ພຣະເຢຊູສະແດງສິ່ງອັດສະຈັນ
1) ພຣະເຢຊູລ້ຽງຫ້າພັນຄົນ
“ໜຶ່ງໃນສາວົກຂອງພຣະອົງ ນັ້ນກໍຄືອັນເດອາ ເຊິ່ງເປັນນ້ອງຊາຍຂອງຊີໂມນ ເປໂຕ ໄດ້ເວົ້າກັບພຣະອົງວ່າ ມີເດັກໜຸ່ມຢູ່ທີ່ນີ້ ເຊິ່ງມີກ້ອນເຂົ້າຈີ່ບາເລ່ຢູ່ຫ້າກ້ອນ ແລະ ປານ້ອຍສອງໂຕ, ແຕ່ພວກມັນຈະມີປະໂຫຍດຫຍັງທ່າມກາງຄົນຈຳນວນຫຼວງຫຼາຍ? ແລະ ພຣະເຢຊູກໍເວົ້າວ່າ ຈົ່ງບອກໃຫ້ຜູ້ຄົນນັ່ງລົງ. ບັດນີ້ ມີຫຍ້າຫຼາຍໃນສະຖານທີ່ນັ້ນ. ສະນັ້ນ ຜູ້ຄົນຈຶ່ງນັ່ງລົງ ເຊິ່ງມີຈຳນວນທັງໝົດຫ້າພັນຄົນ. ພຣະເຢຊູກໍນໍາເອົາກ້ອນເຂົ້າຈີ່ ແລະ ເມື່ອພຣະອົງໄດ້ອະທິຖານ ພຣະອົງກໍແຈກຢາຍໃຫ້ກັບສາວົກຂອງພຣະອົງ ແລະ ສາວົກຂອງພຣະອົງກໍແຈກຢາຍໃຫ້ກັບຄົນທີ່ນັ່ງຢູ່ນັ້ນ; ແລະ ໃນທຳນອງດຽວກັນ ພວກເຂົາກໍແຈກຢາຍປາໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ເມື່ອພວກເຂົາອີ່ມ ພຣະອົງກໍເວົ້າກັບສາວົກຂອງພຣະອົງວ່າ ໃຫ້ຮວບຮວມເອົາເສດສ່ວນທີ່ຍັງເຫຼືອເພື່ອບໍ່ໃຫ້ມີຫຍັງສູນເສຍ. ສະນັ້ນ ພວກເຂົາຈຶ່ງຮວບຮວມນຳກັນ ແລະ ເກັບໄດ້ເຕັມສິບສອງກະຕ່າພ້ອມກັບເສດສ່ວນຂອງກ້ອນເຂົ້າຈີ່ຫ້າກ້ອນ ເຊິ່ງຍັງຄົງເຫຼືອຫຼັງຈາກທີ່ພວກເຂົາໄດ້ກິນອີ່ມແລ້ວ” (ໂຢຮັນ 6:8-13).
2) ການຟື້ນຄືນຊີບຂອງລາຊະໂຣເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີ
“ແລະ ພຣະອົງໄດ້ກ່າວດັ່ງນັ້ນ ພຣະອົງກໍຮ້ອງຂຶ້ນດ້ວຍສຽງດັງວ່າ ລາຊະໂຣ ຈົ່ງອອກມາ. ລາຊະໂຣທີ່ເປັນຄົນຕາຍແລ້ວກໍອອກມາ ເຊິ່ງຖືກມັດມື ແລະ ຕີນດ້ວຍຜ້າໃນຂຸມຝັງສົບ ແລະ ໜ້າຂອງລາວກໍຖືກປົກດ້ວຍຜ້າ. ພຣະເຢຊູເວົ້າກັບພວກເຂົາວ່າ ຈົ່ງແກ້ໃຫ້ລາວ ແລະ ປ່ອຍລາວໄປ” (ໂຢຮັນ 11:43-44).
ໃນບັນດາສິ່ງອັດສະຈັນທີ່ພຣະເຢຊູເຈົ້າໄດ້ປະຕິບັດ, ພວກເຮົາໄດ້ຄັດເລືອກເອົາພຽງສອງຂໍ້ນີ້ ຍ້ອນພວກມັນພຽງພໍທີ່ຈະສະແດງເຖິງສິ່ງທີ່ເຮົາຕ້ອງການກ່າວເຖິງໃນນີ້. ສິ່ງອັດສະຈັນສອງຢ່າງນີ້ແມ່ນເປັນຕາງຶດງໍ້ຫຼາຍ ແລະ ເປັນຕົວແທນຢ່າງສູງໃຫ້ແກ່ສິ່ງອັດສະຈັນທີ່ພຣະເຢຊູເຈົ້າປະຕິບັດຢູ່ໃນລະຫວ່າງຍຸກແຫ່ງພຣະຄຸນ.
ກ່ອນອື່ນ, ໃຫ້ພວກເຮົາມາເບິ່ງຂໍ້ຄວາມທຳອິດ: ພຣະເຢຊູລ້ຽງຫ້າພັນຄົນ.
ແມ່ນຫຍັງຄືແນວຄິດຂອງ “ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ”? ໂດຍປົກກະຕິແລ້ວ, ມີຄົນຫຼາຍສໍ່າໃດທີ່ຈະອີ່ມດ້ວຍເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ? ຖ້າເຈົ້າອີງຕາມການວັດແທກຂອງເຈົ້າໃສ່ຄວາມຫິວຂອງຄົນທຳມະດາ, ສິ່ງນີ້ກໍຈະພຽງພໍສຳລັບສອງຄົນເທົ່ານັ້ນ. ນີ້ແມ່ນແນວຄິດທີ່ພື້ນຖານທີ່ສຸດຂອງ “ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ”. ເຖິງຢ່າງໃດກໍຕາມ ໃນຂໍ້ຄວາມນີ້ ມີເທົ່າໃດຄົນທີ່ຖືກລ້ຽງດ້ວຍເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ? ສິ່ງຕໍ່ໄປນີ້ແມ່ນສິ່ງທີ່ຖືກບັນທຶກໃນຂໍ້ພຣະຄຳພີ: “ບັດນີ້ ມີຫຍ້າຫຼາຍໃນສະຖານທີ່ນັ້ນ. ສະນັ້ນ ຜູ້ຄົນຈຶ່ງນັ່ງລົງ ເຊິ່ງມີຈຳນວນທັງໝົດຫ້າພັນຄົນ”. ເມື່ອທຽບໃສ່ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ, ຫ້າພັນຄົນແມ່ນຕົວເລກທີ່ຫຼາຍບໍ? ແມ່ນຫຍັງທີ່ສະແດງເຖິງຕົວເລກທີ່ຫຼາຍນີ້? ຈາກທັດສະນະຂອງມະນຸດ, ການແບ່ງຫານເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕລະຫວ່າງຫ້າພັນຄົນຈະເປັນໄປບໍ່ໄດ້, ຍ້ອນຄວາມແຕກຕ່າງລະຫວ່າງຜູ້ຄົນ ແລະ ອາຫານແມ່ນຫຼາຍເກີນໄປ. ເຖິງແມ່ນທຸກຄົນກັດພຽງແຕ່ຄຳນ້ອຍໆຄຳດຽວ, ມັນກໍຍັງຈະບໍ່ພຽງພໍສຳລັບຫ້າພັນຄົນ. ແຕ່ໃນນີ້, ພຣະເຢຊູເຈົ້າໄດ້ສະແດງສິ່ງອັດສະຈັນ, ພຣະອົງບໍ່ພຽງແຕ່ຮັບປະກັນວ່າ ຫ້າພັນຄົນຈະກິນຈົນອີ່ມ, ແຕ່ເຖິງກັບມີອາຫານເຫຼືອ. ຂໍ້ພຣະຄຳພີໄດ້ກ່າວໄວ້ວ່າ: “ເມື່ອພວກເຂົາອີ່ມ ພຣະອົງກໍເວົ້າກັບສາວົກຂອງພຣະອົງວ່າ ໃຫ້ຮວບຮວມເອົາເສດສ່ວນທີ່ຍັງເຫຼືອເພື່ອບໍ່ໃຫ້ມີຫຍັງສູນເສຍ. ສະນັ້ນ ພວກເຂົາຈຶ່ງຮວບຮວມນຳກັນ ແລະ ເກັບໄດ້ເຕັມສິບສອງກະຕ່າພ້ອມກັບເສດສ່ວນຂອງກ້ອນເຂົ້າຈີ່ຫ້າກ້ອນ ເຊິ່ງຍັງຄົງເຫຼືອຫຼັງຈາກທີ່ພວກເຂົາໄດ້ກິນອີ່ມແລ້ວ”. ສິ່ງອັດສະຈັນນີ້ເຮັດໃຫ້ຜູ້ຄົນເຫັນເຖິງຕົວຕົນ ແລະ ສະຖານະຂອງພຣະເຢຊູເຈົ້າ ແລະ ເຫັນວ່າບໍ່ມີຫຍັງທີ່ເປັນໄປບໍ່ໄດ້ສຳລັບພຣະເຈົ້າ, ໃນວິທີນີ້ ພວກເຂົາເຫັນເຖິງຄວາມຈິງແຫ່ງອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ. ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕແມ່ນພຽງພໍທີ່ຈະລ້ຽງຫ້າພັນຄົນ, ແຕ່ຖ້າບໍ່ມີອາຫານເລີຍ ພຣະເຈົ້າຈະສາມາດລ້ຽງຫ້າພັນຄົນໄດ້ບໍ? ແນ່ນອນ ພຣະອົງຈະສາມາດລ້ຽງໄດ້! ນີ້ຄືສິ່ງອັດສະຈັນ, ສະນັ້ນ ຜູ້ຄົນຈຶ່ງຮູ້ສຶກວ່າມັນຍາກທີ່ຈະເຂົ້າໃຈ, ໜ້າເຫຼືອເຊື່ອ ແລະ ລຶກລັບຫຼາຍ, ແຕ່ສຳລັບພຣະເຈົ້າແລ້ວ ການເຮັດສິ່ງດັ່ງກ່າວແມ່ນເປັນເລື່ອງງ່າຍໆ. ໃນເມື່ອນີ້ແມ່ນສິ່ງທີ່ທຳມະດາສຳລັບພຣະເຈົ້າ, ແລ້ວເປັນຫຍັງມັນຈຶ່ງຖືກຄັດເລືອກເອົາມາຕີຄວາມໝາຍໃນຕອນນີ້? ເພາະສິ່ງທີ່ນອນຢູ່ເບື້ອງຫຼັງສິ່ງອັດສະຈັນນີ້ຄືຄວາມປະສົງຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ມະນຸດຊາດບໍ່ເຄີຍຮັບຮູ້ມາກ່ອນ.
ກ່ອນອື່ນ ໃຫ້ພວກເຮົາພະຍາຍາມເຂົ້າໃຈວ່າ ຫ້າພັນຄົນເຫຼົ່ານີ້ເປັນຄົນແບບໃດ. ພວກເຂົາເປັນຜູ້ຕິດຕາມພຣະເຢຊູເຈົ້າບໍ? ຈາກຂໍ້ພຣະຄຳພີ, ພວກເຮົາໄດ້ຮູ້ວ່າ ພວກເຂົາບໍ່ແມ່ນຜູ້ຕິດຕາມຂອງພຣະອົງ. ພວກເຂົາຮູ້ບໍ່ວ່າຜູ້ໃດແມ່ນພຣະເຢຊູເຈົ້າ? ບໍ່ຮູ້ຢ່າງແນ່ນອນ! ຢ່າງໜ້ອຍທີ່ສຸດ, ພວກເຂົາກໍບໍ່ຮູ້ວ່າບຸກຄົນທີ່ກຳລັງຢືນຢູ່ຕໍ່ໜ້າພວກເຂົາແມ່ນພຣະຄຣິດ ຫຼື ບາງເທື່ອ ບາງຄົນກໍພຽງແຕ່ຮູ້ຈັກຊື່ຂອງພຣະອົງ ແລະ ຮູ້ຈັກ ຫຼື ໄດ້ຍິນບາງສິ່ງກ່ຽວກັບສິ່ງທີ່ພຣະອົງໄດ້ເຮັດ. ຄວາມຢາກຮູ້ຢາກເຫັນຂອງພວກເຂົາກ່ຽວກັບພຣະເຢຊູເຈົ້າພຽງແຕ່ຖືກດົນໃຈ ເມື່ອພວກເຂົາໄດ້ຍິນເລື່ອງລາວກ່ຽວກັບພຣະອົງ, ແຕ່ເຈົ້າບໍ່ສາມາດເວົ້າໄດ້ຢ່າງແນ່ນອນວ່າພວກເຂົາຕິດຕາມພຣະອົງ, ແຮງໄກທີ່ພວກເຂົາຈະເຂົ້າໃຈພຣະອົງ. ເມື່ອພຣະເຢຊູເຈົ້າເຫັນຫ້າພັນຄົນເຫຼົ່ານີ້, ພວກເຂົາກໍຫິວ ແລະ ພຽງແຕ່ຄິດເຖິງການອີ່ມທ້ອງຂອງພວກເຂົາເທົ່ານັ້ນ, ສະນັ້ນ ໃນບໍລິບົດນີ້ ພຣະເຢຊູເຈົ້າຈຶ່ງເຮັດໃຫ້ພໍໃຈຕາມຄວາມປາຖະໜາຂອງພວກເຂົາ. ເມື່ອພຣະອົງເຮັດໃຫ້ພໍໃຈຕາມຄວາມປາຖະໜາຂອງພວກເຂົາ, ແມ່ນຫຍັງຢູ່ໃນຫົວໃຈຂອງພຣະອົງ? ແມ່ນຫຍັງຄືທ່າທີຂອງພຣະອົງຕໍ່ຜູ້ຄົນເຫຼົ່ານີ້ທີ່ພຽງແຕ່ຕ້ອງການກິນໃຫ້ອີ່ມທ້ອງ? ໃນເວລານີ້, ຄວາມຄິດຂອງພຣະເຢຊູເຈົ້າ ແລະ ທ່າທີຂອງພຣະອົງແມ່ນກ່ຽວພັນກັບອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ. ເມື່ອຜະເຊີນກັບຫ້າພັນຄົນເຫຼົ່ານີ້ທີ່ບໍ່ໄດ້ກິນຫຍັງ ຜູ້ທີ່ພຽງແຕ່ຕ້ອງການຢາກກິນອາຫານຢ່າງເຕັມອີ່ມ, ເມື່ອຜະເຊີນກັບຜູ້ຄົນເຫຼົ່ານີ້ທີ່ເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນ ແລະ ຄວາມຫວັງສຳລັບພຣະອົງ, ພຣະເຢຊູເຈົ້າກໍພຽງແຕ່ຄິດທີ່ຈະໃຊ້ປະໂຫຍດຈາກສິ່ງອັດສະຈັນນີ້ເພື່ອປະທານຄວາມກະລຸນາໃຫ້ແກ່ພວກເຂົາ. ເຖິງຢ່າງໃດກໍຕາມ, ພຣະອົງບໍ່ໄດ້ເພີ່ມຄວາມຫວັງຂອງພຣະອົງວ່າພວກເຂົາຈະກາຍມາເປັນຜູ້ຕິດຕາມຂອງພຣະອົງ, ຍ້ອນພຣະອົງຮູ້ວ່າ ພວກເຂົາພຽງແຕ່ຕ້ອງການມີຄວາມສຸກ ແລະ ກິນອີ່ມທ້ອງ, ສະນັ້ນ ພຣະອົງຈຶ່ງແກ້ໄຂສະຖານະການອີງຕາມສະພາບນັ້ນໃຫ້ດີທີ່ສຸດ ແລະ ໃຊ້ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕເພື່ອລ້ຽງຫ້າພັນຄົນ. ພຣະອົງເປີດຕາຂອງຜູ້ຄົນເຫຼົ່ານີ້ ຜູ້ທີ່ເພີດເພີນກັບການເຫັນສິ່ງທີ່ໜ້າຕື່ນເຕັ້ນ, ຜູ້ທີ່ຕ້ອງການເຫັນສິ່ງອັດສະຈັນ ແລະ ພວກເຂົາກໍເຫັນສິ່ງຕ່າງໆທີ່ພຣະເຈົ້າທີ່ບັງເກີດເປັນມະນຸດສາມາດເຮັດສຳເລັດດ້ວຍຕາຂອງພວກເຂົາເອງ. ເຖິງແມ່ນພຣະເຢຊູເຈົ້າໃຊ້ບາງສິ່ງທີ່ຈັບຕ້ອງໄດ້ເພື່ອເຮັດໃຫ້ພໍໃຈຕາມຄວາມຢາກຮູ້ຢາກເຫັນຂອງພວກເຂົາ, ພຣະອົງຮູ້ຢູ່ໃນໃຈຂອງພຣະອົງແລ້ວວ່າ ຫ້າພັນຄົນເຫຼົ່ານີ້ພຽງແຕ່ຕ້ອງການໄດ້ກິນອາຫານດີໆເທົ່ານັ້ນ, ສະນັ້ນ ພຣະອົງຈຶ່ງບໍ່ໄດ້ເທດສະໜາແກ່ພວກເຂົາ ຫຼື ເວົ້າຫຍັງເລີຍ, ພຣະອົງພຽງແຕ່ປ່ອຍໃຫ້ພວກເຂົາເຫັນສິ່ງອັດສະຈັນນີ້ໃນຂະນະທີ່ມັນເກີດຂຶ້ນ. ພຣະອົງບໍ່ສາມາດປະຕິບັດຕໍ່ຜູ້ຄົນເຫຼົ່ານີ້ໃນລັກສະນະດຽວກັນກັບທີ່ພຣະອົງປະຕິບັດຕໍ່ສາວົກຂອງພຣະອົງຢ່າງແນ່ນອນ ຜູ້ທີ່ຕິດຕາມພຣະອົງຢ່າງແທ້ຈິງ, ແຕ່ໃນຫົວໃຈຂອງພຣະເຈົ້າ, ທຸກສິ່ງທີ່ຖືກສ້າງຂຶ້ນແມ່ນຢູ່ພາຍໃຕ້ກົດເກນຂອງພຣະອົງ ແລະ ພຣະອົງຈະປ່ອຍໃຫ້ທຸກສິ່ງທີ່ຖືກສ້າງໃນສາຍຕາຂອງພຣະອົງໄດ້ຮັບຄວາມກະລຸນາຂອງພຣະເຈົ້າ ເມື່ອມັນຈຳເປັນ. ເຖິງແມ່ນຜູ້ຄົນເຫຼົ່ານີ້ບໍ່ຮູ້ຈັກວ່າພຣະອົງແມ່ນໃຜ ແລະ ບໍ່ເຂົ້າໃຈພຣະອົງ ຫຼື ມີຄວາມປະທັບໃຈໂດຍສະເພາະກ່ຽວກັບພຣະອົງ ຫຼື ມີຄວາມຍິນດີຕໍ່ພຣະອົງ ແມ່ນແຕ່ຫຼັງຈາກທີ່ພວກເຂົາໄດ້ກິນເຂົ້າຈີ່ ແລະ ປາແລ້ວ, ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າຖືວ່າເປັນບັນຫາ, ພຣະອົງມອບໂອກາດພິເສດໃຫ້ຜູ້ຄົນເຫຼົ່ານີ້ໄດ້ຮັບເອົາຄວາມກະລຸນາຂອງພຣະເຈົ້າ. ບາງຄົນເວົ້າວ່າ ພຣະເຈົ້າມີຫຼັກການໃນສິ່ງທີ່ພຣະອົງເຮັດ, ພຣະອົງບໍ່ເຝົ້າເບິ່ງ ຫຼື ປົກປ້ອງຜູ້ທີ່ບໍ່ເຊື່ອ ແລະ ໂດຍສະເພາະແລ້ວ ພຣະອົງບໍ່ປ່ອຍໃຫ້ພວກເຂົາໄດ້ຮັບຄວາມກະລຸນາຂອງພຣະອົງ. ນັ້ນເປັນຈິງແທ້ບໍ? ໃນສາຍຕາຂອງພຣະເຈົ້າ, ຕາບໃດທີ່ພວກເຂົາເປັນສິ່ງທີ່ມີຊີວິດທີ່ພຣະເຈົ້າໄດ້ເນລະມິດສ້າງເອງ, ພຣະເຈົ້າຈະຄຸ້ມຄອງ ແລະ ເບິ່ງແຍງພວກເຂົາ ແລະ ໃນຫຼາຍວິທີ ພຣະເຈົ້າຈະປະຕິບັດຕໍ່ພວກເຂົາ, ວາງແຜນສຳລັບພວກເຂົາ ແລະ ປົກຄອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນຄວາມຄິດ ແລະ ທ່າທີຂອງພຣະເຈົ້າຕໍ່ສິ່ງທັງປວງ.
ເຖິງແມ່ນຫ້າພັນຄົນທີ່ໄດ້ກິນເຂົ້າຈີ່ ແລະ ປານັ້ນບໍ່ໄດ້ວາງແຜນທີ່ຈະຕິດຕາມພຣະເຢຊູເຈົ້າ, ພຣະອົງກໍບໍ່ໄດ້ບັງຄັບພວກເຂົາ; ຫຼັງຈາກທີ່ພວກເຂົາໄດ້ກິນຈົນອີ່ມທ້ອງ, ພວກເຈົ້າຮູ້ບໍວ່າພຣະເຢຊູເຈົ້າເຮັດຫຍັງ? ພຣະອົງໄດ້ເທດສະໜາແກ່ພວກເຂົາຢູ່ບໍ? ພຣະອົງໄປໃສຫຼັງຈາກທີ່ເຮັດສິ່ງນີ້ແລ້ວ? ຂໍ້ພຣະຄຳພີບໍ່ໄດ້ບັນທຶກວ່າພຣະເຢຊູເຈົ້າເວົ້າຫຍັງຕໍ່ພວກເຂົາ, ພຽງແຕ່ວ່າ ພຣະອົງຈາກໄປຢ່າງງຽບໆ ເມື່ອພຣະອົງໄດ້ປະຕິບັດສິ່ງອັດສະຈັນຂອງພຣະອົງ. ແລ້ວພຣະອົງມີການຮຽກຮ້ອງຫຍັງຈາກຜູ້ຄົນເຫຼົ່ານີ້ບໍ? ມີຄວາມກຽດຊັງບໍ? ບໍ່, ບໍ່ມີຫຍັງເລີຍໃນສິ່ງເຫຼົ່ານີ້. ພຣະອົງພຽງແຕ່ບໍ່ຕ້ອງການໃສ່ໃຈຜູ້ຄົນເຫຼົ່ານີ້ອີກຕໍ່ໄປ ຜູ້ເຊິ່ງບໍ່ສາມາດຕິດຕາມພຣະອົງ ແລະ ໃນເວລານີ້ ຫົວໃຈຂອງພຣະອົງກໍເຈັບປວດ. ຍ້ອນພຣະອົງໄດ້ເຫັນເຖິງຄວາມຊົ່ວຊ້າຂອງມະນຸດຊາດ ແລະ ພຣະອົງກໍຮູ້ສຶກເຖິງການທີ່ມະນຸດຊາດປະຕິເສດພຣະອົງ, ເມື່ອພຣະອົງໄດ້ເຫັນຜູ້ຄົນເຫຼົ່ານີ້ ແລະ ພຣະອົງຢູ່ກັບພວກເຂົາ, ພຣະອົງກໍໂສກເສົ້າຍ້ອນຄວາມໂງ່ຈ້າ ແລະ ຄວາມເມີນເສີຍຂອງມະນຸດ ແລະ ຫົວໃຈຂອງພຣະອົງກໍເຈັບປວດ, ສິ່ງທີ່ພຣະອົງຕ້ອງການກໍຄືໜີຈາກຜູ້ຄົນເຫຼົ່ານີ້ໄປໃຫ້ໄວເທົ່າທີ່ຈະເປັນໄປໄດ້. ໃນຫົວໃຈຂອງພຣະອົງ ພຣະຜູ້ເປັນເຈົ້າບໍ່ໄດ້ຮຽກຮ້ອງຫຍັງຈາກພວກເຂົາ, ພຣະອົງບໍ່ຕ້ອງການໃສ່ໃຈກັບພວກເຂົາເລີຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງບໍ່ຕ້ອງການເສຍກຳລັງຂອງພຣະອົງກັບພວກເຂົາ. ພຣະອົງຮູ້ວ່າ ພວກເຂົາບໍ່ສາມາດຕິດຕາມພຣະອົງໄດ້, ແຕ່ເຖິງຢ່າງນັ້ນກໍຕາມ, ທ່າທີຂອງພຣະອົງຕໍ່ພວກເຂົາກໍຍັງຊັດເຈນຫຼາຍ. ພຣະອົງພຽງຕ້ອງການປະຕິບັດຕໍ່ພວກເຂົາຢ່າງມີເມດຕາ, ປະທານຄວາມກະລຸນາໃຫ້ແກ່ພວກເຂົາ ແລະ ແນ່ນອນ ນີ້ຄືທ່າທີຂອງພຣະເຈົ້າຕໍ່ທຸກສິ່ງທີ່ຖືກສ້າງພາຍໃຕ້ການປົກຄອງຂອງພຣະອົງ ນັ້ນກໍຄື ເພື່ອປະຕິບັດຕໍ່ທຸກສິ່ງທີ່ຖືກສ້າງຢ່າງມີເມດຕາ, ເພື່ອສະໜອງໃຫ້ແກ່ພວກເຂົາ ແລະ ບໍາລຸງລ້ຽງພວກເຂົາ. ຍ້ອນເຫດຜົນທີ່ພຣະເຢຊູເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຈຶ່ງເປີດເຜີຍແກ່ນແທ້ຂອງພຣະເຈົ້າເອງຢ່າງເປັນທຳມະຊາດຫຼາຍ ແລະ ປະຕິບັດຕໍ່ຜູ້ຄົນເຫຼົ່ານີ້ຢ່າງມີເມດຕາ. ພຣະອົງປະຕິບັດຕໍ່ພວກເຂົາດ້ວຍຫົວໃຈແຫ່ງຄວາມເມດຕາກະລຸນາ ແລະ ຄວາມອົດທົນ ແລະ ດ້ວຍຫົວໃຈດັ່ງກ່າວ ພຣະອົງຈຶ່ງສະແດງຄວາມເມດຕາໃຫ້ແກ່ພວກເຂົາ. ບໍ່ວ່າຜູ້ຄົນເຫຼົ່ານີ້ໄດ້ເບິ່ງພຣະເຢຊູເຈົ້າໃນຮູບແບບໃດກໍຕາມ ແລະ ບໍ່ວ່າຈະມີຜົນຕາມມາແບບໃດກໍຕາມ, ພຣະອົງກໍປະຕິບັດຕໍ່ທຸກສິ່ງທີ່ຖືກສ້າງໂດຍອີງຕາມຕໍາແໜ່ງຂອງພຣະອົງດັ່ງພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ທຸກສິ່ງທີ່ພຣະອົງເປີດເຜີຍຄືອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ໂດຍບໍ່ມີຂໍ້ຍົກເວັ້ນ. ພຣະຜູ້ເປັນເຈົ້າເຮັດສິ່ງນີ້ຢ່າງງຽບໆ ແລະ ຫຼັງຈາກນັ້ນກໍຈາກໄປຢ່າງງຽບໆ, ນີ້ແມ່ນອຸປະນິໄສດ້ານໃດຂອງພຣະເຈົ້າ? ເຈົ້າສາມາດເວົ້າໄດ້ບໍວ່າ ນີ້ແມ່ນຄວາມຮັກຄວາມເມດຕາຂອງພຣະເຈົ້າ? ເຈົ້າສາມາດເວົ້າໄດ້ບໍວ່າ ນີ້ແມ່ນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າ? ນີ້ແມ່ນສິ່ງທີ່ຄົນປົກກະຕິສາມາດເຮັດໄດ້ບໍ? ບໍ່ແມ່ນຢ່າງແນ່ນອນ! ໃນທາດແທ້ແລ້ວ ແມ່ນໃຜຄືຫ້າພັນຄົນນີ້ທີ່ພຣະເຢຊູເຈົ້າໄດ້ລ້ຽງດ້ວຍເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ? ເຈົ້າສາມາດເວົ້າໄດ້ບໍວ່າພວກເຂົາແມ່ນຄົນທີ່ເຂົ້າກັບພຣະອົງໄດ້? ເຈົ້າສາມາດເວົ້າໄດ້ບໍວ່າ ພວກເຂົາລ້ວນແລ້ວແຕ່ເປັນປໍລະປັກຕໍ່ພຣະເຈົ້າ? ມັນສາມາດເວົ້າໄດ້ຢ່າງແນ່ນອນວ່າ ພວກເຂົາບໍ່ສາມາດເຂົ້າກັບພຣະຜູ້ເປັນເຈົ້າໄດ້ແທ້ໆ ແລະ ແກ່ນແທ້ຂອງພວກເຂົາແມ່ນເປັນປໍລະປັກຕໍ່ພຣະເຈົ້າແທ້ໆ. ແຕ່ພຣະເຈົ້າປະຕິບັດແນວໃດຕໍ່ພວກເຂົາ? ພຣະອົງໃຊ້ວິທີການເພື່ອຫຼຸດຜ່ອນຄວາມເປັນປໍລະປັກຂອງພວກເຂົາຕໍ່ພຣະເຈົ້າ, ວິທີການນີ້ແມ່ນຖືກເອີ້ນວ່າ “ຄວາມກະລຸນາ”. ນັ້ນກໍຄື ເຖິງແມ່ນພຣະເຢຊູເຈົ້າໄດ້ເຫັນຜູ້ຄົນເຫຼົ່ານີ້ວ່າເປັນຄົນບາບ, ເຖິງຢ່າງໃດກໍຕາມ ໃນສາຍຕາຂອງພຣະເຈົ້າແລ້ວ ພວກເຂົາກໍເປັນສິ່ງຖືກສ້າງຂອງພຣະອົງ, ສະນັ້ນ ພຣະອົງຈຶ່ງຍັງປະຕິບັດຕໍ່ຄົນບາບເຫຼົ່ານີ້ຢ່າງມີເມດຕາ. ນີ້ຄືຄວາມອົດທົນຂອງພຣະເຈົ້າ ແລະ ຄວາມອົດທົນນີ້ແມ່ນຖືກກຳນົດໂດຍຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າເອງ. ສະນັ້ນ ນີ້ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດທີ່ຖືກສ້າງໂດຍພຣະເຈົ້າສາມາດເຮັດໄດ້, ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດສິ່ງນີ້ໄດ້.
ເມື່ອເຈົ້າສາມາດເຂົ້າໃຈຄວາມຄິດ ແລະ ທ່າທີຂອງພຣະເຈົ້າຕໍ່ມະນຸດຊາດຢ່າງແທ້ຈິງ, ເມື່ອເຈົ້າສາມາດເຂົ້າໃຈຄວາມຮູ້ສຶກ ແລະ ຄວາມກັງວົນຂອງພຣະເຈົ້າສຳລັບສິ່ງຖືກສ້າງແຕ່ລະຢ່າງ, ເຈົ້າກໍຈະສາມາດເຂົ້າໃຈເຖິງຄວາມອຸທິດ ແລະ ຄວາມຮັກທີ່ມີຕໍ່ທຸກຄົນທີ່ຖືກສ້າງຂຶ້ນໂດຍພຣະຜູ້ສ້າງ. ເມື່ອສິ່ງນີ້ເກີດຂຶ້ນ, ເຈົ້າກໍຈະໃຊ້ສອງຄຳເວົ້າເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ. ແມ່ນຫຍັງຄືສອງຄຳເວົ້າເຫຼົ່ານັ້ນ? ບາງຄົນເວົ້າວ່າ “ບໍ່ເຫັນແກ່ຕົວ” ແລະ ບາງຄົນເວົ້າວ່າ “ໃຈບຸນ”. ໃນສອງຄຳເວົ້າເຫຼົ່ານີ້, “ໃຈບຸນ” ແມ່ນຄຳເວົ້າທີ່ບັນຍາຍເຖິງຄວາມຮັກຂອງພຣະເຈົ້າໄດ້ໜ້ອຍທີ່ສຸດ. ນີ້ແມ່ນຄຳເວົ້າທີ່ຜູ້ຄົນໃຊ້ເພື່ອບັນຍາຍເຖິງຜູ້ໃດຜູ້ໜຶ່ງທີ່ເອື້ອເຟື້ອເພື່ອແຜ່ ຫຼື ໃຈກວ້າງ. ເຮົາກຽດຊັງຄຳເວົ້ານີ້, ຍ້ອນມັນໝາຍເຖິງການດຳເນີນການກຸສົນໂດຍບໍ່ມີເປົ້າໝາຍ, ໂດຍບໍ່ເລືອກໜ້າ, ໂດຍບໍ່ຄຳນຶງເຖິງຫຼັກການ. ມັນຄືນິໄສໃຈຄໍທີ່ອ່ອນໄຫວໄດ້ງ່າຍເກີນໄປ ເຊິ່ງເປັນສິ່ງປົກກະຕິສຳລັບຄົນທີ່ໂງ່ຈ້າ ແລະ ສັບສົນ. ເມື່ອຄຳເວົ້ານີ້ຖືກໃຊ້ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ, ມັນ ມີຄວາມໝາຍໃນທາງໝິ່ນປະໝາດ ຢ່າງຫຼີກຫຼ່ຽງບໍ່ໄດ້. ໃນນີ້ ເຮົາມີສອງຄຳເວົ້າທີ່ບັນຍາຍເຖິງຄວາມຮັກຂອງພຣະເຈົ້າໄດ້ຢ່າງເໝາະສົມຍິ່ງກວ່າ. ພວກມັນແມ່ນຫຍັງ? ຄຳທຳອິດແມ່ນ “ມະຫາສານ”. ຄຳເວົ້ານີ້ບໍ່ເຮັດໃຫ້ຈົດຈໍາໄດ້ບໍ? ຄຳທີສອງແມ່ນ “ກວ້າງໃຫຍ່”. ມັນມີຄວາມໝາຍແທ້ຈິງຢູ່ເບື້ອງຫຼັງຄຳເວົ້າເຫຼົ່ານີ້ທີ່ເຮົາໃຊ້ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ. ເມື່ອເວົ້າຕາມຕົວອັກສອນ, “ມະຫາສານ” ບັນຍາຍເຖິງປະລິມານ ຫຼື ສະມັດຖະພາບຂອງສິ່ງໃດໜຶ່ງ, ແຕ່ໂດຍບໍ່ຄຳນຶງວ່າສິ່ງນັ້ນຈະໃຫຍ່ສໍ່າໃດ, ມັນແມ່ນສິ່ງທີ່ຜູ້ຄົນສາມາດສຳຜັດ ແລະ ເຫັນໄດ້. ນີ້ກໍຍ້ອນມັນມີຢູ່, ມັນບໍ່ແມ່ນສິ່ງທີ່ບໍ່ມີຕົວຕົນ, ແຕ່ເປັນສິ່ງທີ່ສາມາດມອບແນວຄິດໃນວິທີທີ່ຂ້ອນຂ້າງຖືກຕ້ອງ ແລະ ເປັນຈິງໃຫ້ແກ່ຜູ້ຄົນ. ບໍ່ວ່າເຈົ້າຈະເບິ່ງມັນຈາກທັດສະນະສອງ ຫຼື ສາມມິຕິ, ເຈົ້າກໍບໍ່ຈຳເປັນຕ້ອງຈິນຕະນາການເຖິງການເປັນຢູ່ຂອງມັນ, ຍ້ອນມັນແມ່ນສິ່ງທີ່ມີຢູ່ຢ່າງແທ້ຈິງ ໃນລັກສະນະທີ່ເປັນຈິງ. ເຖິງແມ່ນການໃຊ້ຄຳວ່າ “ມະຫາສານ” ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າສາມາດຮູ້ສຶກຄືກັບພະຍາຍາມບອກປະລິມານຄວາມຮັກຂອງພຣະອົງ, ມັນຍັງໃຫ້ຄວາມຮູ້ສຶກວ່າຄວາມຮັກຂອງພຣະອົງແມ່ນບໍ່ສາມາດບອກປະລິມານໄດ້. ເຮົາເວົ້າວ່າ ຄວາມຮັກຂອງພຣະເຈົ້າສາມາດບອກປະລິມານໄດ້ ຍ້ອນຄວາມຮັກຂອງພຣະອົງບໍ່ໄດ້ວ່າງເປົ່າ ແລະ ມັນບໍ່ແມ່ນສິ່ງທີ່ເປັນເລື່ອງເລົ່າລື. ກົງກັນຂ້າມ, ມັນແມ່ນສິ່ງທີ່ທຸກສິ່ງພາຍໃຕ້ການປົກຄອງຂອງພຣະເຈົ້າມີຮ່ວມກັນ, ເປັນສິ່ງທີ່ສິ່ງມີຊີວິດທັງປວງໄດ້ຮັບໃນລະດັບໃດໜຶ່ງ ແລະ ຈາກທັດສະນະທີ່ແຕກຕ່າງກັນ. ເຖິງແມ່ນຜູ້ຄົນບໍ່ສາມາດເຫັນ ຫຼື ສຳຜັດມັນໄດ້, ຄວາມຮັກນີ້ກໍນໍາການບໍາລຸງລ້ຽງ ແລະ ຊີວິດມາສູ່ທຸກສິ່ງເມື່ອມັນຖືກເປີດເຜີຍໃນຊີວິດຂອງພວກເຂົາເທື່ອລະໜ້ອຍ ແລະ ພວກເຂົານັບ ແລະ ເປັນພະຍານໃຫ້ແກ່ຄວາມຮັກຂອງພຣະເຈົ້າທີ່ພວກເຂົາໄດ້ຮັບໃນທຸກນາທີທີ່ຜ່ານໄປ. ເຮົາເວົ້າວ່າ ຄວາມຮັກຂອງພຣະເຈົ້າບໍ່ສາມາດບອກປະລິມານໄດ້ ຍ້ອນຄວາມລຶກລັບທີ່ພຣະເຈົ້າສະໜອງ ແລະ ບໍາລຸງລ້ຽງທຸກຢ່າງແມ່ນສິ່ງທີ່ຍາກສຳລັບມະນຸດຈະຢັ່ງເຖິງໄດ້ ເຊັ່ນດຽວກັບຄວາມຄິດຂອງພຣະເຈົ້າສຳລັບສິ່ງທັງປວງ ແລະ ໂດຍສະເພາະແມ່ນສິ່ງເຫຼົ່ານັ້ນສຳລັບມະນຸດຊາດ. ນັ້ນໝາຍຄວາມວ່າ ບໍ່ມີຜູ້ໃດຮູ້ຈັກເລືອດ ແລະ ນໍ້າຕາທີ່ພຣະຜູ້ສ້າງໄດ້ຖອກເທສຳລັບມະນຸດຊາດ. ບໍ່ມີຜູ້ໃດສາມາດຢັ່ງເຖິງ, ບໍ່ມີຜູ້ໃດສາມາດເຂົ້າໃຈຄວາມເລິກ ຫຼື ນໍ້າໜັກຂອງຄວາມຮັກທີ່ພຣະຜູ້ສ້າງມີສຳລັບມະນຸດຊາດ ຜູ້ທີ່ພຣະອົງໄດ້ສ້າງດ້ວຍມືຂອງພຣະອົງເອງ. ການບັນຍາຍວ່າຄວາມຮັກຂອງພຣະເຈົ້າມະຫາສານແມ່ນເພື່ອຊ່ວຍໃຫ້ຜູ້ຄົນເຫັນຄຸນຄ່າ ແລະ ເຂົ້າໃຈຄວາມກວ້າງຂອງມັນ ແລະ ຄວາມຈິງຂອງການເປັນຢູ່ຂອງມັນ. ມັນຍັງແມ່ນເພື່ອຜູ້ຄົນຈະສາມາດຢັ່ງເຖິງຄວາມໝາຍຕົວຈິງຂອງຄຳວ່າ “ພຣະຜູ້ສ້າງ” ໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ ແລະ ເພື່ອວ່າຜູ້ຄົນຈະສາມາດຮັບເອົາຄວາມເຂົ້າໃຈອັນເລິກເຊິ່ງຂຶ້ນກ່ຽວກັບຄວາມໝາຍທີ່ແທ້ຈິງຂອງຄໍາວ່າ: “ການເນລະມິດສ້າງ”. ໂດຍປົກກະຕິແລ້ວ ຄຳວ່າ “ກວ້າງໃຫຍ່” ບັນຍາຍເຖິງຫຍັງ? ໂດຍທົ່ວໄປ ມັນແມ່ນຖືກໃຊ້ເພື່ອບັນຍາຍເຖິງມະຫາສະໝຸດ ຫຼື ຈັກກະວານ, ຕົວຢ່າງເຊັ່ນ: “ຈັກກະວານທີ່ກວ້າງໃຫຍ່” ຫຼື “ມະຫາສະໝຸດທີ່ກວ້າງໃຫຍ່”. ຄວາມກວ້າງຂວາງ ແລະ ຄວາມເລິກທີ່ງຽບຂອງຈັກກະວານແມ່ນຢູ່ເໜືອຄວາມເຂົ້າໃຈຂອງມະນຸດ; ມັນແມ່ນສິ່ງທີ່ຈັບເອົາຈິນຕະນາການຂອງມະນຸດ, ບາງສິ່ງທີ່ພວກເຂົາຮູ້ສຶກເຖິງການຍົກຍ້ອງອັນຍິ່ງໃຫຍ່. ຄວາມລຶກລັບ ແລະ ຄວາມເລິກເຊິ່ງຂອງມັນແມ່ນເບິ່ງເຫັນໄດ້, ແຕ່ຢູ່ເໜືອການເອື້ອມເຖິງ. ເມື່ອເຈົ້າຄິດເຖິງມະຫາສະໝຸດ, ເຈົ້າກໍຄິດເຖິງຄວາມກວ້າງຂອງມັນ, ມັນເບິ່ງຄືກັບວ່າໄຮ້ຂອບເຂດ ແລະ ເຈົ້າກໍສາມາດຮູ້ສຶກເຖິງຄວາມລຶກລັບຂອງມັນ ແລະ ຄວາມສາມາດອັນຍິ່ງໃຫຍ່ຂອງມັນທີ່ຈະບັນຈຸສິ່ງຕ່າງໆ. ນີ້ຄືເຫດຜົນທີ່ເຮົາໃຊ້ຄຳວ່າ “ກວ້າງໃຫຍ່” ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ, ເພື່ອຊ່ວຍໃຫ້ຜູ້ຄົນຮູ້ສຶກວ່າ ມັນລໍ້າຄ່າສໍ່າໃດ, ເພື່ອຮູ້ສຶກເຖິງຄວາມສວຍງາມທີ່ເລິກເຊິ່ງຂອງຄວາມຮັກຂອງພຣະອົງ ແລະ ລິດອຳນາດແຫ່ງຄວາມຮັກຂອງພຣະເຈົ້າແມ່ນບໍ່ສິ້ນສຸດ ແລະ ປົກຄຸມຢ່າງກວ້າງຂວາງ. ເຮົາໃຊ້ຄຳນີ້ເພື່ອຊ່ວຍໃຫ້ຜູ້ຄົນຮູ້ສຶກເຖິງຄວາມບໍລິສຸດຂອງຄວາມຮັກຂອງພຣະອົງ ແລະ ກຽດສັກສີ ແລະ ຄວາມບໍ່ສາມາດທ້າທາຍໄດ້ຂອງພຣະເຈົ້າ ເຊິ່ງຖືກເປີດເຜີຍອອກຜ່ານຄວາມຮັກຂອງພຣະອົງ. ບັດນີ້ ພວກເຈົ້າຄິດວ່າ “ກວ້າງໃຫຍ່” ເປັນຄຳເວົ້າທີ່ເໝາະສົມສຳລັບການບັນຍາຍເຖິງຄວາມຮັກຂອງພຣະເຈົ້າບໍ? ຄວາມຮັກຂອງພຣະເຈົ້າສາມາດວັດແທກໄດ້ດ້ວຍສອງຄຳນີ້ບໍ, “ມະຫາສານ” ແລະ “ກວ້າງໃຫຍ່”? ແນ່ນອນ! ໃນພາສາມະນຸດ, ມີພຽງສອງຄຳເຫຼົ່ານີ້ເທົ່ານັ້ນທີ່ເໝາະສົມ ແລະ ຂ້ອນຂ້າງໃກ້ຄຽງໃນການບັນຍາຍເຖິງຄວາມຮັກຂອງພຣະເຈົ້າ. ພວກເຈົ້າບໍ່ຄິດຄືກັນບໍ? ຖ້າເຮົາໃຫ້ພວກເຈົ້າບັນຍາຍຄວາມຮັກຂອງພຣະເຈົ້າ, ພວກເຈົ້າຈະໃຊ້ສອງຄຳນີ້ບໍ? ສ່ວນໃຫຍ່ພວກເຈົ້າຈະບໍ່ໃຊ້, ຍ້ອນຄວາມເຂົ້າໃຈຂອງພວກເຈົ້າ ແລະ ການເຫັນຄຸນຄ່າຄວາມຮັກຂອງພຣະເຈົ້າແມ່ນຈຳກັດຢູ່ແຕ່ຂອບເຂດທັດສະນະສອງມິຕິ ແລະ ບໍ່ໄດ້ຂຶ້ນສູ່ລະດັບສາມມິຕິເລີຍ. ສະນັ້ນ ຖ້າເຮົາໃຫ້ພວກເຈົ້າບັນຍາຍເຖິງຄວາມຮັກຂອງພຣະເຈົ້າ, ພວກເຈົ້າກໍຈະຮູ້ສຶກວ່າ ພວກເຈົ້າປາສະຈາກຄຳເວົ້າ ຫຼື ບາງເທື່ອ ພວກເຈົ້າຈະເຖິງກັບສະແດງອາການທີ່ເວົ້າບໍ່ອອກ. ຄຳເວົ້າສອງຄຳທີ່ເຮົາໄດ້ເວົ້າເຖິງໃນມື້ນີ້ແມ່ນຍາກທີ່ພວກເຈົ້າຈະເຂົ້າໃຈ ຫຼື ບາງເທື່ອ ພວກເຈົ້າກໍຈະບໍ່ເຫັນດ້ວຍເລີຍ. ສິ່ງນີ້ສະແດງໃຫ້ເຫັນວ່າການເຫັນຄຸນຄ່າ ແລະ ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມຮັກຂອງພຣະເຈົ້າແມ່ນຜິວເຜີນ ແລະ ຈຳກັດໃນຂອບເຂດທີ່ແຄບໆ. ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ ພຣະເຈົ້າບໍ່ເຫັນແກ່ຕົວ; ພວກເຈົ້າຈື່ຄຳເວົ້ານີ້ໄວ້ “ບໍ່ເຫັນແກ່ຕົວ”. ເປັນໄປໄດ້ບໍວ່າຄວາມຮັກຂອງພຣະເຈົ້າພຽງແຕ່ສາມາດຖືກບັນຍາຍວ່າ ບໍ່ເຫັນແກ່ຕົວ? ນີ້ບໍ່ແມ່ນຂອບເຂດທີ່ແຄບເກີນໄປບໍ? ພວກເຈົ້າຄວນໄຕ່ຕອງບັນຫານີ້ໃຫ້ຫຼາຍຂຶ້ນ ເພື່ອວ່າພວກເຈົ້າອາດໄດ້ຮັບບາງສິ່ງຈາກມັນ.
ສິ່ງຂ້າງເທິງແມ່ນສິ່ງທີ່ພວກເຮົາເຫັນກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງຈາກສິ່ງອັດສະຈັນຢ່າງທຳອິດ. ເຖິງແມ່ນວ່າ ນີ້ຄືເລື່ອງລາວທີ່ຜູ້ຄົນໄດ້ອ່ານເປັນເວລາສອງສາມພັນປີມາແລ້ວ, ມັນມີເນື້ອເລື່ອງທີ່ທຳມະດາ ແລະ ເຮັດໃຫ້ຜູ້ຄົນໄດ້ເຫັນປາກົດການທີ່ທຳມະດາ, ແຕ່ໃນເນື້ອເລື່ອງທີ່ທຳມະດານີ້ ພວກເຮົາສາມາດເຫັນບາງສິ່ງທີ່ມີຄ່າຫຼາຍ ເຊິ່ງນັ້ນກໍຄືອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ສິ່ງເຫຼົ່ານີ້ທີ່ພຣະອົງມີ ແລະ ເປັນແມ່ນເປັນຕົວແທນໃຫ້ແກ່ພຣະເຈົ້າເອງ ແລະ ເປັນການສະແດງອອກເຖິງຄວາມຄິດຂອງພຣະເຈົ້າເອງ. ເມື່ອພຣະເຈົ້າສະແດງຄວາມຄິດຂອງພຣະອົງ, ມັນເປັນການສະແດງເຖິງສຽງຫົວໃຈຂອງພຣະອົງ. ພຣະອົງຫວັງວ່າຈະມີຄົນທີ່ສາມາດເຂົ້າໃຈພຣະອົງ, ຮູ້ຈັກພຣະອົງ ແລະ ຢັ່ງເຖິງຄວາມປະສົງຂອງພຣະອົງ ແລະ ຜູ້ຄົນສາມາດໄດ້ຍິນສຽງຫົວໃຈຂອງພຣະອົງ ແລະ ຈະສາມາດຮ່ວມມືຢ່າງຫ້າວຫັນເພື່ອບັນລຸຄວາມປະສົງຂອງພຣະອົງ. ສິ່ງເຫຼົ່ານີ້ທີ່ພຣະເຢຊູເຈົ້າເຮັດຄືການສະແດງເຖິງຄວາມໄຮ້ສຽງຂອງພຣະເຈົ້າ.
ຕໍ່ໄປ, ໃຫ້ພວກເຮົາມາເບິ່ງຂໍ້ຄວາມດັ່ງຕໍ່ໄປນີ້: ການຟື້ນຄືນຊີບຂອງລາຊະໂຣເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີ.
ພວກເຈົ້າມີຄວາມຮູ້ສຶກຫຍັງຫຼັງຈາກທີ່ໄດ້ອ່ານຂໍ້ຄວາມນີ້? ຄວາມໝາຍຂອງສິ່ງອັດສະຈັນນີ້ທີ່ພຣະເຢຊູໄດ້ປະຕິບັດແມ່ນຍິ່ງໃຫຍ່ຫຼາຍກວ່າທີ່ຜ່ານມາ, ຍ້ອນບໍ່ມີສິ່ງອັດສະຈັນໃດຈະໜ້າປະຫຼາດໃຈຫຼາຍກວ່າການນໍາຄົນທີ່ຕາຍກັບຄືນມາຈາກຂຸມຝັງສົບ. ໃນຍຸກນັ້ນ, ມັນມີຄວາມໝາຍຫຼາຍທີ່ສຸດທີ່ພຣະເຢຊູເຈົ້າເຮັດສິ່ງແບບນີ້. ຍ້ອນພຣະເຈົ້າກາຍມາເປັນເນື້ອໜັງ, ຜູ້ຄົນຈຶ່ງສາມາດເຫັນການປາກົດທາງຮ່າງກາຍຂອງພຣະອົງ, ການປະຕິບັດຕົວຈິງຂອງພຣະອົງ ແລະ ລັກສະນະທໍາມະດາຂອງພຣະອົງ. ເຖິງແມ່ນບາງຄົນໄດ້ເຫັນ ແລະ ເຂົ້າໃຈບາງສິ່ງກ່ຽວກັບລັກສະນະຂອງພຣະອົງ ຫຼື ຄວາມສາມາດທີ່ພິເສດບາງຢ່າງທີ່ພຣະອົງມີ, ບໍ່ມີຜູ້ໃດຮູ້ໄດ້ວ່າພຣະເຢຊູເຈົ້າມາແຕ່ໃສ, ພຣະອົງເປັນຜູ້ໃດແທ້ໃນແກ່ນແທ້ຂອງພຣະອົງ ແລະ ມີສິ່ງໃດອີກທີ່ພຣະອົງສາມາດເຮັດໄດ້ຢ່າງແທ້ຈິງ. ທຸກສິ່ງນີ້ແມ່ນບໍ່ເປັນທີ່ຮູ້ຈັກຕໍ່ມະນຸດຊາດ. ສະນັ້ນ ຫຼາຍຄົນຕ້ອງການຄົ້ນຫາສິ່ງພິສູດເພື່ອຕອບຄຳຖາມເຫຼົ່ານີ້ກ່ຽວກັບພຣະເຢຊູເຈົ້າ ແລະ ເພື່ອຮູ້ຈັກຄວາມຈິງ. ພຣະເຈົ້າສາມາດເຮັດບາງສິ່ງເພື່ອພິສູດຕົວຕົນຂອງພຣະອົງເອງໄດ້ບໍ? ສຳລັບພຣະເຈົ້າແລ້ວ ສິ່ງນີ້ແມ່ນເລື່ອງງ່າຍ, ມັນງ່າຍຄືກັບປອກກ້ວຍ. ພຣະອົງສາມາດເຮັດບາງສິ່ງໃນບ່ອນໃດກໍໄດ້, ໃນເວລາໃດກໍໄດ້ ເພື່ອພິສູດຕົວຕົນ ແລະ ແກ່ນແທ້ຂອງພຣະອົງ, ແຕ່ພຣະເຈົ້າມີວິທີເຮັດສິ່ງຕ່າງໆຂອງພຣະອົງ, ໂດຍມີແຜນການ ແລະ ເປັນບາດກ້າວ. ພຣະອົງບໍ່ເຮັດສິ່ງຕ່າງໆໂດຍບໍ່ເລືອກ, ແຕ່ກົງກັນຂ້າມພຣະອົງລໍຖ້າເວລາທີ່ເໝາະສົມ ແລະ ໂອກາດທີ່ເໝາະສົມເພື່ອເຮັດບາງສິ່ງທີ່ພຣະອົງຈະໃຫ້ມະນຸດເຫັນ, ບາງສິ່ງທີ່ເຕັມໄປດ້ວຍຄວາມໝາຍຢ່າງແທ້ຈິງ. ໃນລັກສະນະນີ້, ພຣະອົງພິສູດເຖິງສິດອຳນາດ ແລະ ຕົວຕົນຂອງພຣະອົງ. ແລ້ວ ການຟື້ນຄືນຊີບຂອງລາຊະໂຣສາມາດພິສູດຕົວຕົນຂອງພຣະເຢຊູເຈົ້າໄດ້ບໍ? ໃຫ້ພວກເຮົາເບິ່ງຂໍ້ຄວາມດັ່ງຕໍ່ໄປນີ້ໃນຂໍ້ພຣະຄຳພີ: “ແລະ ພຣະອົງໄດ້ກ່າວດັ່ງນັ້ນ ພຣະອົງກໍຮ້ອງຂຶ້ນດ້ວຍສຽງດັງວ່າ ລາຊະໂຣ ຈົ່ງອອກມາ. ລາຊະໂຣທີ່ເປັນຄົນຕາຍແລ້ວກໍອອກມາ...”. ເມື່ອພຣະເຢຊູເຈົ້າເຮັດສິ່ງນັ້ນ, ພຣະອົງພຽງແຕ່ເວົ້າປະໂຫຍກດຽວຄື: “ລາຊະໂຣ ຈົ່ງອອກມາ”. ແລ້ວລາຊະໂຣກໍອອກມາຈາກຂຸມຝັງສົບຂອງລາວ, ສິ່ງນີ້ຖືກເຮັດໃຫ້ສຳເລັດ ຍ້ອນຄຳເວົ້າສອງສາມຄຳທີ່ພຣະຜູ້ເປັນເຈົ້າໄດ້ກ່າວອອກມາເທົ່ານັ້ນ. ໃນລະຫວ່າງເວລານີ້, ພຣະເຢຊູເຈົ້າບໍ່ໄດ້ຕັ້ງແທ່ນບູຊາ ແລະ ພຣະອົງບໍ່ໄດ້ປະຕິບັດການກະທຳອື່ນ. ພຣະອົງພຽງແຕ່ເວົ້າສິ່ງດຽວນີ້. ສິ່ງນີ້ຄວນຖືກເອີ້ນວ່າ ສິ່ງອັດສະຈັນ ຫຼື ຄຳສັ່ງບໍ? ຫຼື ມັນແມ່ນເວດມົນຄາຖາບາງຢ່າງບໍ? ໃນທາງຜິວເຜີນ, ມັນເບິ່ງຄືກັບວ່າສາມາດເອີ້ນໄດ້ວ່າ ສິ່ງອັດສະຈັນ ແລະ ຖ້າເຈົ້າເບິ່ງມັນຈາກທັດສະນະທີ່ທັນສະໄໝ, ແນ່ນອນ ເຈົ້າຍັງຈະສາມາດເອີ້ນມັນໄດ້ວ່າ ສິ່ງອັດສະຈັນ. ເຖິງຢ່າງໃດກໍຕາມ, ມັນບໍ່ແມ່ນເວດມົນສະນິດໜຶ່ງແນ່ນອນທີ່ຈະສາມາດເອີ້ນວິນຍານຈາກຄວາມຕາຍໄດ້, ມັນບໍ່ແມ່ນເວດມົນຄາຖາຢ່າງແນ່ນອນ. ມັນຖືກຕ້ອງທີ່ຈະເວົ້າວ່າ ສິ່ງອັດສະຈັນນີ້ເປັນສິ່ງທຳມະດາທີ່ສຸດ, ເປັນການສະແດງເລັກໆນ້ອຍໆເຖິງສິດອຳນາດຂອງພຣະຜູ້ສ້າງ. ນີ້ແມ່ນສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ພຣະເຈົ້າມີສິດອຳນາດທີ່ຈະໃຫ້ຄົນໃດໜຶ່ງຕາຍ, ເຮັດໃຫ້ວິນຍານຂອງເຂົາອອກຈາກຮ່າງກາຍຂອງເຂົາ ແລະ ກັບຄືນສູ່ດິນແດນມໍລະນາ ຫຼື ໄປໃສກໍໄດ້ທີ່ມັນຄວນໄປ. ເວລາຕາຍຂອງບຸກຄົນໃດໜຶ່ງ ແລະ ສະຖານທີ່ໆພວກເຂົາຈະໄປຫຼັງຈາກຕາຍ, ສິ່ງເຫຼົ່ານີ້ແມ່ນຖືກກຳນົດໂດຍພຣະເຈົ້າ. ພຣະອົງສາມາດຕັດສິນໃຈໃນເວລາໃດກໍໄດ້ ແລະ ຢູ່ບ່ອນໃດກໍໄດ້ ໂດຍບໍ່ຖືກຈຳກັດຈາກມະນຸດ, ເຫດການ, ສິ່ງຂອງ, ອາວະກາດ ຫຼື ພູມສາດໃດໆ. ຖ້າພຣະອົງຕ້ອງການເຮັດມັນ, ພຣະອົງກໍສາມາດເຮັດມັນໄດ້ ຍ້ອນທຸກສິ່ງ ແລະ ສິ່ງທີ່ມີຊີວິດຕ່າງໆແມ່ນຢູ່ພາຍໃຕ້ການປົກຄອງຂອງພຣະອົງ ແລະ ທຸກສິ່ງເກີດ, ມີຊີວິດ ແລະ ຈິບຫາຍໂດຍພຣະທຳຂອງພຣະອົງ ແລະ ສິດອຳນາດຂອງພຣະອົງ. ພຣະອົງສາມາດຟື້ນຄືນຊີວິດຄົນທີ່ຕາຍແລ້ວ ແລະ ພຣະອົງກໍສາມາດເຮັດສິ່ງນີ້ໃນເວລາໃດກໍໄດ້, ຢູ່ບ່ອນໃດກໍໄດ້. ນີ້ແມ່ນສິດອຳນາດທີ່ມີພຽງພຣະຜູ້ສ້າງເທົ່ານັ້ນທີ່ມີ.
ເມື່ອພຣະເຢຊູເຈົ້າເຮັດສິ່ງຕ່າງໆ ເຊັ່ນ: ນໍາລາຊະໂຣຄືນມາຈາກຄວາມຕາຍ, ເປົ້າໝາຍຂອງພຣະອົງແມ່ນເພື່ອພິສູດໃຫ້ມະນຸດ ແລະ ຊາຕານໄດ້ເຫັນ ແລະ ເພື່ອເຮັດໃຫ້ມະນຸດ ແລະ ຊາຕານຮູ້ວ່າ ທຸກສິ່ງທີ່ກ່ຽວກັບມະນຸດຊາດ, ຊີວິດ ແລະ ຄວາມຕາຍຂອງມະນຸດຊາດແມ່ນຖືກກຳນົດໂດຍພຣະເຈົ້າ ແລະ ເຖິງແມ່ນພຣະອົງໄດ້ກາຍມາເປັນເນື້ອໜັງ, ພຣະອົງກໍຍັງບັນຊາໂລກຝ່າຍຮ່າງກາຍທີ່ສາມາດເຫັນໄດ້ ພ້ອມທັງໂລກຝ່າຍວິນຍານທີ່ມະນຸດບໍ່ສາມາດເຫັນໄດ້. ສິ່ງນີ້ແມ່ນເພື່ອໃຫ້ມະນຸດຊາດ ແລະ ຊາຕານຮູ້ວ່າ ທຸກສິ່ງກ່ຽວກັບມະນຸດຊາດບໍ່ໄດ້ຢູ່ພາຍໃຕ້ຄຳສັ່ງຂອງຊາຕານ. ສິ່ງນີ້ແມ່ນການເປີດເຜີຍ ແລະ ການສະແດງອອກເຖິງສິດອຳນາດຂອງພຣະເຈົ້າ ແລະ ມັນຍັງເປັນວິທີທີ່ພຣະເຈົ້າບອກສິ່ງທັງປວງວ່າ ຊີວິດ ແລະ ຄວາມຕາຍຂອງມະນຸດຊາດແມ່ນຢູ່ໃນກໍາມືຂອງພຣະເຈົ້າ. ການທີ່ພຣະເຢຊູເຈົ້າຟື້ນຄືນຊີບຂອງລາຊະໂຣແມ່ນໜຶ່ງໃນວິທີທີ່ພຣະຜູ້ສ້າງສັ່ງສອນ ແລະ ແນະນໍາແກ່ມະນຸດຊາດ. ມັນຄືການກະທຳທີ່ເປັນຮູບປະທຳ ເຊິ່ງພຣະເຈົ້າໃຊ້ລິດອຳນາດ ແລະ ສິດອຳນາດຂອງພຣະອົງໃນການແນະນໍາ ແລະ ສະໜອງໃຫ້ແກ່ມະນຸດຊາດ. ມັນແມ່ນວິທີທີ່ພຣະຜູ້ສ້າງຍອມໃຫ້ມະນຸດຊາດໄດ້ເຫັນເຖິງຄວາມຈິງວ່າພຣະອົງບັນຊາສິ່ງທັງປວງ ໂດຍທີ່ບໍ່ໄດ້ໃຊ້ຄຳເວົ້າເລີຍ. ມັນແມ່ນວິທີທີ່ພຣະອົງບອກແກ່ມະນຸດຊາດຜ່ານທາງການກະທຳຕົວຈິງວ່າ ບໍ່ມີຄວາມລອດພົ້ນອື່ນໃດ ນອກຈາກຜ່ານທາງພຣະອົງ. ວິທີການງຽບໆນີ້ທີ່ພຣະອົງໃຊ້ເພື່ອສັ່ງສອນມະນຸດຊາດແມ່ນນິດນິລັນ, ຖາວອນ, ນໍາເອົາຄວາມຕື່ນຕົກໃຈ ແລະ ແສງສະຫວ່າງທີ່ບໍ່ສາມາດມືດມົນຈັກເທື່ອ ມາສູ່ຫົວໃຈຂອງມະນຸດ. ການຟື້ນຄືນຊີບຂອງລາຊະໂຣເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີ, ສິ່ງນີ້ແມ່ນມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ຜູ້ຕິດຕາມແຕ່ລະຄົນຂອງພຣະເຈົ້າ. ມັນຝັງແໜ້ນໃນຄວາມເຂົ້າໃຈຂອງທຸກຄົນທີ່ເຂົ້າໃຈເຫດການ ແລະ ນິມິດຢ່າງເລິກເຊິ່ງທີ່ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດສັ່ງຊີວິດ ແລະ ຄວາມຕາຍໄດ້. ເຖິງແມ່ນພຣະເຈົ້າມີສິດອຳນາດແບບນີ້ ແລະ ເຖິງແມ່ນພຣະອົງໄດ້ສະແດງອອກກ່ຽວກັບອຳນາດອະທິປະໄຕຂອງພຣະອົງເໜືອຊີວິດ ແລະ ຄວາມຕາຍຂອງມະນຸດຊາດຜ່ານການຟື້ນຄືນຊີບຂອງລາຊະໂຣ, ສິ່ງນີ້ກໍບໍ່ແມ່ນພາລະກິດຫຼັກຂອງພຣະອົງ. ພຣະເຈົ້າບໍ່ເຮັດບາງສິ່ງທີ່ບໍ່ມີຄວາມໝາຍຈັກເທື່ອ. ທຸກສິ່ງທີ່ພຣະອົງເຮັດແມ່ນມີຄຸນຄ່າທີ່ຍິ່ງໃຫຍ່ ແລະ ເປັນອັນຍະມະນີເໜືອສິ່ງໃດໃນສາງຊັບສົມບັດ. ພຣະອົງຈະບໍ່ “ເຮັດໃຫ້ບຸກຄົນໃດໜຶ່ງອອກມາຈາກຂຸມຝັງສົບຂອງພວກເຂົາ” ເປັນເປົ້າໝາຍຫຼັກ ຫຼື ລາຍການອັນດຽວໃນພາລະກິດຂອງພຣະອົງ. ພຣະເຈົ້າບໍ່ເຮັດຫຍັງທີ່ບໍ່ໄຮ້ຄວາມໝາຍ. ການຟື້ນຄືນຊີບຂອງລາຊະໂຣເປັນເຫດການດຽວທີ່ພຽງພໍເພື່ອສະແດງເຖິງສິດອຳນາດຂອງພຣະເຈົ້າ ແລະ ເພື່ອພິສູດຕົວຕົນຂອງພຣະເຢຊູເຈົ້າ. ນີ້ຄືເຫດຜົນທີ່ພຣະເຢຊູເຈົ້າບໍ່ໄດ້ເຮັດສິ່ງອັດສະຈັນປະເພດນີ້ຊໍ້າອີກ. ພຣະເຈົ້າເຮັດສິ່ງຕ່າງໆຕາມຫຼັກການຂອງພຣະອົງເອງ. ໃນພາສາມະນຸດ, ມັນສາມາດເວົ້າໄດ້ວ່າ ພຣະເຈົ້າໃສ່ໃຈກັບເລື່ອງຈິງຈັງເທົ່ານັ້ນ. ນັ້ນກໍຄື ເມື່ອພຣະເຈົ້າເຮັດສິ່ງຕ່າງໆ ພຣະອົງບໍ່ໄດ້ຫັນເຫໄປຈາກເປົ້າໝາຍໃນພາລະກິດຂອງພຣະອົງ. ພຣະອົງຮູ້ວ່າພຣະອົງຕ້ອງການປະຕິບັດພາລະກິດຫຍັງໃນຂັ້ນຕອນນີ້, ພຣະອົງຕ້ອງການສຳເລັດຫຍັງ ແລະ ພຣະອົງຈະປະຕິບັດພາລະກິດຕາມແຜນການຂອງພຣະອົງຢ່າງເຂັ້ມງວດ. ຖ້າຄົນເສື່ອມຊາມມີຄວາມສາມາດແບບນັ້ນ, ເຂົາກໍພຽງແຕ່ຈະຄິດຫາວິທີຕ່າງໆເພື່ອເປີດເຜີຍຄວາມສາມາດຂອງເຂົາ ເພື່ອວ່າຄົນອື່ນຈະຮູ້ຈັກວ່າເຂົາເປັນຕາຢ້ານສໍ່າໃດ, ເພື່ອພວກເຂົາຈະກົ້ມລົງຂາບເຂົາ, ເພື່ອເຂົາຈະຄວບຄຸມພວກເຂົາ ແລະ ກືນກິນພວກເຂົາ. ນີ້ແມ່ນສິ່ງຊົ່ວຮ້າຍທີ່ມາຈາກຊາຕານ, ນີ້ແມ່ນເອີ້ນວ່າ ຄວາມເສື່ອມຊາມ. ພຣະເຈົ້າບໍ່ໄດ້ມີອຸປະນິໄສແບບນັ້ນ ແລະ ພຣະອົງບໍ່ມີແກ່ນແທ້ແບບນັ້ນ. ເປົ້າໝາຍຂອງພຣະອົງໃນການເຮັດສິ່ງຕ່າງໆບໍ່ແມ່ນເພື່ອອວດໂອພຣະອົງເອງ, ແຕ່ເພື່ອໃຫ້ການເປີດເຜີຍ ແລະ ການນໍາພາມະນຸດຊາດຫຼາຍຍິ່ງຂຶ້ນ ແລະ ນີ້ຄືເຫດຜົນທີ່ຜູ້ຄົນເຫັນຕົວຢ່າງພຽງໜ້ອຍດຽວໃນພຣະຄຳພີທີ່ກ່ຽວກັບເຫດການນີ້. ນີ້ບໍ່ໄດ້ໝາຍຄວາມວ່າ ລິດອຳນາດຂອງພຣະເຢຊູເຈົ້າມີຈຳກັດ ຫຼື ພຣະອົງບໍ່ສາມາດເຮັດສິ່ງດັ່ງກ່າວ. ມັນພຽງແຕ່ວ່າ ພຣະເຈົ້າບໍ່ຕ້ອງການເຮັດມັນ ຍ້ອນວ່າ ການທີ່ພຣະເຢຊູເຈົ້າເຮັດໃຫ້ລາຊະໂຣຟື້ນຄືນຊີບແມ່ນມີຄວາມສໍາຄັນຕົວຈິງຫຼາຍ ແລະ ຍ້ອນວ່າ ພາລະກິດຫຼັກຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງບໍ່ແມ່ນເພື່ອປະຕິບັດສິ່ງອັດສະຈັນ, ບໍ່ແມ່ນເພື່ອນໍາຜູ້ຄົນຄືນມາຈາກຄວາມຕາຍ, ແຕ່ແມ່ນພາລະກິດແຫ່ງການໄຖ່ບາບສຳລັບມະນຸດຊາດ. ສະນັ້ນ ພາລະກິດຫຼາຍຢ່າງທີ່ພຣະເຢຊູເຈົ້າໄດ້ສຳເລັດຄືການສັ່ງສອນຜູ້ຄົນ, ການສະໜອງໃຫ້ແກ່ພວກເຂົາ ແລະ ການຊ່ວຍເຫຼືອພວກເຂົາ ແລະ ເຫດການຕ່າງໆ ເຊັ່ນ: ການເຮັດໃຫ້ລາຊະໂຣຟື້ນຄືນຊີບ ຈຶ່ງເປັນພຽງສ່ວນນ້ອຍຂອງພັນທະກິດທີ່ພຣະເຢຊູເຈົ້າໄດ້ປະຕິບັດ. ຍິ່ງໄປກວ່ານັ້ນ ເຈົ້າສາມາດເວົ້າໄດ້ວ່າ “ການອວດໂອ້” ບໍ່ແມ່ນສ່ວນໜຶ່ງຂອງແກ່ນແທ້ຂອງພຣະເຈົ້າ, ສະນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ໄດ້ຕັ້ງໃຈຫັກຫ້າມຕົນເອງບໍ່ໃຫ້ສະແດງສິ່ງອັດສະຈັນ ຫຼື ນີ້ບໍ່ແມ່ນຍ້ອນມີຂໍ້ຈຳກັດດ້ານສະພາບແວດລ້ອມ ແລະ ມັນບໍ່ແມ່ນເນື່ອງຈາກການຂາດລິດອຳນາດຢ່າງແນ່ນອນ.
ເມື່ອພຣະເຢຊູເຈົ້ານໍາລາຊະໂຣຄືນມາຈາກຄວາມຕາຍ, ພຣະອົງໃຊ້ພຽງແຕ່ພຣະທຳສອງສາມຂໍ້ເຫຼົ່ານີ້: “ລາຊະໂຣ ຈົ່ງອອກມາ”. ພຣະອົງບໍ່ໄດ້ເວົ້າຫຍັງ ນອກຈາກນີ້. ແລ້ວພຣະທຳເຫຼົ່ານີ້ສະແດງເຖິງຫຍັງ? ພວກມັນສະແດງວ່າ ພຣະເຈົ້າສາມາດເຮັດໃຫ້ຫຍັງກໍໄດ້ສຳເລັດໂດຍການກ່າວ ລວມເຖິງການເຮັດໃຫ້ຄົນທີ່ຕາຍແລ້ວຟື້ນຄືນຊີບໄດ້. ເມື່ອພຣະເຈົ້າເນລະມິດສ້າງສິ່ງທັງປວງ, ເມື່ອພຣະອົງສ້າງແຜ່ນດິນໂລກ, ພຣະອົງກໍເຮັດດ້ວຍພຣະທຳ ນັ້ນກໍຄື ຄຳສັ່ງ, ພຣະທຳທີ່ມີສິດອຳນາດ ແລະ ດ້ວຍວິທີນີ້ ສິ່ງທັງປວງຈຶ່ງຖືກເນລະມິດສ້າງຂຶ້ນ ແລະ ດ້ວຍເຫດນັ້ນ ມັນຈຶ່ງຖືກເຮັດໃຫ້ສຳເລັດ. ພຣະທຳສອງສາມຂໍ້ນີ້ທີ່ພຣະເຢຊູເຈົ້າໄດ້ກ່າວແມ່ນຄືກັນກັບພຣະທຳທີ່ພຣະເຈົ້າໄດ້ກ່າວໃນເວລາພຣະອົງເນລະມິດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ; ໃນລັກສະນະດຽວກັນ, ພຣະທໍາເຫຼົ່ານັ້ນກໍມີສິດອຳນາດຂອງພຣະເຈົ້າ ແລະ ລິດອຳນາດຂອງພຣະຜູ້ສ້າງ. ສິ່ງທັງປວງແມ່ນຖືກສ້າງຂຶ້ນ ແລະ ຍຶດໝັ້ນ ຍ້ອນພຣະທຳທີ່ອອກມາຈາກປາກຂອງພຣະເຈົ້າ ແລະ ໃນລັກສະນະດຽວກັນ ລາຊະໂຣກໍຍ່າງອອກຈາກຂຸມຝັງສົບຂອງລາວ ຍ້ອນພຣະທຳຈາກປາກຂອງພຣະເຢຊູເຈົ້າ. ນີ້ແມ່ນສິດອຳນາດຂອງພຣະເຈົ້າ ເຊິ່ງຖືກສະແດງອອກ ແລະ ຖືກເຮັດໃຫ້ເປັນຈິງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງເອງ. ສິດອຳນາດ ແລະ ຄວາມສາມາດປະເພດນີ້ແມ່ນເປັນຂອງພຣະຜູ້ສ້າງ ແລະ ເປັນຂອງບຸດມະນຸດ ຜູ້ເຊິ່ງພຣະຜູ້ສ້າງໄດ້ກາຍເປັນຈິງ. ນີ້ແມ່ນຄວາມເຂົ້າໃຈທີ່ພຣະເຈົ້າໄດ້ສັ່ງສອນໃຫ້ແກ່ມະນຸດຊາດໂດຍການນໍາລາຊະໂຣກັບຄືນມາຈາກຄວາມຕາຍ. ບັດນີ້ ພວກເຮົາຈະສິ້ນສຸດການສົນທະນາຂອງພວກເຮົາກ່ຽວກັບຫົວຂໍ້ນີ້ໃນທີ່ນີ້.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?