ສັນຍາຂອງພຣະເຈົ້າຕໍ່ອັບຣາຮາມ

12 ທັນວາ 2022

“ເຮົາໄດ້ສາບານດ້ວຍຕົວເຮົາເອງ ພຣະເຢໂຮວາກ່າວ, ຍ້ອນເຈົ້າໄດ້ເຮັດສິ່ງນີ້ ແລະ ບໍ່ໄດ້ກັກລູກຊາຍຂອງເຈົ້າໄວ້ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ: ເຮົາຈະອວຍພອນເຈົ້າດ້ວຍການອວຍພອນນີ້, ໃນການເພີ່ມຄູນທະວີ ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ; ເຊື້ອສາຍຂອງເຈົ້າຈະຄອບຄອງປະຕູຂອງສັດຕູຂອງເຂົາ ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ ຍ້ອນເຈົ້າໄດ້ເຊື່ອຟັງເຮົາ” (ປະຖົມມະການ 22:16-18).

ນີ້ຄືເລື່ອງລາວທັງໝົດກ່ຽວກັບພຣະເຈົ້າອວຍພອນອັບຣາຮາມ. ເຖິງວ່າຈະສັ້ນ, ເນື້ອຫາຂອງມັນກໍອຸດົມສົມບູນ: ມັນລວມເຖິງເຫດຜົນ ແລະ ເບື້ອງຫຼັງຂອງການໃຫ້ພອນຂອງພຣະເຈົ້າຕໍ່ອັບຣາຮາມ ແລະ ສິ່ງທີ່ພຣະອົງມອບໃຫ້ກັບອັບຣາຮາມ. ພ້ອມນັ້ນ ມັນຍັງເຕັມໄປດ້ວຍຄວາມປິຕິຍິນດີ ແລະ ຄວາມຕື່ນເຕັ້ນທີ່ພຣະເຈົ້າກ່າວພຣະທຳເຫຼົ່ານີ້ ພ້ອມທັງຄວາມຮີບດ່ວນທີ່ພຣະອົງປາຖະໜາຈະຮັບເອົາຄົນທີ່ສາມາດຟັງພຣະທຳຂອງພຣະອົງໄດ້. ໃນສິ່ງນີ້, ພວກເຮົາໄດ້ເຫັນເຖິງຄວາມຊື່ນຊົມຂອງພຣະເຈົ້າ ແລະ ຄວາມເມດຕາຕໍ່ຜູ້ຄົນທີ່ເຊື່ອຟັງພຣະທຳຂອງພຣະອົງ ແລະ ປະຕິບັດຕາມຄຳສັ່ງຂອງພຣະອົງ. ພວກເຮົາຍັງໄດ້ເຫັນລາຄາທີ່ພຣະອົງຈ່າຍເພື່ອຮັບເອົາຜູ້ຄົນເຊັ່ນກັນ ແລະ ຄວາມຫ່ວງໃຍ ແລະ ຄວາມນຶກຄິດຂອງພຣະອົງເພື່ອຮັບເອົາພວກເຂົາ. ຍິ່ງໄປກວ່ານັ້ນ, ຂໍ້ຄວາມນີ້ ເຊິ່ງປະກອບມີພຣະທຳທີ່ວ່າ: “ເຮົາໄດ້ສາບານດ້ວຍຕົວເຮົາເອງ” ໄດ້ເຮັດໃຫ້ພວກເຮົາມີຄວາມຮູ້ສຶກວ່າພຣະເຈົ້າແບກຫາບຄວາມຂົມຂື່ນ ແລະ ຄວາມເຈັບປວດຢ່າງແຮງ ແລະ ພຣະເຈົ້າເທົ່ານັ້ນທີ່ຢູ່ ໃນເບື້ອງຫຼັງເຫດການຂອງພາລະກິດແຫ່ງແຜນການຄຸ້ມຄອງຂອງພຣະອົງ. ມັນເປັນຂໍ້ຄວາມທີ່ເຮັດໃຫ້ຄິດ ແລະ ຂໍ້ຄວາມທີ່ມີຄວາມໝາຍທີ່ພິເສດສຳລັບຄົນທີ່ມາພາຍຫຼັງ ແລະ ມີຜົນກະທົບຢ່າງກວ້າງຂວາງໃນພວກເຂົາ.

ມະນຸດຮັບເອົາພອນຂອງພຣະເຈົ້າ ຍ້ອນຄວາມຈິງໃຈ ແລະ ຄວາມເຊື່ອຟັງຂອງເຂົາ

ພອນທີ່ພຣະເຈົ້າມອບໃຫ້ແກ່ອັບຣາຮາມທີ່ພວກເຮົາໄດ້ອ່ານໃນນີ້ຍິ່ງໃຫຍ່ບໍ? ແລ້ວມັນຍິ່ງໃຫຍ່ສໍ່າໃດ? ມີປະໂຫຍກໜຶ່ງທີ່ສຳຄັນໃນນີ້: “ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ”. ປະໂຫຍກນີ້ສະແດງໃຫ້ເຫັນວ່າ ອັບຣາຮາມໄດ້ຮັບພອນທີ່ຜູ້ຄົນບໍ່ເຄີຍໄດ້ຮັບມາກ່ອນ. ເມື່ອພຣະເຈົ້າຮຽກຮ້ອງ, ອັບຣາຮາມກໍມອບລູກຊາຍຄົນດຽວຂອງເພິ່ນ ເຊິ່ງເປັນລູກຊາຍອັນເປັນທີ່ຮັກພຽງຄົນດຽວຂອງເພິ່ນ ຄືນໃຫ້ກັບພຣະເຈົ້າ (ໝາຍເຫດ: ໃນນີ້ ພວກເຮົາບໍ່ສາມາດໃຊ້ຄຳວ່າ “ຖວາຍ”; ພວກເຮົາຄວນເວົ້າວ່າ ເພິ່ນມອບລູກຊາຍຂອງເພິ່ນຄືນໃຫ້ກັບພຣະເຈົ້າ), ພຣະເຈົ້າບໍ່ພຽງແຕ່ບໍ່ໃຫ້ອັບຣາຮາມຖວາຍອີຊາກເທົ່ານັ້ນ, ແຕ່ພຣະອົງຍັງອວຍພອນເພິ່ນ. ພຣະອົງອວຍພອນອັບຣາຮາມດ້ວຍສັນຍາຫຍັງແດ່? ພຣະອົງອວຍພອນເພິ່ນດ້ວຍການໃຫ້ສັນຍາວ່າຈະເພີ່ມທະວີເຊື້ອສາຍຂອງເພິ່ນ. ແລ້ວພວກເຂົາຈະຖືກເພີ່ມທະວີໃຫ້ຫຼາຍສໍ່າໃດ? ພຣະຄຳພີໄດ້ບັນທຶກໄວ້ດັ່ງນີ້: “ດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ; ເຊື້ອສາຍຂອງເຈົ້າຈະຄອບຄອງປະຕູຂອງສັດຕູຂອງເຂົາ ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ”. ແມ່ນຫຍັງຄືບໍລິບົດທີ່ພຣະເຈົ້າກ່າວພຣະທຳເຫຼົ່ານີ້? ນັ້ນໝາຍຄວາມວ່າ ອັບຣາຣາມຮັບເອົາພອນຂອງພຣະເຈົ້າໄດ້ແນວໃດ? ເພິ່ນຮັບເອົາພອນເຫຼົ່ານັ້ນຕາມທີ່ພຣະເຈົ້າກ່າວໃນຂໍ້ພຣະຄຳພີທີ່ວ່າ: “ຍ້ອນເຈົ້າໄດ້ເຊື່ອຟັງເຮົາ”. ນັ້ນກໍຄື ຍ້ອນອັບຣາຮາມໄດ້ປະຕິບັດຕາມຄຳສັ່ງຂອງພຣະເຈົ້າ, ຍ້ອນເພິ່ນໄດ້ເຮັດທຸກສິ່ງທີ່ພຣະເຈົ້າໄດ້ກ່າວ, ຮຽກຮ້ອງ ແລະ ສັ່ງ ໂດຍບໍ່ມີຄຳຕໍ່ວ່າແມ່ນແຕ່ໜ້ອຍດຽວ, ສະນັ້ນ ພຣະເຈົ້າຈຶ່ງໃຫ້ຄໍາສັນຍາດັ່ງກ່າວກັບເພິ່ນ. ມີປະໂຫຍກໜຶ່ງທີ່ສຳຄັນໃນສັນຍານີ້ທີ່ສະແດງເຖິງຄວາມຄິດຂອງພຣະເຈົ້າໃນເວລານັ້ນ. ພວກເຈົ້າໄດ້ເຫັນມັນບໍ? ພວກເຈົ້າອາດບໍ່ໃຫ້ຄວາມສົນໃຈຫຼາຍກັບຂໍ້ພຣະທຳຂອງພຣະເຈົ້າທີ່ວ່າ: “ເຮົາໄດ້ສາບານດ້ວຍຕົວເຮົາເອງ”. ສິ່ງທີ່ຂໍ້ພຣະທຳເຫຼົ່ານີ້ໝາຍເຖິງກໍຄື ເມື່ອພຣະເຈົ້າກ່າວພຣະທຳເຫຼົ່ານີ້, ພຣະອົງກຳລັງສາບານດ້ວຍຕົວພຣະອົງເອງ. ຜູ້ຄົນສາບານຕໍ່ຫຍັງເມື່ອພວກເຂົາປະຕິຍານຕົນ? ພວກເຂົາສາບານຕໍ່ສະຫວັນ ເຊິ່ງໝາຍຄວາມວ່າ ພວກເຂົາປະຕິຍານຕໍ່ພຣະເຈົ້າ ແລະ ສາບານຕໍ່ພຣະເຈົ້າ. ຜູ້ຄົນອາດບໍ່ມີຄວາມເຂົ້າໃຈກ່ຽວກັບປາກົດການທີ່ພຣະເຈົ້າສາບານດ້ວຍຕົວພຣະອົງເອງ, ແຕ່ພວກເຈົ້າຈະສາມາດເຂົ້າໃຈເມື່ອເຮົາໃຫ້ຄຳອະທິບາຍທີ່ຖືກຕ້ອງແກ່ພວກເຈົ້າ. ເມື່ອພົບກັບມະນຸດທີ່ພຽງແຕ່ສາມາດໄດ້ຍິນພຣະທຳຂອງພຣະອົງ ແຕ່ບໍ່ເຂົ້າໃຈຫົວໃຈຂອງພຣະອົງ, ພຣະເຈົ້າກໍຮູ້ສຶກໂດດດ່ຽວ ແລະ ເວົ້າຫຍັງບໍ່ອອກອີກຄັ້ງ. ດ້ວຍຄວາມສິ້ນຫວັງ ແລະ ມັນສາມາດເວົ້າໄດ້ວ່າ ໃນຈິດໃຕ້ສຳນຶກ ພຣະເຈົ້າເຮັດບາງສິ່ງທີ່ເປັນໄປຕາມທຳມະຊາດຫຼາຍ: ພຣະເຈົ້າວາງມືຂອງພຣະອົງໃສ່ຫົວໃຈຂອງພຣະອົງ ແລະ ກ່າວເຖິງພຣະອົງເອງເມື່ອປະທານສັນຍານນີ້ໃຫ້ແກ່ອັບຣາຮາມ ແລະ ຈາກສິ່ງນີ້ ມະນຸດກໍໄດ້ຍິນພຣະເຈົ້າເວົ້າວ່າ: “ເຮົາໄດ້ສາບານດ້ວຍຕົວເຮົາເອງ”. ຜ່ານການກະທຳຂອງພຣະເຈົ້າ, ເຈົ້າອາດຄິດກັບຕົນເອງ. ເມື່ອເຈົ້າວາງມືຂອງເຈົ້າໃສ່ຫົວໃຈຂອງເຈົ້າ ແລະ ເວົ້າກັບຕົນເອງ, ເຈົ້າມີແນວຄິດທີ່ຊັດເຈນບໍວ່າເຈົ້າກຳລັງເວົ້າຫຍັງ? ທ່າທີຂອງເຈົ້າຈິງໃຈບໍ? ເຈົ້າເວົ້າແບບກົງໄປກົງມາ, ດ້ວຍຫົວໃຈຂອງເຈົ້າບໍ? ສະນັ້ນ ພວກເຮົາເຫັນໃນນີ້ວ່າ ເມື່ອພຣະເຈົ້າເວົ້າຕໍ່ອັບຣາຮາມ, ພຣະອົງກໍຈິງຈັງ ແລະ ຈິງໃຈ. ໃນຂະນະທີ່ເວົ້າ ແລະ ອວຍພອນອັບຣາຮາມນັ້ນ, ພຣະເຈົ້າກໍເວົ້າກັບຕົວພຣະອົງເອງເຊັ່ນກັນ. ພຣະອົງກຳລັງບອກຕົນເອງວ່າ: ເຮົາຈະອວຍພອນອັບຣາຮາມ ແລະ ເຮັດໃຫ້ລູກຫຼານຂອງເຂົາມີຈຳນວນຫຼວງຫຼາຍດັ່ງດາວໃນທ້ອງຟ້າ ແລະ ຫຼາຍສໍ່າກັບເມັດຊາຍທີ່ຢູ່ເທິງແຄມທະເລ, ຍ້ອນເຂົາເຊື່ອຟັງພຣະທຳຂອງເຮົາ ແລະ ເຂົາເປັນຄົນທີ່ເຮົາໄດ້ເລືອກ. ເມື່ອພຣະເຈົ້າເວົ້າວ່າ: “ເຮົາໄດ້ສາບານດ້ວຍຕົວເຮົາເອງ”, ພຣະເຈົ້າໄດ້ຕັ້ງໃຈແລ້ວວ່າ ໃນອັບຣາຮາມ ພຣະອົງຈະເຮັດໃຫ້ເກີດປະຊາຊົນອິດສະຣາເອນທີ່ຖືກເລືອກ, ຫຼັງຈາກນັ້ນ ພຣະອົງຈຶ່ງຈະນໍາພາຜູ້ຄົນເຫຼົ່ານີ້ໄປທາງໜ້າຢ່າງໄວວາ ດ້ວຍພາລະກິດຂອງພຣະອົງ. ນັ້ນກໍຄື ພຣະເຈົ້າຈະເຮັດໃຫ້ເຊື້ອສາຍຂອງອັບຣາຮາມຮັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າສະແດງອອກມາກໍຈະເລີ່ມຕົ້ນດ້ວຍອັບຣາຮາມ ແລະ ຈະສືບຕໍ່ໃນເຊື້ອສາຍຂອງອັບຣາຮາມ, ແລ້ວກໍຈະບັນລຸຄວາມປາຖະໜາຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ແລ້ວພວກເຈົ້າຈະວ່າແນວໃດ, ນີ້ບໍ່ແມ່ນສິ່ງທີ່ຖືກອວຍພອນບໍ? ສຳລັບມະນຸດແລ້ວ, ບໍ່ມີພອນໃດທີ່ຍິ່ງໃຫຍ່ໄປກວ່ານີ້ອີກແລ້ວ; ມັນສາມາດເວົ້າໄດ້ວ່າ ນີ້ຄືການໄດ້ຮັບພອນຫຼາຍທີ່ສຸດ. ພອນທີ່ອັບຣາຮາມໄດ້ຮັບນັ້ນບໍ່ແມ່ນການເພີ່ມທະວີເຊື້ອສາຍຂອງເພິ່ນ, ແຕ່ເປັນການທີ່ພຣະເຈົ້າບັນລຸການຄຸ້ມຄອງຂອງພຣະອົງ, ການຝາກຝັງຂອງພຣະອົງ ແລະ ພາລະກິດຂອງພຣະອົງໃນເຊື້ອສາຍຂອງອັບຣາຮາມ. ນີ້ໝາຍຄວາມວ່າ ພອນທີ່ອັບຣາຮາມໄດ້ຮັບບໍ່ແມ່ນພຽງຊົ່ວຄາວ, ແຕ່ສືບຕໍ່ໃນຂະນະທີ່ແຜນການຄຸ້ມຄອງຂອງພຣະເຈົ້າດຳເນີນຕໍ່ໄປ. ເມື່ອພຣະເຈົ້າເວົ້າ, ເມື່ອພຣະເຈົ້າສາບານດ້ວຍຕົວພຣະອົງເອງ, ພຣະອົງກໍໄດ້ຕັ້ງໃຈໄວ້ແລ້ວ. ການຕັ້ງໃຈນີ້ເປັນຈິງບໍ? ມັນເປັນຈິງບໍ? ພຣະເຈົ້າຕັ້ງໃຈແລ້ວວ່າ ຕັ້ງແຕ່ເວລານັ້ນເປັນຕົ້ນໄປ, ຄວາມພະຍາຍາມຂອງພຣະອົງ, ລາຄາທີ່ພຣະອົງໄດ້ຈ່າຍ, ສິ່ງທີ່ພຣະອົງມີ ແລະ ເປັນ, ທຸກສິ່ງທີ່ກ່ຽວກັບພຣະອົງ ແລະ ແມ່ນແຕ່ຊີວິດຂອງພຣະອົງກໍຈະຖືກມອບໃຫ້ແກ່ອັບຣາຮາມ ແລະ ເຊື້ອສາຍຂອງອັບຣາຮາມ. ແລ້ວພຣະເຈົ້າຍັງຕັ້ງໃຈວ່າ ເລີ່ມຕົ້ນຈາກຄົນກຸ່ມນີ້, ພຣະອົງຈະເປີດເຜີຍການກະທຳຂອງພຣະອົງ ແລະ ເຮັດໃຫ້ມະນຸດເຫັນເຖິງສະຕິປັນຍາ, ສິດອຳນາດ ແລະ ລິດອຳນາດຂອງພຣະອົງ.

ການຮັບເອົາຄົນທີ່ຮູ້ຈັກພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງຄືຄວາມປາຖະໜາທີ່ບໍ່ປ່ຽນແປງຂອງພຣະເຈົ້າ

ໃນຂະນະທີ່ພຣະອົງກ່າວຕໍ່ຕົນເອງ, ພຣະເຈົ້າຍັງໄດ້ເວົ້າຕໍ່ອັບຣາຮາມອີກດ້ວຍ, ແຕ່ນອກຈາກທີ່ໄດ້ຍິນພອນທີ່ພຣະເຈົ້າມອບໃຫ້ເພິ່ນ, ອັບຣາຮາມສາມາດເຂົ້າໃຈເຖິງຄວາມປາຖະໜາທີ່ແທ້ຈິງຂອງພຣະເຈົ້າໃນພຣະທຳທຸກຂໍ້ຂອງພຣະອົງໃນເວລານັ້ນບໍ? ເພິ່ນບໍ່ເຂົ້າໃຈ! ແລ້ວໃນຊ່ວງເວລານັ້ນ ເມື່ອພຣະເຈົ້າສາບານດ້ວຍຕົວພຣະອົງເອງ, ຫົວໃຈຂອງພຣະອົງກໍຍັງໂດດດ່ຽວ ແລະ ໂສກເສົ້າ. ຍັງບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າໃຈ ຫຼື ຢັ່ງເຖິງສິ່ງທີ່ພຣະອົງເຈດຕະນາ ແລະ ວາງແຜນໄວ້. ໃນຊ່ວງເວລານັ້ນ, ບໍ່ມີຜູ້ໃດ ລວມເຖິງອັບຣາຮາມ ທີ່ສາມາດເວົ້າຕໍ່ພຣະອົງດ້ວຍຄວາມໝັ້ນໃຈ, ແຮງໄກທີ່ຈະມີຜູ້ໃດທີ່ສາມາດຮ່ວມມືກັບພຣະອົງໃນການປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ. ໃນທາງຜິວເຜີນແລ້ວ, ພຣະເຈົ້າໄດ້ຮັບເອົາອັບຣາຮາມ ເຊິ່ງເປັນຄົນທີ່ສາມາດເຊື່ອຟັງພຣະທຳຂອງພຣະອົງ. ແຕ່ໃນຄວາມເປັນຈິງແລ້ວ, ຄວາມຮູ້ຂອງບຸກຄົນນີ້ທີ່ກ່ຽວກັບພຣະເຈົ້າແມ່ນໜ້ອຍທີ່ສຸດ. ເຖິງແມ່ນພຣະເຈົ້າອວຍພອນອັບຣາຮາມ, ຫົວໃຈຂອງພຣະເຈົ້າກໍຍັງບໍ່ພໍໃຈ. ແມ່ນຫຍັງຄືຄວາມໝາຍຂອງການທີ່ພຣະເຈົ້າບໍ່ພໍໃຈ? ມັນໝາຍຄວາມວ່າ ການຄຸ້ມຄອງຂອງພຣະເຈົ້າຫາກໍເລີ່ມຕົ້ນ, ມັນໝາຍຄວາມວ່າ ຜູ້ຄົນທີ່ພຣະອົງຕ້ອງການຮັບເອົາ, ຜູ້ຄົນທີ່ພຣະອົງປາຖະໜາຈະເຫັນ, ຜູ້ຄົນທີ່ພຣະອົງຮັກນັ້ນ ຍັງຢູ່ຫ່າງໄກຈາກພຣະອົງຫຼາຍ; ພຣະອົງຕ້ອງການເວລາ, ພຣະອົງຕ້ອງລໍຖ້າ, ພຣະອົງຕ້ອງອົດທົນ. ຍ້ອນໃນເວລານັ້ນ, ນອກຈາກພຣະເຈົ້າເອງແລ້ວ, ບໍ່ມີຜູ້ໃດທີ່ຮູ້ຈັກສິ່ງທີ່ພຣະອົງຕ້ອງການ ຫຼື ສິ່ງທີ່ພຣະອົງປາຖະໜາຈະໄດ້ຮັບ ຫຼື ສິ່ງທີ່ພຣະອົງປາຖະໜາ. ສະນັ້ນ ໃນຂະນະທີ່ພຣະເຈົ້າກຳລັງຮູ້ສຶກຕື່ນເຕັ້ນນັ້ນ, ພຣະເຈົ້າຮູ້ສຶກໜັກໃຈເຊັ່ນກັນ. ແຕ່ພຣະອົງກໍບໍ່ໄດ້ຢຸດບາດກ້າວຂອງພຣະອົງ, ພຣະອົງສືບຕໍ່ວາງແຜນບາດກ້າວຕໍ່ໄປໃນສິ່ງທີ່ພຣະອົງຕ້ອງການເຮັດ.

ພວກເຈົ້າເຫັນຫຍັງໃນສັນຍາຂອງພຣະເຈົ້າຕໍ່ອັບຣາຮາມບໍ່? ພຣະເຈົ້າປະທານພອນອັນຍິ່ງໃຫຍ່ໃຫ້ແກ່ອັບຣາຮາມຍ້ອນເພິ່ນເຊື່ອຟັງພຣະທຳຂອງພຣະເຈົ້າເທົ່ານັ້ນ. ເຖິງແມ່ນວ່າ, ໃນດ້ານຜິວເຜີນແລ້ວ ສິ່ງນີ້ເບິ່ງຄືກັບວ່າທຳມະດາ ແລະ ເປັນເລື່ອງປົກກະຕິ, ແຕ່ໃນນັ້ນ ພວກເຮົາໄດ້ເຫັນຫົວໃຈຂອງພຣະເຈົ້າ: ພຣະເຈົ້າເຊີດຊູຄວາມເຊື່ອຟັງຂອງມະນຸດທີ່ມີຕໍ່ພຣະອົງເປັນພິເສດ ແລະ ຖະໜຸຖະໜອມຄວາມເຂົ້າໃຈທີ່ມະນຸດມີກ່ຽວກັບພຣະອົງ ແລະ ຄວາມຈິງໃຈຕໍ່ພຣະອົງ. ພຣະເຈົ້າຖະໜອມຄວາມຈິງໃຈນີ້ຫຼາຍສໍ່າໃດ? ພວກເຈົ້າອາດບໍ່ເຂົ້າໃຈວ່າພຣະອົງຖະໜອມມັນຫຼາຍສໍ່າໃດ ແລະ ອາດບໍ່ມີຜູ້ໃດທີ່ເຂົ້າໃຈມັນເລີຍ. ພຣະເຈົ້າມອບລູກຊາຍໃຫ້ແກ່ອັບຣາຮາມ ແລະ ເມື່ອລູກຊາຍນັ້ນໄດ້ເຕີບໃຫຍ່ຂຶ້ນ, ພຣະເຈົ້າກໍຮຽກຮ້ອງໃຫ້ອັບຣາຮາມຖວາຍລູກຊາຍຂອງເພິ່ນໃຫ້ແກ່ພຣະເຈົ້າ. ອັບຣາຮາມປະຕິບັດຕາມຄຳສັ່ງຂອງພຣະເຈົ້າທຸກຕົວອັກສອນ, ເພິ່ນເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ຄວາມຈິງໃຈຂອງເພິ່ນໄດ້ດົນໃຈພຣະເຈົ້າ ແລະ ພຣະເຈົ້າກໍເຫັນເຊີດຊູສິ່ງນັ້ນ. ພຣະເຈົ້າເຊີດຊູມັນຫຼາຍສໍ່າໃດ? ແລ້ວເປັນຫຍັງພຣະອົງຈຶ່ງເຊີດຊູມັນ? ໃນເວລາທີ່ບໍ່ມີຜູ້ໃດຢັ່ງເຖິງພຣະທຳຂອງພຣະເຈົ້າ ຫຼື ເຂົ້າໃຈຫົວໃຈຂອງພຣະອົງ, ອັບຣາຮາມກໍເຮັດສິ່ງທີ່ສັ່ນສະເທືອນສະຫວັນ ແລະ ເຮັດໃຫ້ແຜ່ນດິນໂລກສະທ້ານ ແລະ ສິ່ງນັ້ນເຮັດໃຫ້ພຣະເຈົ້າຮູ້ສຶກພໍໃຈທີ່ບໍ່ເຄີຍມີມາກ່ອນ ແລະ ນໍາຄວາມປິຕິຍິນມາສູ່ພຣະອົງທີ່ພຣະອົງໄດ້ຮັບຄົນທີ່ສາມາດເຊື່ອຟັງພຣະທຳຂອງພຣະອົງ. ຄວາມພໍໃຈ ແລະ ຄວາມປິຕິຍິນດີນີ້ມາຈາກສິ່ງມີຊີວິດທີ່ຖືກສ້າງຂຶ້ນໂດຍມືຂອງພຣະເຈົ້າເອງ ແລະ ເປັນ “ການຖວາຍ” ຄັ້ງທຳອິດທີ່ມະນຸດໄດ້ຖວາຍໃຫ້ແກ່ພຣະເຈົ້າ ແລະ ເປັນສິ່ງທີ່ພຣະເຈົ້າເຊີດຊູທີ່ສຸດ ນັບຕັ້ງແຕ່ທີ່ສ້າງມະນຸດຂຶ້ນມາ. ພຣະເຈົ້າລໍຖ້າການຖວາຍນີ້ດ້ວຍຄວາມລໍາບາກ ແລະ ພຣະອົງປະຕິບັດຄືກັບວ່າມັນເປັນຂອງຂວັນທຳອິດທີ່ສຳຄັນທີ່ສຸດຈາກມະນຸດ, ຜູ້ທີ່ພຣະອົງໄດ້ສ້າງຂຶ້ນ. ມັນສະແດງໃຫ້ພຣະເຈົ້າເຫັນເຖິງໝາກຜົນທຳອິດແຫ່ງຄວາມພະຍາຍາມຂອງພຣະອົງ ແລະ ລາຄາທີ່ພຣະອົງໄດ້ຈ່າຍ ແລະ ມັນເຮັດໃຫ້ພຣະອົງເຫັນຄວາມຫວັງໃນມະນຸດຊາດ. ຫຼັງຈາກນັ້ນ ພຣະເຈົ້າກໍຍິ່ງມີຄວາມປາຖະໜາຫຼາຍຂຶ້ນໃຫ້ກຸ່ມຄົນດັ່ງກ່າວມາຢູ່ເປັນເພື່ອນກັບພຣະອົງ, ເພື່ອປະຕິບັດຕໍ່ພຣະອົງດ້ວຍຄວາມຈິງໃຈ ແລະ ເພື່ອດູແລພຣະອົງດ້ວຍຄວາມຈິງໃຈ. ພຣະເຈົ້າເຖິງກັບຫວັງວ່າ ອັບຣາຮາມຈະດຳລົງຊີວິດຕໍ່ໄປ, ຍ້ອນພຣະອົງປາຖະໜາຢາກມີຫົວໃຈທີ່ຄືກັບຫົວໃຈຂອງອັບຣາຮາມຢູ່ເປັນເພື່ອນພຣະອົງ ແລະ ຢູ່ຮ່ວມກັບພຣະອົງໃນເວລາທີ່ພຣະອົງສືບຕໍ່ໃນການຄຸ້ມຄອງຂອງພຣະອົງ. ບໍ່ວ່າພຣະເຈົ້າຕ້ອງການຫຍັງກໍຕາມ, ມັນກໍເປັນພຽງຄວາມປາຖະໜາ, ເປັນພຽງແນວຄິດ, ຍ້ອນອັບຣາຮາມເປັນພຽງມະນຸດທີ່ສາມາດເຊື່ອຟັງພຣະອົງ ແລະ ບໍ່ໄດ້ມີຄວາມເຂົ້າໃຈ ຫຼື ຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ. ອັບຣາຮາມເປັນຄົນທີ່ຢູ່ຕໍ່າກວ່າມາດຕະຖານທີ່ພຣະເຈົ້າຮຽກຮ້ອງສຳລັບມະນຸດຫຼາຍ ເຊິ່ງນັ້ນກໍຄື: ການຮູ້ຈັກພຣະເຈົ້າ, ການສາມາດເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ການມີແນວຄິດທີ່ສອດຄ່ອງກັບພຣະເຈົ້າ. ສະນັ້ນ ອັບຣາຮາມຈຶ່ງບໍ່ສາມາດຍ່າງຮ່ວມກັບພຣະເຈົ້າໄດ້. ໃນການທີ່ອັບຣາຮາມຖວາຍອີຊາກ, ພຣະເຈົ້າໄດ້ເຫັນເຖິງຄວາມຈິງໃຈ ແລະ ຄວາມເຊື່ອຟັງຂອງອັບຣາຮາມ ແລະ ໄດ້ເຫັນວ່າ ເພິ່ນໄດ້ອົດທົນຕໍ່ການທົດສອບຂອງພຣະເຈົ້າ. ເຖິງແມ່ນພຣະເຈົ້າໄດ້ຍອມຮັບເອົາຄວາມຈິງໃຈ ແລະ ຄວາມເຊື່ອຟັງຂອງເພິ່ນ, ເພິ່ນກໍຍັງບໍ່ເໝາະສົມທີ່ຈະກາຍມາເປັນເພື່ອນສະໜິດຂອງພຣະເຈົ້າ, ກາຍມາເປັນຄົນທີ່ຮູ້ຈັກ ແລະ ເຂົ້າໃຈພຣະເຈົ້າ ແລະ ຄົນທີ່ຮູ້ຈັກກ່ຽວກັບອຸປະນິໄສຂອງພຣະເຈົ້າ; ເພິ່ນບໍ່ມີຈິດໃຈທີ່ສອດຄ່ອງກັບພຣະເຈົ້າ ແລະ ບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້. ສະນັ້ນ ໃນຫົວໃຈຂອງພຣະອົງ ພຣະເຈົ້າກໍຍັງໂດດດ່ຽວ ແລະ ກັງວົນໃຈຢູ່. ຍິ່ງພຣະເຈົ້າໂດດດ່ຽວ ແລະ ກັງວົນໃຈຫຼາຍສໍ່າໃດ, ພຣະອົງກໍຈຳເປັນຕ້ອງສືບຕໍ່ການຄຸ້ມຄອງຂອງພຣະອົງໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ສາມາດເລືອກ ແລະ ຮັບເອົາກຸ່ມຄົນເພື່ອສຳເລັດແຜນການຄຸ້ມຄອງຂອງພຣະອົງ ແລະ ບັນລຸຄວາມປະສົງຂອງພຣະອົງໃຫ້ໄວເທົ່າທີ່ຈະໄວໄດ້. ນີ້ແມ່ນຄວາມປາຖະໜາທີ່ຮ້ອນຮົນຂອງພຣະເຈົ້າ ແລະ ມັນເປັນດັ່ງນັ້ນຕັ້ງແຕ່ຕອນເລີ່ມຕົ້ນຈົນເຖິງປັດຈຸບັນ. ຕັ້ງແຕ່ພຣະອົງໄດ້ສ້າງມະນຸດໃນເບື້ອງຕົ້ນມາ, ພຣະເຈົ້າແມ່ນປາຖະໜາຢາກໄດ້ກຸ່ມຜູ້ຊະນະ, ກຸ່ມທີ່ຈະຍ່າງຮ່ວມກັບພຣະອົງ ແລະ ສາມາດເຂົ້າໃຈ, ຮູ້ ແລະ ເຂົ້າໃຈອຸປະນິໄສຂອງພຣະອົງ. ຄວາມປາຖະໜານີ້ຂອງພຣະເຈົ້າແມ່ນບໍ່ເຄີຍປ່ຽນແປງຈັກເທື່ອ. ບໍ່ວ່າພຣະອົງຍັງຕ້ອງລໍຖ້າອີກດົນສໍ່າໃດກໍຕາມ, ບໍ່ວ່າຫົນທາງທີ່ຢູ່ເບື້ອງໜ້າອາດລໍາບາກຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າຈຸດປະສົງທີ່ພຣະອົງປາຖະໜານັ້ນອາດຢູ່ໄກສໍ່າໃດກໍຕາມ, ພຣະເຈົ້າກໍບໍ່ເຄີຍປ່ຽນແປງ ຫຼື ປະຖິ້ມຄວາມຄາດຫວັງຂອງພຣະອົງທີ່ມີຕໍ່ມະນຸດ. ບັດນີ້ເຮົາໄດ້ເວົ້າເຖິງສິ່ງນີ້ແລ້ວ, ພວກເຈົ້າຮູ້ຈັກບາງສິ່ງທີ່ເປັນຄວາມປາຖະໜາຂອງພຣະເຈົ້າບໍ? ບາງເທື່ອ ສິ່ງທີ່ພວກເຈົ້າຮູ້ແມ່ນບໍ່ເລິກເຊິ່ງປານໃດ, ແຕ່ມັນຈະເລີ່ມເລິກເຊິ່ງຂຶ້ນເທື່ອລະໜ້ອຍ!

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າສັນຍາຈະປະທານລູກຊາຍໃຫ້ອັບຣາຮາມ

1. ພຣະເຈົ້າສັນຍາຈະປະທານລູກຊາຍໃຫ້ອັບຣາຮາມ “ແລະ ພຣະເຈົ້າໄດ້ກ່າວຕໍ່ອັບຣາຮາມວ່າ ສຳລັບເມຍຂອງເຈົ້າ ຊາຣາຍ ເຈົ້າຕ້ອງບໍ່ເອີ້ນຊື່ຂອງນາງວ່າ ຊາຣາຍ...

Leave a Reply