ຊາຕານລໍ້ລວງໂຢບເປັນຄັ້ງທຳອິດ (ສັດລ້ຽງຂອງເພິ່ນຖືກລັກ ແລະ ໄພພິບັດຕ່າງໆເກີດຂຶ້ນກັບລູກໆຂອງເພິ່ນ)

28 ເດືອນມັງກອນ 2021

ກ. ພຣະທຳທີ່ກ່າວໂດຍພຣະເຈົ້າ

ໂຢບ 1:8 ພຣະເຢໂຮວາກໍກ່າວກັບຊາຕານວ່າ ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ?

ໂຢບ 1:12 ແລະ ພຣະເຢໂຮວາກ່າວກັບຊາຕານວ່າ ເບິ່ງແມ ທຸກສິ່ງທີ່ລາວມີນັ້ນແມ່ນຢູ່ໃນລິດອຳນາດຂອງເຈົ້າແລ້ວ; ພຽງແຕ່ເຈົ້າຢ່າເດ່ມືລົງໃສ່ລາວ. ສະນັ້ນ ຊາຕານຈຶ່ງອອກໄປຈາກທີ່ສະຖິດຂອງພຣະເຢໂຮວາ.

ຂ. ຄຳຕອບຂອງຊາຕານ

ໂຢບ 1:9–11 ແລ້ວຊາຕານກໍຕອບພຣະເຢໂຮວາ ແລະ ເວົ້າວ່າ ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ? ພຣະອົງບໍ່ໄດ້ປົກປ້ອງລາວ, ປົກປ້ອງເຮືອນຂອງລາວ ແລະ ປົກປ້ອງທຸກຢ່າງທີ່ລາວມີບໍ? ພຣະອົງອວຍພອນວຽກງານທີ່ເຮັດຈາກມືຂອງລາວ ແລະ ຊັບສິນໃນທີ່ດິນຂອງລາວກໍເພີ່ມຂຶ້ນ. ແຕ່ຈົ່ງເດ່ມືຂອງພຣະອົງໄປແຕະຕ້ອງທຸກສິ່ງທີ່ລາວມີຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຢູ່ຕໍ່ໜ້າພຣະອົງເລີຍລະ.

ພຣະເຈົ້າອະນຸຍາດໃຫ້ຊາຕານລໍ້ລວງໂຢບເພື່ອວ່າຄວາມເຊື່ອຂອງໂຢບຈະຖືກເຮັດໃຫ້ສົມບູນ

ຂໍ້ຄວາມໃນ ໂຢບ 1:8 ແມ່ນການບັນທຶກຄັ້ງທຳອິດທີ່ພວກເຮົາເຫັນໃນພຣະຄຳພີ ທີ່ກ່ຽວກັບການສົນທະນາລະຫວ່າງພຣະເຈົ້າເຢໂຮວາ ແລະ ຊາຕານ. ແລ້ວພຣະເຈົ້າເວົ້າແນວໃດ? ຂໍ້ຄວາມຕົ້ນສະບັບໄດ້ເລົ່າເລື່ອງລາວດັ່ງຕໍ່ໄປນີ້: “ພຣະເຢໂຮວາກໍກ່າວກັບຊາຕານວ່າ ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ?” ນີ້ຄືການທີ່ພຣະເຈົ້າປະເມີນໂຢບຕໍ່ໜ້າຊາຕານ; ພຣະເຈົ້າເວົ້າວ່າເພິ່ນເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ກ່ອນຈະມີການສົນທະນາລະຫວ່າງພຣະເຈົ້າ ແລະ ຊາຕານ, ພຣະເຈົ້າໄດ້ຕັ້ງໃຈວ່າ ພຣະອົງຈະໃຊ້ຊາຕານເພື່ອລໍ້ລວງໂຢບ, ພຣະອົງຈະມອບໂຢບໃຫ້ກັບຊາຕານ. ໃນລັກສະນະໜຶ່ງ, ສິ່ງນີ້ຈະໄດ້ພິສູດວ່າ ການທີ່ພຣະເຈົ້າສັງເກດ ແລະ ປະເມີນໂຢບແມ່ນຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ແລະ ຈະເຮັດໃຫ້ຊາຕານອັບອາຍຜ່ານຄຳພະຍານຂອງໂຢບ; ອີກລັກສະນະໜຶ່ງ, ມັນຈະເຮັດໃຫ້ຄວາມເຊື່ອຂອງໂຢບໃນພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້ານັ້ນສົມບູນ. ສະນັ້ນ ເມື່ອຊາຕານມາຢູ່ຕໍ່ໜ້າພຣະເຈົ້າ, ພຣະເຈົ້າຈຶ່ງບໍ່ເວົ້າແບບອ້ອມຄ້ອມ. ພຣະອົງເຂົ້າສູ່ປະເດັນ ແລະ ຖາມຊາຕານວ່າ: “ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ?” ໃນຄຳຖາມຂອງພຣະເຈົ້າແມ່ນມີຄວາມໝາຍດັ່ງຕໍ່ໄປນີ້: ພຣະເຈົ້າຮູ້ວ່າຊາຕານໄດ້ຊັດເຊໄປທົ່ວທຸກບ່ອນ ແລະ ມັກຄອຍສອດແນມໂຢບ ເຊິ່ງເປັນຜູ້ຮັບໃຊ້ຂອງພຣະເຈົ້າ. ມັນມັກລໍ້ລວງ ແລະ ໂຈມຕີໂຢບ, ພະຍາຍາມຄົ້ນຫາວິທີເພື່ອນໍາຄວາມຫາຍະນະມາໃຫ້ເພິ່ນເພື່ອພິສູດວ່າຄວາມເຊື່ອຂອງເພິ່ນໃນພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າບໍ່ສາມາດຍຶດໝັ້ນໄດ້. ຊາຕານຍັງພ້ອມທີ່ຈະສະແຫວງຫາໂອກາດເພື່ອທຳລາຍໂຢບ ເພື່ອວ່າໂຢບອາດຈະປະຕິເສດພຣະເຈົ້າ ແລະ ເພື່ອມັນຈະໄດ້ຄວ້າເອົາໂຢບໄປຈາກມືຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ພຣະເຈົ້າຫຼຽວເບິ່ງພາຍໃນຫົວໃຈຂອງໂຢບ ແລະ ເຫັນວ່າເພິ່ນສົມບູນ ແລະ ຊື່ສັດ ແລະ ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ພຣະເຈົ້າຈຶ່ງໃຊ້ຄຳຖາມເພື່ອບອກໃຫ້ຊາຕານຮູ້ວ່າ ໂຢບເປັນມະນຸດທີ່ສົມບູນ ແລະ ຊື່ສັດ ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ໂຢບຈະບໍ່ປະຕິເສດພຣະເຈົ້າ ແລະ ຕິດຕາມຊາຕານຈັກເທື່ອ. ເມື່ອໄດ້ຍິນພຣະເຈົ້າປະເມີນລາຄາໂຢບດັ່ງນັ້ນ ຊາຕານກໍເກີດໃຈຮ້າຍຍ້ອນເສຍໜ້າ. ມັນຍິ່ງມີຄວາມໃຈຮ້າຍ ແລະ ຍິ່ງໃຈຮ້ອນທີ່ຈະຍາດເອົາໂຢບໄປ, ຍ້ອນຊາຕານບໍ່ເຄີຍເຊື່ອວ່າຈະມີຜູ້ໃດທີ່ສົມບູນ ແລະ ຊື່ສັດ ຫຼື ພວກເຂົາຈະສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ໃນເວລານັ້ນ, ຊາຕານຍັງລັງກຽດຄວາມສົມບູນ ແລະ ຄວາມຊື່ສັດໃນມະນຸດ ແລະ ກຽດຊັງຜູ້ຄົນທີ່ສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ສະນັ້ນ ມັນຈຶ່ງຖືກລະບຸໃນໂຢບ 1:9–11 ວ່າ: “ແລ້ວຊາຕານກໍຕອບພຣະເຢໂຮວາ ແລະ ເວົ້າວ່າ ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ? ພຣະອົງບໍ່ໄດ້ປົກປ້ອງລາວ, ປົກປ້ອງເຮືອນຂອງລາວ ແລະ ປົກປ້ອງທຸກຢ່າງທີ່ລາວມີບໍ? ພຣະອົງອວຍພອນວຽກງານທີ່ເຮັດຈາກມືຂອງລາວ ແລະ ຊັບສິນໃນທີ່ດິນຂອງລາວກໍເພີ່ມຂຶ້ນ. ແຕ່ຈົ່ງເດ່ມືຂອງພຣະອົງໄປແຕະຕ້ອງທຸກສິ່ງທີ່ລາວມີຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຢູ່ຕໍ່ໜ້າພຣະອົງເລີຍລະ”. ພຣະເຈົ້າຄຸ້ນເຄີຍກັບທຳມະຊາດທີ່ຊົ່ວຮ້າຍຂອງຊາຕານເປັນຢ່າງດີ ແລະ ຮູ້ເປັນຢ່າງດີວ່າຊາຕານວາງແຜນທີ່ຈະນໍາຄວາມຫາຍະນະມາສູ່ໂຢບຕັ້ງແຕ່ດົນແລ້ວ. ສະນັ້ນ, ໃນນີ້ ການບອກຊາຕານອີກຄັ້ງວ່າໂຢບສົມບູນ ແລະ ຊື່ສັດ ແລະ ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ພຣະອົງປາຖະໜາທີ່ຈະເຮັດໃຫ້ຊາຕານມາຢູ່ໃນເສັ້ນທາງການທົດລອງ ເພື່ອເຮັດໃຫ້ຊາຕານເປີດເຜີຍໃບໜ້າທີ່ແທ້ຈິງຂອງມັນ ແລະ ໂຈມຕີ ແລະ ລໍ້ລວງໂຢບ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າຕັ້ງໃຈເນັ້ນວ່າ ໂຢບສົມບູນ ແລະ ຊື່ສັດ ແລະ ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ດ້ວຍວິທີນີ້ ພຣະອົງຈະໄດ້ເຮັດໃຫ້ຊາຕານໂຈມຕີໂຢບ ຍ້ອນຄວາມກຽດຊັງ ແລະ ຄວາມໂມໂຫຂອງມັນທີ່ວ່າໂຢບເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ຜົນຕາມມາກໍຄື ພຣະເຈົ້າຈະນໍາຄວາມອັບອາຍມາສູ່ຊາຕານໂດຍຜ່ານຂໍ້ແທ້ຈິງທີ່ວ່າ ໂຢບເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ໃນທີ່ສຸດຊາຕານກໍຈະຖືກເຮັດໃຫ້ອັບອາຍ ແລະ ຜ່າຍແພ້ຢ່າງສິ້ນເຊີງ. ຫຼັງຈາກນັ້ນ ຊາຕານກໍຈະບໍ່ສົງໄສ ຫຼື ກ່າວຫາກ່ຽວກັບຄວາມສົມບູນ, ຄວາມຊື່ສັດ, ຄວາມຢຳເກງພຣະເຈົ້າ ຫຼື ການຫຼີກເວັ້ນສິ່ງຊົ່ວຮ້າຍຂອງໂຢບອີກຕໍ່ໄປ. ດ້ວຍວິທີນີ້, ການທົດລອງຂອງພຣະເຈົ້າ ແລະ ການລໍ້ລວງຂອງຊາຕານຈຶ່ງບໍ່ມີທາງຫຼີກເວັ້ນໄດ້. ຄົນດຽວທີ່ສາມາດທົນຕໍ່ການທົດລອງຂອງພຣະເຈົ້າ ແລະ ການລໍ້ລວງຂອງຊາຕານໄດ້ກໍຄືໂຢບ. ຫຼັງຈາກການສົນທະນານີ້, ຊາຕານຈຶ່ງໄດ້ຮັບອະນຸຍາດໃຫ້ລໍ້ລວງໂຢບ. ສະນັ້ນຈຶ່ງເກີດການໂຈມຕີຮອບທຳອິດຂອງຊາຕານ. ເປົ້າໝາຍຂອງການໂຈມຕີເຫຼົ່ານີ້ຄືຊັບສິນຂອງໂຢບ, ຍ້ອນຊາຕານໄດ້ກ່າວຫາໂຢບດັ່ງຕໍ່ໄປນີ້: “ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ? ... ພຣະອົງອວຍພອນວຽກງານທີ່ເຮັດຈາກມືຂອງລາວ ແລະ ຊັບສິນໃນທີ່ດິນຂອງລາວກໍເພີ່ມຂຶ້ນ”. ຜົນຕາມມາກໍຄື ພຣະເຈົ້າອະນຸຍາດໃຫ້ຊາຕານເອົາທຸກສິ່ງທີ່ໂຢບມີ, ນີ້ແມ່ນຈຸດປະສົງແທ້ຈິງທີ່ວ່າເປັນຫຍັງພຣະເຈົ້າຈຶ່ງລົມກັບຊາຕານ. ເຖິງຢ່າງໃດກໍຕາມ, ພຣະເຈົ້າຮຽກຮ້ອງສິ່ງໜຶ່ງຈາກຊາຕານ ນັ້ນກໍຄື: “ທຸກສິ່ງທີ່ລາວມີນັ້ນແມ່ນຢູ່ໃນລິດອຳນາດຂອງເຈົ້າແລ້ວ; ພຽງແຕ່ເຈົ້າຢ່າເດ່ມືລົງໃສ່ລາວ” (ໂຢບ 1:12). ນີ້ຄືເງື່ອນໄຂທີ່ພຣະເຈົ້າໄດ້ສ້າງຂຶ້ນຫຼັງຈາກທີ່ພຣະອົງອະນຸຍາດໃຫ້ຊາຕານລໍ້ລວງໂຢບ ແລະ ວາງໂຢບໄວ້ໃນກໍາມືຂອງຊາຕານ ແລະ ນີ້ຄືຂໍ້ຈຳກັດທີ່ພຣະອົງໄດ້ກຳນົດໃຫ້ກັບຊາຕານ: ພຣະອົງສັ່ງໃຫ້ຊາຕານບໍ່ທຳຮ້າຍໂຢບ. ຍ້ອນພຣະເຈົ້າຮູ້ວ່າ ໂຢບສົມບູນ ແລະ ຊື່ສັດ ແລະ ຍ້ອນພຣະອົງມີຄວາມເຊື່ອວ່າ ຄວາມສົມບູນ ແລະ ຄວາມຊື່ສັດຂອງໂຢບທີ່ຢູ່ຕໍ່ໜ້າພຣະອົງແມ່ນຢູ່ເໜືອຂໍ້ສົງໄສໃດໆ ແລະ ສາມາດທົນຕໍ່ການທົດສອບ, ສະນັ້ນ ພຣະເຈົ້າຈຶ່ງຍອມໃຫ້ຊາຕານລໍ້ລວງໂຢບ, ແຕ່ກຳນົດຂໍ້ຈຳກັດໃຫ້ແກ່ຊາຕານ: ຊາຕານໄດ້ຮັບອະນຸຍາດໃຫ້ເອົາຊັບສິນທຸກຢ່າງຂອງໂຢບ, ແຕ່ມັນບໍ່ສາມາດແຕະຕ້ອງເພິ່ນໄດ້. ນີ້ໝາຍຄວາມວ່າຫຍັງ? ມັນໝາຍຄວາມວ່າ ພຣະເຈົ້າບໍ່ໄດ້ມອບໂຢບໃຫ້ກັບຊາຕານຢ່າງສົມບູນໃນຊ່ວງເວລານັ້ນ. ຊາຕານສາມາດລໍ້ລວງໂຢບດ້ວຍວິທີການໃດກໍໄດ້ທີ່ມັນຕ້ອງການ, ແຕ່ມັນບໍ່ສາມາດທຳຮ້າຍໂຢບ, ບໍ່ທຳຮ້າຍແມ່ນແຕ່ຜົມເສັ້ນດຽວທີ່ຢູ່ເທິງຫົວຂອງເພິ່ນ, ຍ້ອນທຸກສິ່ງຂອງມະນຸດແມ່ນຖືກຄວບຄຸມໂດຍພຣະເຈົ້າ ແລະ ບໍ່ວ່າມະນຸດຈະມີຊີວິດ ຫຼື ຕາຍກໍຖືກກຳນົດໂດຍພຣະເຈົ້າ. ຊາຕານບໍ່ມີສິດໃນສິ່ງນີ້. ຫຼັງຈາກທີ່ພຣະເຈົ້າກ່າວຖ້ອຍຄໍາເຫຼົ່ານີ້ຕໍ່ຊາຕານ, ຊາຕານກໍບໍ່ລໍຖ້າ ແລະ ເລີ່ມຕົ້ນລົງມືທັນທີ. ມັນໃຊ້ທຸກວິທີການເພື່ອລໍ້ລວງໂຢບ ແລະ ບໍ່ດົນຕໍ່ມາ ໂຢບກໍໄດ້ສູນເສຍແກະ ແລະ ງົວທີ່ມີຄ່າສໍ່າກັບພູເຂົາໜ່ວຍໜຶ່ງໄປ ແລະ ຊັບສິນທັງໝົດທີ່ພຣະເຈົ້າໄດ້ມອບໃຫ້ແກ່ເພິ່ນ... ແລ້ວໃນທີ່ສຸດການທົດລອງຂອງພຣະເຈົ້າກໍມາຮອດເພິ່ນ.

ເຖິງແມ່ນພຣະຄຳພີບອກພວກເຮົາກ່ຽວກັບຈຸດກຳເນີດຂອງການລໍ້ລວງຂອງໂຢບ, ແຕ່ໂຢບເອງເຊິ່ງເປັນຄົນທີ່ຕົກຢູ່ໃນການລໍ້ລວງເຫຼົ່ານີ້ ຮູ້ຈັກວ່າກຳລັງເກີດຫຍັງຂຶ້ນບໍ? ໂຢບເປັນພຽງມະນຸດທຳມະດາ; ແນ່ນອນ ເພິ່ນບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງລາວທີ່ປາກົດຂຶ້ນອ້ອມຂ້າງຕົວເພິ່ນ. ເຖິງຢ່າງໃດກໍຕາມ, ການທີ່ເພິ່ນຢຳເກງພຣະເຈົ້າ ແລະ ຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນເຮັດໃຫ້ເພິ່ນເຂົ້າໃຈວ່າການທົດລອງຂອງພຣະເຈົ້າໄດ້ມາຮອດເພິ່ນ. ເພິ່ນບໍ່ຮູ້ຈັກສິ່ງທີ່ເກີດຂຶ້ນໃນໂລກຝ່າຍວິນຍານ ຫຼື ເຈດຕະນາຂອງພຣະເຈົ້າທີ່ຢູ່ເບື້ອງຫຼັງການທົດລອງເຫຼົ່ານີ້. ແຕ່ເພິ່ນກໍຮູ້ວ່າ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເພິ່ນ, ເພິ່ນກໍຍຶດໝັ້ນຢ່າງແທ້ຈິງກັບຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ແລະ ຄວນປະຕິບັດຕາມວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ພຣະເຈົ້າໄດ້ເຫັນທ່າທີ ແລະ ປະຕິກິລິຍາຂອງໂຢບຕໍ່ເລື່ອງເຫຼົ່ານີ້ຢ່າງຊັດເຈນ. ພຣະເຈົ້າເຫັນຫຍັງ? ພຣະອົງໄດ້ເຫັນຫົວໃຈຂອງໂຢບທີ່ຢຳເກງພຣະເຈົ້າ, ຍ້ອນວ່າຕັ້ງແຕ່ຕອນເລີ່ມຕົ້ນຕະຫຼອດຈົນເຖິງຕອນທີ່ໂຢບຖືກທົດລອງ, ຫົວໃຈຂອງໂຢບຍັງຄົງເປີດຕໍ່ພຣະເຈົ້າ, ມັນຖືກວາງໄວ້ຢູ່ຕໍ່ໜ້າພຣະເຈົ້າ ແລະ ໂຢບບໍ່ໄດ້ປະຖິ້ມຄວາມສົມບູນ ຫຼື ຄວາມຊື່ສັດຂອງເພິ່ນ ຫຼື ເພິ່ນບໍ່ໄດ້ໂຍນຖິ້ມ ຫຼື ຫັນໜີຈາກວິທີການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ, ບໍ່ມີສິ່ງໃດທີ່ເຮັດໃຫ້ພຣະເຈົ້າພໍໃຈໄປຫຼາຍກວ່າສິ່ງນີ້ອີກແລ້ວ. ຕໍ່ໄປ, ໃຫ້ພວກເຮົາມາເບິ່ງການລໍ້ລວງທີ່ໂຢບໄດ້ຜະເຊີນ ແລະ ວິທີທີ່ເພິ່ນຈັດການກັບການທົດລອງເຫຼົ່ານີ້. ໃຫ້ພວກເຮົາອ່ານຈາກຂໍ້ພຣະຄຳພີ.

ຄ. ປະຕິກິລິຍາຂອງໂຢບ

ໂຢບ 1:20–21 ແລ້ວໂຢບກໍລຸກຂຶ້ນ ແລະ ຈີກເສື້ອຄຸມຂອງລາວອອກ ແລະ ໂກນຫົວຂອງລາວ ແລະ ລົ້ມລົງກັບພື້ນ ແລະ ນະມັດສະການ ພ້ອມກັບເວົ້າວ່າ ຂ້ານ້ອຍໄດ້ເປືອຍອອກມາຈາກທ້ອງແມ່ຂອງຂ້ານ້ອຍ ແລະ ຂ້ານ້ອຍກໍຈະກັບຄືນໄປຍັງບ່ອນນັ້ນຢ່າງເປືອຍກາຍ: ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ.

ການທີ່ໂຢບຄືນທຸກສິ່ງທີ່ເພິ່ນມີດ້ວຍຕົວເພິ່ນເອງແມ່ນເກີດມາຈາກການທີ່ເພິ່ນຢຳເກງພຣະເຈົ້າ

ຫຼັງຈາກທີ່ພຣະເຈົ້າເວົ້າຕໍ່ຊາຕານວ່າ: “ທຸກສິ່ງທີ່ລາວມີນັ້ນແມ່ນຢູ່ໃນລິດອຳນາດຂອງເຈົ້າແລ້ວ; ພຽງແຕ່ເຈົ້າຢ່າເດ່ມືລົງໃສ່ລາວ”, ຊາຕານກໍຈາກໄປ, ຫຼັງຈາກນັ້ນ ໂຢບກໍຖືກໂຈມຕີທັນທີ ແລະ ຢ່າງຮຸນແຮງ: ກ່ອນອື່ນ, ງົວ ແລະ ລາຂອງເພິ່ນຖືກປຸ້ນສະດົມ ແລະ ຄົນຮັບໃຊ້ຂອງເພິ່ນບາງຄົນຖືກຂ້າຕາຍ; ຕໍ່ມາ, ແກະຂອງເພິ່ນ ແລະ ຄົນຮັບໃຊ້ອີກບາງຄົນກໍຖືກໄຟເຜົາຕາຍ; ຫຼັງຈາກນັ້ນ ອູດຂອງເພິ່ນກໍຖືກເອົາໄປ ແລະ ຄົນຮັບໃຊ້ຂອງເພິ່ນກໍຖືກຂ້າຕາຍເພີ່ມອີກ; ສຸດທ້າຍ ຊີວິດລູກຊາຍ ແລະ ລູກສາວຂອງເພິ່ນກໍຖືກເອົາໄປ. ການໂຈມຕີຊຸດນີ້ຄືຄວາມທໍລະມານທີ່ໂຢບໄດ້ທົນທຸກໃນລະຫວ່າງການທົດລອງຄັ້ງທຳອິດ. ດັ່ງທີ່ພຣະເຈົ້າໄດ້ສັ່ງການໄວ້, ໃນລະຫວ່າງການໂຈມຕີເຫຼົ່ານີ້ ຊາຕານພຽງແຕ່ແນໃສ່ຊັບສິນຂອງໂຢບ ແລະ ລູກໆຂອງເພິ່ນ ແລະ ບໍ່ໄດ້ທຳຮ້າຍໂຢບເອງ. ເຖິງຢ່າງໃດກໍຕາມ, ທັນທີໃດ ໂຢບກໍປ່ຽນຈາກຄົນຮັ່ງມີທີ່ມີຊັບສິ້ນຢ່າງຫຼວງຫຼາຍກາຍເປັນຄົນທີ່ບໍ່ມີຫຍັງເລີຍ. ບໍ່ມີຜູ້ໃດສາມາດທົນຕໍ່ການໂຈມຕີກະທັນຫັນທີ່ຕື່ນຕົກໃຈແບບນີ້ ຫຼື ມີປະຕິກິລິຍາຢ່າງເໝາະສົມຕໍ່ເຫດການນີ້ໄດ້, ແຕ່ໂຢບກໍໄດ້ສະແດງດ້ານພິເສດຂອງເພິ່ນອອກມາ. ຂໍ້ພຣະຄຳພີໄດ້ເລົ່າເລື່ອງລາວດັ່ງຕໍ່ໄປນີ້: “ແລ້ວໂຢບກໍລຸກຂຶ້ນ ແລະ ຈີກເສື້ອຄຸມຂອງລາວອອກ ແລະ ໂກນຫົວຂອງລາວ ແລະ ລົ້ມລົງກັບພື້ນ ແລະ ນະມັດສະການ”. ນີ້ຄືປະຕິກິລິຍາທຳອິດຂອງໂຢບຫຼັງຈາກທີ່ໄດ້ຍິນວ່າເພິ່ນໄດ້ສູນເສຍລູກໆຂອງເພິ່ນ ແລະ ຊັບສິນທັງໝົດຂອງເພິ່ນ. ແຕ່ນອກເໜືອສິ່ງອື່ນໃດ, ເພິ່ນບໍ່ໄດ້ເບິ່ງຄືກັບວ່າຕື່ນຕົກໃຈ ຫຼື ຕົກໃຈຢ້ານ, ແຮງໄກທີ່ເພິ່ນຈະສະແດງຄວາມໃຈຮ້າຍ ຫຼື ຄວາມກຽດຊັງ. ຈາກສິ່ງນີ້ເຈົ້າກໍເຫັນແລ້ວວ່າ ໃນຫົວໃຈຂອງເພິ່ນ ເພິ່ນເຂົ້າໃຈວ່າໄພພິບັດເຫຼົ່ານີ້ບໍ່ແມ່ນອຸປະຕິເຫດ ຫຼື ເກີດຈາກມືຂອງມະນຸດ, ແຮງໄກທີ່ສິ່ງນີ້ຈະເປັນຜົນກຳສະໜອງ ຫຼື ການລົງໂທດ. ກົງກັນຂ້າມ ການທົດລອງຂອງພຣະເຢໂຮວາໄດ້ມາຮອດເພິ່ນ; ແມ່ນພຣະເຢໂຮວາທີ່ປາຖະໜາເອົາຊັບສິນ ແລະ ລູກໆຂອງເພິ່ນ. ດັ່ງນັ້ນ ໂຢບຈຶ່ງໃຈເຢັນຫຼາຍ ແລະ ມີສະຕິ. ຄວາມເປັນມະນຸດທີ່ສົມບູນ ແລະ ຊື່ສັດຂອງເພິ່ນເຮັດໃຫ້ເພິ່ນຕັດສິນຢ່າງຖືກຕ້ອງ ແລະ ຕັດສິນໃຈຢ່າງສົມເຫດສົມຜົນ ແລະ ຢ່າງເປັນທຳມະຊາດກ່ຽວກັບໄພພິບັດທີ່ໄດ້ເກີດຂຶ້ນກັບເພິ່ນ ແລະ ຜົນຕາມມາກໍຄື ເພິ່ນປະພຶດດ້ວຍຄວາມໃຈເຢັນຢ່າງຜິດປົກກະຕິ: “ແລ້ວໂຢບກໍລຸກຂຶ້ນ ແລະ ຈີກເສື້ອຄຸມຂອງລາວອອກ ແລະ ໂກນຫົວຂອງລາວ ແລະ ລົ້ມລົງກັບພື້ນ ແລະ ນະມັດສະການ”. ຄໍາວ່າ: “ຈີກເສື້ອຄຸມຂອງລາວອອກ” ໝາຍຄວາມວ່າ ເພິ່ນບໍ່ໄດ້ນຸ່ງເຄື່ອງ ແລະ ບໍ່ມີຫຍັງເລີຍ; “ໂກນຫົວຂອງລາວ” ໝາຍຄວາມວ່າ ເພິ່ນໄດ້ກັບຄືນຢູ່ຕໍ່ໜ້າພຣະເຈົ້າດັ່ງເດັກທາລົກທີ່ເກີດໃໝ່; “ລົ້ມລົງກັບພື້ນ ແລະ ນະມັດສະການ” ໝາຍຄວາມວ່າ ເພິ່ນໄດ້ເຂົ້າມາສູ່ໂລກໂດຍເປືອຍກາຍ ແລະ ກໍຍັງບໍ່ມີຫຍັງໃນປັດຈຸບັນ, ເພິ່ນໄດ້ກັບຄືນຫາພຣະເຈົ້າຄືກັບເດັກທາລົກທີ່ເກີດໃໝ່. ທັດສະນະຄະຕິຂອງໂຢບຕໍ່ທຸກສິ່ງທີ່ເກີດຂຶ້ນກັບເພິ່ນບໍ່ສາມາດຖືກບັນລຸໄດ້ໂດຍສິ່ງຖືກສ້າງໃດໆຂອງພຣະເຈົ້າ. ຄວາມເຊື່ອໃນພຣະເຢໂຮວາຂອງເພິ່ນແມ່ນຢູ່ເໜືອຂອບເຂດຄວາມເຊື່ອ; ນີ້ແມ່ນການທີ່ເພິ່ນຢຳເກງພຣະເຈົ້າ, ການທີ່ເພິ່ນເຊື່ອຟັງພຣະເຈົ້າ; ເພິ່ນບໍ່ພຽງແຕ່ສາມາດຂອບຄຸນພຣະເຈົ້າທີ່ມອບສິ່ງນັ້ນໃຫ້ກັບເພິ່ນ, ແຕ່ຍັງຂອບຄຸນທີ່ພຣະອົງເອົາສິ່ງນັ້ນໄປຈາກເພິ່ນໄປ. ຍິ່ງໄປກວ່ານັ້ນ, ເພິ່ນສາມາດຄືນທຸກສິ່ງທີ່ເພິ່ນມີໃຫ້ກັບພຣະເຈົ້າດ້ວຍຕົວເພິ່ນເອງ, ລວມເຖິງຊີວິດຂອງເພິ່ນ.

ການທີ່ໂຢບຢຳເກງ ແລະ ເຊື່ອຟັງພຣະເຈົ້າຄືຕົວຢ່າງໃຫ້ກັບມະນຸດຊາດ ແລະ ຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນຄືຈຸດສູງສຸດຂອງຄວາມເປັນມະນຸດທີ່ມະນຸດຄວນມີ. ເຖິງແມ່ນເພິ່ນບໍ່ເຫັນພຣະເຈົ້າ, ເພິ່ນກໍຮູ້ວ່າພຣະເຈົ້າມີຢູ່ຈິງແທ້ ແລະ ຍ້ອນຄວາມເປັນຈິງນີ້ ເພິ່ນຈຶ່ງຢຳເກງພຣະເຈົ້າ ແລະ ຍ້ອນວ່າເພິ່ນຢຳເກງພຣະເຈົ້າ, ເພິ່ນຈຶ່ງສາມາດເຊື່ອຟັງພຣະເຈົ້າ. ເພິ່ນໃຫ້ອິດສະຫຼະກັບພຣະເຈົ້າເພື່ອເອົາຫຍັງກໍໄດ້ທີ່ເພິ່ນມີ, ເພິ່ນບໍ່ໄດ້ຈົ່ມວ່າ ແລະ ລົ້ມລົງກັບພື້ນຕໍ່ໜ້າພຣະເຈົ້າ ແລະ ບອກພຣະອົງວ່າ ໃນຊ່ວງເວລານີ້ ເຖິງແມ່ນພຣະເຈົ້າຈະເອົາເນື້ອໜັງຂອງເພິ່ນໄປ, ເພິ່ນກໍຈະຍອມໃຫ້ພຣະອົງເຮັດແບບນັ້ນຢ່າງເຕັມໃຈ ໂດຍບໍ່ຈົ່ມວ່າຫຍັງເລີຍ. ຄວາມປະພຶດທັງໝົດຂອງເພິ່ນແມ່ນຍ້ອນຄວາມເປັນມະນຸດທີ່ສົມບູນ ແລະ ຊື່ສັດຂອງເພິ່ນ. ນີ້ໝາຍຄວາມວ່າ ຍ້ອນຄວາມໄຮ້ດຽງສາ, ຄວາມຊື່ສັດ ແລະ ຄວາມກະລຸນາຂອງເພິ່ນ, ໂຢບຈຶ່ງໝັ້ນຄົງໃນຄວາມເປັນຈິງຂອງເພິ່ນ ແລະ ປະສົບການກ່ຽວກັບການເປັນຢູ່ຂອງພຣະເຈົ້າ ແລະ ບົນພື້ນຖານນີ້ ເພິ່ນໄດ້ບັງຄັບຕົນເອງ ແລະ ເຮັດໃຫ້ຄວາມຄິດ, ພຶດຕິກຳ, ຄວາມປະພຶດ ແລະ ຫຼັກການແຫ່ງການກະທຳຂອງເພິ່ນເປັນມາດຕະຖານຕໍ່ໜ້າພຣະເຈົ້າ ຕາມການທີ່ພຣະເຈົ້ານໍາພາເພິ່ນ ແລະ ການກະທຳຂອງພຣະເຈົ້າທີ່ເພິ່ນໄດ້ເຫັນໃນທ່າມກາງສິ່ງທັງປວງ. ຕະຫຼອດເວລາ, ປະສົບການຂອງເພິ່ນເຮັດໃຫ້ເພິ່ນເກີດມີການຢຳເກງພຣະເຈົ້າຢ່າງແທ້ຈິງ ແລະ ເຮັດໃຫ້ເພິ່ນຫຼີກເວັ້ນສິ່ງຊົ່ວຮ້າຍ. ນີ້ແມ່ນແຫຼ່ງກຳເນີດຂອງຄວາມຊື່ສັດທີ່ໂຢບໄດ້ຍຶດໝັ້ນ. ໂຢບມີຄວາມເປັນມະນຸດທີ່ຊື່ສັດ, ໄຮ້ດຽງສາ ແລະ ກະລຸນາ ແລະ ເພິ່ນມີປະສົບການທີ່ແທ້ຈິງໃນການຢຳເກງພຣະເຈົ້າ, ການເຊື່ອຟັງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ພ້ອມທັງຮູ້ວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ”. ພຽງແຕ່ຍ້ອນສິ່ງເຫຼົ່ານີ້ ເພິ່ນກໍສາມາດຍຶດໝັ້ນໃນຄຳພະຍານຂອງເພິ່ນເມື່ອຕົກຢູ່ໃນທ່າມກາງການໂຈມຕີທີ່ຮ້າຍກາດຂອງຊາຕານ ແລະ ພຽງແຕ່ຍ້ອນສິ່ງເຫຼົ່ານັ້ນ ເພິ່ນກໍສາມາດບໍ່ເຮັດໃຫ້ພຣະເຈົ້າຜິດຫວັງ ແລະ ໃຫ້ຄຳຕອບອັນເປັນທີ່ພໍໃຈແກ່ພຣະເຈົ້າ ເມື່ອການທົດລອງຂອງພຣະເຈົ້າເກີດຂຶ້ນກັບເພິ່ນ. ເຖິງແມ່ນຄວາມປະພຶດຂອງໂຢບໃນລະຫວ່າງການລໍ້ລວງຄັ້ງທຳອິດກົງໄປກົງມາທີ່ສຸດກໍຕາມ, ແຕ່ຄົນຮຸ່ນຕໍ່ມາກໍບໍ່ແນ່ໃຈວ່າຈະບັນລຸຄວາມກົງໄປກົງມາດັ່ງກ່າວນັ້ນໄດ້ ແມ່ນແຕ່ຫຼັງຈາກທີ່ໃຊ້ຄວາມພະຍາຍາມຕະຫຼອດຊີວິດ ຫຼື ພວກເຂົາບໍ່ສາມາດມີຄວາມປະພຶດຂອງໂຢບດັ່ງທີ່ບັນຍາຍໄວ້ຂ້າງເທິງຢ່າງແທ້ຈິງ. ໃນປັດຈຸບັນ ເມື່ອຜະເຊີນກັບຄວາມປະພຶດທີ່ກົງໄປກົງມາຂອງໂຢບ ແລະ ເມື່ອປຽບທຽບມັນກັບສຽງຮ້ອງໄຫ້ ແລະ ຄວາມຕັ້ງໃຈໃນ “ຄວາມເຊື່ອຟັງທີ່ສຸດ ແລະ ຄວາມຈົງຮັກພັກດີຈົນຕາຍ” ທີ່ສະແດງໃຫ້ແກ່ພຣະເຈົ້າໂດຍຜູ້ທີ່ອ້າງວ່າ ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ, ພວກເຈົ້າຮູ້ສຶກອັບອາຍຢ່າງແຮງ ຫຼື ບໍ່?

ເມື່ອເຈົ້າອ່ານໃນຂໍ້ພຣະຄຳພີກ່ຽວກັບທຸກສິ່ງທີ່ໂຢບ ແລະ ຄອບຄົວຂອງເພິ່ນທົນທຸກ, ແມ່ນຫຍັງຄືປະຕິກິລິຍາຂອງເຈົ້າ? ເຈົ້າສັບສົນໃນຄວາມຄິດຂອງເຈົ້າບໍ? ເຈົ້າປະຫຼາດໃຈບໍ? ການທົດລອງທີ່ເກີດຂຶ້ນກັບໂຢບຈະສາມາດບັນຍາຍໄດ້ວ່າເປັນ “ຕາຢ້ານຫຼາຍ” ບໍ? ເວົ້າອີກຢ່າງໜຶ່ງກໍຄື ມັນຂ້ອນຂ້າງເປັນຕາຕົກໃຈເມື່ອອ່ານກ່ຽວກັບການທົດລອງຂອງໂຢບຕາມທີ່ໄດ້ບັນຍາຍໄວ້ໃນຂໍ້ພຣະຄຳພີ, ແລ້ວບໍ່ຕ້ອງເວົ້າເຖິງວ່າ ພວກມັນຈະເປັນແນວໃດໃນຊີວິດທີ່ແທ້ຈິງເລີຍ. ເຈົ້າກໍເຫັນແລ້ວວ່າ ສິ່ງທີ່ເກີດຂຶ້ນກັບໂຢບບໍ່ແມ່ນ “ການຝຶກຊ້ອມ”, ແຕ່ເປັນ “ການສູ້ຮົບ” ທີ່ແທ້ຈິງ, ໂດຍມີການໃຊ້ “ປືນ” ແລະ “ລູກປືນ” ແທ້ຈິງ. ແຕ່ມັນແມ່ນມືຂອງຜູ້ໃດທີ່ເຮັດໃຫ້ເພິ່ນຕົກຢູ່ໃນການທົດລອງເຫຼົ່ານີ້? ແນ່ນອນ ມັນແມ່ນການກະທໍາຂອງຊາຕານ ແລະ ຊາຕານເປັນຜູ້ເຮັດສິ່ງຕ່າງໆເຫຼົ່ານີ້ດ້ວຍມືຂອງມັນເອງ. ແຕ່ວ່າ ສິ່ງຕ່າງໆເຫຼົ່ານີ້ແມ່ນໄດ້ຮັບອະນຸຍາດຈາກພຣະເຈົ້າເອງ. ພຣະເຈົ້າບອກຊາຕານເຖິງວິທີທີ່ຈະລໍ້ລວງໂຢບບໍ? ພຣະອົງບໍ່ໄດ້ບອກ. ພຣະເຈົ້າພຽງແຕ່ສ້າງເງື່ອນໄຂດຽວທີ່ຊາຕານຕ້ອງປະຕິບັດຕາມ ແລະ ຫຼັງຈາກນັ້ນ ການລໍ້ລວງຈຶ່ງເກີດຂຶ້ນກັບໂຢບ. ເມື່ອການລໍ້ລວງເກີດຂຶ້ນກັບໂຢບ, ມັນເຮັດໃຫ້ຜູ້ຄົນຮູ້ສຶກເຖິງຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍຂອງຊາຕານ, ເຖິງຄວາມໂຫດຮ້າຍ ແລະ ຄວາມລັງກຽດຂອງມັນທີ່ມີຕໍ່ມະນຸດ ແລະ ເຖິງຄວາມເປັນສັດຕູຂອງມັນທີ່ມີຕໍ່ພຣະເຈົ້າ. ໃນນີ້ ພວກເຮົາໄດ້ເຫັນວ່າ ຄຳເວົ້າບໍ່ສາມາດບັນຍາຍໄດ້ວ່າ ການລໍ້ລວງນີ້ໂຫດຮ້າຍສໍ່າໃດ. ມັນສາມາດເວົ້າໄດ້ວ່າ ທຳມະຊາດທີ່ຊົ່ວຮ້າຍທີ່ຊາຕານຂົ່ມເຫັງມະນຸດ ແລະ ໃບໜ້າທີ່ຂີ້ຮ້າຍຂອງມັນ ແມ່ນຖືກເປີດໂປງອອກໃນຊ່ວງເວລານີ້ຢ່າງສົມບູນ. ຊາຕານໃຊ້ໂອກາດນີ້, ໂອກາດທີ່ໄດ້ຈາກການອະນຸຍາດຂອງພຣະເຈົ້າ, ເພື່ອເຮັດໃຫ້ໂຢບຕົກຢູ່ໃນການຂົ່ມເຫັງທີ່ຮຸນແຮງ ແລະ ໄຮ້ປານີທີ່ສຸດ, ເຊິ່ງຜູ້ຄົນໃນປັດຈຸບັນບໍ່ສາມາດຈິນຕະນາການ ແລະ ອົດກັ້ນຕໍ່ວິທີການ ແລະ ລະດັບຂອງຄວາມໂຫດຮ້າຍນັ້ນໄດ້ເລີຍ. ແທນທີ່ຈະເວົ້າວ່າໂຢບຖືກລໍ້ລວງໂດຍຊາຕານ ແລະ ເພິ່ນຍຶດໝັ້ນໃນຄຳພະຍານຂອງເພິ່ນໃນລະຫວ່າງການລໍ້ລວງນີ້, ມັນດີກວ່າທີ່ຈະເວົ້າວ່າ ໃນການທົດລອງທີ່ພຣະເຈົ້າໄດ້ກຳນົດໄວ້ໃຫ້ກັບເພິ່ນນັ້ນ, ໂຢບເລີ່ມຕົ້ນຕໍ່ສູ້ກັບຊາຕານເພື່ອປົກປ້ອງຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ແລະ ເພື່ອປ້ອງກັນວິທີການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ. ໃນການຕໍ່ສູ່ນີ້, ໂຢບໄດ້ສູນເສຍແກະ ແລະ ງົວຄວາຍທີ່ມີຄ່າສໍ່າກັບພູເຂົາໜ່ວຍໜຶ່ງ, ເພິ່ນໄດ້ສູນເສຍຊັບສິນທັງໝົດຂອງເພິ່ນ ແລະ ເພິ່ນໄດ້ສູນເສຍລູກຊາຍ ແລະ ລູກສາວຂອງເພິ່ນ. ເຖິງຢ່າງໃດກໍຕາມ ເພິ່ນບໍ່ໄດ້ປະຖິ້ມຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ຫຼື ການຢຳເກງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ໃນການຕໍ່ສູ້ກັບຊາຕານນີ້ ໂຢບເລືອກທີ່ຈະສູນເສຍຊັບສິນ ແລະ ລູກໆຂອງເພິ່ນຫຼາຍກວ່າທີ່ຈະສູນເສຍຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ແລະ ການຢຳເກງພຣະເຈົ້າ. ເພິ່ນເລືອກທີ່ຈະຍຶດໝັ້ນກັບມູນເຄົ້າຂອງຄວາມໝາຍຂອງການເປັນມະນຸດ. ຂໍ້ພຣະຄຳພີໄດ້ເລົ່າເລື່ອງລາວໂດຍຫຍໍ້ກ່ຽວກັບຂະບວນການທັງໝົດທີ່ໂຢບໄດ້ສູນເສຍຊັບສິນຂອງເພິ່ນ ແລະ ຍັງບັນທຶກຄວາມປະພຶດ ແລະ ທັດສະນະຄະຕິຂອງໂຢບ. ເລື່ອງລາວທີ່ສັ້ນ ແລະ ແຈ່ມແຈ້ງເຫຼົ່ານີ້ໄດ້ໃຫ້ຄວາມຮູ້ສຶກວ່າ ໂຢບເກືອບບໍ່ກັງວົນໃຈເລີຍເມື່ອຜະເຊີນກັບການລໍ້ລວງນີ້, ແຕ່ຖ້າສິ່ງທີ່ເກີດຂຶ້ນແທ້ນັ້ນຕ້ອງເກີດຂຶ້ນອີກ, ພ້ອມກັບ ເມື່ອພິຈາລະນາເບິ່ງຂໍ້ແທ້ຈິງຂອງທຳມະຊາດອັນຊົ່ວຮ້າຍຂອງຊາຕານແລ້ວ ສິ່ງຕ່າງໆຈະບໍ່ທຳມະດາ ຫຼື ງ່າຍຄືດັ່ງທີ່ໄດ້ບັນຍາຍໄວ້ໃນປະໂຫຍກເຫຼົ່ານີ້. ຄວາມເປັນຈິງໂຫດຮ້າຍກວ່ານີ້. ນັ້ນຄືລະດັບຄວາມເສຍຫາຍ ແລະ ຄວາມກຽດຊັງທີ່ຊາຕານປະຕິບັດຕໍ່ມະນຸດຊາດ ແລະ ຄືທຸກສິ່ງທີ່ພຣະເຈົ້າເຫັນດີເຫັນພ້ອມ. ຖ້າພຣະເຈົ້າບໍ່ໄດ້ຂໍໃຫ້ຊາຕານທຳຮ້າຍໂຢບ, ຊາຕານກໍຈະຂ້າເພິ່ນຢ່າງແນ່ນອນ ໂດຍບໍ່ມີຄວາມເສຍໃຈເລີຍ. ຊາຕານບໍ່ຕ້ອງການໃຫ້ຜູ້ໃດກໍຕາມນະມັດສະການພຣະເຈົ້າ ຫຼື ມັນບໍ່ປາຖະໜາທີ່ຈະໃຫ້ຄົນທີ່ຊອບທຳໃນສາຍຕາຂອງພຣະເຈົ້າ ແລະ ຄົນທີ່ສົມບູນ ແລະ ຊື່ສັດນັ້ນສາມາດສືບຕໍ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ຍ້ອນວ່າການທີ່ຜູ້ຄົນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໝາຍຄວາມວ່າ ພວກເຂົາຫຼີກເວັ້ນ ແລະ ປະຖິ້ມຊາຕານ ແລະ ດ້ວຍເຫດນັ້ນ ຊາຕານຈຶ່ງສວຍໂອກາດຈາກການອະນຸຍາດຂອງພຣະເຈົ້າເພື່ອໂຍນຄວາມໃຈຮ້າຍ ແລະ ຄວາມກຽດຊັງຂອງມັນໃສ່ໂຢບຢ່າງໄຮ້ຄວາມເມດຕາ. ເຈົ້າໄດ້ເຫັນແລ້ວວ່າ ໂຢບຕ້ອງທົນທຸກກັບຄວາມທໍລະມານຫຼາຍສໍ່າໃດ, ນັບຕັ້ງແຕ່ຈິດໃຈຈົນເຖິງເນື້ອໜັງ ແລະ ຈາກພາຍນອກສູ່ພາຍໃນ. ມື້ນີ້, ພວກເຮົາບໍ່ໄດ້ເຫັນໃນສິ່ງທີ່ເກີດຂຶ້ນວ່າມັນເປັນແນວໃດໃນເວລານັ້ນ ແລະ ພວກເຮົາພຽງແຕ່ສາມາດໄດ້ເຫັນເລັກນ້ອຍເຖິງຄວາມຮູ້ສຶກຂອງໂຢບຈາກເລື່ອງລາວໃນພຣະຄຳພີ ເມື່ອເພິ່ນຕົກຢູ່ໃນຄວາມທໍລະມານໃນເວລານັ້ນ.

ຄວາມຊື່ສັດທີ່ໝັ້ນຄົງຂອງໂຢບໄດ້ນໍາຄວາມອັບອາຍມາສູ່ຊາຕານ ແລະ ເຮັດໃຫ້ມັນແລ່ນໜີໄປດ້ວຍຄວາມຕື່ນຕົກໃຈ

ແລ້ວພຣະເຈົ້າເຮັດແນວໃດເມື່ອໂຢບຕົກຢູ່ໃນການທໍລະມານນີ້? ພຣະເຈົ້າສັງເກດ ແລະ ເຝົ້າເບິ່ງ ແລະ ລໍຖ້າຜົນຕາມມາ. ໃນຂະນະທີ່ພຣະເຈົ້າສັງເກດ ແລະ ເຝົ້າເບິ່ງ, ພຣະອົງຮູ້ສຶກແນວໃດ? ແນ່ນອນ ພຣະອົງຮູ້ສຶກໂສກເສົ້າເສຍໃຈ. ແຕ່ມັນເປັນໄປໄດ້ບໍວ່າພຣະເຈົ້າຈະເສຍໃຈທີ່ພຣະອົງອະນຸຍາດໃຫ້ຊາຕານລໍ້ລວງໂຢບ ດັ່ງນັ້ນພຣະອົງຈຶ່ງຮູ້ສຶກໂສກເສົ້າ? ຄຳຕອບກໍຄື ບໍ່, ພຣະອົງບໍ່ໄດ້ຮູ້ສຶກເສຍໃຈເລີຍ. ຍ້ອນພຣະອົງເຊື່ອຢ່າງໜັກແໜ້ນວ່າ ໂຢບສົມບູນ ແລະ ຊື່ສັດ ແລະ ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ພຣະເຈົ້າພຽງແຕ່ໃຫ້ໂອກາດຊາຕານເພື່ອພິສູດຄວາມຊອບທຳຂອງໂຢບຕໍ່ໜ້າພຣະເຈົ້າ ແລະ ເພື່ອເປີດໂປງຄວາມຊົ່ວຊ້າ ແລະ ຄວາມຕໍ່າຊ້າຂອງມັນເອງ. ຍິ່ງໄປກວ່ານັ້ນ ມັນເປັນໂອກາດທີ່ຈະໃຫ້ໂຢບໄດ້ເປັນພະຍານເຖິງຄວາມຊອບທຳຂອງເພິ່ນ ແລະ ເປັນພະຍານຕໍ່ການທີ່ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຕໍ່ໜ້າຜູ້ຄົນເທິງແຜ່ນດິນໂລກ, ຕໍ່ຊາຕານ ແລະ ແມ່ນແຕ່ຕໍ່ໜ້າທຸກຄົນທີ່ຕິດຕາມພຣະເຈົ້າ. ຜົນຕາມມາສຸດທ້າຍດັ່ງກ່າວໄດ້ພິສູດວ່າການທີ່ພຣະເຈົ້າປະເມີນໂຢບນັ້ນຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດບໍ? ໂຢບໄດ້ເອົາຊະນະຊາຕານແທ້ບໍ? ໃນນີ້ ພວກເຮົາໄດ້ອ່ານຄຳເວົ້າຕົ້ນສະບັບຂອງໂຢບ ເຊິ່ງເປັນຄຳເວົ້າທີ່ພິສູດວ່າ ເພິ່ນໄດ້ເອົາຊະນະຊາຕານແລ້ວ. ເພິ່ນເວົ້າວ່າ: “ຂ້ານ້ອຍໄດ້ເປືອຍອອກມາຈາກທ້ອງຂອງແມ່ຂອງຂ້ານ້ອຍ ແລະ ຂ້ານ້ອຍກໍຈະກັບຄືນໄປຍັງບ່ອນນັ້ນຢ່າງເປືອຍກາຍ”. ນີ້ຄືທ່າທີແຫ່ງຄວາມເຊື່ອຟັງຂອງໂຢບທີ່ມີຕໍ່ພຣະເຈົ້າ. ຕໍ່ມາ, ເພິ່ນເວົ້າວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ”. ຄຳເວົ້າເຫຼົ່ານີ້ທີ່ໂຢບກ່າວໄດ້ພິສູດໃຫ້ເຫັນວ່າ ພຣະເຈົ້າສັງເກດເຖິງສ່ວນເລິກໃນຫົວໃຈຂອງມະນຸດ, ພຣະອົງສາມາດຫຼຽວເບິ່ງເຂົ້າໄປໃນຄວາມຄິດຂອງມະນຸດ ແລະ ຄຳເວົ້າເຫຼົ່ານັ້ນກໍໄດ້ພິສູດວ່າ ການທີ່ພຣະເຈົ້າເຫັນດີເຫັນພ້ອມກັບໂຢບແມ່ນປາສະຈາກຂໍ້ຜິດພາດ ແລະ ມະນຸດຄົນນີ້ທີ່ໄດ້ຮັບຄວາມເຫັນດີຈາກພຣະເຈົ້າກໍເປັນຄົນຊອບທຳແທ້. “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ”. ຄຳເວົ້າເຫຼົ່ານີ້ແມ່ນຄຳພະຍານຂອງໂຢບເຖິງພຣະເຈົ້າ. ມັນແມ່ນຄຳເວົ້າທຳມະດາເຫຼົ່ານີ້ທີ່ເຮັດໃຫ້ຊາຕານຢ້ານ, ທີ່ນໍາຄວາມອັບອາຍມາສູ່ມັນ ແລະ ເຮັດໃຫ້ມັນແລ່ນໜີໄປດ້ວຍຄວາມຕື່ນຕົກໃຈ ແລະ ຍິ່ງໄປກວ່ານັ້ນກໍຄື ຄຳເວົ້າເຫຼົ່ານີ້ໄດ້ລ່າມໂສ້ຊາຕານ ແລະ ປ່ອຍໃຫ້ມັນຂາດຊັບພະຍາກອນ. ພ້ອມນັ້ນ ຄຳເວົ້າເຫຼົ່ານີ້ຍັງເຮັດໃຫ້ຊາຕານຮູ້ສຶກເຖິງຄວາມມະຫັດສະຈັນ ແລະ ລິດທານຸພາບແຫ່ງການກະທຳຂອງພຣະເຈົ້າເຢໂຮວາ ແລະ ເຮັດໃຫ້ມັນໄດ້ຮັບຮູ້ເຖິງສະເໜ່ພິເສດຂອງຄົນທີ່ມີຫົວໃຈປົກຄອງໂດຍເສັ້ນທາງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຄຳເວົ້າເຫຼົ່ານັ້ນຍັງສະແດງໃຫ້ຊາຕານໄດ້ຮູ້ເຖິງອໍານາດອັນແຮງກ້າທີ່ບຸກຄົນເລັກນ້ອຍ ແລະ ບໍ່ສຳຄັນໄດ້ສະແດງອອກໃນການຍຶດຕິດກັບວິທີການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ. ດ້ວຍເຫດນັ້ນ ຊາຕານຈຶ່ງຜ່າຍແພ້ໃນການຕໍ່ສູ້ຄັ້ງທຳອິດ. ເຖິງແມ່ນຈະໄດ້ “ຮຽນຮູ້ຈາກສິ່ງນີ້” ແລ້ວ, ຊາຕານກໍຍັງບໍ່ມີເຈດຕະນາທີ່ຈະປ່ອຍໃຫ້ໂຢບໄປ ຫຼື ບໍ່ມີການປ່ຽນແປງໃນທຳມະຊາດທີ່ຊົ່ວຮ້າຍຂອງມັນ. ຊາຕານພະຍາຍາມສືບຕໍ່ໂຈມຕີໂຢບ ແລະ ດັ່ງນັ້ນ ມັນຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າອີກຄັ້ງ...

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຖ້າຫົວໃຈຂອງມະນຸດຕໍ່ຕ້ານພຣະເຈົ້າ, ມະນຸດຈະສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໄດ້ແນວໃດ?

ໃນເມື່ອຜູ້ຄົນໃນປັດຈຸບັນບໍ່ມີຄວາມເປັນມະນຸດຄືກັບໂຢບ, ແລ້ວແມ່ນຫຍັງຄືທາດແທ້ແຫ່ງທຳມະຊາດຂອງພວກເຂົາ ແລະ ທ່າທີຂອງພວກເຂົາຕໍ່ພຣະເຈົ້າ?...

ເຖິງແມ່ນພຣະເຈົ້າລີ້ລັບຈາກມະນຸດ, ການກະທຳຂອງພຣະອົງທ່າມກາງສິ່ງທັງປວງແມ່ນພຽງພໍສຳລັບມະນຸດທີ່ຈະຮູ້ຈັກພຣະອົງ

ໂຢບບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວ ແລະ ແຮງໄກທີ່ເພິ່ນຈະຜະເຊີນກັບພາລະກິດຂອງພຣະເຈົ້າເປັນການສ່ວນຕົວ,...

ຄວາມເຊື່ອຂອງໂຢບໃນພຣະເຈົ້າບໍ່ໄດ້ຖືກສັ່ນຄອນໂດຍຂໍ້ແທ້ຈິງທີ່ວ່າພຣະເຈົ້າລີ້ລັບຈາກເພິ່ນ

ໂຢບໄດ້ຍິນກ່ຽວກັບພຣະເຈົ້າໂດຍການຟັງດ້ວຍຫູ ໂຢບ 9:11 ເບິ່ງແມ ພຣະອົງຜ່ານຂ້ານ້ອຍໄປ ແລະ ຂ້ານ້ອຍກໍບໍ່ເຫັນພຣະອົງ, ພຣະອົງເດີນກາຍໄປ...