ບົດເທດສະນາເທິງພູເຂົາ ຄຳອຸປະມາຂອງພຣະເຢຊູເຈົ້າ ພຣະບັນຍັດ
6. ບົດເທດສະນາເທິງພູເຂົາ
ຄວາມສຸກອັນແທ້ຈິງ (ມັດທາຍ 5:3-12)
ເກືອ ແລະ ແສງສະຫວ່າງ (ມັດທາຍ 5:13-16)
ກົດບັນຍັດ (ມັດທາຍ 5:17-20)
ຄວາມໃຈຮ້າຍ (ມັດທາຍ 5:21-26)
ການຫຼິ້ນຊູ້ (ມັດທາຍ 5:27-30)
ການຢ່າຮ້າງ (ມັດທາຍ 5:31-32)
ຄຳສາບານ (ມັດທາຍ 5:33-37)
ການແກ້ແຄ້ນ (ມັດທາຍ 5:38-42)
ຮັກສັດຕູຂອງເຈົ້າ (ມັດທາຍ 5:43-48)
ຄຳສັ່ງສອນເລື່ອງການໃຫ້ທານ (ມັດທາຍ 6:1-4)
ການພາວັນນາອະທິຖານ (ມັດທາຍ 6:5-8)
7. ຄຳອຸປະມາຂອງພຣະເຢຊູເຈົ້າ
ຄຳອຸປະມາເລື່ອງຜູ້ຫວ່ານ (ມັດທາຍ 13:1-9)
ຄຳອຸປະມາເລື່ອງເຂົ້ານົກ (ມັດທາຍ 13:24-30)
ຄຳອຸປະມາເລື່ອງເມັດຜັກກາດ (ມັດທາຍ 13:31-32)
ຄຳອຸປະມາເລື່ອງເຊື້ອແປ້ງ (ມັດທາຍ 13:33)
ການອະທິບາຍຄຳອຸປະມາເລື່ອງເຂົ້ານົກ (ມັດທາຍ 13:36-43)
ຄຳອຸປະມາເລື່ອງຊັບສົມບັດ (ມັດທາຍ 13:44)
ຄຳອຸປະມາເລື່ອງໄຂ່ມຸກ (ມັດທາຍ 13:45-46)
ຄຳອຸປະມາເລື່ອງມອງ (ມັດທາຍ 13:47-50)
8. ພຣະບັນຍັດ
“ພຣະເຢຊູກ່າວກັບລາວວ່າ ເຈົ້າຄວນຮັກພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າ ດ້ວຍທັງໝົດຂອງຫົວໃຈຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດວິນຍານຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດໃຈຂອງເຈົ້າ. ສິ່ງນີ້ຄືພຣະບັນຍັດຂໍ້ທຳອິດ ແລະ ຂໍ້ຍິ່ງໃຫຍ່. ແລະ ຂໍ້ທີສອງກໍມີຄືກັນ ນັ້ນຄື ເຈົ້າຄວນຮັກເພື່ອນບ້ານຄືກັບຕົວເຈົ້າເອງ” (ມັດທາຍ 22:37-39).
ກ່ອນອື່ນ ໃຫ້ພວກເຮົາມາເບິ່ງແຕ່ລະພາກສ່ວນທີ່ແຕກຕ່າງກັນຂອງ “ບົດເທດສະໜາເທິງພູເຂົາ”. ພາກສ່ວນຕ່າງໆເຫຼົ່ານີ້ໄດ້ກ່າວເຖິງຫຍັງ? ມັນສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ເນື້ອຫາຂອງພາກສ່ວນຕ່າງໆເຫຼົ່ານີ້ແມ່ນຖືກຍົກສູງຍິ່ງຂຶ້ນ, ເປັນຮູບປະທຳຫຼາຍຂຶ້ນ ແລະ ໃກ້ຊິດກັບຊີວິດຂອງຜູ້ຄົນຫຼາຍກວ່າກົດລະບຽບໃນຍຸກແຫ່ງພຣະບັນຍັດ. ເວົ້າໃນຄຳສັບໃນປັດຈຸບັນກໍຄື ສິ່ງເຫຼົ່ານີ້ກ່ຽວຂ້ອງກັບການປະຕິບັດຕົວຈິງຂອງຜູ້ຄົນຫຼາຍຂຶ້ນ.
ໃຫ້ພວກເຮົາອ່ານກ່ຽວກັບເນື້ອຫາໂດຍສະເພາະດັ່ງຕໍ່ໄປນີ້: ເຈົ້າຄວນເຂົ້າໃຈແນວໃດກ່ຽວກັບຄວາມສຸກອັນແທ້ຈິງ? ເຈົ້າຄວນເຂົ້າໃຈຫຍັງກ່ຽວກັບກົດບັນຍັດ? ຄວາມໃຈຮ້າຍຄວນນິຍາມວ່າແນວໃດ? ຜູ້ຫຼິ້ນຊູ້ຄວນຖືກຈັດການແນວໃດ? ຈະກ່າວເຖິງການຢ່າຮ້າງແນວໃດ ແລະ ມີກົດລະບຽບແບບໃດກ່ຽວກັບສິ່ງນັ້ນ? ຜູ້ໃດສາມາດຢ່າຮ້າງໄດ້ ແລະ ຜູ້ໃດບໍ່ສາມາດຢ່າຮ້າງໄດ້? ກ່ຽວກັບຄຳສາບານ, ການແກ້ແຄ້ນ, ການຮັກສັດຕູຂອງເຈົ້າ ແລະ ການກຸສົນເດ? ແລະ ອື່ນໆອີກ. ທຸກສິ່ງເຫຼົ່ານີ້ກ່ຽວຂ້ອງກັບທຸກດ້ານຂອງການປະຕິບັດຕໍ່ຄວາມເຊື່ອຂອງມະນຸດໃນພຣະເຈົ້າ ແລະ ການທີ່ພວກເຂົາຕິດຕາມພຣະເຈົ້າ. ການປະຕິບັດບາງຢ່າງກໍຍັງໃຊ້ໄດ້ໃນປັດຈຸບັນ, ເຖິງແມ່ນພວກມັນຕື້ນກວ່າສິ່ງທີ່ຮຽກຮ້ອງຈາກຜູ້ຄົນໃນປັດຈຸບັນ ນັ້ນກໍຄື ຂ້ອນຂ້າງເປັນພື້ນຖານຄວາມຈິງທີ່ຜູ້ຄົນໄດ້ຜະເຊີນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ນັບຕັ້ງແຕ່ເວລາທີ່ພຣະເຢຊູເຈົ້າໄດ້ເລີ່ມຕົ້ນປະຕິບັດພາລະກິດ, ພຣະອົງກໍເລີ່ມປະຕິບັດພາລະກິດໃນຊີວິດ-ອຸປະນິໄສຂອງມະນຸດແລ້ວ, ແຕ່ລັກສະນະເຫຼົ່ານີ້ຂອງພາລະກິດຂອງພຣະອົງແມ່ນອີງບົນພື້ນຖານຂອງກົດບັນຍັດ. ກົດລະບຽບ ແລະ ວິທີການເວົ້າກ່ຽວກັບຫົວຂໍ້ເຫຼົ່ານີ້ມີຫຍັງກ່ຽວຂ້ອງກັບຄວາມຈິງບໍ? ແນ່ນອນ ພວກມັນມີແນວກ່ຽວຂ້ອງ! ທຸກກົດລະບຽບ ແລະ ຫຼັກການທີ່ຜ່ານມາ ພ້ອມທັງບົດເທດສະໜາເຫຼົ່ານີ້ໃນຍຸກແຫ່ງພຣະຄຸນ ແມ່ນກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ແນ່ນອນວ່າ ມັນກ່ຽວຂ້ອງກັບຄວາມຈິງ. ບໍ່ວ່າພຣະເຈົ້າຈະສະແດງຫຍັງກໍຕາມ ແລະ ບໍ່ວ່າພຣະອົງຈະໃຊ້ລັກສະນະຫຍັງເພື່ອສະແດງອອກ ຫຼື ພາສາຫຍັງກໍຕາມ, ສິ່ງຕ່າງໆທີ່ພຣະອົງສະແດງອອກລ້ວນແລ້ວແຕ່ມີພື້ນຖານ, ແຫຼ່ງທີ່ມາ ແລະ ຈຸດເລີ່ມຕົ້ນຂອງພວກມັນໃນຫຼັກການແຫ່ງອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ສິ່ງນີ້ເປັນຈິງແທ້. ສະນັ້ນ ເຖິງແມ່ນສິ່ງເຫຼົ່ານີ້ທີ່ພຣະອົງກ່າວ ເບິ່ງຄືຕື້ນໜ້ອຍໜຶ່ງໃນຕອນນີ້, ເຈົ້າກໍຍັງບໍ່ສາມາດເວົ້າໄດ້ວ່າ ສິ່ງນັ້ນບໍ່ແມ່ນຄວາມຈິງ, ເພາະພວກມັນແມ່ນສິ່ງທີ່ຈຳເປັນຫຼາຍສຳລັບຜູ້ຄົນໃນຍຸກແຫ່ງພຣະຄຸນ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ບັນລຸການປ່ຽນແປງໃນຊີວິດ ແລະ ອຸປະນິໄສຂອງພວກເຂົາ. ເຈົ້າສາມາດເວົ້າໄດ້ບໍວ່າ ມີສິ່ງໃດໃນບັນດາຄຳເທດສະໜາເຫຼົ່ານີ້ທີ່ບໍ່ສອດຄ່ອງກັບຄວາມຈິງ? ບໍ່, ເຈົ້າບໍ່ສາມາດເວົ້າໄດ້! ທຸກຄຳເທດສະໜາແມ່ນຄວາມຈິງ ຍ້ອນພວກມັນລ້ວນແລ້ວແຕ່ເປັນສິ່ງທີ່ພຣະເຈົ້າຮຽກຮ້ອງສຳລັບມະນຸດຊາດ; ພວກມັນລ້ວນແລ້ວແຕ່ເປັນຫຼັກການ ແລະ ຂອບເຂດທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ, ມັນສະແດງເຖິງວິທີທີ່ຄົນໆໜຶ່ງຄວນປະພຶດຕົນ ແລະ ມັນເປັນຕົວແທນໃຫ້ແກ່ອຸປະນິໄສຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ອີງຕາມລະດັບການເຕີບໃຫຍ່ໃນຊີວິດຂອງພວກເຂົາໃນເວລານັ້ນ, ສິ່ງເຫຼົ່ານີ້ແມ່ນສິ່ງດຽວທີ່ພວກເຂົາສາມາດຍອມຮັບ ແລະ ເຂົ້າໃຈໄດ້. ຍ້ອນຄວາມຜິດບາບຂອງມະນຸດຊາດຍັງບໍ່ທັນຖືກແກ້ໄຂ, ສິ່ງເຫຼົ່ານີ້ຈຶ່ງເປັນພຽງພຣະທຳທີ່ພຣະເຢຊູເຈົ້າສາມາດກ່າວ ແລະ ພຣະອົງພຽງແຕ່ສາມາດໃຊ້ຄຳສັ່ງສອນທໍາມະດາພາຍໃນຂອບເຂດນີ້ເທົ່ານັ້ນເພື່ອບອກແກ່ຜູ້ຄົນວ່າ ພວກເຂົາຄວນປະພຶດແນວໃດໃນເວລານັ້ນ, ພວກເຂົາຄວນເຮັດແນວໃດ, ພວກເຂົາຄວນເຮັດສິ່ງຕ່າງໆພາຍໃນຫຼັກການ ແລະ ຂອບເຂດຫຍັງ ແລະ ພວກເຂົາຄວນເຊື່ອໃນພຣະເຈົ້າ ແລະ ບັນລຸເງື່ອນໄຂຂອງພຣະອົງແນວໃດ. ທຸກສິ່ງນີ້ແມ່ນຖືກກຳນົດໂດຍອີງຕາມວຸດທິພາວະຂອງມະນຸດຊາດໃນເວລານັ້ນ. ມັນບໍ່ໄດ້ງ່າຍສຳລັບຜູ້ຄົນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ກົດບັນຍັດທີ່ຈະຍອມຮັບເອົາຄຳສັ່ງສອນເຫຼົ່ານີ້, ສະນັ້ນ ສິ່ງທີ່ພຣະເຢຊູເຈົ້າສັ່ງສອນຈຶ່ງຕ້ອງຢູ່ພາຍໃນຂອບເຂດນີ້.
ຕໍ່ໄປ, ໃຫ້ພວກເຮົາເບິ່ງເນື້ອຫາຕ່າງໆຂອງ “ຄຳອຸປະມາຂອງພຣະເຢຊູເຈົ້າ”.
ຢ່າງທຳອິດແມ່ນຄຳອຸປະມາເລື່ອງຜູ້ຫວ່ານ. ນີ້ຄືຄຳອຸປະມາທີ່ໜ້າສົນໃຈຫຼາຍ; ການຫວ່ານເມັດພືດເປັນເຫດການທີ່ປົກກະຕິໃນຊີວິດຂອງຜູ້ຄົນ. ຢ່າງທີສອງແມ່ນຄຳອຸປະມາເລື່ອງເຂົ້ານົກ. ຜູ້ໃດກໍຕາມທີ່ປູກເຂົ້າ ແລະ ແນ່ນອນຜູ້ໃຫຍ່ທຸກຄົນ ກໍຈະຮູ້ຈັກວ່າ “ເຂົ້ານົກ” ແມ່ນຫຍັງ. ຢ່າງທີສາມແມ່ນຄຳອຸປະມາເລື່ອງເມັດຜັກກາດ. ພວກເຈົ້າທຸກຄົນຮູ້ຈັກວ່າ ເມັດຜັກກາດແມ່ນຫຍັງ, ແມ່ນບໍ? ຖ້າເຈົ້າບໍ່ຮູ້, ເຈົ້າສາມາດເບິ່ງໃນພຣະຄຳພີໄດ້. ຢ່າງທີສີ່ແມ່ນຄຳອຸປະມາເລື່ອງເຊື້ອແປ້ງ. ບັດນີ້, ຄົນສ່ວນໃຫຍ່ຮູ້ຈັກວ່າ ເຊື້ອແປ້ງແມ່ນຖືກໃຊ້ສຳລັບການໝັກແປ້ງ ແລະ ມັນແມ່ນສິ່ງທີ່ຜູ້ຄົນໃຊ້ໃນຊີວິດປະຈຳວັນຂອງພວກເຂົາ. ຄຳອຸປະມາເພີ່ມເຕີມ ລວມເຖິງຢ່າງທີຫົກ, ຄຳອຸປະມາເລື່ອງຊັບສົມບັດ; ຢ່າງທີເຈັດ, ຄຳອຸປະມາເລື່ອງໄຂ່ມຸກ; ແລະ ຢ່າງທີແປດ, ຄຳອຸປະມາເລື່ອງມອງ ແມ່ນລ້ວນແລ້ວແຕ່ຖືກຖອດຖອນ ແລະ ອີງຕາມຊີວິດທີ່ເປັນຈິງຂອງຜູ້ຄົນ. ຄຳອຸປະມາເຫຼົ່ານີ້ບັນຍາຍເຖິງຮູບພາບແບບໃດ? ມັນບັນຍາຍເຖິງຮູບພາບຂອງການເປັນບຸກຄົນທຳມະດາຂອງພຣະເຈົ້າ ແລະ ເຖິງການດຳລົງຊີວິດຢູ່ຄຽງຂ້າງມະນຸດຊາດ, ພຣະອົງໃຊ້ພາສາຊີວິດ, ພາສາມະນຸດ, ສື່ສານກັບມະນຸດ ແລະ ສະໜອງໃຫ້ແກ່ພວກເຂົາດ້ວຍສິ່ງທີ່ພວກເຂົາຕ້ອງການ. ເມື່ອພຣະເຈົ້າກາຍເປັນເນື້ອໜັງ ແລະ ດຳລົງຊີວິດຢູ່ທ່າມກາງມະນຸດຊາດເປັນເວລາດົນນານ, ຫຼັງຈາກທີ່ພຣະອົງໄດ້ຜະເຊີນ ແລະ ເປັນພະຍານເຖິງວິຖີຊີວິດອັນຫຼາກຫຼາຍຂອງຜູ້ຄົນ, ປະສົບການເຫຼົ່ານີ້ໄດ້ກາຍມາເປັນເຄື່ອງມືໃນການສັ່ງສອນຂອງພຣະອົງ ເຊິ່ງໂດຍສິ່ງນີ້ ພຣະອົງໄດ້ປ່ຽນແປງພາສາອັນສັກສິດຂອງພຣະອົງໃຫ້ກາຍເປັນພາສາມະນຸດ. ແນ່ນອນ ສິ່ງເຫຼົ່ານີ້ທີ່ພຣະອົງເຫັນ ແລະ ໄດ້ຍິນໃນຊີວິດຍັງເພີ່ມພູນປະສົບການມະນຸດໃຫ້ແກ່ບຸດມະນຸດ. ເມື່ອພຣະອົງຕ້ອງການໃຫ້ຜູ້ຄົນເຂົ້າໃຈຄວາມຈິງບາງຢ່າງ, ເຂົ້າໃຈຄວາມປະສົງບາງຢ່າງຂອງພຣະເຈົ້າ, ແລ້ວພຣະອົງກໍໃຊ້ຄຳອຸປະມາທີ່ຄ້າຍຄືກັບຢູ່ຂ້າງເທິງເພື່ອບອກແກ່ຜູ້ຄົນກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ. ຄຳອຸປະມາເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວພັນກັບຊີວິດຂອງຜູ້ຄົນ; ບໍ່ມີຄຳອຸປະມາໃດແມ່ນແຕ່ຄໍາດຽວທີ່ບໍ່ກ່ຽວຂ້ອງຫຍັງກັບຊີວິດຂອງມະນຸດເລີຍ. ເມື່ອພຣະເຢຊູເຈົ້າດຳລົງຊີວິດກັບມະນຸດຊາດ, ພຣະອົງກໍເຫັນຊາວນາກຳລັງດູແລໄຮ່ນາຂອງພວກເຂົາ ແລະ ພຣະອົງກໍຮູ້ວ່າ ເຂົ້ານົກແມ່ນຫຍັງ ແລະ ເຊື້ອແປ້ງແມ່ນຫຍັງ; ພຣະອົງເຂົ້າໃຈວ່າ ມະນຸດຮັກຊັບສົມບັດ, ສະນັ້ນ ພຣະອົງຈຶ່ງໃຊ້ການປຽບທຽບທັງຊັບສົມບັດ ແລະ ໄຂ່ມຸກ. ໃນຊີວິດ, ພຣະອົງເຫັນຊາວປະມົງຫວ່ານມອງຂອງພວກເຂົາຢູ່ເລື້ອຍໆ; ພຣະເຢຊູເຈົ້າເຫັນສິ່ງນີ້ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບຊີວິດມະນຸດ ແລະ ພຣະອົງຍັງໄດ້ຜະເຊີນກັບຊີວິດແບບນັ້ນ. ເຊັ່ນດຽວກັນກັບມະນຸດປົກກະຕິຄົນອື່ນໆ, ພຣະອົງໄດ້ຜະເຊີນກັບກິດຈະກໍາປະຈຳວັນຂອງມະນຸດ ແລະ ການທີ່ພວກເຂົາກິນເຂົ້າສາມຄາບຕໍ່ມື້. ພຣະອົງໄດ້ຜະເຊີນກັບຊີວິດຂອງຄົນທຳມະດາເປັນການສ່ວນຕົວ ແລະ ໄດ້ສັງເກດຊີວິດຂອງຄົນອື່ນໆ. ເມື່ອພຣະອົງສັງເກດ ແລະ ພົບພໍ້ທຸກສິ່ງນີ້ເປັນການສ່ວນຕົວ, ສິ່ງທີ່ພຣະອົງຄິດບໍ່ແມ່ນວິທີທີ່ຈະມີຊີວິດທີ່ດີ ຫຼື ວິທີທີ່ພຣະອົງຈະສາມາດດຳລົງຊີວິດໄດ້ຢ່າງເປັນອິດສະຫຼະ ແລະ ສະດວກສະບາຍ. ກົງກັນຂ້າມ, ຈາກປະສົບການຂອງພຣະອົງກັບຊີວິດມະນຸດທີ່ແທ້ຈິງ, ພຣະເຢຊູເຈົ້າໄດ້ເຫັນເຖິງຄວາມລໍາບາກທີ່ຢູ່ໃນຊີວິດຂອງຜູ້ຄົນ. ພຣະອົງໄດ້ເຫັນຄວາມລໍາບາກ, ຄວາມເຄາະຮ້າຍ ແລະ ຄວາມໂສກເສົ້າຂອງຜູ້ຄົນທີ່ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ດຳລົງຊີວິດແຫ່ງຄວາມຜິດບາບພາຍໃຕ້ຄວາມເສື່ອມຊາມຂອງຊາຕານ. ໃນຂະນະທີ່ພຣະອົງກຳລັງຜະເຊີນກັບຊີວິດມະນຸດເປັນການສ່ວນຕົວນັ້ນ, ພຣະອົງຍັງໄດ້ພົບວ່າ ຜູ້ຄົນທີ່ດຳລົງຊີວິດຢູ່ທ່າມກາງຄວາມເສື່ອມຊາມນັ້ນສິ້ນຫວັງສໍ່າໃດ ແລະ ພຣະອົງໄດ້ເຫັນ ແລະ ໄດ້ພົບພໍ້ກັບສະພາບການທີ່ລຳເຄັນຂອງມະນຸດທີ່ດຳລົງຊີວິດໃນຄວາມຜິດບາບ ຜູ້ທີ່ໄດ້ສູນເສຍທິດທາງທັງໝົດທ່າມກາງຄວາມທໍລະມານຈາກຊາຕານ ແລະ ໂດຍສິ່ງຊົ່ວຮ້າຍ. ເມື່ອພຣະເຢຊູເຈົ້າໄດ້ເຫັນສິ່ງເຫຼົ່ານີ້, ພຣະອົງເຫັນພວກມັນດ້ວຍຄວາມເປັນພຣະເຈົ້າຂອງພຣະອົງ ຫຼື ຄວາມເປັນມະນຸດຂອງພຣະອົງ? ຄວາມເປັນມະນຸດຂອງພຣະອົງມີຢູ່ຈິງ ແລະ ມີຊີວິດຊີວາຫຼາຍ; ພຣະອົງສາມາດຜະເຊີນ ແລະ ເຫັນທຸກສິ່ງນີ້. ແຕ່ແນ່ນອນ ພຣະອົງຍັງໄດ້ເຫັນສິ່ງເຫຼົ່ານີ້ໃນແກ່ນແທ້ຂອງພຣະອົງ ເຊິ່ງຄວາມເປັນພຣະເຈົ້າຂອງພຣະອົງ. ນັ້ນກໍຄື ພຣະຄຣິດເອງ, ພຣະເຢຊູເຈົ້າຜູ້ທີ່ເປັນມະນຸດ ໄດ້ເຫັນສິ່ງນີ້ ແລະ ທຸກສິ່ງທີ່ພຣະອົງເຫັນ ເຮັດໃຫ້ພຣະອົງຮູ້ສຶກເຖິງຄວາມສຳຄັນ ແລະ ຄວາມຈຳເປັນຂອງພາລະກິດທີ່ພຣະອົງໄດ້ປະຕິບັດໃນລະຫວ່າງເວລານີ້ ທີ່ພຣະອົງດຳລົງຊີວິດໃນເນື້ອໜັງ. ເຖິງແມ່ນພຣະອົງເອງຮູ້ວ່າ ຄວາມຮັບຜິດຊອບທີ່ພຣະອົງຈຳເປັນຕ້ອງຮັບເອົາໃນເນື້ອໜັງນັ້ນໃຫຍ່ຫຼວງຫຼາຍ ແລະ ພຣະອົງຮູ້ວ່າຄວາມເຈັບປວດທີ່ພຣະອົງຈະພົບພໍ້ນັ້ນຮຸນແຮງສໍ່າໃດ, ເມື່ອພຣະອົງເຫັນມະນຸດຊາດຢູ່ໃນຄວາມຜິດບາບຢ່າງສິ້ນຫວັງ, ເມື່ອພຣະອົງເຫັນຄວາມເຄາະຮ້າຍຂອງຊີວິດຂອງພວກເຂົາ ແລະ ຄວາມດີ້ນຮົນຢ່າງອ່ອນແຮງຂອງພວກເຂົາພາຍໃຕ້ກົດບັນຍັດ, ພຣະອົງກໍຍິ່ງຮູ້ສຶກເສຍໃຈຫຼາຍຍິ່ງຂຶ້ນເລື້ອຍໆ ແລະ ຍິ່ງກະວົນກະວາຍໃຈຫຼາຍຂຶ້ນເລື້ອຍໆທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບ. ບໍ່ວ່າພຣະອົງຈະຜະເຊີນກັບຄວາມຫຍຸ້ງຍາກຢ່າງໃດກໍຕາມ ຫຼື ພຣະອົງຈະທົນທຸກກັບຄວາມເຈັບປວດຢ່າງໃດກໍຕາມ, ພຣະອົງຍິ່ງຕັ້ງໃຈໄຖ່ມະນຸດຊາດ ຜູ້ທີ່ດຳລົງຊີວິດໃນຄວາມຜິດບາບຫຼາຍຂຶ້ນເລື້ອຍໆ. ໃນລະຫວ່າງການກະທໍານີ້, ເຈົ້າສາມາດເວົ້າໄດ້ວ່າ ພຣະເຢຊູເຈົ້າເລີ່ມເຂົ້າໃຈຢ່າງຊັດເຈນຫຼາຍຂຶ້ນກ່ຽວກັບພາລະກິດທີ່ພຣະອົງຕ້ອງການປະຕິບັດ ແລະ ສິ່ງທີ່ພຣະອົງໄດ້ຖືກຝາກຝັງໄວ້. ພຣະອົງຍິ່ງຮ້ອນຮົນຫຼາຍຂຶ້ນທີ່ຈະສຳເລັດພາລະກິດທີ່ພຣະອົງຕ້ອງປະຕິບັດ, ຮັບເອົາຄວາມຜິດບາບທັງໝົດຂອງມະນຸດຊາດ, ໄຖ່ບາບສຳລັບມະນຸດຊາດ ເພື່ອວ່າພວກເຂົາຈະບໍ່ດຳລົງຊີວິດຢູ່ໃນຄວາມຜິດບາບອີກຕໍ່ໄປ ແລະ ໃນເວລາດຽວກັນ ພຣະເຈົ້າຈະບໍ່ສາມາດອະໄພຄວາມຜິດບາບຂອງມະນຸດ ຍ້ອນການຖວາຍບູຊາແທນຄວາມຜິດບາບ, ປ່ອຍໃຫ້ພຣະອົງສືບຕໍ່ສົ່ງເສີມພາລະກິດຂອງພຣະອົງໃນການຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນ. ມັນສາມາດເວົ້າໄດ້ວ່າ ໃນຫົວໃຈຂອງພຣະເຢຊູເຈົ້າ, ພຣະອົງເຕັມໃຈທີ່ຈະຖວາຍພຣະອົງເອງໃຫ້ແກ່ມະນຸດຊາດ, ທີ່ຈະເສຍສະຫຼະພຣະອົງເອງ. ພຣະອົງຍັງເຕັມໃຈທີ່ຈະເຮັດໜ້າທີ່ເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ, ຖືກຄຶງໃສ່ໄມ້ກາງແຂນ ແລະ ແນ່ນອນ ພຣະອົງຍັງຮ້ອນຮົນທີ່ຈະສຳເລັດພາລະກິດນີ້. ເມື່ອພຣະອົງເຫັນສະພາບການທີ່ລຳບາກຂອງຊີວິດມະນຸດ, ພຣະອົງຍິ່ງຕ້ອງການບັນລຸພາລະກິດຂອງພຣະອົງໃຫ້ໄວເທົ່າທີ່ຈະໄວໄດ້ ໂດຍບໍ່ມີການຊັກຊ້າແມ່ນແຕ່ນາທີດຽວ ຫຼື ແມ່ນແຕ່ວິນາທີດຽວ. ເມື່ອຮູ້ສຶກເຖິງຄວາມຮີບດ່ວນດັ່ງກ່າວ, ພຣະອົງກໍບໍ່ໄດ້ຄໍານຶງເຖິງວ່າ ຄວາມເຈັບປວດຂອງພຣະອົງເອງຈະຍິ່ງໃຫຍ່ສໍ່າໃດ ຫຼື ພຣະອົງບໍ່ໄດ້ມີຄວາມຫວາດຫວັ່ນເລີຍວ່າ ພຣະອົງຈະຕ້ອງອົດທົນກັບຄວາມອັບອາຍຫຼາຍສໍ່າໃດ. ພຣະອົງມີພຽງຄວາມເຊື່ອໝັ້ນດຽວໃນຫົວໃຈຂອງພຣະອົງ: ຕາບໃດທີ່ພຣະອົງຖວາຍຕົນເອງ, ຕາບໃດທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນເພື່ອເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ, ແລ້ວຄວາມປະສົງຂອງພຣະເຈົ້າກໍຈະຖືກປະຕິບັດ ແລະ ພຣະເຈົ້າກໍຈະສາມາດເລີ່ມຕົ້ນພາລະກິດໃໝ່ໄດ້. ຊີວິດຂອງມະນຸດຊາດ ແລະ ສະພາວະການເປັນຢູ່ຂອງພວກເຂົາໃນຄວາມຜິດບາບນັ້ນຈະຖືກປ່ຽນແປງໂດຍສິ້ນເຊີງ. ຄວາມເຊື່ອໝັ້ນຂອງພຣະອົງ ແລະ ສິ່ງທີ່ພຣະອົງຕັ້ງໃຈຈະເຮັດແມ່ນກ່ຽວຂ້ອງກັບການຊ່ວຍມະນຸດໃຫ້ລອດພົ້ນ ແລະ ພຣະອົງມີພຽງຈຸດປະສົງດຽວ ນັ້ນກໍຄື ການປະຕິບັດຄວາມປະສົງຂອງພຣະເຈົ້າ ເພື່ອວ່າພຣະເຈົ້າຈະສາມາດເລີ່ມຕົ້ນຂັ້ນຕອນຕໍ່ໄປໃນພາລະກິດຂອງພຣະອົງໄດ້ຢ່າງສຳເລັດ. ນີ້ແມ່ນສິ່ງທີ່ຢູ່ໃນຄວາມຄິດຂອງພຣະເຢຊູເຈົ້າໃນເວລານັ້ນ.
ເມື່ອດຳລົງຊີວິດໃນເນື້ອໜັງ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍມີຄວາມເປັນມະນຸດປົກກະຕິ; ພຣະອົງມີຄວາມຮູ້ສຶກ ແລະ ເຫດຜົນຂອງບຸກຄົນປົກກະຕິ. ພຣະອົງຮູ້ວ່າຄວາມສຸກແມ່ນຫຍັງ, ຄວາມເຈັບປວດແມ່ນຫຍັງ ແລະ ເມື່ອພຣະອົງເຫັນມະນຸດຊາດດຳລົງຊີວິດແບບນີ້, ພຣະອົງກໍຮູ້ສຶກຢ່າງເລິກເຊິ່ງວ່າ ພຽງແຕ່ການມອບຄຳສັ່ງສອນບາງຢ່າງໃຫ້ຜູ້ຄົນ, ການສະໜອງພວກເຂົາດ້ວຍບາງສິ່ງ ຫຼື ການສັ່ງສອນພວກເຂົາກ່ຽວກັບບາງສິ່ງ ແມ່ນບໍ່ພຽງພໍທີ່ຈະນໍາພາພວກເຂົາອອກຈາກຄວາມຜິດບາບໄດ້. ການເຮັດໃຫ້ພວກເຂົາເຊື່ອຟັງພຣະບັນຍັດກໍບໍ່ສາມາດໄຖ່ພວກເຂົາຈາກຄວາມຜິດບາບເຊັ່ນກັນ, ມີພຽງແຕ່ເມື່ອພຣະອົງຮັບເອົາຄວາມຜິດບາບຂອງມະນຸດຊາດ ແລະ ມີລັກສະນະຂອງເນື້ອໜັງທີ່ຜິດບາບ ພຣະອົງຈຶ່ງສາມາດໄດ້ຮັບອິດສະຫຼະຂອງມະນຸດຊາດ ແລະ ການອະໄພຂອງພຣະເຈົ້າສຳລັບມະນຸດຊາດເປັນການແລກປ່ຽນ. ສະນັ້ນ ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຜະເຊີນ ແລະ ເປັນພະຍານເຖິງຊີວິດຂອງຜູ້ຄົນທີ່ຢູ່ໃນຄວາມຜິດບາບ, ຄວາມປາຖະໜາອັນແຮງກ້າກໍຖືກສະແດງອອກໃນຫົວໃຈຂອງພຣະອົງ ນັ້ນກໍຄື ການເຮັດໃຫ້ມະນຸດໄດ້ປົດປ່ອຍຕົນເອງຈາກຊີວິດທີ່ດີ້ນຮົນຢູ່ໃນຄວາມຜິດບາບຂອງພວກເຂົາ. ຄວາມປາຖະໜານີ້ເຮັດໃຫ້ພຣະອົງຍິ່ງຮູ້ສຶກວ່າ ພຣະອົງຕ້ອງໄປທີ່ໄມ້ກາງແຂນ ແລະ ຮັບເອົາຄວາມຜິດບາບຂອງມະນຸດຊາດທັນທີ ແລະ ໃຫ້ໄວເທົ່າທີ່ເປັນໄປໄດ້. ສິ່ງເຫຼົ່ານີ້ແມ່ນຄວາມຄິດຂອງພຣະເຢຊູເຈົ້າໃນເວລານັ້ນ, ຫຼັງຈາກທີ່ພຣະອົງໄດ້ດຳລົງຊີວິດກັບຜູ້ຄົນ ແລະ ໄດ້ເຫັນ, ໄດ້ຍິນ ແລະ ໄດ້ຮູ້ສຶກເຖິງຄວາມລຳເຄັນຂອງຊີວິດຂອງພວກເຂົາທີ່ຢູ່ໃນຄວາມຜິດບາບ. ການທີ່ພຣະເຈົ້າທີ່ບັງເກີດເປັນມະນຸດສາມາດມີຄວາມປະສົງແບບນີ້ສຳລັບມະນຸດຊາດ, ການທີ່ພຣະອົງສາມາດສະແດງອອກ ແລະ ເປີດເຜີຍອຸປະນິໄສແບບນີ້, ນີ້ແມ່ນສິ່ງທີ່ຄົນທຳມະດາສາມາດເຮັດໄດ້ບໍ? ຄົນທຳມະດາຈະເຫັນຫຍັງ ໂດຍການດຳລົງຊີວິດຢູ່ໃນສະພາບແວດລ້ອມແບບນີ້? ພວກເຂົາຈະຄິດແນວໃດ? ຖ້າຄົນທຳມະດາພົບພໍ້ກັບທຸກສິ່ງນີ້, ພວກເຂົາຈະເບິ່ງບັນຫາຈາກທັດສະນະທີ່ສູງສົ່ງບໍ? ບໍ່ແມ່ນຢ່າງແນ່ນອນ! ເຖິງແມ່ນລັກສະນະພາຍນອກຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນຄືກັບມະນຸດແທ້ໆ ແລະ ເຖິງແມ່ນພຣະອົງຮຽນຮູ້ຄວາມຮູ້ຂອງມະນຸດ ແລະ ເວົ້າພາສາມະນຸດ ແລະ ບາງເທື່ອ ພຣະອົງເຖິງກັບສະແດງແນວຄິດຂອງພຣະອົງຜ່ານທາງວິທີການ ຫຼື ຮູບແບບການເວົ້າຂອງມະນຸດຊາດເອງ, ເຖິງຢ່າງນັ້ນກໍຕາມ ວິທີທີ່ພຣະອົງເຫັນມະນຸດ ແລະ ເຫັນແກ່ນແທ້ຂອງສິ່ງຕ່າງໆບໍ່ແມ່ນວິທີດຽວກັນກັບຜູ້ຄົນເສື່ອມຊາມໄດ້ເຫັນມະນຸດຊາດ ແລະ ແກ່ນແທ້ຂອງສິ່ງຕ່າງໆຢ່າງແນ່ນອນ. ທັດສະນະຂອງພຣະອົງ ແລະ ຄວາມສູງສົ່ງທີ່ພຣະອົງຢືນຢູ່ແມ່ນສິ່ງທີ່ຄົນເສື່ອມຊາມບໍ່ສາມາດບັນລຸໄດ້. ນີ້ກໍຍ້ອນພຣະເຈົ້າເປັນຄວາມຈິງ, ຍ້ອນເນື້ອໜັງທີ່ພຣະອົງສວມໃສ່ກໍມີແກ່ນແທ້ຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະອົງ ແລະ ສິ່ງທີ່ຄວາມເປັນມະນຸດຂອງພຣະອົງສະແດງອອກກໍປັນຄວາມຈິງ. ສຳລັບຄົນເສື່ອມຊາມ, ສິ່ງທີ່ພຣະອົງສະແດງອອກໃນເນື້ອໜັງແມ່ນການສະໜອງຄວາມຈິງ ແລະ ຊີວິດ. ການສະໜອງເຫຼົ່ານີ້ບໍ່ແມ່ນພຽງສຳລັບບຸກຄົນໜຶ່ງ, ແຕ່ສຳລັບມະນຸດຊາດທັງປວງ. ໃນຫົວໃຈຂອງຄົນທີ່ເສື່ອມຊາມ ມີພຽງຄົນຈຳນວນໜ້ອຍເທົ່ານັ້ນທີ່ຄົບຄ້າສະມາຄົມກັບພວກເຂົາ. ພວກເຂົາຫ່ວງໃຍ ແລະ ກັງວົນໃຈພຽງແຕ່ຄົນຈຳນວນສໍ່າກຳມືນີ້. ເມື່ອໄພພິບັດຈະເກີດຂຶ້ນໃນບໍ່ຊ້າ, ພວກເຂົາກໍຄິດເຖິງລູກຫຼານ, ຜົວເມຍ ຫຼື ພໍ່ແມ່ຂອງພວກເຂົາເອງກ່ອນ. ຢ່າງຫຼາຍສຸດ, ບຸກຄົນທີ່ມີຄວາມເຫັນອົກເຫັນໃຈຫຼາຍກວ່າ ກໍຈະຄິດເພື່ອຍາດຕິພີ່ນ້ອງບາງຄົນ ຫຼື ເພື່ອນທີ່ດີ, ແຕ່ແມ່ນແຕ່ຄວາມຄິດຂອງຄົນທີ່ມີຄວາມເຫັນອົກເຫັນໃຈດັ່ງກ່າວຈະໄປໄກຫຼາຍກວ່ານັ້ນບໍ? ບໍ່, ບໍ່ມີທາງ! ໃນທີ່ສຸດແລ້ວ ຍ້ອນມະນຸດກໍເປັນມະນຸດ ແລະ ພວກເຂົາພຽງແຕ່ສາມາດເບິ່ງທຸກສິ່ງຈາກຈຸດຢືນ ແລະ ທັດສະນະຂອງມະນຸດ. ເຖິງຢ່າງໃດກໍຕາມ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນແຕກຕ່າງຈາກມະນຸດທີ່ເສື່ອມຊາມທັງສິ້ນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຈະທຳມະດາສໍ່າໃດ, ປົກກະຕິສໍ່າໃດ, ຕໍ່າຕ້ອຍສໍ່າໃດກໍຕາມ ຫຼື ແມ່ນແຕ່ຜູ້ຄົນຈະຫຼຽວເບິ່ງພຣະອົງດ້ວຍການດູຖູກແບບໃດກໍຕາມ, ຄວາມຄິດຂອງພຣະອົງ ແລະ ທ່າທີຂອງພຣະອົງຕໍ່ມະນຸດຊາດແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເຮັດໄດ້, ບໍ່ມີມະນຸດຄົນໃດສາມາດລອກແບບໄດ້. ພຣະອົງຈະສັງເກດເບິ່ງມະນຸດຊາດຈາກທັດສະນະຂອງຄວາມເປັນພຣະເຈົ້າຢູ່ສະເໝີ ແລະ ຈາກຕໍາແໜ່ງທີ່ສູງສົ່ງຂອງພຣະອົງດັ່ງພຣະຜູ້ສ້າງ. ພຣະອົງຈະເບິ່ງມະນຸດຊາດຜ່ານແກ່ນແທ້ ແລະ ແນວຄວາມຄິດຂອງພຣະເຈົ້າຢູ່ສະເໝີ. ພຣະອົງບໍ່ສາມາດເບິ່ງມະນຸດຈາກຈຸດຕໍ່າຕ້ອຍຂອງຄົນທຳມະດາຢ່າງແນ່ນອນ ຫຼື ຈາກທັດສະນະຂອງຄົນທີ່ເສື່ອມຊາມ. ເມື່ອຜູ້ຄົນເບິ່ງມະນຸດຊາດ, ພວກເຂົາກໍເບິ່ງດ້ວຍສາຍຕາຂອງມະນຸດ ແລະ ພວກເຂົາໃຊ້ສິ່ງຕ່າງໆ ເຊັ່ນ: ຄວາມຮູ້ຂອງມະນຸດ, ກົດລະບຽບ ແລະ ທິດສະດີຂອງມະນຸດເປັນເຄື່ອງວັດແທກຂອງພວກເຂົາ. ສິ່ງນີ້ແມ່ນຢູ່ພາຍໃນຂອບເຂດຂອງສິ່ງທີ່ຜູ້ຄົນສາມາດເຫັນດ້ວຍຕາຂອງພວກເຂົາ ແລະ ຂອບເຂດທີ່ສາມາດບັນລຸໄດ້ໂດຍຜູ້ຄົນທີ່ເສື່ອມຊາມ. ເມື່ອພຣະເຈົ້າເບິ່ງມະນຸດຊາດ, ພຣະອົງເບິ່ງດ້ວຍສາຍຕາອັນສັກສິດ ແລະ ພຣະອົງໃຊ້ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ເພື່ອເປັນເຄື່ອງວັດແທກ. ຂອບເຂດນີ້ລວມເຖິງສິ່ງຕ່າງໆທີ່ຜູ້ຄົນບໍ່ສາມາດເຫັນໄດ້ ແລະ ນີ້ຄືຄວາມແຕກຕ່າງລະຫວ່າງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ມະນຸດເສື່ອມຊາມທັງໝົດ. ຄວາມແຕກຕ່າງນີ້ແມ່ນຖືກກຳນົດໂດຍແກ່ນແທ້ທີ່ແຕກຕ່າງກັນຂອງມະນຸດ ແລະ ພຣະເຈົ້າ, ມັນແມ່ນແກ່ນແທ້ທີ່ແຕກຕ່າງກັນເຫຼົ່ານີ້ທີ່ກຳນົດຕົວຕົນ ແລະ ຕໍາແໜ່ງຂອງພວກເຂົາ ພ້ອມທັງທັດສະນະ ແລະ ຈຸດຢືນທີ່ພວກເຂົາເບິ່ງສິ່ງຕ່າງໆ. ພວກເຈົ້າເຫັນການສະແດງອອກ ແລະ ການເປີດເຜີຍຂອງພຣະເຈົ້າທີ່ຢູ່ໃນພຣະເຢຊູເຈົ້າບໍ? ເຈົ້າສາມາດເວົ້າໄດ້ວ່າ ສິ່ງທີ່ພຣະເຢຊູເຈົ້າເຮັດ ແລະ ກ່າວແມ່ນກ່ຽວຂ້ອງກັບພັນທະກິດຂອງພຣະອົງ ແລະ ພາລະກິດການຄຸ້ມຄອງຂອງພຣະເຈົ້າເອງ, ມັນລ້ວນແລ້ວແຕ່ເປັນການສະແດງອອກ ແລະ ການເປີດເຜີຍເຖິງແກ່ນແທ້ຂອງພຣະເຈົ້າ. ເຖິງແມ່ນພຣະອົງມີການສະແດງອອກຂອງມະນຸດ, ແກ່ນແທ້ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ການເປີດເຜີຍຂອງຄວາມເປັນພຣະເຈົ້າຂອງພຣະອົງແມ່ນບໍ່ສາມາດຖືກປະຕິເສດໄດ້. ການສະແດງອອກແບບມະນຸດນີ້ແມ່ນການສະແດງອອກຂອງຄວາມເປັນມະນຸດແທ້ໆບໍ? ດ້ວຍແກ່ນແທ້ຂອງມັນ ການສະແດງອອກແບບມະນຸດຂອງພຣະອົງແມ່ນແຕກຕ່າງຈາກການສະແດງອອກແບບມະນຸດຂອງຜູ້ຄົນທີ່ເສື່ອມຊາມຢ່າງສິ້ນເຊີງ. ພຣະເຢຊູເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ຖ້າພຣະອົງເປັນໜຶ່ງໃນຜູ້ຄົນທຳມະດາ ແລະ ເສື່ອມຊາມແທ້ໆ, ພຣະອົງຈະສາມາດໄດ້ເຫັນຊີວິດຂອງມະນຸດຊາດໃນຄວາມຜິດບາບຈາກທັດສະນະຄວາມເປັນພຣະເຈົ້າບໍ? ບໍ່ແມ່ນຢ່າງແນ່ນອນ! ນີ້ແມ່ນຄວາມແຕກຕ່າງລະຫວ່າງບຸດມະນຸດ ແລະ ຄົນທຳມະດາ. ຜູ້ຄົນທີ່ເສື່ອມຊາມລ້ວນແລ້ວແຕ່ດຳລົງຊີວິດໃນຄວາມຜິດບາບ ແລະ ເມື່ອຄົນໃດໜຶ່ງເບິ່ງຄວາມຜິດບາບ, ພວກເຂົາບໍ່ມີຄວາມຮູ້ສຶກໃດໜຶ່ງກ່ຽວກັບສິ່ງນັ້ນ; ພວກເຂົາເປັນຄືກັນໝົດ, ຄືກັບໝູທີ່ຢູ່ໃນຂີ້ຕົມ ໂດຍບໍ່ຮູ້ສຶກອຶດອັດ ຫຼື ຮູ້ສຶກເຖິງຄວາມສົກກະປົກເລີຍ, ໃນທາງກົງກັນຂ້າມ ມັນກິນດີ ແລະ ນອນຫຼັບສະນິດ. ຖ້າຜູ້ໃດຜູ້ໜຶ່ງອະນາໄມຄອກໝູ, ໝູກໍຈະຮູ້ສຶກປ່ວຍທັນທີ ແລະ ມັນຈະບໍ່ຢູ່ແບບສະອາດ. ອີກບໍ່ດົນ, ມັນກໍຈະເກືອກຂີ້ຕົມອີກຢ່າງສະບາຍແທ້ໆ, ຍ້ອນມັນເປັນສັດທີ່ສົກກະປົກ. ມະນຸດເຫັນວ່າໝູສົກກະປົກ, ແຕ່ຖ້າເຈົ້າອະນາໄມຄອກຂອງໝູ, ມັນກໍຈະບໍ່ຮູ້ສຶກດີຂຶ້ນເລີຍ, ນີ້ຄືເຫດຜົນທີ່ບໍ່ມີຜູ້ໃດເກັບໝູໄວ້ໃນເຮືອນຂອງພວກເຂົາ. ວິທີທີ່ມະນຸດເຫັນໝູຈະແຕກຕ່າງຈາກວິທີທີ່ໝູຮູ້ສຶກກ່ຽວກັບຕົນເອງ, ຍ້ອນມະນຸດ ແລະ ໝູບໍ່ແມ່ນປະເພດດຽວກັນ. ແລ້ວຍ້ອນບຸດມະນຸດທີ່ບັງເກີດເປັນມະນຸດບໍ່ແມ່ນປະເພດດຽວກັບມະນຸດທີ່ເສື່ອມຊາມ, ມີພຽງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດຢືນໃນທັດສະນະຄວາມເປັນພຣະເຈົ້າໄດ້, ສາມາດຢືນຢູ່ໃນລະດັບຂອງພຣະເຈົ້າ, ຈາກບ່ອນທີ່ພຣະອົງເຫັນມະນຸດຊາດ ແລະ ທຸກສິ່ງ.
ແມ່ນຫຍັງຄືການທົນທຸກທີ່ພຣະເຈົ້າໄດ້ຜະເຊີນເມື່ອພຣະອົງກາຍເປັນເນື້ອໜັງ ແລະ ດຳລົງຊີວິດຢູ່ທ່າມກາງມະນຸດຊາດ? ແມ່ນຫຍັງຄືການທົນທຸກນີ້? ມີຜູ້ໃດເຂົ້າໃຈຢ່າງແທ້ຈິງບໍ? ບາງຄົນເວົ້າວ່າ ພຣະເຈົ້າທົນທຸກຢ່າງໃຫຍ່ຫຼວງ, ເຖິງແມ່ນພຣະອົງເປັນພຣະເຈົ້າເອງ, ຜູ້ຄົນກໍບໍ່ເຂົ້າໃຈເຖິງແກ່ນແທ້ຂອງພຣະອົງ, ແຕ່ມັກຈະປະຕິບັດຕໍ່ພຣະອົງຄືກັບບຸກຄົນໃດໜຶ່ງ, ເຮັດໃຫ້ພຣະອົງຮູ້ສຶກເສົ້າເສຍໃຈ ແລະ ຜິດຫວັງ, ພວກເຂົາເວົ້າວ່າ ຍ້ອນເຫດຜົນເຫຼົ່ານີ້ ການທົນທຸກຂອງພຣະເຈົ້າຈຶ່ງຍິ່ງໃຫຍ່ຢ່າງແທ້ຈິງ. ບາງຄົນເວົ້າວ່າ ພຣະເຈົ້າໄຮ້ດຽງສາ ແລະ ປາສະຈາກຄວາມຜິດບາບ, ແຕ່ວ່າພຣະອົງໄດ້ທົນທຸກໃນທາງດຽວກັນກັບມະນຸດຊາດ, ພຣະອົງທົນທຸກກັບການຂົ່ມເຫັງ, ການໃສ່ຮ້າຍປ້າຍສີ ແລະ ຄວາມອັບອາຍຄຽງຂ້າງມະນຸດຊາດ; ພວກເຂົາເວົ້າວ່າ ພຣະອົງຍັງອົດກັ້ນຕໍ່ການເຂົ້າໃຈຜິດ ແລະ ການບໍ່ເຊື່ອຟັງຂອງຜູ້ຕິດຕາມຂອງພຣະອົງອີກ, ສະນັ້ນ ພວກເຂົາຈຶ່ງເວົ້າວ່າ ການທົນທຸກຂອງພຣະອົງແມ່ນບໍ່ສາມາດວັດແທກໄດ້ແທ້ໆ. ມັນເບິ່ງຄືກັບວ່າພວກເຈົ້າບໍ່ເຂົ້າໃຈພຣະເຈົ້າຢ່າງແທ້ຈິງເລີຍ. ໃນຄວາມເປັນຈິງແລ້ວ, ການທົນທຸກນີ້ທີ່ພວກເຈົ້າເວົ້າເຖິງບໍ່ນັບວ່າເປັນການທົນທຸກທີ່ແທ້ຈິງສຳລັບພຣະເຈົ້າ, ຍ້ອນມີການທົນທຸກທີ່ຍິ່ງໃຫຍ່ກວ່ານີ້. ແລ້ວແມ່ນຫຍັງຄືການທົນທຸກທີ່ແທ້ຈິງສຳລັບພຣະເຈົ້າເອງ? ແມ່ນຫຍັງຄືການທົນທຸກທີ່ແທ້ຈິງສຳລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ? ສຳລັບພຣະເຈົ້າແລ້ວ, ມະນຸດຊາດທີ່ບໍ່ເຂົ້າໃຈພຣະອົງແມ່ນບໍ່ນັບວ່າເປັນການທົນທຸກ ແລະ ຜູ້ຄົນທີ່ມີຄວາມເຂົ້າໃຈຜິດບາງຢ່າງກ່ຽວກັບພຣະເຈົ້າ ແລະ ບໍ່ເຫັນວ່າພຣະອົງເປັນພຣະເຈົ້າກໍບໍ່ຖືວ່າເປັນການທົນທຸກ. ເຖິງຢ່າງໃດກໍຕາມ, ຜູ້ຄົນຮູ້ສຶກຢູ່ເລື້ອຍໆວ່າ ພຣະເຈົ້າຕ້ອງທົນທຸກກັບຄວາມບໍ່ຍຸຕິທຳຢ່າງໃຫຍ່ຫຼວງ, ໃນລະຫວ່າງເວລາທີ່ພຣະເຈົ້າຢູ່ໃນເນື້ອໜັງ, ພຣະອົງບໍ່ສາມາດສະແດງຕົວຕົນຂອງພຣະອົງໃຫ້ແກ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນເຫັນຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ພຣະເຈົ້າລີ້ຢູ່ຢ່າງຖ່ອມຕົນໃນເນື້ອໜັງທີ່ເລັກນ້ອຍ, ສິ່ງນີ້ຕ້ອງເປັນການທໍລະມານຢ່າງໃຫຍ່ຫຼວງສຳລັບພຣະອົງ. ຜູ້ຄົນເອົາໃຈໃສ່ໃນສິ່ງທີ່ພວກເຂົາສາມາດເຂົ້າໃຈ ແລະ ສິ່ງທີ່ພວກເຂົາສາມາດເຫັນຈາກການທົນທຸກຂອງພຣະເຈົ້າ ແລະ ຖ່າຍທອດຄວາມເຫັນອົກເຫັນໃຈທຸກປະເພດຕໍ່ພຣະເຈົ້າ ແລະ ເຖິງກັບໃຫ້ຄຳຍົກຍ້ອງເລັກໆນ້ອຍໆສຳລັບການທົນທຸກຂອງພຣະອົງຢູ່ເລື້ອຍໆ. ໃນຄວາມເປັນຈິງແລ້ວ ມັນມີຄວາມແຕກຕ່າງກັນ; ມີຊ່ອງວ່າງລະຫວ່າງສິ່ງທີ່ຜູ້ຄົນເຂົ້າໃຈກ່ຽວກັບການທົນທຸກຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງຮູ້ສຶກຢ່າງແທ້ຈິງ. ເຮົາກຳລັງບອກພວກເຈົ້າຄວາມຈິງ, ຍ້ອນສຳລັບພຣະເຈົ້າແລ້ວ ບໍ່ວ່າຈະເປັນພຣະວິນຍານຂອງພຣະເຈົ້າ ຫຼື ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ການທົນທຸກທີ່ໄດ້ບັນຍາຍຢູ່ຂ້າງເທິງບໍ່ແມ່ນການທົນທຸກທີ່ແທ້ຈິງ. ແລ້ວແມ່ນຫຍັງຄືສິ່ງທີ່ພຣະເຈົ້າທົນທຸກຢ່າງແທ້ຈິງ? ໃຫ້ພວກເຮົາເວົ້າກ່ຽວກັບການທົນທຸກຂອງພຣະເຈົ້າ ຈາກທັດສະນະຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ.
ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ກາຍມາເປັນຄົນທຳມະດາ, ສາມັນ, ດຳລົງຊີວິດຢູ່ຄຽງຂ້າງຜູ້ຄົນໃນທ່າມກາງມະນຸດຊາດ, ພຣະອົງບໍ່ສາມາດເຫັນ ແລະ ຮູ້ສຶກເຖິງວິທີການ, ກົດເກນ ແລະ ປັດສະຢາສຳລັບການດຳລົງຊີວິດຂອງຜູ້ຄົນບໍ? ວິທີການ ແລະ ກົດເກນເຫຼົ່ານີ້ສຳລັບການດຳລົງຊີວິດເຮັດໃຫ້ພຣະອົງຮູ້ສຶກແນວໃດ? ພຣະອົງຮູ້ສຶກເຖິງຄວາມກຽດຊັງໃນຫົວໃຈຂອງພຣະອົງບໍ? ເປັນຫຍັງພຣະອົງຈຶ່ງຮູ້ສຶກເຖິງຄວາມກຽດຊັງ? ແມ່ນຫຍັງຄືວິທີການ ແລະ ກົດເກນສຳລັບການດຳລົງຊີວິດຂອງມະນຸດຊາດ? ແມ່ນຫຍັງຄືຫຼັກການທີ່ພວກເຂົາຍຶດຖື? ພວກເຂົາອີງໃສ່ບົນພື້ນຖານຫຍັງ? ວິທີການ, ກົດເກນຂອງມະນຸດ ແລະ ອື່ນໆອີກ ທີ່ກ່ຽວຂ້ອງກັບວິທີການດຳລົງຊີວິດ, ທຸກສິ່ງເຫຼົ່ານີ້ແມ່ນຖືກສ້າງຂຶ້ນບົນພື້ນຖານຂອງເຫດຜົນ, ຄວາມຮູ້ ແລະ ປັດຊະຍາຂອງຊາຕານ. ມະນຸດທີ່ດຳລົງຊີວິດພາຍໃຕ້ກົດເກນປະເພດເຫຼົ່ານີ້ບໍ່ມີຄວາມເປັນມະນຸດ, ບໍ່ມີຄວາມຈິງ, ພວກເຂົາລ້ວນແລ້ວແຕ່ຝ່າຝືນຄວາມຈິງ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ຖ້າພວກເຮົາເບິ່ງແກ່ນແທ້ຂອງພຣະເຈົ້າ, ພວກເຮົາກໍຈະເຫັນໄດ້ວ່າ ແກ່ນແທ້ຂອງພຣະອົງແມ່ນກົງກັນຂ້າມກັບເຫດຜົນ, ຄວາມຮູ້ ແລະ ປັດຊະຍາຂອງຊາຕານທັງໝົດ. ແກ່ນແທ້ຂອງພຣະອົງແມ່ນເຕັມໄປດ້ວຍຄວາມຊອບທຳ, ຄວາມຈິງ ແລະ ຄວາມບໍລິສຸດ ແລະ ຄວາມເປັນຈິງອື່ນໆທີ່ກ່ຽວຂ້ອງກັບທຸກສິ່ງທີ່ເປັນບວກ. ພຣະເຈົ້າຜູ້ທີ່ມີແກ່ນແທ້ນີ້ ແລະ ດຳລົງຊີວິດທ່າມກາງມະນຸດຊາດດັ່ງກ່າວ ຮູ້ສຶກແນວໃດ? ພຣະອົງຮູ້ສຶກແນວໃດໃນຫົວໃຈຂອງພຣະອົງ? ພຣະອົງບໍ່ໄດ້ເຕັມໄປດ້ວຍຄວາມເຈັບປວດບໍ? ຫົວໃຈຂອງພຣະອົງເຈັບປວດ, ເປັນຄວາມເຈັບປວດທີ່ບໍ່ມີຜູ້ໃດສາມາດເຂົ້າໃຈ ຫຼື ເຄີຍພົບພໍ້. ນີ້ກໍຍ້ອນທຸກສິ່ງທີ່ພຣະອົງໄດ້ພົບ, ຜະເຊີນ, ໄດ້ຍິນ, ໄດ້ເຫັນ ແລະ ໄດ້ປະສົບລ້ວນແລ້ວແຕ່ເປັນຄວາມເສື່ອມຊາມ, ຄວາມຊົ່ວຮ້າຍຂອງມະນຸດຊາດ ແລະ ຄວາມກະບົດຂອງພວກເຂົາ ແລະ ການຕໍ່ຕ້ານຄວາມຈິງ. ທຸກສິ່ງທີ່ມາຈາກມະນຸດແມ່ນແຫຼ່ງກຳເນີດຂອງການທົນທຸກຂອງພຣະອົງ. ນັ້ນໝາຍຄວາມວ່າ ຍ້ອນແກ່ນແທ້ຂອງພຣະອົງບໍ່ຄືກັບມະນຸດທີ່ເສື່ອມຊາມ, ຄວາມເສື່ອມຊາມຂອງມະນຸດຈຶ່ງກາຍມາເປັນແຫຼ່ງກຳເນີດຂອງການທົນທຸກຢ່າງໃຫຍ່ຫຼວງທີ່ສຸດຂອງພຣະອົງ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງສາມາດຄົ້ນພົບຜູ້ຄົນທີ່ເວົ້າພາສາດຽວກັນກັບພຣະອົງບໍ? ພຣະອົງບໍ່ສາມາດຄົ້ນພົບຜູ້ຄົນດັ່ງກ່າວໃນທ່າມກາງມະນຸດຊາດ. ບໍ່ສາມາດຄົ້ນພົບຜູ້ໃດທີ່ສາມາດສື່ສານ ຫຼື ສາມາດສົນທະນາແບບນີ້ກັບພຣະເຈົ້າໄດ້ເລີຍ, ເຈົ້າວ່າພຣະເຈົ້າຈະມີຄວາມຮູ້ສຶກແບບໃດກ່ຽວກັບສິ່ງນີ້? ສິ່ງຕ່າງໆທີ່ຜູ້ຄົນສົນທະນາ, ຮັກ, ສະແຫວງຫາ ແລະ ປາຖະໜາລ້ວນແລ້ວແຕ່ກ່ຽວຂ້ອງກັບຄວາມຜິດບາບ ແລະ ແນວໂນ້ມທີ່ຊົ່ວຮ້າຍ. ເມື່ອພຣະເຈົ້າຜະເຊີນກັບທຸກສິ່ງນີ້, ມັນບໍ່ເປັນຄືກັບມີດທີ່ແທງຫົວໃຈຂອງພຣະອົງບໍ? ເມື່ອຜະເຊີນກັບສິ່ງຕ່າງໆເຫຼົ່ານີ້, ພຣະອົງຈະສາມາດມີຄວາມປິຕິຍິນດີໃນຫົວໃຈຂອງພຣະອົງໄດ້ບໍ? ພຣະອົງຈະສາມາດພົບການປອບໃຈໄດ້ບໍ? ຄົນທີ່ດຳລົງຊີວິດກັບພຣະອົງແມ່ນມະນຸດທີ່ເຕັມໄປດ້ວຍຄວາມກະບົດ ແລະ ຄວາມຊົ່ວຮ້າຍ, ຫົວໃຈຂອງພຣະອົງຈະບໍ່ທົນທຸກໄດ້ແນວໃດ? ການທົນທຸກນີ້ຍິ່ງໃຫຍ່ສໍ່າໃດກັນແທ້ ແລະ ຜູ້ໃດຈະສົນໃຈມັນ? ຜູ້ໃດຈະເອົາໃຈໃສ່? ແລ້ວຜູ້ໃດສາມາດເຫັນຄຸນຄ່າມັນໄດ້? ຜູ້ຄົນບໍ່ມີທາງເຂົ້າໃຈຫົວໃຈຂອງພຣະເຈົ້າໄດ້. ການທົນທຸກຂອງພຣະອົງແມ່ນສິ່ງທີ່ຜູ້ຄົນບໍ່ສາມາດເຫັນຄຸນຄ່າໂດຍສະເພາະ ແລະ ຄວາມເຢັນຊາ, ຄວາມດ້ານຊາຂອງມະນຸດຊາດເຮັດໃຫ້ການທົນທຸກຂອງພຣະເຈົ້າໜັກຍິ່ງຂຶ້ນ.
ມີບາງຄົນທີ່ມັກເຫັນອົກເຫັນໃຈສະພາບອັນລຳບາກຂອງພຣະຄຣິດຍ້ອນມີຂໍ້ໜຶ່ງໃນພຣະຄຳພີທີ່ກ່າວວ່າ: “ໝາຈອກກໍມີຮູ ແລະ ນົກກໍມີຮັງ; ແຕ່ບຸດມະນຸດບໍ່ມີບ່ອນວາງຫົວຂອງພຣະອົງເລີຍ”. ເມື່ອຜູ້ຄົນໄດ້ຍິນສິ່ງນີ້, ພວກເຂົາກໍເກັບມັນໃສ່ໃຈ ແລະ ເຊື່ອວ່ານີ້ຄືການທົນທຸກທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະເຈົ້າໄດ້ອົດກັ້ນ ແລະ ການທົນທຸກທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະຄຣິດໄດ້ອົດກັ້ນ. ບັດນີ້ ມາເບິ່ງສິ່ງນີ້ຈາກທັດສະນະຂອງຂໍ້ແທ້ຈິງ, ສິ່ງນັ້ນເປັນຄວາມຈິງບໍ? ບໍ່; ພຣະເຈົ້າບໍ່ເຊື່ອວ່າຄວາມຫຍຸ້ງຍາກເຫຼົ່ານີ້ເປັນການທົນທຸກ. ພຣະອົງບໍ່ເຄີຍຮ້ອງໄຫ້ອອກມາຕໍ່ຄວາມບໍ່ຍຸຕິທຳ ຍ້ອນຄວາມຫຍຸ້ງຍາກຂອງເນື້ອໜັງຂອງພຣະອົງ ແລະ ພຣະອົງບໍ່ເຄີຍເຮັດໃຫ້ມະນຸດຕອບແທນ ຫຼື ໃຫ້ລາງວັນພຣະອົງດ້ວຍສິ່ງໃດສິ່ງໜຶ່ງ. ເຖິງຢ່າງໃດກໍຕາມ ເມື່ອພຣະອົງໄດ້ເຫັນທຸກສິ່ງກ່ຽວກັບມະນຸດຊາດ ແລະ ຊີວິດທີ່ເສື່ອມຊາມ ແລະ ຄວາມຊົ່ວຮ້າຍຂອງມະນຸດທີ່ເສື່ອມຊາມ, ເມື່ອພຣະອົງໄດ້ເຫັນວ່າ ມະນຸດຊາດຢູ່ໃນກຳມືຂອງຊາຕານ ແລະ ຖືກຈັບກຸມໂດຍຊາຕານ ແລະ ບໍ່ສາມາດຫຼົບໜີໄດ້, ຜູ້ຄົນທີ່ດຳລົງຊີວິດຢູ່ໃນຄວາມຜິດບາບບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ພຣະອົງກໍບໍ່ສາມາດທົນຕໍ່ຄວາມຜິດບາບທັງໝົດເຫຼົ່ານີ້ໄດ້. ຄວາມກຽດຊັງມະນຸດຂອງພຣະອົງເພີ່ມຂຶ້ນທຸກມື້, ແຕ່ພຣະອົງກໍຕ້ອງອົດກັ້ນຕໍ່ທຸກສິ່ງນີ້. ນີ້ແມ່ນການທົນທຸກອັນຍິ່ງໃຫຍ່ຂອງພຣະເຈົ້າ. ພຣະເຈົ້າບໍ່ສາມາດສະແດງແມ່ນແຕ່ສຽງຫົວໃຈຂອງພຣະອົງ ຫຼື ຄວາມຮູ້ສຶກຂອງພຣະອົງອອກທ່າມກາງຜູ້ຕິດຕາມຂອງພຣະອົງໄດ້ຢ່າງຄົບຖ້ວນ ແລະ ບໍ່ມີຜູ້ໃດທ່າມກາງຜູ້ຕິດຕາມຂອງພຣະອົງສາມາດເຂົ້າໃຈການທົນທຸກຂອງພຣະອົງໄດ້ຢ່າງແທ້ຈິງ. ບໍ່ມີຜູ້ໃດແມ່ນແຕ່ພະຍາຍາມ ຫຼື ປອບໃຈພຣະອົງ ເຊິ່ງໄດ້ອົດກັ້ນຕໍ່ການທົນທຸກມື້ແລ້ວມື້ເລົ່າ, ປີແລ້ວປີເລົ່າ ແລະ ຄັ້ງແລ້ວຄັ້ງເລົ່າ. ພວກເຈົ້າໄດ້ເຫັນຫຍັງໃນສິ່ງນີ້? ພຣະເຈົ້າບໍ່ໄດ້ຮຽກຮ້ອງຫຍັງຈາກມະນຸດເພື່ອຕອບແທນສິ່ງທີ່ພຣະອົງໄດ້ມອບໃຫ້, ແຕ່ຍ້ອນແກ່ນແທ້ຂອງພຣະເຈົ້າ, ພຣະອົງບໍ່ສາມາດອົດທົນຕໍ່ຄວາມຊົ່ວຮ້າຍ, ຄວາມເສື່ອມຊາມ ແລະ ຄວາມຜິດບາບຂອງມະນຸດຊາດແທ້ໆ ແລະ ກົງກັນຂ້າມ ພຣະອົງຮູ້ສຶກລັງກຽດ ແລະ ກຽດຊັງທີ່ສຸດ ເຊິ່ງພາໃຫ້ຫົວໃຈຂອງພຣະເຈົ້າ ແລະ ເນື້ອໜັງຂອງພຣະອົງໄດ້ອົດກັ້ນກັບການທົນທຸກຢ່າງບໍ່ສຸດສິ້ນ. ພວກເຈົ້າໄດ້ເຫັນສິ່ງນີ້ບໍ? ສ່ວນໃຫຍ່ ບໍ່ມີຜູ້ໃດສາມາດເຫັນສິ່ງນີ້ໄດ້, ຍ້ອນບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດເຂົ້າໃຈພຣະເຈົ້າຢ່າງແທ້ຈິງ. ດົນໄປ ເຈົ້າຈະຜະເຊີນມັນດ້ວຍຕົວເຈົ້າເອງເທື່ອລະໜ້ອຍ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?