ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ (ພາກທີໜຶ່ງ)
1. “ໃນເວລານັ້ນ ພຣະເຢຊູໄດ້ໄປທີ່ທົ່ງນາໃນວັນຊະບາໂຕ ແລະ ພວກສາວົກຂອງພຣະອົງກໍຫິວເຂົ້າ ແລ້ວພາກັນເລີ່ມເດັດເອົາຮວງເຂົ້າມາເກັດກິນກິນ” (ມັດທາຍ 12:1).
2. “ແຕ່ເຮົາເວົ້າກັບເຈົ້າວ່າ ສະຖານທີ່ນີ້ມີຄົນຍິ່ງໃຫຍ່ກວ່າພຣະວິຫານຫຼາຍ. ແຕ່ຖ້າເຈົ້າຮູ້ຄວາມໝາຍທີ່ວ່າເຮົາຕ້ອງການຄວາມເມດຕາ ແລະ ບໍ່ປະສົງເຄື່ອງບູຊາ, ເຈົ້າກໍຈະບໍ່ກ່າວໂທດຄົນທີ່ບໍ່ມີຄວາມຜິດ. ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” (ມັດທາຍ 12:6-8).
ກ່ອນອື່ນໃຫ້ພວກເຮົາມາເບິ່ງທີ່ຂໍ້ຄວາມນີ້: “ໃນເວລານັ້ນ ພຣະເຢຊູໄດ້ໄປທີ່ທົ່ງນາໃນວັນຊະບາໂຕ ແລະ ພວກສາວົກຂອງພຣະອົງກໍຫິວເຂົ້າ ແລ້ວພາກັນເລີ່ມເດັດເອົາຮວງເຂົ້າມາເກັດກິນກິນ”.
ເປັນຫຍັງເຮົາຈຶ່ງຄັດເລືອກເອົາຂໍ້ຄວາມນີ້? ມັນກ່ຽວຂ້ອງຫຍັງກັບອຸປະນິໄສຂອງພຣະເຈົ້າ? ໃນຂໍ້ຄວາມນີ້, ສິ່ງທຳອິດທີ່ພວກເຮົາຮູ້ກໍຄື ມັນແມ່ນວັນຊະບາໂຕ, ແຕ່ພຣະເຢຊູເຈົ້າອອກໄປນອກ ແລະ ນໍາພາສາວົກຂອງພຣະອົງຜ່ານທົ່ງນາ. ສິ່ງທີ່ “ບໍ່ຊື່ສັດ” ຍິ່ງກວ່ານັ້ນກໍຄື ພວກເຂົາເຖິງກັບ “ເລີ່ມເດັດເອົາຮວງເຂົ້າມາເກັດກິນກິນ”. ໃນຍຸກແຫ່ງພຣະບັນຍັດ, ພຣະບັນຍັດຂອງພຣະເຈົ້າເຢໂຮວາໄດ້ກຳນົດໄວ້ວ່າ: ຜູ້ຄົນບໍ່ສາມາດອອກໄປນອກຕາມອຳເພີໃຈ ຫຼື ມີສ່ວນຮ່ວມໃນກິດຈະກຳຕ່າງໆໃນວັນຊະບາໂຕ, ມີຫຼາຍສິ່ງທີ່ບໍ່ສາມາດເຮັດໄດ້ໃນວັນຊະບາໂຕ. ການກະທຳນີ້ໃນສ່ວນຂອງພຣະເຢຊູເຈົ້າແມ່ນເຂົ້າໃຈຍາກສຳລັບຄົນທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດເປັນເວລາດົນນານ ແລະ ມັນເຖິງກັບກໍ່ໃຫ້ເກີດການວິພາກວິຈານ. ແຕ່ສຳລັບຄວາມສັບສົນຂອງພວກເຂົາ ແລະ ວິທີທີ່ພວກເຂົາລົມກັນກ່ຽວກັບການກະທໍາຂອງພຣະເຢຊູ, ພວກເຮົາຈະປະສິ່ງນັ້ນໄວ້ທາງຂ້າງກ່ອນໃນຕອນນີ້ ແລະ ມາສົນທະນາກັນວ່າ ເປັນຫຍັງພຣະເຢຊູເຈົ້າຈຶ່ງເລືອກເຮັດສິ່ງນີ້ໃນວັນຊະບາໂຕຈາກບັນດາມື້ທັງໝົດ ແລະ ພຣະອົງຕ້ອງການສື່ສານຫຍັງໃຫ້ແກ່ຜູ້ຄົນທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດຜ່ານການກະທຳນີ້. ນີ້ຄືຄວາມກ່ຽວພັນລະຫວ່າງຂໍ້ຄວາມນີ້ ແລະ ອຸປະນິໄສຂອງພຣະເຈົ້າທີ່ເຮົາຕ້ອງການສົນທະນາ.
ເມື່ອພຣະເຢຊູເຈົ້າມາ, ພຣະອົງໃຊ້ການກະທຳຕົວຈິງຂອງພຣະອົງເພື່ອບອກແກ່ຜູ້ຄົນວ່າ ພຣະເຈົ້າໄດ້ອອກຈາກຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນພາລະກິດໃໝ່ແລ້ວ ແລະ ພາລະກິດໃໝ່ນີ້ບໍ່ຈຳເປັນຕ້ອງມີການຮັກສາວັນຊະບາໂຕ. ການທີ່ພຣະເຈົ້າອອກຈາກຂອບເຂດຂອງວັນຊະບາໂຕນັ້ນແມ່ນເປັນພຽງສັນຍານໃຫ້ຮູ້ລ່ວງໜ້າເຖິງ ພາລະກິດໃໝ່ຂອງພຣະອົງ; ພາລະກິດທີ່ເປັນຈິງ ແລະ ຍິ່ງໃຫຍ່ແມ່ນກຳລັງຈະມາ. ເມື່ອພຣະເຢຊູເຈົ້າເລີ່ມຕົ້ນພາລະກິດຂອງພຣະອົງ, ພຣະອົງກໍໄດ້ປະ “ໂສ້” ຂອງຍຸກແຫ່ງພຣະບັນຍັດໄວ້ຂ້າງຫຼັງແລ້ວ ແລະ ໄດ້ທຳລາຍກົດລະບຽບ ແລະ ຫຼັກການຂອງຍຸກນັ້ນໄປແລ້ວ. ໃນພຣະອົງ, ບໍ່ມີຮ່ອງຮອຍຂອງສິ່ງໃດເລີຍທີ່ກ່ຽວຂ້ອງກັບພຣະບັນຍັດ; ພຣະອົງໄດ້ໂຍນມັນຖິ້ມທັງໝົດ ແລະ ບໍ່ຮັກສາມັນອີກຕໍ່ໄປ ແລະ ພຣະອົງບໍ່ຮຽກຮ້ອງໃຫ້ມະນຸດຊາດຮັກສາມັນອີກຕໍ່ໄປ. ສະນັ້ນ ໃນນີ້ ເຈົ້າໄດ້ເຫັນພຣະເຢຊູເຈົ້າຜ່ານທົ່ງນາໃນວັນຊະບາໂຕ ແລະ ພຣະຜູ້ເປັນເຈົ້າບໍ່ໄດ້ພັກຜ່ອນ; ພຣະອົງຢູ່ຂ້າງນອກເພື່ອປະຕິບັດພາລະກິດ ແລະ ບໍ່ໄດ້ພັກຜ່ອນ. ການກະທຳນີ້ຂອງພຣະອົງເປັນສິ່ງທີ່ໜ້າຕົກໃຈແກ່ແນວຄິດຂອງຜູ້ຄົນ ແລະ ມັນສື່ສານແກ່ພວກເຂົາວ່າພຣະອົງບໍ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດອີກຕໍ່ໄປ ແລະ ພຣະອົງໄດ້ອອກຈາກຂອບເຂດຂອງວັນຊະບາໂຕ ແລະ ປາກົດຕົວຕໍ່ໜ້າມະນຸດຊາດ ແລະ ທ່າມກາງພວກເຂົາໃນລັກສະນະໃໝ່ ດ້ວຍວິທີການປະຕິບັດພາລະກິດແບບໃໝ່. ການກະທຳນີ້ຂອງພຣະອົງໄດ້ບອກໃຫ້ຜູ້ຄົນຮູ້ວ່າພຣະອົງໄດ້ນໍາພາລະກິດໃໝ່ມາກັບພຣະອົງ, ພາລະກິດທີ່ເລີ່ມຕົ້ນດ້ວຍການອອກຈາກພາຍໃຕ້ພຣະບັນຍັດ ແລະ ອອກຈາກວັນຊະບາໂຕ. ເມື່ອພຣະເຈົ້າປະຕິບັດພາລະກິດໃໝ່ຂອງພຣະອົງ, ພຣະອົງບໍ່ຍຶດຕິດກັບອະດີດອີກຕໍ່ໄປ ແລະ ພຣະອົງບໍ່ກັງວົນກ່ຽວກັບກົດລະບຽບຕ່າງໆຂອງຍຸກແຫ່ງພຣະບັນຍັດອີກຕໍ່ໄປ. ພຣະອົງບໍ່ໄດ້ຖືກກະທົບໂດຍພາລະກິດຂອງພຣະອົງໃນຍຸກຜ່ານມາ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດໃນວັນຊະບາໂຕດັ່ງທີ່ພຣະອົງປະຕິບັດໃນມື້ອື່ນໆ ແລະ ເມື່ອສາວົກຂອງພຣະອົງຫິວໃນວັນຊະບາໂຕ, ພວກເຂົາກໍສາມາດຫຼົກຮວງໝາກສາລີກິນ. ນີ້ເປັນເລື່ອງປົກກະຕິຫຼາຍໃນສາຍຕາຂອງພຣະເຈົ້າ. ສຳລັບພຣະເຈົ້າແລ້ວ, ມັນເປັນສິ່ງທີ່ສາມາດອະນຸຍາດໄດ້ໃນການເລີ່ມຕົ້ນພາລະກິດໃໝ່ທີ່ພຣະອົງຕ້ອງການເຮັດ ແລະ ພຣະທຳໃໝ່ທີ່ພຣະອົງຕ້ອງການກ່າວ. ເມື່ອພຣະເຈົ້າເລີ່ມຕົ້ນບາງສິ່ງທີ່ໃໝ່, ພຣະອົງບໍ່ກ່າວເຖິງພາລະກິດຜ່ານມາຂອງພຣະອົງ ຫຼື ສືບຕໍ່ປະຕິບັດພາລະກິດນັ້ນ. ຍ້ອນພຣະເຈົ້າມີຫຼັກການຂອງພຣະອົງໃນພາລະກິດຂອງພຣະອົງເມື່ອພຣະອົງຕ້ອງການເລີ່ມຕົ້ນພາລະກິດໃໝ່, ເມື່ອພຣະອົງຕ້ອງການນໍາມະນຸດຊາດໄປສູ່ຂັ້ນຕອນໃໝ່ໃນພາລະກິດຂອງພຣະອົງ ແລະ ເມື່ອພາລະກິດຂອງພຣະອົງຈະເຂົ້າສູ່ໄລຍະສູງຂຶ້ນ. ຖ້າຜູ້ຄົນສືບຕໍ່ປະຕິບັດຕາມຄຳເວົ້າ ຫຼື ກົດລະບຽບເດີມ ຫຼື ສືບຕໍ່ຍຶດໝັ້ນກັບສິ່ງເຫຼົ່ານັ້ນ, ພຣະອົງຈະບໍ່ຈື່ ຫຼື ເຫັນດີເຫັນພ້ອມກັບສິ່ງນັ້ນ. ນີ້ກໍຍ້ອນພຣະອົງໄດ້ນໍາເອົາພາລະກິດໃໝ່ມາແລ້ວ ແລະ ໄດ້ເຂົ້າສູ່ໄລຍະໃໝ່ໃນພາລະກິດຂອງພຣະອົງ. ເມື່ອພຣະອົງເລີ່ມຕົ້ນພາລະກິດໃໝ່, ພຣະອົງກໍປາກົດຕໍ່ມະນຸດຊາດດ້ວຍລັກສະນະໃໝ່ທັງສິ້ນ, ຈາກມຸມໃໝ່ທັງສິ້ນ ແລະ ດ້ວຍວິທີໃໝ່ທັງສິ້ນ ເພື່ອວ່າຜູ້ຄົນຈະສາມາດເຫັນລັກສະນະທີ່ແຕກຕ່າງກັນຂອງອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ນີ້ແມ່ນໜຶ່ງໃນເປົ້າໝາຍຂອງພຣະອົງທີ່ຢູ່ໃນພາລະກິດໃໝ່ຂອງພຣະອົງ. ພຣະເຈົ້າບໍ່ໄດ້ຍຶດຕິດກັບສິ່ງເດີມໆ ຫຼື ຍ່າງໃນເສັ້ນທາງທີ່ຖືກຢຽບມາແລ້ວ; ເມື່ອພຣະອົງປະຕິບັດພາລະກິດ ແລະ ກ່າວ, ພຣະອົງບໍ່ໄດ້ມີຂໍ້ຫ້າມດັ່ງທີ່ຜູ້ຄົນຈິນຕະນາການ. ໃນພຣະເຈົ້າ, ທຸກສິ່ງແມ່ນເສລີ ແລະ ເປັນອິດສະຫຼະ ແລະ ບໍ່ມີການເກືອດຫ້າມ, ບໍ່ມີຂໍ້ຈຳກັດ, ສິ່ງທີ່ພຣະອົງນໍາມາສູ່ມະນຸດຊາດກໍຄືອິດສະຫຼະພາບ ແລະ ການປົດປ່ອຍ. ພຣະອົງເປັນພຣະເຈົ້າທີ່ມີຊີວິດ, ພຣະເຈົ້າທີ່ມີຢູ່ຢ່າງແທ້ຈິງ ແລະ ເປັນຈິງ. ພຣະອົງບໍ່ແມ່ນຫຸ່ນຕຸກກະຕາ ຫຼື ຫຸ່ນດິນປັ້ນ ແລະ ພຣະອົງແຕກຕ່າງຈາກພະທຽມທີ່ຜູ້ຄົນບູຊາ ແລະ ນະມັດສະການຢ່າງສິ້ນເຊີງ. ພຣະອົງມີຊີວິດ ແລະ ຊີວາ. ສິ່ງທີ່ພຣະທຳ ແລະ ພາລະກິດຂອງພຣະອົງນໍາມາສູ່ມະນຸດຊາດກໍລ້ວນແລ້ວແຕ່ມີຊີວິດ ແລະ ແສງສະຫວ່າງ, ລ້ວນແລ້ວແຕ່ເປັນອິດສະຫຼະພາບ ແລະ ການປົດປ່ອຍ, ຍ້ອນພຣະອົງມີຄວາມຈິງ, ຊີວິດ ແລະ ຫົນທາງ, ພຣະອົງບໍ່ໄດ້ຖືກຈຳກັດໂດຍສິ່ງໃດສິ່ງໜຶ່ງໃນພາລະກິດໃດໜຶ່ງຂອງພຣະອົງ. ບໍ່ວ່າຜູ້ຄົນຈະເວົ້າຫຍັງກໍຕາມ ແລະ ບໍ່ວ່າພວກເຂົາຈະເຫັນ ຫຼື ປະເມີນພາລະກິດໃໝ່ຂອງພຣະອົງແນວໃດກໍຕາມ, ພຣະອົງກໍຈະປະຕິບັດພາລະກິດຂອງພຣະອົງ ໂດຍປາສະຈາກຄວາມກັງວົນໃຈ. ພຣະອົງຈະບໍ່ກັງວົນກ່ຽວກັບແນວຄິດ ຫຼື ການຊີ້ມືຂອງຜູ້ໃດຜູ້ໜຶ່ງທີ່ກ່ຽວຂ້ອງກັບພາລະກິດ ແລະ ພຣະທຳຂອງພຣະອົງ ຫຼື ແມ່ນແຕ່ການຄັດຄ້ານ ແລະ ການຕໍ່ຕ້ານອັນແຮງກ້າຂອງພວກເຂົາຕໍ່ພາລະກິດໃໝ່ຂອງພຣະອົງ. ບໍ່ມີຜູ້ໃດໃນບັນດາສັບພະສິ່ງຖືກສ້າງທັງປວງສາມາດໃຊ້ເຫດຜົນຂອງມະນຸດ ຫຼື ຈິນຕະນາການ, ຄວາມຮູ້ ຫຼື ສິນທຳຂອງມະນຸດເພື່ອວັດແທກ ຫຼື ກຳນົດສິ່ງທີ່ພຣະເຈົ້າເຮັດ ເພື່ອເຮັດໃຫ້ເສື່ອມເສຍ, ຂັດຂວາງ ຫຼື ທຳລາຍພາລະກິດຂອງພຣະອົງ. ບໍ່ມີການເກືອດຫ້າມໃນພາລະກິດຂອງພຣະອົງ ແລະ ສິ່ງທີ່ພຣະອົງເຮັດ; ມັນຈະບໍ່ຖືກຈຳກັດໂດຍມະນຸດຜູ້ໃດຜູ້ໜຶ່ງ, ເຫດການໃດໜຶ່ງ ຫຼື ສິ່ງໃດສິ່ງໜຶ່ງ ຫຼື ມັນຈະບໍ່ຖືກຂັດຂວາງໂດຍກອງກຳລັງໃດໜຶ່ງທີ່ເປັນປໍລະປັກ. ສໍາລັບພາລະກິດໃໝ່ຂອງພຣະອົງແລ້ວ, ພຣະອົງຄືກະສັດທີ່ມີໄຊຊະນະຢູ່ສະເໝີ ແລະ ກອງກຳລັງໃດທີ່ເປັນປໍລະປັກ, ມີຄວາມເຫັນນອກຮີດ ແລະ ຄວາມເຊື່ອຜິດໆຂອງມະນຸດຊາດແມ່ນຖືກຢຽບຢໍ່າພາຍໃຕ້ຕັ່ງຮອງຕີນຂອງພຣະອົງ. ບໍ່ວ່າພຣະອົງຈະປະຕິບັດຂັ້ນຕອນໃໝ່ອັນໃດໃນພາລະກິດຂອງພຣະອົງ, ມັນກໍຈະຖືກພັດທະນາຢ່າງແນ່ນອນ ແລະ ຂະຫຍາຍໄປໃນທ່າມກາງມະນຸດຊາດ ແລະ ມັນຈະຖືກປະຕິບັດຢ່າງແນ່ນອນໂດຍບໍ່ຖືກຂັດຂວາງທົ່ວຈັກກະວານທັງປວງຈົນພາລະກິດອັນຍິ່ງໃຫຍ່ຂອງພຣະອົງສຳເລັດ. ນີ້ແມ່ນລິດທານຸພາບສູງສຸດ, ສະຕິປັນຍາ, ສິດອຳນາດ ແລະ ລິດອຳນາດຂອງພຣະອົງ. ສະນັ້ນ ພຣະເຢຊູເຈົ້າຈຶ່ງສາມາດອອກໄປນອກຢ່າງເປີດເຜີຍ ແລະ ປະຕິບັດພາລະກິດໃນວັນຊະບາໂຕ ເພາະໃນຫົວໃຈຂອງພຣະອົງແມ່ນບໍ່ມີກົດລະບຽບ, ບໍ່ມີຄວາມຮູ້ ຫຼື ຄຳສັ່ງສອນທີ່ເກີດມາຈາກມະນຸດຊາດ. ສິ່ງທີ່ພຣະອົງມີແມ່ນພາລະກິດໃໝ່ຂອງພຣະເຈົ້າ ແລະ ຫົນທາງຂອງພຣະເຈົ້າ. ພາລະກິດຂອງພຣະອົງແມ່ນຫົນທາງເພື່ອເຮັດໃຫ້ມະນຸດຊາດເປັນອິດສະຫຼະ, ເພື່ອປົດປ່ອຍຜູ້ຄົນ, ເພື່ອເຮັດໃຫ້ພວກເຂົາມີຢູ່ໃນແສງສະຫວ່າງ ແລະ ດຳລົງຊີວິດຢູ່. ໃນຂະນະດຽວກັນ, ຄົນທີ່ນະມັດສະການພະທຽມ ຫຼື ພຣະເຈົ້າປອມແມ່ນດຳລົງຊີວິດໃນແຕ່ລະມື້ໂດຍຖືກຊາຕານຜູກມັດໄວ້, ຖືກຈຳກັດດ້ວຍກົດລະບຽບ ແລະ ສິ່ງຕ້ອງຫ້າມທຸກປະເພດ; ມື້ນີ້ເກືອດຫ້າມສິ່ງໜຶ່ງ, ມື້ອື່ນກໍເກືອດຫ້າມອີກສິ່ງໜຶ່ງ, ບໍ່ມີອິດສະຫຼະພາບໃນຊີວິດຂອງພວກເຂົາເລີຍ. ພວກເຂົາເປັນຄືກັບນັກໂທດທີ່ຖືກລ່າມໂສ້, ດຳລົງຊີວິດໂດຍບໍ່ມີຄວາມສຸກໃຫ້ກ່າວເຖິງເລີຍ. “ການເກືອດຫ້າມ” ເປັນຕົວແທນຫຍັງ? ມັນເປັນຕົວແທນຂໍ້ຈຳກັດ, ຂໍ້ຜູກມັດ ແລະ ສິ່ງຊົ່ວຮ້າຍ. ເມື່ອບຸກຄົນໃດໜຶ່ງນະມັດສະການພະທຽມ, ພວກເຂົາກໍນະມັດສະການພຣະເຈົ້າປອມ ແລະ ວິນຍານທີ່ຊົ່ວຮ້າຍ. ການເກືອດຫ້າມແມ່ນມາພ້ອມກັບການພົວພັນກັບກິດຈະກຳດັ່ງກ່າວ. ເຈົ້າບໍ່ສາມາດກິນສິ່ງນີ້ ຫຼື ສິ່ງນັ້ນໄດ້, ມື້ນີ້ ເຈົ້າບໍ່ສາມາດອອກໄປນອກໄດ້, ມື້ອື່ນ ເຈົ້າບໍ່ສາມາດແຕ່ງກິນໄດ້, ມື້ຕໍ່ໄປ ເຈົ້າບໍ່ສາມາດຍ້າຍເຮືອນໃໝ່ໄດ້, ຕ້ອງມີມື້ສະເພາະທີ່ຖືກເລືອກສຳລັບງານດອງ ແລະ ງານສົບ ແລະ ແມ່ນແຕ່ສຳລັບການເກີດລູກ. ສິ່ງນີ້ແມ່ນເອີ້ນວ່າຫຍັງ? ນີ້ແມ່ນເອີ້ນວ່າ ການເກືອດຫ້າມ; ມັນຄືພັນທະນາການຂອງມະນຸດຊາດ ແລະ ມັນຄືໂສ້ຂອງຊາຕານ ແລະ ການທີ່ວິນຍານຊົ່ວຮ້າຍຄວບຄຸມຜູ້ຄົນ ແລະ ຈຳກັດຫົວໃຈ ແລະ ຮ່າງກາຍຂອງພວກເຂົາ. ການເກືອດຫ້າມເຫຼົ່ານີ້ມີຢູ່ກັບພຣະເຈົ້າບໍ? ເມື່ອເວົ້າເຖິງຄວາມບໍລິສຸດຂອງພຣະເຈົ້າ, ເຈົ້າກໍຄວນຄິດເຖິງສິ່ງນີ້ກ່ອນ: ເມື່ອມີພຣະເຈົ້າກໍບໍ່ມີການເກືອດຫ້າມ. ພຣະເຈົ້າມີຫຼັກການໃນພຣະທຳ ແລະ ພາລະກິດຂອງພຣະອົງ, ແຕ່ບໍ່ມີການເກືອດຫ້າມ, ຍ້ອນພຣະເຈົ້າເອງແມ່ນຄວາມຈິງ, ຫົນທາງ ແລະ ຊີວິດ.
ບັດນີ້ ໃຫ້ພວກເຮົາມາເບິ່ງທີ່ຂໍ້ຄວາມດັ່ງຕໍ່ໄປນີ້ຈາກຂໍ້ພຣະຄຳພີ: “ແຕ່ເຮົາເວົ້າກັບເຈົ້າວ່າ ສະຖານທີ່ນີ້ມີຄົນຍິ່ງໃຫຍ່ກວ່າພຣະວິຫານຫຼາຍ. ແຕ່ຖ້າເຈົ້າຮູ້ຄວາມໝາຍທີ່ວ່າເຮົາຕ້ອງການຄວາມເມດຕາ ແລະ ບໍ່ປະສົງເຄື່ອງບູຊາ, ເຈົ້າກໍຈະບໍ່ກ່າວໂທດຄົນທີ່ບໍ່ມີຄວາມຜິດ. ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” (ມັດທາຍ 12:6-8). ຄຳວ່າ “ພຣະວິຫານ” ໝາຍເຖິງຫຍັງໃນນີ້? ເວົ້າງ່າຍໆກໍຄື ມັນໝາຍເຖິງອາຄານທີ່ສູງ ແລະ ສະຫງ່າງາມ ແລະ ໃນຍຸກແຫ່ງພຣະບັນຍັດ, ພຣະວິຫານແມ່ນສະຖານທີ່ໆປະໂລຫິດນະມັດສະການພຣະເຈົ້າ. ເມື່ອພຣະເຢຊູເຈົ້າກ່າວວ່າ: “ສະຖານທີ່ນີ້ມີຄົນຍິ່ງໃຫຍ່ກວ່າພຣະວິຫານຫຼາຍ”, “ຄົນ” ໝາຍເຖິງຜູ້ໃດ? ຊັດເຈນ “ຄົນ” ກໍຄືພຣະເຢຊູເຈົ້າທີ່ຢູ່ໃນເນື້ອໜັງ, ຍ້ອນມີພຽງພຣະອົງທີ່ຍິ່ງໃຫຍ່ກວ່າພຣະວິຫານ. ພຣະທຳເຫຼົ່ານີ້ບອກຫຍັງແດ່ແກ່ຜູ້ຄົນ? ພຣະທຳເຫຼົ່ານີ້ບອກຜູ້ຄົນໃຫ້ອອກມາຈາກພຣະວິຫານ, ພຣະເຈົ້າໄດ້ອອກຈາກພຣະວິຫານແລ້ວ ແລະ ບໍ່ໄດ້ປະຕິບັດພາລະກິດໃນນັ້ນອີກຕໍ່ໄປ, ສະນັ້ນຜູ້ຄົນກໍຄວນສະແຫວງຫາບາດກ້າວຂອງພຣະເຈົ້າ ເຊິ່ງຢູ່ນອກພຣະວິຫານ ແລະ ຕິດຕາມບາດກ້າວຂອງພຣະອົງໃນພາລະກິດໃໝ່ຂອງພຣະອົງ. ເມື່ອພຣະເຢຊູເຈົ້າກ່າວເຊັ່ນນີ້, ມັນກໍມີຫຼັກຖານຢູ່ເບື້ອງຫຼັງພຣະທຳຂອງພຣະອົງ ເຊິ່ງນັ້ນກໍຄື ພາຍໃຕ້ພຣະບັນຍັດ, ຜູ້ຄົນໄດ້ເຫັນພຣະວິຫານເປັນສິ່ງທີ່ຍິ່ງໃຫຍ່ກວ່າພຣະເຈົ້າເອງ. ນັ້ນກໍຄື ຜູ້ຄົນນະມັດສະການພຣະວິຫານແທນທີ່ຈະນະມັດສະການພຣະເຈົ້າ, ສະນັ້ນ ພຣະເຢຊູເຈົ້າຈຶ່ງເຕືອນພວກເຂົາບໍ່ໃຫ້ນະມັດສະການພະທຽມ, ແຕ່ກົງກັນຂ້າມໃຫ້ນະມັດສະການພຣະເຈົ້າ ເພາະວ່າພຣະອົງຍິ່ງໃຫຍ່ທີ່ສຸດ. ດັ່ງນັ້ນ ພຣະອົງຈຶ່ງກ່າວວ່າ: “ເຮົາຕ້ອງການຄວາມເມດຕາ ແລະ ບໍ່ປະສົງເຄື່ອງບູຊາ”. ມັນຊັດເຈນແລ້ວວ່າ ໃນສາຍຕາຂອງພຣະເຢຊູເຈົ້າ ຜູ້ຄົນສ່ວນໃຫຍ່ທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດແມ່ນບໍ່ໄດ້ນະມັດສະການພຣະເຢໂຮວາອີກຕໍ່ໄປ, ພຽງແຕ່ທຳທ່າຖວາຍບູຊາ ແລະ ພຣະເຢຊູເຈົ້າກໍເຫັນວ່າ ສິ່ງນີ້ຄືການນະມັດສະການພະທຽມ. ຜູ້ທີ່ນະມັດສະການພະທຽມເຫຼົ່ານີ້ເຫັນພຣະວິຫານເປັນສິ່ງທີ່ຍິ່ງໃຫຍ່ກວ່າ ແລະ ສູງສົ່ງກວ່າພຣະເຈົ້າ. ໃນຫົວໃຈຂອງພວກເຂົາແມ່ນມີພຽງແຕ່ພຣະວິຫານ, ບໍ່ແມ່ນພຣະເຈົ້າ ແລະ ຖ້າພວກເຂົາຕ້ອງສູນເສຍພຣະວິຫານ, ແລ້ວພວກເຂົາກໍຈະສູນເສຍສະຖານທີ່ອາໄສຂອງພວກເຂົາ. ຫາກປາສະຈາກພຣະວິຫານ ພວກເຂົາກໍບໍ່ມີບ່ອນໃດໃຫ້ນະມັດສະການ ແລະ ບໍ່ສາມາດປະຕິບັດການຖວາຍບູຊາຂອງພວກເຂົາໄດ້. ສິ່ງທີ່ເອີ້ນວ່າ “ສະຖານທີ່ອາໄສ” ຂອງພວກເຂົາແມ່ນບ່ອນທີ່ພວກເຂົາທຳທ່ານະມັດສະການພຣະເຈົ້າເຢໂຮວາເພື່ອຈະໄດ້ຢູ່ໃນພຣະວິຫານ ແລະ ປະຕິບັດວຽກງານຂອງພວກເຂົາເອງ. ສິ່ງທີ່ເອີ້ນວ່າ “ການຖວາຍບູຊາ” ຂອງພວກເຂົາເປັນພຽງການດຳເນີນກິດຈະກໍາສ່ວນຕົວທີ່ເປັນຕາອັບອາຍຂອງພວກເຂົາເອງ ພາຍໃຕ້ການທໍາທ່າຮັບໃຊ້ຂອງພວກເຂົາໃນພຣະວິຫານ. ນີ້ແມ່ນເຫດຜົນທີ່ຜູ້ຄົນໃນເວລານັ້ນເຫັນວ່າພຣະວິຫານຍິ່ງໃຫຍ່ກວ່າພຣະເຈົ້າ. ພຣະເຢຊູເຈົ້າກ່າວພຣະທຳເຫຼົ່ານີ້ເປັນຄຳເຕືອນຕໍ່ຜູ້ຄົນ, ຍ້ອນພວກເຂົາກຳລັງໃຊ້ພຣະວິຫານເພື່ອບັງໜ້າ ແລະ ການຖວາຍບູຊາເພື່ອຫຼອກລວງຜູ້ຄົນ ແລະ ຫຼອກລວງພຣະເຈົ້າ. ຖ້າເຈົ້ານໍາພຣະທຳເຫຼົ່ານີ້ມາໃຊ້ໃນປັດຈຸບັນ, ພຣະທຳເຫຼົ່ານີ້ກໍຍັງໃຊ້ໄດ້ຢູ່ ແລະ ກົງປະເດັນທີ່ສຸດ. ເຖິງແມ່ນຜູ້ຄົນໃນປັດຈຸບັນໄດ້ຜະເຊີນກັບພາລະກິດທີ່ແຕກຕ່າງຂອງພຣະເຈົ້າຫຼາຍກວ່າທີ່ຜູ້ຄົນໃນຍຸກແຫ່ງພຣະບັນຍັດໄດ້ຜະເຊີນ, ທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາກໍຄືກັນ. ໃນບໍລິບົດຂອງພາລະກິດປັດຈຸບັນ, ຜູ້ຄົນຍັງຈະເຮັດສິ່ງແບບດຽວກັນ ດັ່ງທີ່ໄດ້ນໍາສະເໜີໃນພຣະທຳທີ່ວ່າ: “ພຣະວິຫານຍິ່ງໃຫຍ່ກວ່າພຣະເຈົ້າ”. ຕົວຢ່າງເຊັ່ນ: ຜູ້ຄົນເຫັນວ່າ ການປະຕິບັດໜ້າທີ່ຂອງພວກເຂົາຄືອາຊີບຂອງພວກເຂົາ; ພວກເຂົາເຫັນວ່າ ການເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ການສູ້ຮົບກັບມັງກອນແດງໃຫຍ່ຄືການເຄື່ອນໄຫວທາງການເມືອງເພື່ອປົກປ້ອງສິດທິມະນຸດ, ເພື່ອປະຊາທິປະໄຕ ແລະ ອິດສະຫຼະພາບ; ພວກເຂົາຫັນປ່ຽນໜ້າທີ່ຂອງພວກເຂົາເປັນທັກສະເພື່ອໃຊ້ເຂົ້າໃນອາຊີບຂອງພວກເຂົາ, ແຕ່ພວກເຂົາປະຕິບັດຕໍ່ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍເປັນພຽງທິດສະດີທາງສາສະໜາຢ່າງໜຶ່ງທີ່ຕ້ອງຮັກສາເທົ່ານັ້ນ; ແລະ ອື່ນໆອີກ. ພຶດຕິກຳເຫຼົ່ານີ້ບໍ່ຄືກັບຂໍ້ຄວາມທີ່ວ່າ: “ພຣະວິຫານຍິ່ງໃຫຍ່ກວ່າພຣະເຈົ້າ” ບໍ? ຄວາມແຕກຕ່າງກໍຄື ສອງພັນປີທີ່ຜ່ານມາ ຜູ້ຄົນດຳເນີນທຸລະກິດສ່ວນຕົວຂອງພວກເຂົາໃນພຣະວິຫານທີ່ຈັບຕ້ອງໄດ້, ແຕ່ໃນປັດຈຸບັນ ຜູ້ຄົນປະຕິບັດທຸລະກິດສ່ວນຕົວຂອງພວກເຂົາໃນພຣະວິຫານທີ່ບໍ່ສາມາດຈັບຕ້ອງໄດ້. ຄົນທີ່ເຊີດຊູກົດລະບຽບຈະເຫັນວ່າກົດລະບຽບຍິ່ງໃຫຍ່ກວ່າພຣະເຈົ້າ, ຄົນທີ່ຮັກສະຖານະກໍຈະເຫັນວ່າສະຖານະຍິ່ງໃຫຍ່ກວ່າພຣະເຈົ້າ, ຄົນທີ່ຮັກອາຊີບຂອງພວກເຂົາກໍຈະເຫັນວ່າອາຊີບຍິ່ງໃຫຍ່ກວ່າພຣະເຈົ້າ ແລະ ອື່ນໆອີກ, ທຸກການສະແດງອອກຂອງພວກເຂົາພາໃຫ້ເຮົາກ່າວວ່າ: “ຜູ້ຄົນສັນລະເສີນພຣະເຈົ້າວ່າຍິ່ງໃຫຍ່ທີ່ສຸດພຽງຜ່ານຄຳເວົ້າຂອງພວກເຂົາ, ແຕ່ໃນສາຍຕາຂອງພວກເຂົາ ທຸກສິ່ງແມ່ນຍິ່ງໃຫຍ່ກວ່າພຣະເຈົ້າ”. ນີ້ກໍຍ້ອນວ່າ ທັນທີທີ່ຜູ້ຄົນຄົ້ນພົບໂອກາດຕາມເສັ້ນທາງໃນການຕິດຕາມພຣະເຈົ້າຂອງພວກເຂົາເພື່ອສະແດງພອນສະຫວັນຂອງພວກເຂົາເອງອອກມາ ຫຼື ດຳເນີນທຸລະກິດ ຫຼື ອາຊີບຂອງພວກເຂົາເອງ, ພວກເຂົາກໍຈະຫ່າງອອກຈາກພຣະເຈົ້າ ແລະ ຍຶດຕິດກັບອາຊີບອັນເປັນທີ່ຮັກຂອງພວກເຂົາ. ແຕ່ສຳລັບສິ່ງທີ່ພຣະເຈົ້າໄດ້ຝາກຝັງໄວ້ໃຫ້ແກ່ພວກເຂົາ ແລະ ຄວາມປະສົງຂອງພຣະອົງ, ສິ່ງເຫຼົ່ານີ້ໄດ້ຖືກປະຖິ້ມຕັ້ງແຕ່ດົນນານມາແລ້ວ. ແມ່ນຫຍັງຄືຄວາມແຕກຕ່າງກັນລະຫວ່າງສະພາວະຂອງຜູ້ຄົນເຫຼົ່ານີ້ ແລະ ຄົນທີ່ດຳເນີນທຸລະກິດຂອງພວກເຂົາເອງໃນພຣະວິຫານສອງພັນປີກ່ອນ?
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?