ອານາຈັກສະຫວັນຢູ່ໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ?

31 ມີນາ 2026

ຜູ້ເຊື່ອໃນພຣະຜູ້ເປັນເຈົ້າທຸກຄົນລ້ວນແລ້ວແຕ່ເຊື່ອໝັ້ນໃນຄຳສັນຍາຂອງອົງພຣະເຢຊູເຈົ້າ: “ເຮົາໄປເພື່ອກະກຽມສະຖານທີ່ໃຫ້ແກ່ເຈົ້າ. ແລ້ວຖ້າເຮົາໄປ ແລະ ຈັດຕຽມສະຖານທີ່ໄວ້ໃຫ້ພວກເຈົ້າແລ້ວ ເຮົາຈະກັບຄືນມາອີກ ແລະ ຮັບເອົາພວກເຈົ້າມາຢູ່ກັບເຮົາ, ດ້ວຍວ່າເຮົາຢູ່ບ່ອນໃດ ພວກເຈົ້າກໍຈະຢູ່ບ່ອນນັ້ນເຊັ່ນກັນ(ໂຢຮັນ 14:2-3). ຫຼາຍຄົນ, ໂດຍອີງໃສ່ພຣະທຳຂອງພຣະຜູ້ເປັນເຈົ້າ, ລໍຖ້າໃຫ້ພຣະຜູ້ເປັນເຈົ້າມາ ແລະ ຍົກພວກເຂົາຂຶ້ນສູ່ອານາຈັກສະຫວັນ. ພວກເຂົາເຊື່ອວ່າ ຄຳສັນຍາຂອງພຣະຜູ້ເປັນເຈົ້າຈະບໍ່ສູນເປົ່າ ແລະ ເມື່ອພຣະອົງມາ, ພຣະອົງຈະຍົກຜູ້ຄົນຂຶ້ນສູ່ທ້ອງຟ້າໂດຍກົງຢ່າງແນ່ນອນ. ຖ້າຜູ້ຄົນຍັງຢູ່ເທິງແຜ່ນດິນໂລກ ແລະ ຍັງບໍ່ຖືກຍົກຂຶ້ນ, ພວກເຂົາຄິດວ່າ ສິ່ງນີ້ພິສູດວ່າພຣະຜູ້ເປັນເຈົ້າຍັງບໍ່ໄດ້ກັບຄືນມາ. ມຸມມອງນີ້ຖືກຕ້ອງບໍ?

ຫຼັງຈາກການຟື້ນຄືນຊີບ ແລະ ການສະເດັດຂຶ້ນສູ່ສະຫວັນຂອງອົງພຣະເຢຊູເຈົ້າ, ພຣະອົງໄດ້ໄປກະກຽມບ່ອນຢູ່ສຳລັບພວກເຮົາແທ້. ແຕ່ເຈົ້າຮູ້ບໍວ່າ ພຣະອົງກະກຽມບ່ອນນີ້ແນວໃດ? ເຈົ້າຮູ້ບໍວ່າ ຄວນເຮັດວຽກຫຍັງແດ່ເມື່ອກະກຽມສິ່ງນີ້? ເຈົ້າສາມາດໝັ້ນໃຈໄດ້ບໍວ່າ ສິ່ງທີ່ພຣະຜູ້ເປັນເຈົ້າກະກຽມນັ້ນ ແມ່ນເພື່ອໃຫ້ພວກເຮົາເຂົ້າສູ່ສະຫວັນທັງທີ່ມີຊີວິດຢູ່? ຫຼື ມັນແມ່ນເພື່ອໃຫ້ພວກເຮົາເຂົ້າສູ່ໂລກຝ່າຍວິນຍານຫຼັງຈາກຄວາມຕາຍ? ໃນໂລກສາສະໜາ, ຫຼາຍຄົນກຳລັງລໍຖ້າໃຫ້ພຣະຜູ້ເປັນເຈົ້າມາ ແລະ ພາພວກເຂົາຂຶ້ນສູ່ອານາຈັກສະຫວັນ, ແຕ່ພວກເຂົາເຄີຍຄິດບໍວ່າ ອານາຈັກແຫ່ງສະຫວັນຢູ່ໃສກັນແທ້? ຄົນທີ່ຕ້ອນຮັບພຣະຜູ້ເປັນເຈົ້າແລ້ວ ຖືກຍົກຂຶ້ນໄປຢູ່ໃສ? ບາງຄົນເວົ້າວ່າ ແນ່ນອນ ພວກເຂົາຖືກຍົກຂຶ້ນສູ່ອາກາດເພື່ອພົບກັບພຣະຜູ້ເປັນເຈົ້າ. ແຕ່ມັນເປັນແບບນັ້ນແທ້ໆບໍ? ຄົນເຮົາຈະດຳລົງຊີວິດຢູ່ໃນທ້ອງຟ້າໄດ້ແນວໃດ? ມະນຸດທີ່ມີເນື້ອໜັງຈະສາມາດມີຊີວິດຢູ່ໄດ້ບໍ ຫຼັງຈາກຖືກຍົກຂຶ້ນສູ່ທ້ອງຟ້າ? ຄົນອື່ນເວົ້າວ່າ “ພວກເຂົາຖືກຍົກຂຶ້ນສູ່ສະຫວັນ!” ສະຫວັນ ແລະ ໂລກຝ່າຍວິນຍານແມ່ນຫຍັງ? ພວກມັນແມ່ນບ່ອນທີ່ຜູ້ຄົນໄປຫຼັງຈາກທີ່ພວກເຂົາຕາຍ. ຮ່າງກາຍຝ່າຍເນື້ອໜັງຂອງພວກເຮົາບໍ່ສາມາດເຂົ້າສູ່ໂລກຝ່າຍວິນຍານໄດ້ໂດຍກົງ; ມີພຽງແຕ່ຫຼັງຈາກຄວາມຕາຍເທົ່ານັ້ນ ພວກເຮົາຈຶ່ງສາມາດເຂົ້າສູ່ໂລກຝ່າຍວິນຍານໄດ້. ພຣະຜູ້ເປັນເຈົ້າໄດ້ທຳນາຍການກັບຄືນມາຂອງພຣະອົງ ເພື່ອວ່າພວກເຮົາຈະໄດ້ຕ້ອນຮັບພຣະອົງໃນຂະນະທີ່ພວກເຮົາຍັງມີຊີວິດຢູ່. ການຕາຍ ແລະ ການກັບຄືນສູ່ໂລກຝ່າຍວິນຍານ ເອີ້ນວ່າເປັນການຕ້ອນຮັບພຣະຜູ້ເປັນເຈົ້າບໍ່ໄດ້. ສະນັ້ນ, ການເຊື່ອວ່າ ການເຂົ້າສູ່ອານາຈັກແຫ່ງສະຫວັນ ໝາຍເຖິງການຖືກຍົກຂຶ້ນສູ່ທ້ອງຟ້າ ບໍ່ແມ່ນເປັນພຽງແນວຄິດ ແລະ ຈິນຕະນາການຂອງມະນຸດບໍ? ມັນເປັນສິ່ງທີ່ບໍ່ມີຄວາມຈິງເລີຍ. ຖ້າຄວາມເຂົ້າໃຈຂອງພວກເຮົາກ່ຽວກັບຄຳທຳນາຍຂອງພຣະຜູ້ເປັນເຈົ້າຖືກບິດເບືອນໄປ, ການລໍຖ້າການກັບຄືນມາຂອງພຣະຜູ້ເປັນເຈົ້າອາດຈະເປັນຄວາມພະຍາຍາມທີ່ເສຍເປົ່າ, ເປັນການລໍຖ້າທີ່ໄຮ້ປະໂຫຍດ.

ສະນັ້ນ, ສະຖານທີ່ໆພຣະຜູ້ເປັນເຈົ້າໄດ້ກະກຽມໄວ້ໃຫ້ພວກເຮົານັ້ນ ຢູ່ໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ? ພວກເຮົາມາເບິ່ງນໍາກັນວ່າ ຄຳອະທິຖານຂອງພຣະຜູ້ເປັນເຈົ້າເວົ້າວ່າແນວໃດ ກັນເທາະ: “ອານາຈັກຂອງພຣະອົງຊົງມາ, ຄວາມປະສົງຂອງພຣະອົງຈະຖືກເຮັດໃຫ້ສຳເລັດເທິງແຜ່ນດິນໂລກ ເໝືອນດັ່ງມັນຖືກເຮັດໃຫ້ສຳເລັດໃນສະຫວັນ(ມັດທາຍ 6:10). ນອກຈາກນັ້ນ, ໜັງສືພຣະນິມິດຍັງທຳນາຍວ່າ: “ແລ້ວເຮົາ ໂຢຮັນໄດ້ເຫັນເມືອງສັກສິດ ຄືເຢຣູຊາເລັມໃໝ່ລົງມາຈາກພຣະເຈົ້າຈາກສະຫວັນ... ເບິ່ງແມ້, ພຣະວິຫານຂອງພຣະເຈົ້າຢູ່ກັບມະນຸດແລ້ວ ແລະ ພຣະອົງຈະອາໄສຢູ່ກັບພວກເຂົາ ແລະ ພວກເຂົາຈະເປັນປະຊາຊົນຂອງພຣະອົງ ແລະ ພຣະເຈົ້າເອງຈະຢູ່ຮ່ວມກັບພວກເຂົາ ແລະ ຈະເປັນພຣະເຈົ້າຂອງພວກເຂົາ(ພຣະນິມິດ 21:2-3). “ອານາຈັກຂອງແຜ່ນດິນໂລກນີ້ຈະກາຍເປັນອານາຈັກຂອງພຣະຜູ້ເປັນເຈົ້າຂອງເຮົາ ແລະ ຂອງພຣະຄຣິດຂອງພຣະອົງ ແລະ ພຣະອົງຈະປົກຄອງຕະຫຼອດໄປເປັນນິດ(ພຣະນິມິດ 11:15). ຄຳທຳນາຍເຫຼົ່ານີ້ກ່າວເຖິງ “ອານາຈັກຂອງແຜ່ນດິນໂລກນີ້ຈະກາຍເປັນອານາຈັກຂອງພຣະຜູ້ເປັນເຈົ້າຂອງເຮົາ ແລະ ຂອງພຣະຄຣິດຂອງພຣະອົງ”, “ເມືອງສັກສິດ ຄືເຢຣູຊາເລັມໃໝ່ລົງມາຈາກພຣະເຈົ້າຈາກສະຫວັນ”, ແລະ “ພຣະວິຫານຂອງພຣະເຈົ້າຢູ່ກັບມະນຸດແລ້ວ”. ສິ່ງນີ້ໝາຍເຖິງ ອານາຈັກຂອງພຣະຄຣິສທີ່ກາຍເປັນຈິງຢູ່ເທິງແຜ່ນດິນໂລກ. ພຣະເຈົ້າຈະສ້າງຕັ້ງອານາຈັກຂອງພຣະອົງຂຶ້ນເທິງແຜ່ນດິນໂລກ. ອົງພຣະເຢຊູເຈົ້າຂໍໃຫ້ພວກເຮົາອະທິຖານເພື່ອໃຫ້ອານາຈັກຂອງພຣະເຈົ້າມາຕັ້ງຢູ່ເທິງແຜ່ນດິນໂລກ, ເພື່ອໃຫ້ຄວາມປະສົງຂອງພຣະອົງສຳເລັດຢູ່ເທິງແຜ່ນດິນໂລກ. ພຣະອົງບໍ່ເຄີຍກ່າວວ່າ ອານາຈັກຂອງພຣະເຈົ້າຈະຖືກສ້າງຕັ້ງຂຶ້ນໃນສະຫວັນ ແລະ ແຮງໄກທີ່ພຣະອົງຈະຂໍໃຫ້ພວກເຮົາຫວັງວ່າ ມື້ໜຶ່ງຈະຖືກຍົກຂຶ້ນສູ່ອາກາດ. ທຸກຄົນ, ລອງຄິດເບິ່ງດູ ມັນບໍ່ແມ່ນແບບນັ້ນບໍ? ສະນັ້ນ, ຖ້າພວກເຮົາຫວັງຢູ່ສະເໝີທີ່ຈະຖືກຍົກຂຶ້ນສູ່ອາກາດເພື່ອເຂົ້າສູ່ອານາຈັກຂອງພຣະເຈົ້າ, ນີ້ບໍ່ແມ່ນສິ່ງທີ່ຂັດກັບພຣະທຳຂອງພຣະຜູ້ເປັນເຈົ້າ ແລະ ເຈດຕະນາຂອງພຣະອົງບໍ? ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງພຣະເຈົ້າ. ພຣະຜູ້ເປັນເຈົ້າມາເພື່ອເຮັດພາລະກິດຂອງພຣະອົງຢູ່ເທິງແຜ່ນດິນໂລກໃນຍຸກສຸດທ້າຍ, ສະນັ້ນ ອານາຈັກສະຫວັນຈຶ່ງຢູ່ເທິງແຜ່ນດິນໂລກ. ພຣະຜູ້ເປັນເຈົ້າຢູ່ບ່ອນໃດ, ອານາຈັກສະຫວັນກໍຢູ່ບ່ອນນັ້ນ. ອານາຈັກສະຫວັນຈະກາຍເປັນຈິງຢູ່ເທິງແຜ່ນດິນໂລກໃນທີ່ສຸດ.

ສະນັ້ນ ມັນໝາຍຄວາມວ່າແນວໃດ ທີ່ພຣະຜູ້ເປັນເຈົ້າໄດ້ໄປກະກຽມບ່ອນຢູ່ສຳລັບພວກເຮົາ? ຫຼັກໆ ແລ້ວ, ພຣະອົງໄດ້ກະກຽມຄອບຄົວທີ່ໃຫ້ກຳເນີດສຳລັບຜູ້ຄົນທີ່ພຣະເຈົ້າເລືອກເທິງແຜ່ນດິນໂລກ, ສະຖານະການທີ່ເໝາະສົມ ແລະ ໂອກາດສຳລັບພວກເຂົາໃນການຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ເຂົ້າຮ່ວມງານລ້ຽງ. ສະນັ້ນ, ສະຖານທີ່ໆຜູ້ຄົນທີ່ພຣະເຈົ້າເລືອກເກີດ ແລະ ສະຖານະການທີ່ພວກເຂົາຍອມຮັບພາລະກິດຂອງພຣະເຈົ້າ, ລ້ວນແລ້ວແຕ່ຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ. ແລ້ວພຣະຜູ້ເປັນເຈົ້າໝາຍຄວາມວ່າແນວໃດ ໂດຍການກ່າວວ່າ “ເຮົາຢູ່ບ່ອນໃດ ພວກເຈົ້າກໍຈະຢູ່ບ່ອນນັ້ນເຊັ່ນກັນ”? ຕອນນີ້, ພຣະເຈົ້າໄດ້ກາຍເປັນບຸດມະນຸດ ແລະ ມາສູ່ແຜ່ນດິນໂລກ. ດັ່ງນັ້ນ, ໃນຖານະຜູ້ຄົນທີ່ພຣະເຈົ້າເລືອກ, ພວກເຮົາກໍໄດ້ເກີດມາໃນຍຸກສຸດທ້າຍ ແລະ ມາສູ່ແຜ່ນດິນໂລກ ເພື່ອຍອມຮັບພາລະກິດ ແລະ ຄວາມລອດພົ້ນຂອງພຣະເຈົ້າ. ນີ້ຄືສິ່ງທີ່ພຣະຜູ້ເປັນເຈົ້າໝາຍເຖິງ ໂດຍການກະກຽມບ່ອນຢູ່ສຳລັບພວກເຮົາ! ພຣະຜູ້ເປັນເຈົ້າໄດ້ກັບຄືນມາໃນຍຸກສຸດທ້າຍ, ແຕ່ມີພຽງຈຳນວນໜ້ອຍໃນໂລກສາສະໜາທີ່ໄດ້ຍິນສຽງຂອງພຣະເຈົ້າ ແລະ ຫັນມາຫາພຣະອົງ, ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຄົນເຫຼົ່ານີ້ໄດ້ຖືກຍົກຂຶ້ນແລ້ວ.

ຕອນນີ້ ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງເປັນບຸດມະນຸດ, ສະແດງຄວາມຈິງເພື່ອເຮັດພາລະກິດແຫ່ງການພິພາກສາ. ເມື່ອພວກເຮົາໄດ້ຍິນສຽງຂອງພຣະເຈົ້າ, ຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ຖືກຍົກຂຶ້ນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ, ນີ້ຄືການ “ຖືກຍົກຂຶ້ນ” ຢ່າງແທ້ຈິງ. ເມື່ອຄຣິສຕະຈັກຖືກຍົກຂຶ້ນ, ນີ້ບໍ່ໄດ້ໝາຍຄວາມວ່າຜູ້ເຊື່ອທຸກຄົນຖືກຍົກຂຶ້ນ, ແຕ່ໝາຍເຖິງຍິງສາວບໍລິສຸດທີ່ສະຫຼາດ ຜູ້ທີ່ໄດ້ຍິນສຽງຂອງພຣະເຈົ້າ ແລະ ຕ້ອນຮັບພຣະຜູ້ເປັນເຈົ້າ ທີ່ຖືກຍົກຂຶ້ນ. ສະນັ້ນ, ພຣະເຈົ້າເຮັດພາລະກິດຫຍັງ ຫຼັງຈາກທີ່ຜູ້ຄົນຖືກຍົກຂຶ້ນ? ມັນຄືສິ່ງທີ່ພຣະຄຳພີທຳນາຍໄວ້: “ເພາະວ່າເວລາໄດ້ມາເຖິງແລ້ວ ທີ່ການພິພາກສາຈະເລີ່ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1 ເປໂຕ 4:17). ນັ້ນຄືການທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດສະແດງຄວາມຈິງ ເພື່ອເຮັດພາລະກິດແຫ່ງການພິພາກສາ. ສິ່ງນີ້ສຳເລັດຕາມຄຳທຳນາຍຂອງອົງພຣະເຢຊູເຈົ້າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ(ໂຢຮັນ 16:12-13). ພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍທີ່ເຮັດໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ ແມ່ນເພື່ອສ້າງຕັ້ງອານາຈັກຂອງພຣະຄຣິສຂຶ້ນເທິງແຜ່ນດິນໂລກ. ກ່ອນຄວາມຫາຍະນະໃຫຍ່ຈະເລີ່ມຕົ້ນຂຶ້ນ, ພຣະເຈົ້າຈະສ້າງກຸ່ມຜູ້ມີໄຊຊະນະ. ກຸ່ມຜູ້ມີໄຊຊະນະນີ້ຈະເປັນເສົາຫຼັກໃນອານາຈັກຂອງພຣະເຈົ້າ; ພວກເຂົາຄືຜູ້ທີ່ຈະປົກຄອງດັ່ງກະສັດຮ່ວມກັບພຣະເຈົ້າໃນອານາຈັກຂອງພຣະຄຣິສ. ຜູ້ທີ່ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໃນລະຫວ່າງຄວາມຫາຍະນະ ຈະເປັນປະຊາຊົນໃນອານາຈັກຂອງພຣະອົງ. ທຸກຄົນທີ່ຢືນຢັນປະຕິເສດທີ່ຈະຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ ຈະຖືກເປີດເຜີຍ ແລະ ຖືກກຳຈັດໂດຍພຣະເຈົ້າ ແລະ ຈະບໍ່ມີສ່ວນໃນອານາຈັກຂອງພຣະຄຣິສ. ມື້ນີ້, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສ້າງກຸ່ມຜູ້ມີໄຊຊະນະໃນປະເທດຈີນແລ້ວ. ຜູ້ມີໄຊຊະນະເຫຼົ່ານີ້ກຳລັງເປັນພະຍານໃຫ້ແກ່ພຣະເຈົ້າໄປທົ່ວໂລກ, ຖ່າຍທອດ ແລະ ເຜີຍແຜ່ພຣະກິດຕິຄຸນຂອງອານາຈັກຂອງພຣະເຈົ້າ. ຕອນນີ້ແມ່ນຊ່ວງເວລາທີ່ສຳຄັນ ເມື່ອພຣະເຈົ້າກຳລັງເຮັດໃຫ້ປະຊາຊົນຂອງພຣະອົງໃນທຸກຊົນຊາດສົມບູນໃນທ່າມກາງຄວາມຫາຍະນະ. ທຸກຄົນທີ່ຍອມຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ໄດ້ຕິດຕາມຮອຍພຣະບາດຂອງພຣະເມສານ້ອຍ ແລະ ໄດ້ຖືກຍົກຂຶ້ນມາຢູ່ຕໍ່ໜ້າພຣະເຈົ້າ. ຜູ້ຄົນທີ່ພຣະເຈົ້າເລືອກກິນ ແລະ ດື່ມພຣະທຳຂອງພຣະອົງ, ໄດ້ປະສົບກັບການພິພາກສາ ແລະ ການລົງທັນຂອງພຣະອົງ, ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຖືກຊໍາລະລ້າງ ແລະ ຖືກປ່ຽນແປງ. ພວກເຂົາລ້ວນແຕ່ໄດ້ເປັນພະຍານທີ່ແທ້ຈິງ. ພຣະເຈົ້າໄດ້ຮັບກຸ່ມຜູ້ມີໄຊຊະນະແລ້ວ. ເມື່ອພາລະກິດຂອງພຣະເຈົ້າສຳເລັດລົງ ແລະ ຄວາມຫາຍະນະໃຫຍ່ຂອງສາມປີເຄິ່ງສຸດທ້າຍມາເຖິງ, ອານາຈັກທີ່ເປັນຂອງຊາຕານນີ້ຈະຖືກທຳລາຍໂດຍສິ້ນເຊີງ ຈົນພັງທະລາຍລົງ. ກອງກຳລັງທີ່ຊົ່ວຮ້າຍທັງໝົດທີ່ຕໍ່ຕ້ານພຣະເຈົ້າກໍຈະຖືກທຳລາຍເຊັ່ນກັນ ແລະ ອານາຈັກຂອງພຣະຄຣິສກໍຈະກາຍເປັນຈິງຢ່າງສົມບູນຢູ່ເທິງແຜ່ນດິນໂລກ. ໃນເວລານັ້ນ, ຜູ້ທີ່ໄດ້ຮັບຄວາມລອດພົ້ນຈະເຂົ້າສູ່ອານາຈັກຮ່ວມກັບພຣະເຈົ້າ ແລະ ມີຄວາມສຸກກັບການພັກຜ່ອນນຳກັນ. ສິ່ງນີ້ຈະສຳເລັດຕາມພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ໃນຂະນະທີ່ພຣະທຳຂອງເຮົາຖືກເຮັດໃຫ້ສົມບູນ, ອານາຈັກກໍໄດ້ກໍ່ຕົວຂຶ້ນເທິງແຜ່ນດິນໂລກເທື່ອລະໜ້ອຍ ແລະ ມະນຸດກໍກັບຄືນສູ່ສະພາບປົກກະຕິເທື່ອລະໜ້ອຍ ແລະ ສະນັ້ນ ອານາຈັກໃນຫົວໃຈຂອງເຮົາຈຶ່ງຖືກສ້າງຂຶ້ນເທິງແຜ່ນດິນໂລກ. ໃນອານາຈັກນັ້ນ, ປະຊາຊົນຂອງພຣະເຈົ້າທຸກຄົນຟື້ນຟູຊີວິດຂອງມະນຸດປົກກະຕິ. ລະດູໜາວທີ່ໜາວຈັດໄດ້ຈາກໄປ, ແທນດ້ວຍໂລກແຫ່ງເມືອງລະດູໃບໄມ້ປົ່ງ ເຊິ່ງເປັນບ່ອນທີ່ມີລະດູໃບໄມ້ປົ່ງໝົດປີ. ຜູ້ຄົນຈະບໍ່ສໍາຜັດຄວາມເປົ່າປ່ຽວຂອງໂລກມະນຸດອີກຕໍ່ໄປ ແລະ ພວກເຂົາຈະບໍ່ອົດກັ້ນຕໍ່ຄວາມໜາວເຢັນຂອງໂລກມະນຸດອີກຕໍ່ໄປ. ຜູ້ຄົນບໍ່ຕໍ່ສູ້ກັນ, ປະເທດຕ່າງໆບໍ່ເຮັດສົງຄາມຕໍ່ກັນ, ບໍ່ມີການເຂັນຂ້າ ແລະ ນອງເລືອດຈາກການເຂັນຂ້າກັນອີກຕໍ່ໄປ; ດິນແດນທັງປວງແມ່ນເຕັມໄປດ້ວຍຄວາມປິຕິຍິນດີ ແລະ ທຸກຫົນແຫ່ງເຕັມໄປດ້ວຍຄວາມອົບອຸ່ນລະຫວ່າງມະນຸດ. ເຮົາຍ່າງໄປທົ່ວແຜ່ນດິນໂລກ, ເຮົາມີຄວາມສຸກຈາກເທິງບັນລັງຂອງເຮົາ, ເຮົາດຳລົງຊີວິດຢູ່ທ່າມກາງດວງດາວ. ທູດສະຫວັນພາກັນຖວາຍເພງໃໝ່ ແລະ ການເຕັ້ນລຳໃໝ່ໃຫ້ກັບເຮົາ. ຄວາມອ່ອນແອຂອງພວກເຂົາເອງບໍ່ໄດ້ເຮັດໃຫ້ນໍ້າຕາໄຫຼລົງໃບໜ້າຂອງພວກເຂົາອີກຕໍ່ໄປ. ເຮົາບໍ່ໄດ້ຍິນສຽງທູດສະຫວັນຮ້ອງໄຫ້ຕໍ່ໜ້າເຮົາອີກຕໍ່ໄປ ແລະ ບໍ່ມີໃຜເລົ່າບັນຫາຂອງພວກເຂົາໃຫ້ເຮົາຟັງອີກຕໍ່ໄປ. ມື້ນີ້ ພວກເຈົ້າທຸກຄົນດຳລົງຊີວິດຢູ່ຕໍ່ໜ້າເຮົາ; ມື້ອື່ນ ພວກເຈົ້າທຸກຄົນຈະມີຊີວິດຢູ່ໃນອານາຈັກຂອງເຮົາ. ສິ່ງນີ້ບໍ່ແມ່ນພອນຍິ່ງໃຫຍ່ທີ່ສຸດທີ່ເຮົາໄດ້ປະທານໃຫ້ກັບມະນຸດບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 20).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະຜູ້ເປັນເຈົ້າຈະກັບຄືນມາເທິງກ້ອນເມກແທ້ໆບໍ?

ຕອນນີ້ ຄວາມຫາຍະນະຍິ່ງໃຫຍ່ຂຶ້ນເລື້ອຍໆ, ຜູ້ເຊື່ອຫຼາຍຄົນກໍຫວັງຢ່າງຍິ່ງທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ເພື່ອພວກເຂົາຈະສາມາດຫຼົບໜີຈາກໄພພິບັດ ແລະ...

ພຽງແຕ່ຍຶດຖືພຣະຄຳພີ ເຈົ້າກໍສາມາດເຂົ້າສູ່ອານາຈັກສະຫວັນໄດ້ແທ້ບໍ?

ຜູ້ເຊື່ອຫຼາຍຄົນອ່ານຄຳເວົ້າຂອງໂປໂລໃນ 2 ຕີໂມທຽວ: “ພຣະຄຳທຸກຂໍ້ແມ່ນດົນບັນດານຈາກພຣະເຈົ້າ” (2 ຕີໂມທຽວ 3:16) ແລະ ພວກເຂົາສະຫຼຸບວ່າ...

ມັນເປັນຈິງບໍທີ່ພາລະກິດ ແລະ ພຣະທຳທັງໝົດຂອງພຣະເຈົ້າຢູ່ໃນພຣະຄຳພີ?

ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເປັນພຣະຜູ້ໄຖ່ໄດ້ປາກົດຕົວ ແລະ ກຳລັງເຮັດພາລະກິດໃນຍຸກສຸດທ້າຍ ແລະ ພຣະອົງໄດ້ກ່າວພຣະທຳຫຼາຍລ້ານຄຳ....

ພຣະເຢຊູເຈົ້າໄດ້ໄຖ່ມະນຸດຊາດ, ສະນັ້ນ ເປັນຫຍັງພຣະອົງຈຶ່ງເຮັດພາລະກິດແຫ່ງການພິພາກສາ ເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍ?

ເມື່ອ 2.000 ປີກ່ອນ, ພຣະເຢຊູເຈົ້າທີ່ບັງເກີດເປັນມະນຸດໄດ້ຖືກຄຶງເທິງໄມ້ກາງແຂນເພື່ອໄຖ່ຄວາມຜິດບາບຂອງມະນຸດຊາດ,...

Leave a Reply