ພຣະເຈົ້າສັນຍາຈະປະທານລູກຊາຍໃຫ້ອັບຣາຮາມ

12 ທັນວາ 2022

1. ພຣະເຈົ້າສັນຍາຈະປະທານລູກຊາຍໃຫ້ອັບຣາຮາມ

“ແລະ ພຣະເຈົ້າໄດ້ກ່າວຕໍ່ອັບຣາຮາມວ່າ ສຳລັບເມຍຂອງເຈົ້າ ຊາຣາຍ ເຈົ້າຕ້ອງບໍ່ເອີ້ນຊື່ຂອງນາງວ່າ ຊາຣາຍ ແຕ່ຊາຣາຈະເປັນຊື່ຂອງນາງ. ເຮົາຈະອວຍພອນນາງ ແລະ ຍັງຈະມອບລູກຊາຍໃຫ້ກັບເຈົ້າທີ່ເກີດຈາກນາງ, ແມ່ນແລ້ວ ເຮົາຈະອວຍພອນນາງ ແລະ ນາງຈະເປັນມານດາແຫ່ງປະຊາຊາດ; ກະສັດຂອງຜູ້ຄົນຈະເກີດຈາກນາງ. ແລ້ວອັບຣາຮາມກົ້ມຫົວຂາບລົງພື້ນ ຫົວຂວັນຂຶ້ນ ແລະ ເວົ້າຢູ່ໃນໃຈວ່າ ລູກຈະເກີດຈາກຊາຍທີ່ມີອາຍຸຮ້ອຍປີໄດ້ແນວໃດ? ແລະ ຊາຣາ ທີ່ມີອາຍຸເກົ້າສິບປີແລ້ວຈະໃຫ້ກຳເນີດລູກໄດ້ບໍ?” (ປະຖົມມະການ 17:15-17).

“ແຕ່ເຮົາຈະສ້າງພັນທະສັນຍາຂອງເຮົາກັບອີຊາກ ແລ້ວໃຫ້ຊາຣາຈະເກີດລູກກັບເຈົ້າໃນເວລານີ້ຂອງປີໜ້າ. ຫຼັງຈາກລົມກັນກັບລາວ ແລ້ວພຣະອົງກໍຈາກອັບຣາຮາມໄປ” (ປະຖົມມະການ 17:21-22).

2. ອັບຣາຮາມຖວາຍອີຊາກ

“ແລະ ພຣະອົງໄດ້ກ່າວວ່າ ຈົ່ງນໍາເອົາລູກຊາຍຂອງເຈົ້າ ອີຊາກ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ ຜູ້ທີ່ເຈົ້າຮັກ ແລະ ເຈົ້າຈົ່ງໄປໃນດິນແດນແຫ່ງໂມຣີຢາ ແລ້ວຖວາຍລາວໃນທີ່ນັ້ນເພື່ອເປັນເຄື່ອງເຜົາບູຊາຢູ່ເທິງພູເຂົາທີ່ເຮົາຈະບອກເຈົ້າ ແລະ ໃນຕອນເຊົ້າຂອງມື້ນັ້ນ ອັບຣາຮາມກໍລຸກຂຶ້ນແຕ່ເຊົ້າ ແລ້ວໃສ່ອານເທິງລາຂອງລາວ ແລະ ນໍາຊາຍໜຸ່ມສອງຄົນໄປກັບລາພ້ອມດ້ວຍອີຊາກ ເຊິ່ງເປັນລູກຊາຍຂອງລາວ ແລະ ຫັກເອົາໄມ້ສຳລັບເຄື່ອງເຜົາບູຊາ ແລະ ຂຶ້ນໄປ ເທິງສະຖານທີ່ທີ່ພຣະເຈົ້າໄດ້ບອກລາວ” (ປະຖົມມະການ 22:2-3).

“ແລະ ພວກເຂົາມາເຖິງສະຖານທີ່ທີ່ພຣະເຈົ້າໄດ້ບອກລາວ ແລະ ອັບຣາຮາມກໍສ້າງແທ່ນບູຊາຂຶ້ນໃນທີ່ນັ້ນ ແລະ ວາງໄມ້ໄວ້ເປັນລະບຽບ ແລະ ມັດອີຊາກ ເຊິ່ງເປັນລູກຊາຍຂອງລາວ ແລະ ວາງລາວລົງເທິງແທ່ນບູຊາເທິງໄມ້. ແລ້ວອັບຣາຮາມໄດ້ເດ່ມືຂອງລາວອອກ ແລະ ເອົາມີດເພື່ອຂ້າລູກຊາຍຂອງລາວ” (ປະຖົມມະການ 22:9-10).

ບໍ່ມີຜູ້ໃດສາມາດຂັດຂວາງພາລະກິດທີ່ພຣະເຈົ້າຕັ້ງໃຈຈະເຮັດ

ພວກເຈົ້າທຸກຄົນຫາກໍໄດ້ຍິນເລື່ອງລາວຂອງອັບຣາຮາມ. ເພິ່ນຖືກເລືອກໂດຍພຣະເຈົ້າຫຼັງຈາກທີ່ນໍ້າຖ້ວມໄດ້ທຳລາຍແຜ່ນດິນໂລກ, ຊື່ຂອງເພິ່ນຄືອັບຣາຮາມ ແລະ ເມື່ອເພິ່ນອາຍຸໄດ້ໜຶ່ງຮ້ອຍປີ ແລະ ເມຍຂອງເພິ່ນ ຊາຣາ ກໍອາຍຸເກົ້າສິບປີ, ສັນຍາຂອງພຣະເຈົ້າກໍມາເຖິງເພິ່ນ. ພຣະເຈົ້າສັນຍາຫຍັງກັບເພິ່ນ? ພຣະເຈົ້າສັນຍາສິ່ງທີ່ໄດ້ກ່າວໄວ້ໃນຂໍ້ພຣະຄຳພີວ່າ: “ເຮົາຈະອວຍພອນນາງ ແລະ ຍັງຈະມອບລູກຊາຍໃຫ້ກັບເຈົ້າທີ່ເກີດຈາກນາງ”. ແມ່ນຫຍັງຄືເບື້ອງຫຼັງໃນຄໍາສັນຍາຂອງພຣະເຈົ້າທີ່ຈະໃຫ້ລູກຊາຍແກ່ເພິ່ນ? ຂໍ້ພຣະຄຳພີໄດ້ລະບຸເລື່ອງລາວດັ່ງຕໍ່ໄປນີ້ວ່າ: “ແລ້ວອັບຣາຮາມກົ້ມຫົວຂາບລົງພື້ນ ຫົວຂວັນຂຶ້ນ ແລະ ເວົ້າຢູ່ໃນໃຈວ່າ ລູກຈະເກີດຈາກຊາຍທີ່ມີອາຍຸຮ້ອຍປີໄດ້ແນວໃດ? ແລະ ຊາຣາ ທີ່ມີອາຍຸເກົ້າສິບປີແລ້ວຈະໃຫ້ກຳເນີດລູກໄດ້ບໍ?” ເວົ້າອີກຢ່າງໜຶ່ງກໍຄື ຄູ່ຜົວເມຍທີ່ສູງອາຍຸນີ້ກໍເຖົ້າເກີນໄປທີ່ຈະໃຫ້ກຳເນີດລູກ. ແລ້ວແມ່ນຫຍັງຄືສິ່ງທີ່ອັບຣາຮາມໄດ້ເຮັດຫຼັງຈາກທີ່ພຣະເຈົ້າໃຫ້ຄໍາສັນຍາຂອງພຣະອົງກັບເພິ່ນ? ອັບຣາຮາມກົ້ມຫົວຂາບລົງພື້ນ ຫົວຂວັນຂຶ້ນ ແລະ ເວົ້າຢູ່ໃນໃຈວ່າ “ລູກຈະເກີດຈາກຊາຍທີ່ມີອາຍຸຮ້ອຍປີໄດ້ແນວໃດ?” ອັບຣາຮາມເຊື່ອວ່າມັນເປັນໄປບໍ່ໄດ້ ນັ້ນໝາຍຄວາມວ່າ ເພິ່ນເຊື່ອວ່າສັນຍາຂອງພຣະເຈົ້າຕໍ່ເພິ່ນນັ້ນແມ່ນເປັນເລື່ອງຕະຫຼົກ. ຈາກທັດສະນະຂອງມະນຸດ, ນີ້ແມ່ນສິ່ງທີ່ມະນຸດບໍ່ສາມາດບັນລຸໄດ້ ແລະ ເຊັ່ນດຽວກັນພຣະເຈົ້າກໍບໍ່ສາມາດບັນລຸໄດ້ ແລະ ເປັນໄປບໍ່ໄດ້ສຳລັບພຣະເຈົ້າ. ບາງເທື່ອ ສຳລັບອັບຣາຮາມແລ້ວ, ມັນເປັນຕາຫົວ: ພຣະເຈົ້າສ້າງມະນຸດ, ແຕ່ຢ່າງໃດ ພຣະອົງກໍເບິ່ງຄືກັບບໍ່ຮູ້ວ່າ ບຸກຄົນທີ່ເຖົ້າຂະໜາດນີ້ແມ່ນບໍ່ສາມາດເກີດລູກໄດ້; ພຣະເຈົ້າຄິດວ່າພຣະອົງສາມາດເຮັດໃຫ້ຂ້ານ້ອຍມີລູກ, ພຣະອົງເວົ້າວ່າ ພຣະອົງຈະມອບລູກຊາຍໃຫ້ແກ່ຂ້ານ້ອຍ, ແນ່ນອນ ມັນເປັນໄປບໍ່ໄດ້! ແລ້ວອັບຣາຮາມກໍກົ້ມຫົວຂາບລົງພື້ນ ແລະ ຫົວຂຶ້ນ, ຄິດກັບຕົນເອງວ່າ: ເປັນໄປບໍ່ໄດ້, ພຣະເຈົ້າກຳລັງຢອກຫຼິ້ນກັບຂ້ານ້ອຍ, ເລື່ອງນີ້ບໍ່ສາມາດເປັນຈິງໄດ້! ອັບຣາຮາມບໍ່ໄດ້ຈິງຈັງກັບພຣະທຳຂອງພຣະອົງ. ສະນັ້ນ ໃນສາຍຕາຂອງພຣະເຈົ້າ ອັບຣາຮາມເປັນມະນຸດແບບໃດ? (ຊອບທຳ.) ມັນຖືກລະບຸໄວ້ຢູ່ໃສວ່າເພິ່ນເປັນມະນຸດທີ່ຊອບທຳ? ພວກເຈົ້າຄິດວ່າ ທຸກຄົນທີ່ພຣະເຈົ້າເອີ້ນຫາແມ່ນຊອບທຳ ແລະ ສົມບູນ, ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຍ່າງກັບພຣະເຈົ້າ. ພວກເຈົ້າປະຕິບັດຕາມຄຳສັ່ງສອນ! ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ເມື່ອພຣະເຈົ້າກຳນົດຜູ້ໃດຜູ້ໜຶ່ງ, ພຣະອົງບໍ່ໄດ້ເຮັດຕາມອຳເພີໃຈ. ໃນນີ້, ພຣະເຈົ້າບໍ່ໄດ້ເວົ້າວ່າ ອັບຣາຮາມຊອບທຳ. ໃນຫົວໃຈຂອງພຣະອົງ, ພຣະເຈົ້າມີມາດຕະຖານໃນການວັດແທກທຸກຄົນ. ເຖິງແມ່ນພຣະເຈົ້າບໍ່ໄດ້ເວົ້າວ່າອັບຣາຮາມເປັນຄົນປະເພດໃດ, ແຕ່ໃນເລື່ອງປະພຶດຂອງເພິ່ນ, ອັບຣາຮາມແມ່ນມີຄວາມເຊື່ອແບບໃດໃນພຣະເຈົ້າ? ມັນເປັນຂໍ້ສະຫຼຸບເລັກນ້ອຍບໍ? ຫຼື ເພິ່ນມີຄວາມເຊື່ອທີ່ຍິ່ງໃຫຍ່ບໍ? ບໍ່, ເພິ່ນບໍ່ໄດ້ມີ! ສຽງຫົວ ແລະ ຄວາມຄິດຂອງເພິ່ງສະແດງໃຫ້ເຫັນວ່າເພິ່ນເປັນຄົນແບບໃດ, ສະນັ້ນ ຄວາມເຊື່ອຂອງພວກເຈົ້າທີ່ວ່າເພິ່ນຊອບທຳກໍເປັນພຽງຄວາມນຶກຝັນໃນຈິນຕະນາການຂອງພວກເຈົ້າ, ມັນເປັນການນໍາໃຊ້ທິດສະດີຢ່າງລັບຫູລັບຕາ ແລະ ມັນເປັນການຕີລາຄາທີ່ບໍ່ມີຄວາມຮັບຜິດຊອບ. ພຣະເຈົ້າເຫັນສຽງຫົວຂອງອັບຣາຮາມ ແລະ ການສະແດງອອກເລັກໆນ້ອຍໆຂອງເພິ່ນບໍ? ພຣະອົງຮູ້ຈັກພວກມັນບໍ? ພຣະເຈົ້າຮູ້. ແຕ່ພຣະເຈົ້າຈະປ່ຽນແປງສິ່ງທີ່ພຣະອົງຕັ້ງໃຈເຮັດບໍ? ບໍ່! ເມື່ອພຣະເຈົ້າວາງແຜນ ແລະ ຕັ້ງໃຈວ່າພຣະອົງຈະເລືອກເອົາມະນຸດຄົນນີ້, ມັນກໍຖືກເຮັດໃຫ້ສຳເລັດແລ້ວ. ຄວາມຄິດຂອງມະນຸດ ຫຼື ຄວາມປະພຶດຂອງເຂົາບໍ່ມີອິດທິພົນ ຫຼື ແຊກແຊງພຣະເຈົ້າໄດ້ແມ່ນແຕ່ໜ້ອຍດຽວ; ພຣະເຈົ້າຈະບໍ່ປ່ຽນແຜນການຂອງພຣະອົງຕາມອຳເພີໃຈ ຫຼື ພຣະອົງຈະບໍ່ປ່ຽນແປງ ຫຼື ກັງວົນກັບແຜນການຂອງພຣະອົງໂດຍບໍ່ມີການໄຕ່ຕອງ ຍ້ອນການປະພຶດຂອງມະນຸດ, ແມ່ນແຕ່ການປະພຶດທີ່ອາດໂງ່ຈ້າ. ແລ້ວແມ່ນຫຍັງຖືກຂຽນໄວ້ໃນປະຖົມມະການ 17:21-22? “ແຕ່ເຮົາຈະສ້າງພັນທະສັນຍາຂອງເຮົາກັບອີຊາກ ແລ້ວໃຫ້ຊາຣາຈະເກີດລູກກັບເຈົ້າໃນເວລານີ້ຂອງປີໜ້າ. ຫຼັງຈາກລົມກັນກັບລາວ ແລ້ວພຣະອົງກໍຈາກອັບຣາຮາມໄປ”. ພຣະເຈົ້າບໍ່ໄດ້ສົນໃຈໃນສິ່ງທີ່ອັບຣາຮາມຄິດ ຫຼື ເວົ້າແມ່ນແຕ່ໜ້ອຍດຽວ. ແມ່ນຫຍັງຄືເຫດຜົນສຳລັບການບໍ່ສົນໃຈຂອງພຣະອົງ? ມັນແມ່ນຍ້ອນ ໃນເວລານັ້ນ ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ມະນຸດມີຄວາມເຊື່ອທີ່ຍິ່ງໃຫຍ່ ຫຼື ໃຫ້ເຂົາສາມາດມີຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບພຣະເຈົ້າ ຫຼື ຍິ່ງໄປກວ່ານັ້ນ ໃຫ້ເຂົາສາມາດເຂົ້າໃຈສິ່ງທີ່ຖືກເຮັດ ແລະ ຖືກເວົ້າໂດຍພຣະເຈົ້າ. ສະນັ້ນ ພຣະອົງບໍ່ໄດ້ຂໍໃຫ້ມະນຸດເຂົ້າໃຈຢ່າງສົມບູນໃນສິ່ງທີ່ພຣະອົງຕັ້ງໃຈເຮັດ ຫຼື ຜູ້ຄົນທີ່ພຣະອົງຕັ້ງໃຈເລືອກ ຫຼື ຫຼັກການແຫ່ງການກະທຳຂອງພຣະອົງ, ຍ້ອນວຸດທິພາວະຂອງມະນຸດແມ່ນບໍ່ພຽງພໍ. ໃນເວລານັ້ນ ພຣະເຈົ້າຖືວ່າແມ່ນຫຍັງກໍຕາມທີ່ອັບຣາຮາມເຮັດ ແລະ ບໍ່ວ່າເພິ່ນຈະປະພຶດແນວໃດກໍຕາມ ມັນກໍເປັນສິ່ງປົກກະຕິ. ພຣະອົງບໍ່ໄດ້ກ່າວໂທດ ຫຼື ຕໍານິ, ພຽງແຕ່ເວົ້າວ່າ: “ຊາຣາຈະເກີດລູກກັບເຈົ້າໃນເວລານີ້ຂອງປີໜ້າ”. ສຳລັບພຣະເຈົ້າແລ້ວ, ຫຼັງຈາກທີ່ພຣະອົງໄດ້ປະກາດພຣະທຳເຫຼົ່ານີ້, ເລື່ອງນີ້ກໍເປັນຈິງເທື່ອລະກ້າວ; ໃນສາຍຕາຂອງພຣະເຈົ້າ, ສິ່ງທີ່ຈະຖືກເຮັດໃຫ້ສຳເລັດໂດຍແຜນການຂອງພຣະອົງແມ່ນໄດ້ຖືກບັນລຸແລ້ວ. ຫຼັງຈາກທີ່ໄດ້ສຳເລັດການຈັດແຈງສຳລັບສິ່ງນີ້, ພຣະເຈົ້າກໍຈາກໄປ. ສິ່ງທີ່ມະນຸດເຮັດ ຫຼື ຄິດ, ສິ່ງທີ່ມະນຸດເຂົ້າໃຈ, ແຜນການຂອງມະນຸດ, ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ກ່ຽວຂ້ອງກັບພຣະເຈົ້າ. ທຸກສິ່ງດຳເນີນໄປຕາມແຜນການຂອງພຣະເຈົ້າ ໂດຍເປັນໄປຕາມເວລາ ແລະ ຂັ້ນຕອນທີ່ພຣະເຈົ້າໄດ້ກຳນົດໄວ້. ສິ່ງດັ່ງກ່າວແມ່ນຫຼັກການແຫ່ງພາລະກິດຂອງພຣະເຈົ້າ. ພຣະເຈົ້າບໍ່ແຊກແຊງໃນສິ່ງໃດກໍຕາມທີ່ມະນຸດຄິດ ຫຼື ຮູ້ຈັກ, ແຕ່ພຣະອົງກໍບໍ່ໄດ້ຖິ້ມແຜນການຂອງພຣະອົງ ຫຼື ປະຖິ້ມພາລະກິດຂອງພຣະອົງ ພຽງແຕ່ຍ້ອນມະນຸດບໍ່ເຊື່ອ ຫຼື ເຂົ້າໃຈ. ສະນັ້ນ ຂໍ້ແທ້ຈິງຈຶ່ງຖືກເຮັດໃຫ້ສຳເລັດຕາມແຜນການ ແລະ ຄວາມຄິດຂອງພຣະເຈົ້າ. ນີ້ແມ່ນສິ່ງທີ່ພວກເຮົາເຫັນໄດ້ໃນພຣະຄຳພີແທ້ຈິງ: ພຣະເຈົ້າເຮັດໃຫ້ອີຊາກເກີດໃນເວລາທີ່ພຣະອົງໄດ້ກຳນົດໄວ້. ຂໍ້ແທ້ຈິງຕ່າງໆໄດ້ພິສູດໃຫ້ເຫັນວ່າພຶດຕິກຳ ແລະ ຄວາມປະພຶດຂອງມະນຸດຂັດຂວາງພາລະກິດຂອງພຣະເຈົ້າບໍ? ພວກມັນບໍ່ໄດ້ຂັດຂວາງພາລະກິດຂອງພຣະເຈົ້າ! ຄວາມເຊື່ອເລັກນ້ອຍທີ່ມະນຸດມີໃນພຣະເຈົ້າ ແລະ ແນວຄິດ ແລະ ຈິນຕະນາການຂອງເຂົາກ່ຽວກັບພຣະເຈົ້າມີຜົນກະທົບຕໍ່ພາລະກິດຂອງພຣະເຈົ້າບໍ? ບໍ່, ພວກມັນບໍ່ມີ. ບໍ່ມີແມ່ນແຕ່ໜ້ອຍດຽວ! ແຜນການຄຸ້ມຄອງຂອງພຣະເຈົ້າບໍ່ໄດ້ຮັບຜົນກະທົບຈາກມະນຸດ, ເຫດການ ຫຼື ສະພາບແວດລ້ອມໃດໜຶ່ງ. ທຸກສິ່ງທີ່ພຣະອົງຕັ້ງໃຈປະຕິບັດຈະຖືກເຮັດໃຫ້ສົມບູນ ແລະ ສຳເລັດໃຫ້ທັນເວລາ ແລະ ຕາມແຜນການຂອງພຣະອົງ ແລະ ບໍ່ມີມະນຸດຄົນໃດສາມາດແຊກແຊງພາລະກິດຂອງພຣະອົງໄດ້. ພຣະເຈົ້າເບິ່ງຂ້າມລັກສະນະສະເພາະໃດໜຶ່ງຂອງຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຂອງມະນຸດ ແລະ ແມ່ນແຕ່ລັກສະນະສະເພາະໃດໜຶ່ງຂອງການຕໍ່ຕ້ານ ແລະ ແນວຄິດຂອງມະນຸດທີ່ມີຕໍ່ພຣະອົງ ແລະ ບໍ່ວ່າຫຍັງກໍຕາມ ພຣະອົງກໍປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ ແລະ ມັນເປັນການສະທ້ອນໃຫ້ເຫັນເຖິງອຳນາດອັນຍິ່ງໃຫຍ່ຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ສັນຍາຂອງພຣະເຈົ້າຕໍ່ອັບຣາຮາມ

“ເຮົາໄດ້ສາບານດ້ວຍຕົວເຮົາເອງ ພຣະເຢໂຮວາກ່າວ, ຍ້ອນເຈົ້າໄດ້ເຮັດສິ່ງນີ້ ແລະ ບໍ່ໄດ້ກັກລູກຊາຍຂອງເຈົ້າໄວ້ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ:...