ຖ້າຫົວໃຈຂອງມະນຸດຕໍ່ຕ້ານພຣະເຈົ້າ, ມະນຸດຈະສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໄດ້ແນວໃດ?

28 ເດືອນມັງກອນ 2021

ໃນເມື່ອຜູ້ຄົນໃນປັດຈຸບັນບໍ່ມີຄວາມເປັນມະນຸດຄືກັບໂຢບ, ແລ້ວແມ່ນຫຍັງຄືທາດແທ້ແຫ່ງທຳມະຊາດຂອງພວກເຂົາ ແລະ ທ່າທີຂອງພວກເຂົາຕໍ່ພຣະເຈົ້າ? ພວກເຂົາຢຳເກງພຣະເຈົ້າບໍ? ພວກເຂົາຫຼີກເວັ້ນສິ່ງຊົ່ວຮ້າຍບໍ? ຄົນທີ່ບໍ່ຢຳເກງພຣະເຈົ້າ ຫຼື ຫຼີກເວັ້ນສິ່ງຊົ່ວຮ້າຍສາມາດສະຫຼຸບໄດ້ດ້ວຍສາມຄຳ: “ສັດຕູຂອງພຣະເຈົ້າ”. ຜູ້ຄົນເວົ້າສາມຄຳເຫຼົ່ານີ້ຢູ່ສະເໝີ, ແຕ່ພວກເຈົ້າບໍ່ເຄີຍຮູ້ຈັກຄວາມໝາຍທີ່ແທ້ຈິງຂອງມັນ. ຄຳວ່າ “ສັດຕູຂອງພຣະເຈົ້າ” ມີເນື້ອໃນຄື: ບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າເຫັນມະນຸດເປັນສັດຕູ, ແຕ່ເປັນມະນຸດທີ່ເຫັນພຣະເຈົ້າເປັນສັດຕູ. ກ່ອນອື່ນ, ເມື່ອຜູ້ຄົນເລີ່ມເຊື່ອໃນພຣະເຈົ້າ, ຜູ້ໃດໃນບັນດາພວກເຂົາທີ່ບໍ່ມີຈຸດປະສົງ, ແຮງພັກດັນ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ? ເຖິງແມ່ນມີແຕ່ສ່ວນໜຶ່ງຂອງພວກເຂົາທີ່ເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແລະ ໄດ້ເຫັນເຖິງການເປັນຢູ່ຂອງພຣະເຈົ້າ, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍຍັງມີແຮງພັກດັນເຫຼົ່ານັ້ນ ແລະ ຈຸດປະສົງສູງສຸດຂອງພວກເຂົາໃນການເຊື່ອໃນພຣະເຈົ້າກໍຄືການຮັບເອົາພອນຂອງພຣະອົງ ແລະ ສິ່ງທີ່ພວກເຂົາຕ້ອງການ. ໃນປະສົບການຊີວິດຂອງຜູ້ຄົນ, ພວກເຂົາຄິດກັບຕົນເອງຢູ່ສະເໝີວ່າ ຂ້ານ້ອຍໄດ້ສະຫຼະຄອບຄົວ ແລະ ອາຊີບຂອງຂ້ານ້ອຍເພື່ອພຣະເຈົ້າ ແລ້ວພຣະອົງໄດ້ສະຫຼະຫຍັງແດ່ແກ່ຂ້ານ້ອຍ? ຂ້ານ້ອຍຕ້ອງບວກມັນ ແລະ ຢືນຢັນວ່າ, ຂ້ານ້ອຍໄດ້ຮັບພອນຢ່າງໃດຢ່າງໜຶ່ງເມື່ອບໍ່ດົນມານີ້ບໍ? ຂ້ານ້ອຍໄດ້ມອບຢ່າງຫຼວງຫຼາຍໃນໄລຍະເວລານີ້, ຂ້ານ້ອຍໄດ້ແລ່ນ ແລະ ແລ່ນ ແລະ ໄດ້ທົນທຸກຢ່າງຫຼວງຫຼາຍ, ແລ້ວພຣະເຈົ້າໄດ້ໃຫ້ສັນຍາແກ່ຂ້ານ້ອຍເປັນການຕອບແທນບໍ? ພຣະອົງຈະຈົດຈໍາການກະທຳດີຂອງຂ້ານ້ອຍບໍ? ແລ້ວຈຸດຈົບຂອງຂ້ານ້ອຍຈະເປັນແນວໃດ? ຂ້ານ້ອຍຈະສາມາດຮັບເອົາພອນຂອງພຣະເຈົ້າບໍ? ... ທຸກຄົນຄຳນວນສິ່ງດັ່ງກ່າວຢູ່ພາຍໃນຫົວໃຈຂອງພວກເຂົາຢູ່ເລື້ອຍໆ ແລະ ພວກເຂົາຮຽກຮ້ອງພຣະເຈົ້າໃຫ້ແບກຮັບເອົາແຮງຈູງໃຈຂອງພວກເຂົາ, ຄວາມທະເຍີທະຍານ ແລະ ຄວາມຄິດແບບເຫັນແກ່ຜົນປະໂຫຍດສ່ວນຕົວຂອງພວກເຂົາ. ນີ້ໝາຍຄວາມວ່າ ໃນຫົວໃຈຂອງເຂົາ ມະນຸດກຳລັງທົດສອບພຣະເຈົ້າຢູ່ເລື້ອຍໆ, ຄິດວາງແຜນກ່ຽວກັບພຣະເຈົ້າຢູ່ເລື້ອຍໆ, ໂຕ້ຖຽງກັບພຣະເຈົ້າເພື່ອຜົນໄດ້ຮັບຂອງເຂົາເອງ ແລະ ພະຍາຍາມຖອດຖອນຄຳເວົ້າຂອງພຣະເຈົ້າ, ເບິ່ງວ່າພຣະເຈົ້າຈະສາມາດມອບສິ່ງທີ່ເຂົາຕ້ອງການໃຫ້ແກ່ເຂົາ ຫຼື ບໍ່. ໃນຂະນະທີ່ສະແຫວງຫາພຣະເຈົ້າ, ມະນຸດບໍ່ໄດ້ປະຕິບັດຕໍ່ພຣະເຈົ້າຄືກັບພຣະເຈົ້າ. ມະນຸດພະຍາຍາມທີ່ຈະເຮັດຂໍ້ຕົກລົງກັບພຣະເຈົ້າຢູ່ສະເໝີ, ຮຽກຮ້ອງຈາກພຣະອົງຢ່າງບໍ່ຢຸດຢັ້ງ ແລະ ເຖິງກັບກົດດັນພຣະອົງໃນທຸກດ້ານ, ພະຍາຍາມເອົາສອກຫຼັງຈາກໄດ້ຄືບ. ໃນຂະນະທີ່ພະຍາຍາມຕົກລົງກັບພຣະເຈົ້າ, ມະນຸດໂຕ້ຖຽງກັບພຣະອົງ ແລະ ຍັງມີຄົນທີ່ອ່ອນແອ, ຂີ້ຄ້ານ ແລະ ເມີນເສີຍໃນວຽກງານຂອງພວກເຂົາຢູ່ສະເໝີ ແລະ ເຕັມໄປດ້ວຍການຕໍ່ວ່າພຣະເຈົ້າ ເມື່ອການທົດລອງເກີດຂຶ້ນກັບພວກເຂົາ ຫຼື ພວກເຂົາຜະເຊີນກັບສະຖານະການໃດໜຶ່ງ. ຕັ້ງແຕ່ເວລາທີ່ມະນຸດເລີ່ມເຊື່ອໃນພຣະເຈົ້າຄັ້ງທຳອິດ, ເຂົາໄດ້ພິຈາລະນາໃຫ້ພຣະເຈົ້າເປັນເຂົາແກະແຫ່ງອຸດົມສົມບູນ, ເປັນມີດຂອງກອງທັບສະວິດເຊີແລນ ແລະ ເຂົາໄດ້ພິຈາລະນາຕົນເອງໃຫ້ເປັນເຈົ້າໜີ້ທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ຄືກັບວ່າການພະຍາຍາມຮັບເອົາພອນ ແລະ ສັນຍາຈາກພຣະເຈົ້າຄືສິດ ແລະ ພັນທະໂດຍທຳມະຊາດຂອງເຂົາ, ໃນຂະນະທີ່ຄວາມຮັບຜິດຊອບຂອງພຣະເຈົ້າແມ່ນເພື່ອປົກປ້ອງ ແລະ ດູແລມະນຸດ ແລະ ສະໜອງໃຫ້ແກ່ເຂົາ. ສິ່ງດັ່ງກ່າວຄືຄວາມເຂົ້າໃຈພື້ນຖານກ່ຽວກັບ “ຄວາມເຊື່ອໃນພຣະເຈົ້າ” ຂອງທຸກຄົນທີ່ເຊື່ອໃນພຣະເຈົ້າ ແລະ ສິ່ງດັ່ງກ່າວຄືຄວາມເຂົ້າໃຈທີ່ເລິກເຊິ່ງທີ່ສຸດກ່ຽວກັບແນວຄິດແຫ່ງຄວາມເຊື່ອໃນພຣະເຈົ້າ. ນັບຕັ້ງແຕ່ທາດແທ້ແຫ່ງທຳມະຊາດຂອງມະນຸດຈົນເຖິງການສະແຫວງຫາສ່ວນຕົວຂອງເຂົາ, ບໍ່ມີຫຍັງທີ່ກ່ຽວພັນກັບຄວາມຢຳເກງພຣະເຈົ້າ. ເປົ້າໝາຍຂອງມະນຸດໃນການເຊື່ອໃນພຣະເຈົ້າບໍ່ສາມາດເປັນໄປໄດ້ທີ່ຈະກ່ຽວຂ້ອງກັບການນະມັດສະການພຣະເຈົ້າ. ນັ້ນໝາຍຄວາມວ່າ ມະນຸດບໍ່ເຄີຍພິຈາລະນາ ຫຼື ເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າຮຽກຮ້ອງການຢຳເກງ ແລະ ການນະມັດສະການພຣະເຈົ້າ. ອີງຕາມສະຖານະການດັ່ງກ່າວແລ້ວ, ສາມາດເຫັນໄດ້ເຖິງທາດແທ້ຂອງມະນຸດຢ່າງຊັດເຈນ. ແມ່ຫຍັງຄືທາດແທ້ນີ້? ມັນກໍຄື ຫົວໃຈຂອງມະນຸດມີເຈດຕະນາຮ້າຍ, ມີການທໍລະຍົດ ແລະ ການຫຼອກລວງ, ບໍ່ຮັກຄວາມຍຸຕິທຳ ແລະ ຄວາມຊອບທຳ ແລະ ສິ່ງທີ່ເປັນບວກ ແລະ ມັນເປັນຕາລັງກຽດ ແລະ ເປັນຄົນໂລບມາໂລພາ. ຫົວໃຈຂອງມະນຸດບໍ່ສາມາດປິດຕໍ່ພຣະເຈົ້າໄປຫຼາຍກວ່ານີ້ອີກແລ້ວ; ເຂົາບໍ່ໄດ້ມອບມັນໃຫ້ກັບພຣະເຈົ້າເລີຍ. ພຣະເຈົ້າບໍ່ເຄີຍເຫັນຫົວໃຈທີ່ແທ້ຈິງຂອງມະນຸດ ຫຼື ມະນຸດບໍ່ເຄີຍນະມັດສະການພຣະອົງ. ບໍ່ວ່າພຣະເຈົ້າຈະຈ່າຍລາຄາຫຼາຍສໍ່າໃດກໍຕາມ ຫຼື ພຣະອົງຈະປະຕິບັດພາລະກິດຫຼາຍສໍ່າໃດ ຫຼື ພຣະອົງຈະສະໜອງແກ່ມະນຸດຫຼາຍສໍ່າໃດ, ມະນຸດກໍຍັງຄົງຕາບອດ ແລະ ເສີຍເມີຍຕໍ່ທຸກສິ່ງເຫຼົ່ານັ້ນ. ມະນຸດບໍ່ເຄີຍມອບຫົວໃຈຂອງເຂົາໃຫ້ແກ່ພຣະເຈົ້າ, ເຂົາພຽງແຕ່ສົນໃຈຫົວໃຈຂອງເຂົາເອງ, ຕັດສິນໃຈດ້ວຍຕົນເອງ, ຄວາມເປັນຈິງກໍຄືມະນຸດບໍ່ຕ້ອງການປະຕິບັດຕາມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ຫຼື ເຊື່ອຟັງອຳນາດປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ຫຼື ເຂົາບໍ່ຕ້ອງການນະມັດສະການພຣະເຈົ້າເປັນພຣະເຈົ້າ. ສິ່ງດັ່ງກ່າວຄືສະພາວະຂອງມະນຸດໃນປັດຈຸບັນ. ບັດນີ້ ໃຫ້ພວກເຮົາກັບມາເບິ່ງໂຢບອີກຄັ້ງ. ກ່ອນອື່ນໝົດ, ເພິ່ນໄດ້ເຮັດຂໍ້ຕົກລົງກັບພຣະເຈົ້າບໍ? ເພິ່ນມີແຮງຈູງໃຈແຝງໃນການຍຶດໝັ້ນຕໍ່ຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍບໍ? ໃນເວລານັ້ນ, ພຣະເຈົ້າໄດ້ກ່າວຕໍ່ຜູ້ໃດຜູ້ໜຶ່ງກ່ຽວກັບຜົນຕາມມາທີ່ຈະມາເຖິງບໍ? ໃນເວລານັ້ນ, ພຣະເຈົ້າບໍ່ໄດ້ເຮັດສັນຍາກັບຜູ້ໃດກ່ຽວກັບຜົນຕາມມາ ແລະ ມັນແມ່ນກົງກັບຂ້າມກັບສິ່ງນີ້ທີ່ໂຢບສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ຜູ້ຄົນໃນປັດຈຸບັນສາມາດປຽບທຽບກັບໂຢບໄດ້ບໍ? ມີຄວາມແຕກຕ່າງກັນຫຼາຍຢ່າງ; ພວກເຂົາຢູ່ໃນຂອບເຂດທີ່ແຕກຕ່າງກັນ. ເຖິງແມ່ນໂຢບບໍ່ມີຄວາມຮູ້ຫຼາຍກ່ຽວກັບພຣະເຈົ້າ, ເພິ່ນກໍໄດ້ມອບຫົວໃຈຂອງເພິ່ນໃຫ້ແກ່ພຣະເຈົ້າ ແລະ ຫົວໃຈເພິ່ນກໍເປັນຂອງພຣະເຈົ້າ. ເພິ່ນບໍ່ໄດ້ເຮັດຂໍ້ຕົກລົງກັບພຣະເຈົ້າ ແລະ ບໍ່ມີຄວາມປາຖະໜາເກີນຂອບເຂດ ຫຼື ຮຽກຮ້ອງຕໍ່ພຣະເຈົ້າ; ກົງກັນຂ້າມ ເພິ່ນເຊື່ອວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ”. ນີ້ແມ່ນສິ່ງທີ່ເພິ່ນໄດ້ເຫັນ ແລະ ໄດ້ຮັບຈາກການຍຶດໝັ້ນຕໍ່ຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໃນຊີວິດຂອງເພິ່ນ. ໃນທຳນອງດຽວກັນ, ເພິ່ນຍັງໄດ້ຮັບຜົນຕາມມາທີ່ສະແດງອອກໃນຂໍ້ພຣະທຳດັ່ງຕໍ່ໄປນີ້: “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ປະໂຫຍກສອງຂໍ້ເຫຼົ່ານີ້ແມ່ນສິ່ງທີ່ເພິ່ນໄດ້ເຫັນ ແລະ ຮູ້ຈັກ ຍ້ອນທ່າທີຂອງເພິ່ນໃນການເຊື່ອຟັງພຣະເຈົ້າ ໃນລະຫວ່າງປະສົບການຊີວິດຂອງເພິ່ນ ແລະ ສິ່ງເຫຼົ່ານັ້ນຍັງເປັນອາວຸດທີ່ມີພະລັງທີ່ສຸດຂອງເພິ່ນ ເຊິ່ງເພິ່ນໃຊ້ເພື່ອເອົາຊະນະໃນລະຫວ່າງການລໍ້ລວງຂອງຊາຕານ ແລະ ພວກມັນເປັນພື້ນຖານຂອງການຍຶດໝັ້ນໃນການເປັນພະຍານໃຫ້ແກ່ພຣະເຈົ້າ. ໃນຈຸດນີ້, ພວກເຈົ້າຈະພິຈາລະນາວ່າໂຢບເປັນບຸກຄົນທີ່ເປັນຕາຮັກບໍ? ພວກເຈົ້າຫວັງທີ່ຈະເປັນບຸກຄົນດັ່ງກ່າວບໍ? ພວກເຂົ້າຢ້ານໄດ້ຜະເຊີນກັບການຫຼອກລວງຂອງຊາຕານບໍ? ພວກເຈົ້າຕັ້ງໃຈທີ່ຈະອະທິຖານໃຫ້ພຣະເຈົ້າມອບພວກເຈົ້າສູ່ການທົດລອງແບບດຽວກັບໂຢບບໍ? ແນ່ນອນ, ຄົນສ່ວນໃຫຍ່ຈະບໍ່ກ້າອະທິຖານສຳລັບສິ່ງດັ່ງກ່າວ. ມັນຊັດເຈນແລ້ວວ່າ ຄວາມເຊື່ອຂອງພວກເຈົ້າແມ່ນໜ້າເວດທະນາຫຼາຍ; ເມື່ອປຽບທຽບກັບໂຢບແລ້ວ, ຄວາມເຊື່ອຂອງພວກເຈົ້າບໍ່ສົມຄວນທີ່ຈະກ່າວເຖິງເລີຍ. ພວກເຈົ້າເປັນສັດຕູຂອງພຣະເຈົ້າ, ພວກເຈົ້າບໍ່ຢຳເກງພຣະເຈົ້າ, ພວກເຈົ້າບໍ່ສາມາດຍຶດໝັ້ນໃນຄຳພະຍານຂອງພວກເຈົ້າຕໍ່ພຣະເຈົ້າ ແລະ ພວກເຈົ້າບໍ່ສາມາດເອົາຊະນະການໂຈມຕີ, ການກ່າວຫາ ແລະ ການຫຼອກລວງຂອງຊາຕານ. ແມ່ນຫຍັງເຮັດໃຫ້ພວກເຈົ້າມີຄຸນສົມບັດທີ່ຈະຮັບເອົາສັນຍາຂອງພຣະເຈົ້າ? ເມື່ອໄດ້ຍິນເລື່ອງລາວຂອງໂຢບ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ ແລະ ຄວາມໝາຍຂອງຄວາມລອດພົ້ນຂອງມະນຸດ, ບັດນີ້ ພວກເຈົ້າມີຄວາມເຊື່ອທີ່ຈະຍອມຮັບການທົດລອງແບບດຽວກັບໂຢບບໍ? ພວກເຈົ້າບໍ່ຄວນມີຄວາມຕັ້ງໃຈພຽງເລັກນ້ອຍທີ່ຈະເຮັດໃຫ້ຕົນເອງປະຕິບັດຕາມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເຖິງແມ່ນພຣະເຈົ້າລີ້ລັບຈາກມະນຸດ, ການກະທຳຂອງພຣະອົງທ່າມກາງສິ່ງທັງປວງແມ່ນພຽງພໍສຳລັບມະນຸດທີ່ຈະຮູ້ຈັກພຣະອົງ

ໂຢບບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວ ແລະ ແຮງໄກທີ່ເພິ່ນຈະຜະເຊີນກັບພາລະກິດຂອງພຣະເຈົ້າເປັນການສ່ວນຕົວ,...

ຄວາມກ່ຽວພັນລະຫວ່າງການທີ່ພຣະເຈົ້າສົ່ງມອບໂຢບໃຫ້ກັບຊາຕານ ແລະ ຈຸດປະສົງຂອງພາລະກິດຂອງພຣະເຈົ້າ

ເຖິງແມ່ນໃນຕອນນີ້ ຄົນສ່ວນໃຫຍ່ຮູ້ຈັກວ່າໂຢບສົມບູນ ແລະ ຊື່ສັດ ແລະ ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ,...

ກ່ຽວກັບໂຢບ (ພາກທີສອງ)

ຄວາມມີເຫດຜົນຂອງໂຢບ ປະສົບການຕົວຈິງຂອງໂຢບ ແລະ ຄວາມເປັນມະນຸດທີ່ທ່ຽງກົງ ແລະ ຊື່ສັດຂອງເພິ່ນໝາຍຄວາມວ່າ ເພິ່ນໄດ້ຕັດສິນ ແລະ ເລືອກຢ່າງມີເຫດຜົນທີ່ສຸດ...