ກ່ຽວກັບໂຢບ (ພາກທີສອງ)

28 ເດືອນມັງກອນ 2021

ຄວາມມີເຫດຜົນຂອງໂຢບ

ປະສົບການຕົວຈິງຂອງໂຢບ ແລະ ຄວາມເປັນມະນຸດທີ່ທ່ຽງກົງ ແລະ ຊື່ສັດຂອງເພິ່ນໝາຍຄວາມວ່າ ເພິ່ນໄດ້ຕັດສິນ ແລະ ເລືອກຢ່າງມີເຫດຜົນທີ່ສຸດ ເມື່ອເພິ່ນສູນເສຍຊັບສິນຂອງເພິ່ນ ແລະ ລູກໆຂອງເພິ່ນ. ທາງເລືອກທີ່ມີເຫດຜົນດັ່ງກ່າວບໍ່ສາມາດແຍກອອກຈາກການສະແຫວງຫາປະຈຳວັນຂອງເພິ່ນ ແລະ ການກະທຳຂອງພຣະເຈົ້າທີ່ເພິ່ນໄດ້ຮູ້ໃນຊີວິດປະຈໍາວັນຂອງເພິ່ນ. ຄວາມຊື່ສັດຂອງໂຢບໄດ້ເຮັດໃຫ້ເພິ່ນສາມາດເຊື່ອວ່າ ມືຂອງພຣະເຢໂຮວາປົກຄອງເໜືອສິ່ງທັງປວງ; ຄວາມເຊື່ອຂອງເພິ່ນເຮັດໃຫ້ເພິ່ນຮູ້ຈັກຂໍ້ແທ້ຈິງກ່ຽວກັບອຳນາດການປົກຄອງສູງສຸດຂອງພຣະເຈົ້າເຢໂຮວາເໜືອສິ່ງທັງປວງ; ຄວາມຮູ້ຂອງເພິ່ນເຮັດໃຫ້ເພິ່ນເຕັມໃຈ ແລະ ສາມາດເຊື່ອຟັງອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າເຢໂຮວາ; ຄວາມເຊື່ອຟັງຂອງເພິ່ນເຮັດໃຫ້ເພິ່ນສາມາດເປັນຈິງຫຼາຍຍິ່ງຂຶ້ນໃນການຢຳເກງພຣະເຈົ້າເຢໂຮວາ; ຄວາມຢຳເກງຂອງເພິ່ນເຮັດໃຫ້ເພິ່ນເປັນຈິງຫຼາຍຍິ່ງຂຶ້ນໃນການຫຼີກເວັ້ນສິ່ງຊົ່ວຮ້າຍ; ໃນທີ່ສຸດ, ໂຢບກໍໄດ້ກາຍເປັນຄົນສົມບູນ ຍ້ອນເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ; ຄວາມສົມບູນຂອງເພິ່ນເຮັດໃຫ້ເພິ່ນສະຫຼາດ ແລະ ມອບຄວາມມີເຫດຜົນທີ່ສຸດໃຫ້ແກ່ເພິ່ນ.

ພວກເຮົາຄວນເຂົ້າໃຈຄຳວ່າ “ມີເຫດຜົນ” ແນວໃດ? ການຕີຄວາມໝາຍຕາມຕົວກໍຄື ມັນໝາຍເຖິງການມີສຳນຶກທີ່ດີ, ມີເຫດຜົນ ແລະ ມີໄຫວພິບໃນການຄິດຂອງຄົນໆໜຶ່ງ, ການມີຄຳເວົ້າ, ການກະທຳ ແລະ ການຕັດສິນທີ່ດີ ແລະ ມີມາດຕະຖານດ້ານສິນທຳທີ່ດີ ແລະ ປົກກະຕິ. ແຕ່ຄວາມມີເຫດຜົນຂອງໂຢບບໍ່ສາມາດອະທິບາຍໄດ້ຢ່າງງ່າຍດາຍ. ເມື່ອມີການເວົ້າໃນນີ້ວ່າ ໂຢບມີເຫດຜົນທີ່ສຸດ, ສິ່ງນີ້ແມ່ນເວົ້າເຖິງຄວາມເປັນມະນຸດຂອງເພິ່ນ ແລະ ຄວາມປະພຶດຂອງເພິ່ນຕໍ່ໜ້າພຣະເຈົ້າ. ຍ້ອນໂຢບຈິງຈັງ, ເພິ່ນຈຶ່ງສາມາດເຊື່ອ ແລະ ເຊື່ອຟັງອຳນາດການປົກຄອງສູງສຸດຂອງພຣະເຈົ້າ ເຊິ່ງເຮັດໃຫ້ເພິ່ນມີຄວາມຮູ້ທີ່ຄົນອື່ນບໍ່ສາມາດມີໄດ້ ແລະ ຄວາມຮູ້ນີ້ເຮັດໃຫ້ເພິ່ນສາມາດແຍກແຍະ, ຕັດສິນ ແລະ ນິຍາມສິ່ງທີ່ເກີດຂຶ້ນກັບເພິ່ນຢ່າງຖືກຕ້ອງຍິ່ງຂຶ້ນ ເຊິ່ງເຮັດໃຫ້ເພິ່ນເລືອກສິ່ງທີ່ຈະເຮັດ ແລະ ສິ່ງທີ່ຈະຍຶດໝັ້ນໄດ້ຢ່າງຖືກຕ້ອງ ແລະ ຢ່າງຫຼັກແຫຼກຍິ່ງຂຶ້ນ. ນີ້ໝາຍຄວາມວ່າ ຄຳເວົ້າຂອງເພິ່ນ, ພຶດຕິກຳ, ຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງເພິ່ນ ແລະ ມາດຕະການທີ່ເພິ່ນປະຕິບັດ ແມ່ນປົກກະຕິ, ຊັດເຈນ ແລະ ສະເພາະເຈາະຈົງ ແລະ ບໍ່ໄດ້ລັບຫູລັບຕາເຮັດ, ເຮັດໂດຍບໍ່ຄິດ ຫຼື ເຮັດຕາມອາລົມ. ເພິ່ນຮູ້ຈັກວິທີປະຕິບັດຕໍ່ທຸກສິ່ງທີ່ເກີດຂຶ້ນກັບເພິ່ນ, ເພິ່ນຮູ້ຈັກວິທີເຮັດໃຫ້ສົມດຸນ ແລະ ຈັດການກັບເຫດການທີ່ສະຫຼັບຊັບຊ້ອນ, ເພິ່ນຮູ້ຈັກວິທີຍຶດໝັ້ນກັບຫົນທາງທີ່ຄວນຍຶດໝັ້ນ ແລະ ຍິ່ງໄປກວ່ານັ້ນ ເພິ່ນຮູ້ຈັກວິທີການປະຕິບັດຕໍ່ການມອບ ແລະ ການເອົາຄືນຂອງພຣະເຈົ້າເຢໂຮວາ. ນີ້ຄືຄວາມມີເຫດຜົນທີ່ແທ້ຈິງຂອງໂຢບ. ມັນເປັນຍ້ອນໂຢບມີເຫດຜົນດັ່ງກ່າວໂດຍແທ້, ເມື່ອເພິ່ນສູນເສຍຊັບສິນຂອງເພິ່ນ ແລະ ລູກຊາຍ ແລະ ລູກສາວຂອງເພິ່ນ, ເພິ່ນຈຶ່ງເວົ້າວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ”.

ເມື່ອໂຢບຜະເຊີນກັບຄວາມເຈັບປວດໃນຮ່າງກາຍຢ່າງໃຫຍ່ຫຼວງ ແລະ ການຄັດຄ້ານຂອງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນຂອງເພິ່ນ ແລະ ເມື່ອເພິ່ນຜະເຊີນກັບຄວາມຕາຍ, ຄວາມປະພຶດຕົວຈິງຂອງເພິ່ນກໍໄດ້ສະແດງໃຫ້ເຫັນໃບໜ້າອັນແທ້ຈິງຂອງເພິ່ນກັບທຸກຄົນອີກຄັ້ງ.

ໃບໜ້າທີ່ແທ້ຈິງຂອງໂຢບ: ແທ້ຈິງ, ບໍລິສຸດ ແລະ ປາສະຈາກຄວາມບໍ່ຈິງໃຈ

ໃຫ້ພວກເຮົາອ່ານໂຢບ 2:7–8: “ແລ້ວຊາຕານກໍອອກໄປຈາກທີ່ສະຖິດຂອງພຣະເຢໂຮວາ ແລະ ໂຈມຕີໂຢບໂດຍເຮັດໃຫ້ຮ່າງກາຍຂອງລາວເປັນບາດແຜໜອງຕັ້ງແຕ່ຝ່າຕີນຂອງລາວຈົນເຖິງຫົວຂອງລາວ. ລາວກໍເອົາເສດໝໍ້ແຕກມາເພື່ອຂູດຕົວລາວເອງ ແລະ ລາວກໍນັ່ງໃນກອງຂີ້ເທົ່າ”. ນີ້ຄືຄຳອະທິບາຍຂອງຄວາມປະພຶດຂອງໂຢບ ເມື່ອບາດແຜໜອງເກີດຂຶ້ນຢ່າງໄວໃນຮ່າງກາຍຂອງເພິ່ນ. ໃນເວລານີ້, ໂຢບນັ່ງໃນກອງຂີ້ເທົາ ໃນຂະນະທີ່ເພິ່ນອົດກັ້ນກັບຄວາມເຈັບປວດ. ບໍ່ມີຜູ້ໃດປະຕິບັດຕໍ່ເພິ່ນ ແລະ ບໍ່ມີຜູ້ໃດຊ່ວຍເພິ່ນໃຫ້ບັນເທົາຄວາມເຈັບປວດໃນຮ່າງກາຍຂອງເພິ່ນ; ກົງກັນຂ້າມ, ເພິ່ນໃຊ້ເສດໝໍ້ແຕກມາຂູດຜິວທີ່ເປັນບາດແຜນັ້ນ. ໃນທາງຜິວເຜີນ, ນີ້ເປັນພຽງແຕ່ຂັ້ນຕອນໜຶ່ງໃນຄວາມທໍລະມານຂອງໂຢບ ແລະ ບໍ່ມີສ່ວນກ່ຽວຂ້ອງກັບຄວາມເປັນມະນຸດຂອງເພິ່ນ ແລະ ຄວາມຢຳເກງພຣະເຈົ້າ, ຍ້ອນໂຢບບໍ່ໄດ້ກ່າວຄຳເວົ້າເພື່ອສະແດງເຖິງອາລົມ ແລະ ມຸມມອງຂອງເພິ່ນໃນເວລານີ້. ເຖິງຢ່າງໃດກໍຕາມ, ການກະທຳ ແລະ ຄວາມປະພຶດຂອງໂຢບກໍຍັງເປັນການສະແດງອອກທີ່ແທ້ຈິງເຖິງຄວາມເປັນມະນຸດຂອງເພິ່ນ. ໃນການບັນທຶກຂອງບົດທີ່ຜ່ານມາ, ພວກເຮົາໄດ້ອ່ານວ່າ ໂຢບເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດໃນບັນດາມະນຸດທັງປວງທີ່ຢູ່ໃນທິດຕາເວັນອອກ. ໃນຂະນະດຽວກັນ ຂໍ້ຄວາມຈາກບົດທີສອງນີ້ກໍສະແດງໃຫ້ພວກເຮົາເຫັນວ່າ ຜູ້ຊາຍທີ່ຍິ່ງໃຫຍ່ຈາກທິດຕາເວັນອອກຄົນນີ້ໄດ້ເອົາເສດໝໍ້ແຕກມາຂູດຕົນເອງແທ້ໆ ໃນຂະນະທີ່ກຳລັງນັ່ງໃນກອງຂີ້ເທົາ. ມັນບໍ່ມີຄວາມແຕກຕ່າງຢ່າງຊັດເຈນລະຫວ່າງຄຳອະທິບາຍສອງຢ່າງເຫຼົ່ານີ້ບໍ? ມັນຄືຄວາມແຕກຕ່າງທີ່ສະແດງໃຫ້ພວກເຮົາເຫັນເຖິງຕົວຕົນທີ່ແທ້ຈິງຂອງໂຢບ: ໂດຍບໍ່ຄຳນຶງເຖິງຕໍາແໜ່ງ ແລະ ສະຖານະທີ່ມີຊື່ສຽງຂອງເພິ່ນ, ເພິ່ນບໍ່ເຄີຍຮັກ ຫຼື ສົນໃຈກັບສິ່ງຕ່າງໆເຫຼົ່ານີ້; ເພິ່ນບໍ່ໄດ້ສົນໃຈກັບວິທີທີ່ຄົນອື່ນເບິ່ງຖານະຂອງເພິ່ນ ຫຼື ເພິ່ນບໍ່ໄດ້ກັງວົນວ່າ ການກະທຳ ຫຼື ຄວາມປະພຶດຂອງເພິ່ນຈະມີຜົນດ້ານລົບຕໍ່ຖານະຂອງເພິ່ນ ຫຼື ບໍ່; ເພິ່ນບໍ່ໄດ້ຍຶດຕິດຢູ່ກັບພອນຂອງສະຖານະ ຫຼື ເພິ່ນບໍ່ໄດ້ຮັບສະຫງ່າລາສີທີ່ມາພ້ອມກັບສະຖານະ ແລະ ຕໍາແໜ່ງ. ເພິ່ນພຽງແຕ່ສົນໃຈກ່ຽວກັບຄຸນຄ່າຂອງເພິ່ນ ແລະ ຄວາມໝາຍຂອງການດຳລົງຊີວິດຂອງເພິ່ນຢູ່ໃນສາຍຕາຂອງພຣະເຈົ້າເຢໂຮວາ. ຕົວຕົນທີ່ແທ້ຈິງຂອງໂຢບກໍຄືທາດແທ້ຂອງເພິ່ນໂດຍແທ້: ເພິ່ນບໍ່ໄດ້ຮັກຊື່ສຽງ ແລະ ຊັບສິນ ແລະ ບໍ່ໄດ້ດຳລົງຊີວິດຕາມຊື່ສຽງ ແລະ ຊັບສິນ; ເພິ່ນເປັນຈິງ ແລະ ບໍລິສຸດ ແລະ ປາສະຈາກຄວາມບໍ່ຈິງໃຈ.

ການທີ່ໂຢບແຍກຄວາມຮັກ ແລະ ຄວາມກຽດຊັງ

ອີກດ້ານຂອງຄວາມເປັນມະນຸດຂອງໂຢບແມ່ນຖືກສະແດງອອກໃນການສົນທະນານີ້ລະຫວ່າງເພິ່ນ ແລະ ເມຍຂອງເພິ່ນ: “ແລ້ວເມຍຂອງລາວເວົ້າກັບລາວວ່າ ເຈົ້າຍັງມີຄວາມຊື່ສັດຢູ່ບໍ? ສາບແຊ່ງພຣະເຈົ້າ ແລ້ວຕາຍໄປສະ. ແຕ່ລາວເວົ້າກັບເມຍຂອງລາວວ່າ ເຈົ້າເວົ້າຄືກັບຜູ້ຍິງທີ່ໂງ່ຈ້າເວົ້າແທ້. ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” (ໂຢບ 2:9–10). ເມື່ອເຫັນເຖິງຄວາມທໍລະມານທີ່ເພິ່ນກາລັງໄດ້ຮັບ, ເມຍຂອງໂຢບກໍພະຍາຍາມໃຫ້ຄຳແນະນຳແກ່ໂຢບເພື່ອຊ່ວຍໃຫ້ເພິ່ນຫຼຸດພົ້ນຈາກຄວາມທໍລະມານຂອງເພິ່ນ, ແຕ່ “ເຈດຕະນາດີ” ຂອງນາງກໍບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກໂຢບ; ກົງກັນຂ້າມ, ສິ່ງເຫຼົ່ານັ້ນເຮັດໃຫ້ໂຢບໃຈຮ້າຍຂຶ້ນ, ຍ້ອນນາງປະຕິເສດຄວາມເຊື່ອຂອງເພິ່ນ ແລະ ຄວາມເຊື່ອຟັງພຣະເຈົ້າເຢໂຮວາ ແລະ ຍັງປະຕິເສດການເປັນຢູ່ຂອງພຣະເຈົ້າເຢໂຮວາ. ໂຢບບໍ່ສາມາດອົດກັ້ນຕໍ່ສິ່ງນີ້ໄດ້, ຍ້ອນເພິ່ນບໍ່ຍອມໃຫ້ຕົນເອງເຮັດສິ່ງໃດກໍຕາມທີ່ຕໍ່ຕ້ານ ຫຼື ເຮັດໃຫ້ພຣະເຈົ້າເຈັບປວດ, ແຮງໄກທີ່ເພິ່ນຈະຍອມໃຫ້ຄົນອື່ນເຮັດໃນສິ່ງດັ່ງກ່າວ. ເພິ່ນຈະຍັງເສີຍເມີຍໄດ້ແນວໃດ ເມື່ອເພິ່ນເຫັນຄົນອື່ນກ່າວຄຳເວົ້າທີ່ໝິ່ນປະໝາດ ແລະ ດູຖູກພຣະເຈົ້າ? ສະນັ້ນ ເພິ່ນຈຶ່ງເອີ້ນເມຍຂອງເພິ່ນວ່າ “ຍິງໂງ່”. ທ່າທີຂອງໂຢບຕໍ່ເມຍຂອງເພິ່ນແມ່ນທ່າທີແຫ່ງຄວາມໃຈຮ້າຍ ແລະ ຄວາມກຽດຊັງ ພ້ອມທັງເປັນການຕໍາໜິຕິເຕືອນ ແລະ ການລົງໂທດຕັກເຕືອນ. ນີ້ຄືການສະແດງອອກໂດຍທຳມະຊາດຂອງຄວາມເປັນມະນຸດຂອງໂຢບ, ແຍກແຍະລະຫວ່າງຄວາມຮັກ ແລະ ຄວາມກຽດຊັງ ແລະ ມັນຄືການສະແດງທີ່ແທ້ຈິງເຖິງຄວາມເປັນມະນຸດທີ່ຊື່ສັດຂອງເພິ່ນ. ໂຢບມີຄວາມສຳນຶກຍຸຕິທຳ ເຊິ່ງເຮັດໃຫ້ເພິ່ນກຽດຊັງລົມ ແລະ ກະແສແຫ່ງຄວາມຊົ່ວຮ້າຍ ແລະ ລັງກຽດ, ປະນາມ ແລະ ປະຕິເສດຄວາມຄິດນອກຮີດທີ່ໄຮ້ປະໂຫຍດ, ການໂຕ້ຖຽງທີ່ເປັນຕາໜ່າຍ ແລະ ຂໍ້ຢືນຢັນທີ່ເປັນຕາຫົວ ແລະ ເຮັດໃຫ້ເພິ່ນຍຶດໝັ້ນຢ່າງແທ້ຈິງຕໍ່ຫຼັກການ ແລະ ທັດສະນະຄະຕິທີ່ຖືກຕ້ອງຂອງເພິ່ນເອງ ເມື່ອເພິ່ນຖືກປະຕິເສດໂດຍຝູງຊົນ ແລະ ຖືກປະຖິ້ມໂດຍຄົນທີ່ໃກ້ຊິດກັບເພິ່ນ.

ຄວາມເມດຕາຈິດ ແລະ ຄວາມຈິງໃຈຂອງໂຢບ

ຍ້ອນຄວາມປະພຶດຂອງໂຢບ ພວກເຮົາສາມາດເຫັນການສະແດງອອກຂອງລັກສະນະທີ່ແຕກຕ່າງກັນຂອງຄວາມເປັນມະນຸດຂອງເພິ່ນ, ແລ້ວພວກເຮົາເຫັນຫຍັງຈາກຄວາມເປັນມະນຸດຂອງໂຢບ ເມື່ອເພິ່ນອ້າປາກຂອງເພິ່ນເພື່ອສາບແຊ່ງມື້ເກີດຂອງເພິ່ນ? ນີ້ຄືຫົວຂໍ້ທີ່ພວກເຮົາຈະສົນທະນາກັນຢູ່ຂ້າງລຸ່ມ.

ຂ້າງເທິງນັ້ນ, ເຮົາໄດ້ລົມເຖິງຕົ້ນຕໍຂອງການທີ່ໂຢບສາບແຊ່ງມື້ເກີດຂອງເພິ່ນ. ພວກເຈົ້າເຫັນຫຍັງໃນສິ່ງນີ້? ຖ້າໂຢບໂຫດຮ້າຍ ແລະ ປາສະຈາກຄວາມຮັກ, ຖ້າເພິ່ນເຢືອກເຢັນ ແລະ ໄຮ້ຄວາມຮູ້ສຶກ ແລະ ປາສະຈາກຄວາມເປັນມະນຸດ, ເພິ່ນຈະສາມາດເອົາໃຈໃສ່ຄວາມປາຖະໜາໃນຫົວໃຈຂອງພຣະເຈົ້າໄດ້ບໍ? ເພິ່ນຈະສາມາດກຽດຊັງມື້ເກີດຂອງເພິ່ນເອງ ຍ້ອນເພິ່ນເອົາໃຈໃສ່ຫົວໃຈຂອງພຣະເຈົ້າໄດ້ບໍ? ເວົ້າອີກຢ່າງໜຶ່ງກໍຄື ຖ້າໂຢບໂຫດຮ້າຍ ແລະ ປາສະຈາກຄວາມເປັນມະນຸດ, ເພິ່ນຈະສາມາດເປັນທຸກຍ້ອນຄວາມເຈັບປວດຂອງພຣະເຈົ້າບໍ? ເພິ່ນຈະສາມາດສາບແຊ່ງມື້ເກີດຂອງເພິ່ນ ຍ້ອນເພິ່ນເຮັດໃຫ້ພຣະເຈົ້າເສົ້າເສຍໃຈບໍ? ແນ່ນອນ ຄຳຕອບກໍຄືບໍ່! ຍ້ອນເພິ່ນມີຄວາມກະລຸນາ, ໂຢບຈຶ່ງເອົາໃຈໃສ່ຫົວໃຈຂອງພຣະເຈົ້າ; ຍ້ອນເພິ່ນເອົາໃຈໃສ່ຫົວໃຈຂອງພຣະເຈົ້າ, ໂຢບຈຶ່ງຮູ້ສຶກເຖິງຄວາມເຈັບປວດຂອງພຣະເຈົ້າ; ຍ້ອນເພິ່ນມີຄວາມກະລຸນາ, ເພິ່ນຈຶ່ງໄດ້ຮັບຄວາມທໍລະມານຢ່າງໜັກຍ້ອນເພິ່ນຮູ້ສຶກເຖິງຄວາມເຈັບປວດຂອງພຣະເຈົ້າ; ຍ້ອນເພິ່ນຮູ້ສຶກເຖິງຄວາມເຈັບປວດຂອງພຣະເຈົ້າ, ເພິ່ນຈຶ່ງເລີ່ມກຽດຊັງມື້ເກີດຂອງເພິ່ນ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງສາບແຊ່ງມື້ເກີດຂອງເພິ່ນ. ສຳລັບຄົນນອກແລ້ວ, ຄວາມປະພຶດທັງໝົດຂອງໂຢບໃນລະຫວ່າງການທົດລອງຂອງເພິ່ນແມ່ນເປັນຕົວຢ່າງທີ່ດີ. ມີພຽງການສາບແຊ່ງມື້ເກີດຂອງເພິ່ນເທົ່ານັ້ນ ທີ່ເຮັດໃຫ້ມີຄໍາຖາມກ່ຽວກັບຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ຫຼື ໃຫ້ການປະເມີນແຕກຕ່າງ. ໃນຄວາມເປັນຈິງແລ້ວ, ນີ້ຄືການສະແດງອອກທີ່ແທ້ຈິງທີ່ສຸດເຖິງທາດແທ້ແຫ່ງຄວາມເປັນມະນຸດຂອງໂຢບ. ທາດແທ້ຂອງຄວາມເປັນມະນຸດຂອງເພິ່ນບໍ່ໄດ້ຖືກປິດບັງ ຫຼື ຖືກຫຸ້ມຫໍ່ ຫຼື ຖືກດັດແປງໂດຍຜູ້ໃດຜູ້ໜຶ່ງ. ເມື່ອເພິ່ນສາບແຊ່ງມື້ເກີດຂອງເພິ່ນ, ເພິ່ນສະແດງເຖິງຄວາມກະລຸນາ ແລະ ຄວາມຈິງໃຈທີ່ຢູ່ເລິກພາຍໃນຫົວໃຈຂອງເພິ່ນ; ເພິ່ນເປັນຄືກັບນໍ້າພຸທີ່ມີນໍ້າບໍລິສຸດ ແລະ ໃສຈົນເຫັນເຖິງພື້ນນໍ້າ.

ເມື່ອໄດ້ຮຽນຮູ້ທຸກສິ່ງເຫຼົ່ານີ້ກ່ຽວກັບໂຢບ, ຄົນສ່ວນໃຫຍ່ຈະມີການປະເມີນທີ່ຂ້ອນຂ້າງຖືກຕ້ອງ ແລະ ບໍ່ມີອະຄະຕິກ່ຽວກັບທາດແທ້ຂອງຄວາມເປັນມະນຸດຂອງໂຢບຢ່າງແນ່ນອນ. ພວກເຂົາຄວນມີຄວາມເຂົ້າໃຈ ແລະ ຮູ້ຄຸນຄ່າຢ່າງເລິກເຊິ່ງ, ເປັນຈິງ ແລະ ກ້າວໜ້າຫຼາຍຂຶ້ນກ່ຽວກັບຄວາມສົມບູນ ແລະ ຄວາມຊື່ສັດຂອງໂຢບ ຕາມທີ່ພຣະເຈົ້າໄດ້ກ່າວ. ຫວັງວ່າ ຄວາມເຂົ້າໃຈ ແລະ ການເຫັນເຖິງຄຸນຄ່ານີ້ຈະຊ່ວຍໃຫ້ຜູ້ຄົນເລີ່ມຕົ້ນຫົນທາງແຫ່ງຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເຖິງແມ່ນພຣະເຈົ້າລີ້ລັບຈາກມະນຸດ, ການກະທຳຂອງພຣະອົງທ່າມກາງສິ່ງທັງປວງແມ່ນພຽງພໍສຳລັບມະນຸດທີ່ຈະຮູ້ຈັກພຣະອົງ

ໂຢບບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວ ແລະ ແຮງໄກທີ່ເພິ່ນຈະຜະເຊີນກັບພາລະກິດຂອງພຣະເຈົ້າເປັນການສ່ວນຕົວ,...

ຖ້າຫົວໃຈຂອງມະນຸດຕໍ່ຕ້ານພຣະເຈົ້າ, ມະນຸດຈະສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໄດ້ແນວໃດ?

ໃນເມື່ອຜູ້ຄົນໃນປັດຈຸບັນບໍ່ມີຄວາມເປັນມະນຸດຄືກັບໂຢບ, ແລ້ວແມ່ນຫຍັງຄືທາດແທ້ແຫ່ງທຳມະຊາດຂອງພວກເຂົາ ແລະ ທ່າທີຂອງພວກເຂົາຕໍ່ພຣະເຈົ້າ?...

ຄວາມກ່ຽວພັນລະຫວ່າງການທີ່ພຣະເຈົ້າສົ່ງມອບໂຢບໃຫ້ກັບຊາຕານ ແລະ ຈຸດປະສົງຂອງພາລະກິດຂອງພຣະເຈົ້າ

ເຖິງແມ່ນໃນຕອນນີ້ ຄົນສ່ວນໃຫຍ່ຮູ້ຈັກວ່າໂຢບສົມບູນ ແລະ ຊື່ສັດ ແລະ ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ,...