ໂຢບຫຼັງຈາກການທົດລອງຂອງເພິ່ນ

28 ເດືອນມັງກອນ 2021

ໂຢບ 42:7–9 ແລະ ມັນກໍເປັນດັ່ງນັ້ນ ຫຼັງຈາກທີ່ພຣະເຢໂຮວາໄດ້ກ່າວພຣະທຳເຫຼົ່ານີ້ຕໍ່ໂຢບ ພຣະເຢໂຮວາກໍກ່າວກັບເອລີຟັດຊາວເຕມານວ່າ ຄວາມໂກດຮ້າຍຂອງເຮົາໄດ້ລຸກໄໝ້ໃສ່ເຈົ້າ ແລະ ໃສ່ໝູ່ທັງສອງຄົນຂອງເຈົ້າ ຍ້ອນພວກເຈົ້າບໍ່ເວົ້າເຖິງເຮົາໃນສິ່ງທີ່ຖືກຕ້ອງຄືກັບໂຢບທີ່ເປັນຄົນຮັບໃຊ້ຂອງເຮົາໄດ້ກ່າວ. ສະນັ້ນ ບັດນີ້ ພວກເຈົ້າຈົ່ງເອົາງົວຕອນເຈັດໂຕ ແລະ ແກະຜູ້ເຈັດໂຕ ແລະ ໄປຫາໂຢບທີ່ເປັນຄົນຮັບໃຊ້ຂອງເຮົາ ແລະ ຖວາຍເຄື່ອງເຜົາບູຊາເພື່ອຕົວພວກເຈົ້າເອງ; ແລະ ໂຢບທີ່ເປັນຄົນຮັບໃຊ້ຂອງເຮົາຈະອາທິຖານເພື່ອພວກເຈົ້າ ຍ້ອນເຮົາຈະຍອມຮັບແຕ່ລາວເທົ່ານັ້ນ ບໍ່ດັ່ງນັ້ນ ເຮົາຈະຈັດການກັບພວກເຈົ້າຕາມຄວາມໂງ່ຂອງພວກເຈົ້າ ຍ້ອນພວກເຈົ້າບໍໄດ້ເວົ້າເຖິງເຮົາໃນສິ່ງທີ່ຖືກຕ້ອງ ຄືກັບທີ່ໂຢບທີ່ເປັນຄົນຮັບໃຊ້ຂອງເຮົາໄດ້ເຮັດ. ສະນັ້ນ ເອລີຟັດຊາວເຕມານ ແລະ ບິນດັດຊາວຊູອາ ແລະ ໂຊຟາຊາວນາອາມາກໍໄດ້ໄປ ແລະ ເຮັດຕາມທີ່ພຣະເຢໂຮວາໄດ້ສັ່ງພວກເຂົາ, ພຣະເຢໂຮວາຈຶ່ງຍອມຮັບເອົາຈາກໂຢບ.

ໂຢບ 42:10 ແລະ ພຣະເຢໂຮວາໄດ້ຕອບຄຳອະທິຖານຂອງໂຢບ ເມື່ອລາວອະທິຖານເພື່ອໝູ່ຂອງລາວ, ຍິ່ງໄປກວ່ານັ້ນ ພຣະເຢໂຮວາໄດ້ມອບສິ່ງທີ່ໂຢບເຄີຍມີມາກ່ອນເປັນສອງເທົ່າ.

ໂຢບ 42:12 ແລ້ວພຣະເຢໂຮວາໄດ້ອວຍພອນໂຢບໃນຕອນສຸດທ້າຍຂອງໂຢບຫຼາຍກວ່າຕອນເລີ່ມຕົ້ນຂອງລາວ ຍ້ອນລາວມີແກະສິບສີ່ພັນໂຕ ແລະ ອູດຫົກພັນໂຕ ແລະ ງົວຜູ້ໃສ່ແອກໜຶ່ງພັນໂຕ ແລະ ລາໂຕແມ່ໜຶ່ງພັນໂຕ.

ໂຢບ 42:17 ແລ້ວໂຢບກໍຕາຍໄປ ໂດຍແກ່ເຖົ້າທີ່ມີອາຍຸຍືນທີ່ສຸດ ແລະ ເຕັມໄປດ້ວຍຊີວິດຊີວາ.

ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍແມ່ນຖືກເບິ່ງດ້ວຍຄວາມຖະໜອມໂດຍພຣະເຈົ້າ, ໃນຂະນະທີ່ຄົນໂງ່ຈ້າຖືກເບິ່ງຢ່າງຕໍ່າຕ້ອຍໂດຍພຣະເຈົ້າ

ໃນໂຢບ 42:7–9, ພຣະເຈົ້າກ່າວວ່າ ໂຢບຄືຄົນຮັບໃຊ້ຂອງພຣະອົງ. ການທີ່ພຣະອົງໃຊ້ຄຳສັບ “ຄົນຮັບໃຊ້” ເມື່ອກ່າວເຖິງໂຢບສະແດງເຖິງຄວາມສຳຄັນຂອງໂຢບໃນຫົວໃຈຂອງພຣະອົງ; ເຖິງແມ່ນພຣະເຈົ້າບໍ່ໄດ້ເອີ້ນໂຢບຢ່າງໜ້ານັບຖືຫຼາຍກວ່ານີ້, ນາມມະຍົດນີ້ກໍບໍ່ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງໂຢບພາຍໃນຫົວໃຈຂອງພຣະເຈົ້າ. “ຄົນຮັບໃຊ້” ໃນນີ້ຄືຊື່ຫຼິ້ນຂອງພຣະເຈົ້າສຳລັບໂຢບ. ການທີ່ພຣະເຈົ້າອ້າງວ່າ “ໂຢບ ຄົນຮັບໃຊ້ຂອງເຮົາ” ຫຼາຍຄັ້ງນັ້ນສະແດງວ່າພຣະອົງພໍໃຈກັບໂຢບ ແລະ ເຖິງແມ່ນພຣະເຈົ້າບໍ່ໄດ້ກ່າວເຖິງຄວາມໝາຍຢູ່ເບື້ອງຫຼັງຄຳວ່າ “ຄົນຮັບໃຊ້”, ນິຍາມຂອງພຣະເຈົ້າກ່ຽວກັບຄຳວ່າ “ຄົນຮັບໃຊ້” ສາມາດເຫັນໄດ້ຈາກພຣະທຳຂອງພຣະອົງທີ່ຢູ່ໃນຂໍ້ພຣະຄຳພີນີ້. ທໍາອິດ ພຣະເຈົ້າເວົ້າກັບເອລີຟັດຊາວເຕມານວ່າ: “ຄວາມໂກດຮ້າຍຂອງເຮົາໄດ້ລຸກໄໝ້ໃສ່ເຈົ້າ ແລະ ໃສ່ໝູ່ທັງສອງຄົນຂອງເຈົ້າ ຍ້ອນພວກເຈົ້າບໍ່ເວົ້າເຖິງເຮົາໃນສິ່ງທີ່ຖືກຕ້ອງຄືກັບໂຢບທີ່ເປັນຄົນຮັບໃຊ້ຂອງເຮົາໄດ້ກ່າວ”. ພຣະທຳເຫຼົ່ານີ້ແມ່ນຄັ້ງທຳອິດທີ່ພຣະເຈົ້າໄດ້ບອກຜູ້ຄົນຢ່າງເປີດເຜີຍວ່າ ພຣະອົງຍອມຮັບທຸກສິ່ງທີ່ໂຢບໄດ້ກ່າວ ແລະ ໄດ້ກະທຳຫຼັງຈາກທີ່ພຣະເຈົ້າໄດ້ທົດລອງເພິ່ນ ແລະ ເປັນຄັ້ງທຳອິດທີ່ພຣະອົງໄດ້ຢືນຢັນຢ່າງເປີດເຜີຍເຖິງຄວາມແນ່ນອນ ແລະ ຄວາມຖືກຕ້ອງຂອງທຸກສິ່ງທີ່ໂຢບໄດ້ກະທຳ ແລະ ກ່າວ. ພຣະເຈົ້າໃຈຮ້າຍໃສ່ເອລີຟັດຊາວເຕມານ ແລະ ຄົນອື່ນໆ ຍ້ອນການເວົ້າທີ່ບໍ່ຖືກຕ້ອງ ແລະ ໄຮ້ເຫດຜົນຂອງພວກເຂົາ, ຍ້ອນວ່າ ຄືກັບໂຢບ ພວກເຂົາບໍ່ສາມາດເຫັນການປາກົດຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳທີ່ພຣະເຈົ້າໄດ້ກ່າວໃນຊີວິດຂອງພວກເຂົາ, ແຕ່ໂຢບກໍມີຄວາມຮູ້ດັ່ງກ່າວຢ່າງຖືກຕ້ອງກ່ຽວກັບພຣະເຈົ້າ, ໃນຂະນະທີ່ພວກເຂົາພຽງແຕ່ສາມາດຄາດເດົາຢ່າງຫຼັບຫູຫຼັບຕາກ່ຽວກັບພຣະເຈົ້າ, ລະເມີດຄວາມປະສົງຂອງພຣະເຈົ້າ ແລະ ທົດລອງຄວາມອົດທົນຂອງພຣະອົງໃນທຸກຢ່າງທີ່ພວກເຂົາໄດ້ກະທຳ. ຕໍ່ມາ, ໃນຂະນະທີ່ຍອມຮັບທຸກສິ່ງທີ່ໂຢບໄດ້ກະທຳ ແລະ ກ່າວ, ພຣະເຈົ້າກໍເລີ່ມໂກດຮ້າຍຕໍ່ຄົນອື່ນໆ, ຍ້ອນໃນພວກເຂົານັ້ນ ພຣະອົງບໍ່ພຽງບໍ່ສາມາດເຫັນຄວາມເປັນຈິງແຫ່ງຄວາມຢຳເກງພຣະເຈົ້າ, ແຕ່ຍັງບໍ່ໄດ້ຍິນຫຍັງກ່ຽວກັບຄວາມຢຳເກງຂອງພຣະເຈົ້າໃນສິ່ງທີ່ພວກເຂົາເວົ້າ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງຮຽກຮ້ອງສິ່ງຕໍ່ໄປນີ້ຈາກພວກເຂົາ: “ສະນັ້ນ ບັດນີ້ ພວກເຈົ້າຈົ່ງເອົາງົວຕອນເຈັດໂຕ ແລະ ແກະຜູ້ເຈັດໂຕ ແລະ ໄປຫາໂຢບທີ່ເປັນຄົນຮັບໃຊ້ຂອງເຮົາ ແລະ ຖວາຍເຄື່ອງເຜົາບູຊາເພື່ອຕົວພວກເຈົ້າເອງ; ແລະ ໂຢບທີ່ເປັນຄົນຮັບໃຊ້ຂອງເຮົາຈະອາທິຖານເພື່ອພວກເຈົ້າ ຍ້ອນເຮົາຈະຍອມຮັບແຕ່ລາວເທົ່ານັ້ນ ບໍ່ດັ່ງນັ້ນ ເຮົາຈະຈັດການກັບພວກເຈົ້າຕາມຄວາມໂງ່ຂອງພວກເຈົ້າ”. ໃນຂໍ້ຄວາມນີ້ ພຣະເຈົ້າກຳລັງບອກໃຫ້ເອລີຟັດ ແລະ ຄົນອື່ນໆເຮັດບາງສິ່ງທີ່ຈະໄຖ່ຄວາມຜິດບາບຂອງພວກເຂົາ, ຍ້ອນຄວາມໂງ່ຂອງພວກເຂົາທີ່ເຮັດຜິດບາບຕໍ່ພຣະເຈົ້າເຢໂຮວາ ແລະ ສະນັ້ນ ພວກເຂົາຈຶ່ງຕ້ອງຖວາຍເຄື່ອງເຜົາບູຊາເພື່ອແກ້ຄວາມຜິດພາດຂອງພວກເຂົາ. ເຄື່ອງເຜົາບູຊາແມ່ນຖືກຖວາຍໃຫ້ແກ່ພຣະເຈົ້າຢູ່ເລື້ອຍໆ, ແຕ່ສິ່ງທີ່ຜິດປົກກະຕິກ່ຽວກັບເຄື່ອງເຜົາບູຊາເຫຼົ່ານີ້ກໍຄື ພວກມັນຖວາຍໃຫ້ກັບໂຢບ. ພຣະເຈົ້າຍອມຮັບເອົາຈາກໂຢບ ຍ້ອນເພິ່ນເປັນພະຍານໃຫ້ແກ່ພຣະເຈົ້າໃນລະຫວ່າງການທົດລອງຂອງເພິ່ນ. ໃນຂະນະດຽວກັນ, ໝູ່ເພື່ອນເຫຼົ່ານີ້ຂອງໂຢບຖືກເປີດໂປງໃນລະຫວ່າງການທົດລອງຂອງເພິ່ນ; ຍ້ອນຄວາມໂງ່ຂອງພວກເຂົາ, ພວກເຂົາຈຶ່ງຖືກພຣະເຈົ້າຕໍາໜິ ແລະ ພວກເຂົາຍຸຍົງຄວາມໂກດຮ້າຍຂອງພຣະເຈົ້າ ແລະ ຄວນຖືກພຣະເຈົ້າລົງໂທດ, ລົງໂທດໂດຍການຖວາຍເຄື່ອງເຜົາບູຊາຕໍ່ໜ້າໂຢບ, ແລ້ວໂຢບກໍອະທິຖານໃຫ້ກັບພວກເຂົາ ເພື່ອບໍ່ໃຫ້ຖືກລົງໂທດ ແລະ ປາສະຈາກຄວາມໂກດຮ້າຍຂອງພຣະເຈົ້າທີ່ມີຕໍ່ພວກເຂົາ. ເຈດຕະນາຂອງພຣະເຈົ້າແມ່ນເພື່ອນໍາຄວາມອັບອາຍມາສູ່ພວກເຂົາ, ຍ້ອນພວກເຂົາບໍ່ແມ່ນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ພວກເຂົາໄດ້ປະນາມຄວາມຊື່ສັດຂອງໂຢບ. ໃນດ້ານໜຶ່ງ, ພຣະເຈົ້າກຳລັງບອກພວກເຂົາວ່າ ພຣະອົງບໍ່ຍອມຮັບການກະທຳຂອງພວກເຂົາ, ແຕ່ຍອມຮັບ ແລະ ຍິນດີໃນໂຢບຢ່າງຫຼວງຫຼາຍ; ໃນອີກດ້ານ, ພຣະເຈົ້າກຳລັງບອກພວກເຂົາວ່າ ການຖືກຍອມຮັບໂດຍພຣະເຈົ້າໄດ້ຍົກໃຫ້ມະນຸດສູງຂຶ້ນຕໍ່ໜ້າພຣະເຈົ້າ, ມະນຸດແມ່ນຖືກກຽດຊັງໂດຍພຣະເຈົ້າ ຍ້ອນຄວາມໂງ່ຂອງພວກເຂົາທີ່ເຮັດຜິດຕໍ່ພຣະເຈົ້າ. ຍ້ອນສິ່ງນັ້ນ ມັນຈຶ່ງຕໍ່າຕ້ອຍ ແລະ ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນນິຍາມທີ່ພຣະເຈົ້າໄດ້ໃຫ້ກ່ຽວກັບຜູ້ຄົນສອງປະເພດດັ່ງກ່າວ, ມັນຄືທັດສະນະຄະຕິຂອງພຣະເຈົ້າຕໍ່ຜູ້ຄົນສອງປະເພດເຫຼົ່ານີ້ ແລະ ມັນຄືຄຳອະທິບາຍຂອງພຣະເຈົ້າກ່ຽວກັບ ຄຸນຄ່າ ແລະ ຖານະຂອງຜູ້ຄົນສອງປະເພດເຫຼົ່ານີ້. ເຖິງແມ່ນພຣະເຈົ້າໄດ້ເອີ້ນໂຢບວ່າຄົນຮັບໃຊ້ຂອງພຣະອົງ, ໃນສາຍຕາຂອງພຣະເຈົ້າແລ້ວ ຄົນຮັບໃຊ້ຄົນນີ້ແມ່ນເປັນທີ່ຮັກ ແລະ ໄດ້ຮັບສິດອຳນາດໃຫ້ອະທິຖານເພື່ອຄົນອື່ນ ແລະ ໃຫ້ອະໄພພວກເຂົາສຳລັບຄວາມຜິດພາດຂອງພວກເຂົາ. ຄົນຮັບໃຊ້ຄົນນີ້ສາມາດເວົ້າກັບພຣະເຈົ້າໂດຍກົງ ແລະ ມາຢູ່ຕໍ່ໜ້າພຣະເຈົ້າໂດຍກົງ ແລະ ສະຖານະຂອງເພິ່ນກໍສູງສົ່ງ ແລະ ມີກຽດຫຼາຍກວ່າຂອງຄົນອື່ນ. ນີ້ຄືຄວາມໝາຍທີ່ແທ້ຈິງຂອງຄຳວ່າ “ຄົນຮັບໃຊ້” ທີ່ພຣະເຈົ້າໄດ້ກ່າວ. ໂຢບໄດ້ຮັບກຽດພິເສດນີ້ ຍ້ອນເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ເຫດຜົນທີ່ວ່າເປັນຫຍັງຄົນອື່ນຈຶ່ງບໍ່ຖືກເອີ້ນວ່າຄົນຮັບໃຊ້ຂອງພຣະເຈົ້າ ກໍຍ້ອນພວກເຂົາບໍ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ສອງທ່າທີຂອງພຣະເຈົ້າທີ່ແຕກຕ່າງກັນຢ່າງຊັດເຈນເຫຼົ່ານີ້ຄືທ່າທີຂອງພຣະອົງຕໍ່ຜູ້ຄົນສອງປະເພດ: ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍແມ່ນຖືກຍອມຮັບໂດຍພຣະເຈົ້າ ແລະ ເຫັນວ່າລໍ້າຄ່າໃນສາຍຕາຂອງພຣະອົງ, ໃນຂະນະທີ່ຄົນທີ່ໂງ່ຈ້າບໍ່ຢຳເກງພຣະເຈົ້າ, ບໍ່ສາມາດຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ບໍ່ສາມາດຮັບເອົາຄວາມພໍໃຈຂອງພຣະເຈົ້າ; ພວກເຂົາກໍຈະຖືກລັງກຽດ ແລະ ຖືກຕໍາໜິໂດຍພຣະເຈົ້າ ແລະ ເປັນຄົນຕໍ່າຕ້ອຍໃນສາຍຕາຂອງພຣະເຈົ້າຢູ່ສະເໝີ.

ພຣະເຈົ້າປະທານສິດອຳນາດໃຫ້ແກ່ໂຢບ

ໂຢບອະທິຖານເພື່ອໝູ່ເພື່ອນຂອງເພິ່ນ ແລະ ຫຼັງຈາກນັ້ນ ຍ້ອນຄຳອະທິຖານຂອງໂຢບ, ພຣະເຈົ້າຈຶ່ງບໍ່ໄດ້ຈັດການພວກເຂົາຕາມທີ່ເໝາະສົມກັບຄວາມໂງ່ຂອງພວກເຂົາ, ພຣະອົງບໍ່ໄດ້ລົງໂທດພວກເຂົາ ຫຼື ນໍາຜົນກຳມາສູ່ພວກເຂົາ. ເປັນຫຍັງຈຶ່ງເປັນແບບນັ້ນ? ນັ້ນກໍຍ້ອນວ່າ ຄຳອະທິຖານຂອງໂຢບ ຜູ້ທີ່ເປັນຄົນຮັບໃຊ້ຂອງພຣະເຈົ້າໄດ້ໄປເຖິງຫູຂອງພຣະອົງ; ພຣະເຈົ້າໃຫ້ອະໄພພວກເຂົາ ຍ້ອນພຣະອົງຍອມຮັບເອົາຄຳອະທິຖານຂອງໂຢບ. ແລ້ວພວກເຮົາເຫັນຫຍັງໃນສິ່ງນີ້? ເມື່ອພຣະເຈົ້າອວຍພອນຜູ້ໃດຜູ້ໜຶ່ງ, ພຣະອົງມອບລາງວັນຫຼາຍຢ່າງໃຫ້ແກ່ພວກເຂົາ ແລະ ບໍ່ແມ່ນພຽງລາງວັນທີ່ເປັນວັດຖຸ: ພຣະເຈົ້າຍັງໄດ້ມອບສິດອຳນາດໃຫ້ແກ່ພວກເຂົາ, ມອບສິດໃຫ້ພວກເຂົາໄດ້ອະທິຖານເພື່ອຄົນອື່ນ ແລະ ຫຼັງຈາກນັ້ນພຣະເຈົ້າກໍລືມ ແລະ ເບິ່ງຂ້າມການກະທຳຜິດຂອງຜູ້ຄົນເຫຼົ່ານັ້ນ, ຍ້ອນພຣະອົງໄດ້ຍິນຄຳອະທິຖານເຫຼົ່ານີ້. ນີ້ຄືສິດອຳນາດແທ້ຈິງທີ່ພຣະເຈົ້າໄດ້ມອບໃຫ້ແກ່ໂຢບ. ຜ່ານຄຳອະທິຖານຂອງໂຢບເພື່ອຢຸດການປະນາມຂອງພວກເຂົາ, ພຣະເຈົ້າເຢໂຮວາໄດ້ນໍາຄວາມອັບອາຍມາສູ່ຜູ້ຄົນທີ່ໂງ່ຈ້າເຫຼົ່ານີ້ ເຊິ່ງແນ່ນອນ ມັນເປັນການລົງໂທດພິເສດຂອງພຣະອົງສຳລັບເອລີຟັດ ແລະ ຄົນອື່ນໆ.

ໂຢບໄດ້ຮັບການອວຍພອນຈາກພຣະເຈົ້າອີກຄັ້ງ ແລະ ບໍ່ເຄີຍຖືກກ່າວຫາໂດຍຊາຕານອີກຈັກເທື່ອ

ໃນບັນດາພຣະຄຳຂອງພຣະເຈົ້າເຢໂຮວາມີພຣະທຳທີ່ວ່າ: “ພວກເຈົ້າບໍ່ເວົ້າເຖິງເຮົາໃນສິ່ງທີ່ຖືກຕ້ອງຄືກັບໂຢບທີ່ເປັນຄົນຮັບໃຊ້ຂອງເຮົາໄດ້ກ່າວ”. ແມ່ນຫຍັງຄືສິ່ງທີ່ໂຢບໄດ້ເວົ້າ? ມັນແມ່ນສິ່ງທີ່ພວກເຮົາໄດ້ສົນທະນາກ່ອນໜ້ານີ້, ພ້ອມທັງພຣະທຳຫຼາຍໜ້າທີ່ຢູ່ໃນໜັງສືຂອງໂຢບ ເຊິ່ງໂຢບຖືກບັນທຶກໄວ້ຕາມທີ່ໄດ້ກ່າວ. ໃນບັນດາພຣະທຳຫຼາຍໜ້າເຫຼົ່ານີ້, ໂຢບບໍ່ເຄີຍມີຄຳຕໍ່ວ່າ ຫຼື ຂໍ້ສົງໄສກ່ຽວກັບພຣະເຈົ້າເລີຍ. ເພິ່ນພຽງແຕ່ລໍຄອຍຜົນຕາມມາ. ມັນຄືການລໍຖ້ານີ້ທີ່ເປັນທ່າທີແຫ່ງຄວາມເຊື່ອຟັງຂອງເພິ່ນ, ເຊິ່ງດ້ວຍເຫດນີ້ ແລະ ດ້ວຍຄຳເວົ້າທີ່ເພິ່ນກ່າວຕໍ່ພຣະເຈົ້າ, ໂຢບຈຶ່ງຖືກຮັບເອົາໂດຍພຣະເຈົ້າ. ເມື່ອເພິ່ນອົດກັ້ນກັບການທົດລອງ ແລະ ທົນທຸກກັບຄວາມລໍາບາກ, ພຣະເຈົ້າຢູ່ຂ້າງເພິ່ນ ແລະ ເຖິງແມ່ນຄວາມລໍາບາກຂອງເພິ່ນຖືກບັນເທົາໂດຍການສະຖິດຂອງພຣະເຈົ້າ, ພຣະເຈົ້າກໍໄດ້ເຫັນສິ່ງທີ່ພຣະອົງປາຖະໜາຢາກເຫັນ ແລະ ໄດ້ຍິນສິ່ງທີ່ພຣະອົງປາຖະໜາຢາກໄດ້ຍິນ. ທຸກການກະທຳ ແລະ ທຸກຄຳເວົ້າຂອງໂຢບໄດ້ໄປເຖິງຕາ ແລະ ຫູຂອງພຣະເຈົ້າ; ພຣະເຈົ້າໄດ້ຍິນ ແລະ ໄດ້ເຫັນ, ນີ້ຄືຂໍ້ແທ້ຈິງ. ຄວາມຮູ້ຂອງໂຢບກ່ຽວກັບພຣະເຈົ້າ ແລະ ຄວາມຄິດຂອງເພິ່ນກ່ຽວກັບພຣະເຈົ້າທີ່ຢູໃນຫົວໃຈຂອງເພິ່ນໃນເວລານັ້ນ, ໃນລະຫວ່າງຊ່ວງເວລານັ້ນ ບໍ່ໄດ້ສະເພາະເຈາະຈົງເທົ່າກັບຜູ້ຄົນໃນປັດຈຸບັນ, ແຕ່ໃນບໍລິບົດຂອງເວລາ, ພຣະເຈົ້າຍັງຮັບຮູ້ທຸກສິ່ງທີ່ເພິ່ນໄດ້ກ່າວ, ຍ້ອນພຶດຕິກຳຂອງເພິ່ນ ແລະ ຄວາມຄິດທີ່ຢູ່ໃນຫົວໃຈຂອງເພິ່ນ, ພ້ອມທັງສິ່ງທີ່ເພິ່ນໄດ້ສະແດງອອກ ແລະ ໄດ້ເປີດເຜີຍແມ່ນພຽງພໍສຳລັບເງື່ອນໄຂຂອງພຣະອົງ. ໃນລະຫວ່າງເວລາທີ່ໂຢບຕົກຢູ່ໃນການທົດລອງ, ສິ່ງທີ່ເພິ່ນຄິດໃນຫົວໃຈຂອງເພິ່ນ ແລະ ສິ່ງທີ່ເພິ່ນຕັ້ງໃຈເຮັດໄດ້ສະແດງໃຫ້ພຣະເຈົ້າເຫັນເຖິງຜົນຕາມມາ ເຊິ່ງເປັນທີ່ພໍໃຈຂອງພຣະເຈົ້າ ແລະ ໃນທີ່ສຸດ ພຣະເຈົ້າກໍຢຸດການທົດລອງໂຢບ, ໂຢບກໍໄດ້ຫຼຸດພົ້ນອອກຈາກບັນຫາຂອງເພິ່ນ ແລະ ການທົດລອງຂອງເພິ່ນກໍຫາຍໄປ ແລະ ບໍ່ເກີດຂຶ້ນກັບເພິ່ນອີກຕໍ່ໄປ. ຍ້ອນໂຢບໄດ້ຕົກຢູ່ໃນການທົດລອງຕ່າງໆແລ້ວ ແລະ ໄດ້ຍຶດໝັ້ນໃນລະຫວ່າງການທົດລອງເຫຼົ່ານີ້ ແລະ ໄດ້ເອົາຊະນະຊາຕານຢ່າງສິ້ນເຊີງ, ພຣະເຈົ້າຈຶ່ງມອບພອນທີ່ເພິ່ນສົມຄວນໄດ້ຮັບໂດຍຊອບທຳໃຫ້ແກ່ເພິ່ນ. ດັ່ງທີ່ໄດ້ບັນທຶກໄວ້ໃນໂຢບ 42:10, 12, ໂຢບໄດ້ຮັບການອວຍພອນອີກຄັ້ງ ແລະ ໄດ້ຮັບການອວຍພອນຫຼາຍກວ່າທີ່ເພິ່ນໄດ້ຮັບຄັ້ງທຳອິດ. ໃນເວລານີ້ ຊາຕານໄດ້ຖອຍ ແລະ ບໍ່ເວົ້າ ຫຼື ເຮັດຫຍັງອີກຕໍ່ໄປ ແລະ ຈາກນັ້ນເປັນຕົ້ນມາ ໂຢບກໍບໍ່ໄດ້ຖືກແຊກແຊງ ຫຼື ຖືກໂຈມຕີໂດຍຊາຕານອີກຕໍ່ໄປ ແລະ ຊາຕານກໍບໍ່ກ່າວຫາໃນເລື່ອງພຣະເຈົ້າອວຍພອນໂຢບອີກຕໍ່ໄປ.

ໂຢບໃຊ້ຊີວິດບັ້ນທ້າຍຂອງເພິ່ນທ່າມກາງພອນຂອງພຣະເຈົ້າ

ເຖິງແມ່ນພອນຂອງພຣະອົງໃນເວລານັ້ນພຽງແຕ່ຈຳກັດສະເພາະເປັນແກະ, ງົວຄວາຍ, ອູດ, ຊັບສິນວັດຖຸ ແລະ ອື່ນໆ, ພອນທີ່ພຣະເຈົ້າປາຖະໜາທີ່ຈະປະທານໃຫ້ແກ່ໂຢບໃນຫົວໃຈຂອງພຣະອົງກໍມີຫຼາຍກວ່າສິ່ງນີ້. ໃນເວລານັ້ນ, ໄດ້ມີການບັນທຶກບໍ່ວ່າ ສັນຍາຊົ່ວນິລັນດອນປະເພດໃດທີ່ພຣະເຈົ້າປາຖະໜາຈະມອບໃຫ້ແກ່ໂຢບ? ໃນການທີ່ເພິ່ນອວຍພອນໂຢບ, ພຣະເຈົ້າບໍ່ໄດ້ກ່າວເຖິງ ຫຼື ແຕະຕ້ອງຈຸດຈົບຂອງເພິ່ນ ແລະ ບໍ່ວ່າໂຢບຈະມີຄວາມສຳຄັນ ຫຼື ຕໍາແໜ່ງຫຍັງຢູ່ພາຍໃນຫົວໃຈຂອງພຣະເຈົ້າ, ສະຫຼຸບແລ້ວ ພຣະເຈົ້າກໍລະມັດລະວັງຫຼາຍໃນການໃຫ້ພອນຂອງພຣະອົງ. ພຣະເຈົ້າບໍ່ໄດ້ປະກາດຈຸດຈົບຂອງໂຢບ. ນີ້ໝາຍຄວາມວ່າແນວໃດ? ໃນເວລານັ້ນ, ເມື່ອແຜນການຂອງພຣະເຈົ້າຍັງບໍ່ທັນໄດ້ໄປເຖິງຈຸດທີ່ປະກາດຈຸດຈົບຂອງມະນຸດ, ແຜນການຍັງບໍ່ທັນໄດ້ເຂົ້າສູ່ຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງ, ພຣະເຈົ້າບໍ່ໄດ້ກ່າວເຖິງຈຸດຈົບ, ພຽງແຕ່ປະທານພອນຝ່າຍວັດຖຸໃຫ້ແກ່ມະນຸດ. ຄວາມໝາຍຂອງສິ່ງນີ້ກໍຄືຊີວິດບັ້ນທ້າຍຂອງໂຢບໄດ້ຜ່ານໄປໃນທ່າມກາງພອນຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ເຮັດໃຫ້ເພິ່ນແຕກຕ່າງຈາກຄົນອື່ນ, ແຕ່ຄືກັບພວກເຂົາ ເພິ່ນກໍຊະລາ ແລະ ຄືກັບຄົນປົກກະຕິ ທົ່ວໄປມື້ທີ່ເພິ່ນຕ້ອງລາໂລກກໍມາເຖິງ. ສະນັ້ນ ມັນຈຶ່ງຖືກບັນທຶກໄວ້ວ່າ: “ແລ້ວໂຢບກໍຕາຍໄປ ໂດຍແກ່ເຖົ້າທີ່ມີອາຍຸຍືນທີ່ສຸດ ແລະ ເຕັມໄປດ້ວຍຊີວິດຊີວາ” (ໂຢບ 42:17). ແມ່ນຫຍັງຄືຄວາມໝາຍຂອງ “ຕາຍໂດຍເຕັມໄປດ້ວຍຊີວິດຊີວາ” ໃນນີ້? ໃນຍຸກກ່ອນທີ່ພຣະເຈົ້າຈະປະກາດຈຸດຈົບຂອງຜູ້ຄົນ, ພຣະເຈົ້າໄດ້ກຳນົດຊ່ວງອາຍຸຂອງຊີວິດສຳລັບໂຢບ ແລະ ເມື່ອອາຍຸນັ້ນໄດ້ມາເຖິງ ພຣະອົງກໍຍອມໃຫ້ໂຢບຈາກໂລກນີ້ໄປຕາມທຳມະຊາດ. ນັບຕັ້ງແຕ່ພອນຄັ້ງທີສອງຂອງໂຢບຈົນເຖິງຄວາມຕາຍຂອງເພິ່ນ, ພຣະເຈົ້າບໍ່ໄດ້ເພິ່ມຄວາມລໍາບາກຫຍັງອີກ. ສຳລັບພຣະເຈົ້າແລ້ວ, ຄວາມຕາຍຂອງໂຢບຈຶ່ງເປັນທຳມະຊາດ ແລະ ຍັງຈຳເປັນ; ມັນເປັນສິ່ງທີ່ປົກກະຕິຫຼາຍ ແລະ ບໍ່ແມ່ນການພິພາກສາ ຫຼື ການລົງໂທດ. ໃນຂະນະທີ່ເພິ່ນມີຊີວີດຢູ່, ໂຢບນະມັດສະການ ແລະ ຢຳເກງພຣະເຈົ້າ; ສໍາລັບປະເພດຂອງຈຸດຈົບທີ່ເພິ່ນໄດ້ຮັບຫຼັງຈາກຄວາມຕາຍຂອງເພິ່ນນັ້ນ, ພຣະເຈົ້າບໍ່ໄດ້ກ່າວຫຍັງ ຫຼື ສະແດງຄວາມຄິດເຫັນຫຍັງກ່ຽວກັບສິ່ງນັ້ນ. ພຣະເຈົ້າມີຄວາມຮູ້ສຶກເຖິງຄວາມຖືກຕ້ອງຢ່າງໜັກແໜ້ນໃນສິ່ງທີ່ພຣະອົງໄດ້ກ່າວ ແລະ ກະທຳ; ເນື້ອຫາ ແລະ ຫຼັກການຂອງພຣະທຳ ແລະ ການກະທຳຂອງພຣະອົງກໍສອດຄ່ອງກັບຂັ້ນຕອນຂອງພາລະກິດຂອງພຣະອົງ ແລະ ສອດຄ່ອງກັບຊ່ວງເວລາທີ່ພຣະອົງປະຕິບັດພາລະກິດ. ຜູ້ໃດຜູ້ໜຶ່ງທີ່ເປັນຄືກັບໂຢບຈະມີຈຸດຈົບແບບໃດໃນຫົວໃຈຂອງພຣະເຈົ້າ? ພຣະເຈົ້າໄດ້ມີການຕັດສິນໃຈບາງຢ່າງໃນຫົວໃຈຂອງພຣະອົງແລ້ວບໍ? ແນ່ນອນ ພຣະອົງໄດ້ເຮັດແລ້ວ! ມັນພຽງແຕ່ວ່າ ມະນຸດບໍ່ຮູ້ຈັກສິ່ງນີ້ເທົ່ານັ້ນ; ພຣະເຈົ້າບໍ່ໄດ້ຕ້ອງການທີ່ຈະບອກມະນຸດ ຫຼື ພຣະອົງບໍ່ມີເຈດຕະນາທີ່ຈະບອກມະນຸດ. ສະນັ້ນ ເມື່ອເວົ້າຢ່າງຜິວເຜີຍແລ້ວ, ໂຢບແມ່ນຕາຍໂດຍເຕັມໄປດ້ວຍຊີວິດຊີວາ ແລະ ນີ້ຄືຊີວິດຂອງໂຢບ.

ລາຄາທີ່ໂຢບໄດ້ດຳລົງຊີວິດໃນລະຫວ່າງຊົ່ວຊີວິດຂອງເພິ່ນ

ໂຢບໄດ້ດຳລົງຊີວີດທີ່ມີຄຸນຄ່າບໍ? ຄຸນຄ່າດັ່ງກ່າວຢູ່ໃສ? ເປັນຫຍັງຈຶ່ງມີການເວົ້າວ່າ ເພິ່ນດຳລົງຊີວີດທີ່ມີຄຸນຄ່າ? ສຳລັບມະນຸດແລ້ວ, ແມ່ນຫຍັງຄືຄຸນຄ່າຂອງເພິ່ນ? ຈາກມຸມມອງຂອງມະນຸດ, ເພິ່ນຄືຕົວແທນໃຫ້ກັບມະນຸດຊາດທີ່ພຣະເຈົ້າປາຖະໜາຈະຊ່ວຍໃຫ້ລອດພົ້ນ, ເປັນພະຍານທີ່ກຶກກ້ອງໃຫ້ແກ່ພຣະເຈົ້າຕໍ່ໜ້າຊາຕານ ແລະ ຜູ້ຄົນໃນແຜ່ນດິນໂລກ. ເພິ່ນໄດ້ປະຕິບັດຕາມໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າຄວນປະຕິບັດ, ເປັນແບບຢ່າງ ແລະ ເຮັດໜ້າທີ່ເປັນແບບຢ່າງສຳລັບທຸກຄົນທີ່ພຣະເຈົ້າປາຖະໜາຈະຊ່ວຍໃຫ້ລອດພົ້ນ, ເຮັດໃຫ້ຜູ້ຄົນໄດ້ເຫັນວ່າ ມັນເປັນໄປໄດ້ທີ່ຈະເອົາຊະນະເໜືອຊາຕານໂດຍການເພິ່ງພາພຣະເຈົ້າ. ແມ່ນຫຍັງຄືຄຸນຄ່າຂອງເພິ່ນຕໍ່ພຣະເຈົ້າ? ສຳລັບພຣະເຈົ້າແລ້ວ, ຄຸນຄ່າໃນຊີວິດຂອງໂຢບແມ່ນນອນຢູ່ໃນຄວາມສາມາດຂອງເພິ່ນທີ່ຈະຢຳເກງພຣະເຈົ້າ, ນະມັດສະການພຣະເຈົ້າ, ເປັນພະຍານເຖິງການກະທຳຂອງພຣະເຈົ້າ ແລະ ສັນລະເສີນການກະທຳຂອງພຣະເຈົ້າ, ນໍາຄວາມປອບໃຈ ແລະ ບາງສິ່ງມາໃຫ້ພຣະເຈົ້າຍິນດີ; ສຳລັບພຣະເຈົ້າແລ້ວ, ຄຸນຄ່າໃນຊີວິດຂອງໂຢບຍັງຢູ່ໃນວິທີທີ່ໂຢບໄດ້ຜະເຊີນກັບການທົດລອງ ແລະ ເອົາຊະນະເໜືອຊາຕານກ່ອນທີ່ເພິ່ນຈະຕາຍ ແລະ ເປັນພະຍານທີ່ກຶກກ້ອງໃຫ້ກັບພຣະເຈົ້າຕໍ່ໜ້າຊາຕານ ແລະ ຜູ້ຄົນເທິງແຜ່ນດິນໂລກ, ຖວາຍສະຫງ່າລາສີໃຫ້ແກ່ພຣະເຈົ້າທ່າມກາງມະນຸດຊາດ, ປອບໂຍນຫົວໃຈຂອງພຣະເຈົ້າ ແລະ ເຮັດໃຫ້ຫົວໃຈທີ່ກະຕືລືລົ້ນຂອງພຣະເຈົ້າໄດ້ຫຼຽວເຫັນຜົນຕາມມາ ແລະ ເຫັນຄວາມຫວັງ. ຄຳພະຍານຂອງເພິ່ນໄດ້ເປັນແບບຢ່າງທີ່ບໍ່ເຄີຍມີມາກ່ອນສຳລັບຄວາມສາມາດຍຶດໝັ້ນໃນຄຳພະຍານຂອງຜູ້ໃດຜູ້ໜຶ່ງຕໍ່ພຣະເຈົ້າ ແລະ ສຳລັບຄວາມສາມາດທີ່ຈະເຮັດໃຫ້ຊາຕານອັບອາຍແທນພຣະເຈົ້າ, ໃນພາລະກິດແຫ່ງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ. ນີ້ບໍ່ແມ່ນຄຸນຄ່າໃນຊີວິດຂອງໂຢບບໍ? ໂຢບໄດ້ນໍາຄວາມປອບໂຍນມາສູ່ຫົວໃຈຂອງພຣະເຈົ້າ, ເພິ່ນໄດ້ເຮັດໃຫ້ພຣະເຈົ້າຊີມລົດຊາດເຖິງຄວາມເບີກບານໃນການໄດ້ຮັບສະຫງ່າລາສີ ແລະ ເພິ່ນໄດ້ສະໜອງການເລີ່ມຕົ້ນຢ່າງອັດສະຈັນຕໍ່ແຜນການຄຸ້ມຄອງຂອງພຣະເຈົ້າ. ຈາກຈຸດນີ້ເປັນຕົ້ນໄປ, ຊື່ຂອງໂຢບຈະກາຍມາເປັນສັນຍາລັກສຳລັບສະຫງ່າລາສີຂອງພຣະເຈົ້າ ແລະ ເປັນສັນຍາລັກເຖິງໄຊຊະນະຂອງມະນຸດຊາດເໜືອຊາຕານ. ສິ່ງທີ່ໂຢບດຳລົງຊີວິດຕາມໃນລະຫວ່າງຊົ່ວຊີວິດຂອງເພິ່ນ, ພ້ອມທັງໄຊຊະນະທີ່ໂດດເດັ່ນຂອງເພິ່ນເໜືອຊາຕານຈະຖືກຖະໜອມໂດຍພຣະເຈົ້າຕະຫຼອດໄປ ແລະ ຄວາມສົມບູນ, ຄວາມຊື່ສັດ ແລະ ຄວາມຢຳເກງພຣະເຈົ້າຂອງເພິ່ນຈະເປັນທີ່ເຄົາລົບ ແລະ ເປັນແບບຢ່າງໃຫ້ແກ່ຄົນຮຸ່ນຕໍ່ໄປ ຕະຫຼອດໄປ. ເຂົາຈະຖືກຖະໜອມໂດຍພຣະເຈົ້າຕະຫຼອດໄປ ຄືກັບໄຂ່ມຸກທີ່ແຈ່ມໃສ, ມີແສງແວວວາວ ແລະ ເຂົາກໍສົມຄວນແກ່ການເຊີດຊູໂດຍມະນຸດເຊັ່ນກັນ!

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ກ່ຽວກັບໂຢບ (ພາກທີໜຶ່ງ)

ເມື່ອໄດ້ຮຽນຮູ້ກ່ຽວກັບວິທີທີ່ໂຢບຜ່ານການທົດລອງ, ພວກເຈົ້າສ່ວນໃຫຍ່ກໍເບິ່ງຄືກັບວ່າຢາກຮູ້ຈັກລາຍລະອຽດເພີ່ມເຕີມກ່ຽວກັບໂຢບເອງ,...

ເຖິງແມ່ນພຣະເຈົ້າລີ້ລັບຈາກມະນຸດ, ການກະທຳຂອງພຣະອົງທ່າມກາງສິ່ງທັງປວງແມ່ນພຽງພໍສຳລັບມະນຸດທີ່ຈະຮູ້ຈັກພຣະອົງ

ໂຢບບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວ ແລະ ແຮງໄກທີ່ເພິ່ນຈະຜະເຊີນກັບພາລະກິດຂອງພຣະເຈົ້າເປັນການສ່ວນຕົວ,...

ຄວາມເຊື່ອຂອງໂຢບໃນພຣະເຈົ້າບໍ່ໄດ້ຖືກສັ່ນຄອນໂດຍຂໍ້ແທ້ຈິງທີ່ວ່າພຣະເຈົ້າລີ້ລັບຈາກເພິ່ນ

ໂຢບໄດ້ຍິນກ່ຽວກັບພຣະເຈົ້າໂດຍການຟັງດ້ວຍຫູ ໂຢບ 9:11 ເບິ່ງແມ ພຣະອົງຜ່ານຂ້ານ້ອຍໄປ ແລະ ຂ້ານ້ອຍກໍບໍ່ເຫັນພຣະອົງ, ພຣະອົງເດີນກາຍໄປ...