ຜູ້ຄົນເຂົ້າໃຈຜິດຫຼາຍຢ່າງກ່ຽວກັບໂຢບ
ຄວາມລຳບາກທີ່ໂຢບໄດ້ທົນທຸກບໍ່ແມ່ນພາລະກິດຂອງຜູ້ສົ່ງຂ່າວທີ່ພຣະເຈົ້າໄດ້ສົ່ງມາ ຫຼື ມັນບໍ່ແມ່ນເກີດຂຶ້ນໂດຍມືຂອງພຣະເຈົ້າເອງ. ກົງກັນຂ້າມ, ມັນເກີດຈາກຊາຕານເອງ ເຊິ່ງເປັນສັດຕູຂອງພຣະເຈົ້າ. ສະນັ້ນ, ລະດັບຂອງຄວາມລຳບາກທີ່ໂຢບໄດ້ທົນທຸກຈຶ່ງຮຸນແຮງ. ແຕ່ໃນຊ່ວງເວລານີ້ ໂຢບກໍໄດ້ສະແດງໃຫ້ເຫັນເຖິງຄວາມຮູ້ກ່ຽວກັບພຣະເຈົ້າທີ່ຢູ່ໃນຫົວໃຈຂອງເພິ່ນ, ຫຼັກການໆປະຕິບັດໃນແຕ່ລະມື້ຂອງເພິ່ນ ແລະ ທ່າທີຂອງເພິ່ນຕໍ່ພຣະເຈົ້າ ໂດຍບໍ່ມີຂໍ້ຈໍາກັດ, ນີ້ຄືຄວາມຈິງ. ຖ້າໂຢບບໍ່ໄດ້ຖືກລໍ້ລວງ, ຖ້າພຣະເຈົ້າບໍ່ໄດ້ນໍາການທົດລອງມາສູ່ໂຢບ ເມື່ອໂຢບເວົ້າວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” ເຈົ້າກໍຈະເວົ້າວ່າ ໂຢບເປັນຄົນໜ້າຊື່ໃຈຄົດ; ຍ້ອນພຣະເຈົ້າໄດ້ມອບຊັບສິນຫຼາຍຢ່າງໃຫ້ແກ່ເພິ່ນ, ສະນັ້ນແນ່ນອນເພິ່ນກໍຕ້ອງອວຍພອນນາມຂອງພຣະເຢໂຮວາ. ກ່ອນທີ່ຈະຕົກຢູ່ໃນການທົດລອງ, ຖ້າໂຢບເວົ້າວ່າ: “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ເຈົ້າກໍຈະເວົ້າວ່າ ໂຢບກຳລັງເວົ້າເກີນຄວາມເປັນຈິງ ແລະ ເພິ່ນບໍ່ປະຖິ້ມນາມຂອງພຣະເຈົ້າ ກໍຍ້ອນເພິ່ນໄດ້ຮັບການອວຍພອນດ້ວຍມືຂອງພຣະເຈົ້າຢູ່ເລື້ອຍໆ. ເຈົ້າຈະເວົ້າວ່າ ຖ້າພຣະເຈົ້ານໍາໄພພິບັດມາສູ່ເພິ່ນ, ແລ້ວເພິ່ນກໍຈະປະຖິ້ມນາມຂອງພຣະເຈົ້າຢ່າງແນ່ນອນ. ແຕ່ເມື່ອໂຢບພົບວ່າຕົນເອງຢູ່ໃນສະຖານະການທີ່ບໍ່ມີຜູ້ໃດຕ້ອງການ ຫຼື ປາຖະໜາເຫັນ, ສະຖານະການທີ່ບໍ່ມີຜູ້ໃດປາຖະໜາໃຫ້ເກີດຂຶ້ນກັບພວກເຂົາ, ສະຖານະການທີ່ພວກເຂົາຢ້ານວ່າຈະເກີດຂຶ້ນກັບພວກເຂົາ, ສະຖານະການທີ່ແມ່ນແຕ່ພຣະເຈົ້າກໍບໍ່ສາມາດທົນເບິ່ງໄດ້, ໂຢບກໍຍັງສາມາດຍຶດໝັ້ນຕໍ່ຄວາມຊື່ສັດຂອງເພິ່ນ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” ແລະ “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ເມື່ອໄດ້ເຫັນຄວາມປະພຶດຂອງໂຢບໃນເວລານີ້, ຄົນທີ່ມັກເວົ້າດ້ວຍຄຳເວົ້າທີ່ອວດດີ ແລະ ຄົນທີ່ມັກເວົ້າຕາມຕົວອັກສອນ ແລະ ທິດສະດີກໍລ້ວນແລ້ວແຕ່ປາກບໍ່ອອກ. ຄົນທີ່ຍົກຍ້ອງສັນລະເສີນນາມຂອງພຣະເຈົ້າໃນຄຳເວົ້າເທົ່ານັ້ນ ແຕ່ບໍ່ເຄີຍຍອມຮັບເອົາການທົດລອງຂອງພຣະເຈົ້າ ແມ່ນຖືກປະນາມໂດຍຄວາມຊື່ສັດທີ່ໂຢບຍຶດໝັ້ນ ແລະ ຄົນທີ່ບໍ່ເຄີຍເຊື່ອວ່າ ມະນຸດສາມາດຍຶດໝັ້ນຫົນທາງຂອງພຣະເຈົ້າໄດ້ ແມ່ນຈະຖືກພິພາກສາໂດຍຄຳພະຍານຂອງໂຢບ. ເມື່ອໄດ້ເຫັນເຖິງຄວາມປະພຶດຂອງໂຢບໃນລະຫວ່າງການທົດລອງເຫຼົ່ານີ້ ແລະ ຄຳເວົ້າທີ່ເພິ່ນໄດ້ເວົ້າ, ບາງຄົນຈະຮູ້ສຶກສັບສົນ, ບາງຄົນຈະຮູ້ສຶກອິດສາ, ບາງຄົນຈະຮູ້ສຶກສົງໄສ ແລະ ບາງຄົນຈະເຖິງກັບເບິ່ງຄືວ່າບໍ່ສົນໃຈ, ສະແດງປະຕິກິລິຍາດູຖູກຄຳພະຍານຂອງໂຢບ ຍ້ອນພວກເຂົາບໍ່ພຽງແຕ່ເຫັນເຖິງຄວາມທໍລະມານທີ່ເກີດຂຶ້ນກັບໂຢບໃນລະຫວ່າງການທົດລອງ ແລະ ອ່ານຄຳເວົ້າທີ່ໂຢບໄດ້ກ່າວ, ແຕ່ຍັງເຫັນ “ຄວາມອ່ອນແອ” ຂອງມະນຸດທີ່ໂຢບໄດ້ທໍລະຍົດ ເມື່ອການທົດລອງມາເຖິງເພິ່ນ. ພວກເຂົາເຊື່ອວ່າ “ຄວາມອ່ອນແອ” ນີ້ຄືຄວາມບໍ່ສົມບູນທີ່ສົມມຸດຂຶ້ນໃນຄວາມສົມບູນຂອງໂຢບ, ມັນຄືຮອຍດ່າງໃນມະນຸດທີ່ສົມບູນໃນສາຍຕາຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ມັນມີຄວາມເຊື່ອວ່າຄົນທີ່ສົມບູນແມ່ນບໍ່ມີຂໍ້ບົກຜ່ອງ, ບໍ່ມີຮອຍເປື້ອນ ຫຼື ມົນທິນ, ພວກເຂົາບໍ່ມີຄວາມອ່ອນແອ, ບໍ່ມີຄວາມຮູ້ກ່ຽວກັບຄວາມເຈັບປວດ, ພວກເຂົາບໍ່ເຄີຍຮູ້ສຶກເປັນທຸກ ຫຼື ທໍ້ຖອຍໃຈ ແລະ ປາສະຈາກຄວາມກຽດຊັງ ຫຼື ພຶດຕິກຳທີ່ຮຸນແຮງຢູ່ພາຍນອກ; ຜົນຕາມມາກໍຄື ຄົນສ່ວນໃຫຍ່ບໍ່ເຊື່ອວ່າ ໂຢບສົມບູນແທ້ຈິງ. ຜູ້ຄົນບໍ່ເຫັນດີເຫັນພ້ອມກັບພຶດຕິກຳຂອງເພິ່ນໃນລະຫວ່າງການທົດລອງຂອງເພິ່ນ. ຕົວຢ່າງເຊັ່ນ ເມື່ອໂຢບສູນເສຍຊັບສິນ ແລະ ລູກໆຂອງເພິ່ນ, ເພິ່ນບໍ່ໄດ້ຮ້ອງໄຫ້ຕາມທີ່ຜູ້ຄົນໄດ້ຈິນຕະນາການ. “ການຂາດກິລິຍາ” ຂອງເພິ່ນເຮັດໃຫ້ຜູ້ຄົນຄິດວ່າເພິ່ນເຢືອກເຢັນ, ຍ້ອນເພິ່ນບໍ່ມີນໍ້າຕາ ຫຼື ຄວາມຮັກໄຄ່ສຳລັບຄອບຄົວຂອງເພິ່ນ. ນີ້ແມ່ນຄວາມບໍ່ປະທັບໃຈທໍາອິດທີ່ຜູ້ຄົນມີກ່ຽວກັບໂຢບ. ພວກເຂົາພົບວ່າພຶດຕິກຳຂອງເພິ່ນໃນເຫດການຍິ່ງເປັນຕາງົງຫຼາຍຫຼາຍ: ຜູ້ຄົນຕີຄວາມໝາຍວ່າ: “ຈີກເສື້ອຄຸມຂອງລາວອອກ” ແມ່ນການທີ່ເພິ່ນສະແດງຄວາມບໍ່ໃຫ້ກຽດພຣະເຈົ້າ ແລະ ເຊື່ອຢ່າງຜິດໆວ່າ: “ໂກນຫົວຂອງລາວ” ໝາຍເຖິງການທີ່ໂຢບໝິ່ນປະໝາດ ແລະ ຕໍ່ຕ້ານພຣະເຈົ້າ. ນອກຈາກຄຳເວົ້າຂອງໂຢບທີ່ວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” ຜູ້ຄົນບໍ່ສາມາດເຫັນເຖິງຄວາມຊອບທຳໃນຕົວໂຢບທີ່ພຣະເຈົ້າຍົກຍ້ອງ ແລະ ດ້ວຍເຫດນັ້ນ ການທີ່ພວກເຂົາສ່ວນໃຫຍ່ໄດ້ປະເມີນໂຢບຈຶ່ງເປັນພຽງຄວາມບໍ່ເຂົ້າໃຈ, ຄວາມເຂົ້າໃຈຜິດ, ຄວາມສົງໄສ, ການປະນາມ ແລະ ຄວາມເຫັນດີເຫັນພ້ອມແຕ່ໃນທິດສະດີເທົ່ານັ້ນ. ບໍ່ມີຜູ້ໃດສາມາດເຂົ້າໃຈ ແລະ ເຫັນຄຸນຄ່າພຣະທຳຂອງພຣະເຈົ້າເຢໂຮວາທີ່ວ່າ ໂຢບເປັນບຸກຄົນທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຢ່າງແທ້ຈິງ.
ອີງຕາມຄວາມປະທັບໃຈຂອງພວກເຂົາກ່ຽວກັບໂຢບທີ່ໄດ້ກ່າວຂ້າງເທິງ, ຜູ້ຄົນຍິ່ງສົງໄສຄວາມຊອບທຳຂອງເພິ່ນຂຶ້ນອີກ, ຍ້ອນການກະທຳຂອງໂຢບ ແລະ ຄວາມປະພຶດຂອງເພິ່ນທີ່ຖືກບັນທຶກໃນຂໍ້ພຣະຄຳພີບໍ່ໄດ້ສະທ້ານໂລກດັ່ງທີ່ຜູ້ຄົນຈິນຕະນາການ. ບໍ່ພຽງແຕ່ເພິ່ນບໍ່ໄດ້ປະຕິບັດຄວາມສຳເລັດທີ່ຍິ່ງໃຫຍ່, ແຕ່ເພິ່ນຍັງເອົາເສດໝໍ້ແຕກມາຂູດຕົນເອງ ໃນຂະນະທີ່ນັ່ງຢູ່ໃນຂີ້ເທົາ. ການກະທຳນີ້ຍັງເຮັດໃຫ້ຜູ້ຄົນງຶດງໍ້ ແລະ ເຮັດໃຫ້ພວກເຂົາສົງໄສ ແລະ ແມ່ນແຕ່ປະຕິເສດຄວາມຊອບທຳຂອງໂຢບ, ຍ້ອນໃນຂະນະທີ່ເພິ່ນກຳລັງຂູດຕົນເອງ ໂຢບບໍ່ໄດ້ອະທິຖານ ຫຼື ສັນຍາຫຍັງກັບພຣະເຈົ້າ; ຫຼື ຍິ່ງໄປກວ່ານັ້ນແມ່ນບໍ່ໄດ້ເຫັນວ່າເພິ່ນເຊັດນໍ້າຕາແຫ່ງຄວາມເຈັບປວດ. ໃນເວລານີ້ ຜູ້ຄົນພຽງແຕ່ເຫັນຄວາມອ່ອນແອນຂອງໂຢບ ແລະ ບໍ່ໄດ້ເຫັນສິ່ງອື່ນເລີຍ ແລະ ດ້ວຍເຫດນັ້ນ ແມ່ນແຕ່ເມື່ອພວກເຂົາໄດ້ຍິນໂຢບເວົ້າວ່າ: “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ພວກເຂົາກໍຍັງບໍ່ຖືກດົນໃຈຢ່າງສິ້ນເຊີງ ແລະ ຍັງລັງເລໃຈ ແລະ ຍັງບໍ່ສາມາດແຍກແຍະຄວາມຊອບທຳຂອງໂຢບຈາກຄຳເວົ້າຂອງເພິ່ນ. ຄວາມປະທັບໃຈເບື້ອງຕົ້ນທີ່ໂຢບໄດ້ມອບໃຫ້ຜູ້ຄົນໃນລະຫວ່າງການທໍລະມານໃນການທົດລອງຂອງເພິ່ນກໍຄື ເພິ່ນບໍ່ໄດ້ປະຈົບປະແຈງ ຫຼື ອວດດີ. ຜູ້ຄົນບໍ່ເຫັນເລື່ອງລາວທີ່ຢູ່ເບື້ອງຫຼັງພຶດຕິກຳຂອງເຂົາທີ່ສະແດງອອກຢູ່ໃນສ່ວນເລິກໃນຫົວໃຈຂອງເຂົາ ຫຼື ພວກເຂົາບໍ່ໄດ້ເຫັນເຖິງຄວາມຢຳເກງພຣະເຈົ້າທີ່ຢູ່ພາຍໃນຫົວໃຈຂອງເພິ່ນ ຫຼື ການທີ່ເພິ່ນຍຶດຕິດກັບຫຼັກການແຫ່ງຫົນທາງການຫຼີກເວັ້ນສິ່ງຊົ່ວຮ້າຍ. ຄວາມສະຫງົບໃຈຂອງເພິ່ນເຮັດໃຫ້ຜູ້ຄົນຄິດວ່າ ຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນເປັນພຽງຄຳເວົ້າທີ່ວ່າງເປົ່າ, ຄວາມຢຳເກງພຣະເຈົ້າຂອງເພິ່ນເປັນພຽງເລື່ອງເລົ່າລື; ໃນເວລາດຽວກັນ, “ຄວາມອ່ອນແອ” ທີ່ເພິ່ນເປີດເຜີຍຢູ່ພາຍນອກກໍເຮັດໃຫ້ເກີດມີຄວາມນຶກຄິດໃນໃຈຢ່າງເລິກໆໃນພວກເຂົາ, ເຮັດໃຫ້ພວກເຂົາມີ “ທັດສະນະຄະຕິໃໝ່” ແລະ ແມ່ນແຕ່ “ຄວາມເຂົ້າໃຈໃໝ່” ຕໍ່ມະນຸດທີ່ພຣະເຈົ້າໃຫ້ນິຍາມວ່າສົມບູນ ແລະ ຊື່ສັດ. “ທັດສະນະຄະຕິໃໝ່” ແລະ “ຄວາມເຂົ້າໃຈໃໝ່” ດັ່ງກ່າວຖືກພິສູດ ເມື່ອໂຢບອ້າປາກຂອງເພິ່ນ ແລະ ສາບແຊ່ງມື້ທີ່ເພິ່ນເກີດ.
ເຖິງແມ່ນມະນຸດບໍ່ສາມາດຈິນຕະນາການ ແລະ ເຂົ້າໃຈເຖິງລະດັບຄວາມທໍລະມານທີ່ເພິ່ນທົນທຸກໄດ້, ເພິ່ນກໍບໍ່ໄດ້ເວົ້າດ້ວຍຄຳເວົ້າທີ່ນອກຮີດນອກທາງ, ແຕ່ບັນເທົາຄວາມເຈັບປວດໃນຮ່າງກາຍຂອງເພິ່ນດ້ວຍວິທີການຂອງເພິ່ນເອງເທົ່ານັ້ນ. ດັ່ງທີ່ໄດ້ບັນທຶກໄວ້ໃນຂໍ້ພຣະຄຳພີ, ເພິ່ນໄດ້ກ່າວໄວ້ວ່າ: “ຂໍໃຫ້ມື້ທີ່ຂ້ານ້ອຍເກີດນັ້ນດັບສູນເທີ້ນ ແລະ ກາງຄືນຂອງມື້ທີ່ວ່າຈະມີການຕັ້ງທ້ອງເດັກຊາຍນັ້ນຂໍໃຫ້ມີແຕ່ຄວາມມືດມົວ” (ໂຢບ 3:3). ບາງເທື່ອ ບໍ່ມີຜູ້ໃດໄດ້ພິຈາລະນາວ່າຄຳເວົ້າເຫຼົ່ານີ້ສຳຄັນ ແລະ ບາງເທື່ອມີຄົນທີ່ສົນໃຈກັບຄຳເວົ້າເຫຼົ່ານີ້. ໃນມຸມມອງຂອງພວກເຈົ້າ, ຄຳເວົ້າເຫຼົ່ານີ້ໝາຍຄວາມວ່າໂຢບຕໍ່ຕ້ານພຣະເຈົ້າບໍ? ພວກມັນເປັນຄໍາຕໍ່ວ່າຕໍ່ພຣະເຈົ້າບໍ? ເຮົາຮູ້ວ່າ ພວກເຈົ້າຫຼາຍຄົນມີແນວຄິດບາງຢ່າງກ່ຽວກັບຄຳເວົ້າທີ່ໂຢບໄດ້ກ່າວ ແລະ ເຊື່ອວ່າ ຖ້າໂຢບສົມບູນ ແລະ ຊື່ສັດ, ເພິ່ນບໍ່ຄວນສະແດງຄວາມອ່ອນແອນ ຫຼື ຄວາມໂສກເສົ້າເສຍໃຈ ແລະ ກົງກັນຂ້າມ ເພິ່ນຄວນຜະເຊີນກັບການໂຈມຕີຈາກຊາຕານດ້ວຍຄວາມຄິດບວກ ແລະ ແມ່ນແຕ່ຍິ້ມເມື່ອຜະເຊີນກັບການລໍ້ລວງຂອງຊາຕານ. ເພິ່ນບໍ່ຄວນມີປະຕິກິລິຍາແມ່ນແຕ່ໜ້ອຍດຽວກ່ຽວກັບຄວາມທໍລະມານທີ່ຊາຕານໄດ້ນໍາມາສູ່ເນື້ອໜັງຂອງເພິ່ນ ຫຼື ເພິ່ນບໍ່ຄວນທໍລະຍົດຄວາມຮູ້ສຶກໃດໜຶ່ງທີ່ຢູ່ພາຍໃນຫົວໃຈຂອງເພິ່ນ. ເພິ່ນຄວນຮຽກຮ້ອງໃຫ້ພຣະເຈົ້າເຮັດໃຫ້ການທົດລອງເຫຼົ່ານີ້ຮຸນແຮງຍິ່ງຂຶ້ນ. ນີ້ແມ່ນສິ່ງທີ່ຄວນສະແດງອອກ ແລະ ຜູ້ທີ່ບໍ່ຫວັ່ນໄຫວຄວນມີ ແລະ ຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຢ່າງແທ້ຈິງຄວນມີ. ໃນທ່າມກາງຄວາມທໍລະມານທີ່ຮຸນແຮງນີ້, ໂຢບພຽງແຕ່ສາບແຊ່ງມື້ທີ່ເພິ່ນເກີດ. ເພິ່ນບໍ່ໄດ້ຈົ່ມຕໍ່ວ່າພຣະເຈົ້າ, ແຮງໄກທີ່ເພິ່ນຈະມີເຈດຕະນາຕໍ່ຕ້ານພຣະເຈົ້າ. ສິ່ງນີ້ເວົ້າງ່າຍກວ່າເຮັດຫຼາຍ, ຍ້ອນຕັ້ງແຕ່ເວລາບູຮານຈົນເຖິງປັດຈຸບັນ, ບໍ່ມີຜູ້ໃດໄດ້ຜະເຊີນກັບການລໍ້ລວງດັ່ງກ່າວ ຫຼື ທົນທຸກກັບສິ່ງທີ່ເກີດຂຶ້ນກັບໂຢບ. ແລ້ວເປັນຫຍັງຈຶ່ງບໍ່ມີຜູ້ໃດຕົກຢູ່ໃນການລໍ້ລວງແບບດຽວກັນກັບໂຢບ? ມັນເປັນຍ້ອນວ່າ ດັ່ງທີ່ພຣະເຈົ້າເຂົ້າໃຈ ບໍ່ມີຜູ້ໃດສາມາດແບກຮັບຄວາມຮັບຜິດຊອບ ຫຼື ການຝາກຝັງດັ່ງກ່າວນັ້ນໄດ້, ບໍ່ມີຜູ້ໃດສາມາດເຮັດດັ່ງທີ່ໂຢບເຮັດ ແລະ ຍິ່ງໄປກວ່ານັ້ນ ບໍ່ມີຜູ້ໃດສາບແຊ່ງມື້ເກີດຂອງພວກເຂົາ ແລ້ວຍັງສາມາດບໍ່ປະຖິ້ມນາມຂອງພຣະເຈົ້າ ແລະ ສືບຕໍ່ອວຍພອນນາມຂອງພຣະເຈົ້າເຢໂຮວາ ດັ່ງທີ່ໂຢບໄດ້ເຮັດເມື່ອຄວາມທໍລະມານດັ່ງກ່າວເກີດຂຶ້ນກັບເພິ່ນ. ມີຜູ້ໃດສາມາເຮັດສິ່ງນີ້ບໍ? ເມື່ອພວກເຮົາເວົ້າສິ່ງນີ້ກ່ຽວກັບໂຢບ, ພວກເຮົາກຳລັງຍ້ອງຍໍພຶດຕິກຳຂອງເພິ່ນບໍ? ເພິ່ນເປັນຄົນຊອບທຳ ແລະ ສາມາດເປັນພະຍານດັ່ງກ່າວໃຫ້ແກ່ພຣະເຈົ້າໄດ້ ແລະ ສາມາດເຮັດໃຫ້ຊາຕານແລ່ນໜີໄປດ້ວຍເອົາມືປົກຄຸມຫົວ, ເພື່ອວ່າມັນຈະບໍ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອກ່າວຫາເພິ່ນອີກ, ແລ້ວມີຫຍັງຜິດກັບການຍົກຍ້ອງເພິ່ນບໍ? ມັນເປັນໄປໄດ້ບໍວ່າ ພວກເຈົ້າມີມາດຕະຖານທີ່ສູງກວ່າພຣະເຈົ້າ? ມັນເປັນໄປໄດ້ບໍວ່າ ພວກເຈົ້າຈະເຮັດໄດ້ດີກວ່າໂຢບ ເມື່ອການທົດລອງເກີດຂຶ້ນກັບພວກເຈົ້າ? ໂຢບໄດ້ຮັບການຍົກຍ້ອງຈາກພຣະເຈົ້າ, ພວກເຈົ້າມີຂໍ້ຂັດຂ້ອງຫຍັງບໍ່?
ໂຢບສາບແຊ້ງມື້ເກີດຂອງເພິ່ນ ຍ້ອນເພິ່ນບໍ່ຕ້ອງການໃຫ້ພຣະເຈົ້າເຈັບປວດຍ້ອນເພິ່ນ
ເຮົາມັກເວົ້າວ່າ ພຣະເຈົ້າຫຼຽວເບິ່ງພາຍໃນຫົວໃຈຂອງຜູ້ຄົນ, ໃນຂະນະທີ່ຜູ້ຄົນຫຼຽວເບິ່ງພາຍນອກຂອງຜູ້ຄົນ. ຍ້ອນພຣະເຈົ້າຫຼຽວເບິ່ງພາຍໃນຫົວໃຈຂອງຜູ້ຄົນ, ພຣະອົງຈຶ່ງເຂົ້າໃຈທາດແທ້ຂອງພວກເຂົາ, ໃນຂະນະທີ່ຜູ້ຄົນກຳນົດທາດແທ້ຂອງຄົນອື່ນໂດຍອີງຕາມພາຍນອກຂອງພວກເຂົາ. ເມື່ອໂຢບອ້າປາກຂອງເພິ່ນ ແລະ ສາບແຊ່ງມື້ເກີດຂອງເພິ່ນ, ການກະທຳນີ້ໄດ້ເຮັດໃຫ້ບຸກຄົນຝ່າຍວິນຍານທຸກຄົນຕົກຕະລຶງ ລວມເຖິງໝູ່ເພື່ອນສາມຄົນຂອງໂຢບ. ມະນຸດມາຈາກພຣະເຈົ້າ ແລະ ຄວນຂອບຄຸນສຳລັບຊີວິດ ແລະ ເນື້ອໜັງ ພ້ອມທັງມື້ເກີດຂອງເຂົາ ທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຂົາ ແລະ ເຂົາບໍ່ຄວນສາບແຊ່ງສິ່ງເຫຼົ່ານັ້ນ. ນີ້ແມ່ນສິ່ງທີ່ຄົນທຳມະດາສາມາດເຂົ້າໃຈ ແລະ ຄິດໄດ້. ສຳລັບຄົນໃດກໍຕາມທີ່ຕິດຕາມພຣະເຈົ້າ, ຄວາມເຂົ້າໃຈນີ້ແມ່ນສິ່ງທີ່ສັກສິດ ແລະ ບໍ່ສາມາດລະເມີດໄດ້ ແລະ ມັນຄືຄວາມຈິງທີ່ບໍ່ປ່ຽນແປງຈັກເທື່ອ. ໃນອີກດ້ານໜຶ່ງ ໂຢບໄດ້ລະເມີດກົດລະບຽບນັ້ນ: ເພິ່ນສາບແຊ່ງມື້ເກີດຂອງເພິ່ນ. ນີ້ແມ່ນການກະທຳທີ່ທຳມະດາຄິດວ່າເປັນການຂ້າມໄປສູ່ເຂດຫວງຫ້າມ. ບໍ່ແມ່ນພຽງແຕ່ໂຢບບໍ່ໄດ້ຮັບເອົາຄວາມເຂົ້າໃຈ ແລະ ຄວາມເຫັນອົກເຫັນໃຈຂອງຜູ້ຄົນ, ເພິ່ນຍັງບໍ່ໄດ້ຮັບເອົາການອະໄພໂທດຂອງພຣະເຈົ້າ. ໃນເວລາດຽວກັນ, ຍິ່ງມີຫຼາຍຄົນທີ່ສົງໄສຕໍ່ຄວາມຊອບທຳຂອງໂຢບ, ຍ້ອນມັນເບິ່ງຄືກັບວ່າ ຄວາມກະລຸນາຂອງພຣະເຈົ້າທີ່ມີຕໍ່ເພິ່ນນັ້ນເຮັດໃຫ້ໂຢບຕາມໃຈຕົນເອງ; ມັນເຮັດໃຫ້ເພິ່ນອວດດີ ແລະ ປະໝາດ ເຊິ່ງບໍ່ພຽງແຕ່ເພິ່ນບໍ່ໄດ້ຂອບໃຈພຣະເຈົ້າທີ່ອວຍພອນເພິ່ນ ແລະ ຫ່ວງໃຍເພິ່ນໃນຊົ່ວຊີວິດເທົ່ານັ້ນ, ແຕ່ເພິ່ນສາບແຊ່ງມື້ເກີດຂອງເພິ່ນໃຫ້ພິນາດ. ແລ້ວນີ້ແມ່ນຫຍັງ ຖ້າບໍ່ແມ່ນການຕໍ່ຕ້ານພຣະເຈົ້າ? ການກະທຳຜິວເຜີນດັ່ງກ່າວສ້າງຫຼັກຖານພິສູດໃຫ້ຜູ້ຄົນໄດ້ປະນາມການກະທຳນີ້ຂອງໂຢບ, ແຕ່ຜູ້ໃດສາມາດຮູ້ວ່າໂຢບຄິດຫຍັງແທ້ໆໃນເວລານັ້ນ? ຜູ້ໃດສາມາດຮູ້ເຖິງເຫດຜົນທີ່ໂຢບກະທຳແບບນັ້ນ? ມີພຽງແຕ່ພຣະເຈົ້າ ແລະ ໂຢບເອງເທົ່ານັ້ນທີ່ຮູ້ເລື່ອງລາວພາຍໃນ ແລະ ເຫດຜົນໃນນີ້.
ເມື່ອຊາຕານເດ່ມືຂອງມັນເພື່ອຫັກກະດູກຂອງໂຢບ, ໂຢບກໍຕົກລົງສູ່ກຳມືຂອງມັນ ໂດຍບໍ່ມີທາງຫຼົບໜີ ຫຼື ກຳລັງໃຫ້ຕໍ່ຕ້ານ. ຮ່າງກາຍ ແລະ ວິນຍານຂອງເພິ່ນໄດ້ທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງ ແລະ ຄວາມເຈັບປວດນີ້ເຮັດໃຫ້ເພິ່ນຮູ້ສຶກຢ່າງເລິກເຊິ່ງເຖິງຄວາມບໍ່ສຳຄັນ, ຄວາມອ່ອນແອ ແລະ ຄວາມໄຮ້ກຳລັງຂອງມະນຸດທີ່ດຳລົງຊີວິດຢູ່ໃນເນື້ອໜັງ. ໃນເວລາດຽວກັນ, ເພິ່ນຍັງໄດ້ຮູ້ຄຸນຄ່າ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງວ່າເປັນຫຍັງພຣະເຈົ້າຈຶ່ງມີຈິດໃຈຫ່ວງໃຍ ແລະ ດູແລມະນຸດຊາດ. ໃນກຳມືຂອງຊາຕານ, ໂຢບຮູ້ວ່າ ມະນຸດທີ່ມີເນື້ອໜັງ ແລະ ເລືອດແມ່ນໄຮ້ກຳລັງ ແລະ ອ່ອນແອຫຼາຍແທ້ໆ. ເມື່ອເພິ່ນຄຸເຂົ່າລົ້ມລົງ ແລະ ອະທິຖານຫາພຣະເຈົ້າ, ເພິ່ນຮູ້ສຶກຄືກັບວ່າພຣະເຈົ້າກຳລັງປິດບັງໃບໜ້າຂອງພຣະອົງ ແລະ ລີ້ຢູ່, ຍ້ອນພຣະເຈົ້າໄດ້ມອບເພິ່ນໄວ້ໃນກໍາມືຂອງຊາຕານໝົດແລ້ວ. ໃນເວລາດຽວກັນ, ພຣະເຈົ້າຍັງຮ້ອງໄຫ້ຍ້ອນເພິ່ນ ແລະ ຍິ່ງໄປກວ່ານັ້ນກໍຄື ພຣະອົງເສຍໃຈຍ້ອນເພິ່ນ; ພຣະເຈົ້າເຈັບປວດຍ້ອນຄວາມເຈັບປວດຂອງເພິ່ນ ແລະ ເສຍໃຈຍ້ອນຄວາມເສຍໃຈຂອງເພິ່ນ... ໂຢບຮູ້ສຶກເຖິງຄວາມເຈັບປວດຂອງພຣະເຈົ້າ ພ້ອມທັງຮູ້ວ່າມັນເຫຼືອທົນສໍ່າໃດສຳລັບພຣະເຈົ້າ... ໂຢບບໍ່ໄດ້ຕ້ອງການນໍາຄວາມໂສກເສົ້າມາໃຫ້ພຣະເຈົ້າອີກ ຫຼື ເພິ່ນບໍ່ຕ້ອງການໃຫ້ພຣະເຈົ້າຮ້ອງໄຫ້ຍ້ອນເພິ່ນ, ແຮງໄກທີ່ເພິ່ນຈະຕ້ອງການເຫັນພຣະເຈົ້າເຈັບປວດຍ້ອນເພິ່ນ. ໃນຊ່ວງເວລານີ້ ໂຢບຕ້ອງການພຽງແຕ່ຖອດຕົວເອງອອກຈາກເນື້ອໜັງຂອງເພິ່ນ, ເພື່ອຈະບໍ່ໄດ້ອົດກັ້ນກັບຄວາມເຈັບປວດທີ່ເນື້ອໜັງນີ້ໄດ້ນໍາມາສູ່ເພິ່ນອີກຕໍ່ໄປ, ຍ້ອນການເຮັດແບບນີ້ຈະເຮັດໃຫ້ພຣະເຈົ້າເຊົາທໍລະມານຍ້ອນຄວາມເຈັບປວດຂອງເພິ່ນ, ແຕ່ເພິ່ນກໍບໍ່ສາມາດເຮັດໄດ້ ແລະ ເພິ່ນຕ້ອງອົດທົນບໍ່ແມ່ນແຕ່ກັບຄວາມເຈັບປວດທາງເນື້ອໜັງ, ແຕ່ຍັງເປັນຄວາມທໍລະມານທີ່ບໍ່ປາຖະໜາຢາກໃຫ້ພຣະເຈົ້າກັງວົນໃຈນໍາ. ຄວາມເຈັບປວດສອງຢ່າງນີ້, ຢ່າງໜຶ່ງແມ່ນມາຈາກເນື້ອໜັງ ແລະ ອີກຢ່າງແມ່ນມາຈາກວິນຍານໄດ້ນໍາຄວາມເຈັບປວດທີ່ຊໍ້າໃຈ ແລະ ບີບຫົວໃຈມາສູ່ໂຢບ ແລະ ເຮັດໃຫ້ເພິ່ນຮູ້ສຶກວ່າ ຂໍ້ຈຳກັດຂອງມະນຸດທີ່ມີເນື້ອໜັງ ແລະ ເລືອດສາມາດເຮັດໃຫ້ຄົນໆໜຶ່ງຮູ້ສຶກທໍ້ຖອຍໃຈ ແລະ ໝົດຫົນທາງໄດ້ແນວໃດ. ພາຍໃຕ້ສະຖານະການເຫຼົ່ານີ້, ຄວາມປາຖະໜາຂອງເພິ່ນຫາພຣະເຈົ້າຈຶ່ງຍິ່ງສູງຂຶ້ນ ແລະ ຄວາມກຽດຊັງຂອງເພິ່ນທີ່ມີຕໍ່ຊາຕານກໍຍິ່ງຮຸນແຮງຂຶ້ນ. ໃນເວລານີ້, ໂຢບຄິດວ່າເພິ່ນບໍ່ຄວນເກີດໃນໂລກຂອງມະນຸດເລີຍ, ມັນຈະດີກວ່າຖ້າເພິ່ນບໍ່ມີຊີວິດຢູ່ ແທນທີ່ຈະມາເຫັນພຣະເຈົ້າຮ້ອງໄຫ້ເສຍນໍ້າຕາ ຫຼື ຮູ້ສຶກເຖິງຄວາມເຈັບປວດຍ້ອນເຫັນແກ່ເພິ່ນແບບນີ້. ເພິ່ນເລີ່ມຕົ້ນກຽດຊັງເນື້ອໜັງຂອງເພິ່ນຢ່າງແຮງ, ເບື່ອໜ່າຍ ແລະ ເມື່ອຍກັບຕົນເອງ, ກັບມື້ເກີດຂອງເພິ່ນ ແລະ ແມ່ນແຕ່ກັບທຸກສິ່ງທີ່ກ່ຽວພັນກັບເພິ່ນ. ເພິ່ນບໍ່ປາຖະໜາທີ່ຈະກ່າວເຖິງມື້ເກີດຂອງເພິ່ນອີກ ຫຼື ແມ່ນຫຍັງກໍຕາມທີ່ກ່ຽວຂ້ອງກັບມັນ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງອ້າປາກຂອງເພິ່ນ ແລະ ສາບແຊ່ງມື້ເກີດຂອງເພິ່ນວ່າ: “ຂໍໃຫ້ມື້ທີ່ຂ້ານ້ອຍເກີດນັ້ນດັບສູນເທີ້ນ ແລະ ກາງຄືນຂອງມື້ທີ່ວ່າຈະມີການຕັ້ງທ້ອງເດັກຊາຍນັ້ນຂໍໃຫ້ມີແຕ່ຄວາມມືດມົວ. ຂໍໃຫ້ພຣະເຈົ້າຢ່າສົນໃຈເລື່ອງນີ້ຈາກເບື້ອງເທິງ ຫຼື ສ່ອງແສງສະຫວ່າງລົງມາເລີຍ” (ໂຢບ 3:3–4). ຄຳເວົ້າຂອງໂຢບແບກຫາບຄວາມກຽດຊັງແກ່ເພິ່ນເອງ “ຂໍໃຫ້ມື້ທີ່ຂ້ານ້ອຍເກີດນັ້ນດັບສູນເທີ້ນ ແລະ ກາງຄືນຂອງມື້ທີ່ວ່າຈະມີການຕັ້ງທ້ອງເດັກຊາຍນັ້ນຂໍໃຫ້ມີແຕ່ຄວາມມືດມົວ” ພ້ອມທັງຄວາມຜິດທີ່ເພິ່ນຮູ້ສຶກຕໍ່ຕົນເອງ ແລະ ຄວາມຮູ້ສຶກເປັນໜີ້ບຸນຄຸນຂອງເພິ່ນ ຍ້ອນເພິ່ນເຮັດໃຫ້ເກີດຄວາມເຈັບປວດແກ່ພຣະເຈົ້າ “ຂໍໃຫ້ພຣະເຈົ້າຢ່າສົນໃຈເລື່ອງນີ້ຈາກເບື້ອງເທິງ ຫຼື ສ່ອງແສງສະຫວ່າງລົງມາເລີຍ”. ຂໍ້ຄວາມສອງຂໍ້ເຫຼົ່ານີ້ຄືການສະແດງອອກເຖິງຄວາມຮູ້ສຶກທີ່ໂຢບມີໃນຕອນນີ້ ແລະ ສະແດງເຖິງຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນທັງໝົດຕໍ່ທຸກຄົນ. ໃນເວລາດຽວກັນ, ດັ່ງທີ່ໂຢບປາຖະໜາ, ຄວາມເຊື່ອ ແລະ ຄວາມເຊື່ອຟັງຂອງເພິ່ນຕໍ່ພຣະເຈົ້າ ພ້ອມທັງຄວາມຢຳເກງຂອງເພິ່ນຕໍ່ພຣະເຈົ້າກໍຖືກຍົກລະດັບຂຶ້ນຢ່າງແທ້ຈິງ. ແນ່ນອນ ການຍົກລະດັບຂຶ້ນນີ້ແມ່ນຜົນທີ່ພຣະເຈົ້າໄດ້ຄາດຫວັງໄວ້ແທ້ໆ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?