ພຣະເຈົ້າເຮັດເສື້ອຂົນສັດໃຫ້ອາດາມ ແລະ ເອວາ

28 ມັງກອນ 2021

ແລະ ອາດາມເອີ້ນເມຍຂອງລາວວ່າ ເອວາ ເພາະວ່ານາງເປັນແມ່ຂອງທຸກສິ່ງທີ່ມີຊີວິດ. ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ ເມຍຂອງລາວ ແລະ ນຸ່ງໃຫ້ພວກເຂົາ. (ປະຖົມມະການ 3:20-21).

ໃຫ້ພວກເຮົາມາເບິ່ງຂໍ້ຄວາມທີສາມນີ້ ເຊິ່ງບົ່ງບອກວ່າມີຄວາມໝາຍຢູ່ເບື້ອງຫຼັງໃນການຕັ້ງຊື່ໃຫ້ເອວາ. ນີ້ສະແດງໃຫ້ເຫັນວ່າຫຼັງຈາກທີ່ໄດ້ຖືກສ້າງມາ, ອາດາມມີຄວາມຄິດເປັນຂອງຕົນເອງ ແລະ ເຂົ້າໃຈຫຼາຍສິ່ງ. ແຕ່ຕອນນີ້, ພວກເຮົາຈະບໍ່ສຶກສາ ຫຼື ສຳຫຼວດສິ່ງທີ່ລາວເຂົ້າໃຈ ຫຼື ລາວເຂົ້າໃຈຫຼາຍປານໃດ, ຍ້ອນວ່ານັ້ນບໍ່ແມ່ນຈຸດປະສົງຫຼັກຂອງເຮົາໃນການສົນທະນາກ່ຽວກັບຂໍ້ຄວາມທີສາມນີ້. ດັ່ງນັ້ນ, ແມ່ນຫຍັງຄືປະເດັນຫຼັກໆທີ່ເຮົາຕ້ອງການເນັ້ນເຖິງ? ໃຫ້ພວກເຮົາເບິ່ງປະໂຫຍກທີ່ວ່າ “ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ ເມຍຂອງລາວ ແລະ ນຸ່ງໃຫ້ພວກເຂົາ”. ຖ້າພວກເຮົາບໍ່ສົນທະນາກ່ຽວກັບຂໍ້ພຣະຄຳພີຂໍ້ນີ້ໃນມື້ນີ້, ພວກເຈົ້າອາດຈະບໍ່ເຄີຍເຂົ້າໃຈຄວາມໝາຍທີ່ແອບແຝງອັນເລິກເຊິ່ງຂອງພຣະທຳເຫຼົ່ານີ້. ກ່ອນອື່ນ, ເຮົາຈະໃຫ້ຂໍ້ຄິດບາງຢ່າງກ່ອນ. ຖ້າພວກເຈົ້າປາດຖະໜາ ກໍຈົ່ງລອງຈິນຕະນາການເບິ່ງສວນອິເດັນທີ່ອາດາມ ແລະ ເອວາອາໄສຢູ່. ພຣະເຈົ້າໄປຢ້ຽມຢາມພວກເຂົາ, ແຕ່ພວກເຂົາລີ້ຍ້ອນວ່າພວກເຂົາປະເປືອຍຢູ່. ພຣະເຈົ້າບໍ່ສາມາດເຫັນພວກເຂົາໄດ້, ຫຼັງຈາກທີ່ພຣະອົງເອີ້ນຫາພວກເຂົາ, ພວກເຂົາຕອບວ່າ “ພວກຂ້ານ້ອຍບໍ່ກ້າເບິ່ງພຣະອົງຍ້ອນວ່າຮ່າງກາຍຂອງພວກຂ້ານ້ອຍເປືອຍໂຕຢູ່”. ພວກເຂົາບໍ່ກ້າທີ່ຈະພົບພຣະເຈົ້າຍ້ອນວ່າພວກເຂົາເປືອຍໂຕຢູ່. ດັ່ງນັ້ນ, ພຣະເຈົ້າເຢໂຮວາເຮັດຫຍັງກັບພວກເຂົາ? ຂໍ້ຄວາມຕົ້ນສະບັບກ່າວວ່າ: “ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ ເມຍຂອງລາວ ແລະ ນຸ່ງໃຫ້ພວກເຂົາ”. ຈາກຂໍ້ຄວາມນີ້, ພວກເຈົ້າເຂົ້າໃຈສິ່ງທີ່ພຣະເຈົ້າເອົາເຮັດເສື້ອຜ້າຂອງພວກເຂົາບໍ? ພຣະເຈົ້າໃຊ້ໜັງສັດເພື່ອເຮັດເປັນເສື້ອໃຫ້ພວກເຂົາ. ໝາຍຄວາມວ່າ, ພຣະເຈົ້າເຮັດເສື້ອຂົນສັດໃຫ້ພວກເຂົາເພື່ອສວມໃສ່ເປັນເຄື່ອງນຸ່ງ. ນີ້ແມ່ນເສື້ອຜ້າຊຸດທຳອິດທີ່ພຣະເຈົ້າເຮັດໃຫ້ມະນຸດ. ອີງຕາມມາດຕະຖານໃນປັດຈຸບັນ ເສື້ອຂົນສັດແມ່ນຂອງທີ່ຫຼູຫຼາ ແລະ ບໍ່ແມ່ນສິ່ງທີ່ທຸກຄົນສາມາດຊື້ມາໃສ່ໄດ້. ຖ້າໃຜບາງຄົນຖາມເຈົ້າວ່າ: ເສື້ອຜ້າຜືນທຳອິດທີ່ບັດພະບຸລຸດຂອງພວກເຮົາສວມໃສ່ແມ່ນຫຍັງ? ເຈົ້າສາມາດຕອບໄດ້ວ່າ: ມັນແມ່ນເສື້ອຂົນສັດ. ໃຜເປັນຜູ້ເຮັດເສື້ອຂົນສັດນີ້? ເຈົ້າສາມາດຕອບໄປວ່າ: ພຣະເຈົ້າເຮັດມັນ! ນັ້ນແມ່ນປະເດັນຫຼັກໃນນີ້: ເສື້ອຜ້ານີ້ຖືກເຮັດຂຶ້ນມາໂດຍພຣະເຈົ້າ. ແລ້ວມັນບໍ່ແມ່ນສິ່ງທີ່ສົມຄວນສົນທະນາບໍ? ຫຼັງຈາກທີ່ໄດ້ຍິນຄຳອະທິບາຍຂອງເຮົາ, ມີພາບໃດປາກົດຂຶ້ນໃນຫົວໃຈຂອງພວກເຈົ້າບໍ? ຢ່າງໜ້ອຍພວກເຈົ້າກໍຄວນມີຮູບຮ່າງເລັກນ້ອຍ. ປະເດັນທີ່ເຮົາບອກເລື່ອງນີ້ກັບພວກເຈົ້າໃນມື້ນີ້ ບໍ່ແມ່ນເພື່ອໃຫ້ພວກເຈົ້າຮູ້ວ່າເສື້ອຜ້າຜືນທຳອິດຂອງມະນຸດແມ່ນຫຍັງ. ແລ້ວແມ່ນຫຍັງຄືປະເດັນ? ປະເດັນບໍ່ແມ່ນເສື້ອຂົນສັດ, ແຕ່ແມ່ນວິທີທີ່ຄົນໄດ້ຮູ້ຈັກອຸປະນິໄສຂອງພຣະເຈົ້າ ທີ່ໄດ້ເປີດເຜີຍໂດຍພຣະເຈົ້າໃນສິ່ງທີ່ພຣະອົງກະທໍາໃນນີ້ ນັ້ນກໍຄື ສິ່ງທີ່ພຣະອົງມີ ແລະ ສິ່ງທີ່ພຣະອົງເປັນ.

“ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ ເມຍຂອງລາວ ແລະ ນຸ່ງໃຫ້ພວກເຂົາ”. ໃນສາກນີ້, ພວກເຮົາໄດ້ເຫັນພຣະເຈົ້າມີບົດບາດຫຍັງເມື່ອພຣະອົງຢູ່ກັບອາດາມ ແລະ ເອວາ? ພຣະເຈົ້າສະແດງຕົວໃນຮູບແບບໃດໃນໂລກນີ້ທີ່ມີພຽງແຕ່ມະນຸດສອງຄົນເທົ່ານັ້ນ? ພຣະອົງສະແດງຕົວໃນບົດບາດຂອງພຣະເຈົ້າບໍ? ອ້າຍເອື້ອຍນ້ອງຈາກຮ່ອງກົງ, ກາລຸນາຊ່ວຍຕອບແດ່. (ໃນບົດບາດຂອງພໍ່ແມ່). ອ້າຍເອື້ອຍນ້ອງຈາກເກົາຫຼີໃຕ້, ພວກເຈົ້າຄິດວ່າພຣະເຈົ້າປາກົດຕົວໃນບົດບາດແບບໃດ? (ຫົວໜ້າຄອບຄົວ). ອ້າຍເອື້ອຍນ້ອງຈາກໄຕ້ຫວັນ, ພວກເຈົ້າຄິດວ່າແນວໃດ? (ບົດບາດຂອງບາງຄົນໃນຄອບຄົວຂອງອາດາມ ແລະ ເອວາ, ບົດບາດຂອງສະມາຊິກຄອບຄົວ). ພວກເຈົ້າບາງຄົນຄິດວ່າພຣະເຈົ້າປາກົດຕົວເປັນສະມາຊິກຄອບຄົວຂອງອາດາມ ແລະ ເອວາ, ໃນຂະນະທີ່ບາງຄົນເວົ້າວ່າພຣະເຈົ້າປາກົດຕົວເປັນຫົວໜ້າຄອບຄົວ ແລະ ບາງຄົນເວົ້າວ່າ ເປັນພໍ່ແມ່ນ. ທັງໝົດນີ້ເໝາະສົມຫຼາຍ. ແຕ່ພວກເຈົ້າເຫັນສິ່ງທີ່ເຮົາກຳລັງສື່ບໍ? ພຣະເຈົ້າສ້າງສອງຄົນນີ້ ແລະ ປະຕິບັດຕໍ່ພວກເຂົາດັ່ງມິດສະຫາຍຂອງພຣະອົງ. ດັ່ງຄອບຄົວດຽວ, ພຣະເຈົ້າເບິ່ງແຍງຊີວິດຂອງພວກເຂົາ ແລະ ດູແລຄວາມຕ້ອງການດ້ານອາຫານ, ເສື້ອຜ້າ ແລະ ທີ່ພັກອາໄສຂອງພວກເຂົາ. ໃນນີ້, ພຣະເຈົ້າປາກົດຕົວເປັນພໍ່ແມ່ຂອງອາດາມ ແລະ ເອວາ. ໃນຂະນະທີ່ພຣະເຈົ້າເຮັດສິ່ງນີ້, ມະນຸດບໍ່ເຫັນວ່າພຣະເຈົ້າສູງສົ່ງພຽງໃດ; ພວກເຂົາບໍ່ເຫັນອຳນາດສູງສຸດຂອງພຣະເຈົ້າ, ຄວາມເລິກລັບຂອງພຣະອົງ, ໂດຍສະເພາະແມ່ນບໍ່ເຫັນຄວາມໂກດຮ້າຍ ຫຼື ຄວາມສະຫງ່າລາສີຂອງພຣະອົງ. ທັງໝົດທີ່ພວກເຂົາເຫັນແມ່ນຄວາມຖ່ອມຕົນຂອງພຣະເຈົ້າ, ຄວາມຮັກຂອງພຣະອົງ, ຄວາມຫ່ວງໃຍທີ່ມີຕໍ່ມະນຸດ, ຄວາມຮັບຜິດຂອບ ແລະ ການດູແລຂອງພຣະອົງຕໍ່ພວກເຂົາ. ທັດສະນະ ແລະ ວິທີການທີ່ພຣະເຈົ້າປະຕິບັດຕໍ່ອາດາມ ແລະ ເອວານັ້ນແມ່ນຄືກັນກັບວິທີທີ່ພໍ່ແມ່ສະແດງຄວາມຫ່ວງໃຍຕໍ່ລູກໆຂອງພວກເຂົາ. ມັນຄືກັນກັບວິທີທີ່ພໍ່ແມ່ຮັກ, ເບິ່ງແຍງ ແລະ ດູແລລູກຊາຍ ແລະ ລູກສາວຂອງຕົນເອງ ເຊິ່ງສິ່ງນີ້ເປັນຈິງ, ເປັນສິ່ງທີ່ເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້. ແທນທີ່ຈະຍົກພຣະອົງເອງຂຶ້ນສູ່ຕຳແໜ່ງທີ່ສູງສົ່ງ ແລະ ຍິ່ງໃຫຍ່, ພຣະເຈົ້າໃຊ້ໜັງສັດເພື່ອເຮັດເປັນເສື້ອຜ້າໃຫ້ມະນຸດດ້ວຍຕົວເອງ. ມັນບໍ່ສຳຄັນ ວ່າເສື້ອຂົນສັດນີ້ຈະຖືກໃຊ້ເພື່ອປົກປິດຄວາມຖ່ອມຕົວຂອງພວກເຂົາ ຫຼື ເພື່ອປົກປ້ອງພວກເຂົາຈາກອາກາດໜາວເຢັນ. ສິ່ງສຳຄັນຄືເຄື່ອງນຸ່ງທີ່ໃຊ້ປົກປິດຮ່າງກາຍມະນຸດນີ້ຖືກເຮັດຂຶ້ນເປັນການສ່ວນຕົວໂດຍພຣະເຈົ້າ ດ້ວຍມືຂອງພຣະອົງເອງ. ແທນທີ່ຈະເນລະມິດໃຫ້ເກີດມີເສື້ອຜ້າ ຫຼື ໃຊ້ວິທີທີ່ໜ້າອັດສະຈັນອື່ນໆທີ່ຜູ້ຄົນອາດຈິນຕະນາການວ່າພຣະເຈົ້າຈະເຮັດ, ພຣະເຈົ້າເຮັດໃນສິ່ງທີ່ຖືກຕ້ອງທີ່ມະນຸດຄິດວ່າພຣະເຈົ້າຈະບໍ່ເຮັດ ແລະ ບໍ່ຄວນເຮັດ. ນີ້ອາດເບິ່ງຄືກັບວ່າ ເປັນເລື່ອງທີ່ບໍ່ສຳຄັນ, ບາງຄົນອາດຈະເຖິງຂັ້ນ ຄິດວ່າ ສິ່ງນີ້ບໍ່ສົມຄວນທີ່ຈະກ່າວເຖິງ, ແຕ່ມັນເຮັດໃຫ້ຜູ້ທີ່ຕິດຕາມພຣະເຈົ້າ ຜູ້ທີ່ເຕັມໄປດ້ວຍແນວຄວາມຄິດທີ່ເລື່ອນລອຍກ່ຽວກັບພຣະອົງ ໄດ້ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຈິງໃຈ ແລະ ຄວາມໜ້າຮັກຂອງພຣະອົງ, ເຫັນຄວາມຊື່ສັດ ແລະ ຄວາມຖ່ອມຕົນຂອງພຣະອົງ. ມັນເຮັດໃຫ້ຄົນທີ່ອວດດີຢ່າງເຫຼືອອົດ ຜູ້ທີ່ຄິດວ່າພວກເຂົາສູງສົ່ງ ແລະ ຍິ່ງໃຫຍ່ຕ້ອງກົ້ມຫົວຂອງພວກເຂົາດ້ວຍຄວາມອັບອາຍຕໍ່ໜ້າຄວາມຈິງໃຈ ແລະ ຄວາມຖ່ອມຕົນຂອງພຣະເຈົ້າ. ໃນນີ້, ຄວາມຈິງໃຈ ແລະ ຄວາມຖ່ອມຕົນຂອງພຣະເຈົ້າເຮັດໃຫ້ຄົນເຫັນວ່າພຣະອົງໜ້າຮັກພຽງໃດ. ໃນທາງກົງກັນຂ້າມ, ພຣະເຈົ້າ “ຜູ້ຍິ່ງໃຫຍ່”, ພຣະເຈົ້າ “ຜູ້ໜ້າຮັກ” ແລະ ພຣະເຈົ້າ “ຜູ້ມີອຳນາດໃນທຸກຢ່າງ” ທີ່ຄົນຢືດຖືຢູ່ໃນຫົວໃຈຂອງພວກເຂົາໄດ້ກາຍເປັນເລື່ອງບໍ່ສຳຄັນ ແລະ ໜ້າກຽດ, ແຕກເປັນເສດສ່ວນເມື່ອເວລາເຕາະພຽງເລັກນ້ອຍ. ເມື່ອເຈົ້າເຫັນຂໍ້ນີ້ ແລະ ໄດ້ຍິນເລື່ອງນີ້, ເຈົ້າດູຖູກພຣະເຈົ້າຍ້ອນວ່າພຣະອົງເຮັດສິ່ງດັ່ງກ່າວບໍ? ບາງຄົນອາດຈະດູຖູກ, ແຕ່ຄົນອື່ນອາດຈະມີປະຕິກິລິຍາກົງກັນຂ້າມ. ພວກເຂົາຈະຄິດວ່າພຣະເຈົ້າຈິງໃຈ ແລະ ໜ້າຮັກ ແລະ ມັນແມ່ນຄວາມຈິງໃຈ ແລະ ຄວາມໜ້າຮັກຂອງພຣະເຈົ້າທີ່ດົນໃຈພວກເຂົາຢ່າງແທ້ຈິງ. ຍິ່ງພວກເຂົາເຫັນດ້ານແທ້ຂອງພຣະເຈົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງສາມາດຮູ້ເຖິງຄຸນຄ່າການມີຢູ່ຈິງແຫ່ງຄວາມຮັກຂອງພຣະເຈົ້າຫຼາຍຂຶ້ນ, ຮູ້ຈັກຄຸນຄ່າຄວາມສຳຄັນຂອງພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ວິທີທີ່ພຣະອົງຢືນຄຽງຂ້າງພວກເຂົາຢູ່ທຸກເວລາ.

ບັດນີ້ ໃຫ້ພວກເຮົາກັບມາສົນທະນາກັນໃນເລື່ອງປັດຈຸບັນ. ຖ້າພຣະເຈົ້າສາມາດກະທຳສິ່ງເລັກນ້ອຍເຫຼົ່ານີ້ໃຫ້ກັບຄົນທີ່ພຣະອົງສ້າງຂຶ້ນໃນຕອນຕົ້ນ, ແມ່ນແຕ່ສິ່ງທີ່ຄົນອາດຈະບໍ່ກ້າຄິດ ຫຼື ຄາດຫວັງ, ແລ້ວພຣະເຈົ້າສາມາດກະທຳສິ່ງດັ່ງກ່າວໃຫ້ກັບຄົນປັດຈຸບັນນີ້ໄດ້ບໍ? ບາງຄົນເວົ້າວ່າ “ໄດ້!” ແລ້ວນັ້ນຍ້ອນຫຍັງ? ຍ້ອນວ່າທາດແທ້ຂອງພຣະເຈົ້າບໍ່ໄດ້ຖືກປອມແປງ ແລະ ຄວາມໜ້າຮັກຂອງພຣະອົງກໍບໍ່ໄດ້ຖືກປອມແປງເຊັ່ນກັນ. ທາດແທ້ຂອງພຣະເຈົ້າມີຢູ່ຢ່າງແທ້ຈິງ ແລະ ບໍ່ແມ່ນບາງສິ່ງທີ່ຖືກແຕ່ງເຕີມໂດຍຄົນອື່ນ, ແນ່ນອນວ່າບໍ່ແມ່ນບາງສິ່ງທີ່ປ່ຽນແປງຕາມການເວລາ, ສະຖານທີ່ ແລະ ຍຸກສະໄໝ. ຄວາມຈິງໃຈ ແລະ ຄວາມໜ້າຮັກຂອງພຣະເຈົ້າສາມາດຖືກນຳອອກມາໄດ້ຢ່າງແທ້ຈິງໂດຍການເຮັດບາງສິ່ງທີ່ຄົນຄິດວ່າມັນບໍ່ໂດດເດັ່ນ ແລະ ບໍ່ສຳຄັນເທົ່ານັ້ນ, ບາງສິ່ງທີ່ເລັກນ້ອຍຫຼາຍເຊິ່ງຄົນອາດບໍ່ເຄີຍຄິດວ່າພຣະອົງຈະເຄີຍເຮັດມັນ. ພຣະເຈົ້າບໍ່ໄດ້ຕິເຮັດ. ບໍ່ມີການເວົ້າເກີນຄວາມຈິງ, ບໍ່ປອມຕົວ, ບໍ່ອວດໂອ້ ຫຼື ທະນົງຕົວໃນອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ. ພຣະອົງບໍ່ເຄີຍອວດອ້າງ, ກົງກັນຂ້າມ ພຣະອົງສະແດງຄວາມຮັກ, ຄວາມຫ່ວງໃຍ, ເບິ່ງແຍງ ແລະ ນຳພາມະນຸດທີ່ພຣະອົງສ້າງຂຶ້ນດ້ວຍຄວາມຊື່ສັດ ແລະ ຄວາມຈິງໃຈ. ບໍ່ວ່າຄົນຈະເຫັນຄຸນຄ່າ, ຮູ້ສຶກ ຫຼື ເຫັນສິ່ງທີ່ພຣະອົງກະທຳໜ້ອຍພຽງໃດກໍຕາມ, ພຣະອົງກໍຈະເຮັດມັນຢູ່ດີ. ການຮູ້ວ່າພຣະເຈົ້າມີທາດແທ້ເຊັ່ນນັ້ນຈະສົ່ງຜົນຕໍ່ຄວາມຮັກຂອງຄົນທີ່ມີຕໍ່ພຣະອົງບໍ? ມັນຈະມີອິດທິພົນຕໍ່ຄວາມຢຳເກງພຣະເຈົ້າຂອງພວກເຂົາບໍ? ເຮົາຫວັງວ່າເມື່ອເຈົ້າເຂົ້າໃຈດ້ານແທ້ຂອງພຣະເຈົ້າ, ເຈົ້າຈະຍັບເຂົ້າໃກ້ພຣະອົງຍິ່ງຂຶ້ນ ແລະ ສາມາດເຫັນຄຸນຄ່າຄວາມຮັກ ແລະ ການເອົາໃຈໃສ່ຂອງພຣະອົງຕໍ່ມະນຸດຊາດຫຼາຍຂຶ້ນຢ່າງແທ້ຈິງ ແລະ ສາມາດທີ່ຈະມອບຫົວໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ ແລະ ລົບລ້າງຂໍ້ສົງໄສ ແລະ ຄວາມຄາດເດົາກ່ຽວກັບພຣະອົງ. ພຣະເຈົ້າກຳລັງເຮັດທຸກສິ່ງເພື່ອມະນຸດຢ່າງງຽບໆ, ເຮັດທຸກສິ່ງຢ່າງງຽບໆຜ່ານຄວາມຈິງໃຈ, ຄວາມຊື່ສັດ ແລະ ຄວາມຮັກຂອງພຣະອົງ. ແຕ່ພຣະອົງບໍ່ເຄີຍມີຄວາມຢ້ານກົວ ຫຼື ຄວາມເສຍໃຈຕໍ່ສິ່ງທີ່ພຣະອົງເຮັດ, ທັງບໍ່ເຄີຍຕ້ອງການໃຫ້ໃຜມາຕອບແທນພຣະອົງໃນທາງໃດ ຫຼື ມີຄວາມຕັ້ງໃຈທີ່ຈະໄດ້ຮັບສິ່ງໃດໜຶ່ງຈາກມະນຸດ. ຈຸດປະສົງດຽວໃນທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອວ່າ ພຣະອົງຈະໄດ້ຮັບຄວາມເຊື່ອ ແລະ ຄວາມຮັກທີ່ແທ້ຈິງຈາກມວນມະນຸດ. ດ້ວຍສິ່ງນັ້ນ, ເຮົາຂໍຈົບຫົວຂໍ້ທີໜຶ່ງໄວ້ຢູ່ບ່ອນນີ້.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າສ້າງເອວາ

ພຣະເຈົ້າເຢໂຮວາກ່າວວ່າ ມັນບໍ່ແມ່ນເລື່ອງທີ່ດີທີ່ຊາຍຄົນນີ້ຈະຢູ່ຄົນດຽວ; ເຮົາຈະສ້າງຜູ້ຊ່ວຍທີ່ເໝາະສົມໃຫ້ລາວ....

Leave a Reply