ການປະເມີນໂຢບໂດຍພຣະເຈົ້າ ແລະ ຢູ່ໃນພຣະຄຳພີ
ໂຢບ 1:1 ມີຊາຍຄົນໜຶ່ງໃນດິນແດນອູເຊ ມີຊື່ວ່າໂຢບ, ຊາຍຄົນນັ້ນເປັນຄົນທີ່ສົມບູນ, ຊື່ສັດ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ.
ໂຢບ 1:5 ມັນກໍເປັນດັ່ງນັ້ນ ໃນແຕ່ລະມື້ຫລັງຈາກການກິນລ້ຽງຂອງພວກເຂົາເລີກແລ້ວ ໂຢບກໍໄປ ຊໍາລະລ້າງບາບໃຫ້ພວກເຂົາ ແລະ ລຸກຂຶ້ນແຕ່ເຊົ້າ ເພື່ອຖວາຍເຄື່ອງເຜົາບູຊາຕາມຈຳນວນຂອງພວກເຂົາທັງໝົດ ຍ້ອນໂຢບເວົ້າວ່າ ມັນອາດເປັນຍ້ອນບຸດຊາຍຂອງຕົນທີ່ໄດ້ເຮັດບາບ ແລະ ສາບແຊ່ງພຣະເຈົ້າໃນຫົວໃຈຂອງພວກເຂົາ. ສະນັ້ນ ໂຢບກໍເຮັດແບບນັ້ນຢ່າງຕໍ່ເນື່ອງ.
ໂຢບ 1:8 ພຣະເຢໂຮວາກໍກ່າວກັບຊາຕານວ່າ ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ?
ແມ່ນຫຍັງຄືປະເດັນສຳຄັນທີ່ພວກເຈົ້າໄດ້ເຫັນໃນຂໍ້ຄວາມເຫຼົ່ານີ້? ສາມຂໍ້ຄວາມສັ້ນໆເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວພັນກັບໂຢບ. ເຖິງວ່າຈະສັ້ນ, ຂໍ້ຄວາມເຫຼົ່ານີ້ກໍໄດ້ລະບຸໃຫ້ເຫັນຢ່າງຊັດເຈນວ່າເພິ່ນເປັນຄົນແບບໃດ. ຜ່ານການບັນຍາຍເຖິງພຶດຕິກຳປະຈຳວັນຂອງໂຢບ ແລະ ການກະທໍາຂອງເພິ່ນ, ຂໍ້ຄວາມເຫຼົ່ານີ້ບອກໃຫ້ທຸກຄົນຮູ້ວ່າ ແທນທີ່ຈະຂາດເຫດຜົນ ແຕ່ການປະເມີນຂອງພຣະເຈົ້າຕໍ່ໂຢບແມ່ນມີເຫດຜົນຢ່າງດີ. ຂໍ້ຄວາມເຫຼົ່ານັ້ນບອກພວກເຮົາວ່າ ບໍ່ວ່າ ຈະເປັນການທີ່ມະນຸດປະເມີນລາຄາຂອງໂຢບ (ໂຢບ 1:1) ຫຼື ການທີ່ພຣະເຈົ້າປະເມີນລາຄາຂອງເພິ່ນ (ໂຢບ 1:8), ທັງສອງຂໍ້ຄວາມແມ່ນເປັນຜົນມາຈາກການກະທຳຂອງໂຢບທີ່ຢູ່ຕໍ່ໜ້າພຣະເຈົ້າ ແລະ ມະນຸດ (ໂຢບ 1:5).
ກ່ອນອື່ນ, ໃຫ້ພວກເຮົາອ່ານຂໍ້ຄວາມທຳອິດ: “ມີຊາຍຄົນໜຶ່ງໃນດິນແດນອູເຊ ມີຊື່ວ່າໂຢບ, ຊາຍຄົນນັ້ນເປັນຄົນທີ່ສົມບູນ, ຊື່ສັດ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ”. ນີ້ຄືການປະເມີນໂຢບເປັນຄັ້ງທຳອິດໃນພຣະຄຳພີ ແລະ ປະໂຫຍກນີ້ແມ່ນການທີ່ຜູ້ຂຽນປະເມີນລາຄາຂອງໂຢບ. ໂດຍທຳມະຊາດແລ້ວ, ມັນຍັງເປັນການປະເມີນລາຄາທີ່ມະນຸດປະເມີນຕໍ່ໂຢບວ່າ: “ຊາຍຄົນນັ້ນເປັນຄົນທີ່ສົມບູນ, ຊື່ສັດ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ”. ຕໍ່ໄປ, ໃຫ້ພວກເຮົາອ່ານການປະເມີນທີ່ພຣະເຈົ້າໄດ້ປະເມີນໂຢບ: “ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ” (ໂຢບ 1:8). ຈາກທັງສອງຂໍ້ຄວາມເຫຼົ່ານີ້, ຂໍ້ຄວາມໜຶ່ງແມ່ນມາຈາກມະນຸດ ແລະ ອີກຂໍ້ຄວາມແມ່ນມາຈາກພຣະເຈົ້າ; ມັນຄືການປະເມີນທີ່ມີເນື້ອຫາແບບດຽວກັນ. ສະນັ້ນມັນສາມາດເຫັນໄດ້ວ່າ ພຶດຕິກຳ ແລະ ການກະທໍາຂອງໂຢບເປັນທີ່ຮູ້ຈັກຕໍ່ມະນຸດ ແລະ ນອກຈາກນັ້ນຍັງຖືກຍົກຍ້ອງໂດຍພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ຄວາມປະພຶດຂອງໂຢບຕໍ່ໜ້າມະນຸດ ແລະ ຄວາມປະພຶດຂອງເພິ່ນຕໍ່ໜ້າພຣະເຈົ້າເປັນສິ່ງດຽວກັນ; ເພິ່ນວາງພຶດຕິກຳ ແລະ ແຮງຈູງໃຈຂອງເພິ່ນຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ, ເພື່ອວ່າພຣະເຈົ້າຈະສາມາດສັງເກດເຫັນສິ່ງເຫຼົ່ານັ້ນ ແລະ ເພິ່ນເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ສະນັ້ນ ໃນສາຍຕາຂອງພຣະເຈົ້າ ແລະ ຂອງຜູ້ຄົນເທິງແຜ່ນດິນໂລກ ຈຶ່ງມີພຽງແຕ່ໂຢບທີ່ສົມບູນ ແລະ ຊື່ສັດ, ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ.
ການສະແດງອອກໂດຍສະເພາະກ່ຽວກັບການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໃນຊີວິດປະຈຳວັນຂອງໂຢບ
ຕໍ່ໄປ, ໃຫ້ພວກເຮົາມາເບິ່ງການສະແດງອອກທີ່ສະເພາະເຈາະຈົງກ່ຽວກັບການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຂອງໂຢບ. ນອກຈາກຂໍ້ຄວາມກ່ອນ ແລະ ຫຼັງແລ້ວ, ໃຫ້ພວກເຮົາອ່ານ ໂຢບ 1:5 ເຊັ່ນກັນ ເຊິ່ງເປັນໜຶ່ງໃນການສະແດງອອກໂດຍສະເພາະການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຂອງໂຢບ. ມັນກ່ຽວພັນກັບວິທີທີ່ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໃນຊີວິດປະຈຳວັນຂອງເພິ່ນ; ສິ່ງທີ່ສັງເກດເຫັນໄດ້ຢ່າງຊັດເຈນທີ່ສຸດກໍຄື, ເພິ່ນບໍ່ພຽງແຕ່ເຮັດຕາມທີ່ເພິ່ນຄວນເຮັດໂດຍເຫັນແກ່ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍຂອງເພິ່ນເອງ, ແຕ່ຍັງຖວາຍເຄື່ອງເຜົາບູຊາເປັນປະຈຳຕໍ່ໜ້າພຣະເຈົ້າແທນລູກຊາຍຂອງເພິ່ນ. ເພິ່ນຢ້ານວ່າພວກເຂົາຈະ “ເຮັດບາບ ແລະ ສາບແຊ່ງພຣະເຈົ້າໃນຫົວໃຈຂອງພວກເຂົາ” ໃນຂະນະທີ່ພວກເຂົາພາກັນກິນລ້ຽງສະຫຼອງ. ຄວາມຢຳເກງນີ້ສະແດງອອກໃນໂຢບດ້ວຍວິທີໃດ? ຂໍ້ຄວາມຕົ້ນສະບັບໄດ້ບອກເລົ່າເລື່ອງລາວດັ່ງຕໍ່ໄປນີ້: “ມັນກໍເປັນດັ່ງນັ້ນ ໃນແຕ່ລະມື້ຫລັງຈາກການກິນລ້ຽງຂອງພວກເຂົາເລີກແລ້ວ ໂຢບກໍໄປ ຊໍາລະລ້າງບາບໃຫ້ພວກເຂົາ ແລະ ລຸກຂຶ້ນແຕ່ເຊົ້າ ເພື່ອຖວາຍເຄື່ອງເຜົາບູຊາຕາມຈຳນວນຂອງພວກເຂົາທັງໝົດ.” ຄວາມປະພຶດຂອງໂຢບສະແດງໃຫ້ພວກເຮົາເຫັນວ່າ ແທນທີ່ຈະສະແດງອອກໃນພຶດຕິກຳພາຍນອກຂອງເພິ່ນ, ການຢຳເກງພຣະເຈົ້າຂອງເພິ່ນແມ່ນມາຈາກຂ້າງໃນຫົວໃຈຂອງເພິ່ນ ແລະ ການຢຳເກງພຣະເຈົ້າຂອງເພິ່ນແມ່ນສາມາດຄົ້ນພົບໄດ້ໃນທຸກດ້ານຂອງຊີວິດປະຈຳວັນຂອງເພິ່ນຕະຫຼອດເວລາ, ຍ້ອນເພິ່ນບໍ່ພຽງແຕ່ຫຼີກເວັ້ນສິ່ງຊົ່ວຮ້າຍຂອງເພິ່ນເອງ, ແຕ່ມັກຖວາຍເຄື່ອງເຜົາບູຊາແທນລູກຊາຍຂອງເພິ່ນອີກດ້ວຍ. ເວົ້າອີກຢ່າງໜຶ່ງກໍຄື ໂຢບບໍ່ພຽງແຕ່ຢ້ານຢ່າງເລິກໆທີ່ຈະເຮັດບາບຕໍ່ພຣະເຈົ້າ ແລະ ປະຕິເສດພຣະເຈົ້າໃນຫົວໃຈຂອງເພິ່ນເທົ່ານັ້ນ, ແຕ່ເພິ່ນຍັງກັງວົນວ່າ ລູກຊາຍຂອງເພິ່ນອາດເຮັດບາບຕໍ່ພຣະເຈົ້າ ແລະ ປະຕິເສດພຣະອົງໃນຫົວໃຈຂອງພວກເຂົາອີກດ້ວຍ. ຈາກນີ້ ມັນສາມາດເຫັນໄດ້ວ່າ ຄວາມຈິງການຢຳເກງພຣະເຈົ້າຂອງໂຢບຢືນຢັນຕໍ່ການກວດສອບໄດ້ ແລະ ຢູ່ເໜືອຂໍ້ສົງໄສຂອງມະນຸດໃດໆ. ແລ້ວເພິ່ນເຮັດແບບນັ້ນເປັນບາງຄັ້ງບາງຄາວບໍ ຫຼື ເຮັດຢູ່ເລື້ອຍໆ? ປະໂຫຍກສຸດທ້າຍຂອງຂໍ້ຄວາມຄື: “ສະນັ້ນ ໂຢບກໍເຮັດແບບນັ້ນຢ່າງຕໍ່ເນື່ອງ”. ຄວາມໝາຍຂອງພຣະທຳເຫຼົ່ານີ້ຄື ໂຢບບໍ່ໄດ້ໄປ ແລະ ເບິ່ງລູກຊາຍຂອງເພິ່ນເປັນບາງຄັ້ງບາງຄາວ ຫຼື ໃນເວລາທີ່ເພິ່ນພໍໃຈ ຫຼື ເພິ່ນບໍ່ໄດ້ສາລະພາບຕໍ່ພຣະເຈົ້າຜ່ານຄຳອະທິຖານ. ກົງກັນຂ້າມ, ເພິ່ນໃຫ້ລູກຊາຍຂອງເພິ່ນຊໍາລະລ້າງບາບ ແລະ ຖວາຍເຄື່ອງເຜົາບູຊາສຳລັບພວກເຂົາ. ຄຳວ່າ “ຢ່າງຕໍ່ເນື່ອງ” ໃນນີ້ບໍ່ໄດ້ໝາຍຄວາມວ່າ ເພິ່ນເຮັດເປັນເວລາໜຶ່ງ ຫຼື ສອງມື້ ຫຼື ໃນຊ່ວງເວລາໃດໜຶ່ງ. ມັນໝາຍຄວາມວ່າ ການສະແດງອອກເຖິງການຢຳເກງພຣະເຈົ້າຂອງໂຢບບໍ່ແມ່ນຊົ່ວຄາວ ແລະ ບໍ່ໄດ້ຢຸດທີ່ຄວາມຮູ້ ຫຼື ຄຳເວົ້າທີ່ກ່າວອອກມາ; ກົງກັນຂ້າມ ວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໄດ້ນໍາພາຫົວໃຈຂອງເພິ່ນ, ມັນບົ່ງບອກເຖິງພຶດຕິກຳຂອງເພິ່ນ ແລະ ໃນຫົວໃຈຂອງເພິ່ນ ມັນຄືພື້ນຖານຂອງການເປັນຢູ່ຂອງເພິ່ນ. ການທີ່ເພິ່ນເຮັດຢ່າງຕໍ່ເນື່ອງສະແດງໃຫ້ເຫັນວ່າ ໃນຫົວໃຈຂອງເພິ່ນນັ້ນ ເພິ່ນຢ້ານສະເໝີວ່າເພິ່ນເອງຈະເຮັດບາບຕໍ່ພຣະເຈົ້າ ແລະ ຍັງຢ້ານວ່າ ລູກຊາຍ ແລະ ລູກສາວຂອງເພິ່ນຈະເຮັດບາດຕໍ່ພຣະເຈົ້າເຊັ່ນກັນ. ມັນສະແດງໃຫ້ເຫັນວ່າ ວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍທີ່ມີຢູ່ພາຍໃນຫົວໃຈຂອງເພິ່ນນັ້ນໜັກແໜ້ນຫຼາຍສໍ່າໃດ. ດັ່ງນັ້ນ ເພິ່ນຈຶ່ງເຮັດຢ່າງຕໍ່ເນື່ອງ ຍ້ອນໃນຫົວໃຈຂອງເພິ່ນ ເພິ່ນຕົກໃຈ ແລະ ຢ້ານ, ຢ້ານວ່າເພິ່ນຈະເຮັດສິ່ງຊົ່ວຮ້າຍ ແລະ ເຮັດບາບຕໍ່ພຣະເຈົ້າ ແລະ ເພິ່ນຈະຫັນເຫອອກຈາກຫົນທາງຂອງພຣະເຈົ້າ ແລະ ເພິ່ນຈະບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ໃນເວລາດຽວກັນ, ເພິ່ນຍັງກັງວົນໃຈກ່ຽວກັບລູກຊາຍ ແລະ ລູກສາວຂອງເພິ່ນ, ຢ້ານວ່າພວກເຂົາຈະເຮັດຜິດຕໍ່ພຣະເຈົ້າ. ນັ້ນແມ່ນຄວາມປະພຶດໂດຍປົກກະຕິຂອງໂຢບໃນຊີວິດປະຈຳວັນຂອງເພິ່ນ. ມັນແມ່ນຄວາມປະພຶດທຳມະດານີ້ທີ່ພິສູດໃຫ້ເຫັນວ່າ ການທີ່ໂຢບຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍນັ້ນບໍ່ແມ່ນຄຳເວົ້າທີ່ວ່າງເປົ່າ, ແຕ່ໂຢບດຳລົງຊີວິດຕາມຄວາມເປັນຈິງນັ້ນໂດຍແທ້. “ສະນັ້ນ ໂຢບກໍເຮັດແບບນັ້ນຢ່າງຕໍ່ເນື່ອງ”: ພຣະທຳເຫຼົ່ານີ້ໄດ້ບອກພວກເຮົາເຖິງການກະທຳໃນແຕ່ລະມື້ຂອງໂຢບທີ່ຢູ່ຕໍ່ໜ້າພຣະເຈົ້າ. ເມື່ອເພິ່ນເຮັດແບບນັ້ນຢ່າງຕໍ່ເນື່ອງ, ພຶດຕິກຳຂອງເພິ່ນ ແລະ ຫົວໃຈຂອງເພິ່ນໄດ້ໄປຢູ່ຕໍ່ໜ້າພຣະເຈົ້າບໍ? ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າພໍໃຈກັບຫົວໃຈຂອງເພິ່ນ ແລະ ພຶດຕິກຳຂອງເພິ່ນຢູ່ເລື້ອຍໆບໍ? ແລ້ວໂຢບເຮັດແບບນັ້ນຢ່າງຕໍ່ເນື່ອງໃນສະພາວະຫຍັງ ແລະ ໃນບໍລິບົດຫຍັງ? ບາງຄົນເວົ້າວ່າ ມັນເປັນຍ້ອນພຣະເຈົ້າປາກົດຕໍ່ໂຢບຢູ່ເລື້ອຍໆ ເພິ່ນຈຶ່ງກະທຳແບບນັ້ນ; ບາງຄົນເວົ້າວ່າ ເພິ່ນເຮັດແບບນັ້ນຢູ່ເລື້ອຍໆ ຍ້ອນເພິ່ນມີຄວາມປະສົງທີ່ຈະຫຼີກເວັ້ນສິ່ງຊົ່ວຮ້າຍ; ແລະ ບາງຄົນເວົ້າວ່າ ບາງເທື່ອ ເພິ່ນຄິດວ່າຊັບສິນອັນມະຫາສານຂອງເພິ່ນບໍ່ໄດ້ມາຢ່າງງ່າຍດາຍ ແລະ ເພິ່ນຮູ້ວ່າ ພຣະເຈົ້າໄດ້ປະທານມັນໃຫ້ກັບເພິ່ນ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງຢ້ານຢູ່ເລິກໆທີ່ຈະສູນເສຍຊັບສິນຂອງເພິ່ນຍ້ອນການເຮັດບາບ ຫຼື ການເຮັດຜິດຕໍ່ພຣະເຈົ້າ. ຂໍ້ອ້າງເຫຼົ່ານີ້ເປັນຈິງບໍ? ບໍ່ເປັນຈິງແນ່ນອນ. ເພາະວ່າໃນສາຍຕາຂອງພຣະເຈົ້າແລ້ວ ສິ່ງທີ່ພຣະເຈົ້າຍອມຮັບ ແລະ ຊື່ນຊົມຫຼາຍທີ່ສຸດກ່ຽວກັບໂຢບບໍ່ແມ່ນພຽງແຕ່ເພິ່ນໄດ້ເຮັດຢ່າງຕໍ່ເນື່ອງ; ສຳຄັນໄປກວ່ານັ້ນ ແມ່ນຄວາມປະພຶດຂອງເພິ່ນຕໍ່ໜ້າພຣະເຈົ້າ, ຕໍ່ໜ້າມະນຸດ ແລະ ຊາຕານເມື່ອເພິ່ນຖືກມອບໃຫ້ກັບຊາຕານ ແລະ ຖືກລໍ້ລວງ. ພາກສ່ວນຂ້າງລຸ່ມນີ້ໄດ້ໃຫ້ຫຼັກຖານທີ່ເປັນຕາເຊື່ອທີ່ສຸດ, ຫຼັກຖານທີ່ສະແດງໃຫ້ພວກເຮົາເຫັນເຖິງຄວາມຈິງໃນການປະເມີນຂອງພຣະເຈົ້າຕໍ່ໂຢບ. ຕໍ່ໄປ, ໃຫ້ພວກເຮົາອ່ານຂໍ້ຄວາມດັ່ງຕໍ່ໄປນີ້ຈາກຂໍ້ພຣະຄຳພີ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?