ຊາຕານລໍ້ລວງໂຢບອີກຄັ້ງ (ບາດແຜລາມໄປທົ່ວຮ່າງກາຍຂອງໂຢບ)

28 ເດືອນມັງກອນ 2021

ກ. ພຣະທຳທີ່ກ່າວໂດຍພຣະເຈົ້າ

ໂຢບ 2:3 ພຣະເຢໂຮວາກໍກ່າວກັບຊາຕານນັ້ນວ່າ ເຈົ້າເຄີຍຄຳນຶງເຖິງໂຢບ ຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? ແລະ ເຖິງແມ່ນວ່າເຈົ້າໄດ້ເຮັດໃຫ້ເຮົາຕໍ່ຕ້ານລາວ ແລະ ທຳລາຍລາວໂດຍບໍ່ມີເຫດຜົນຫຍັງກໍຕາມ ລາວກໍຍັງຍຶດໝັ້ນຢ່າງໜຽວແໜ້ນໃນຄວາມຊື່ສັດຂອງລາວ.

ໂຢບ 2:6 ແລະ ພຣະເຢໂຮວາເວົ້າກັບຊາຕານວ່າ ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ.

ຂ. ຄຳເວົ້າທີ່ກ່າວໂດຍຊາຕານ

ໂຢບ 2:4–5 ຊາຕານກໍຕອບພຣະເຢໂຮວາ ແລະ ກ່າວວ່າ ຜິວໜັງຕໍ່ຜິວໜັງ ແມ່ນແລ້ວ ທຸກສິ່ງທີ່ມະນຸດມີ ເຂົາຈະຍອມສະລະເພື່ອຊີວິດຂອງເຂົາ. ແຕ່ຈົ່ງເດ່ມືພຣະອົງອອກໄປແຕະຕ້ອງກະດູກ ແລະ ເນື້ອໜັງຂອງລາວຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຕໍ່ໜ້າພຣະອົງເລີຍລະ.

ຄ. ວິທີທີ່ໂຢບຈັດການກັບການທົດລອງ

ໂຢບ 2:9–10 ແລ້ວເມຍຂອງລາວເວົ້າກັບລາວວ່າ ເຈົ້າຍັງມີຄວາມຊື່ສັດຢູ່ບໍ? ສາບແຊ່ງພຣະເຈົ້າ ແລ້ວຕາຍໄປສະ. ແຕ່ລາວເວົ້າກັບເມຍຂອງລາວວ່າ ເຈົ້າເວົ້າຄືກັບຜູ້ຍິງທີ່ໂງ່ຈ້າເວົ້າແທ້. ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ? ເຖິງແມ່ນໄດ້ຮັບຄວາມຍາກລໍາບາກທັງໝົດ ໂຢບກໍບໍ່ໄດ້ເວົ້າໃນສິ່ງທີ່ເຮັດໃຫ້ລາວເປັນບາບ.

ໂຢບ 3:3 ຂໍໃຫ້ມື້ທີ່ຂ້ານ້ອຍເກີດນັ້ນດັບສູນເທີ້ນ ແລະ ກາງຄືນຂອງມື້ທີ່ວ່າຈະມີການຕັ້ງທ້ອງເດັກຊາຍນັ້ນຂໍໃຫ້ມີແຕ່ຄວາມມືດມົວ.

ຄວາມຮັກຂອງໂຢບໃນເສັ້ນທາງຂອງພຣະເຈົ້າເໜືອທຸກສິ່ງ

ຂໍ້ພຣະຄຳພີໄດ້ບັນທຶກບົດສົນທະນາລະຫວ່າງພຣະເຈົ້າ ແລະ ຊາຕານດັ່ງລຸ່ມນີ້ວ່າ: “ພຣະເຢໂຮວາກໍກ່າວກັບຊາຕານນັ້ນວ່າ ເຈົ້າເຄີຍຄຳນຶງເຖິງໂຢບ ຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? ແລະ ເຖິງແມ່ນວ່າເຈົ້າໄດ້ເຮັດໃຫ້ເຮົາຕໍ່ຕ້ານລາວ ແລະ ທຳລາຍລາວໂດຍບໍ່ມີເຫດຜົນຫຍັງກໍຕາມ ລາວກໍຍັງຍຶດໝັ້ນຢ່າງໜຽວແໜ້ນໃນຄວາມຊື່ສັດຂອງລາວ” (ໂຢບ 2:3). ໃນການສົນທະນານີ້, ພຣະເຈົ້າໄດ້ຖາມຊາຕານດ້ວຍຄຳຖາມເດີມອີກຄັ້ງ. ມັນເປັນຄຳຖາມທີ່ສະແດງໃຫ້ພວກເຮົາເຫັນເຖິງການປະເມີນຂອງພຣະເຈົ້າເຢໂຮວາເພື່ອຢືນຢັນກ່ຽວກັບສິ່ງທີ່ໂຢບໄດ້ສະແດງອອກ ແລະ ການດຳລົງຊີວິດໃນລະຫວ່າງການທົດລອງຄັ້ງທຳອິດ ແລະ ເປັນການປະເມີນທີ່ບໍ່ໄດ້ແຕກຕ່າງຈາກການທີ່ພຣະເຈົ້າປະເມີນໂຢບກ່ອນທີ່ເພິ່ນຈະໄດ້ຜະເຊີນກັບການລໍ້ລວງຂອງຊາຕານ. ນີ້ໝາຍຄວາມວ່າ ກ່ອນການລໍ້ລວງຈະເກີດຂຶ້ນກັບເພິ່ນ ໃນສາຍຕາຂອງພຣະເຈົ້າ ໂຢບສົມບູນ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງປົກປ້ອງເພິ່ນ ແລະ ຄອບຄົວຂອງເພິ່ນ ແລະ ອວຍພອນເພິ່ນ; ເພິ່ນສົມຄວນທີ່ຈະໄດ້ຮັບພອນໃນສາຍຕາຂອງພຣະເຈົ້າ. ຫຼັງຈາກການລໍ້ລວງ, ໂຢບກໍບໍ່ໄດ້ເຮັດບາບດ້ວຍປາກຂອງເພິ່ນຍ້ອນການສູນເສຍຊັບສິນ ແລະ ລູກໆຂອງເພິ່ນ, ແຕ່ສືບຕໍ່ສັນລະເສີນນາມຂອງພຣະເຢໂຮວາ. ຄວາມປະພຶດຕົວຈິງຂອງເພິ່ນເຮັດໃຫ້ພຣະເຈົ້າສັນລະເສີນເພິ່ນ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງໃຫ້ຄະແນນເພິ່ນເຕັມ. ຍ້ອນໃນສາຍຕາຂອງໂຢບ, ລູກຫຼານຂອງເພິ່ນ ຫຼື ຊັບສິນຂອງເພິ່ນແມ່ນບໍ່ພຽງພໍທີ່ຈະເຮັດໃຫ້ເພິ່ນປະຖິ້ມພຣະເຈົ້າໄດ້. ເວົ້າອີກຢ່າງໜຶ່ງກໍຄື ຕໍາແໜ່ງຂອງພຣະເຈົ້າທີ່ຢູ່ໃນຫົວໃຈຂອງເພິ່ນບໍ່ສາມາດຖືກແທນທີ່ໄດ້ໂດຍລູກໆຂອງເພິ່ນ ຫຼື ຊັບສິນສ່ວນໃດສ່ວນໜຶ່ງໄດ້. ໃນລະຫວ່າງການລໍ້ລວງຄັ້ງທຳອິດຂອງໂຢບ, ເພິ່ນໄດ້ສະແດງໃຫ້ພຣະເຈົ້າເຫັນວ່າ ຄວາມຮັກຂອງເພິ່ນສຳລັບພຣະເຈົ້າ ແລະ ຄວາມຮັກຂອງເພິ່ນສຳລັບວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍແມ່ນຢູ່ເໜືອສິ່ງອື່ນໃດ. ການທົດລອງນີ້ແມ່ນພຽງແຕ່ເຮັດໃຫ້ໂຢບມີປະສົບການໃນການຮັບເອົາລາງວັນຈາກພຣະເຈົ້າເຢໂຮວາ ແລະ ການຖືກພຣະອົງເອົາຊັບສິນ ແລະ ລູກໆຂອງເພິ່ນໄປ.

ສຳລັບໂຢບແລ້ວ, ນີ້ແມ່ນປະສົບການແທ້ຈິງທີ່ໄດ້ລ້າງຈິດວິນຍານຂອງເພິ່ນໃຫ້ສະອາດ; ມັນຄືການຮັບບັບຕິດສະມາແຫ່ງຊີວິດທີ່ສະໜອງການເປັນຢູ່ຂອງເພິ່ນ ແລະ ຍິ່ງໄປກວ່ານັ້ນ ມັນຄືງານລ້ຽງສະຫຼອງຢ່າງຫຼູຫຼາທີ່ທົດສອບຄວາມເຊື່ອຟັງຂອງເພິ່ນ ແລະ ຄວາມຢຳເກງພຣະເຈົ້າຂອງເພິ່ນ. ການລໍ້ລວງນີ້ໄດ້ປ່ຽນແປງຖານະຂອງໂຢບຈາກຜູ້ຊາຍທີ່ລໍ້າລວຍໃຫ້ກາຍເປັນຄົນທີ່ບໍ່ມີຫຍັງເລີຍ ແລະ ມັນຍັງເຮັດໃຫ້ເພິ່ນໄດ້ຜະເຊີນກັບການທີ່ຊາຕານຂົ່ມເຫັງມະນຸດຊາດ. ຄວາມທຸກຍາກຂອງເພິ່ນບໍ່ໄດ້ເຮັດໃຫ້ເພິ່ນກຽດຊັງຊາຕານ; ກົງກັນຂ້າມ ໃນການກະທຳທີ່ຊົ່ວຊ້າຂອງຊາຕານ ເພິ່ນໄດ້ເຫັນເຖິງຄວາມຂີ້ຮ້າຍ ແລະ ຄວາມຕໍ່າຊ້າຂອງຊາຕານ ພ້ອມທັງຄວາມເປັນສັດຕູ ແລະ ຄວາມກະບົດຂອງຊາຕານຕໍ່ພຣະເຈົ້າ ແລະ ສິ່ງນີ້ດົນໃຈໃຫ້ເພິ່ນຍຶດໝັ້ນໃນວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຕະຫຼອດໄປ. ເພິ່ນສາບານວ່າເພິ່ນຈະບໍ່ປະຖິ້ມພຣະເຈົ້າ ແລະ ຫັນຫຼັງຂອງເພິ່ນໃຫ້ກັບຫົນທາງຂອງພຣະເຈົ້າ ຍ້ອນປັດໄຈພາຍນອກ ເຊັ່ນ: ຊັບສິນ, ລູກໆ ຫຼື ຍາດພີ່ນ້ອງ ຫຼື ເພິ່ນຈະບໍ່ເປັນຂ້າທາດໃຫ້ກັບຊາຕານ, ຊັບສິນ ຫຼື ບຸກຄົນໃດໜຶ່ງ; ນອກຈາກພຣະເຈົ້າເຢໂຮວາແລ້ວ ບໍ່ມີຜູ້ໃດທີ່ຈະສາມາດເປັນພຣະຜູ້ເປັນເຈົ້າຂອງເພິ່ນ ຫຼື ພຣະເຈົ້າຂອງເພິ່ນ. ສິ່ງດັ່ງກ່າວແມ່ນຄວາມປາຖະໜາຂອງໂຢບ. ໃນອີກດ້ານໜຶ່ງ, ໂຢບຍັງໄດ້ຮັບບາງສິ່ງຈາກການລໍ້ລວງນີ້. ເພິ່ນໄດ້ຮັບເອົາຄວາມຮັ່ງມີຢ່າງຫຼວງຫຼາຍໃນທ່າມກາງການທົດລອງທີ່ພຣະເຈົ້າໄດ້ມອບໃຫ້ກັບເພິ່ນ.

ໃນລະຫວ່າງຊີວິດຂອງໂຢບຕະຫຼອດສອງສາມທົດສະວັດທີ່ຜ່ານມາ, ເພິ່ນໄດ້ເຫັນການກະທຳຂອງພຣະເຢໂຮວາ ແລະ ໄດ້ຮັບເອົາພອນຂອງພຣະເຈົ້າເຢໂຮວາທີ່ປະທານໃຫ້ເພິ່ນ. ພວກມັນແມ່ນພອນທີ່ເຮັດໃຫ້ເພິ່ນຮູ້ສຶກບໍ່ສະບາຍໃຈ ແລະ ເປັນໜີ້ບຸນຄຸນຫຼາຍ, ຍ້ອນເພິ່ນເຊື່ອວ່າ ເພິ່ນບໍ່ໄດ້ເຮັດຫຍັງສຳລັບພຣະເຈົ້າເລີຍ, ແຕ່ໄດ້ຮັບມໍລະດົກດ້ວຍພອນທີ່ຍິ່ງໃຫຍ່ດັ່ງກ່າວ ແລະ ໄດ້ຮັບຄວາມກະລຸນາຢ່າງຫຼວງຫຼາຍ. ຍ້ອນເຫດຜົນນີ້, ເພິ່ນຈຶ່ງມັກອະທິຖານໃນຫົວໃຈຂອງເພິ່ນ, ຫວັງວ່າເພິ່ນຈະສາມາດຕອບແທນພຣະເຈົ້າ, ຫວັງວ່າເພິ່ນຈະມີໂອກາດໄດ້ເປັນພະຍານເຖິງການກະທຳ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຫວັງວ່າພຣະເຈົ້າຈະທົດສອບຄວາມເຊື່ອຟັງເພິ່ນ ແລະ ຍິ່ງໄປກວ່ານັ້ນແມ່ນເພື່ອເຮັດໃຫ້ຄວາມເຊື່ອຟັງຂອງເພິ່ນບໍລິສຸດ, ຈົນຄວາມເຊື່ອຟັງຂອງເພິ່ນ ແລະ ຄວາມເຊື່ອຂອງເພິ່ນຈະໄດ້ຮັບຄວາມເຫັນດີເຫັນພ້ອມຈາກພຣະເຈົ້າ. ແລ້ວເມື່ອການທົດລອງມາເຖິງໂຢບ, ເພິ່ນກໍເຊື່ອວ່າພຣະເຈົ້າໄດ້ຍິນຄຳອະທິຖານຂອງເພິ່ນ. ໂຢບໄດ້ຊື່ນຊົມໂອກາດນີ້ຫຼາຍກວ່າສິ່ງອື່ນໃດ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງບໍ່ກ້າປະຕິບັດຕໍ່ໂອກາດນີ້ຢ່າງຖືເບົາ, ຍ້ອນວ່າ ຄວາມປາຖະໜາທີ່ຍິ່ງໃຫຍ່ທີ່ສຸດຕະຫຼອດຊີວິດຂອງເພິ່ນຈະສາມາດຖືກເຮັດໃຫ້ກາຍເປັນຈິງ. ການໄດ້ຮັບໂອກາດນີ້ໝາຍຄວາມວ່າ ຄວາມເຊື່ອຟັງຂອງເພິ່ນ ແລະ ຄວາມຢຳເກງພຣະເຈົ້າສາມາດນໍາເຂົ້າສູ່ການທົດສອບ ແລະ ສາມາດເຮັດໃຫ້ບໍລິສຸດໄດ້. ຍິ່ງໄປກວ່ານັ້ນ ມັນໝາຍຄວາມວ່າ ໂຢບມີໂອກາດທີ່ຈະໄດ້ຮັບຄວາມເຫັນດີເຫັນພ້ອມຂອງພຣະເຈົ້າ, ແລ້ວໃນທີ່ສຸດກໍນໍາພາເພິ່ນເຂົ້າໃກ້ພຣະເຈົ້າຍິ່ງຂຶ້ນ. ໃນລະຫວ່າງການທົດລອງ, ຄວາມເຊື່ອ ແລະ ການສະແຫວງຫາດັ່ງກ່າວເຮັດໃຫ້ເພິ່ນສົມບູນຫຼາຍຍິ່ງຂຶ້ນ ແລະ ຮັບເອົາຄວາມເຂົ້າໃຈຫຼາຍຍິ່ງຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ. ໂຢບຍັງໄດ້ຮູ້ບຸນຄຸນຫຼາຍຂຶ້ນສຳລັບການໃຫ້ພອນ ແລະ ຄວາມເມດຕາຂອງພຣະເຈົ້າ, ໃນຫົວໃຈຂອງເພິ່ນ, ເພິ່ນໄດ້ຖອກເທການສັນລະເສີນອັນຍິ່ງໃຫຍ່ກ່ຽວກັບການກະທຳຂອງພຣະເຈົ້າ ແລະ ເພິ່ນຢຳເກງ ແລະ ເຄົາລົບນັບຖືພຣະເຈົ້າຫຼາຍຍິ່ງຂຶ້ນ ແລະ ປາຖະໜາຫາຄວາມເປັນຕາຮັກ, ຄວາມຍິ່ງໃຫຍ່ ແລະ ຄວາມບໍລິສຸດຂອງພຣະເຈົ້າຫຼາຍຍິ່ງຂຶ້ນ. ໃນເວລານີ້ ເຖິງແມ່ນໂຢບຍັງເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າ, ເມື່ອເວົ້າເຖິງປະສົບການຂອງເພິ່ນ, ຄວາມເຊື່ອ ແລະ ຄວາມຮູ້ຂອງໂຢບກໍໄດ້ກ້າວໜ້າຢ່າງໄວວາ. ຄວາມເຊື່ອຂອງເພິ່ນໄດ້ເພີ່ມຂຶ້ນ, ຄວາມເຊື່ອຟັງຂອງເພິ່ນໄດ້ມີຫຼັກໝັ້ນ ແລະ ການຢຳເກງພຣະເຈົ້າຂອງເພິ່ນຍິ່ງເລິກເຊິ່ງຫຼາຍຂຶ້ນ. ເຖິງແມ່ນການທົດລອງນີ້ໄດ້ປ່ຽນແປງຈິດໃຈ ແລະ ຊີວິດຂອງໂຢບ, ການປ່ຽນແປງດັ່ງກ່າວກໍບໍ່ໄດ້ເຮັດໃຫ້ໂຢບພໍໃຈ ຫຼື ຊັກຊ້າຄວາມກ້າວໄປທາງໜ້າຂອງເພິ່ນ. ໃນຂະນະທີ່ຄຳນວນເຖິງສິ່ງທີ່ເພິ່ນໄດ້ຮັບເອົາຈາກການທົດລອງນີ້ ແລະ ພິຈາລະນາຈາກຂໍ້ບົກຜ່ອງຂອງເພິ່ນເອງ, ເພິ່ນອະທິຖານຢ່າງງຽບໆ, ລໍຖ້າໃຫ້ການທົດລອງຄັ້ງຕໍ່ໄປມາເຖິງເພິ່ນ, ຍ້ອນເພິ່ນປາຖະໜາໃຫ້ຄວາມເຊື່ອ, ຄວາມເຊື່ອຟັງ ແລະ ຄວາມຢຳເກງພຣະເຈົ້າຂອງເພິ່ນໄດ້ຮັບການສະໜອງໃນລະຫວ່າງການທົດລອງຄັ້ງຕໍ່ໄປຂອງພຣະເຈົ້າ.

ພຣະເຈົ້າສັງເກດເຫັນຄວາມຄິດໃນສ່ວນເລິກສຸດຂອງມະນຸດ ແລະ ທຸກສິ່ງທີ່ມະນຸດເວົ້າ ແລະ ກະທຳ. ຄວາມຄິດຂອງໂຢບໄດ້ໄປເຖິງຫູຂອງພຣະເຈົ້າເຢໂຮວາ ແລະ ພຣະເຈົ້າໄດ້ຟັງຄຳອະທິຖານຂອງເພິ່ນ ແລະ ດ້ວຍເຫດນີ້ ການທົດລອງຄັ້ງຕໍ່ໄປຂອງພຣະເຈົ້າສຳລັບໂຢບຈຶ່ງມາເຖິງດັ່ງທີ່ຄາດຫວັງໄວ້.

ໃນທ່າມກາງການທົນທຸກຢ່າງຮ້າຍແຮງທີ່ສຸດ, ໂຢບເຂົ້າໃຈຄວາມຫ່ວງໃຍຂອງພຣະເຈົ້າສຳລັບມະນຸດຊາດຢ່າງແທ້ຈິງ

ຫຼັງຈາກພຣະເຈົ້າເຢໂຮວາຖາມຊາຕານ, ຊາຕານກໍມີຄວາມສຸກຢ່າງລັບໆ. ນີ້ກໍຍ້ອນວ່າ ຊາຕານຮູ້ຈັກວ່າ ມັນຈະໄດ້ຮັບອະນຸຍາດໃຫ້ໂຈມຕີມະນຸດທີ່ສົມບູນໃນສາຍຕາຂອງພຣະເຈົ້າອີກຄັ້ງ, ສຳລັບຊາຕານແລ້ວ ນີ້ແມ່ນໂອກາດທີ່ຫາຍາກ. ຊາຕານໃຊ້ໂອກາດນີ້ເພື່ອທຳລາຍຄວາມເຊື່ອໝັ້ນຂອງໂຢບຢ່າງສິ້ນເຊີງ, ເພື່ອເຮັດໃຫ້ເພິ່ນສູນເສຍຄວາມເຊື່ອໝັ້ນຂອງເພິ່ນໃນພຣະເຈົ້າ ແລະ ບໍ່ຢຳເກງພຣະເຈົ້າ ຫຼື ສັນລະເສີນນາມຂອງພຣະເຢໂຮວາອີກຕໍ່ໄປ. ນີ້ເປັນການໃຫ້ໂອກາດແກ່ຊາຕານ: ບໍ່ວ່າຈະບ່ອນໃດ ຫຼື ເວລາໃດກໍຕາມ, ມັນສາມາດເຮັດໃຫ້ໂຢບເປັນເຄື່ອງຫຼິ້ນທີ່ເປັນໜີ້ບຸນຄຸນຕໍ່ຄຳສັ່ງຂອງມັນ. ຊາຕານເຊື່ອງເຈດຕະນາທີ່ຊົ່ວຊ້າຂອງມັນໂດຍບໍ່ປະຮ່ອງຮອຍໄວ້ເລີຍ, ແຕ່ມັນບໍ່ສາມາດຄວບຄຸມທຳມະຊາດທີ່ຊົ່ວຮ້າຍຂອງມັນໄດ້. ຄວາມຈິງນີ້ແມ່ນເຊື່ອງຊ້ອນຢູ່ໃນຄຳຕອບຂອງມັນຕໍ່ພຣະທຳຂອງພຣະເຈົ້າເຢໂຮວາ ດັ່ງທີ່ໄດ້ບັນທຶກໃນຂໍ້ພຣະຄຳພີດັ່ງຕໍ່ໄປນີ້: “ຊາຕານກໍຕອບພຣະເຢໂຮວາ ແລະ ກ່າວວ່າ ຜິວໜັງຕໍ່ຜິວໜັງ ແມ່ນແລ້ວ ທຸກສິ່ງທີ່ມະນຸດມີ ເຂົາຈະຍອມສະລະເພື່ອຊີວິດຂອງເຂົາ. ແຕ່ຈົ່ງເດ່ມືພຣະອົງອອກໄປແຕະຕ້ອງກະດູກ ແລະ ເນື້ອໜັງຂອງລາວຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຕໍ່ໜ້າພຣະອົງເລີຍລະ” (ໂຢບ 2:4–5). ມັນເປັນໄປບໍ່ໄດ້ທີ່ຈະບໍ່ຮູ້ ແລະ ບໍ່ຮູ້ສຶກເຖິງຄວາມຊົ່ວຮ້າຍຂອງຊາຕານຈາກການສົນທະນານີ້ລະຫວ່າງພຣະເຈົ້າ ແລະ ຊາຕານ. ເມື່ອໄດ້ຍິນການຫຼອກລວງເຫຼົ່ານີ້ຂອງຊາຕານ, ທຸກຄົນທີ່ຮັກຄວາມຈິງ ແລະ ກຽດຊັງສິ່ງຊົ່ວຮ້າຍກໍຈະມີຄວາມກຽດຊັງທີ່ຮຸນແຮງຂຶ້ນຕໍ່ຄວາມຕໍ່າຊ້າ ແລະ ຄວາມບໍ່ມີຢາງອາຍຂອງຊາຕານຢ່າງແນ່ນອນ, ຈະຮູ້ສຶກເປັນຕາໜ່າຍ ແລະ ເບື່ອໜ່າຍການຫຼອກລວງຂອງຊາຕານ ແລະ ໃນເວລາດຽວກັນ ພວກເຂົາກໍຈະອະທິຖານຢ່າງເລິກເຊິ່ງ ແລະ ປາຖະໜາຢ່າງຈິງຈັງສຳລັບໂຢບ ໂດຍອະທິຖານວ່າບຸກຄົນທີ່ຊື່ສັດນີ້ຈະສາມາດບັນລຸຄວາມສົມບູນໄດ້, ປາຖະໜາວ່າບຸກຄົນນີ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຈະເອົາຊະນະການລໍ້ລວງຂອງຊາຕານ ແລະ ດຳລົງຊີວິດໃນແສງສະຫວ່າງ, ໃນທ່າມກາງການນໍາພາ ແລະ ການໃຫ້ພອນຂອງພຣະເຈົ້າ; ພ້ອມນັ້ນ ຜູ້ຄົນດັ່ງກ່າວຍັງຈະປາຖະໜາຂໍໃຫ້ການກະທຳທີ່ຊອບທຳຂອງໂຢບສາມາດກະຕຸ້ນ ແລະ ໜູນໃຈທຸກຄົນທີ່ສະແຫວງຫາຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຕະຫຼອດໄປ. ເຖິງແມ່ນເຈດຕະນາທີ່ຊົ່ວຮ້າຍຂອງຊາຕານສາມາດເຫັນໄດ້ໃນການປະກາດນີ້, ພຣະເຈົ້າກໍຍິນຍອມຕໍ່ “ຄຳຮ້ອງຂໍ” ຂອງຊາຕານຢ່າງສະບາຍໃຈ, ແຕ່ພຣະອົງຍັງມີເງື່ອນໄຂໜຶ່ງຂໍ້: “ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ” (ໂຢບ 2:6). ຍ້ອນໃນຄັ້ງນີ້ ຊາຕານຂໍເດ່ມືຂອງມັນເພື່ອທຳຮ້າຍເນື້ອໜັງ ແລະ ກະດູກຂອງໂຢບ, ພຣະເຈົ້າຈຶ່ງເວົ້າວ່າ: “ແຕ່ຈົ່ງໄວ້ຊີວິດຂອງລາວ”. ຄວາມໝາຍຂອງພຣະທຳເຫຼົ່ານີ້ກໍຄື ພຣະອົງໄດ້ມອບເນື້ອໜັງຂອງໂຢບໄວ້ກັບຊາຕານ, ແຕ່ຊີວິດຂອງໂຢບແມ່ນເປັນຂອງພຣະເຈົ້າ. ຊາຕານບໍ່ສາມາດເອົາຊີວິດຂອງໂຢບ, ແຕ່ນອກນັ້ນ ຊາຕານສາມາດນໍາໃຊ້ທຸກຮູບແບບ ຫຼື ທຸກວິທີການກັບໂຢບໄດ້.

ຫຼັງຈາກທີ່ໄດ້ຮັບເອົາອະນຸຍາດຈາກພຣະເຈົ້າ, ຊາຕານກໍຟ້າວໄປຫາໂຢບ ແລະ ເດ່ມືຂອງມັນເພື່ອເຮັດໃຫ້ຜິວໜັງຂອງເພິ່ນເຈັບປວດ, ເຮັດໃຫ້ເກີດຕຸ່ມເຕັມຮ່າງກາຍຂອງເພິ່ນ ແລະ ໂຢບກໍຮູ້ສຶກເຖິງຄວາມເຈັບປວດໃນຜິວໜັງຂອງເພິ່ນ. ໂຢບສັນລະເສີນຄວາມມະຫັດສະຈັນ ແລະ ຄວາມບໍລິສຸດຂອງພຣະເຈົ້າເຢໂຮວາ ເຊິ່ງເຮັດໃຫ້ຊາຕານຍິ່ງໜ້າດ້ານຢ່າງບໍ່ມີຢາງອາຍຫຼາຍຂຶ້ນ. ຍ້ອນມັນຮູ້ສຶກເຖິງຄວາມດີໃຈໃນການທຳຮ້າຍມະນຸດ, ຊາຕານເດ່ມືຂອງມັນ ແລະ ຂູດເນື້ອໜັງຂອງໂຢບ, ເຮັດໃຫ້ຕຸ່ມເທິງຜີວໜັງຂອງເພິ່ນກາຍເປັນໜອງ. ທັນທີທັນໃດ ໂຢບກໍຮູ້ສຶກເຖິງຄວາມເຈັບປວດ ແລະ ຄວາມທໍລະມານເທິງເນື້ອໜັງຂອງເພິ່ນໂດຍບໍ່ມີຫຍັງປຽບໄດ້ ແລະ ເພິ່ນບໍ່ສາມາດເຮັດຫຍັງໄດ້ ນອກຈາກບີບນວດຕົນເອງຕັ້ງແຕ່ຫົວຮອດຕີນດ້ວຍມືຂອງເພິ່ນ, ຄືກັບວ່າການເຮັດແບບນີ້ຈະບັນເທົາຄວາມທໍລະມານໃນຈິດໃຈຂອງເພິ່ນ ແລະ ຄວາມເຈັບປວດຂອງເນື້ອໜັງຂອງເພິ່ນ. ເພິ່ນຮູ້ວ່າພຣະເຈົ້າເຝົ້າເບິ່ງເພິ່ນຢູ່ທາງຂ້າງ ແລະ ເພິ່ນພະຍາຍາມສຸດຄວາມສາມາດຂອງເພິ່ນເພື່ອເຮັດໃຫ້ຕົນເອງເຂັ້ມແຂງ. ອີກຄັ້ງ ເພິ່ນໄດ້ຄຸເຂົ່າລົງພື້ນດິນ ແລະ ເວົ້າວ່າ: “ພຣະອົງຫຼຽວເບິ່ງຂ້າງໃນຫົວໃຈຂອງມະນຸດ, ພຣະອົງສັງເກດຄວາມທຸກທໍລະມານຂອງເຂົາ; ເປັນຫຍັງຄວາມອ່ອນແອຂອງເຂົາຈຶ່ງເຮັດໃຫ້ພຣະອົງກັງວົນໃຈ? ສັນລະເສີນພຣະນາມຂອງພຣະເຈົ້າເຢໂຮວາ”. ຊາຕານເຫັນຄວາມເຈັບປວດທີ່ບໍ່ສາມາດທົນໄດ້ຂອງໂຢບ, ແຕ່ມັນຍັງບໍ່ເຫັນໂຢບປະຖິ້ມນາມຂອງພຣະເຈົ້າເຢໂຮວາ. ສະນັ້ນ ມັນຈຶ່ງຟ້າວເດ່ມືຂອງມັນເພື່ອຫັກກະດູກຂອງໂຢບ, ມັນຕັ້ງໃຈຈະດືງກະແຂນຂາອອກເປັນຊິ້ນໆ. ທັນທີທັນໃດ, ໂຢບກໍຮູ້ສຶກເຖິງຄວາມທໍລະມານທີ່ບໍ່ເຄີຍຮູ້ສຶກມາກ່ອນ; ມັນຄືກັບວ່າເນື້ອໜັງຂອງເພິ່ນໄດ້ຖືກຈີກອອກຈາກກະດູກ ແລະ ຄືກັບວ່າກະດູກຂອງເພິ່ນກໍາລັງຖືກທຸບມຸ່ນອອກເປັນຕ່ອນໆ. ຄວາມທໍລະມານທີ່ແສນເຈັບປວດນີ້ເຮັດໃຫ້ເພິ່ນຄິດວ່າ ມັນດີກວ່າທີ່ຈະຕາຍ... ຄວາມສາມາດໃນການທົນຕໍ່ຄວາມເຈັບປວດນີ້ຂອງເພິ່ນໄດ້ເຖິງຂີດຈຳກັດ... ເພິ່ນຢາກຮ້ອງອອກດັງໆ, ເພິ່ນຢາກຈີກຜິວໜັງຢູ່ເທິງຮ່າງກາຍຂອງເພິ່ນນັ້ນອອກເພື່ອບັນເທົາຄວາມເຈັບປວດ, ແຕ່ເພິ່ນກໍບໍ່ຍອມຮ້ອງ ແລະ ບໍ່ໄດ້ຈີກຜິວໜັງຢູ່ເທິງຮ່າງກາຍຂອງເພິ່ນ, ຍ້ອນເພິ່ນບໍ່ຕ້ອງການໃຫ້ຊາຕານເຫັນຄວາມອ່ອນແອຂອງເພິ່ນ. ສະນັ້ນ ໂຢບຈຶ່ງຄຸເຂົ່າລົງອີກຄັ້ງ, ແຕ່ໃນຄັ້ງນີ້ ເພິ່ນບໍ່ໄດ້ຮູ້ສຶກເຖິງການສະຖິດຢູ່ຂອງພຣະເຈົ້າເຢໂຮວາ. ເພິ່ນຮູ້ວ່າພຣະເຈົ້າເຢໂຮວາມັກຢູ່ຕໍ່ໜ້າເພິ່ນ ແລະ ຢູ່ຂ້າງຫຼັງເພິ່ນ ແລະ ຢູ່ທາງຂ້າງເພິ່ນ. ແຕ່ໃນລະຫວ່າງຄວາມເຈັບປວດນີ້, ພຣະເຈົ້າບໍ່ໄດ້ເຝົ້າເບິ່ງ; ພຣະອົງປິດໜ້າຂອງພຣະອົງ ແລະ ລີ້ຢູ່, ຍ້ອນຄວາມໝາຍຂອງການເນລະມິດສ້າງມະນຸດຂອງພຣະອົງບໍ່ແມ່ນເພື່ອນໍາຄວາມທົນທຸກມາສູ່ມະນຸດ. ໃນຄັ້ງນີ້ ໂຢບຮ້ອງໄຫ້ ແລະ ເຮັດສຸດຄວາມສາມາດຂອງເພິ່ນເພື່ອອົດທົນກັບຄວາມເຈັບປວດທາງຮ່າງກາຍນີ້, ແຕ່ເພິ່ນບໍ່ສາມາດສືບຕໍ່ຂອບໃຈພຣະເຈົ້າອີກຕໍ່ໄປ ແລະ ເວົ້າວ່າ: “ມະນຸດລົ້ມລົງໃນການໂຈມຕີຄັ້ງທຳອິດ, ເຂົາອ່ອນແອ ແລະ ບໍ່ມີກຳລັງ, ເຂົາໜຸ່ມນ້ອຍ ແລະ ບໍ່ມີຄວາມຮູ້, ເປັນຫຍັງພຣະອົງຈຶ່ງປາຖະໜາທີ່ຈະຫ່ວງໃຍ ແລະ ອ່ອນໂຍນຕໍ່ເຂົາ? ພຣະອົງໂຈມຕີຂ້ານ້ອຍ, ແຕ່ມັນກໍເຮັດໃຫ້ພຣະອົງເຈັບປວດໃນການເຮັດແບບນັ້ນ. ແລ້ວມັນມີຫຍັງໃນຕົວມະນຸດທີ່ສົມຄວນແກ່ຄວາມຫ່ວງໃຍ ແລະ ຄວາມສົນໃຈຂອງພຣະອົງ?” ຄຳອະທິຖານຂອງໂຢບໄປເຖິງຫູຂອງພຣະເຈົ້າ ແລະ ພຣະເຈົ້າກໍມິດງຽບ, ພຽງແຕ່ເຝົ້າເບິ່ງໂດຍບໍ່ສົ່ງສຽງຫຍັງ... ເມື່ອໄດ້ໃຊ້ຄວາມພະຍາຍາມທຸກກົນອຸບາຍໃນໜັງສືຈົນໝົດແລ້ວ, ຊາຕານກໍຈາກໄປຢ່າງງຽບໆ, ແຕ່ນີ້ກໍບໍ່ໄດ້ສິ້ນສຸດການທົດລອງຂອງພຣະເຈົ້າຕໍ່ໂຢບ. ຍ້ອນລິດອຳນາດຂອງພຣະເຈົ້າທີ່ໄດ້ຖືກເປີດເຜີຍໃນໂຢບບໍ່ໄດ້ຖືກເປີດເຜີຍສູ່ສາທາລະນະ, ເລື່ອງລາວຂອງໂຢບຈຶ່ງບໍ່ໄດ້ຈົບລົງດ້ວຍການຈາກໄປຂອງຊາຕານ. ເມື່ອມີຕົວລະຄອນອື່ນເລີ່ມເຂົ້າມາ ກໍມີອີກຫຼາຍສາກທີ່ເປັນຕາຕື່ນເຕັ້ນທີ່ຍັງບໍ່ທັນມາເຖິງເທື່ອ.

ການສະແດງອອກອີກຢ່າງເຖິງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຂອງໂຢບຄືການສັນລະເສີນນາມຂອງພຣະເຈົ້າໃນທຸກສິ່ງ

ການສະແດງອອກອີກຢ່າງເຖິງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຂອງໂຢບຄືການສັນລະເສີນນາມຂອງພຣະເຈົ້າໃນທຸກສິ່ງ

ໂຢບໄດ້ທົນທຸກຕໍ່ການທຳລາຍລ້າງຂອງຊາຕານ, ແຕ່ເພິ່ນກໍຍັງບໍ່ໄດ້ປະຖິ້ມນາມຂອງພຣະເຈົ້າເຢໂຮວາ. ເມຍຂອງເພິ່ນເປັນຄົນທຳອິດທີ່ກ້າວອອກມາ ແລະ ໂຈມຕີໂຢບ ໂດຍຫຼິ້ນບົດບາດຂອງຊາຕານໃນຮູບຮ່າງທີ່ສາມາດເຫັນໄດ້ຕໍ່ສາຍຕາຂອງມະນຸດ. ຂໍ້ຄວາມຕົ້ນສະບັບໄດ້ບັນຍາຍໄວ້ດັ່ງລຸ່ມນີ້: “ແລ້ວເມຍຂອງລາວເວົ້າກັບລາວວ່າ ເຈົ້າຍັງມີຄວາມຊື່ສັດຢູ່ບໍ? ສາບແຊ່ງພຣະເຈົ້າ ແລ້ວຕາຍໄປສະ” (ໂຢບ 2:9). ນີ້ແມ່ນຄຳເວົ້າຂອງຊາຕານພາຍໃຕ້ໜ້າກາກບັງໜ້າຂອງມະນຸດ. ມັນຄືການໂຈມຕີ ແລະ ຄຳກ່າວຫາ, ພ້ອມທັງການລໍ້ໃຈ, ການລໍ້ລວງ ແລະ ການກ່າວຮ້າຍ. ເມື່ອລົ້ມເຫຼວໃນການໂຈມຕີເນື້ອໜັງຂອງໂຢບ, ຊາຕານກໍໂຈມຕີຄວາມຊື່ສັດຂອງໂຢບໂດຍກົງ, ປາຖະໜາທີ່ຈະໃຊ້ສິ່ງນີ້ເພື່ອເຮັດໃຫ້ໂຢບຍອມຖິ້ມຄວາມຊື່ສັດຂອງເພິ່ນ, ປະຕິເສດພຣະເຈົ້າ ແລະ ບໍ່ມີຊີວິດຢູ່ອີກຕໍ່ໄປ. ພ້ອມນັ້ນ ຊາຕານຍັງປາຖະໜາທີ່ຈະໃຊ້ຄຳເວົ້າດັ່ງກ່າວເພື່ອລໍ້ລວງໂຢບ: ຖ້າໂຢບປະຖິ້ມນາມຂອງພຣະເຢໂຮວາ, ແລ້ວເພິ່ນຈະບໍ່ອົດທົນຕໍ່ຄວາມທໍລະມານດັ່ງກ່າວ; ເພິ່ນສາມາດເຮັດໃຫ້ຕົນເອງຫຼຸດພົ້ນອອກຈາກຄວາມທໍລະມານທາງເນື້ອໜັງ. ເມື່ອຜະເຊີນກັບຄຳແນະນຳຂອງເມຍຂອງເພິ່ນ, ໂຢບກໍຕໍາໜິຕິເຕືອນນາງໂດຍເວົ້າວ່າ: “ເຈົ້າເວົ້າຄືກັບຜູ້ຍິງທີ່ໂງ່ຈ້າເວົ້າແທ້. ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” (ໂຢບ 2:10). ໂຢບຮູ້ຈັກຖ້ອຍຄໍາຫຼົ່ານີ້ເປັນເວລາດົນນານແລ້ວ, ແຕ່ໃນເທື່ອນີ້ ຄວາມຮູ້ທີ່ແທ້ຈິງຂອງໂຢບກ່ຽວກັບຖ້ອຍຄໍາເຫຼົ່ານີ້ໄດ້ຖືກພິສູດ.

ເມື່ອເມຍຂອງເພິ່ນໄດ້ແນະນໍາໃຫ້ເພິ່ນສາບແຊ່ງພຣະເຈົ້າ ແລະ ຕາຍ, ຄວາມໝາຍຂອງນາງກໍຄື: “ພຣະເຈົ້າຂອງເຈົ້າປະຕິບັດຕໍ່ເຈົ້າແບບນີ້, ແລ້ວເປັນຫຍັງຈຶ່ງບໍ່ສາບແຊ່ງພຣະອົງ? ເປັນຫຍັງເຈົ້າຈຶ່ງຕ້ອງຍັງມີຊີວິດຢູ່? ພຣະເຈົ້າຂອງເຈົ້າບໍ່ຍຸຕິທຳຕໍ່ເຈົ້າ, ແຕ່ເຈົ້າກໍຍັງເວົ້າວ່າ: ‘ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ’. ພຣະອົງສາມາດນໍາໄພພິບັດມາສູ່ເຈົ້າໄດ້ແນວໃດ ໃນເມື່ອເຈົ້າອວຍພອນພຣະນາມຂອງພຣະອົງແບບນີ້? ຈົ່ງຮີບຟ້າວ ແລະ ປະຕິເສດພຣະນາມຂອງພຣະເຈົ້າ ແລະ ບໍ່ຕິດຕາມພຣະອົງອີກຕໍ່ໄປ. ແລ້ວຄວາມລຳບາກຂອງເຈົ້າກໍຈະໝົດໄປ”. ໃນຊ່ວງເວລານີ້, ມີຄຳພະຍານທີ່ພຣະເຈົ້າປາຖະໜາຈະໄດ້ເຫັນໃນໂຢບ. ບໍ່ມີບຸກຄົນທຳມະດາຄົນໃດສາມາດເປັນພະຍານດັ່ງກ່າວໄດ້ ຫຼື ພວກເຮົາໄດ້ອ່ານກ່ຽວກັບຄຳພະຍານດັ່ງກ່າວໃນເລື່ອງລາວໃດເລີຍໃນພຣະຄຳພີ, ແຕ່ພຣະເຈົ້າໄດ້ເຫັນມັນແລ້ວ ກ່ອນທີ່ໂຢບຈະກ່າວຄຳເວົ້າເຫຼົ່ານີ້. ພຣະເຈົ້າພຽງແຕ່ປາຖະໜາທີ່ຈະໃຊ້ໂອກາດນີ້ເພື່ອໃຫ້ໂຢບພິສູດຕໍ່ທຸກຄົນວ່າ ພຣະເຈົ້າຖືກຕ້ອງ. ເມື່ອໄດ້ຟັງຄຳແນະນຳຂອງເມຍຂອງເພິ່ນ, ໂຢບບໍ່ພຽງແຕ່ບໍ່ຍອມສະຫຼະຄວາມຊື່ສັດຂອງເພິ່ນ ຫຼື ປະຕິເສດພຣະເຈົ້າ, ແຕ່ເພິ່ນຍັງເວົ້າຕໍ່ເມຍຂອງເພິ່ນວ່າ: “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ຄໍາເວົ້າເຫຼົ່ານີ້ມີຄວາມໜັກແໜ້ນຫຼາຍບໍ? ໃນນີ້, ມີພຽງຂໍ້ແທ້ຈິງໜຶ່ງດຽວທີ່ສາມາດພິສູດຄວາມໜັກແໜ້ນຂອງຄໍາເວົ້າເຫຼົ່ານີ້ໄດ້. ຄວາມໜັກແໜ້ນຂອງຄໍາເວົ້າເຫຼົ່ານີ້ກໍຄື ພຣະເຈົ້າໄດ້ເຫັນດີເຫັນພ້ອມກັບຄໍາເວົ້າເຫຼົ່ານີ້ ໃນຫົວໃຈຂອງພຣະອົງ, ພວກມັນແມ່ນສິ່ງທີ່ພຣະເຈົ້າປາຖະໜາ, ພວກມັນແມ່ນສິ່ງທີ່ພຣະເຈົ້າຕ້ອງການໄດ້ຍິນ ແລະ ພວກມັນເປັນຜົນຕາມມາທີ່ພຣະເຈົ້າປາຖະໜາຢາກເຫັນ; ຄໍາເວົ້າເຫຼົ່ານີ້ຍັງເປັນແກ່ນແທ້ຂອງຄຳພະຍານຂອງໂຢບ. ໃນນີ້, ຄວາມສົມບູນ, ຄວາມຊື່ສັດ, ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍຂອງໂຢບແມ່ນໄດ້ຖືກພິສູດ. ຄວາມລໍ້າຄ່າຂອງໂຢບແມ່ນນອນຢູ່ໃນວິທີການ ແລະ ເວລາທີ່ເພິ່ນຖືກລໍ້ລວງ ແລະ ແມ່ນແຕ່ເວລາທີ່ທົ່ວຮ່າງກາຍຂອງເພິ່ນເຕັມໄປດ້ວຍບາດແຜທີ່ເຈັບປວດ ເມື່ອເພິ່ນຖືກລໍ້ລວງ, ເມື່ອເພິ່ນອົດກັ້ນກັບຄວາມທໍລະມານທີ່ສຸດ ແລະ ເມື່ອເມຍຂອງເພິ່ນ ແລະ ຍາດພີ່ນ້ອງຂອງເພິ່ນແນະນໍາເພິ່ນ, ເພິ່ນກໍຍັງກ່າວຄຳເວົ້າດັ່ງກ່າວ. ເວົ້າອີກຢ່າງໜຶ່ງກໍຄື ໃນຫົວໃຈຂອງເພິ່ນ, ເພິ່ນເຊື່ອວ່າ ບໍ່ວ່າການລໍ້ລວງຈະແມ່ນຫຍັງກໍຕາມ ຫຼື ຄວາມລຳບາກຍາກແຄ້ນ ຫຼື ຄວາມທໍລະມານຈະຮຸນແຮງສໍ່າໃດກໍຕາມ, ເຖິງແມ່ນຄວາມຕາຍຕ້ອງມາເຖິງເພິ່ນ, ເພິ່ນກໍຈະບໍ່ປະຕິເສດພຣະເຈົ້າ ຫຼື ປະຕິເສດຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ. ເຈົ້າໄດ້ເຫັນແລ້ວວ່າ ພຣະເຈົ້າມີບ່ອນທີ່ສຳຄັນທີ່ສຸດໃນຫົວໃຈຂອງເພິ່ນ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຢູ່ໃນຫົວໃຈຂອງເພິ່ນ. ມັນເປັນຍ້ອນສິ່ງນີ້ ພວກເຮົາຈຶ່ງໄດ້ອ່ານການບັນຍາຍດັ່ງກ່າວໃນຂໍ້ພຣະຄຳພີກ່ຽວກັບເພິ່ນ ເຊັ່ນ: ເຖິງແມ່ນໄດ້ຮັບຄວາມຍາກລໍາບາກທັງໝົດ ໂຢບກໍບໍ່ໄດ້ເວົ້າໃນສິ່ງທີ່ເຮັດໃຫ້ລາວເປັນບາບ. ບໍ່ພຽງແຕ່ວ່າ ເພິ່ນບໍ່ໄດ້ເຮັດບາບດ້ວຍປາກຂອງເພິ່ນ, ແຕ່ໃນຫົວໃຈຂອງເພິ່ນ, ເພິ່ນກໍບໍ່ໄດ້ຈົ່ມຕໍ່ວ່າພຣະເຈົ້າ. ເພິ່ນບໍ່ໄດ້ເວົ້າຄຳເວົ້າທີ່ເຈັບປວດກ່ຽວກັບພຣະເຈົ້າ ຫຼື ເພິ່ນບໍ່ໄດ້ເຮັດບາບຕໍ່ພຣະເຈົ້າ. ບໍ່ພຽງແຕ່ປາກຂອງເພິ່ນອວຍພອນນາມຂອງພຣະເຈົ້າເທົ່ານັ້ນ, ແຕ່ໃນຫົວໃຈຂອງເພິ່ນ, ເພິ່ນຍັງອວຍພອນນາມຂອງພຣະເຈົ້າ; ປາກ ແລະ ຫົວໃຈຂອງເພິ່ນເປັນອັນໜຶ່ງອັນດຽວກັນ. ນີ້ແມ່ນໂຢບຕົວຈິງທີ່ພຣະເຈົ້າເຫັນ ແລະ ນີ້ຄືສາເຫດແທ້ຈິງທີ່ພຣະເຈົ້າເຊີດຊູໂຢບ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ໂຢບເອົາຊະນະຊາຕານ ແລະ ກາຍມາເປັນມະນຸດທີ່ແທ້ຈິງໃນສາຍຕາຂອງພຣະເຈົ້າ

ເມື່ອໂຢບໄດ້ຜ່ານການທົດລອງຂອງເພິ່ນເປັນຄັ້ງທຳອິດ, ເພິ່ນກໍໄດ້ສູນເສຍຊັບສິນທຸກຢ່າງຂອງເພິ່ນ ແລະ ລູກໆທຸກຄົນຂອງເພິ່ນ, ແຕ່ເພິ່ນກໍບໍ່ໄດ້ລົ້ມລົງ ຫຼື...

ກ່ຽວກັບໂຢບ (ພາກທີສອງ)

ຄວາມມີເຫດຜົນຂອງໂຢບ ປະສົບການຕົວຈິງຂອງໂຢບ ແລະ ຄວາມເປັນມະນຸດທີ່ທ່ຽງກົງ ແລະ ຊື່ສັດຂອງເພິ່ນໝາຍຄວາມວ່າ ເພິ່ນໄດ້ຕັດສິນ ແລະ ເລືອກຢ່າງມີເຫດຜົນທີ່ສຸດ...