແລະ ໃນລັກສະນະດຽວກັນນີ້ ຄວາມເມດຕາຂອງພຣະອົງກໍຖືກປະທານໃຫ້ແກ່ມະນຸດຊາດຢ່າງບໍ່ຮູ້ຈັກໝົດໃນທຸກເວລາ ແລະ ທຸກຍຸກ. ເຖິງຢ່າງໃດກໍຕາມ ຈົນເຖິງປັດຈຸບັນນີ້, ການສົນທະນາຂອງພຣະຜູ້ສ້າງກັບໂຢນາກໍຍັງເປັນການຢືນຢັນດ້ວຍຄຳເວົ້າພຽງຢ່າງດຽວຂອງພຣະອົງກ່ຽວກັບຄຳຖາມທີ່ວ່າ ເປັນຫຍັງພຣະອົງຈຶ່ງສະແດງຄວາມເມດຕາຕໍ່ມະນຸດຊາດ, ພຣະອົງສະແດງຄວາມເມດຕາຕໍ່ມະນຸດຊາດແນວໃດ, ພຣະອົງອົດກັ້ນຕໍ່ມະນຸດຊາດຫຼາຍສໍ່າໃດ ແລະ ພຣະອົງມີຄວາມຮູ້ສຶກທີ່ແທ້ຈິງຕໍ່ມະນຸດຊາດຫຼາຍສໍ່າໃດ. ພຣະທຳທີ່ສັ້ນ ແລະ ແຈ່ມແຈ້ງຂອງພຣະເຈົ້າເຢໂຮວາໃນລະຫວ່າງການສົນທະນານີ້ ສະແດງເຖິງຄວາມຄິດຂອງພຣະອົງຕໍ່ມະນຸດຊາດທັງໝົດ; ພຣະທຳເຫຼົ່ານີ້ແມ່ນການສະແດງອອກຢ່າງແທ້ຈິງເຖິງທ່າທີໃນຫົວໃຈຂອງພຣະອົງຕໍ່ມະນຸດຊາດ ແລະ ພວກມັນຍັງເປັນຫຼັກຖານທີ່ຊັດເຈນເຖິງການມອບຄວາມເມດຕາຢ່າງຫຼວງຫຼາຍຂອງພຣະອົງໃຫ້ກັບມະນຸດຊາດ. ຄວາມເມດຕາຂອງພຣະອົງບໍ່ແມ່ນພຽງແຕ່ຖືກປະທານໃຫ້ກັບຄົນຮຸ່ນກ່ອນເທົ່ານັ້ນ, ແຕ່ຍັງຖືກມອບໃຫ້ກັບຄົນຮຸ່ນຫຼັງອີກດ້ວຍ ດັ່ງທີ່ເຄີຍເປັນຢູ່ສະເໝີ, ຈາກຮຸ່ນສູ່ຮຸ່ນ. ເຖິງແມ່ນຄວາມໂກດຮ້າຍຂອງພຣະເຈົ້າຈະຖືກປ່ອຍລົງໃສ່ບາງມຸມ ແລະ ບາງຍຸກໃດໜຶ່ງຂອງມະນຸດຊາດຢູ່ເລື້ອຍໆ, ຄວາມເມດຕາຂອງພຣະເຈົ້າກໍບໍ່ເຄີຍຢຸດເຊົາ. ດ້ວຍຄວາມເມດຕາຂອງພຣະອົງ, ພຣະອົງນໍາພາ ແລະ ຊີ້ນໍາການເນລະມິດສ້າງຂອງພຣະອົງຈາກຮຸ່ນສູ່ຮຸ່ນ ນັ້ນກໍຍ້ອນວ່າ ຄວາມຮູ້ສຶກທີ່ແທ້ຈິງຂອງພຣະອົງຕໍ່ມະນຸດຊາດບໍ່ເຄີຍປ່ຽນແປງຈັກເທື່ອ. ດັ່ງທີ່ພຣະເຈົ້າເຢໂຮວາໄດ້ກ່າວໄວ້ວ່າ: “ແລ້ວເຮົາບໍ່ຄວນຍົກໂທດໃຫ້ເມືອງນີນາເວບໍ...?” ພຣະອົງຖະນຸຖະໜອມການເນລະມິດສ້າງຂອງພຣະອົງເອງຢູ່ຕະຫຼອດເວລາ. ນີ້ແມ່ນຄວາມເມດຕາແຫ່ງອຸປະນິໄສອັນຊອບທຳຂອງພຣະຜູ້ສ້າງ ແລະ ມັນຍັງເປັນເອກະລັກທີ່ສົມບູນຂອງພຣະຜູ້ສ້າງ!
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າແມ່ນບໍ່ແປກ, ແຕ່ການກັບໃຈທີ່ແທ້ຈິງຂອງມະນຸດແມ່ນແປກ ບໍ່ວ່າພຣະເຈົ້າຈະໃຈຮ້າຍຫຼາຍສໍ່າໃດກັບຊາວນີນາເວກໍຕາມ,...
ການທີ່ພຣະເຈົ້າປ່ຽນແປງເຈດຕະນາຂອງພຣະອົງຕໍ່ປະຊາຊົນແຫ່ງເມືອງນີນາເວນັ້ນບໍ່ໄດ້ມີຄວາມລັງເລໃຈ ຫຼື ສິ່ງໃດໜຶ່ງທີ່ຄຸມເຄືອ ຫຼື ບໍ່ຊັດເຈນ. ກົງກັນຂ້າມ...
ຜູ້ຄົນມັກເວົ້າວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ. ແຕ່, ເຮົາເວົ້າວ່າ ການຮູ້ຈັກພຣະເຈົ້າບໍ່ແມ່ນເລື່ອງຍາກເລີຍ ເພາະວ່າ...
ຄວາມແຕກຕ່າງໂດຍສິ້ນເຊີງລະຫວ່າງປະຕິກິລິຍາຂອງເມືອງນີນາເວ ແລະ ເມືອງໂຊໂດມຕໍ່ການຕັກເຕືອນຂອງພຣະເຈົ້າ ການຖືກໂຄ່ນລົ້ມໝາຍຄວາມວ່າແນວໃດ?...