ຄວາມລອດພົ້ນຜ່ານຄວາມເຊື່ອອະນຸຍາດໃຫ້ເຂົ້າສູ່ອານາຈັກຂອງພຣະເຈົ້າບໍ?
ໂຣກລະບາດແຜ່ກະຈາຍຢ່າງບໍ່ຢຸດຢ່ອນ ແລະ ແຜ່ນດິນໄຫວ, ນໍ້າຖ້ວມ, ແມງໄມ້ລະບາດ, ໄພອຶດຢາກກໍເລີ່ມປາກົດຂຶ້ນ. ຫຼາຍຄົນຢູ່ໃນສະພາວະວິຕົກກັງວົນຢູ່ສະເໝີ ແລະ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ຕອນນີ້ ຄວາມຫາຍະນະຍິ່ງໃຫຍ່ຂຶ້ນເລື້ອຍໆ, ຜູ້ເຊື່ອຫຼາຍຄົນກໍຫວັງຢ່າງຍິ່ງທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າ ເພື່ອພວກເຂົາຈະສາມາດຫຼົບໜີຈາກໄພພິບັດ ແລະ ເຂົ້າສູ່ອານາຈັກສະຫວັນ. ແຕ່ເມື່ອເວົ້າເຖິງການລໍຖ້າຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ, ທັດສະນະຄະຕິຂອງຜູ້ຄົນກໍແຕກຕ່າງກັນ. ບາງຄົນປະຕິບັດຕາມຄຳສັ່ງສອນຂອງພຣະຜູ້ເປັນເຈົ້າ. ພວກເຂົາເຝົ້າລະວັງ ແລະ ອະທິຖານ, ສະແຫວງຫາ ແລະ ສືບຄົ້ນຫາຢ່າງຫ້າວຫັນ ແລະ ເນັ້ນໃສ່ການຟັງສຽງຂອງເຈົ້າບ່າວ. ແຕ່ຄົນອື່ນໆ ຍັງຄົງຢູ່ໃນຄຣິສຕະຈັກຂອງພວກເຂົາ, ລໍຖ້າພຽງແຕ່ໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ. ພວກເຂົາເຮັດແບບນີ້ໂດຍອີງໃສ່ສິ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວໄວ້ວ່າ: “ໃນທັນທີຫຼັງຈາກຄວາມລຳບາກຍາກແຄ້ນ (ຄວາມຫາຍະນະ) ຂອງມື້ເຫຼົ່ານັ້ນ, ດວງຕະເວັນຈະມືດມົວ ແລະ ດວງເດືອນຈະບໍ່ໃຫ້ແສງສະຫວ່າງ ແລະ ດວງດາວຈະຕົກລົງຈາກສະຫວັນ ແລະ ອຳນາດຂອງສະຫວັນຈະສັ່ນຄອນ: ແລ້ວຫຼັງຈາກນັ້ນ ໝາຍສຳຄັນແຫ່ງບຸດມະນຸດຈະປາກົດໃນສະຫວັນ ແລະ ຫຼັງຈາກນັ້ນ ທຸກຊົນເຜົ່າເທິງແຜ່ນດິນໂລກຈະໄວ້ທຸກ ແລະ ພວກເຂົາຈະເຫັນບຸດມະນຸດສະເດັດມາເທິງເມກແຫ່ງສະຫວັນດ້ວຍລິດອຳນາດ ແລະ ສະຫງ່າລາສີທີ່ຍິ່ງໃຫຍ່” (ມັດທາຍ 24:29-30). ພວກເຂົາຄິດວ່າ, “ຄຳທຳນາຍນີ້ແມ່ນພຣະຜູ້ເປັນເຈົ້າເອງເປັນຜູ້ກ່າວ. ພວກເຮົາກຳລັງລໍຖ້າຕ້ອນຮັບພຣະຜູ້ເປັນເຈົ້າ ໂດຍການເຝົ້າເບິ່ງພຣະອົງລົງມາເທິງກ້ອນເມກ. ມີຫຍັງຜິດໃນເລື່ອງນັ້ນ?”
ມັນບໍ່ມີຫຍັງຜິດໃນການຕ້ອນຮັບພຣະຜູ້ເປັນເຈົ້າ ໂດຍອີງໃສ່ຄຳທຳນາຍໃນພຣະຄຳພີ, ແຕ່ມັນຍາກທີ່ຈະເວົ້າວ່າ ການລໍຖ້າໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກນັ້ນ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ເພາະອົງພຣະເຢຊູເຈົ້າໄດ້ທຳນາຍເປັນຫຼັກວ່າ ການກັບຄືນມາຂອງພຣະອົງຈະເປັນໃນຖານະບຸດມະນຸດ, ມາຢ່າງລັບໆ. ຕົວຢ່າງ: ອົງພຣະເຢຊູເຈົ້າໄດ້ທຳນາຍວ່າ: “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27). “ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ” (ມັດທາຍ 24:37). “ຍ້ອນຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງໃຕ້ສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້” (ລູກາ 17:24-25). ອົງພຣະເຢຊູເຈົ້າຍັງໄດ້ທຳນາຍອີກວ່າ: “ສະນັ້ນ ພວກເຈົ້າຈົ່ງກຽມພ້ອມນໍາຍ້ອນບຸດມະນຸດຈະມາໃນເວລາທີ່ພວກເຈົ້າຄິດບໍ່ເຖິງ” (ມັດທາຍ 24:44). “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ພວກເຈົ້າຈົ່ງອອກໄປພົບກັບພຣະອົງ” (ມັດທາຍ 25:6). ຄຳທຳນາຍເຫຼົ່ານີ້ກ່າວເຖິງ “ບຸດມະນຸດຈະມາ” ຫຼື “ການມາຂອງບຸດມະນຸດ”. ຄໍາວ່າ “ບຸດມະນຸດ” ໝາຍເຖິງ ຜູ້ທີ່ເກີດຈາກມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າຈະສວມໃສ່ເນື້ອໜັງ ແລະ ກາຍເປັນຄົນທຳມະດາ ແລະ ປົກກະຕິ, ລົງມາທ່າມກາງມະນຸດຊາດຢ່າງລັບໆ ເພື່ອກ່າວ ແລະ ເຮັດພາລະກິດ. ນີ້ແມ່ນແຕກຕ່າງຢ່າງສິ້ນເຊີງຈາກການປາກົດຕົວຢ່າງເປີດເຜີຍເທິງກ້ອນເມກ. ດ້ວຍຄຳທຳນາຍຫຼາຍຢ່າງ ກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າໃນຖານະບຸດມະນຸດ, ເປັນຫຍັງໂລກສາສະໜາຈຶ່ງເລືອກທີ່ຈະເນັ້ນໃສ່ພຽງແຕ່ຄຳທຳນາຍກ່ຽວກັບການລົງມາຂອງພຣະອົງເທິງກ້ອນເມກເທົ່ານັ້ນ? ເປັນຫຍັງພວກເຂົາຈຶ່ງບໍ່ສົນໃຈຄຳທຳນາຍກ່ຽວກັບການມາຂອງບຸດມະນຸດ, ກ່ຽວກັບການລົງມາຂອງບຸດມະນຸດເລີຍ? ມັນມີຫຼາຍຢ່າງໃນເລື່ອງນີ້, ຫຼາຍກວ່າທີ່ຕາເບິ່ງເຫັນ.
ກ່ອນອື່ນ, ພວກເຮົາຕ້ອງເຂົ້າໃຈ ຄວາມແຕກຕ່າງທີ່ໃຫຍ່ທີ່ສຸດລະຫວ່າງຄຳທຳນາຍຂອງພຣະຜູ້ເປັນເຈົ້າທີ່ວ່າ “ບຸດມະນຸດຈະມາ” ແລະ “ເຈົ້າບ່າວມາ” ແລະ ຄຳທຳນາຍກ່ຽວກັບການລົງມາຂອງພຣະອົງເທິງກ້ອນເມກ. ພວກເຮົາຕ້ອງເຫັນຢ່າງຊັດເຈນວ່າ ເວລາ ແລະ ບໍລິບົດຂອງຄຳທຳນາຍສອງປະເພດນີ້ແມ່ນແຕກຕ່າງກັນຢ່າງສິ້ນເຊີງ. ບໍລິບົດສຳລັບການມາຂອງບຸດມະນຸດແມ່ນຫຍັງ? ອົງພຣະເຢຊູເຈົ້າໄດ້ທຳນາຍວ່າ: “ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ” (ມັດທາຍ 24:37). ໃນຍຸກຂອງໂນອາ, ຜູ້ຄົນກິນ, ດື່ມ, ແຕ່ງດອງ ແລະ ຈັດແຈງການແຕ່ງດອງ. ບໍລິບົດຂອງການມາຂອງບຸດມະນຸດເຫັນໄດ້ຢ່າງຊັດເຈນວ່າ ບໍ່ແມ່ນໃນໄລຍະທີ່ເກີດຄວາມຫາຍະນະໃຫຍ່, ແຕ່ແມ່ນໃນໄລຍະທີ່ຊີວິດປົກກະຕິກ່ອນທີ່ໄພພິບັດຈະມາເຖິງ. ແຕ່ການລົງມາເທິງກ້ອນເມກນັ້ນ ຈະເກີດຂຶ້ນຫຼັງຈາກຄວາມຫາຍະນະໃຫຍ່. ສະນັ້ນ, ອົງພຣະເຢຊູເຈົ້າຈຶ່ງມັກກ່າວວ່າ “ພວກເຈົ້າຕ້ອງເຝົ້າລະວັງ ແລະ ກຽມນ້ຳມັນຂອງພວກເຈົ້າເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ”. ນີ້ໝາຍເຖິງການຕ້ອນຮັບບຸດມະນຸດທີ່ບັງເກີດເປັນເນື້ອໜັງກ່ອນຄວາມຫາຍະນະ. ພຣະອົງຍັງໄດ້ທຳນາຍເຖິງຜົນໄດ້ຮັບທີ່ແຕກຕ່າງກັນສຳລັບຍິງສາວບໍລິສຸດທີ່ສະຫຼາດ ແລະ ທີ່ໂງ່ຈ້າ. ຄົນເຫຼົ່ານັ້ນທີ່ຕ້ອນຮັບບຸດມະນຸດທີ່ບັງເກີດເປັນເນື້ອໜັງກ່ອນຄວາມຫາຍະນະ ແມ່ນຍິງສາວບໍລິສຸດທີ່ສະຫຼາດ. ຍິງສາວບໍລິສຸດທີ່ສະຫຼາດເຫຼົ່ານີ້ເຂົ້າຮ່ວມງານລ້ຽງຂອງອານາຈັກສະຫວັນ ແລະ ສາມາດປະສົບກັບການພິພາກສາຕໍ່ໜ້າບັນລັງຂອງພຣະຄຣິສ ເພື່ອຖືກເຮັດໃຫ້ບໍລິສຸດ. ພວກເຂົາຖືກເຮັດໃຫ້ກາຍເປັນຜູ້ມີໄຊຊະນະ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ. ແຕ່ຄົນທາງສາສະໜາທີ່ຢືນຢັນທີ່ຈະລໍຖ້າໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ ເພື່ອຕ້ອນຮັບພຣະອົງ ແມ່ນຍິງສາວບໍລິສຸດທີ່ໂງ່ຈ້າ. ຜົນຕາມມາຈະເປັນແນວໃດສຳລັບຄົນທີ່ລໍຖ້າທີ່ຈະເຫັນພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ? ມັນແມ່ນຜົນໄດ້ຮັບທີ່ວ່າ “ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ”. ສິ່ງນີ້ໝາຍຄວາມຢ່າງຊັດເຈນວ່າພວກເຂົາພາດໂອກາດທີ່ຈະຕ້ອນຮັບບຸດມະນຸດທີ່ບັງເກີດເປັນເນື້ອໜັງ ແລະ ຖືກພິພາກສາ, ຖືກປະນາມ ແລະ ຖືກລົງໂທດ. ມັນເປັນຄືກັບໂທມາ, ຜູ້ທີ່ຍອມຮັບວ່າອົງພຣະເຢຊູເຈົ້າເປັນພຣະຜູ້ເປັນເຈົ້າ ແລະ ພຣະຄຣິສ ກໍຕໍ່ເມື່ອລາວເຫັນຮ່າງກາຍຝ່າຍວິນຍານຂອງພຣະອົງປາກົດຂຶ້ນເທົ່ານັ້ນ. ຍ້ອນສິ່ງນີ້, ລາວຈຶ່ງຖືກປະນາມໂດຍພຣະຜູ້ເປັນເຈົ້າ. ດັ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວວ່າ: “ຍ້ອນເຈົ້າໄດ້ເຫັນເຮົາ ເຈົ້າຈຶ່ງເຊື່ອ: ພອນຈົ່ງມີແກ່ພວກເຂົາທີ່ບໍ່ໄດ້ເຫັນ ແຕ່ໄດ້ເຊື່ອ” (ໂຢຮັນ 20:29). ຈາກສິ່ງນີ້, ພວກເຮົາສາມາດເຫັນໄດ້ວ່າ ຜົນໄດ້ຮັບຂອງຜູ້ທີ່ຕ້ອນຮັບພຣະຜູ້ເປັນເຈົ້າກ່ອນຄວາມຫາຍະນະ ແລະ ຜູ້ທີ່ຕ້ອນຮັບພຣະອົງຫຼັງຈາກນັ້ນ ແມ່ນແຕກຕ່າງກັນຢ່າງສິ້ນເຊີງ. ເຈດຕະນາຂອງພຣະຜູ້ເປັນເຈົ້າແມ່ນເພື່ອໃຫ້ຜູ້ຄົນຕ້ອນຮັບພຣະອົງກ່ອນຄວາມຫາຍະນະ ແລະ ບໍ່ແມ່ນຫຼັງຈາກຄວາມຫາຍະນະໃຫຍ່ໄດ້ສິ້ນສຸດລົງຢ່າງແນ່ນອນ.
ບາດນີ້ ໃຫ້ມາເວົ້າເຖິງຄວາມໝາຍຂອງການຕ້ອນຮັບພຣະຜູ້ເປັນເຈົ້າກ່ອນຄວາມຫາຍະນະ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ” (ໂຢຮັນ 16:12-13). ໜັງສືພຣະນິມິດຍັງໄດ້ທຳນາຍໄວ້ອີກວ່າ: “ເບິ່ງແມ້, ເຮົາຢືນຢູ່ທີ່ປະຕູ ແລະ ເຄາະປະຕູຢູ່: ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ ແລະ ເປີດປະຕູ, ເຮົາຈະເຂົ້າໄປຫາຜູ້ນັ້ນ ແລະ ຈະກິນເຂົ້າກັບຜູ້ນັ້ນ ແລະ ຜູ້ນັ້ນກໍຈະກິນເຂົ້າກັບເຮົາ” (ພຣະນິມິດ 3:20). “ຜູ້ທີ່ໄດ້ຮັບໄຊຊະນະ, ເຮົາຈະປະທານໃຫ້ຜູ້ນັ້ນໄດ້ນັ່ງກັບເຮົາເທິງບັນລັງຂອງເຮົາ, ເຊັ່ນດຽວກັບທີ່ເຮົາໄດ້ຮັບໄຊຊະນະ ແລະ ນັ່ງຢູ່ກັບພຣະບິດາຂອງເຮົາເທິງບັນລັງຂອງພຣະອົງ” (ພຣະນິມິດ 3:21). ຈາກຄຳທຳນາຍເຫຼົ່ານີ້, ພວກເຮົາສາມາດເຫັນໄດ້ວ່າ ກ່ອນຄວາມຫາຍະນະ, ພຣະຜູ້ເປັນເຈົ້າຈະດຳເນີນພາລະກິດຂັ້ນຕອນໜຶ່ງ: ນັ້ນກໍຄືພາລະກິດແຫ່ງການພິພາກສາໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ກ່ອນຄວາມຫາຍະນະ, ພຣະຜູ້ເປັນເຈົ້າຈະສະແດງຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາ ເພື່ອເຮັດໃຫ້ກຸ່ມຄົນບໍລິສຸດ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໃຫ້ພວກເຂົາກາຍເປັນຜູ້ມີໄຊຊະນະ. ຜູ້ມີໄຊຊະນະທີ່ຖືກທຳນາຍໄວ້ໃນໜັງສືພຣະນິມິດນັ້ນ ຢ່າງບໍ່ຕ້ອງສົງໄສເລີຍ ກໍແມ່ນ ຜູ້ທີ່ຖືກເຮັດໃຫ້ສົມບູນກ່ອນ ຫຼື ໃນລະຫວ່າງຄວາມຫາຍະນະ. ພວກເຮົາທຸກຄົນເຄີຍໄດ້ຍິນໃນອະດີດວ່າ ເມື່ອຄວາມຫາຍະນະໃຫຍ່ເລີ່ມຕົ້ນຂຶ້ນ, ປະຕູແຫ່ງຄວາມລອດພົ້ນກໍຈະປິດລົງ. ນັ້ນກໍຄື, ພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າຈະສຳເລັດລົງຢ່າງສົມບູນ. ສະນັ້ນ, ຖ້າພວກເຮົາລໍຖ້າໃຫ້ພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກ, ເຊິ່ງຈະເກີດຂຶ້ນໃນຕອນທ້າຍຂອງຄວາມຫາຍະນະ, ພຣະເຈົ້າຍັງຈະສາມາດເຮັດພາລະກິດແຫ່ງຄວາມລອດພົ້ນໄດ້ຢູ່ບໍ? ນັ້ນເປັນໄປບໍ່ໄດ້. ດັ່ງທີ່ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວວ່າ: “ຄົນຈຳນວນຫຼາຍອາດຈະບໍ່ສົນໃຈສິ່ງທີ່ເຮົາເວົ້າ ແຕ່ເຮົາຍັງຢາກບອກທຸກຄົນທີ່ອ້າງຕົນວ່າເປັນໄພ່ພົນ ຜູ້ທີ່ຕິດຕາມພຣະເຢຊູວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນເວລາທີ່ດວງອາທິດແຫ່ງຄວາມຊອບທຳປາກົດຕົວຢ່າງເປີດເຜີຍ. ບາງທີນັ້ນອາດຈະເປັນເວລາທີ່ຕື່ນເຕັ້ນຫຼາຍແຮງສຳລັບເຈົ້າ. ເຖິງຢ່າງໃດກໍຕາມ ເຈົ້າຄວນຮູ້ວ່າເວລາທີ່ເຈົ້າເຫັນພຣະເຢຊູລົງມາຈາກສະຫວັນດ້ວຍຕາຂອງເຈົ້າ ນັ້ນກໍຈະເປັນເວລາທີ່ເຈົ້າລົງໄປນະຮົກເພື່ອຮັບການລົງໂທດ ເຊິ່ງເປັນເວລາທີ່ການສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າຖືກປະກາດອອກໄປ ແລະ ເມື່ອພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຊ້າ. ເພາະວ່າການພິພາກສາຂອງພຣະເຈົ້າຈະໄດ້ສິ້ນສຸດລົງແລ້ວກ່ອນທີ່ມະນຸດຈະເຫັນໝາຍສຳຄັນ ເມື່ອມີພຽງແຕ່ການສະແດງອອກເຖິງຄວາມຈິງເທົ່ານັ້ນ. ຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນ ແລະ ດ້ວຍເຫດນີ້ຈຶ່ງໄດ້ຮັບການຊຳລະໃຫ້ບໍລິສຸດ ຈະຖືກນຳມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າສູ່ອ້ອມກອດຂອງພຣະຜູ້ສ້າງ. ມີພຽງຜູ້ທີ່ຍຶດໝັ້ນໃນຄວາມເຊື່ອທີ່ວ່າ ‘ພຣະເຢຊູຜູ້ທີ່ບໍ່ໄດ້ຂີ່ເມກສີຂາວແມ່ນພຣະຄຣິສປອມ’ ເທົ່ານັ້ນທີ່ຈະຕ້ອງຮັບການລົງໂທດຊົ່ວນິລັນດອນ ເພາະພວກເຂົາເຊື່ອພຽງແຕ່ໃນພຣະເຢຊູຜູ້ທີ່ສະແດງໝາຍສຳຄັນ ແຕ່ບໍ່ຍອມຮັບຮູ້ພຣະເຢຊູຜູ້ທີ່ສະແດງອອກເຖິງການພິພາກສາທີ່ຮຸນແຮງ ແລະ ປົດປ່ອຍຊີວິດ ແລະ ຫົນທາງທີ່ແທ້ຈິງ. ດ້ວຍເຫດນີ້ ມັນຈຶ່ງເປັນໄດ້ພຽງແຕ່ວ່າພຣະເຢຊູຈັດການກັບພວກເຂົາ ເມື່ອພຣະອົງກັບມາຢ່າງເປີດເຜີຍເທິງເມກສີຂາວ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າຈະໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ). ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຊັດເຈນທີ່ສຸດ. ພວກເຮົາສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ທຸກຄົນທີ່ຍຶດໝັ້ນວ່າຈະຕ້ອນຮັບພຣະຜູ້ເປັນເຈົ້າ ກໍຕໍ່ເມື່ອພຣະອົງລົງມາເທິງກ້ອນເມກຫຼັງຈາກຄວາມຫາຍະນະແລ້ວເທົ່ານັ້ນ ຈະພົບກັບຄວາມວິບັດ, ເພາະວ່າພວກເຂົາຈະສູນເສຍໂອກາດທີ່ຈະຍອມຮັບການພິພາກສາ, ຖືກເຮັດໃຫ້ບໍລິສຸດ ແລະ ໄດ້ຮັບຄວາມລອດພົ້ນ. ພວກເຂົາຈະສູນເສຍໂອກາດທີ່ຈະຍອມຮັບຄວາມຈິງທີ່ຖືກສະແດງອອກ ແລະ ພາລະກິດແຫ່ງການພິພາກສາທີ່ເຮັດໂດຍພຣະວິນຍານແຫ່ງຄວາມຈິງ. ພວກເຂົາຈະບໍ່ມີໂອກາດໄດ້ເຫັນພຣະພັກຂອງພຣະເຈົ້າຈັກເທື່ອ.
ໄພພິບັດໄດ້ເລີ່ມຕົ້ນຂຶ້ນແລ້ວ. ພາລະກິດຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນໃກ້ຈະສິ້ນສຸດລົງແລ້ວ ແລະ ຫຼັງຈາກນັ້ນ ພວກເຮົາຈະເຂົ້າສູ່ສາມປີເຄິ່ງສຸດທ້າຍຂອງຄວາມຫາຍະນະໃຫຍ່. ນັ້ນຈະເປັນຄວາມຫາຍະນະໃຫຍ່ທີ່ຈະທຳລາຍລ້າງມະນຸດຊາດຢ່າງສົມບູນ. ມັນເປັນອັນຕະລາຍທີ່ສຸດທີ່ຈະຍັງບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າໃນຕອນນີ້; ເຈົ້າອາດຈະສູນເສຍຊີວິດຂອງເຈົ້າໄດ້ທຸກເວລາ. ມັນເປັນເລື່ອງທີ່ໂງ່ຈ້າທີ່ສຸດທີ່ບໍ່ສະແຫວງຫາ ແລະ ສືບຄົ້ນຫາຫົນທາງທີ່ແທ້ຈິງ ແລະ ຍອມຮັບຄວາມຈິງທັງໝົດທີ່ “ບຸດມະນຸດ” ໄດ້ສະແດງອອກ. ຄົນເຫຼົ່ານີ້ເປັນຍິງສາວບໍລິສຸດທີ່ໂງ່ຈ້າຢ່າງແນ່ນອນ ແລະ ມີແຕ່ຈະຖືກປະຖິ້ມ ແລະ ຖືກກຳຈັດໂດຍພຣະຜູ້ເປັນເຈົ້າເທົ່ານັ້ນ. ພວກເຮົາສາມາດເວົ້າໄດ້ວ່າ ການຕ້ອນຮັບພຣະຜູ້ເປັນເຈົ້າໃນຕອນນີ້ແມ່ນເລື່ອງທີ່ຮີບດ່ວນທີ່ສຸດ. ການທີ່ເຈົ້າຈະສາມາດຕ້ອນຮັບພຣະຜູ້ເປັນເຈົ້າກ່ອນຄວາມຫາຍະນະໃຫຍ່ທີ່ຈະທຳລາຍມະນຸດຊາດໄດ້ ຫຼື ບໍ່ ແລະ ຍອມຮັບການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍເພື່ອຖືກເຮັດໃຫ້ບໍລິສຸດນັ້ນ ຈະກຳນົດຜົນໄດ້ຮັບຂອງເຈົ້າໃນຄວາມຫາຍະນະໃຫຍ່ໂດຍກົງວ່າ: ມີຊີວິດ ຫຼື ຕາຍ!
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ໂຣກລະບາດແຜ່ກະຈາຍຢ່າງບໍ່ຢຸດຢ່ອນ ແລະ ແຜ່ນດິນໄຫວ, ນໍ້າຖ້ວມ, ແມງໄມ້ລະບາດ, ໄພອຶດຢາກກໍເລີ່ມປາກົດຂຶ້ນ. ຫຼາຍຄົນຢູ່ໃນສະພາວະວິຕົກກັງວົນຢູ່ສະເໝີ ແລະ...
ມື້ນີ້, ຂ້ອຍຕ້ອງການເວົ້າກ່ຽວກັບ ວິທີການແຍກແຍະພຣະຄຣິດຕົວປອມຈາກພຣະຄຣິດຕົວຈິງ. ບາງຄົນອາດຖາມວ່າ...
ເມື່ອເວົ້າເຖິງໂຊກຊະຕາ, ຄົນສ່ວນໃຫຍ່ກໍທຽບມັນໃສ່ ການມີເງິນ ແລະ ສະຖານະ ແລະ ການປະສົບຄວາມສຳເລັດໂດຍມີຈຸດໝາຍປາຍທາງທີ່ດີ ແລະ ຄິດວ່າຄົນທຸກຍາກ,...
ມັນເປັນເວລາ 30 ປີຖ້ວນ ນັບຕັ້ງແຕ່ທີ່ພຣະຄຣິດແຫ່ງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ປາກົດຕົວ ແລະ ເລີ່ມເຮັດພາລະກິດ ແລະ...