ພຣະເຈົ້າສ້າງເອວາ

28 ມັງກອນ 2021

ພຣະເຈົ້າເຢໂຮວາກ່າວວ່າ ມັນບໍ່ແມ່ນເລື່ອງທີ່ດີທີ່ຊາຍຄົນນີ້ຈະຢູ່ຄົນດຽວ; ເຮົາຈະສ້າງຜູ້ຊ່ວຍທີ່ເໝາະສົມໃຫ້ລາວ. ແລ້ວພຣະເຈົ້າເຢໂຮວາໄດ້ສ້າງສັດເທິງບົກທຸກປະເພດ ແລະ ສັດມີປີກເທິງອາກາດ; ແລະ ນໍາພວກມັນມາໃຫ້ອາດາມເພື່ອເບິ່ງວ່າ ລາວຈະເອີ້ນພວກມັນແນວໃດ ແລະ ບໍ່ວ່າອາດາມຈະເອີ້ນຊື່ສັດທີ່ມີຊີວິດເຫຼົ່ານັ້ນຢ່າງໃດກໍຕາມ ຕໍ່ມາຊື່ນັ້ນກໍເປັນຊື່ຂອງສັດເຫຼົ່ານັ້ນ ແລະ ອາດາມຕັ້ງຊື່ງົວຄວາຍທັງໝົດ ແລະ ຕັ້ງຊື່ສັດມີປີກເທິງອາກາດ ແລະ ສັດເທິງບົກທຸກໂຕ, ແຕ່ສຳລັບອາດາມແລ້ວ ບໍ່ມີຜູ້ຊ່ວຍທີ່ເໝາະສົມໃຫ້ກັບລາວ. (ປະຖົມມະການ 2:18-20).

ແລະ ກະດູກຂ້າງ ທີ່ພຣະເຈົ້າເຢໂຮວາເອົາມາຈາກຜູ້ຊາຍນັ້ນ ພຣະອົງໄດ້ໃຊ້ມັນສ້າງຜູ້ຍິງ ແລະ ນໍາເອົາລາວມາມອບໃຫ້ກັບຜູ້ຊາຍຄົນນັ້ນ ແລ້ວອາດາມກໍເວົ້າວ່າ ບັດນີ້ ກະດູກຂອງນາງກໍຄືກະດູກຂອງຂ້ານ້ອຍ ແລະ ເນື້ອໜັງຂອງນາງກໍຄືເນື້ອໜັງຂອງຂ້ານ້ອຍ, ນາງຈະຖືກເອີ້ນວ່າ ແມ່ຍິງ ເພາະນາງຖືກນໍາອອກມາຈາກຜູ້ຊາຍ. (ປະຖົມມະການ 2:22-23).

ມີໜຶ່ງຂໍ້ຄວາມທີ່ສຳຄັນໃນພຣະຄຳພີພາກນີ້. ກະລຸນາຂີດກ້ອງຂໍ້ພຣະທໍານີ້ໄວ້: “ບໍ່ວ່າອາດາມຈະເອີ້ນຊື່ສັດທີ່ມີຊີວິດເຫຼົ່ານັ້ນຢ່າງໃດກໍຕາມ ຕໍ່ມາຊື່ນັ້ນກໍເປັນຊື່ຂອງສັດເຫຼົ່ານັ້ນ”. ດັ່ງນັ້ນ, ແມ່ນໃຜເປັນຜູ້ຕັ້ງຊື່ໃຫ້ສິ່ງມີຊີວິດທັງໝົດເຫຼົ່ານີ້? ແມ່ນອາດາມ, ບໍ່ແມ່ນພຣະເຈົ້າ. ຂໍ້ຄວາມນີ້ບອກຄວາມຈິງກັບມະນຸດວ່າ: ພຣະເຈົ້າປະທານຄວາມສະຫຼາດໃຫ້ກັບມະນຸດເມື່ອພຣະອົງຊົງສ້າງພວກເຂົາ. ໝາຍຄວາມວ່າ, ຄວາມສະຫຼາດຂອງມະນຸດມາຈາກພຣະເຈົ້າ. ນີ້ແມ່ນຄວາມຈິງ. ແຕ່ວ່າດ້ວຍເຫດໃດ? ຫຼັງຈາກທີ່ພຣະເຈົ້າສ້າງອາດາມແລ້ວ, ອາດາມໄດ້ໄປໂຮງຮຽນບໍ? ລາວຮູ້ຈັກອ່ານບໍ? ຫຼັງຈາກທີ່ພຣະເຈົ້າສ້າງສິ່ງມີຊີວິດຕ່າງໆແລ້ວ, ອາດາມຮູ້ຈັກສິ່ງຖືກສ້າງເຫຼົ່ານີ້ທັງໝົດບໍ? ພຣະເຈົ້າໄດ້ບອກລາວບໍ່ວ່າ ແມ່ນຫຍັງຄືຊື່ຂອງພວກມັນ? ແນ່ນອນວ່າ ພຣະເຈົ້າບໍ່ໄດ້ສອນລາວວີທີຕັ້ງຊື່ໃຫ້ສິ່ງທີ່ມີຊີວິດເຫຼົ່ານີ້. ນັ້ນຄືຄວາມຈິງ! ແລ້ວອາດາມຮູ້ວິທີຕັ້ງຊື່ໃຫ້ສິ່ງທີ່ມີຊີວິດເຫຼົ່ານີ້ໄດ້ແນວໃດ ແລະ ຕັ້ງຊື່ແບບໃດໃຫ້ກັບພວກມັນ? ນີ້ແມ່ນກ່ຽວຂ້ອງກັບຄຳຖາມທີ່ວ່າ ແມ່ນຫຍັງທີ່ພຣະເຈົ້າໄດ້ມອບໃຫ້ອາດາມເມື່ອພຣະອົງຊົງສ້າງລາວ. ຄວາມຈິງພິສູດໃຫ້ເຫັນວ່າ ເມື່ອພຣະເຈົ້າສ້າງມະນຸດ, ພຣະອົງໄດ້ປະທານຄວາມສະຫຼາດຂອງພຣະອົງໃສ່ໃນຕົວພວກເຂົາ. ນີ້ແມ່ນປະເດັນສຳຄັນ, ເພາະສະນັ້ນຈົ່ງຕັ້ງໃຈຟັງໃຫ້ດີ. ຍັງມີປະເດັນສຳຄັນອື່ນອີກທີ່ພວກເຈົ້າຄວນທຳຄວາມເຂົ້າໃຈ: ຫຼັງຈາກທີ່ອາດາມຕັ້ງຊື່ໃຫ້ສິ່ງມີຊີວິດຕ່າງໆເຫຼົ່ານີ້ແລ້ວ, ຊື່ເຫຼົ່ານີ້ກໍໄດ້ຖືກກຳນົດໄວ້ໃນຄຳສັບຂອງພຣະເຈົ້າ. ເປັນຫຍັງເຮົາຈິ່ງເວົ້າເຖິງເລື່ອງນີ້? ຍ້ອນວ່າ ເລື່ອງນີ້ກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ ແລະ ນີ້ແມ່ນປະເດັນທີ່ເຮົາຕ້ອງອະທິບາຍເພີ່ມເຕີມຢ່າງລະອຽດ.

ພຣະເຈົ້າສ້າງມະນຸດ, ມອບລົມຫາຍໃຈແຫ່ງຊີວິດໃຫ້ກັບພວກເຂົາ ແລະ ປະທານຄວາມສະຫຼາດບາງປະການຂອງພຣະອົງໃຫ້ແກ່ພວກເຂົາ, ປະທານຄວາມສາມາດຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນໃຫ້ແກ່ພວກເຂົາ. ຫຼັງຈາກທີ່ພຣະເຈົ້າປະທານສິ່ງເຫຼົ່ານີ້ໃຫ້ແກ່ມະນຸດ, ມະນຸດຈຶ່ງສາມາດເຮັດຫຍັງບາງຢ່າງໄດ້ຢ່າງອິດສະຫຼະ ແລະ ສາມາດຄິດດ້ວຍຕົນເອງ. ຖ້າສິ່ງທີ່ມະນຸດຄິດອອກ ແລະ ເຮັດນັ້ນດີໃນສາຍຕາຂອງພຣະເຈົ້າ, ພຣະເຈົ້າກໍຈະຍອມຮັບມັນ ແລະ ບໍ່ແຊກແຊງ. ຖ້າສິ່ງທີ່ມະນຸດເຮັດນັ້ນຖືກຕ້ອງ, ພຣະເຈົ້າກໍຈະປ່ອຍມັນໄວ້. ດັ່ງນັ້ນ, ປະໂຫຍກທີ່ວ່າ “ບໍ່ວ່າອາດາມຈະເອີ້ນຊື່ສັດທີ່ມີຊີວິດເຫຼົ່ານັ້ນຢ່າງໃດກໍຕາມ ຕໍ່ມາຊື່ນັ້ນກໍເປັນຊື່ຂອງສັດເຫຼົ່ານັ້ນ” ແມ່ນຊີ້ເຖິງຫຍັງ? ມັນຊີ້ເຖິງພຣະເຈົ້າເຫັນວ່າ ມັນບໍ່ເໝາະສົມທີ່ຈະປ່ຽນຊື່ໃຫ້ແກ່ສັດຕ່າງໆທີ່ຖືກແຕ່ງຕັ້ງຂຶ້ນ. ບໍ່ວ່າອາດາມຕັ້ງຊື່ໃດໃຫ້ສັດ, ພຣະເຈົ້າກໍຈະເວົ້າວ່າ “ໃຫ້ເປັນເຊັ່ນນັ້ນ” ເພື່ອເປັນການຢືນຢັນຊື່ຂອງສັດ. ພຣະເຈົ້າໄດ້ສະແດງຄວາມຄິດເຫັນໃດໆໃນເລື່ອງນີ້ບໍ? ບໍ່, ພຣະອົງບໍ່ໄດ້ສະແດງຢ່າງແນ່ນອນ. ດັ່ງນັ້ນ, ຈາກເລື່ອງນີ້ເຈົ້າໄດ້ຮູ້ຫຍັງແດ່? ພຣະເຈົ້າປະທານຄວາມສະຫຼາດໃຫ້ມະນຸດ ແລະ ມະນຸດໃຊ້ຄວາມສະຫຼາດທີ່ພຣະເຈົ້າປະທານໃຫ້ເພື່ອເຮັດສິ່ງຕ່າງໆ. ຖ້າສິ່ງທີ່ມະນຸດເຮັດນັ້ນດີໃນສາຍຕາຂອງພຣະເຈົ້າ, ມັນກໍຖືກຢືນຢັນ, ຮັບຮູ້ ແລະ ຍອມຮັບໂດຍພຣະເຈົ້າຢ່າງບໍ່ມີການພິພາກສາ ຫຼື ການວິພາກວິຈານໃດໆ. ນີ້ແມ່ນສິ່ງທີ່ບໍ່ມີຄົນໃດ, ວິນຍານຊົ່ວຮ້າຍ ຫຼື ຊາຕານສາມາດເຮັດໄດ້. ພວກເຈົ້າເຫັນການເປີດເຜີຍອຸປະນິໄສຂອງພຣະເຈົ້າໃນນີ້ບໍ? ມະນຸດ, ຄົນທີ່ເສື່ອມຊາມ ຫຼື ຊາຕານຈະອະນຸຍາດໃຫ້ຄົນອື່ນເຮັດບາງສິ່ງບາງຢ່າງໃນນາມຂອງພວກເຂົາຢູ່ກ້ອງດັງຂອງຕົນເອງບໍ? ແນ່ນອນວ່າບໍ່! ພວກເຂົາຈະຕໍ່ສູ້ເພື່ອຕຳແໜ່ງນີ້ກັບຄົນອື່ນ ຫຼື ກັບອໍານາດອື່ນທີ່ແຕກຕ່າງຈາກພວກເຂົາບໍ? ແນ່ນອນວ່າພວກເຂົາຈະສູ້! ຖ້າແມ່ນຄົນທີ່ເສື່ອມຊາມ ຫຼື ຊາຕານທີ່ຢູ່ກັບອາດາມໃນເວລານັ້ນ, ພວກເຂົາຄົງຈະປະຕິເສດສິ່ງທີ່ອາດາມກຳລັງເຮັດຢູ່ຢ່າງແນ່ນອນ. ເພື່ອພິສູດວ່າພວກເຂົາມີຄວາມສາມາດທີ່ຈະຄິດຢ່າງອິດສະຫຼະ ແລະ ມີຄວາມຄິດທີ່ເປັນເອກະລັກຂອງພວກເຂົາເອງ, ພວກເຂົາຈະປະຕິເສດທຸກສິ່ງທີ່ອາດາມເຮັດຢ່າງແນ່ນອນ: “ເຈົ້າຢາກເອີ້ນມັນແບບນີ້ບໍ? ຂ້ອຍຈະບໍ່ເອີ້ນມັນແບບນີ້, ແຕ່ຂ້ອຍຈະເອີ້ນມັນແບບນັ້ນ; ເຈົ້າເອີ້ນມັນວ່າທອມ ແຕ່ຂ້ອຍຈະເອີ້ນມັນວ່າ ແຮຣີ. ຂ້ອຍຕ້ອງສະແດງໃຫ້ເຫັນວ່າຂ້ອຍສະຫຼາດພຽງໃດ”. ນີ້ແມ່ນທຳມະຊາດແບບໃດ? ມັນບໍ່ແມ່ນການອວດດີບໍ? ແລ້ວພຣະເຈົ້າເດ? ພຣະອົງມີອຸປະນິໄສແບບນັ້ນບໍ? ພຣະເຈົ້າມີຂໍ້ຂັດຂ້ອງທີ່ຜິດປົກກະຕິຕໍ່ສິ່ງທີ່ອາດາມເຮັດບໍ? ຄຳຕອບແມ່ນຊັດເຈນຢູ່ແລ້ວ ວ່າບໍ່! ທຸກອຸປະນິໄສທີ່ພຣະເຈົ້າເປີດເຜີຍອອກມາ, ບໍ່ມີການໂຕ້ຖຽງ, ການໂອ້ອວດ ຫຼື ຄວາມພໍໃຈໃນຕົວເອງແມ່ນແຕ່ໜ້ອຍດຽວເລີຍ. ມັນຊັດເຈນໃນນີ້ຫຼາຍ. ນີ້ອາດຈະປາກົດວ່າ ມັນເປັນປະເດັນເລັກນ້ອຍ, ແຕ່ຖ້າເຈົ້າບໍ່ເຂົ້າໃຈທາດແທ້ຂອງພຣະເຈົ້າ, ຖ້າຫົວໃຈເຈົ້າບໍ່ພະຍາຍາມເຂົ້າໃຈວິທີທີ່ພຣະເຈົ້າປະຕິບັດ ແລະ ທັດສະນະຄະຕິຂອງພຣະເຈົ້າແມ່ນຫຍັງ, ເຈົ້າກໍຈະບໍ່ຮູ້ຈັກອຸປະນິໄສຂອງພຣະເຈົ້າ ຫຼື ເຫັນການສະແດງອອກ ແລະ ການເປີດເຜີຍຂອງອຸປະນິໄສຂອງພຣະເຈົ້າ. ບໍ່ແມ່ນແນວນັ້ນບໍ? ພວກເຈົ້າເຫັນດີກັບສິ່ງທີ່ເຮົາຫາກໍອະທິບາຍໃຫ້ພວກເຈົ້າຟັງບໍ? ຕໍ່ກັບການກະທຳຂອງອາດາມ, ພຣະເຈົ້າບໍ່ໄດ້ປະກາດຢ່າງກ້ອງກັງວານວ່າ “ເຈົ້າເຮັດໄດ້ດີຫຼາຍ, ເຈົ້າເຮັດຖືກຕ້ອງແລ້ວ ແລະ ເຮົາກໍເຫັນດີນຳ!” ແນວໃດກໍ່ຕາມ, ໃນຫົວໃຈຂອງພຣະອົງ, ພຣະອົງເຫັນດີ, ຍົກຍ້ອງ ແລະ ຊື່ນຊົມໃນສິ່ງທີ່ອາດາມເຮັດ. ນີ້ແມ່ນສິ່ງທຳອິດ ນັບຕັ້ງແຕ່ການຊົງສ້າງ ທີ່ມະນຸດໄດ້ເຮັດເພື່ອພຣະເຈົ້າຕາມຄຳແນະນຳຂອງພຣະອົງ. ມັນແມ່ນສິ່ງທີ່ມະນຸດເຮັດແທນພຣະເຈົ້າ ແລະ ໃນນາມຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ, ນີ້ເກີດຈາກສະຕິປັນຍາທີ່ພຣະເຈົ້າປະທານໃຫ້ກັບມະນຸດ. ພຣະເຈົ້າເຫັນວ່າມັນເປັນສິ່ງທີ່ດີ, ເປັນສິ່ງທີ່ເປັນບວກ. ສິ່ງທີ່ອາດາມເຮັດໃນເວລານັ້ນແມ່ນການສະແດງອອກຄັ້ງທຳອິດເຖິງຄວາມຫຼັກແຫຼມຂອງພຣະເຈົ້າໃນມະນຸດ. ຈາກມຸມມອງຂອງພຣະເຈົ້າແລ້ວ ມັນເປັນການສະແດງອອກທີ່ດີ. ສິ່ງທີ່ເຮົາຢາກບອກພວກເຈົ້າໃນນີ້ກໍຄື ຈຸດປະສົງຂອງພຣະເຈົ້າໃນການມອບບາງສິ່ງບາງຢ່າງທີ່ພຣະອົງມີ ແລະ ເປັນໃຫ້ກັບມຸນຸດ, ປະທານຄວາມສະຫຼາດຂອງພຣະອົງໃຫ້ພວກເຂົາ ເພື່ອວ່າມວນມະນຸດຈະໄດ້ເປັນສິ່ງມີຊີວິດທີ່ປະຈັກພະຍານຕໍ່ພຣະອົງ. ການທີ່ສິ່ງມີຊີວິດດັ່ງກ່າວປະຕິບັດໃນນາມຂອງພຣະອົງຄືສິ່ງທີ່ພຣະເຈົ້າປາດຖະໜາຢາກເຫັນຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

Leave a Reply